ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ໄດ້​ຊ່ວຍ​ລູກ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ​ບໍ?

ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ໄດ້​ຊ່ວຍ​ລູກ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ​ບໍ?

‘ທ່ານ​ຍັງ​ຄອຍ​ຖ້າ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ແລະ​ຮັບ​ສິນ​ບັບເຕມາ.’—ກິດຈະການ 22:16

ເພງ: 51, 135

1. ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຢາກ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ​ກ່ອນ​ທີ່​ລູກ​ຈະ​ຮັບ​ບັບເຕມາ?

“ເປັນ​ເວລາ​ຫຼາຍ​ເດືອນ​ທີ່​ຂ້ອຍ​ບອກ​ກັບ​ພໍ່​ແມ່​ວ່າ​ຂ້ອຍ​ຢາກ​ຮັບ​ບັບເຕມາ​ແລະ​ເຂົາ​ເຈົ້າ​ມັກ​ຈະ​ເວົ້າ​ເລື່ອງ​ນີ້​ກັບ​ຂ້ອຍ​ສະເໝີ. ເຂົາ​ເຈົ້າ​ຢາກ​ໝັ້ນ​ໃຈ​ວ່າ​ຂ້ອຍ​ຮູ້​ແທ້ໆບໍ​ວ່າ​ການ​ຕັດສິນ​ໃຈ​ນີ້​ສຳຄັນ​ຫຼາຍ​ສໍ່າ​ໃດ. ໃນ​ວັນ​ທີ 31 ທັນວາ 1934 ເຫດການ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ​ກໍ​ມາ​ເຖິງ.” ນີ້​ເປັນ​ຄຳ​ເວົ້າ​ຂອງ​ບ​ລອດ​ຊຳ ແບ​ຣນ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ລາວ​ຕັດສິນ​ໃຈ​ຈະ​ຮັບ​ບັບເຕມາ. ທຸກ​ມື້​ນີ້​ກໍ​ຄື​ກັນ ພໍ່​ແມ່​ຫຼາຍ​ຄົນ​ຕ້ອງການ​ຊ່ວຍ​ລູກ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ. ຖ້າ​ລູກ​ຕ້ອງ​ລໍ​ຖ້າ​ເພື່ອ​ຈະ​ຮັບ​ບັບເຕມາ​ໂດຍ​ທີ່​ບໍ່​ມີ​ເຫດຜົນ​ທີ່​ດີ ນີ້​ອາດ​ເຮັດ​ໃຫ້​ສາຍ​ສຳພັນ​ລະຫວ່າງ​ລູກ​ກັບ​ພະ​ເຢໂຫວາ​ເສຍຫາຍ​ໄດ້. (ຢາໂກໂບ 4:17) ກ່ອນ​ທີ່​ລູກ​ຈະ​ຮັບ​ບັບເຕມາ ພໍ່​ແມ່​ທີ່​ສຸຂຸມ​ຢາກ​ໝັ້ນ​ໃຈ​ກ່ອນ​ວ່າ​ລູກ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ສາວົກ​ຂອງ​ພະ​ຄລິດ.

2. (ກ) ຜູ້​ດູ​ແລ​ໝວດ​ບາງ​ຄົນ​ສັງເກດ​ເຫັນ​ບັນຫາ​ຫຍັງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ຜູ້​ດູ​ແລ​ໝວດ​ບາງ​ຄົນ​ສັງເກດ​ເຫັນ​ວ່າ​ໜຸ່ມ​ສາວ​ຫຼາຍ​ຄົນ​ທີ່​ມີ​ອາຍຸ 17-23 ປີ ຍັງ​ບໍ່​ໄດ້​ຮັບ​ບັບເຕມາ ທັງໆທີ່​ເຂົາ​ເຈົ້າ​ກໍ​ໃຫຍ່​ມາ​ໃນ​ຄວາມ​ຈິງ. ໜຸ່ມ​ສາວ​ເຫຼົ່າ​ນີ້​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ໄປ​ກັບ​ການ​ປະຊຸມ ການ​ປະກາດ ແລະ​ຄິດ​ວ່າ​ຕົວ​ເອງ​ກໍ​ເປັນ​ພະຍານ​ພະ​ເຢໂຫວາ. ແຕ່​ຍັງ​ມີ​ເຫດຜົນ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ. ໃນ​ບາງ​ກໍລະນີ ເປັນ​ເພາະ​ວ່າ​ພໍ່​ແມ່​ຄິດ​ວ່າ​ລູກ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ 4 ຢ່າງ​ທີ່​ພໍ່​ແມ່​ບາງ​ຄົນ​ກັງວົນ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ສະໜັບສະໜູນ​ລູກ​ໃຫ້​ຮັບ​ບັບເຕມາ.

