ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສູ້​ຕໍ່​ໄປ​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ

ສູ້​ຕໍ່​ໄປ​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ

‘ເຈົ້າ​ໄດ້​ເລວ​ຕໍ່​ສູ້​ພະເຈົ້າ​ແລະ​ຕໍ່​ສູ້​ມະນຸດ ແລະ​ໄດ້​ໄຊ​ຊະນະ.’—ຕົ້ນເດີມ 32:28

ເພງ: 60, 38

1, 2. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ຕໍ່​ສູ້​ກັບ​ອັນ​ໃດ?

ນັບ​ຈາກ​ອາເບນ​ຜູ້​ຊອບທຳ​ຈົນ​ມາ​ເຖິງ​ສະໄໝ​ຂອງ​ເຮົາ ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ຕໍ່​ສູ້. ອັກຄະສາວົກ​ໂປໂລ​ບອກ​ຄລິດສະຕຽນ​ຊາວ​ເຫບເລີ​ວ່າ ເຂົາ​ເຈົ້າ ‘ໄດ້​ອົດ​ທົນ​ການ​ຍາກ​ລຳບາກ​ຢ່າງ​ໜັກ’ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ໄດ້​ຮັບ​ຄວາມ​ພໍ​ໃຈ​ແລະ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ. (ເຫບເລີ 10:32-34) ໂປໂລ​ສົມ​ທຽບ​ການ​ຕໍ່​ສູ້​ຂອງ​ຄລິດສະຕຽນ​ກັບ​ນັກ​ກິລາ​ທີ່​ແຂ່ງ​ຂັນ​ກັນ​ໃນ​ກິລາ​ຂອງ​ປະເທດ​ເກັຣກ ເຊັ່ນ: ການ​ແລ່ນ ມວຍ​ປໍ້າ ແລະ​ຕີ​ມວຍ. (ເຫບເລີ 12:1, 4) ໃນ​ທຸກ​ມື້​ນີ້ ເຮົາ​ຢູ່​ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ ແຕ່​ເຮົາ​ມີ​ສັດຕູ​ທີ່​ຢາກ​ຂັດ​ຂວາງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ຍິນດີ​ໃນ​ຕອນ​ນີ້​ແລະ​ການ​ໄດ້​ຮັບ​ລາງວັນ​ໃນ​ອະນາຄົດ.

2 ການ​ຕໍ່​ສູ້​ທີ່​ຍາກ​ທີ່​ສຸດ​ສຳລັບ​ເຮົາ​ແມ່ນ​ການ​ຕໍ່​ສູ້​ກັບ​ຊາຕານ​ແລະ​ໂລກ​ທີ່​ມັນ​ປົກຄອງ. (ເອເຟດ 6:12) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ຕ້ານ​ທານ​ຜົນ​ກະທົບ​ຈາກ​ຄຳ​ສອນ ຫຼັກ​ປັດຊະຍາ ແລະ​ການ​ປະພຶດ​ທີ່​ບໍ່​ດີ​ຂອງ​ໂລກ​ນີ້ ເຊັ່ນ: ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ການ​ສູບ​ຢາ ການ​ດື່ມ​ເຫຼົ້າ ແລະ​ການ​ໃຊ້​ຢາເສບຕິດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ທໍ້​ໃຈ​ແລະ​ຂໍ້​ອ່ອນແອ​ຂອງ​ຕົວ​ເຮົາ​ເອງ.—2 ໂກລິນໂທ 10:3-6; ໂກໂລດ 3:5-9

3. ພະ​ເຢໂຫວາ​ຝຶກ​ສອນ​ເຮົາ​ໂດຍ​ທາງ​ໃດ​ເພື່ອ​ຕໍ່​ສູ້​ກັບ​ສັດຕູ​ຂອງ​ເຮົາ?

