ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນໍ້າໃຈ​ຕ້ອນ​ຮັບ​ແຂກ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແລະ​ສຳຄັນ​ຫຼາຍ!

ນໍ້າໃຈ​ຕ້ອນ​ຮັບ​ແຂກ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ແລະ​ສຳຄັນ​ຫຼາຍ!

“ໃຫ້​ຍິນດີ​ຕ້ອນຮັບ​ກັນ​ໂດຍ​ບໍ່​ຈົ່ມ.”—1 ເປໂຕ 4:9, ລ.ມ.

ເພງ: 100, 87

1. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມີ​ຄວາມ​ຫຍຸ້ງຍາກ​ຫຍັງ?

ໃນ​ໄລຍະ​ໜຶ່ງ​ລະຫວ່າງ​ປີ ຄ.ສ. 62 ເຖິງ 64 ອັກຄະສາວົກ​ເປໂຕ​ຂຽນ​ຈົດ​ໝາຍ​ເຖິງ ‘ແຂກ​ເມືອງ​ທີ່​ພັດ​ພາກ​ກັນ​ຢູ່​ໃນ​ແຂວງ​ປົນໂຕ ແຂວງ​ຄາລາຊີ ແຂວງ​ກາປາໂດດ ແຂວງ​ອາຊີ ແລະ​ໃນ​ແຂວງ​ບີທີນີ.’ (1 ເປໂຕ 1:1) ພີ່​ນ້ອງ​ເຫຼົ່າ​ນີ້​ມາ​ຈາກ​ຫຼາຍ​ບ່ອນ. ເຂົາ​ເຈົ້າ​ກຳລັງ​ເຈິ​ກັບ “ການ​ທົດ​ສອບ​ທີ່​ເປັນ​ເໝືອນ​ໄຟ” ຫຼື ການ​ຂົ່ມເຫງ ແລະ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຄຳ​ແນະນຳ​ທີ່​ຈຳເປັນ. ເຂົາ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ອັນຕະລາຍ​ແທ້ໆ. ເປໂຕ​ຈຶ່ງ​ຂຽນ​ວ່າ: “ຈຸດ​ຈົບ​ຂອງ​ທຸກ​ສິ່ງ​ມາ​ໃກ້​ແລ້ວ” ພາຍ​ໃນ​ເວລາ​ບໍ່​ເຖິງ 10 ປີ ເມືອງ​ເຢຣຶຊາເລມ​ກໍ​ຖືກ​ທຳລາຍ. ອັນ​ໃດ​ຈະ​ຊ່ວຍ​ຄລິດສະຕຽນ​ໃນ​ທຸກ​ບ່ອນ​ໃຫ້​ຜ່ານ​ຊ່ວງ​ເວລາ​ທີ່​ເຄັ່ງ​ຕຶງ​ເຫຼົ່າ​ນີ້​ໄປ​ໄດ້?—1 ເປໂຕ 4:4, 7, 12, ລ.ມ.

2, 3. ເປັນ​ຫຍັງ​ເປໂຕ​ຈຶ່ງ​ກະຕຸ້ນ​ພີ່​ນ້ອງ​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ກັນ? (ເບິ່ງ​ຮູບ​ທຳອິດ)

2 ສິ່ງ​ໜຶ່ງ​ທີ່​ເປໂຕ​ກະຕຸ້ນ​ພີ່​ນ້ອງ​ໃຫ້​ເຮັດ​ກໍ​ຄື “ໃຫ້​ຍິນດີ​ຕ້ອນຮັບ​ກັນ.” (1 ເປໂຕ 4:9, ລ.ມ.) ຄຳ​ວ່າ: “ຍິນດີ​ຕ້ອນຮັບ” ໃນ​ພາສາ​ເກັຣກ​ແປ​ຕາມ​ຕົວ​ວ່າ “ຄວາມ​ຮັກ​ຫຼື​ຄວາມ​ເມດຕາ​ຕໍ່​ຄົນ​ແປກ​ໜ້າ.” ແຕ່​ຂໍ​ໃຫ້​ສັງເກດ​ວ່າ​ເປໂຕ​ໄດ້​ກະຕຸ້ນ​ພີ່​ນ້ອງ​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ “ກັນ” ເຖິງ​ວ່າ​ຈະ​ຮູ້ຈັກ​ແລະ​ເຮັດ​ສິ່ງ​ຕ່າງໆນຳ​ກັນ​ຢູ່​ແລ້ວ. ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

3 ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ. ແລ້ວ​ເຈົ້າ​ເດ? ເຈົ້າ​ຈື່​ຊ່ວງ​ເວລາ​ທີ່​ມີ​ຄວາມ​ສຸກ​ໄດ້​ບໍ​ເມື່ອ​ມີ​ບາງ​ຄົນ​ຊວນ​ເຈົ້າ​ໃຫ້​ມາ​ເຮືອນ​ຂອງ​ລາວ? ແລະ​ເມື່ອ​ເຈົ້າ​ຊວນ​ບາງ​ຄົນ​ມາ​ເຮືອນ​ຂອງ​ເຈົ້າ ນັ້ນ​ເຮັດ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ແມ່ນ​ບໍ? ວິທີ​ໜຶ່ງ​ທີ່​ດີ​ທີ່​ຈະ​ຮູ້ຈັກ​ພີ່​ນ້ອງ​ຂອງ​ເຮົາ​ກໍ​ຄື​ໂດຍ​ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ເຂົາ​ເຈົ້າ. ຄລິດສະຕຽນ​ໃນ​ສະໄໝ​ຂອງ​ເປໂຕ​ຈຳເປັນ​ຕ້ອງ​ໃກ້​ຊິດ​ກັນ​ໃຫ້​ຫຼາຍ​ຂຶ້ນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ກຳລັງ​ເຈິ​ກັບ​ບັນຫາ​ທີ່​ຮ້າຍແຮງ​ຂຶ້ນ​ເລື້ອຍໆ. ໃນ “ສະໄໝ​ສຸດ​ທ້າຍ” ພວກ​ເຮົາ​ຈຳເປັນ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ.—2 ຕີໂມເຕ 3:1

4. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ນີ້?

