ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ຍັງ​ສະຫງົບ​ສຸກ

ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ຍັງ​ສະຫງົບ​ສຸກ

“ແຜ່ນດິນ​ສະຫງົບ​ງຽບ​ບໍ່​ມີ​ໃຜ​ມາ​ຮຸກ​ຮານ​ຕະຫຼອດ​ໄລຍະ​ນັ້ນ ເພາະ​ພະ​ເຢໂຫວາ​ຊ່ອຍ​ໃຫ້​ລາວ​ມີ​ຄວາມ​ສະຫງົບ​ສຸກ.”—2 ຂ່າວ 14:6, ລ.ມ.

ເພງ 60 ນີ້​ໝາຍ​ເຖິງ​ຊີວິດ​ຂອງ​ເຂົາ​ເຈົ້າ

ໃຈ​ຄວາມ​ສຳຄັນ *

1. ຕອນ​ໃດ​ທີ່​ອາດ​ຍາກ​ສຳລັບ​ເຮົາ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ?

ຕອນ​ໃດ​ທີ່​ເຈົ້າ​ຄິດ​ວ່າ​ອາດ​ຍາກ​ສຸດ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ ຕອນ​ທີ່​ເຈົ້າ​ມີ​ບັນຫາ​ຫຼາຍໆຫຼື​ຕອນ​ທີ່​ເຈົ້າ​ບໍ່​ມີ​ບັນຫາ​ປານ​ໃດ? ເມື່ອ​ເຈິ​ບັນຫາ​ເຮົາ​ພ້ອມ​ທີ່​ຈະ​ເພິ່ງ​ພະ​ເຢໂຫວາ ແຕ່​ເຮົາ​ເຮັດ​ແນວ​ໃດ​ເມື່ອ​ຊີວິດ​ຂອງ​ເຮົາ​ສະຫງົບ​ສຸກ​ແລະ​ບໍ່​ມີ​ບັນຫາ? ເຮົາ​ອາດ​ຈະ​ລືມ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ພະ​ເຢໂຫວາ​ເຕືອນ​ພວກ​ອິດສະຣາເອນ​ວ່າ​ເລື່ອງ​ແບບ​ນີ້​ອາດ​ເກີດ​ຂຶ້ນ​ໄດ້.—ບັນຍັດ. 6:10-12

ອາຊາ​ກຳຈັດ​ການ​ນະມັດສະການ​ປອມ (ເບິ່ງ​ຂໍ້ 2) *

2. ກະສັດ​ອາຊາ​ວາງ​ຕົວຢ່າງ​ທີ່​ດີ​ແນວ​ໃດ?

2 ກະສັດ​ອາຊາ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃນ​ການ​ເພິ່ງ​ພະ​ເຢໂຫວາ​ຢ່າງ​ເຕັມທີ. ລາວ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ແມ່ນ​ແຕ່​ໃນ​ຍາມ​ທີ່​ລຳບາກ​ເທົ່າ​ນັ້ນ ແຕ່​ໃນ​ຍາມ​ທີ່​ສະຫງົບ​ສຸກ​ນຳ. ຕັ້ງ​ແຕ່​ຍັງ​ນ້ອຍ “ອາຊາ​ກໍ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ.” (1 ກະ. 15:14, ລ.ມ.) ວິທີ​ໜຶ່ງ​ທີ່​ອາຊາ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ​ແມ່ນ​ໂດຍ​ກຳຈັດ​ການ​ນະມັດສະການ​ປອມ​ອອກ​ຈາກ​ຢູດາ. ຄຳພີ​ໄບເບິນ​ບອກ​ວ່າ “ລາວ​ກຳຈັດ​ແທ່ນ​ບູຊາ​ຂອງ​ພະ​ຕ່າງ​ຊາດ​ແລະ​ບ່ອນ​ບູຊາ​ເທິງ​ບ່ອນ​ສູງ ທຸບ​ທຳລາຍ​ແທ່ນ​ຫີນ​ສັກສິດ ແລະ​ບັກ​ເສົາ​ສັກສິດ.” (2 ຂ່າວ. 14:5, ລ.ມ.) ລາວ​ຍັງ​ໄດ້​ປົດ​ມາອາກາ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ທີ່​ສຳຄັນ​ໃນ​ການ​ປົກຄອງ. ຍ້ອນ​ຫຍັງ? ຍ້ອນ​ມາອາກາ​ສົ່ງເສີມ​ປະຊາຊົນ​ໃຫ້​ນະມັດສະການ​ຮູບ​ບູຊາ.—1 ກະ. 15:11-13

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

3 ອາຊາ​ບໍ່​ພຽງ​ແຕ່​ທຳລາຍ​ຮູບ​ບູຊາ​ເທົ່າ​ນັ້ນ ແຕ່​ລາວ​ຍັງ​ຊ່ອຍ​ປະຊາຊົນ​ໃນ​ຢູດາ​ໃຫ້​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ຄືນ​ອີກ. ພະ​ເຢໂຫວາ​ໄດ້​ອວຍ​ພອນ​ອາຊາ​ແລະ​ພວກ​ຢູດາ​ໃຫ້​ມີ​ເວລາ​ທີ່​ສະຫງົບ​ສຸກ. ໃນ​ໄລຍະ 10 ປີ​ທີ່​ອາຊາ​ປົກຄອງ “ແຜ່ນດິນ​ມີ​ຄວາມ​ສະຫງົບ​ສຸກ.” (2 ຂ່າວ. 14:1, 4, 6, ລ.ມ.) ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ອາຊາ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນັ້ນ ແລ້ວ​ເຮົາ​ຈະ​ເບິ່ງ​ຕົວຢ່າງ​ຂອງ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ທີ່​ເຮັດ​ຄື​ກັບ​ອາຊາ ເຂົາ​ເຈົ້າ​ໄດ້​ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ. ສຸດ​ທ້າຍ​ເຮົາ​ຈະ​ເບິ່ງ​ຄຳຕອບ​ຂອງ​ຄຳຖາມ​ທີ່​ວ່າ: ຖ້າ​ເຈົ້າ​ຢູ່​ໃນ​ປະເທດ​ທີ່​ສາມາດ​ປະກາດ​ໄດ້​ຢ່າງ​ເສລີ​ແລະ​ບໍ່​ມີ​ຫຍັງ​ຂັດ​ຂວາງ ເຈົ້າ​ຈະ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນັ້ນ?

ອາຊາ​ເຮັດ​ຫຍັງ​ໃນ​ເວລາ​ທີ່​ສະຫງົບ​ສຸກ?

4. ຕາມ 2 ຂ່າວຄາວ 14:2, 6, 7 ອາຊາ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ?

4 ອ່ານ 2 ຂ່າວຄາວ 14:2, 6, 7. * ອາຊາ​ບອກ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່ “ຊ່ອຍ [ເຂົາ​ເຈົ້າ] ໃຫ້​ມີ​ຄວາມ​ສະຫງົບ​ສຸກ​ຮອບ​ດ້ານ.” ອາຊາ​ບໍ່​ໄດ້​ຄິດ​ວ່າ​ເວລາ​ທີ່​ສະຫງົບ​ສຸກ​ນັ້ນ​ເປັນ​ເວລາ​ທີ່​ຈະ​ພັກຜ່ອນ​ແລະ​ຢູ່​ແບບ​ສະບາຍໆ. ກົງ​ກັນ​ຂ້າມ ລາວ​ສ້າງ​ເມືອງ​ຕ່າງໆໃຫ້​ມີ​ກຳແພງ​ອ້ອມ ມີ​ຫໍ​ຄອຍ ແລະ​ປະຕູ​ເມືອງ. ລາວ​ບອກ​ພວກ​ຢູດາ​ວ່າ: “ແຜ່ນດິນ​ຍັງ​ເປັນ​ຂອງ​ພວກ​ເຮົາ​ຢູ່.” ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ? ລາວ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ສາມາດ​ໄປ​ມາ​ຢ່າງ​ເສລີ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ມອບ​ໃຫ້​ເຂົາ​ເຈົ້າ ແລະ​ບໍ່​ມີ​ສັດຕູ​ຂັດ​ຂວາງ​ໃນ​ການ​ກໍ່​ສ້າງ. ລາວ​ກະຕຸ້ນ​ປະຊາຊົນ​ໃຫ້​ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນີ້.

5. ເປັນ​ຫຍັງ​ອາຊາ​ຈຶ່ງ​ເສີມ​ກຳລັງ​ທະຫານ?

5 ອາຊາ​ຍັງ​ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນີ້​ເພື່ອ​ເສີມ​ກຳລັງ​ທະຫານ ເຊິ່ງ​ເຮັດ​ໃຫ້​ກອງທັບ​ຂອງ​ລາວ​ພ້ອມ​ທີ່​ຈະ​ຕໍ່​ສູ້. (2 ຂ່າວ. 14:8) ນີ້​ໝາຍ​ຄວາມ​ວ່າ​ລາວ​ບໍ່​ໄວ້​ວາງໃຈ​ພະ​ເຢໂຫວາ​ບໍ? ບໍ່​ແມ່ນ. ອາຊາ​ຮູ້​ວ່າ​ເປັນ​ໜ້າ​ທີ່​ຂອງ​ລາວ​ທີ່​ຈະ​ກຽມ​ປະຊາຊົນ​ໃຫ້​ພ້ອມ​ສຳລັບ​ບັນຫາ​ທີ່​ເຂົາ​ເຈົ້າ​ອາດ​ຈະ​ເຈິ​ໃນ​ອະນາຄົດ. ອາຊາ​ຮູ້​ວ່າ​ແຜ່ນດິນ​ຢູດາ​ຈະ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ຕະຫຼອດ​ໄປ ແລະ​ເລື່ອງ​ນີ້​ກໍ​ເກີດ​ຂຶ້ນ​ແທ້.

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເຮັດ​ຫຍັງ​ໃນ​ເວລາ​ທີ່​ສະຫງົບ​ສຸກ?

6. ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເຮັດ​ຫຍັງ​ໃນ​ເວລາ​ທີ່​ສະຫງົບ​ສຸກ?

6 ເຖິງ​ວ່າ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ຖືກ​ຂົ່ມເຫງ​ເລື້ອຍໆ ແຕ່​ເຂົາ​ເຈົ້າ​ກໍ​ມີ​ເວລາ​ທີ່​ສະຫງົບ​ສຸກ​ໄລຍະ​ໜຶ່ງ. ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ​ໃນ​ເວລາ​ທີ່​ສະຫງົບ​ສຸກ​ແບບ​ນັ້ນ? ເຂົາ​ເຈົ້າ​ປະກາດ​ຂ່າວ​ດີ​ບໍ່​ຢຸດ​ບໍ່​ເຊົາ. ປຶ້ມ​ກິດຈະການ​ເວົ້າ​ວ່າ ເຂົາ​ເຈົ້າ “ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ແລະ​ປະກາດ​ຂ່າວ​ດີ​ຕໍ່ໆໄປ.” ຜົນ​ກໍ​ຄື “ມີ​ຄົນ​ເພີ່ມ​ຂຶ້ນ​ເລື້ອຍໆ.” ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ທີ່​ເຂົາ​ເຈົ້າ​ປະກາດ​ແບບ​ບໍ່​ຢຸດ​ບໍ່​ເຊົາ​ໃນ​ເວລາ​ທີ່​ສະຫງົບ​ສຸກ.—ກຈກ. 9:26-31

7-8. ໂປໂລ​ແລະ​ຄົນ​ອື່ນໆໄດ້​ເຮັດ​ຫຍັງ​ເມື່ອ​ມີ​ໂອກາດ? ໃຫ້​ອະທິບາຍ.

7 ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ໃຊ້​ທຸກ​ໂອກາດ​ເພື່ອ​ປະກາດ​ຂ່າວ​ດີ. ຕົວຢ່າງ​ເຊັ່ນ: ເມື່ອ​ໂປໂລ​ເຫັນ​ວ່າ​ລາວ​ສາມາດ​ປະກາດ​ກັບ​ຫຼາຍ​ຄົນ​ໃນ​ເມືອງ​ເອເຟໂຊ ລາວ​ຈຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ແລະ​ປະກາດ​ຢູ່​ຫັ້ນ.—1 ກຣ. 16:8, 9

8 ໃນ​ປີ ຄ.ສ 49 ເມື່ອ​ພວກ​ອັກຄະສາວົກ​ແລະ​ຜູ້​ດູ​ແລ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ການ​ຮັບ​ສິນຕັດ ໂປໂລ​ແລະ​ຄົນ​ອື່ນໆກໍ​ສາມາດ​ປະກາດ​ກັບ​ຫຼາຍ​ຄົນ. (ກຈກ. 15:23-29) ຫຼັງ​ຈາກ​ທີ່​ໂປໂລ​ແລະ​ຄົນ​ອື່ນໆບອກ​ປະຊາຄົມ​ຕ່າງໆກ່ຽວ​ກັບ​ການ​ຕັດສິນ​ໃຈ​ນັ້ນ ພວກ​ລູກສິດ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ “ປະກາດ​ຂ່າວ​ດີ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພະ​ເຢໂຫວາ.” (ກຈກ. 15:30-35) ຜົນ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ “ປະຊາຄົມ​ຕ່າງໆຈຶ່ງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄົນ​ເຂົ້າ​ມາ​ເຊື່ອ​ເພີ່ມ​ຂຶ້ນ​ທຸກ​ມື້.”—ກຈກ. 16:4, 5

ເຮົາ​ຈະ​ເຮັດ​ຫຍັງ​ໃນ​ເວລາ​ທີ່​ມີ​ຄວາມ​ສະຫງົບ​ສຸກ

9. ໃນ​ທຸກ​ມື້​ນີ້​ສະພາບການ​ໃນ​ຫຼາຍ​ປະເທດ​ເປັນ​ແນວ​ໃດ ແລະ​ເຮົາ​ຄວນ​ຖາມ​ໂຕ​ເອງ​ແນວ​ໃດ?

9 ໃນ​ຫຼາຍ​ປະເທດ ເຮົາ​ສາມາດ​ປະກາດ​ໄດ້​ຢ່າງ​ເສລີ​ແລະ​ບໍ່​ມີ​ຫຍັງ​ຂັດ​ຂວາງ. ເຈົ້າ​ຢູ່​ໃນ​ປະເທດ​ແບບ​ນັ້ນ​ບໍ? ຖ້າ​ແມ່ນ ໃຫ້​ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ​ກຳລັງ​ໃຊ້​ອິດ​ສະຫຼະ​ທີ່​ມີ​ຢູ່​ນີ້​ແນວ​ໃດ?’ ສະໄໝ​ສຸດ​ທ້າຍ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ສຳລັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ ເພາະ​ເຂົາ​ເຈົ້າ​ກຳລັງ​ເຮັດ​ວຽກ​ປະກາດ​ແລະ​ວຽກ​ສອນ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ທີ່​ເຄີຍ​ມີ​ໃນ​ໂລກ. (ມຣກ. 13:10) ມີ​ຫຼາຍ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ໃນ​ວຽກ​ນີ້.

ຫຼາຍ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ໃນ​ປະເທດ​ອື່ນ ຫຼື​ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ອື່ນ (ເບິ່ງ​ຂໍ້ 10-12) *

10. 2 ຕີໂມທຽວ 4:2 ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ?

10 ເຈົ້າ​ຈະ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນີ້? (ອ່ານ 2 ຕີໂມທຽວ 4:2) ໃຫ້​ຄິດ​ເບິ່ງ​ວ່າ​ເຈົ້າ​ຫຼື​ຄົນ​ໃນ​ຄອບຄົວ​ຈະ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ຊີວິດ​ເພື່ອ​ປະກາດ​ຫຼາຍ​ຂຶ້ນ ຫຼື​ເປັນ​ໄພໂອເນຍ​ໄດ້​ບໍ? ຕອນ​ນີ້​ບໍ່​ແມ່ນ​ເວລາ​ທີ່​ຈະ​ຢາກ​ຮັ່ງ​ຢາກ​ມີ ເພາະ​ໃນ​ໄລຍະ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ວັດຖຸ​ເງິນ​ຄຳ​ທີ່​ເຮົາ​ມີ​ກໍ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ.—ສຸພາ. 11:4; ມທ. 6:31-33; 1 ຢຮ. 2:15-17

11. ບາງ​ຄົນ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ຫຼາຍ​ຄົນ​ໃຫ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ?

11 ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຮຽນ​ພາສາ​ໃໝ່​ເພື່ອ​ເຂົາ​ເຈົ້າ​ຈະ​ສາມາດ​ຊ່ອຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຜະລິດ​ປຶ້ມ​ແລະ​ສິ່ງ​ອື່ນໆໃນ​ຫຼາຍ​ພາສາ​ເພື່ອ​ຊ່ອຍ​ເຮົາ​ໃນ​ການ​ປະກາດ. ຕົວຢ່າງ​ເຊັ່ນ: ໃນ​ປີ 2010 ປຶ້ມ​ຕ່າງໆຂອງ​ເຮົາ​ມີ​ປະມານ 500 ພາສາ ແຕ່​ໃນ​ທຸກ​ມື້​ນີ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 1.000 ພາສາ.

12. ບາງ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ໂຕ​ເອງ? ໃຫ້​ຍົກ​ຕົວຢ່າງ.

12 ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ໂຕ​ເອງ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ຢູ່​ປະເທດ​ອາເມຣິກາ​ໃນ​ພາສາ​ຄີນຍາວັນດາ​ເຊິ່ງ​ເປັນ​ພາສາ​ຂອງ​ລາວ​ເອງ. ພາສາ​ນີ້​ເວົ້າ​ຢູ່​ໃນ​ບາງ​ປະເທດ​ຢູ່​ອາຝຼິກກາ. ຫຼັງ​ຈາກ​ການ​ປະຊຸມ ລາວ​ເວົ້າ​ວ່າ: “ນີ້​ເປັນ​ເທື່ອ​ທຳອິດ​ທີ່​ຂ້ອຍ​ເຂົ້າ​ໃຈ​ເນື້ອ​ໃນ​ຂອງ​ການ​ປະຊຸມ​ແທ້ໆຫຼັງ​ຈາກ​ຍ້າຍ​ມາ​ຢູ່​ອາເມຣິກາ​ໄດ້ 17 ປີ.” ເຫັນ​ໄດ້​ແຈ້ງ​ວ່າ​ພີ່ນ້ອງ​ຜູ້​ນີ້​ຊຶ້ງ​ໃຈ​ແທ້ໆທີ່​ໄດ້​ຟັງ​ການ​ປະຊຸມ​ໃນ​ພາສາ​ຂອງ​ໂຕ​ເອງ. ຖ້າ​ເຮັດ​ໄດ້ ເຈົ້າ​ສາມາດ​ຮຽນ​ອີກ​ພາສາ​ໜຶ່ງ​ເພື່ອ​ຊ່ອຍ​ບາງ​ຄົນ​ໃນ​ເຂດ​ຂອງ​ເຈົ້າ​ໄດ້​ບໍ? ບາງ​ຄົນ​ໃນ​ເຂດ​ຂອງ​ເຈົ້າ​ຈະ​ເຕັມ​ໃຈ​ຟັງ​ຫຼາຍ​ກວ່າ​ບໍ ຖ້າ​ເຈົ້າ​ປະກາດ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ? ເມື່ອ​ເຈົ້າ​ພະຍາຍາມ​ເຮັດ​ແບບ​ນັ້ນ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້ໆ.

13. ພີ່ນ້ອງ​ໃນ​ຣັດເຊຍ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ?

13 ໃນ​ບາງ​ປະເທດ​ພີ່ນ້ອງ​ບໍ່​ສາມາດ​ປະກາດ​ໄດ້​ຢ່າງ​ເສລີ ຍ້ອນ​ລັດຖະບານ​ຫ້າມ​ວຽກ​ປະກາດ​ຂອງ​ເຮົາ. ຕົວຢ່າງ: ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ໃນ​ປະເທດ​ຣັດເຊຍ. ເຂົາ​ເຈົ້າ​ຖືກ​ສັ່ງ​ຫ້າມ​ເປັນ​ເວລາ​ຫຼາຍ​ສິບ​ປີ ແຕ່​ໃນ​ເດືອນ​ມີນາ​ປີ 1991 ລັດຖະບານ​ໄດ້​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ປະກາດ​ໄດ້​ຢ່າງ​ເສລີ. ຕອນ​ນັ້ນ​ໃນ​ຣັດເຊຍ​ມີ​ຜູ້​ປະກາດ​ປະມານ 16.000 ຄົນ ແຕ່ 20 ປີ​ຕໍ່​ມາ​ຈຳນວນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 160.000 ຄົນ. ເຫັນ​ໄດ້​ແຈ້ງ​ວ່າ​ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ເມື່ອ​ມີ​ໂອກາດ​ທີ່​ຈະ​ປະກາດ​ຢ່າງ​ເສລີ. ເວລາ​ທີ່​ສະຫງົບ​ສຸກ​ແບບ​ນັ້ນ​ບໍ່​ໄດ້​ຢູ່​ດົນ. ເຖິງ​ວ່າ​ສະພາບການ​ໃນ​ປະເທດ​ນັ້ນ​ຈະ​ປ່ຽນ​ໄປ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະກາດ​ເລື່ອງ​ຂອງ​ພະ​ເຢໂຫວາ​ຢ່າງ​ກະຕືລືລົ້ນ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ.

ເວລາ​ທີ່​ສະຫງົບ​ສຸກ​ຈະ​ບໍ່​ມີ​ຕະຫຼອດ​ໄປ

ຫຼັງ​ຈາກ​ກະສັດ​ອາຊາ​ອະທິດຖານ​ຢ່າງ​ຈິງ​ຈັງ ພະ​ເຢໂຫວາ​ໄດ້​ຊ່ອຍ​ພວກ​ຢູດາ​ໃຫ້​ເອົາ​ຊະນະ​ກອງທັບ​ຂອງ​ພວກ​ສັດຕູ (ເບິ່ງ​ຂໍ້ 14-15)

14-15. ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ​ຂອງ​ເພິ່ນ​ແນວ​ໃດ​ເພື່ອ​ຊ່ອຍ​ອາຊາ?

14 ໃນ​ສະໄໝ​ຂອງ​ອາຊາ ໃນ​ທີ່​ສຸດ​ຄວາມ​ສະຫງົບ​ສຸກ​ກໍ​ໄດ້​ຈົບ​ລົງ​ເມື່ອ​ກອງທັບ​ໃຫຍ່​ຈາກ​ເອທິໂອເປຍ​ທີ່​ມີ​ທະຫານ 1.000.000 ຄົນ​ໄດ້​ມາ​ໂຈມຕີ​ເຂົາ​ເຈົ້າ. ເຊຣາ​ຫົວ​ໜ້າ​ກອງທັບ​ຂອງ​ເອທິໂອເປຍ​ໝັ້ນ​ໃຈ​ວ່າ​ລາວ​ແລະ​ພວກ​ທະຫານ​ຈະ​ຕໍ່​ສູ້​ຊະນະ​ພວກ​ຢູດາ. ອາຊາ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ລາວ​ອະທິດຖານ​ວ່າ “ໂອ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ ຂໍ​ໂຜດ​ຊ່ອຍ​ພວກ​ຂ້າ​ນ້ອຍ ເຫດ​ວ່າ​ພວກ​ຂ້າ​ນ້ອຍ​ເພິ່ງ​ພະອົງ​ແລະ​ໄດ້​ມາ​ຕໍ່​ສູ້​ຝູງ​ໃຫຍ່​ນີ້​ໃນ​ນາມ​ຊື່​ຂອງ​ພະອົງ.”—2 ຂ່າວ 14:11

15 ທະຫານ​ເອທິໂອເປຍ​ມີ​ຫຼາຍ​ກວ່າ​ທະຫານ​ຂອງ​ອາຊາ 2 ເທົ່າ ແຕ່​ອາຊາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ແລະ​ສາມາດ​ຊ່ອຍ​ປະຊາຊົນ​ຂອງ​ເພິ່ນ​ໄດ້. ອາຊາ​ບໍ່​ໄດ້​ຜິດ​ຫວັງ​ເລີຍ​ເພາະ​ພະ​ເຢໂຫວາ​ໄດ້​ຊ່ອຍ​ປະຊາຊົນ​ຂອງ​ເພິ່ນ​ໂດຍ​ໃຫ້​ພວກ​ຢູດາ​ເອົາ​ຊະນະ​ພວກ​ເອທິໂອເປຍ.—2 ຂ່າວ. 14:8-13

16. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເວລາ​ທີ່​ສະຫງົບ​ສຸກ​ຈະ​ຈົບ​ລົງ?

16 ເຮົາ​ບໍ່​ຮູ້​ແທ້ໆວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເຮົາ​ແຕ່​ລະ​ຄົນ​ໃນ​ອະນາຄົດ ແຕ່​ສິ່ງ​ທີ່​ເຮົາ​ຮູ້​ແນ່ນອນ​ກໍ​ຄື ຄວາມ​ສະຫງົບ​ສຸກ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ໃນ​ຕອນ​ນີ້​ຈະ​ຈົບ​ລົງ. ທີ່​ຈິງ​ພະ​ເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ “ທຸກ​ປະເທດ​ຈະ​ກຽດ​ຊັງ” ພວກ​ລູກສິດ​ຂອງ​ເພິ່ນ. (ມທ. 24:9) ອັກຄະສາວົກ​ໂປໂລ​ເວົ້າ​ຄ້າຍໆກັນ​ວ່າ “ທຸກ​ຄົນ​ທີ່​ຕັ້ງ​ໃຈ​ໃຊ້​ຊີວິດ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ພະເຈົ້າ​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ​ກໍ​ຈະ​ຖືກ​ຂົ່ມເຫງ.” (2 ຕມ. 3:12) ຊາຕານ​ກຳລັງ​ໃຈ​ຮ້າຍ​ຫຼາຍ ແລະ​ບໍ່​ຊ້າ​ກໍ​ໄວ​ພວກ​ເຮົາ​ຈະ​ເຈິ​ກັບ​ຄວາມ​ຄຽດ​ຮ້າຍ​ຂອງ​ມັນ.—ພນມ. 12:12

17. ຄວາມ​ເຊື່ອ​ຂອງ​ເຮົາ​ອາດ​ຖືກ​ພິສູດ​ແນວ​ໃດ?

17 ອີກ​ບໍ່​ດົນ ພວກ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ພິສູດ​ຄວາມ​ເຊື່ອ​ຂອງ​ໂຕ​ເອງ ເພາະ​ເຮົາ​ຈະ​ເຈິ​ກັບ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ນັບ​ຕັ້ງ​ແຕ່​ມີໂລ​ກ​ມາ​ຈົນ​ເຖິງ​ດຽວ​ນີ້.” (ມທ. 24:21) ໃນ​ຕອນ​ນັ້ນ​ຄົນ​ໃນ​ຄອບຄົວ​ອາດ​ຈະ​ຕໍ່​ຕ້ານ​ເຮົາ​ແລະ​ວຽກ​ປະກາດ​ອາດ​ຈະ​ຖືກ​ສັ່ງ​ຫ້າມ. (ມທ. 10:35, 36) ເຮົາ​ຈະ​ເປັນ​ຄື​ກັບ​ອາຊາ​ບໍ​ທີ່​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ແລະ​ປົກ​ປ້ອງ​ເຮົາ?

18. ຕາມ​ເຮັບເຣີ 10:38-39 ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ກຽມ​ພ້ອມ​ເມື່ອ​ເວລາ​ທີ່​ສະຫງົບ​ສຸກ​ຈົບ​ລົງ?

18 ພະ​ເຢໂຫວາ​ກຳລັງ​ກຽມ​ເຮົາ​ໄວ້​ໃນ​ຕອນ​ນີ້​ເພື່ອ​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ເພິ່ນ​ກຳລັງ​ໃຊ້ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ໃຫ້​ແຈກ​ຢາຍ​ອາຫານ​ຕາມ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ເຮົາ​ຈະ​ມີ​ທຸກ​ຢ່າງ​ທີ່​ຈຳເປັນ​ໃນ​ການ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ. (ມທ. 24:45) ແຕ່​ເຮົາ​ຕ້ອງ​ເຮັດ​ສ່ວນ​ຂອງ​ເຮົາ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ.—ອ່ານ​ເຮັບເຣີ 10:38-39

19-20. ຫຼັງ​ຈາກ​ອ່ານ 1 ຂ່າວຄາວ 28:9 ເຮົາ​ຄວນ​ຖາມ​ໂຕ​ເອງ​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ຖາມ​ແບບ​ນັ້ນ?

19 ຄື​ກັບ​ກະສັດ​ອາຊາ ເຮົາ​ຕ້ອງ “ຊອກ​ຫາ​ພະ​ເຢໂຫວາ.” (2 ຂ່າວ. 14:4; 15:1, 2) ເຮົາ​ເລີ່ມ​ຊອກ​ຫາ​ພະ​ເຢໂຫວາ​ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ​ແລະ​ຈາກ​ນັ້ນ​ກໍ​ຮັບ​ບັບເຕມາ. ຫຼັງ​ຈາກ​ນັ້ນ ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ຕໍ່ໆໄປ​ເພື່ອ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ. ເພື່ອ​ເບິ່ງ​ວ່າ​ເຮົາ​ກຳລັງ​ເຮັດ​ສິ່ງ​ນີ້​ຫຼື​ບໍ່ ໃຫ້​ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ບໍ?’ ຢູ່​ການ​ປະຊຸມ​ເຮົາ​ໄດ້​ຮັບ​ກຳລັງ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ແລະ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພີ່ນ້ອງ​ນຳ​ອີກ. (ມທ. 11:28) ນອກ​ຈາກ​ນັ້ນ ເຮົາ​ອາດ​ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ບໍ?’ ຖ້າ​ເຈົ້າ​ຢູ່​ກັບ​ຄອບຄົວ ເຈົ້າ​ຈັດ​ເວລາ​ໄວ້​ໃນ​ແຕ່​ລະ​ອາທິດ​ເພື່ອ​ສຶກສາ​ປະຈຳ​ຄອບຄົວ​ບໍ? ຫຼື​ຖ້າ​ເຈົ້າ​ຢູ່​ຜູ້​ດຽວ ເຈົ້າ​ຈັດ​ເວລາ​ໄວ້​ເພື່ອ​ສຶກສາ​ຄົ້ນ​ຄວ້າ​ສ່ວນ​ຕົວ​ບໍ? ນອກ​ຈາກ​ນັ້ນ ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ບໍ​ເພື່ອ​ປະກາດ​ແລະ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ພະ​ເຢໂຫວາ?’

20 ເປັນ​ຫຍັງ​ເຮົາ​ຄວນ​ຖາມ​ໂຕ​ເອງ​ກ່ຽວ​ກັບ​ຄຳຖາມ​ເຫຼົ່າ​ນີ້? ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ກວດ​ເບິ່ງ​ຫົວໃຈ​ແລະ​ຄວາມ​ຄິດ. ດັ່ງ​ນັ້ນ ເຮົາ​ກໍ​ຢາກ​ເຮັດ​ແບບ​ດຽວ​ກັນ​ເພື່ອ​ຈະ​ແນ່​ໃຈ​ວ່າ​ສິ່ງ​ທີ່​ເຮົາ​ຄິດ​ແລະ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ເຮົາ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ. (ອ່ານ 1 ຂ່າວຄາວ 28:9) ຖ້າ​ເຮົາ​ເຫັນ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ເປົ້າ​ໝາຍ ຄວາມ​ຄິດ ຫຼື​ຄວາມ​ຮູ້ສຶກ​ຂອງ​ເຮົາ ເຮົາ​ຄວນ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ​ໃນ​ເລື່ອງ​ນີ້. ຕອນ​ນີ້​ເປັນ​ເວລາ​ທີ່​ເຮົາ​ຈະ​ກຽມ​ຕົວ​ໃຫ້​ພ້ອມ​ສຳລັບ​ບັນຫາ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ຢ່າ​ຍອມ​ໃຫ້​ສິ່ງ​ໃດ​ມາ​ຂັດ​ຂວາງ​ເຈົ້າ​ໄວ້​ຈາກ​ການ​ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ຍັງ​ສະຫງົບ​ສຸກ​ຢູ່!

ເພງ 62 ເພງ​ໃໝ່

^ ຂໍ້ 5 ເຈົ້າ​ຢູ່​ໃນ​ປະເທດ​ທີ່​ສາມາດ​ປະກາດ​ໄດ້​ຢ່າງ​ເສລີ​ແລະ​ບໍ່​ມີ​ຫຍັງ​ຂັດ​ຂວາງ​ບໍ? ຖ້າ​ແມ່ນ ເຈົ້າ​ກຳລັງ​ໃຊ້​ປະໂຫຍດ​ແນວ​ໃດ​ຈາກ​ເວລາ​ທີ່​ສະຫງົບ​ສຸກ​ນີ້? ບົດ​ນີ້​ຈະ​ຊ່ອຍ​ເຈົ້າ​ໃຫ້​ເຫັນ​ວິທີ​ທີ່​ຈະ​ຮຽນ​ແບບ​ອາຊາ​ກະສັດ​ຂອງ​ຢູດາ​ແລະ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ. ເຂົາ​ເຈົ້າ​ໄດ້​ໃຊ້​ປະໂຫຍດ​ຈາກ​ເວລາ​ທີ່​ຍັງ​ສະຫງົບ​ສຸກ​ຢູ່.

^ ຂໍ້ 4 2 ຂ່າວຄາວ 14:2, 6, 7 (ລ.ມ.): “ອາຊາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ເຫັນ​ວ່າ​ດີ​ແລະ​ຖືກຕ້ອງ. ລາວ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ຫຼາຍ​ເມືອງ​ໃນ​ຢູດາ ເພາະ​ແຜ່ນດິນ​ສະຫງົບ​ງຽບ​ບໍ່​ມີ​ໃຜ​ມາ​ຮຸກ​ຮານ​ຕະຫຼອດ​ໄລຍະ​ນັ້ນ ເພາະ​ພະ​ເຢໂຫວາ​ຊ່ອຍ​ໃຫ້​ລາວ​ມີ​ຄວາມ​ສະຫງົບ​ສຸກ.”

^ ຂໍ້ 57 ຄຳ​ອະທິບາຍ​ຮູບ: ກະສັດ​ອາຊາ​ປົດ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ທີ່​ສຳຄັນ​ຍ້ອນ​ຍ່າ​ຂອງ​ລາວ​ສົ່ງເສີມ​ການ​ນະມັດສະການ​ປອມ. ຜູ້​ທີ່​ພັກດີ​ເຊິ່ງ​ຢູ່​ຝ່າຍ​ອາຊາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ລາວ​ແລະ​ໄດ້​ທຳລາຍ​ຮູບ​ບູຊາ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ: ຜົວ​ເມຍ​ຄູ່​ໜຶ່ງ​ປັບ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຮຽບ​ງ່າຍ​ເພື່ອ​ຈະ​ສາມາດ​ຮັບໃຊ້​ໃນ​ບ່ອນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.