ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?

ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?

“ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດ​ສະໝີ​ແກ່​ພະເຈົ້າ.”—1 ໂກລິນໂທ 10:31

ເພງ: 34, 61

1, 2. ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ມີ​ມາດຕະຖານ​ທີ່​ເໝາະ​ສົມ​ໃນ​ເລື່ອງ​ການ​ແຕ່ງ​ຕົວ? (ເບິ່ງ​ຮູບ​ທຳອິດ)

ໜັງສື​ພິມ​ສະບັບ​ໜຶ່ງ​ຂອງ​ປະເທດ​ໂຮ​ນ​ລັງ​ໄດ້​ເວົ້າ​ເຖິງ​ວິທີ​ການ​ແຕ່ງ​ຕົວ​ຂອງ​ພວກ​ຜູ້​ນຳ​ຂອງ​ໂບດ​ຢູ່​ທີ່​ການ​ປະຊຸມ​ໜຶ່ງ​ຂອງ​ເຂົາ​ເຈົ້າ. ໜັງສື​ພິມ​ສະບັບ​ນັ້ນ​ເວົ້າ​ວ່າ: “ເຮົາ​ເຫັນ​ວ່າ​ສ່ວນ​ຫຼາຍ​ມີ​ການ​ນຸ່ງ​ເຄື່ອງ​ແບບ​ສະບາຍໆ ໂດຍ​ສະເພາະ​ເມື່ອ​ອາກາດ​ຮ້ອນ.” ແຕ່​ໜັງສື​ພິມ​ສະບັບ​ດຽວ​ກັນ​ນັ້ນ​ໄດ້​ເວົ້າ​ວ່າ​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ນຸ່ງ​ເຄື່ອງ​ແບບ​ນີ້​ຢູ່​ທີ່​ການ​ປະຊຸມ​ໃຫຍ່​ຂອງ​ເຂົາ​ເຈົ້າ. ໜັງສື​ພິມ​ນັ້ນ​ລາຍງານ​ວ່າ​ຜູ້​ຊາຍ​ທັງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່​ໄດ້​ໃສ່​ຊຸດ​ແ​ວັດ​ແລະ​ກາລະ​ວັດ ສ່ວນ​ຜູ້​ຍິງ​ທັງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່​ກໍ​ໃສ່​ກະ​ໂປ່ງ​ທີ່​ຍາວ​ພໍ​ສົມຄວນ ແຕ່​ກໍ​ທັນ​ສະໄໝ. ພະຍານ​ພະ​ເຢໂຫວາ​ຖືກ​ຍ້ອງ​ເລື້ອຍໆໃນ​ວິທີ​ທີ່​ເຂົາ​ເຈົ້າ​ແຕ່ງ​ຕົວ. ອັກຄະສາວົກ​ໂປໂລ​ເວົ້າ​ວ່າ​ເຄື່ອງ​ນຸ່ງ​ຂອງ​ຄລິດສະຕຽນ​ຄວນ​ສະແດງ​ເຖິງ ‘ຄວາມ​ລັກອາຍ [“ສຸພາບ​ຮຽບຮ້ອຍ, ທ.ປ.”] ແລະ​ສະຕິ​ອັນ​ດີ.’ (1 ຕີໂມເຕ 2:9, 10) ເຖິງ​ວ່າ​ໂປໂລ​ກຳລັງ​ເວົ້າ​ເຖິງ​ເຄື່ອງ​ນຸ່ງ​ຂອງ​ຜູ້​ຍິງ ແຕ່​ມາດຕະຖານ​ນີ້​ກໍ​ໃຊ້​ໄດ້​ສຳລັບ​ຜູ້​ຊາຍ​ເຊັ່ນ​ກັນ.

2 ເນື່ອງ​ຈາກ​ເປັນ​ພະຍານ​ພະ​ເຢໂຫວາ ດັ່ງ​ນັ້ນ ມາດຕະຖານ​ທີ່​ດີ​ໃນ​ເລື່ອງ​ການ​ແຕ່ງ​ຕົວ​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ເຮົາ ແລະ​ກໍ​ສຳຄັນ​ຕໍ່​ພະເຈົ້າ​ທີ່​ເຮົາ​ນະມັດສະການ. (ຕົ້ນເດີມ 3:21) ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ແຈ້ງ​ວ່າ​ພະ​ເຢໂຫວາ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ເອກະພົບ ພະອົງ​ມີ​ມາດຕະຖານ​ໃນ​ເລື່ອງ​ການ​ແຕ່ງ​ຕົວ​ສຳລັບ​ຜູ້​ຮັບໃຊ້​ຂອງ​ພະອົງ. ດັ່ງ​ນັ້ນ ເຄື່ອງ​ນຸ່ງ​ທີ່​ເຮົາ​ເລືອກ​ນຸ່ງ​ບໍ່​ຄວນ​ມີ​ແຕ່​ເຮົາ​ເທົ່າ​ນັ້ນ​ທີ່​ພໍ​ໃຈ ແຕ່​ສຳຄັນ​ກວ່າ​ອີກ ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ສິດທິ​ສູງ​ສຸດ​ຄວນ​ພໍ​ໃຈ​ນຳ.

3. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ແກ່​ຊາວ​ອິດສະລາແອນ?

3 ໃນ​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ມີ​ກົດ​ຕ່າງໆທີ່​ປົກ​ປ້ອງ​ຊາວ​ອິດສະລາແອນ​ໄວ້​ຈາກ​ຮູບ​ແບບ​ຊີວິດ​ທີ່​ເຮັດ​ຜິດ​ສິນລະທຳ​ຂອງ​ຊາດ​ຕ່າງໆທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ກົດ​ໝາຍ​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ກຽດ​ຊັງ​ການ​ແຕ່ງ​ຕົວ​ທີ່​ເຮັດ​ໃຫ້​ເບິ່ງ​ບໍ່​ອອກ​ວ່າ​ຄົນ​ນັ້ນ​ເປັນ​ຜູ້​ຊາຍ​ຫຼື​ເປັນ​ຜູ້​ຍິງ ເຊິ່ງ​ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ຄົນ​ທີ່​ແຕ່ງ​ຕົວ​ແບບ​ນັ້ນ. (ອ່ານ​ພະບັນຍັດ 22:5) ຈາກ​ກົດ​ໝາຍ​ນັ້ນ ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ມັກ​ເຄື່ອງ​ນຸ່ງ​ທີ່​ເຮັດ​ໃຫ້​ຜູ້​ຊາຍ​ເບິ່ງ​ຄື​ຜູ້​ຍິງ ແລະ​ເຮັດ​ໃຫ້​ຜູ້​ຍິງ​ເບິ່ງ​ຄື​ຜູ້​ຊາຍ ຫຼື​ໄຈ້​ແຍກ​ໄດ້​ຍາກ​ລະຫວ່າງ​ຜູ້​ຊາຍ​ກັບ​ຜູ້​ຍິງ.

4. ສິ່ງ​ໃດ​ຈະ​ຊ່ວຍ​ຄລິດສະຕຽນ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ໃນ​ເລື່ອງ​ການ​ແຕ່ງ​ຕົວ?

4 ຫຼັກ​ການ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ​ໃນ​ເລື່ອງ​ການ​ແຕ່ງ​ຕົວ. ຫຼັກ​ການ​ເຫຼົ່າ​ນີ້​ໃຊ້​ໄດ້​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ປະເທດ​ໃດ ວັດທະນະທຳ​ໃດ ຫຼື​ສະພາບ​ອາກາດ​ແບບ​ໃດ​ກໍ​ຕາມ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ລາຍການ​ທີ່​ຍາວໆເພື່ອ​ບອກ​ວ່າ​ເຄື່ອງ​ນຸ່ງ​ແບບ​ໃດ​ທີ່​ເໝາະ​ສົມ​ແລະ​ບໍ່​ເໝາະ​ສົມ. ເຮົາ​ພຽງ​ແຕ່​ຕ້ອງ​ເຮັດ​ຕາມ​ຫຼັກ​ການ​ຕ່າງໆໃນ​ພະ​ຄຳພີ ເຊິ່ງ​ຍັງ​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ນຸ່ງ​ເຄື່ອງ​ໃນ​ແບບ​ທີ່​ເຮົາ​ມັກ. ຂໍ​ໃຫ້​ເຮົາ​ພິຈາລະນາ​ບາງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ກຳນົດ​ໄດ້​ວ່າ: “ອັນ​ໃດ​ຄື​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ” ເມື່ອ​ເຮົາ​ຕັດສິນ​ໃຈ​ໃນ​ເລື່ອງ​ເຄື່ອງ​ນຸ່ງ.—ໂລມ 12:1, 2, ລ.ມ..

‘ເຮົາ​ຍົກ​ຍໍ [ສະແດງ] ວ່າ​ເຮົາ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ’

5, 6. ເຄື່ອງ​ນຸ່ງ​ຂອງ​ເຮົາ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄົນ​ອື່ນ?

