ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ

ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ

“ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ . . . ຈົ່ງ​ເຕືອນ​ສະຕິ [“ໃຫ້​ກຳລັງ​ໃຈ,” ..] ກັນ​ແລະ​ກັນ ແລະ​ມາກ​ກວ່າ​ນັ້ນ​ອີກ​ເພາະ​ທ່ານ​ທັງ​ຫຼາຍ​ເຫັນ​ວ່າ​ວັນ​ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.”—ເຫບເລີ 10:24, 25

ເພງ: 90, 87

1. ເປັນ​ຫຍັງ​ອັກຄະສາວົກ​ໂປໂລ​ກະຕຸ້ນ​ຄລິດສະຕຽນ​ຊາວ​ເຫບເລີ​ໃນ​ສະຕະວັດ​ທຳອິດ​ໃຫ້​ໜູນ​ໃຈ​ກັນ​ແລະ​ກັນ “ມາກ​ກວ່າ​ນັ້ນ​ອີກ”?

ໃນ​ສະຕະວັດ​ທຳອິດ​ອັກຄະສາວົກ​ໂປໂລ​ໃຫ້​ຄຳ​ແນະນຳ​ຄລິດສະຕຽນ​ຊາວ​ເຫບເລີ​ວ່າ: “ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ ຢ່າ​ໃຫ້​ປະການ​ຊຸມນຸມ​ກັນ​ນັ້ນ​ເໝືອນ​ດັ່ງ​ຜູ້​ລາງ​ຄົນ​ເຄີຍ​ປະ ແຕ່​ວ່າ​ຈົ່ງ​ເຕືອນ​ສະຕິ​ກັນ​ແລະ​ກັນ ແລະ​ມາກ​ກວ່າ​ນັ້ນ​ອີກ​ເພາະ​ທ່ານ​ທັງ​ຫຼາຍ​ເຫັນ​ວ່າ​ວັນ​ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.” (ເຫບເລີ 10:24, 25) ພີ່​ນ້ອງ​ອາດ​ຮູ້ສຶກ​ສົງໄສ​ວ່າ​ເປັນ​ຫຍັງ​ໂປໂລ​ຈຶ່ງ​ບອກ​ເຂົາ​ເຈົ້າ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ ແຕ່​ບໍ່​ເຖິງ 5 ປີ​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ເຂົ້າ​ໃຈ​ໃນ​ເຫດຜົນ​ນັ້ນ. ຕອນ​ນັ້ນ​ເຂົາ​ເຈົ້າ​ໄດ້​ເຫັນ​ວັນ​ພິພາກສາ​ຂອງ​ພະ​ເຢໂຫວາ​ຕໍ່​ເຢຣຶຊາເລມ​ໃກ້​ເຂົ້າ​ມາ​ແລ້ວ. ເຂົາ​ເຈົ້າ​ຮູ້​ວ່າ​ຕ້ອງ​ໜີ​ອອກ​ຈາກ​ເມືອງ​ຕາມ​ທີ່​ພະ​ເຍຊູ​ເຄີຍ​ບອກ​ໄວ້. (ລືກາ 21:20-22; ກິດຈະການ 2:19, 20) ວັນ​ຂອງ​ພະ​ເຢໂຫວາ​ມາ​ໃນ​ປີ ຄ.ສ. 70 ເມື່ອ​ກອງທັບ​ໂລມ​ມາ​ທຳລາຍ​ເຢຣຶຊາເລມ.

2. ທຸກ​ມື້​ນີ້​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຄິດ​ເຖິງ​ການ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ?

2 ທຸກ​ມື້​ນີ້​ເຮົາ​ຢູ່​ໃນ​ສະພາບການ​ທີ່​ຄ້າຍ​ກັນ. “ວັນ​ຂອງ​ພະ​ເຢໂຫວາ​ເປັນ​ອັນ​ໃຫຍ່​ອັນ​ພິລຶກ​ເພີງ​ກົວ” ກໍ​ໃກ້​ເຂົ້າ​ມາ​ແລ້ວ. (ໂຢເອນ 2:11) ຄຳ​ພະຍາກອນ​ຂອງ​ໂຊໂຟນີ​ໃຊ້​ໄດ້​ກັບ​ເຮົາ​ໃນ​ເວລາ​ນີ້​ທີ່​ວ່າ: “ວັນ​ອັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ມາ​ໃກ້​ແລ້ວ. ວັນ​ນັ້ນ​ຫຍັບ​ມາ​ໂດຍ​ເຮວ.” (ໂຊໂຟນີ 1:14) ດ້ວຍ​ເຫດ​ນີ້ ເຮົາ​ຄວນ “ຄຶດ​ເຖິງ​ກັນ​ແລະ​ກັນ [ເປັນ​ຫ່ວງ​ກັນ] ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ.” (ເຫບເລີ 10:24) ເຮົາ​ຈຳເປັນ​ຕ້ອງ​ສົນ​ໃຈ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ຫຼາຍ​ຂຶ້ນ​ເພື່ອ​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ຕ້ອງການ.

