ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເດັກ​ນ້ອຍ​ແລະ​ໄວຮຸ່ນ ເຈົ້າ​ໄດ້​ຈົດຈໍ່​ຢູ່​ທີ່​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ບໍ?

ເດັກ​ນ້ອຍ​ແລະ​ໄວຮຸ່ນ ເຈົ້າ​ໄດ້​ຈົດຈໍ່​ຢູ່​ທີ່​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ບໍ?

“ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ອັນ​ໃດ​ກໍ​ໃຫ້​ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ ແລ້ວ​ແຜນການ​ຂອງ​ເຈົ້າ​ຈະ​ສຳເລັດ.”—ສຸພາສິດ 16:3, ..

ເພງ: 135, 144

1-3. (ກ) ເດັກ​ນ້ອຍ​ແລະ​ໄວຮຸ່ນ​ທຸກ​ຄົນ​ຕ້ອງ​ປະສົບ​ກັບ​ຫຍັງ ແລະ​ອາດ​ສົມ​ທຽບ​ໄດ້​ກັບ​ຫຍັງ? (ເບິ່ງ​ຮູບ​ທຳອິດ) (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ແລະ​ໄວຮຸ່ນ​ຄລິດສະຕຽນ​ຮັບ​ມື​ກັບ​ເລື່ອງ​ນີ້​ໄດ້?

ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ວາງ​ແຜນ​ຈະ​ໄປ​ຮ່ວມ​ງານ​ທີ່​ພິເສດ​ໃນ​ເມືອງ​ທີ່​ຫ່າງ​ໄກ​ແລະ​ຕ້ອງ​ຂີ່​ລົດ​ເມ​ໄປ. ຕອນ​ທີ່​ຢູ່​ສະຖານີ​ລົດ​ເມ ທຳອິດ​ເຈົ້າ​ອາດ​ຮູ້ສຶກ​ສັບສົນ​ເພາະ​ມີ​ຄົນ​ຫຼາຍ​ແລະ​ລົດ​ເມ​ກໍ​ຫຼາຍ​ສາຍ. ແຕ່​ເຈົ້າ​ຮູ້​ວ່າ​ຈະ​ໄປ​ໃສ​ແລະ​ຕ້ອງ​ຂຶ້ນ​ລົດ​ເມ​ສາຍ​ໃດ. ເຈົ້າ​ຈະ​ບໍ່​ຂຶ້ນ​ລົດ​ເມ​ສາຍ​ອື່ນ​ແນ່ນອນ​ເພາະ​ເຈົ້າ​ຮູ້​ວ່າ​ມັນ​ຈະ​ພາ​ໄປ​ຜິດ​ທາງ.

2 ຊີວິດ​ກໍ​ຄື​ກັບ​ການ​ເດີນ​ທາງ ເຈົ້າ​ທີ່​ເປັນ​ເດັກ​ນ້ອຍ​ແລະ​ໄວຮຸ່ນ​ກໍ​ຄື​ກັບ​ຄົນ​ທີ່​ຢູ່​ໃນ​ສະຖານີ​ລົດ​ເມ​ນັ້ນ. ບາງ​ຄັ້ງ​ໃນ​ຊີວິດ​ຂອງ​ເຈົ້າ​ກໍ​ມີ​ຫຼາຍ​ທາງ​ເລືອກ​ແລະ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ສັບສົນ. ແຕ່​ຖ້າ​ເຈົ້າ​ຮູ້​ແທ້ໆວ່າ​ເຈົ້າ​ຢາກ​ໄປ​ໃສ ມັນ​ກໍ​ງ່າຍ​ທີ່​ເຈົ້າ​ຈະ​ເລືອກ​ທາງ​ທີ່​ຖືກຕ້ອງ. ແລ້ວ​ທາງ​ໃດ​ທີ່​ເຈົ້າ​ຄວນ​ເລືອກ​ໄປ?

3 ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ນີ້​ແລະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ທັງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ນີ້​ໝາຍ​ເຖິງ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະອົງ​ໃນ​ທຸກ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ ເຊັ່ນ: ການ​ຮຽນ ວຽກ​ອາຊີບ ການ​ແຕ່ງ​ດອງ​ແລະ​ມີ​ລູກ. ແລະ​ຍັງ​ໝາຍ​ເຖິງ​ການ​ເຮັດ​ຕາມ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຖ້າ​ເຈົ້າ​ຈົດຈໍ່​ຢູ່​ທີ່​ການ​ຮັບໃຊ້​ພະອົງ​ສະເໝີ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະອົງ​ຈະ​ອວຍ​ພອນ​ແລະ​ຊ່ວຍ​ເຈົ້າ​ໃຫ້​ປະສົບ​ຜົນ​ສຳເລັດ. “ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ອັນ​ໃດ​ກໍ​ໃຫ້​ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ ແລ້ວ​ແຜນການ​ຂອງ​ເຈົ້າ​ຈະ​ສຳເລັດ.”—ສຸພາສິດ 16:3, ລ.ມ.

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ?

4. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ. ຍ້ອນ​ຫຍັງ? ເຮົາ​ຈະ​ພິຈາລະນາ 3 ເຫດຜົນ​ນຳ​ກັນ. ເຫດຜົນ​ທີ​ໜຶ່ງ​ແລະ​ສອງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ການ​ພະຍາຍາມ​ໄປ​ເຖິງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ຈະ​ເຮັດ​ໃຫ້​ເຈົ້າ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ສ່ວນ​ເຫດຜົນ​ທີ​ສາມ​ຈະ​ຊ່ວຍ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ຕັ້ງ​ແຕ່​ຍັງ​ນ້ອຍ.

5. ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ຄວນ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ແມ່ນ​ຫຍັງ?

5 ເຫດຜົນ​ສຳຄັນ​ທີ່​ສຸດ​ທີ່​ຄວນ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ຄື ເພື່ອ​ຂອບໃຈ​ພະ​ເຢໂຫວາ​ທີ່​ຮັກ​ແລະ​ໄດ້​ເຮັດ​ສິ່ງ​ຕ່າງໆເພື່ອ​ເຮົາ. ຜູ້​ຂຽນ​ພະທຳ​ຄຳເພງ​ຄົນ​ໜຶ່ງ​ບອກ​ວ່າ: ‘ການ​ໂມທະນາ​ພະ​ເດດ​ພະ​ຄຸນ [ຂອບໃຈ] ພະ​ເຢໂຫວາ . . . ກໍ​ເປັນ​ການ​ດີ . . . ເຫດ​ວ່າ​ໂອ້​ພະ​ເຢໂຫວາ ພະອົງ​ໄດ້​ໂຜດ​ໃຫ້​ຂ້າ​ນ້ອຍ​ຊົມຊື່ນ​ຍິນດີ​ດ້ວຍ​ການ​ທັງ​ຫຼາຍ​ຂອງ​ພະອົງ ຂ້າ​ນ້ອຍ​ຈະ​ລຳ​ເພງ​ຍິນດີ​ຍ້ອນ​ກິດຈະການ​ທັງ​ຫຼາຍ​ແຕ່​ມື​ຂອງ​ພະອົງ.’ (ຄຳເພງ 92:1, 4) ຂໍ​ໃຫ້​ຄິດ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ ເຊັ່ນ: ຊີວິດ ຄວາມ​ເຊື່ອ ຄຳພີ​ໄບເບິນ ພີ່​ນ້ອງ​ໃນ​ປະຊາຄົມ ແລະ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ. ຖ້າ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ ນັ້ນ​ສະແດງ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ.

6. (ກ) ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ຂ) ມີ​ເປົ້າ​ໝາຍ​ຫຍັງ​ແດ່​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ເຖິງ​ວ່າ​ຈະ​ຍັງ​ນ້ອຍ?

6 ເຫດຜົນ​ທີ​ສອງ​ທີ່​ຄວນ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ຄື ເມື່ອ​ເຈົ້າ​ເຮັດ​ຕາມ​ເປົ້າ​ໝາຍ ເຈົ້າ​ກໍ​ກຳລັງ​ເຮັດ​ວຽກ​ທີ່​ດີ​ເພື່ອ​ພະ​ເຢໂຫວາ ແລະ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. ອັກຄະສາວົກ​ໂປໂລ​ໄດ້​ສັນຍາ​ວ່າ: “ພະເຈົ້າ​ບໍ່​ເປັນ​ບໍ່​ຊອບທຳ​ຈະ​ລືມ​ກິດຈະການ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.” (ເຫບເລີ 6:10) ທີ່​ຈິງ ເຈົ້າ​ບໍ່​ໄດ້​ນ້ອຍ​ເກີນ​ໄປ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ນີ້. ຕົວຢ່າງ: ຕອນ​ຄລິດສະຕິນ​ອາຍຸ 10 ປີ ລາວ​ໄດ້​ຕັ້ງ​ເປົ້າ​ໝາຍ​ອ່ານ​ເລື່ອງ​ຊີວິດ​ຈິງ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ສັດ​ຊື່​ເປັນ​ປະຈຳ. ໂທ​ບີ້​ຕອນ​ອາຍຸ 12 ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ອ່ານ​ຄຳພີ​ໄບເບິນ​ໝົດ​ເຫຼັ້ມ​ກ່ອນ​ທີ່​ຈະ​ຮັບ​ບັບເຕມາ. ແມັກຊິມ​ຮັບ​ບັບເຕມາ​ຕອນ​ອາຍຸ 11 ປີ ແລະ​ນ້ອງ​ສາວ​ຂອງ​ລາວ​ຊື່​ໂນເອ​ມິ​ກໍ​ຮັບ​ບັບເຕມາ​ຕອນ​ອາຍຸ 10 ປີ. ທັງ​ສອງ​ຄົນ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຮັບໃຊ້​ຢູ່​ເບເທນ. ເພື່ອ​ຈະ​ຈົດຈໍ່​ຢູ່​ກັບ​ເປົ້າ​ໝາຍ​ນັ້ນ ເຂົາ​ເຈົ້າ​ໄດ້​ຕິດ​ໃບ​ສະໝັກ​ເຂົ້າ​ເບເທນ​ໄວ້​ຢູ່​ຝາ​ເຮືອນ. ແລ້ວ​ເຈົ້າ​ເດ? ເຈົ້າ​ຄິດ​ເຖິງ​ເປົ້າ​ໝາຍ​ຫຍັງ​ແດ່​ແລະ​ໄດ້​ເລີ່ມ​ເຮັດ​ແລ້ວ​ບໍ?—ອ່ານ​ຟີລິບ 1:10, 11

ຖ້າ​ເຈົ້າ​ຮູ້​ວ່າ​ເປົ້າ​ໝາຍ​ຂອງ​ເຈົ້າ​ແມ່ນ​ຫຍັງ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ ໄດ້​ຢ່າງ​ສະຫຼາດ

7, 8. (ກ) ການ​ຕັ້ງ​ເປົ້າ​ໝາຍ​ເຮັດ​ໃຫ້​ຕັດສິນ​ໃຈ​ງ່າຍ​ຂຶ້ນ​ແນວ​ໃດ? (ຂ) ເປັນ​ຫຍັງ​ດາ​ເມຣິດ​ຈຶ່ງ​ເລືອກ​ບໍ່​ຮຽນ​ຕໍ່​ມະຫາ​ວິທະຍາໄລ?

