ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຜ​ກຳລັງ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້?

ໃຜ​ກຳລັງ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້?

“ຈົ່ງ​ຈື່​ຄົນ​ທັງ​ຫຼາຍ​ທີ່​ໄດ້​ບັງຄັບ [“ນຳ​ໜ້າ,” ລ.ມ.] ພວກ​ທ່ານ.”—ເຫບເລີ 13:7

ເພງ: 125, 43

1, 2. ຫຼັງ​ຈາກ​ພະ​ເຍຊູ​ໄປ​ສະຫວັນ ພວກ​ອັກຄະສາວົກ​ອາດ​ສົງໄສ​ເລື່ອງ​ໃດ?

ພວກ​ອັກຄະສາວົກ​ຢືນ​ຢູ່​ພູເຂົາ​ກົກ​ໝາກ​ກອກ​ແລະ​ເບິ່ງ​ພະ​ເຍຊູ​ຜູ້​ເປັນ​ນາຍ​ແລະ​ເປັນ​ໝູ່​ຂອງ​ເຂົາ​ເຈົ້າ​ລອຍ​ຂຶ້ນ​ໄປ​ເທິງ​ຟ້າ​ແລ້ວ​ກໍ​ມີ​ເມກ​ບັງ​ພະອົງ​ໄວ້. (ກິດຈະການ 1:9, 10) ເປັນ​ເວລາ​ປະມານ​ສອງ​ປີ​ທີ່​ພະ​ເຍຊູ​ໄດ້​ສອນ ໃຫ້​ກຳລັງ​ໃຈ ແລະ​ນຳ​ໜ້າ​ເຂົາ​ເຈົ້າ. ແຕ່​ຕອນ​ນີ້​ພະອົງ​ຈາກ​ໄປ​ແລ້ວ. ເຂົາ​ເຈົ້າ​ຈະ​ເຮັດ​ແນວ​ໃດ?

2 ກ່ອນ​ຈະ​ໄປ​ສະຫວັນ ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: “ພວກ​ທ່ານ . . . ຈະ​ເປັນ​ພິຍານ​ຝ່າຍ​ເຮົາ​ໃນ​ເມືອງ​ເຢຣຶຊາເລມ ແລະ​ທົ່ວໄປ​ໃນ​ແຂວງ​ຢູເດ ແລະ​ໃນ​ແຂວງ​ສະມາລີ ແລະ​ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດຈະການ 1:8) ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ມອບ​ໝາຍ​ນີ້​ໃຫ້​ສຳເລັດ​ໄດ້​ແນວ​ໃດ? ພະ​ເຍຊູ​ໄດ້​ສັນຍາ​ວ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈະ​ຊ່ວຍ​ເຂົາ​ເຈົ້າ. (ກິດຈະການ 1:5) ແຕ່​ໃຜ​ຈະ​ຊີ້​ນຳ​ເຂົາ​ເຈົ້າ​ແລະ​ຈັດ​ລະບຽບ​ວຽກ​ປະກາດ​ຢູ່​ທົ່ວ​ໂລກ? ພວກ​ອັກຄະສາວົກ​ຮູ້​ວ່າ​ໃນ​ອະດີດ​ພະ​ເຢໂຫວາ​ໄດ້​ໃຊ້​ຜູ້​ຊາຍ​ຈຳນວນ​ໜຶ່ງ​ໃຫ້​ນຳ​ໜ້າ​ຊາວ​ອິດສະລາແອນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ອາດ​ສົງໄສ​ວ່າ​ຕອນ​ນີ້​ພະ​ເຢໂຫວາ​ຈະ​ເລືອກ​ຜູ້​ນຳ​ໜ້າ​ຄົນ​ໃໝ່​ຫຼື​ບໍ່?

3. (ກ) ຫຼັງ​ຈາກ​ພະ​ເຍຊູ​ໄປ​ສະຫວັນ ພວກ​ອັກຄະສາວົກ​ທີ່​ສັດ​ຊື່​ໄດ້​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ​ທີ່​ສຳຄັນ? (ຂ) ໃນ​ບົດ​ຄວາມ​ນີ້​ຈະ​ມີ​ການ​ຕອບ​ຄຳຖາມ​ຫຍັງ​ແດ່?

3 ບໍ່​ດົນ​ຫຼັງ​ຈາກ​ພະ​ເຍຊູ​ໄປ​ສະຫວັນ ພວກ​ອັກຄະສາວົກ​ໄດ້​ຄົ້ນ​ເບິ່ງ​ໃນ​ພະ​ຄຳພີ ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ ແລະ​ໄດ້​ເລືອກ​ມັດເທຍ​ໃຫ້​ມາ​ແທນ​ຢູດາ​ອີດສະກາລີໂອດ​ທີ່​ເປັນ​ອັກຄະສາວົກ​ຄົນ​ທີ 12. (ກິດຈະການ 1:15-26) ເປັນ​ຫຍັງ​ການ​ເລືອກ​ນີ້​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ເຂົາ​ເຈົ້າ​ແລະ​ພະ​ເຢໂຫວາ? ເພາະ​ພວກ​ອັກຄະສາວົກ​ສຳນຶກ​ວ່າ​ຈຳເປັນ​ຕ້ອງ​ມີ​ອັກຄະສາວົກ 12 ຄົນ. * (ເບິ່ງ​ໄຂ​ເງື່ອນ) ພະ​ເຍຊູ​ໄດ້​ເລືອກ​ພວກ​ອັກຄະສາວົກ​ແລະ​ຝຶກ​ສອນ​ເຂົາ​ເຈົ້າ​ສຳລັບ​ໜ້າ​ທີ່​ສຳຄັນ​ຫຼາຍ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ. ນັ້ນ​ແມ່ນ​ໜ້າ​ທີ່​ຫຍັງ ແລະ​ພະ​ເຢໂຫວາ​ກັບ​ພະ​ເຍຊູ​ກຽມ​ເຂົາ​ເຈົ້າ​ແນວ​ໃດ​ສຳລັບ​ໜ້າ​ທີ່​ນັ້ນ? ໃນ​ປັດຈຸບັນ​ນີ້​ມີ​ການ​ຈັດ​ຕຽມ​ອັນ​ໃດ​ທີ່​ຄ້າຍ​ຄື​ກັນ? ແລະ​ເຮົາ​ຈະ “ຈື່​ຄົນ​ທັງ​ຫຼາຍ​ທີ່​ໄດ້​ບັງຄັບ [“ນຳ​ໜ້າ,” ລ.ມ.]” ໃນ​ທ່າມກາງ​ພວກ​ເຮົາ​ໄດ້​ແນວ​ໃດ ໂດຍ​ສະເພາະ​ແມ່ນ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]”?—ເຫບເລີ 13:7; ມັດທາຍ 24:45

ພະ​ເຍຊູ​ນຳ​ໜ້າ​ຄະນະ​ກຳມະການ​ປົກຄອງ

4. ພວກ​ອັກຄະສາວົກ​ແລະ​ຜູ້​ເຖົ້າ​ແກ່​ຄົນ​ອື່ນໆໃນ​ເມືອງ​ເຢຣຶຊາເລມ​ມີ​ໜ້າ​ທີ່​ຫຍັງ?