ໃຜ​ແດ່​ທີ່​ຕ້ອງການ​ກຳລັງ​ໃຈ?

3. ໂປໂລ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ການ​ໃຫ້​ກຳລັງ​ໃຈ? (ເບິ່ງ​ຮູບ​ທຳອິດ)

3 “ຄວາມ​ອຸກ​ໃຈ​ກໍ​ໃຫ້​ຄົນ​ຖ່ອມ​ລົງ ແຕ່​ວ່າ​ຖ້ອຍຄຳ​ດີ​ຂໍ້​ໜຶ່ງ​ໃຫ້​ເພິ່ນ​ຊົມຊື່ນ​ຍິນດີ.” (ສຸພາສິດ 12:25) ໃນ​ທຸກ​ມື້​ນີ້​ເຮົາ​ທຸກ​ຄົນ​ຕ້ອງການ​ກຳລັງ​ໃຈ. ໂປໂລ​ບອກ​ຢ່າງ​ຊັດເຈນ​ວ່າ​ແມ່ນ​ແຕ່​ຜູ້​ທີ່​ຕ້ອງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ເຂົາ​ເຈົ້າ​ກໍ​ຍັງ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ. ລາວ​ຂຽນ​ເຖິງ​ພີ່​ນ້ອງ​ທີ່​ໂລມ​ວ່າ: “ຂ້ອຍ​ຢາກ​ພົບ​ພວກ​ເຈົ້າ​ຫຼາຍ ຈະ​ໄດ້​ແບ່ງ​ປັນ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ໃກ້​ຊິດ​ພະເຈົ້າ ຫຼື​ຖ້າ​ຈະ​ເວົ້າ​ໃຫ້​ຖືກ ພວກ​ເຮົາ​ຈະ​ໄດ້​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໂດຍ​ຄວາມ​ເຊື່ອ​ຂອງ​ເຮົາ​ທັງ​ສອງ​ຝ່າຍ ຄື​ທັງ​ຂອງ​ພວກ​ເຈົ້າ​ແລະ​ຂອງ​ຂ້ອຍ.” (ໂລມ 1:11, 12, ລ.ມ.) ແມ່ນ​ແຕ່​ໂປໂລ​ກໍ​ຍັງ​ຕ້ອງການ​ກຳລັງ​ໃຈ​ໃນ​ບາງ​ຄັ້ງ.—ອ່ານ​ໂລມ 15:30-32

4, 5. ໃນ​ທຸກ​ມື້​ນີ້​ມີ​ໃຜ​ແດ່​ທີ່​ຕ້ອງການ​ກຳລັງ​ໃຈ?

4 ໃນ​ທຸກ​ມື້​ນີ້​ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ເຊັ່ນ​ໄພໂອເນຍ​ທີ່​ສັດ​ຊື່. ເຂົາ​ເຈົ້າ​ຕ້ອງ​ເສຍ​ສະລະ​ສິ່ງ​ທີ່​ມັກ​ຫຼາຍ​ຢ່າງ​ເພື່ອ​ຈະ​ເປັນ​ໄພໂອເນຍ​ໄດ້. ລວມ​ເຖິງ​ມິດຊັນນາລີ ສະມາຊິກ​ຄອບຄົວ​ເບເທນ ຜູ້​ດູ​ແລ​ໝວດ​ແລະ​ເມຍ ແລະ​ຄົນ​ທີ່​ຮັບໃຊ້​ໃນ​ຫ້ອງ​ການ​ແປ​ຢູ່​ນອກ​ສຳນັກງານ​ສາຂາ ເຂົາ​ເຈົ້າ​ຕ້ອງ​ເສຍ​ສະລະ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຄວນ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ. ນອກ​ຈາກ​ນີ້ ຍັງ​ມີ​ຫຼາຍ​ຄົນ​ທີ່​ເຄີຍ​ຮັບໃຊ້​ເຕັມ​ເວລາ​ແລະ​ຢາກ​ເຮັດ​ຕໍ່​ໄປ ແຕ່​ຕອນ​ນີ້​ບໍ່​ສາມາດ​ເຮັດ​ໄດ້​ແລ້ວ. ເຂົາ​ເຈົ້າ​ກໍ​ເຫັນ​ຄຸນຄ່າ​ຄື​ກັນ​ເມື່ອ​ໄດ້​ຮັບ​ກຳລັງ​ໃຈ.

