ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ກຳລັງ​ໃຈ

ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ກຳລັງ​ໃຈ

“ຄວາມ​ສັນລະເສີນ​ຈົ່ງ​ມີ​ແກ່​ພະເຈົ້າ . . . ພະອົງ​ຜູ້​ໂຜດ​ເລົ້າໂລມ [“ໃຫ້​ກຳລັງ​ໃຈ,” ..] ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ.”—2 ໂກລິນໂທ 1:3, 4

ເພງ: 7, 3

1. ເມື່ອ​ອາດາມ​ແລະ​ເອວາ​ກະບົດ ພະ​ເຢໂຫວາ​ໄດ້​ໃຫ້​ກຳລັງ​ໃຈ​ແລະ​ໃຫ້​ຄວາມ​ຫວັງ​ມະນຸດ​ແນວ​ໃດ?

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ. ພະອົງ​ເຮັດ​ແບບ​ນັ້ນ​ຕັ້ງ​ແຕ່​ມະນຸດ​ເຮັດ​ບາບ​ແລະ​ກາຍ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ທີ່​ຈິງ ໃນ​ທັນທີ​ຫຼັງ​ຈາກ​ອາດາມ​ແລະ​ເອວາ​ກະບົດ​ຕໍ່​ພະເຈົ້າ ພະອົງ​ກໍ​ໃຫ້​ມີ​ຄຳ​ພະຍາກອນ​ທີ່​ເຂົ້າ​ໃຈ​ໄດ້​ວ່າ ພະອົງ​ຈະ​ໃຫ້​ກຳລັງ​ໃຈ​ແລະ​ຄວາມ​ຫວັງ​ກັບ​ມະນຸດ​ທີ່​ຈະ​ເກີດ​ມາ​ໃນ​ອະນາຄົດ. ຄຳ​ພະຍາກອນ​ນີ້​ຢູ່​ໃນ​ຕົ້ນເດີມ 3:15 ແລະ​ສັນຍາ​ວ່າ​ຊາຕານ​ພະຍາມານ​ແລະ​ວຽກ​ງານ​ທັງ​ໝົດ​ຂອງ​ມັນ​ຈະ​ຖືກ​ທຳລາຍ.—1 ໂຢຮັນ 3:8; ຄຳປາກົດ 12:9

ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ອະດີດ

2. ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ໂນເອ​ແນວ​ໃດ?

2 ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ໂນເອ​ຜູ້​ຮັບໃຊ້​ຂອງ​ພະອົງ. ຄົນ​ໃນ​ສະໄໝ​ນັ້ນ​ເປັນ​ຄົນ​ມັກ​ໃຊ້​ຄວາມ​ຮຸນແຮງ​ແລະ​ເຮັດ​ຜິດ​ສິນລະທຳ ມີ​ແຕ່​ໂນເອ​ແລະ​ຄອບຄົວ​ຂອງ​ລາວ​ເທົ່າ​ນັ້ນ​ທີ່​ນະມັດສະການ​ພະ​ເຢໂຫວາ. ໂນເອ​ຄົງ​ຕ້ອງ​ຮູ້ສຶກ​ທໍ້​ໃຈ​ຫຼາຍ. (ຕົ້ນເດີມ 6:4, 5, 11; ຢູເດ 6) ແຕ່​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ໂນເອ​ເພື່ອ​ທີ່​ລາວ​ຈະ​ນະມັດສະການ​ພະອົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ຕໍ່​ໄປ. (ຕົ້ນເດີມ 6:9) ພະ​ເຢໂຫວາ​ບອກ​ໂນເອ​ວ່າ​ພະອົງ​ຈະ​ທຳລາຍ​ໂລກ​ຊົ່ວ ແລະ​ບອກ​ໃຫ້​ລາວ​ຮູ້​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ທີ່​ລາວ​ກັບ​ຄອບຄົວ​ຈະ​ລອດ. (ຕົ້ນເດີມ 6:13-18) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໂນເອ​ແທ້ໆ.

3. ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ໂຢຊວຍ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

