ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 37

“ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ”

“ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ”

“ຈົ່ງ​ຫວ່ານ​ກ້າ​ຂອງ​ເຈົ້າ​ຕັ້ງ​ແຕ່​ເຊົ້າ ແລະ [ຈົນ​ກວ່າ​ຈະ​ຮອດ] ມື້​ແລງ​ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ.”—ຜູ້ປ. 11:6

ເພງ 68 ການ​ຫວ່ານ​ເມັດ​ລາຊະອານາຈັກ

ໃຈ​ຄວາມ​ສຳຄັນ *

1-2. ຜູ້​ເທສະໜາ​ປ່າວ​ປະກາດ 11:6 ກ່ຽວ​ຂ້ອງ​ກັບ​ວຽກ​ປະກາດ​ແນວ​ໃດ?

ໃນ​ບາງ​ປະເທດ ຫຼາຍ​ຄົນ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ຂ່າວ​ດີ​ທີ່​ເຮົາ​ປະກາດ ເພາະ​ເປັນ​ເລື່ອງ​ທີ່​ເຂົາ​ເຈົ້າ​ຖ້າ​ຟັງ​ມາ​ດົນ​ແລ້ວ. ແຕ່​ໃນ​ບາງ​ປະເທດ ຄົນ​ບໍ່​ສົນ​ໃຈ​ປານ​ໃດ​ໃນ​ເລື່ອງ​ພະເຈົ້າ​ຫຼື​ຄຳພີ​ໄບເບິນ. ເຂດ​ທີ່​ເຈົ້າ​ຢູ່​ເດ​ເປັນ​ແນວ​ໃດ? ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ປະກາດ​ຕໍ່ໆໄປ​ຈົນ​ກວ່າ​ເພິ່ນ​ຈະ​ບອກ​ວ່າ​ພໍ​ແລ້ວ.

2 ພະ​ເຢໂຫວາ​ໄດ້​ກຳນົດ​ເວລາ​ໄວ້​ແລ້ວ​ວ່າ​ວຽກ​ປະກາດ​ຈະ​ສິ້ນ​ສຸດ​ລົງ​ຕອນ​ໃດ ຈາກ​ນັ້ນ “ຈຸດ​ຈົບ​ກໍ​ຈະ​ມາ​ເຖິງ.” (ມທ. 24:14, 36) ແຕ່​ກ່ອນ​ຈະ​ຮອດ​ຕອນ​ນັ້ນ ເຮົາ​ຈະ​ເຮັດ​ຕາມ​ຄຳເວົ້າ​ທີ່​ວ່າ “ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ” * ໄດ້​ແນວ​ໃດ?—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 11:6

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ໃນ​ບົດ​ກ່ອນ​ເຮົາ​ໄດ້​ຮຽນ​ກ່ຽວ​ກັບ​ຄຸນ​ລັກສະນະ 4 ຢ່າງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ “[ຜູ້] ຊອກ​ຫາ​ຄົນ​ທີ່​ເກີດ​ຜົນ” ນັ້ນ​ຄື​ປະກາດ​ຂ່າວ​ດີ​ໄດ້​ເກັ່ງ. (ມທ. 4:19) ໃນ​ບົດ​ນີ້​ຈະ​ເວົ້າ​ເຖິງ 3 ວິທີ​ທີ່​ຊ່ອຍ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໃຫ້​ຫຼາຍ​ຂຶ້ນ​ເພື່ອ​ປະກາດ​ຂ່າວ​ດີ​ບໍ່​ວ່າ​ເຮົາ​ຈະ​ເຈິ​ສະພາບການ​ແນວ​ໃດ​ກໍ​ຕາມ. ເຮົາ​ຈະ​ຮຽນ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ (1) ຈົດຈໍ່​ໃນ​ວຽກ​ປະກາດ (2) ຕ້ອງ​ອົດ​ທົນ ແລະ (3) ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.

ຈົດຈໍ່​ໃນ​ວຽກ​ປະກາດ

4. ເປັນ​ຫຍັງ​ເຮົາ​ຕ້ອງ​ຈົດຈໍ່​ໃນ​ວຽກ​ປະກາດ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເຮົາ​ເຮັດ?

4 ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຄົນ​ຈະ​ເປັນ​ແນວ​ໃດ​ແລະ​ຈະ​ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ແດ່. ເພິ່ນ​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ພວກ​ລູກສິດ​ຂອງ​ເພິ່ນ​ບໍ່​ຈົດຈໍ່​ໃນ​ວຽກ​ປະກາດ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ບອກ​ເຂົາ​ເຈົ້າ “ໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ.” (ມທ. 24:42) ໃນ​ສະໄໝ​ຂອງ​ໂນອາ​ມີ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ບໍ່​ສົນ​ໃຈ​ຄຳ​ເຕືອນ​ທີ່​ລາວ​ປະກາດ ແລະ​ສິ່ງ​ແບບ​ດຽວ​ກັນ​ນັ້ນ​ກໍ​ຈະ​ດຶງ​ຄວາມ​ສົນ​ໃຈ​ຂອງ​ຄົນ​ໃນ​ສະໄໝ​ນີ້​ຄື​ກັນ. (ມທ. 24:37-39; 2 ປຕ. 2:5) ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ຈົດຈໍ່​ໃນ​ວຽກ​ປະກາດ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເຮົາ​ເຮັດ.

