ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພໍ່​ແມ່​ທັງ​ຫຼາຍ ຈົ່ງ​ຊ່ວຍ​ສ້າງ​ຄວາມ​ເຊື່ອ​ໃຫ້​ລູກ​ຂອງ​ເຈົ້າ

ພໍ່​ແມ່​ທັງ​ຫຼາຍ ຈົ່ງ​ຊ່ວຍ​ສ້າງ​ຄວາມ​ເຊື່ອ​ໃຫ້​ລູກ​ຂອງ​ເຈົ້າ

‘ຊາຍ​ໜຸ່ມ​ທັງ​ຫຼາຍ​ກັບ​ຍິງ​ສາວ​ທັງ​ຫຼາຍ . . . ຂໍ​ໃຫ້​ສັນລະເສີນ​ນາມ​ຊື່​ແຫ່ງ​ພະ​ເຢໂຫວາ.’—ຄຳເພງ 148:12, 13

ເພງ: 88, 115

1, 2. (ກ) ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ພໍ່​ແມ່​ຈະ​ສອນ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ແລະ​ອັນ​ໃດ​ເປັນ​ພຽງ​ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ພໍ່​ແມ່​ຈະ​ເຮັດ​ແບບ​ນີ້​ໄດ້? (ຂ) ສີ່​ຈຸດ​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ຕອນ​ນີ້​ມີ​ຫຍັງ​ແດ່?

ພໍ່​ແມ່​ຄູ່​ໜຶ່ງ​ໃນ​ປະເທດ​ຝຣັ່ງ ເຂົາ​ເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ເຊື່ອ​ໃນ​ພະ​ເຢໂຫວາ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລູກ​ຈະ​ເຊື່ອ​ແບບ​ນັ້ນ. ຄວາມ​ເຊື່ອ​ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ຮັບ​ສືບ​ທອດ​ຕໍ່​ຈາກ​ກັນ​ໄດ້. ລູກ​ຂອງ​ເຮົາ​ມີ​ຄວາມ​ເຊື່ອ​ເທື່ອ​ລະ​ເລັກ​ລະ​ໜ້ອຍ.” ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ຂຽນ​ວ່າ: “ການ​ຊ່ວຍ​ສ້າງ​ຄວາມ​ເຊື່ອ​ໃນ​ຫົວໃຈ​ຂອງ​ລູກ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ສຸດ​ທີ່​ເຈົ້າ​ຈະ​ເຄີຍ​ປະສົບ​ໃນ​ຊີວິດ.” ລາວ​ເວົ້າ​ຕື່ມ​ອີກວ່າ: “ເຈົ້າ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ໄດ້​ແກ້ໄຂ​ຂໍ້​ສົງໄສ​ຂອງ​ລູກ​ຈົນ​ລາວ​ພໍ​ໃຈ​ແລ້ວ. ແຕ່​ຕໍ່​ມາ​ກໍ​ເຫັນ​ວ່າ​ລາວ​ຍົກ​ຄຳຖາມ​ເກົ່າ​ຂຶ້ນ​ມາ​ຖາມ​ອີກ! ລູກ​ອາດ​ພໍ​ໃຈ​ກັບ​ຄຳຕອບ​ຕ່າງໆທີ່ເຈົ້າ​ຕອບ​ລາວ​ໃນ​ມື້​ນີ້​ຕໍ່​ກັບ​ຄວາມ​ຄິດ​ທີ່​ຢາກ​​ຢາກ​ເຫັນ​ຂອງ​ລາວ ແຕ່​ຄຳຕອບ​ນັ້ນ​ອາດ​ຈະ​ບໍ່​ມີ​ລາຍ​ລະອຽດ​ພຽງ​ພໍ​ສຳລັບ​ລາວ​ໃນ​ມື້​ຕໍ່​ໄປ.” ເມື່ອ​ລູກ​ໃຫຍ່​ຂຶ້ນ ພໍ່​ແມ່​ຫຼາຍ​ຄົນ​ເຫັນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ອະທິບາຍ​ຫົວ​ເລື່ອງ​ເກົ່າ​ອີກ ແຕ່​ເປັນ​ໃນ​ແບບ​ທີ່​ລະອຽດ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເຫັນ​ວ່າ​ຈຳເປັນ​ຕ້ອງ​ໃຊ້​ວິທີ​ການ​ຕ່າງໆເພື່ອ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ.

2 ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ບາງ​ຄັ້ງ​ເຈົ້າ​ສົງໄສ​ບໍ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສາມາດ​ສອນ​ລູກ​ໄດ້​ແທ້ໆຫຼື​ບໍ່ ເພື່ອ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ​ຕໍ່​ໄປ​ແມ່ນ​ແຕ່​ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ? ທີ່​ຈິງ ບໍ່​ມີ​ໃຜ​ຈັກ​ຄົນ​ທີ່​ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ນີ້​ໄດ້​ດ້ວຍ​ຕົວ​ເອງ. (ເຢເຣມີ 10:23) ດ້ວຍ​ເຫດ​ນີ້​ເຮົາ​ຕ້ອງ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຮົາ. ພະອົງ​ໄດ້​ໃຫ້​ຄຳ​ແນະນຳ​ຫຼາຍ​ຢ່າງ​ແກ່​ພໍ່​ແມ່ ແຕ່​ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ? (1) ໃຫ້​ຮູ້ຈັກ​ລູກ​ເປັນ​ຢ່າງ​ດີ (2) ສອນ​ລູກ​ເລື່ອງ​ຕ່າງໆກ່ຽວ​ກັບ​ພະ​ເຢໂຫວາ​ເຊິ່ງ​ມີ​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ (3) ໃຊ້​ຕົວຢ່າງ​ປຽບ​ທຽບ ແລະ (4) ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ແລະ​ໃຫ້​ອົດ​ທົນ​ກັບ​ລູກ.

ໃຫ້​ຮູ້ຈັກ​ລູກ​ເປັນ​ຢ່າງ​ດີ

3. ໃນ​ວິທີ​ທີ່​ພະ​ເຍຊູ​ສອນ​ພວກ​ລູກ​ສິດ ພໍ່​ແມ່​ຈະ​ຮຽນ​ແບບ​ໄດ້​ແນວ​ໃດ?

