ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ພະຍາຍາມ​ສະທ້ອນ​ເຖິງ​ຕົວຢ່າງ​ທີ່​ດີ

ພະຍາຍາມ​ສະທ້ອນ​ເຖິງ​ຕົວຢ່າງ​ທີ່​ດີ

ຂ້ອຍ​ຖາມ​ພີ່​ນ້ອງ​ໄອແຊັກ ມາເຣສ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ​ຂ້ອຍ​ອາຍຸ​ຈັກ​ປີ​ແລ້ວ?” ລາວ​ຕອບ​ວ່າ: “ຮູ້​ແທ້.” ພີ່​ນ້ອງ​ໄອແຊັກ​ໂທມາ​ຫາ​ຂ້ອຍ​ຢູ່​ໂຄໂລຣາໂດ​ຈາກ​ແພັດເທີສັນ ນິວຢອກ. ຂໍ​ໃຫ້​ຂ້ອຍ​ເລົ່າ​ວ່າ​ອັນ​ໃດ​ນຳ​ໄປ​ສູ່​ການ​ສົນທະນາ​ນີ້.

ຂ້ອຍ​ເກີດ​ໃນ​ວັນ​ທີ 10 ທັນວາ ປີ 1936 ຢູ່​ເມືອງ​ວິຊິຕາ ລັດເຄັນຊັດສ ປະເທດ​ອາເມຣິກາ. ຂ້ອຍ​ເປັນ​ລູກ​ກົກ​ໃນ​ຈຳນວນ​ລູກ​ສີ່​ຄົນ. ພໍ່​ຂ້ອຍ​ຊື່​ວິນລ້ຽມ ແລະ​ແມ່​ຊື່​ຈີນ ທັງ​ສອງ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ. ພໍ່​ເປັນ​ຜູ້​ຮັບໃຊ້​ປະຊາຄົມ ເຊິ່ງ​ປັດຈຸບັນ​ນີ້​ເອີ້ນ​ວ່າ​ຜູ້​ປະສານ​ງານ​ຄະນະ​ຜູ້​ເຖົ້າ​ແກ່. ແມ່​ຮຽນ​ຄວາມ​ຈິງ​ຈາກ​ແມ່​ຂອງ​ເພິ່ນ​ທີ່​ຊື່​ເອັມມ໋າ ເວັກເນີ. ແມ່​ຕູ້​ຂ້ອຍ​ສອນ​ຄວາມ​ຈິງ​ໃຫ້​ຫຼາຍ​ຄົນ ລວມ​ເຖິງ​ພີ່​ນ້ອງ​ເຈີທຣຸດ ສະຕຽວ ທີ່​ຮັບໃຊ້​ເປັນ​ມິດຊັນນາລີ​ຢູ່​ປອກໂຕຣິກໂກ. * ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ມີ​ຫຼາຍ​ຕົວຢ່າງ​ທີ່​ດີ​ໃຫ້​ຮຽນ​ແບບ.

