ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ຈະ​ສຳເລັດ!

ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ຈະ​ສຳເລັດ!

“ເຮົາ​ໄດ້​ບອກ​ແລ້ວ​ແລະ​ເຮົາ​ຈະ​ໃຫ້​ການ​ນັ້ນ​ບັງເກີດ​ມາ. ເຮົາ​ໄດ້​ໝາຍ​ໃຈ​ແລ້ວ​ແລະ​ເຮົາ​ຈະ​ໃຫ້​ສຳເລັດ.”—ເອຊາອີ 46:11

ເພງ: 147, 149

1, 2. (ກ) ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ເລື່ອງ​ຫຍັງ? (ຂ) ໃນ​ເອຊາອີ 46:10, 11 ແລະ 55:11 ມີ​ຄຳ​ສັນຍາ​ອັນ​ໃດ?

ຄຳເວົ້າ​ປະໂຫຍກ​ທຳອິດ​ໃນ​ຄຳພີ​ໄບເບິນ​ເປັນ​ຄຳ​ເວົ້າ​ທີ່​ງ່າຍໆແຕ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ປະໂຫຍກ​ນັ້ນ​ເວົ້າ​ວ່າ: “ເມື່ອ​ຕົ້ນເດີມ ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫຼາຍ​ແລະ​ແຜ່ນດິນ​ໂລກ.” (ຕົ້ນເດີມ 1:1) ພະ​ເຢໂຫວາ​ສ້າງ​ຫຼາຍ​ສິ່ງ​ໃນ​ເອກະພົບ ແຕ່​ເຮົາ​ໄດ້​ເຫັນ​ພຽງ​ບາງ​ສ່ວນ​ເທົ່າ​ນັ້ນ ແລະ​ເຮົາ​ກໍ​ເຂົ້າ​ໃຈ​ພຽງ​ໜ້ອຍ​ດຽວ​ກ່ຽວ​ກັບ​ເລື່ອງ​ອະວະກາດ ແສງ ແລະ​ແຮງ​ດຶງ​ດູດ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ແຕ່​ພະ​ເຢໂຫວາ​ບອກ​ໃຫ້​ເຮົາ​ຮູ້​ເລື່ອງ​ຈຸດ​ປະສົງ​ຂອງ​ພະອົງ​ສຳລັບ​ໂລກ​ນີ້​ແລະ​ມະນຸດ. ພະ​ເຢໂຫວາ​ໄດ້​ສ້າງ​ມະນຸດ​ຕາມ​ຮູບ​ແບບ​ຂອງ​ພະອົງ​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໃນ​ໂລກ​ນີ້. (ຕົ້ນເດີມ 1:26) ເຂົາ​ເຈົ້າ​ຈະ​ເປັນ​ລູກ​ຂອງ​ພະອົງ ແລະ​ພະອົງ​ຈະ​ເປັນ​ພໍ່​ຂອງ​ເຂົາ​ເຈົ້າ.

2 ໃນ​ຕົ້ນເດີມ​ບົດ​ທີ 3 ເຮົາ​ໄດ້​ຮູ້​ວ່າ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ຖືກ​ທ້າທາຍ. (ຕົ້ນເດີມ 3:1-7) ຢ່າງ​ໃດ​ກໍ​ຕາມ ພະອົງ​ສາມາດ​ແກ້ໄຂ​ບັນຫາ​ທຸກ​ຢ່າງ​ໄດ້ ແລະ​ບໍ່​ມີ​ໃຜ​ຈະ​ຂັດ​ຂວາງ​ພະອົງ​ໄດ້. (ເອຊາອີ 46:10, 11; 55:11) ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ຈຸດ​ປະສົງ​ດັ້ງເດີມ​ຂອງ​ພະ​ເຢໂຫວາ​ຈະ​ສຳເລັດ​ແທ້ໆໃນ​ເວລາ​ທີ່​ເໝາະ​ສົມ!

3. (ກ) ຄຳ​ສອນ​ເລື່ອງ​ໃດ​ທີ່​ສຳຄັນ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ພິຈາລະນາ​ຄຳ​ສອນ​ເຫຼົ່າ​ນີ້​ໃນ​ຕອນ​ນີ້? (ຄ) ເຮົາ​ຈະ​ເບິ່ງ​ຄຳຖາມ​ຫຍັງ​ແດ່?