4 ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ພວກ​ອັກຄະສາວົກ​ເລີ່ມ​ນຳ​ໜ້າ​ປະຊາຄົມ​ຄລິດສະຕຽນ. ຄຳພີ​ໄບເບິນ​ບອກ​ວ່າ: “ເປໂຕ​ໄດ້​ຢືນ​ຂຶ້ນ​ກັບ​ທັງ​ພວກ 11 ຄົນ​ນັ້ນ” ແລະ​ສອນ​ເລື່ອງ​ຄວາມ​ຈິງ​ທີ່​ຊ່ວຍ​ຊີວິດ​ໃຫ້​ລອດ​ແກ່​ຄົນ​ກຸ່ມ​ໃຫຍ່. (ກິດຈະການ 2:14, 15) ຫຼາຍ​ຄົນ​ໃນ​ກຸ່ມ​ນັ້ນ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ ແລະ​ຕໍ່​ມາ​ຄົນ​ເຫຼົ່າ​ນັ້ນ​ໄດ້ “ຕັ້ງ​ໃຈ​ຮຽນ​ສິ່ງ​ທີ່​ພວກ​ອັກຄະສາວົກ​ສອນ.” (ກິດຈະການ 2:42, ລ.ມ.) ພວກ​ອັກຄະສາວົກ​ຮັບ​ຜິດ​ຊອບ​ໃນ​ການ​ເບິ່ງ​ແຍງ​ເງິນ​ຂອງ​ປະຊາຄົມ. (ກິດຈະການ 4:34, 35) ເຂົາ​ເຈົ້າ​ຍັງ​ສອນ​ປະຊາຊົນ​ຂອງ​ພະເຈົ້າ​ແລະ​ອະທິດຖານ​ເພື່ອ​ຄົນ​ເຫຼົ່າ​ນັ້ນ ເຂົາ​ເຈົ້າ​ບອກ​ວ່າ: “ພວກ​ເຮົາ​ຈະ​ທຸ່ມ​ເທ​ໃນ​ການ​ອະທິດຖານ​ແລະ​ສອນ​ຄຳ​ສອນ​ຂອງ​ພະເຈົ້າ.” (ກິດຈະການ 6:4, ລ.ມ.) ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້​ສົ່ງ​ຄລິດສະຕຽນ​ທີ່​ມີ​ປະສົບການ​ໃຫ້​ໄປ​ປະກາດ​ໃນ​ເຂດ​ໃໝ່. (ກິດຈະການ 8:14, 15) ຕໍ່​ມາ ຜູ້​ເຖົ້າ​ແກ່​ຄົນ​ອື່ນໆທີ່​ຖືກ​ເຈີມ​ໄດ້​ເຂົ້າ​ມາ​ສົມທົບ​ກັບ​ພວກ​ອັກຄະສາວົກ​ເພື່ອ​ນຳ​ໜ້າ​ໃນ​ປະຊາຄົມ. ເນື່ອງ​ຈາກ​ເປັນ​ຄະນະ​ກຳມະການ​ປົກຄອງ ເຂົາ​ເຈົ້າ​ຈຶ່ງ​ໃຫ້​ການ​ຊີ້​ນຳ​ແກ່​ທຸກໆປະຊາຄົມ.—ກິດຈະການ 15:2

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ຄະນະ​ກຳມະການ​ປົກຄອງ​ໂດຍ​ທາງ​ພະ​ເຍຊູ

5, 6. (ກ) ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ) (ຂ) ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ​ແນວ​ໃດ? (ຄ) ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ​ແນວ​ໃດ?

5 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ຄະນະ​ກຳມະການ​ປົກຄອງ​ໂດຍ​ທາງ​ພະ​ເຍຊູ. ເຂົາ​ເຈົ້າ​ໝັ້ນ​ໃຈ​ໄດ້​ແນວ​ໃດ? ສິ່ງ​ທຳອິດ ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ພະລັງ​ບໍລິສຸດ. (ໂຢຮັນ 16:13) ທີ່​ຈິງ ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ໄດ້​ຮັບ​ພະລັງ​ບໍລິສຸດ ແຕ່​ພວກ​ອັກຄະສາວົກ​ແລະ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ຮັບ​ພະລັງ​ບໍລິສຸດ​ຫຼາຍ​ເປັນ​ພິເສດ​ເພື່ອ​ເຮັດ​ໜ້າ​ທີ່​ຜູ້​ດູ​ແລ​ໃຫ້​ບັນລຸ​ຜົນ​ສຳເລັດ. ຕົວຢ່າງ​ເຊັ່ນ: ໃນ​ປີ ຄ.ສ. 49 ພະລັງ​ບໍລິສຸດ​ໄດ້​ຊີ້​ນຳ​ຄະນະ​ກຳມະການ​ປົກຄອງ​ໃຫ້​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ຮັບ​ສິນຕັດ. ປະຊາຄົມ​ຕ່າງໆເຮັດ​ຕາມ​ການ​ຊີ້​ນຳ​ນັ້ນ ແລະ​ຜົນ​ກໍ​ຄື ເຂົາ​ເຈົ້າ​ໄດ້ “ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ ແລະ​ຝູງ​ຄົນ​ໄດ້​ຈຳເລີນ [“ເພີ່ມ,” ລ.ມ.] ມາກ​ຂຶ້ນ​ທຸກ​ວັນ.” (ກິດຈະການ 16:4, 5) ຈາກ​ຈົດ​ໝາຍ​ທີ່​ຂຽນ​ເຖິງ​ປະຊາຄົມ​ຕ່າງໆກ່ຽວ​ກັບ​ເລື່ອງ​ຮັບ​ສິນຕັດ ເຮົາ​ເຫັນ​ໄດ້​ວ່າ​ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ ແລະ​ເຂົາ​ເຈົ້າ​ສະແດງ​ຄຸນ​ລັກສະນະ​ຕ່າງໆເຊັ່ນ: ຄວາມ​ຮັກ​ແລະ​ຄວາມ​ເຊື່ອ.—ກິດຈະການ 15:11, 25-29; ຄາລາຊີ 5:22, 23

