ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົ່ງ​ກ້າຫານ​ແລະ​ລົງ​ມື​ເຮັດ

ຈົ່ງ​ກ້າຫານ​ແລະ​ລົງ​ມື​ເຮັດ

“ເຈົ້າ​ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ [“ກ້າຫານ,” ລ.ມ.] ແລະ​ຕັ້ງ​ໝັ້ນ​ຄົງ​ຢູ່​ແລະ​ຈົ່ງ​ເຮັດ​ການ. ຢ່າຊູ່​ກົວ​ຢ່າຊູ່​ຢ້ານ​ເຫດ​ວ່າ​ພະ​ເຢໂຫວາ . . . ຈະ​ສະຖິດ​ຢູ່​ຝ່າຍ​ເຈົ້າ.”—1 ຂ່າວຄາວ 28:20

ເພງ: 38, 34

1, 2. (ກ) ຊາໂລໂມນ​ໄດ້​ຮັບ​ວຽກ​ມອບ​ໝາຍ​ຫຍັງ​ທີ່​ສຳຄັນ? (ຂ) ເປັນ​ຫຍັງ​ດາວິດ​ເປັນ​ຫ່ວງ​ຊາໂລໂມນ?

ຊາໂລໂມນ​ໄດ້​ຮັບ​ວຽກ​ມອບ​ໝາຍ​ພິເສດ. ພະ​ເຢໂຫວາ​ໄດ້​ເລືອກ​ລາວ​ໃຫ້​ເປັນ​ຜູ້​ເບິ່ງ​ແຍງ​ການ​ສ້າງ​ວິຫານ​ໃນ​ເມືອງ​ເຢຣຶຊາເລມ ເຊິ່ງ​ເປັນ​ໜຶ່ງ​ໃນ​ໂຄງການ​ກໍ່​ສ້າງ​ທີ່​ສຳຄັນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ! ວິຫານ​ນີ້​ຈະ “ຍິ່ງໃຫຍ່​ແລະ​ສະຫງ່າ​ງາມ” ແລະ​ຄວາມ​ງົດງາມ​ຂອງ​ວິຫານ​ນີ້​ຈະ​ມີ​ຊື່ສຽງ​ໂດ່ງ​ດັງ. ທີ່​ສຳຄັນ​ທີ່​ສຸດ ວິຫານ​ນີ້​ຈະ​ເປັນ “ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ [ທ່ຽງ​ແທ້ ລ.ມ.].”—1 ຂ່າວຄາວ 22:1, 5, ລ.ມ., 9-11

2 ກະສັດ​ດາວິດ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ຊ່ວຍ​ເຫຼືອ​ຊາໂລໂມນ. ແຕ່​ລາວ​ກໍ​ເປັນ​ຫ່ວງ​ເພາະ​ຊາໂລໂມນ “ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ.” ລາວ​ຈະ​ກ້າ​ຮັບ​ວຽກ​ມອບ​ໝາຍ​ທີ່​ສຳຄັນ​ນີ້​ບໍ? ຫຼື​ລາວ​ຈະ​ຄິດ​ວ່າ​ລາວ​ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ​ກໍ​ເລີຍ​ບໍ່​ກ້າ​ຮັບ​ວຽກ​ນີ້? ເພື່ອ​ຈະ​ເຮັດ​ວຽກ​ນີ້​ສຳເລັດ ຊາໂລໂມນ​ຕ້ອງ​ກ້າຫານ​ແລະ​ລົງ​ມື​ເຮັດ​ວຽກ.

3. ຊາໂລໂມນ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄວາມ​ກ້າຫານ​ຂອງ​ພໍ່​ລາວ?

3 ຊາໂລໂມນ​ຕ້ອງ​ໄດ້​ຮຽນ​ຮູ້​ເລື່ອງ​ຄວາມ​ກ້າຫານ​ຫຼາຍ​ຢ່າງ​ຈາກ​ດາວິດ​ພໍ່​ຂອງ​ລາວ. ຕອນ​ທີ່​ດາວິດ​ຍັງ​ນ້ອຍ ລາວ​ໄດ້​ຕໍ່​ສູ້​ກັບ​ສັດ​ປ່າ​ທີ່​ມາ​ໂຈມຕີ​ແກະ​ຂອງ​ພໍ່​ລາວ. (1 ຊາເມືອນ 17:34, 35) ລາວ​ຍັງ​ກ້າຫານ​ຫຼາຍ​ຕອນ​ທີ່​ຕໍ່​ສູ້​ກັບ​ໂຄລີອາດ​ທະຫານ​ຮ່າງ​ຍັກ​ທີ່​ທັງ​ແຂງແຮງ​ແລະ​ເປັນ​ຕາ​ຢ້ານ. ຍ້ອນ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ດາວິດ​ຈຶ່ງ​ເອົາ​ຊະນະ​ໂຄລີອາດ​ໄດ້​ໂດຍ​ໃຊ້​ຫີນ​ພຽງ​ກ້ອນ​ດຽວ.—1 ຊາເມືອນ 17:45, 49, 50

4. ເປັນ​ຫຍັງ​ຊາໂລໂມນ​ຕ້ອງ​ກ້າຫານ?

