ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 36

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ເປັນ​ຜູ້​ໄປ​ຊອກ​ຫາ​ຄົນ?

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ເປັນ​ຜູ້​ໄປ​ຊອກ​ຫາ​ຄົນ?

“ບໍ່​ຕ້ອງ​ຢ້ານ ຕໍ່​ໄປ​ນີ້​ເຈົ້າ​ຈະ​ເປັນ​ຜູ້​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.”—ລູກາ 5:10

ເພງ 73 ຂໍ​ຊ່ວຍ​ໃຫ້​ເຮົາ​ກ້າຫານ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢຊູ​ໄດ້​ເຊີນ​ຄົນ​ຫາ​ປາ 4 ຄົນ​ໃຫ້​ເຮັດ​ຫຍັງ ແລະ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ?

ເປໂຕ ອັນ​ເດ​ອາ ຢາໂກໂບ ແລະ​ໂຢຮັນ​ມີ​ອາຊີບ​ຫາ​ປາ. ລອງ​ຄິດ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ແປກ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ຍິນ​ພະ​ເຢຊູ​ເຊີນ​ວ່າ: “ມາ​ນຳ​ຂ້ອຍ​ແມ້ ຂ້ອຍ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຊອກ​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.” * ເຂົາ​ເຈົ້າ​ເຮັດ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “[ເຂົາ​ເຈົ້າ] ກໍ​ປະ​ແຫ​ໄວ້​ແລ້ວ​ຕິດ​ຕາມ​ເພິ່ນ​ທັນທີ.” (ມທ. 4:18-22) ການ​ຕັດສິນ​ໃຈ​ແບບ​ນີ້​ໄດ້​ປ່ຽນ​ແປງ​ຊີວິດ​ເຂົາ​ເຈົ້າ​ຕະຫຼອດ​ໄປ. ແທນ​ທີ່​ຈະ​ຫາ​ປາ ເຂົາ​ເຈົ້າ​ຈະ​ເປັນ “ຜູ້​ຫາ​ຄົນ.” (ລກ. 5:10) ໃນ​ທຸກ​ມື້​ນີ້​ພະ​ເຢຊູ​ເຊີນ​ຄົນ​ທີ່​ຈິງ​ໃຈ​ທີ່​ຮັກ​ຄວາມ​ຈິງ​ໃຫ້​ເຮັດ​ວຽກ​ແບບ​ດຽວ​ກັນ​ນີ້. (ມທ. 28:19, 20) ເຈົ້າ​ໄດ້​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ແລ້ວ​ບໍ​ທີ່​ໃຫ້​ມາ​ເປັນ​ຜູ້​ຊອກ​ຫາ​ຄົນ?

2. ໃຜ​ທີ່​ຄວນ​ຕັດສິນ​ໃຈ​ດີໆເລື່ອງ​ການ​ເປັນ​ຜູ້​ຊອກ​ຫາ​ຄົນ ແລະ​ມີ​ຫຍັງ​ຈະ​ຊ່ອຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໃນ​ເລື່ອງ​ນີ້?

2 ເຈົ້າ​ອາດ​ຮຽນ​ຄຳພີ​ໄບເບິນ​ມາ​ໄລຍະ​ໜຶ່ງ​ແລ້ວ ແລະ​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ໂຕ​ເອງ. ຕອນ​ນີ້​ເຈົ້າ​ຕ້ອງ​ຕັດສິນ​ໃຈ. ຖ້າ​ເຈົ້າ​ລັງເລ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ກໍ​ຢ່າ​ຟ້າວ​ທໍ້​ໃຈ. ເຈົ້າ​ອາດ​ລັງເລ​ຍ້ອນ​ຮູ້​ວ່າ​ການ​ຕັດສິນ​ໃຈ​ນີ້​ສຳຄັນ​ຫຼາຍ. ກະ​ແມ່ນ​ຢູ່​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ເປໂຕ​ແລະ​ໝູ່​ຂອງ​ລາວ​ໄດ້​ປະ​ແຫ​ໄວ້​ແລ້ວ​ຕິດ​ຕາມ​ພະ​ເຢຊູ​ໄປ “ທັນທີ.” ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ເຮັດ​ໂດຍ​ບໍ່​ຄິດ​ໜ້າ​ຄິດ​ຫຼັງ​ກ່ອນ. ເຂົາ​ເຈົ້າ​ໄດ້​ຮູ້ຈັກ​ແລະ​ຍອມ​ຮັບ​ຫຼາຍ​ກວ່າ 6 ເດືອນ​ແລ້ວ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. (ຢຮ. 1:35-42) ຄ້າຍ​ຄື​ກັນ ເຈົ້າ​ອາດ​ຮຽນ​ຮູ້​ຫຼາຍ​ຢ່າງ​ແລ້ວ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ແລະ​ເຈົ້າ​ກໍ​ຢາກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕໍ່ໆໄປ. ແຕ່​ກ່ອນ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ເປັນ​ຜູ້​ປະກາດ ເຈົ້າ​ຕ້ອງ​ຄິດ​ດີໆກ່ຽວ​ກັບ​ເລື່ອງ​ນີ້. ມີ​ຫຍັງ​ທີ່​ຊ່ອຍ​ເປໂຕ ອັນ​ເດ​ອາ ແລະ​ຄົນ​ອື່ນໆໃນ​ການ​ຕັດສິນ​ໃຈ?