ລູກ​ຂອງ​ຂ້ອຍ​ໃຫຍ່​ພໍ​ແລ້ວ​ບໍ?

3. ພໍ່​ແມ່​ຂອງ​ບ​ລອດ​ຊຳ​ກັງວົນ​ເລື່ອງ​ຫຍັງ?

3 ພໍ່​ແມ່​ຂອງ​ບ​ລອດ​ຊຳ​ທີ່​ເວົ້າ​ເຖິງ​ໃນ​ຂໍ້​ທຳອິດ​ຂອງ​ບົດ​ຄວາມ​ນີ້​ກໍ​ຍັງ​ກັງວົນ​ຢູ່​ວ່າ​ລູກ​ໃຫຍ່​ພໍ​ທີ່​ຈະ​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ແລະ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ບັບເຕມາ​ແລ້ວ​ຫຼື​ບໍ. ແລ້ວ​ພໍ່​ແມ່​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລູກ​ຂອງ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ?

4. ຄຳ​ສັ່ງ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 28:19, 20 ຊ່ວຍ​ພໍ່​ແມ່​ໃນ​ທຸກ​ມື້​ນີ້​ແນວ​ໃດ?

4 ອ່ານ​ມັດທາຍ 28:19, 20. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຄົນ​ທີ່​ສາມາດ​ຮັບ​ບັບເຕມາໄດ້​​ຈະ​ຕ້ອງ​ມີ​ອາຍຸ​ເທົ່າ​ໃດ. ແຕ່​ມັນ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ພໍ່​ແມ່​ທີ່​ຈະ​ຄິດ​ຢ່າງ​ຮອບຄອບ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ໃນ​ພາສາ​ເກັຣກ​ຄຳ​ວ່າ: ‘ກະທຳ​ໃຫ້​ເປັນ​ລູກ​ສິດ’ ທີ່​ໃຊ້​ໃນ​ມັດທາຍ 28:19 ມີ​ຄວາມ​ໝາຍ​ວ່າ​ສອນ​ຄົນ​ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ເປັນ​ນັກ​ສຶກສາ​ຫຼື​ເປັນ​ລູກ​ສິດ. ລູກ​ສິດ​ແມ່ນ​ຄົນ​ທີ່​ໄດ້​ຮຽນ​ແລະ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະ​ເຍຊູ​ສອນ​ແລະ​ຕ້ອງການ​ຈະ​ເຊື່ອ​ຟັງ​ເພິ່ນ. ຕັ້ງ​ແຕ່​ລູກ​ເກີດ​ມາ ພໍ່​ແມ່​ຄວນ​ສອນ​ລູກ​ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ອຸທິດ​ຕົວ​ກັບ​ພະ​ເຢໂຫວາ​ແລະ​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະ​ຄລິດ. ແນ່ນອນ​ວ່າ​ແອ​ນ້ອຍ​ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ. ແຕ່​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ແມ່ນ​ແຕ່​ເດັກ​ນ້ອຍໆກໍ​ສາມາດ​ເຂົ້າ​ໃຈ​ແລະ​ຮັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້.

5, 6. (ກ) ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ຕີໂມເຕ​ເຮັດ​ໃຫ້​ເຮົາ​ລົງ​ຄວາມ​ເຫັນ​ແນວ​ໃດ​ໃນ​ເລື່ອງ​ການ​ຮັບ​ບັບເຕມາ​ຂອງ​ລາວ (ຂ) ວິທີ​ທີ່​ດີ​ທີ່​ສຸດ​ທີ່​ພໍ່​ແມ່​ຈະ​ຊ່ວຍ​ລູກ​ແມ່ນ​ຫຍັງ?

5 ຕີໂມເຕ​ເປັນ​ລູກ​ສິດ​ຄົນ​ໜຶ່ງ​ທີ່​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ​ຕັ້ງ​ແຕ່​ເປັນ​ໄວ​ໜຸ່ມ. ໂປໂລ​ບອກ​ວ່າ​ຕີໂມເຕ​ເລີ່ມ​ຮຽນ​ຄວາມ​ຈິງ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ “ຕັ້ງ​ແຕ່​ຍັງ​ເປັນ​ແອ​ນ້ອຍ.” ພໍ່​ຂອງ​ຕີໂມເຕ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ແຕ່​ແມ່​ແລະ​ແມ່​ຕູ້​ຊ່ວຍ​ຕີໂມເຕ​ໃຫ້​ຮັກ​ພະ​ຄຳ​ຂອງ​ພະເຈົ້າ ນີ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (2 ຕີໂມເຕ 1:5; 3:14, 15, ລ.ມ.) ຕອນ​ທີ່​ລາວ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ວຽກ​ມອບ​ໝາຍ​ພິເສດ​ໃນ​ປະຊາຄົມ ລາວ​ອາດ​ມີ​ອາຍຸ​ປະມານ 17-23 ປີ.—ກິດຈະການ 16:1-3

