ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄ່າໄຖ່​ເປັນ “ຂອງ​ຂວັນ​ອັນ​ດີ​ເລີດ” ຈາກ​ພະເຈົ້າ

ຄ່າໄຖ່​ເປັນ “ຂອງ​ຂວັນ​ອັນ​ດີ​ເລີດ” ຈາກ​ພະເຈົ້າ

“ຂອງ​ຂວັນ​ອັນ​ດີ​ເລີດ​ທຸກ​ປະການ​ມາ​ຈາກ . . . ພະເຈົ້າ.”—ຢາໂກໂບ 1:17, ທ.ປ.

ເພງ: 148, 109

1. ຄ່າໄຖ່​ເຮັດ​ໃຫ້​ສິ່ງ​ທີ່​ດີ​ອັນ​ໃດ​ເປັນ​ໄປ​ໄດ້​ສຳລັບ​ເຮົາ?

ຄ່າໄຖ່​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເປັນ​ໄປ​ໄດ້ ເຊັ່ນ: ຄ່າໄຖ່​ເປີດ​ໂອກາດ​ໃຫ້​ລູກ​ຫຼານ​ທຸກ​ຄົນ​ຂອງ​ອາດາມ​ທີ່​ຮັກ​ຄວາມ​ຊອບທຳ​ໄດ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະເຈົ້າ​ໃນ​ອະນາຄົດ. ສິ່ງ​ທີ່​ດີ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ເຮົາ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ. ຍິ່ງ​ກວ່າ​ນັ້ນ ຄ່າໄຖ່​ຍັງ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຕ່າງໆທີ່​ສຳຄັນ​ຫຼາຍ​ສຳລັບ​ທຸກ​ຄົນ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ນີ້.—ເຫບເລີ 1:8, 9

2. (ກ) ເລື່ອງ​ໃດ​ທີ່​ສຳຄັນ​ຫຼາຍ​ທັງ​ຢູ່​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ເຊິ່ງ​ພະ​ເຍຊູ​ລວມ​ເຂົ້າ​ໃນ​ຄຳ​ອະທິດຖານ​ຂອງ​ພະອົງ? (ເບິ່ງ​ຮູບ​ທຳອິດ) (ຂ) ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ສອງ​ປີ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ພະອົງ​ສອນ​ພວກ​ລູກ​ສິດ​ໃຫ້​ອະທິດຖານ​ວ່າ: “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນໍ້າໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” (ມັດທາຍ 6:9, 10) ໃຫ້​ເຮົາ​ເບິ່ງ​ວ່າ​ຄ່າໄຖ່​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ການ​ປົກຄອງ​ຂອງ​ລາຊະອານາຈັກ ແລະ​ການ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ສຳເລັດ.

“ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ”

3. ຊື່​ຂອງ​ພະ​ເຢໂຫວາ​ສະແດງ​ເຖິງ​ຫຍັງ? ຊາຕານ​ໂຈມຕີ​ຊື່​ຂອງ​ພະ​ເຢໂຫວາ​ແນວ​ໃດ?