4 ເຮົາ​ຈະ​ສະແດງ​ນໍ້າໃຈ “ຕ້ອນຮັບ​ກັນ” ໄດ້​ແນວ​ໃດ? ສິ່ງ​ໃດ​ທີ່​ອາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ແລະ​ເຮົາ​ຈະ​ປັບ​ປ່ຽນ​ໄດ້​ແນວ​ໃດ? ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ແຂກ​ທີ່​ດີ?

ໂອກາດ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ

5. ເຮົາ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໃນ​ການ​ປະຊຸມ​ໄດ້​ແນວ​ໃດ?

5 ໃນ​ການ​ປະຊຸມ: ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ເຊີນ​ເຮົາ​ໃຫ້​ມາ​ປະຊຸມ. ເຮົາ​ຢາກ​ໃຫ້​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ປະຊຸມ​ຮູ້ສຶກ​ໄດ້​ຮັບ​ການ​ຕ້ອນຮັບ​ໂດຍ​ສະເພາະ​ຄົນ​ໃໝ່. (ໂລມ 15:7) ເຂົາ​ເຈົ້າ​ເປັນ​ແຂກ​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ແຕ່ງ​ຕົວ​ຫຼື​ມີ​ລັກສະນະ​ແນວ​ໃດ​ກໍ​ຕາມ. (ຢາໂກໂບ 2:1-4) ຖ້າ​ເຈົ້າ​ສັງເກດ​ເຫັນ​ວ່າ​ຄົນ​ທີ່​ມາ​ໃໝ່​ນັ່ງ​ຢູ່​ຜູ້​ດຽວ ເຈົ້າ​ຈະ​ຊວນ​ລາວ​ມາ​ນັ່ງ​ນຳ​ໄດ້​ບໍ? ລາວ​ອາດ​ຮູ້ສຶກ​ຂອບໃຈ​ຖ້າ​ເຈົ້າ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ເລື່ອງ​ທີ່​ກຳລັງ​ປະຊຸມ​ຢູ່​ຫຼື​ຊ່ວຍ​ເປີດ​ຂໍ້​ຄຳພີ​ໃຫ້​ລາວ​ອ່ານ​ນຳ​ກັນ. ນີ້​ເປັນ​ວິທີ​ທີ່​ດີ​ຫຼາຍ​ທີ່​ຈະ “ມີ​ນໍ້າໃຈ​ຕ້ອນຮັບ​ແຂກ.”—ໂລມ 12:13, ລ.ມ.

6. ໃຜ​ທີ່​ເຮົາ​ຄວນ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຫຼາຍ​ທີ່​ສຸດ?

6 ລ້ຽງ​ເຂົ້າ​ຫຼື​ເຂົ້າ​ໜົມ: ຜູ້​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ມັກ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໂດຍ​ຊວນ​ຄົນ​ອື່ນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ ເພື່ອ​ສະແດງ​ວ່າ​ເຂົາ​ເຈົ້າ​ຢາກ​ເປັນ​ໝູ່​ແລະ​ສ້າງ​ສັນຕິສຸກ​ນຳ​ກັນ. (ຕົ້ນເດີມ 18:1-8; ຜູ້ຕັດສິນ 13:15; ລືກາ 24:28-30) ໃຜ​ທີ່​ເຮົາ​ຄວນ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຫຼາຍ​ທີ່​ສຸດ? ກໍ​ຄື​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຮົາ. ໃນ​ລະບົບ​ທີ່​ເສື່ອມຊາມ​ນີ້ ເຮົາ​ຈຳເປັນ​ຕ້ອງ​ເພິ່ງ​ພາ​ພີ່​ນ້ອງ​ຂອງ​ເຮົາ​ແລະ​ເປັນ​ໝູ່​ທີ່​ພັກດີ. ໃນ​ປີ 2011 ຄະນະ​ກຳມະການ​ປົກຄອງ​ໄດ້​ປ່ຽນ​ເວລາ​ການ​ສຶກສາ​ຫໍສັງເກດການ ຂອງ​ຄອບຄົວ​ເບເທນ​ໃນ​ສະຫະລັດ​ອາ​ເມຣິ​ກາ​ຈາກ 6:45 ປ່ຽນ​ເປັນ 6:15. ຍ້ອນ​ຫຍັງ? ໃນ​ຄຳ​ປະກາດ​ນັ້ນ​ບອກ​ວ່າ​ຖ້າ​ການ​ປະຊຸມ​ຈົບ​ລົງ​ໄວ​ສະມາຊິກ​ຄອບຄົວ​ເບເທນ​ກໍ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ກັນ​ແລະ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ຄົນ​ອື່ນ.

ເຈົ້າ​ຈະ​ຊວນ​ເຂົາ​ເຈົ້າ​ມາ​ກິນ​ເຂົ້າ​ໜົມ​ຫຼື​ອາຫານ​ຈັກ​ຄາບ​ນຳ​ກັນ​ໄດ້​ບໍ?

7, 8. ເຮົາ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ຜູ້​ບັນລະຍາຍ​ທີ່​ມາ​ຢາມ​ແນວ​ໃດ?