3 ເປັນ​ໄປ​ໄດ້​ແທ້ໆບໍ​ທີ່​ເຮົາ​ຈະ​ເອົາ​ຊະນະ​ການ​ຕໍ່​ສູ້​ກັບ​ສັດຕູ​ທີ່​ມີ​ລິດເດດ​ເຊັ່ນ​ນັ້ນ? ເປັນ​ໄປ​ໄດ້ ແຕ່​ມັນ​ຈະ​ຍາກ! ໂປໂລ​ສົມ​ທຽບ​ຕົວ​ເອງ​ວ່າ​ເປັນ​ຄື​ກັບ​ນັກ​ມວຍ ເມື່ອ​ລາວ​ເວົ້າ​ວ່າ: “ເຮົາ​ຊົກ​ມວຍ​ບໍ່​ໃຊ່​ເໝືອນ​ຄົນ​ທີ່​ຊົກ​ລົມ.” (1 ໂກລິນໂທ 9:26) ຄື​ກັບ​ທີ່​ນັກ​ມວຍ​ຄົນ​ໜຶ່ງ​ຊົກ​ຄູ່​ຕໍ່​ສູ້​ຂອງ​ຕົນ ເຮົາ​ກໍ​ຕ້ອງ​ຊົກ​ສັດຕູ​ຂອງ​ເຮົາ. ພະ​ເຢໂຫວາ​ຊ່ວຍ​ແລະ​ຝຶກ​ສອນ​ເຮົາ​ໃຫ້​ເຮັດ​ເຊັ່ນ​ນັ້ນ​ໂດຍ​ທາງ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ຊ່ວຍ​ເຮົາ​ໂດຍ​ທາງ​ສັບພະ​ໜັງສື​ຕ່າງໆທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໝວດ ແລະ​ການ​ປະຊຸມ​ພາກ. ເຈົ້າ​ໃຊ້​ຄຳ​ແນະນຳ​ທຸກ​ຢ່າງ​ທີ່​ເຈົ້າ​ກຳລັງ​ໄດ້​ຮັບ​ບໍ? ຖ້າ​ຍັງ ເຈົ້າ​ອາດ​ບໍ່​ໄດ້​ຕໍ່​ສູ້​ກັບ​ສັດຕູ​ຂອງ​ເຈົ້າ​ຢ່າງ​ເຕັມທີ ແລະ​ນັ້ນ​ເປັນ​ຄື​ກັບ​ນັກ​ມວຍ​ທີ່​ຊົກ​ລົມ.

4. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ຊາຕານ​ຊະນະ​ເຮົາ?

4 ເຮົາ​ຕ້ອງ​ຕື່ນ​ຕົວ​ທຸກ​ເວລາ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ສັດຕູ​ຂອງ​ເຮົາ​ອາດ​ໂຈມຕີ​ໃນ​ເວລາ​ທີ່​ເຮົາ​ບໍ່​ຄາດ​ຄິດ​ຫຼື​ໃນ​ເວລາ​ທີ່​ເຮົາ​ອ່ອນແອ. ຄຳພີ​ໄບເບິນ​ໃຫ້​ທັງ​ຄຳ​ເຕືອນ​ແລະ​ການ​ກະຕຸ້ນ​ໃຈ​ເມື່ອ​ກ່າວ​ວ່າ: “ຢ່າ​ໃຫ້​ຄວາມ​ຊົ່ວ​ແພ້ [ຊະນະ] ຕົວ ແຕ່​ວ່າ​ຈົ່ງ​ແພ້ [ຊະນະ] ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ.” (ໂລມ 12:21) ຖ້າ​ເຮົາ​ຕໍ່​ສູ້​ພະຍາມານ​ຕໍ່ໆໄປ ເຮົາ​ກໍ​ສາມາດ​ເອົາ​ຊະນະ​ມັນ​ໄດ້! ແຕ່​ຖ້າ​ເຮົາ​ບໍ່​ລະວັງ​ຕົວ​ແລະ​ເຊົາ​ຕໍ່​ສູ້ ຈາກ​ນັ້ນ​ຊາຕານ ໂລກ​ທີ່​ມັນ​ປົກຄອງ ແລະ​ຂໍ້​ອ່ອນແອ​ຂອງ​ເຮົາ​ກໍ​ຈະ​ມີ​ອຳນາດ​ເໜືອ​ເຮົາ. ດັ່ງ​ນັ້ນ ຢ່າ​ຍອມ​ແພ້ ຢ່າ​ທໍ້​ໃຈ ແລະ​ຢ່າ​ປ່ອຍ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ!—1 ເປໂຕ 5:9

5. (ກ) ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ແລະ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຂອງ​ໃຜ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ?