ການ​ຈື່​ຈຳ​ຕົວຢ່າງ​ທີ່​ດີ

ພໍ່​ຂ້ອຍ​ສະເໜີ​ວາລະສານ​ຢູ່​ແຈ​ຖະໜົນ

ແລງ​ວັນ​ເສົາ​ມື້​ໜຶ່ງ ຕອນ​ນັ້ນ​ຂ້ອຍ​ໄດ້ 5 ປີ ພໍ່​ກັບ​ຂ້ອຍ​ກຳລັງ​ສະເໜີ​ຫໍສັງເກດການ ແລະ​ຄອນ​ໂຊ​ເລ​ຊັນ (ປັດຈຸບັນ​ຄື​ຕື່ນ​ເຖີດ!) ໃຫ້​ກັບ​ຄົນ​ທີ່​ຍ່າງ​ຕາມ​ຫົນ​ທາງ. ໃນ​ຕອນ​ນັ້ນ​ປະເທດ​ຂອງ​ເຮົາ​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຼາຍ​ແທ້ໆກັບ​ສົງຄາມ​ໂລກ​ຄັ້ງ​ທີ 2 ແຕ່​ພໍ່​ຍັງ​ຮັກສາ​ຄວາມ​ເປັນ​ກາງ. ທ່ານ​ໝໍ​ຄົນ​ໜຶ່ງ​ທີ່​ເມົາ​ເຫຼົ້າ​ໄດ້​ຍ່າງ​ເຂົ້າ​ມາ​ແລະ​ເວົ້າ​ໃຫ້​ພໍ່​ວ່າ​ເປັນ​ຄົນ​ຂີ້​ຢ້ານ​ແລະ​ຫາ​ຂໍ້​ອ້າງ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ສົງຄາມ. ລາວ​ເອົາ​ໜ້າ​ຫຍັບ​ເຂົ້າ​ມາ​ໃກ້ໆໜ້າ​ພໍ່​ແລະ​ເວົ້າ​ວ່າ: “ເປັນ​ຫຍັງ​ຈຶ່ງ​ບໍ່​ຕີ​ຂ້ອຍ ບັກ​ຂີ້​ຢ້ານ​ເອີຍ!” ຂ້ອຍ​ຢ້ານ​ຫຼາຍ ແຕ່​ກໍ​ຊົມ​ເຊີຍ​ພໍ່​ແທ້ໆ. ເພິ່ນ​ສະເໜີ​ວາລະສານ​ຕໍ່​ໄປ​ໃຫ້​ຄົນ​ທີ່​ກຳລັງ​ແນມ​ເບິ່ງ. ຈາກ​ນັ້ນ​ກໍ​ມີ​ທະຫານ​ຄົນ​ໜຶ່ງ​ຍ່າງ​ມາ ແລະ​ທ່ານ​ໝໍ​ກໍ​ຮ້ອງ​ຂຶ້ນ​ວ່າ: “ເຮັດ​ຫຍັງ​ກໍ​ໄດ້​ກັບ​ບັກ​ຂີ້​ຢ້ານ​ນີ້!” ທະຫານ​ຄົນ​ນັ້ນ​ເຫັນ​ວ່າ​ລາວ​ເມົາ​ເຫຼົ້າ ດັ່ງ​ນັ້ນ​ຈຶ່ງ​ເວົ້າ​ວ່າ: “ເມືອ​ນອນ​ໃຫ້​ຊ່ວງ​ເມົາ​ຊະ!” ແລ້ວ​ທັງ​ສອງ​ກໍ​ຍ່າງ​ໜີ. ຂ້ອຍ​ຂອບໃຈ​ຫຼາຍ​ທີ່​ພະ​ເຢໂຫວາ​ຊ່ວຍ​ໃຫ້​ພໍ່​ມີ​ຄວາມ​ກ້າຫານ. ພໍ່​ມີ​ຮ້ານ​ຕັດ​ຜົມ 2 ຮ້ານ​ໃນ​ເມືອງ​ວິຊິຕາ ແລະ​ທ່ານ​ໝໍ​ຄົນ​ນັ້ນ​ກໍ​ເປັນ​ລູກ​ຄ້າ​ຂອງ​ພໍ່.

ຖ່າຍ​ຮູບ​ກັບ​ພໍ່​ແມ່​ຕອນ​ໄປ​ປະຊຸມ​ພາກ​ຢູ່​ເມືອງ​ວິຊິຕາ​ໃນ​ຊຸມ​ປີ 1940

ຕອນ​ຂ້ອຍ​ໄດ້ 8 ປີ. ພໍ່​ແມ່​ກໍ​ຂາຍ​ເຮືອນ​ກັບ​ຮ້ານ​ຕັດ​ຜົມ ແລະ​ໄດ້​ສ້າງ​ເຮືອນ​ຫຼັງ​ນ້ອຍໆເຊິ່ງ​ສາມາດ​ເຄື່ອນ​ທີ່​ໄດ້. ຈາກ​ນັ້ນ ເຮົາ​ກໍ​ຍ້າຍ​ໄປ​ໂຄໂລຣາໂດ​ທີ່​ຢູ່​ໃກ້​ກັບ​ເມືອງ​ແກນ ຈັງ​ຊັນ ເພື່ອ​ຮັບໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ພໍ່​ກັບ​ແມ່​ເປັນ​ໄພໂອເນຍ ແລະ​ເຮັດ​ວຽກ​ທີ່​ບໍ່​ເຕັມ​ເວລາ ເຮັດ​ສວນ ແລະ​ລ້ຽງ​ສັດ. ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ​ແລະ​ການ​ຮັບໃຊ້​ທີ່​ກະຕືລືລົ້ນ​ຂອງ​ພໍ່​ແມ່ ໃນ​ທີ່​ສຸດ​ປະຊາຄົມ​ໄດ້​ຖືກ​ກໍ່​ຕັ້ງ​ຂຶ້ນ. ໃນ​ວັນ​ທີ 20 ມິຖຸນາ ປີ 1948 ພໍ່​ຮັບ​ບັບເຕມາ​ໃຫ້​ຂ້ອຍ​ແລະ​ຄົນ​ອື່ນໆໃນ​ແມ່ນໍ້າ​ທີ່​ໄຫຼ​ມາ​ຈາກ​ພູເຂົາ ໃນ​ນັ້ນ​ມີ​ພີ່​ນ້ອງ​ບິນລີ ນິໂຄ ແລະ​ເມຍ. ຕໍ່​ມາ​ທັງ​ສອງ​ຮັບໃຊ້​ໃນ​ວຽກ​ເດີນ​ໝວດ ແລະ​ລູກ​ຊາຍ​ກັບ​ລູກໃພ້​ກໍ​ເຮັດ​ວຽກ​ແບບ​ດຽວ​ກັນ​ນີ້.