5. ຕາມ​ກິດຈະການ 1:6-8 ວຽກ​ປະກາດ​ຈະ​ຂະຫຍາຍ​ໄປ​ໄກ​ຮອດ​ໃສ?

5 ໃນ​ທຸກ​ມື້​ນີ້ ເຮົາ​ຕ້ອງ​ຈົດຈໍ່​ແທ້ໆໃນ​ວຽກ​ປະກາດ​ຂ່າວ​ດີ. ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ຫຼັງ​ຈາກ​ທີ່​ເພິ່ນ​ຕາຍ​ພວກ​ລູກສິດ​ຈະ​ເຮັດ​ວຽກ​ປະກາດ​ຕໍ່ໆໄປ​ແລະ​ຈະ​ເຮັດ​ຫຼາຍ​ກວ່າ​ຕອນ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. (ຢຮ. 14:12) ຫຼັງ​ຈາກ​ພະ​ເຢຊູ​ຕາຍ ລູກສິດ​ບາງ​ຄົນ​ກໍ​ກັບ​ໄປ​ເຮັດ​ອາຊີບ​ຫາ​ປາ​ຄື​ເກົ່າ. ເມື່ອ​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ໄດ້​ເຮັດ​ການ​ອັດສະຈັນ​ແລະ​ຊ່ອຍ​ລູກສິດ​ບາງ​ຄົນ​ໃຫ້​ຫາ​ປາ​ໄດ້​ບັກ​ຫຼາຍໆ. ຫຼັງ​ຈາກ​ການ​ອັດສະຈັນ​ໃນ​ຄັ້ງ​ນັ້ນ ພະ​ເຢຊູ​ເນັ້ນ​ກັບ​ເຂົາ​ເຈົ້າ​ວ່າ​ວຽກ​ປະກາດ​ແລະ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ສຳຄັນ​ຫຼາຍ​ກວ່າ​ວຽກ​ໃດໆທັງ​ໝົດ. (ຢຮ. 21:15-17) ບໍ່​ດົນ​ກ່ອນ​ພະ​ເຢຊູ​ຂຶ້ນ​ໄປ​ສະຫວັນ ເພິ່ນ​ບອກ​ພວກ​ລູກສິດ​ວ່າ​ວຽກ​ປະກາດ​ທີ່​ເພິ່ນ​ເຮັດ​ຈະ​ຂະຫຍາຍ​ໄປ​ທົ່ວ​ໂລກ. (ອ່ານ​ກິດຈະການ 1:6-8) ຫຼາຍ​ປີ​ຕໍ່​ມາ​ພະ​ເຢຊູ​ໃຫ້​ອັກຄະສາວົກ​ໂຢຮັນ​ເຫັນ​ນິມິດ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ “ໃນ​ວັນ​ຂອງ​ຜູ້​ເປັນ​ນາຍ.” * ນິມິດ​ໜຶ່ງ​ທີ່​ອັດສະຈັນ​ທີ່​ໂຢຮັນ​ເຫັນ​ແມ່ນ​ທູດ​ສະຫວັນ​ປະກາດ “ຂ່າວ​ດີ​ທີ່​ຈະ​ຢູ່​ຕະຫຼອດ​ໄປ​ໃຫ້​ກັບ . . . ທຸກ​ປະເທດ ທຸກ​ຕະກູນ ທຸກ​ພາສາ ແລະ​ທຸກ​ຊົນຊາດ.” (ພນມ. 1:10; 14:6) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ປະກາດ​ນີ້​ຢູ່​ທົ່ວ​ໂລກ​ຈົນ​ກວ່າ​ວຽກ​ນີ້​ຈະ​ສຳເລັດ.

6. ເຮົາ​ຈະ​ຈົດຈໍ່​ໃນ​ວຽກ​ປະກາດ​ຕໍ່ໆໄປ​ໄດ້​ແນວ​ໃດ?