3 ພະ​ເຍຊູ​ມັກ​ຖາມ​ພວກ​ລູກ​ສິດ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ. (ມັດທາຍ 16:13-15) ເຈົ້າ​ສາມາດ​ຮຽນ​ແບບ​ພະອົງ​ໃນ​ເລື່ອງ​ນີ້. ເມື່ອ​ກຳລັງ​ລົມ​ກັບ​ລູກ​ຫຼື​ກຳລັງ​ເຮັດ​ບາງ​ສິ່ງ​ນຳ​ກັນ ໃຫ້​ຖາມ​ລູກ​ວ່າ​ຄິດ​ແນວ​ໃດ ແລະ​ໃຫ້​ລູກ​ບອກ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແທ້ໆ. ບາງ​ທີ​ລູກ​ອາດ​ມີ​ຂໍ້​ສົງໄສ​ບາງ​ຢ່າງ​ບໍ? ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ເຊິ່ງ​ມີ​ອາຍຸ 15 ປີ ລາວ​ເວົ້າ​ວ່າ: “ພໍ່​ມັກ​ລົມ​ກັບ​ຂ້ອຍ​ໃນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ຂ້ອຍ ແລະ​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ຫາ​ເຫດຜົນ. ພໍ່​ຖາມ​ວ່າ: ‘ຄຳພີ​ໄບເບິນ​ບອກ​ວ່າ​ແນວ​ໃດ?’ ‘ລູກ​ເຊື່ອ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ບໍ?’ ‘ເປັນ​ຫຍັງ​ລູກ​ຈຶ່ງ​ເຊື່ອ?’ ພໍ່​ຢາກ​ໃຫ້​ຂ້ອຍ​ຕອບ​ດ້ວຍ​ຄຳ​ເວົ້າ​ຂອງ​ຕົວ​ເອງ ບໍ່​ແມ່ນ​ເວົ້າ​ຕາມ​ຄຳ​ເວົ້າ​ຂອງ​ພໍ່​ຫຼື​ແມ່. ເມື່ອ​ໃຫຍ່​ຂຶ້ນ ຂ້ອຍ​ຕ້ອງ​ອະທິບາຍ​ຄຳຕອບ​ຂອງ​ຕົວ​ເອງ​ໃຫ້​ກວ້າງ​ອອກ.”

4. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ອົດ​ທົນ​ແລະ​ຕອບ​ຄຳຖາມ​ຕ່າງໆຂອງ​ລູກ? ຂໍ​ໃຫ້​ຍົກ​ຕົວຢ່າງ.

4 ຖ້າ​ລູກ​ບໍ່​ໄດ້​ເຊື່ອ​ທັນທີ​ໃນ​ບາງ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ຂໍ​ໃຫ້​ເຈົ້າ​ອົດ​ທົນ. ຊ່ວຍ​ລູກ​ໃຫ້​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ທີ່​ຄາ​ໃຈ​ເຂົາ​ເຈົ້າ. ພໍ່​ຄົນ​ໜຶ່ງ​ເວົ້າ​ວ່າ: “ໃຫ້​ຖື​ວ່າ​ຄຳຖາມ​ຂອງ​ລູກ​ເປັນ​ເລື່ອງ​ທີ່​ຈິງ​ຈັງ. ຢ່າ​ປ່ອຍ​ໃຫ້​ຄຳຖາມ​ເຫຼົ່າ​ນັ້ນ​ຜ່ານ​ໄປ​ຄື​ກັບ​ວ່າ​ມັນ​ບໍ່​ສຳຄັນ ແລະ​ຢ່າ​ຫຼີກ​ລ່ຽງ​ໂດຍ​ບໍ່​ເວົ້າ​ເຖິງ​ຫົວ​ຂໍ້​ນັ້ນ​ພຽງ​ຍ້ອນ​ວ່າ​ມັນ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ບໍ່​ສະດວກ​ໃຈ.” ທີ່​ຈິງ ການ​ທີ່​ລູກ​ຖາມ​ຄຳຖາມ​ກໍ​ເປັນ​ສິ່ງ​ທີ່​ດີ ເພາະ​ນັ້ນ​ໝາຍ​ຄວາມ​ວ່າ​ລູກ​ຢາກ​ເຂົ້າ​ໃຈ​ໃນ​ເລື່ອງ​ນັ້ນ. ແມ່ນ​ແຕ່​ພະ​ເຍຊູ​ກໍ​ຖາມ​ຄຳຖາມ​ຕອນ​ທີ່​ພະອົງ​ຍັງ​ນ້ອຍ. (ອ່ານ​ລືກາ 2:46) ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ແດນ​ມາກ ລາວ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ເວົ້າ​ວ່າ ຂ້ອຍ​ສົງໄສ​ວ່າ​ສາສະໜາ​ທີ່​ເຮົາ​ນັບຖື​ເປັນ​ສາສະໜາ​ທີ່​ແທ້​ຈິງ​ຫຼື​ບໍ່ ພໍ່​ແມ່​ຂອງ​ຂ້ອຍ​ເຮັດ​ໃຈ​ເຢັນໆ ເຖິງ​ວ່າ​ພວກ​ເພິ່ນ​ອາດ​ຈະ​ເປັນ​ຫ່ວງ​ຂ້ອຍ​ກໍ​ຕາມ. ພໍ່​ແມ່​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຕອບ​ຄຳຖາມ​ທຸກໆຂໍ້​ຂອງ​ຂ້ອຍ.”

ເວົ້າ​ເຖິງ​ພະ​ເຢໂຫວາ​ທຸກໆມື້​ເມື່ອ​ກຳລັງ​ເຮັດ​ບາງ​ສິ່ງ​ກັບ​ລູກ

5. ເຖິງ​ວ່າ​ລູກ​ອາດ​ເບິ່ງ​ຄື​ວ່າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ແຕ່​ພໍ່​ແມ່​ຄວນ​ເຮັດ​ຫຍັງ?

