ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ເປັນ​ຜູ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ

ພະ​ເຢໂຫວາ​ເປັນ​ຜູ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ

“ພະ​ເຢໂຫວາ​ຈະ​ນຳ​ໜ້າ​ເຈົ້າ​ໄປ​ເນື່ອງໆ [“ສະເໝີ,” ລ.ມ.].”—ເອຊາອີ 58:11

ເພງ: 152, 22

1, 2. (ກ) ພະຍານ​ພະ​ເຢໂຫວາ​ແຕກຕ່າງ​ຈາກ​ສາສະໜາ​ອື່ນ​ແນວ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ?

ຄົນ​ມັກ​ຖາມ​ພະຍານ​ພະ​ເຢໂຫວາ​ເລື້ອຍໆວ່າ: “ໃຜ​ເປັນ​ຫົວ​ໜ້າ​ພວກ​ເຈົ້າ?” ເຂົາ​ເຈົ້າ​ສົງໄສ​ກ່ຽວ​ກັບ​ເລື່ອງ​ນີ້​ເພາະ​ໃນ​ຫຼາຍ​ສາສະໜາ​ຈະ​ມີ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ຄົນ​ໜຶ່ງ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ນຳ​ຫຼື​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. ເຮົາ​ພູມ​ໃຈ​ທີ່​ຈະ​ບອກ​ຄົນ​ເຫຼົ່າ​ນັ້ນ​ວ່າ ຜູ້​ນຳ​ຂອງ​ເຮົາ​ບໍ່​ແມ່ນ​ມະນຸດ​ທີ່​ມີ​ບາບ ແຕ່​ແມ່ນ​ພະ​ເຍຊູ​ຄລິດ. ພະອົງ​ເຊື່ອ​ຟັງ​ພະ​ເຢໂຫວາ​ທີ່​ເປັນ​ພໍ່​ແລະ​ຜູ້​ນຳ​ຂອງ​ພະອົງ.—ມັດທາຍ 23:10

2 ນອກ​ຈາກ​ນັ້ນ​ຍັງ​ມີ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ທີ່​ຖືກ​ເອີ້ນ​ວ່າ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ເຊິ່ງ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ຢູ່​ໃນ​ໂລກ​ທຸກ​ມື້​ນີ້. (ມັດທາຍ 24:45) ແຕ່​ເຮົາ​ຈະ​ຮູ້​ແນວ​ໃດ​ວ່າ​ແມ່ນ​ພະ​ເຢໂຫວາ​ແທ້ໆທີ່​ກຳລັງ​ນຳ​ໜ້າ​ເຮົາ​ຜ່ານ​ທາງ​ພະ​ເຍຊູ? ເຮົາ​ຈະ​ເບິ່ງ​ສາມ​ເຫດຜົນ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້. ເຖິງ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ມະນຸດ​ບາງ​ຄົນ​ໃຫ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ ແຕ່​ເຮົາ​ຈະ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ໄດ້​ເປັນ​ແລະ​ຍັງ​ເປັນ​ຜູ້​ນຳ​ໜ້າ​ທີ່​ແທ້​ຈິງ​ຂອງ​ປະຊາຊົນ​ພະອົງ.—ເອຊາອີ 58:11

ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ

3. ສິ່ງ​ໃດ​ຊ່ວຍ​ໂມເຊ​ໃຫ້​ນຳ​ໜ້າ​ຊາດ​ອິດສະລາແອນ?

3 ຕົວ​ແທນ​ຂອງ​ພະເຈົ້າ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະອົງ. ພະເຈົ້າ​ເລືອກ​ໂມເຊ​ໃຫ້​ເປັນ​ຜູ້​ນຳ​ຂອງ​ຊາດ​ອິດສະລາແອນ. ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ເບິ່ງ​ແຍງ​ວຽກ​ມອບ​ໝາຍ​ນີ້​ທີ່​ສຳຄັນ​ຫຼາຍ? ພະ​ເຢໂຫວາ​ໃຫ້ “ພະ​ວິນຍານ​ແຫ່ງ​ຄວາມ​ບໍລິສຸດ” ເຊິ່ງ​ກໍ​ຄື​ພະລັງ​ບໍລິສຸດ​ແກ່​ໂມເຊ. (ອ່ານ​ເອຊາອີ 63:11-14) ໂດຍ​ການ​ເຮັດ​ແບບ​ນີ້ ພະ​ເຢໂຫວາ​ໄດ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ​ຕໍ່ໆໄປ.

4. ສິ່ງ​ໃດ​ທີ່​ພິສູດ​ວ່າ​ໂມເຊ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ? (ເບິ່ງ​ຮູບ​ທຳອິດ)

4 ປະຊາຊົນ​ເຫັນ​ບໍ​ວ່າ​ໂມເຊ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ? ເຫັນ​ແທ້! ເພາະ​ພະລັງ​ບໍລິສຸດ​ເຮັດ​ໃຫ້​ໂມເຊ​ສາມາດ​ເຮັດ​ການ​ອັດສະຈັນ​ແລະ​ເຮັດ​ໃຫ້​ຟາໂລ​ເຊິ່ງ​ເປັນ​ຜູ້​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ເອຢິບ​ໄດ້​ຮູ້ຈັກ​ຊື່​ຂອງ​ພະເຈົ້າ. (ອົບພະຍົບ 7:1-3) ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ໂມເຊ​ໃຫ້​ເປັນ​ຜູ້​ນຳ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ ເຊິ່ງ​ລາວ​ແຕກຕ່າງ​ຫຼາຍ​ຈາກ​ພວກ​ຜູ້​ນຳ​ຂອງ​ຊາດ​ອື່ນໆທີ່​ມັກ​ຄວາມ​ຮຸນແຮງ​ແລະ​ເຫັນ​ແກ່​ຕົວ. (ອົບພະຍົບ 5:2, 6-9) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ໂມເຊ​ໃຫ້​ເປັນ​ຜູ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ.

5. ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ບໍລິສຸດ​ກັບ​ໃຜ​ອີກ​ເພື່ອ​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ?

5 ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ບໍລິສຸດ​ກັບ​ໃຜ​ອີກ​ເພື່ອ​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ? ຄຳພີ​ໄບເບິນ​ບອກ​ວ່າ: “ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ​ເຊິ່ງ​ເຮັດ​ໃຫ້​ລາວ​ມີ​ສະຕິ​ປັນຍາ.” (ພະບັນຍັດ 34:9, ລ.ມ.) ພະ​ຄຳພີ​ອີກ​ຂໍ້​ໜຶ່ງ​ບອກ​ວ່າ: ‘ພະ​ວິນຍານ​ແຫ່ງ​ພະ​ເຢໂຫວາ​ໄດ້​ລົງ​ມາ​ເທິງ​ທ່ານ​ເຄເດໂອນ.’ (ຜູ້ຕັດສິນ 6:34) ແລະ​ອີກ​ຂໍ້​ໜຶ່ງ​ບອກ​ວ່າ: ‘ພະ​ວິນຍານ​ແຫ່ງ​ພະ​ເຢໂຫວາ​ໄດ້​ຢູ່​ກັບ​ດາວິດ’ (1 ຊາເມືອນ 16:13) ຜູ້​ຊາຍ​ເຫຼົ່າ​ນີ້​ໝາຍ​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເພື່ອ​ຊ່ວຍ​ໃນ​ການ​ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ໄດ້​ດ້ວຍ​ກຳລັງ​ຂອງ​ຕົວ​ເອງ. (ໂຢຊວຍ 11:16, 17; ຜູ້ຕັດສິນ 7:7, 22; 1 ຊາເມືອນ 17:37, 50) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ກຳລັງ​ເຂົາ​ເຈົ້າ​ເພື່ອ​ເຮັດ​ສິ່ງ​ຕ່າງໆທີ່​ຍິ່ງໃຫຍ່ ດັ່ງ​ນັ້ນ ພະອົງ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສົມຄວນ​ໄດ້​ຮັບ​ຄຳ​ສັນລະເສີນ.

ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ເຊື່ອ​ຟັງ​ໂມເຊ ໂຢຊວຍ ເຄເດໂອນ ແລະ ດາວິດ ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ກໍ​ກຳລັງ​ຕິດ​ຕາມ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ນຳ​ໜ້າ​ເຂົາ​ເຈົ້າ

6. ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ໃຫ້​ປະຊາຊົນ​ນັບຖື​ຜູ້​ທີ່​ນຳ​ໜ້າ​ໃນ​ຊາດ​ອິດສະລາແອນ?

6 ຊາວ​ອິດສະລາແອນ​ຄວນ​ເຮັດ​ຫຍັງ​ເມື່ອ​ເຫັນ​ວ່າ​ໂມເຊ ໂຢຊວຍ ເຄເດໂອນ ແລະ​ດາວິດ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ? ເຂົາ​ເຈົ້າ​ຄວນ​ນັບຖື​ຄົນ​ເຫຼົ່າ​ນີ້. ເມື່ອ​ປະຊາຊົນ​ຈົ່ມ​ໃຫ້​ໂມເຊ ໃຫ້​ສັງເກດ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ຖາມ​ທີ່​ວ່າ: “ພວກ​ນີ້​ຈະ​ປະໝາດ​ເຮົາ​ຍັງ​ດົນ​ປານ​ໃດ?” (ຈົດເຊັນບັນຊີ 14:2, 11) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ເລືອກ​ຜູ້​ຊາຍ​ເຫຼົ່າ​ນີ້​ໃຫ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ ແລະ​ເມື່ອ​ປະຊາຊົນ​ເຊື່ອ​ຟັງ​ຄົນ​ເຫຼົ່າ​ນີ້ ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ກໍ​ກຳລັງ​ຕິດ​ຕາມ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ນຳ​ໜ້າ​ຂອງ​ເຂົາ​ເຈົ້າ.

ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ

7. ທູດ​ສະຫວັນ​ໄດ້​ຊ່ວຍ​ເຫຼືອ​ໂມເຊ​ແນວ​ໃດ?