6 ເຮົາ​ຈະ​ຈົດຈໍ່​ໃນ​ວຽກ​ປະກາດ​ຕໍ່ໆໄປ​ໄດ້​ຖ້າ​ເຮົາ​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ກຳລັງ​ເຮັດ​ເພື່ອ​ຊ່ອຍ​ເຮົາ​ໃນ​ຕອນ​ນີ້. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ມີ​ອາຫານ​ຫຼາຍໆຢ່າງ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ທັງ​ໃນ​ແບບ​ທີ່​ເປັນ​ປຶ້ມ​ແລະ​ເອເລັກໂຕຣນິກ ແບບ​ເປັນ​ສຽງ​ແລະ​ວິດີໂອ ແລະ​ລາຍການ​ໂທລະທັດ JW. ໃຫ້​ຄິດ​ເບິ່ງ ໃນ​ເວັບໄຊ​ຂອງ​ເຮົາ​ມີ​ຂໍ້​ມູນ​ໃຫ້​ອ່ານ​ຫຼາຍ​ກວ່າ 1.000 ພາສາ! (ມທ. 24:45-47) ຄົນ​ໃນ​ໂລກ​ນີ້​ຖືກ​ແບ່ງ​ແຍກ​ຍ້ອນ​ມີ​ແນວ​ຄິດ​ທາງ​ການ​ເມືອງ​ແຕກຕ່າງ​ກັນ ນັບຖື​ສາສະໜາ​ຕ່າງ​ກັນ ບາງ​ຄົນ​ກໍ​ຮັ່ງ​ແລະ​ບາງ​ຄົນ​ກໍ​ທຸກ. ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ກວ່າ 8.000.000 ຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແທ້ໆໃນ​ທົ່ວ​ໂລກ. ຕົວຢ່າງ​ເຊັ່ນ: ໃນ​ວັນ​ສຸກ​ທີ 19 ເມສາ 2019 ພະຍານ​ພະ​ເຢໂຫວາ​ຢູ່​ທົ່ວ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ການ​ເບິ່ງ​ວິດີໂອ​ການ​ພິ​ຈາ​ລະ​ນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ​ຂອງ​ມື້​ນັ້ນ. ໃນ​ຕອນ​ແລງ​ຂອງ​ມື້​ນັ້ນ​ມີ 20.919.041 ຄົນ​ເຂົ້າ​ຮ່ວມ​ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ. ເຮົາ​ຢາກ​ຈົດຈໍ່​ໃນ​ວຽກ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ເມື່ອ​ເຮົາ​ຄິດ​ເຖິງ​ສິດທິ​ພິເສດ​ທີ່​ໄດ້​ເຫັນ​ເຫດການ​ທີ່​ສຳຄັນ​ເຫຼົ່າ​ນີ້​ແລະ​ພ້ອມ​ທັງ​ມີ​ສ່ວນ​ຮ່ວມ​ນຳ.

ພະ​ເຢຊູ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ເພິ່ນ​ອອກ​ໄປ​ຈາກ​ການ​ປະກາດ​ຄວາມ​ຈິງ. (ເບິ່ງ​ຂໍ້ 7)

7. ຕົວຢ່າງ​ຂອງ​ພະ​ເຢຊູ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ຈົດຈໍ່​ຕໍ່ໆໄປ?

7 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຈົດຈໍ່​ໃນ​ວຽກ​ປະກາດ​ແມ່ນ​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ. ເພິ່ນ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ເພິ່ນ​ອອກ​ໄປ​ຈາກ​ການ​ປະກາດ​ຄວາມ​ຈິງ. (ຢຮ. 18:37) ເພິ່ນ​ບໍ່​ໄດ້​ສົນ​ໃຈ​ເມື່ອ​ຊາຕານ​ສະເໜີ​ວ່າ​ຈະ​ເອົາ “ປະເທດ​ທັງ​ໝົດ​ໃນ​ໂລກ​ນີ້​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ປະເທດ​ເຫຼົ່າ​ນັ້ນ” ໃຫ້​ເພິ່ນ ແລະ​ເພິ່ນ​ກໍ​ບໍ່​ໄດ້​ສົນ​ໃຈ​ເມື່ອ​ມີ​ຄົນ​ຢາກ​ແຕ່ງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ. (ມທ. 4:8, 9; ຢຮ. 6:15) ພະ​ເຢຊູ​ບໍ່​ໄດ້​ຖືກ​ລໍ້​ໃຈ​ໃຫ້​ຢາກ​ຮັ່ງ​ຢາກ​ມີ ແລະ​ການ​ຂົ່ມເຫງ​ທີ່​ຮຸນແຮງ​ກໍ​ຂັດ​ຂວາງ​ເພິ່ນ​ບໍ່​ໄດ້. (ລກ. 9:58; ຢຮ. 8:59) ເມື່ອ​ເຮົາ​ເຈິ​ການ​ທົດ​ສອບ​ຄວາມ​ເຊື່ອ ເຮົາ​ຈະ​ຈົດຈໍ່​ໃນ​ວຽກ​ປະກາດ​ຕໍ່ໆໄປ​ໄດ້​ຖ້າ​ເຮົາ​ຈື່​ຄຳ​ແນະນຳ​ຂອງ​ອັກຄະສາວົກ​ໂປໂລ. ລາວ​ບອກ​ຄລິດສະຕຽນ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ເພື່ອ​ເຂົາ​ເຈົ້າ​ຈະ “ບໍ່​ທໍ້​ຖອຍ​ແລະ​ບໍ່​ຍອມ​ແພ້”!—ຮຣ. 12:3

ໃຫ້​ອົດ​ທົນ

8. ຄວາມ​ອົດ​ທົນ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຕ້ອງ​ມີ​ຄວາມ​ອົດ​ທົນ​ເປັນ​ພິເສດ​ໃນ​ຕອນ​ນີ້?