5 ໃຫ້​ຮູ້ຈັກ​ລູກ​ເປັນ​ຢ່າງ​ດີ. ຢ່າ​ຄິດ​ວ່າ​ລູກ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄປ​ປະກາດ​ແລະ​ໄປ​ປະຊຸມ. ລູກ​ຮູ້ສຶກ​ແນວ​ໃດ​ແທ້ໆຕໍ່​ພະ​ເຢໂຫວາ ແລະ​ລູກ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄຳພີ​ໄບເບິນ? ໃຫ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ຂອງ​ເຈົ້າ​ເພື່ອ​ຈະ​ຮູ້​ວ່າ​ມີ​ບາງ​ສິ່ງ​ທີ່​ຍາກ​ສຳລັບ​ລູກ​ບໍ​ໃນ​ການ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ໃຫ້​ເວົ້າ​ເຖິງ​ພະ​ເຢໂຫວາ​ທຸກໆມື້​ເມື່ອ​ກຳລັງ​ເຮັດ​ບາງ​ສິ່ງ​ກັບ​ລູກ. ໃຫ້​ອະທິດຖານ​ສຳລັບ​ລູກ​ເມື່ອ​ຢູ່​ກັບ​ເຂົາ​ເຈົ້າ​ແລະ​ເມື່ອ​ເຈົ້າ​ຢູ່​ຕາມ​ລຳພັງ.

ສອນ​ລູກ​ເລື່ອງ​ຕ່າງໆ ກ່ຽວ​ກັບ​ພະ​ເຢໂຫວາ​ເຊິ່ງ​ມີ​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ

6. ເມື່ອ​ພໍ່​ແມ່​ຮຽນ​ຮູ້​ຕໍ່ໆໄປ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ ສິ່ງ​ນີ້​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ​ໃຫ້​ສອນ​ລູກ​ຂອງ​ຕົນ​ເອງ?

6 ຜູ້​ຄົນ​ມັກ​ຟັງ​ສິ່ງ​ທີ່​ພະ​ເຍຊູ​ສອນ​ເພາະ​ພະອົງ​ຮັກ​ພະ​ເຢໂຫວາ​ແລະ​ຮູ້ຈັກ​ພະ​ຄຳພີ​ເປັນ​ຢ່າງ​ດີ. ຄົນ​ເຫຼົ່າ​ນັ້ນ​ຍັງ​ຮູ້ສຶກ​ວ່າ​ພະ​ເຍຊູ​ຮັກ​ເຂົາ​ເຈົ້າ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ໃຈ​ຟັງ​ພະອົງ. (ລືກາ 24:32; ໂຢຮັນ 7:46) ຄ້າຍ​ຄື​ກັນ ເມື່ອ​ລູກ​ເຫັນ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ ສິ່ງ​ນີ້​ກໍ​ຊ່ວຍ​ລູກ​ໃຫ້​ຮັກ​ພະອົງ​ເຊັ່ນ​ກັນ. (ອ່ານ​ພະບັນຍັດ 6:5-8; ລືກາ 6:45) ດັ່ງ​ນັ້ນ ຂໍ​ໃຫ້​ພໍ່​ແມ່​ທັງ​ຫຼາຍ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ຕໍ່ໆໄປ ອ່ານ​ສັບພະ​ໜັງສື​ຂອງ​ອົງການ​ເປັນ​ປະຈຳ ແລະ​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ໄດ້​ສ້າງ. (ມັດທາຍ 6:26, 28) ເມື່ອ​ເຈົ້າ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຢໂຫວາ ເຈົ້າ​ກໍ​ສາມາດ​ສອນ​ລູກ​ໃຫ້​ຮູ້​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຂອງ​ພະອົງ.—ລືກາ 6:40

ເລົ່າ​ໃຫ້​ລູກ​ຟັງ​ໃນ​ສິ່ງ​ທີ່​ເຈົ້າ​ກຳລັງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ

7, 8. ເມື່ອ​ເຈົ້າ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ ເຈົ້າ​ສາມາດ​ເຮັດ​ຫຍັງ? ພໍ່​ແມ່​ບາງ​ຄົນ​ໄດ້​ເຮັດ​ແນວ​ໃດ​ໃນ​ເລື່ອງ​ນີ້?

7 ເມື່ອ​ເຈົ້າ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ ເລົ່າ​ເລື່ອງ​ນັ້ນ​ໃຫ້​ລູກ​ຟັງ. ໃຫ້​ເຮັດ​ແບບ​ນີ້​ໃນ​ທຸກໆໂອກາດ​ທີ່​ເຈົ້າ​ຢູ່​ກັບ​ລູກ ບໍ່​ແມ່ນ​ສະເພາະ​ຕອນ​ທີ່​ກຽມ​ສຳລັບ​ການ​ປະຊຸມ​ຫຼື​ໃນ​ການ​ສຶກສາ​ປະຈຳ​ຄອບຄົວ​ເທົ່າ​ນັ້ນ. ພໍ່​ແມ່​ຄູ່​ໜຶ່ງ​ໃນ​ປະເທດ​ອາ​ເມຣິ​ກາ​ໄດ້​ເຮັດ​ດັ່ງ​ນີ້ ເຂົາ​ເຈົ້າ​ລົມ​ກັບ​ລູກ​ໃນ​ເລື່ອງ​ຂອງ​ພະ​ເຢໂຫວາ​ເມື່ອ​ເຫັນ​ບາງ​ສິ່ງ​ທີ່​ສວຍ​ງາມ​ໃນ​ທຳມະຊາດ ຫຼື​ເມື່ອ​ມີ​ຄວາມ​ສຸກ​ກັບ​ການ​ກິນ​ອາຫານ​ທີ່​ແຊບໆ. ເຂົາ​ເຈົ້າ​ເວົ້າ​ວ່າ: “ເຮົາ​ເຕືອນ​ລູກ​ໃຫ້​ຄິດ​ເຖິງ​ຄວາມ​ຮັກ​ແລະ​ຄວາມ​ສຸຂຸມ​ຮອບຄອບ​ທີ່​ພະ​ເຢໂຫວາ​ໄດ້​ໃສ່​ໄວ້​ໃນ​ທຸກ​ສິ່ງ​ທີ່​ພະອົງ​ຈັດ​ຕຽມ​ໃຫ້​ເຮົາ.” ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ອາ​ຝຼິກ​ກາ​ໃຕ້​ມັກ​ເວົ້າ​ກັບ​ລູກ​ສາວ​ສອງ​ຄົນ​ໃນ​ເລື່ອງ​ການ​ສ້າງ​ເມື່ອ​ເຂົາ​ເຈົ້າ​ເຮັດ​ສວນ​ນຳ​ກັນ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ລົມ​ກັນ​ວ່າ​ເປັນ​ເລື່ອງ​ໜ້າ​ອັດສະຈັນ​ໃຈ​ແທ້ໆທີ່​ເມັດ​ພືດ​ແຕກ​ໜໍ່​ເປັນ​ຕົ້ນ​ໄມ້. ຜູ້​ເປັນ​ພໍ່​ແມ່​ເວົ້າ​ວ່າ: “ເຮົາ​ພະຍາຍາມ​ປູກ​ຝັງ​ລູກ​ສາວ​ທັງ​ສອງ​ຄົນ​ໃຫ້​ມີ​ຄວາມ​ນັບຖື​ແທ້ໆຕໍ່​ຊີວິດ​ແລະ​ຄວາມ​ສະ​ຫຼັບ​ຊັບຊ້ອນ​ທີ່​ໜ້າ​ເຫຼືອ​ເຊື່ອ​ຂອງ​ຊີວິດ.”