5 ອັກຄະສາວົກ​ໂປໂລ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ກ່າວ​ເຖິງ​ຫຼັກ​ການ​ສຳຄັນ​ທີ່​ຢູ່​ໃນ 2 ໂກລິນໂທ 6:4 (ອ່ານ). ການ​ແຕ່ງ​ຕົວ​ຂອງ​ເຮົາ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ ແລະ​ຫຼາຍ​ຄົນ​ຈະ​ສະ​ຫຼຸບ​ກ່ຽວ​ກັບ​ຕົວ​ເຮົາ​ໂດຍ​ອີງ​ໃສ່​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ. (1 ຊາເມືອນ 16:7) ເນື່ອງ​ຈາກ​ວ່າ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ການ​ແຕ່ງ​ຕົວ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ພຽງ​ການ​ໃສ່​ບາງ​ສິ່ງ​ທີ່​ສະບາຍໆເຊິ່ງ​ເຮົາ​ມັກ. ເມື່ອ​ເຮົາ​ໃຊ້​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ສິ່ງ​ນັ້ນ​ຄວນ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ໃສ່​ເຄື່ອງ​ນຸ່ງ​ທີ່​ຮັດ​ຮູບ ໂຊ​ສັດ​ສ່ວນ ຫຼື​ເ​ຊັກ​ຊີ. ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຄວນ​ໃສ່​ເຄື່ອງ​ນຸ່ງ​ທີ່​ສະແດງ​ຫຼື​ເນັ້ນ​ໃຫ້​ເຫັນ​ສັດ​ສ່ວນ​ລັບ​ຕ່າງໆຂອງ​ຮ່າງກາຍ. ຄົນ​ອື່ນ​ບໍ່​ຄວນ​ຮູ້ສຶກ​ອຶດ​ອັດ​ໃຈ​ຫຼື​ບໍ່​ຄວນ​ຖືກ​ບັງຄັບ​ໃຫ້​ຫຼຽວ​ໜ້າ​ໄປ​ເບິ່ງ​ທາງ​ອື່ນ​ເມື່ອ​ເຂົາ​ເຈົ້າ​ເຫັນ​ການ​ແຕ່ງ​ຕົວ​ຂອງ​ເຮົາ.

ເມື່ອ​ເຮົາ​ແຕ່ງ​ຕົວ​ດີ ສະອາດ ຮຽບຮ້ອຍ ແລະ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ກໍ​ສຸພາບ ຜູ້​ຄົນ​ອາດ​ມີ​ຄວາມ​ນັບຖື​ຕໍ່​ເຮົາ​ຫຼາຍ​ຂຶ້ນ​ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ສິດທິ​ສູງ​ສຸດ

6 ເມື່ອ​ເຮົາ​ແຕ່ງ​ຕົວ​ດີ ສະອາດ ຮຽບຮ້ອຍ ແລະ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ກໍ​ສຸພາບ ຜູ້​ຄົນ​ອາດ​ນັບຖື​ເຮົາ​ຫຼາຍ​ຂຶ້ນ​ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ສິດທິ​ສູງ​ສຸດ. ເຂົາ​ເຈົ້າ​ອາດ​ສົນ​ໃຈ​ຫຼາຍ​ຂຶ້ນ​ໃນ​ພະເຈົ້າ​ທີ່​ເຮົາ​ນະມັດສະການ ມີ​ຄວາມ​ນັບຖື​ຫຼາຍ​ຂຶ້ນ​ຕໍ່​ອົງການ​ຂອງ​ເຮົາ ແລະ​ຢາກ​ຟັງ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຂ່າວ​ສານ​ທີ່​ຊ່ວຍ​ຊີວິດ​ໃຫ້​ລອດ.

7, 8. ໃນ​ໂອກາດ​ໃດ​ທີ່​ເຮົາ​ຕ້ອງ​ນຸ່ງ​ເຄື່ອງ​ສຸພາບ​ເປັນ​ພິເສດ?

7 ເພື່ອ​ສະແດງ​ຄວາມ​ນັບຖື​ຕໍ່​ພະເຈົ້າ​ອົງ​ບໍລິສຸດ ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ແລະ​ຜູ້​ຄົນ​ໃນ​ເຂດ​ປະກາດ ເຮົາ​ຄວນ​ນຸ່ງ​ເຄື່ອງ​ໃນ​ແບບ​ໃຫ້​ກຽດ​ພະ​ເຢໂຫວາ​ແລະ​ຂ່າວ​ສານ​ທີ່​ເຮົາ​ປະກາດ. (ໂລມ 13:8-10) ເຄື່ອງ​ນຸ່ງ​ຂອງ​ເຮົາ​ມີ​ຄວາມ​ສຳຄັນ​ເປັນ​ພິເສດ ເມື່ອ​ເຮົາ​ໄປ​ການ​ປະຊຸມ​ຂອງ​ຄລິດສະຕຽນ​ຫຼື​ເມື່ອ​ເຮົາ​ໄປ​ປະກາດ. ເຮົາ​ຄວນ​ນຸ່ງ​ເຄື່ອງ​ໃນ​ແບບ​ທີ່​ເໝາະ​ສົມ​ກັບ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ. (1 ຕີໂມເຕ 2:10) ແນ່ນອນ​ວ່າ​ເຄື່ອງ​ນຸ່ງ​ບາງ​ປະເພດ​ໃສ່​ໄດ້​ໃນ​ບາງ​ຂົງ​ເຂດ ແຕ່​ອາດ​ບໍ່​ເໝາະ​ສົມ​ທີ່​ຈະ​ໃສ່​ໃນ​ຂົງ​ເຂດ​ອື່ນ. ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ ເນື່ອງ​ຈາກ​ເປັນ​ພະຍານ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຄວນ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ບໍ່​ພໍ​ໃຈ​ຍ້ອນ​ເຄື່ອງ​ນຸ່ງ​ຂອງ​ເຮົາ.

ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ນັບຖື​ພະເຈົ້າ​ຜູ້​ທີ່​ເຈົ້າ​ເປັນ​ຕົວ​ແທນ​ບໍ? (ເບິ່ງ​ຂໍ້ 7, 8)

8 ອ່ານ 1 ໂກລິນໂທ 10:31. ເມື່ອ​ເຮົາ​ໄປ​ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ເຄື່ອງ​ນຸ່ງ​ຂອງ​ເຮົາ​ຕ້ອງ​ສຸພາບ​ແລະ​ເໝາະ​ສົມ ແທນ​ທີ່​ເຮົາ​ຈະ​ສະທ້ອນ​ເຖິງ​ການ​ນຸ່ງ​ເຄື່ອງ​ແບບ​ເລີຍ​ເຖີດ​ທີ່​ຄົນ​ໃນ​ໂລກ​ນີ້​ມັກ​ນຸ່ງ. ແມ່ນ​ແຕ່​ກ່ອນ​ຫຼື​ພາຍ​ຫຼັງ​ການ​ປະຊຸມ ແລະ​ເມື່ອ​ເຮົາ​ແຈ້ງ​ເຂົ້າ​ຫຼື​ແຈ້ງ​ອອກ​ຢູ່​ໂຮງ​ແຮມ ເຮົາ​ຄວນ​ແນ່​ໃຈ​ວ່າ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ບໍ່ເປັນ​ແບບ​ສະບາຍໆຈົນ​ເກີນ​ໄປ​ຫຼື​ຫຼົມ​ຕ່າມ​ຍາມ​ໂພດ. ເມື່ອ​ເຮົາ​ນຸ່ງ​ເຄື່ອງ​ແບບ​ສຸພາບ​ແລະ​ເໝາະ​ສົມ ເຮົາ​ກໍ​ພູມ​ໃຈ​ທີ່​ຈະ​ບອກ​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ເຮົາ​ກໍ​ຮູ້ສຶກ​ວ່າ​ພ້ອມ​ທີ່​ຈະ​ປະກາດ​ໃນ​ທຸກ​ເວລາ.

9, 10. ເປັນ​ຫຍັງ​ຄຳ​ເວົ້າ​ໃນ​ຟີລິບ 2:4 ຄວນ​ມີ​ຜົນ​ກະທົບ​ຕໍ່​ເຄື່ອງ​ນຸ່ງ​ທີ່​ເຮົາ​ນຸ່ງ?

9 ອ່ານ​ຟີລິບ 2:4. ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ວ່າ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ? ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ວ່າ: “ເຫດ​ສັນນີ້​ສ່ວນ​ອາການ​ຂອງ​ທ່ານ​ທັງ​ຫຼາຍ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຈົ່ງ​ກະທຳ​ໃຫ້​ຕາຍ​ເຖີ້ນ ຄື​ວ່າ​ການ​ຜິດ​ຊາຍ​ຍິງ ການ​ຂີ້ດຽດ ຄວາມ​ຕັນຫາ ຄວາມ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ.” (ໂກໂລດ 3:2, 5) ພີ່​ນ້ອງ​ຊາຍ​ຍິງ​ບາງ​ຄົນ​ໄດ້​ເຊົາ​ໃຊ້​ຊີວິດ​ທີ່​ຜິດ​ສິນລະທຳ​ທາງ​ເພດ ແຕ່​ເຂົາ​ເຈົ້າ​ອາດ​ຍັງ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆນັ້ນ​ຢູ່. ຖ້າ​ເຮົາ​ບໍ່​ລະວັງ ວິທີ​ທີ່​ເຮົາ​ແຕ່ງ​ຕົວ​ອາດ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ຫຼາຍ​ຂຶ້ນ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ເຫຼົ່າ​ນັ້ນ. (1 ໂກລິນໂທ 6:9, 10) ເຮົາ​ຄົງ​ບໍ່​ຢາກ​ເຮັດ​ໃຫ້​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ຍາກ​ຂຶ້ນ​ກວ່າ​ເກົ່າ​ແມ່ນ​ບໍ?

10 ເມື່ອ​ຢູ່​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ເຮົາ​ກໍ​ປອດໄພ​ຈາກ​ຄົນ​ທີ່​ສົ່ງເສີມ​ເລື່ອງ​ທີ່​ຜິດ​ສິນລະທຳ​ທາງ​ເພດ. ວິທີ​ທີ່​ເຮົາ​ແຕ່ງ​ຕົວ​ຄວນ​ຊ່ວຍ​ເສີມ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະອາດ​ແບບ​ນີ້ ບໍ່​ວ່າ​ເຮົາ​ຈະ​ຢູ່​ການ​ປະຊຸມ​ຫຼື​ຢູ່​ບ່ອນ​ອື່ນ. ເຖິງ​ວ່າ​ເຮົາ​ມີ​ອິດ​ສະລະ​ໃນ​ການ​ເລືອກ​ເຄື່ອງ​ນຸ່ງ ແຕ່​ເຮົາ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ນຸ່ງ​ເຄື່ອງ​ໃນ​ແບບ​ທີ່​ເຮັດ​ໃຫ້​ງ່າຍ​ຂຶ້ນ​ສຳລັບ​ຄົນ​ອື່ນ​ເພື່ອ​ຈະ​ຮັກສາ​ຄວາມ​ຄິດ ຄຳ​ເວົ້າ ແລະ​ການ​ປະພຶດ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. (1 ເປໂຕ 1:15, 16) ຮັກ​ແທ້ “ບໍ່​ເຮັດ​ໃຫ້​ເກີດ​ຄວາມ​ອັບອາຍ ບໍ່​ເຫັນ​ແກ່​ຕົວ.”—1 ໂກລິນໂທ 13:4, 5, ທ.ປ.