7 ເຫດຜົນ​ທີ​ສາມ​ທີ່​ເຈົ້າ​ຄວນ​ຕັ້ງ​ເປົ້າ​ໝາຍ​ຕັ້ງ​ແຕ່​ຍັງ​ນ້ອຍ​ແມ່ນ​ຫຍັງ? ເພາະ​ວ່າ​ຕອນ​ຍັງ​ນ້ອຍ ເຈົ້າ​ມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ​ເຊັ່ນ: ຈະ​ຮຽນ​ຫຍັງ ຫຼື​ຈະ​ເຮັດ​ວຽກ​ຫຍັງ ແລະ​ກໍ​ຍັງ​ມີ​ອີກ​ຫຼາຍ​ເລື່ອງ. ການ​ຕັດສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​ເປັນ​ຄື​ກັບ​ທາງ​ສີ່​ແຍກ​ທີ່​ເຈົ້າ​ຕ້ອງ​ເລືອກ​ໄປ. ຖ້າ​ເຈົ້າ​ຮູ້​ວ່າ​ຈະ​ໄປ​ໃສ ເຈົ້າ​ກໍ​ຈະ​ຕັດສິນ​ໃຈ​ໄດ້​ງ່າຍໆວ່າ​ຈະ​ໄປ​ທາງ​ໃດ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ຮູ້​ວ່າ​ເປົ້າ​ໝາຍ​ຂອງ​ເຈົ້າ​ແມ່ນ​ຫຍັງ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆໄດ້​ຢ່າງ​ສະຫຼາດ. ສຸພາສິດ 21:5 (ລ.ມ.) ບອກ​ວ່າ: “ແຜນການ​ຂອງ​ຄົນ​ຂະຫຍັນ​ຈະ​ສຳເລັດ​ແທ້.” ຖ້າ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ໄດ້​ໄວ​ເທົ່າ​ໃດ ເຈົ້າ​ກໍ​ຈະ​ປະສົບ​ຜົນ​ສຳເລັດ​ໄດ້​ໄວ​ຂຶ້ນ​ເທົ່າ​ນັ້ນ. ນີ້​ເປັນ​ສິ່ງ​ທີ່​ດາເມຣິດ​ປະສົບ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ຄັ້ງ​ສຳຄັນ​ຕອນ​ເປັນ​ໄວຮຸ່ນ.

8 ຕອນ​ທີ່​ດາເມຣິດ​ຮຽນ​ຈົບ​ມັດທະຍົມ​ປາຍ ລາວ​ໄດ້​ຄະແນນ​ສູງ​ຈົນ​ໄດ້​ທຶນ​ຮຽນ​ໃນ​ຄະນະ​ກົດ​ໝາຍ​ຂອງ​ມະຫາ​ວິທະຍາໄລ. ແຕ່​ລາວ​ເລືອກ​ທີ່​ຈະ​ໄປ​ເຮັດ​ວຽກ​ແບບ​ບໍ່​ເຕັມ​ເວລາ​ໃນ​ທະນາຄານ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຕອນ​ຍັງ​ນ້ອຍ​ລາວ​ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເປັນ​ໄພໂອເນຍ. ລາວ​ບອກ​ວ່າ: “ຖ້າ​ຂ້ອຍ​ຮຽນ​ຈົບ​ກົດ​ໝາຍ ຂ້ອຍ​ອາດ​ຫາ​ເງິນ​ໄດ້​ຫຼາຍ ແຕ່​ມັນ​ກໍ​ຈະ​ເຮັດ​ໃຫ້​ຂ້ອຍ​ຫາ​ວຽກ​ແບບ​ບໍ່​ເຕັມ​ເວລາ​ໄດ້​ຍາກ.” ດາ​ເມຣິດ​ເປັນ​ໄພໂອເນຍ​ມາ​ແລ້ວ 20 ປີ. ລາວ​ຮູ້ສຶກ​ວ່າ​ຕອນ​ທີ່​ເປັນ​ໄວຮຸ່ນ​ລາວ​ຕັ້ງ​ເປົ້າ​ໝາຍ​ແລະ​ຕັດສິນ​ໃຈ​ຖືກ​ແລ້ວ​ບໍ? ຖືກ​ແລ້ວ ເພາະ​ຕອນ​ທີ່​ລາວ​ເຮັດ​ວຽກ​ໃນ​ທະນາຄານ ລາວ​ໄດ້​ພົບ​ກັບ​ນັກ​ກົດ​ໝາຍ​ຫຼາຍ​ຄົນ ເຊິ່ງ​ຖ້າ​ລາວ​ຮຽນ​ກົດ​ໝາຍ ລາວ​ຄົງ​ຈະ​ເຮັດ​ວຽກ​ແບບ​ເຂົາ​ເຈົ້າ​ແຕ່​ຄົນ​ເຫຼົ່າ​ນັ້ນ​ບໍ່​ມີ​ຄວາມ​ສຸກ​ກັບ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ​ເລີຍ. ດາ​ເມຣິດ​ຮູ້ສຶກ​ວ່າ​ຕະຫຼອດ​ຫຼາຍ​ປີ​ທີ່​ເປັນ​ໄພໂອເນຍ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຫຼາຍ​ແລະ​ຊ່ວຍ​ໃຫ້​ລາວ​ບໍ່​ເປັນ​ຄື​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ມີ​ຄວາມ​ສຸກ.