7 ບາງ​ເທື່ອ​ພີ່​ນ້ອງ​ຈາກ​ປະຊາຄົມ​ອື່ນ ຜູ້​ດູ​ແລ​ໝວດ ຫຼື​ຕົວ​ແທນ​ຈາກ​ເບເທນ​ມາ​ບັນລະຍາຍ​ໃນ​ປະຊາຄົມ​ຂອງ​ເຮົາ. ເຮົາ​ຈະ​ໃຊ້​ໂອກາດ​ນີ້​ເພື່ອ​ສະແດງ​ນໍ້າໃຈ​ຕ້ອນຮັບ​ໄດ້​ບໍ? (ອ່ານ 3 ໂຢຮັນ 5-8) ວິທີ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ກໍ​ຄື​ຊວນ​ເຂົາ​ເຈົ້າ​ມາ​ກິນ​ເຂົ້າ​ຫຼື​ເຂົ້າ​ໜົມ​ຢູ່​ເຮືອນ​ນຳ​ກັນ.

8 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ສະຫະລັດ​ອາ​ເມຣິ​ກາ​ຈື່​ໄດ້​ວ່າ: “ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ກັບ​ຜົວ​ໄດ້​ມີ​ໂອກາດ​ຊວນ​ຜູ້​ບັນລະຍາຍ​ຫຼາຍ​ຄົນ​ແລະ​ເມຍ​ມາ​ເຮືອນ.” ລາວ​ຮູ້ສຶກ​ວ່າ​ທຸກ​ຄັ້ງ​ທີ່​ເຊີນ​ເຂົາ​ເຈົ້າ​ມາ​ນັ້ນ​ຊ່ວຍ​ໃຫ້​ລາວ​ກັບ​ຄອບຄົວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ກໍ​ຍັງ​ຮູ້ສຶກ​ມ່ວນ​ຊື່ນ​ນຳ. ລາວ​ບອກ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ຜິດ​ຫວັງ​ເລີຍ.”

9, 10. (ກ) ໃຜ​ແດ່​ທີ່​ຕ້ອງການ​ມາ​ພັກ​ກັບ​ເຮົາ​ໃນ​ໄລຍະ​ໜຶ່ງ? (ຂ) ຄົນ​ທີ່​ມີ​ເຮືອນ​ຫຼັງ​ນ້ອຍ​ຈະ​ຊ່ວຍ​ໄດ້​ບໍ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ແຂກ​ທີ່​ມາ​ພັກ​ໄລຍະ​ໜຶ່ງ: ໃນ​ສະໄໝ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ປົກກະຕິ​ທີ່​ຈະ​ໃຫ້​ແຂກ​ມາ​ພັກ​ຢູ່​ເຮືອນ​ນຳ. (ໂຢບ 31:32; ຟີເລໂມນ 22) ທຸກ​ມື້​ນີ້ ເຮົາ​ກໍ​ອາດ​ຕ້ອງ​ເຮັດ​ແບບ​ດຽວ​ກັນ. ປະຊາຄົມ​ຕ່າງໆອາດ​ຕ້ອງ​ກຽມ​ບ່ອນ​ພັກ​ໃຫ້​ກັບ​ຜູ້​ດູ​ແລ​ໝວດ​ຕອນ​ທີ່​ລາວ​ມາ​ຢາມ ຫຼື​ຕອນ​ທີ່​ມີ​ໂຮງ​ຮຽນ​ທີ່​ອົງການ​ຈັດ​ຂຶ້ນ ນັກ​ຮຽນ​ອາດ​ຕ້ອງການ​ບ່ອນ​ພັກ ຫຼື​ອາສາ​ສະໝັກ​ເຮັດ​ວຽກ​ກໍ່​ສ້າງ​ກໍ​ອາດ​ຕ້ອງການ​ບ່ອນ​ພັກ​ຄື​ກັນ. ແລ້ວ​ຈະ​ວ່າ​ແນວ​ໃດ​ສຳລັບ​ພີ່​ນ້ອງ​ທີ່​ບໍ່​ມີ​ບ່ອນ​ຢູ່​ເນື່ອງ​ຈາກ​ປະສົບ​ໄພ​ທຳມະຊາດ? ເຂົາ​ເຈົ້າ​ກໍ​ອາດ​ຕ້ອງການ​ບ່ອນ​ພັກ​ຈົນ​ກວ່າ​ເຮືອນ​ຈະ​ສ້ອມ​ແປງ​ແລ້ວ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ສະເພາະ​ພີ່​ນ້ອງ​ທີ່​ມີ​ເຮືອນ​ຫຼັງ​ໃຫຍ່​ເທົ່າ​ນັ້ນ​ທີ່​ຊ່ວຍ​ໄດ້. ເຂົາ​ເຈົ້າ​ອາດ​ເຄີຍ​ຕ້ອນຮັບ​ພີ່​ນ້ອງ​ມາ​ຫຼາຍ​ເທື່ອ​ແລ້ວ. ແທ້ໆແລ້ວ​ເຈົ້າ​ກໍ​ສາມາດ​ໃຫ້​ພີ່​ນ້ອງ​ມາ​ພັກ​ຢູ່​ເຮືອນ​ນຳ​ໄດ້​ເຖິງ​ວ່າ​ເຮືອນ​ຂອງ​ເຈົ້າ​ຈະ​ຫຼັງ​ນ້ອຍ​ກໍ​ຕາມ.