3 ທຳອິດ ພະ​ເຍຊູ​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ​ຫຼື​ໃຫ້​ໄດ້​ຮັບ​ຄວາມ​ບໍລິສຸດ. ຊື່​ຂອງ​ພະ​ເຢໂຫວາ​ສະແດງ​ເຖິງ​ພະອົງ​ເອງ ນັ້ນ​ຄື​ບອກ​ໃຫ້​ຮູ້​ວ່າ​ເປັນ​ບຸກຄົນ​ແບບ​ໃດ. ພະອົງ​ເປັນ​ຜູ້​ທີ່​ມີ​ລິດເດດ​ແລະ​ຊອບທຳ​ທີ່​ສຸດ​ໃນ​ເອກະພົບ. ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ເອີ້ນ​ພະ​ເຢໂຫວາ​ວ່າ “ພະ​ບິດາ​ອົງ​ບໍລິສຸດ.” (ໂຢຮັນ 17:11) ຍ້ອນ​ວ່າ​ພະ​ເຢໂຫວາ​ບໍລິສຸດ ດັ່ງ​ນັ້ນ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ແລະ​ກົດ​ໝາຍ​ຕ່າງໆທີ່​ພະອົງ​ຕັ້ງ​ຂຶ້ນ​ຈຶ່ງ​ບໍລິສຸດ. ແຕ່​ໃນ​ສວນ​ເອເດນ ຊາຕານ​ຖາມ​ແບບ​ມີ​ເລ່​ຫຼ່ຽມ​ກ່ຽວ​ກັບ​ສິດ​ຂອງ​ພະ​ເຢໂຫວາ​ໃນ​ການ​ຕັ້ງ​ມາດຕະຖານ​ສຳລັບ​ມະນຸດ. ມັນ​ເວົ້າ​ຕົວະ​ໃນ​ເລື່ອງ​ພະເຈົ້າ ແລະ​ໂຈມຕີ​ກ່ຽວ​ກັບ​ຊື່​ຫຼື​ຊື່ສຽງ​ຂອງ​ພະອົງ.—ຕົ້ນເດີມ 3:1-5

4. ພະ​ເຍຊູ​ມີ​ສ່ວນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ?

4 ກົງ​ກັນ​ຂ້າມ ພະ​ເຍຊູ​ຮັກ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ໄດ້​ເຮັດ​ທຸກ​ສິ່ງ​ເພື່ອ​ໃຫ້​ຊື່​ນີ້​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. (ໂຢຮັນ 17:25, 26) ພະອົງ​ເຮັດ​ໂດຍ​ວິທີ​ໃດ? ໂດຍ​ການ​ປະພຶດ​ແລະ​ການ​ສອນ ພະ​ເຍຊູ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຍຸຕິທຳ​ແລະ​ທຸກ​ສິ່ງ​ທີ່​ພະອົງ​ຂໍ​ໃຫ້​ເຮົາ​ເຮັດ​ກໍ​ເພື່ອ​ປະໂຫຍດ​ຂອງ​ເຮົາ​ເອງ. (ອ່ານ​ຄຳເພງ 40:8-10) ແມ່ນ​ແຕ່​ເມື່ອ​ຊາຕານ​ເຮັດ​ໃຫ້​ພະອົງ​ທຸກ​ທໍລະມານ​ແລະ​ຕາຍ​ຢ່າງ​ເຈັບ​ປວດ ພະ​ເຍຊູ​ກໍ​ຍັງ​ພັກດີ​ສະເໝີ. ພະອົງ​ພິສູດ​ໃຫ້​ເຫັນ​ວ່າ​ເປັນ​ໄປ​ໄດ້​ທີ່​ມະນຸດ​ສົມບູນ​ແບບ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ຢ່າງ​ຄົບ​ຖ້ວນ.

5. ເຮົາ​ຈະ​ມີ​ສ່ວນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ?

5 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ຊື່​ຂອງ​ພະ​ເຢໂຫວາ? ໂດຍ​ການ​ປະພຶດ​ຂອງ​ເຮົາ. ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ເຮົາ​ເປັນ​ຄົນ​ບໍລິສຸດ. (ອ່ານ 1 ເປໂຕ 1:15, 16) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ​ແລະ​ເຊື່ອ​ຟັງ​ພະອົງ​ດ້ວຍ​ສຸດ​ຫົວໃຈ. ແມ່ນ​ແຕ່​ເມື່ອ​ຖືກ​ຂົ່ມເຫງ ເຮົາ​ກໍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ທີ່​ພະອົງ​ສອນ. ໂດຍ​ການ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຮົາ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄຳ​ສັນລະເສີນ. (ມັດທາຍ 5:14-16) ເຮົາ​ຍັງ​ພິສູດ​ວ່າ​ກົດ​ໝາຍ​ຂອງ​ພະອົງ​ແມ່ນ​ດີ​ເລີດ​ແລະ​ຊາຕານ​ເປັນ​ຜູ້​ຕົວະ. ເນື່ອງ​ຈາກ​ເຮົາ​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ຜິດ​ພາດ. ແຕ່​ເມື່ອ​ເປັນ​ແບບ​ນັ້ນ ເຮົາ​ຈະ​ກັບ​ໃຈ​ແລະ​ພະຍາຍາມ​ສຸດ​ຂີດ​ເພື່ອ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ໄດ້​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ.—ຄຳເພງ 79:9

6. ເຖິງ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ແຕ່​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ເຮົາ​ຊອບທຳ?