9. ເປັນ​ຫຍັງ​ໄວຮຸ່ນ​ສົມຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ?

9 ເດັກ​ນ້ອຍ​ແລະ​ໄວຮຸ່ນ​ຫຼາຍ​ພັນ​ຄົນ​ທົ່ວ​ໂລກ​ກຳລັງ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ແລະ​ສົມຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ. ເຂົາ​ເຈົ້າ​ໃຫ້​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແລະ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແທ້ໆແລະ​ຮຽນ​ຮູ້​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ໃນ​ທຸກໆເລື່ອງ​ເຊິ່ງ​ລວມ​ເຖິງ​ການ​ຮຽນ ວຽກ​ອາຊີບ ແລະ​ໃນ​ຄອບຄົວ. ຊາໂລໂມນ​ເວົ້າ​ວ່າ: ‘ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ໃຈ’ ລາວ​ເວົ້າ​ອີກ​ວ່າ: “ໃນ​ຮີດຄອງ [ແຜນການ] ທັງ​ຫຼາຍ​ຂອງ​ເຈົ້າ ຈົ່ງ​ຍອມ​ຮູ້ຈັກ​ພະເຈົ້າ ແລະ​ພະອົງ​ຈະ​ນຳ​ໜ້າ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ເຈົ້າ.” (ສຸພາສິດ 3:5, 6) ເດັກ​ນ້ອຍ​ແລະ​ໄວຮຸ່ນ ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ແທ້ໆ! ເຈົ້າ​ມີ​ຄ່າ​ຕໍ່​ພະອົງ ຍ້ອນ​ແນວ​ນັ້ນ​ພະອົງ​ຈຶ່ງ​ຢາກ​ປົກ​ປ້ອງ ຊີ້​ນຳ ແລະ​ອວຍ​ພອນ​ເຈົ້າ.

ກຽມ​ຕົວຢ່າງ​ດີ​ເພື່ອ​ຈະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພະ​ເຢໂຫວາ

10. (ກ) ເປັນ​ຫຍັງ​ວຽກ​ປະກາດ​ຄວນ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ? (ຂ) ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປະກາດ​ເກັ່ງ​ຂຶ້ນ?

10 ເມື່ອ​ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ທັງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຈົ້າ​ກໍ​ຢາກ​ຈະ​ບອກ​ຄົນ​ອື່ນໆກ່ຽວ​ກັບ​ພະອົງ. ພະ​ເຍຊູ​ຄລິດ​ບອກ​ວ່າ: “ຄຳ​ປະເສີດ [“ຂ່າວ​ດີ,” ລ.ມ.] ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໃນ​ປະເທດ​ທັງ​ປວງ​ກ່ອນ.” (ມາລະໂກ 13:10) ດັ່ງ​ນັ້ນ ການ​ປະກາດ​ຈຶ່ງ​ເປັນ​ວຽກ​ທີ່​ຮີບ​ດ່ວນ​ແລະ​ຄວນ​ເປັນ​ໜຶ່ງ​ໃນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ເຮົາ. ເຈົ້າ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ຈະ​ອອກ​ປະກາດ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ບໍ? ເຈົ້າ​ເປັນ​ໄພໂອເນຍ​ໄດ້​ບໍ? ແລ້ວ​ຖ້າ​ເຈົ້າ​ບໍ່​ມັກ​ການ​ປະກາດ​ເດ? ນອກ​ຈາກ​ນັ້ນ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປະກາດ​ເກັ່ງ​ຂຶ້ນ? ມີ 2 ສິ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໄດ້​ຄື: (1) ກຽມ​ຕົວຢ່າງ​ດີ ແລະ (2) ຢ່າ​ຍອມ​ແພ້ ພະຍາຍາມ​ບອກ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ​ຕໍ່ໆໄປ. ເຈົ້າ​ອາດ​ແປກ​ໃຈ​ທີ່​ເຫັນ​ວ່າ​ຕົວ​ເອງ​ມັກ​ການ​ປະກາດ​ຫຼາຍ​ສໍ່າ​ໃດ.

ເຈົ້າ​ຈະ​ກຽມ​ຕົວຢ່າງ​ດີ​ແນວ​ໃດ​ເພື່ອ​ຈະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພະ​ເຢໂຫວາ? (ເບິ່ງ​ຂໍ້ 11, 12)

11, 12. (ກ) ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ກຽມ​ຕົວ​ເວົ້າ​ກັບ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ? (ຂ) ພີ່​ນ້ອງ​ໄວຮຸ່ນ​ຄົນ​ໜຶ່ງ​ມີ​ໂອກາດ​ເວົ້າ​ເລື່ອງ​ພະ​ເຢໂຫວາ​ແນວ​ໃດ​ເມື່ອ​ຢູ່​ໂຮງ​ຮຽນ?