6 ສິ່ງ​ທີ​ສອງ ທູດ​ສະຫວັນ​ຊ່ວຍ​ເຫຼືອ​ຄະນະ​ກຳມະການ​ປົກຄອງ. ຕົວຢ່າງ​ເຊັ່ນ: ທູດ​ສະຫວັນ​ອົງ​ໜຶ່ງ​ໄດ້​ບອກ​ໂຄເນເລຍ​ໃຫ້​ໄປ​ຊອກ​ຫາ​ອັກຄະສາວົກ​ເປໂຕ. ຫຼັງ​ຈາກ​ທີ່​ເປໂຕ​ໄດ້​ປະກາດ​ກັບ​ໂຄເນເລຍ​ແລະ​ຍາດ​ພີ່​ນ້ອງ​ຂອງ​ລາວ​ແລ້ວ ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ເຖິງ​ວ່າ​ຜູ້​ຊາຍ​ເຫຼົ່າ​ນັ້ນ​ບໍ່​ໄດ້​ຮັບ​ສິນຕັດ​ກໍ​ຕາມ. ດັ່ງ​ນັ້ນ ໂຄເນເລຍ​ຈຶ່ງ​ເປັນ​ຄົນ​ຕ່າງ​ຊາດ​ຄົນ​ທຳອິດ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ໂດຍ​ບໍ່​ໄດ້​ຮັບ​ສິນຕັດ. ເມື່ອ​ພວກ​ອັກຄະສາວົກ​ແລະ​ພີ່​ນ້ອງ​ຄົນ​ອື່ນໆໄດ້​ຍິນ​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ຍອມ​ຮັບ​ເອົາ​ຈຸດ​ປະສົງ​ຂອງ​ພະເຈົ້າ​ແລະ​ຕ້ອນຮັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ໃຫ້​ເຂົ້າ​ມາ​ໃນ​ປະຊາຄົມ​ຄລິດສະຕຽນ. (ກິດຈະການ 11:13-18) ຈາກ​ເລື່ອງ​ນີ້ ເຮົາ​ເຫັນ​ວ່າ​ທູດ​ສະຫວັນ​ໄດ້​ຊ່ວຍ​ເຫຼືອ​ຢ່າງ​ກະຕືລືລົ້ນ​ໃນ​ວຽກ​ປະກາດ​ທີ່​ຄະນະ​ກຳມະການ​ປົກຄອງ​ກຳລັງ​ຊີ້​ນຳ. (ກິດຈະການ 5:19, 20) ສິ່ງ​ທີ​ສາມ ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ນຳ​ຄະນະ​ກຳມະການ​ປົກຄອງ. ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ໄດ້​ໃຊ້​ພະ​ຄຳພີ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ຄລິດສະຕຽນ​ແລະ​ເພື່ອ​ຊີ້​ນຳ​ປະຊາຄົມ.—ກິດຈະການ 1:20-22; 15:15-20

7. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຍຊູ​ນຳ​ໜ້າ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ?

7 ເຖິງ​ວ່າ​ຄະນະ​ກຳມະການ​ປົກຄອງ​ມີ​ສິດ​ອຳນາດ​ໃນ​ປະຊາຄົມ ແຕ່​ສະມາຊິກ​ໃນ​ປະຊາຄົມ​ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ຄລິດ​ເປັນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ. ເຮົາ​ຮູ້​ໄດ້​ແນວ​ໃດ? ອັກຄະສາວົກ​ໂປໂລ​ບອກ​ວ່າ​ພະ​ຄລິດ​ໄດ້​ແຕ່ງ​ຕັ້ງ “ພວກ​ລາຊະທູດ” ເຊິ່ງ​ກໍ​ຄື​ພວກ​ອັກຄະສາວົກ. ໂປໂລ​ຍັງ​ບອກ​ວ່າ​ພະ​ຄລິດ​ເປັນ “ຫົວ” ຫຼື​ຜູ້​ນຳ​ຂອງ​ປະຊາຄົມ. (ເອເຟດ 4:11, 15) ແທນ​ທີ່​ຈະ​ຕັ້ງ​ຊື່​ຕົວ​ເອງ​ຕາມ​ຊື່​ພວກ​ອັກຄະສາວົກ ‘ພວກ​ລູກ​ສິດ​ໄດ້​ຊື່​ວ່າ​ຄລິດສະຕຽນ​ເປັນ​ຄັ້ງ​ທຳອິດ​ຕາມ​ການ​ຊີ້​ນຳ​ຈາກ​ພະເຈົ້າ.’ (ກິດຈະການ 11:26, ລ.ມ.) ເນື່ອງ​ຈາກ​ພວກ​ອັກຄະສາວົກ​ແລະ​ພີ່​ນ້ອງ​ຊາຍ​ຄົນ​ອື່ນໆທີ່​ນຳ​ໜ້າ​ໄດ້​ໃຊ້​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ການ​ສອນ ດັ່ງ​ນັ້ນ ໂປໂລ​ຮູ້​ວ່າ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂປໂລ​ໄດ້​ເວົ້າ​ວ່າ: “ແຕ່​ວ່າ​ເຮົາ​ຢາກ​ໃຫ້​ທ່ານ​ທັງ​ຫຼາຍ​ຮູ້​ວ່າ​ພະ​ຄລິດ​ເປັນ​ຫົວ [“ຜູ້​ນຳ,” ລ.ມ.] ຂອງ​ຜູ້​ຊາຍ​ທຸກ​ຄົນ” ເຊິ່ງ​ກໍ​ລວມ​ເຖິງ​ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ກຳມະການ​ປົກຄອງ. ຈາກ​ນັ້ນ​ໂປໂລ​ເວົ້າ​ຕື່ມ​ອີກ​ວ່າ: “ຫົວ [“ຜູ້​ນຳ,” ລ.ມ.] ຂອງ​ພະ​ຄລິດ​ເປັນ​ພະເຈົ້າ.” (1 ໂກລິນໂທ 11:2, 3) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ພະ​ເຍຊູ​ຄລິດ​ລູກ​ຊາຍ​ຂອງ​ພະອົງ​ໃຫ້​ນຳ​ໜ້າ​ປະຊາຄົມ.

