ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ’

‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ’

‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ.’—ໂຊໂຟນີ 3:16

ເພງ: 81, 32

1, 2. (ກ) ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ມີ​ບັນຫາ​ແບບ​ໃດ​ແດ່ ແລະ​ຜົນ​ເປັນ​ແນວ​ໃດ? (ຂ) ເອຊາອີ 41:10, 13 ໃຫ້​ຄວາມ​ຫວັງ​ທີ່​ແນ່ນອນ​ໃນ​ເລື່ອງ​ໃດ?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທັງ​ເປັນ​ໄພໂອເນຍ​ປະຈຳ​ແລະ​ແຕ່ງ​ດອງ​ກັບ​ຜູ້​ເຖົ້າ​ແກ່ ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ຂ້ອຍ​ເຮັດ​ກິດຈະກຳ​ຕ່າງໆຂອງ​ຄລິດສະຕຽນ​ເປັນ​ປະຈຳ ແຕ່​ເປັນ​ເວລາ​ຫຼາຍ​ປີ​ທີ່​ຂ້ອຍ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ກັງວົນ. ສິ່ງ​ນີ້​ກະທົບ​ໃສ່​ວິທີ​ທີ່​ຂ້ອຍ​ປະຕິບັດ​ຕໍ່​ຄົນ​ອື່ນ ເຮັດ​ໃຫ້​ຂ້ອຍ​ນອນ​ບໍ່​ຫຼັບ ມີ​ບັນຫາ​ສຸຂະພາບ ແລະ​ບາງ​ຄັ້ງ​ມັນ​ກໍ​ເຮັດ​ໃຫ້​ຂ້ອຍ​ບໍ່​ຢາກ​ສູ້​ອີກ​ຕໍ່​ໄປ.”

2 ເຈົ້າ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ຍິງ​ຄົນ​ນີ້​ບໍ? ໜ້າ​ເສົ້າໃຈ ເນື່ອງ​ຈາກ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ ດັ່ງ​ນັ້ນ ເຮົາ​ຈຶ່ງ​ປະສົບ​ກັບ​ຄວາມ​ກົດ​ດັນ​ຢ່າງ​ຫຼວງ​ຫຼາຍ. ຄື​ກັບ​ສະ​ໝໍ​ເຮືອ​ຈັບ​ເຮືອ​ໄວ້​ບໍ່​ໃຫ້​ເຄື່ອນ​ທີ່ ຄວາມ​ກັງວົນ​ສາມາດ​ເຮັດ​ໃຫ້​ເຮົາ​ໜັກ​ໃຈ​ຫຼື​ທໍ້​ໃຈ​ໄດ້. (ສຸພາສິດ 12:25) ເປັນ​ຫຍັງ​ເຈົ້າ​ອາດ​ຮູ້ສຶກ​ກັງວົນ? ບາງ​ທີ​ເຈົ້າ​ອາດ​ເສົ້າໃຈ​ຍ້ອນ​ຄົນ​ທີ່​ເຈົ້າ​ຮັກ​ເສຍ​ຊີວິດ ຫຼື​ເຈົ້າ​ອາດ​ກຳລັງ​ອົດ​ທົນ​ກັບ​ຄວາມ​ເຈັບ​ປ່ວຍ​ຮ້າຍແຮງ​ຫຼື​ການ​ຂົ່ມເຫງ​ທີ່​ໜັກ​ໜ່ວງ ຫຼື​ເຈົ້າ​ອາດ​ກຳລັງ​ພະຍາຍາມ​ທີ່​ຈະລ້ຽງ​ດູ​ຄອບຄົວ​ໃນ​ສະພາບ​ເສດຖະກິດ​ທີ່​ຫຍຸ້ງຍາກ​ຫຼາຍ. ເມື່ອ​ເວລາ​ຜ່ານ​ໄປ ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ອາລົມ​ສາມາດ​ເຮັດ​ໃຫ້​ກຳລັງ​ຂອງ​ເຈົ້າ​ອ່ອນ​ລົງ​ແລະ​ເຖິງ​ຂັ້ນ​ເຮັດ​ໃຫ້​ເຈົ້າ​ສູນ​ເສຍ​ຄວາມ​ຍິນດີ. ແຕ່​ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຈົ້າ.—ອ່ານ​ເອຊາອີ 41:10, 13

3, 4. (ກ) ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ມື” ແນວ​ໃດ? (ຂ) ສິ່ງ​ໃດ​ທີ່​ອາດ​ເຮັດ​ໃຫ້​ມື​ຂອງ​ເຮົາ​ອ່ອນ​ແຮງ​ລົງ?