4 ເຮົາ​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ດາວິດ​ຈຶ່ງ​ເປັນ​ຄົນ​ທີ່​ເໝາະ​ສົມ​ແລ້ວ​ທີ່​ຈະ​ກະຕຸ້ນ​ຊາໂລໂມນ​ໃຫ້​ກ້າຫານ​ແລະ​ລົງ​ມື​ສ້າງ​ວິຫານ. (ອ່ານ 1 ຂ່າວຄາວ 28:20) ຖ້າ​ຊາໂລໂມນ​ບໍ່​ກ້າຫານ ລາວ​ກໍ​ຈະ​ຢ້ານ​ຈົນ​ບໍ່​ກ້າ​ທີ່​ຈະ​ເຮັດ​ຫຍັງ ແລະ​ອາດ​ບໍ່​ກ້າ​ທີ່​ຈະ​ເລີ່ມ​ວຽກ​ກໍ​ສ້າງ ນັ້ນ​ກໍ​ແຮ່ງ​ຮ້າຍ​ກວ່າ​ການ​ເຮັດ​ວຽກ​ບໍ່​ສຳເລັດ.

ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ກ້າຫານ​ແລະ​ລົງ​ມື​ເຮັດ​ວຽກ​ທີ່​ພະອົງ​ມອບ​ໝາຍ​ໃຫ້​ເຮົາ

5. ເປັນ​ຫຍັງ​ເຮົາ​ຕ້ອງ​ກ້າຫານ?

5 ຄື​ກັບ​ຊາໂລໂມນ ເຮົາ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ກ້າຫານ​ແລະ​ລົງ​ມື​ເຮັດ​ວຽກ​ທີ່​ພະອົງ​ມອບ​ໝາຍ​ໃຫ້​ເຮົາ. ດັ່ງ​ນັ້ນ ໃຫ້​ເຮົາ​ມາ​ຮຽນ​ຕົວຢ່າງ​ຂອງ​ບາງ​ຄົນ​ໃນ​ອະດີດ​ທີ່​ສະແດງ​ຄວາມ​ກ້າຫານ ເພາະ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ກ້າຫານ​ແລະ​ເຮັດ​ວຽກ​ມອບ​ໝາຍ​ໃຫ້​ສຳເລັດ.

ຕົວຢ່າງ​ຂອງ​ຄົນ​ທີ່​ກ້າຫານ

6. ເຈົ້າ​ປະທັບ​ໃຈ​ຫຍັງ​ກ່ຽວ​ກັບ​ຄວາມ​ກ້າຫານ​ຂອງ​ໂຢເຊບ?

6 ໂຢເຊບ​ສະແດງ​ຄວາມ​ກ້າຫານ​ຕອນ​ທີ່​ເມຍ​ຂອງ​ໂປຕີຟາ​ຍົວະ​ເຍົ້າ​ລາວ​ໃຫ້​ນອນ​ນຳ. ລາວ​ຮູ້​ດີ​ວ່າ​ຖ້າ​ລາວ​ປະຕິເສດ​ເມຍ​ຂອງ​ໂປຕີຟາ​ຊີວິດ​ລາວ​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ. ແຕ່​ລາວ​ກໍ​ບໍ່​ຍອມ​ແພ້ ລາວ​ໄດ້​ສະແດງ​ຄວາມ​ກ້າຫານ​ແລະ​ປະຕິເສດ​ທັນທີ.—ຕົ້ນເດີມ 39:10, 12

7. ລາຫາບ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ລາຫາບ​ເປັນ​ອີກ​ຕົວຢ່າງ​ໜຶ່ງ​ຂອງ​ຄົນ​ທີ່​ກ້າຫານ. ຕອນ​ທີ່​ຄົນ​ສອດແນມ​ໄປ​ເຮືອນ​ຂອງ​ລາວ​ໃນ​ເມືອງ​ເຢລິໂກ ລາຫາບ​ອາດ​ຢ້ານ​ຫຼາຍ​ຈົນ​ບໍ່​ກ້າ​ຊ່ວຍ​ເຂົາ​ເຈົ້າ​ກໍ​ໄດ້. ແຕ່​ຍ້ອນ​ລາວ​ວາງໃຈ​ພະ​ເຢໂຫວາ ລາວ​ຈຶ່ງ​ກ້າ​ເຊື່ອງ​ຄົນ​ສອດແນມ 2 ຄົນ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຫຼົບ​ໜີ​ໄດ້​ຢ່າງ​ປອດໄພ. (ໂຢຊວຍ 2:4, 5, 9, 12-16) ລາຫາບ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງ​ແທ້ ແລະ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ແຜ່ນດິນ​ນີ້​ກັບ​ຊາດ​ອິດສະລາແອນ​ແນ່ນອນ. ລາວ​ບໍ່​ຍອມ​ໃຫ້​ການ​ຢ້ານ​ຄົນ​ອື່ນໆລວມ​ທັງ​ການ​ຢ້ານ​ກະສັດ​ເມືອງ​ເຢລິໂກ​ແລະ​ຄົນ​ຂອງ​ກະສັດ​ມາ​ຢຸດ​ລາວ​ໄວ້. ລາວ​ລົງ​ມື​ເຮັດ​ຢ່າງ​ກ້າຫານ ເຊິ່ງ​ນັ້ນ​ໄດ້​ຊ່ວຍ​ຊີວິດ​ລາວ​ແລະ​ຄອບຄົວ​ໃຫ້​ປອດໄພ.—ໂຢຊວຍ 6:22, 23

8. ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ມີ​ຜົນ​ຕໍ່​ພວກ​ອັກຄະສາວົກ​ແນວ​ໃດ?