ເຄື່ອງ​ນຸ່ງ​ທີ່​ເໝາະ​ກັບ​ເວລາ​ແລະ​ສະຖານ​ທີ່

11, 12. ຄຳ​ເວົ້າ​ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 3:1, 17 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ມີ​ເຫດຜົນ?

11 ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ເຄື່ອງ​ນຸ່ງ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສຳນຶກ​ວ່າ: “ມີ​ເວລາ​ກຳນົດ​ໄວ້​ສຳລັບ . . . ກິດຈະການ​ທຸກ​ຢ່າງ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:1, 17) ເປັນ​ເລື່ອງ​ທີ່​ເຂົ້າ​ໃຈ​ໄດ້​ວ່າ ສະພາບ​ອາກາດ ລະດູ​ການ ສະພາບ​ຄວາມ​ເປັນ​ຢູ່ ແລະ​ສະພາບການ​ທີ່​ແຕກຕ່າງ​ກັນ​ໄປ​ອາດ​ມີ​ຜົນ​ກະທົບ​ຕໍ່​ເຄື່ອງ​ນຸ່ງ​ຂອງ​ເຮົາ. ແຕ່​ມາດຕະຖານ​ຂອງ​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ​ແປງ​ໄປ​ຕາມ​ສິ່ງ​ໃດໆ.—ມາລາກີ 3:6

ມາດຕະຖານ​ຂອງ​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ​ແປງ

12 ໃນ​ລະດູ​ຮ້ອນ ເປັນ​ເລື່ອງ​ທ້າທາຍ​ເປັນ​ພິເສດ​ທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ນຸ່ງ​ຂອງ​ເຮົາ​ສຸພາບ​ແລະ​ຮຽບຮ້ອຍ. ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ຮູ້​ຄຸນຄ່າ​ເມື່ອ​ເຮົາ​ບໍ່​ນຸ່ງ​ເຄື່ອງ​ທີ່​ຮັດ​ຫຼື​ຫຼົມ​ເກີນ​ໄປ​ເຊິ່ງ​ເປັນ​ແບບ​ໂປ້ໆ. (ໂຢບ 31:1) ນອກ​ຈາກ​ນັ້ນ ເມື່ອ​ໄປ​ພັກຜ່ອນ​ຢູ່​ແຄມ​ທະເລ​ຫຼື​ຢູ່​ສະ​ລອຍ​ນໍ້າ ຊຸດ​ລອຍ​ນໍ້າ​ຂອງ​ເຮົາ​ກໍ​ຄວນ​ສຸພາບ. (ສຸພາສິດ 11:2, 20) ເຖິງ​ວ່າ​ຫຼາຍ​ຄົນ​ໃນ​ໂລກ​ນີ້​ໃສ່​ຊຸດ​ລອຍ​ນໍ້າ​ທີ່​ໂປ້ ແຕ່​ເຮົາ​ຄວນ​ແນ່​ໃຈ​ວ່າ​ການ​ເລືອກ​ຂອງ​ເຮົາ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ​ພະເຈົ້າ​ອົງ​ບໍລິສຸດ.

13. ເປັນ​ຫຍັງ​ຄຳ​ແນະນຳ​ໃນ 1 ໂກລິນໂທ 10:32, 33 ຄວນ​ມີ​ຜົນ​ກະທົບ​ຕໍ່​ການ​ເລືອກ​ເຄື່ອງ​ນຸ່ງ​ຂອງ​ເຮົາ?

