ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ?

ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ?

“ຖ້າ​ເຮົາ​ທີ່​ເປັນ​ລູກ​ຂອງ​ພະເຈົ້າ​ປົດ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ ພວກ​ເຈົ້າ​ກໍ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆ.”—ໂຢຮັນ 8:36, ..

ເພງ: 54, 36

1, 2. (ກ) ຜູ້​ຄົນ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ອິດ​ສະຫຼະ? (ຂ) ຜົນ​ເປັນ​ແນວ​ໃດ?

ໃນ​ທຸກ​ມື້​ນີ້ ຜູ້​ຄົນ​ທົ່ວ​ໂລກ​ມັກ​ເວົ້າ​ເຖິງ​ການ​ມີ​ສິດ​ແລະ​ເສລີ​ພາບ​ທີ່​ເທົ່າ​ທຽມ​ກັນ. ບາງ​ຄົນ​ຢາກ​ເປັນ​ອິດ​ສະຫຼະ​ຈາກ​ການ​ຖືກ​ປະຕິບັດ​ຢ່າງ​ບໍ່​ເປັນ​ທຳ ຈາກ​ອະຄະຕິ ແລະ​ຄວາມ​ທຸກ​ຍາກ. ສ່ວນ​ຄົນ​ອື່ນໆກໍ​ຮຽກ​ຮ້ອງ​ອິດ​ສະຫຼະ​ທີ່​ຈະ​ເວົ້າ ທີ່​ຈະ​ເລືອກ ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ຕົວ​ເອງ​ຕ້ອງການ. ຜູ້​ຄົນ​ທົ່ວ​ໂລກ​ຢາກ​ມີ​ອິດ​ສະຫຼະ.

2 ເພື່ອ​ຈະ​ມີ​ອິດ​ສະຫຼະ ຜູ້​ຄົນ​ພາ​ກັນ​ລວມ​ຕົວ​ກັນ​ເພື່ອ​ປະ​ທ້ວງ​ແລະ​ເຖິງ​ກັບ​ເຮັດ​ການ​ປະຕິວັດ. ແຕ່​ເຂົາ​ເຈົ້າ​ໄດ້​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ​ແທ້ໆບໍ? ບໍ່. ມັນ​ແຮ່ງ​ເຮັດ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ​ແລະ​ຄວາມ​ຕາຍ​ເພີ່ມ​ຂຶ້ນ. ຄຳ​ເວົ້າ​ຂອງ​ກະສັດ​ຊາໂລໂມນ​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 8:9 (ລ.ມ.) ເປັນ​ຄວາມ​ຈິງ​ທີ່​ວ່າ: “ມະນຸດ​ປົກຄອງ​ມະນຸດ​ມີ​ແຕ່​ສ້າງ​ຄວາມ​ເສຍຫາຍ​ໃຫ້​ພວກ​ເຂົາ.”

3. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້?

3 ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ໃນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້. ຢາໂກໂບ​ບອກ​ວ່າ: ‘ຜູ້​ທີ່​ໄດ້​ເບິ່ງ​ຄັກ​ໃນ​ພະບັນຍັດ​ອັນ​ດີ​ທີ່​ສຸດ​ທີ່​ໃຫ້​ພົ້ນ​ຈາກ​ເປັນ​ທາດ​ໄດ້ ແລະ​ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ພະບັນຍັດ​ນັ້ນ . . . ຈະ​ໄດ້​ຄວາມ​ສຸກ​ໃນ​ການ​ແຫ່ງ​ຕົນ.’ (ຢາໂກໂບ 1:25) ກົດ​ໝາຍ​ທີ່​ສົມບູນ​ແບບ​ມາ​ຈາກ​ພະ​ເຢໂຫວາ ແລະ​ພະອົງ​ຮູ້​ດີ​ທີ່​ສຸດ​ວ່າ​ອັນ​ໃດ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້. ພະອົງ​ໃຫ້​ອາດາມ​ແລະ​ເອວາ​ມີ​ອິດ​ສະຫຼະ​ແທ້​ແລະ​ໃຫ້​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ເພື່ອ​ຈະ​ມີ​ຄວາມ​ສຸກ.

