ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ອັກຄະສາວົກ​ໂປໂລ​ຂຽນ​ວ່າ ພະ​ເຢໂຫວາ ‘ຈະ​ບໍ່​ໃຫ້​ທ່ານ​ທັງ​ຫຼາຍ​ຖືກ​ທົດລອງ [“ລໍ້​ໃຈ,” ລ.ມ.] ຈົນ​ເກີນ​ຈະ​ທົນ​ໄດ້.’ (1 ໂກລິນໂທ 10:13) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຕັດສິນ​ໃຈ​ໄວ້​ລ່ວງ​ໜ້າ​ບໍ ໃນ​ສິ່ງ​ໃດ​ທີ່​ເຮົາ​ຈະ​ອົດ​ທົນ​ໄດ້ ແລະ​ຈາກ​ນັ້ນ​ກໍ​ເລືອກ​ວ່າ​ຈະ​ໃຫ້​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ​ແບບ​ໜຶ່ງ?

ຖ້າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ ໃຫ້​ຄິດ​ເບິ່ງ​ວ່າ​ມັນ​ຈະ​ສົ່ງ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຊີວິດ​ຂອງ​ເຮົາ. ສົມມຸດ​ວ່າ​ລູກ​ຊາຍ​ຂອງ​ພີ່​ນ້ອງ​ຄົນ​ໜຶ່ງ​ຂ້າ​ຕົວ​ຕາຍ. ແນ່ນອນ​ວ່າ​ພໍ່​ຕ້ອງ​ຫົວໃຈ​ແຕກ​ສະ​ຫຼາຍ. ລາວ​ຄົງ​ສົງໄສ​ວ່າ​ພະ​ເຢໂຫວາ​ໄດ້​ເບິ່ງ​ໄປ​ທີ່​ອະນາຄົດ​ແລະ​ຕັດສິນ​ໃຈ​ວ່າ​ລາວ​ແລະ​ເມຍ​ຈະ​ອົດ​ທົນ​ກັບ​ເລື່ອງ​ທີ່​ໂສກ​ເສົ້າ​ເຊັ່ນ​ນີ້​ໄດ້. ໃນ​ລະບົບ​ນີ້ ພວກ​ເຮົາ​ຫຼາຍ​ຄົນ​ຈະ​ປະສົບ​ກັບ​ເລື່ອງ​ທີ່​ໂສກ​ເສົ້າ. ດັ່ງ​ນັ້ນ ເຮົາ​ຄວນ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ຄວບຄຸມ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ເຮົາ?

ເມື່ອ​ເບິ່ງ 1 ໂກລິນໂທ 10:13 ເຮົາ​ຈະ​ເຫັນ​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ສະໜັບສະໜູນ​ຄວາມ​ຄິດ​ທີ່​ວ່າ​ພະ​ເຢໂຫວາ​ຮູ້​ລ່ວງ​ໜ້າ​ໃນ​ສິ່ງ​ທີ່​ເຮົາ​ຈະ​ອົດ​ທົນ​ໄດ້​ແລະ​ຈາກ​ນັ້ນ​ກໍ​ຕັດສິນ​ໃຈ​ວ່າ​ຈະ​ໃຫ້​ເຮົາ​ປະສົບ​ກັບ​ການ​ທົດລອງ​ແບບ​ໃດ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນີ້? ໃຫ້​ເຮົາ​ເບິ່ງ​ສີ່​ເຫດຜົນ​ນຳ​ກັນ.

ເຫດຜົນ​ທີ​ໜຶ່ງ ພະ​ເຢໂຫວາ​ໃຫ້​ມະນຸດ​ມີ​ສິດ​ໃນ​ການ​ເລືອກ ນັ້ນ​ຄື​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ. ພະອົງ​ຢາກ​ໃຫ້​ເຮົາ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. (ພະບັນຍັດ 30:19, 20; ໂຢຊວຍ 24:15) ຖ້າ​ເຮົາ​ຕັດສິນ​ໃຈ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ກໍ​ໄວ້​ວາງໃຈ​ໄດ້​ວ່າ​ພະອົງ​ຈະ​ຊີ້​ນຳ​ເຮົາ. (ສຸພາສິດ 16:9) ແຕ່​ເມື່ອ​ເຮົາ​ຕັດສິນ​ໃຈ​ແບບ​ທີ່​ບໍ່​ດີ ເຮົາ​ກໍ​ຈະ​ໄດ້​ຮັບ​ຜົນ​ຈາກ​ການ​ຕັດສິນ​ໃຈ​ນັ້ນ. (ຄາລາຊີ 6:7) ຖ້າ​ພະ​ເຢໂຫວາ​ເລືອກ​ວ່າ​ຈະ​ໃຫ້​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ມີ​ສິດ​ໃນ​ການ​ເລືອກ​ແທ້ໆບໍ?