13 ມີ​ຫຼັກ​ການ​ໜຶ່ງ​ອີກ​ທີ່​ສຳຄັນ​ເຊິ່ງ​ຄວນ​ມີ​ຜົນ​ກະທົບ​ຕໍ່​ການ​ເລືອກ​ເຄື່ອງ​ນຸ່ງ​ຂອງ​ເຮົາ. ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ຜິດ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ. (ອ່ານ 1 ໂກລິນໂທ 10:32, 33) ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຈະ​ຫຼີກ​ລ່ຽງ​ການ​ໃສ່​ເຄື່ອງ​ນຸ່ງ​ທີ່​ອາດ​ເຮັດ​ໃຫ້​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແລະ​ລວມ​ເຖິງ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຮູ້ສຶກ​ບໍ່​ພໍ​ໃຈ. ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ເຮົາ​ທຸກ​ຄົນ​ຈົ່ງ​ຊອກ​ຫາ​ເປັນ​ທີ່​ຊອບ​ແກ່​ເພື່ອນ​ບ້ານ​ໃນ​ການ​ດີ​ເພື່ອ​ຈະ​ໃຫ້​ເຂົາ​ຈຳເລີນ​ຂຶ້ນ.” ໂປໂລ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ເພາະ​ວ່າ​ພະ​ຄລິດ​ບໍ່​ໄດ້​ກະທຳ​ຕາມ​ຊອບ​ໃຈ​ຂອງ​ພະອົງ​ເອງ.” (ໂລມ 15:2, 3) ເຊັ່ນ​ດຽວ​ກັບ​ພະ​ເຍຊູ ເຮົາ​ຄວນ​ຖື​ວ່າ​ການ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະເຈົ້າ​ແລະ​ການ​ຊ່ວຍ​ຄົນ​ອື່ນ​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ຄວາມ​ມັກ​ສ່ວນ​ຕົວ. ດັ່ງ​ນັ້ນ ເຮົາ​ຈະ​ບໍ່​ເລືອກ​ໃສ່​ເຄື່ອງ​ນຸ່ງ​ທີ່​ເຮົາ​ມັກ​ແຕ່​ອາດ​ຂັດ​ຂວາງ​ຜູ້​ຄົນ​ໄວ້​ຈາກ​ການ​ຟັງ​ຂ່າວ​ສານ​ຂອງ​ເຮົາ.

14. ພໍ່​ແມ່​ຈະ​ຝຶກ​ສອນ​ລູກ​ແນວ​ໃດ​ໃຫ້​ສັນລະເສີນ​ພະເຈົ້າ​ດ້ວຍ​ວິທີ​ທີ່​ເຂົາ​ເຈົ້າ​ນຸ່ງ​ເຄື່ອງ?

14 ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ສອນ​ລູກ​ໃຫ້​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ສິ່ງ​ນີ້​ໝາຍ​ເຖິງ​ການ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ທັງ​ພໍ່​ແມ່​ແລະ​ລູກ​ພະຍາຍາມ​ເຮັດ​ໃຫ້​ພະເຈົ້າ​ຍິນດີ​ດ້ວຍ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ທີ່​ສຸພາບ​ຂອງ​ເຂົາ​ເຈົ້າ. (ສຸພາສິດ 22:6; 27:11) ພໍ່​ແມ່​ຈະ​ຝຶກ​ສອນ​ລູກ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ນັບຖື​ຕໍ່​ພະເຈົ້າ​ອົງ​ບໍລິສຸດ​ແລະ​ຕໍ່​ມາດຕະຖານ​ຕ່າງໆຂອງ​ພະອົງ? ພໍ່​ແມ່​ຄວນ​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ. ນອກ​ຈາກ​ນັ້ນ ພໍ່​ແມ່​ຄວນ​ສອນ​ລູກ​ດ້ວຍ​ຄວາມ​ຮັກ​ວ່າ​ຈະ​ຊອກ​ເຄື່ອງ​ນຸ່ງ​ທີ່​ເໝາະ​ສົມ​ໄດ້​ຢູ່​ໃສ​ແລະ​ໂດຍ​ວິທີ​ໃດ. ລູກ​ບໍ່​ຄວນ​ເລືອກ​ເຄື່ອງ​ນຸ່ງ​ພຽງ​ຍ້ອນ​ວ່າ​ເຂົາ​ເຈົ້າ​ມັກ​ເຄື່ອງ​ເຫຼົ່າ​ນັ້ນ ແຕ່​ສຳຄັນ​ຫຼາຍ​ກວ່າ​ອີກ ເຂົາ​ເຈົ້າ​ຄວນ​ເລືອກ​ເຄື່ອງ​ນຸ່ງ​ທີ່​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຂົາ​ເຈົ້າ​ເປັນ​ຕົວ​ແທນ.

ໃຊ້​ອິດ​ສະລະ​ຂອງ​ເຈົ້າ​ຢ່າງ​ສຸຂຸມ

15. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເລືອກ​ຢ່າງ​ສຸຂຸມ?

15 ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ໃຊ້​ການ​ໄດ້​ແທ້​ເຊິ່ງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເລືອກ​ຢ່າງ​ສຸຂຸມ​ເພື່ອ​ຈະ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະ​ເຢໂຫວາ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຄື່ອງ​ນຸ່ງ​ຂອງ​ເຮົາ​ກໍ​ສະທ້ອນ​ເຖິງ​ຄວາມ​ມັກ​ສ່ວນ​ຕົວ​ຂອງ​ເຮົາ. ເຄື່ອງ​ນຸ່ງ​ທີ່​ເຮົາ​ມັກ​ແລະ​ສາມາດ​ຊື້​ໄດ້​ອາດ​ແຕກຕ່າງ​ຈາກ​ຄົນ​ອື່ນ ແຕ່​ເຄື່ອງ​ນຸ່ງ​ນັ້ນ​ຄວນ​ສະອາດ ຮຽບຮ້ອຍ ສຸພາບ ເໝາະ​ສົມ​ກັບ​ກາລະ​ເທ​ສະ ແລະ​ເປັນ​ທີ່​ຍອມ​ຮັບ​ໄດ້​ໃນ​ທ້ອງຖິ່ນ.