7 ຕົວ​ແທນ​ຂອງ​ພະເຈົ້າ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ. (ອ່ານ​ເຫບເລີ 1:7, 14) ພະເຈົ້າ​ໃຊ້​ທູດ​ສະຫວັນ​ໃຫ້​ຊີ້​ນຳ​ໂມເຊ. ທຳອິດ ທູດ​ສະຫວັນ​ອົງ​ໜຶ່ງ ‘ໄດ້​ມາ​ປາກົດ​ແກ່​ທ່ານ​ທີ່​ພຸ່ມ​ໄມ້’ ແລະ​ມອບ​ໝາຍ​ໃຫ້​ລາວ​ໄປ​ປົດ​ປ່ອຍ​ຊາວ​ອິດສະລາແອນ​ແລະ​ນຳ​ໜ້າ​ເຂົາ​ເຈົ້າ. (ກິດຈະການ 7:35) ຕໍ່​ມາ​ພະເຈົ້າ​ໃຊ້​ທູດ​ສະຫວັນ​ໃຫ້​ມອບ​ກົດ​ໝາຍ​ແກ່​ໂມເຊ​ເພື່ອ​ສອນ​ຊາວ​ອິດສະລາແອນ. (ຄາລາຊີ 3:19) ສຸດ​ທ້າຍ ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ຈົ່ງ​ພາ​ພວກ​ນັ້ນ​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ. ນີ້​ແນະ ທູດ​ຂອງ​ເຮົາ​ຈະ​ໄປ​ຕໍ່​ໜ້າ​ເຈົ້າ.” (ອົບພະຍົບ 32:34) ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຊາວ​ອິດສະລາແອນ​ເຫັນ​ທູດ​ສະຫວັນ​ເຮັດ​ສິ່ງ​ເຫຼົ່າ​ນີ້ ແຕ່​ຈາກ​ວິທີ​ທີ່​ໂມເຊ​ສອນ​ແລະ​ຊີ້​ນຳ​ປະຊາຊົນ ນັ້ນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ທູດ​ສະຫວັນ​ໄດ້​ຊ່ວຍ​ເຫຼືອ​ລາວ.

8. ທູດ​ສະຫວັນ​ໄດ້​ຊ່ວຍ​ເຫຼືອ​ໂຢຊວຍ​ແລະ​ເອເຊເກຍເຊ​ແນວ​ໃດ?

8 ທູດ​ສະຫວັນ​ໄດ້​ຊ່ວຍ​ເຫຼືອ​ໃຜ​ອີກ? ຄຳພີ​ໄບເບິນ​ບອກ​ວ່າ: “ຫົວ​ໜ້າ​ແຫ່ງ​ກອງທັບ​ຂອງ​ພະ​ເຢໂຫວາ” ເຊິ່ງ​ແມ່ນ​ທູດ​ສະຫວັນ​ອົງ​ໜຶ່ງ​ໄດ້​ຊ່ວຍ​ໂຢຊວຍ​ໃຫ້​ສູ້​ຮົບ​ຊະນະ​ພວກ​ການາອານ. (ໂຢຊວຍ 5:13-15; 6:2, 21) ຕໍ່​ມາ​ເມື່ອ​ກະສັດ​ເອເຊເກຍເຊ​ໄດ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ ກອງທັບ​ໃຫຍ່​ຂອງ​ພວກ​ອາຊີລີ​ໄດ້​ຂູ່​ວ່າ​ຈະ​ທຳລາຍ​ເມືອງ​ເຢຣຶຊາເລມ. ພາຍ​ໃນ​ຄືນ​ດຽວ “ທູດ​ຂອງ​ພະ​ເຢໂຫວາ​ໄດ້​ອອກ​ໄປ​ແລະ​ໄດ້​ຂ້າ​ຄົນ 185.000 ຄົນ​ໃນ​ຢຸດ​ພັກ​ພວກ​ອາຊີລີ.”—2 ກະສັດ 19:35

9. ເຖິງ​ວ່າ​ຄົນ​ທີ່​ເປັນ​ຕົວ​ແທນ​ຂອງ​ພະ​ເຢໂຫວາ​ບໍ່​ສົມບູນ​ແບບ ແຕ່​ພະອົງ​ຄາດ​ໝາຍ​ໃຫ້​ຊາວ​ອິດສະລາແອນ​ເຮັດ​ຫຍັງ?

9 ທູດ​ສະຫວັນ​ສົມບູນ​ແບບ ແຕ່​ພວກ​ຜູ້​ຊາຍ​ທີ່​ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ: ມີ​ຄັ້ງ​ໜຶ່ງ​ທີ່​ໂມເຊ​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ. (ຈົດເຊັນບັນຊີ 20:12) ໂຢຊວຍ​ບໍ່​ໄດ້​ຖາມ​ພະ​ເຢໂຫວາ​ເມື່ອ​ຊາວ​ຄາບາໂອນ​ຢາກ​ເຮັດ​ສັນຍາ​ເປັນ​ມິດ​ກັບ​ລາວ. (ໂຢຊວຍ 9:14, 15) ເມື່ອ​ຮອດ​ຈຸດ​ໜຶ່ງ ເອເຊເກຍເຊ​ກາຍ​ເປັນ​ຄົນ​ຍິ່ງ. (2 ຂ່າວຄາວ 32:25, 26) ເຖິງ​ວ່າ​ພວກ​ຜູ້​ຊາຍ​ເຫຼົ່າ​ນີ້​ບໍ່​ສົມບູນ​ແບບ ແຕ່​ກໍ​ມີ​ການ​ຄາດ​ໝາຍ​ໃຫ້​ຊາວ​ອິດສະລາແອນ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເຂົາ​ເຈົ້າ. ຊາວ​ອິດສະລາແອນ​ສາມາດ​ເຫັນ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ທູດ​ສະຫວັນ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ຊາຍ​ເຫຼົ່າ​ນີ້. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ກຳລັງ​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ.

ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

10. ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ໂມເຊ​ແນວ​ໃດ?