11 ເລີ່ມ​ໂດຍ​ການ​ກຽມ​ຄຳຕອບ​ທີ່​ຄິດ​ວ່າ​ໝູ່​ຢູ່​ໂຮງ​ຮຽນ​ອາດ​ຈະ​ຖາມ ເຊັ່ນ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊື່ອ​ວ່າ​ມີ​ພະເຈົ້າ?” ມີ​ຫຼາຍ​ບົດ​ຄວາມ​ທີ່​ຢູ່​ໃນ​ເວັບໄຊ jw.org ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສາມາດ​ຕອບ​ຄຳຖາມ​ນັ້ນ​ໄດ້. ຖ້າ​ເຈົ້າ​ໄປ​ທີ່ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ໄວຮຸ່ນ > ຝຶກ​ຄວາມ​ຄິດ ເຈົ້າ​ຈະ​ພົບ​ໃບ​ຝຶກ​ຄວາມ​ຄິດ​ທີ່​ມີ​ຊື່​ວ່າ: “ເປັນ​ຫຍັງ​ຈຶ່ງ​ເຊື່ອ​ວ່າ​ມີ​ພະເຈົ້າ?” ລອງ​ຂຽນ​ຄຳຕອບ​ໃນ​ໃບ​ຝຶກ​ຄວາມ​ຄິດ​ນີ້​ເພື່ອ​ຈະ​ໄດ້​​ກຽມ​ຄຳຕອບ​ຂອງ​ເຈົ້າ​ເອົາ​ໄວ້. ເຈົ້າ​ຈະ​ເຫັນ​ຂໍ້​ພະ​ຄຳພີ 3 ຂໍ້​ທີ່​ເຈົ້າ​ຈະ​ໃຊ້​ໄດ້​ຄື: ເຫບເລີ 3:4 ໂລມ 1:20 ແລະ​ຄຳເພງ 139:14. ນອກ​ຈາກ​ນັ້ນ ຍັງ​ມີ​ໃບ​ຝຶກ​ຄວາມ​ຄິດ​ອື່ນໆອີກ​ທີ່​ເຈົ້າ​ສາມາດ​ໃຊ້​ເພື່ອ​ກຽມ​ຄຳຕອບ​ສຳລັບ​ຄຳຖາມ​ອື່ນໆ.—ອ່ານ 1 ເປໂຕ 3:15

12 ເຈົ້າ​ອາດ​ບອກ​ກັບ​ໝູ່​ໃນ​ຫ້ອງ​ຮຽນ​​ວ່າ​ເຂົາ​ເຈົ້າ​ສາມາດ​ເຂົ້າ​ໄປ​ເບິ່ງ​ເວັບໄຊ jw.org ໄດ້​ດ້ວຍ​ຕົວ​ເອງ. ຄື​ກັບ​ທີ່​ລູ​ກ້າ​ໄດ້​ເຮັດ. ມີ​ເທື່ອ​ໜຶ່ງ​ໃນ​ຫ້ອງ​ຂອງ​ລາວ​ຮຽນ​ເລື່ອງ​ສາສະໜາ​ຕ່າງໆ. ລູ​ກ້າ​ສັງເກດ​​ວ່າ​ປຶ້ມ​ທີ່​ຮຽນ​ເວົ້າ​ເຖິງ​ພະຍານ​ພະ​ເຢໂຫວາ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ. ເຖິງ​ວ່າ​ລາວ​ຈະ​ຮູ້ສຶກ​ຢ້ານ ແຕ່​ລາວ​ກໍ​ຂໍ​ນາຍ​ຄູ​ວ່າ ລາວ​ຢາກ​ອະທິບາຍ​ໃຫ້​ໝູ່​ໃນ​ຫ້ອງ​ຟັງ​ວ່າ​ເປັນ​ຫຍັງ​ຂໍ້​ມູນ​ໃນ​ປຶ້ມ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ນາຍ​ຄູ​ກໍ​ອະນຸຍາດ​ໃຫ້​ລາວ​ອະທິບາຍ​ສິ່ງ​ທີ່​ລາວ​ເຊື່ອ ແລະ​ລາວ​ກໍ​ມີ​ໂອກາດ​ໄດ້​ເປີດ​ເວັບໄຊ​ໃຫ້​ໝູ່​ໃນ​ຫ້ອງ​ຮຽນ​ເບິ່ງ. ນອກ​ຈາກ​ນັ້ນ ນາຍ​ຄູ​ຍັງ​ໃຫ້​ວຽກ​ບ້ານ​ກັບ​ນັກ​ຮຽນ​ທຸກ​ຄົນ​ໂດຍ​ໃຫ້​ໄປ​ເບິ່ງ​ວິດີໂອ​ເອົາ​ຊະນະ​ຄົນ​ເກ​ເລ​ໂດຍ​ບໍ່​ໃຊ້​ກຳລັງ. ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ລູ​ກ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ​ທີ່​ລາວ​ໄດ້​ເວົ້າ​ເລື່ອງ​ພະ​ເຢໂຫວາ​ໃນ​ຫ້ອງ​ຮຽນ?

13. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຍອມ​ແພ້​ເມື່ອ​ເຈິ​ບັນຫາ?