16. ເປັນ​ຫຍັງ​ຈຶ່ງ​ຄຸ້ມ​ຄ່າ​ທີ່​ຈະ​ພະຍາຍາມ​ນຸ່ງ​ເຄື່ອງ​ໃນ​ແບບ​ທີ່​ເໝາະ​ສົມ?

16 ບໍ່​ງ່າຍ​ສະເໝີ​ໄປ​ທີ່​ຈະ​ຊອກ​ຫາ​ເຄື່ອງ​ນຸ່ງ​ທີ່​ສຸພາບ​ແລະ​ເໝາະ​ສົມ ເພາະ​ຫຼາຍ​ຮ້ານ​ຂາຍ​ສະເພາະ​ເຄື່ອງ​ນຸ່ງ​ທີ່​ຜູ້​ຄົນ​ນິຍົມ​ເທົ່າ​ນັ້ນ. ດັ່ງ​ນັ້ນ​ອາດ​ຕ້ອງ​ໄດ້​ໃຊ້​ເວລາ​ແລະ​ຄວາມ​ພະ​ຍາມ​ຫຼາຍ​ເພື່ອ​ຈະ​ຊອກ​ຊື້​ກະ​ໂປ່ງ ເສື້ອ ຊຸດ​ກະ​ໂປ່ງ ຫຼື​ເພື່ອ​ເລືອກ​ຊຸດ​ແ​ວັດ​ແລະ​ໂສ້ງ​ທີ່​ບໍ່​ຮັດ​ເກີນ​ໄປ. ແຕ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ສັງເກດ​ເຫັນ​ແລະ​ຮູ້​ຄຸນຄ່າ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ນຸ່ງ​ເຄື່ອງ​ທີ່​ງາມ​ແລະ​ເໝາະ​ສົມ. ຄຸ້ມ​ຄ່າ​ແທ້ໆທີ່​ເຮົາ​ເສຍ​ສະລະ​ຄວາມ​ມັກ​ຂອງ​ເຮົາ​ໃນ​ເລື່ອງ​ການ​ແຕ່ງ​ຕົວ ເພາະ​ການ​ເຮັດ​ແບບ​ນີ້​ຈະ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພໍ່​ທີ່​ຮັກ​ຂອງ​ເຮົາ.

17. ສິ່ງ​ໃດ​ອາດ​ມີ​ຜົນ​ຕໍ່​ການ​ເລືອກ​ຂອງ​ພີ່​ນ້ອງ​ຊາຍ​ວ່າ​ຈະ​ຈົ່ງ​ໜວດ​ຫຼື​ບໍ່?

17 ເປັນ​ເລື່ອງ​ເໝາະ​ສົມ​ບໍ​ທີ່​ພີ່​ນ້ອງ​ຊາຍ​ຈະ​ຈົ່ງ​ໜວດ? ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ຮຽກ​ຮ້ອງ​ໃຫ້​ຜູ້​ຊາຍ​ຈົ່ງ​ໜວດ. ແຕ່​ຄລິດສະຕຽນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ນັ້ນ​ຫຼື​ບໍ່​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ຕາມ​ກົດ​ໝາຍ​ນັ້ນ. (ພວກເລວີ 19:27; 21:5; ຄາລາຊີ 3:24, 25) ໃນ​ບາງ​ວັດທະນະທຳ ການ​ຈົ່ງ​ໜວດ​ທີ່​ຕັດ​ເປັນ​ລະບຽບ​ຮຽບຮ້ອຍ​ອາດ​ເປັນ​ສິ່ງ​ທີ່​ເໝາະ​ສົມ​ແລະ​ຍອມ​ຮັບ​ໄດ້ ແລະ​ອາດ​ບໍ່​ໄດ້​ຂັດ​ຂວາງ​ຜູ້​ຄົນ​ຈາກ​ການ​ຟັງ​ຂ່າວ​ສານ​ຂອງ​ເຮົາ. ທີ່​ຈິງ​ແລ້ວ ພີ່​ນ້ອງ​ຊາຍ​ບາງ​ຄົນ​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ມີ​ຄວາມ​ຮັບ​ຊອບ​ໃນ​ປະຊາຄົມ ເຂົາ​ເຈົ້າ​ກໍ​ຈົ່ງ​ໜວດ ແຕ່​ບາງ​ຄົນ​ອາດ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ຈົ່ງ​ເລີຍ. (1 ໂກລິນໂທ 8:9, 13; 10:32) ໃນ​ວັດທະນະທຳ​ອື່ນ​ຫຼື​ສະຖານ​ທີ່​ອື່ນ ບໍ່​ມີ​ທຳນຽມ​ເລື່ອງ​ການ​ຈົ່ງ​ໜວດ​ແລະ​ຖື​ວ່າ​ບໍ່​ເໝາະ​ສົມ​ທີ່​ພະຍານ​ພະ​ເຢໂຫວາ​ຈະ​ເຮັດ​ແບບ​ນັ້ນ. ທີ່​ຈິງ ການ​ຈົ່ງ​ໜວດ​ອາດ​ຂັດ​ຂວາງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຈາກ​ການ​ນຳ​ຄຳ​ສັນລະເສີນ​ມາ​ສູ່​ພະເຈົ້າ​ແລະ​ຈາກ​ການ​ເປັນ​ຄົນ “ປາສະຈາກ​ຕິຕຽນ.”—1 ຕີໂມເຕ 3:2, 7; ໂລມ 15:1-3

18, 19. ມີເກ 6:8 ຊ່ວຍ​ເຮົາ​ແນວ​ໃດ?