10 ຕົວ​ແທນ​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ. ຄຳພີ​ໄບເບິນ​ກ່າວ​ເຖິງ​ກົດ​ໝາຍ​ທີ່​ໃຫ້​ແກ່​ຊາດ​ອິດສະລາແອນ​ວ່າ​ເປັນ “ກົດ​ໝາຍ​ຂອງ​ທ່ານ​ໂມເຊ.” (1 ກະສັດ 2:3) ແຕ່​ຄຳພີ​ໄບເບິນ​ກໍ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ກົດ​ໝາຍ​ນັ້ນ​ແກ່​ຊາດ​ນີ້ ແລະ​ໂມເຊ​ເອງ​ກໍ​ຕ້ອງ​ເຊື່ອ​ຟັງ​ເຊັ່ນ​ກັນ. (2 ຂ່າວຄາວ 34:14) ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບອກ​ລາວ​ກ່ຽວ​ກັບ​ວິທີ​ຕັ້ງ​ທັບ​ອາໄສ “ໂມເຊ​ໄດ້​ກະທຳ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ແກ່​ທ່ານ​ແລ້ວ​ທຸກ​ປະການ. ທ່ານ​ໄດ້​ກະທຳ​ຢ່າງ​ນັ້ນ.”—ອົບພະຍົບ 40:1-16

11, 12. (ກ) ໂຢຊວຍ​ແລະ​ກະສັດ​ຄົນ​ອື່ນໆທີ່​ປົກຄອງ​ປະຊາຊົນ​ຂອງ​ພະເຈົ້າ​ຕ້ອງ​ເຮັດ​ຫຍັງ? (ຂ) ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ຜູ້​ຊາຍ​ທີ່​ນຳ​ໜ້າ​ແນວ​ໃດ?

11 ຕອນ​ທີ່​ໂຢຊວຍ​ເປັນ​ຜູ້​ນຳ ລາວ​ມີ​ບັນທຶກ​ພະ​ຄຳ​ຂອງ​ພະເຈົ້າ​ສ່ວນ​ໜຶ່ງ ແລະ​ພະ​ເຢໂຫວາ​ບອກ​ລາວ​ວ່າ: “ຈົ່ງ [ອ່ານ​ແລະ] ຄຶດ​ຕຶກຕອງ​ພະບັນຍັດ​ນີ້​ທັງ​ກາງເວັນ​ທັງ​ກາງຄືນ​ເພື່ອ​ເຈົ້າ​ຈະ​ລະວັງ​ໃຫ້​ດີ​ຈະ​ກະທຳ​ຕາມ​ສັບພະ​ຄຳ​ທີ່​ຂຽນ​ໄວ້​ໃນ​ໜັງສື​ນີ້.” (ໂຢຊວຍ 1:8) ກະສັດ​ອົງ​ອື່ນໆທີ່​ປົກຄອງ​ປະຊາຊົນ​ຂອງ​ພະເຈົ້າ​ຕໍ່​ຈາກ​ນັ້ນ​ກໍ​ຕ້ອງ​ອ່ານ​ກົດ​ໝາຍ​ນີ້​ທຸກໆມື້ ຄັດ​ລອກ ແລະ​ເຊື່ອ​ຟັງ “ຄຳ​ທັງ​ປວງ​ແຫ່ງ​ພະບັນຍັດ​ນີ້​ກັບ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ຫຼາຍ​ນີ້​ເພື່ອ​ຈະ​ຂັບ​ຕາມ​ຂໍ້​ທັງ​ຫຼາຍ​ນີ້.”—ອ່ານ​ພະບັນຍັດ 17:18-20

12 ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ຜູ້​ຊາຍ​ທີ່​ນຳ​ໜ້າ​ແນວ​ໃດ? ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ກະສັດ​ໂຢເຊຍເຊ. ຫຼັງ​ຈາກ​ພົບ​ບັນທຶກ​ກົດ​ໝາຍ​ຂອງ​ໂມເຊ ເລ​ຂາ​ຂອງ​ໂຢເຊຍເຊ​ກໍ​ເລີ່ມ​ອ່ານ​ກົດ​ໝາຍ​ນັ້ນ​ໃຫ້​ລາວ​ຟັງ. * (ເບິ່ງ​ໄຂ​ເງື່ອນ) “ເມື່ອ​ກະສັດ​ໄດ້​ຍິນ​ຄວາມ​ໃນ​ໜັງສື​ພະບັນຍັດ​ແລ້ວ ທ່ານ​ໄດ້​ຈີກ​ເສື້ອ​ຜ້າ​ຂອງ​ຕົນ.” ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ໂຢເຊຍເຊ​ໃຫ້​ທຳລາຍ​ຮູບ​ພະ​ທັງ​ໝົດ​ທີ່​ມີ​ໃນ​ປະເທດ ແລະ​ໃຫ້​ຈັດການ​ສະຫຼອງ​ປັດສະຄາ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ບໍ່​ເຄີຍ​ຈັດ​ມາ​ກ່ອນ. (2 ກະສັດ 22:11; 23:1-23) ຍ້ອນ​ວ່າ​ໂຢເຊຍເຊ​ແລະ​ຜູ້​ນຳ​ຄົນ​ອື່ນໆທີ່​ສັດ​ຊື່​ໄດ້​ເຮັດ​ຕາມ​ພະ​ຄຳ​ຂອງ​ພະເຈົ້າ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຕັມ​ໃຈ​ປັບ​ປ່ຽນ​ການ​ຊີ້​ນຳ​ທີ່​ໃຫ້​ແກ່​ປະຊາຊົນ. ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ຊ່ວຍ​ປະຊາຊົນ​ໃຫ້​ເຊື່ອ​ຟັງ​ພະເຈົ້າ.

13. ຜູ້​ທີ່​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ແຕກຕ່າງ​ຈາກ​ພວກ​ຜູ້​ນຳ​ຂອງ​ຊາດ​ອື່ນໆແນວ​ໃດ?