10 ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ເກົາຫຼີ​ໃຕ້​ຄິດ​ເຖິງ​ຕອນ​ທີ່​ມີ​ນັກ​ຮຽນ​ຈາກ​ໂຮງ​ຮຽນ​ທີ່​ອົງການ​ຈັດ​ຂຶ້ນ​ມາ​ພັກ​ຢູ່​ເຮືອນ​ນຳ​ລາວ. ລາວ​ຂຽນ​ວ່າ: “ທຳອິດ​ຂ້ອຍ​ກໍ​ຮູ້ສຶກ​ລັງເລ​ເພາະ​ວ່າ​ຂ້ອຍ​ຫາ​ກໍ​ແຕ່ງ​ດອງ​ແລະ​ອາໄສ​ຢູ່​ໃນ​ເຮືອນ​ຫຼັງ​ນ້ອຍໆ. ແຕ່​ເມື່ອ​ໄດ້​ເຂົາ​ເຈົ້າ​ມາ​ພັກ​ນຳ​ເຮົາ​ມັນ​ເປັນ​ປະສົບການ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ຄື​ກັບ​ຄູ່​ແຕ່ງ​ດອງ​ໃໝ່​ຄູ່​ນີ້ ເຮົາ​ເຫັນ​ໄດ້​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ​ເມື່ອ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ໄດ້​ມີ​ເປົ້າ​ໝາຍ​ທາງ​ດ້ານ​ຄວາມ​ເຊື່ອ​ຮ່ວມ​ກັນ.”

11. ເປັນ​ຫຍັງ​ເຮົາ​ຕ້ອງ​ສະແດງ​ນໍ້າໃຈ​ຕ້ອນຮັບ​ພີ່​ນ້ອງ​ທີ່​ຍ້າຍ​ມາ​ໃໝ່?

11 ພີ່​ນ້ອງ​ທີ່​ຫາ​ກໍ​ຍ້າຍ​ມາ​ໃໝ່: ອາດ​ມີ​ພີ່​ນ້ອງ​ບາງ​ຄົນ​ຫຼື​ບາງ​ຄອບຄົວ​ຈາກ​ປະຊາຄົມ​ອື່ນ​ຍ້າຍ​ມາ​ຢູ່​ໃນ​ເຂດ​ຂອງ​ເຮົາ. ເຂົາ​ເຈົ້າ​ອາດ​ຍ້າຍ​ມາ​ເພື່ອ​ຢາກ​ຊ່ວຍ​ປະຊາຄົມ​ຂອງ​ເຈົ້າ. ຫຼື​ເຂົາ​ເຈົ້າ​ອາດ​ເປັນ​ໄພໂອເນຍ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມາ​ປະຊາຄົມ​ຂອງ​ເຈົ້າ. ນີ້​ເປັນ​ການ​ປ່ຽນ​ແປງ​ຄັ້ງ​ຍິ່ງໃຫຍ່​ສຳລັບ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ເຂດ​ໃໝ່ ປະຊາຄົມ​ໃໝ່ ຫຼື​ບາງ​ທີ​ອາດ​ເປັນ​ພາສາ​ຫຼື​ວັດທະນະທຳ​ໃໝ່. ເຈົ້າ​ຈະ​ຊວນ​ເຂົາ​ເຈົ້າ​ມາ​ກິນ​ເຂົ້າ​ໜົມ​ຫຼື​ອາຫານ​ຈັກ​ຄາບ​ນຳ​ກັນ​ໄດ້​ບໍ? ນີ້​ເປັນ​ການ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃຫ້​ມີ​ໝູ່​ໃໝ່ ແລະ​ສາມາດ​ປັບ​ຕົວ​ໄດ້.

12. ປະສົບການ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ກຽມ​ຫຼາຍ​ຢ່າງ​ເພື່ອ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ?

12 ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ກຽມ​ຫຼາຍ​ຢ່າງ​ເພື່ອ​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ. (ອ່ານ​ລືກາ 10:41, 42) ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຄິດ​ເຖິງ​ຕອນ​ທີ່​ລາວ​ແລະ​ເມຍ​ເລີ່ມ​ເປັນ​ມິດຊັນນາລີ. ລາວ​ບອກ​ວ່າ: “ຕອນ​ນັ້ນ​ພວກ​ເຮົາ​ຍັງ​ໜຸ່ມ ຍັງ​ບໍ່​ມີ​ປະສົບການ​ແລະ​ກໍ​ຄິດ​ຮອດ​ບ້ານ. ແລງ​ມື້​ໜຶ່ງ​ເມຍ​ຂອງ​ຂ້ອຍ​ຮູ້ສຶກ​ຄິດ​ຮອດ​ບ້ານ​ແຮງ ແລະ​ຂ້ອຍ​ກໍ​ພະຍາຍາມ​ຊ່ວຍ​ລາວ​ແລ້ວ​ແຕ່​ກໍ​ບໍ່​ໄດ້​ຜົນ. ແຕ່​ປະມານ 7:30 ກໍ​ໄດ້​ຍິນ​ສຽງ​ເຄາະ​ປະຕູ​ດັງ​ຂຶ້ນ. ປາກົດ​ວ່າ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ຜູ້​ໜຶ່ງ​ລາວ​ເອົາ​ໝາກ​ກ້ຽງ​ມາ​ຕ້ອນ​ເຮົາ 3 ໜ່ວຍ. ລາວ​ຢາກ​ຕ້ອນຮັບ​ເຮົາ​ທີ່​ເປັນ​ມິດຊັນນາລີ​ໃໝ່. ພວກ​ເຮົາ​ໄດ້​ຊວນ​ລາວ​ໃຫ້​ເຂົ້າ​ມາ​ໃນ​ເຮືອນ ແລະ​ເອົາ​ນໍ້າ​ໃຫ້​ລາວ​ກິນ. ຈາກ​ນັ້ນ​ກໍ​ເຮັດ​ນໍ້າ​ຊາ​ແລະ​ຊ໋ອກໂກແ​ລັດ​ຮ້ອນ​ໃຫ້​ລາວ. ພວກ​ເຮົາ​ຍັງ​ເວົ້າ​ພາສາ​ສະ​ວາ​ອິ​ລິ​ບໍ່​ໄດ້ ແລະ​ລາວ​ກໍ​ບໍ່​ໄດ້​ພາສາ​ອັງກິດ.” ພີ່​ນ້ອງ​ຊາຍ​ຄົນ​ນີ້​ບອກ​ວ່າ​ເຫດການ​ຄັ້ງ​ນັ້ນ​ຊ່ວຍ​ລາວ​ກັບ​ເມຍ​ໃຫ້​ເລີ່ມ​ມີ​ໝູ່​ທີ່​ເປັນ​ພີ່​ນ້ອງ​ທ້ອງຖິ່ນ ແລະ​ພວກ​ເຮົາ​ກໍ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ຢ່າ​ໃຫ້​ສິ່ງ​ໃດ​ມາ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ

13. ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ຊ່ວຍ​ເຈົ້າ​ແນວ​ໃດ?

13 ເຈົ້າ​ເຄີຍ​ລັງເລ​ບໍ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ? ຖ້າ​ເປັນ​ຢ່າງ​ນັ້ນ ເຈົ້າ​ກໍ​ອາດ​ພາດ​ໂອກາດ​ທີ່​ຈະ​ໄດ້​ມີ​ຊ່ວງ​ເວລາ​ແຫ່ງ​ຄວາມ​ມ່ວນ​ຊື່ນ​ແລະ​ມີ​ໝູ່​ທີ່​ຈະ​ຮັກ​ກັນ​ຕະຫຼອດ​ໄປ. ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ວິທີ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ເຫງົາ. ແລ້ວ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ລັງເລ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ. ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ​ບາງ​ຢ່າງ​ນຳ​ກັນ.

14. ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ມີ​ເວລາ​ແລະ​ເຫື່ອ​ແຮງ​ເຫຼືອ​ພໍ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ?

14 ເວລາ​ແລະ​ເຫື່ອ​ແຮງ: ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ່າງ​ກໍ​ຫຍຸ້ງ​ແລະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ. ບາງ​ຄົນ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ເວລາ​ແລະ​ເຫື່ອ​ແຮງ​ເຫຼືອ​ພໍ​ທີ່​ຈະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ເຈົ້າ​ອາດ​ຈຳເປັນ​ຕ້ອງ​ປັບ​ປ່ຽນ​ຕາ​ຕະລາງ​ເພື່ອ​ຈະ​ສາມາດ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ແລະ​ຕອບ​ຮັບ​ຄຳ​ເຊີນ. ນີ້​ເປັນ​ສິ່ງ​ທີ່​ສຳຄັນ​ເພາະ​ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ. (ເຫບເລີ 13:2) ດັ່ງ​ນັ້ນ ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນັ້ນ ເຈົ້າ​ຕ້ອງ​ໃຊ້​ເວລາ​ໃຫ້​ໜ້ອຍ​ລົງ​ກັບ​ສິ່ງ​ທີ່​ສຳຄັນ​ໜ້ອຍ​ກວ່າ.

15. ເປັນ​ຫຍັງ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ບໍ່​ສາມາດ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໄດ້?

15 ວິທີ​ທີ່​ເຮົາ​ເບິ່ງ​ຕົວ​ເອງ: ເຈົ້າ​ເຄີຍ​ຢາກ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ແຕ່​ພັດ​ຮູ້ສຶກ​ວ່າ​ເຮັດ​ບໍ່​ໄດ້​ບໍ? ບາງ​ທີ​ອາດ​ເປັນ​ເພາະ​ວ່າ​ເຈົ້າ​ຮູ້ສຶກ​ອາຍ​ແລະ​ຢ້ານ​ວ່າ​ແຂກ​ຈະ​ເບື່ອ. ບາງ​ທີ​ເຈົ້າ​ອາດ​ບໍ່​ຄ່ອຍ​ມີ​ເງິນ ແລະ​ຢ້ານ​ວ່າ​ບໍ່​ສາມາດ​ທີ່​ຈະ​ຕ້ອນ​ຮັກ​ແຂກ​ໄດ້​ດີ​ຄື​ກັບ​ທີ່​ພີ່​ນ້ອງ​ຄົນ​ອື່ນ​ເຮັດ. ຂໍ​ຈື່​ໄວ້​ວ່າ​ເຮືອນ​ຂອງ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຫຼູຫຼາ ແຕ່​ຖ້າ​ມັນ​ສະອາດ​ຮຽບຮ້ອຍ​ແລະ​ເຈົ້າ​ຕ້ອນຮັບ​ແບບ​ເປັນ​ກັນ​ເອງ ແຂກ​ຂອງ​ເຈົ້າ​ກໍ​ມີ​ຄວາມ​ສຸກ​ແລ້ວ.

16, 17. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ກັງວົນ​ເລື່ອງ​ການ​ຕ້ອນຮັບ​ແຂກ?