3 ຫຼາຍ​ຄັ້ງ​ຄຳພີ​ໄບເບິນ​ມັກ​ໃຊ້​ອະໄວຍະວະ​ສ່ວນ​ຕ່າງໆຂອງ​ຮ່າງກາຍ​ເພື່ອ​ພັນລະນາ​ເຖິງ​ຄຸນ​ລັກສະນະ​ແລະ​ການ​ກະທຳ​ຂອງ​ຄົນ​ເຮົາ. ຕົວຢ່າງ​ເຊັ່ນ: ມີ​ການ​ໃຊ້​ຄຳ​ວ່າ​ມື​ຫຼາຍ​ຮ້ອຍ​ຄັ້ງ. ເມື່ອ​ຄຳພີ​ໄບເບິນ​ກ່າວ​ວ່າ​ມື​ຂອງ​ບາງ​ຄົນ​ໄດ້​ຮັບ​ການ​ເສີມ​ກຳລັງ ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ຄົນ​ນັ້ນ​ໄດ້​ຮັບ​ກຳລັງ​ໃຈ ລາວ​ເຂັ້ມແຂງ​ຂຶ້ນ ແລະ​ພ້ອມ​ທີ່​ຈະ​ລົງ​ມື​ເຮັດ. (1 ຊາເມືອນ 23:16; ເອເຊດຣາເຊ 1:6) ນອກ​ຈາກ​ນັ້ນ​ຍັງ​ໝາຍ​ຄວາມ​ວ່າ​ຄົນ​ນັ້ນ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ແລະ​ລາວ​ມີ​ຄວາມ​ຫວັງ​ສຳລັບ​ອະນາຄົດ.

4 ບາງ​ຄັ້ງ​ຄຳພີ​ໄບເບິນ​ອາດ​ພັນລະນາ​ວ່າ​ມື​ຂອງ​ຄົນ​ຜູ້​ໜຶ່ງ​ອ່ອນ​ແຮງ​ລົງ ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ລາວ​ທໍ້​ໃຈ​ຫຼື​ສູນ​ເສຍ​ຄວາມ​ຫວັງ. (2 ຂ່າວຄາວ 15:7; ເຫບເລີ 12:12) ເມື່ອ​ເຈົ້າ​ເຄັ່ງ​ຕຶງ ຫຼື​ເມື່ອຍ​ຫຼາຍ ຫຼື​ຮູ້ສຶກ​ວ່າ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ອ່ອນແອ​ລົງ ເຈົ້າ​ອາດ​ບໍ່​ຢາກ​ສູ້​ຕໍ່​ໄປ. ເຈົ້າ​ຈະ​ພົບ​ກຳລັງ​ໃຈ​ໄດ້​ຈາກ​ໃສ? ເຈົ້າ​ຈະ​ໄດ້​ຮັບ​ການ​ກະຕຸ້ນ​ແລະ​ການ​ເສີມ​ກຳລັງ​ໃຫ້​ອົດ​ທົນ​ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໄດ້​ແນວ​ໃດ?

‘ມື​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ສັ້ນ​ຈຶ່ງ​ຊ່ອຍ​ໃຫ້​ພົ້ນ​ບໍ່​ໄດ້’

5. (ກ) ເມື່ອ​ມີ​ບັນຫາ​ເຮົາ​ອາດ​ຮູ້ສຶກ​ແນວ​ໃດ ແຕ່​ເຮົາ​ຄວນ​ຈື່​ສິ່ງ​ໃດ​ໄວ້? (ຂ) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

5 ອ່ານ​ໂຊໂຟນີ 3:16, 17. ເມື່ອ​ມີ​ບັນຫາ ເຮົາ​ບໍ່​ຄວນ​ຢ້ານ​ແລະ​ທໍ້​ໃຈ ຫຼື​ປ່ອຍ​ໃຫ້​ມື​ຂອງ​ເຮົາ​ອ່ອນ​ແຮງ​ລົງ. ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ດັ່ງ​ນັ້ນ ພະອົງ​ຈຶ່ງ​ເຊີນ​ເຮົາ​ໃຫ້​ຝາກ​ຄວາມ​ກັງວົນ​ໃຈ​ທັງ​ໝົດ​ໄວ້​ກັບ​ພະອົງ. (1 ເປໂຕ 5:7) ພະ​ເຢໂຫວາ​ຫ່ວງໃຍ​ເຮົາ​ຄື​ກັບ​ທີ່​ພະອົງ​ໄດ້​ຫ່ວງໃຍ​ຊາດ​ອິດສະລາແອນ. ພະອົງ​ບອກ​ເຂົາ​ເຈົ້າ​ວ່າ ມື​ຂອງ​ພະອົງ ‘ບໍ່​ໄດ້​ສັ້ນ​ຈຶ່ງ​ຊ່ອຍ​ໃຫ້​ພົ້ນ​ບໍ່​ໄດ້.’ ພະອົງ​ພ້ອມ​ສະເໝີ​ທີ່ຈະ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ພັກດີ. (ເອຊາອີ 59:1) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ສາມ​ຕົວຢ່າງ​ທີ່​ເດັ່ນ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ສະແດງ​ເຖິງ​ຄວາມ​ປາຖະໜາ​ແລະ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເສີມ​ກຳລັງ​ປະຊາຊົນ​ຂອງ​ພະອົງ​ໃນ​ການ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ຂໍ​ໃຫ້​ເບິ່ງ​ວິທີ​ທີ່​ຕົວຢ່າງ​ເຫຼົ່າ​ນີ້​ກໍ​ສາມາດ​ເສີມ​ກຳລັງ​ເຈົ້າ.

6, 7. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ໄຊ​ຊະນະ​ຂອງ​ຊາວ​ອິດສະລາແອນ​ຕໍ່​ກັບ​ພວກ​ອາມາເລກ?

