ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ພາບ

ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ພາບ

“ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.”—2 ໂກລິນໂທ 3:17, ..

ເພງ: 49, 73

1, 2. (ກ) ເປັນ​ຫຍັງ​ເລື່ອງ​ທາດ​ແລະ​ການ​ເປັນ​ອິດ​ສະຫຼະ​ຈຶ່ງ​ເປັນ​ເລື່ອງ​ທີ່​ຜູ້​ຄົນ​ໃນ​ສະໄໝ​ຂອງ​ໂປໂລ​ສົນ​ໃຈ​ເປັນ​ພິເສດ? (ຂ) ໃຜ​ທີ່​ໂປໂລ​ບອກ​ວ່າ​ເປັນ​ແຫຼ່ງ​ຂອງ​ອິດ​ສະພາບ​ແທ້?

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຈັກກະພັດ​ໂລມ ຜູ້​ຄົນ​ໃນ​ທີ່​ນັ້ນ​ຮູ້ສຶກ​ພູມ​ໃຈ​ໃນ​ກົດ​ໝາຍ ລະບົບ​ຄວາມ​ຍຸຕິທຳ ແລະ​ອິດ​ສະຫຼະ​ທີ່​ເຂົາ​ເຈົ້າ​ມີ. ແຕ່​ຈັກກະພັດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ນີ້​ຕ້ອງ​ໄດ້​ອາໄສ​ແຮງ​ງານ​ຂອງ​ທາດ​ໃຫ້​ເຮັດ​ວຽກ​ໜັກ​ເປັນ​ສ່ວນ​ໃຫຍ່. ມີ​ໄລຍະ​ໜຶ່ງ​ທີ່​ຈັກກະພັດ​ໂລມ​ມີ​ປະຊາກອນ​ເປັນ​ທາດ​ເຖິງ 1 ສ່ວນ 3 ຂອງ​ປະຊາກອນ​ທັງ​ໝົດ. ແນ່ນອນ​ວ່າ ເລື່ອງ​ທາດ​ແລະ​ການ​ເປັນ​ອິດ​ສະຫຼະ​ເປັນ​ເລື່ອງ​ທີ່​ຜູ້​ຄົນ​ທົ່ວໄປ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິເສດ​ລວມ​ເຖິງ​ຄລິດສະຕຽນ​ນຳ.

2 ອັກຄະສາວົກ​ໂປໂລ​ມັກ​ຂຽນ​ກ່ຽວ​ກັບ​ເລື່ອງ​ອິດ​ສະຫຼະ​ເລື້ອຍໆ ແຕ່​ລາວ​ກໍ​ບໍ່​ໄດ້​ພະຍາຍາມ​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້ ເຊິ່ງ​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ຕ້ອງການ​ຈະ​ເຮັດ. ກົງ​ກັນ​ຂ້າມ ໂປໂລ​ແລະ​ເພື່ອນ​ຄລິດສະຕຽນ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ຄ່າໄຖ່​ຂອງ​ພະ​ເຍຊູ​ຄລິດ​ມີ​ຄ່າ​ຫຼາຍ​ສໍ່າ​ໃດ. ໂປໂລ​ບອກ​ເພື່ອນ​ຄລິດສະຕຽນ​ເຖິງ​ແຫຼ່ງ​ຂອງ​ອິດ​ສະຫຼະ​ພາບ​ແທ້ ລາວ​ຂຽນ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ທີ່​ມະນຸດ​ເບິ່ງ​ບໍ່​ເຫັນ ແລະ​ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.”—2 ໂກລິນໂທ 3:17, ລ.ມ.

3, 4. (ກ) ໂປໂລ​ເວົ້າ​ເຖິງ​ຫຍັງ​ກ່ອນ​ຂໍ້​ພະ​ຄຳພີ 2 ໂກລິນໂທ 3:17? (ຂ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ອິດ​ສະຫຼະ​ທີ່​ມາ​ຈາກ​ພະ​ເຢໂຫວາ?