ເຮົາ​ເປັນ​ໝູ່​ທີ່​ດີ​ກັບ​ຫຼາຍ​ຄົນ​ທີ່​ຫຍຸ້ງ​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ ໂດຍ​ສະເພາະ​ກັບ​ຄອບຄົວ​ສະຕຽວ​ເຊິ່ງ​ກໍ​ຄື​ດອນ​ແລະ​ເອີເລັນ ເດບ​ແລະ​ຈູເລຍ ຊີ​ແລະ​ມາທາ. ເຮົາ​ມີ​ຄວາມ​ສຸກ​ເມື່ອ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ ແລະ​ຄົນ​ເຫຼົ່າ​ນີ້​ມີ​ອິດທິພົນ​ຫຼາຍ​ຕໍ່​ຊີວິດ​ຂ້ອຍ. ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ຊີວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ໝາຍ​ແທ້​ແລະ​ມີ​ຄວາມ​ສຸກ ຖ້າ​ເຮົາ​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ.

ຍ້າຍ​ອີກ​ຄັ້ງ​ໜຶ່ງ

ຕອນ​ໄດ້ 19 ປີ ພີ່​ນ້ອງ​ບັດ ຮາດ​ສະຕີ ທີ່​ເປັນ​ໝູ່​ກັບ​ຄອບຄົວ​ເຮົາ​ໄດ້​ຊວນ​ຂ້ອຍ​ເຮັດ​ວຽກ​ເປັນ​ໄພໂອເນຍ​ກັບ​ລາວ​ຢູ່​ພາກ​ໃຕ້​ຂອງ​ອາເມຣິກາ. ຜູ້​ດູ​ແລ​ໝວດ​ຂໍ​ໃຫ້​ເຮົາ​ຍ້າຍ​ໄປ​ຮັບໃຊ້​ຢູ່​ເມືອງ​ຣັດສະຕອນ ໃນ​ລຸຍ​ຊີ​ອານາ ເຊິ່ງ​ມີ​ພະຍານ​ຫຼາຍ​ຄົນ​ໄດ້​ເຊົາ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ. ລາວ​ບອກ​ໃຫ້​ເຮົາ​ຈັດການ​ປະຊຸມ​ທຸກ​ລາຍການ​ໃນ​ແຕ່​ລະ​ອາທິດ​ເຖິງ​ວ່າ​ບໍ່​ມີ​ຄົນ​ເຂົ້າ​ຮ່ວມ. ເຮົາ​ພົບ​ສະຖານ​ທີ່​ເພື່ອ​ຈັດການ​ປະຊຸມ​ແລະ​ກໍ​ກຽມ​ພ້ອມ. ເຮົາ​ຈັດການ​ປະຊຸມ​ທຸກ​ລາຍການ ແຕ່​ທຳອິດ​ມີ​ເຮົາ​ສອງ​ຄົນ​ທີ່​ເຂົ້າ​ຮ່ວມ. ເຮົາ​ປ່ຽນ​ຜຽນ​ກັນ ຜູ້​ໜຶ່ງ​ເຮັດ​ສ່ວນ​ປະຊຸມ ແລະ​ອີກ​ຜູ້​ໜຶ່ງ​ຕອບ​ທຸກ​ຄຳຖາມ. ຖ້າ​ສ່ວນ​ນັ້ນ​ມີ​ການ​ສາທິດ​ພວກ​ເຮົາ​ກໍ​ຈະ​ຂຶ້ນ​ໄປ​ເທິງ​ເວທີ​ແລະ​ກໍ​ຈະ​ບໍ່​ມີ​ຜູ້​ຟັງ​ເລີຍ. ສຸດ​ທ້າຍ​ກໍ​ມີ​ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ເລີ່ມ​ເຂົ້າ​ຮ່ວມ​ປະຊຸມ. ໃນ​ທີ່​ສຸດ​ນັກ​ສຶກສາ​ຄຳພີ​ໄບເບິນ​ຈຳນວນ​ໜຶ່ງ ແລະ​ບາງ​ຄົນ​ທີ່​ເຊົາ​ເຮັດ​ກິດຈະກຳ​ຂອງ​ຄລິດສະຕຽນ​ກໍ​ເລີ່ມ​ມາ​ປະຊຸມ ແລະ​ບໍ່​ດົນ​ເຮົາ​ກໍ​ກາຍ​ເປັນ​ປະຊາຄົມ.

