ຫໍສັງເກດການສະບັບສຶກສາ ກັນຍາ 2017

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 23 ຕຸລາ-26 ພະຈິກ 2017.

ຝຶກ​ຄວບຄຸມ​ຕົວ​ເອງ

ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ພັດທະນາ​ແລະ​ຝຶກ​ຄຸນ​ລັກສະນະ​ການ​ຄວບຄຸມ​ຕົວ​ເອງ​ແນວ​ໃດ? ເປັນ​ຫຍັງ​ຄລິດສະຕຽນ​ຕ້ອງ​ຝຶກ​ຄວບຄຸມ​ຕົວ​ເອງ?

ຮຽນ​ແບບ​ຄວາມ​ອີ່ດູ​ສົງສານ​ຂອງ​ພະ​ເຢໂຫວາ

ໃນ​ໂອກາດ​ໜຶ່ງ ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ຕົວ​ເອງ​ຕໍ່​ໂມເຊ​ໂດຍ​ບອກ​ຊື່​ແລະ​ຄຸນ​ລັກສະນະ​ບາງ​ຢ່າງ​ຂອງ​ພະອົງ. ຄຸນ​ລັກສະນະ​ທຳອິດ​ທີ່​ພະເຈົ້າ​ເວົ້າ​ເຖິງ​ແມ່ນ​ຄວາມ​ອີ່ດູ​ສົງສານ​ຂອງ​ພະອົງ. ຄຸນ​ລັກສະນະ​ນີ້​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ເຈົ້າ​ຄວນ​ສົນ​ໃຈ​ໃນ​ເລື່ອງ​ນີ້?

“ພະ​ຄຳ​ແຫ່ງ​ພະເຈົ້າ​ຂອງ​ເຮົາ​ກໍ​ຕັ້ງ​ຢູ່​ສືບໆ​ໄປ​ເປັນ​ນິດ”

ຫຼັງ​ຈາກ​ແປ​ແລ້ວ ຄຳພີ​ໄບເບິນ​ຍັງ​ເປັນ​ໜັງສື​ທີ່​ຂາຍ​ດີ​ທີ່​ສຸດ​ເປັນ​ເວລາ​ຫຼາຍ​ສະຕະວັດ ເຖິງ​ວ່າ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ພາສາ ສະພາບການ​ທາງ​ການ​ເມືອງ ແລະ​ການ​ຕໍ່​ຕ້ານ​ການ​ແປ​ຄຳພີ​ໄບເບິນ.

ພະ​ຄຳ​ຂອງ​ພະເຈົ້າ​ມີ​ພະລັງ

ຫຼາຍ​ຄົນ​ທີ່​ສຶກສາ​ຄຳພີ​ໄບເບິນ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ. ອັນ​ໃດ​ຄື​ສິ່ງ​ຈຳເປັນ​ເພື່ອ​ຈະ​ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ມີ​ຜົນ​ຕໍ່​ຊີວິດ​ເຮົາ?

ຈົ່ງ​ກ້າຫານ​ແລະ​ລົງ​ມື​ເຮັດ

ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ ແລະ​ເຮົາ​ຈະ​ໄດ້​ຄວາມ​ກ້າຫານ​ຈາກ​ໃສ?