3 ໃນ​ຈົດ​ໝາຍ​ສະບັບ​ທີ​ສອງ​ທີ່​ໂປໂລ​ຂຽນ​ເຖິງ​ຊາວ​ເມືອງ​ໂກລິນໂທ ລາວ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂມເຊ​ຕອນ​ທີ່​ໂມເຊ​ລົງ​ມາ​ຈາກ​ພູເຂົາ​ຊີນາອີ​ຫຼັງ​ຈາກ​ທີ່​ໄດ້​ເຂົ້າ​ໄປ​ຫາ​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ. ແສງ​ລັດ​ສະໝີ​ກໍ​ເປັ່ງ​ອອກ​ມາ​ຈາກ​ໜ້າ​ຂອງ​ລາວ! ເມື່ອ​ຊາວ​ອິດສະລາແອນ​ເຫັນ​ໜ້າ​ຂອງ​ໂມເຊ ເຂົາ​ເຈົ້າ​ກໍ​ຢ້ານ​ຫຼາຍ ໂມເຊ​ຈຶ່ງ​ເອົາ​ຜ້າ​ມາ​ປົກ​ໜ້າ​ໄວ້. (ອົບພະຍົບ 34:29, 30, 33; 2 ໂກລິນໂທ 3:7, 13) ໂປໂລ​ອະທິບາຍ​ວ່າ: “ແຕ່​ວ່າ​ເມື່ອ​ເຂົາ​ຈະ​ຫຼົບ​ມາ​ຫາ​ພະອົງ​ເຈົ້າ [ພະ​ເຢໂຫວາ] ຜ້າ​ປົກ​ນັ້ນ​ຈະ​ເປັນ​ທີ່​ຍົກ​ເສຍ.” (2 ໂກລິນໂທ 3:16) ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ເຮົາ​ໄດ້​ຮຽນ​ຈາກ​ບົດ​ຄວາມ​ກ່ອນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ອິດ​ສະຫຼະ​ແບບ​ບໍ່​ມີ​ຂີດ​ຈຳກັດ. ດັ່ງ​ນັ້ນ ບໍ່​ວ່າ​ພະ​ເຢໂຫວາ​ຈະ​ຢູ່​ບ່ອນ​ໃດ​ບ່ອນ​ນັ້ນ​ກໍ​ຈະ​ມີ​ອິດ​ສະຫຼະ ແລະ “ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.” ນີ້​ເປັນ​ເຫດຜົນ​ທີ່​ໂປໂລ​ບອກ​ວ່າ​ຖ້າ​ເຮົາ​ຢາກ​ມີ​ອິດ​ສະຫຼະ​ທີ່​ມາ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ຫຼົບ​ມາ​ຫາ​ພະອົງ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ. ຕອນ​ທີ່​ຊາວ​ອິດສະລາແອນ​ຢູ່​ໃນ​ຖິ່ນ​ທຸລະກັນດານ ທັງໆທີ່​ເຂົາ​ເຈົ້າ​ໄດ້​ຮັບ​ອິດ​ສະຫຼະ​ຈາກ​ການ​ເປັນ​ທາດ​ຂອງ​ເອຢິບ ເຂົາ​ເຈົ້າ​ພັດ​ເບິ່ງ​ສິ່ງ​ຕ່າງໆຄື​ກັບ​ມະນຸດ​ເບິ່ງ ບໍ່​ໄດ້​ເບິ່ງ​ຄື​ກັບ​ພະ​ເຢໂຫວາ​ເບິ່ງ. ນັ້ນ​ເປັນ​ຄື​ກັບ​ວ່າ​ມີ​ຜ້າ​ມາ​ປົກ​ຄວາມ​ຄິດ​ແລະ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ໄວ້. ເຂົາ​ເຈົ້າ​ຢາກ​ໃຊ້​ອິດ​ສະຫຼະ​ທີ່​ຫາ​ກໍ​ໄດ້​ນີ້​ພຽງ​ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ.—ເຫບເລີ 3:8-10

ແມ່ນ​ແຕ່​ຄົນ​ທີ່​ຕິດ​ຄຸກ​ກໍ​ຍັງ​ມີ​ອິດ​ສະຫຼະ​ໄດ້

5. (ກ) ພະລັງ​ຂອງ​ພະ​ເຢໂຫວາ​ໃຫ້​ອິດ​ສະຫຼະ​ແບບ​ໃດ​ກັບ​ເຮົາ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຖິງ​ຈະ​ເປັນ​ທາດ​ຫຼື​ຕິດ​ຄຸກ​ກໍ​ຍັງ​ມີ​ອິດ​ສະຫຼະ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໄດ້? (ຄ) ຄຳຖາມ​ຫຍັງ​ທີ່​ເຮົາ​ຕ້ອງ​ໄດ້​ຮັບ​ຄຳຕອບ?

5 ອິດ​ສະຫຼະ​ທີ່​ພະລັງ​ຂອງ​ພະ​ເຢໂຫວາ​ໃຫ້​ນັ້ນ​ບໍ່​ພຽງ​ແຕ່​ເປັນ​ອິດ​ສະຫຼະ​ຈາກ​ການ​ເປັນ​ທາດ. ພະລັງ​ຂອງ​ພະອົງ​ເຮັດ​ໃຫ້​ມີ​ອິດ​ສະຫຼະ​ທີ່​ຍິ່ງໃຫຍ່​ເກີນ​ກວ່າ​ມະນຸດ​ຈະ​ສາມາດ​ເຮັດ​ໄດ້. ພະລັງ​ນີ້​ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ທາດ​ຂອງ​ບາບ​ແລະ​ຄວາມ​ຕາຍ ຈາກ​ການ​ນະມັດສະການ​ປອມ​ແລະ​ປະເພນີ​ຕ່າງໆ. (ໂລມ 6:23; 8:2) ມັນ​ເປັນ​ອິດ​ສະຫຼະ​ທີ່​ສຸດ​ຍອດ​ແທ້ໆ! ເພາະ​ແມ່ນ​ແຕ່​ຄົນ​ທີ່​ເປັນ​ທາດ​ຫຼື​ຕິດ​ຄຸກ​ກໍ​ຍັງ​ມີ​ອິດ​ສະຫຼະ​ແບບ​ນີ້​ໄດ້. (ຕົ້ນເດີມ 39:20-23) ພີ່​ນ້ອງ​ແນນຊີ ຢວນ ແລະ​ພີ່​ນ້ອງ​ແຮໂຣດ ຄິງ ຕິດ​ຄຸກ​ຫຼາຍ​ປີ​ຍ້ອນ​ຄວາມ​ເຊື່ອ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ມີ​ອິດ​ສະຫຼະ​ແບບ​ນີ້. ເຈົ້າ​ສາມາດ​ເບິ່ງ​ເຂົາ​ເຈົ້າ​ເລົ່າ​ປະສົບການ​ໄດ້​ໃນ​ລາຍການ​ໂທລະທັດ JW. (ໄປ​ທີ່ ເລືອກ​ເບິ່ງ​ວິດີໂອ > ການ​ສຳ​ພາດ​ແລະ​ປະສົບການ > ການ​ຮັບ​ມື​ກັບ​ບັນຫາ) ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳຕອບ​ຂອງ 2 ຄຳຖາມ​ຄື: (1) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ອິດ​ສະຫຼະ​ທີ່​ເຮົາ​ມີ? ແລະ (2) ເຮົາ​ຈະ​ໃຊ້​ອິດ​ສະຫຼະ​ທີ່​ເຮົາ​ມີ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ?