“ນີ້​ບໍ່​ແມ່ນ​ວຽກ​ຂອງ​ມະນຸດ”

8, 9. ພີ່​ນ້ອງ​ຣັດເຊວ​ມີ​ໜ້າ​ທີ່​ຫຍັງ​ທີ່​ສຳຄັນ?

8 ເລີ່ມ​ແຕ່​ປີ 1870 ຊາລ ເທດ ຣັດເຊວ ແລະ​ໝູ່​ຈຳນວນ​ໜຶ່ງ​ເລີ່ມ​ພະຍາຍາມ​ນະມັດສະການ​ພະເຈົ້າ​ຕາມ​ທີ່​ຄຳພີ​ໄບເບິນ​ສອນ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ແບບ​ດຽວ​ກັນ​ນັ້ນ. ເລື່ອງ​ນີ້​ລວມ​ເຖິງ​ການ​ຊ່ວຍ​ຄົນ​ທີ່​ເວົ້າ​ພາສາ​ຕ່າງໆນຳ​ອີກ. ດັ່ງ​ນັ້ນ ສະມາຄົມ​ຊີໂອນ​ວັອດທາວເວີ​ແທຣກ​ໄດ້​ຕັ້ງ​ຂຶ້ນ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ​ໃນ​ປີ 1884 ແລະ​ພີ່​ນ້ອງ​ຣັດເຊວ​ໄດ້​ເປັນ​ປະທານ. * (ເບິ່ງ​ໄຂ​ເງື່ອນ) ລາວ​ໄດ້​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ແລະ​ບໍ່​ຢ້ານ​ທີ່​ຈະ​ບອກ​ຄົນ​ອື່ນ​ວ່າ​ຄຳ​ສອນ​ຕ່າງໆຂອງ​ໂບດ​ເຊັ່ນ: ເລື່ອງ​ພະເຈົ້າ​ສາມ​ອົງ​ເປັນ​ອົງ​ດຽວ​ແລະ​ເລື່ອງ​ວິນຍານ​ອະມະຕະ​ບໍ່​ມີ​ໃນ​ຄຳພີ​ໄບເບິນ. ລາວ​ໄດ້​ຮຽນ​ຮູ້​ວ່າ​ການ​ກັບ​ມາ​ຂອງ​ພະ​ຄລິດ​ຈະ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້ ແລະ “ເວລາ​ກຳນົດ​ຂອງ​ພວກ​ຕ່າງ​ປະເທດ” ຈະ​ຈົບ​ລົງ​ໃນ​ປີ 1914. (ລືກາ 21:24) ພີ່​ນ້ອງ​ຣັດເຊວ​ໄດ້​ໃຊ້​ເວລາ ກຳລັງ ແລະ​ເງິນ​ສ່ວນ​ຕົວ​ເພື່ອ​ສອນ​ຄວາມ​ຈິງ​ເຫຼົ່າ​ນີ້​ໃຫ້​ຄົນ​ອື່ນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໃຊ້​ພີ່​ນ້ອງ​ຣັດເຊວ​ເພື່ອ​ນຳ​ໜ້າ​ໃນ​ເວລາ​ທີ່​ສຳຄັນ​ໃນ​ປະຫວັດສາດ.

9 ພີ່​ນ້ອງ​ຣັດເຊວ​ບໍ່​ຢາກ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃດໆຈາກ​ຜູ້​ຄົນ. ດັ່ງ​ນັ້ນ ໃນ​ປີ 1896 ລາວ​ໄດ້​ຂຽນ​ບອກ​ວ່າ ລາວ​ແລະ​ພີ່​ນ້ອງ​ຄົນ​ອື່ນໆບໍ່​ຕ້ອງການ​ໄດ້​ຮັບ​ກຽດ​ອັນ​ໃດ​ທັງ​ໝົດ. ເຂົາ​ເຈົ້າ​ບໍ່​ຢາກ​ມີ​ຊື່​ທີ່​ພິເສດ​ແລະ​ບໍ່​ຢາກ​ໃຫ້​ຄົນ​ກຸ່ມ​ໃດ​ກຸ່ມ​ໜຶ່ງ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຂົາ​ເຈົ້າ. ຕໍ່​ມາ​ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ນີ້​ບໍ່​ແມ່ນ​ວຽກ​ຂອງ​ມະນຸດ.”

“ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ເປັນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ປະກອບ​ກັນ​ເປັນ​ຄະນະ​ກຳມະການ​ປົກຄອງ

10. (ກ) ພະ​ເຍຊູ​ແຕ່ງ​ຕັ້ງ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ເມື່ອ​ໃດ? (ຂ) ໃຫ້​ອະທິບາຍ​ວ່າ​ຄະນະ​ກຳມະການ​ປົກຄອງ​ແຕກຕ່າງ​ແນວ​ໃດ​ຈາກ​ສະມາຄົມ​ວັອດທາວເວີ.