5 ໃຜ​ແດ່​ທີ່​ຕ້ອງການ​ກຳລັງ​ໃຈ? ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຫຼາຍ​ຄົນ​ທີ່​ເລືອກ​ຈະ​ເປັນ​ໂສດ​ເພາະ​ຢາກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ແຕ່ງ​ດອງ​ກັບ​ຄົນ​ທີ່​ເຊື່ອ “ໃນ​ພະອົງ​ເຈົ້າ” ເທົ່າ​ນັ້ນ. (1 ໂກລິນໂທ 7:39) ຜູ້​ເປັນ​ເມຍ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ຜົວ​ຂອງ​ລາວ​ບອກ​ຮັກ​ແລະ​ເຫັນ​ຄຸນຄ່າ​ໃນ​ທຸກ​ສິ່ງ​ທີ່​ລາວ​ເຮັດ. (ສຸພາສິດ 31:28, 31) ຄລິດສະຕຽນ​ທີ່​ອົດ​ທົນ​ຕໍ່​ການ​ຂົ່ມເຫງ ຫຼື​ຄວາມ​ເຈັບ​ປ່ວຍ​ກໍ​ຕ້ອງການ​ກຳລັງ​ໃຈ​ຄື​ກັນ. (2 ເທຊະໂລນີກ 1:3-5) ພະ​ເຢໂຫວາ​ແລະ​ພະ​ເຍຊູ​ປອບ​ໃຈ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທຸກ​ຄົນ.—ອ່ານ 2 ເທຊະໂລນີກ 2:16, 17

ຜູ້​ເຖົ້າ​ແກ່​ໃຫ້​ກຳລັງ​ໃຈ​ເຮົາ​ໄດ້

6. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເອຊາອີ 32:1, 2 ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຜູ້​ເຖົ້າ​ແກ່?

6 ອ່ານ​ເອຊາອີ 32:1, 2. ເຮົາ​ມີ​ຊີວິດ​ໃນ​ເວລາ​ທີ່​ຍາກ​ລຳບາກ​ແລະ​ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຮູ້ສຶກ​ເສຍໃຈ​ແລະ​ທໍ້​ໃຈ. ພະ​ເຍຊູ​ຄລິດ​ໃຊ້​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ແລະ “ພວກ​ເຈົ້ານາຍ” ຫຼື​ຜູ້​ເຖົ້າ​ແກ່​ທີ່​ສັດ​ຊື່​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ແກະ​ອື່ນ​ເພື່ອ​ໃຫ້​ກຳລັງ​ເຮົາ. ໃນ​ປະຊາຄົມ​ເຫຼົ່າ​ນີ້​ຜູ້​ເຖົ້າ​ແກ່​ບໍ່​ແມ່ນ “ນາຍ” ເໜືອ​ຄວາມ​ເຊື່ອ​ຂອງ​ເຮົາ​ແຕ່​ເປັນ “ເພື່ອນ​ຮ່ວມ​ງານ” ເພື່ອ​ທີ່​ເຮົາ​ຈະ​ມີ​ຄວາມ​ຍິນດີ. ເຂົາ​ເຈົ້າ​ຢາກ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ແລະ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ຕໍ່ໆໄປ.—2 ໂກລິນໂທ 1:24

7, 8. ຜູ້​ເຖົ້າ​ແກ່​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ແນວ​ໃດ?

7 ຜູ້​ເຖົ້າ​ແກ່​ສາມາດ​ຮຽນ​ແບບ​ອັກຄະສາວົກ​ໂປໂລ​ທີ່​ພະຍາຍາມ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຢູ່​ສະເໝີ. ລາວ​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເທຊະໂລນີກ​ທີ່​ຖືກ​ຂົ່ມເຫງ​ວ່າ: “ເພາະ​ພວກ​ເຮົາ​ແພງ​ທ່ານ​ທັງ​ຫຼາຍ​ເປັນ​ອັນ​ມາກ ເຮົາ​ຊອບ​ໃຈ​ຫຼາຍ​ຈະ​ໃຫ້​ຄຳ​ປະເສີດ​ແຫ່ງ​ພະເຈົ້າ​ແກ່​ທ່ານ​ທັງ​ຫຼາຍ ບໍ່​ໃຊ່​ເທົ່າ​ນັ້ນ ແຕ່​ວ່າ​ຍັງ​ຊີວິດ​ຈິດ​ໃຈ​ຂອງ​ເຮົາ​ດ້ວຍ ເພາະ​ທ່ານ​ທັງ​ຫຼາຍ​ກາຍ​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ​ມາກ​ຫຼາຍ.”—1 ເທຊະໂລນີກ 2:8