5 ເພື່ອ​ຈະ​ຊະນະ​ຊາຕານ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕໍ່​ສູ້. ເຮົາ​ຕໍ່​ສູ້​ກໍ​ຍ້ອນ​ວ່າ​ເຮົາ​ຢາກ​ໄດ້​ຮັບ​ຄວາມ​ພໍ​ໃຈ​ແລະ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ. ເຫບເລີ 11:6 ກ່າວ​ວ່າ: “ຜູ້​ທີ່​ຫຍັບ​ເຂົ້າ​ມາ​ຫາ​ພະເຈົ້າ​ຕ້ອງ​ເຊື່ອ​ວ່າ​ພະອົງ​ເປັນ​ຢູ່ ແລະ​ພະອົງ​ຈະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ປົງ​ໃຈ​ຊອກ​ຫາ​ພະອົງ.” ການ​ຊອກ​ຫາ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ຖ້າ​ເຮົາ​ຢາກ​ໄດ້​ການ​ຍອມ​ຮັບ​ຈາກ​ພະອົງ. (ກິດຈະການ 15:17) ຄຳພີ​ໄບເບິນ​ມີ​ຕົວຢ່າງ​ທີ່​ດີ​ຂອງ​ຊາຍ​ຍິງ​ຫຼາຍ​ຄົນ​ທີ່​ໄດ້​ເຮັດ​ແບບ​ນັ້ນ. ຢາໂຄບ ລາເຊນ ໂຢເຊບ ແລະ​ໂປໂລ​ລ້ວນ​ແຕ່​ປະສົບ​ກັບ​ສະພາບການ​ຕ່າງໆທີ່​ຍາກ​ສຳລັບ​ເຂົາ​ເຈົ້າ​ໃນ​ດ້ານ​ອາລົມ​ຄວາມ​ຮູ້ສຶກ​ແລະ​ດ້ານ​ຮ່າງກາຍ. ແຕ່​ເຂົາ​ເຈົ້າ​ກໍ​ສາມາດ​ປະສົບ​ຜົນ​ສຳເລັດ​ໄດ້. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ພິສູດ​ໃຫ້​ເຫັນ​ວ່າ​ຖ້າ​ເຮົາ​ພະຍາຍາມ​ຢ່າງ​ໜັກ ເຮົາ​ເອງ​ກໍ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ.

ຖ້າ​ເຈົ້າ​ບໍ່​ຍອມ​ແພ້ ເຈົ້າ​ຈະ​ໄດ້​ຮັບ​ການ​ອວຍ​ພອນ

6. ສິ່ງ​ໃດ​ທີ່​ຊ່ວຍ​ຢາໂຄບ​ບໍ່​ໃຫ້​ຍອມ​ແພ້ ແລະ​ລາວ​ໄດ້​ຮັບ​ລາງວັນ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

6 ຢາໂຄບ​ຊາຍ​ຜູ້​ສັດ​ຊື່​ໄດ້​ຕໍ່​ສູ້​ແລະ​ອົດ​ທົນ​ກໍ​ຍ້ອນ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ແລະ​ຖື​ວ່າ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະອົງ​ມີ​ຄ່າ. ລາວ​ເຊື່ອ​ຢ່າງ​ເຕັມທີ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ອວຍ​ພອນ​ໃຫ້​ລູກ​ຫຼານ​ຂອງ​ລາວ. (ຕົ້ນເດີມ 28:3, 4) ເມື່ອ​ຢາໂຄບ​ອາຍຸ​ເກືອບ​ຮອດ 100 ປີ ລາວ​ໄດ້​ປໍ້າ​ສູ້​ກັບ​ທູດ​ສະຫວັນ​ອົງ​ໜຶ່ງ​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ. (ອ່ານ​ຕົ້ນເດີມ 32:24-28) ຢາໂຄບ​ມີ​ກຳລັງ​ແທ້ໆບໍ​ທີ່​ຈະ​ຕໍ່​ສູ້​ກັບ​ທູດ​ສະຫວັນ​ອົງ​ນີ້​ທີ່​ມີ​ລິດເດດ? ລາວ​ບໍ່​ມີ​ກຳລັງ​ປານ​ນັ້ນ! ແຕ່​ລາວ​ມີ​ຄວາມ​ຕັ້ງ​ໃຈ​ແນ່ວ​ແນ່ ແລະ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຈະ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ໃຫ້​ໄດ້​ຮັບ​ການ​ອວຍ​ພອນ. ພະ​ເຢໂຫວາ​ອວຍ​ພອນ​ໃຫ້​ຢາໂຄບ​ທີ່​ບໍ່​ຍອມ​ແພ້ ແລະ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ອິດສະລາແອນ ເຊິ່ງ​ໝາຍ​ຄວາມ​ວ່າ “ຜູ້​ທີ່​ຕໍ່​ສູ້​ກັບ​ພະເຈົ້າ ຜູ້​ທີ່​ບໍ່​ຍອມ​ແພ້​ພະເຈົ້າ.” ຢາໂຄບ​ໄດ້​ຮັບ​ລາງວັນ​ທີ່​ເຮົາ​ເອງ​ກໍ​ກຳລັງ​ຊອກ​ຫາ​ເຊັ່ນ​ກັນ ນັ້ນ​ຄື​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ພະ​ເຢໂຫວາ​ແລະ​ການ​ອວຍ​ພອນ​ຈາກ​ພະອົງ.