ມື້​ໜຶ່ງ​ພີ່​ນ້ອງ​ບັດ​ກັບ​ຂ້ອຍ​ພົບ​ກັບ​ຄຸນ​ພໍ່​ຈາກ​ຄລິດ​ສາສະໜາ​ຈັກ ລາວ​ເວົ້າ​ເຖິງ​ຂໍ້​ພະ​ຄຳພີ​ທີ່​ຂ້ອຍ​ບໍ່​ຮູ້ຈັກ. ເລື່ອງ​ນີ້​ລົບກວນ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ຄິດ​ຫຼາຍ​ແທ້ໆກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ​ເຊື່ອ. ເປັນ​ເວລາ​ໜຶ່ງ​ອາທິດ ໃນ​ແຕ່​ລະ​ຄືນ​ຂ້ອຍ​ສຶກສາ​ຈົນ​ຮອດ​ເດິກ​ເພື່ອ​ໃຫ້​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ຕ່າງໆທີ່​ລາວ​ຖາມ. ການ​ເຮັດ​ແບບ​ນັ້ນ​ຊ່ວຍ​ເສີມ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ຂ້ອຍ​ກໍ​ກະຕືລືລົ້ນ​ທີ່​ຈະ​ພົບ​ກັບ​ຜູ້​ປະກາດ​ຄົນ​ອື່ນ​ອີກ.

ບໍ່​ດົນ​ຕໍ່​ມາ ຜູ້​ດູ​ແລ​ໝວດ​ກໍ​ຂໍ​ໃຫ້​ຂ້ອຍ​ຍ້າຍ​ໄປ​ເມືອງ​ແອວ ໂດຣາໂດ ໃນ​ອາ​ຄັນ​ຊໍ ເພື່ອ​ຊ່ວຍ​ປະຊາຄົມ​ຢູ່​ຫັ້ນ. ເມື່ອ​ຢູ່​ເມືອງ​ນັ້ນ ຂ້ອຍ​ຍັງ​ຕ້ອງ​ກັບ​ໄປ​ໂຄໂລຣາໂດ​ເລື້ອຍໆເພື່ອ​ລາຍງານ​ຕົວ​ກັບ​ກອງ​ເກນ​ທະຫານ ເຊິ່ງ​ເປັນ​ຄະນະ​ກຳມະການ​ທີ່​ຕັດສິນ​ວ່າ​ໃຜ​ຕ້ອງ​ເຂົ້າ​ຮ່ວມ​ໃນ​ກອງທັບ. ໃນ​ການ​ເດີນ​ທາງ​ຄັ້ງ​ໜຶ່ງ ຂ້ອຍ​ໄປ​ກັບ​ໄພໂອເນຍ​ຈຳນວນ​ໜຶ່ງ ແລະ​ເຮົາ​ກໍ​ປະສົບ​ອຸບັດ​ຕິ​ເຫດ​ໃນ​ລັດ​ເທັກຊັດ​ເຊິ່ງ​ເຮັດ​ໃຫ້​ລົດ​ຂ້ອຍ​ເພ​ຫຼາຍ. ເຮົາ​ໂທ​ຫາ​ພີ່​ນ້ອງ​ຄົນ​ໜຶ່ງ​ແລະ​ລາວ​ພາ​ເຮົາ​ໄປ​ເຮືອນ ແລະ​ຈາກ​ນັ້ນ​ກໍ​ໄປ​ປະຊຸມ. ຢູ່​ທີ່​ນັ້ນ​ມີ​ຄຳ​ປະກາດ​ເລື່ອງ​ອຸບັດ​ຕິ​ເຫດ​ນັ້ນ ດ້ວຍ​ຄວາມ​ກະລຸນາ​ພີ່​ນ້ອງ​ໄດ້​ເອົາ​ເງິນ​ໃຫ້​ເຮົາ​ຈຳນວນ​ໜຶ່ງ. ພີ່​ນ້ອງ​ໄດ້​ຂາຍ​ລົດ​ຂ້ອຍ​ໃນ​ລາຄາ 25 ດອນ​ລາ.