3. ເພື່ອ​ຈະ​ເປັນ​ລູກສິດ​ຂອງ​ພະຄລິດ ເຈົ້າ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຍັງ​ແດ່?

3 ລູກສິດ​ກຸ່ມ​ທຳອິດ​ຂອງ​ພະ​ເຢຊູ​ກະຕືລືລົ້ນ ຮູ້ຈັກ​ວິທີ​ເຮັດ​ວຽກ ມີ​ຄວາມ​ກ້າ ແລະ​ຮູ້ຈັກ​ບັງຄັບ​ໂຕ​ເອງ. ຄຸນ​ລັກສະນະ​ເຫຼົ່າ​ນີ້​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ເປັນ​ຜູ້​ປະກາດ​ຂ່າວ​ດີ​ທີ່​ເກັ່ງ. ໃນ​ບົດ​ນີ້​ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ຈະ​ເປັນ​ຜູ້​ປະກາດ​ແລະ​ຜູ້​ສອນ​ທີ່​ເກັ່ງ​ໄດ້​ແນວ​ໃດ.

ມີ​ຄວາມ​ກະຕືລືລົ້ນ

ເປໂຕ​ແລະ​ໝູ່​ມາ​ເປັນ​ຜູ້​ຊອກ​ຫາ​ຄົນ. ວຽກ​ທີ່​ສຳຄັນ​ນີ້​ຍັງ​ເຮັດ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. (ເບິ່ງ​ຂໍ້ 4-5)

4. ເປັນ​ຫຍັງ​ເປໂຕ​ຈຶ່ງ​ເຮັດ​ອາຊີບ​ຫາ​ປາ?

4 ເປໂຕ​ຫາ​ປາ​ເພື່ອ​ຫາ​ລ້ຽງ​ຄອບຄົວ ແຕ່​ນີ້​ບໍ່​ໄດ້​ເປັນ​ພຽງ​ອາຊີບ​ຂອງ​ລາວ​ເທົ່າ​ນັ້ນ ເພາະ​ເປໂຕ​ມັກ​ຫາ​ປາ. (ຢຮ. 21:3, 9-15) ນອກ​ຈາກ​ນັ້ນ ລາວ​ຍັງ​ຮຽນ​ຮູ້​ທີ່​ຈະ​ມັກ​ການ​ຊອກ​ຫາ​ຄົນ​ນຳ​ອີກ. ຍ້ອນ​ພະ​ເຢໂຫວາ​ຊ່ອຍ ເປໂຕ​ຈຶ່ງ​ເຮັດ​ວຽກ​ນີ້​ເກັ່ງ​ຫຼາຍ.—ກຈກ. 2:14, 41

5. ຕາມ​ລູກາ 5:8-11 ເປັນ​ຫຍັງ​ເປໂຕ​ຈຶ່ງ​ຢ້ານ ແລະ​ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້?

5 ເຮົາ​ປະກາດ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ. ນີ້​ເປັນ​ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ເຮັດ​ວຽກ​ນີ້. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ຕ່າງໆທີ່​ເຮົາ​ຄິດ​ວ່າ​ໂຕ​ເອງ​ບໍ່​ດີ​ພໍ. ຕອນ​ທີ່​ພະ​ເຢຊູ​ຊວນ​ເປໂຕ​ໃຫ້​ມາ​ເປັນ​ຜູ້​ຊອກ​ຫາ​ຄົນ ເພິ່ນ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ຢ້ານ.” (ອ່ານ​ລູກາ 5:8-11) ເປໂຕ​ບໍ່​ໄດ້​ຢ້ານ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລາວ​ຖ້າ​ເຂົ້າ​ມາ​ເປັນ​ລູກສິດ ແຕ່​ເປໂຕ​ຮູ້ສຶກ​ງຶດ​ທີ່​ພະ​ເຢຊູ​ຊ່ອຍ​ເຂົາ​ເຈົ້າ​ຫາ​ປາ​ໄດ້​ບັກ​ຫຼາຍໆ. ລາວ​ຮູ້​ວ່າ​ພະ​ເຢຊູ​ໄດ້​ເຮັດ​ການ​ອັດສະຈັນ ດັ່ງ​ນັ້ນ ລາວ​ຈຶ່ງ​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ເໝາະ​ສົມ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢຊູ. ຄື​ກັບ​ເປໂຕ ເຈົ້າ​ອາດ​ຮູ້ສຶກ​ຢ້ານ. ບາງ​ເທື່ອ​ເຈົ້າ​ອາດ​ກັງວົນ​ກ່ຽວ​ກັບ​ເລື່ອງ​ຕ່າງໆທີ່​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. ຖ້າ​ເປັນ​ແບບ​ນັ້ນ ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ ຮັກ​ພະ​ເຢຊູ ແລະ​ຮັກ​ຄົນ​ອື່ນ​ໃຫ້​ຫຼາຍໆ ແລ້ວ​ເຈົ້າ​ກໍ​ຈະ​ກະຕືລືລົ້ນ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ເປັນ​ຜູ້​ຊອກ​ຫາ​ຄົນ.—ມທ. 22:37, 39; ຢຮ. 14:15

6. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ກະຕຸ້ນ​ເຮົາ​ໃຫ້​ປະກາດ?

6 ໃຫ້​ເຮົາ​ເບິ່ງ​ເຫດຜົນ​ອື່ນ​ອີກ​ທີ່​ກະຕຸ້ນ​ເຮົາ​ໃຫ້​ປະກາດ. ເຮົາ​ຢາກ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ວ່າ: “ໄປ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.” (ມທ. 28:19, 20) ເຮົາ​ປະກາດ​ຍ້ອນ​ວ່າ​ຜູ້​ຄົນ “ຖືກ​ຂູດ​ຮີດ​ແລະ​ຖືກ​ປະ​ຖິ້ມ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ” ແລະ​ເຂົາ​ເຈົ້າ​ຢາກ​ຮຽນ​ຮູ້​ແທ້ໆກ່ຽວ​ກັບ​ຄວາມ​ຈິງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ມທ. 9:36) ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ທຸກ​ຊະນິດ​ລອດ​ແລະ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ​ເລື່ອງ​ຄວາມ​ຈິງ.—1 ຕມ. 2:4

7. ໂຣມ 10:13-15 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ວຽກ​ປະກາດ​ສຳຄັນ?

7 ເມື່ອ​ເຮົາ​ຄິດ​ວ່າ​ວຽກ​ປະກາດ​ສາມາດ​ຊ່ອຍ​ຊີວິດ​ຄົນ​ໄດ້ ເຮົາ​ກໍ​ຢາກ​ຈະ​ປະກາດ. ຄົນ​ຫາ​ປາ​ເພື່ອ​ເອົາ​ໄປ​ຂາຍ​ຫຼື​ເອົາ​ໄປ​ກິນ​ເທົ່າ​ນັ້ນ ແຕ່​ເຮົາ​ຊອກ​ຄົນ​ເພື່ອ​ຊ່ອຍ​ຊີວິດ​ເຂົາ​ເຈົ້າ​ໃຫ້​ລອດ.—ອ່ານ​ໂຣມ 10:13-15; 1 ຕມ. 4:16

ຮຽນ​ຮູ້​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ

8-9. ຄົນ​ຫາ​ປາ​ຕ້ອງ​ຮູ້​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຮູ້?

8 ໃນ​ສະໄໝ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ຄົນ​ຫາ​ປາ​ທີ່​ເປັນ​ຄົນ​ອິດສະຣາເອນ​ຕ້ອງ​ຮູ້​ວ່າ​ລາວ​ຈະ​ຫາ​ປາ​ຫຍັງ. (ເລວີ. 11:9-12) ລາວ​ຕ້ອງ​ຮູ້​ວ່າ​ປາ​ຢູ່​ໃສ. ຕາມ​ປົກກະຕິ​ແລ້ວ ປາ​ຈະ​ຢູ່​ໃນ​ບ່ອນ​ທີ່​ນ້ຳ​ເໝາະ​ກັບ​ມັນ​ແລະ​ມີ​ຂອງ​ກິນ​ຫຼາຍ. ຄົນ​ຫາ​ປາ​ຕ້ອງ​ຮູ້ຈັກ​ວ່າ​ຈະ​ໄປ​ຫາ​ປາ​ໂມງ​ໃດ. ມິດຊັນນາລີ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເກາະ​ປາຊີຟິກ​ໄດ້​ຮຽນ​ຮູ້​ວ່າ​ມີ​ໂມງ​ສະເພາະ​ໃນ​ການ​ຫາ​ປາ. ພີ່ນ້ອງ​ທ້ອງຖິ່ນ​ໄດ້​ຊວນ​ລາວ​ໄປ​ຫາ​ປາ​ນຳ​ກັນ ແລະ​ລາວ​ບອກ​ວ່າ “ຂ້ອຍ​ຈະ​ໄປ​ຫາ​ເຈົ້າ​ມື້​ອື່ນ 9 ໂມງ​ເຊົ້າ.” ພີ່ນ້ອງ​ທ້ອງຖິ່ນ​ຕອບ​ວ່າ “ບໍ່​ໄດ້. ເຮົາ​ຕ້ອງ​ໄປ​ໂມງ​ທີ່​ຈະ​ຫາ​ປາ​ໄດ້ ບໍ່​ແມ່ນ​ໄປ​ໂມງ​ທີ່​ເຮົາ​ສະດວກ.”