3 ຕໍ່​ມາ ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ໂຢຊວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ແລະ​ຍາກ. ລາວ​ຕ້ອງ​ນຳ​ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ແລະ​ພິຊິດ​ກອງທັບ​ຕ່າງໆທີ່​ມີ​ກຳລັງ​ຫຼາຍ​ຂອງ​ປະເທດ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພະ​ເຢໂຫວາ​ຮູ້​ວ່າ​ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ໂຢຊວຍ​ຢ້ານ ດັ່ງ​ນັ້ນ ພະອົງ​ຈຶ່ງ​ບອກ​ໂມເຊ​ວ່າ: “ຈົ່ງ​ສັ່ງ​ແກ່​ທ່ານ​ໂຢຊວຍ​ແລະ​ຊູ​ແຮງ​ແກ່​ທ່ານ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່ ເຫດ​ວ່າ​ທ່ານ​ນັ້ນ​ຈະ​ຂວ້າມ​ໄປ​ຕໍ່​ຫນ້າ​ພວກ​ນີ້​ແລະ​ຈະ​ໃຫ້​ເຂົາ​ຮັບ​ເອົາ​ປະເທດ​ທີ່​ເຈົ້າ​ຈະ​ເຫັນ​ນັ້ນ.” (ພະບັນຍັດ 3:28) ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ໃຫ້​ກຳລັງ​ໃຈ​ໂຢຊວຍ​ໂດຍ​ບອກ​ວ່າ: “ເຮົາ​ໄດ້​ສັ່ງ​ແກ່​ເຈົ້າ​ແລ້ວ​ບໍ່​ໃຊ່​ຫຼື? ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ​ແລະ​ຈົ່ງ​ຕັ້ງ​ໝັ້ນ​ຄົງ​ຢູ່. ຢ່າ​ຕົກໃຈ​ແລະ​ຢ່າຊູ່​ຢ້ານ ເຫດ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ​ທຸກ​ທີ່​ທຸກ​ບ່ອນ​ເຈົ້າ​ຈະ​ໄປ.” (ໂຢຊວຍ 1:1, 9) ເຈົ້າ​ຄິດ​ວ່າ​ຖ້ອຍຄຳ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ໂຢຊວຍ​ຮູ້ສຶກ​ແນວ​ໃດ?

4, 5. (ກ) ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ຂອງ​ພະອົງ​ໃນ​ອະດີດ​ແນວ​ໃດ? (ຂ) ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ລູກ​ຊາຍ​ຂອງ​ພະອົງ​ແນວ​ໃດ?

4 ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ຂອງ​ພະອົງ​ແບບ​ເປັນ​ກຸ່ມ​ນຳ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຮູ້​ວ່າ​ຊາວ​ຢິວ​ຕ້ອງການ​ກຳລັງ​ໃຈ​ຕອນ​ທີ່​ເຂົາ​ເຈົ້າ​ເປັນ​ຊະເລີຍ​ທີ່​ບາບີໂລນ ແລະ​ພະອົງ​ໃຫ້​ຄຳ​ພະຍາກອນ​ທີ່​ເສີມ​ກຳລັງ​ໃຈ​ເຂົາ​ເຈົ້າ​ທີ່​ວ່າ: “ຢ່າຊູ່​ຢ້ານ ເຫດ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. ຢ່າຊູ່​ອຸກ​ໃຈ ເຫດ​ວ່າ​ຝ່າຍ​ເຮົາ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ແຮງ​ຂຶ້ນ. ຈິງ​ຢູ່​ເຮົາ​ຈະ​ຊ່ອຍ​ເຈົ້າ. ຈິງ​ຢູ່​ເຮົາ​ຈະ​ອຸດ​ໜູນ​ເຈົ້າ​ດ້ວຍ​ມື​ຂວາ​ແຫ່ງ​ຄວາມ​ຊອບທຳ​ຂອງ​ເຮົາ.” (ເອຊາອີ 41:10) ຕໍ່​ມາ ພະ​ເຢໂຫວາ​ກໍ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ​ໃນ​ວິທີ​ດຽວ​ກັນ.—ອ່ານ 2 ໂກລິນໂທ 1:3, 4

5 ພະ​ເຢໂຫວາ​ຍັງ​ໃຫ້​ກຳລັງ​ໃຈ​ລູກ​ຊາຍ​ຂອງ​ພະອົງ​ນຳ​ອີກ. ຫຼັງ​ຈາກ​ພະ​ເຍຊູ​ຮັບ​ບັບເຕມາ ເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ຟ້າ​ສະຫວັນ​ວ່າ: “ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” (ມັດທາຍ 3:17) ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ຄຳ​ເວົ້າ​ນີ້​ຊ່ວຍ​ໃຫ້​ພະ​ເຍຊູ​ມີ​ກຳລັງ​ໃຈ​ຫຼາຍ​ສໍ່າ​ໃດ​ໃນ​ລະຫວ່າງ​ທີ່​ເຮັດ​ວຽກ​ຮັບໃຊ້​ເທິງ​ແຜ່ນດິນ​ໂລກ?

ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນໆ

6. ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຕະລັນ​ເພື່ອ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

6 ພະ​ເຍຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ໂດຍ​ການ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ຮັບໃຊ້​ຢ່າງ​ສັດ​ຊື່. ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຕະລັນ ເມື່ອ​ເພິ່ນ​ເວົ້າ​ເຖິງ​ນາຍ​ທີ່​ບອກ​ທາດ​ທີ່​ສັດ​ຊື່​ແຕ່​ລະ​ຄົນ​ວ່າ: “ດີ​ແລ້ວ ຂ້າ​ໃຊ້​ຜູ້​ດີ​ແລະ​ສັດ​ຊື່. ເຈົ້າ​ເປັນ​ສັດ​ຊື່​ແລ້ວ​ໃນ​ຂອງ​ໜ້ອຍ. ເຮົາ​ຈະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ບັງຄັບ​ຂອງ​ຫຼາຍ. ຈົ່ງ​ເຂົ້າ​ໄປ​ໃນ​ຄວາມ​ຍິນດີ​ແຫ່ງ​ເຈົ້ານາຍ​ຂອງ​ເຈົ້າ​ເຖີ້ນ.” (ມັດທາຍ 25:21, 23) ຄຳ​ເວົ້າ​ເຫຼົ່າ​ນີ້​ໃຫ້​ກຳລັງ​ໃຈ​ລູກ​ສິດ​ຂອງ​ເພິ່ນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່ໆໄປ!

ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ເປໂຕ​ແລະ​ເຖິງ​ຂັ້ນ​ມອບ​ໝາຍ​ໃຫ້​ລາວ​ເສີມ​ກຳລັງ​ໃຈ​ຄົນ​ອື່ນ

7. ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ພວກ​ອັກຄະສາວົກ​ແນວ​ໃດ ໂດຍ​ສະເພາະ​ເປໂຕ?

7 ເຖິງ​ວ່າ​ພວກ​ອັກຄະສາວົກ​ມັກ​ຖຽງ​ກັນ​ວ່າ​ໃຜ​ຈະ​ເປັນ​ໃຫຍ່​ທີ່​ສຸດ ພະ​ເຍຊູ​ກໍ​ຍັງ​ອົດ​ທົນ​ກັບ​ເຂົາ​ເຈົ້າ​ສະເໝີ. ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ເພື່ອ​ຈະ​ເປັນ​ຄົນ​ຖ່ອມ​ແລະ​ຮັບໃຊ້​ຄົນ​ອື່ນ ແທນ​ທີ່​ຈະ​ຢາກ​ໃຫ້​ຄົນ​ອື່ນ​ມາ​ຮັບໃຊ້​ຕົວ​ເອງ. (ລືກາ 22:24-26) ຫຼາຍ​ຄັ້ງ​ເປໂຕ​ກໍ​ເຮັດ​ຜິດ​ພາດ​ແລະ​ເຮັດ​ໃຫ້​ພະ​ເຍຊູ​ຜິດ​ຫວັງ. (ມັດທາຍ 16:21-23; 26:31-35, 75) ແຕ່​ພະ​ເຍຊູ​ບໍ່​ເຄີຍ​ປະຕິເສດ​ເປໂຕ. ກົງ​ກັນ​ຂ້າມ ເພິ່ນ​ໃຫ້​ກຳລັງ​ໃຈ​ເປໂຕ​ແລະ​ເຖິງ​ຂັ້ນ​ມອບ​ໝາຍ​ໃຫ້​ລາວ​ເສີມ​ກຳລັງ​ໃຈ​ຄົນ​ອື່ນ.—ໂຢຮັນ 21:16

ການ​ໃຫ້​ກຳລັງ​ໃຈ​ໃນ​ສະໄໝ​ບູຮານ

8. ເອເຊເກຍເຊ​ໃຫ້​ກຳລັງ​ໃຈ​ຫົວ​ໜ້າ​ທະຫານ​ແລະ​ປະຊາຊົນ​ຢູດາ​ແນວ​ໃດ?

8 ກ່ອນ​ທີ່​ຈະ​ມີ​ຕົວຢ່າງ​ຂອງ​ພະ​ເຍຊູ​ໃຫ້​ຕິດ​ຕາມ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຂໍ​ໃຫ້​ຄິດ​ເຖິງ​ເອເຊເກຍເຊ ຕອນ​ທີ່​ພວກ​ອາຊີລີ​ຈະ​ມາ​ໂຈມຕີ​ເມືອງ​ເຢຣຶຊາເລມ ລາວ​ໄດ້​ລວບລວມ​ຫົວ​ໜ້າ​ທະຫານ​ແລະ​ປະຊາຊົນ​ເພື່ອ​ໜູນ​ກຳລັງ​ໃຈ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ ‘ໄດ້​ປົງ​ໃຈ [“ມີ​ກຳລັງ​ໃຈ,” ລ.ມ.] ໃນ​ຄວາມ​ທັງ​ຫຼາຍ​ຂອງ​ລາວ.’—ອ່ານ 2 ຂ່າວຄາວ 32:6-8

9. ເຮົາ​ຮຽນ​ອັນ​ໃດ​ໄດ້​ຈາກ​ໂຢບ​ເລື່ອງ​ການ​ໃຫ້​ກຳລັງ​ໃຈ?

