ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ”

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເຫບເລີ 4:12 ບອກ​ວ່າ: “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ [“ພະລັງ, ລ.ມ.”].” ພະ​ຄຳ​ຂອງ​ພະເຈົ້າ​ໃນ​ຂໍ້​ນີ້​ໝາຍ​ເຖິງ​ຫຍັງ?

ແວດ​ບົດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ໂປໂລ​ກຳລັງ​ເວົ້າ​ເຖິງ​ສິ່ງ​ທີ່​ພະເຈົ້າ​ບອກ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະອົງ ເຊິ່ງ​ເຮົາ​ຊອກ​ອ່ານ​ໄດ້​ໃນ​ຄຳພີ​ໄບເບິນ.

ໜັງສື​ຕ່າງໆຂອງ​ອົງການ​ມັກ​ກ່າວ​ເຖິງ​ເຫບເລີ 4:12 ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ມີ​ພະລັງ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ຄົນ​ໄດ້ ແລະ​ການ​ອະທິບາຍ​ແບບ​ນັ້ນ​ກໍ​ຖືກຕ້ອງ. ແຕ່​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ເຊັ່ນ​ກັນ ຖ້າ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ໂປໂລ​ກຳລັງ​ເວົ້າ​ເຖິງ​ເມື່ອ​ຂຽນ​ເຫບເລີ 4:12. ລາວ​ກຳລັງ​ພະຍາຍາມ​ກະຕຸ້ນ​ຄລິດສະຕຽນ​ຊາວ​ເຫບເລີ​ໃຫ້​ເຮັດ​ສອດຄ່ອງ​ກັບ​ຈຸດ​ປະສົງ​ຂອງ​ພະເຈົ້າ ເຊິ່ງ​ຈຸດ​ປະສົງ​ຫຼາຍ​ຢ່າງ​ແມ່ນ​ຢູ່​ໃນ​ສ່ວນ​ຕ່າງໆຂອງ​ພະ​ຄຳພີ. ໂປໂລ​ໃຊ້​ຕົວຢ່າງ​ຂອງ​ຊາວ​ອິດສະລາແອນ​ທີ່​ພະເຈົ້າ​ໄດ້​ປົດ​ປ່ອຍ​ອອກ​ຈາກ​ເອຢິບ. ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ມີ ‘ນໍ້າ​ນົມ​ແລະ​ນໍ້າ​ເຜີ້ງ​ບໍລິບູນ’ ເຊິ່ງ​ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ຢຸດ​ພັກ​ທີ່​ແທ້​ຈິງ.—ອົບພະຍົບ 3:8; ພະບັນຍັດ 12:9, 10

ນີ້​ເປັນ​ຈຸດ​ປະສົງ​ຂອງ​ພະເຈົ້າ. ແຕ່​ຊາວ​ອິດສະລາແອນ​ບໍ່​ໄດ້​ສະແດງ​ຄວາມ​ເຊື່ອ​ແລະ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ ດັ່ງ​ນັ້ນ ເຂົາ​ເຈົ້າ​ສ່ວນ​ຫຼາຍ​ຈຶ່ງ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ. (ຈົດເຊັນບັນຊີ 14:30; ໂຢຊວຍ 14:6-10) ແຕ່​ໂປໂລ​ຍັງ​ເວົ້າ​ຕື່ມ​ອີກ​ວ່າ: “ຍັງ​ມີ​ຄຳ​ສັນຍາ​ທີ່​ຈະ​ໃຫ້​ເຂົ້າ​ໄປ​ໃນ​ທີ່​ຢຸດ​ພັກ​ຂອງ​ພະເຈົ້າ, ລ.ມ.” (ເຫບເລີ 3:16-19; 4:1) ເຫັນ​ໄດ້​ແຈ້ງ​ວ່າ “ຄຳ​ສັນຍາ” ນັ້ນ​ເປັນ​ສ່ວນ​ໜຶ່ງ​ໃນ​ສິ່ງ​ທີ່​ພະເຈົ້າ​ເປີດ​ເຜີຍ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະອົງ. ຄື​ກັບ​ຄລິດສະຕຽນ​ຊາວ​ເຫບເລີ ເຮົາ​ຄວນ​ຮຽນ​ຮູ້​ແລະ​ເຮັດ​ສອດຄ່ອງ​ກັບ​ຈຸດ​ປະສົງ​ນັ້ນ. ເພື່ອ​ເນັ້ນ​ວ່າ​ຄຳ​ສັນຍາ​ນີ້​ມີ​ພື້ນຖານ​ມາ​ຈາກ​ພະ​ຄຳພີ ໂປໂລ​ຈຶ່ງ​ຍົກ​ບາງ​ສ່ວນ​ຈາກ​ຕົ້ນເດີມ 2:2 ແລະ​ຄຳເພງ 95:11.

ເຮົາ​ດີ​ໃຈ​ຫຼາຍ​ທີ່ “ຍັງ​ມີ​ຄຳ​ສັນຍາ​ທີ່​ຈະ​ໃຫ້​ເຂົ້າ​ໄປ​ໃນ​ທີ່​ຢຸດ​ພັກ​ຂອງ​ພະເຈົ້າ.” ເຮົາ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ການ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ພະເຈົ້າ​ແມ່ນ​ເປັນ​ໄປ​ໄດ້​ແທ້ໆ ແລະ​ເຮົາ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງໆເພື່ອ​ຈະ​ເຂົ້າ​ໄປ​ທີ່​ນັ້ນ. ເຮົາ​ພະຍາຍາມ​ເຮັດ​ສິ່ງ​ຕ່າງໆເພື່ອ​ຈະ​ໄດ້​ເຂົ້າ​ໄປ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ ຫຼື​ເຮັດ​ສິ່ງ​ດີໆພຽງ​ເພື່ອ​ຈະ​ໃຫ້​ພະ​ເຢໂຫວາ​ຍອມ​ຮັບ. ແຕ່​ຍ້ອນ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຍິນດີ​ເຮັດ​ສອດຄ່ອງ​ກັບ​ຈຸດ​ປະສົງ​ຂອງ​ພະອົງ​ແລະ​ຈະ​ພະຍາຍາມ​ເຮັດ​ຕໍ່ໆໄປ. ຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ແລະ​ຮຽນ​ຮູ້​ໃນ​ສິ່ງ​ທີ່​ພະເຈົ້າ​ເປີດ​ເຜີຍ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະອົງ. ການ​ຮຽນ​ຮູ້​ນີ້​ໄດ້​ກະຕຸ້ນ​ຫຼາຍ​ຄົນ​ໃຫ້​ປ່ຽນ​ແປງ​ຊີວິດ​ຂອງ​ເຂົາ​ເຈົ້າ ສະແດງ​ຄວາມ​ເຊື່ອ ແລະ​ຮັບ​ບັບເຕມາ. ການ​ປ່ຽນ​ແປງ​ແບບ​ນີ້​ເປັນ​ຫຼັກ​ຖານ​ພິສູດ​ຢ່າງ​ຊັດເຈນ​ວ່າ: “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ດ້ວຍ​ລິດເດດ [“ພະລັງ, ລ.ມ.”].” ສິ່ງ​ທີ່​ພະເຈົ້າ​ເປີດ​ເຜີຍ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະອົງ​ໄດ້​ມີ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ເຮົາ ແລະ​ສິ່ງ​ນີ້​ຈະ​ມີ​ພະລັງ​ກະຕຸ້ນ​ຊີວິດ​ເຮົາ​ຕໍ່ໆໄປ.