9 ຄ້າຍ​ຄື​ກັນ ພວກ​ລູກສິດ​ຂອງ​ພະ​ເຢຊູ​ທີ່​ເປັນ​ຜູ້​ຊອກ​ຫາ​ຄົນ​ກໍ​ໄປ​ບ່ອນ​ທີ່​ຈະ​ເຈິ​ຄົນ​ແລະ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ຢູ່​ເຮືອນ. ຕົວຢ່າງ​ເຊັ່ນ: ພວກ​ລູກສິດ​ຂອງ​ພະ​ເຢຊູ​ໄປ​ປະກາດ​ຢູ່​ວິຫານ​ແລະ​ບ່ອນ​ປະຊຸມ​ຂອງ​ພວກ​ຢິວ ຕາມ​ເຮືອນ ແລະ​ຢູ່​ຕະຫຼາດ. (ກຈກ. 5:42; 17:17; 18:4) ເຮົາ​ກໍ​ຕ້ອງ​ຮູ້ຈັກ​ຄື​ກັນ​ວ່າ​ຄົນ​ໃນ​ເຂດ​ປະກາດ​ຂອງ​ເຮົາ​ໃຊ້​ຊີວິດ​ແນວ​ໃດ. ເຮົາ​ຕ້ອງ​ເຕັມ​ໃຈ​ປັບ​ປ່ຽນ​ແຜນ​ຂອງ​ເຮົາ​ເພື່ອ​ຈະ​ໄປ​ປະກາດ​ໃນ​ເວລາ​ແລະ​ໃນ​ບ່ອນ​ທີ່​ຈະ​ເຈິ​ຄົນ​ຫຼາຍ​ທີ່​ສຸດ.—1 ກຣ. 9:19-23

ຄົນ​ຫາ​ປາ​ທີ່​ຊຳນານ​ຈະ . . . 1. ເຮັດ​ວຽກ​ໃນ​ໂມງ​ແລະ​ໃນ​ບ່ອນ​ທີ່​ຈະ​ຫາ​ປາ​ໄດ້​ຫຼາຍ​ທີ່​ສຸດ (ເບິ່ງ​ຂໍ້ 8-9)

10. ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ມີ​ເຄື່ອງ​ມື​ຫຍັງ​ແດ່?

10 ຄົນ​ຫາ​ປາ​ຕ້ອງ​ມີ​ເຄື່ອງ​ມື​ທີ່​ເໝາະ​ກັບ​ປາ​ແລະ​ຕ້ອງ​ຮູ້​ວິທີ​ໃຊ້. ເຮົາ​ກໍ​ຕ້ອງ​ມີ​ເຄື່ອງ​ມື​ທີ່​ເໝາະ​ກັບ​ການ​ປະກາດ​ແລະ​ຕ້ອງ​ຮູ້​ວິທີ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນັ້ນ​ຄື​ກັນ. ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ຮູ້​ວິທີ​ປະກາດ​ຂ່າວ​ດີ. ເພິ່ນ​ບອກ​ເຂົາ​ເຈົ້າ​ວ່າ​ຕ້ອງ​ຖື​ຫຍັງ​ໄປ​ແດ່ ປະກາດ​ຢູ່​ໃສ ແລະ​ເວົ້າ​ແນວ​ໃດ. (ມທ. 10:5-7; ລກ. 10:1-11) ທຸກ​ມື້​ນີ້​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ​ທີ່​ມີ​ເຄື່ອງ​ມື​ຕ່າງໆເຊິ່ງ​ໃຊ້​ໄດ້​ດີ. * ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮັບ​ການ​ສອນ​ໃຫ້​ຮູ້​ວິທີ​ໃຊ້​ເຄື່ອງ​ມື​ເຫຼົ່າ​ນີ້. ການ​ຝຶກ​ສອນ​ນີ້​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ປະກາດ​ໄດ້​ດີ.—2 ຕມ. 2:15

ຄົນ​ຫາ​ປາ​ທີ່​ຊຳນານ​ຈະ . . . 2. ຮູ້ຈັກ​ໃຊ້​ເຄື່ອງ​ມື​ທີ່​ເໝາະ​ກັບ​ປາ (ເບິ່ງ​ຂໍ້ 10)

ມີ​ຄວາມ​ກ້າ

11. ເປັນ​ຫຍັງ​ຜູ້​ທີ່​ຊອກ​ຫາ​ຄົນ​ຕ້ອງ​ກ້າ?