3 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ຈຸດ​ປະສົງ​ແນວ​ໃດ​ສຳລັບ​ໂລກ​ນີ້​ແລະ​ມະນຸດ ແລະ​ທັງ​ຮູ້​ວ່າ​ພະ​ເຍຊູ​ມີ​ບົດບາດ​ແນວ​ໃດ​ໃນ​ຈຸດ​ປະສົງ​ນັ້ນ. ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ທີ່​ສຳຄັນ​ຫຼາຍ​ໃນ​ຄຳພີ​ໄບເບິນ ແລະ​ເບິ່ງ​ຄື​ວ່າ​ເປັນ​ຄວາມ​ຈິງ​ເລື່ອງ​ທຳອິດ​ທີ່​ເຮົາ​ໄດ້​ຮຽນ​ເມື່ອ​ເລີ່ມ​ສຶກສາ. ຕອນ​ນີ້​ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ຄຳ​ສອນ​ທີ່​ສຳຄັນ​ເຫຼົ່າ​ນີ້. ເຮົາ​ມີ​ໂອກາດ​ພິເສດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ໃນ​ໄລຍະ​ນີ້​ຂອງ​ທຸກໆປີ ເມື່ອ​ເຮົາ​ເຊີນ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ. (ລືກາ 22:19, 20) ຖ້າ​ຄົນ​ເຫຼົ່າ​ນັ້ນ​ເຂົ້າ​ຮ່ວມ​ໃນ​ງານ​ທີ່​ສຳຄັນ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຈຸດ​ປະສົງ​ທີ່​ດີ​ເລີດ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ຕອນ​ນີ້​ຈຶ່ງ​ເປັນ​ເວລາ​ເໝາະ​ສົມ​ທີ່​ຈະ​ຄິດ​ເຖິງ​ຄຳຖາມ​ທີ່​ສະເພາະ​ເຈາະ​ຈົງ​ເຊິ່ງ​ເຮົາ​ສາມາດ​ໃຊ້​ເພື່ອ​ກະຕຸ້ນ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ງານ​ນີ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ສາມ​ຄຳຖາມ ນັ້ນ​ຄື ພະ​ເຢໂຫວາ​ມີ​ຈຸດ​ປະສົງ​ແນວ​ໃດ​ສຳລັບ​ໂລກ​ນີ້​ແລະ​ມະນຸດ? ມີ​ຫຍັງ​ຜິດ​ພາດ​ບໍ? ແລະ​ເປັນ​ຫຍັງ​ຄ່າໄຖ່​ຂອງ​ພະ​ເຍຊູ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ເພື່ອ​ເປີດ​ໂອກາດ​ໃຫ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ເປັນ​ຈິງ?

ຜູ້​ສ້າງ​ມີ​ຈຸດ​ປະສົງ​ແນວ​ໃດ?

4. ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ‘ເລົ່າ​ເລື່ອງ​ລັດ​ສະໝີ​ຂອງ​ພະອົງ’ ແນວ​ໃດ?

4 ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທີ່​ໜ້າ​ອັດສະຈັນ​ໃຈ ເພາະ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ​ແມ່ນ​ດີ​ທີ່​ສຸດ. (ຕົ້ນເດີມ 1:31; ເຢເຣມີ 10:12) ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຄວາມ​ສວຍ​ງາມ​ແລະ​ຄວາມ​ເປັນ​ລະບຽບ​ໃນ​ສິ່ງ​ທີ່​ພະອົງ​ສ້າງ? ເຮົາ​ຮຽນ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ນັບ​ແຕ່​ສິ່ງ​ນ້ອຍໆໄປ​ເຖິງ​ສິ່ງ​ທີ່​ໃຫຍ່​ທີ່​ສຸດ ແມ່ນ​ມີ​ປະໂຫຍດ. ນອກ​ຈາກ​ນັ້ນ ເມື່ອ​ຄິດ​ເຖິງ​ຈຸລັງ​ຂອງ​ມະນຸດ​ເຊິ່ງ​ໜ້າ​ອັດສະຈັນ​ໃຈ ຫຼື​ເຫັນ​ແອ​ນ້ອຍ​ເກີດ​ໃໝ່ ຫຼື​ເບິ່ງ​ຕາເວັນ​ຕົກ​ດິນ​ທີ່​ສວຍ​ງາມ ເຮົາ​ຮູ້ສຶກ​ແນວ​ໃດ? ເຮົາ​ຊື່ນຊົມ​ໃນ​ສິ່ງ​ເຫຼົ່າ​ນີ້​ເພາະ​ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ຮູ້ຈັກ​ສິ່ງ​ທີ່​ສວຍ​ງາມ​ແທ້ໆ.—ອ່ານ​ຄຳເພງ 19:1; 104:24

5. ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ໃຫ້​ທຸກ​ສິ່ງ​ທີ່​ພະອົງ​ສ້າງ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ດີ?