8 ພວກ​ອັກຄະສາວົກ​ຂອງ​ພະ​ເຍຊູ​ກໍ​ສະແດງ​ຄວາມ​ກ້າຫານ​ຄື​ກັນ. ເຂົາ​ເຈົ້າ​ໄດ້​ເຫັນ​ຄວາມ​ກ້າຫານ​ຂອງ​ພະ​ເຍຊູ​ແລະ​ຮຽນ​ແບບ​ເພິ່ນ. (ມັດທາຍ 8:28-32; ໂຢຮັນ 2:13-17; 18:3-5) ຕອນ​ທີ່​ພວກ​ຊາດຶເຊເອນ​ພະຍາຍາມ​ຫ້າມ​ພວກ​ອັກຄະສາວົກ​ບໍ່​ໃຫ້​ສອນ​ເລື່ອງ​ພະ​ເຍຊູ ເຂົາ​ເຈົ້າ​ກໍ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ພວກ​ນັ້ນ​ຕ້ອງການ.—ກິດຈະການ 5:17, 18, 27-29

9. ໃນ 2 ຕີໂມເຕ 1:7 ອັນ​ໃດ​ຊ່ວຍ​ເຮົາ​ໃຫ້​ກ້າຫານ?

9 ໂຢເຊບ ລາຫາບ ພະ​ເຍຊູ ແລະ​ພວກ​ອັກຄະສາວົກ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ເຂົາ​ເຈົ້າ​ສະແດງ​ຄວາມ​ກ້າຫານ​ບໍ່​ແມ່ນ​ຍ້ອນ​ໝັ້ນ​ໃຈ​ໃນ​ຄວາມ​ສາມາດ​ຂອງ​ຕົວ​ເອງ ແຕ່​ຍ້ອນ​ເຂົາ​ເຈົ້າ​ວາງໃຈ​ພະ​ເຢໂຫວາ. ບາງ​ຄັ້ງ​ເຮົາ​ຕ້ອງ​ພົບ​ກັບ​ສະຖານະການ​ທີ່​ຕ້ອງ​ມີ​ຄວາມ​ກ້າຫານ ເຮົາ​ກໍ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ບໍ່​ແມ່ນ​ເພິ່ງ​ຕົວ​ເອງ. (ອ່ານ 2 ຕີໂມເຕ 1:7) ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ສະແດງ​ຄວາມ​ກ້າຫານ​ໃນ 2 ດ້ານ​ຂອງ​ຊີວິດ​ພວກ​ເຮົາ​ຄື: ໃນ​ຄອບຄົວ​ຂອງ​ເຮົາ​ແລະ​ໃນ​ປະຊາຄົມ.

ສະພາບການ​ຕ່າງໆທີ່​ເຮົາ​ຕ້ອງ​ສະແດງ​ຄວາມ​ກ້າຫານ

10. ເປັນ​ຫຍັງ​ໜຸ່ມ​ສາວ​ຄລິດສະຕຽນ​ຕ້ອງ​ກ້າຫານ?

10 ມີ​ຫຼາຍ​ສະພາບການ​ທີ່​ໜຸ່ມ​ສາວ​ຄລິດສະຕຽນ​ຕ້ອງ​ສະແດງ​ຄວາມ​ກ້າຫານ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ. ເຂົາ​ເຈົ້າ​ສາມາດ​ຮຽນ​ແລະ​ເຮັດ​ຕາມ​ຕົວຢ່າງ​ຄວາມ​ກ້າຫານ​ຂອງ​ຊາໂລໂມນ​ທີ່​ໄດ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ແລະ​ເຮັດ​ວຽກ​ສ້າງ​ວິຫານ​ຈົນ​ສຳເລັດ. ເຖິງ​ວ່າ​ຄົນ​ໜຸ່ມ​ສາວ​ຕ້ອງ​ໃຫ້​ພໍ່​ແມ່​ສອນ​ແລະ​ແນະນຳ ແຕ່​ເຂົາ​ເຈົ້າ​ກໍ​ມີ​ເລື່ອງ​ສຳຄັນໆທີ່​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. (ສຸພາສິດ 27:11) ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ຕ້ອງ​ກ້າ​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ໃນ​ການ​ເລືອກ​ໝູ່ ການ​ເລືອກ​ຄວາມ​ບັນເທິງ ການ​ຮັກສາ​ຄວາມ​ສະອາດ​ທາງ​ດ້ານ​ສິນລະທຳ ແລະ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ບັບເຕມາ​ເມື່ອ​ໃດ. ເຂົາ​ເຈົ້າ​ຕ້ອງ​ກ້າຫານ​ເພາະ​ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຊາຕານ​ຜູ້​ທີ່​ເຍາະ​ເຍີ້ຍ​ພະ​ເຢໂຫວາ.