6 ເດັກ​ນ້ອຍ​ແຕ່​ລະ​ຄົນ​ບໍ່​ຄື​ກັນ. ບໍ່​ແມ່ນ​ທຸກ​ຄົນ​ຈະ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ຕອນ​ທີ່​ມີ​ອາຍຸ​ສໍ່າ​ກັນ. ເດັກ​ນ້ອຍ​ບາງ​ຄົນ​ເຂົ້າ​ໃຈ​ຄວາມ​ຈິງ ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ ແລະ​ຕ້ອງການ​ທີ່​ຈະ​ຮັບ​ບັບເຕມາ​ຕັ້ງ​ແຕ່​ທີ່​ເຂົາ​ເຈົ້າ​ອາຍຸ​ຍັງ​ນ້ອຍ. ແຕ່​ບາງ​ຄົນ​ກໍ​ບໍ່​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ຈົນ​ກວ່າ​ຈະ​ໃຫຍ່​ຂຶ້ນ​ມາ​ອີກ​ຈັກ​ໜ້ອຍ. ພໍ່​ແມ່​ທີ່​ສຸຂຸມ​ຈະ​ບໍ່​ກົດ​ດັນ​ລູກ​ໃຫ້​ຮັບ​ບັບເຕມາ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຂົາ​ເຈົ້າ​ຈະ​ຊ່ວຍ​ລູກ​ແຕ່​ລະ​ຄົນ​ໃຫ້​ພັດທະນາ​ຄວາມ​ກ້າວ​ໜ້າ​ຕາມ​ຄວາມ​ສາມາດ​ຂອງ​ລູກ. ພໍ່​ແມ່​ຈະ​ມີ​ຄວາມ​ສຸກ​ເມື່ອ​ລູກ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ສຸພາສິດ 27:11. (ອ່ານ) ແຕ່​ເຂົາ​ເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ການ​ຊ່ວຍ​ລູກ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ. ເຂົາ​ເຈົ້າ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ລູກ​ມີ​ຄວາມ​ຮູ້​ພຽງ​ພໍ​ແລ້ວ​ບໍ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ກັບ​ພະເຈົ້າ​ແລະ​ຮັບ​ບັບເຕມາ?’

ລູກ​ມີ​ຄວາມ​ຮູ້​ພໍ​ແລ້ວ​ບໍ?

7. ຄົນ​ທີ່​ຈະ​ຮັບ​ບັບເຕມາ​ໄດ້​ຈຳເປັນ​ຕ້ອງ​ຮູ້​ລາຍ​ລະອຽດ​ທັງ​ໝົດ​ຂອງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກ່ອນ​ບໍ? ຂໍ​ໃຫ້​ອະທິບາຍ.

7 ໃນ​ຖານະ​ພໍ່​ແມ່​ທີ່​ຕ້ອງ​ສອນ​ລູກ ເຂົາ​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮູ້​ຄວາມ​ຈິງ​ເປັນ​ຢ່າງ​ດີ. ຄວາມ​ຮູ້​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ. ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລູກ​ຕ້ອງ​ຮູ້​ທຸກ​ລາຍ​ລະອຽດ​ຂອງ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກ່ອນ​ຈຶ່ງ​ຈະ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ໄດ້. ລູກ​ສິດ​ທຸກ​ຄົນ​ຂອງ​ພະ​ຄລິດ​ຕ້ອງ​ຮຽນ​ຮູ້​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຮັບ​ບັບເຕມາ​ແລ້ວ​ກໍ​ຕາມ. (ອ່ານ​ໂກໂລດ 1:9, 10) ດັ່ງ​ນັ້ນ ຄົນ​ທີ່​ຈະ​ຮັບ​ບັບເຕມາ​ຈະ​ຕ້ອງ​ຮູ້​ຫຼາຍ​ສໍ່າ​ໃດ?

ລູກ​ສິດ​ທຸກ​ຄົນ​ຂອງ​ພະ​ຄລິດ​ຕ້ອງ​ຮຽນ​ຮູ້​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຮັບ​ບັບເຕມາ​ແລ້ວ​ກໍ​ຕາມ

8, 9. ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ຄຸມ​ຄຸກ​ໃນ​ຟີລິບ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ລາວ?