ຕອນ​ທີ່​ມະນຸດ​ເຄີຍ​ມີ​ອິດ​ສະຫຼະ​ແທ້

4. ອາດາມ​ແລະ​ເອວາ​ມີ​ອິດ​ສະຫຼະ​ແບບ​ໃດ? (ເບິ່ງ​ຮູບ​ທຳອິດ)

4 ຕອນ​ທີ່​ເຮົາ​ອ່ານ​ພະທຳ​ຕົ້ນເດີມ​ບົດ 1 ແລະ 2 ເຮົາ​ຮູ້​ວ່າ​ອາດາມ​ແລະ​ເອວາ​ມີ​ອິດ​ສະຫຼະ​ໃນ​ແບບ​ທີ່​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ແຕ່​ຝັນ​ເຖິງ. ເຂົາ​ເຈົ້າ​ມີ​ທຸກ​ສິ່ງ​ທີ່​ຕ້ອງການ ເຂົາ​ເຈົ້າ​ບໍ່​ຢ້ານ​ສິ່ງ​ໃດ ແລະ​ບໍ່​ມີ​ໃຜ​ປະຕິບັດ​ກັບ​ເຂົາ​ເຈົ້າ​ແບບ​ບໍ່​ຍຸຕິທຳ. ເຂົາ​ເຈົ້າ​ບໍ່​ໄດ້​ກັງວົນ​ເລື່ອງ​ອາຫານ ວຽກ ຄວາມ​ເຈັບ​ປ່ວຍ ຫຼື​ຄວາມ​ຕາຍ. (ຕົ້ນເດີມ 1:27-29; 2:8, 9, 15) ແຕ່​ເຂົາ​ເຈົ້າ​ມີ​ອິດ​ສະຫຼະ​ແບບ​ທີ່​ບໍ່​ມີ​ຂີດ​ຈຳກັດ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

5. ບໍ່​ຄື​ກັບ​ທີ່​ຫຼາຍ​ຄົນ​ຄິດ ຄົນ​ເຮົາ​ຈຳເປັນ​ຕ້ອງ​ມີ​ຫຍັງ​ເພື່ອ​ຈະ​ມີ​ອິດ​ສະຫຼະ?

5 ຫຼາຍ​ຄົນ​ຄິດ​ວ່າ​ການ​ມີ​ອິດ​ສະຫຼະ​ແທ້​ຄື ການ​ທີ່​ສາມາດ​ເຮັດ​ຫຍັງ​ກໍ​ໄດ້​ໂດຍ​ບໍ່​ຕ້ອງ​ກັງວົນ​ກັບ​ຜົນ​ທີ່​ຕາມ​ມາ. ປຶ້ມ​ສາລານຸກົມ ເດີ ເວີລ ບຸ໊ກ ບອກ​ວ່າ: ອິດ​ສະຫຼະ​ແມ່ນ “ຄວາມ​ສາມາດ​ທີ່​ຈະ​ເລືອກ​ແລະ​ເຮັດ​ຕາມ​ໃນ​ສິ່ງ​ທີ່​ເລືອກ.” ແນວ​ໃດ​ກໍ​ຕາມ ປຶ້ມ​ນີ້​ຍັງ​ບອກ​ວ່າ​ຜູ້​ຄົນ​ຈະ​ມີ​ອິດ​ສະຫຼະ ຖ້າ​ລັດຖະບານ​ບໍ່​ຕັ້ງ​ຂໍ້​ຈຳກັດ​ທີ່​ບໍ່​ຍຸຕິທຳ ບໍ່​ຈຳເປັນ ແລະ​ບໍ່​ມີ​ເຫດຜົນ. ນີ້​ໝາຍ​ຄວາມ​ວ່າ​ການ​ຕັ້ງ​ຂໍ້​ຈຳກັດ​ບາງ​ຢ່າງ​ເປັນ​ສິ່ງ​ຈຳເປັນ ເພື່ອ​ທຸກ​ຄົນ​ຈະ​ມີ​ອິດ​ສະຫຼະ​ໄດ້. ແຕ່​ໃຜ​ທີ່​ມີ​ສິດ​ທີ່​ຈະ​ຕັດສິນ​ວ່າ​ຂໍ້​ຈຳກັດ​ອັນ​ໃດ​ຍຸຕິທຳ ຈຳເປັນ ແລະ​ມີ​ເຫດຜົນ?