13 ຜູ້​ນຳ​ຂອງ​ຊາດ​ອື່ນໆໄດ້​ຮັບ​ການ​ຊີ້​ນຳ​ຈາກ​ມະນຸດ​ທີ່​ມີ​ຂີດ​ຈຳກັດ​ທາງ​ດ້ານ​ສະຕິ​ປັນຍາ. ຕົວຢ່າງ​ເຊັ່ນ: ພວກ​ຜູ້​ນຳ​ຂອງ​ການາອານ​ແລະ​ປະຊາຊົນ​ຂອງ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ ເຊິ່ງ​ລວມ​ເຖິງ​ການ​ຮ່ວມ​ເພດ​ລະຫວ່າງ​ຍາດ​ພີ່​ນ້ອງ ການ​ມັກ​ຄົນ​ເພດ​ດຽວ​ກັນ ການ​ຮ່ວມ​ເພດ​ກັບ​ສັດ ການ​ບູຊາ​ເດັກ​ນ້ອຍ ແລະ​ການ​ບູຊາ​ຮູບ​ປັ້ນ. (ພວກເລວີ 18:6, 21-25) ນອກ​ຈາກ​ນັ້ນ​ພວກ​ຜູ້​ນຳ​ຂອງ​ບາບີໂລນ​ແລະ​ເອຢິບ​ບໍ່​ມີ​ລະບຽບ​ການ​ເລື່ອງ​ຄວາມ​ສະອາດ​ແບບ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ມີ. (ຈົດເຊັນບັນຊີ 19:13) ປະຊາຊົນ​ຂອງ​ພະເຈົ້າ​ສາມາດ​ເຫັນ​ເຫດຜົນ​ວ່າ​ເປັນ​ຫຍັງ​ຜູ້​ນຳ​ທີ່​ສັດ​ຊື່​ຂອງ​ເຂົາ​ເຈົ້າ​ຈຶ່ງ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ຮັກສາ​ການ​ນະມັດສະການ​ໃຫ້​ສະອາດ ເປັນ​ຄົນ​ສະອາດ​ທາງ​ຮ່າງກາຍ ແລະ​ຫຼີກ​ລ່ຽງ​ຄວາມ​ບໍ່​ສະອາດ​ທາງ​ເພດ​ສຳພັນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ກຳລັງ​ນຳ​ໜ້າ​ເຂົາ​ເຈົ້າ.

14. ເປັນ​ຫຍັງ​ພະ​ເຢໂຫວາ​ຕີ​ສອນ​ບາງ​ຄົນ​ທີ່​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ?

14 ບໍ່​ແມ່ນ​ກະສັດ​ທຸກ​ອົງ​ທີ່​ປົກຄອງ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ພະເຈົ້າ. ກະສັດ​ເຫຼົ່າ​ນັ້ນ​ທີ່​ບໍ່​ສັດ​ຊື່​ໄດ້​ປະຕິເສດ​ທີ່​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ ທູດ​ສະຫວັນ ແລະ​ພະ​ຄຳ​ຂອງ​ພະອົງ. ໃນ​ບາງ​ກໍລະນີ ພະ​ເຢໂຫວາ​ໄດ້​ຕີ​ສອນ​ຫຼື​ປ່ຽນ​ຜູ້​ນຳ​ເຫຼົ່າ​ນີ້. (1 ຊາເມືອນ 13:13, 14) ໃນ​ເວລາ​ຕໍ່​ມາ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ບຸກຄົນ​ໜຶ່ງ​ເຊິ່ງ​ຈະ​ມາ​ເປັນ​ຜູ້​ນຳ​ທີ່​ດີ​ພ້ອມ.

ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຜູ້​ນຳ​ທີ່​ດີ​ພ້ອມ

15. (ກ) ພວກ​ຜູ້​ພະຍາກອນ​ບອກ​ແນວ​ໃດ​ກ່ຽວ​ກັບ​ຜູ້​ນຳ​ທີ່​ດີ​ພ້ອມ​ເຊິ່ງ​ກຳລັງ​ຈະ​ມາ? (ຂ) ໃຜ​ເປັນ​ຜູ້​ນຳ​ທີ່​ດີ​ພ້ອມ?

15 ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ແລ້ວ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ວ່າ​ຈະ​ແຕ່ງ​ຕັ້ງ​ຜູ້​ນຳ​ຄົນ​ໜຶ່ງ​ທີ່​ດີ​ພ້ອມ​ໃຫ້​ແກ່​ປະຊາຊົນ​ຂອງ​ພະອົງ. ຕົວຢ່າງ​ເຊັ່ນ: ໂມເຊ​ໄດ້​ບອກ​ກັບ​ຊາວ​ອິດສະລາແອນວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ໃຫ້​ຜູ້​ທຳນວາຍ​ຜູ້​ໜຶ່ງ​ເໝືອນ​ດັ່ງ​ເຮົາ​ອອກ​ມາ​ຈາກ​ທ່າມກາງ​ເຈົ້າ ຈາກ​ພວກ​ພີ່​ນ້ອງ​ຂອງ​ເຈົ້າ​ຕັ້ງ​ໄວ້​ສຳລັບ​ເຈົ້າ ພວກ​ທ່ານ​ຈົ່ງ​ຟັງ​ຜູ້​ທຳນວາຍ​ນີ້.” (ພະບັນຍັດ 18:15) ເອຊາອີ​ບອກ​ວ່າ​ທ່ານ​ຜູ້​ນີ້​ຈະ​ເປັນ “ຜູ້​ນຳ​ແລະ​ເປັນ​ຜູ້​ບັນຊາ​ການ.” (ເອຊາອີ 55:4, ລ.ມ.) ດານຽນ​ໄດ້​ຂຽນ​ກ່ຽວ​ກັບ​ເມຊີ​ເຊິ່ງ​ຈະ​ເປັນ “ຜູ້​ນຳ.” (ດານຽນ 9:25, ລ.ມ.) ໃນ​ທີ່​ສຸດ​ພະ​ເຍຊູ​ຄລິດ​ໄດ້​ລະບຸ​ຕົວ​ເອງ​ວ່າ​ເປັນ “ເຈົ້ານາຍ” ຫຼື​ຜູ້​ທີ່​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ. (ອ່ານ​ມັດທາຍ 23:10) ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ເຕັມ​ໃຈ​ທີ່​ຈະ​ຕິດ​ຕາມ​ພະອົງ ແລະ​ເຂົາ​ເຈົ້າ​ເຊື່ອ​ວ່າ​ພະ​ເຍຊູ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ເລືອກ. (ໂຢຮັນ 6:68, 69) ສິ່ງ​ໃດ​ເຮັດ​ໃຫ້​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ​ຄລິດ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ຈະ​ໃຊ້​ເພື່ອ​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ?

ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ພະ​ເຍຊູ​ໃຫ້​ເປັນ​ຜູ້​ນຳ​ທີ່​ດີ​ພ້ອມ

16. ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຍຊູ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ?

16 ພະ​ເຍຊູ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. ເມື່ອ​ພະ​ເຍຊູ​ຮັບ​ບັບເຕມາ ໂຢຮັນ​ເຫັນ “ຟ້າ​ສະຫວັນ​ແຫວກ​ອອກ ແລະ​ພະ​ວິນຍານ [“ພະລັງ​ຂອງ​ພະເຈົ້າ,” ລ.ມ.] ມີ​ລັກສະນະ​ເໝືອນ​ດັ່ງ​ນົກ​ເຂົາ​ລົງ​ມາ​ເທິງ​ພະອົງ.” ບໍ່​ດົນ​ຫຼັງ​ຈາກ​ນັ້ນ “ພະ​ວິນຍານ [“ພະລັງ​ຂອງ​ພະເຈົ້າ,” ລ.ມ.] ນຳ​ເອົາ​ພະອົງ​ເຂົ້າ​ໄປ​ໃນ​ປ່າ.” (ມາລະໂກ 1:10-12) ຕອນ​ທີ່​ຮັບໃຊ້​ຢູ່​ໂລກ​ນີ້ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊ່ວຍ​ພະ​ເຍຊູ​ໃຫ້​ສອນ​ແລະ​ເຮັດ​ການ​ອັດສະຈັນ​ຕ່າງໆໄດ້. (ກິດຈະການ 10:38) ນອກ​ຈາກ​ນັ້ນ​ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ພະ​ເຍຊູ​ໃຫ້​ສະແດງ​ຄຸນ​ລັກສະນະ​ອື່ນໆເຊັ່ນ: ຄວາມ​ຮັກ ຄວາມ​ຍິນດີ ແລະ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ໂຢຮັນ 15:9; ເຫບເລີ 12:2) ບໍ່​ມີ​ຜູ້​ນຳ​ຄົນ​ໃດ​ອີກ​ແລ້ວ​ທີ່​ມີ​ຫຼັກ​ຖານ​ເຊັ່ນ​ນີ້​ເພື່ອ​ພິສູດ​ວ່າ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໄດ້​ເລືອກ​ພະ​ເຍຊູ​ໃຫ້​ເປັນ​ຜູ້​ນຳ​ໜ້າ.

ຫຼັງ​ຈາກ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ທູດ​ສະຫວັນ​ຊ່ວຍ​ພະອົງ​ແນວ​ໃດ? (ເບິ່ງ​ຂໍ້ 17)

17. ທູດ​ສະຫວັນ​ໄດ້​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ພະ​ເຍຊູ?

17 ພະ​ເຍຊູ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ. ຫຼັງ​ຈາກ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ​ໄດ້​ບໍ່​ດົນ “ທູດ​ສະຫວັນ​ໄດ້​ມາ​ບົວລະບັດ​ພະອົງ.” (ມັດທາຍ 4:11) ຫຼາຍ​ຊົ່ວ​ໂມງ​ກ່ອນ​ພະ​ເຍຊູ​ຈະ​ເສຍ​ຊີວິດ ‘ທູດ​ສະຫວັນ​ອົງ​ໜຶ່ງ​ໄດ້​ປາກົດ​ແກ່​ພະອົງ​ແລະ​ຊູ​ແຮງ [“ໃຫ້​ກຳລັງ​ໃຈ,” ລ.ມ.] ພະອົງ.’ (ລືກາ 22:43) ພະ​ເຍຊູ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ສົ່ງ​ທູດ​ສະຫວັນ​ມາ​ຊ່ວຍ​ໃນ​ເວລາ​ທີ່​ພະອົງ​ຕ້ອງການ.—ມັດທາຍ 26:53

18, 19. ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ​ແລະ​ການ​ສອນ​ຂອງ​ພະ​ເຍຊູ​ແນວ​ໃດ?