6 ບໍ່​ດົນ​ຫຼັງ​ຈາກ​ທີ່​ຊາວ​ອິດສະລາແອນ​ຖືກ​ປົດ​ປ່ອຍ​ອອກ​ຈາກ​ການ​ເປັນ​ທາດ​ຢູ່​ປະເທດ​ເອຢິບ ພວກ​ອາມາເລກ​ກໍ​ໂຈມຕີ​ເຂົາ​ເຈົ້າ. ໂມເຊ​ບອກ​ໂຢຊວຍ​ຊາຍ​ຜູ້​ກ້າຫານ​ໃຫ້​ນຳ​ພາ​ປະຊາຊົນ​ໃນ​ການ​ສູ້​ຮົບ. ຈາກ​ນັ້ນ ໂມເຊ ອາໂລນ ແລະ​ຫູລ​ກໍ​ຂຶ້ນ​ໄປ​ເທິງ​ພູເຂົາ​ທີ່​ຢູ່​ໃກ້​ບໍລິເວນ​ນັ້ນ ເພາະ​ຈາກ​ທີ່​ນັ້ນເຂົາ​ເຈົ້າ​ສາມາດ​ແນມ​ເຫັນ​ການ​ສູ້​ຮົບ​ໄດ້. ຜູ້​ຊາຍ​ທັງ​ສາມ​ຄົນ​ນີ້​ຢ້ານ​ບໍ​ຈຶ່ງ​ປົບ​ໜີ​ຈາກ​ການ​ສູ້​ຮົບ? ບໍ່​ໄດ້​ເປັນ​ແບບ​ນັ້ນ!

7 ໂມເຊ​ໄດ້​ເຮັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ເພື່ອ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ຊະນະ​ການ​ສູ້​ຮົບ​ກັບ​ພວກ​ອາມາເລກ. ໂມເຊ​ຖື​ໄມ້​ຄ້ອນ​ເທົ້າ​ຂອງ​ພະເຈົ້າ​ອົງ​ທ່ຽງ​ໄວ້​ໃນ​ມື​ແລະ​ຍົກ​ມັນ​ຂຶ້ນ​ເທິງ​ຟ້າ. ເມື່ອ​ລາວ​ເຮັດ​ແບບ​ນັ້ນ ພະ​ເຢໂຫວາ​ໄດ້​ໃຫ້​ຊາວ​ອິດສະລາແອນ​ມີ​ກຳລັງ​ທີ່​ຈະ​ຕໍ່​ສູ້​ກັບ​ພວກ​ອາມາເລກ. ແຕ່​ເມື່ອ​ແຂນ​ທັງ​ສອງ​ຂ້າງ​ຂອງ​ໂມເຊ​ເລີ່ມ​ເມື່ອຍ​ແລະ​ອ່ອນ​ແຮງ​ລົງ ພວກ​ອາມາເລກ​ກໍ​ເລີ່ມ​ເປັນ​ຝ່າຍ​ໄດ້​ປຽບ. ດັ່ງ​ນັ້ນ ອາໂລນ​ແລະ​ຫູລ​ຈຶ່ງ​ຟ້າວ​ຊ່ວຍ​ໂມເຊ​ທັນທີ. “ເຂົາ [ເຈົ້າ] ໄດ້​ເອົາ​ກ້ອນ​ຫີນ​ມາ​ວາງ​ລົງ​ແລະ​ທ່ານ​ໂມເຊ​ໄດ້​ນັ່ງ​ເທິງ​ຫີນ​ນັ້ນ ແລະ​ທ່ານ​ອາໂລນ​ກັບ​ທ່ານ​ຫູລ​ໄດ້​ຄໍ້າ​ມື​ທ່ານ ຜູ້​ໜຶ່ງ​ເບື້ອງ​ນີ້​ຜູ້​ໜຶ່ງ​ເບື້ອງ​ນັ້ນ ແລະ​ມື​ຂອງ​ທ່ານ​ຍໍ​ຊູ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ.” ແມ່ນ​ແລ້ວ ເນື່ອງ​ຈາກ​ມື​ທີ່​ມີ​ລິດເດດ​ຂອງ​ພະ​ເຢໂຫວາ ຊາວ​ອິດສະລາແອນ​ຈຶ່ງ​ໄດ້​ໄຊ​ຊະນະ​ໃນ​ການ​ສູ້​ຮົບ.—ອົບພະຍົບ 17:8-13

8. (ກ) ອາຊາ​ເຮັດ​ແນວ​ໃດ​ເມື່ອ​ພວກ​ເອທິ​ໂອ​ເປຍ​ຂົ່ມ​ຂູ່​ຊາວ​ຢູດາ? (ຂ) ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ອາຊາ​ໄດ້​ແນວ​ໃດ?