9 ເຮົາ​ຍັງ​ສາມາດ​ຮຽນ​ເລື່ອງ​ການ​ໃຫ້​ກຳລັງ​ໃຈ​ຈາກ​ໂຢບ​ໄດ້. ເຖິງ​ວ່າ​ລາວ​ຈະ​ຕ້ອງການ​ກຳລັງ​ໃຈ ແຕ່​ລາວ​ກໍ​ສອນ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ຄວນ​ໃຫ້​ກຳລັງ​ໃຈ​ແນວ​ໃດ. ໂຢບ​ບອກ​ກັບ​ຊາຍ​ທີ່​ມາ​ປອບ​ໃຈ​ລາວ​ວ່າ ຖ້າ​ລາວ​ພະຍາຍາມ​ທີ່​ຈະ​ປອບ​ໃຈ​ເຂົາ​ເຈົ້າ ລາວ​ຈະ​ເວົ້າ​ໃນ​ສິ່ງ​ທີ່​ເສີມ​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ດີ​ຂຶ້ນ ບໍ່​ແມ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ເຈັບ​ປວດ​ໃຈ. (ໂຢບ 16:1-5) ແຕ່​ໃນ​ທີ່​ສຸດ ໂຢບ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ເອລີຫຶ​ແລະ​ຈາກ​ພະ​ເຢໂຫວາ.—ໂຢບ 33:24, 25; 36:1, 11; 42:7, 10

10, 11. (ກ) ເປັນ​ຫຍັງ​ລູກ​ສາວ​ຂອງ​ເຢບເທ​ຈຶ່ງ​ຕ້ອງການ​ກຳລັງ​ໃຈ? (ຂ) ຜູ້​ໃດ​ທີ່​ຕ້ອງການ​ກຳລັງ​ໃຈ​ໃນ​ທຸກ​ມື້​ນີ້?

10 ລູກ​ສາວ​ຂອງ​ເຢບເທ​ກໍ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ. ພໍ່​ຂອງ​ລາວ​ແມ່ນ​ຜູ້ຕັດສິນ​ເຢບເທ ເຢບເທ​ຕ້ອງ​ໄປ​ຕໍ່​ສູ້​ກັບ​ຊາດ​ອາມໂມນ. ລາວ​ສັນຍາ​ກັບ​ພະເຢໂຫວາ​ວ່າ​ຖ້າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຊະນະ ຜູ້​ທຳອິດ​ທີ່​ລາວ​ພົບ​ເມື່ອ​ກັບ​ມາ​ຮອດ​ເຮືອນ ລາວ​ຈະ​ຖວາຍ​ຜູ້​ນັ້ນ​ໃຫ້​ຮັບໃຊ້​ໃນ​ທັບ​ອາໄສ​ຂອງ​ພະເຢໂຫວາ. ໃນ​ທີ່​ສຸດ​ຊາດ​ອິດສະລາແອນ​ໄດ້​ໄຊ​ຊະນະ​ແລະ​ຜູ້​ທຳອິດ​ທີ່​ມາ​ພົບ​ເຢບເທ​ກໍ​ຄື​ລູກ​ສາວ​ຂອງ​ລາວ ເຊິ່ງ​ເປັນ​ລູກ​ຄົນ​ດຽວ​ທີ່​ລາວ​ມີ. ຫົວໃຈ​ຂອງ​ເຢບເທ​ແຕກ​ສະ​ຫຼາຍ. ແຕ່​ລາວ​ກໍ​ຍັງ​ຮັກສາ​ສັນຍາ​ແລະ​ສົ່ງ​ລູກ​ສາວ​ໃຫ້​ໄປ​ຮັບໃຊ້​ທີ່​ທັບ​ອາໄສ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ທີ່​ເຫຼືອ​ຢູ່.—ຜູ້ຕັດສິນ 11:30-35