ອິດ​ສະຫຼະ​ທີ່​ພະເຈົ້າ​ໃຫ້​ເຮົາ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ

6. ຊາວ​ອິດສະລາແອນ​ບໍ່​ເຫັນ​ຄຸນຄ່າ​ອິດ​ສະຫຼະ​ທີ່​ພະ​ເຢໂຫວາ​ໃຫ້​ແນວ​ໃດ?

6 ເມື່ອ​ເຮົາ​ໄດ້​ຮັບ​ຂອງ​ຂວັນ​ທີ່​ມີ​ຄ່າ ເຮົາ​ຮູ້ສຶກ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ຄົນ​ທີ່​ໃຫ້​ຂອງ​ຂວັນ​ກັບ​ເຮົາ. ແຕ່​ຊາວ​ອິດສະລາແອນ​ບໍ່​ໄດ້​ເຫັນ​ຄຸນຄ່າ​ໃນ​ອິດ​ສະຫຼະ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຂົາ​ເຈົ້າ. ພຽງ​ບໍ່​ເທົ່າ​ໃດ​ເດືອນ​ຫຼັງ​ຈາກ​ທີ່​ພະອົງ​ປົດ​ປ່ອຍ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ ເຂົາ​ເຈົ້າ​ກໍ​ເລີ່ມ​ຄິດ​ຮອດ​ອາຫານ​ແລະ​ເຄື່ອງ​ດື່ມ​ທີ່​ເຄີຍ​ກິນ​ຢູ່​ທີ່​ນັ້ນ. ເຂົາ​ເຈົ້າ​ຈົ່ມ​ເລື່ອງ​ມານາ​ເຊິ່ງ​ເປັນ​ອາຫານ​ທີ່​ພະ​ເຢໂຫວາ​ໃຫ້ ຈົນ​ເຖິງ​ຂັ້ນ​ຢາກ​ກັບ​ໄປ​ທີ່​ເອຢິບ! ສຳລັບ​ເຂົາ​ເຈົ້າ​ແລ້ວ ‘ປາ ໝາກ​ແຕງກວາ ໝາກ​ແຕງ ຫົວ​ຜັກ​ແປ້ນ ຜັກບົ່ວ​ແລະ​ຜັກ​ທຽມ’ ສຳຄັນ​ຫຼາຍ​ກວ່າ​ອິດ​ສະຫຼະ​ທີ່​ພະ​ເຢໂຫວາ​ໃຫ້​ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ນະມັດສະການ​ພະອົງ​ໄດ້. ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ​ແທ້ໆ. (ຈົດເຊັນບັນຊີ 11:5, 6, 10; 14:3, 4) ເລື່ອງ​ນີ້​ສອນ​ບົດຮຽນ​ທີ່​ສຳຄັນ​ຫຼາຍ​ໃຫ້​ກັບ​ເຮົາ.

7. ໂປໂລ​ເຮັດ​ຕາມ​ສິ່ງ​ທີ່​ລາວ​ແນະນຳ​ໃນ 2 ໂກລິນໂທ 6:1 ແນວ​ໃດ? ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