8 ພໍ່​ຄົນ​ໜຶ່ງ​ໃນ​ປະເທດ​ອົດສະຕຣາລີ​ໄດ້​ພາ​ລູກ​ຊາຍ​ອາຍຸ​ປະມານ 10 ປີ​ໄປ​ຫໍ​ພິພິທະພັນ. ລາວ​ຕັດສິນ​ໃຈ​ທີ່​ຈະ​ໃຊ້​ໂອກາດ​ນີ້​ເພື່ອ​ທີ່​ຈະ​ຊ່ວຍ​ສ້າງ​ຄວາມ​ເຊື່ອ​ໃຫ້​ລູກ ແລະ​ໃຫ້​ລູກ​ເຫັນ​ຫຼັກ​ຖານ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ. ຜູ້​ເປັນ​ພໍ່​ເວົ້າ​ວ່າ: “ເຮົາ​ເຫັນ​ການ​ວາງ​ສະແດງ​ໂຕ​ແອ​ະ​ໂມ​ນາຍ (ammonoids) ແລະ​ໂຕ​ໄທ​ຣ​ໂລ​ໄບ (trilobites) ເຊິ່ງ​ເປັນ​ສັດ​ບູຮານ​ທີ່​ອາໄສ​ຢູ່​ໃນ​ທະເລ. ເຮົາ​ຮູ້ສຶກ​ວ່າ​ສັດ​ເຫຼົ່າ​ນີ້​ທີ່​ສູນ​ພັນ​ໄປ​ແລ້ວ ພວກ​ມັນ​ງາມ ສະ​ຫຼັບ​ຊັບຊ້ອນ ແລະ​ສົມບູນ​ແບບ ນັ້ນ​ຄື​ບໍ່​ມີ​ຫຍັງ​ແຕກຕ່າງ​ຈາກ​ທີ່​ເຮົາ​ສາມາດ​ເຫັນ​ໄດ້​ໃນ​ຕອນ​ນີ້. ດັ່ງ​ນັ້ນ ຖ້າ​ຊີວິດ​ໄດ້​ວິວັດທະນາການ​ຈາກ​ສິ່ງ​ທີ່​ທຳມະດາ​ເພື່ອ​ກາຍ​ເປັນ​ຮູບ​ຮ່າງ​ທີ່​ສະ​ຫຼັບ​ຊັບຊ້ອນ​ຫຼາຍ​ຂຶ້ນ ຄັນ​ຊັ້ນ ເປັນ​ຫຍັງ​ສັດ​ບູຮານ​ເຫຼົ່າ​ນີ້​ຈຶ່ງ​ມີ​ຄວາມ​ສະ​ຫຼັບ​ຊັບຊ້ອນ​ຢູ່​ແລ້ວ? ນັ້ນ​ເປັນ​ບົດຮຽນ​ທີ່​ປະທັບ​ໃຈ​ຂ້ອຍ​ຫຼາຍ​ແລະ​ຍ້ອນ​ແນວ​ນັ້ນ​ຂ້ອຍ​ຈຶ່ງ​ບອກ​ໃຫ້​ລູກ​ຮູ້.”

ໃຊ້​ຕົວຢ່າງ​ປຽບ​ທຽບ

9. ເປັນ​ຫຍັງ​ການ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ? ແມ່​ຄົນ​ໜຶ່ງ​ໃຊ້​ຕົວຢ່າງ​ປຽບ​ທຽບ​ໃນ​ເລື່ອງ​ໃດ?

9 ພະ​ເຍຊູ​ມັກ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື້ອຍໆ. ພະອົງ​ສອນ​ບົດຮຽນ​ທີ່​ສຳຄັນ​ໂດຍ​ການ​ເລົ່າ​ເລື່ອງ​ຫຼື​ການ​ໃຊ້​ຕົວຢ່າງ. (ມັດທາຍ 13:34, 35) ເມື່ອ​ເຈົ້າ​ໃຊ້​ຕົວຢ່າງ​ປຽບ​ທຽບ ເຈົ້າ​ກໍ​ໃຫ້​ລູກ​ໄດ້​ໃຊ້​ຈິນຕະນາການ​ຂອງ​ເຂົາ​ເຈົ້າ ເຊິ່ງ​ສິ່ງ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ຄິດ​ກ່ຽວ​ກັບ​ບົດຮຽນ​ທີ່​ເຈົ້າ​ກຳລັງ​ສອນ ໃຫ້​ລູກ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ໃນ​ເລື່ອງ​ນັ້ນ ແລະ​ຈື່​ຈຳ​ໄດ້. ນອກ​ຈາກ​ນັ້ນ ລູກ​ກໍ​ຈະ​ມ່ວນ​ນຳ​ອີກ. ຕົວຢ່າງ​ເຊັ່ນ: ແມ່​ຄົນ​ໜຶ່ງ​ໃນ​ປະເທດ​ຍີ່ປຸ່ນ​ຢາກ​ໃຫ້​ລູກ​ຊາຍ​ທັງ​ສອງ​ຄົນ​ຮຽນ​ຮູ້​ວ່າ ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ຊັ້ນ​ບັນຍາກາດ​ຂອງ​ໂລກ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຫ່ວງໃຍ​ເຮົາ​ຫຼາຍ. ລູກ​ຊາຍ​ກົກ​ອາຍຸ 10 ປີ ແລະ​ຜູ້​ທີ​ສອງ​ອາຍຸ 8 ປີ ດັ່ງ​ນັ້ນ ແມ່​ຈຶ່ງ​ໃຊ້​ຕົວຢ່າງ​ປຽບ​ທຽບ​ໜຶ່ງ​ທີ່​ເໝາະ​ກັບ​ອາຍຸ​ຂອງ​ລູກ. ລາວ​ເອົາ​ນົມ ນໍ້າ​ຕານ ແລະ​ກາເຟ​ໃຫ້​ລູກ ແລ້ວ​ຈາກ​ນັ້ນ​ກໍ​ບອກ​ລູກ​ແຕ່​ລະ​ຄົນ​ເຮັດ​ກາເຟ​ໃຫ້​ລາວ. ຜູ້​ເປັນ​ແມ່​ອະທິບາຍ​ວ່າ: “ລູກ​ທັງ​ສອງ​ຄົນ​ເອົາໃຈໃສ່​ຫຼາຍ​ໃນ​ການ​ເຮັດ​ກາເຟ. ເມື່ອ​ຂ້ອຍ​ຖາມ​ວ່າ​ເປັນ​ຫຍັງ​ລູກ​ຈຶ່ງ​ເອົາໃຈໃສ່​ຫຼາຍ​ແທ້ ເຂົາ​ເຈົ້າ​ຕອບ​ວ່າ​ຢາກ​ເຮັດ​ກາເຟ​ໃນ​ແບບ​ທີ່​ຂ້ອຍ​ມັກ​ກິນ. ຂ້ອຍ​ຈຶ່ງ​ອະທິບາຍ​ວ່າ​ພະ​ເຢໂຫວາ​ປະສົມ​ທາດ​ຕ່າງໆໃນ​ຊັ້ນ​ບັນຍາກາດ​ດ້ວຍ​ຄວາມ​ເອົາໃຈໃສ່​ໃນ​ແບບ​ທີ່​ຄ້າຍໆກັນ ນັ້ນ​ຄື​ໃຫ້​ເໝາະ​ສົມ​ກັບ​ພວກ​ເຮົາ.” ເດັກ​ຊາຍ​ທັງ​ສອງ​ຄົນ​ມ່ວນ​ກັບ​ການ​ຮຽນ​ຮູ້​ນີ້​ແລະ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ມີ​ວັນ​ລືມ​ກ່ຽວ​ກັບ​ສິ່ງ​ນີ້!