8 ພະ​ເຢໂຫວາ​ພ້ອມ​ສະເໝີ​ທີ່​ຈະ​ໃຊ້​ມື​ທີ່​ມີ​ລິດເດດ​ຂອງ​ພະອົງ​ເພື່ອ​ຊ່ວຍ​ປະຊາຊົນ​ໃນ​ສະໄໝ​ຂອງ​ກະສັດ​ອາຊາ. ຄຳພີ​ໄບເບິນ​ເວົ້າ​ເຖິງ​ກອງ​ທະຫານ​ຫຼາຍ​ກອງ ແຕ່​ກອງ​ທະຫານ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ​ກອງ​ທະຫານ​ເຊຣາກ​ຂອງ​ພວກ​ເອທຽວປຽນ​ຫຼື​ເອທິ​ໂອ​ເປຍ ເຊິ່ງ​ມີ​ທະຫານ​ທີ່​ຊຳນານ​ເຖິງ 1.000.000 ຄົນ. ທະຫານ​ຂອງ​ພວກ​ເອທິ​ໂອ​ເປຍ​ມີ​ຈຳນວນ​ຫຼາຍ​ກວ່າ​ທະຫານ​ຂອງ​ອາຊາ​ເຖິງ​ສອງ​ເທົ່າ. ອາຊາ​ກັງວົນ ຢ້ານ ຫຼື​ທໍ້​ໃຈ​ບໍ? ລາວ​ປ່ອຍ​ໃຫ້​ມື​ຂອງ​ຕົວ​ເອງ​ອ່ອນ​ແຮງ​ລົງ​ບໍ? ບໍ່​ໄດ້​ເປັນ​ແບບ​ນັ້ນ! ອາຊາ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທັນທີ. ຖ້າ​ເບິ່ງ​ໃນ​ແງ່​ດ້ານ​ການ​ທະຫານ ເລື່ອງ​ນີ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຊະນະ​ການ​ສູ້​ຮົບ​ກັບ​ພວກ​ເອທິ​ໂອ​ເປຍ. ແຕ່ ‘ພະເຈົ້າ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້.’ (ມັດທາຍ 19:26) ພະເຈົ້າ​ໄດ້​ໃຊ້​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ ແລະ​ໄດ້ “ຕີ​ແພ້ [ຊະນະ] ພວກ​ເອທຽວປຽນ​ຕໍ່​ໜ້າ​ອາຊາ” ເຊິ່ງ​ລາວ​ເປັນ​ຄົນ​ທີ່​ມີ ‘ໃຈ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຈົນ​ສິ້ນ​ຊີວິດ.’—2 ຂ່າວຄາວ 14:8-13; 1 ກະສັດ 15:14

9. (ກ) ເນເຫມີ​ເຫັນ​ຫຍັງ​ເມື່ອ​ໄປ​ເມືອງ​ເຢຣຶຊາເລມ ແລະ​ລາວ​ຮູ້ສຶກ​ແນວ​ໃດ? (ຂ) ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ເນເຫມີ​ແນວ​ໃດ?

9 ເມື່ອ​ເນເຫມີ​ໄປ​ເມືອງ​ເຢຣຶຊາເລມ ລາວ​ເຫັນ​ຫຍັງ? ລາວ​ເຫັນ​ວ່າ​ພວກ​ສັດຕູ​ຈາກ​ດິນແດນ​ຕ່າງໆກຳລັງ​ຂົ່ມ​ຂູ່​ຊາວ​ຢິວ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຊົາ​ກໍ່​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ. ເມືອງ​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ແລະ​ຊາວ​ຢິວ​ກໍ​ຮູ້ສຶກ​ທໍ້​ໃຈ. ເນເຫມີ​ຮູ້ສຶກ​ແນວ​ໃດ? ລາວ​ທໍ້​ໃຈ​ແລະ​ປ່ອຍ​ໃຫ້​ມື​ຂອງ​ລາວ​ອ່ອນ​ແຮງ​ລົງ​ບໍ? ບໍ່​ໄດ້​ເປັນ​ແບບ​ນັ້ນ! ຄື​ກັບ​ໂມເຊ ອາຊາ ແລະ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຄົນ​ອື່ນໆຂອງ​ພະ​ເຢໂຫວາ ເນເຫມີ​ໝາຍ​ເພິ່ງ​ໃນ​ພະ​ເຢໂຫວາ​ສະເໝີ. ໃນ​ສະຖານະການ​ນີ້​ກໍ​ເຊັ່ນ​ກັນ ເນເຫມີ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ. ພະ​ເຢໂຫວາ​ໃຊ້ “ລິດເດດ​ອັນ​ໃຫຍ່” ແລະ “ມື​ອັນ​ມີ​ແຮງ” ຂອງ​ພະອົງ​ເພື່ອ​ເສີມ​ກຳລັງ​ຊາວ​ຢິວ. (ອ່ານ​ເນເຫມີ 1:10; 2:17-20; 6:9) ໃນ​ທຸກ​ມື້​ນີ້ ເຈົ້າ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ກໍ​ໃຊ້ “ລິດເດດ​ອັນ​ໃຫຍ່” ແລະ “ມື​ອັນ​ມີ​ແຮງ” ເພື່ອ​ເສີມ​ກຳລັງ​ຜູ້​ຮັບໃຊ້​ຂອງ​ພະອົງ?

ພະ​ເຢໂຫວາ​ຈະ​ເສີມ​ກຳລັງ​ມື​ຂອງ​ເຈົ້າ

10, 11. (ກ) ຊາຕານ​ພະຍາຍາມ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ເຮັດ​ໃຫ້​ມື​ຂອງ​ເຮົາ​ອ່ອນ​ແຮງ​ລົງ? (ຂ) ພະ​ເຢໂຫວາ​ໃຊ້​ຫຍັງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ແລະ​ມີ​ກຳລັງ? (ຄ) ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ?