7. (ກ) ລາເຊນ​ຕົກ​ຢູ່​ໃນ​ສະພາບການ​ອັນ​ໃດ​ທີ່​ເປັນ​ຕາ​ໜ້າ​ທໍ້​ໃຈ? (ຂ) ລາເຊນ​ໄດ້​ເຮັດ​ຫຍັງ ແລະ​ລາວ​ໄດ້​ຮັບ​ການ​ອວຍ​ພອນ​ແນວ​ໃດ?

7 ລາເຊນ​ເມຍ​ສຸດ​ທີ່​ຮັກ​ຂອງ​ຢາໂຄບ​ກໍ​ຢາກ​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ກັບ​ຜົວ​ຂອງ​ລາວ​ສຳເລັດ​ເປັນ​ຈິງ​ແນວ​ໃດ. ແຕ່​ບັນຫາ​ຢ່າງ​ໜຶ່ງ​ກໍ​ຄື ລາເຊນ​ບໍ່​ສາມາດ​ມີ​ລູກ​ໄດ້. ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ເລື່ອງ​ນີ້​ເຮັດ​ໃຫ້​ຜູ້​ຍິງ​ຮູ້ສຶກ​ເຈັບ​ປວດ​ຫຼາຍ. ລາເຊນ​ສູ້​ຕໍ່​ໄປ​ໄດ້​ແນວ​ໃດ​ເຖິງ​ວ່າ​ສະພາບການ​ຂອງ​ລາວ​ຈະ​ເປັນ​ຕາ​ໜ້າ​ທໍ້​ໃຈ? ລາວ​ບໍ່​ເຄີຍ​ສູນ​ເສຍ​ຄວາມ​ຫວັງ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ລາວ​ສູ້​ຕໍ່​ໄປ​ໂດຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ລາເຊນ ແລະ​ລາເຊນ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະອົງ​ເມື່ອ​ໃນ​ທີ່​ສຸດ​ລາວ​ກໍ​ມີ​ລູກ. ດ້ວຍ​ເຫດ​ນັ້ນ ລາວ​ຈຶ່ງ​ເວົ້າ​ວ່າ: “ດ້ວຍ​ການ​ຕໍ່​ສູ້​ອັນ​ແສນ​ລຳບາກ ແຕ່​ຂ້ອຍ​ໄດ້​ຊະນະ​ແລ້ວ, ທ.ປ.”ຕົ້ນເດີມ 30:8, 20-24

8. ໂຢເຊບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ອັນ​ໃດ ແລະ​ລາວ​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ສຳລັບ​ເຮົາ?

8 ຕົວຢ່າງ​ເລື່ອງ​ຄວາມ​ສັດ​ຊື່​ຂອງ​ຢາໂຄບ​ແລະ​ລາເຊນ​ອາດ​ມີ​ຜົນ​ກະທົບ​ຕໍ່​ໂຢ​ໂຊ​ບ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ແລະ​ສິ່ງ​ນີ້​ໄດ້​ຊ່ວຍ​ໂຢເຊບ​ເມື່ອ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ. ຕອນ​ອາຍຸ 17 ປີ ຊີວິດ​ຂອງ​ໂຢເຊບ​ໄດ້​ປ່ຽນ​ແປງ​ຈາກ​ໜ້າ​ມື​ເປັນ​ຫຼັງ​ມື. ພວກ​ອ້າຍ​ທີ່​ອິດສາ​ໂຢເຊບ​ໄດ້​ຂາຍ​ລາວ​ໃຫ້​ໄປ​ເປັນ​ຂ້າ​ທາດ. ຕໍ່​ມາ ລາວ​ກໍ​ຖືກ​ຂັງ​ຄຸກ​ເປັນ​ເວລາ​ຫຼາຍ​ປີ​ຢູ່​ປະເທດ​ເອຢິບ ເຖິງ​ວ່າ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ກໍ​ຕາມ. (ຕົ້ນເດີມ 37:23-28; 39:7-9, 20, 21) ແຕ່​ໂຢເຊບ​ບໍ່​ໄດ້​ຮູ້ສຶກ​ທໍ້​ໃຈ​ຫຼື​ຂົມຂື່ນ ແລະ​ລາວ​ກໍ​ບໍ່​ໄດ້​ພະຍາຍາມ​ຫາ​ທາງ​ແກ້ແຄ້ນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ໂຢເຊບ​ຖື​ວ່າ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ມີ​ຄ່າ ແລະ​ລາວ​ໄດ້​ສຸມ​ໃຈ​ໃສ່​ໃນ​ເລື່ອງ​ນີ້. (ພວກເລວີ 19:18; ໂລມ 12:17-21) ເຮົາ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂຢເຊບ​ໄດ້. ເຖິງ​ວ່າ​ຕອນ​ເປັນ​ເດັກ​ນ້ອຍ​ເຮົາ​ມີ​ຊີວິດ​ທີ່​ຫຍຸ້ງຍາກ ຫຼື​ຖ້າ​ໃນ​ຕອນ​ນີ້​ຊີວິດ​ຂອງ​ເຮົາ​ເບິ່ງ​ຄື​ວ່າ​ໝົດ​ຄວາມ​ຫວັງ ແຕ່​ເຮົາ​ຕ້ອງ​ສູ້​ຕໍ່​ໄປ​ແລະ​ບໍ່​ຍອມ​ແພ້. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຮົາ.—ອ່ານ​ຕົ້ນເດີມ 39:21-23