ເຈົ້າ​ສາມາດ​ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ງ່າຍໆເພື່ອ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ຕ້ອງ​ມີ​ຜູ້​ສ້າງ (ເບິ່ງ​ຂໍ້ 10)

10, 11. (ກ) ຕົວຢ່າງ​ປຽບ​ທຽບ​ອັນ​ໃດ​ທີ່​ເຈົ້າ​ສາມາດ​ໃຊ້​ເພື່ອ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ຈະ​ຕ້ອງ​ມີ​ຜູ້​ສ້າງ? (ເບິ່ງ​ຮູບ​ທຳອິດ) (ຂ) ມີ​ຕົວຢ່າງ​ປຽບ​ທຽບ​ຫຍັງ​ແດ່​ທີ່​ເຈົ້າ​ໄດ້​ໃຊ້?

10 ຕົວຢ່າງ​ປຽບ​ທຽບ​ອັນ​ໃດ​ທີ່​ເຈົ້າ​ສາມາດ​ໃຊ້​ເພື່ອ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ຈະ​ຕ້ອງ​ມີ​ຜູ້​ສ້າງ? ເຈົ້າ​ອາດ​ເຮັດ​ເຂົ້າ​ໜົມ​ກັບ​ລູກ​ໂດຍ​ໃຊ້​ສູດ​ຂອງ​ເຂົ້າ​ໜົມ​ນັ້ນ. ໃຫ້​ອະທິບາຍ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ເຮັດ​ຕາມ​ສູດ. ຈາກ​ນັ້ນ​ໃຫ້​ເອົາ​ໝາກ​ແ​ອັບ​ເປິ້ນ​ໜ່ວຍ​ໜຶ່ງ​ຫຼື​ໝາກ​ໄມ້​ປະເພດ​ອື່ນ​ໃຫ້​ລູກ ແລະ​ໃຫ້​ຖາມ​ວ່າ: “ລູກ​ຮູ້​ບໍ​ວ່າ​ຢູ່​ທາງ​ໃນ​ໝາກ​ແ​ອັບ​ເປິ້ນ​ໜ່ວຍ​ນີ້​ກໍ​ມີ​ສູດ​ຄື​ກັນ?” ຈາກ​ນັ້ນ​ໃຫ້​ຜ່າ​ເຄິ່ງ​ໝາກ​ແ​ອັບ​ເປິ້ນ​ໜ່ວຍ​ນັ້ນ ແລະ​ຍື່ນ​ແກ່ນ​ມັນ​ໃຫ້​ລູກ. ໃຫ້​ອະທິບາຍ​ວ່າ​ແກ່ນ​ນັ້ນ​ກໍ​ເປັນ​ຄື​ກັບ​ສູດໆໜຶ່ງ ເພາະ​ແກ່ນ​ມີ​ຄຳ​ສັ່ງ​ຕ່າງໆກ່ຽວ​ກັບ​ວິທີ​ເຮັດ​ໃຫ້​ເປັນ​ໝາກ​ແ​ອັບ​ເປິ້ນ. ແຕ່​ຄຳ​ສັ່ງ​ເຫຼົ່າ​ນັ້ນ​ສະ​ຫຼັບ​ຊັບຊ້ອນ​ຫຼາຍ​ກວ່າ​ສູດ​ເຮັດ​ເຂົ້າ​ໜົມ. ເຈົ້າ​ອາດ​ຖາມ​ລູກ​ວ່າ: “ບາງ​ຄົນ​ໄດ້​ຂຽນ​ສູດ​ສຳລັບ​ເຮັດ​ເຂົ້າ​ໜົມ ແຕ່​ແມ່ນ​ໃຜ​ຂຽນ​ສູດ​ທີ່​ເຮັດ​ໃຫ້​ເປັນ​ໝາກ​ແ​ອັບ​ເປິ້ນ?” ຖ້າ​ລູກ​ໃຫຍ່​ແລ້ວ ເຈົ້າ​ອາດ​ອະທິບາຍ​ວ່າ​ມີ​ຄຳ​ສັ່ງ​ຕ່າງໆເພື່ອ​ເຮັດ​ໃຫ້​ໝາກ​ແ​ອັບ​ເປິ້ນ​ຕົ້ນ​ໜຶ່ງ​ເປັນ​ໝາກ​ຫຼາຍໆ ຄຳ​ສັ່ງ​ນັ້ນ​ຢູ່​ໃນ​ດີເອັນເອ (DNA) ເຊິ່ງ​ກໍ​ຄື​ໜ່ວຍ​ສືບພັນ​ທີ່​ຢູ່​ໃນ​ແກ່ນ​ຂອງ​ໝາກ​ແ​ອັບ​ເປິ້ນ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ໃຫ້​ລູກ​ເບິ່ງ​ຮູບ​ຂອງ​ດີເອັນເອ​ແລະ​ຕົວຢ່າງ​ຕ່າງໆທີ່​ຢູ່​ໃນ​ໜ້າ 10-20 ຂອງ​ຈຸນລະສານ​ຕົ້ນ​ກຳເນີດ​ຊີວິດ—ຫ້າ​ຄຳຖາມ​ທີ່​ໜ້າ​ຄິດ.