10 ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະຍາມານ​ຈະ​ບໍ່​ປ່ອຍ​ໃຫ້​ມື​ຂອງ​ມັນ​ອ່ອນ​ແຮງ​ລົງ. ມັນ​ຍັງ​ຈະ​ໂຈມຕີ​ເຮົາ​ຕໍ່ໆໄປ ແລະ​ພະຍາຍາມ​ທີ່​ຈະ​ຢຸດ​ວຽກ​ງານ​ຂອງ​ເຮົາ. ມັນ​ໃຊ້​ຄຳ​ຕົວະ​ແລະ​ການ​ຂົ່ມ​ຂູ່​ຈາກ​ຜູ້​ອອກ​ຫາກ ລັດຖະບານ ແລະ​ຫົວ​ໜ້າ​ສາສະໜາ. ມັນ​ມີ​ເປົ້າ​ໝາຍ​ຫຍັງ? ມັນ​ຢາກ​ໃຫ້​ເຮົາ​ເຊົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ແຕ່​ພະ​ເຢໂຫວາ​ມີ​ຄວາມ​ສາມາດ​ແລະ​ເຕັມ​ໃຈ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ ແລະ​ພະອົງ​ເສີມ​ກຳລັງ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະອົງ. (1 ຂ່າວຄາວ 29:12) ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະອົງ​ເພື່ອ​ເຮົາ​ຈະ​ສາມາດ​ຕໍ່​ສູ້​ກັບ​ຊາຕານ​ແລະ​ໂລກ​ຊົ່ວ​ທີ່​ມັນ​ປົກຄອງ. (ຄຳເພງ 18:39; 1 ໂກລິນໂທ 10:13) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮູ້ສຶກ​ຂອບໃຈ​ສຳລັບ​ການ​ຊ່ວຍ​ເຫຼືອ​ທີ່​ເຮົາ​ໄດ້​ຮັບ​ຈາກ​ຄຳພີ​ໄບເບິນ. ໃຫ້​ຄິດ​ເຊັ່ນ​ກັນ​ວ່າ​ໃນ​ແຕ່​ລະ​ເດືອນ​ເຮົາ​ຮຽນ​ຮູ້​ຫຼາຍ​ຢ່າງ​ແທ້ໆຈາກ​ສັບພະ​ໜັງສື​ຂອງ​ອົງການ. ມີ​ການ​ເວົ້າ​ຖ້ອຍຄຳ​ໃນ​ຊາກາລີ 8:9, 13 (ອ່ານ) ຕອນ​ທີ່​ກຳລັງ​ສ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ ແຕ່​ຖ້ອຍຄຳ​ເຫຼົ່າ​ນີ້​ກໍ​ສາມາດ​ຊ່ວຍ​ເຮົາ​ໄດ້​ໃນ​ທຸກ​ມື້​ນີ້.

ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ເພື່ອ​ເຮົາຈະ​ສາມາດ​ຕໍ່​ສູ້​ກັບ​ຊາຕານ​ແລະ​ໂລກ​ຊົ່ວ​ທີ່​ມັນ​ປົກຄອງ

11 ພະ​ເຢໂຫວາ​ຍັງ​ເສີມ​ກຳລັງ​ເຮົາ​ໂດຍ​ທາງ​ຄຳ​ແນະນຳ​ທີ່​ເຮົາ​ໄດ້​ຮັບ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໝວດ ແລະ​ການ​ປະຊຸມ​ພາກ ລວມ​ເຖິງ​ຄຳ​ແນະນຳ​ໃນ​ໂຮງ​ຮຽນ​ຕາມ​ລະບອບ​ຂອງ​ພະເຈົ້າ. ຄຳ​ແນະນຳ​ນັ້ນ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຖືກຕ້ອງ ໃຫ້​ຕັ້ງ​ເປົ້າ​ໝາຍ​ຕ່າງໆ ແລະ​ເພື່ອ​ເບິ່ງ​ແຍງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ຂອງ​ເຮົາ​ໃນ​ຖານະ​ເປັນ​ຄລິດສະຕຽນ. (ຄຳເພງ 119:32) ເຈົ້າ​ຢາກ​ໄດ້​ຮັບ​ກຳລັງ​ຈາກ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ບໍ?

12. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຂັ້ມແຂງ​ຢູ່​ສະເໝີ?