9. ເຮົາ​ຈະ​ຮຽນ​ແບບ​ຢາໂຄບ ລາເຊນ ແລະ​ໂຢເຊບ​ໄດ້​ແນວ​ໃດ?

9 ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ເຊັ່ນ​ກັນ​ອາດ​ຕ້ອງ​ພົບ​ກັບ​ບັນຫາ​ຕ່າງໆທີ່​ຫຍຸ້ງຍາກ. ບາງ​ທີ​ເຈົ້າ​ອາດ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ ອະຄະຕິ ການ​ເຍາະ​ເຍີ້ຍ ຫຼື​ຍ້ອນ​ບາງ​ຄົນ​ອິດສາ​ເຈົ້າ. ແທນ​ທີ່​ຈະ​ຮູ້ສຶກ​ທໍ້​ໃຈ ຂໍ​ໃຫ້​ຈື່​ສິ່ງ​ທີ່​ຊ່ວຍ​ຢາໂຄບ ລາເຊນ ແລະ​ໂຢເຊບ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ດ້ວຍ​ຄວາມ​ຍິນດີ. ພະອົງ​ໄດ້​ເສີມ​ກຳລັງ​ແລະ​ອວຍ​ພອນ​ໃຫ້​ທັງ​ສາມ​ຄົນ ເພາະ​ເຂົາ​ເຈົ້າ​ຮູ້​ຄຸນຄ່າ​ຢ່າງ​ແທ້​ຈິງ​ຕໍ່​ສາຍ​ສຳພັນ​ທີ່​ມີ​ກັບ​ພະອົງ. ເຂົາ​ເຈົ້າ​ສູ້​ຕໍ່​ໄປ ບໍ່​ຍອມ​ແພ້ ແລະ​ເຮັດ​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ຕົນ​ເອງ. ເນື່ອງ​ຈາກ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮັກສາ​ຄວາມ​ຫວັງ​ສຳລັບ​ອະນາຄົດ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ. ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຕໍ່​ສູ້​ບໍ ເຊິ່ງ​ກໍ​ໝາຍ​ເຖິງ​ການ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ?

ເຕັມ​ໃຈ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ

10, 11. (ກ) ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະເຈົ້າ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເລືອກ​ຢ່າງ​ຖືກຕ້ອງ?

10 ເປັນ​ຫຍັງ​ເຮົາ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະເຈົ້າ? ເຫດຜົນ​ຢ່າງ​ໜຶ່ງ​ກໍ​ຍ້ອນ​ວ່າ​ເຮົາ​ເປັນ​ມະນຸດ​ທີ່​ມີ​ບາບ ເຮົາ​ອາດ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ບາງ​ຢ່າງ​ທີ່​ຜິດ. ບາງ​ຄົນ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ກ່ຽວ​ກັບ​ວຽກ​ປະກາດ ແລະ​ບາງ​ຄົນ​ຕ້ອງ​ຕໍ່​ສູ້​ຍ້ອນ​ມີ​ບັນຫາ​ສຸຂະພາບ​ຫຼື​ຍ້ອນ​ຮູ້ສຶກ​ເຫງົາ. ນອກ​ຈາກ​ນັ້ນ ບາງ​ຄົນ​ຍັງ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໃຫ້​ອະໄພ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍໃຈ. ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ດົນ​ເທົ່າ​ໃດ​ແລ້ວ​ກໍ​ຕາມ ເຮົາ​ທຸກ​ຄົນ​ຕ້ອງ​ຕໍ່​ສູ້​ກັບ​ສິ່ງ​ຕ່າງໆທີ່​ເປັນ​ອຸປະສັກ​ຂັດ​ຂວາງ​ເຮົາ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ຜູ້​ທີ່​ໃຫ້​ລາງວັນ​ແກ່​ຄົນ​ທີ່​ສັດ​ຊື່.