8 ຜູ້​ເຖົ້າ​ແກ່​ໃຫ້​ກຳລັງ​ໃຈ​ໄດ້​ຫຼາຍ​ຈາກ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. ແຕ່​ນັ້ນ​ຍັງ​ບໍ່​ພໍ? ໂປໂລ​ບອກ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ເອເຟດ​ວ່າ: “ທ່ານ​ຕ້ອງ​ຈະ​ໄດ້​ກະທຳ​ການ​ໜັກ​ດັ່ງ​ນີ້​ແລະ​ຊ່ອຍ​ຄົນ​ທີ່​ເປັນ​ອ່ອນ​ແຮງ​ແລະ​ໃຫ້​ຈື່​ຈຳ​ພະ​ຄຳ​ແຫ່ງ​ພະອົງ​ເຈົ້າ​ເຍຊູ​ທີ່​ພະອົງ​ເອງ​ໄດ້​ກ່າວ​ວ່າ ‘ການ​ປະທານ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.’” (ກິດຈະການ 20:35) ໂປໂລ​ຍິນດີ​ທີ່​ຈະ “ສະລະ​ຊັບ​ແລະ​ເຫື່ອ​ແຮງ​ທັງ​ໝົດ​ເພື່ອ​ຊ່ອຍ​ເຫຼືອ” ພີ່​ນ້ອງ​ຂອງ​ລາວ. ໂດຍ​ການ​ກະທຳ​ໂປໂລ​ພິສູດ​ວ່າ​ລາວ​ເຕັມ​ໃຈ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ເຂົາ​ເຈົ້າ. (2 ໂກລິນໂທ 12:15, ທ.ປ.) ຄ້າຍ​ຄື​ກັນ ຜູ້​ເຖົ້າ​ແກ່​ຄວນ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ຄົນ​ອື່ນໆບໍ່​ແມ່ນ​ແຕ່​ດ້ວຍ​ຄຳ​ເວົ້າ​ແຕ່​ດ້ວຍ​ການ​ກະທຳ​ນຳ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ຫ່ວງ​ພວກ​ເຮົາ​ແທ້ໆ.—1 ໂກລິນໂທ 14:3

9. ຜູ້​ເຖົ້າ​ແກ່​ສາມາດ​ໃຫ້​ຄຳ​ແນະນຳ​ແບບ​ທີ່​ໃຫ້​ກຳລັງ​ໃຈ​ໄດ້​ແນວ​ໃດ?

9 ເພື່ອ​ຊ່ວຍ​ພີ່​ນ້ອງ​ໃຫ້​ເຂັ້ມແຂງ​ຂຶ້ນ ບາງ​ຄັ້ງ​ຜູ້​ເຖົ້າ​ແກ່​ກໍ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ. ຜູ້​ເຖົ້າ​ແກ່​ສາມາດ​ຮຽນ​ຈາກ​ຄຳພີ​ໄບເບິນ​ວ່າ​ຈະ​ໃຫ້​ຄຳ​ແນະນຳ​ແບບ​ທີ່​ໃຫ້​ກຳລັງ​ໃຈ​ໄດ້​ແນວ​ໃດ. ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ແລ້ວ ເພິ່ນ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ຢ້ຽມ​ໃນ​ການ​ໃຫ້​ຄຳ​ແນະນຳ​ເມື່ອ​ເພິ່ນ​ສົ່ງ​ຂໍ້​ຄວາມ​ໄປ​ປະຊາຄົມ​ຕ່າງໆທີ່​ຢູ່​ໃນ​ອາຊີ​ນ້ອຍ ເພິ່ນ​ໃຫ້​ຄຳ​ແນະນຳ​ທີ່​ໜັກແໜ້ນ​ແກ່​ປະຊາຄົມ ເອເຟດ ເປລະຄາມ ແລະ​ທິ​ອາ​ທິຣາ. ແຕ່​ກ່ອນ​ທີ່​ຈະ​ໃຫ້​ຄຳ​ແນະນຳ ເພິ່ນ​ໄດ້​ຊົມ​ເຊີຍ​ເຂົາ​ເຈົ້າ​ໃນ​ການ​ດີ​ທີ່​ເຂົາ​ເຈົ້າ​ເຮັດ. (ຄຳປາກົດ 2:1-5, 12, 13, 18, 19) ພະ​ເຍຊູ​ບອກ​ປະຊາຄົມ​ລະໂອດີເຊ​ວ່າ: “ຄົນ​ທັງ​ປວງ​ທີ່​ເຮົາ​ຮັກ ເຮົາ​ຕິຕຽນ​ແລະ​ຂ້ຽນ​ສອນ. ເຫດ​ສັນນີ້​ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ຈົ່ງ​ຕັ້ງ​ໃຈ​ເສຍ​ໃໝ່.” (ຄຳປາກົດ 3:19) ຜູ້​ເຖົ້າ​ແກ່​ຂອງ​ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ຄລິດ​ເມື່ອ​ເຂົາ​ເຈົ້າ​ໃຫ້​ຄຳ​ແນະນຳ.