ເຮົາ​ສາມາດ​ຂີ່​ລົດ​ໄປ​ເມືອງ​ວິຊິຕາ. ໝູ່​ສະໜິດ​ຂອງ​ຄອບຄົວ​ເຮົາ​ເປັນ​ໄພໂອເນຍ​ຢູ່​ຫັ້ນ ລາວ​ຊື່ ອີ. ເອັບ. ແມັກຄານີ ແຕ່​ເຮົາ​ເອີ້ນ​ລາວ​ວ່າ ດ໋ອກ. ລູກ​ຊາຍ​ຝາແຝດ​ຂອງ​ລາວ ແຟ໋ງ​ແລະ​ຟານ​ຊິດ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ຂ້ອຍ. ເຂົາ​ເຈົ້າ​ມີ​ລົດ​ເກົ່າ​ຄັນ​ໜຶ່ງ​ທີ່​ຂາຍ​ໃຫ້​ຂ້ອຍ​ໃນ​ລາຄາ 25 ດອນ​ລາ ເຊິ່ງ​ເປັນ​ຈຳນວນ​ເງິນ​ທີ່​ຂ້ອຍ​ໄດ້​ຈາກ​ການ​ຂາຍ​ຊາກ​ລົດ​ຂອງ​ຂ້ອຍ. ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ຂ້ອຍ​ເຫັນ​ໄດ້​ແຈ້ງ​ວ່າ ຍ້ອນ​ຂ້ອຍ​ຈັດ​ໃຫ້​ລາຊະອານາຈັກ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ພະ​ເຢໂຫວາ​ກໍ​ໃຫ້​ໃນ​ສິ່ງ​ທີ່​ຂ້ອຍ​ຕ້ອງການ. ໃນ​ການ​ໄປ​ຢາມ​ຄັ້ງ​ນີ້ ພີ່​ນ້ອງ​ອີ. ເອັບ. ແມັກຄານີ ແນະນຳ​ໃຫ້​ຂ້ອຍ​ຮູ້ຈັກ​ກັບ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ໜ້າ​ຮັກ ລາວ​ຊື່​ເບເທນ ແຄນ. ພີ່​ນ້ອງ​ຣຸດ ແມ່​ຂອງ​ເບເທນ​ເປັນ​ພະຍານ​ທີ່​ກະຕືລືລົ້ນ​ຢູ່​ເມືອງ​ແວວ​ລິງ​ຕັນ ໃນ​ເຄັນຊັດສ. ເພິ່ນ​ເປັນ​ໄພໂອເນຍ​ຈົນ​ອາຍຸ​ຮອດ 90 ປາຍ​ປີ. ຂ້ອຍ​ກັບ​ເບເທນ​ຮູ້ຈັກ​ກັນ​ບໍ່​ຮອດ​ໜຶ່ງ​ປີ ແລະ​ໃນ​ປີ 1958 ເຮົາ​ກໍ​ແຕ່ງ​ດອງ​ກັນ ແລະ​ໄດ້​ເລີ່ມ​ເປັນ​ໄພໂອເນຍ​ນຳ​ກັນ​ຢູ່​ເມືອງ​ແອ໋ວ ໂດຣາໂດ.

ຄຳ​ເຊີນ​ທີ່​ໜ້າ​ຕື່ນ​ເຕັ້ນ

ເຮົາ​ຢາກ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ທີ່​ເຮົາ​ເຫັນ​ເມື່ອ​ເຕີບ​ໃຫຍ່​ຂຶ້ນ​ມາ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ເອົາ​ຄຳ​ເຊີນ​ອັນ​ໃດ​ກໍ​ຕາມ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ. ເຮົາ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ວໍນັດ ໃນ​ອາ​ຄັນ​ຊໍ. ຈາກ​ນັ້ນ​ໃນ​ປີ 1962 ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 37. ເຮົາ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ດອນ ສະຕຽວ ກໍ​ຈະ​ຮຽນ​ໃນ​ລຸ້ນ​ດຽວ​ກັນ. ຫຼັງ​ຈາກ​ທີ່​ຮຽນ​ຈົບ ຂ້ອຍ​ກັບ​ເບເທນ​ຖືກ​ມອບ​ໝາຍ​ໄປ​ເມືອງ​ແນໂຣບີ​ໃນ​ເກນ​ຢາ. ເຮົາ​ເສົ້າໃຈ​ທີ່​ຕ້ອງ​ຈາກ​ນິວຢອກ ແຕ່​ກໍ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ມາ​ຮອດ​ສະ​ໜາມ​ບິນ​ແນໂຣບີ ແລະ​ເຫັນ​ພີ່​ນ້ອງ​ມາ​ຕ້ອນຮັບ​ເຮົາ!