10 ຫຼັງ​ຈາກ​ທີ່​ພີ່​ນ້ອງ​ຣັດເຊວ​ຕາຍ​ໄດ້​ສາມ​ປີ ໃນ​ປີ 1919 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.].” ແຕ່ງ​ຕັ້ງ​ເພື່ອ​ຈຸດ​ປະສົງ​ຫຍັງ? ເພື່ອ​ຜູ້​ຕິດ​ຕາມ​ຂອງ​ພະອົງ​ຈະ​ໄດ້​ຮັບ ‘ອາຫານ​ໃນ​ເວລາ​ກຳນົດ.’ (ມັດທາຍ 24:45) ແມ່ນ​ແຕ່​ໃນ​ສະໄໝ​ນັ້ນ ພີ່​ນ້ອງ​ຊາຍ​ກຸ່ມ​ນ້ອຍໆທີ່​ຖືກ​ເຈີມ​ເຊິ່ງ​ຢູ່​ທີ່​ສຳນັກງານ​ໃຫຍ່​ໃນ​ເມືອງ​ບຸກ​ລິນ ລັດ​ນິວຢອກ ໄດ້​ຈັດ​ໃຫ້​ມີ​ຄວາມ​ຮູ້​ມາກ​ມາຍ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຜູ້​ທີ່​ຕິດ​ຕາມ​ພະ​ເຍຊູ. ຄຳ​ວ່າ “ຄະນະ​ກຳມະການ​ປົກຄອງ” ເລີ່ມ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ໜັງສື​ຕ່າງໆຂອງ​ເຮົາ​ຫຼັງ​ຈາກ​ປີ 1940. ຄະນະ​ກຳມະການ​ປົກຄອງ​ມີ​ຄວາມ​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ກັບ​ອຳນວຍ​ການ​ຂອງ​ສະມາຄົມ​ວັອດທາວເວີ ໄບເບິນ ແອນ ແທຣັກ. ແຕ່​ໃນ​ປີ 1971 ກໍ​ເຫັນ​ໄດ້​ແຈ້ງ​ວ່າ​ຄະນະ​ກຳມະການ​ປົກຄອງ​ແມ່ນ​ແຕກຕ່າງ​ຈາກ​ສະມາຄົມ​ວັອດທາວເວີ ເຊິ່ງ​ຮັບ​ຜິດ​ຊອບ​ສະເພາະ​ເລື່ອງ​ດ້ານ​ກົດ​ໝາຍ​ເທົ່າ​ນັ້ນ. ຕັ້ງ​ແຕ່​ນັ້ນ​ມາ ພີ່​ນ້ອງ​ຊາຍ​ທີ່​ຖືກ​ເຈີມ​ສາມາດ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ໂດຍ​ບໍ່​ຕ້ອງ​ເຮັດ​ໜ້າ​ທີ່​ເປັນ​ອຳນວຍ​ການ​ຂອງ​ສະມາຄົມ. ບໍ່​ດົນ​ມາ​ນີ້ ພີ່​ນ້ອງ​ຊາຍ​ທີ່​ເປັນ “ແກະ​ອື່ນ” ໄດ້​ຮັບໃຊ້​ເປັນ​ຜູ້​ອຳນວຍ​ການ​ຂອງ​ສະມາຄົມ​ແລະ​ນິຕິບຸກຄົນ​ອື່ນໆທີ່​ນຳ​ໃຊ້​ໂດຍ​ປະຊາຊົນ​ຂອງ​ພະເຈົ້າ. ຜົນ​ກໍ​ຄື ຄະນະ​ກຳມະການ​ປົກຄອງ​ສາມາດ​ຈົດຈໍ່​ໃນ​ການ​ຈັດ​ຕຽມ​ການ​ສອນ​ແລະ​ການ​ຊີ້​ນຳ​ທີ່​ມາ​ຈາກ​ຄຳພີ​ໄບເບິນ. (ໂຢຮັນ 10:16; ກິດຈະການ 6:4) ຫໍສັງເກດການ 15 ກໍລະກົດ 2013 ອະທິບາຍ​ວ່າ: “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ເປັນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆທີ່​ປະກອບ​ກັນ​ເປັນ​ຄະນະ​ກຳມະການ​ປົກຄອງ.

ຄະນະ​ກຳມະການ​ປົກຄອງ​ໃນ​ຊຸມ​ປີ 1950

11. ຄະນະ​ກຳມະການ​ປົກຄອງ​ມີ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆແນວ​ໃດ?

11 ຄະນະ​ກຳມະການ​ປົກຄອງ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ທີ່​ສຳຄັນ​ແບບ​ເປັນ​ກຸ່ມ​ເມື່ອ​ປະຊຸມ​ກັນ​ໃນ​ແຕ່​ລະ​ອາທິດ. ການ​ປະຊຸມ​ກັນ​ແບບ​ນີ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ການ​ສື່ສານ​ກັນ​ຢ່າງ​ໃກ້​ຊິດ​ແລະ​ຮັກສາ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. (ສຸພາສິດ 20:18) ເນື່ອງ​ຈາກ​ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ກຳມະການ​ປົກຄອງ​ເທົ່າ​ທຽມ​ກັນ ດັ່ງ​ນັ້ນ ໃນ​ແຕ່​ລະ​ປີ​ພີ່​ນ້ອງ​ຊາຍ​ແຕ່​ລະ​ຄົນ​ຈະ​ປ່ຽນ​ຜຽນ​ກັນ​ເປັນ​ປະທານ​ໃນ​ການ​ປະຊຸມ​ເຫຼົ່າ​ນີ້. (1 ເປໂຕ 5:1) ຄະນະ​ກຳມະການ​ປົກຄອງ​ມີ​ຫົກ​ຄະນະ ແລະ​ໃນ​ການ​ປະຊຸມ​ພາຍ​ໃນ​ຄະນະ​ຂອງ​ເຂົາ​ເຈົ້າ ພີ່​ນ້ອງ​ຊາຍ​ຈະ​ປ່ຽນ​ຜຽນ​ກັນ​ເປັນ​ປະທານ​ຄື​ກັບ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ປົກຄອງ. ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ກຳມະການ​ປົກຄອງ​ບໍ່​ໄດ້​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ນຳ​ພີ່​ນ້ອງ​ຂອງ​ຕົນ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ຍັງ​ເປັນ​ຄົນ​ຮັບໃຊ້​ແລະ​ໄດ້​ຮັບ​ຄວາມ​ຮູ້​ຈາກ​ຂ້າ​ໃຊ້​ຜູ້​ສັດ​ຊື່​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ແລະ​ເພື່ອ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ຄົນ​ກຸ່ມ​ນີ້

ນັບ​ຕັ້ງ​ແຕ່​ຂ້າ​ໃຊ້​ຜູ້​ສັດ​ຊື່​ຖືກ​ແຕ່ງ​ຕັ້ງ​ໃນ​ປີ 1919 ເຂົາ​ເຈົ້າ​ໄດ້​ຈັດ​ຕຽມ​ຄວາມ​ຮູ້​ມາກ​ມາຍ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ປະຊາຊົນ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 10, 11)

“ຜູ້​ໃດ​ຈຶ່ງ​ເປັນ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]?”

12. ຕໍ່​ໄປ​ເຮົາ​ຈະ​ຕອບ​ຄຳຖາມ​ເລື່ອງ​ຫຍັງ?