8 ປະສົບການ​ໃນ​ອະດີດ​ຂອງ​ຄອບຄົວ​ໜຶ່ງ​ສາມາດ​ຊ່ວຍ​ພໍ່​ແມ່​ໃນ​ທຸກ​ມື້​ນີ້​ໄດ້. (ກິດຈະການ 16:25-33) ໃນ​ປີ ຄ.ສ. 50 ໂປໂລ​ເດີນ​ທາງ​ໄປ​ເມືອງ​ຟີລິບ​ເຊິ່ງ​ເປັນ​ການ​ເດີນ​ທາງ​ໄປ​ປະກາດ​ໃນ​ຕ່າງ​ປະເທດ​ຮອບ​ທີ​ສອງ​ຂອງ​ລາວ. ຕອນ​ຢູ່​ທີ່​ນັ້ນ ໂປໂລ​ກັບ​ສີລາ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ ຖືກ​ຈັບ​ແລະ​ຖືກ​ຂັງ​ຄຸກ. ໃນ​ຄືນ​ນັ້ນ ມີ​ແຜ່ນດິນ​ໄຫວ​ຢ່າງ​ຮຸນແຮງ​ເຮັດ​ໃຫ້​ປະຕູ​ຄຸກ​ທັງ​ໝົດ​ເປີດ​ອອກ. ຜູ້​ຄຸມ​ຄຸກ​ຄິດ​ວ່າ​ນັກ​ໂທດ​ໜີ​ໄປ​ໝົດ​ແລ້ວ​ແລະ​ເຮັດ​ໃຫ້​ລາວ​ຢາກ​ຂ້າ​ຕົວ​ຕາຍ ແຕ່​ໂປໂລ​ໄດ້​ຫ້າມ​ລາວ​ໄວ້. ຕໍ່​ມາ ໂປໂລ​ກັບ​ສີລາ​ກໍ​ສອນ​ຄວາມ​ຈິງ​ເລື່ອງ​ພະ​ເຍຊູ​ໃຫ້​ກັບ​ຜູ້​ຄຸມ​ຄຸກ​ແລະ​ຄອບຄົວ. ເຂົາ​ເຈົ້າ​ເຊື່ອ​ໃນ​ສິ່ງ​ທີ່​ໄດ້​ຮຽນ​ກ່ຽວ​ກັບ​ພະ​ເຍຊູ​ແລະ​ໄດ້​ສຳນຶກ​ເຖິງ​ຄວາມ​ສຳຄັນ​ທີ່​ຈະ​ຕ້ອງ​ເຊື່ອ​ຟັງ​ເພິ່ນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຮັບ​ບັບເຕມາ. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ປະສົບການ​ຂອງ​ເຂົາ​ເຈົ້າ?

9 ຜູ້​ຄຸມ​ຄຸກ​ອາດ​ເຄີຍ​ເປັນ​ທະຫານ​ໂລມ​ທີ່​ກະສຽນ​ແລ້ວ. ລາວ​ບໍ່​ເຄີຍ​ຮູ້​ກ່ຽວ​ກັບ​ພະ​ຄຳ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ເພື່ອ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ຕ້ອງ​ຮຽນ​ຮູ້​ຄວາມ​ຈິງ​ພື້ນຖານ​ຈາກ​ຄຳພີ​ໄບເບິນ ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະອົງ ແລະ​ຕ້ອງການ​ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພະ​ເຍຊູ. ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ໃນ​ເວລາ​ສັ້ນໆນີ້​ກະຕຸ້ນ​ໃຫ້​ລາວ​ຢາກ​ຮັບ​ບັບເຕມາ. ແນ່ນອນ​ວ່າ ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ​ລາວ​ກໍ​ຍັງ​ຕ້ອງ​ຮຽນ​ຮູ້​ຕໍ່ໆໄປ. ດັ່ງ​ນັ້ນ ຖ້າ​ລູກ​ບອກ​ເຈົ້າ​ວ່າ​ລາວ​ຕ້ອງການ​ຮັບ​ບັບເຕມາ​ເພາະ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຊື່ອ​ຟັງ​ພະອົງ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ໃຫ້​ລູກ​ລົມ​ກັບ​ຜູ້​ເຖົ້າ​ແກ່​ເພື່ອ​ເຂົາ​ເຈົ້າ​ຈະ​ຕັດສິນ​ໃຈ​ວ່າ​ລາວ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ໄດ້​ຫຼື​ບໍ່. * (ເບິ່ງ​ໄຂ​ເງື່ອນ) ຄື​ກັບ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ແລ້ວ​ທຸກ​ຄົນ ລາວ​ຈະ​ຕ້ອງ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ​ແລະ​ຕະຫຼອດ​ໄປ.—ໂລມ 11:33, 34

ອັນ​ໃດ​ເປັນ​ການ​ສຶກສາ​ທີ່​ດີ​ທີ່​ສຸດ​ສຳລັບ​ລູກ?