12 ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ເອົາ​ຊະນະ​ພວກ​ອາມາເລກ​ແລະ​ພວກ​ເອທິ​ໂອ​ເປຍ ແລະ​ພະອົງ​ກໍ​ໃຫ້​ກຳລັງ​ແກ່​ເນເຫມີ​ແລະ​ຊາວ​ຢິວ​ເພື່ອ​ສ້າງ​ກຳແພງ​ເມືອງ​ໃຫ້​ສຳເລັດ. ຄ້າຍ​ຄື​ກັນ ພະອົງ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຮົາ​ເພື່ອ​ເຮັດ​ວຽກ​ປະກາດ​ຕໍ່ໆໄປ​ເຖິງ​ວ່າ​ເຮົາ​ມີ​ຄວາມ​ກັງວົນ ຖືກ​ຕໍ່​ຕ້ານ ແລະ​ຜູ້​ຄົນ​ບໍ່​ສົນ​ໃຈ​ໃນ​ຂ່າວ​ສານ​ຂອງ​ເຮົາ​ກໍ​ຕາມ. (1 ເປໂຕ 5:10) ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ໃຫ້​ບັນຫາ​ຕ່າງໆຂອງ​ເຮົາ​ຫາຍ​ໄປ​ຢ່າງ​ອັດສະຈັນ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຮົາ​ຕ້ອງ​ເຮັດ​ໃນ​ສ່ວນ​ຂອງ​ເຮົາ. ໂດຍ​ວິທີ​ໃດ? ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້ ກຽມ​ສຳລັບ​ການ​ປະຊຸມ​ແລະ​ໄປ​ປະຊຸມ​ທຸກໆອາທິດ ສຶກສາ​ສ່ວນ​ຕົວ​ແລະ​ເຮັດ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຕໍ່ໆໄປ ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ. ຢ່າ​ປ່ອຍ​ໃຫ້​ສິ່ງ​ໃດໆກໍ​ຕາມ​ມາ​ຂັດ​ຂວາງ​ເຮົາ​ໄວ້​ຈາກ​ການ​ໄດ້​ຮັບ​ສິ່ງ​ທີ່​ພະ​ເຢໂຫວາ​ຈັດ​ຕຽມ​ໄວ້​ເພື່ອ​ເສີມ​ກຳລັງ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ. ຖ້າ​ເຮົາ​ຮູ້ສຶກ​ວ່າ​ມື​ຂອງ​ເຮົາ​ອ່ອນ​ແຮງ​ລົງ​ໃນ​ຂອບ​ເຂດ​ເຫຼົ່າ​ນີ້ ໃຫ້​ເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ຈາກ​ນັ້ນ​ກໍ​ໃຫ້​ເບິ່ງ​ວິທີ​ທີ່​ພະລັງ​ຂອງ​ພະອົງ ‘ກະຕຸ້ນ​ພວກ​ເຮົາ​ໃຫ້​ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ.’ (ຟີລິບ 2:13, ລ.ມ) ແຕ່​ເຈົ້າ​ສາມາດ​ເສີມ​ກຳລັງ​ຄົນ​ອື່ນ​ໄດ້​ບໍ?

ເສີມ​ກຳລັງ​ມື​ທີ່​ອ່ອນ​ແຮງ​ລົງ

13, 14. (ກ) ຫຼັງ​ຈາກ​ທີ່​ເມຍ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຕາຍ ລາວ​ໄດ້​ຮັບ​ການ​ເສີມ​ກຳລັງ​ແນວ​ໃດ? (ຂ) ເຮົາ​ຈະ​ເສີມ​ກຳລັງ​ຄົນ​ອື່ນ​ແນວ​ໃດ?

13 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສັງຄົມ​ພີ່​ນ້ອງ​ຢູ່​ທົ່ວ​ໂລກ​ທີ່​ປະກອບ​ດ້ວຍ​ຊາຍ​ຍິງ​ທີ່​ມີ​ຄວາມ​ຫ່ວງໃຍ​ເຊິ່ງ​ສາມາດ​ໃຫ້​ກຳລັງ​ໃຈ​ເຮົາ​ໄດ້. ອັກຄະສາວົກ​ໂປໂລ​ເວົ້າ​ວ່າ: “ມື​ທີ່​ຫ້ອຍ​ຢູ່ [ມື​ທີ່​ອ່ອນ​ແຮງ​ລົງ] ນັ້ນ ແລະ​ຫົວ​ເຂົ່າ​ທີ່​ອ່ອນ​ແຮງ ຈົ່ງ​ຍົກ​ໃຫ້​ແຂງ​ຂຶ້ນ ແລະ​ທາງ​ເດີນ​ຈົ່ງ​ກະທຳ​ໃຫ້​ຊື່​ໄປ.” (ເຫບເລີ 12:12, 13) ພີ່​ນ້ອງ​ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແບບ​ນີ້​ຈາກ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຂົາ​ເຈົ້າ ແລະ​ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ. ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ໜຶ່ງ. ຫຼັງ​ຈາກ​ທີ່​ເມຍ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ແລະ​ລາວ​ຕ້ອງ​ອົດ​ທົນ​ກັບ​ສະພາບການ​ອື່ນໆອີກ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ ພີ່​ນ້ອງ​ຄົນ​ນີ້​ເວົ້າ​ວ່າ: “ຂ້ອຍ​ຮຽນ​ຮູ້​ວ່າ​ເຮົາ​ບໍ່​ສາມາດ​ເລືອກ​ໄດ້​ວ່າ​ຈະ​ໃຫ້​ການ​ທົດລອງ​ແບບ​ໃດ​ເກີດ​ຂຶ້ນ​ກັບ​ເຮົາ ທັງ​ເລືອກ​ບໍ່​ໄດ້​ວ່າ​ຈະ​ໃຫ້​ມັນ​ເກີດ​ຂຶ້ນ​ໃນ​ເວລາ​ໃດ​ແລະ​ເລື້ອຍ​ປານ​ໃດ. ແຕ່​ການ​ອະທິດຖານ​ແລະ​ການ​ສຶກສາ​ສ່ວນ​ຕົວ​ເປັນ​ຄື​ກັບ​ເສື້ອ​ຊູ​ຊີບ​ທີ່​ຊ່ວຍ​ໃຫ້​ຫົວ​ຂອງ​ຂ້ອຍ​ບໍ່​ຈົມ​ນໍ້າ. ນອກ​ຈາກ​ນັ້ນ ການ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ກໍ​ຊ່ວຍ​ປອບ​ໃຈ​ຂ້ອຍ​ໄດ້​ຫຼາຍ. ຂ້ອຍ​ສຳນຶກ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ປູກ​ຝັງ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແບບ​ເປັນ​ສ່ວນ​ຕົວ ກ່ອນ​ທີ່​ສະພາບການ​ຫຍຸ້ງຍາກ​ຕ່າງໆຈະ​ເກີດ​ຂຶ້ນ.”