13 ເມື່ອ​ເຈົ້າ​ເຈິ​ບັນຫາ ຂໍ​ຢ່າ​ຍອມ​ແພ້​ແລະ​ພະຍາຍາມ​ເຮັດ​ຕາມ​ເປົ້າ​ໝາຍ​ຕໍ່ໆໄປ. (2 ຕີໂມເຕ 4:2) ຄື​ກັບ​ທີ່​ຄາ​ທາ​ຣີ​ນາ​ໄດ້​ເຮັດ. ຕອນ​ທີ່​ອາຍຸ 17 ປີ ລາວ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ປະກາດ​ກັບ​ໝູ່​ທຸກ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ. ແຕ່​ມີ​ຄົນ​ໜຶ່ງ​ທີ່​ມັກ​ດູຖູກ​ລາວ​ເລື້ອຍໆ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ​ລາວ​ກໍ​ບໍ່​ລືມ​ເປົ້າ​ໝາຍ​ຂອງ​ລາວ. ການ​ປະພຶດ​ທີ່​ດີ​ຂອງ​ລາວ​ເຮັດ​ໃຫ້​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຄົນ​ໜຶ່ງ​ທີ່​ຊື່​ຮັນ​ຮູ້ສຶກ​ປະທັບ​ໃຈ. ຮັນ​ເລີ່ມ​ອ່ານ​ປຶ້ມ​ຕ່າງໆ ສຶກສາ​ຄຳພີ​ໄບເບິນ​ແລະ​ຮັບ​ບັບເຕມາ. ແຕ່​ຄາ​ທາ​ຣີ​ນາ​ບໍ່​ໄດ້​ຮູ້​ເລື່ອງ​ນີ້​ເພາະ​ລາວ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ. ຈາກ​ນັ້ນ 13 ປີ​ຕໍ່​ມາ ລາວ​ກໍ​ເຈິ​ເລື່ອງ​ທີ່​ເຮັດ​ໃຫ້​ປະຫຼາດ​ໃຈ​ຫຼາຍ​ແທ້ໆ ຕອນ​ທີ່​ລາວ​ກັບ​ຄອບຄົວ​ເຂົ້າ​ຮ່ວມ​ການ​ປະຊຸມ ຄົນ​ທີ່​ມາ​ບັນລະຍາຍ​ສາ​ທາ​ລະ​ນາ​ນັ້ນ​ກໍ​ຄື​ຮັນ​ນັ້ນ​ເອງ! ຄາ​ທາ​ຣີ​ນາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ລາວ​ບໍ່​ໄດ້​ຖິ້ມ​ເປົ້າ​ໝາຍ​ທີ່​ຈະ​ປະກາດ​ກັບ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ.

ຢ່າ​ລືມ​ເປົ້າ​ໝາຍ​ຂອງ​ເຈົ້າ

14, 15. (ກ) ເຈົ້າ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ​ເມື່ອ​ຖືກ​ຄົນ​ອື່ນ​ກົດ​ດັນ​ໃຫ້​ເຮັດ​ຕາມ? (ຂ) ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັບ​ມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່?

14 ຈົນ​ເຖິງ​ຕອນ​ນີ້ ບົດ​ຄວາມ​ນີ້​ຄົງ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ໃຊ້​ທັງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄິດ​ສະ​ຕຽນ. ແຕ່​ໄວຮຸ່ນ​ຫຼາຍ​ຄົນ​ທີ່​ອາຍຸ​ສໍ່າ​ເຈົ້າ​ກໍ​ພຽງ​ແຕ່​ຢາກ​ມ່ວນ​ກັບ​ຊີວິດ ແລະ​ເຂົາ​ເຈົ້າ​ອາດ​ຊວນ​ເຈົ້າ​ໃຫ້​ເຮັດ​ຄື​ກັນ. ບໍ່​ຊ້າ​ກໍ​ໄວ ເຈົ້າ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຈົ້າ​ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ເຈົ້າ​ເລືອກ​ຫຼາຍ​ສໍ່າ​ໃດ. ຢ່າ​ຍອມ​ໃຫ້​ຄົນ​ອື່ນ​ເຮັດ​ໃຫ້​ເຈົ້າ​ລືມ​ເປົ້າ​ໝາຍ​ນີ້. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ. ຖ້າ​ເຈົ້າ​ຢູ່​ສະຖານີ​ລົດ​ເມ ເຈົ້າ​ຈະ​ຂຶ້ນ​ລົດ​ເມ​ຄັນ​ໜຶ່ງ​ຍ້ອນ​ເຫັນ​ວ່າ​ຄົນ​ໃນ​ລົດ​ເມ​ຄັນ​ນັ້ນ​ກຳລັງ​ເຮັດ​ສິ່ງ​ທີ່​ມ່ວນ​ຊື່ນ​ບໍ​ໂດຍ​ບໍ່​ເບິ່ງ​ວ່າ​ລົດ​ພາ​ຈະ​ໄປ​ໃສ? ເຈົ້າ​ຄົງ​ບໍ່​ເຮັດ​ແບບ​ນັ້ນ​ແນ່ນອນ!

15 ດັ່ງ​ນັ້ນ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ສາມາດ​ຮັບ​ມື​ກັບ​ຄວາມ​ກົດ​ດັນ​ຈາກ​ໝູ່​ໄດ້? ເຈົ້າ​ຕ້ອງ​ຫຼີກ​ລ່ຽງ​ຈາກ​ສະຖານະການ​ທີ່​ເຈົ້າ​ຮູ້​ສຶກ​ວ່າ​ເຈົ້າ​ຮັບ​ມື​ໄດ້​ຍາກ​ເມື່ອ​ຖືກ​ກົດ​ດັນ​ຫຼື​ຖືກ​ລໍ້​ໃຈ. (ສຸພາສິດ 22:3) ຂໍ​ໃຫ້​ຄິດ​ເຖິງ​ຜົນ​ເສຍຫາຍ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ເຮັດ​ສິ່ງ​ທີ່​ຜິດ. (ຄາລາຊີ 6:7) ແລະ​ຖ່ອມ​ໃຈ​ຍອມ​ຮັບ​ວ່າ​ເຈົ້າ​ຕ້ອງການ​ຄຳ​ແນະນຳ​ທີ່​ດີ. ເຈົ້າ​ຕ້ອງ​ຟັງ​ຄຳ​ແນະນຳ​ຂອງ​ພໍ່​ແມ່​ແລະ​ພີ່​ນ້ອງ​ທີ່​ມີ​ປະສົບການ​ໃນ​ປະຊາຄົມ.—ອ່ານ 1 ເປໂຕ 5:5, 6

16. ປະສົບການ​ຂອງ​ຄລິດ​ສະ​ຕ໋ອບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຄວາມ​ຖ່ອມ​ສຳຄັນ​ຫຼາຍ?