11 ຄົນ​ຫາ​ປາ​ຕ້ອງ​ກ້າ ຍ້ອນ​ເຂົາ​ເຈົ້າ​ເດົາ​ບໍ່​ໄດ້​ຕະຫຼອດ​ວ່າ​ອາກາດ​ຈະ​ເປັນ​ແນວ​ໃດ​ແລະ​ພາຍຸ​ຈະ​ມາ​ຕອນ​ໃດ ແລະ​ສ່ວນ​ຫຼາຍ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ວຽກ​ໃນ​ຕອນ​ກາງຄືນ. ຜູ້​ທີ່​ຊອກ​ຫາ​ຄົນ​ກໍ​ຕ້ອງ​ກ້າ​ຄື​ກັນ. ເມື່ອ​ເຮົາ​ເລີ່ມ​ປະກາດ​ແລະ​ບອກ​ຄົນ​ອື່ນ​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ ຄອບຄົວ​ອາດ​ຕໍ່​ຕ້ານ​ເຮົາ ໝູ່​ອາດ​ເວົ້າ​ໃສ່​ເຮົາ ແລະ​ບາງ​ຄົນ​ອາດ​ບໍ່​ຢາກ​ຟັງ​ເລື່ອງ​ທີ່​ເຮົາ​ປະກາດ. ທັງ​ໝົດ​ນີ້​ເປັນ​ຄື​ກັບ​ພາຍຸ​ທີ່​ເຮົາ​ເຈິ ແຕ່​ເຮົາ​ບໍ່​ແປກ​ໃຈ​ທີ່​ເຈິ​ເລື່ອງ​ແບບ​ນີ້ ເພາະ​ພະ​ເຢຊູ​ໄດ້​ເຕືອນ​ໄວ້​ແລ້ວ​ວ່າ​ເພິ່ນ​ຈະ​ສົ່ງ​ພວກ​ລູກສິດ​ໄປ​ປະກາດ​ກັບ​ຄົນ​ທີ່​ຕໍ່​ຕ້ານ​ເຂົາ​ເຈົ້າ.—ມທ. 10:16

12. ຕາມ​ໂຢຊວຍ 1:7-9 ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ກ້າ?

12 ເຈົ້າ​ຈະ​ມີ​ຄວາມ​ກ້າ​ໄດ້​ແນວ​ໃດ? ທຳອິດ ເຈົ້າ​ຕ້ອງ​ເຊື່ອ​ວ່າ​ພະ​ເຢຊູ​ຍັງ​ຊີ້​ນຳ​ວຽກ​ປະກາດ​ຕໍ່ໆໄປ​ຈາກ​ສະຫວັນ. (ຢຮ. 16:33; ພນມ. 14:14-16) ຈາກ​ນັ້ນ ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ​ຈະ​ເບິ່ງ​ແຍງ​ເຈົ້າ. (ມທ. 6:32-34) ເມື່ອ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ແຮ່ງ​ຈະ​ກ້າ​ຫຼາຍ​ຂຶ້ນ. ເປໂຕ​ກັບ​ໝູ່​ສະແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ແທ້ໆຕອນ​ທີ່​ປະ​ຖິ້ມ​ອາຊີບ​ຫາ​ປາ​ເພື່ອ​ຕິດ​ຕາມ​ພະ​ເຢຊູ. ຄ້າຍ​ຄື​ກັນ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ແທ້ໆ ເມື່ອ​ເຈົ້າ​ບອກ​ໝູ່​ແລະ​ຄອບຄົວ​ວ່າ​ຈະ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ. ແນ່ນອນ​ວ່າ​ເຈົ້າ​ໄດ້​ປ່ຽນ​ແປງ​ນິດໄສ​ຫຼາຍ​ຢ່າງ​ແລະ​ຮູບ​ແບບ​ຊີວິດ​ຂອງ​ເຈົ້າ​ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະ​ເຢໂຫວາ. ການ​ເຮັດ​ແບບ​ນີ້​ຕ້ອງ​ມີ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າ​ແທ້ໆ. ເມື່ອ​ເຈົ້າ​ສ້າງ​ຄວາມ​ກ້າ​ຕໍ່ໆໄປ​ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ​ທຸກ​ທີ່​ທຸກ​ບ່ອນ​ເຈົ້າ​ຈະ​ໄປ.”—ອ່ານ​ໂຢຊວຍ 1:7-9

ຄົນ​ຫາ​ປາ​ທີ່​ຊຳນານ​ຈະ . . . 3. ເຮັດ​ວຽກ​ຢ່າງ​ກ້າຫານ​ໃນ​ສະພາບການ​ທີ່​ປ່ຽນ​ໄປ (ເບິ່ງ​ຂໍ້ 11-12)

13. ການ​ຄິດ​ຕຶກຕອງ​ແລະ​ການ​ອະທິດຖານ​ຊ່ອຍ​ເຈົ້າ​ແນວ​ໃດ​ໃຫ້​ມີ​ຄວາມ​ກ້າ?

13 ມີ​ຫຍັງ​ອີກ​ທີ່​ຈະ​ຊ່ອຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າ? ໃຫ້​ອະທິດຖານ​ຂໍ​ຄວາມ​ກ້າ. (ກຈກ. 4:29, 31) ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລະ​ບໍ່​ປະ​ຖິ້ມ​ເຈົ້າ. ເພິ່ນ​ພ້ອມ​ສະເໝີ​ທີ່​ຈະ​ຊ່ອຍ​ເຈົ້າ. ເຈົ້າ​ຍັງ​ສາມາດ​ຄິດ​ຕຶກຕອງ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ຄົນ​ອື່ນໆໃນ​ສະໄໝ​ແຕ່​ກີ້. ນອກ​ຈາກ​ນັ້ນ ໃຫ້​ເຈົ້າ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ເຈົ້າ​ເມື່ອ​ເຈິ​ບັນຫາ​ຕ່າງໆແລະ​ໃຫ້​ເຈົ້າ​ມີ​ກຳລັງ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ໂຕ​ເອງ. ແນ່ນອນ​ວ່າ​ພະ​ເຢໂຫວາ​ຜູ້​ທີ່​ຊ່ອຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຜ່ານ​ທະເລ​ແດງ​ກໍ​ສາມາດ​ຊ່ອຍ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້. (ອົບ. 14:13) ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ເວົ້າ​ວ່າ: “ພະ​ເຢໂຫວາ​ຢູ່​ຝ່າຍ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ກົວ. ມະນຸດ​ຈະ​ເຮັດ​ການ​ໃດ​ແກ່​ຂ້ອຍ?”—ເພງ. 118:6

14. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຍິງ 2 ຄົນ?

14 ອີກ​ວິທີ​ໜຶ່ງ​ທີ່​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ກ້າ​ກໍ​ຄື ໂດຍ​ຮຽນ​ຮູ້​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ຄົນ​ຂີ້​ອາຍ​ໃຫ້​ເປັນ​ຄົນ​ກ້າ. ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ທີ່​ຊື່ ມາຊາແອະ. ລາວ​ເປັນ​ຄົນ​ຂີ້​ອາຍ​ແລະ​ຮູ້ສຶກ​ວ່າ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ວຽກ​ປະກາດ​ໄດ້. ລາວ​ຮູ້ສຶກ​ວ່າ​ການ​ລົມ​ກັບ​ຄົນ​ແປກ​ໜ້າ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ຄື​ກັບ​ການ​ປີນ​ພູເຂົາ​ທີ່​ສູງໆ ແລະ​ລາວ​ຄິດ​ວ່າ​ບໍ່​ມີ​ທາງ​ທີ່​ລາວ​ຈະ​ເຮັດ​ໄດ້. ດັ່ງ​ນັ້ນ ລາວ​ຈຶ່ງ​ອອກ​ຄວາມ​ພະຍາຍາມ​ຕື່ມ​ອີກ​ເພື່ອ​ຈະ​ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ​ໃຫ້​ຫຼາຍ​ຂຶ້ນ. ລາວ​ຄິດ​ຢ່າງ​ຈິງ​ຈັງ​ເຖິງ​ຄວາມ​ຮີບ​ດ່ວນ​ຂອງ​ວຽກ​ປະກາດ​ໃນ​ຕອນ​ນີ້ ແລະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ອຍ​ລາວ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ປະກາດ. ລາວ​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້​ແລະ​ເຖິງ​ຂັ້ນ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ. ພະ​ເຢໂຫວາ​ຍັງ​ສາມາດ​ຊ່ອຍ​ຜູ້​ປະກາດ​ໃໝ່​ໃຫ້​ກ້າຫານ​ໄດ້​ຄື​ກັນ. ໃຫ້​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ຊື່ ໂຕໂມໂຢະ. ເມື່ອ​ລາວ​ເລີ່ມ​ປະກາດ​ຕາມ​ເຮືອນ ເຈົ້າ​ຂອງ​ເຮືອນ​ຫຼັງ​ທຳອິດ​ທີ່​ລາວ​ເຈິ​ຮ້ອງ​ໃສ່​ລາວ​ວ່າ: “ຂ້ອຍ​ບໍ່​ຢາກ​ລົມ​ກັບ​ພວກ​ພະຍານ​ພະ​ເຢໂຫວາ!” ແລ້ວ​ກໍ​ອັດ​ປະຕູ​ໃສ່​ລາວ. ໂຕໂມໂຢະ​ບໍ່​ໄດ້​ຢ້ານ ແຕ່​ເວົ້າ​ກັບ​ພີ່ນ້ອງ​ທີ່​ໄປ​ນຳ​ກັນ​ວ່າ: “ເຈົ້າ​ໄດ້​ຍິນ​ລາວ​ເວົ້າ​ບໍ? ຂ້ອຍ​ບໍ່​ໄດ້​ເວົ້າ​ຫຍັງ​ຈັກ​ຄຳ ແລະ​ລາວ​ຮູ້​ວ່າ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ມີ​ຄວາມ​ສຸກ​ຂະໜາດ!” ຕອນ​ນີ້​ໂຕໂມໂຢະ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ.