11, 12. (ກ) ໂມເຊ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ? (ຂ) ໜຸ່ມ​ສາວ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂມເຊ​ແນວ​ໃດ?

11 ເລື່ອງ​ໜຶ່ງ​ທີ່​ສຳຄັນ​ທີ່​ໜຸ່ມ​ສາວ​ຕ້ອງ​ຕັດສິນ​ໃຈ​ຄື ເປົ້າ​ໝາຍ​ໃນ​ຊີວິດ. ບາງ​ປະເທດ ໄວ​ໜຸ່ມ​ຫຼາຍ​ຄົນ​ຖືກ​ກົດ​ດັນ​ໃຫ້​ຮຽນ​ສູງໆເພື່ອ​ຈະ​ໄດ້​ວຽກ​ທີ່​ໄດ້​ເງິນ​ເດືອນ​ຫຼາຍ. ສ່ວນ​ປະເທດ​ອື່ນໆທີ່​ມີ​ສະພາບ​ເສດຖະກິດ​ທີ່​ບໍ່​ຄ່ອຍ​ດີ ຄົນ​ໜຸ່ມ​ສາວ​ອາດ​ຮູ້ສຶກ​ວ່າ​ຕ້ອງ​ທຸ່ມ​ເທ​ເຮັດ​ວຽກ​ເພື່ອ​ຊ່ວຍ​ຄອບຄົວ. ຖ້າ​ເຈົ້າ​ຕົກ​ຢູ່​ໃນ​ສະພາບການ​ແບບ​ນີ້ ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂມເຊ. ລາວ​ໄດ້​ຮັບ​ການ​ລ້ຽງ​ດູ​ໂດຍ​ລູກ​ສາວ​ຂອງ​ຟາໂລ ດັ່ງ​ນັ້ນ ລາວ​ອາດ​ມີ​ເປົ້າ​ໝາຍ​ທີ່​ຈະ​ເປັນ​ຄົນ​ທີ່​ຮັ່ງມີ​ຫຼື​ເປັນ​ຄົນ​ສຳຄັນ​ກໍ​ໄດ້. ລອງ​ຄິດ​ເບິ່ງ​ວ່າ​ໂມເຊ​ຈະ​ຖືກ​ກົດ​ດັນ​ຫຼາຍ​ສໍ່າ​ໃດ​ຈາກ​ຄອບຄົວ ອາຈານ ແລະ​ທີ່​ປຶກສາ​ຂອງ​ລາວ​ທີ່​ເປັນ​ຄົນ​ເອຢິບ! ແຕ່​ໂມເຊ​ກ້າຫານ​ແລະ​ເລືອກ​ທີ່​ຈະ​ຢູ່​ກັບ​ປະຊາຊົນ​ຂອງ​ພະເຈົ້າ. ຫຼັງ​ຈາກ​ໂມເຊ​ອອກ​ຈາກ​ເອຢິບ​ແລະ​ປະ​ຖິ້ມ​ຊີວິດ​ທີ່​ຫຼູຫຼາ​ຮັ່ງມີ ລາວ​ກໍ​ສະແດງ​ຄວາມ​ກ້າຫານ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ. (ເຫບເລີ 11:24-26) ຜົນ​ກໍ​ຄື ພະ​ເຢໂຫວາ​ໄດ້​ອວຍ​ພອນ​ລາວ​ຢ່າງ​ລົ້ນ​ເຫຼືອ ແລະ​ພະອົງ​ຍັງ​ຈະ​ອວຍ​ພອນ​ລາວ​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ອະນາຄົດ.

12 ຖ້າ​ຄົນ​ໜຸ່ມ​ສາວ​ສະແດງ​ຄວາມ​ກ້າຫານ​ໂດຍ​ຕັ້ງ​ເປົ້າ​ໝາຍ​ຮັບໃຊ້​ພະ​ເຢໂຫວາ​ແລະ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ພະອົງ​ກໍ​ຈະ​ອວຍ​ພອນ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສິ່ງ​ຈຳເປັນ​ສຳລັບ​ຄອບຄົວ. ໃນ​ສະຕະວັດ​ທຳອິດ ຊາຍ​ໜຸ່ມ​ຕີໂມເຕ​ຈັດ​ໃຫ້​ວຽກ​ຮັບໃຊ້​ພະເຈົ້າ​ມາ​ເປັນ​ອັນ​ດັບ​ທຳອິດ ແລະ​ເຈົ້າ​ເອງ​ກໍ​ເຮັດ​ໄດ້​ຄື​ກັນ. * (ເບິ່ງ​ໄຂ​ເງື່ອນ)—ອ່ານ​ຟີລິບ 2:19-22

ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ສະແດງ​ຄວາມ​ກ້າຫານ​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ​ເຈົ້າ​ບໍ? (ເບິ່ງ​ຂໍ້ 13-17)

13. ຄວາມ​ກ້າຫານ​ຊ່ວຍ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃຫ້​ເຮັດ​ຕາມ​ເປົ້າ​ໝາຍ​ຂອງ​ລາວ​ແນວ​ໃດ?