ເຈົ້າ​ກຳລັງ​ສູ້​ເພື່ອ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະເຈົ້າ​ບໍ? (ເບິ່ງ​ຂໍ້ 10, 11)

11 ທີ່​ຈິງ​ແລ້ວ​ບໍ່​ງ່າຍ​ເລີຍ​ທີ່​ຈະ​ເປັນ​ຄລິດສະຕຽນ​ແລະ​ທີ່​ຈະ​ເລືອກ​ຢ່າງ​ຖືກຕ້ອງ ໂດຍ​ສະເພາະ​ເມື່ອ​ເຮົາ​ກຳລັງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆຂອງ​ເຮົາ​ເອງ. (ເຢເຣມີ 17:9) ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະອົງ. ຄຳ​ອະທິດຖານ​ແລະ​ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ. ໃຫ້​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ​ຂອງ​ເຈົ້າ. ພະຍາຍາມ​ອ່ານ​ພະ​ຄຳພີ​ທຸກໆມື້ ແລະ​ຈັດ​ເວລາ​ໄວ້​ສຳລັບ​ການ​ສຶກສາ​ສ່ວນ​ຕົວ​ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ.—ອ່ານ​ຄຳເພງ 119:32

12, 13. ຄລິດສະຕຽນ​ສອງ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແນວ​ໃດ​ໃຫ້​ຄວບຄຸມ​ຄວາມ​ປາຖະໜາ​ທີ່​ຜິດໆ?

12 ມີ​ຫຼາຍ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ ພະລັງ​ບໍລິສຸດ​ຈາກ​ພະເຈົ້າ ແລະ​ສັບພະ​ໜັງສື​ຕ່າງໆຂອງ​ອົງການ​ໄດ້​ຊ່ວຍ​ພີ່​ນ້ອງ​ຊາຍ​ຍິງ​ໃຫ້​ເອົາ​ຊະນະ​ຄວາມ​ປາຖະໜາ​ທີ່​ຜິດໆໄດ້. ໄວຮຸ່ນ​ຄົນ​ໜຶ່ງ​ໄດ້​ອ່ານ​ບົດ​ຄວາມ​ທີ່​ຊື່​ວ່າ: “ເຈົ້າ​ຈະ​ຕ້ານ​ທານ​ຄວາມ​ປາຖະໜາ​ຜິດໆໄດ້​ແນວ​ໃດ” ໃນ​ວາລະສານ​ຕື່ນ​ເຖີດ! ສະບັບ​ວັນ​ທີ 8 ທັນວາ 2003. ລາວ​ຮູ້ສຶກ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຂ້ອຍ​ກຳລັງ​ຕໍ່​ສູ້​ເພື່ອ​ຄວບຄຸມ​ຄວາມ​ປາຖະໜາ​ທີ່​ບໍ່​ຖືກຕ້ອງ. ເມື່ອ​ຂ້ອຍ​ອ່ານ​ບົດ​ຄວາມ​ນັ້ນ​ທີ່​ບອກ​ວ່າ: ‘ສຳລັບ​ຫຼາຍ​ຄົນ ເຂົາ​ເຈົ້າ​ຕ້ອງ​ຕໍ່​ສູ້​ເພື່ອ​ເອົາ​ຊະນະ​ກັບ​ຄວາມ​ປາຖະໜາ​ທີ່​ຜິດ​ຫຼາຍ​ກວ່າ​ຕໍ່​ສູ້​ກັບ​ເລື່ອງ​ອື່ນ’ ນັ້ນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່​ນ້ອງ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ໄດ້​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ກຳລັງ​ຕໍ່​ສູ້​ກັບ​ເລື່ອງ​ແບບ​ນີ້.” ໄວຮຸ່ນ​ຄົນ​ນີ້​ຍັງ​ໄດ້​ຮັບ​ປະໂຫຍດ​ຈາກ​ບົດ​ຄວາມ​ທີ່​ຊື່​ວ່າ: “ຮູບ​ແບບ​ຊີວິດ​ອື່ນ​ທີ່​ເລືອກ​ເອງ—ພະເຈົ້າ​ເຫັນ​ດີ​ບໍ?” ໃນ​ຕື່ນ​ເຖີດ! ສະບັບ​ວັນ​ທີ 8 ຕຸລາ 2006. ລາວ​ສັງເກດ​ເຫັນ​ວ່າ​ບົດ​ຄວາມ​ນັ້ນ​ເວົ້າ​ວ່າ ສຳລັບ​ບາງ​ຄົນ​ຕ້ອງ​ຕໍ່​ສູ້​ກັບ​ສິ່ງ​ນີ້​ເລື້ອຍໆເພາະ​ມັນ​ເປັນ​ຄື​ກັບ ‘ສ້ຽນ​ໜາມ​ໃນ​ເນື້ອ​ໜັງ.’ (2 ໂກລິນໂທ 12:7) ແຕ່​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ສູ້​ຕໍ່​ໄປ​ເພື່ອ​ຮັກສາ​ການ​ປະພຶດ​ທີ່​ສະອາດ ຄົນ​ເຫຼົ່າ​ນັ້ນ​ກໍ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ກ່ຽວ​ກັບ​ອະນາຄົດ. ລາວ​ເວົ້າ​ວ່າ: “ດ້ວຍ​ເຫດຜົນ​ນີ້ ຂ້ອຍ​ຈຶ່ງ​ຄິດ​ວ່າ​ໃນ​ແຕ່​ລະ​ມື້​ທີ່​ຜ່ານ​ໄປ ຂ້ອຍ​ກໍ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ແທ້ໆທີ່​ໃຊ້​ອົງການ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຊີວິດ​ໃນ​ແຕ່​ລະ​ມື້​ໃນ​ລະບົບ​ທີ່​ຊົ່ວ​ຮ້າຍ​ນີ້.”