12 ຄະນະ​ກຳມະການ​ປົກຄອງ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ບໍ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ອາດ​ເຮັດ​ຜິດ​ພາດ​ເມື່ອ​ອະທິບາຍ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຫຼື​ເມື່ອ​ຊີ້​ນຳ​ອົງການ​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດທາວເວີ (ພາສາ​ອັງກິດ) ມີ​ຫົວ​ຂໍ້ “ຄວາມ​ເຂົ້າ​ໃຈ​ທີ່​ຊັດເຈນ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຊື່ອ.” ຫົວ​ຂໍ້​ນີ້​ມີ​ລາຍການ​ທີ່​ບອກ​ວ່າ​ໄດ້​ມີ​ການ​ປັບ​ປ່ຽນ​ຄວາມ​ເຂົ້າ​ໃຈ​ໃນ​ຄຳພີ​ໄບເບິນ​ແນວ​ໃດ​ນັບ​ຕັ້ງ​ແຕ່​ປີ 1870. ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ​ຂ້າ​ໃຊ້​ຜູ້​ສັດ​ຊື່​ຂອງ​ພະອົງ​ຈະ​ຜະລິດ​ຄວາມ​ຮູ້​ທີ່​ສົມບູນ​ແບບ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ. ດັ່ງ​ນັ້ນ ເຮົາ​ຈະ​ຕອບ​ຄຳຖາມ​ຂອງ​ພະ​ເຍຊູ​ແນວ​ໃດ​ທີ່​ຖາມ​ວ່າ: “ຜູ້​ໃດ​ຈຶ່ງ​ເປັນ​ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]?” (ມັດທາຍ 24:45) ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ຄະນະ​ກຳມະການ​ປົກຄອງ​ເປັນ​ຂ້າ​ໃຊ້​ຜູ້​ສັດ​ຊື່? ໃຫ້​ເຮົາ​ເບິ່ງ 3 ສິ່ງ​ນັ້ນ​ອີກ​ທີ່​ຊ່ວຍ​ເຂົາ​ເຈົ້າ ຄື​ກັບ​ທີ່​ໄດ້​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ໃນ​ສະໄໝ​ພວກ​ອັກຄະສາວົກ.

13. ພະລັງ​ບໍລິສຸດ​ໄດ້​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ແນວ​ໃດ?

13 ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ. ພະລັງ​ບໍລິສຸດ​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ບໍ່​ເຄີຍ​ເຂົ້າ​ໃຈ​ມາ​ກ່ອນ. ຕົວຢ່າງ​ເຊັ່ນ: ໃຫ້​ເບິ່ງ​ລາຍການ​ຄວາມ​ເຂົ້າ​ໃຈ​ທີ່​ຊັດເຈນ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ເຊິ່ງ​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້. ບໍ່​ມີ​ມະນຸດ​ຄົນ​ໃດ​ສາມາດ​ເຂົ້າ​ໃຈ​ແລະ​ອະທິບາຍ “ສິ່ງ​ເລິກ [ເຊິ່ງ] ຂອງ​ພະເຈົ້າ” ໄດ້​ດ້ວຍ​ຕົວ​ເອງ! (ອ່ານ 1 ໂກລິນໂທ 2:10) ຄະນະ​ກຳມະການ​ປົກຄອງ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ຂຽນ​ວ່າ: “ພວກ​ເຮົາ​ປາກ​ແຕ່​ສິ່ງ​ນັ້ນ​ບໍ່​ໃຊ່​ດ້ວຍ​ຖ້ອຍຄຳ​ທີ່​ຄວາມ​ປັນຍາ​ຂອງ​ມະນຸດ​ສັ່ງ​ສອນ ແຕ່​ວ່າ​ດ້ວຍ​ຖ້ອຍຄຳ​ທີ່​ພະ​ວິນຍານ [“ພະລັງ​ຂອງ​ພະເຈົ້າ,” ລ.ມ.] ໄດ້​ສັ່ງ​ສອນ.” (1 ໂກລິນໂທ 2:13) ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ມີ​ຄຳ​ສອນ​ບໍ່​ຈິງ​ແລະ​ມີ​ການ​ຊີ້​ນຳ​ທີ່​ບໍ່​ຈະ​ແຈ້ງ ແຕ່​ເປັນ​ຫຍັງ​ນັບ​ແຕ່​ປີ 1919 ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ? ເຫດຜົນ​ມີ​ພຽງ​ຢ່າງ​ດຽວ ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະອົງ!

14. ຕາມ​ທີ່​ບອກ​ໃນ​ຄຳປາກົດ 14:6, 7 ທູດ​ສະຫວັນ​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ແລະ​ປະຊາຊົນ​ຂອງ​ພະເຈົ້າ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

14 ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ. ຄະນະ​ກຳມະການ​ປົກຄອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໃຫຍ່​ຫຼວງ​ໃນ​ການ​ຊີ້​ນຳ​ຜູ້​ປະກາດ​ຫຼາຍ​ກວ່າ 8 ລ້ານ​ຄົນ​ໃນ​ວຽກ​ປະກາດ​ຢູ່​ທົ່ວ​ໂລກ. ເປັນ​ຫຍັງ​ວຽກ​ນີ້​ຈຶ່ງ​ປະສົບ​ຜົນ​ສຳເລັດ​ຫຼາຍ? ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ທູດ​ສະຫວັນ​ຊ່ວຍ​ເຫຼືອ. (ອ່ານ​ຄຳປາກົດ 14:6, 7) ໃນ​ຫຼາຍໆກໍລະນີ ທູດ​ສະຫວັນ​ໄດ້​ຊີ້​ນຳ​ຜູ້​ປະກາດ​ໃຫ້​ໄປ​ຫາ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຫາ​ກໍ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ! * (ເບິ່ງ​ໄຂ​ເງື່ອນ) ການ​ປະກາດ​ແລະ​ການ​ສອນ​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆເຖິງ​ວ່າ​ມີ​ການ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ກໍ​ຕາມ. ເລື່ອງ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ.

15. ຄະນະ​ກຳມະການ​ປົກຄອງ​ແຕກຕ່າງ​ແນວ​ໃດ​ຈາກ​ພວກ​ຜູ້​ນຳ​ຂອງ​ຄລິດຕະຈັກ? ໃຫ້​ຍົກ​ຕົວຢ່າງ.