13 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ລັດ​ແອ​ລະ​ແບ​ມາ ສະຫະລັດ​ອາເມຣິກາ​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ຕັ້ງ​ເປົ້າ​ໝາຍ​ຮັບໃຊ້​ພະເຈົ້າ. ລາວ​ເລົ່າ​ວ່າ: “ເມື່ອ​ໃຫຍ່​ຂຶ້ນ ຂ້ອຍ​ເປັນ​ຄົນ​ຂີ້​ອາຍ​ຫຼາຍ. ຂ້ອຍ​ເກືອບ​ຈະ​ບໍ່​ກ້າ​ລົມ​ກັບ​ໃຜ​ຢູ່​ຫໍ​ປະຊຸມ​ຊໍ້າ ແລະ​ແຮ່ງ​ໄປ​ເຄາະ​ປະຕູ​ເຮືອນ​ລົມ​ກັບ​ຄົນ​ແປກ​ໜ້າ​ຕາມ​ບ້ານ​ຂ້ອຍ​ກໍ​ແຮ່ງ​ບໍ່​ກ້າ.” ແຕ່​ພໍ່​ແມ່​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ກ້າ​ຫຼາຍ​ຂຶ້ນ ລາວ​ຈຶ່ງ​ສາມາດ​ເປັນ​ໄພໂອເນຍ​ປະຈຳ​ຕາມ​ທີ່​ລາວ​ໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້. ລາວ​ບອກ​ວ່າ: “ໂລກ​ຂອງ​ຊາຕານ​ສົ່ງເສີມ​ໃຫ້​ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ຮຽນ​ສູງໆ ມີ​ຊື່ສຽງ ເງິນ​ຄຳ ແລະ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍໆ.” ລາວ​ຮູ້​ວ່າ​ຄົນ​ສ່ວນ​ຫຼາຍ​ບໍ່​ສາມາດ​ເຮັດ​ຕາມ​ເປົ້າ​ໝາຍ​ເຫຼົ່າ​ນັ້ນ​ໄດ້​ແລະ​ການ​ພະຍາຍາມ​ເຮັດ​ແບບ​ນັ້ນ​ມີ​ແຕ່​ຈະ​ເຮັດ​ໃຫ້​ຕຶງ​ຄຽດ​ແລະ​ບໍ່​ມີ​ຄວາມ​ສຸກ. ລາວ​ບອກ​ອີກ​ວ່າ: “ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ແລະ​ຮູ້ສຶກ​ປະສົບ​ຜົນ​ສຳເລັດ.”

14. ພໍ່​ແມ່​ຕ້ອງ​ມີ​ຄວາມ​ກ້າຫານ​ຕອນ​ໃດ​ແດ່?

14 ພໍ່​ແມ່​ກໍ​ຕ້ອງ​ມີ​ຄວາມ​ກ້າຫານ​ຄື​ກັນ. ຕົວຢ່າງ: ຫຼາຍ​ຄັ້ງ​ຫົວ​ໜ້າ​ອາດ​ຂໍ​ເຈົ້າ​ໃຫ້​ເຮັດ​ວຽກ​ລ່ວງ​ເວລາ​ໃນ​ມື້​ທີ່​ເຈົ້າ​ມີ​ການ​ນະມັດສະການ​ປະຈຳ​ຄອບຄົວ ໄປ​ປະກາດ​ຫຼື​ໄປ​ປະຊຸມ. ເຈົ້າ​ຕ້ອງ​ກ້າ​ທີ່​ຈະ​ປະຕິເສດ​ຫົວ​ໜ້າ​ເພື່ອ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ. ໃນ​ອີກ​ສະພາບການ​ໜຶ່ງ ພໍ່​ແມ່​ບາງ​ຄົນ​ໃນ​ປະຊາຄົມ​ອາດ​ຍອມ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ​ເຮັດ​ບາງ​ສິ່ງ​ທີ່​ເຈົ້າ​ບໍ່​ອະນຸຍາດ​ໃຫ້​ລູກ​ຂອງ​ເຈົ້າ​ເຮັດ. ຖ້າ​ພໍ່​ແມ່​ເຫຼົ່າ​ນັ້ນ​ມາ​ຖາມ​ເຫດຜົນ​ທີ່​ເຈົ້າ​ຫ້າມ ເຈົ້າ​ຈະ​ກ້າ​ອະທິບາຍ​ເຫດຜົນ​ກັບ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ໃຫ້​ກຽດ​ບໍ?

15. ໃນ​ຄຳເພງ 37:25 ແລະ ເຫບເລີ 13:5 ຊ່ວຍ​ພໍ່​ແມ່​ແນວ​ໃດ?