6 ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ຖືກ​ເຈີມ​ຫຼື​ເປັນ “ແກະ​ອື່ນ” ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ຂອງ​ເຮົາ​ຖ້າ​ເຮົາ​ເຊື່ອ​ໃນ​ຄ່າໄຖ່. ສຳລັບ​ຜູ້​ທີ່​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ພະອົງ​ຍອມ​ຮັບ​ເຂົາ​ເຈົ້າ​ວ່າ​ເປັນ​ຜູ້​ນະມັດສະການ​ຂອງ​ພະອົງ. ພະອົງ​ປະກາດ​ວ່າ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຊອບທຳ​ໃນ​ຖານະ​ເປັນ​ລູກ ແລະ “ແກະ​ອື່ນ” ຊອບທຳ​ໃນ​ຖານະ​ເປັນ​ເພື່ອນ​ຂອງ​ພະອົງ. (ໂຢຮັນ 10:16; ໂລມ 5:1, 2; ຢາໂກໂບ 2:21-25) ແມ່ນ​ແຕ່​ໃນ​ຕອນ​ນີ້ ຄ່າໄຖ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.

“ຂໍ​ໃຫ້​ແຜ່ນດິນ​ຂອງ​ພະອົງ​ມາ​ຕັ້ງ​ຢູ່”

7. ຄ່າໄຖ່​ເຮັດ​ໃຫ້​ເລື່ອງ​ໃດ​ເປັນ​ໄປ​ໄດ້?

7 ໃນ​ຄຳ​ອະທິດຖານ​ແບບ​ຢ່າງ ພະ​ເຍຊູ​ເວົ້າ​ວ່າ: “ຂໍ​ໃຫ້​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະອົງ​ມາ​ຕັ້ງ​ຢູ່.” ຄ່າໄຖ່​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ? ລາຊະອານາຈັກ​ຫຼື​ລັດຖະບານ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ພະ​ເຍຊູ​ແລະ 144.000 ຄົນ​ທີ່​ຖືກ​ເລືອກ​ຈາກ​ທ່າມກາງ​ມະນຸດ. ຄ່າໄຖ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຄົນ​ເຫຼົ່າ​ນີ້​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ຢູ່​ໃນ​ສະຫວັນ. (ຄຳປາກົດ 5:9, 10; 14:1) ເຂົາ​ເຈົ້າ​ຈະ​ເປັນ​ກະສັດ ເປັນ​ປະໂລຫິດ ແລະ​ປົກຄອງ​ໂລກ​ນີ້​ຮ່ວມ​ກັບ​ພະ​ເຍຊູ​ເປັນ​ເວລາ​ໜຶ່ງ​ພັນ​ປີ. ໃນ​ລະຫວ່າງ​ນັ້ນ ພະ​ເຢໂຫວາ​ຈະ​ໃຊ້​ລາຊະອານາຈັກ​ເພື່ອ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ແລະ​ຊ່ວຍ​ມະນຸດ​ທຸກ​ຄົນ​ໃຫ້​ສົມບູນ​ແບບ. ໃນ​ທີ່​ສຸດ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທັງ​ຢູ່​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ຈະ​ກາຍ​ເປັນ​ຄອບຄົວ​ດຽວ. (ຄຳປາກົດ 5:13; 20:6) ພະ​ເຍຊູ​ຈະ​ທຳລາຍ​ຊາຕານ​ແລະ​ກຳຈັດ​ບັນຫາ​ທຸກ​ຢ່າງ​ທີ່​ມັນ​ກໍ່​ຂຶ້ນ.—ຕົ້ນເດີມ 3:15

8. (ກ) ພະ​ເຍຊູ​ຊ່ວຍ​ພວກ​ລູກ​ສິດ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ວ່າ​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ? (ຂ) ໃນ​ປັດຈຸບັນ​ນີ້​ເຮົາ​ຈະ​ສະໜັບສະໜູນ​ລາຊະອານາຈັກ​ແນວ​ໃດ?