5 ພະ​ເຢໂຫວາ​ໄດ້​ວາງ​ຂອບ​ເຂດ​ຢ່າງ​ດີ​ສຳລັບ​ທຸກ​ສິ່ງ​ທີ່​ພະອົງ​ສ້າງ. ພະອົງ​ສ້າງ​ກົດ​ຕ່າງໆໃນ​ທຳມະຊາດ​ແລະ​ກົດ​ທາງ​ສິນລະທຳ. ພະອົງ​ສ້າງ​ກົດ​ເຫຼົ່າ​ນີ້​ເພື່ອ​ທຸກ​ສິ່ງ​ໃນ​ເອກະພົບ​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້​ດີ. (ຄຳເພງ 19:7-9) ທຸກ​ສິ່ງ​ໃນ​ເອກະພົບ​ມີ​ທີ່​ຕັ້ງ​ແລະ​ໜ້າ​ທີ່​ຂອງ​ມັນ. ຕົວຢ່າງ​ເຊັ່ນ: ກົດ​ແຮງ​ດຶງ​ດູດ​ເຮັດ​ໃຫ້​ຊັ້ນ​ບັນຍາກາດ​ຢູ່​ໃກ້​ກັບ​ໂລກ ແລະ​ມັນ​ຄວບຄຸມ​ມະຫາສະໝຸດ​ແລະ​ກະແສ​ນໍ້າ. ຖ້າ​ບໍ່​ມີ​ແຮງ​ດຶງ​ດູດ ສິ່ງ​ທີ່​ມີ​ຊີວິດ​ກໍ​ຈະ​ບໍ່​ສາມາດ​ຢູ່​ໃນ​ໂລກ​ນີ້​ໄດ້. ຂອບ​ເຂດ​ຕ່າງໆທີ່​ພະ​ເຢໂຫວາ​ວາງ​ໄວ້​ໃນ​ທຳມະຊາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເປັນ​ລະບຽບ​ທີ່​ດີ​ໃນ​ເອກະພົບ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ມີ​ຈຸດ​ປະສົງ​ສຳລັບ​ໂລກ​ນີ້​ແລະ​ມະນຸດ. ໃນ​ການ​ປະກາດ ເຮົາ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ຜູ້​ສ້າງ​ເອກະພົບ​ທີ່​ໜ້າ​ອັດສະຈັນ​ນີ້.—ຄຳປາກົດ 4:11

6, 7. ພະ​ເຢໂຫວາ​ໃຫ້​ອາດາມ​ແລະ​ເອວາ​ມີ​ສິ່ງ​ທີ່​ດີ​ອັນ​ໃດ​ແດ່?

6 ພະ​ເຢໂຫວາ​ມີ​ຈຸດ​ປະສົງ​ໃຫ້​ມະນຸດ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້. (ຕົ້ນເດີມ 1:28; ຄຳເພງ 37:29) ພະອົງ​ໃຈ​ກວ້າງ​ແລະ​ໄດ້​ໃຫ້​ອາດາມ​ແລະ​ເອວາ​ມີ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ. (ອ່ານ​ຢາໂກໂບ 1:17) ພະອົງ​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ໃນ​ການ​ເລືອກ​ແລະ​ມີ​ຄວາມ​ສາມາດ​ທີ່​ຈະ​ຮັກ ຫາ​ເຫດຜົນ ແລະ​ມີ​ຄວາມ​ສຸກ​ໃນ​ສາຍ​ສຳພັນ​ກັບ​ຄົນ​ອື່ນ. ພະ​ເຢໂຫວາ​ເວົ້າ​ກັບ​ອາດາມ​ແລະ​ສັ່ງ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ດີ. ອາດາມ​ຍັງ​ຮຽນ​ຮູ້​ວິທີ​ເບິ່ງ​ແຍງ​ຕົວ​ເອງ ສັດ ແລະ​ແຜ່ນດິນ​ໂລກ. (ຕົ້ນເດີມ 2:15-17, 19, 20) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ໃຫ້​ອາດາມ​ແລະ​ເອວາ​ມີ​ຄວາມ​ສາມາດ​ໃນ​ການ​ຊີມ​ລົດ​ຊາດ ການ​ສຳ​ພັດ ການ​ເບິ່ງ​ເຫັນ ການ​ໄດ້​ຍິນ ແລະ​ການ​ດົມ​ກິ່ນ​ສິ່ງ​ດີໆທີ່​ພະອົງ​ສ້າງ​ເພື່ອ​ເຂົາ​ເຈົ້າ. ໂດຍ​ວິທີ​ນີ້ ທັງ​ສອງ​ຈະ​ມີ​ຄວາມ​ສຸກ​ກັບ​ຊີວິດ​ໃນ​ບ້ານ​ທີ່​ສວຍ​ງາມ​ຂອງ​ຕົວ​ເອງ. ອາດາມ​ກັບ​ເອວາ​ມີ​ວຽກ​ທີ່​ໜ້າ​ພໍ​ໃຈ​ມາກ​ມາຍ​ໃຫ້​ເຮັດ ແລະ​ເຂົາ​ເຈົ້າ​ສາມາດ​ຮຽນ​ຮູ້​ແລະ​ຄົ້ນ​ພົບ​ສິ່ງ​ໃໝ່ໆຕະຫຼອດ​ໄປ.

7 ມີ​ສິ່ງ​ໃດ​ອີກ​ທີ່​ເປັນ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ? ພະອົງ​ໃຫ້​ອາດາມ​ແລະ​ເອວາ​ສາມາດ​ມີ​ລູກ​ທີ່​ສົມບູນ​ແບບ ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ມີ​ລູກ​ທີ່​ສົມບູນ​ແບບ​ຕໍ່ໆໄປ​ຈົນ​ໃຫ້​ມະນຸດ​ເຕັມ​ໂລກ​ນີ້. ພະ​ເຢໂຫວາ​ຢາກ​ໃຫ້​ພໍ່​ແມ່​ຮັກ​ລູກ​ຂອງ​ຕົນ​ຄື​ກັບ​ທີ່​ພະອົງ​ຮັກ​ອາດາມ​ແລະ​ເອວາ. ພະອົງ​ມອບ​ໂລກ​ນີ້ ພ້ອມ​ທັງ​ທຸກ​ສິ່ງ​ທີ່​ມີ​ຄ່າ​ແລະ​ສວຍ​ງາມ​ໃນ​ນັ້ນ​ໃຫ້​ກັບ​ຄອບຄົວ​ມະນຸດ ດັ່ງ​ນັ້ນ ໂລກ​ນີ້​ຈະ​ເປັນ​ບ້ານ​ຂອງ​ເຂົາ​ເຈົ້າ​ຕະຫຼອດ​ໄປ.—ຄຳເພງ 115:16

ມີ​ຫຍັງ​ຜິດ​ພາດ​ບໍ?

8. ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຕັ້ງ​ກົດ​ທີ່​ກ່າວ​ໃນ​ຕົ້ນເດີມ 2:16, 17 ໃຫ້​ອາດາມ​ແລະ​ເອວາ?

8 ສິ່ງ​ຕ່າງໆບໍ່​ໄດ້​ເກີດ​ຜົນ​ທັນທີ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການ. ມີ​ຫຍັງ​ເກີດ​ຂຶ້ນ? ພະ​ເຢໂຫວາ​ຕັ້ງ​ກົດ​ງ່າຍໆຂໍ້​ໜຶ່ງ​ໃຫ້​ອາດາມ​ແລະ​ເອວາ​ເພື່ອ​ເຂົາ​ເຈົ້າ​ຈະ​ຮູ້ຈັກ​ຂີດ​ຈຳກັດ​ໃນ​ອິດ​ສະຫຼະ​ພາບ​ຂອງ​ຕົວ​ເອງ. ພະອົງ​ບອກ​ວ່າ: ‘ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້. ແຕ່​ວ່າ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ທີ່​ເຈົ້າ​ກິນ​ແຕ່​ໝາກ​ໄມ້​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.’ (ຕົ້ນເດີມ 2:16, 17) ເຂົາ​ເຈົ້າ​ສາມາດ​ເຂົ້າ​ໃຈ​ກົດ​ຂໍ້​ນີ້​ໄດ້​ງ່າຍໆ ແລະ​ມັນ​ກໍ​ບໍ່​ຍາກ​ທີ່​ຈະ​ເຊື່ອ​ຟັງ ເພາະ​ໃນ​ສວນ​ນັ້ນ​ມີ​ອາຫານ​ຫຼາຍ​ຢ່າງ​ທີ່​ແຊບໆໃຫ້​ກິນ.

9, 10. (ກ) ຊາຕານ​ກ່າວ​ຫາ​ພະ​ເຢໂຫວາ​ແນວ​ໃດ? (ຂ) ອາດາມ​ແລະ​ເອວາ​ໄດ້​ຕັດສິນ​ໃຈ​ເຮັດ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

9 ຊາຕານ​ພະຍາມານ​ໃຊ້​ງູ​ເພື່ອ​ຕົວະ​ເອວາ​ບໍ່​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພໍ່​ຂອງ​ລາວ. (ອ່ານ​ຕົ້ນເດີມ 3:1-5; ຄຳປາກົດ 12:9) ມັນ​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ວ່າ​ພະເຈົ້າ​ບໍ່​ອະນຸຍາດ​ໃຫ້​ລູກ​ຂອງ​ພະອົງ​ທີ່​ເປັນ​ມະນຸດ​ກິນ “ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ.” ນັ້ນ​ເປັນ​ຄື​ກັບ​ມັນ​ກຳລັງ​ເວົ້າ​ວ່າ: ‘ເຈົ້າ​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ​ບໍ?’ ຕໍ່​ມາ​ມັນ​ບອກ​ເອວາ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ.” ນັ້ນ​ເປັນ​ຄຳ​ຕົວະ. ຈາກ​ນັ້ນ​ຊາຕານ​ພະຍາຍາມ​ລໍ້​ລວງ​ເອວາ​ວ່າ ລາວ​ບໍ່​ຕ້ອງ​ເຊື່ອ​ຟັງ​ພະເຈົ້າ. ມັນ​ເວົ້າ​ວ່າ: “ພະເຈົ້າ​ຮູ້​ຢູ່​ວ່າ​ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ.” ຊາຕານ​ກຳລັງ​ໝາຍ​ຄວາມ​ວ່າ ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຂົາ​ເຈົ້າ​ກິນ​ໝາກ​ໄມ້​ນັ້ນ​ເພາະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ບາງ​ຢ່າງ​ທີ່​ພິເສດ. ໃນ​ທີ່​ສຸດ ຊາຕານ​ໃຫ້​ຄຳ​ສັນຍາ​ຕົວະ​ທີ່​ວ່າ: “ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.”