8 ຄວາມ​ອົດ​ທົນ​ແມ່ນ​ການ​ລໍ​ຖ້າ​ແບບ​ໃຈ​ເຢັນໆເພື່ອ​ໃຫ້​ສະພາບການ​ໃດ​ໜຶ່ງ​ປ່ຽນ​ໄປ. ເຮົາ​ອາດ​ຢາກ​ໃຫ້​ສະພາບການ​ທີ່​ບໍ່​ດີ​ໝົດ​ໄປ ຫຼື​ເຮົາ​ອາດ​ກຳລັງ​ລໍ​ຖ້າ​ໃຫ້​ບາງ​ຢ່າງ​ທີ່​ດີ​ເກີດ​ຂຶ້ນ ແຕ່​ເຮົາ​ກໍ​ຕ້ອງ​ອົດທົນ. ຜູ້​ພະຍາກອນ​ຫາບາກຸກ​ຢາກ​ໃຫ້​ຄວາມ​ຮຸນແຮງ​ໃນ​ຢູດາ​ໝົດ​ໄປ. (ຫາບາ. 1:2) ພວກ​ລູກສິດ​ຂອງ​ພະ​ເຢຊູ​ຫວັງ​ວ່າ “ການ​ປົກຄອງ​ຂອງ​ພະເຈົ້າ​ໃກ້​ຈະ​ມາ​ແລ້ວ” ແລະ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ປົກຄອງ​ຂອງ​ພວກ​ໂຣມ. (ລກ. 19:11) ເຮົາ​ຢາກ​ເຫັນ​ມື້​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ກຳຈັດ​ຄວາມ​ຊົ່ວ​ໃຫ້​ໝົດ​ໄປ​ແລະ​ເຮັດ​ໃຫ້​ໂລກ​ນີ້​ມີ​ແຕ່​ຄົນ​ທີ່​ເຊື່ອ​ຟັງ​ພະເຈົ້າ. (2 ປຕ. 3:13) ແຕ່​ເຮົາ​ຕ້ອງ​ອົດ​ທົນ​ແລະ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຈັດການ ເພາະ​ເພິ່ນ​ເປັນ​ຜູ້​ທີ່​ກຳນົດ​ເວລາ​ນັ້ນ. ໃຫ້​ເບິ່ງ​ບາງ​ວິທີ​ທີ່​ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ອົດ​ທົນ.

9. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ອົດ​ທົນ?

9 ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ອົດ​ທົນ. ເພິ່ນ​ໃຫ້​ໂນອາ​ມີ​ເວລາ​ພຽງ​ພໍ​ທີ່​ຈະ​ສ້າງ​ເຮືອ​ແລະ​ຮັບໃຊ້​ເປັນ “ຜູ້​ປະກາດ​ແນວ​ທາງ​ທີ່​ຖືກຕ້ອງ.” (2 ປຕ. 2:5; 1 ປຕ. 3:20) ພະ​ເຢໂຫວາ​ຟັງ​ອັບຣາຮາມ​ຖາມ​ບັກ​ຫຼາຍໆເທື່ອ​ໃນ​ເລື່ອງ​ທີ່​ເພິ່ນ​ຕັດສິນ​ໃຈ​ທຳລາຍ​ເມືອງ​ຊໍດົມ​ແລະ​ເມືອງ​ໂຄໂມລາ​ທີ່​ຊົ່ວ​ຮ້າຍ. (ຕົ້ນ. 18:20-33) ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ພະ​ເຢໂຫວາ​ໄດ້​ອົດ​ທົນ​ກັບ​ພວກ​ອິດສະຣາເອນ​ທີ່​ບໍ່​ສັດ​ຊື່. (ນເຫ. 9:30, 31) ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ອົດ​ທົນ​ຫຼາຍ ເພາະ​ເພິ່ນ​ໃຫ້​ທຸກ​ຄົນ​ມີ​ເວລາ​ພຽງ​ພໍ​ທີ່​ຈະ​ກັບ​ໃຈ. (2 ປຕ. 3:9; ຢຮ. 6:44; 1 ຕມ. 2:3, 4) ຕົວຢ່າງ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ອົດ​ທົນ​ຕໍ່ໆໄປ​ເມື່ອ​ເຮົາ​ປະກາດ​ແລະ​ສອນ. ເພິ່ນ​ຍັງ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ອົດ​ທົນ​ໂດຍ​ທາງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ໜຶ່ງ​ໃນ​ຄຳພີ​ໄບເບິນ.

ຄື​ກັບ​ຊາວ​ໄຮ່​ຊາວນາ​ທີ່​ເຮັດ​ວຽກ​ໜັກ​ແຕ່​ອົດ​ທົນ ເຮົາ​ກໍ​ລໍ​ຖ້າ​ຜົນ​ຈາກ​ວຽກ​ທີ່​ເຮົາ​ເຮັດ. (ເບິ່ງ​ຂໍ້ 10-11)

10. ຕົວຢ່າງ​ຂອງ​ຊາວ​ໄຮ່​ຊາວນາ​ໃນ​ຢາໂກໂບ 5:7, 8 ສອນ​ຫຍັງ​ເຮົາ?