8 ພະ​ເຍຊູ​ຊ່ວຍ​ພວກ​ລູກ​ສິດ​ໃຫ້​ເຂົ້າ​ໃຈ​ວ່າ​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ. ພະອົງ​ຊ່ວຍ​ແນວ​ໃດ? ທັນທີ​ຫຼັງ​ຈາກ​ຮັບ​ບັບເຕມາ ພະ​ເຍຊູ​ເລີ່ມ​ຕົ້ນ​ປະກາດ​ເລື່ອງ “ແຜ່ນດິນ​ຂອງ​ພະເຈົ້າ” ເຊິ່ງ​ກໍ​ຄື​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໃນ​ທຸກໆບ່ອນ​ທີ່​ພະອົງ​ໄປ. (ລືກາ 4:43) ພະອົງ​ຍັງ​ບອກ​ພວກ​ລູກ​ສິດ​ໃຫ້​ເປັນ​ພະຍານ​ກ່ຽວ​ກັບ​ພະອົງ “ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດຈະການ 1:6-8) ໃນ​ປັດຈຸບັນ ໂດຍ​ທາງ​ການ​ປະກາດ​ເລື່ອງ​ລາຊະອານາຈັກ ຜູ້​ຄົນ​ມີ​ໂອກາດ​ຮຽນ​ຮູ້​ກ່ຽວ​ກັບ​ຄ່າໄຖ່​ແລະ​ກາຍ​ເປັນ​ປະຊາຊົນ​ຂອງ​ລາຊະອານາຈັກ​ນີ້. ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ປະຊາຊົນ​ທີ່​ພັກດີ​ຂອງ​ລາຊະອານາຈັກ​ໂດຍ​ການ​ຊ່ວຍ​ຜູ້​ຖືກ​ເຈີມ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ.—ມັດທາຍ 24:14; 25:40

ຂໍ​ໃຫ້ “ນໍ້າໃຈ​ຂອງ​ພະອົງ​ສຳເລັດ”

9. ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ມະນຸດ​ສຳເລັດ?

9 ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເວົ້າ​ຕໍ່​ໄປ​ວ່າ: ຂໍ​ໃຫ້ “ນໍ້າໃຈ​ຂອງ​ພະອົງ​ສຳເລັດ”? ຖ້າ​ພະ​ເຢໂຫວາ​ບອກ​ວ່າ​ບາງ​ສິ່ງ​ຈະ​ເກີດ​ຂຶ້ນ ມັນ​ກໍ​ເກີດ​ຂຶ້ນ​ແທ້ໆ. (ເອຊາອີ 55:11) ການ​ກະບົດ​ຂອງ​ຊາຕານ​ບໍ່​ສາມາດ​ຢຸດ​ພະ​ເຢໂຫວາ​ໄດ້. ພະອົງ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ໂລກ​ນີ້? ພະອົງ​ຢາກ​ໃຫ້​ໂລກ​ນີ້​ເຕັມ​ໄປ​ດ້ວຍ​ລູກ​ຫຼານ​ທີ່​ສົມບູນ​ແບບ​ຂອງ​ອາດາມ​ແລະ​ເອວາ. (ຕົ້ນເດີມ 1:28) ຖ້າ​ທັງ​ສອງ​ຕາຍ​ໂດຍ​ບໍ່​ມີ​ລູກ ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ມີ​ລູກ. ຄ່າໄຖ່​ຈຶ່ງ​ເປີດ​ໂອກາດ​ໃຫ້​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ກາຍ​ເປັນ​ຄົນ​ສົມບູນ​ແບບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ເຢໂຫວາ​ຮັກ​ມະນຸດ​ແລະ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້.