10 ອາດາມ​ແລະ​ເອວາ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ. ຈະ​ເຊື່ອ​ຟັງ​ພະເຈົ້າ​ບໍ ຫຼື​ເຊື່ອ​ຟັງ​ງູ? ໜ້າ​ເສົ້າໃຈ ທັງ​ສອງ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຊິ່ງ​ຖື​ວ່າ​ເປັນ​ການ​ປະຕິເສດ​ພະອົງ​ທີ່​ເປັນ​ພໍ່​ຂອງ​ເຂົາ​ເຈົ້າ​ແລະ​ໄປ​ຢູ່​ຝ່າຍ​ຊາຕານ. ຕອນ​ນີ້​ເຂົາ​ເຈົ້າ​ຢູ່​ດ້ວຍ​ຕົວ​ເອງ ນັ້ນ​ຄື​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ພະ​ເຢໂຫວາ.—ຕົ້ນເດີມ 3:6-13

11. ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ສາມາດ​ເມີນ​ເສີຍ​ຕໍ່​ຄວາມ​ຜິດ​ຂອງ​ອາດາມ​ແລະ​ເອວາ?

11 ເມື່ອ​ອາດາມ​ແລະ​ເອວາ​ລະເມີດ​ກົດ​ໝາຍ​ຂອງ​ພະເຈົ້າ ທັງ​ສອງ​ຈຶ່ງ​ບໍ່​ສົມບູນ​ແບບ​ອີກ​ຕໍ່​ໄປ. ຍິ່ງ​ກວ່າ​ນັ້ນ ເຂົາ​ເຈົ້າ​ກາຍ​ເປັນ​ສັດຕູ​ຂອງ​ພະເຈົ້າ​ເພາະ​ພະອົງ​ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ ແລະ ‘ຕາ​ຂອງ​ພະອົງ​ບໍລິສຸດ​ໂພດ​ທີ່​ຈະ​ເຫັນ​ການ​ຊົ່ວ​ຮ້າຍ.’ (ຫາບາກຸກ 1:13) ຖ້າ​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ຜິດ​ຂອງ​ອາດາມ​ແລະ​ເອວາ ສິ່ງ​ຕ່າງໆທີ່​ພະອົງ​ສ້າງ​ກໍ​ຈະ​ຖືກ​ຄຸກຄາມ. ທັງ​ທູດ​ສະຫວັນ​ແລະ​ມະນຸດ​ກໍ​ຈະ​ສົງໄສ​ວ່າ​ເຂົາ​ເຈົ້າ​ສາມາດ​ໄວ້​ວາງໃຈ​ຄຳ​ເວົ້າ​ຂອງ​ພະອົງ​ໄດ້​ແທ້ໆຫຼື​ບໍ່. ແຕ່​ພະ​ເຢໂຫວາ​ສັດ​ຊື່​ຕໍ່​ມາດຕະຖານ​ຂອງ​ພະອົງ ແລະ​ບໍ່​ເຄີຍ​ລະເມີດ​ມາດຕະຖານ​ເຫຼົ່າ​ນັ້ນ. (ຄຳເພງ 119:142) ເຖິງ​ວ່າ​ອາດາມ​ແລະ​ເອວາ​ມີ​ສິດ​ໃນ​ການ​ເລືອກ ແຕ່​ເຂົາ​ເຈົ້າ​ບໍ່​ສາມາດ​ຫຼີກ​ລ່ຽງ​ຜົນ​ໄດ້​ຮັບ​ຈາກ​ການ​ຂັດຂືນ​ພະ​ເຢໂຫວາ. ໃນ​ທີ່​ສຸດ​ທັງ​ສອງ​ກໍ​ຕາຍ​ແລະ​ກັບ​ໄປ​ເປັນ​ຂີ້ຝຸ່ນ​ດິນ​ທີ່​ເຂົາ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ.—ຕົ້ນເດີມ 3:19

12. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລູກ​ຫຼານ​ຂອງ​ອາດາມ?

12 ເມື່ອ​ອາດາມ​ແລະ​ເອວາ​ກິນ​ໝາກ​ໄມ້ ພະ​ເຢໂຫວາ​ບໍ່​ສາມາດ​ຍອມ​ຮັບ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ​ວ່າ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ພະອົງ. ພະອົງ​ໃຫ້​ເຂົາ​ເຈົ້າ​ໄປ​ຢູ່​ນອກ​ສວນ​ເອເດນ​ໂດຍ​ທີ່​ບໍ່​ສາມາດ​ກັບ​ເຂົ້າ​ມາ​ໃນ​ສວນ​ນັ້ນ​ໄດ້​ອີກ. (ຕົ້ນເດີມ 3:23, 24) ພະ​ເຢໂຫວາ​ໃຫ້​ທັງ​ສອງ​ປະສົບ​ກັບ​ຜົນ​ໄດ້​ຮັບ​ຈາກ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ. (ອ່ານ​ພະບັນຍັດ 32:4, 5) ຜົນ​ກໍ​ຄື ເຂົາ​ເຈົ້າ​ບໍ່​ສາມາດ​ຮຽນ​ແບບ​ຄຸນ​ລັກສະນະ​ທີ່​ດີ​ພ້ອມ​ຂອງ​ພະ​ເຢໂຫວາ​ໄດ້​ອີກ​ຕໍ່​ໄປ. ອາດາມ​ສູນ​ເສຍ​ອະນາຄົດ​ທີ່​ດີ​ເລີດ​ບໍ່​ແມ່ນ​ສຳລັບ​ຕົວ​ເອງ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ລູກ​ຫຼານ​ຂອງ​ລາວ​ນຳ​ອີກ. ລາວ​ໃຫ້​ໄດ້​ແຕ່​ຄວາມ​ບໍ່​ສົມບູນ​ແບບ ບາບ ແລະ​ຄວາມ​ຕາຍ​ເທົ່າ​ນັ້ນ. (ໂລມ 5:12) ອາດາມ​ເຮັດ​ໃຫ້​ເຂົາ​ເຈົ້າ​ພາດ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ອາດາມ​ແລະ​ເອວາ​ບໍ່​ສາມາດ​ມີ​ລູກ​ທີ່​ເປັນ​ຄົນ​ສົມບູນ​ແບບ ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ກໍ​ເຊັ່ນ​ດຽວ​ກັນ. ນັບ​ຕັ້ງ​ແຕ່​ຊາຕານ​ເຮັດ​ໃຫ້​ທັງ​ສອງ​ເປັນ​ສັດຕູ​ກັບ​ພະເຈົ້າ ມັນ​ກໍ​ພະຍາຍາມ​ຊັກ​ຈູງ​ມະນຸດ​ທຸກ​ຄົນ​ໃຫ້​ເຮັດ​ແບບ​ດຽວ​ກັນ​ນັ້ນ.—ໂຢຮັນ 8:44