10 ອ່ານ​ຢາໂກໂບ 5:7, 8ຕົວຢ່າງ​ຂອງ​ຊາວ​ໄຮ່​ຊາວນາ​ທີ່​ປູກ​ພືດ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ອົດ​ທົນ. ພືດ​ບາງ​ຊະນິດ​ໃຫຍ່​ໄວ ແຕ່​ພືດ​ສ່ວນ​ຫຼາຍ​ໂດຍ​ສະເພາະ​ພືດ​ທີ່​ເປັນ​ໝາກ​ຈະ​ໃຊ້​ເວລາ​ດົນ​ຈຶ່ງ​ເກັບ​ກ່ຽວ​ໄດ້. ລະດູ​ປູກ​ພືດ​ໃນ​ອິດສະຣາເອນ​ມີ​ປະມານ 6 ເດືອນ. ຊາວ​ໄຮ່​ຊາວນາ​ຈະ​ຫວ່ານ​ພືດ​ໃນ​ຕົ້ນ​ລະດູ​ຝົນ​ເຊິ່ງ​ແມ່ນ​ກາງ​ເດືອນ 10 ແລະ​ຈະ​ເກັບ​ກ່ຽວ​ພືດ​ໃນ​ທ້າຍ​ລະດູ​ຝົນ​ເຊິ່ງ​ແມ່ນ​ກາງ​ເດືອນ 4. (ມຣກ. 4:28) ໃຫ້​ເຮົາ​ຮຽນ​ແບບ​ຄວາມ​ອົດ​ທົນ​ຂອງ​ຊາວ​ໄຮ່​ຊາວນາ. ແຕ່​ການ​ເຮັດ​ແບບ​ນີ້​ອາດ​ຈະ​ບໍ່​ງ່າຍ.

11. ຄວາມ​ອົດ​ທົນ​ຈະ​ຊ່ອຍ​ເຮົາ​ແນວ​ໃດ​ໃນ​ວຽກ​ປະກາດ?

11 ຕາມ​ປົກກະຕິ​ແລ້ວ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ຢາກ​ເຫັນ​ຜົນ​ຂອງ​ວຽກ​ທີ່​ໂຕ​ເອງ​ເຮັດ​ທັນທີ​ໂລດ. ຖ້າ​ເຮົາ​ຢາກ​ປູກ​ພືດ​ໃຫ້​ໃຫຍ່​ແລະ​ເກັບ​ກ່ຽວ​ຜົນ ເຮົາ​ຕ້ອງ​ໄດ້​ເບິ່ງ​ແຍງ​ມັນ​ຕະຫຼອດ​ເວລາ​ໂດຍ​ພູນ​ດິນ ເສຍ​ຫຍ້າ ແລະ​ຫົດ​ນ້ຳມັນ. ຖ້າ​ເຮົາ​ຢາກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນີ້​ຄື​ກັນ. ເຮົາ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ຊ່ອຍ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ບໍ່​ລຳອຽງ​ແລະ​ເປັນ​ຄົນ​ເຫັນ​ອົກ​ເຫັນ​ໃຈ. ຄວາມ​ອົດ​ທົນ​ຈະ​ຊ່ອຍ​ເຮົາ​ບໍ່​ໃຫ້​ທໍ້​ໃຈ​ເມື່ອ​ເຮົາ​ໄປ​ປະກາດ​ແລ້ວ​ຄົນ​ບໍ່​ຟັງ. ເຖິງ​ວ່າ​ມີ​ບາງ​ຄົນ​ເຕັມ​ໃຈ​ຟັງ​ເຮົາ ເຮົາ​ກໍ​ຍັງ​ຕ້ອງ​ອົດ​ທົນ​ຄື​ກັນ. ເຮົາ​ບໍ່​ສາມາດ​ເລັ່ງ​ນັກ​ສຶກສາ​ໃຫ້​ມີ​ຄວາມ​ເຊື່ອ​ໄວໆ. ບາງ​ເທື່ອ ພວກ​ລູກສິດ​ຂອງ​ພະ​ເຢຊູ​ກໍ​ບໍ່​ໄດ້​ເຂົ້າ​ໃຈ​ທັນທີ​ໃນ​ສິ່ງ​ທີ່​ເພິ່ນ​ສອນ. (ຢຮ. 14:9) ເຮົາ​ເປັນ​ຜູ້​ປະກາດ​ແລະ​ຜູ້​ສອນ ແຕ່​ພະເຈົ້າ​ເປັນ​ຜູ້​ຊ່ອຍ​ຄົນ​ໃຫ້​ມີ​ຄວາມ​ເຊື່ອ.—1 ກຣ. 3:6

12. ເມື່ອ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ ເຮົາ​ຈະ​ເປັນ​ຄົນ​ອົດ​ທົນ​ໄດ້​ແນວ​ໃດ?

12 ເລື່ອງ​ໜຶ່ງ​ທີ່​ຍາກ​ສຳລັບ​ເຮົາ​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ແມ່ນ​ຕອນ​ທີ່​ເຮົາ​ປະກາດ​ກັບ​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ. ຫຼັກ​ການ​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 3:7 ຊ່ອຍ​ເຮົາ​ໄດ້ ຂໍ້​ນີ້​ບອກ​ວ່າ “ມີ​ເວລາ​ມິດ​ປາກ​ແລະ​ມີ​ເວລາ​ເວົ້າ.” ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ສາມາດ​ຊ່ອຍ​ຍາດ​ພີ່ນ້ອງ​ໃຫ້​ຢາກ​ຟັງ​ຂ່າວ​ສານ​ທີ່​ເຮົາ​ປະກາດ​ເຊິ່ງ​ເປັນ​ຄື​ກັບ​ການ​ໃຫ້​ຄຳ​ພະຍານ​ແບບ​ມິດໆ. ໃນ​ເວລາ​ດຽວ​ກັນ​ເຮົາ​ກໍ​ຕ້ອງ​ພ້ອມ​ສະເໝີ​ທີ່​ຈະ​ບອກ​ເຂົາ​ເຈົ້າ​ເລື່ອງ​ພະ​ເຢໂຫວາ. (1 ປຕ. 3:1, 2) ເມື່ອ​ເຮົາ​ປະກາດ​ແລະ​ສອນ​ຢ່າງ​ກະຕືລືລົ້ນ ເຮົາ​ກໍ​ຕ້ອງ​ອົດ​ທົນ​ກັບ​ທຸກ​ຄົນ​ລວມ​ເຖິງ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ​ນຳ.