15 ພໍ່​ແມ່​ຕ້ອງ​ມີ​ຄວາມ​ກ້າຫານ​ເພື່ອ​ຈະ​ຊ່ວຍ​ລູກ​ໃຫ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະເຈົ້າ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ. ຕົວຢ່າງ: ພໍ່​ແມ່​ບາງ​ຄົນ​ອາດ​ຢ້ານ​ທີ່​ຈະ​ສະໜັບສະໜູນ​ລູກ​ໃຫ້​ເອົາ​ວຽກ​ໄພໂອເນຍ​ເປັນ​ວຽກ​ຫຼັກ​ໃນ​ຊີວິດ ຫຼື​ໃຫ້​ລູກ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ ຮັບໃຊ້​ໃນ​ເບເທນ ຫຼື​ຊ່ວຍ​ວຽກ​ໂຄງການ​ກໍ່​ສ້າງ​ຫໍ​ປະຊຸມ. ບາງ​ເທື່ອ​ເຂົາ​ເຈົ້າ​ຢ້ານ​ວ່າ​ລູກ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ຕອນ​ເຖົ້າ​ບໍ່​ໄດ້. ແຕ່​ພໍ່​ແມ່​ທີ່​ສະຫຼາດ​ຈະ​ສະແດງ​ຄວາມ​ກ້າຫານ​ແລະ​ເຊື່ອ​ໝັ້ນ​ວ່າ​ພະ​ເຢໂຫວາ​ຈະ​ຮັກສາ​ສັນຍາ. (ອ່ານ​ຄຳເພງ 37:25; ເຫບເລີ 13:5) ພໍ່​ແມ່​ທີ່​ສະແດງ​ຄວາມ​ກ້າຫານ​ແລະ​ໝາຍ​ເພິ່ງ​ໃນ​ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ລູກ​ໃຫ້​ເຮັດ​ແບບ​ນັ້ນ​ຄື​ກັນ.—1 ຊາເມືອນ 1:27, 28; 2 ຕີໂມເຕ 3:14, 15

16. ພໍ່​ແມ່​ບາງ​ຄົນ​ໄດ້​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະເຈົ້າ ແລະ​ສິ່ງ​ນີ້​ເຮັດ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

16 ພໍ່​ແມ່​ຄູ່​ໜຶ່ງ​ໃນ​ປະເທດ​ອາເມຣິກາ​ໄດ້​ຊ່ວຍ​ລູກ​ໃຫ້​ຈົດຈໍ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຜູ້​ເປັນ​ຜົວ​ບອກ​ວ່າ: “ກ່ອນ​ທີ່​ລູກ​ຂອງ​ເຮົາ​ຈະ​ເວົ້າ​ຫຼື​ຍ່າງ​ເປັນ ເຮົາ​ມັກ​ຈະ​ເວົ້າ​ກັບ​ລູກ​ກ່ຽວ​ກັບ​ຄວາມ​ສຸກ​ຈາກ​ການ​ຮັບໃຊ້​ເປັນ​ໄພໂອເນຍ​ແລະ​ໃນ​ປະຊາຄົມ. ແລະ​ຕອນ​ນີ້ ສິ່ງ​ເຫຼົ່າ​ນີ້​ກໍ​ເປັນ​ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.” ລາວ​ເວົ້າ​ອີກ​ວ່າ​ຍ້ອນ​ລູກ​ໄດ້​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ ສິ່ງ​ນີ້​ໄດ້​ຊ່ວຍ​ລູກ​ໃຫ້​ຕໍ່​ສູ້​ກັບ​ການ​ລໍ້​ໃຈ​ຂອງ​ໂລກ​ຊາຕານ​ແລະ​ຈົດຈໍ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ລູກ 2 ຄົນ​ເລົ່າ​ວ່າ: “ພໍ່​ແມ່​ຫຼາຍ​ຄົນ​ໃຊ້​ຄວາມ​ພະຍາຍາມ​ແລະ​ຊັບ​ສິນ​ເພື່ອ​ຊ່ວຍ​ລູກ​ໃຫ້​ເຮັດ​ຕາມ​ເປົ້າ​ໝາຍ​ຕ່າງໆເຊັ່ນ: ກິລາ ການ​ສຶກສາ ແລະ​ການ​ພັກຜ່ອນ​ຢ່ອນ​ໃຈ. ແຕ່​ດີ​ກວ່າ​ຫຼາຍ​ທີ່​ເຮົາ​ຈະ​ໃຊ້​ຄວາມ​ພະຍາຍາມ​ແລະ​ຊັບ​ສິນ​ເພື່ອ​ຊ່ວຍ​ລູກ​ໃຫ້​ເຮັດ​ຕາມ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. ນັ້ນ​ເປັນ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້ໆທີ່​ໄດ້​ເຫັນ​ລູກ​ເຮັດ​ຕາມ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ແລະ​ເຮົາ​ຍັງ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ຄວາມ​ສຳເລັດ​ຂອງ​ລູກ​ນຳ. ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພໍ່​ແມ່​ທີ່​ຊ່ວຍ​ລູກ​ໃຫ້​ມີ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້​ພະເຈົ້າ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ຈະ​ໄດ້​ຮັບ​ການ​ອວຍ​ພອນ​ຈາກ​ພະ​ເຢໂຫວາ.

ສະແດງ​ຄວາມ​ກ້າຫານ​ໃນ​ປະຊາຄົມ

17. ຂໍ​ໃຫ້​ຍົກ​ຕົວຢ່າງ​ວິທີ​ທີ່​ພີ່​ນ້ອງ​ສະແດງ​ຄວາມ​ກ້າຫານ​ໃນ​ປະຊາຄົມ.