ບໍ່​ແມ່ນ​ແຕ່​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ​ທີ່​ຕ້ອງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ

ພໍ່​ແມ່​ທັງ​ຫຼາຍ​ເຈົ້າ​ໄດ້​ຝຶກ​ສອນ​ໃຫ້​ລູກ​ຂອງ​ເຈົ້າ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ບໍ? (ເບິ່ງ​ຂໍ້ 10)

10. ເຮົາ​ທຸກ​ຄົນ​ສາມາດ​ເສີມ​ສ້າງ​ກັນ​ແລະ​ກັນ​ໄດ້​ແນວ​ໃດ?

10 ບໍ່​ແມ່ນ​ແຕ່​ຜູ້​ເຖົ້າ​ແກ່​ທີ່​ຕ້ອງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ໂປໂລ​ກະຕຸ້ນ​ຄລິດສະຕຽນ​ທຸກ​ຄົນ “ໃຫ້​ເວົ້າ​ແຕ່​ສິ່ງ​ດີໆເຊິ່ງ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຕ້ອງການ​ກຳລັງ​ໃຈ ເພື່ອ​ໃຫ້​ຄົນ​ຟັງ​ໄດ້​ຮັບ​ປະໂຫຍດ.” (ເອເຟດ 4:29, ລ.ມ.) ເຮົາ​ແຕ່​ລະ​ຄົນ​ຄວນ​ຄິດ​ເຖິງ​ສິ່ງ​ທີ່​ຄົນ​ອື່ນ​ຕ້ອງການ​ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ. ໂປໂລ​ຂຽນ​ເຖິງ​ພີ່​ນ້ອງ​ຊາວ​ເຫບເລີ​ວ່າ: “ມື​ທີ່​ຫ້ອຍ​ຢູ່​ນັ້ນ ແລະ​ຫົວ​ເຂົ່າ​ທີ່​ອ່ອນ​ແຮງ ຈົ່ງ​ຍົກ​ໃຫ້​ແຂງ​ຂຶ້ນ ແລະ​ທາງ​ເດີນ​ຈົ່ງ​ກະທຳ​ໃຫ້​ຊື່​ໄປ​ສຳລັບ​ຕີນ​ຂອງ​ພວກ​ທ່ານ ເພື່ອ​ຄົນ​ຂາ​ເຢກ​ຂາ​ຫ້ານ​ຈະ​ບໍ່​ຫຼົງ​ທາງ ແຕ່​ວ່າ​ໄດ້​ດີ​ເປັນ​ປົກກະຕິ​ກໍ​ດີ​ກວ່າ.” (ເຫບເລີ 12:12, 13) ເຮົາ​ທຸກ​ຄົນ​​ເສີມ​ສ້າງ​ແລະ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໂດຍ​ທາງ​ຄຳ​ເວົ້າ ເຖິງ​ເຮົາ​ຈະ​ຍັງ​ນ້ອຍ​​ກໍ​ຕາມ.

11. ອັນ​ໃດ​ທີ່​ຊ່ວຍ​ມາ​ເທ​ຕອນ​ທີ່​ລາວ​ຊຶມເສົ້າ?