10, 11. (ກ) ພໍ່​ແມ່​ບາງ​ຄົນ​ຄິດ​ແນວ​ໃດ? (ຂ) ອັນ​ໃດ​ຈະ​ປົກ​ປ້ອງ​ລູກ​ໄດ້​ແທ້ໆ?

10 ພໍ່​ແມ່​ບາງ​ຄົນ​ຄິດ​ວ່າ​ດີ​ທີ່​ສຸດ​ສຳລັບ​ລູກ​ທີ່​ຈະ​ຮັບ​ບັບເຕມາ​ຫຼັງ​ຈາກ​ທີ່​ຮຽນ​ຈົບ​ແລ້ວ​ແລະ​ມີ​ວຽກ​ອາຊີບ​ທີ່​ດີ​ເຮັດ​ກ່ອນ. ກໍ​ແມ່ນ​ຢູ່​ວ່າ​ເຂົາ​ເຈົ້າ​ອາດ​ຫວັງ​ດີ​ກັບ​ລູກ ແຕ່​ເຂົາ​ເຈົ້າ​ກໍ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ປະສົບ​ຄວາມ​ສຳເລັດ​ແທ້ໆບໍ? ການ​ເຮັດ​ແບບ​ນີ້​ສອດ​ຄ້ອງ​ກັບ​ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ​ບໍ? ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ໃຊ້​ຊີວິດ​ແນວ​ໃດ?’—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 12:1

11 ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ​ໂລກ​ນີ້​ແລະ​ສິ່ງ​ທີ່​ຢູ່​ໃນ​ໂລກ​ນີ້​ຂັດ​ກັບ​ໃຈ​ປະສົງ​ແລະ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. (ຢາໂກໂບ 4:7, 8; 1 ໂຢຮັນ 2:15-17; 5:19) ສາຍ​ສຳພັນ​ທີ່​ໃກ້​ຊິດ​ທີ່​ລູກ​ມີ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ປົກ​ປ້ອງ​ລູກ​ຈາກ​ຊາຕານ ຈາກ​ໂລກ​ນີ້ ແລະ​ຈາກ​ຄວາມ​ຄິດ​ທີ່​ຊົ່ວ​ຮ້າຍ​ຂອງ​ໂລກ​ນີ້. ຖ້າ​ພໍ່​ແມ່​ສະໜັບສະໜູນ​ລູກ​ໃຫ້​ເອົາ​ການ​ສຶກສາ​ແລະ​ວຽກ​ອາຊີບ​ດີໆມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ລູກ​ກໍ​ອາດ​ເຊື່ອ​ວ່າ​ສິ່ງ​ຕ່າງໆທີ່​ຢູ່​ໃນ​ໂລກ​ນີ້​ສຳຄັນ​ຫຼາຍ​ກວ່າ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ. ນີ້​ເປັນ​ສິ່ງ​ທີ່​ອັນຕະລາຍ. ຖ້າ​ເຈົ້າ​ຮັກ​ລູກ ເຈົ້າ​ຢາກ​ໃຫ້​ໂລກ​ນີ້​ສອນ​ລູກ​ຂອງ​ເຈົ້າ​ແທ້ໆບໍ​ວ່າ​ອັນ​ໃດ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ? ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ປະສົບ​ຜົນ​ສຳເລັດ​ແລະ​ມີ​ຄວາມ​ສຸກ​ແທ້​ກໍ​ຄື​ການ​ໃຫ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ.—ອ່ານ​ຄຳເພງ 1:2, 3

ຈະ​ເປັນ​ແນວ​ໃດ​ຖ້າ​ລູກ​ເຮັດ​ຜິດ​ຮ້າຍແຮງ?

12. ເປັນ​ຫຍັງ​ພໍ່​ແມ່​ບາງ​ຄົນ​ຄິດ​ວ່າ​ດີ​ກວ່າ​ທີ່​ຈະ​ໃຫ້​ລູກ​ລໍ​ຖ້າ​ກ່ອນ​ແລ້ວ​ຈຶ່ງ​ຮັບ​ບັບເຕມາ?