ຄ່າໄຖ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ມີ​ສາຍ​ສຳພັນ​ກັບ​ພະເຈົ້າ

13. ພະ​ເຢໂຫວາ​ຢາກ​ໃຫ້​ມະນຸດ​ມີ​ສິ່ງ​ໃດ?

13 ເຖິງ​ວ່າ​ອາດາມ​ແລະ​ເອວາ​ໄດ້​ປະ​ຖິ້ມ​ພະ​ເຢໂຫວາ ແຕ່​ພະອົງ​ຍັງ​ຮັກ​ມະນຸດ​ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຕາຍ. (2 ເປໂຕ 3:9) ດັ່ງ​ນັ້ນ ພະອົງ​ຈຶ່ງ​ຈັດ​ຕຽມ​ທັນທີ​ເພື່ອ​ໃຫ້​ມະນຸດ​ສາມາດ​ມີ​ສາຍ​ສຳພັນ​ກັບ​ພະອົງ​ອີກ​ຄັ້ງ​ໜຶ່ງ. ພະ​ເຢໂຫວາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ​ໂດຍ​ທີ່​ບໍ່​ຂັດ​ກັບ​ມາດຕະຖານ​ຂອງ​ພະອົງ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

ຫຼັງ​ຈາກ​ອາດາມ​ແລະ​ເອວາ​ໄດ້​ປະ​ຖິ້ມ​ພະ​ເຢໂຫວາ ພະອົງ​ຈຶ່ງ​ຈັດ​ຕຽມ​ທັນທີ​ເພື່ອ​ໃຫ້​ມະນຸດ​ສາມາດ​ມີ​ສາຍ​ສຳພັນ​ກັບ​ພະອົງ​ອີກ​ຄັ້ງ​ໜຶ່ງ

14. (ກ) ໃນ​ໂຢຮັນ 3:16 ພະເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ພົ້ນ​ຈາກ​ບາບ ແລະ​ຄວາມ​ຕາຍ? (ຂ) ເຮົາ​ສາມາດ​ລົມ​ກັບ​ຜູ້​ຄົນ​ໂດຍ​ໃຊ້​ຄຳຖາມ​ໃດ?

14 ອ່ານ​ໂຢຮັນ 3:16. ຫຼາຍ​ຄົນ​ທີ່​ເຮົາ​ເຊີນ​ມາ​ການ​ປະຊຸມ​ອະນຸສອນ​ຮູ້ຈັກ​ພະ​ຄຳພີ​ຂໍ້​ນີ້​ດີ. ແຕ່​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຄ່າໄຖ່​ຂອງ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ? ເຮົາ​ມີ​ໂອກາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ຄຳຕອບ​ຂອງ​ຄຳຖາມ​ຂໍ້​ນີ້​ເມື່ອ​ເຮົາ​ເຊີນ​ຄົນ​ເຫຼົ່າ​ນີ້​ມາ​ການ​ປະຊຸມ​ອະນຸສອນ ເມື່ອ​ຢູ່​ກັບ​ເຂົາ​ເຈົ້າ​ໃນ​ການ​ປະຊຸມ​ອະນຸສອນ ແລະ​ເມື່ອ​ໄປ​ຢາມ​ເຂົາ​ເຈົ້າ​ຫຼັງ​ຈາກ​ນັ້ນ. ແຮ່ງ​ເຂົາ​ເຈົ້າ​ເຂົ້າ​ໃຈ​ເລື່ອງ​ຄ່າໄຖ່​ຫຼາຍ​ເທົ່າ​ໃດ ເຂົາ​ເຈົ້າ​ກໍ​ຈະ​ສຳນຶກ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ຫຼາຍ​ແລະ​ພະອົງ​ສະຫຼາດ​ສຸຂຸມ​ແທ້ໆ. ມີ​ຈຸດ​ໃດ​ແດ່​ກ່ຽວ​ກັບ​ຄ່າໄຖ່​ທີ່​ເຮົາ​ຈະ​ລົມ​ກັບ​ເຂົາ​ເຈົ້າ?