6. (ກ) ເປັນ​ຫຍັງ​ພະ​ເຢໂຫວາ​ເປັນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ອິດ​ສະຫຼະ​ແບບ​ບໍ່​ມີ​ຂີດ​ຈຳກັດ? (ຂ) ມະນຸດ​ມີ​ອິດ​ສະຫຼະ​ແບບ​ໃດ ແລະ​ຍ້ອນ​ຫຍັງ?

6 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ອິດ​ສະຫຼະ​ແບບ​ທີ່​ບໍ່​ມີ​ຂີດ​ຈຳກັດ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະອົງ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ແລະ​ເປັນ​ຜູ້​ປົກຄອງ​ອົງ​ຍິ່ງໃຫຍ່​ເຊິ່ງ​ມີ​ພະລັງ​ອຳນາດ​ສູງ​ສຸດ​ໃນ​ເອກະພົບ. (1 ຕີໂມເຕ 1:17; ຄຳປາກົດ 4:11) ກະສັດ​ດາວິດ​ເວົ້າ​ເຖິງ​ຕຳແໜ່ງ​ຂອງ​ພະ​ເຢໂຫວາ​ໄວ້​ຢ່າງ​ດີ​ເຊິ່ງ​ມີ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຄູ່​ຄວນ. (ອ່ານ 1 ຂ່າວຄາວ 29:11, 12) ກົງ​ກັນ​ຂ້າມ ທຸກ​ສິ່ງ​ທີ່​ພະອົງ​ສ້າງ​ບໍ່​ວ່າ​ຈະ​ຢູ່​ເທິງ​ສະຫວັນ​ຫຼື​ເທິງ​ໂລກ​ຕ່າງ​ກໍ​ມີ​ອິດ​ສະຫຼະ​ແບບ​ມີ​ຂີດ​ຈຳກັດ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ​ມີ​ພຽງ​ພະອົງ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຕັດສິນ​ວ່າ​ຂໍ້​ຈຳກັດ​ໃດ​ຍຸຕິທຳ ຈຳເປັນ ແລະ​ມີ​ເຫດຜົນ. ແທ້ໆແລ້ວ ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ ພະອົງ​ໄດ້​ຕັ້ງ​ຂໍ້​ຈຳກັດ​ສຳລັບ​ເຂົາ​ເຈົ້າ ມະນຸດ​ເລີຍ​ມີ​ຂີດ​ຈຳກັດ​ບາງ​ຢ່າງ.

7. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ສຸກ?

7 ເຖິງ​ວ່າ​ອາດາມ​ກັບ​ເອວາ​ມີ​ອິດ​ສະຫຼະ​ຫຼາຍ ແຕ່​ອິດ​ສະຫຼະ​ຂອງ​ເຂົາ​ເຈົ້າ​ກໍ​ມີ​ຂີດ​ຈຳກັດ. ຂີດ​ຈຳກັດ​ບາງ​ຢ່າງ​ເຫຼົ່າ​ນີ້​ເປັນ​ເລື່ອງ​ທຳ​ມາ​ຊາດ ເຊັ່ນ: ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້ ເຂົາ​ເຈົ້າ​ຕ້ອງ​ຫາຍ​ໃຈ ຕ້ອງ​ກິນ ແລະ​ຕ້ອງ​ນອນ. ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ອິດ​ສະຫຼະ​ບໍ? ບໍ່​ແມ່ນ. ທີ່​ຈິງ​ແລ້ວ ພະ​ເຢໂຫວາ​ຮູ້​ວ່າ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແລະ​ມີ​ຄວາມ​ສຸກ. (ຄຳເພງ 104:14, 15; ຜູ້​ເທສະໜາ​ປ່າວ​ປະກາດ 3:12, 13) ພວກ​ເຮົາ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ສູດ​ອາກາດ​ທີ່​ສົດ​ຊື່ນ ໄດ້​ກິນ​ອາຫານ​ທີ່​ເຮົາ​ມັກ ແລະ​ໄດ້​ນອນ​ຫຼັບ​ຢ່າງ​ເຕັມທີ. ຕອນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້​ເຮົາ​ບໍ່​ໄດ້​ຮູ້ສຶກ​ຖືກ​ບັງຄັບ. ອາດາມ​ແລະ​ເອວາ​ກໍ​ຮູ້ສຶກ​ແບບ​ນີ້​ຄື​ກັນ.