ໄປ​ປະກາດ​ກັບ​ແມຣີ​ແລະ​ຄລິດ ຄາ​ໄນ​ຢາ ຢູ່​ແນໂຣບີ

ເຮົາ​ໃຊ້​ເວລາ​ບໍ່​ດົນ​ເພື່ອ​ຈະ​ມັກ​ການ​ຢູ່​ເກນ​ຢາ​ແລະ​ການ​ປະກາດ​ຢູ່​ນີ້. ນັກ​ສຶກສາ​ລຸ້ນ​ທຳອິດ​ຂອງ​ເຮົາ​ທີ່​ເຂົ້າ​ມາ​ໃນ​ຄວາມ​ຈິງ​ແມ່ນ ຄລິດ​ແລະ​ແມຣີ ຄາ​ໄນ​ຢາ. ເຂົາ​ເຈົ້າ​ຍັງ​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ​ຢູ່​ເກນ​ຢາ. ໃນ​ປີ​ຕໍ່​ມາ ເຮົາ​ຖືກ​ຂໍ​ໃຫ້​ໄປ​ຮັບໃຊ້​ຢູ່​ເມືອງ​ກຳ​ປາ​ລາ​ໃນ​ຣູອັນດາ. ເຮົາ​ເປັນ​ມິດຊັນນາລີ​ລຸ້ນ​ທຳອິດ​ໃນ​ປະເທດ​ນີ້. ນັ້ນ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ເພາະ​ຫຼາຍ​ຄົນ​ກະຕືລືລົ້ນ​ທີ່​ຈະ​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ​ເຂົາ​ເຈົ້າ​ກໍ​ເຂົ້າ​ມາ​ເປັນ​ພີ່​ນ້ອງ. ແຕ່​ຫຼັງ​ຈາກ​ທີ່​ຢູ່​ອາຝຼິກກາ​ໄດ້ 3 ປີ​ເຄິ່ງ ເຮົາ​ກໍ​ກັບ​ໄປ​ອາເມຣິກາ​ເພື່ອ​ເອົາ​ລູກ. ມື້​ທີ່​ອອກ​ຈາກ​ອາຝຼິກກາ​ເຮົາ​ເສົ້າໃຈ​ຫຼາຍ​ກວ່າ​ມື້​ທີ່​ອອກ​ຈາກ​ນິວຢອກ. ເຮົາ​ຮັກ​ຜູ້​ຄົນ​ຢູ່​ປະເທດ​ນີ້​ແລະ​ຫວັງ​ວ່າ​ມື້​ໜຶ່ງ​ຈະ​ກັບ​ມາ​ອີກ.

ວຽກ​ມອບ​ໝາຍ​ໃໝ່

ເຮົາ​ຍ້າຍ​ໄປ​ທາງ​ຕາເວັນ​ຕົກ​ຂອງ​ໂຄໂຣລາໂດ ເຊິ່ງ​ພໍ່​ແມ່​ຂ້ອຍ​ຢູ່​ຫັ້ນ. ບໍ່​ດົນ​ຕໍ່​ມາ ຄິມເບີລີ​ລູກ​ສາວ​ກົກ​ກໍ​ເກີດ ແລະ 17 ເດືອນ​ຕໍ່​ມາ​ສະເຕຟານີ​ກໍ​ເກີດ. ວຽກ​ມອບ​ໝາຍ​ໃໝ່​ໃນ​ຖານະ​ເປັນ​ພໍ່​ແມ່​ສຳຄັນ​ຫຼາຍ​ຕໍ່​ເຮົາ. ເຮົາ​ທຸ່ມ​ເທ​ເພື່ອ​ສອນ​ຄວາມ​ຈິງ​ໃຫ້​ລູກ​ທີ່​ໜ້າ​ຮັກ ເພາະ​ເຮົາ​ຢາກ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ທີ່​ຄົນ​ອື່ນ​ວາງ​ໄວ້​ໃຫ້​ເຮົາ. ເຮົາ​ຮູ້​ວ່າ​ຕົວຢ່າງ​ທີ່​ດີ​ຈະ​ມີ​ຜົນ​ກະທົບ​ຫຼາຍ​ຕໍ່​ລູກ ແຕ່​ເລື່ອງ​ນີ້​ກໍ​ບໍ່​ໄດ້​ຮັບປະກັນ​ວ່າ​ເຂົາ​ເຈົ້າ​ຈະ​ເຕີບ​ໃຫຍ່​ຂຶ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ໜ້າ​ເສົ້າໃຈ​ທີ່​ນ້ອງ​ສາວ​ແລະ​ນ້ອງ​ຊາຍ​ຂ້ອຍ​ໄດ້​ປະ​ຖິ້ມ​ຄວາມ​ຈິງ. ຂ້ອຍ​ຫວັງ​ວ່າ​ທັງ​ສອງ​ຈະ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ອີກ​ຄັ້ງ​ໜຶ່ງ​ເຊິ່ງ​ວາງ​ໄວ້​ໃຫ້​ເຂົາ​ເຈົ້າ​ເຊັ່ນ​ກັນ.

ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ກັບ​ການ​ລ້ຽງ​ລູກ ແລະ​ເຮົາ​ພະຍາຍາມ​ເຮັດ​ສິ່ງ​ຕ່າງໆນຳ​ກັນ​ສະເໝີ​ແບບ​ເປັນ​ຄອບຄົວ. ເນື່ອງ​ຈາກ​ຢູ່​ໃກ້​ເມືອງ​ແອັດສະເພັນ ໃນ​ໂຄໂລຣາໂດ ເຮົາ​ຈຶ່ງ​ຮຽນ​ຫຼິ້ນ​ສະກີ​ເພື່ອ​ວ່າ​ບາງ​ຄັ້ງ​ຈະ​ໄດ້​ຫຼິ້ນ​ນຳ​ກັນ. ການ​ເຮັດ​ແບບ​ນີ້​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ລົມ​ກັບ​ລູກ​ເມື່ອ​ຂີ່​ເຄື່ອງ​ຂຶ້ນ​ພູເຂົາ​ນຳ​ກັນ. ເຮົາ​ຍັງ​ໄປ​ຕັ້ງ​ແຄ້ມ​ແລະ​ລົມ​ກັນ​ຢູ່​ອ້ອມ​ກອງ​ໄຟ​ຢ່າງ​ມີ​ຄວາມ​ສຸກ. ເຖິງ​ວ່າ​ລູກ​ຍັງ​ນ້ອຍ ແຕ່​ເຂົາ​ເຈົ້າ​ກໍ​ຖາມ​ວ່າ: “ລູກ​ຈະ​ເຮັດ​ຫຍັງ​ເມື່ອ​ໃຫຍ່​ຂຶ້ນ?” ແລະ “ຄົນ​ແບບ​ໃດ​ທີ່​ລູກ​ຢາກ​ແຕ່ງ​ດອງ​ນຳ?” ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ. ເຮົາ​ສະໜັບສະໜູນ​ລູກ​ຢູ່​ສະເໝີ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ ແລະ​ແຕ່ງ​ດອງ​ກັບ​ຄົນ​ທີ່​ມີ​ເປົ້າ​ໝາຍ​ຄ້າຍໆກັນ​ເທົ່າ​ນັ້ນ. ເຮົາ​ຍັງ​ພະຍາຍາມ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ວ່າ​ດີ​ທີ່​ສຸດ​ແມ່ນ​ບໍ່​ຕ້ອງ​ແຕ່ງ​ດອງ​ຕອນ​ອາຍຸ​ຍັງ​ນ້ອຍ​ເກີນ​ໄປ. ເຮົາ​ຈະ​ບອກ​ລູກ​ເລື້ອຍໆວ່າ: “ຢ່າງ​ໜ້ອຍ​ກໍ​ຢູ່​ເປັນ​ໂສດ​ຈົນ​ຮອດ 23 ປີ.”

ເຮົາ​ຮຽນ​ແບບ​ພໍ່​ແມ່​ຂອງ​ເຮົາ ແລະ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ໄປ​ປະກາດ​ເປັນ​ປະຈຳ​ແບບ​ເປັນ​ຄອບຄົວ. ເຮົາ​ຈັດ​ໃຫ້​ພີ່​ນ້ອງ​ບາງ​ຄົນ​ທີ່​ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ​ມາ​ພັກ​ຢູ່​ເຮືອນ. ເຮົາ​ຍັງ​ລົມ​ກັນ​ເລື້ອຍໆວ່າ​ເຮົາ​ຮັກ​ວຽກ​ມິດຊັນນາລີ​ຫຼາຍ. ເຮົາ​ທັງ 4 ຄົນ​ຫວັງ​ວ່າ​ມື້​ໜຶ່ງ​ເຮົາ​ອາດ​ຈະ​ໄປ​ທ່ຽວ​ອາຝຼິກກາ​ນຳ​ກັນ. ລູກ​ທັງ​ສອງ​ຢາກ​ເຮັດ​ແບບ​ນັ້ນ​ແທ້ໆ.