ເຫດຜົນ​ທີ​ສອງ ພະ​ເຢໂຫວາ​ບໍ່​ໄດ້​ປົກ​ປ້ອງ​ເຮົາ​ໄວ້​ຈາກ “ເຫດການ​ທີ່​ບໍ່​ຄາດ​ຄິດ.” (ຜູ້​ເທສະໜາ​ປ່າວ​ປະກາດ 9:11, ລ.ມ) ຄົນ​ຜູ້​ໜຶ່ງ​ອາດ​ປະສົບ​ອຸບັດ​ຕິ​ເຫດ​ຮ້າຍແຮງ​ຍ້ອນ​ຢູ່​ຜິດ​ບ່ອນ​ຜິດ​ເວລາ. ພະ​ເຍຊູ​ເວົ້າ​ເຖິງ​ເຫດການ​ທີ່​ເຮັດ​ໃຫ້ 18 ຄົນ​ຕາຍ​ຍ້ອນ​ຫໍ​ຄອຍ​ລົ້ມ​ລົງ​ມາ​ທັບ​ເຂົາ​ເຈົ້າ. ພະອົງ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະເຈົ້າ​ບໍ່​ໄດ້​ເປັນ​ຕົ້ນ​ເຫດ​ຂອງ​ການ​ຕາຍ​ນີ້. (ລືກາ 13:1-5) ມັນ​ບໍ່​ມີ​ເຫດຜົນ​ທີ່​ຈະ​ຄິດ​ວ່າ​ກ່ອນ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ ພະເຈົ້າ​ໄດ້​ຕັດສິນ​ໃຈ​ໄວ້​ແລ້ວ​ວ່າ​ໃຜ​ຈະ​ຢູ່​ຫຼື​ຕາຍ.

ເຫດຜົນ​ທີ​ສາມ ເຮົາ​ແຕ່​ລະ​ຄົນ​ຕ້ອງ​ພິສູດ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພະ​ເຢໂຫວາ. ຊາຕານ​ໄດ້​ເວົ້າ​ວ່າ ຄົນ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຂົາ​ເຈົ້າ​ໄດ້​ບາງ​ສິ່ງ​ຈາກ​ພະອົງ. ຊາຕານ​ອ້າງ​ວ່າ ເຮົາ​ຈະ​ບໍ່​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຖ້າ​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ. (ໂຢບ 1:9-11; 2:4; ຄຳປາກົດ 12:10) ດັ່ງ​ນັ້ນ ຖ້າ​ພະ​ເຢໂຫວາ​ປົກ​ປ້ອງ​ເຮົາ​ຈາກ​ຄວາມ​ຍາກ​ລຳບາກ​ບາງ​ຢ່າງ ນັ້ນ​ອາດ​ເບິ່ງ​ຄື​ວ່າ​ຊາຕານ​ເວົ້າ​ຖືກ.

ເຫດຜົນ​ທີ​ສີ່ ພະ​ເຢໂຫວາ​ເລືອກ​ທີ່​ຈະ​ບໍ່​ຮູ້​ທຸກ​ສິ່ງ​ເຊິ່ງ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ​ໃນ​ອະນາຄົດ. ແນ່ນອນ​ວ່າ​ພະ​ເຢໂຫວາ​ສາມາດ​ຮູ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຖ້າ​ພະອົງ​ຕ້ອງການ​ຢາກ​ຮູ້. (ເອຊາອີ 46:10) ແຕ່​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ເລືອກ​ທີ່​ຈະ​ບໍ່​ຮູ້​ທຸກ​ສິ່ງ​ລ່ວງ​ໜ້າ. (ຕົ້ນເດີມ 18:20, 21; 22:12) ພະ​ເຢໂຫວາ​ມີ​ຄວາມ​ຮັກ​ແລະ​ຊອບທຳ ດັ່ງ​ນັ້ນ ພະອົງ​ຈຶ່ງ​ບໍ່​ເຂົ້າ​ແຊກ​ແຊງ​ອິດ​ສະຫຼະ​ໃນ​ການ​ເລືອກ​ຂອງ​ເຮົາ.—ພະບັນຍັດ 32:4; 2 ໂກລິນໂທ 3:17

ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເວົ້າ​ວ່າ ພະ​ເຢໂຫວາ ‘ຈະ​ບໍ່​ໃຫ້​ທ່ານ​ທັງ​ຫຼາຍ​ຖືກ​ທົດລອງ [“ລໍ້​ໃຈ,” ລ.ມ.] ຈົນ​ເກີນ​ຈະ​ທົນ​ໄດ້’? ໃນ​ຂໍ້​ນີ້​ລາວ​ກຳລັງ​ອະທິບາຍ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ໃນ​ລະຫວ່າງ​ທີ່​ມີ​ຄວາມ​ຍາກ​ລຳບາກ ບໍ່​ແມ່ນ​ກ່ອນ​ມັນ​ເກີດ​ຂຶ້ນ. * (ເບິ່ງ​ໄຂ​ເງື່ອນ) ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ຄວາມ​ຍາກ​ລຳບາກ​ຕ່າງໆໃນ​ຊີວິດ. (ຄຳເພງ 55:22) ເຮົາ​ຈະ​ເບິ່ງ​ສອງ​ເຫດຜົນ​ທີ່​ໂປໂລ​ສາມາດ​ເວົ້າ​ແບບ​ນີ້​ໄດ້.

ເຫດຜົນ​ທຳອິດ ຄວາມ​ຍາກ​ລຳບາກ​ທີ່​ເຮົາ​ປະສົບ​ແມ່ນ “ເກີດ​ຂຶ້ນ​ກັບ​ຄົນ​ອື່ນ​ມາ​ແລ້ວ, ລ.ມ.” ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ລະບົບ​ຂອງ​ຊາຕານ ເຮົາ​ຈະ​ປະສົບ​ກັບ​ສະພາບການ​ທີ່​ຫຍຸ້ງຍາກ ບາງ​ເທື່ອ​ເຖິງ​ຂັ້ນ​ຮ້າຍແຮງ​ຊໍ້າ. ແຕ່​ຖ້າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ເຫຼົ່າ​ນີ້​ແລະ​ຮັກສາ​ຄວາມ​ພັກດີ​ໄວ້​ໄດ້. (1 ເປໂຕ 5:8, 9) ໃນ​ຂໍ້​ຕົ້ນໆຂອງ 1 ໂກລິນໂທ​ບົດ 10 ໂປໂລ​ຂຽນ​ກ່ຽວ​ກັບ​ການ​ທົດລອງ​ບາງ​ຢ່າງ​ທີ່​ຊາວ​ອິດສະລາແອນ​ປະສົບ​ໃນ​ປ່າ​ທຸລະກັນດານ. (1 ໂກລິນໂທ 10:6-11) ຄົນ​ທີ່​ໄວ້​ວາງໃຈ​ພະ​ເຢໂຫວາ​ສາມາດ​ອົດ​ທົນ​ກັບ​ການ​ທົດລອງ​ເຫຼົ່າ​ນັ້ນ​ໄດ້ ແຕ່​ຊາວ​ອິດສະລາແອນ​ບາງ​ຄົນ​ບໍ່​ເຊື່ອ​ຟັງ​ພະອົງ. ເຂົາ​ເຈົ້າ​ບໍ່​ໄດ້​ຮັກສາ​ຄວາມ​ພັກດີ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄວ້​ວາງໃຈ​ພະອົງ.

ເຫດຜົນ​ທີ​ສອງ ‘ພະເຈົ້າ​ສັດ​ຊື່.’ ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເມື່ອ​ເຮົາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ແຍງ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ຕະຫຼອດ​ປະຫວັດສາດ​ທີ່​ຜ່ານ​ມາ ເຮົາ​ເຫັນ​ວ່າ​ພະອົງ​ຊ່ວຍ​ເຫຼືອ​ຢ່າງ​ພັກດີ​ຕໍ່ ‘ຄົນ​ທີ່​ຮັກ​ພະອົງ​ແລະ​ທີ່​ຖື​ຮັກສາ​ຄຳ​ສັ່ງ​ຂອງ​ພະອົງ.’ (ພະບັນຍັດ 7:9) ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກສາ​ຄຳ​ສັນຍາ​ຂອງ​ພະອົງ​ສະເໝີ. (ໂຢຊວຍ 23:14) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ (1) ພະ​ເຢໂຫວາ​ຈະ​ບໍ່​ປ່ອຍ​ໃຫ້ຄວາມ​ຍາກ​ລຳບາກ​ຕ່າງໆໜັກ​ເກີນ​ທີ່​ເຮົາ​ຈະ​ອົດ​ທົນ​ໄດ້ ແລະ (2) ພະອົງ​ຈະ​ໃຫ້​ເຮົາ​ມີ “ທາງ​ທີ່​ໜີ​ໄດ້” ຫຼື​ມີ​ທາງ​ອອກ.