8. ພະ​ເຢໂຫວາ​ໃຫ້​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ຫຍັງ​ກັບ​ອາດາມ​ແລະ​ເອວາ? ແລະ​ເພື່ອ​ຈຸດ​ປະສົງ​ຫຍັງ?

8 ພະ​ເຢໂຫວາ​ໃຫ້​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ກັບ​ອາດາມ​ແລະ​ເອວາ. ພະອົງ​ບອກ​ເຂົາ​ເຈົ້າ​ໃຫ້​ມີ​ລູກ​ຫຼານ​ຈົນ​ເຕັມ​ໂລກ​ແລະ​ເບິ່ງ​ແຍງ​ໂລກ. (ຕົ້ນເດີມ 1:28) ຄຳ​ສັ່ງ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ອິດ​ສະຫຼະ​ບໍ? ບໍ່​ແມ່ນ. ມັນ​ເປີດ​ໂອກາດ​ໃຫ້​ເຂົາ​ເຈົ້າ​ມີ​ສ່ວນ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ເປັນ​ຈິງ ຄື​ການ​ເຮັດ​ໃຫ້​ທັງ​ໂລກ​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ ເຊິ່ງ​ເປັນ​ເຮືອນ​ທີ່​ເຂົາ​ເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ​ກັບ​ລູກ​ຫຼານ​ທີ່​ສົມບູນ​ແບບ. (ເອຊາອີ 45:18) ໃນ​ທຸກ​ມື້​ນີ້ ຖ້າ​ຜູ້​ຄົນ​ເລືອກ​ທີ່​ຈະ​ບໍ່​ແຕ່ງ​ດອງ​ແລະ​ບໍ່​ມີ​ລູກ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ. ແຕ່​ບາງ​ຄົນ​ກໍ​ເລືອກ​ທີ່​ຈະ​ແຕ່ງ​ດອງ​ແລະ​ມີ​ລູກ ເຖິງ​ວ່າ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ເຈິ​ກັບ​ບັນຫາ​ກໍ​ຕາມ. (1 ໂກລິນໂທ 7:36-38) ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຂົາ​ເຈົ້າ​ຄາດ​ໝາຍ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແລະ​ຮູ້ສຶກ​ອີ່ມ​ໃຈ​ພໍ​ໃຈ​ກັບ​ຊີວິດ. (ຄຳເພງ 127:3) ຖ້າ​ອາດາມ​ແລະ​ເອວາ​ເຊື່ອ​ຟັງ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈະ​ມີ​ຊີວິດ​ຄູ່​ແລະ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.

ມະນຸດ​ສູນ​ເສຍ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ?

9. ເປັນ​ຫຍັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ໃນ​ຕົ້ນເດີມ 2:17 ຈຶ່ງ​ຍຸຕິທຳ ຈຳເປັນ ແລະ​ມີ​ເຫດຜົນ?

9 ພະ​ເຢໂຫວາ​ໃຫ້​ອີກ​ຄຳ​ສັ່ງ​ໜຶ່ງ​ກັບ​ອາດາມ​ແລະ​ເອວາ ແລະ​ບອກ​ຢ່າງ​ຊັດເຈນ​ວ່າ​ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ​ຜົນ​ກໍ​ຈະ​ເປັນ​ແນວ​ໃດ. ພະອົງ​ບອກ​ວ່າ: “ແຕ່​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.” (ຕົ້ນເດີມ 2:17) ຄຳ​ສັ່ງ​ນັ້ນ​ບໍ່​ຍຸຕິທຳ ບໍ່​ຈຳເປັນ ແລະ​ບໍ່​ມີ​ເຫດຜົນ​ບໍ? ຄຳ​ສັ່ງ​ນີ້​ຈຳກັດ​ອິດ​ສະຫຼະ​ຂອງ​ອາດາມ​ແລະ​ເອວາ​ບໍ? ບໍ່​ເລີຍ. ແທ້ໆແລ້ວ ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ຄິດ​ວ່າ​ຄຳ​ສັ່ງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ສະຫຼາດ​ແລະ​ມີ​ເຫດຜົນ​ຫຼາຍ. ຜູ້​ຊ່ຽວຊານ​ຄົນ​ໜຶ່ງ​ບອກ​ວ່າ: “ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ອັນ​ໃດ​ດີ . . . ສຳລັບ​ມະນຸດ ແລະ​ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ອັນ​ໃດ​ບໍ່​ດີ . . . ສຳລັບ​ເຂົາ​ເຈົ້າ. ເພື່ອ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່ ‘ດີ’ ມະນຸດ​ຕ້ອງ​ໄວ້​ວາງໃຈ​ແລະ​ເຊື່ອ​ຟັງ​ພະເຈົ້າ. ຖ້າ​ບໍ່​ເຊື່ອ​ຟັງ ເຂົາ​ເຈົ້າ​ຈະ​ຖືກ​ປ່ອຍ​ໃຫ້​ຕັດສິນ​ໃຈ​ເອງ​ວ່າ​ອັນ​ໃດ​ດີ . . . ແລະ​ອັນ​ໃດ​ບໍ່​ດີ.” ເຊິ່ງ​ເປັນ​ສິ່ງ​ທີ່​ຍາກ​ຫຼາຍ​ສຳລັບ​ມະນຸດ​ທີ່​ຈະ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.