ແຕ່​ລະ​ຄົນ​ໃນ​ປະຊາຄົມ​ສາມາດ​ເສີມ​ກຳລັງ​ໃຈ​ຄົນ​ອື່ນ (ເບິ່ງ​ຂໍ້ 14)

14 ອາໂລນ​ແລະ​ຫູລ​ໄດ້​ເສີມ​ກຳລັງ​ມື​ຂອງ​ໂມເຊ​ໂດຍ​ທີ່​ຊ່ວຍ​ຈັບ​ແຂນ​ທັງ​ສອງ​ຂ້າງ​ຂອງ​ລາວ​ໄວ້​ໃນ​ລະຫວ່າງ​ການ​ສູ້​ຮົບ​ກັບ​ພວກ​ອາມາເລກ. ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຊັ່ນ​ກັນ​ສາມາດ​ຊອກ​ວິທີ​ການ​ຕ່າງໆເພື່ອ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ບາງ​ຄົນ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຍ້ອນ​ຄວາມ​ເຖົ້າ​ແກ່ ບັນຫາ​ສຸຂະພາບ ການ​ຂົ່ມເຫງ​ຈາກ​ຄົນ​ໃນ​ຄອບຄົວ ຄວາມ​ເຫງົາ ຫຼື​ການ​ສູນ​ເສຍ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ເສີມ​ກຳລັງ​ຄົນ​ໃນ​ໄວ​ໜຸ່ມ​ທີ່​ຖືກ​ກົດ​ດັນ​ເລື້ອຍໆໃຫ້​ເຮັດ​ສິ່ງ​ທີ່​ຜິດ​ຫຼື​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ໂລກ​ນີ້. (1 ເທຊະໂລນີກ 3:1-3; 5:11, 14) ໃຫ້​ເຮົາ​ຊອກ​ໂອກາດ​ຕ່າງໆທີ່​ຈະ​ສະແດງ​ຄວາມ​ສົນ​ໃຈ​ຢ່າງ​ແທ້​ຈິງ​ຕໍ່​ຄົນ​ອື່ນໆເມື່ອ​ຢູ່​ຫໍ​ປະຊຸມ ​ເຂດ​ປະກາດ ໃນ​ລະຫວ່າງ​ກິນ​ເຂົ້າ​ນຳ​ກັນ ແລະ​ເມື່ອ​ລົມ​ໂທລະສັບ.

15. ຄຳ​ເວົ້າ​ໃນ​ແງ່​ບວກ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ພີ່​ນ້ອງ​ຊາຍ​ຍິງ?

15 ພາຍ​ຫຼັງ​ໄຊ​ຊະນະ​ທີ່​ໜ້າ​ປະທັບ​ໃຈ​ຂອງ​ອາຊາ​ຕໍ່​ກັບ​ກອງ​ທະຫານ​ໃຫຍ່​ຂອງ​ພວກ​ເອທິ​ໂອ​ເປຍ ຜູ້​ພະຍາກອນ​ອາຊາເຣຍ​ໄດ້​ກະຕຸ້ນ​ໃຈ​ອາຊາ​ແລະ​ປະຊາຊົນ​ວ່າ: “ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ ຢ່າ​ໃຫ້​ມື​ຂອງ​ທ່ານ​ຢູ່​ເປົ່າໆ [“ຢ່າ​ທໍ້​ໃຈ, ລ.ມ.”] ເຫດ​ວ່າ​ມີ​ບຳເໜັດ​ແກ່​ການ​ທີ່​ທ່ານ​ທັງ​ຫຼາຍ​ຈະ​ເຮັດ​ນັ້ນ.” (2 ຂ່າວຄາວ 15:7) ຄຳ​ເວົ້າ​ນີ້​ກະຕຸ້ນ​ອາຊາ​ໃຫ້​ເຮັດ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ເພື່ອ​ຟື້ນຟູ​ການ​ນະມັດສະການ​ແທ້. ຄ້າຍ​ຄື​ກັນ ຄຳ​ເວົ້າ​ຂອງ​ເຈົ້າ​ໃນ​ແງ່​ບວກ​ກໍ​ສາມາດ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. (ສຸພາສິດ 15:23) ເຈົ້າ​ຄວນ​ຈື່​ໄວ້​ສະເໝີ​ວ່າ​ພີ່​ນ້ອງ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆເມື່ອ​ເຈົ້າ​ອອກ​ຄວາມ​ຄິດ​ເຫັນ​ທີ່​ກະຕຸ້ນ​ໃຈ​ຢູ່​ການ​ປະຊຸມ​ຕ່າງໆ.