18 ພະ​ເຢຊູ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ. ນັບ​ຕັ້ງ​ແຕ່​ພະ​ເຍຊູ​ເລີ່ມ​ຕົ້ນ​ວຽກ​ຮັບໃຊ້​ຈົນ​ເຖິງ​ພະອົງ​ເສຍ​ຊີວິດ​ເທິງ​ເສົາ​ທໍລະມານ ພະ​ເຍຊູ​ຍອມ​ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ພະອົງ. ແມ່ນ​ແຕ່​ຕອນ​ທີ່​ກຳລັງ​ຈະ​ຕາຍ ພະອົງ​ຍັງ​ເວົ້າ​ເຖິງ​ຄຳ​ພະຍາກອນ​ຕ່າງໆກ່ຽວ​ກັບ​ເມຊີ. (ມັດທາຍ 4:4; 27:46; ລືກາ 23:46) ແຕ່​ພວກ​ຫົວ​ໜ້າ​ສາສະໜາ​ໃນ​ສະໄໝ​ນັ້ນ​ແຕກຕ່າງ​ຈາກ​ພະ​ເຍຊູ​ຫຼາຍ. ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ບໍ່​ສົນ​ໃຈ​ພະ​ຄຳ​ຂອງ​ພະເຈົ້າ​ເມື່ອ​ເລື່ອງ​ນັ້ນ​ຂັດ​ກັບ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ. ເມື່ອ​ເວົ້າ​ເຖິງ​ຄົນ​ເຫຼົ່າ​ນີ້ ພະ​ເຍຊູ​ຍົກ​ເອົາ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ບອກ​ວ່າ: “ພວກ​ນີ້​ນັບຖື​ເຮົາ​ດ້ວຍ​ສົບ​ປາກ ແຕ່​ວ່າ​ໃຈ​ຂອງ​ເຂົາ​ກໍ​ຫ່າງ​ໄກ​ຈາກ​ເຮົາ​ຫຼາຍ. ແຕ່​ວ່າ​ເຂົາ​ຂາບ​ໄຫວ້​ເຮົາ​ເປັນ​ການ​ເປົ່າໆ ເຂົາ​ເອົາ​ຄຳ​ສັ່ງ​ແຫ່ງ​ມະນຸດ​ສອນ​ວ່າ​ເປັນ​ຄຳ​ໂອວາດ [“ກົດ​ເກນ,” ລ.ມ.].” (ມັດທາຍ 15:7-9) ພະ​ເຢໂຫວາ​ຈະ​ບໍ່​ມີ​ວັນ​ເລືອກ​ຜູ້​ຊາຍ​ແບບ​ນີ້​ໃຫ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະອົງ.

19 ເມື່ອ​ສອນ​ຜູ້​ຄົນ ພະ​ເຍຊູ​ຍັງ​ໃຊ້​ພະ​ຄຳ​ຂອງ​ພະເຈົ້າ. ໃນ​ຕອນ​ທີ່​ຖືກ​ພວກ​ຫົວ​ໜ້າ​ສາສະໜາ​ທ້າທາຍ ພະ​ເຍຊູ​ບໍ່​ໄດ້​ໃຊ້​ສະຕິ​ປັນຍາ​ຫຼື​ປະສົບການ​ຊີວິດ​ຂອງ​ຕົວ​ເອງ​ເພື່ອ​ຕອບ​ຄຳຖາມ​ຂອງ​ເຂົາ​ເຈົ້າ. ແຕ່​ພະອົງ​ໃຊ້​ພະ​ຄຳພີ​ເພື່ອ​ສອນ​ຄົນ​ອື່ນ. (ມັດທາຍ 22:33-40) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ສາມາດ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ​ດ້ວຍ​ເລື່ອງ​ຕ່າງໆກ່ຽວ​ກັບ​ຊີວິດ​ຂອງ​ພະອົງ​ໃນ​ສະຫວັນ​ຫຼື​ສິ່ງ​ທີ່​ຖືກ​ສ້າງ​ໃນ​ເອກະພົບ. ແຕ່​ຍ້ອນ​ພະ​ເຍຊູ​ຮັກ​ພະ​ຄຳ​ຂອງ​ພະເຈົ້າ ພະອົງ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ບອກ​ສິ່ງ​ນີ້​ກັບ​ຄົນ​ອື່ນ ແລະ “ພະອົງ​ໄດ້​ເປີດ​ຈິດ​ເປີດ​ໃຈ​ຂອງ​ເຂົາ​ເພື່ອ​ເຂົາ​ຈະ​ໄດ້​ເຂົ້າ​ໃຈ​ພະ​ຄຳພີ [ຢ່າງ​ຈະ​ແຈ້ງ].”—ລືກາ 24:32, 45

20. (ກ) ພະ​ເຍຊູ​ໃຫ້​ກຽດ​ພະ​ເຢໂຫວາ​ແນວ​ໃດ? (ຂ) ເຫໂລດ​ອັກລີປາ​ແລະ​ພະ​ເຍຊູ​ມີ​ແນວ​ຄິດ​ແຕກຕ່າງ​ກັນ​ແນວ​ໃດ?