ການ​ເລືອກ​ຂອງ​ອາດາມ​ແລະ​ເອວາ​ນຳ​ໄປ​ສູ່​ຫາຍະນະ! (ເບິ່ງ​ຂໍ້ 9-12)

10. ເປັນ​ຫຍັງ​ອິດ​ສະຫຼະ​ໃນ​ການ​ເລືອກ​ຈຶ່ງ​ບໍ່​ຄື​ກັບ​ສິດ​ໃນ​ການ​ຕັດສິນ​ໃຈ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ?

ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຕັດສິນ​ໃຈ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ

10 ບາງ​ຄົນ​ອາດ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ໃຫ້​ອາດາມ​ມີ​ອິດ​ສະຫຼະ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ລາວ​ຕ້ອງການ. ແຕ່​ແທ້ໆແລ້ວ ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ອິດ​ສະຫຼະ​ໃນ​ການ​ເລືອກ ຫຼື​ສິດ​ໃນ​ການ​ເລືອກ​ທີ່​ຈະ​ເຮັດ​ໃນ​ສິ່ງ​ຕ່າງໆ ແມ່ນ​ບໍ່​ຄື​ກັບ​ສິດ​ໃນ​ການ​ຕັດສິນ​ໃຈ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. ອາດາມ​ແລະ​ເອວາ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ວ່າ​ຈະ​ເຊື່ອ​ຟັງ​ພະເຈົ້າ​ຫຼື​ບໍ່? ແຕ່​ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຕັດສິນ​ໃຈ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. “ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ” ເປັນ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ອາດາມ​ແລະ​ເອວາ​ເຫັນ​ວ່າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ. (ຕົ້ນເດີມ 2:9) ເຮົາ​ຈະ​ບໍ່​ມີ​ທາງ​ຮູ້​ເຖິງ​ຜົນ​ທີ່​ເກີດ​ຂຶ້ນ​ຈາກ​ສິ່ງ​ທີ່​ເຮົາ​ເລືອກ ແລະ​ເຮົາ​ບໍ່​ສາມາດ​ຮູ້​ຢ່າງ​ແນ່ນອນ​ວ່າ​ຜົນ​ທີ່​ໄດ້​ຈາກ​ການ​ທີ່​ເຮົາ​ເລືອກ​ຈະ​ດີ​ສະເໝີ​ໄປ. ນັ້ນ​ເປັນ​ເຫດຜົນ​ທີ່​ເຮົາ​ເຫັນ​ຜູ້​ຄົນ​ເລືອກ​ຫຼື​ຕັດສິນ​ໃຈ​ດ້ວຍ​ເຈຕະນາ​ທີ່​ດີ ແຕ່​ຜົນ​ທີ່​ອອກ​ມາ​ພັດ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ ຫາຍະນະ ແລະ​ຄວາມ​ໂສກ​ເສົ້າ. (ສຸພາສິດ 14:12) ສິ່ງ​ທີ່​ມະນຸດ​ເຮັດ​ມີ​ຂີດ​ຈຳກັດ. ໂດຍ​ການ​ທີ່​ພະ​ເຢໂຫວາ​ສັ່ງ​ບໍ່​ໃຫ້​ອາດາມ​ແລະ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ພະອົງ​ສອນ​ເຂົາ​ເຈົ້າ​ວ່າ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ມີ​ອິດ​ສະຫຼະ​ແທ້ ເຂົາ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ພະອົງ. ແລ້ວ​ອາດາມ​ແລະ​ເອວາ​ຕັດສິນ​ໃຈ​ແນວ​ໃດ?