17 ເຮົາ​ຍັງ​ຕ້ອງ​ສະແດງ​ຄວາມ​ກ້າຫານ​ໃນ​ປະຊາຄົມ​ຄື​ກັນ. ຕົວຢ່າງ: ຜູ້​ເຖົ້າ​ແກ່​ຕ້ອງ​ກ້າຫານ​ເມື່ອ​ຕ້ອງ​ຈັດການ​ກັບ​ການ​ເຮັດ​ຜິດ​ຮ້າຍແຮງ ຫຼື​ຕອນ​ຊ່ວຍ​ພີ່​ນ້ອງ​ທີ່ ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ຮີບ​ດ່ວນ. ຜູ້​ເຖົ້າ​ແກ່​ບາງ​ຄົນ​ຍັງ​ຕ້ອງ​ໄປ​ສຶກສາ​ກັບ​ຄົນ​ທີ່​ສົນ​ໃຈ​ຫຼື​ຈັດການ​ປະຊຸມ​ຢູ່​ໃນ​ຄຸກ. ແລ້ວ​ພີ່​ນ້ອງ​ຍິງ​ໂສດ​ເດ? ເຂົາ​ເຈົ້າ​ກໍ​ມີ​ຫຼາຍ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ກ້າຫານ​ແລະ​ຮັບໃຊ້​ພະ​ເຢໂຫວາ​ໄດ້ ເຊັ່ນ: ເປັນ​ໄພໂອເນຍ ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ ເຮັດ​ວຽກ​ໃນ​ພະແນກ​ອອກ​ແບບ​ກໍ່​ສ້າງ​ທ້ອງຖິ່ນ ແລະ​ສະໝັກ​ເຂົ້າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ສ່ວນ​ບາງ​ຄົນ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໂຮງ​ຮຽນ​ກິລຽດ.

18. ພີ່​ນ້ອງ​ຍິງ​ທີ່​ສູງ​ອາຍຸ​ສະແດງ​ຄວາມ​ກ້າຫານ​ແນວ​ໃດ?

18 ເຮົາ​ຮັກ​ພີ່​ນ້ອງ​ຍິງ​ສູງ​ອາຍຸ ແລະ​ເຮົາ​ຍັງ​ຮູ້ສຶກ​ຂອບໃຈ​ທີ່​ມີ​ເຂົາ​ເຈົ້າ​ຢູ່​ໃນ​ປະຊາຄົມ​ຂອງ​ເຮົາ! ເຖິງ​ວ່າ​ເຂົາ​ເຈົ້າ​ບາງ​ຄົນ​ອາດ​ຮັບໃຊ້​ບໍ່​ໄດ້​ຫຼາຍ​ຄື​ແຕ່​ກ່ອນ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສະແດງ​ຄວາມ​ກ້າຫານ​ແລະ​ລົງ​ມື​ເຮັດ. (ອ່ານ​ຕິໂຕ 2:3-5) ຕົວຢ່າງ: ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຈຳເປັນ​ຕ້ອງ​ມີ​ຄວາມ​ກ້າຫານ​ຖ້າ​ຜູ້​ເຖົ້າ​ແກ່​ຂໍ​ໃຫ້​ລາວ​ໄປ​ລົມ​ກັບ​ພີ່​ນ້ອງ​ຍິງ​ທີ່​ອາຍຸ​ນ້ອຍ​ກວ່າ​ໃນ​ເລື່ອງ​ການ​ແຕ່ງ​ຕົວ. ລາວ​ຈະ​ບໍ່​ຮ້າຍ​ພີ່​ນ້ອງ​ທີ່​ນຸ່ງ​ເຄື່ອງ​ແບບ​ນັ້ນ ແຕ່​ຈະ​ເວົ້າ​ດີໆເພື່ອ​ໃຫ້​ເຫັນ​ວ່າ​ການ​ເລືອກ​ເຄື່ອງ​ນຸ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ແນວ​ໃດ. (1 ຕີໂມເຕ 2:9, 10) ເມື່ອ​ພີ່​ນ້ອງ​ສູງ​ອາຍຸ​ສະແດງ​ຄວາມ​ຮັກ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ກຳລັງ​ຊ່ວຍ​ປະຊາຄົມ​ໃຫ້​ເຂັ້ມແຂງ.

19. (ກ) ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ຈະ​ສະແດງ​ຄວາມ​ກ້າຫານ​ໄດ້​ແນວ​ໃດ? (ຂ) ຟີລິບ 2:13 ແລະ 4:13 ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ເປັນ​ຄົນ​ກ້າຫານ​ແນວ​ໃດ?