7 ໂປໂລ​ເຕືອນ​ຄລິດສະຕຽນ​ທຸກ​ຄົນ​ວ່າ ຢ່າ​ເປັນ​ຄົນ​ທີ່​ບໍ່​ເຫັນ​ຄຸນຄ່າ​ໃນ​ອິດ​ສະຫຼະ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຮົາ​ຜ່ານ​ທາງ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. (ອ່ານ 2 ໂກລິນໂທ 6:1) ໂປໂລ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ ລາວ​ເປັນ​ທາດ​ຂອງ​ບາບ​ແລະ​ຄວາມ​ຕາຍ​ເຊິ່ງ​ເຮັດ​ໃຫ້​ລາວ​ຮູ້ສຶກ​ບໍ່​ດີ​ຫຼາຍ​ແທ້ໆ. ແຕ່​ລາວ​ບອກ​ວ່າ: “ຂໍ​ຂອບຄຸນ​ພະເຈົ້າ​ຜ່ານ​ທາງ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ເຮົາ.” ເປັນ​ຫຍັງ​ລາວ​ຈຶ່ງ​ບອກ​ແນວ​ນັ້ນ? ໂປໂລ​ອະທິບາຍ​ກັບ​ເພື່ອນ​ຄລິດສະຕຽນ​ວ່າ: “ເພາະ​ພະລັງ​ຂອງ​ພະເຈົ້າ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ໃຊ້​ຊີວິດ​ເປັນ​ສາວົກ​ຂອງ​ພະ​ຄລິດ​ເຍຊູ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ຫຼຸດ​ພົ້ນ​ຈາກ​ກົດ​ຂອງ​ບາບ​ແລະ​ຄວາມ​ຕາຍ​ແລ້ວ.” (ໂລມ 7:24, 25; 8:2, ລ.ມ.) ຄື​ກັບ​ໂປໂລ ເຮົາ​ບໍ່​ຄວນ​ລືມ​ວ່າ​ພະ​ເຢໂຫວາ​ປົດ​ປ່ອຍ​ເຮົາ​ຈາກ​ການ​ເປັນ​ທາດ​ຂອງ​ບາບ​ແລະ​ຄວາມ​ຕາຍ​ແລ້ວ. ຄ່າໄຖ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮັບໃຊ້​ພະເຈົ້າ​ດ້ວຍ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ ແລະ​ຍັງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້.—ຄຳເພງ 40:8

ເຈົ້າ​ໃຊ້​ອິດ​ສະຫຼະ​ໃນ​ການ​ເລືອກ​ຂອງ​ເຈົ້າ​ເພື່ອ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ຫຼື​ເພື່ອ​ເຮັດ​ສິ່ງ​ທີ່​ເຈົ້າ​ຕ້ອງການ? (ເບິ່ງ​ຂໍ້ 8-10)

8, 9. (ກ) ອັກຄະສາວົກ​ເປໂຕ​ໄດ້​ເຕືອນ​ຫຍັງ​ເຮົາ​ກ່ຽວ​ກັບ​ການ​ໃຊ້​ອິດ​ສະຫຼະ? (ຂ) ບາງ​ຄົນ​ອາດ​ໃຊ້​ອິດ​ສະຫຼະ​ໃນ​ທາງ​ທີ່​ຜິດ​ແນວ​ໃດ?

8 ເຮົາ​ບໍ່​ຄວນ​ພຽງ​ແຕ່​ບອກ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ ແຕ່​ເຮົາ​ຄວນ​ລະວັງ​ທີ່​ຈະ​ບໍ່​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ໃນ​ທາງ​ທີ່​ຜິດ. ຕົວຢ່າງ: ອັກຄະສາວົກ​ເປໂຕ​ເຕືອນ​ເຮົາ​ວ່າ​ບໍ່​ຄວນ​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ເພື່ອ​ເປັນ​ຂໍ້​ອ້າງ​ໃນ​ການ​ເຮັດ​ຜິດ. (ອ່ານ 1 ເປໂຕ 2:16) ຄຳ​ເຕືອນ​ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຊາວ​ອິດສະລາແອນ​ໃນ​ຖິ່ນ​ທຸລະກັນດານ. ທຸກ​ມື້​ນີ້ ເຮົາ​ຍັງ​ຕ້ອງ​ເອົາໃຈໃສ່​ຄຳ​ເຕືອນ​ນີ້​ຄື​ກັນ​ແລະ​ອາດ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ. ຊາຕານ​ແລະ​ໂລກ​ຂອງ​ມັນ​ມັກ​ຈະ​ສະເໜີ​ສິ່ງ​ທີ່​ໜ້າ​ດຶງ​ດູດ​ໃຈ​ຫຼາຍ​ຢ່າງ​ໃນ​ເລື່ອງ​ການ​ນຸ່ງ​ຖື ອາຫານ ເຄື່ອງ​ດື່ມ ແລະ​ຄວາມ​ບັນເທີງ. ນັກ​ໂຄສະນາ​ທີ່​ສະຫຼາດ​ມັກ​ຈະ​ໃຊ້​ຄົນ​ທີ່​ມີ​ຮູບ​ຮ່າງ​ໜ້າ​ຕາ​ດີ​ເພື່ອ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ຕ້ອງ​ຊື້​ສິ່ງ​ທີ່​ແທ້ໆແລ້ວ​ບໍ່​ຈຳເປັນ​ເລີຍ. ເປັນ​ເລື່ອງ​ງ່າຍ​ຫຼາຍ​ທີ່​ເຮົາ​ຈະ​ຕິດ​ກັບດັກ​ຂອງ​ໂລກ​ໂດຍ​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ໃນ​ທາງ​ທີ່​ຜິດ.