11 ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ທີ່​ຍາກ​ສຳລັບ​ເຢບເທ ແຕ່​ສຳລັບ​ລູກ​ສາວ​ຂອງ​ລາວ​ມັນ​ຍາກ​ຫຼາຍ​ກວ່າ​ນັ້ນ​ອີກ. ແນວ​ໃດ​ກໍ​ຕາມ ລາວ​ກໍ​ຍັງ​ເຕັມ​ໃຈ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ພໍ່. (ຜູ້ຕັດສິນ 11:36, 37) ນີ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ໄດ້​ແຕ່ງ​ດອງ​ແລະ​ມີ​ລູກ. ຕະກູນ​ຂອງ​ລາວ​ຕ້ອງ​ຈົບ​ພຽງ​ເທົ່າ​ນີ້. ລາວ​ຕ້ອງການ​ການ​ປອບ​ໃຈ​ແລະ​ກຳລັງ​ໃຈ​ຫຼາຍ. ຄຳພີ​ໄບເບິນ​ບອກ​ວ່າ: “ເຂົາ​ໄດ້​ຕັ້ງ​ທຳນຽມ​ໃນ​ພວກ​ຍິດສະລາເອນ ທຸກໆປີ​ໃຫ້​ພວກ​ຜູ້​ສາວ​ຍິດສະລາເອນ​ໄປ​ສັນລະເສີນ​ຄຶດ​ຮອດ​ລູກ​ສາວ​ທ່ານ​ເຢບເທ​ຊາວ​ຄາລາອາດ​ລະຫວ່າງ 4 ວັນ​ຄູ່​ປີໆ.” (ຜູ້ຕັດສິນ 11:39, 40) ລູກ​ສາວ​ຂອງ​ເຢບເທ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ທີ່​ຮັກສາ​ຄວາມ​ເປັນ​ໂສດ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ເຮົາ​ຈະ​ຊົມ​ເຊີຍ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໄດ້​ບໍ?—1 ໂກລິນໂທ 7:32-35

ອັກຄະສາວົກ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ

12, 13. ເປໂຕ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ແນວ​ໃດ?

12 ໃນ​ຄືນ​ກ່ອນ​ພະ​ເຍຊູ​ຕາຍ ເພິ່ນ​ບອກ​ກັບ​ອັກຄະສາວົກ​ເປໂຕ​ວ່າ: “ຊີໂມນ ຊີໂມນ​ເອີຍ ຈົ່ງ​ເບິ່ງ ຊາຕານ​ໄດ້​ຂໍ​ຈະ​ໄດ້​ເອົາ​ທ່ານ​ທັງ​ຫຼາຍ​ເພື່ອ​ຈະ​ໄດ້​ຝັດ​ຮ່ອນ​ເໝືອນ​ດັ່ງ​ຝັດ​ຮ່ອນ​ເຂົ້າ​ເປືອກ. ແຕ່​ວ່າ​ຝ່າຍ​ເຮົາ ເຮົາ​ໄດ້​ອ້ອນ​ວອນ​ສຳລັບ​ທ່ານ​ເພື່ອ​ຄວາມ​ເຊື່ອ​ຂອງ​ທ່ານ​ຈະ​ບໍ່​ຂາດ ແລະ​ຝ່າຍ​ທ່ານ ເວລາ​ທ່ານ​ຈະ​ໄດ້​ຫຼົບ​ຕັ້ງ​ໃຈ​ໃໝ່​ມາ​ແລ້ວ ທ່ານ​ຈົ່ງ​ຊູ​ແຮງ​ພີ່​ນ້ອງ​ຂອງ​ທ່ານ​ເຖີ້ນ.”—ລືກາ 22:31, 32

ຈົດ​ໝາຍ​ຂອງ​ພວກ​ອັກຄະສາວົກ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ແລະ​ຍັງ​ໃຫ້​ກຳລັງ​ໃຈ​ເຮົາ​ໃນ​ທຸກ​ມື້​ນີ້​ນຳ (ເບິ່ງ​ຂໍ້ 12-17)

13 ເປໂຕ​ເປັນ​ໜຶ່ງ​ໃນ​ຄົນ​ໜຶ່ງ​ທີ່​ນຳ​ໜ້າ​ປະຊາຄົມ​ຄລິດສະຕຽນ​ໃນ​ໄລຍະ​ສະຕະວັດ​ທຳອິດ. (ຄາລາຊີ 2:9) ລາວ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ໂດຍ​ການ​ກະທຳ​ທີ່​ກ້າຫານ​ໃນ​ວັນ​ເພນເຕກອດ​ແລະ​ຫຼັງ​ຈາກ​ມື້​ນັ້ນ​ນຳ. ຫຼັງ​ຈາກ​ທີ່​ລາວ​ໄດ້​ຮັບໃຊ້​ມາ​ຫຼາຍ​ປີ ລາວ​ຂຽນ​ເຖິງ​ພີ່​ນ້ອງ​ວ່າ: “ຂ້ອຍ​ຂຽນ​ຈົດ​ໝາຍ​ສັ້ນໆສະບັບ​ນີ້​ເຖິງ​ພວກ​ເຈົ້າ ຂ້ອຍ​ຂຽນ​ມາ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ໄດ້​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແທ້ໆ ຂໍ​ໃຫ້​ຍຶດ​ໝັ້ນ​ກັບ​ຄວາມ​ກະລຸນາ​ນີ້.” (1 ເປໂຕ 5:12, ລ.ມ.) ຈົດ​ໝາຍ​ຂອງ​ເປໂຕ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ໃນ​ສະໄໝ​ນັ້ນ ແລະ​ຍັງ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ​ຂະນະ​ທີ່​ພວກ​ເຮົາ​ຄອຍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ​ຢ່າງ​ຄົບ​ຖ້ວນ.—2 ເປໂຕ 3:13