18 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ບໍ່​ໄດ້​ຈັດ​ໃຫ້​ມີ​ລາຍການ​ທີ່​ຍາວໆເພື່ອ​ບອກ​ວ່າ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ແບບ​ໃດ​ທີ່​ເໝາະ​ສົມ​ແລະ​ບໍ່​ເໝາະ​ສົມ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ພະອົງ​ໃຫ້​ເຮົາ​ມີ​ອິດ​ສະລະ​ທີ່​ຈະ​ຕັດສິນ​ໃຈ​ຢ່າງ​ມີ​ເຫດຜົນ​ໂດຍ​ອີງ​ໃສ່​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເມື່ອ​ເຮົາ​ຕັດສິນ​ໃຈ​ໃນ​ເລື່ອງ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢາກ​ເປັນ​ຄົນ​ຖ່ອມ​ຕົວ​ໃນ​ຂະນະ​ທີ່​ຮັບໃຊ້​ພະເຈົ້າ​ຂອງ​ເຮົາ.—ມີເກ 6:8

19 ເຮົາ​ຍອມ​ຮັບ​ຢ່າງ​ຖ່ອມ​ໃຈ​ວ່າ​ພະ​ເຢໂຫວາ​ສະອາດ​ແລະ​ບໍລິສຸດ ແລະ​ມາດຕະຖານ​ຕ່າງໆຂອງ​ພະອົງ​ເປັນ​ສິ່ງ​ຊີ້​ນຳ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ. ຖ້າ​ເຮົາ​ຢາກ​ເປັນ​ຄົນ​ສຸພາບ​ແລະ​ຖ່ອມ​ຕົວ ເຮົາ​ກໍ​ຈະ​ເຮັດ​ຕາມ​ມາດຕະຖານ​ຕ່າງໆຂອງ​ພະອົງ​ໃນ​ຊີວິດ​ຂອງ​ເຮົາ. ນອກ​ຈາກ​ນັ້ນ ຄວາມ​ຖ່ອມ​ຕົວ​ຈະ​ຊ່ວຍ​ເຮົາ​ໃຫ້​ນັບຖື​ຄວາມ​ຮູ້ສຶກ​ແລະ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ.

20. ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ​ຂອງ​ເຮົາ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄົນ​ອື່ນ?

20 ເຄື່ອງ​ນຸ່ງ​ຂອງ​ເຮົາ​ຄວນ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ​ເຮົາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ. ພະອົງ​ມີ​ມາດຕະຖານ​ທີ່​ສູງ ແລະ​ເຮົາ​ກໍ​ຍິນດີ​ທີ່​ຈະ​ເຮັດ​ຕາມ​ມາດຕະຖານ​ເຫຼົ່າ​ນັ້ນ. ໂດຍ​ທົ່ວໄປ​ແລ້ວ ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ສຳລັບ​ການ​ນຸ່ງ​ເຄື່ອງ​ແລະ​ການ​ປະພຶດ​ທີ່​ດີ​ຂອງ​ເຂົາ​ເຈົ້າ ເຊິ່ງ​ດຶງ​ດູດ​ຄົນ​ທີ່​ມີ​ຫົວໃຈ​ສັດ​ຊື່​ໃຫ້​ມາ​ຮູ້ຈັກ​ຂ່າວ​ສານ​ທີ່​ຊ່ວຍ​ຊີວິດ​ເຊິ່ງ​ມີ​ໃນ​ຄຳພີ​ໄບເບິນ ແລະ​ນຳ​ຄຳ​ສັນລະເສີນ​ແລະ​ຄວາມ​ຍິນດີ​ມາ​ສູ່​ພະ​ເຢໂຫວາ. ເມື່ອ​ເຮົາ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ໃນ​ເລື່ອງ​ເຄື່ອງ​ນຸ່ງ​ຂອງ​ເຮົາ ເຮົາ​ຈະ​ນຳ​ຄຳ​ສັນລະເສີນ​ຕໍ່ໆໄປ​ມາ​ສູ່​ພະ​ເຢໂຫວາ​ຜູ້​ທີ່​ນຸ່ງ​ຫົ່ມ​ດ້ວຍ “ອານຸພາບ [“ກຽດຕິຍົດ, ທ.ປ.”] ກັບ​ລັດ​ສະໝີ​ອັນ​ຮຸ່ງເຮືອງ.”—ຄຳເພງ 104:1, 2