16 ຄວາມ​ຖ່ອມ​ໄດ້​ຊ່ວຍ​ໃຫ້​ຄລິດ​ສະ​ຕ໋ອບ​ຮັບ​ເອົາ​ຄຳ​ແນະນຳ​ທີ່​ດີ. ຫຼັງ​ຈາກ​ທີ່​ລາວ​ຮັບ​ບັບເຕມາ​ບໍ່​ດົນ ລາວ​ກໍ​ເລີ່ມ​ໄປ​ອອກ​ກຳລັງ​ກາຍ​ຢູ່​ສູນ​ເປັນ​ປະຈຳ. ຢູ່​ທີ່​ນັ້ນ​ໄວຮຸ່ນ​ຫຼາຍ​ຄົນ​ຊວນ​ລາວ​ໃຫ້​ເຂົ້າ​ຮ່ວມ​ທີມ​ກິລາ​ຂອງ​ເຂົາ​ເຈົ້າ. ຄລິດ​ສະ​ຕ໋ອບ​ໄດ້​ປຶກສາ​ເລື່ອງ​ນີ້​ກັບ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ ແລະ​ຜູ້​ເຖົ້າ​ແກ່​ກໍ​ຊ່ວຍ​ລາວ​ໃຫ້​ຄິດ​ເຖິງ​ອັນຕະລາຍ​ບາງ​ຢ່າງ ເຊັ່ນ: ການ​ມີ​ນິດໄສ​ມັກ​ແຂ່ງ​ຂັນ​ກັນ. ແຕ່​ຄລິດ​ສະ​ຕ໋ອບ​ກໍ​ຍັງ​ເຂົ້າ​ຮ່ວມ​ທີມ​ກິລາ. ບໍ່​ດົນ​ລາວ​ກໍ​ສັງເກດ​ເຫັນ​ວ່າ ກິລາ​ນັ້ນ​ມີ​ແຕ່​ຄວາມ​ຮຸນແຮງ​ແລະ​ເປັນ​ອັນຕະລາຍ. ລາວ​ຈຶ່ງ​ໄປ​ຫາ​ຜູ້​ເຖົ້າ​ແກ່​ອີກ​ຄັ້ງ ແລະ​ຜູ້​ເຖົ້າ​ແກ່​ກໍ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ກັບ​ລາວ. ຄລິດ​ສະ​ຕ໋ອບ​ບອກ​ວ່າ: “ພະ​ເຢໂຫວາ​ສົ່ງ​ຜູ້​ປຶກສາ​ທີ່​ດີ​ມາ​ໃຫ້​ຂ້ອຍ ແລະ​ຂ້ອຍ​ກໍ​ເຊື່ອ​ຟັງ​ພະອົງ​ເຖິງ​ວ່າ​ຈະ​ຊ້າ​ແດ່.” ເຈົ້າ​ມີ​ຄວາມ​ຖ່ອມ​ພໍ​ບໍ​ທີ່​ຈະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ທີ່​ດີ?

17, 18. (ກ) ພະ​ເຢໂຫວາ​ຢາກ​ໃຫ້​ໄວຮຸ່ນ​ທຸກ​ມື້​ນີ້​ໄດ້​ຮັບ​ຫຍັງ? (ຂ) ເຈົ້າ​ຈະ​ຫຼີກ​ລ່ຽງ​ການ​ເລືອກ​ທີ່​ອາດ​ເຮັດ​ໃຫ້​ເສຍໃຈ​ພາຍ​ຫຼັງ​ເມື່ອ​ເປັນ​ຜູ້​ໃຫຍ່​ໄດ້​ແນວ​ໃດ? ຂໍ​ເລົ່າ​ປະສົບການ.

17 ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ໜຸ່ມ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເວລາ​ຍັງ​ໜຸ່ມ​ແລະ​ໃຫ້​ໃຈ​ຂອງ​ເຈົ້າ​ມີ​ຄວາມ​ສຸກ​ໃນ​ເວລາ​ຍັງ​ໜຸ່ມ.” (ຜູ້​ເທສະໜາ​ປ່າວ​ປະກາດ 11:9) ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຕອນ​ທີ່​ເຈົ້າ​ເປັນ​ໄວຮຸ່ນ. ໃນ​ບົດ​ຄວາມ​ນີ້ ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ວິທີ​ໜຶ່ງ​ທີ່​ຈະ​ມີ​ຄວາມ​ສຸກ​ຄື: ເຈົ້າ​ຕ້ອງ​ຈົດຈໍ່​ຢູ່​ກັບ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ສະເໝີ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ບໍ່​ວ່າ​ເຈົ້າ​ຈະ​ວາງ​ແຜນ​ເຮັດ​ຫຍັງ​ຫຼື​ຕັດສິນ​ໃຈ​ເລື່ອງ​ຫຍັງ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້​ໄວ​ເທົ່າ​ໃດ ເຈົ້າ​ກໍ​ຈະ​ເຫັນ​ໄວ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຊີ້​ນຳ ປົກ​ປ້ອງ ແລະ​ອວຍ​ພອນ​ເຈົ້າ​ແນວ​ໃດ. ຂໍ​ໃຫ້​ຄິດ​ເຖິງ​ຄຳ​ແນະນຳ​ທີ່​ດີ​ທຸກ​ຢ່າງ​ທີ່​ພະອົງ​ໃຫ້​ກັບ​ເຈົ້າ​ໂດຍ​ທາງ​ຄຳພີ​ໄບເບິນ ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ທີ່​ວ່າ: ‘ເຈົ້າ​ຈົ່ງ​ລະນຶກ​ຄຶດ​ຮອດ​ພະອົງ​ຜູ້​ໄດ້​ນິລະມິດ​ສ້າງ​ເຈົ້າ​ແລ້ວ​ໃນ​ເວລາ​ທີ່​ເຈົ້າ​ຍັງ​ໜຸ່ມ​ຢູ່.’—ຜູ້​ເທສະໜາ​ປ່າວ​ປະກາດ 12:1