14, 15. ຄຳພີ​ໄບເບິນ​ທີ່​ອັກຄະສາວົກ​ໂຢຮັນ​ຂຽນ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

14 ອັກຄະສາວົກ​ໂຢຮັນ​ກໍ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ນຳ​ໜ້າ​ປະຊາຄົມ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ລາວ​ໄດ້​ຂຽນ​ພະທຳ​ກິດຕິຄຸນ​ທີ່​ໜ້າ​ຕື່ນ​ເຕັ້ນ​ກ່ຽວ​ກັບ​ວຽກ​ຮັບໃຊ້ຂອງ​ພະ​ເຍຊູ. ຄຳພີ​ໄບເບິນ​ໄດ້​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ​ແລະ​ຍັງ​ຄົງ​ໃຫ້​ກຳລັງ​ໃຈ​ເຮົາ​ໃນ​ທຸກ​ມື້​ນີ້​ນຳ​ອີກ. ຕົວຢ່າງ​ເຊັ່ນ: ສະເພາະ​ໃນ​ບັນທຶກ​ຂອງ​ໂຢຮັນ​ເຮົາ​ໄດ້​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ເວົ້າ​ເຖິງ​ຄວາມ​ຮັກ​ວ່າ​ເປັນ​ຄຸນ​ລັກສະນະ​ທີ່​ລະບຸ​ຕົວ​ລູກ​ສິດ​ແທ້​ຂອງ​ເພິ່ນ.—ອ່ານ​ໂຢຮັນ 13:34, 35

15 ຈົດ​ໝາຍ​ທັງ​ສາມ​ສະບັບ​ທີ່​ໂຢຮັນ​ຂຽນ​ມີ​ຄຸນຄ່າ​ແທ້ໆ! ເມື່ອ​ເຮົາ​ທໍ້​ໃຈ​ຍ້ອນ​ເຮັດ​ຜິດ​ພາດ ເຮົາ​ຈະ​ຮູ້ສຶກ​ໄດ້​ກຳລັງ​ໃຈ​ເມື່ອ​ອ່ານ​ເລື່ອງ​ຄ່າໄຖ່​ທີ່​ພະ​ເຍຊູ​ໄດ້​ສະລະ​ເພື່ອ “ຊຳຮະ​ລ້າງ​ພວກ​ເຮົາ​ຈາກ​ບາບ​ໝົດ​ສິ້ນ.” (1 ໂຢຮັນ 1:7) ແລະ​ເມື່ອ​ເຮົາ​ຍັງ​ຮູ້ສຶກ​ຜິດ​ຢູ່​ເຮົາ​ຈະ​ໄດ້​ຮັບ​ການ​ປອບ​ໃຈ​ເມື່ອ​ໄດ້​ອ່ານ​ວ່າ: “ພະເຈົ້າ​ໃຫຍ່​ກວ່າ​ໃຈ​ຂອງ​ພວກ​ເຮົາ.” (1 ໂຢຮັນ 3:20) ໂຢຮັນ​ເປັນ​ຜູ້​ດຽວ​ທີ່​ຂຽນ​ໃນ​ຄຳພີ​ໄບເບິນ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8, 16) ຈົດ​ໝາຍ​ສະບັບ​ທີ​ສອງ​ແລະ​ສາມ​ລາວ​ຊົມ​ເຊີຍ​ຄລິດສະຕຽນ​ທີ່​ໄດ້​ພະຍາຍາມ “ທຽວ​ໄປ​ໃນ​ຄວາມ​ຈິງ” ຢູ່​ສະເໝີ.—2 ໂຢຮັນ 4; 3 ໂຢຮັນ 3, 4

16, 17. ອັກຄະສາວົກ​ໂປໂລ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ສະຕະວັດ​ທຳອິດ​ແນວ​ໃດ?