9 ຄຳ​ແນະນຳ​ຂອງ​ເປໂຕ​ຍັງ​ໃຊ້​ໄດ້​ກັບ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ຊີວິດ ເຊັ່ນ: ເລື່ອງ​ການ​ຮຽນ​ຕໍ່​ແລະ​ການ​ເລືອກ​ວຽກ​ອາຊີບ. ຕົວຢ່າງ: ໄວຮຸ່ນ​ໃນ​ທຸກ​ມື້​ນີ້​ຖືກ​ກົດ​ດັນ​ໃຫ້​ພະຍາຍາມ​ຮຽນ​ຢ່າງ​ໜັກ​ເພື່ອ​ຈະ​ໄດ້​ເຂົ້າ​ມະຫາ​ວິທະຍາໄລ​ທີ່​ດີ​ທີ່​ສຸດ. ຫຼາຍ​ຄົນ​ບອກ​ເຂົາ​ເຈົ້າ​ວ່າ​ຖ້າ​ໄດ້​ຮຽນ​ສູງໆ ກໍ​ຈະ​ໄດ້​ວຽກ​ດີໆ ມີ​ເງິນ​ຫຼາຍໆ ແລະ​ຫຼາຍ​ຄົນ​ກໍ​ຈະ​ນັບ​ໜ້າ​ຖື​ຕາ. ຄົນ​ເຫຼົ່າ​ນັ້ນ​ອາດ​ໃຫ້​ຂໍ້​ມູນ​ທີ່​ເບິ່ງ​ຄື​ວ່າ ຄົນ​ທີ່​ຮຽນ​ຈົບ​ມະຫາ​ວິທະຍາໄລ​ຈະ​ຫາ​ເງິນ​ໄດ້​ຫຼາຍ​ກວ່າ​ຄົນ​ທີ່​ຮຽນ​ຈົບ​ມັດທະຍົມ​ປາຍ. ເບິ່ງ​ຄື​ວ່າ​ການ​ຮຽນ​ສູງໆຈະ​ເປັນ​ຄວາມ​ຄິດ​ທີ່​ດີ​ຫຼາຍ​ສຳລັບ​ໄວຮຸ່ນ​ທີ່​ຕ້ອງ​ເລືອກ​ໃນ​ສິ່ງ​ທີ່​ຈະ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຂົາ​ເຈົ້າ​ຕະຫຼອດ​ໄປ. ແຕ່​ເຂົາ​ເຈົ້າ​ກັບ​ພໍ່​ແມ່​ຄວນ​ຈື່​ຫຍັງ​ໄວ້?

10. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ສ່ວນ​ຕົວ?

10 ບາງ​ຄົນ​ກໍ​ອາດ​ຮູ້ສຶກ​ວ່າ​ການ​ເລືອກ​ຕັດສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນັ້ນ​ເປັນ​ເລື່ອງ​ສ່ວນ​ຕົວ ເຂົາ​ເຈົ້າ​ຄວນ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ ຖ້າ​ມັນ​ບໍ່​ໄດ້​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ. ເຂົາ​ເຈົ້າ​ອາດ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ເປັນ​ຫຍັງ​ເສລີ​ພາບ​ຂອງ​ຂ້ອຍ​ຕ້ອງ​ຖືກ​ຂັດ​ຂວາງ​ໂດຍ​ໃຈ​ສຳນຶກ​ຜິດ​ແລະ​ຊອບ​ຂອງ​ຄົນ​ອື່ນ?” (1 ໂກລິນໂທ 10:29, ທ.ປ.) ເຖິງ​ວ່າ​ເຮົາ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ເອງ​ວ່າ​ຈະ​ຮຽນ​ຫຍັງ​ແລະ​ເຮັດ​ວຽກ​ຫຍັງ ແຕ່​ເຮົາ​ຕ້ອງ​ຈື່​ວ່າ​ອິດ​ສະຫຼະ​ຂອງ​ເຮົາ​ມີ​ຂີດ​ຈຳກັດ ແລະ​ການ​ຕັດສິນ​ໃຈ​ທຸກ​ຢ່າງ​ຂອງ​ເຮົາ​ຈະ​ມີ​ຜົນ​ທີ່​ຕາມ​ມາ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ໂປໂລ​ບອກ​ວ່າ: “ສິ່ງ​ສາລະພັດ​ເຮົາ​ທຳ​ໄດ້​ແຕ່​ວ່າ​ບໍ່​ແມ່ນ​ທຸກ​ສິ່ງ​ເປັນ​ສົມຄວນ​ຈະ​ກະທຳ. ສິ່ງ​ສາລະພັດ​ເຮົາ​ທຳ​ໄດ້​ແຕ່​ວ່າ​ບໍ່​ໃຊ່​ສິ່ງ​ສາລະພັດ​ນັ້ນ​ເປັນ​ເຫດ​ໃຫ້​ຈຳເລີນ​ຂຶ້ນ.” (1 ໂກລິນໂທ 10:23) ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ຈະ​ມີ​ອິດ​ສະຫຼະ​ໃນ​ການ​ຕັດສິນ​ໃຈ​ເລື່ອງ​ສ່ວນ​ຕົວ ແຕ່​ເຮົາ​ບໍ່​ຄວນ​ໃຫ້​ຄວາມ​ຕ້ອງການ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ.

ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ຢ່າງ​ສະຫຼາດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ

11. ອັນ​ໃດ​ເປັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ?

11 ຕອນ​ທີ່​ເປໂຕ​ເຕືອນ​ເຮົາ​ບໍ່​ໃຫ້​ໃຊ້​ອິດ​ສະຫຼະ​ໃນ​ທາງ​ທີ່​ຜິດ ລາວ​ຍັງ​ບອກ​ວິທີ​ທີ່​ຈະ​ໃຊ້​ອິດ​ສະຫຼະ​ຢ່າງ​ຖືກຕ້ອງ​ຄື​ຮັບໃຊ້ “ເປັນ​ທາດ​ແຫ່ງ​ພະເຈົ້າ.” ດັ່ງ​ນັ້ນ ເຫດຜົນ​ທີ່​ພະ​ເຢໂຫວາ​ໃຊ້​ພະ​ເຍຊູ​ມາ​ປົດ​ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ​ກໍ​ເພື່ອ​ເຮົາ​ຈະ​ສາມາດ​ໃຊ້​ທັງ​ຊີວິດ​ໃນ​ການ​ຮັບໃຊ້​ພະອົງ.

ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ຄື ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ

12. ໂນເອ​ກັບ​ຄອບຄົວ​ວາງ​ຕົວຢ່າງ​ແນວ​ໃດ​ໃຫ້​ເຮົາ?

12 ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ຄື ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ບໍ່​ໃຫ້​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ແລະ​ເປົ້າ​ໝາຍ​ແບບ​ໂລກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. (ຄາລາຊີ 5:16) ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ໂນເອ​ແລະ​ຄອບຄົວ​ໄດ້​ເຮັດ. ເຂົາ​ເຈົ້າ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ຮຸນແຮງ​ແລະ​ຜິດ​ສິນລະທຳ. ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ກິດຈະກຳ​ຕ່າງໆແລະ​ເປົ້າ​ໝາຍ​ຂອງ​ຜູ້​ຄົນ​ອ້ອມ​ຂ້າງ ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ໝົກມຸ້ນ​ຢູ່​ກັບ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ເຮັດ. ເຂົາ​ເຈົ້າ​ສ້າງ​ເຮືອ​ນາວາ ສະສົມ​ອາຫານ​ເພື່ອ​ຕົວ​ເອງ​ແລະ​ສັດ ແລະ​ຍັງ​ເຕືອນ​ຜູ້​ຄົນ​ເລື່ອງ​ນໍ້າ​ຖ້ວມ​ໂລກ. “ທ່ານ​ໂນເອ​ໄດ້​ກະທຳ​ດັ່ງ​ນີ້​ຕາມ​ທີ່​ພະເຈົ້າ​ໄດ້​ສັ່ງ​ແລ້ວ ທ່ານ​ໂນເອ​ໄດ້​ກະທຳ​ທຸກ​ສິ່ງ.” (ຕົ້ນເດີມ 6:22) ນີ້​ເຮັດ​ໃຫ້​ໂນເອ​ແລະ​ຄອບຄົວ​ຂອງ​ລາວ​ລອດ​ຊີວິດ​ຈາກ​ຈຸດ​ຈົບ​ຂອງ​ໂລກ​ໃນ​ຕອນ​ນັ້ນ.—ເຫບເລີ 11:7

13. ພະ​ເຢໂຫວາ​ມີ​ຄຳ​ສັ່ງ​ໃຫ້​ເຮົາ​ເຮັດ​ຫຍັງ?

13 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ມີ​ຄຳ​ສັ່ງ​ໃຫ້​ເຮົາ​ເຮັດ​ຫຍັງ? ໃນ​ຖານະ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ ເຮົາ​ຮູ້​ວ່າ​ພະເຈົ້າ​ສັ່ງ​ໃຫ້​ເຮົາ​ໄປ​ປະກາດ. (ອ່ານ​ລືກາ 4:18, 19) ແຕ່​ຊາຕານ​ໄດ້​ປິດ​ຫູ​ປິດ​ຕາ​ຜູ້​ຄົນ​ສ່ວນ​ໃຫຍ່​ແລະ​ເຂົາ​ເຈົ້າ​ບໍ່​ຮູ້​ເລີຍ​ວ່າ​ກຳລັງ​ເປັນ​ທາດ​ຂອງ​ສາສະໜາ​ປອມ ຊັບ​ສິນ​ເງິນ​ຄຳ ແລະ​ລະບົບ​ການ​ເມືອງ. (2 ໂກລິນໂທ 4:4) ຄື​ກັບ​ພະ​ເຍຊູ ເຮົາ​ມີ​ສິດທິ​ພິເສດ​ທີ່​ໄດ້​ຊ່ວຍ​ໃຫ້​ຄົນ​ອື່ນໆ​ມາ​ຮູ້ຈັກ​ແລະ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ພາບ. (ມັດທາຍ 28:19, 20) ການ​ປະກາດ​ກັບ​ຜູ້​ຄົນ​ບໍ່​ແມ່ນ​ເລື່ອງ​ງ່າຍ. ໃນ​ບາງ​ເຂດ​ຜູ້​ຄົນ​ບໍ່​ສົນ​ໃຈ​ທີ່​ຈະ​ຮູ້ຈັກ​ພະເຈົ້າ ແລະ​ບາງ​ຄົນ​ກໍ​ໃຈ​ຮ້າຍ​ໃສ່​ເຮົາ​ຊໍ້າ. ແຕ່​ເນື່ອງ​ຈາກ​ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ເຮົາ​ປະກາດ ເຮົາ​ຈຶ່ງ​ຕ້ອງ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຈະ​ໃຊ້​ອິດ​ສະຫຼະ​ທີ່​ຂ້ອຍ​ມີ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ບໍ?’