15 ຄະນະ​ກຳມະການ​ປົກຄອງ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ. (ອ່ານ​ໂຢຮັນ 17:17) ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປີ 1973. ຫໍສັງເກດການ 1 ມິຖຸນາ 1973 ຖາມ​ວ່າ: “ຄົນ​ທີ່​ບໍ່​ທັນ​ເຊົາ​ສູບ​ຢາ​ສາມາດ​ຮັບ​ບັບເຕມາ​ໄດ້​ບໍ?” ຫໍສັງເກດການ ໄດ້​ຕອບ​ຄຳຖາມ​ນັ້ນ​ໂດຍ​ອີງ​ໃສ່​ຫຼັກ​ການ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ ແລະ​ຄຳຕອບ​ກໍ​ຄື ບໍ່​ສາມາດ​ຮັບ​ບັບເຕມາ​ໄດ້! ຫໍສັງເກດການ ສະບັບ​ນັ້ນ​ໄດ້​ອ້າງ​ເຖິງ​ພະ​ຄຳພີ​ຫຼາຍ​ຂໍ້​ແລະ​ອະທິບາຍ​ເຫດຜົນ​ວ່າ​ເປັນ​ຫຍັງ​ຄົນ​ທີ່​ຍັງ​ສູບ​ຢາ​ຄວນ​ຖືກ​ຕັດ​ສຳພັນ. (1 ໂກລິນໂທ 5:7; 2 ໂກລິນໂທ 7:1) ຫໍສັງເກດການ ສະບັບ​ນັ້ນ​ເວົ້າ​ວ່າ​ມາດຕະຖານ​ທີ່​ເຄັ່ງ​ຄັດ​ນີ້​ບໍ່​ໄດ້​ມາ​ຈາກ​ມະນຸດ ແຕ່​ມາ​ຈາກ “ພະເຈົ້າ​ຜູ້​ສະແດງ​ຄວາມ​ຮູ້ສຶກ​ອອກ​ມາ​ຜ່ານ​ທາງ​ພະ​ຄຳ​ຂອງ​ພະອົງ.” ບໍ່​ມີ​ອົງການ​ສາສະໜາ​ໃດ​ທີ່​ເຕັມ​ໃຈ​ໝາຍ​ເພິ່ງ​ພະ​ຄຳ​ຂອງ​ພະເຈົ້າ​ຢ່າງ​ເຕັມທີ​ຂະໜາດ​ນັ້ນ ໂດຍ​ສະເພາະ​ເມື່ອ​ການ​ເຮັດ​ແບບ​ນັ້ນ​ອາດ​ສ້າງ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃຫ້​ກັບ​ສະມາຊິກ​ບາງ​ຄົນ​ໃນ​ອົງການ. ປຶ້ມ​ຫົວ​ໜຶ່ງ​ກ່ຽວ​ກັບ​ສາສະໜາ​ເຊິ່ງ​ອອກ​ຢູ່​ປະເທດ​ອາເມຣິກາ​ເມື່ອ​ບໍ່​ດົນ​ມາ​ນີ້​ເວົ້າ​ວ່າ: “ພວກ​ຜູ້​ນຳ​ຂອງ​ຄລິດຕະຈັກ​ໄດ້​ປັບ​ປ່ຽນ​ຄຳ​ສອນ​ຂອງ​ເຂົາ​ເຈົ້າ​ເປັນ​ປະຈຳ​ເພື່ອ​ໃຫ້​ເຂົ້າ​ກັບ​ຄວາມ​ເຊື່ອ​ແລະ​ຄວາມ​ຄິດ​ເຫັນ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະມາຊິກ​ຂອງ​ເຂົາ​ເຈົ້າ​ແລະ​ຈາກ​ສັງຄົມ​ສ່ວນ​ຫຼາຍ.” ແຕ່​ຄະນະ​ກຳມະການ​ປົກຄອງ​ບໍ່​ໄດ້​ຖືກ​ຊີ້​ນຳ​ຈາກ​ສິ່ງ​ທີ່​ຄົນ​ສ່ວນ​ຫຼາຍ​ມັກ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ​ສະມາຊິກ​ແຕ່​ລະ​ຄົນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ເຊິ່ງ​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ກຳລັງ​ຊີ້​ນຳ​ປະຊາຊົນ​ຂອງ​ພະອົງ​ແທ້ໆໃນ​ທຸກ​ມື້​ນີ້.

“ຈົ່ງ​ຈື່​ຄົນ​ທັງ​ຫຼາຍ​ທີ່​ໄດ້​ບັງຄັບ [“ນຳ​ໜ້າ,” ລ.ມ.] ພວກ​ທ່ານ”

16. ການ​ເຮັດ​ຫຍັງ​ເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຈື່​ຫຼື​ຄິດ​ເຖິງ​ຄະນະ​ກຳມະການ​ປົກຄອງ?

16 ອ່ານ​ເຫບເລີ 13:7. ຄຳພີ​ໄບເບິນ​ບອກ​ວ່າ: “ຈົ່ງ​ຈື່​ຄົນ​ທັງ​ຫຼາຍ​ທີ່​ໄດ້​ບັງຄັບ [“ນຳ​ໜ້າ,” ລ.ມ.] ພວກ​ທ່ານ.” ການ​ເວົ້າ​ເຖິງ​ຄະນະ​ກຳມະການ​ປົກຄອງ​ໃນ​ຄຳ​ອະທິດຖານ​ຂອງ​ເຮົາ​ເປັນ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຈື່​ຫຼື​ຄິດ​ເຖິງ​ເຂົາ​ເຈົ້າ. (ເອເຟດ 6:18) ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ ເຊິ່ງ​ລວມ​ເຖິງ​ການ​ຈັດ​ຕຽມ​ຄວາມ​ຮູ້​ມາກ​ມາຍ​ເພື່ອ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ ຊີ້​ນຳ​ວຽກ​ປະກາດ​ຢູ່​ທົ່ວ​ໂລກ ແລະ​ເບິ່ງ​ແຍງ​ເງິນ​ບໍລິຈາກ​ທີ່​ໃຫ້​ກັບ​ອົງການ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຕ້ອງການ​ແທ້ໆທີ່​ຈະ​ໃຫ້​ເຮົາ​ອະທິດຖານ​ເພື່ອ​ເຂົາ​ເຈົ້າ​ເປັນ​ປະຈຳ!

17, 18. (ກ) ເຮົາ​ຈະ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ​ໄດ້​ແນວ​ໃດ? (ຂ) ການ​ປະກາດ​ຂອງ​ເຮົາ​ສະໜັບສະໜູນ​ຄະນະ​ກຳມະການ​ປົກຄອງ​ແລະ​ພະ​ເຍຊູ​ແນວ​ໃດ?