16 ອັກຄະສາວົກ​ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ຂອງ​ຄົນ​ທີ່​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ. ບໍ່​ດົນ​ຫຼັງ​ຈາກ​ພະ​ເຍຊູ​ຕາຍ​ອັກຄະສາວົກ​ສ່ວນ​ໃຫຍ່​ຍັງ​ຢູ່​ໃນ​ເມືອງ​ເຢຣຶຊາເລມ ເຊິ່ງ​ເປັນ​ບ່ອນ​ທີ່​ຄະນະ​ກຳມະການ​ປົກຄອງ​ຢູ່. (ກິດຈະການ 8:14; 15:2) ຄລິດສະຕຽນ​ໃນ​ເມືອງ​ຢູດາ​ກໍ​ປະກາດ​ເລື່ອງ​ພະ​ຄລິດ​ກັບ​ຄົນ​ທີ່​ເຊື່ອ​ໃນ​ພະເຈົ້າ​ຢູ່​ແລ້ວ. ແຕ່​ພະ​ວິນຍານ​ບໍລິສຸດ​ໄດ້​ສົ່ງ​ໂປໂລ​ໄປ​ປະກາດ​ກັບ​ຄົນ​ເກັຣກ ໂລມ ແລະ​ຄົນ​ທີ່​ນະມັດສະການ​ພະ​ອື່ນ.—ຄາລາຊີ 2:7-9; 1 ຕີໂມເຕ 2:7

17 ໂປໂລ​ເດີນ​ທາງ​ໃນ​ປະເທດ​ທີ່​ທຸກ​ມື້​ນີ້​ເຮົາ​ເອີ້ນ​ວ່າ ຕວກກີ ເກັຣກ ແລະ​ອີຕາລີ. ໃນ​ທີ່​ນັ້ນ​ລາວ​ປະກາດ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຊາວ​ຢິວ ແລະ​ລາວ​ຍັງ​ໄດ້​ກໍ່​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ຂຶ້ນ​ນຳ​ອີກ. ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ​ໃໝ່​ເຫຼົ່າ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ ເພາະ​ເຂົາ​ເຈົ້າ​ຕ້ອງ​ຖືກ​ຄົນ​ຮ່ວມ​ຊາດ​ຂົ່ມເຫງ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕ້ອງການ​ກຳລັງ​ໃຈ. (1 ເທຊະໂລນີກ 2:14) ປະມານ​ປີ ຄ.ສ. 50 ໂປໂລ​ຂຽນ​ຈົດ​ໝາຍ​ທີ່​ໃຫ້​ກຳລັງ​ໃຈ​ປະຊາຄົມ​ໃໝ່​ໃນ​ເມືອງ​ເທຊະໂລນີກ. ລາວ​ເວົ້າ​ວ່າ: “ພວກ​ເຮົາ​ໂມທະນາ​ພະ​ຄຸນ​ພະເຈົ້າ​ເລື້ອຍ​ເພາະ​ເຫດ​ທ່ານ​ທັງ​ປວງ ແລະ​ປາກ​ສຳລັບ​ທ່ານ​ທັງ​ຫຼາຍ​ໃນ​ຄວາມ​ອ້ອນ​ວອນ​ຂອງ​ພວກ​ເຮົາ​ບໍ່​ເຊົາ​ບໍ່​ຂາດ​ສັກ​ເທື່ອ ກໍ​ຄຶດ​ເຖິງ​ກິດຈະການ​ແຫ່ງ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ ແລະ​ການ​ແຫ່ງ​ຄວາມ​ຮັກ ແລະ​ຄວາມ​ພຽນ.” (1 ເທຊະໂລນີກ 1:2, 3) ລາວ​ຍັງ​ຂໍ​ໃຫ້​ເຂົາ​ເຈົ້າ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ນຳ​ອີກ ໂດຍ​ຂຽນ​ວ່າ: “ຈົ່ງ​ເລົ້າໂລມ​ກັນ​ແລະ​ກັນ [“ໃຫ້​ກຳລັງ​ໃຈ​ກັນ,” ລ.ມ.] ແລະ​ຈົ່ງ​ກະທຳ​ໃຫ້​ກັນ​ແລະ​ກັນ​ຈຳເລີນ​ຂຶ້ນ.”—1 ເທຊະໂລນີກ 5:11

ການ​ໃຫ້​ກຳລັງ​ໃຈ​ຈາກ​ຄະນະ​ກຳມະການ​ປົກຄອງ

18. ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ໃຫ້​ກຳລັງ​ໃຈ​ຟີລິບ​ແນວ​ໃດ?