16 ຖ້າ​ເຈົ້າ​ກັງວົນ​ເລື່ອງ​ການ​ຕ້ອນຮັບ​ແຂກ ບໍ່​ແມ່ນ​ເຈົ້າ​ຄົນ​ດຽວ​ທີ່​ຮູ້ສຶກ​ແບບ​ນັ້ນ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ໃນ​ອັງກິດ​ຍອມ​ຮັບ​ວ່າ: “ການ​ກຽມ​ຕົວ​ຕ້ອນຮັບ​ແຂກ​ເຮັດ​ໃຫ້​ຮູ້ສຶກ​ເຄັ່ງ​ຕຶງ. ແຕ່​ກໍ​ຄື​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ໃນ​ດ້ານ​ອື່ນໆ ການ​ຕ້ອນຮັບ​ແຂກ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ລືມ​ຄວາມ​ເຄັ່ງ​ຕຶງ​ເຫຼົ່າ​ນັ້ນ​ໄປ​ເລີຍ. ພຽງ​ແຕ່​ໄດ້​ລົມ​ກັບ​ແຂກ​ແລະ​ກິນ​ກາເຟ​ນຳ​ກັນ​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ແລ້ວ.” ວິທີ​ທີ່​ດີ​ຢ່າງ​ໜຶ່ງ​ກໍ​ຄື​ການ​ສົນ​ໃຈ​ແຂກ. (ຟີລິບ 2:4) ຫຼາຍ​ຄົນ​ມັກ​ເວົ້າ​ກ່ຽວ​ກັບ​ປະສົບການ​ໃນ​ຊີວິດ. ເຮົາ​ຈະ​ໄດ້​ຍິນ​ປະສົບການ​ຂອງ​ເຂົາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຮົາ​ຢູ່​ນຳ​ເຂົາ​ເຈົ້າ​ເທົ່າ​ນັ້ນ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຂຽນ​ວ່າ: “ການ​ຊວນ​ໝູ່​ໃນ​ປະຊາຄົມ​ມາ​ເຮືອນ​ຊ່ວຍ​ຂ້ອຍ​ໃຫ້​ເຂົ້າ​ໃຈ​ເຂົາ​ເຈົ້າ​ແລະ​ມີ​ເວລາ​ທີ່​ຈະ​ຮູ້ຈັກ​ເຂົາ​ເຈົ້າ​ດີ​ຂຶ້ນ ໂດຍ​ສະເພາະ​ເຮັດ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ໄດ້​ແນວ​ໃດ.” ຖ້າ​ເຈົ້າ​ສົນ​ໃຈ​ແຂກ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ.

17 ໄພໂອເນຍ​ຍິງ​ຄົນ​ໜຶ່ງ​ມັກ​ໃຫ້​ນັກ​ຮຽນ​ຈາກ​ໂຮງ​ຮຽນ​ທີ່​ອົງການ​ຈັດ​ຂຶ້ນ​ມາ​ພັກ​ຢູ່​ເຮືອນ​ລາວ. ລາວ​ບອກ​ວ່າ: “ທຳອິດ ຂ້ອຍ​ກໍ​ຮູ້ສຶກ​ກັງວົນ ເພາະ​ເຮືອນ​ຂອງ​ຂ້ອຍ​ກໍ​ທຳມະດາ ແລະ​ເຟີນິເ​ຈີ​ກໍ​ມີ​ແຕ່​ຂອງ​ມື​ສອງ. ແຕ່​ເມຍ​ຂອງ​ຄູ​ໂຮງ​ຮຽນ​ຄົນ​ໜຶ່ງ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ. ລາວ​ບອກ​ວ່າ​ຕອນ​ທີ່​ລາວ​ກັບ​ຜົວ​ຮັບໃຊ້​ໃນ​ວຽກ​ເດີນ​ໝວດ ອາທິດ​ທີ່​ດີ​ທີ່​ສຸດ​ສຳລັບ​ເຂົາ​ເຈົ້າ​ກໍ​ຄື​ອາທິດ​ທີ່​ໄດ້​ໃຊ້​ເວລາ​ຢູ່​ນຳ​ພີ່​ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ເຖິງ​ເຂົາ​ເຈົ້າ​ຈະ​ບໍ່​ລວຍ​ແຕ່​ເຂົາ​ເຈົ້າ​ກໍ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ແລະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ນີ້​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ສິ່ງ​ທີ່​ແມ່​ເວົ້າ​ກັບ​ຂ້ອຍ​ຕອນ​ຍັງ​ນ້ອຍ​ວ່າ: ‘ກິນ​ແຕ່​ຜັກ​ກັບ​ຄວາມ​ຮັກ​ກັນ​ກໍ​ປະເສີດ​ກວ່າ.’” (ສຸພາສິດ 15:17) ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ກັງວົນ ເພາະ​ສິ່ງ​ທີ່​ສຳຄັນ​ແມ່ນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ແຂກ.

18, 19. ການ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຕໍ່​ຄົນ​ອື່ນ​ໄດ້​ແນວ​ໃດ?

18 ວິທີ​ທີ່​ເຮົາ​ເບິ່ງ​ຄົນ​ອື່ນ: ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ໃຜ​ທີ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ຄຽດ​ບໍ? ຖ້າ​ເຈົ້າ​ບໍ່​ພະຍາຍາມ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນີ້ ມັນ​ກໍ​ຈະ​ຢູ່​ນຳ​ເຈົ້າ​ໄປ​ຕະຫຼອດ ແລະ​ຖ້າ​ເຈົ້າ​ບໍ່​ມັກ​ນິດໄສ​ຂອງ​ລາວ​ເຈົ້າ​ກໍ​ບໍ່​ຢາກ​ຊວນ​ລາວ​ມາ​ເຮືອນ ຫຼື​ອາດ​ມີ​ບາງ​ຄົນ​ເຄີຍ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ເຈັບ​ແລ້ວ​ເຈົ້າ​ກໍ​ລືມ​ບໍ່​ໄດ້.

