ຫໍສັງເກດການສະບັບສຶກສາ ກັນຍາ 2016

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 24 ຕຸລາ -27 ພະຈິກ 2016.

‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ’

ພະ​ເຢໂຫວາ​ເສີມ​ກຳລັງ​ແລະ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ຂອງ​ພະອົງ​ແນວ​ໃດ? ເຈົ້າ​ສາມາດ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ໄດ້​ແນວ​ໃດ?

ສູ້​ຕໍ່​ໄປ​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ

ປະຊາຊົນ​ຂອງ​ພະເຈົ້າ​ປະສົບ​ກັບ​ອຸປະສັກ​ຫຼາຍ​ຢ່າງ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຊອກ​ຫາ​ການ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ​ຕໍ່ໆ​ໄປ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຂົາ​ເຈົ້າ​ສາມາດ​ເອົາ​ຊະນະ​ໄດ້!

ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສາມາດ​ຊີ້​ນຳ​ເຮົາ​ໄດ້.

ຄົນ​ໜຸ່ມ​ນ້ອຍ​ທັງ​ຫຼາຍ, ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ

ເຈົ້າ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ​ບໍ​ເພື່ອ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ຄວາມ​ເຊື່ອ​ເຊິ່ງ​ກຳລັງ​ເປັນ​ທີ່​ນິຍົມ​ກັນ ເຊັ່ນ: ເຊື່ອ​ເລື່ອງ​ວິວັດທະນາ​ຫຼາຍ​ກວ່າ​ເລື່ອງ​ການ​ສ້າງ? ຖ້າ​ເປັນ​ເຊັ່ນ​ນັ້ນ ຂໍ້​ມູນ​ນີ້​ແມ່ນ​ຈັດ​ໄວ້​ສຳລັບ​ເຈົ້າ.

ພໍ່​ແມ່​ທັງ​ຫຼາຍ ຈົ່ງ​ຊ່ວຍ​ສ້າງ​ຄວາມ​ເຊື່ອ​ໃຫ້​ລູກ​ຂອງ​ເຈົ້າ

ບາງ​ຄັ້ງ​ເຈົ້າ​ຮູ້ສຶກ​ບໍ​ວ່າ​ຕົວ​ເອງ​ບໍ່​ເກັ່ງ​ພຽງ​ພໍ​ສຳລັບ​ຂໍ້​ທ້າທາຍ​ນີ້? ມີ​ສີ່​ຂັ້ນ​ຕອນ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ປະສົບ​ຜົນ​ສຳເລັດ​ໄດ້.

ຄຳຖາມ​ຈາກ​ຜູ້​ອ່ານ

ໃນ​ເຫບເລີ 4:12 ບອກ​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ [“ພະລັງ, ລ.ມ.”].” ພະ​ຄຳ​ຂອງ​ພະເຈົ້າ​ໃນ​ຂໍ້​ນີ້​ໝາຍ​ເຖິງ​ຫຍັງ?