10. ຄ່າໄຖ່​ມີ​ປະໂຫຍດ​ແນວ​ໃດ​ສຳລັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ?

10 ສຳລັບ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໂດຍ​ບໍ່​ມີ​ໂອກາດ​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ເດ? ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ຄົນ​ມີ​ຊີວິດ ດັ່ງ​ນັ້ນ ພະອົງ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ ແລະ​ຄ່າໄຖ່​ກໍ​ເຮັດ​ໃຫ້​ເລື່ອງ​ນີ້​ເປັນ​ໄປ​ໄດ້. ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ສາມາດ​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. (ກິດຈະການ 24:15) ພະ​ເຢໂຫວາ​ເປັນ​ບໍ່​ເກີດ​ຂອງ​ຊີວິດ ແລະ​ເມື່ອ​ພະອົງ​ມອບ​ຊີວິດ​ຄືນ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ ພະອົງ​ກໍ​ກາຍ​ເປັນ​ພໍ່​ຂອງ​ເຂົາ​ເຈົ້າ. (ຄຳເພງ 36:9) ໃນ​ຄຳ​ອະທິດຖານ​ແບບ​ຢ່າງ ພະ​ເຍຊູ​ເວົ້າ​ວ່າ​ພະ​ເຢໂຫວາ​ເປັນ ‘ບິດາ​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ.’ (ມັດທາຍ 6:9) ພະ​ເຢໂຫວາ​ໃຫ້​ພະ​ເຍຊູ​ມີ​ບົດບາດ​ສຳຄັນ​ໃນ​ການ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເວົ້າ​ວ່າ: “ເຮົາ​ຄື​ຄົນ​ທີ່​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ແລະ​ໃຫ້​ເຂົາ​ມີ​ຊີວິດ, ລ.ມ.”ໂຢຮັນ 6:40, 44; 11:25

11. ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ສຳລັບ “ຝູງ​ຄົນ​ເປັນ​ອັນ​ມາກ”?

11 ພະ​ເຍຊູ​ຍັງ​ເວົ້າ​ວ່າ: “ທຸກ​ຄົນ​ທີ່​ຈະ​ກະທຳ​ຕາມ​ນໍ້າໃຈ​ແຫ່ງ​ພະເຈົ້າ ຜູ້​ນັ້ນ​ເປັນ​ນ້ອງ​ຊາຍ​ແລະ​ນ້ອງ​ສາວ​ແລະ​ແມ່​ຂອງ​ເຮົາ.” (ມາລະໂກ 3:35) ເປັນ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ທີ່​ຄົນ​ຈາກ​ທຸກ​ຊາດ ທຸກ​ຕະກູນ ແລະ​ທຸກ​ພາສາ​ຈະ​ເຂົ້າ​ມາ​ເປັນ​ຜູ້​ນະມັດສະການ​ຂອງ​ພະອົງ. ເຂົາ​ເຈົ້າ​ຖືກ​ເອີ້ນ​ວ່າ ‘ຝູງ​ຄົນ​ເປັນ​ອັນ​ມາກ​ທີ່​ບໍ່​ມີ​ຜູ້​ໃດ​ຈະ​ນັບ​ໄດ້.’ ຄົນ​ເຫຼົ່າ​ນີ້​ເຊື່ອ​ໃນ​ຄ່າໄຖ່​ແລະ​ຕ້ອງການ​ເຊື່ອ​ຟັງ​ພະເຈົ້າ. ເຂົາ​ເຈົ້າ​ສັນລະເສີນ​ພະອົງ​ແລະ​ເວົ້າ​ວ່າ: ‘ຄວາມ​ພົ້ນ​ມາ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ​ຜູ້​ນັ່ງ​ທີ່​ພະ​ທີ່​ນັ່ງ​ແລະ​ມາ​ຈາກ​ລູກ​ແກະ.’—ຄຳປາກົດ 7:9, 10

12. ໃນ​ຄຳ​ອະທິດຖານ​ຂອງ​ພະ​ເຍຊູ ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ສຳລັບ​ມະນຸດ?