12 ແມ່​ຄົນ​ໜຶ່ງ​ບອກ​ເຫດຜົນ​ທີ່​ລາວ​ບໍ່​ຢາກ​ໃຫ້​ລູກ​ຮັບ​ບັບເຕມາ​ວ່າ: “ຂ້ອຍ​ຮູ້ສຶກ​ອາຍ​ຖ້າ​ຈະ​ຕ້ອງ​ບອກ​ຄົນ​ອື່ນໆວ່າ​ລູກ​ຂອງ​ຂ້ອຍ​ຖືກ​ຕັດ​ສຳພັນ.” ຄື​ກັບ​ພີ່​ນ້ອງ​ຄົນ​ນີ້ ພໍ່​ແມ່​ບາງ​ຄົນ​ຮູ້ສຶກ​ວ່າ​ດີ​ກວ່າ​ທີ່​ຈະ​ໃຫ້​ລູກ​ລໍ​ຖ້າ​ຈົນ​ໃຫຍ່​ກ່ອນ​ແລ້ວ​ຈຶ່ງ​ຮັບ​ບັບເຕມາ​ເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ. (ຕົ້ນເດີມ 8:21; ສຸພາສິດ 22:15) ພໍ່​ແມ່​ເຫຼົ່າ​ນັ້ນ​ອາດ​ຮູ້ສຶກ​ວ່າ​ຖ້າ​ລູກ​ຍັງ​ບໍ່​ທັນ​ຮັບ​ບັບເຕມາ ລູກ​ກໍ​ຈະ​ບໍ່​ຖື​ຕັດ​ສຳພັນ. ຜິດ​ບໍ​ທີ່​ຈະ​ຫາ​ເຫດຜົນ​ແບບ​ນີ້?—ຢາໂກໂບ 1:22

13. ຖ້າ​ບາງ​ຄົນ​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ບໍ່​ຕ້ອງ​ໃຫ້​ການ​ຕໍ່​ພະ​ເຢໂຫວາ​ບໍ? ຂໍ​ໃຫ້​ອະທິບາຍ.

13 ແນ່ນອນ​ວ່າ ພໍ່​ແມ່​ບໍ່​ຢາກ​ໃຫ້​ລູກ​ຮັບ​ບັບເຕມາ​ຖ້າ​ເຂົາ​ເຈົ້າ​ຍັງ​ບໍ່​ພ້ອມ​ທີ່​ຈະ​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ. ແຕ່​ເປັນ​ສິ່ງ​ທີ່​ຜິດ​ທີ່​ຈະ​ຄິດ​ວ່າ​ລູກ​ຈະ​ບໍ່​ຕ້ອງ​ໃຫ້​ການ​ຕໍ່​ພະ​ເຢໂຫວາ​ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຮັບ​ບັບເຕມາ​ແລ້ວ. ແທ້ໆແລ້ວ​ລູກ​ຈະ​ຕ້ອງ​ໃຫ້​ການ​ຕໍ່​ພະເຈົ້າ​ຕັ້ງ​ແຕ່​ໄດ້​ຮູ້​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ຜິດ. (ອ່ານ​ຢາໂກໂບ 4:17) ພໍ່​ແມ່​ທີ່​ສຸຂຸມ​ຈະ​ບໍ່​ຂັດ​ຂວາງ​ລູກ​ໄວ້​ຈາກ​ການ​ຮັບ​ບັບເຕມາ. ໃນ​ຕອນ​ທີ່​ລູກ​ຍັງ​ນ້ອຍ ພໍ່​ແມ່​ຈະ​ສອນ​ລູກ​ໃຫ້​ເຮັດ​ແບບ​ດຽວ​ກັບ​ເຂົາ​ເຈົ້າ​ຄື ຮັກ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຖືກ​ແລະ​ຊັງ​ໃນ​ສິ່ງ​ທີ່​ພະອົງ​ບອກ​ວ່າ​ຜິດ. (ລືກາ 6:40) ຄວາມ​ຮັກ​ທີ່​ລູກ​ມີ​ຕໍ່​ພະ​ເຢໂຫວາ​ຈະ​ຊ່ວຍ​ປົກ​ປ້ອງ​ເຂົາ​ເຈົ້າ​ໄວ້​ຈາກ​ການ​ເຮັດ​ບາບ​ຮ້າຍແຮງ​ເພາະ​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສຳລັບ​ພະ​ເຢໂຫວາ.—ເອຊາອີ 35:8

ຄົນ​ອື່ນໆສາມາດ​ຊ່ວຍ​ໄດ້

14. ຜູ້​ເຖົ້າ​ແກ່​ຈະ​ສະໜັບສະໜູນ​ຄົນ​ທີ່​ເປັນ​ພໍ່​ແມ່​ໂດຍ​ວິທີ​ໃດ?