11, 12. ເປັນ​ຫຍັງ​ການ​ເລືອກ​ຂອງ​ອາດາມ​ແລະ​ເອວາ​ຈຶ່ງ​ນຳ​ໄປ​ສູ່​ຫາຍະນະ? ຂໍ​ໃຫ້​ຍົກ​ຕົວຢ່າງ.

11 ໜ້າ​ເສົ້າໃຈ ອາດາມ​ແລະ​ເອວາ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ເອວາ​ເລືອກ​ເຊື່ອ​ຟັງ​ໃນ​ສິ່ງ​ທີ່​ຊາຕານ​ສັນຍາ​ວ່າ: “ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.” (ຕົ້ນເດີມ 3:5) ສິ່ງ​ທີ່​ອາດາມ​ແລະ​ເອວາ​ເລືອກ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ​ຄື​ກັບ​ທີ່​ຊາຕານ​ບອກ​ບໍ? ບໍ່. ທີ່​ຈິງ ເຂົາ​ເຈົ້າ​ພົບ​ວ່າ​ການ​ປະຕິເສດ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຫາຍະນະ. (ຕົ້ນເດີມ 3:16-19) ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ມະນຸດ​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ.—ອ່ານ​ສຸພາສິດ 20:24; ເຢເຣມີ 10:23

12 ເລື່ອງ​ນີ້​ຄ້າຍ​ຄື​ກັບ​ນັກ​ບິນ. ເພື່ອ​ຈະ​ເດີນ​ທາງ​ໄປ​ເຖິງ​ຈຸດ​ໝາຍ​ໄດ້​ຢ່າງ​ປອດໄພ ລາວ​ຕ້ອງ​ໄປ​ຕາມ​ເສັ້ນ​ທາງ​ທີ່​ໄດ້​ຮັບ​ອະນຸຍາດ​ໂດຍ​ໃຊ້​ເຄື່ອງ​ມື​ນຳ​ທາງ​ທີ່​ຢູ່​ເທິງ​ຍົນ​ແລະ​ຕິດ​ຕໍ່​ສື່ສານ​ກັບ​ຜູ້​ຄວບຄຸມ​ການ​ຈາ​ລະ​ຈອນ​ທາງ​ອາກາດ. ແຕ່​ຖ້າ​ນັກ​ບິນ​ບໍ່​ເຮັດ​ຕາມ​ການ​ຊີ້​ນຳ​ແລະ​ບິນ​ໄປ​ຕາມ​ໃຈ ກໍ​ຈະ​ນຳ​ໄປ​ສູ່​ຫາຍະນະ​ຢ່າງ​ແນ່ນອນ. ຄ້າຍ​ຄື​ກັບ​ນັກ​ບິນ ອາດາມ​ກັບ​ເອວາ​ຢາກ​ເຮັດ​ສິ່ງ​ຕ່າງໆໃນ​ວິທີ​ຂອງ​ຕົວ​ເອງ. ເຂົາ​ເຈົ້າ​ປະຕິເສດ​ການ​ຊີ້​ນຳ​ຈາກ​ພະເຈົ້າ. ຜົນ​ເປັນ​ແນວ​ໃດ? ຫາຍະນະ! ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ກາຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ. (ໂລມ 5:12) ອາດາມ​ແລະ​ເອວາ​ບໍ່​ໄດ້​ມີ​ອິດ​ສະຫຼະ​ຫຼາຍ​ຂຶ້ນ​ຈາກ​ການ​ພະຍາຍາມ​ທີ່​ຈະ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ​ສູນ​ເສຍ​ອິດ​ສະຫຼະ​ແທ້​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ກັບ​ເຂົາ​ເຈົ້າ.

ມະນຸດ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ

13, 14. ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ?