ຝຶກ​ຄວບຄຸມ​ໂຕ​ເອງ

15. ເຮົາ​ຈະ​ເປັນ​ຄື​ກັບ​ຄົນ​ຫາ​ປາ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ສຳລັບ​ເຮົາ?

15 ຄົນ​ຫາ​ປາ​ທີ່​ປະສົບ​ຜົນ​ສຳເລັດ​ຈະ​ອອກ​ຄວາມ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ຕ້ອງ​ເຮັດ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ຕ້ອງ​ບັງຄັບ​ໂຕ​ເອງ​ໃຫ້​ຕື່ນ​ແຕ່​ເຊົ້າໆ ຢູ່​ເຮັດ​ວຽກ​ຈົນ​ແລ້ວ ແລະ​ຫາ​ປາ​ຕໍ່​ໄປ​ເຖິງ​ວ່າ​ອາກາດ​ຈະ​ບໍ່​ດີ. ເຮົາ​ກໍ​ຕ້ອງ​ຝຶກ​ຄວບຄຸມ​ໂຕ​ເອງ​ຄື​ກັນ ຖ້າ​ເຮົາ​ຢາກ​ມີ​ຄວາມ​ອົດ​ທົນ​ແລະ​ເຮັດ​ວຽກ​ຂອງ​ເຮົາ​ໃຫ້​ແລ້ວ.—ມທ. 10:22

16. ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຍາກ?

16 ການ​ຮູ້ຈັກ​ຄວບຄຸມ​ໂຕ​ເອງ ເຮົາ​ບໍ່​ໄດ້​ມີ​ມາ​ແຕ່​ເກີດ. ກົງ​ກັນ​ຂ້າມ ຄົນ​ເຮົາ​ມັກ​ງ່າຍ​ແລະ​ຢາກ​ເຮັດ​ສິ່ງ​ຕ່າງໆໃນ​ວິທີ​ທີ່​ງ່າຍ​ທີ່​ສຸດ. ບາງ​ເທື່ອ​ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ບໍ່​ແມ່ນ​ຈະ​ເຮັດ​ໄດ້​ງ່າຍໆ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຝຶກ​ທີ່​ຈະ​ບັງຄັບ​ໂຕ​ເອງ​ໃຫ້​ເຮັດ​ສິ່ງ​ທີ່​ຍາກ ແລະ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໄດ້​ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ເພິ່ນ.—ຄລຕ. 5:22, 23

17. ຕາມ​ທີ່​ຂຽນ​ໄວ້​ໃນ 1 ໂກຣິນໂທ 9:25-27 ໂປໂລ​ເວົ້າ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຝຶກ​ການ​ຄວບຄຸມ​ໂຕ​ເອງ?

17 ອັກຄະສາວົກ​ໂປໂລ​ຮູ້ຈັກ​ຄວບຄຸມ​ໂຕ​ເອງ ແຕ່​ກໍ​ຍອມ​ຮັບ​ວ່າ​ລາວ​ຕ້ອງ​ຝຶກ​ຝົນ​ຮ່າງກາຍ​ຢ່າງ​ໜັກ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ອ່ານ 1 ໂກຣິນໂທ 9:25-27) ລາວ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ຄວບຄຸມ​ໂຕ​ເອງ ແລະ “ໃຫ້​ເຮັດ​ທຸກ​ສິ່ງ​ຢ່າງ​ເໝາະ​ສົມ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ.” (1 ກຣ. 14:40) ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ຕໍ່ໆໄປ ເຊິ່ງ​ລວມ​ເຖິງ​ການ​ປະກາດ​ເປັນ​ປະຈຳ​ແລະ​ການ​ສອນ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ນຳ.—ກຈກ 2:46

ບໍ່​ຕ້ອງ​ລັງເລ

18. ແມ່ນ​ຫຍັງ​ເຮັດ​ໃຫ້​ພະ​ເຢໂຫວາ​ເບິ່ງ​ວ່າ​ເຮົາ​ເຮັດ​ວຽກ​ປະກາດ​ສຳເລັດ?

18 ຄົນ​ຫາ​ປາ​ປະສົບ​ຜົນ​ສຳເລັດ​ຖ້າ​ລາວ​ຫາ​ປາ​ໄດ້​ຫຼາຍໆ ແຕ່​ວຽກ​ປະກາດ​ບໍ່​ເປັນ​ແບບ​ນັ້ນ. ເຮົາ​ຈະ​ປະສົບ​ຜົນ​ສຳເລັດ​ຫຼື​ບໍ່​ນັ້ນ​ບໍ່​ໄດ້​ຂຶ້ນ​ກັບ​ວ່າ ເຮົາ​ຊ່ອຍ​ຈັກ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. (ລກ. 8:11-15) ຖ້າ​ເຮົາ​ປະກາດ​ຂ່າວ​ດີ​ແລະ​ສອນ​ຄົນ​ອື່ນ​ຕໍ່ໆໄປ ພະ​ເຢໂຫວາ​ກໍ​ຖື​ວ່າ​ເຮົາ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ຂອງ​ເຮົາ. ຍ້ອນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ວ່າ​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ຕໍ່ໆໄປ.—ມຣກ. 13:10; ກຈກ. 5:28, 29

19-20. ເຮົາ​ມີ​ເຫດຜົນ​ຫຍັງ​ອີກ​ທີ່​ຈະ​ປະກາດ​ໃນ​ຕອນ​ນີ້?