14 ຜູ້​ເຖົ້າ​ແກ່​ຈະ​ສະໜັບສະໜູນ​ຄົນ​ທີ່​ເປັນ​ພໍ່​ແມ່​ໄດ້​ໂດຍ​ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຈື່​ໄດ້​ວ່າ​ພີ່​ນ້ອງ​ຣັດ​ເຊ​ວ​ເວົ້າ​ກັບ​ລາວ​ຕອນ​ລາວ​ອາຍຸ 6 ປີ. ລາວ​ບອກ​ວ່າ: “ພີ່​ນ້ອງ​ຣັດ​ເຊ​ວ​ໃຊ້​ເວລາ 15 ນາທີ​ລົມ​ກັບ​ຂ້ອຍ​ກ່ຽວ​ກັບ​ເປົ້າ​ໝາຍ​ດ້ານ​ຄວາມ​ເຊື່ອ.” ຜົນ​ເປັນ​ແນວ​ໃດ? ຕໍ່​ມາ ພີ່​ນ້ອງ​ຍິງ​ຄົນ​ນີ້​ໄດ້​​ເປັນ​ໄພໂອເນຍ​ແລະ​ລາວ​ເປັນ​​ມາ​ຫຼາຍ​ກວ່າ 70 ປີ​ແລ້ວ! ເຫັນ​ໄດ້​ແຈ້ງ​ວ່າ ຄຳ​ເວົ້າ​ໃນ​ແງ່​ບວກ​ແລະ​ການ​ໃຫ້​ກຳລັງ​ໃຈ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ທັງ​ໝົດ​ຂອງ​ຄົນໆໜຶ່ງ. (ສຸພາສິດ 25:11) ຜູ້​ເຖົ້າ​ແກ່​ເຊີນ​ຄົນ​ທີ່​ເປັນ​ພໍ່​ແມ່​ແລະ​ລູກ​ຂອງ​ເຂົາ​ເຈົ້າ​ໃຫ້​ຊ່ວຍ​ວຽກ​ຢູ່​ຫໍ​ປະຊຸມ. ເຂົາ​ເຈົ້າ​ສາມາດ​ຂໍ​ໃຫ້​ເດັກ​ນ້ອຍ​ເຮັດ​ໃນ​ສິ່ງ​ທີ່​ເໝາະ​ສົມ​ກັບ​ອາຍຸ​ແລະ​ຄວາມ​ສາມາດ.

15. ຄົນ​ອື່ນໆໃນ​ປະຊາຄົມ​ຈະ​ຊ່ວຍ​ເດັກ​ນ້ອຍ​ແລະ​ໄວຮຸ່ນ​ໄດ້​ແນວ​ໃດ?

15 ຄົນ​ອື່ນໆໃນ​ປະຊາຄົມ​ຈະ​ສາມາດ​ຊ່ວຍ​ໄດ້​ແນວ​ໃດ? ໂດຍ​ສະແດງ​ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວຢ່າງ​ເໝາະ​ສົມ​ກັບ​ເດັກ​ນ້ອຍ​ແລະ​ໄວຮຸ່ນ. ເຈົ້າ​ອາດ​ເຫັນ​ເດັກ​ນ້ອຍ​ແລະ​ໄວຮຸ່ນ​ທີ່​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ເຊັ່ນ: ມີ​ເດັກ​ນ້ອຍ​ທີ່​ອອກ​ຄວາມ​ຄິດ​ເຫັນ​ທີ່​ດີ​ໃນ​ການ​ປະຊຸມ ຫຼື​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ​ກາງ​ອາທິດ​ບໍ? ລາວ​ໃຫ້​ຄຳ​ພະຍານ​ກັບ​ຄົນ​ທີ່​ໂຮງ​ຮຽນ ຫຼື​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ບາງ​ຢ່າງ​ທີ່​ຜິດ​ບໍ? ຖ້າ​ມີ ຂໍ​ໃຫ້​ຟ້າວ​ຊົມ​ເຊີຍ​ລາວ​ວ່າ​ເຈົ້າ​ເຮັດ​ໄດ້​ດີ​ຫຼາຍ! ພວກ​ເຮົາ​ສາມາດ​ຕັ້ງ​ເປົ້າ​ໃນ​ການ​ລົມ​ກັບ​ເດັກ​ນ້ອຍ​ແລະ​ໄວຮຸ່ນ​ກ່ອນ​ແລະ​ຫຼັງ​ປະຊຸມ​ໄດ້. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຂົາ​ເຈົ້າ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ກໍ​ເປັນ​ສ່ວນ​ໜຶ່ງ​ໃນ “ພວກ​ຊຸມນຸມ​ອັນ​ໃຫຍ່.”—ຄຳເພງ 35:18

ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ກ້າວ​ໜ້າ​ຈົນ​ເຖິງ​ຂັ້ນ​ຮັບ​ບັບເຕມາ