14, 15. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນໄດ້​​ຕັດສິນ​ໃຈ​ເຮັດ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

14 ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ແທ້ໆທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ໄດ້​ຕັດສິນ​ໃຈ​ໃຊ້​ຊີວິດ​ໃຫ້​ຮຽບ​ງ່າຍ​ແລະ​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ ເພາະ​ເຂົາ​ເຈົ້າ​ຮູ້​ວ່າ​ລະບົບ​ຂອງ​ໂລກ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ. (1 ໂກລິນໂທ 9:19, 23) ບາງ​ຄົນ​ເປັນ​ໄພໂອເນຍ​ໃນ​ເຂດ​ທີ່​ລາວ​ຢູ່ ບາງ​ຄົນ​ກໍ​ຍ້າຍ​ໄປ​ປະຊາຄົມ​ອື່ນ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ໃນ 5 ປີ​ກ່ອນ ມີ​ຫຼາຍ​ກວ່າ 250.000 ຄົນ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ ແລະ​ໃນ​ຕອນ​ນີ້​ມີ​ຫຼາຍ​ກວ່າ 1.100.000 ຄົນ​ທີ່​ເປັນ​ໄພໂອເນຍ​ປະຈຳ. ເປັນ​ເລື່ອງ​ທີ່​ດີ​ຫຼາຍ​ແທ້ໆທີ່​ຫຼາຍ​ຄົນ​ກຳລັງ​ໃຊ້​ອິດ​ສະຫຼະ​ຂອງ​ເຂົາ​ເຈົ້າ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.—ຄຳເພງ 110:3

15 ສິ່ງ​ໃດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໃຊ້​ອິດ​ສະຫຼະ​ຂອງ​ຕົວ​ເອງ​ຢ່າງ​ສະຫຼາດ? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ຈອນ​ແລະ​ຈູດິດ​ທີ່​ຮັບໃຊ້​ມາ​ແລ້ວ 30 ປີ​ໃນ​ຫຼາຍ​ປະເທດ. ເຂົາ​ເຈົ້າ​ເລົ່າ​ເຖິງ​ຕອນ​ທີ່​ເລີ່ມ​ມີ​ໂຮງ​ຮຽນ​ໄພໂອເນຍ​ເທື່ອ​ທຳອິດ​ໃນ​ປີ 1977 ມີ​ການ​ກະຕຸ້ນ​ນັກ​ຮຽນ​ໃຫ້​ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ເພື່ອ​ຈະ​ບັນລຸ​ເປົ້າ​ໝາຍ ຈອນ​ແລະ​ຈູດິດ​ຕ້ອງ​ຮັກສາ​ຊີວິດ​ໃຫ້​ຮຽບ​ງ່າຍ. ດັ່ງ​ນັ້ນ ຈອນ​ຈຶ່ງ​ຕ້ອງ​ປ່ຽນ​ວຽກ​ເລື້ອຍໆ. ໃນ​ທີ່​ສຸດ ທັງ​ສອງ​ກໍ​ໄດ້​ໄປ​ຮັບໃຊ້​ຢູ່​ຕ່າງ​ປະເທດ. ສິ່ງ​ໃດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ບັນຫາ​ຕ່າງໆໄດ້ ເຊັ່ນ: ການ​ຮຽນ​ພາສາ​ໃໝ່ ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບ​ອາກາດ​ແລະ​ວັດທະນະທຳ​ໃໝ່? ເຂົາ​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ເຊື່ອ​ວ່າ​ພະອົງ​ຈະ​ຊ່ວຍ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ແບບ​ນີ້​ຕະຫຼອດ​ຫຼາຍ​ປີ? ຈອນ​ບອກ​ວ່າ: “ຂ້ອຍ​ໄດ້​ມີ​ໂອກາດ​ທຸ່ມ​ເທ​ໃຫ້​ກັບ​ວຽກ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ ພະ​ເຢໂຫວາ​ເປັນ​ຈິງ​ຫຼາຍ​ຂຶ້ນ​ສຳລັບ​ຂ້ອຍ ຂ້ອຍ​ຮູ້ສຶກ​ວ່າ​ພະອົງ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ຂ້ອຍ. ແລະ​ຕອນ​ນີ້​ຂ້ອຍ​ເຂົ້າ​ໃຈ​ຢາໂກໂບ 4:8 ຫຼາຍ​ຂຶ້ນ​ທີ່​ບອກ​ວ່າ: ‘ທ່ານ​ທັງ​ຫຼາຍ​ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ແລະ​ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ທ່ານ​ທັງ​ຫຼາຍ.’ ຂ້ອຍ​ໄດ້​ພົບ​ໃນ​ສິ່ງ​ທີ່​ຂ້ອຍ​ຊອກ​ຫາ ນັ້ນ​ກໍ​ຄື​ຊີວິດ​ທີ່​ມີ​ຈຸດ​ມຸ່ງ​ໝາຍ​ແລະ​ມີ​ຄວາມ​ສຸກ​ແທ້.”

16. ພີ່​ນ້ອງ​ຫຼາຍ​ຄົນ​ໃຊ້​ອິດ​ສະຫຼະ​ຂອງ​ເຂົາ​ເຈົ້າ​ຢ່າງ​ສະຫຼາດ​ແນວ​ໃດ?

16 ບໍ່​ຄື​ກັບ​ຈອນ​ແລະ​ຈູດິດ​ທີ່​ສາມາດ​ເປັນ​ໄພໂອເນຍ​ໄດ້​ເປັນ​ເວລາ​ດົນ ສະພາບການ​ຂອງ​ບາງ​ຄົນ​ກໍ​ອາດ​​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ໄພໂອເນຍ​ໄດ້​ພຽງ​ແຕ່​ໃນ​ໄລຍະ​ສັ້ນໆ​ເທົ່າ​ນັ້ນ. ແນວ​ໃດ​ກໍ​ຕາມ ບາງ​ຄົນ​ໄດ້​ຊອກ​ຫາ​ໂອກາດ​ທີ່​ຈະ​ເປັນ​ອາສາ​ສະໝັກ​ໃນ​ໂຄງການ​ກໍ່​ສ້າງ​ທົ່ວ​ໂລກ. ຕົວຢ່າງ​ເຊັ່ນ: ມີ​ພີ່​ນ້ອງ​ຊາຍ​ຍິງ​ປະມານ 27.000 ຄົນ​ມາ​ຊ່ວຍ​ໃນ​ໂຄງການ​ກໍ່​ສ້າງ​ສຳນັກງານ​ໃຫຍ່​ໃນ​ເມືອງ​ວໍວິກ ລັດ​ນິວຢອກ. ບາງ​ຄົນ​ມາ​ຊ່ວຍ 2 ອາທິດ ບາງ​ຄົນ​ກໍ​ມາ​ຊ່ວຍ​ຫຼາຍ​ເດືອນ ແລະ​ສ່ວນ​ຄົນ​ອື່ນໆກໍ​ມາ​ຊ່ວຍ​ໜຶ່ງ​ປີ​ຫຼື​ຫຼາຍ​ກວ່າ​ນັ້ນ. ເຂົາ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃນ​ການ​ໃຊ້​ອິດ​ສະຫຼະ​ຂອງ​ເຂົາ​ເຈົ້າ​ເພື່ອ​ສັນລະເສີນ​ແລະ​ໃຫ້​ກຽດ​ພະ​ເຢໂຫວາ ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ພາບ.

17. ອະນາຄົດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ໃຊ້​ອິດ​ສະຫຼະ​ຂອງ​ເຮົາ​ຢ່າງ​ສະຫຼາດ​ໃນ​ຕອນ​ນີ້?

17 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ເຫັນ​ຄຸນຄ່າ​ການ​ນະມັດສະການ​ພະອົງ​ເຊິ່ງ​ຊ່ວຍ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ. ຂໍ​ໃຫ້​ເຮົາ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ອິດ​ສະຫຼະ​ທີ່​ເຮົາ​ມີ​ໂດຍ​ການ​ເລືອກ​ຂອງ​ເຮົາ. ແທນ​ທີ່​ເຮົາ​ຈະ​ໃຊ້​ອິດ​ສະຫຼະ​ໄປ​ໃນ​ທາງ​ທີ່​ຜິດ ຂໍ​ໃຫ້​ເຮົາ​ໃຊ້​ອິດ​ສະຫຼະ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້. ແລ້ວ​ໃນ​ອະນາຄົດ ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ພອນ​ຕ່າງໆທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ຕອນ​ທີ່​ຄຳ​ພະຍາກອນ​ນີ້​ຈະ​ສຳເລັດ​ເປັນ​ຈິງ​ທີ່​ວ່າ: ‘ສິ່ງ​ທີ່​ນິລະມິດ​ສ້າງ​ນັ້ນ​ຈະ​ຖືກ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ອຳນາດ​ຂອງ​ຄວາມ​ເສື່ອມ​ສູນ ແລະ​ຈະ​ໄດ້​ມີ​ສ່ວນ​ໃນ​ອິດ​ສະຫຼະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພະເຈົ້າ.’—ໂລມ 8:21, ທ.ປ.