ເນເຫມີ​ບໍ່​ໄດ້​ຢືນ​ເບິ່ງ ແຕ່​ລາວ​ໄດ້​ຊ່ວຍ​ສ້າງ​ກຳແພງ

16. ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ເນເຫມີ​ໄດ້​ແນວ​ໃດ? ພີ່​ນ້ອງ​ຊາຍ​ຍິງ​ໄດ້​ຊ່ວຍ​ເຫຼືອ​ເຈົ້າ​ເປັນ​ສ່ວນ​ຕົວ​ແນວ​ໃດ?

16 ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເນເຫມີ​ແລະ​ຊາວ​ຢິວ​ຈຶ່ງ​ເສີມ​ກຳລັງ​ມື​ຂອງ​ເຂົາ​ເຈົ້າ ແລະ​ໄດ້​ສ້າງ​ກຳແພງ​ເມືອງ​ເຢຣຶຊາເລມ​ສຳເລັດ​ພາຍ​ໃນ 52 ມື້​ເທົ່າ​ນັ້ນ! (ເນເຫມີ 2:18; 6:15, 16) ເມື່ອ​ປະຊາຊົນ​ສ້າງ​ກຳແພງ ເນເຫມີ​ບໍ່​ໄດ້​ຢືນ​ເບິ່ງ ແຕ່​ລາວ​ໄດ້​ຊ່ວຍ​ໃນ​ວຽກ​ນັ້ນ. (ເນເຫມີ 5:16) ຄ້າຍ​ຄື​ກັນ ຜູ້​ເຖົ້າ​ແກ່​ຫຼາຍ​ຄົນ​ຮຽນ​ແບບ​ເນເຫມີ​ເມື່ອ​ເຂົາ​ເຈົ້າ​ຊ່ວຍ​ໃນ​ໂຄງການ​ກໍ່​ສ້າງ ບຳລຸງ​ຮັກສາ ຫຼື​ອະນາໄມ​ຫໍ​ປະຊຸມ. ນອກ​ຈາກ​ນັ້ນ ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ທີ່​ມີ​ຄວາມ​ຮັກ​ຍັງ​ໄດ້​ເສີມ​ກຳລັງ​ໃຈ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຮູ້ສຶກ​ກັງວົນ​ໃຈ ໂດຍ​ການ​ໄປ​ຢາມ​ແລະ​ໄປ​ປະກາດ​ກັບ​ເຂົາ​ເຈົ້າ.—ອ່ານ​ເອຊາອີ 35:3, 4

‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ’

17, 18. ເມື່ອ​ເຮົາ​ມີ​ບັນຫາ​ຫຼື​ຮູ້ສຶກ​ກັງວົນ ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

17 ເມື່ອ​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ສິ່ງ​ນີ້​ຈະ​ເສີມ​ສ້າງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ເຮົາ. ນອກ​ຈາກ​ນັ້ນ​ກໍ​ຍັງ​ຊ່ວຍ​ເຮົາ​ໃຫ້​ເສີມ​ສ້າງ​ມິດຕະພາບ​ທີ່​ຖາວອນ​ແລະ​ເສີມ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຮົາ​ໃນ​ສິ່ງ​ດີ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອີກ​ບໍ່​ດົນ​ນີ້​ໂດຍ​ທາງ​ລາຊະອານາຈັກ​ຂອງ​ພະເຈົ້າ. ເມື່ອ​ເຮົາ​ເສີມ​ກຳລັງ​ຄົນ​ອື່ນ ເຮົາ​ກໍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ກັບ​ສະພາບການ​ຕ່າງໆທີ່​ຫຍຸ້ງຍາກ​ແລະ​ໃຫ້​ຮັກສາ​ຄວາມ​ຫວັງ​ໃນ​ແງ່​ບວກ​ສຳລັບ​ອະນາຄົດ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ຊ່ວຍ​ຄົນ​ອື່ນ ສິ່ງ​ນັ້ນ​ກໍ​ເສີມ​ກຳລັງ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ຢູ່​ທີ່​ອະນາຄົດ.

18 ເມື່ອ​ເຮົາ​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ແລະ​ປົກ​ປ້ອງ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ອະດີດ ຄວາມ​ເຊື່ອ​ແລະ​ຄວາມ​ໄວ້​ວາງໃຈ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ດັ່ງ​ນັ້ນ ເມື່ອ​ເຈົ້າ​ມີ​ບັນຫາ​ແລະ​ຮູ້ສຶກ​ກັງວົນ ‘ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ’! ເຈົ້າ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ຖ້າ​ເຈົ້າ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ມື​ທີ່​ມີ​ລິດເດດ​ຂອງ​ພະອົງ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ນຳ​ເຈົ້າ​ໄປ​ເຖິງ​ພະ​ພອນ​ຕ່າງໆທີ່​ລາຊະອານາຈັກ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ໃນ​ອະນາຄົດ.—ຄຳເພງ 73:23, 24