16, 17. (ກ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ສຳລັບ​ລູກ​ທີ່​ຈະ​ຮັບ​ບັບເຕມາ? (ຂ) ອັນ​ໃດ​ທີ່​ເຮັດ​ໃຫ້​ພໍ່​ແມ່​ຄລິດສະຕຽນ​ມີ​ຄວາມ​ສຸກ? (ເບິ່ງ​ຮູບ​ທຳອິດ)

16 ໜຶ່ງ​ໃນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ພໍ່​ແມ່​ແມ່ນ​ການ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ. (ຄຳເພງ 127:3; ເອເຟດ 6:4) ໃນ​ຊາດ​ອິດສະລາແອນ​ບູຮານ ເດັກ​ນ້ອຍ​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ​ຕັ້ງ​ແຕ່​ເກີດ ແຕ່​ລູກ​ຂອງ​ເຮົາ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ການ​ທີ່​ພໍ່​ແມ່​ຮັກ​ພະ​ເຢໂຫວາ​ແລະ​ຄວາມ​ຈິງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລູກ​ຈະ​ຮັກ​ຄື​ກັນ. ຕັ້ງ​ແຕ່​ມື້​ທີ່​ລູກ​ເກີດ ພໍ່​ແມ່​ຕ້ອງ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ ແລະ​ຮັບ​ບັບເຕມາ. ຈະ​ມີ​ສິ່ງ​ໃດ​ສຳຄັນ​ຫຼາຍ​ກວ່າ​ນັ້ນ​ອີກ? ຄົນ​ທີ່​ອຸທິດ​ຕົວ ຮັບ​ບັບເຕມາ ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຈະ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ໃຫ້​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.—ມັດທາຍ 24:13

ພໍ່​ແມ່​ຕ້ອງ​ມີ​ເປົ້າ​ໝາຍ​ຊ່ວຍ​ລູກ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ (ເບິ່ງ​ຂໍ້ 16, 17)

17 ເມື່ອ​ບ​ລອດ​ຊຳ ແບ​ຣນ​ຢາກ​ຮັບ​ບັບເຕມາ ພໍ່​ແມ່​ຂອງ​ລາວ​ຢາກ​ໝັ້ນ​ໃຈ​ວ່າ​ລາວ​ພ້ອມ​ແທ້ໆ. ເມື່ອ​ໝັ້ນ​ໃຈ​ແລ້ວ ເຂົາ​ເຈົ້າ​ກໍ​ສະໜັບສະໜູນ​ການ​ຕັດສິນ​ໃຈ​ຂອງ​ລູກ. ຄືນ​ກ່ອນ​ທີ່​ບ​ລອດ​ຊຳ​ຈະ​ຮັບ​ບັບເຕມາ ລາວ​ບອກ​ວ່າ: “ພໍ່​ໃຫ້​ພວກ​ເຮົາ​ຄູ້​ເຂົ່າ​ລົງ​ແລ້ວ​ພໍ່​ກໍ​ອະທິດຖານ ພໍ່​ບອກ​ພະ​ເຢໂຫວາ​ວ່າ​ພໍ່​ມີ​ຄວາມ​ສຸກ​ຫຼາຍ​ທີ່​ລູກ​ສາວ​ຂອງ​ລາວ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ກັບ​ພະອົງ.” ຫຼາຍ​ກວ່າ 60 ປີ​ທີ່​ຜ່ານ​ມາ ບ​ລອດ​ຊຳ​ບອກ​ວ່າ: “ບໍ່​ວ່າ​ຈະ​ຜ່ານ​ໄປ​ດົນ​ປານ​ໃດ ຂ້ອຍ​ກໍ​ບໍ່​ເຄີຍ​ລືມ​ຄືນ​ນັ້ນ​ເລີຍ!” ພໍ່​ແມ່​ທັງ​ຫຼາຍ​ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຄວາມ​ຍິນດີ​ແບບ​ນັ້ນ​ຄື​ກັນ​ເມື່ອ​ເຫັນ​ລູກໆຂອງ​ເຈົ້າ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ.

^ ຂໍ້ 9 ພໍ່​ແມ່​ສາມາດ​ໃຊ້​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ເຫຼົ່າ​ນີ້​ລົມ​ກັບ​ລູກ​ໄດ້​ເຊັ່ນ: ໃນ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 2 ໜ້າ 304-310 ແລະ “ຕູ້​ບັນຫາ” ໃນ​ພະ​ລາຊະກິດ 4/11 ໜ້າ 2 (ບໍ່​ມີ​ໃນ​ພາສາ​ລາວ).