ຫໍສັງເກດການສະບັບສຶກສາ ຕຸລາ 2016

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ 28 ພະຈິກ -25 ຕຸລາ 2016.

ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ

ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄົນ​ແປກ​ໜ້າ? ໃນ​ປະຊາຄົມ ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ທີ່​ມາ​ຈາກ​ປະເທດ​ອື່ນ​ໃຫ້​ຮູ້ສຶກ​ສະບາຍ​ໃຈ​ຄື​ຢູ່​ບ້ານ​ຂອງ​ຕົນ​ເອງ?

ຮັກສາ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ເມື່ອ​ຮັບໃຊ້​ໃນ​ເຂດ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ

ການ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ແລະ​ຂອງ​ຄອບຄົວ​ຄວນ​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ທຳອິດ​ສຳລັບ​ຄລິດສະຕຽນ​ທຸກ​ຄົນ. ແຕ່​ຖ້າ​ເຈົ້າ​ກຳລັງ​ຮັບໃຊ້​ໃນ​ເຂດ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ ເຈົ້າ​ກໍ​ມີ​ຂໍ້​ທ້າທາຍ​ສະເພາະ.

ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໃນ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້

ເຮົາ​ສາມາດ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ຫຼາຍໆ​​ຕົວຢ່າງ​ທີ່​ດີ​ເລີດ​ກ່ຽວ​ກັບ​ຄວາມ​ເຊື່ອ​ທັງ​ໃນ​ອະດີດ​ແລະ​ປັດຈຸບັນ. ເຈົ້າ​ຈະ​ຮັກສາ​ຄວາມ​ເຊື່ອ​ຂອງ​ເຈົ້າໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ?

ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ

ແທ້​ຈິງ​ແລ້ວ​ຄວາມ​ເຊື່ອ​ແມ່ນ​ຫຍັງ? ແລະ​ສຳຄັນ​ກວ່າ​ນັ້ນ ເຈົ້າ​ຈະ​ສະແດງ​ຄວາມ​ເຊື່ອ​ໂດຍ​ວິທີ​ໃດ?

ເລື່ອງຊີວິດຈິງ

ພະຍາຍາມ​ສະທ້ອນ​ເຖິງ​ຕົວຢ່າງ​ທີ່​ດີ

ກຳລັງ​ໃຈ​ຈາກ​ຄລິດສະຕຽນ​ທີ່​ອາວຸໂສ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ເປັນ​ປະໂຫຍດ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ. ໂທມັດ ແມັກເຄນ​ເວົ້າ​ເຖິງ​ວິທີ​ທີ່​ຄົນ​ອື່ນ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ລາວ ແລະ​ເວົ້າ​ເຖິງ​ວິທີ​ທີ່​ລາວ​ເອງ​ໄດ້​ພະຍາຍາມ​ຊ່ວຍ​ຄົນ​ອື່ນ.

ເຈົ້າ​ຮູ້​ບໍ?

ໃນ​ສະໄໝ​ບູຮານ ມີ​ການ​ເຊື່ອ​ວ່າ​ບາງ​ຄົນ​ຈະ​ຫວ່ານ​ເຂົ້າ​ນົກ​ໃນ​ນາ​ຂອງ​ຄົນ​ອື່ນ​ແທ້ໆ?