17 ການ​ເຮັດ​ຕາມ​ການ​ສອນ​ແລະ​ການ​ຊີ້​ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ​ກໍ​ຍັງ​ເປັນ​ການ​ຄິດ​ເຖິງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ຄະນະ​ກຳມະການ​ປົກຄອງ​ຊີ້​ນຳ​ເຮົາ​ຜ່ານ​ທາງ​ໜັງສື​ຕ່າງໆ ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໝວດ ແລະ​ການ​ປະຊຸມ​ພາກ. ນອກ​ຈາກ​ນັ້ນ ຄະນະ​ກຳມະການ​ປົກຄອງ​ຍັງ​ແຕ່ງ​ຕັ້ງ​ຜູ້​ດູ​ແລ​ໝວດ ເຊິ່ງ​ເຂົາ​ເຈົ້າ​ມີ​ໜ້າ​ທີ່​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່. ການ​ທີ່​ຜູ້​ດູ​ແລ​ໝວດ​ແລະ​ຜູ້​ເຖົ້າ​ແກ່​ເອົາໃຈໃສ່​ຕໍ່​ການ​ຊີ້​ນຳ​ຕ່າງໆ ນັ້ນ​ກໍ​ສະແດງ​ວ່າ​ເຂົາ​ເຈົ້າ​ຄິດ​ເຖິງ​ຄະນະ​ກຳມະການ​ປົກຄອງ. ເຮົາ​ທຸກ​ຄົນ​ສາມາດ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຍຊູ​ຜູ້​ນຳ​ຂອງ​ເຮົາ ໂດຍ​ເຊື່ອ​ຟັງ​ຄົນ​ທີ່​ພະອົງ​ກຳລັງ​ໃຊ້​ໃນ​ທຸກ​ມື້​ນີ້.—ເຫບເລີ 13:17

18 ການ​ເຮັດ​ວຽກ​ປະກາດ​ໃຫ້​ດີ​ທີ່​ສຸດ​ກໍ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ຄິດ​ເຖິງ​ຄະນະ​ກຳມະການ​ປົກຄອງ. ເຫບເລີ 13:7 ກະຕຸ້ນ​ຄລິດສະຕຽນ​ໃຫ້​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ຄົນ​ເຫຼົ່າ​ນີ້​ທີ່​ນຳ​ໜ້າ. ຄະນະ​ກຳມະການ​ປົກຄອງ​ສະແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່​ໂດຍ​ປະກາດ​ຢ່າງ​ກະຕືລືລົ້ນ​ແລະ​ສົ່ງເສີມ​ເລື່ອງ​ຂ່າວ​ດີ. ເຮົາ​ກຳລັງ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ໃນ​ວຽກ​ທີ່​ສຳຄັນ​ນີ້​ບໍ? ຖ້າ​ແມ່ນ ເຮົາ​ຈະ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຍິນ​ພະ​ເຍຊູ​ບອກ​ເຮົາ​ວ່າ: “ເພາະ​ເຫດ​ທ່ານ​ທັງ​ຫຼາຍ​ໄດ້​ກະທຳ​ການ​ນັ້ນ​ສຳລັບ​ຄົນ​ເລັກ​ນ້ອຍ​ທີ່​ສຸດ​ຜູ້​ໜຶ່ງ​ໃນ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ນີ້ ທ່ານ​ທັງ​ຫຼາຍ​ໄດ້​ກະທຳ​ສຳລັບ​ເຮົາ.”—ມັດທາຍ 25:34-40

19. ເປັນ​ຫຍັງ​ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຕິດ​ຕາມ​ພະ​ເຍຊູ​ຜູ້​ນຳ​ຂອງ​ເຮົາ?

19 ເມື່ອ​ພະ​ເຍຊູ​ກັບ​ໄປ​ສະຫວັນ ພະອົງ​ບໍ່​ໄດ້​ປະ​ຖິ້ມ​ຜູ້​ທີ່​ຕິດ​ຕາມ​ພະອົງ. (ມັດທາຍ 28:20) ພະ​ເຍຊູ​ຮູ້​ວ່າ​ຕອນ​ທີ່​ຢູ່​ໂລກ​ນີ້ ພະລັງ​ບໍລິສຸດ ທູດ​ສະຫວັນ ແລະ​ພະ​ຄຳ​ຂອງ​ພະເຈົ້າ​ໄດ້​ຊ່ວຍ​ພະອົງ​ໃຫ້​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ໃນ​ທຸກ​ມື້​ນີ້​ພະອົງ​ຈຶ່ງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແບບ​ດຽວ​ກັນ​ນີ້​ແກ່​ທາດ​ສັດ​ຊື່. ຄະນະ​ກຳມະການ​ປົກຄອງ​ຕິດ​ຕາມ​ພະ​ເຍຊູ​ຕໍ່ໆໄປ ແລະ​ເມື່ອ ‘ລູກ​ແກະ​ໄປ​ທາງ​ໃດ ຄົນ​ທັງ​ຫຼາຍ​ນີ້​ກໍ​ຕາມ​ພະອົງ​ໄປ​ທາງ​ນັ້ນ.’ (ຄຳປາກົດ 14:4) ດັ່ງ​ນັ້ນ ເມື່ອ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ ເຮົາ​ກໍ​ຕິດ​ຕາມ​ພະ​ເຍຊູ​ຜູ້​ນຳ​ຂອງ​ເຮົາ. ອີກ​ບໍ່​ດົນ ພະອົງ​ຈະ​ນຳ​ເຮົາ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ. (ຄຳປາກົດ 7:14-17) ຜູ້​ນຳ​ທີ່​ເປັນ​ມະນຸດ​ບໍ່​ສາມາດ​ສັນຍາ​ກ່ຽວ​ກັບ​ເລື່ອງ​ນີ້​ໄດ້!

^ ຂໍ້ 3 ເບິ່ງ​ຄື​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ອັກຄະສາວົກ 12 ຄົນ​ປະກອບ​ເປັນ “ຫີນ​ຮາກ​ຖານ 12 ກ້ອນ” ຂອງ​ເຢຣຶຊາເລມ​ໃໝ່​ໃນ​ອະນາຄົດ. (ຄຳປາກົດ 21:14, ລ.ມ.) ດ້ວຍ​ເຫດ​ນີ້​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ຄົນ​ມາ​ປ່ຽນ​ແທນ​ອັກຄະສາວົກ​ຜູ້​ສັດ​ຊື່​ທີ່​ຕາຍ​ໃນ​ເວລາ​ຕໍ່​ມາ.

^ ຂໍ້ 8 ນັບ​ແຕ່​ປີ 1955 ນິຕິບຸກຄົນ​ນັ້ນ​ເປັນ​ທີ່​ຮູ້ຈັກ​ໃນ​ນາມ​ຂອງ​ສະມາຄົມ​ວັອດທາວເວີ ໄບເບິນ ແອນ ແທຣັກ ເພນຊິເວເນຍ.

^ ຂໍ້ 14 ເບິ່ງ​ປຶ້ມ “ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຢ່າງ​ຖີ່​ຖ້ວນ” ໜ້າ 58-59 (ພາສາ​ໄທ).