19 ຄຳພີ​ໄບເບິນ​ບອກ​ວ່າ​ຖ້າ​ເຈົ້າ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ ເຈົ້າ​ຈະ​ປັບ​ປຸງ​ສາຍ​ສຳພັນ​ທີ່​ມີ​ກັບ​ຄົນ​ອື່ນ​ໃຫ້​ດີ​ຂຶ້ນ​ໄດ້​ແມ່ນ​ແຕ່​ກັບ​ສັດຕູ. (ອ່ານ​ສຸພາສິດ 25:21, 22) ຖ້າ​ເຈົ້າ​ຊວນ​ບາງ​ຄົນ​ມາ​ເຮືອນ ເຈົ້າ​ອາດ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ແລະ​ຊ່ວຍ​ໃຫ້​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ລາວ​ດີ​ຂຶ້ນ​ໄດ້. ເຈົ້າ​ອາດ​ຈະ​ເລີ່ມ​ເຫັນ​ສ່ວນ​ດີ​ໃນ​ຕົວ​ລາວ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຫັນ​ຕອນ​ທີ່​ພະອົງ​ຊັກ​ນຳ​ລາວ​ໃຫ້​ມາ​ຮູ້ຈັກ​ຄວາມ​ຈິງ. (ໂຢຮັນ 6:44) ຖ້າ​ເຈົ້າ​ສະແດງ​ຄວາມ​ຮັກ​ກັບ​ພີ່​ນ້ອງ​ໂດຍ​ຊວນ​ຄົນ​ທີ່​ບໍ່​ຄິດ​ວ່າ​ເຈົ້າ​ຈະ​ຊວນ ນີ້​ອາດ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຄົນ​ນັ້ນ. ແລ້ວ​ເຈົ້າ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄວາມ​ຮັກ​ເປັນ​ແຮງ​ກະຕຸ້ນ​ທີ່​ເຈົ້າ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ແທ້ໆ? ວິທີ​ໜຶ່ງ​ກໍ​ຄື​ການ​ໃຊ້​ຄຳ​ແນະນຳ​ໃນ​ຟີລິບ 2:3 ທີ່​ວ່າ: “ດ້ວຍ​ໃຈ​ຖ່ອມ​ຕົວ​ລົງ ໃຫ້​ຜູ້​ນີ້​ຖື​ຜູ້​ນັ້ນ​ດີ​ກວ່າ​ຕົວ​ເອງ” ເຮົາ​ຄວນ​ຄິດ​ວ່າ​ພີ່​ນ້ອງ​ຄົນ​ນັ້ນ​ດີ​ກວ່າ​ເຮົາ ແລະ​ເຮົາ​ອາດ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ເຂົາ​ເຈົ້າ​ເຊັ່ນ: ຄວາມ​ເຊື່ອ ຄວາມ​ອົດ​ທົນ ຫຼື​ຄຸນ​ລັກສະນະ​ອື່ນໆແບບ​ຄລິດສະຕຽນ. ການ​ຄິດ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ແລະ​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ໄດ້​ງ່າຍ​ຂຶ້ນ.

ເປັນ​ແຂກ​ທີ່​ດີ

ເຈົ້າ​ຂອງ​ບ້ານ​ມັກ​ຈະ​ກຽມ​ສິ່ງ​ທີ່​ດີ​ສຸດ​ໃຫ້​ແຂກ​ສະເໝີ (ເບິ່ງ​ຂໍ້ 20)

20. ເມື່ອ​ເຮົາ​ຕອບ​ຮັບ​ຄຳ​ເຊີນ​ເຮົາ​ຈະ​ສະແດງ​ແນວ​ໃດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ຮັກສາ​ຄຳ​ເວົ້າ​ແລະ​ຍ້ອນ​ຫຍັງ?

20 ດາວິດ​ຜູ້​ຂຽນ​ຄຳເພງ​ຖາມ​ວ່າ: “ພະ​ເຢໂຫວາ ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ?” (ຄຳເພງ 15:1, ລ.ມ.) ຈາກ​ນັ້ນ ດາວິດ​ກໍ​ພິຈາລະນາ​ຄຸນ​ລັກສະນະ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ແຂກ​ຂອງ​ພະອົງ​ມີ. ໜຶ່ງ​ໃນ​ນັ້ນ​ກໍ​ຄື​ການ​ເປັນ​ຄົນ​ຮັກສາ​ຄຳ​ເວົ້າ ລາວ​ຂຽນ​ວ່າ: “ເຂົາ​ບໍ່​ຜິດ​ສັນຍາ​ເຖິງ​ວ່າ​ຈະ​ຕ້ອງ​ເສຍ​ຜົນ​ປະໂຫຍດ.” (ຄຳເພງ 15:4, ລ.ມ.) ຖ້າ​ເຮົາ​ໄດ້​ຕອບ​ຮັບ​ຄຳ​ເຊີນ ເຮົາ​ກໍ​ບໍ່​ຄວນ​ຍົກ​ເລີກ​ຖ້າ​ບໍ່​ຈຳເປັນ​ແທ້ໆ. ເຈົ້າ​ພາບ​ອາດ​ກຽມ​ທຸກ​ຢ່າງ​ສຳລັບ​ເຮົາ​ໄວ້​ແລ້ວ ແລະ​ຖ້າ​ເຮົາ​ຍົກ​ເລີກ​ກໍ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເຈົ້າ​ພາບ​ກຽມ​ໄວ້​ນັ້ນ​ເສຍ​ໄປ​ລ້າໆ. (ມັດທາຍ 5:37) ບາງ​ຄົນ​ຍົກ​ເລີກ​ນັດ​ຂອງ​ຄົນ​ໜຶ່ງ​ເພາະ​ເຫັນ​ວ່າ​ນັດ​ຂອງ​ອີກ​ຄົນ​ໜຶ່ງ​ດີ​ກວ່າ. ນັ້ນ​ຈະ​ເປັນ​ການ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ບໍ? ເຮົາ​ຄວນ​ຂອບໃຈ​ທຸກ​ສິ່ງ​ທີ່​ເຈົ້າ​ພາບ​ຈັດ​ກຽມ​ໄວ້​ໃຫ້​ເຮົາ. (ລືກາ 10:7) ຖ້າ​ເຮົາ​ຈຳເປັນ​ຕ້ອງ​ຍົກ​ເລີກ​ແທ້ໆ ກໍ​ຄວນ​ບອກ​ໃຫ້​ເຈົ້າ​ພາບ​ຮູ້​ໃຫ້​ໄວ​ທີ່​ສຸດ​ເພື່ອ​ເປັນ​ການ​ສະແດງ​ຄວາມ​ຮັກ​ແລະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ພາບ.