11 ພໍ່​ແມ່​ຫຼາຍ​ຄົນ​ອ່ານ​ວາລະສານ​ຕື່ນ​ເຖີດ! ກັບ​ລູກ​ໃນ​ບົດ​ຄວາມ​ຊຸດ​ທີ່​ຊື່​ວ່າ: “ມີ​ຜູ້​ອອກ​ແບບ​ບໍ?” ຖ້າ​ລູກ​ຍັງ​ນ້ອຍ ພໍ່​ແມ່​ສາມາດ​ອະທິບາຍ​ຂໍ້​ມູນ​ໃນ​ແບບ​ທີ່​ເຂົ້າ​ໃຈ​ໄດ້​ງ່າຍໆ. ຕົວຢ່າງ​ເຊັ່ນ: ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ປະເທດ​ແດນ​ມາກ​ສົມ​ທຽບ​ຍົນ​ໃສ່​ນົກ. ເຂົາ​ເຈົ້າ​ເວົ້າ​ວ່າ: “ຍົນ​ເບິ່ງ​ຄ້າຍ​ຄື​ກັບ​ນົກ ແຕ່​ຍົນ​ສາມາດ​ໄຂ່​ແລ້ວ​ກໍ​ແຕກ​ອອກ​ເປັນ​ຍົນ​ນ້ອຍໆໄດ້​ບໍ? ນົກ​ຈຳເປັນ​ຕ້ອງ​ມີ​ເດີ່ນ​ພິເສດ​ເພື່ອ​ລົງ​ຈອດ​ບໍ? ແລະ​ລູກ​ຈະ​ສົມ​ທຽບ​ແນວ​ໃດ​ລະຫວ່າງ​ສຽງ​ຍົນ​ກັບ​ສຽງ​ນົກ​ຮ້ອງ? ດັ່ງ​ນັ້ນ ໃຜ​ສະຫຼາດ​ຫຼາຍ​ກວ່າ​ກັນ ຄົນ​ທີ່​ສ້າງ​ຍົນ​ຫຼື​ຄົນ​ທີ່​ສ້າງ​ນົກ?” ເມື່ອ​ເຈົ້າ​ອ່ານ​ປຶ້ມ​ກັບ​ລູກ​ແລະ​ຖາມ​ຄຳຖາມ​ເຂົາ​ເຈົ້າ ເຈົ້າ​ກໍ​ຊ່ວຍ​ລູກ​ໃຫ້​ໃຊ້ “ຄວາມ​ຄຶດ​ຕຶກຕອງ” ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ລູກ​ໃນ​ພະ​ເຢໂຫວາ.—ສຸພາສິດ 2:10-12

12. ເຈົ້າ​ສາມາດ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຕ່າງໆແນວ​ໃດ​ເພື່ອ​ສອນ​ລູກ​ວ່າ ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ແມ່ນ​ຖືກຕ້ອງ​ສະເໝີ?

12 ເຈົ້າ​ສາມາດ​ໃຊ້​ຕົວຢ່າງ​ປຽບ​ທຽບ​ຕ່າງໆເພື່ອ​ສອນ​ລູກ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ແມ່ນ​ຖືກຕ້ອງ​ສະເໝີ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ອ່ານ​ໂຢບ 26:7 (ອ່ານ). ຢ່າ​ພຽງ​ແຕ່​ບອກ​ລູກ​ວ່າ​ຂໍ້​ນີ້​ໃນ​ພະ​ຄຳພີ​ຕ້ອງ​ມາ​ຈາກ​ພະ​ເຢໂຫວາ ແຕ່​ໃຫ້​ຊ່ວຍ​ລູກ​ໃຊ້​ຈິນຕະນາການ​ຂອງ​ເຂົາ​ເຈົ້າ. ເຈົ້າ​ອາດ​ເວົ້າ​ວ່າ​ຄົນ​ໃນ​ສະໄໝ​ຂອງ​ໂຢບ​ອາດ​ບໍ່​ເຊື່ອ​ວ່າ​ໜ່ວຍ​ໂລກ​ລອຍ​ຢູ່​ໃນ​ອະວະກາດ ເພາະ​ເຂົາ​ເຈົ້າ​ຮູ້​ວ່າ​ວັດຖຸ​ໃດ​ໜຶ່ງ​ທີ່​ມີ​ຮູບ​ຊົງ​ຄ້າຍ​ກັບ​ໝາກ​ບານ​ຫຼື​ກ້ອນ​ຫີນ​ຕ້ອງ​ຫ້ອຍ​ຕິດ​ຢູ່​ກັບ​ບາງ​ສິ່ງ. ໃນ​ຕອນ​ນັ້ນ ຍັງ​ບໍ່​ມີ​ໃຜ​ພິສູດ​ໄດ້​ວ່າ​ໜ່ວຍ​ໂລກ​ລອຍ​ຢູ່​ໃນ​ອະວະກາດ ຍ້ອນ​ວ່າ​ບໍ່​ທັນ​ມີ​ກ້ອງ​ຊ່ອງ​ທາງ​ໄກ​ຫຼື​ຍານ​ອະວະກາດ. ບົດຮຽນ​ກໍ​ຄື ເຖິງ​ວ່າ​ມີ​ການ​ຂຽນ​ຄຳພີ​ໄບເບິນ​ແຕ່​ດົນ​ນານ​ມາ​ແລ້ວ ແຕ່​ຄຳພີ​ໄບເບິນ​ກໍ​ຖືກຕ້ອງ​ສະເໝີ​ເພາະ​ມາ​ຈາກ​ພະ​ເຢໂຫວາ.—ເນເຫມີ 9:6

ສອນ​ລູກ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ການ​ໃຫ້​ຄຳພີ​ໄບເບິນ​ຊີ້​ນຳ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ

13, 14. ພໍ່​ແມ່​ອາດ​ສອນ​ລູກ​ແນວ​ໃດ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ?