18 ຊ່ວງ​ໄວຮຸ່ນ​ເປັນ​ຊ່ວງ​ເວລາ​ສັ້ນໆກ່ອນ​ຈະ​ເຕີບໂຕ​ເປັນ​ຜູ້​ໃຫຍ່. ໜ້າ​ເສົ້າໃຈ ຫຼາຍ​ຄົນ​ມາ​ເສຍໃຈ​ພາຍ​ຫຼັງ​ເພາະ​ຕັ້ງ​ເປົ້າ​ໝາຍ​ຜິດ ຫຼື​ບໍ່​ມີ​ເປົ້າ​ໝາຍ​ຫຍັງ​ເລີຍ​ຕອນ​ທີ່​ຍັງ​ນ້ອຍ. ຖ້າ​ເຈົ້າ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ແລະ​ຈົດຈໍ່​ກັບ​ເປົ້າ​ໝາຍ​ນັ້ນ​ສະເໝີ ເຈົ້າ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຈົ້າ​ເລືອກ​ເມື່ອ​ເຈົ້າ​ໃຫຍ່​ຂຶ້ນ. ຄ້າຍ​ຄື​ກັບ​ຄວາມ​ຮູ້ສຶກ​ຂອງ​ເ​ມີ​ຈາ​ນາ ຕອນ​ທີ່​ໄວຮຸ່ນ​ລາວ​ຫຼິ້ນ​ກິລາ​ເກັ່ງ​ຫຼາຍ. ລາວ​ຖືກ​ເຊີນ​ໃຫ້​ໄປ​ແຂ່ງ​ຂັນ​ກິລາ​ໂອແລັມປິກ​ລະດູ​ໜາວ. ແທນ​ທີ່​ລາວ​ຈະ​ຕອບ​ຮັບ ລາວ​ພັດ​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ. ເຖິງ​ວ່າ 30 ປີ​ຜ່ານ​ໄປ​ແລ້ວ ລາວ​ກໍ​ຍັງ​ຮັບໃຊ້​ເຕັມ​ເວລາ​ຮ່ວມ​ກັບ​ຜົວ​ຂອງ​ລາວ. ລາວ​ບອກ​ວ່າ​ຄົນ​ທີ່​ຢາກ​ມີ​ຊື່ສຽງ ກຽດຕິຍົດ ອຳນາດ ແລະ​ຄວາມ​ຮັ່ງມີ​ຈະ​ບໍ່​ມີ​ຄວາມ​ສຸກ​ແທ້! ລາວ​ຍັງ​ບອກ​ອີກ​ວ່າ​ເປົ້າ​ໝາຍ​ທີ່​ດີ​ທີ່​ສຸດ​ຄື ການ​ຮັບໃຊ້​ພະເຈົ້າ​ແລະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້ຈັກ​ພະອົງ.

19. ຕອນ​ທີ່​ເຮົາ​ຍັງ​ນ້ອຍ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ​ແລະ​ຈົດຈໍ່​ທີ່​ເປົ້າ​ໝາຍ​ນັ້ນ​ສະເໝີ?

19 ເດັກ​ນ້ອຍ​ແລະ​ໄວຮຸ່ນ​ທັງ​ຫຼາຍ ເຈົ້າ​ສົມຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ແທ້ໆ! ເພາະ​ເຖິງ​ວ່າ​ເຈົ້າ​ຈະ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຈົ້າ​ກໍ​ຍັງ​ຕັ້ງ​ໃຈ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ເຈົ້າ​ຕັ້ງ​ເປົ້າ​ໝາຍ​ຂອງ​ຄລິດສະຕຽນ ແລະ​ເບິ່ງ​ວ່າ​ວຽກ​ປະກາດ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ບໍ່​ໄດ້​ຍອມ​ໃຫ້​ໂລກ​ນີ້​ເຮັດ​ໃຫ້​ເຈົ້າ​ລືມ​ເປົ້າ​ໝາຍ​ໄປ. ເຈົ້າ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ຈະ​ບໍ່​ເສຍ​ໄປ​ລ້າໆ. ເຈົ້າ​ຍັງ​ມີ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຮັກ​ແລະ​ສະໜັບສະໜູນ​ເຈົ້າ. ດັ່ງ​ນັ້ນ “ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ອັນ​ໃດ​ກໍ​ໃຫ້​ຝາກ​ເລື່ອງ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ ແລ້ວ​ແຜນການ​ຂອງ​ເຈົ້າ​ຈະ​ສຳເລັດ.”