15. ພະ​ເຍຊູ​ຕ່າງ​ຈາກ​ອາດາມ​ແນວ​ໃດ?

15 ພະ​ເຢໂຫວາ​ໄດ້​ຈັດ​ຕຽມ​ມະນຸດ​ຄົນ​ໜຶ່ງ​ທີ່​ສົມບູນ​ແບບ​ເຊິ່ງ​ສາມາດ​ມອບ​ຊີວິດ​ເພື່ອ​ເປັນ​ຄ່າໄຖ່. ມະນຸດ​ທີ່​ສົມບູນ​ແບບ​ຄົນ​ນີ້​ຕ້ອງ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ເຕັມ​ໃຈ​ເສຍ​ສະລະ​ຊີວິດ​ເພື່ອ​ມະນຸດ. (ໂລມ 5:17-19) ພະ​ເຍຊູ​ເປັນ​ສິ່ງ​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ ແລະ​ພະອົງ​ໄດ້​ຍ້າຍ​ຊີວິດ​ຂອງ​ພະ​ເຍຊູ​ຈາກ​ສະຫວັນ​ໃຫ້​ມາ​ຢູ່​ໂລກ​ນີ້. (ໂຢຮັນ 1:14) ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເປັນ​ມະນຸດ​ສົມບູນ​ແບບ​ຄື​ກັບ​ທີ່​ອາດາມ​ເຄີຍ​ເປັນ. ແຕ່​ພະ​ເຍຊູ​ບໍ່​ຄື​ກັບ​ອາດາມ​ໃນ​ຈຸດ​ທີ່​ວ່າ​ພະອົງ​ເຮັດ​ຕາມ​ມາດຕະຖານ​ທີ່​ພະ​ເຢໂຫວາ​ຄາດ​ໝາຍ​ຈາກ​ມະນຸດ​ສົມບູນ​ແບບ. ແມ່ນ​ແຕ່​ເມື່ອ​ປະສົບ​ກັບ​ການ​ທົດລອງ​ທີ່​ຮ້າຍແຮງ​ທີ່​ສຸດ ພະອົງ​ກໍ​ບໍ່​ເຄີຍ​ລະເມີດ​ກົດ​ໝາຍ​ຂອງ​ພະເຈົ້າ?

16. ເປັນ​ຫຍັງ​ຄ່າໄຖ່​ຈຶ່ງ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ?

16 ການ​ທີ່​ພະ​ເຍຊູ​ຕາຍ​ໃນ​ຖານະ​ເປັນ​ຄົນ​ສົມບູນ​ແບບ ພະອົງ​ສາມາດ​ຊ່ວຍ​ມະນຸດ​ທຸກ​ຄົນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ພະ​ເຍຊູ​ທຽບ​ເທົ່າ​ພໍ​ດີ​ກັບ​ທຸກ​ສິ່ງ​ທີ່​ອາດາມ​ຄວນ​ຈະ​ເປັນ ນັ້ນ​ຄື ພະອົງ​ເປັນ​ຄົນ​ສົມບູນ​ແບບ ເຊື່ອ​ຟັງ​ແລະ​ພັກດີ​ຕໍ່​ພະເຈົ້າ​ຢ່າງ​ແທ້​ຈິງ. (1 ຕີໂມເຕ 2:6) ພະອົງ​ຕາຍ​ເພື່ອ​ເຮົາ ແລະ​ການ​ເສຍ​ສະລະ​ແບບ​ນັ້ນ​ເຮັດ​ໃຫ້​ມະນຸດ​ທຸກ​ຄົນ​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ມັດທາຍ 20:28) ຄ່າໄຖ່​ເປັນ​ສິ່ງ​ສຳຄັນ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະເຈົ້າ​ສຳເລັດ.—2 ໂກລິນໂທ 1:19, 20

ພະ​ເຢໂຫວາ​ໄດ້​ເປີດ​ໂອກາດ​ໃຫ້​ເຮົາ​ກັບ​ຄືນ​ມາ

17. ຄ່າໄຖ່​ເຮັດ​ໃຫ້​ສິ່ງ​ໃດ​ເປັນ​ໄປ​ໄດ້?