13 ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ສອນ​ລູກ​ວ່າ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ​ເມື່ອ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. (ອ່ານ​ຄຳເພງ 1:1-3) ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຂໍ​ໃຫ້​ລູກ​ນຶກ​ພາບ​ວ່າ​ເຂົາ​ເຈົ້າ​ກຳລັງ​ຈະ​ໄປ​ອາໄສ​ຢູ່​ໃນ​ເກາະ​ແຫ່ງ​ໜຶ່ງ ແລະ​ເຂົາ​ເຈົ້າ​ຕ້ອງ​ເລືອກ​ບາງ​ຄົນ​ໃຫ້​ໄປ​ຢູ່​ທີ່​ນັ້ນ​ນຳ. ຈາກ​ນັ້ນ ເຈົ້າ​ອາດ​ຖາມ​ວ່າ: “ຖ້າ​ລູກ​ຕ້ອງການ​ໃຫ້​ທຸກ​ຄົນ​ເຂົ້າ​ກັນ​ໄດ້​ດີ ລູກ​ຈະ​ເລືອກ​ຄົນ​ແບບ​ໃດ​ໃຫ້​ໄປ​ຢູ່​ນຳ?” ໃນ​ທີ່​ສຸດ​ເຈົ້າ​ອາດ​ອ່ານ​ຄາລາຊີ 5:19-23 ກັບ​ລູກ ເພື່ອ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ແບບ​ໃດ​ຢູ່​ໃນ​ໂລກ​ໃໝ່.

14 ໂດຍ​ທາງ​ຕົວຢ່າງ​ນີ້ ເຈົ້າ​ສາມາດ​ສອນ​ບົດຮຽນ​ສອງ​ຢ່າງ​ທີ່​ສຳຄັນ​ໃຫ້​ແກ່​ລູກ. ບົດຮຽນ​ທຳອິດ ພະ​ເຢໂຫວາ​ກຳລັງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ໃນ​ຕອນ​ນີ້​ແລະ​ໃຫ້​ມີ​ສັນຕິສຸກ​ກັບ​ຄົນ​ອື່ນ. ບົດຮຽນ​ທີ​ສອງ ພະອົງ​ກຳລັງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ໃຊ້​ຊີວິດ​ໃນ​ໂລກ​ໃໝ່. (ເອຊາອີ 54:13; ໂຢຮັນ 17:3) ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ໃຫ້​ລູກ​ເຫັນ​ວ່າ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແນວ​ໃດ. ຕົວຢ່າງ​ເຊັ່ນ: ໃຫ້​ຊອກ​ເລື່ອງ​ຊີວິດ​ຈິງ​ທີ່​ຢູ່​ໃນ​ສັບພະ​ໜັງສື​ໃດ​ໜຶ່ງ​ຂອງ​ອົງການ ບາງ​ທີ​ຈາກ​ບົດ​ຄວາມ​ຊຸດ​ໃນ​ວາລະສານ​ຫໍສັງເກດການ ທີ່​ຊື່​ວ່າ “ຄຳພີ​ໄບເບິນ​ປ່ຽນ​ແປງ​ຊີວິດ​ຄົນ” ຫຼື​ອາດ​ຂໍ​ໃຫ້​ບາງ​ຄົນ​ທີ່​ຢູ່​ໃນ​ປະຊາຄົມ​ເລົ່າ​ໃຫ້​ເຈົ້າ​ແລະ​ລູກ​ຟັງ​ວ່າ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ລາວ​ແນວ​ໃດ​ໃຫ້​ເຮັດ​ການ​ປ່ຽນ​ແປງ​ທີ່​ຍິ່ງໃຫຍ່​ເພື່ອ​ຈະ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.—ເຫບເລີ 4:12

15. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ສອນ​ລູກ?

15 ໃຊ້​ຈິນຕະນາການ​ຂອງ​ເຈົ້າ​ເພື່ອ​ເຮັດ​ໃຫ້​ບົດຮຽນ​ຕ່າງໆທີ່​ເຈົ້າ​ສອນ​ລູກ​ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ແລະ​ໜ້າ​ຕື່ນ​ເຕັ້ນ. ໃຫ້​ຄິດ​ຫາ​ວິທີ​ການ​ຕ່າງໆທີ່​ຈະ​ຊ່ວຍ​ລູກ​ໃຫ້​ມ່ວນ​ກັບ​ການ​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ ແລະ​ເພື່ອ​ໃຫ້​ລູກ​ໃກ້​ຊິດ​ພະອົງ​ຫຼາຍ​ຂຶ້ນ. ໃຫ້​ເຮັດ​ແບບ​ນີ້​ຕໍ່​ໄປ​ເຖິງ​ວ່າ​ລູກ​ໃຫຍ່​ຂຶ້ນ​ແລ້ວ. ພໍ່​ຄົນ​ໜຶ່ງ​ເວົ້າ​ວ່າ: “ຢ່າ​ອິດ​ເມື່ອຍ​ໃນ​ການ​ທົດລອງ​ວິທີ​ການ​ໃໝ່ໆເພື່ອ​ຈະ​ເຂົ້າ​ເຖິງ​ຫົວ​ເລື່ອງ​ທີ່​ເຄີຍ​ສອນ​ມາ​ແລ້ວ.”

ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ແລະ​ໃຫ້​ອົດ​ທົນ​ກັບ​ລູກ

16. ເມື່ອ​ສອນ​ລູກ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ອົດ​ທົນ? ພໍ່​ແມ່​ບາງ​ຄົນ​ໄດ້​ສະແດງ​ຄວາມ​ອົດ​ທົນ​ແນວ​ໃດ?