21. ການ​ທີ່​ເຮົາ​ນັບຖື​ວັດທະນະທຳ​ທ້ອງຖິ່ນ​ຊ່ວຍ​ເຮົາ​ໃຫ້​ເປັນ​ແຂກ​ທີ່​ດີ​ໄດ້​ແນວ​ໃດ?

21 ເປັນ​ເລື່ອງ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ນັບຖື​ທຳນຽມ​ທ້ອງຖິ່ນ. ບາງ​ວັດທະນະທຳ​ຍິນດີ​ຕ້ອນຮັບ​ແຂກ​ທີ່​ມາ​ໂດຍ​ບໍ່​ຄາດ​ຄິດ. ບາງ​ບ່ອນ​ກໍ​ດີ​ກວ່າ​ທີ່​ຈະ​ນັດ​ໄວ້​ລ່ວງ​ໜ້າ​ກ່ອນ. ບາງ​ເຂດ​ເຈົ້າ​ຂອງ​ເຮືອນ​ໄດ້​ຈັດ​ກຽມ​ອາຫານ​ທີ່​ດີ​ທີ່​ສຸດ​ໃຫ້​ແຂກ ແຕ່​ຄອບຄົວ​ກໍ​ກິນ​ອາຫານ​ທຳມະດາ. ບາງ​ເຂດ​ທຸກ​ຄົນ​ຈະ​ກິນ​ຄື​ກັນ. ບາງ​ເຂດ​ກໍ​ເປັນ​ເລື່ອງ​ທຳມະດາ​ທີ່​ແຂກ​ຈະ​ເອົາ​ອາຫານ​ໄປ​ສົມທົບ. ແຕ່​ບາງ​ເຂດ​ເຈົ້າ​ພາບ​ກໍ​ບໍ່​ໃຫ້​ແຂກ​ເອົາ​ຫຍັງ​ໄປ. ບາງ​ວັດທະນະທຳ​ເປັນ​ເລື່ອງ​ທີ່​ສຸພາບ​ທີ່​ແຂກ​ຈະ​ປະຕິເສດ​ຄຳ​ເຊີນ​ໜຶ່ງ​ຫຼື​ສອງ​ເທື່ອ​ທຳອິດ​ກ່ອນ. ແຕ່​ບາງ​ບ່ອນ​ກໍ​ບໍ່​ສຸພາບ​ທີ່​ຈະ​ປະຕິເສດ​ຕັ້ງ​ແຕ່​ເທື່ອ​ທຳອິດ. ເຮົາ​ຄວນ​ເຮັດ​ຢ່າງ​ດີ​ທີ່​ສຸດ​ສະເໝີ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ເຈົ້າ​ພາບ​ມີ​ຄວາມ​ສຸກ​ທີ່​ໄດ້​ຊວນ​ເຮົາ.

22. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ “ຍິນດີ​ຕ້ອນຮັບ​ກັນ​ໂດຍ​ບໍ່​ຈົ່ມ.”?

22 ເປໂຕ​ບອກ​ໄວ້​ວ່າ: “ຈຸດ​ຈົບ​ຂອງ​ທຸກ​ສິ່ງ​ມາ​ໃກ້​ແລ້ວ.” (1 ເປໂຕ 4:7, ລ.ມ.) ໃນ​ທຸກ​ມື້​ນີ້ ເຮົາ​ກຳລັງ​ຈະ​ປະເຊີນ​ໜ້າ​ກັບ​ຄວາມ​ທຸກ​ລຳບາກ​ໃຫຍ່​ທີ່​ໂລກ​ບໍ່​ເຄີຍ​ເຈິ​ມາ​ກ່ອນ. ເນື່ອງ​ຈາກ​ລະບົບ​ນີ້​ເສື່ອມຊາມ​ລົງ​ເລື້ອຍໆ ເຮົາ​ຈຶ່ງ​ຕ້ອງ​ມີ​ຄວາມ​ຮັກ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພີ່​ນ້ອງ​ຂອງ​ເຮົາ. ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເປໂຕ​ໃຫ້​ຫຼາຍ​ຂຶ້ນ​ທີ່​ບອກ​ວ່າ: “ໃຫ້​ຍິນດີ​ຕ້ອນຮັບ​ກັນ​ໂດຍ​ບໍ່​ຈົ່ມ.” (1 ເປໂຕ 4:9, ລ.ມ.) ແມ່ນ​ແລ້ວ ການ​ທີ່​ເຮົາ​ໄດ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ​ນັ້ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ເປັນ​ສິ່ງ​ທີ່​ສຳຄັນ​ທັງ​ຕອນ​ນີ້​ແລະ​ຕະຫຼອດ​ໄປ.