13-14. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ເຮົາ​ສາມາດ​ຮຽນ​ແບບ​ຄວາມ​ອົດ​ທົນ​ໄດ້?

13 ເຮົາ​ສາມາດ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ອົດ​ທົນ​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ສັດ​ຊື່​ໃນ​ຄຳພີ​ໄບເບິນ ແລະ​ລວມ​ເຖິງ​ຄົນ​ທີ່​ສັດ​ຊື່​ໃນ​ປັດຈຸບັນ​ນຳ. ຫາບາກຸກ​ຢາກ​ໃຫ້​ຄວາມ​ຊົ່ວ​ໝົດ​ໄປ ແຕ່​ລາວ​ສະແດງ​ຄວາມ​ອົດ​ທົນ​ເມື່ອ​ເວົ້າ​ວ່າ: “ຂ້ອຍ​ຈະ​ຢືນ​ເຝົ້າ​ປະຈຳ​ບ່ອນ​ຕໍ່​ໄປ.” (ຫາບາ. 2:1, ລ.ມ.) ອັກຄະສາວົກ​ໂປໂລ​ເວົ້າ​ວ່າ ລາວ​ຢາກ​ໃຫ້ “ວຽກ​ມອບ​ໝາຍ​ຂອງ​ລາວ​ສຳເລັດ” ແຕ່​ລາວ​ກໍ​ອົດ​ທົນ “ປະກາດ​ຂ່າວ​ດີ​ຕໍ່ໆໄປ.”—ກຈກ. 20:24

14 ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຈົບ​ຈາກ​ໂຮງ​ຮຽນ​ກິລຽດ​ແລະ​ຖືກ​ມອບ​ໝາຍ​ໄປ​ຮັບໃຊ້​ໃນ​ປະເທດ​ທີ່​ບໍ່​ຄ່ອຍ​ມີ​ພະຍານ​ພະ​ເຢໂຫວາ ແລະ​ເປັນ​ເຂດ​ທີ່​ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ນັບຖື​ສາສະໜາ​ຄລິດສະຕຽນ ແລະ​ມີ​ໜ້ອຍ​ຄົນ​ທີ່​ຢາກ​ຮຽນ​ຄຳພີ​ໄບເບິນ. ກົງ​ກັນ​ຂ້າມ ພວກ​ໝູ່​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ​ທີ່​ຖືກ​ສົ່ງ​ໄປ​ຮັບໃຊ້​ໃນ​ປະເທດ​ອື່ນ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ ເຂົາ​ເຈົ້າ​ສອນ​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ຄົນ​ແລະ​ຊ່ອຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ເຖິງ​ວ່າ​ຄົນ​ສ່ວນ​ຫຼາຍ​ໃນ​ເຂດ​ນັ້ນ​ຈະ​ບໍ່​ຟັງ ແຕ່​ຜົວ​ເມຍ​ຄູ່​ນີ້​ກໍ​ອົດ​ທົນ​ປະກາດ​ຕໍ່ໆໄປ. ຫຼັງ​ຈາກ​ທີ່​ປະກາດ​ຢູ່​ຫັ້ນ 8 ປີ​ເຊິ່ງ​ບໍ່​ຄ່ອຍ​ມີ​ໃຜ​ຢາກ​ຟັງ ແຕ່​ໃນ​ທີ່​ສຸດ​ກໍ​ມີ​ນັກ​ສຶກສາ​ຄົນ​ໜຶ່ງ​ຂອງ​ເຂົາ​ເຈົ້າ​ຮັບ​ບັບເຕມາ​ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ. ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ສະໄໝ​ແຕ່​ກີ້​ແລະ​ໃນ​ສະໄໝ​ນີ້​ສອນ​ຫຍັງ​ເຮົາ? ຄົນ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ກະຕືລືລົ້ນ​ຕໍ່ໆໄປ ແລະ​ບໍ່​ໄດ້​ໃຫ້​ມື​ຂອງ​ເຂົາ​ເຈົ້າ​ເຊົາ​ເມື່ອຍ ແລະ​ພະ​ເຢໂຫວາ​ໃຫ້​ລາງ​ວັນ​ເຂົາ​ເຈົ້າ​ທີ່​ອົດ​ທົນ. ຂໍ​ໃຫ້​ເຮົາ “ຮຽນ​ແບບ​ຄົນ​ທີ່​ໄດ້​ຮັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ​ເປັນ​ລາງວັນ​ເພາະ​ພວກ​ເຂົາ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ.”—ຮຣ. 6:10-12

ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ

15. ຄວາມ​ເຊື່ອ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ແນວ​ໃດ​ໃຫ້​ປະກາດ​ຕໍ່ໆໄປ?