12 ໃນ​ຄຳ​ອະທິດຖານ​ຂອງ​ພະ​ເຍຊູ ເຮົາ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ມະນຸດ. ທຳອິດ ເຮົາ​ຮຽນ​ຮູ້​ວ່າ​ເຮົາ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສັນລະເສີນ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ. (ເອຊາອີ 8:13) ຄ່າໄຖ່​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ໄດ້​ຮັບ​ຄວາມ​ລອດ ແລະ​ຍັງ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ນຳ​ອີກ. ທີ່​ຈິງ ຊື່​ຂອງ​ພະ​ເຍຊູ​ມີ​ຄວາມ​ໝາຍ​ວ່າ: “ພະ​ເຢໂຫວາ​ເປັນ​ຄວາມ​ລອດ.” ທີ​ສອງ ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ລາຊະອານາຈັກ​ຂອງ​ພະອົງ​ເພື່ອ​ເຮັດ​ໃຫ້​ມະນຸດ​ທີ່​ເຊື່ອ​ຟັງ​ໄດ້​ຮັບ​ປະໂຫຍດ​ທຸກ​ຢ່າງ​ຈາກ​ຄ່າໄຖ່. ທີ​ສາມ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ບໍ່​ມີ​ສິ່ງ​ໃດ​ສາມາດ​ຢັບຢັ້ງ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ບໍ່​ໃຫ້​ສຳເລັດ.—ຄຳເພງ 135:6; ເອຊາອີ 46:9, 10

ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ຮູ້​ຄຸນຄ່າ​ໃນ​ຄ່າໄຖ່

13. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັບ​ບັບເຕມາ?

13 ການ​ອຸທິດ​ຊີວິດ​ໃຫ້​ພະ​ເຢໂຫວາ​ແລະ​ການ​ຮັບ​ບັບເຕມາ​ເປັນ​ວິທີ​ໜຶ່ງ​ທີ່​ສຳຄັນ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່ ແລະ​ທັງ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ແລະ ‘ເຮົາ​ເປັນ​ຄົນ​ຂອງ​ພະເຈົ້າ.’ (ໂລມ 14:8) ຕອນ​ຮັບ​ບັບເຕມາ ເຮົາ​ຂໍ​ກັບ​ພະ​ເຢໂຫວາ​ວ່າ​ໃຫ້​ເຮົາ​ມີ ‘ໃຈ​ຮູ້​ຜິດ​ແລະ​ຊອບ​ທີ່​ດີ.’ (1 ເປໂຕ 3:21) ພະອົງ​ຕອບ​ຄຳ​ອະທິດຖານ​ນັ້ນ​ໂດຍ​ໃຊ້​ປະໂຫຍດ​ຂອງ​ຄ່າໄຖ່​ກັບ​ເຮົາ. ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ພະອົງ​ຈະ​ໃຫ້​ເຮົາ​ທຸກ​ສິ່ງ​ຕາມ​ທີ່​ສັນຍາ​ໄວ້.—ໂລມ 8:32

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່? (ເບິ່ງ​ຂໍ້ 13, 14)

14. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສັ່ງ​ໃຫ້​ເຮົາ​ຮັກ​ຄົນ​ອື່ນ?