13 ຂໍ​ໃຫ້​ພິຈາລະນາ​ປະສົບການ​ຂອງ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ປະເທດ​ອາ​ເມຣິ​ກາ. ລາວ​ຂຽນ​ວ່າ: “ຂ້ອຍ​ຢາກ​ຂອບໃຈ​ພີ່​ນ້ອງ​ທີ່​ລ້ຽງ​ດູ​ເຮົາ​ສະເໝີ​ໃນ​ສິ່ງ​ທີ່​ເຮົາ​ຕ້ອງການ​ແທ້ໆແລະ​ກໍ​ຈັດ​ໃຫ້​ມີ​ສິ່ງ​ນັ້ນ​ໃນ​ເວລາ​ທີ່​ເໝາະ​ສົມ. ຫຼາຍ​ຄັ້ງ​ຂ້ອຍ​ຮູ້ສຶກ​ວ່າ​ບົດ​ຄວາມ​ເຫຼົ່າ​ນັ້ນ​ຂຽນ​ສຳລັບ​ຂ້ອຍ. ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ຂ້ອຍ​ໄດ້​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຮຸນແຮງ​ເຊິ່ງ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ. ບາງ​ຄັ້ງ ຂ້ອຍ​ຢາກ​ຍອມ​ແພ້​ແລະ​ເຊົາ​ຕໍ່​ສູ້. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ ແຕ່​ຍ້ອນ​ວ່າ​ຂ້ອຍ​ມີ​ຄວາມ​ປາຖະໜາ​ທີ່​ຜິດ​ນີ້ ແລະ​ໃນ​ສ່ວນ​ເລິກໆແລ້ວ​ຂ້ອຍ​ບໍ່​ໄດ້​ກຽດ​ຊັງ​ມັນ​ເລີຍ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ສາມາດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ. ການ​ຕໍ່​ສູ້​ນີ້​ທີ່​ຍັງ​ດຳເນີນ​ຢູ່​ໄດ້​ກະທົບ​ໃສ່​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ຂ້ອຍ. . . . ຫຼັງ​ຈາກ​ທີ່​ໄດ້​ອ່ານ​ບົດ​ຄວາມ ‘ເຈົ້າ​ມີ “ໃຈ​ຢາກ​ຮູ້ຈັກ” ພະ​ເຢໂຫວາ​ບໍ?’ ໃນ​ວາລະສານ​ຫໍສັງເກດການ ສະບັບ​ວັນ​ທີ 15 ມີນາ 2013 ຂ້ອຍ​ຈຶ່ງ​ຮູ້ສຶກ​ແທ້ໆວ່າ​ພະ​ເຢໂຫວາ​ຕ້ອງການ​ຊ່ວຍ​ຂ້ອຍ.”

14. (ກ) ໂປໂລ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຕໍ່​ສູ້​ຂອງ​ລາວ? (ຂ) ເຮົາ​ຈະ​ເອົາ​ຊະນະ​ການ​ຕໍ່​ສູ້​ກັບ​ຂໍ້​ອ່ອນແອ​ຂອງ​ເຮົາ​ໄດ້​ແນວ​ໃດ?