15 ເຮົາ​ເຊື່ອ​ໃນ​ເລື່ອງ​ທີ່​ເຮົາ​ປະກາດ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ບອກ​ໃຫ້​ຫຼາຍ​ຄົນ​ຮູ້ຈັກ​ເລື່ອງ​ນີ້​ເທົ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້. ເຮົາ​ເຊື່ອ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ. (ເພງ. 119:42; ເອຊາ. 40:8) ເຮົາ​ເຫັນ​ຄຳ​ພະຍາກອນ​ຕ່າງໆໃນ​ຄຳພີ​ໄບເບິນ​ເກີດ​ຂຶ້ນ​ແທ້​ໃນ​ສະໄໝ​ຂອງ​ເຮົາ. ເຮົາ​ເຫັນ​ຊີວິດ​ຂອງ​ຫຼາຍ​ຄົນ​ດີ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ເລີ່ມ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້. ຫຼັກ​ຖານ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.

16. ຕາມ​ຄຳເພງ 46:1-3 ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ແນວ​ໃດ​ໃຫ້​ປະກາດ​ຕໍ່ໆໄປ ແລະ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຊ່ອຍ​ເຮົາ​ແນວ​ໃດ?

16 ເຮົາ​ຍັງ​ເຊື່ອ​ໃນ​ພະ​ເຢໂຫວາ​ທີ່​ເປັນ​ແຫຼ່ງ​ຂ່າວ​ສານ​ທີ່​ເຮົາ​ປະກາດ ແລະ​ເຮົາ​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ທີ່​ພະ​ເຢໂຫວາ​ມອບ​ສິດ​ອຳນາດ​ໃຫ້​ປົກຄອງ​ໃນ​ຖານະ​ເປັນ​ກະສັດ. (ຢຮ. 14:1) ບໍ່​ວ່າ​ເຮົາ​ຈະ​ເຈິ​ສະພາບການ​ແນວ​ໃດ ພະ​ເຢໂຫວາ​ຈະ​ເປັນ “ບ່ອນ​ຫຼົບ​ໄພ​ແລະ​ເປັນ​ກຳລັງ” ໃຫ້​ເຮົາ. (ອ່ານ​ຄຳເພງ 46:1-3) ນອກ​ຈາກ​ນັ້ນ ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢຊູ​ກຳລັງ​ຊີ້​ນຳ​ວຽກ​ປະກາດ​ຈາກ​ສະຫວັນ​ໂດຍ​ໃຊ້​ລິດເດດ​ແລະ​ອຳນາດ​ທີ່​ພະ​ເຢໂຫວາ​ມອບ​ໃຫ້​ເພິ່ນ.—ມທ. 28:18-20

17. ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ປະກາດ​ຕໍ່ໆໄປ.

17 ຄວາມ​ເຊື່ອ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ ບາງ​ເທື່ອ​ກໍ​ໃນ​ວິທີ​ທີ່​ເຮົາ​ບໍ່​ຄາດ​ຄິດ. (ຜູ້ປ. 11:6) ຕົວຢ່າງ​ເຊັ່ນ: ໃນ​ແຕ່​ລະ​ມື້​ມີ​ຫຼາຍ​ພັນ​ຄົນ​ຍ່າງ​ກາຍ​ໂຕະ​ແລະ​ລໍ້​ວາງ​ສະແດງ​ປຶ້ມ​ຂອງ​ເຮົາ. ການ​ປະກາດ​ແບບ​ນີ້​ໄດ້​ຜົນ​ດີ​ບໍ? ໄດ້​ຜົນ​ດີ​ແທ້! ວຽກ​ຮັບໃຊ້ ເດືອນ​ພະຈິກ ປີ 2014 ບອກ​ວ່າ ນັກ​ຮຽນ​ມະຫາ​ວິທະຍາໄລ​ຄົນ​ໜຶ່ງ​ຢາກ​ຂຽນ​ເລື່ອງ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ. ລາວ​ຊອກ​ຫໍ​ປະຊຸມ​ບໍ່​ເຫັນ ແຕ່​ລາວ​ເຫັນ​ໂຕະ​ວາງ​ສະແດງ​ປຶ້ມ​ຂອງ​ເຮົາ​ຢູ່​ມະຫາ​ວິທະຍາໄລ ແລະ​ລາວ​ຍັງ​ໄດ້​ຂໍ້​ມູນ​ເພື່ອ​ຂຽນ​ບົດ​ຂອງ​ລາວ. ໃນ​ທີ່​ສຸດ ລາວ​ກໍ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ຕອນ​ນີ້​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ. ປະສົບການ​ແບບ​ນີ້​ກະຕຸ້ນ​ເຮົາ​ໃຫ້​ຢາກ​ປະກາດ​ຕໍ່ໆໄປ​ເພາະ​ເຮັດ​ໃຫ້​ເຫັນ​ວ່າ​ຍັງ​ມີ​ຄົນ​ຢາກ​ຟັງ​ຂ່າວ​ສານ​ຂອງ​ເຮົາ.

ໃຫ້​ຕັ້ງ​ໃຈ​ປະກາດ​ຕໍ່ໆໄປ

18. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ວຽກ​ປະກາດ​ຈະ​ຈົບ​ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ຕ້ອງການ?