17 ການ​ທີ່​ພະ​ເຢໂຫວາ​ຈັດ​ຕຽມ​ຄ່າໄຖ່​ເປັນ​ການ​ເສຍ​ສະລະ​ທີ່​ຍິ່ງໃຫຍ່. (1 ເປໂຕ 1:19) ພະອົງ​ເຫັນ​ວ່າ​ເຮົາ​ມີ​ຄ່າ​ຫຼາຍ​ຈົນ​ເຕັມ​ໃຈ​ໃຫ້​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະອົງ​ຕາຍ​ເພື່ອ​ເຮົາ. (1 ໂຢຮັນ 4:9, 10) ໃນ​ແງ່​ໜຶ່ງ ພະ​ເຍຊູ​ໄດ້​ກາຍ​ເປັນ​ພໍ່​ຂອງ​ເຮົາ​ແທນ​ທີ່​ຈະ​ແມ່ນ​ອາດາມ. (1 ໂກລິນໂທ 15:45) ພະອົງ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ ແຕ່​ຍັງ​ເຮັດ​ໃຫ້​ເຮົາ​ໄດ້​ກັບ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ພະເຈົ້າ​ໃນ​ອະນາຄົດ. ໂດຍ​ທາງ​ຄ່າໄຖ່ ມະນຸດ​ຈະ​ກາຍ​ເປັນ​ຄົນ​ສົມບູນ​ແບບ ແລະ​ພະ​ເຢໂຫວາ​ຈະ​ຮັບ​ເອົາ​ເຂົາ​ເຈົ້າ​ກັບ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ພະອົງ​ໂດຍ​ບໍ່​ໄດ້​ລະເມີດ​ກົດ​ໝາຍ​ຂອງ​ພະອົງ​ເອງ. ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ນັ້ນ​ຈະ​ດີ​ຫຼາຍ​ສໍ່າ​ໃດ​ເມື່ອ​ທຸກ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ​ກາຍ​ເປັນ​ຄົນ​ສົມບູນ​ແບບ! ໃນ​ທີ່​ສຸດ ທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້​ຈະ​ກົມ​ກຽວ​ກັນ​ຄື​ຄອບຄົວ​ດຽວ ແລະ​ເຮົາ​ທຸກ​ຄົນ​ຈະ​ເປັນ​ລູກ​ຂອງ​ພະເຈົ້າ.—ໂລມ 8:21

18. ເມື່ອ​ໃດ​ທີ່​ພະ​ເຢໂຫວາ​ຈະ​ກາຍ​ເປັນ “ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ”?

18 ເຖິງ​ວ່າ​ພໍ່​ແມ່​ຄູ່​ທຳອິດ​ຂອງ​ເຮົາ​ປະຕິເສດ​ພະ​ເຢໂຫວາ ແຕ່​ພະອົງ​ຍັງ​ຮັກ​ມະນຸດ​ແລະ​ໄດ້​ຈັດ​ຕຽມ​ໃຫ້​ມີ​ຄ່າໄຖ່. ເປັນ​ຄວາມ​ຈິງ​ທີ່​ເຮົາ​ບໍ່​ສົມບູນ​ແບບ ແຕ່​ຊາຕານ​ກໍ​ບໍ່​ສາມາດ​ຂັດ​ຂວາງ​ເຮົາ​ຈາກ​ການ​ເປັນ​ຄົນ​ທີ່​ພັກດີ​ຕໍ່​ພະ​ເຢໂຫວາ. ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ຊອບທຳ​ຢ່າງ​ຄົບ​ຖ້ວນ. ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ຊີວິດ​ຈະ​ເປັນ​ແນວ​ໃດ​ເມື່ອ​ທຸກ​ຄົນ ‘ເຫັນ [“ຍອມ​ຮັບ,” ລ.ມ.] ພະ​ບຸດ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ບຸດ’ ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ໂຢຮັນ 6:40) ພໍ່​ທີ່​ຮັກ​ແລະ​ສຸຂຸມ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ​ແລະ​ຊ່ວຍ​ມະນຸດ​ໃຫ້​ກາຍ​ເປັນ​ຄົນ​ສົມບູນ​ແບບ. ຈາກ​ນັ້ນ​ພະ​ເຢໂຫວາ​ຈະ​ກາຍ​ເປັນ “ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ.”—1 ໂກລິນໂທ 15:28, ລ.ມ.

19. (ກ) ຄວາມ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຄວນ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຫຍັງ? (ເບິ່ງ​ຂອບ “ ໃຫ້​ເຮົາ​ໄປ​ຊອກ​ຫາ​ຄົນ​ທີ່​ສົນ​ໃຈ​ຟັງ”) (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ເລື່ອງ​ຫຍັງ?

19 ຄວາມ​ຮູ້​ຄຸນຄ່າ​ຕໍ່​ຄ່າໄຖ່​ຄວນ​ກະຕຸ້ນ​ເຮົາ​ໃຫ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຂອງ​ຂວັນ​ນີ້​ທີ່​ມີ​ຄ່າ. ຜູ້​ຄົນ​ຈຳເປັນ​ຕ້ອງ​ຮູ້​ວ່າ​ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ໄດ້​ສະເໜີ​ດ້ວຍ​ຄວາມ​ຮັກ​ທີ່​ຈະ​ໃຫ້​ມະນຸດ​ທຸກ​ຄົນ​ມີ​ໂອກາດ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ແຕ່​ຄ່າໄຖ່​ມີ​ຄຸນຄ່າ​ຫຼາຍ​ກວ່າ​ນັ້ນ ເພາະ​ຄ່າໄຖ່​ແກ້ໄຂ​ຂໍ້​ສົງໄສ​ຕ່າງໆທີ່​ຊາຕານ​ຕັ້ງ​ຂຶ້ນ​ໃນ​ສວນ​ເອເດນ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ວ່າ​ຄ່າໄຖ່​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ.