ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 5:8 ເວົ້າ​ເຖິງ​ຜູ້​ປົກຄອງ​ທີ່​ເປັນ​ມະນຸດ​ຫຼື​ເວົ້າ​ເຖິງ​ພະ​ເຢໂຫວາ?

ຂໍ້​ນີ້​ອ່ານ​ວ່າ: “ຖ້າ​ເຈົ້າ​ເຫັນ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ຂົ່ມເຫງ​ຄົນ​ທຸກ ແລະ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ແລະ​ຄວາມ​ບໍ່​ຖືກຕ້ອງ​ໃນ​ເຂດ​ທີ່​ເຈົ້າ​ຢູ່​ກໍ​ຢ່າ​ແປກ​ໃຈ ເພາະ​ມີ​ອີກ​ຜູ້​ໜຶ່ງ​ທີ່​ຕຳແໜ່ງ​ສູງ​ກວ່າ ລາວ​ເຝົ້າ​ເບິ່ງ​ຜູ້​ນັ້ນ​ຢູ່ ແລະ​ຍັງ​ມີ​ຜູ້​ອື່ນ​ທີ່​ຕຳແໜ່ງ​ສູງ​ກວ່າ​ນັ້ນ​ອີກ.”—ຜູ້ປ. 5:8, ລ.ມ.

ເມື່ອ​ອ່ານ​ຂໍ້​ນີ້​ແລະ​ບໍ່​ໄດ້​ຄິດ​ເຖິງ​ພະ​ເຢໂຫວາ ເບິ່ງ​ຄື​ວ່າ​ຂໍ້​ນີ້​ໝາຍ​ເຖິງ​ອຳນາດ​ການ​ປົກຄອງ​ຂອງ​ມະນຸດ​ເທົ່າ​ນັ້ນ. ແຕ່​ຖ້າ​ຄິດ​ເລິກ​ເຊິ່ງ ຂໍ້​ນີ້​ໝາຍ​ເຖິງ​ພະ​ເຢໂຫວາ ແລະ​ການ​ຮູ້​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ຂຶ້ນ.

ຜູ້​ເທສະໜາ​ປ່າວ​ປະກາດ 5:8 ເວົ້າ​ເຖິງ​ຜູ້​ທີ່​ມີ​ຕຳແໜ່ງ​ສູງ​ທີ່​ຂົ່ມເຫງ​ຄົນ​ທຸກ​ຍາກ​ແລະ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ກັບ​ເຂົາ​ເຈົ້າ. ຜູ້​ທີ່​ມີ​ຕຳແໜ່ງ​ສູງ​ຄວນ​ຈື່​ໄວ້​ວ່າ ມີ​ຜູ້​ໜຶ່ງ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ແລະ​ມີ​ສິດ​ອຳນາດ​ຫຼາຍ​ກວ່າ​ກຳລັງ​ເຝົ້າ​ເບິ່ງ​ລາວ​ຢູ່ ນີ້​ໝາຍ​ຄວາມ​ວ່າ​ມີ​ຜູ້​ໜຶ່ງ​ອີກ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ລາວ. ເປັນ​ຕາ​ໜ້າ​ເສຍດາຍ ໃນ​ການ​ປົກຄອງ​ຂອງ​ມະນຸດ ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ເຫຼົ່າ​ນີ້​ອາດ​ສໍ້​ໂກງ​ແລະ​ເຮັດ​ໃຫ້​ປະຊາຊົນ​ເຈິ​ຄວາມ​ຍາກ​ລຳບາກ​ຍ້ອນ​ການ​ສໍ້​ໂກງ​ນີ້.

ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ບໍ່​ມີ​ຫຍັງ​ດີ​ຂຶ້ນ ແຕ່​ເຮົາ​ໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ ‘ກຳລັງ​ເຝົ້າ​ເບິ່ງ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ’ ໃນ​ການ​ປົກຄອງ​ຂອງ​ມະນຸດ. ເຮົາ​ສາມາດ​ອ້ອນ​ວອນ​ເຖິງ​ພະ​ເຢໂຫວາ​ແລະ​ຝາກ​ຄວາມ​ອຸກ​ໃຈ​ໄວ້​ນຳ​ເພິ່ນ. (ເພງ. 55:22; ຟລປ. 4:6, 7) ເຮົາ​ຮູ້​ວ່າ “ພະ​ເຢໂຫວາ​ແນມ​ເບິ່ງ​ທົ່ວ​ໂລກ​ເພື່ອ​ຈະ​ໃຊ້​ລິດເດດ​ຂອງ​ເພິ່ນ​ຊ່ວຍ​ເຫຼືອ​ຄົນ​ທີ່​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ.”—2 ຂ່າວ. 16:9, ລ.ມ.

ດັ່ງ​ນັ້ນ ຜູ້​ເທສະໜາ​ປ່າວ​ປະກາດ 5:8 ເຕືອນ​ວ່າ ໃນ​ໂລກ​ທີ່​ເຮົາ​ຢູ່​ນີ້​ຈະ​ມີ​ຜູ້​ໜຶ່ງ​ທີ່​ມີ​ຕຳແໜ່ງ​ແລະ​ສິດ​ອຳນາດ​ຫຼາຍ​ກວ່າ​ສະເໝີ. ສຳຄັນ​ກວ່າ​ນັ້ນ ຂໍ້​ນີ້​ເຕືອນ​ເຮົາ​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມີ​ອຳນາດ​ສູງ​ສຸດ ແລະ​ຕອນ​ນີ້​ເພິ່ນ​ກຳລັງ​ປົກຄອງ​ໂດຍ​ຜ່ານ​ທາງ​ພະ​ເຢຊູ​ຄລິດ​ລູກ​ຊາຍ​ຂອງ​ເພິ່ນ​ທີ່​ເປັນ​ກະສັດ​ປົກຄອງ​ຢູ່. ພະ​ເຢໂຫວາ​ເປັນ​ຜູ້​ມີ​ລິດເດດ​ສູງ​ສຸດ​ກຳລັງ​ເບິ່ງ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ທຸກ​ຄົນ​ຢູ່ ເພິ່ນ​ຍຸຕິທຳ​ແທ້ໆແລະ​ລູກ​ຊາຍ​ຂອງ​ເພິ່ນ​ກໍ​ຄື​ກັນ.