19 ໃນ​ບາງ​ປະເທດ ມີ​ການ​ອະນຸຍາດ​ໃຫ້​ຫາ​ປາ​ໃນ​ບາງ​ເດືອນ​ເທົ່າ​ນັ້ນ. ດັ່ງ​ນັ້ນ ຄົນ​ຫາ​ປາ​ຕ້ອງ​ຟ້າວ​ຫາ​ປາ​ໄວໆກ່ອນ​ທີ່​ຈະ​ໝົດ​ຍາມ. ຜູ້​ທີ່​ຊອກ​ຫາ​ຄົນ​ກໍ​ຕ້ອງ​ຟ້າວ​ປະກາດ​ໃນ​ຕອນ​ນີ້ ເພາະ​ວ່າ​ຈຸດ​ຈົບ​ຂອງ​ລະບົບ​ນີ້​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ. ມີ​ເວລາ​ເຫຼືອ​ພຽງ​ໜ້ອຍ​ດຽວ​ທີ່​ຈະ​ປະກາດ​ຂ່າວ​ດີ​ທີ່​ຊ່ອຍ​ຊີວິດ. ດັ່ງ​ນັ້ນ ບໍ່​ຕ້ອງ​ລັງເລ​ຫຼື​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ຖ້າ​ໃຫ້​ທຸກ​ສິ່ງ​ພ້ອມ​ກ່ອນ​ແລ້ວ​ຈຶ່ງ​ເຮັດ​ວຽກ​ທີ່​ສຳຄັນ​ນີ້.—ຜູ້ປ. 11:4

20 ໃຫ້​ລົງ​ມື​ເຮັດ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ໃຫ້​ໂຕ​ເອງ​ມີ​ຄວາມ​ກະຕືລືລົ້ນ ຮຽນ​ຮູ້​ຫຼາຍ​ຂຶ້ນ​ໃນ​ການ​ປະກາດ ມີ​ຄວາມ​ກ້າຫານ ແລະ​ຝຶກ​ຄວບຄຸມ​ໂຕ​ເອງ. ໃຫ້​ເຮັດ​ວຽກ​ນຳ​ກັນ​ກັບ​ອີກ​ຫຼາຍ​ກວ່າ 8.000.000 ຄົນ​ທີ່​ປະກາດ​ຂ່າວ​ດີ​ຢູ່​ທົ່ວ​ໂລກ ແລະ​ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. (ນເຫ. 8:10) ໃຫ້​ຕັ້ງ​ໃຈ​ປະກາດ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້ ແລະ​ໃຫ້​ເຮັດ​ວຽກ​ນີ້​ຕໍ່ໆໄປ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ບອກ​ວ່າ​ພໍ​ແລ້ວ. ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ກ່ຽວ​ກັບ 3 ວິທີ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຕໍ່ໆໄປ.

ເພງ 66 ປະກາດ​ຂ່າວ​ດີ

^ ຂໍ້ 5 ພະ​ເຢຊູ​ໄດ້​ເຊີນ​ຄົນ​ຫາ​ປາ​ທີ່​ຖ່ອມ​ແລະ​ດຸ​ໝັ່ນ​ໃຫ້​ມາ​ເປັນ​ລູກສິດ​ຂອງ​ເພິ່ນ. ທຸກ​ມື້​ນີ້ ພະ​ເຢຊູ​ຍັງ​ເຊີນ​ຄົນ​ທີ່​ມີ​ຄຸນ​ລັກສະນະ​ແບບ​ນີ້​ໃຫ້​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ແລະ​ປະກາດ​ຂ່າວ​ດີ. ໃນ​ບົດ​ນີ້​ຈະ​ເບິ່ງ​ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ລັງເລ​ຈະ​ຮັບ​ເອົາ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ຕ້ອງ​ເຮັດ​ຫຍັງ.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ຄຳ​ວ່າ “ໄປ​ຊອກ​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ” ໝາຍ​ເຖິງ​ທຸກ​ຄົນ​ທີ່​ປະກາດ​ຂ່າວ​ດີ​ແລະ​ສອນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ.

^ ຂໍ້ 10 ເບິ່ງ​ບົດ​ຄວາມ “ສອນ​ຄວາມ​ຈິງ” ໃນ​ຫໍສັງເກດການ ເດືອນ​ຕຸລາ 2018 ໜ້າ 9-15.