11 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ມາ​ເທ ລາວ​ຊຶມເສົ້າ​ຢູ່​ໄລຍະ​ໜຶ່ງ. * (ເບິ່ງ​ໄຂ​ເງື່ອນ) ລາວ​ຂຽນ​ວ່າ: “ມື້​ໜຶ່ງ​ເມື່ອ​ຂ້ອຍ​ອະທິດຖານ​ຂໍ​ກຳລັງ​ໃຈ ຂ້ອຍ​ໄດ້​ພົບ​ພີ່​ນ້ອງ​ຍິງ​ສູງ​ອາຍຸ​ລາວ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຕໍ່​ຂ້ອຍ ເຊິ່ງ​ເປັນ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ໃນ​ຕອນ​ນັ້ນ ລາວ​ຍັງ​ເວົ້າ​ເຖິງ​ປະສົບການ​ຂອງ​ລາວ​ເຊິ່ງ​ຄື​ກັບ​ທີ່​ຂ້ອຍ​ກຳລັງ​ຖືກ​ທົດ​ສອບ​ຢູ່ ແລະ​ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ບໍ່​ຮູ້ສຶກ​ໂດດ​ດ່ຽວ.” ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ນີ້​ອາດ​ບໍ່​ຮູ້​ວ່າ​ຄຳ​ເວົ້າ​ຂອງ​ລາວ​ຊ່ວຍ​ມາ​ເທ​ໄດ້​ຫຼາຍ​ສໍ່າ​ໃດ!

12, 13. ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ໃນ​ຟີລິບ 2:1-4 ແນວ​ໃດ?

12 ໂປໂລ​ຂຽນ​ເຖິງ​ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ຟີລິບ​ວ່າ: “ດັ່ງ​ນັ້ນ ພວກ​ເຈົ້າ​ຕ້ອງ​ໃຫ້​ກຳລັງ​ໃຈ​ກັນ​ແບບ​ພະ​ຄລິດ ປອບ​ໃຈ​ກັນ​ດ້ວຍ​ຄວາມ​ຮັກ ຫ່ວງໃຍ​ກັນ ສະແດງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ກັນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆຖ້າ​ພວກ​ເຈົ້າ​ຄິດ​ຄື​ກັນ ມີ​ຄວາມ​ຮັກ​ຢ່າງ​ດຽວ​ກັນ ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັນ ມີ​ຄວາມ​ຄິດ​ໄປ​ທາງ​ດຽວ​ກັນ ຢ່າ​ເຮັດ​ອັນ​ໃດ​ດ້ວຍ​ນໍ້າໃຈ​ຊີງ​ດີ​ຊີງ​ເດັ່ນ​ຫຼື​ຖື​ວ່າ​ຕົວ​ເອງ​ສຳຄັນ ແຕ່​ໃຫ້​ຖ່ອມ​ຕົວ​ແລະ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ ຢ່າ​ເຫັນ​ແກ່​ປະໂຫຍດ​ສ່ວນ​ຕົວ​ເທົ່າ​ນັ້ນ ໃຫ້​ເຫັນ​ແກ່​ປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.”—ຟີລິບ 2:1-4, ລ.ມ.

13 ເຮົາ​ທຸກ​ຄົນ​ຄວນ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ. ເຮົາ​ສາມາດ “ປອບ​ໃຈ​ກັນ​ດ້ວຍ​ຄວາມ​ຮັກ” “ຫ່ວງໃຍ​ກັນ” ແລະ “ສະແດງ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ກັນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ” ເພື່ອ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຂອງ​ເຮົາ.

ມີ​ຫຼາຍ​ວິທີ​ທີ່​ຈະ​ໃຫ້​ກຳລັງ​ໃຈ

14. ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

14 ການ​ໄດ້​ຍິນ​ວ່າ​ຄົນ​ທີ່​ເຮົາ​ຊ່ວຍ​ໃນ​ອະດີດ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຢູ່​ນັ້ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ກໍ​ຄື ການ​ໄດ້​ຍິນ​ວ່າ​ລູກໆຂອງ​ຂ້ອຍ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.” (3 ໂຢຮັນ 4, ລ.ມ.) ໄພໂອເນຍ​ຫຼາຍ​ຄົນ​ຮູ້ສຶກ​ຕື່ນ​ເຕັ້ນ​ເມື່ອ​ເຂົາ​ເຈົ້າ​ໄດ້​ເຈິ​ຄົນ​ທີ່​ເຄີຍ​ຊ່ວຍ​ໃຫ້​ຮູ້ຈັກ​ຄວາມ​ຈິງ​ຕັ້ງ​ແຕ່​ດົນ​ແລ້ວ ເຊິ່ງ​ຕອນ​ນີ້​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຢູ່ ແລະ​ອາດ​ເຖິງ​ກັບ​ເປັນ​ໄພໂອເນຍ​ດ້ວຍ​ຊໍ້າ. ດັ່ງ​ນັ້ນ ຖ້າ​ໄພໂອເນຍ​ຮູ້ສຶກ​ທໍ້​ໃຈ ເຮົາ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງ​ສິ່ງ​ດີໆທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ເພື່ອ​ຊ່ວຍ​ຄົນ​ອື່ນ.