14 ພະ​ເຢໂຫວາ​ເຮັດ​ທຸກ​ສິ່ງ​ຍ້ອນ​ວ່າ​ມີ​ຄວາມ​ຮັກ. ພະອົງ​ມີ​ຈຸດ​ປະສົງ​ຢາກ​ໃຫ້​ຜູ້​ນະມັດສະການ​ທຸກ​ຄົນ​ຮຽນ​ແບບ​ພະອົງ​ແລະ​ຮັກ​ກັນ​ແລະ​ກັນ. (1 ໂຢຮັນ 4:8-11) ເມື່ອ​ເຮົາ​ຮັກ​ຄົນ​ອື່ນ ເຮົາ​ກໍ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ເຮົາ​ຢາກ​ເປັນ “ລູກ​ແຫ່ງ​ພະ​ບິດາ [ຂອງ​ເຮົາ] ຜູ້​ຢູ່​ໃນ​ສະຫວັນ.” (ມັດທາຍ 5:43-48) ໃນ​ຄຳ​ສັ່ງ​ສອງ​ຂໍ້​ເຊິ່ງ​ສຳຄັນ​ທີ່​ສຸດ ຂໍ້​ທຳອິດ​ແມ່ນ​ໃຫ້​ຮັກ​ພະ​ເຢໂຫວາ ແລະ​ຂໍ້​ທີ​ສອງ​ແມ່ນ​ໃຫ້​ຮັກ​ຄົນ​ອື່ນ. (ມັດທາຍ 22:37-40) ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ແມ່ນ​ການ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ຖ້າ​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຮັກ​ຄົນ​ອື່ນ ໂດຍ​ສະເພາະ​ແມ່ນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກໍ​ຈະ “ສົມບູນ​ຄົບ​ຖ້ວນ, ລ.ມ.”1 ໂຢຮັນ 4:12, 20

ຄ່າໄຖ່​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ດີ​ຈາກ​ພະ​ເຢໂຫວາ

15. (ກ) ໃນ​ຕອນ​ນີ້​ເຮົາ​ໄດ້​ຮັບ​ຫຍັງ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ​ຈາກ​ພະ​ເຢໂຫວາ? (ຂ) ໃນ​ອະນາຄົດ​ເຮົາ​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີ​ອັນ​ໃດ​ແດ່?

15 ພະ​ເຢໂຫວາ​ສັນຍາ​ວ່າ ຍ້ອນ​ເຮົາ​ເຊື່ອ​ໃນ​ຄ່າໄຖ່ ດັ່ງ​ນັ້ນ ບາບ​ຂອງ​ເຮົາ​ຈະ​ຖືກ “ລຶບ​ລ້າງ.” ພະອົງ​ສາມາດ​ໃຫ້​ອະໄພ​ບາບ​ຂອງ​ເຮົາ​ໄດ້​ແທ້ໆ. (ອ່ານ​ກິດຈະການ 3:19-21) ດັ່ງ​ທີ່​ໄດ້​ເວົ້າ​ໃນ​ກ່ອນ​ໜ້າ​ນີ້ ຄ່າໄຖ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ພະ​ເຢໂຫວາ​ຈະ​ຮັບ​ເອົາ​ມະນຸດ​ບາງ​ຄົນ​ໃຫ້​ເປັນ​ລູກ​ຂອງ​ພະອົງ​ຢູ່​ໃນ​ສະຫວັນ ແລະ​ຄົນ​ເຫຼົ່າ​ນີ້​ກໍ​ຄື​ຜູ້​ຖືກ​ເຈີມ. (ໂລມ 8:15-17) ພະອົງ​ເຊີນ​ຄົນ​ທີ່​ເປັນ “ແກະ​ອື່ນ” ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະອົງ​ທີ່​ຢູ່​ໂລກ​ນີ້. ເມື່ອ​ເຂົາ​ເຈົ້າ​ເປັນ​ຄົນ​ສົມບູນ​ແບບ​ແລ້ວ​ກໍ​ຈະ​ມີ​ການ​ທົດລອງ​ຄັ້ງ​ສຸດ​ທ້າຍ. ຖ້າ​ຄົນ​ເຫຼົ່າ​ນີ້​ພັກດີ​ຕໍ່​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຮັບ​ເອົາ​ເຂົາ​ເຈົ້າ​ເປັນ​ລູກ​ເຊັ່ນ​ກັນ. (ໂລມ 8:20, 21; ຄຳປາກົດ 20:7-9) ພະ​ເຢໂຫວາ​ຈະ​ຮັກ​ລູກ​ທຸກ​ຄົນ​ຂອງ​ພະອົງ​ສະເໝີ ແລະ​ຄ່າໄຖ່​ຈະ​ໃຫ້​ຜົນ​ປະໂຫຍດ​ຕະຫຼອດ​ໄປ. (ເຫບເລີ 9:12) ພະ​ເຢໂຫວາ​ໄດ້​ໃຫ້​ຂອງ​ຂວັນ​ທີ່​ມີ​ຄ່າ​ນີ້​ແກ່​ເຮົາ ແລະ​ບໍ່​ມີ​ໃຜ​ຈະ​ຍາດ​ເອົາ​ໄປ​ຈາກ​ເຮົາ​ໄດ້.