20 ເຖິງ​ວ່າ​ຜູ້​ທີ່​ຟັງ​ພະ​ເຍຊູ​ຮູ້ສຶກ​ອັດສະຈັນ​ໃຈ​ໃນ​ວິທີ​ທີ່​ພະອົງ​ເວົ້າ ແຕ່​ພະ​ເຍຊູ​ກໍ​ໃຫ້​ກຽດ​ພະ​ເຢໂຫວາ​ສະເໝີ​ເຊິ່ງ​ເປັນ​ອາຈານ​ຂອງ​ພະອົງ. (ລືກາ 4:22) ເມື່ອ​ຊາຍ​ທີ່​ຮັ່ງມີ​ຄົນ​ໜຶ່ງ​ພະຍາຍາມ​ໃຫ້​ກຽດ​ພະ​ເຍຊູ​ໂດຍ​ເອີ້ນ​ເພິ່ນ​ວ່າ: “ອາຈານ​ຜູ້​ດີ” ພະອົງ​ຖ່ອມ​ຕົວ​ແລະ​ເວົ້າ​ວ່າ: “ເຫດ​ສັນ​ໃດ​ທ່ານ​ເອີ້ນ​ເຮົາ​ວ່າ​ຜູ້​ດີ? ບໍ່​ມີ​ຜູ້​ດີ​ເທົ່າ​ເວັ້ນ​ໄວ້​ແຕ່​ພະເຈົ້າ​ອົງ​ດຽວ.” (ມາລະໂກ 10:17, 18) ແຕ່​ເຫໂລດ​ອັກລີປາ​ທີ 1 ເຊິ່ງ​ໄດ້​ກາຍ​ເປັນ​ຜູ້​ນຳ​ຂອງ​ຢູດາ​ປະມານ​ແປດ​ປີ​ຕໍ່​ມາ ລາວ​ແຕກຕ່າງ​ຫຼາຍ​ແທ້ໆຈາກ​ພະ​ເຍຊູ. ມື້​ໜຶ່ງ​ໃນ​ການ​ປະຊຸມ​ພິເສດ ເຫໂລດ​ໃສ່​ຊຸດ​ກະສັດ​ແບບ​ເຕັມ​ຍົດ ແລະ​ເມື່ອ​ປະຊາຊົນ​ເຫັນ​ແລະ​ໄດ້​ຍິນ​ສຽງ​ລາວ ເຂົາ​ເຈົ້າ​ກໍ​ພາ​ກັນ​ຮ້ອງ​ຂຶ້ນ​ວ່າ: ‘ເປັນ​ສຽງ​ປາກ​ຂອງ​ພະເຈົ້າ ບໍ່​ແມ່ນ​ສຽງ​ປາກ​ຂອງ​ຄົນ.’ ເຫໂລດ​ມັກ​ການ​ຍ້ອງ​ຍໍ. ແຕ່​ຈາກ​ນັ້ນ​ເກີດ​ຫຍັງ​ຂຶ້ນ? “ທູດ​ຂອງ​ພະ​ເຢໂຫວາ​ກໍ​ລົງໂທດ​ເຫໂລດ​ເພາະ​ລາວ​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ ລາວ​ຈຶ່ງ​ເຈັບ​ປ່ວຍ​ແລະ​ຖືກ​ໜອນ​ກັດ​ກິນ​ຈົນ​ຕາຍ.” (ກິດຈະການ 12:21-23, ລ.ມ.) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເລືອກ​ເຫໂລດ​ໃຫ້​ເປັນ​ຜູ້​ນຳ. ແຕ່​ພະ​ເຍຊູ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ພະເຈົ້າ​ເລືອກ​ພະອົງ ແລະ​ພະ​ເຍຊູ​ໃຫ້​ກຽດ​ພະ​ເຢໂຫວາ​ສະເໝີ​ວ່າ​ເປັນ​ຜູ້​ນຳ​ທີ່​ສູງ​ສຸດ​ຂອງ​ປະຊາຊົນ​ພະອົງ.

21. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ເວົ້າ​ເຖິງ​ເລື່ອງ​ຫຍັງ?

21 ພະ​ເຢໂຫວາ​ຢາກ​ໃຫ້​ພະ​ເຍຊູ​ເປັນ​ຜູ້​ນຳ​ບໍ່​ແມ່ນ​ພຽງ​ແຕ່​ສອງ​ສາມ​ປີ​ເທົ່າ​ນັ້ນ. ຫຼັງ​ຈາກ​ຟື້ນ​ຂຶ້ນ​ຈາກ​ຕາຍ ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: ‘ອຳນາດ​ທຸກ​ສິ່ງ​ເປັນ​ທີ່​ປະທານ​ໃຫ້​ແກ່​ເຮົາ​ແລ້ວ​ທັງ​ໃນ​ສະຫວັນ​ແລະ​ທີ່​ແຜ່ນດິນ​ໂລກ.’ ພະອົງ​ເວົ້າ​ຕື່ມ​ອີກ​ວ່າ: “ຈົ່ງ​ເບິ່ງ ຝ່າຍ​ເຮົາ ເຮົາ​ສະຖິດ​ຢູ່​ກັບ​ທ່ານ​ທັງ​ຫຼາຍ​ທຸກ​ວັນ​ທຸກ​ວັນ​ຈົນ​ເຖິງ​ທີ່​ສຸດ​ໂລກ [“ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້,” ລ.ມ.].” (ມັດທາຍ 28:18-20) ແຕ່​ພະ​ເຍຊູ​ຈະ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ ເມື່ອ​ພະອົງ​ເປັນ​ບຸກຄົນ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ເຊິ່ງ​ມີ​ຊີວິດ​ຢູ່​ໃນ​ສະຫວັນ? ພະ​ເຢໂຫວາ​ຈະ​ໃຊ້​ໃຜ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພະ​ເຍຊູ​ຢູ່​ໂລກ​ນີ້? ແລະ​ເຮົາ​ຈະ​ລະບຸ​ຕົວ​ແທນ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ? ບົດ​ຄວາມ​ຕໍ່​ໄປ​ຈະ​ເວົ້າ​ເຖິງ​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້.

^ ຂໍ້ 12 ນີ້​ອາດ​ເປັນ​ບັນທຶກ​ຕົ້ນ​ສະບັບ​ທີ່​ຂຽນ​ໂດຍ​ໂມເຊ.