15. ອັນ​ໃດ​ແດ່​ທີ່​ເຮົາ​ຈະ​ເຮັດ​ໄດ້​ເພື່ອ​ໃຫ້​ກຳລັງ​ໃຈ​ຜູ້​ຮັບໃຊ້​ທີ່​ສັດ​ຊື່?

15 ຜູ້​ດູ​ແລ​ໝວດ​ຫຼາຍ​ຄົນ​ເຄີຍ​ບອກ​ວ່າ​ຫຼັງ​ຈາກ​ທີ່​ໄປ​ຢາມ​ປະຊາຄົມ​ໃດ​ໜຶ່ງ​ແລ້ວ ເຂົາ​ເຈົ້າ​ແລະ​ເມຍ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ໄດ້​ຮັບ​ຂໍ້​ຄວາມ​ສະແດງ​ຄວາມ​ຂອບໃຈ. ນີ້​ເປັນ​ເລື່ອງ​ຈິງ​ກັບ​ຜູ້​ເຖົ້າ​ແກ່ ມິດຊັນນາລີ ໄພໂອເນຍ ແລະ​ສະມາຊິກ​ຄອບຄົວ​ເບເທນ ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່. ການ​ທີ່​ເຮົາ​ຂອບໃຈ​ເຂົາ​ເຈົ້າ ເຮົາ​ກໍ​ໄດ້​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ຫຼາຍ​ກວ່າ​ທີ່​ເຮົາ​ຄິດ​ໄວ້​ອີກ.

ວິທີ​ທີ່​ເຮົາ​ທຸກ​ຄົນ​ຈະ​ໃຫ້​ກຳລັງ​ໃຈ​ກັນ

16. ວິທີ​ງ່າຍໆທີ່​ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ບາງ​ຄົນ​ໄດ້​ແມ່ນ​ຫຍັງ?

16 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ເຂົາ​ເຈົ້າ​ເດ? ແທ້ໆແລ້ວ​ການ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ບໍ່​ໄດ້​ເປັນ​ເລື່ອງ​ຍາກ​ຫຼາຍ​ປານ​ນັ້ນ. ພະຍາຍາມ​ຍິ້ມ​ງາມໆໃຫ້​ກັບ​ເຂົາ​ເຈົ້າ. ຖ້າ​ເຂົາ​ເຈົ້າ​ບໍ່​ຍິ້ມ​ຕອບ​ມາ​ກໍ​ອາດ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ມີ​ບັນຫາ​ແລະ​ຕ້ອງການ​ຄົນ​ລົມ​ນຳ. ເຈົ້າ​ອາດ​ປອບ​ໂຍນ​ເຂົາ​ເຈົ້າ​ໄດ້​ງ່າຍໆໂດຍ​ການ​ຟັງ.—ຢາໂກໂບ 1:19

17. ອັນ​ໃດ​ທີ່​ໃຫ້​ກຳລັງ​ໃຈ​ເຮັນຣີ?

17 ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່​ເຮັນຣີ​ລາວ​ຮູ້ສຶກ​ເສຍໃຈ​ຫຼາຍ​ທີ່​ຍາດ​ຕິ​ພີ່​ນ້ອງ​ຫຼາຍ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ໜຶ່ງ​ໃນ​ນັ້ນ​ແມ່ນ​ພໍ່​ຂອງ​ລາວ​ທີ່​ເຄີຍ​ເປັນ​ຜູ້​ເຖົ້າ​ແກ່. ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ສັງເກດ​ເຫັນ​ວ່າ​ເຮັນຣີ​ກຳລັງ​ເສຍໃຈ​ຢູ່​ລາວ​ຈຶ່ງ​ຊວນ​ເຮັນຣີ​ອອກ​ໄປ​ກິນ​ກາເຟ. ລາວ​ຕັ້ງ​ໃຈ​ຟັງ​ເຮັນຣີ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ. ເຮັນຣີ​ຮູ້​ວ່າ​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ຊ່ວຍ​ຄອບຄົວ​ໃຫ້​ກັບ​ຄືນ​ມາ​ແມ່ນ​ການ​ທີ່​ລາວ​ຮັກສາ​ຄວາມ​ສັດ​ຊື່. ຜູ້​ດູ​ແລ​ໝວດ​ຍັງ​ປອບ​ໃຈ​ເຮັນຣີ​ໂດຍ​ອ່ານ​ຂໍ້​ພະ​ຄຳພີ​ໃນ​ຄຳເພງ​ບົດ 46 ໂຊໂຟນີ 3:17 ແລະ​ມາລະໂກ 10:29, 30.