18 ໃນ​ສະຕະວັດ​ທຳອິດ​ພະ​ເຍຊູ​ໃຊ້​ຄະນະ​ກຳມະການ​ປົກຄອງ​ເພື່ອ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ທຸກ​ຄົນ ລວມ​ເຖິງ​ຄົນ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ. ເມື່ອ​ຟີລິບ​ປະກາດ​ເລື່ອງ​ພະ​ຄລິດ​ກັບ​ຄົນ​ສະມາລີ ຄະນະ​ກຳມະການ​ປົກຄອງ​ໄດ້​ສະໜັບສະໜູນ​ລາວ. ເຂົາ​ເຈົ້າ​ສົ່ງ​ຕົວ​ແທນ​​ສອງ​ຄົນ​ເຊິ່ງ​ກໍ​ຄື​ເປໂຕ​ກັບ​ໂຢຮັນ​ໄປ​ເພື່ອ​ອະທິດຖານ​ຂໍ​ໃຫ້​ພີ່​ນ້ອງ​ໃໝ່​ເຫຼົ່າ​ນີ້​ໄດ້​ຮັບ​ພະລັງ​ບໍລິສຸດ. (ກິດຈະການ 8:5, 14-17) ຟີລິບ​ແລະ​ພີ່​ນ້ອງ​ໃໝ່​ເຫຼົ່າ​ນັ້ນ​ໄດ້​ກຳລັງ​ໃຈ​ຫຼາຍ​ຈາກ​ການ​ສະໜັບສະໜູນ​ທີ່​ໄດ້​ຮັບ​ຈາກ​ຄະນະ​ກຳມະການ​ປົກຄອງ!

19. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ອ່ານ​ຈົດ​ໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ?

19 ຕໍ່​ມາ ຄະນະ​ກຳມະການ​ປົກຄອງ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ. ເຂົາເຈົ້າ​ຕ້ອງ​ຕັດສິນໃຈ​ວ່າ​ຄລິດສະຕຽນ​ທີ່​ບໍ່​ແມ່ນ​ຄົນ​ຢິວ​ຕ້ອງ​ຮັບ​ສິນຕັດ​ຕາມ​ພະບັນຍັດ​ຂອງ​ໂມເຊ​ບໍ? (ກິດຈະການ 15:1, 2) ຫຼັງ​ຈາກ​ຄະນະ​ກຳມະການ​ປົກຄອງ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແລະ​ພິຈາລະນາ​ຂໍ້​ພະ​ຄຳພີ​ແລ້ວ ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ​ສິ່ງ​ນີ້​ບໍ່​ແມ່ນ​ເລື່ອງ​ສຳຄັນ​ທີ່​ຈະ​ຕ້ອງ​ເຮັດ​ອີກ​ຕໍ່​ໄປ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຂຽນ​ຈົດ​ໝາຍ​ອະທິບາຍ​ໃນ​ເລື່ອງ​ນີ້​ແລະ​ມອບ​ໃຫ້​ພີ່​ນ້ອງ​ຊາຍ​ນຳ​ໄປ​ໃຫ້​ປະຊາຄົມ​ຕ່າງໆ. ເມື່ອ​ຄລິດສະຕຽນ​ໄດ້​ອ່ານ​ຈົດ​ໝາຍ​ນີ້​ແລ້ວ “ເຂົາ​ມີ​ຄວາມ​ຍິນດີ​ເພາະ​ດ້ວຍ​ຄຳ​ເລົ້າໂລມ​ນັ້ນ.”—ກິດຈະການ 15:27-32

20. (ກ) ຄະນະ​ກຳມະການ​ປົກຄອງ​ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄົນ​ແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຕໍ່​ໄປ?

20 ໃນ​ທຸກ​ມື້​ນີ້ ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ສະມາຊິກ​ຄອບຄົວ​ເບເທນ ຜູ້​ຮັບໃຊ້​ເຕັມ​ເວລາ ແລະ​ເຮົາ​ທຸກ​ຄົນ. ຄື​ກັບ​ພີ່​ນ້ອງ​ໃນ​ສະຕະວັດ​ທຳອິດ ເຮົາ​ຮູ້ສຶກ​ຍິນດີ​ເມື່ອ​ໄດ້​ຮັບ​ກຳລັງ​ໃຈ! ເພື່ອ​ໃຫ້​ກຳລັງ​ໃຈ​ກັບ​ຄົນ​ທີ່​ເຄີຍ​ຖິ້ມ​ຄວາມ​ຈິງ​ໄປ​ໃຫ້​ກັບ​ຄືນ​ມາ ໃນ​ປີ 2015 ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ໃຫ້​ມີ​ຈຸນລະສານ​ຂໍ​ກັບ​ມາ​ຫາ​ພະ​ເຢໂຫວາ. ແຕ່​ສະເພາະ​ພີ່​ນ້ອງ​ທີ່​ນຳ​ໜ້າ​ເທົ່າ​ນັ້ນ​ບໍ​ທີ່​ຄວນ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ ຫຼື​ວ່າ​ແມ່ນ​ເຮົາ​ທຸກ​ຄົນ​ທີ່​ຄວນ​ເຮັດ​ແບບ​ນັ້ນ? ເຮົາ​ຈະ​ພິຈາລະນາ​ຄຳຖາມ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.