16 ລູກ​ຂອງ​ເຈົ້າ​ສາມາດ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໄດ້ ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ. (ຄາລາຊີ 5:22, 23) ແຕ່​ກໍ​ຕ້ອງ​ໃຊ້​ເວລາ​ເພື່ອ​ຄວາມ​ເຊື່ອ​ຂອງ​ລູກ​ຈະ​ເຂັ້ມແຂງ​ຂຶ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ອົດ​ທົນ​ກັບ​ລູກ ແລະ​ສອນ​ເຂົາ​ເຈົ້າ​ຕໍ່​ໄປ. ພໍ່​ຄົນ​ໜຶ່ງ​ໃນ​ປະເທດ​ຍີ່ປຸ່ນ​ເຊິ່ງ​ມີ​ລູກ​ສາວ​ແລະ​ລູກ​ຊາຍ ລາວ​ເວົ້າ​ວ່າ: “ຂ້ອຍ​ກັບ​ເມຍ​ເອົາໃຈໃສ່​ລູກ​ຫຼາຍ. ຕັ້ງ​ແຕ່​ຕອນ​ທີ່​ລູກ​ຍັງ​ນ້ອຍໆ ຂ້ອຍ​ສຶກສາ​ກັບ​ລູກ​ປະມານ 15 ນາທີ​ທຸກໆມື້ ຍົກ​ເວັ້ນ​ມື້​ທີ່​ເຮົາ​ຕ້ອງ​ໄປ​ປະຊຸມ​ປະຈຳ​ປະຊາຄົມ. ການ​ໃຊ້​ເວລາ 15 ນາທີ​ບໍ່​ຍາກ​ໂພດ​ສຳລັບ​ລູກ​ແລະ​ສຳລັບ​ເຮົາ.” ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ຂຽນ​ວ່າ: “ຕອນ​ເປັນ​ໄວຮຸ່ນ ຂ້ອຍ​ມີ​ຄຳຖາມ​ຫຼື​ມີ​ຂໍ້​ສົງໄສ​ຫຼາຍ​ຢ່າງ​ຈົນ​ບໍ່​ສາມາດ​ເວົ້າ​ອອກ​ມາ​ໄດ້. ແຕ່​ເມື່ອ​ເວລາ​ຜ່ານ​ໄປ​ກໍ​ມີ​ການ​ພິຈາລະນາ​ເລື່ອງ​ເຫຼົ່າ​ນີ້​ໃນ​ການ​ປະຊຸມ​ປະຈຳ​ປະຊາຄົມ ຫຼື​ໃນ​ການ​ສຶກສາ​ປະຈຳ​ຄອບຄົວ ຫຼື​ໃນ​ການ​ສຶກສາ​ສ່ວນ​ຕົວ. ດ້ວຍ​ເຫດ​ນີ້​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ພໍ່​ແມ່​ຈະ​ສອນ​ລູກ​ຕໍ່​ໄປ.”

ເພື່ອ​ຈະ​ເປັນ​ຄູ​ສອນ​ທີ່​ດີ ເຈົ້າ​ຕ້ອງ​ຮັກ​ພະ​ຄຳ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 17)

17. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ພໍ່​ແມ່​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ​ໃຫ້​ເຂັ້ມແຂງ? ພໍ່​ແມ່​ຄູ່​ໜຶ່ງ​ໃນ​ເບີ​ມູ່​ດາ​ຊ່ວຍ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ?

17 ລູກ​ຈະ​ສາມາດ​ຮຽນ​ຮູ້​ໄດ້​ຫຼາຍ ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ. ລູກ​ຈະ​ສັງເກດ​ເບິ່ງ​ສິ່ງ​ທີ່​ເຈົ້າ​ເຮັດ ດັ່ງ​ນັ້ນ ໃຫ້​ເສີມ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ. ສະແດງ​ໃຫ້​ລູກ​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ແທ້​ສຳລັບ​ເຈົ້າ. ຕົວຢ່າງ​ເຊັ່ນ: ເມື່ອ​ພໍ່​ແມ່​ຄູ່​ໜຶ່ງ​ໃນ​ເບີ​ມູ່​ດາ​ຮູ້ສຶກ​ກັງວົນ​ກ່ຽວ​ກັບ​ບາງ​ສິ່ງ ເຂົາ​ເຈົ້າ​ອະທິດຖານ​ນຳ​ພວກ​ລູກ​ສາວ​ແລະ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ສະໜັບສະໜູນ​ໃຫ້​ລູກ​ອະທິດຖານ​ດ້ວຍ​ຕົວ​ເອງ. ຜູ້​ເປັນ​ພໍ່​ແມ່​ເວົ້າ​ວ່າ: “ເຮົາ​ບອກ​ລູກ​ສາວ​ກົກ​ວ່າ ‘ໃຫ້​ລາວ​ໄວ້​ວາງໃຈ​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ ເລັງ​ໃສ່​ການ​ຮັບໃຊ້​ພະອົງ​ຕໍ່ໆໄປ ແລະ​ບໍ່​ຕ້ອງ​ກັງວົນ​ຫຼາຍ.’ ເມື່ອ​ລາວ​ເຫັນ​ຜົນ​ໄດ້​ຮັບ​ຈາກ​ການ​ເຮັດ​ເຊັ່ນ​ນັ້ນ ລາວ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ເຫຼືອ​ພວກ​ເຮົາ. ສິ່ງ​ນີ້​ໄດ້​ແກ້ໄຂ​ຂໍ້​ຂ້ອງ​ໃຈ​ຂອງ​ລາວ​ກ່ຽວ​ກັບ​ຄວາມ​ເຊື່ອ​ໃນ​ເລື່ອງ​ພະເຈົ້າ​ແລະ​ຄຳພີ​ໄບເບິນ.”

18. ພໍ່​ແມ່​ຄວນ​ຈື່​ສິ່ງ​ໃດ​ໄວ້?

18 ພໍ່​ແມ່​ທັງ​ຫຼາຍ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຈົ້າ​ບໍ່​ສາມາດ​ບັງຄັບ​ລູກ​ໃຫ້​ມີ​ຄວາມ​ເຊື່ອ. ເຈົ້າ​ສາມາດ​ປູກ​ແລະ​ຫົດ​ນໍ້າ ແຕ່​ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຮັດ​ໃຫ້​ເຕີບໂຕ​ໄດ້. (1 ໂກລິນໂທ 3:6) ດັ່ງ​ນັ້ນ ໃຫ້​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ສອນ​ລູກ​ທີ່​ຮັກ​ຂອງ​ເຈົ້າ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະອົງ​ເພື່ອ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ. ເຈົ້າ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ວຽກ​ງານ​ທຸກ​ຢ່າງ​ຂອງ​ເຈົ້າ.—ເອເຟດ 6:4