14 ອ່ານ​ໂລມ 7:21-25. ໂປໂລ​ຮູ້​ດ້ວຍ​ຕົວ​ເອງ​ວ່າ​ເປັນ​ເລື່ອງ​ຍາກ​ແທ້ໆທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆແລະ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ. ແຕ່​ໂປໂລ​ກໍ​ໝັ້ນ​ໃຈ​ວ່າ​ລາວ​ຈະ​ຊະນະ​ການ​ຕໍ່​ສູ້ ຖ້າ​ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ ໝາຍ​ເພິ່ງ​ພະອົງ​ສຳລັບ​ການ​ຊ່ວຍ​ເຫຼືອ ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ. ສຳລັບ​ເຮົາ​ເດ? ເຮົາ​ຈະ​ເອົາ​ຊະນະ​ການ​ຕໍ່​ສູ້​ກັບ​ຂໍ້​ອ່ອນແອ​ຂອງ​ຕົວ​ເອງ​ໄດ້​ບໍ? ເຮົາ​ເຮັດ​ໄດ້ ຖ້າ​ເຮົາ​ຮຽນ​ແບບ​ໂປໂລ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ​ຢ່າງ​ເຕັມທີ ບໍ່​ອາໄສ​ກຳລັງ​ຂອງ​ເຮົາ​ເອງ ແລະ​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່.

15. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ແລະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ?

15 ບາງ​ຄັ້ງ​ພະ​ເຢໂຫວາ​ອາດ​ປ່ອຍ​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກັງວົນ​ແທ້ໆຕໍ່​ເລື່ອງ​ໃດ​ເລື່ອງ​ໜຶ່ງ. ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ຫຼື​ຄົນ​ໃນ​ຄອບຄົວ​ປະສົບ​ກັບ​ຄວາມ​ເຈັບ​ປ່ວຍ​ທີ່​ຮ້າຍແຮງ​ຫຼື​ຄວາມ​ບໍ່​ຍຸຕິທຳ ເຮົາ​ຈະ​ມີ​ທ່າທີ​ແນວ​ໃດ? ຖ້າ​ເຮົາ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ ເຮົາ​ຈະ​ຂໍ​ກຳລັງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່ ຄວາມ​ຍິນດີ ແລະ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະອົງ. (ຟີລິບ 4:13) ຕົວຢ່າງ​ຂອງ​ຄລິດສະຕຽນ​ຫຼາຍ​ຄົນ​ທັງ​ທີ່​ມີ​ຊີວິດ​ຢູ່​ໃນ​ອະດີດ​ແລະ​ໃນ​ປັດຈຸບັນ ເຂົາ​ເຈົ້າ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ການ​ອະທິດຖານ​ສາມາດ​ເສີມ​ກຳລັງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ເພື່ອ​ຈະ​ອົດ​ທົນ​ຕໍ່​ໄປ.

ສູ້​ຕໍ່​ໄປ​ເພື່ອ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ

16, 17. ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

16 ພະຍາມານ​ຢາກ​ເຫັນ​ມື​ຂອງ​ເຈົ້າ​ອ່ອນ​ແຮງ​ລົງ ຮູ້ສຶກ​ທໍ້​ໃຈ ແລະ​ຍອມ​ແພ້. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ ‘ຍຶດ​ຖື​ສິ່ງ​ດີ​ເອົາ​ໄວ້.’ (1 ເທຊະໂລນີກ 5:21) ເຈົ້າ​ສາມາດ​ເອົາ​ຊະນະ​ການ​ຕໍ່​ສູ້​ກັບ​ຊາຕານ ໂລກ​ຊົ່ວ​ທີ່​ມັນ​ປົກຄອງ ແລະ​ຄວາມ​ປາຖະໜາ​ທີ່​ຜິດໆໄດ້! ເຈົ້າ​ຈະ​ເອົາ​ຊະນະ​ໄດ້​ຖ້າ​ເຈົ້າ​ໄວ້​ວາງໃຈ​ຢ່າງ​ເຕັມທີ​ວ່າ​ພະ​ເຢໂຫວາ​ຈະ​ເສີມ​ກຳລັງ​ເຈົ້າ​ແລະ​ຊ່ວຍ​ເຫຼືອ​ເຈົ້າ.—2 ໂກລິນໂທ 4:7-9; ຄາລາຊີ 6:9

17 ຂໍ​ໃຫ້​ສູ້​ຕໍ່​ໄປ ສູ້​ກັບ​ບັນຫາ​ທີ່​ປະເຊີນ​ຢູ່ ພະຍາຍາມ​ຕໍ່​ໄປ ຢ່າ​ຍອມ​ແພ້ ແລະ​ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະ​ເຢໂຫວາ​ຈະ ‘ຖອກ​ຄວາມ​ພອນ​ໃຫ້​ຈົນ​ເຫຼືອ​ລົ້ນ.’—ມາລາກີ 3:10