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ອ່ານ​ຄຳພີ​ໄບເບິນ, ອະທິດຖານ ແລະ​ພົບ​ກັບ​ຜູ້​ເຖົ້າ​ແກ່​ສອງ​ຄົນ

ພະ​ເຢໂຫວາ​ໃຫ້​ມີ “ທາງ​ທີ່​ໜີ​ໄດ້” ແນວ​ໃດ​ສຳລັບ​ຄົນ​ທີ່​ໄວ້​ວາງໃຈ​ພະອົງ? ແນ່ນອນ​ວ່າ​ພະອົງ​ສາມາດ​ກຳຈັດ​ຄວາມ​ຍາກ​ລຳບາກ. ແຕ່​ຂໍ​ໃຫ້​ຈື່​ສິ່ງ​ທີ່​ໂປໂລ​ບອກ ພະ​ເຢໂຫວາ​ຈະ ‘ໃຫ້​ມີ​ທາງ​ທີ່​ໜີ​ໄດ້ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ອົດ​ທົນ​ໄດ້.’ ດັ່ງ​ນັ້ນ ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ທາງ​ອອກ​ສະເໝີ​ໂດຍ​ເສີມ​ກຳລັງ​ເຮົາ​ໃຫ້​ຮັກສາ​ຄວາມ​ພັກດີ. ໃຫ້​ເຮົາ​ເບິ່ງ​ບາງ​ວິທີ​ທີ່​ພະອົງ​ເຮັດ​ເຊັ່ນ​ນັ້ນ.

  • ພະ​ເຢໂຫວາ “ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ພົບ​ຄວາມ​ຍາກ​ລຳບາກ.” (2 ໂກລິນໂທ 1:3, 4, ລ.ມ.) ພະອົງ​ເຮັດ​ໃຫ້​ຈິດ​ໃຈ​ແລະ​ອາລົມ​ຂອງ​ເຮົາ​ສະຫງົບ​ໂດຍ​ທາງ​ຄຳພີ​ໄບເບິນ ພະລັງ​ບໍລິສຸດ ແລະ​ຂ້າ​ໃຊ້​ຜູ້​ສັດ​ຊື່.—ມັດທາຍ 24:45; ໂຢຮັນ 14:16; ໂລມ 15:4

  • ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ໃຫ້​ຊີ້​ນຳ​ເຮົາ. (ໂຢຮັນ 14:26) ພະລັງ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ຈື່​ເລື່ອງ​ຕ່າງໆແລະ​ຫຼັກ​ການ​ໃນ​ພະ​ຄຳພີ​ເພື່ອ​ເຮົາ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ.

  • ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ໃຫ້​ຊ່ວຍ​ເຫຼືອ​ເຮົາ.—ເຫບເລີ 1:14

  • ພະ​ເຢໂຫວາ​ໃຊ້​ພີ່​ນ້ອງ​ຊາຍ​ຍິງ​ໃຫ້​ຊ່ວຍ​ເຫຼືອ​ເຮົາ. ເຂົາ​ເຈົ້າ​ເສີມ​ກຳລັງ​ເຮົາ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ.—ໂກໂລດ 4:11

ດັ່ງ​ນັ້ນ ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ໂປໂລ​ໃນ 1 ໂກລິນໂທ 10:13? ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ວ່າ​ຈະ​ໃຫ້​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແບບ​ໃດ. ແຕ່​ເຮົາ​ໝັ້ນ​ໃຈ​ວ່າ​ຖ້າ​ເຮົາ​ໄວ້​ວາງໃຈ​ພະອົງ ເຮົາ​ກໍ​ຈະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆໄດ້. ເຮົາ​ຮູ້​ວ່າ​ພະອົງ​ຈະ​ໃຫ້​ມີ​ທາງ​ອອກ​ສະເໝີ​ເພື່ອ​ເຮົາ​ຈະ​ຮັກສາ​ຄວາມ​ພັກດີ​ໄວ້​ໄດ້.

^ ຂໍ້ 7 ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ຖືກ​ລໍ້​ໃຈ” ຍັງ​ໝາຍ​ເຖິງ “ການ​ທົດລອງ” ຫຼື “ຄວາມ​ຍາກ​ລຳບາກ”.