13 ບາງ​ຄົນ​ຄິດ​ວ່າ​ການ​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຈະ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. ແຕ່​ແມ່ນ​ແທ້​ບໍ? ເຖິງ​ວ່າ​ການ​ມີ​ອິດ​ສະຫຼະ​ຈະ​ມີ​ປະໂຫຍດ​ຫຼາຍ​ຢ່າງ ແຕ່​ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດ​ຖ້າ​ບໍ່​ມີ​ການ​ຈຳກັດ​ຫຼື​ການ​ຄວບຄຸມ​ອັນ​ໃດ​ເລີຍ? ປຶ້ມ​ສາລານຸກົມ ເດີ ເວີລ ບຸ໊ກ ບອກ​ວ່າ: ໃນ​ທຸກ​ສັງຄົມ​ທີ່​ເປັນ​ລະບົບ​ລະບຽບ​ຈະ​ມີ​ການ​ຕັ້ງ​ກົດ​ທີ່​ຊັບຊ້ອນ​ເພື່ອ​ປົກ​ປ້ອງ​ແລະ​ຈຳກັດ​ອິດ​ສະຫຼະ​ຂອງ​ປະຊາຊົນ. ແຕ່​ເລື່ອງ​ນີ້​ກໍ​ບໍ່​ງ່າຍ​ສະເໝີ​ໄປ. ນັ້ນ​ເປັນ​ເຫດຜົນ​ທີ່​ເຮົາ​ເຫັນ​ວ່າ​ມີ​ຂໍ້​ກົດ​ໝາຍ​ເປັນ​ຮ້ອຍ​ເປັນ​ພັນ ແລະ​ຍັງ​ມີ​ນັກ​ກົດ​ໝາຍ ແລະ​ຜູ້​ພິພາກສາ​ຈຳນວນ​ຫຼາຍ​ທີ່​ພະຍາຍາມ​ຈະ​ອະທິບາຍ​ແລະ​ໃຊ້​ກົດ​ໝາຍ​ເຫຼົ່າ​ນັ້ນ.

14 ພະ​ເຍຊູ​ຄລິດ​ອະທິບາຍ​ເຖິງ​ວິທີ​ທີ່​ພວກ​ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້. ເພິ່ນ​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ເຮົາ​ສອນ​ສະເໝີ ພວກ​ເຈົ້າ​ກໍ​ເປັນ​ສາວົກ​ຂອງ​ເຮົາ​ແທ້ໆ ແລະ​ພວກ​ເຈົ້າ​ຈະ​ຮູ້​ຄວາມ​ຈິງ ແລ້ວ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດ​ສະຫຼະ.” (ໂຢຮັນ 8:31, 32, ລ.ມ.) ດັ່ງ​ນັ້ນ ເພື່ອ​ຈະ​ມີ​ອິດ​ສະຫຼະ​ແທ້ ເຮົາ​ຕ້ອງ​ເຮັດ 2 ຢ່າງ​ຄື: ທຳອິດ ເຮົາ​ຕ້ອງ​ຍອມ​ຮັບ​ຄວາມ​ຈິງ​ທີ່​ພະ​ເຍຊູ​ສອນ. ສອງ ເຮົາ​ຕ້ອງ​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ເພິ່ນ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອິດ​ສະຫຼະ​ແທ້. ແຕ່​ເປັນ​ອິດ​ສະຫຼະ​ຈາກ​ອັນ​ໃດ? ພະ​ເຍຊູ​ບອກ​ວ່າ: “ທຸກ​ຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ທາດ​ຂອງ​ບາບ . . . ຖ້າ​ເຮົາ​ທີ່​ເປັນ​ລູກ​ຂອງ​ພະເຈົ້າ​ປົດ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ ພວກ​ເຈົ້າ​ກໍ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆ.”—ໂຢຮັນ 8:34, 36, ລ.ມ.

15. ເປັນ​ຫຍັງ​ອິດ​ສະຫຼະ​ຕາມ​ທີ່​ພະ​ເຍຊູ​ສັນຍາ​ຈຶ່ງ​ເຮັດ​ໃຫ້​ເຮົາ​ເປັນ “ອິດ​ສະຫຼະ​ແທ້ໆ”?