19 ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ກໍ​ຕ້ອງ​ສະແດງ​ຄວາມ​ກ້າຫານ​ແລະ​ລົງ​ມື​ເຮັດ​ຄື​ກັນ. ຖ້າ​ເຂົາ​ເຈົ້າ​ເຕັມ​ໃຈ​ເຮັດ​ວຽກ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ໂດຍ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຫຼື​ຜູ້​ເຖົ້າ​ແກ່ ປະຊາຄົມ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ. (1 ຕີໂມເຕ 3:1) ຢ່າງ​ໃດ​ກໍ​ຕາມ ບາງ​ຄົນ​ອາດ​ລັງເລ​ທີ່​ຈະ​ເຮັດ​ໜ້າ​ທີ່​ເຫຼົ່າ​ນີ້ ຍ້ອນ​ເຂົາ​ເຈົ້າ​ອາດ​ເຄີຍ​ເຮັດ​ຜິດ​ພາດ​ມາ​ກ່ອນ​ເລີຍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ຄູ່​ຄວນ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຫຼື​ຜູ້​ເຖົ້າ​ແກ່. ສ່ວນ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ສາມ​ມາດ​ທີ່​ຈະ​ເປັນ​ໄດ້ ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ​ໄດ້. (ອ່ານ​ຟີລິບ 2:13; 4:13) ຂໍ​ໃຫ້​ຈື່​ຕົວຢ່າງ​ຂອງ​ໂມເຊ ລາວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ໃຫ້​ເຮັດ. (ອົບພະຍົບ 3:11) ແຕ່​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ກ້າຫານ​ແລະ​ເຮັດ​ສິ່ງ​ທີ່​ຕ້ອງ​ເຮັດ. ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ຈະ​ໄດ້​ຄວາມ​ກ້າຫານ​ແບບ​ນັ້ນ​ຈາກ​ໃສ? ໂດຍ​ການ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ຄິດ​ຕຶກຕອງ​ຕົວຢ່າງ​ຂອງ​ບຸກຄົນ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ຄວາມ​ກ້າຫານ ລາວ​ຕ້ອງ​ຖ່ອມ​ໃຈ​ຂໍ​ຜູ້​ເຖົ້າ​ແກ່​ໃຫ້​ຝຶກ​ລາວ​ແລະ​ສະເໜີ​ຊ່ວຍ​ວຽກ​ໃນ​ປະຊາຄົມ. ເຮົາ​ຂໍ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ທຸກ​ຄົນ​ໃຫ້​ກ້າຫານ​ແລະ​ລົງ​ມື​ເຮັດ​ວຽກ​ໜັກ​ເພື່ອ​ປະຊາຄົມ!

“ພະ​ເຢໂຫວາ . . . ຈະ​ສະຖິດ​ຢູ່​ຝ່າຍ​ເຈົ້າ”

20, 21. (ກ) ດາວິດ​ເຕືອນ​ໃຈ​ຊາໂລໂມນ​ກ່ຽວ​ກັບ​ເລື່ອງ​ຫຍັງ? (ຂ) ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

20 ກະສັດ​ດາວິດ​ເຕືອນ​ໃຈ​ຊາໂລໂມນ​ວ່າ​ພະ​ເຢໂຫວາ​ຈະ​ຢູ່​ກັບ​ລາວ​ຈົນ​ກວ່າ​ລາວ​ຈະ​ສ້າງ​ວິຫານ​ແລ້ວ. (1 ຂ່າວຄາວ 28:20) ຊາໂລໂມນ​ຄົງ​ຄິດ​ຕຶກຕອງ​ໃນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ຢ່າງ​ແນ່ນອນ ລາວ​ຈຶ່ງ​ບໍ່​ຍອມ​ໃຫ້​ອາຍຸ​ທີ່​ຍັງ​ນ້ອຍ​ແລະ​ຄວາມ​ບໍ່​ມີ​ປະສົບການ​ມາ​ຂັດ​ຂວາງ​ລາວ​ບໍ່​ໃຫ້​ເຮັດ​ວຽກ​ນີ້. ລາວ​ໄດ້​ສະແດງ​ຄວາມ​ກ້າຫານ​ຫຼາຍ ແລະ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ວິຫານ​ທີ່​ສະຫງ່າ​ງາມ​ນີ້​ກໍ​ສ້າງ​ສຳເລັດ​ພາຍ​ໃນ​ເຈັດ​ປີ​ເຄິ່ງ​ເທົ່າ​ນັ້ນ.

21 ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ຊາໂລໂມນ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ກ້າຫານ​ແລະ​ປະສົບ​ຜົນ​ສຳເລັດ​ໃນ​ການ​ເຮັດ​ວຽກ​ງານ​ຕ່າງໆຄື​ກັນ​ທັງ​ໃນ​ຄອບຄົວ​ແລະ​ໃນ​ປະຊາຄົມ. (ເອຊາອີ 41:10, 13) ຖ້າ​ເຮົາ​ສະແດງ​ຄວາມ​ກ້າຫານ​ຕອນ​ທີ່​ຮັບໃຊ້​ພະ​ເຢໂຫວາ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ອວຍ​ພອນ​ເຮົາ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ “ຈົ່ງ​ຊູ​ແຮງ​ຕົວ​ຂຶ້ນ [“ກ້າຫານ,” ລ.ມ.] ແລະ . . . ຈົ່ງ​ເຮັດ​ການ.”

^ ຂໍ້ 12 ເຈົ້າ​ສາມາດ​ເບິ່ງ​ຄຳ​ແນະນຳ​ເລື່ອງ​ການ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ຈະ​ຮັບໃຊ້​ພະເຈົ້າ​ໄດ້​ໃນ​ບົດ​ຄວາມ “ຈົ່ງ​ຕັ້ງ​ເປົ້າ​ໝາຍ​ຝ່າຍ​ວິນຍານ​ເພື່ອ​ສັນລະເສີນ​ພະ​ຜູ້​ສ້າງ​ຂອງ​ເຈົ້າ” ໃນ​ຫໍສັງເກດການ (ພາສາ​ໄທ) 15 ກໍລະກົດ 2004.