18 ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ວຽກ​ປະກາດ​ຈະ​ຈົບ​ເມື່ອ​ຮອດ​ເວລາ​ທີ່​ເໝາະ​ສົມ. ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ໂນອາ. ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຜູ້​ຮັກສາ​ເວລາ​ໄດ້​ດີ. ປະມານ 120 ປີ​ກ່ອນ​ນ້ຳ​ຖ້ວມ​ໂລກ ພະ​ເຢໂຫວາ​ໄດ້​ກຳນົດ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ນ້ຳ​ຖ້ວມ​ຕອນ​ໃດ. ຫຼາຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ບອກ​ໂນອາ​ໃຫ້​ສ້າງ​ເຮືອ ແລະ​ອາດ​ຈະ​ປະມານ 40 ຫຼື 50 ປີ​ກ່ອນ​ທີ່​ນ້ຳ​ຖ້ວມ ໂນອາ​ໄດ້​ເຮັດ​ວຽກ​ໜັກ. ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ​ໂນອາ ແຕ່​ລາວ​ກໍ​ປະກາດ​ຄຳ​ເຕືອນ​ຂອງ​ພະ​ເຢໂຫວາ​ຕໍ່ໆໄປ​ຈົນ​ຮອດ​ຕອນ​ທີ່​ເພິ່ນ​ບອກ​ໃຫ້​ລາວ​ເອົາ​ສັດ​ເຂົ້າ​ໄປ​ໃນ​ເຮືອ. ເມື່ອ​ຮອດ​ເວລາ “ພະ​ເຢໂຫວາ​ໄດ້​ງັບ​ປະຕູ [ເຮືອ].”—ຕົ້ນ. 6:3; 7:1, 2, 16

19. ເຮົາ​ສາມາດ​ລໍ​ຖ້າ​ຫຍັງ​ຖ້າ​ເຮົາ​ປະກາດ​ຕໍ່ໆໄປ?

19 ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ໃຫ້​ວຽກ​ປະກາດ​ສິ້ນ​ສຸດ​ລົງ. ຈາກ​ນັ້ນ ເພິ່ນ​ຈະ​ທຳລາຍ​ລະບົບ​ຂອງ​ຊາຕານ​ແລະ​ໃຫ້​ມີ​ໂລກ​ໃໝ່​ເຊິ່ງ​ມີ​ແຕ່​ຄົນ​ທີ່​ເຊື່ອ​ຟັງ​ພະເຈົ້າ. ຈົນ​ກວ່າ​ຈະ​ຮອດ​ມື້​ນັ້ນ ໃຫ້​ເຮົາ​ຮຽນ​ແບບ​ໂນອາ ຫາບາກຸກ ແລະ​ຄົນ​ອື່ນໆທີ່​ບໍ່​ໃຫ້​ມື​ຂອງ​ເຂົາ​ເຈົ້າ​ເຊົາ​ເມື່ອຍ ນັ້ນ​ຄື​ເຂົາ​ເຈົ້າ​ປະກາດ​ຕໍ່ໆໄປ. ໃຫ້​ເຮົາ​ຈົດຈໍ່​ໃນ​ວຽກ​ປະກາດ ອົດ​ທົນ ແລະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ​ແລະ​ໃນ​ຄຳ​ສັນຍາ​ຂອງ​ເພິ່ນ.

ເພງ 75 “ຂ້ອຍ​ຢູ່​ນີ້​ຂໍ​ສົ່ງ​ຂ້ອຍ​ໄປ!”

^ ຂໍ້ 5 ບົດ​ກ່ອນ​ນີ້​ໄດ້​ກະຕຸ້ນ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ກ້າວ​ໜ້າ​ໃຫ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ມາ​ເປັນ​ຜູ້​ຊອກ​ຫາ​ຄົນ. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ 3 ວິທີ​ທີ່​ຜູ້​ປະກາດ​ທຸກ​ຄົນ​ທັງ​ຜູ້​ປະກາດ​ໃໝ່​ແລະ​ຜູ້​ປະກາດ​ທີ່​ມີ​ປະສົບການ​ແລ້ວ​ຈະ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ໃຫ້​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຕໍ່ໆໄປ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ບອກ​ວ່າ​ພໍ​ແລ້ວ.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ໃນ​ບົດ​ນີ້ ຄຳ​ວ່າ “ຢ່າ​ໃຫ້​ມື​ຂອງ​ເຈົ້າ​ເຊົາ​ເມື່ອຍ” ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໃຫ້​ຫຼາຍ​ຂຶ້ນ​ທີ່​ຈະ​ປະກາດ​ຂ່າວ​ດີ​ຕໍ່ໆໄປ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ບອກ​ວ່າ​ພໍ​ແລ້ວ.

^ ຂໍ້ 5 “ວັນ​ຂອງ​ຜູ້​ເປັນ​ນາຍ” ເລີ່ມ​ຕົ້ນ​ຕອນ​ທີ່​ພະ​ເຢຊູ​ເປັນ​ກະສັດ​ໃນ​ປີ 1914 ແລະ​ຈະ​ດຳເນີນ​ຕໍ່​ໄປ​ຈົນ​ຮອດ​ທ້າຍ​ການ​ປົກຄອງ 1.000 ປີ​ຂອງ​ເພິ່ນ.