ເຮົາ​ທຸກ​ຄົນ​ສາມາດ​ເສີມ​ສ້າງ​ແລະ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໄດ້ (ເບິ່ງ​ຂໍ້ 18)

18. (ກ) ກະສັດ​ຊາໂລໂມນ​ຂຽນ​ຫຍັງ​ທີ່​ກ່ຽວ​ກັບ​ການ​ໃຫ້​ກຳລັງ​ໃຈ? (ຂ) ອັກຄະສາວົກ​ໂປໂລ​ແນະນຳ​ຫຍັງ?

18 ເຮົາ​ຮຽນ​ອັນ​ໃດ​ໄດ້​ຈາກ​ປະສົບການ​ຂອງ​ມາ​ເທ​ແລະ​ເຮັນຣີ? ເຮົາ​ທຸກ​ຄົນ​ສາມາດ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ທີ່​ຕ້ອງການ​ການ​ປອບ​ໂຍນ​ແລະ​ຕ້ອງການ​ກຳລັງ​ໃຈ​ໄດ້. ກະສັດ​ຊາໂລໂມນ​ຂຽນ​ວ່າ: “ຖ້ອຍຄຳ​ທີ່​ອອກ​ຖືກ​ເວລາ​ສົມຄວນ​ກໍ​ປະເສີດ​ຫຼາຍ​ແທ້. ສິ່ງ​ຂອງ​ທີ່​ຕາ​ຮັກ​ກໍ​ໃຫ້​ໃຈ​ຊົມຊື່ນ​ຍິນດີ.” (ສຸພາສິດ 15:23, 30) ເຈົ້າ​ຄິດ​ເຖິງ​ໃຜ​ບາງ​ຄົນ​ບໍ​ທີ່​ກຳລັງ​ຮູ້ສຶກ​ທໍ້​ໃຈ​ແລະ​ເສຍໃຈ​ຢູ່? ເປັນ​ຫຍັງ​ເຈົ້າ​ບໍ່​ລອງ​ເຮັດ​ຫຍັງ​ທີ່​ງ່າຍໆ ເຊັ່ນ ອ່ານ​ບາງ​ຂໍ້​ຄວາມ​ຈາກ​ຫໍສັງເກດການ ຫຼື​ເວັບໄຊ​ຂອງ​ເຮົາ​ໃຫ້​ເຂົາ​ເຈົ້າ​ຟັງ? ໂປໂລ​ບອກ​ວ່າ​ການ​ຮ້ອງ​ເພງ​ລາຊະອານາຈັກ​ຮ່ວມ​ກັນ​ກໍ​ເຮັດ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ໄດ້. ລາວ​ຂຽນ​ວ່າ: “ໃຫ້​ພວກ​ເຈົ້າ​ຄອຍ​ສອນ​ແລະ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ​ດ້ວຍ​ເພງ​ສະ​ດຸ​ດີ ເພງ​ສັນເສີນ​ພະເຈົ້າ ແລະ​ເພງ​ນະມັດສະການ​ທີ່​ຮ້ອງ​ດ້ວຍ​ຄວາມ​ສຳນຶກ​ບຸນ​ຄຸນ ໃຫ້​ຮ້ອງ​ເພງ​ຈາກ​ໃຈ​ໃຫ້​ກັບ​ພະ​ເຢໂຫວາ​ສະເໝີ.”—ໂກໂລດ 3:16, ລ.ມ.; ກິດຈະການ 16:25

19. ເປັນ​ຫຍັງ​ກຳລັງ​ໃຈ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ເຮົາ​ຄວນ​ເຮັດ​ຫຍັງ?

19 ແຮ່ງ​ເຮົາ​ຫຍັບ​ເຂົ້າ​ໃກ້​ວັນ​ຂອງ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ກໍ​ແຮ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ. (ເຫບເລີ 10:25) ເຮົາ​ຈະ​ມີ​ຄວາມ​ສຸກ​ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ວ່າ: “ຈົ່ງ​ເລົ້າໂລມ​ກັນ​ແລະ​ກັນ [ໃຫ້​ກຳລັງ​ໃຈ​ກັນ, ລ.ມ.] ແລະ​ຈົ່ງ​ກະທຳ​ໃຫ້​ກັນ​ແລະ​ກັນ​ຈຳເລີນ​ຂຶ້ນ​ເໝືອນ​ດັ່ງ​ທ່ານ​ທັງ​ຫຼາຍ​ກະທຳ​ຢູ່​ນັ້ນ​ເຖີ້ນ.”—1 ເທຊະໂລນີກ 5:11

^ ຂໍ້ 11 ຊື່​ສົມມຸດ.