15 ອິດ​ສະຫຼະ​ທີ່​ຄົນ​ໃນ​ທຸກ​ມື້​ນີ້​ຢາກ​ໄດ້​ທຽບ​ບໍ່​ໄດ້​ເລີຍ​ກັບ​ອິດ​ສະຫຼະ​ທີ່​ພະ​ເຍຊູ​ສັນຍາ​ກັບ​ລູກ​ສິດ​ຂອງ​ເພິ່ນ. ເມື່ອ​ພະ​ເຍຊູ​ບອກ​ວ່າ: “ຖ້າ​ເຮົາ​ທີ່​ເປັນ​ລູກ​ຂອງ​ພະເຈົ້າ​ປົດ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ ພວກ​ເຈົ້າ​ກໍ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆ” ເພິ່ນ​ເວົ້າ​ເຖິງ​ອິດ​ສະຫຼະ​ຈາກ​ການ​ເປັນ​ທາດ​ຂອງ​ບາບ ເຊິ່ງ​ເປັນ​ທາດ​ໃນ​ຮູບ​ແບບ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ປະສົບ​ມາ. ເຮົາ​ເປັນ​ທາດ​ຂອງ​ບາບ​ແນວ​ໃດ? ບາບ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ຊົ່ວ. ມັນ​ຍັງ​ຂັດ​ຂວາງ​ບໍ່​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເອງ​ກໍ​ຮູ້​ວ່າ​ຖືກຕ້ອງ ຫຼື​ບໍ່​ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ ເຮົາ​ຈຶ່ງ​ຕ້ອງ​ເຈິ​ກັບ​ຄວາມ​ຜິດ​ຫວັງ ຄວາມ​ເຈັບ​ປວດ ຄວາມ​ທຸກ ແລະ​ຄວາມ​ຕາຍ​ໃນ​ທີ່​ສຸດ. (ໂລມ 6:23) ອັກຄະສາວົກ​ໂປໂລ​ຮູ້​ດີ​ວ່າ​ມັນ​ເຈັບ​ປວດ​ຫຼາຍ​ສໍ່າ​ໃດ​ທີ່​ຕ້ອງ​ເປັດ​ທາດ​ຂອງ​ບາບ. (ອ່ານ​ໂລມ 7:21-25) ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້ໆ ຄື​ກັບ​ທີ່​ອາດາມ​ແລະ​ເອວາ​ເຄີຍ​ມີ​ກໍ​ຕໍ່​ເມື່ອ​ບາບ​ຖືກ​ກຳຈັດ​ອອກ​ໄປ.

16. ເຮົາ​ຈະ​ເປັນ​ອິດ​ສະຫຼະ​ແທ້ໆໄດ້​ແນວ​ໃດ?

16 ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ເຮົາ​ສອນ​ສະເໝີ” ສະແດງ​ໃຫ້​ເຫັນ​ວ່າ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຍຊູ​ຊ່ວຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ ເຮົາ​ກໍ​ຈຳເປັນ​ຕ້ອງ​ເຮັດ​ຫຍັງ​ບາງ​ຢ່າງ. ເຮົາ​ຕ້ອງ​ເຮັດ​ຫຍັງ? ໃນ​ຖານະ​ຄລິດສະຕຽນ​ທີ່​ອຸທິດ​ຕົວ​ແລ້ວ ເຮົາ​ຕ້ອງ​ເຊົາ​ໃຊ້​ຊີວິດ​ເພື່ອ​ຕົວ​ເອງ​ແລະ​ເລືອກ​ໃຊ້​ຊີວິດ​ຕາມ​ທີ່​ພະ​ເຍຊູ​ໄດ້​ກຳນົດ​ໃຫ້​ລູກ​ສິດ​ຂອງ​ເພິ່ນ. (ມັດທາຍ 16:24) ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ໃນ​ອະນາຄົດ​ຕາມ​ທີ່​ພະ​ເຍຊູ​ສັນຍາ ເມື່ອ​ເຮົາ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ຄ່າໄຖ່.

17. (ກ) ເຮົາ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້ໆໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ເພື່ອ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ແທ້ໆ ເຮົາ​ຕ້ອງ ເຊື່ອ​ຟັງ​ຄຳ​ສອນ​ຂອງ​ພະ​ເຍຊູ​ໃນ​ຖານະ​ເປັນ​ລູກ​ສິດ​ຂອງ​ເພິ່ນ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ໃນ​ທີ່​ສຸດ​ເຮົາ​ຈະ​ເປັນ​ອິດ​ສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ອ່ານ​ໂລມ 8:1, 2, 20, 21) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ວິທີ​ໃຊ້​ອິດ​ສະຫຼະ​ທີ່​ມີ​ໃນ​ຕອນ​ນີ້​ຢ່າງ​ສະຫຼາດ ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ແທ້​ໄດ້​ຕະຫຼອດ​ໄປ.