16. ຄ່າໄຖ່​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ໄດ້​ແນວ​ໃດ?

16 ຖ້າ​ເຮົາ​ກັບ​ໃຈ​ຈາກ​ຄວາມ​ຜິດ​ທີ່​ເຮົາ​ໄດ້​ເຮັດ ພະຍາມານ​ກໍ​ບໍ່​ສາມາດ​ຂັດ​ຂວາງ​ເຮົາ​ຈາກ​ການ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ. ພະ​ເຍຊູ​ຕາຍ “ເທື່ອ​ດຽວ” ແລະ​ຄ່າໄຖ່​ກໍ​ຖືກ​ຈ່າຍ​ຢ່າງ​ຖາວອນ. (ເຫບເລີ 9:24-26, ທ.ປ.) ອາດາມ​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ ແຕ່​ການ​ເສຍ​ສະລະ​ຊີວິດ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ຄ່າໄຖ່​ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະຫຼະ​ຈາກ​ໂລກ​ທີ່​ຊາຕານ​ປົກຄອງ​ແລະ​ຈາກ​ການ​ຢ້ານ​ຄວາມ​ຕາຍ.—ເຫບເລີ 2:14, 15

17. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ເຈົ້າ?

17 ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຈະ​ສຳເລັດ​ສະເໝີ. ກົດ​ຕ່າງໆທີ່​ພະອົງ​ຕັ້ງ​ໄວ້​ໃນ​ທຳມະຊາດ​ບໍ່​ເຄີຍ​ປ່ຽນ​ແປງ ດັ່ງ​ນັ້ນ ພະອົງ​ກໍ​ຈະ​ບໍ່​ປ່ຽນ​ແປງ​ເຊັ່ນ​ກັນ. ພະອົງ​ຈະ​ບໍ່​ມີ​ວັນ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ. (ມາລາກີ 3:6) ນອກ​ຈາກ​ຈະ​ໃຫ້​ຊີວິດ ພະ​ເຢໂຫວາ​ຍັງ​ໃຫ້​ຄວາມ​ຮັກ​ແກ່​ເຮົາ ແລະ​ຍ້ອນ​ແນວ​ນັ້ນ​ເຮົາ​ຈຶ່ງ ‘ຮູ້ຈັກ​ແລະ​ເຊື່ອ​ວ່າ​ພະເຈົ້າ​ໄດ້​ຮັກ​ເຮົາ. ພະເຈົ້າ​ເປັນ​ຄວາມ​ຮັກ.’ (1 ໂຢຮັນ 4:16) ຄຳ​ສັນຍາ​ຂອງ​ພະອົງ​ເປັນ​ຈິງ​ສະເໝີ. ອີກ​ບໍ່​ດົນ​ໂລກ​ນີ້​ຈະ​ກາຍ​ເປັນ​ອຸທິຍານ​ທີ່​ສວຍ​ງາມ ແລະ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ຫັ້ນ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ. ຈາກ​ນັ້ນ​ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ທັງ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ນີ້​ຈະ​ເວົ້າ​ວ່າ: “ຄວາມ​ສັນລະເສີນ ແລະ​ລັດ​ສະໝີ ແລະ​ຄວາມ​ປັນຍາ ແລະ​ຄວາມ​ໂມທະນາ​ພະ​ຄຸນ [“ການ​ຂອບຄຸນ,” ລ.ມ.] ແລະ​ຍົດ​ສັກ ແລະ​ອຳນາດ ແລະ​ລິດເດດ ຈົ່ງ​ມີ​ແກ່​ພະເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ສືບໆໄປ​ເປັນ​ນິດ. ອາແມນ.”—ຄຳປາກົດ 7:12