ເຮົາ​ສຶກສາ​ປະຈຳ​ຄອບຄົວ​ເປັນ​ປະຈຳ. ເຮົາ​ມັກ​ສ້າງ​ເຫດການ​ຕ່າງໆທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ໂຮງ​ຮຽນ ແລະ​ລູກ​ກໍ​ສະແດງ​ເປັນ​ພະຍານ​ໃນ​ການ​ຕອບ​ຄຳຖາມ​ນັ້ນ. ລູກ​ມ່ວນ​ໃນ​ການ​ຮຽນ​ຮູ້​ດ້ວຍ​ວິທີ​ນີ້ ແລະ​ນັ້ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ. ເມື່ອ​ໃຫຍ່​ຂຶ້ນ ບາງ​ຄັ້ງ​ລູກ​ກໍ​ຈົ່ມ​ເລື່ອງ​ການ​ສຶກສາ​ປະຈຳ​ຄອບຄົວ. ຄັ້ງ​ໜຶ່ງ ຂ້ອຍ​ທໍ້​ໃຈ​ຫຼາຍ​ຈົນ​ບອກ​ໃຫ້​ລູກ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ສຶກສາ​ປະຈຳ​ຄອບຄົວ. ລູກ​ຕົກໃຈ​ແລະ​ເລີ່ມ​ໄຫ້ ແລະ​ບອກ​ຂ້ອຍ​ວ່າ​ຢາກ​ສຶກສາ. ຈາກ​ນັ້ນ ຂ້ອຍ​ກັບ​ເມຍ​ກໍ​ເລີ່ມ​ສຳນຶກ​ວ່າ​ເຮົາ​ກຳລັງ​ຊ່ວຍ​ລູກ​ແທ້ໆໃຫ້​ມ່ວນ​ໃນ​ການ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ. ເມື່ອ​ເວລາ​ຜ່ານ​ໄປ ລູກ​ກໍ​ຮັກ​ການ​ສຶກສາ ແລະ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ບອກ​ເຮົາ​ວ່າ​ເຂົາ​ເຈົ້າ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ບາງ​ຄັ້ງ​ເປັນ​ເລື່ອງ​ຍາກ​ເມື່ອ​ໄດ້​ຍິນ​ລູກ​ບອກ​ວ່າ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ແຕ່​ເຮົາ​ກໍ​ໄດ້​ຮູ້​ວ່າ​ລູກ​ຮູ້ສຶກ​ແນວ​ໃດ. ຫຼັງ​ຈາກ​ຫາ​ເຫດຜົນ​ນຳ​ກັນ ລູກ​ກໍ​ເຫັນ​ດີ​ກັບ​ມາດຕະຖານ​ຂອງ​ພະ​ເຢໂຫວາ.

ປັບ​ໂຕ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຕື່ມ​ອີກ

ເວລາ​ທີ່​ເຮົາ​ໃຊ້​ເພື່ອ​ລ້ຽງ​ລູກ​ຜ່ານ​ໄປ​ໄວ​ຫຼາຍ. ໂດຍ​ການ​ຊ່ວຍ​ເຫຼືອ​ແລະ​ການ​ຊີ້​ນຳ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ລ້ຽງ​ລູກ​ໃຫ້​ຮັກ​ພະອົງ. ເຮົາ​ດີ​ໃຈ​ຫຼາຍ​ເມື່ອ​ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ເປັນ​ໄພໂອເນຍ​ຫຼັງ​ຈາກ​ທີ່​ຈົບ​ມັດທະຍົມ​ຕອນ​ປາຍ ແລະ​ໄດ້​ຮຽນ​ຮູ້​ທັກສະ​ຕ່າງໆເພື່ອ​ຫາ​ລ້ຽງ​ຕົວ​ເອງ. ລູກ​ທັງ​ສອງ​ແລະ​ພີ່​ນ້ອງ​ຍິງ​ອີກ​ສອງ​ຄົນ​ໄດ້​ຍ້າຍ​ໄປ​ເມືອງ​ແຄເວີແລນ ໃນ​ເທັນເນັດຊີ ເຊິ່ງ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ເຮົາ​ຄິດ​ຮອດ​ລູກ​ຫຼາຍ ແຕ່​ກໍ​ມີ​ຄວາມ​ສຸກ​ທີ່​ລູກ​ກຳລັງ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ແບບ​ເຕັມ​ເວລາ. ຈາກ​ນັ້ນ ຂ້ອຍ​ກັບ​ເບເທນ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ອີກ ແລະ​ດ້ວຍ​ເຫດ​ນີ້​ໃນ​ເວລາ​ຕໍ່​ມາ​ເຮົາ​ຈຶ່ງ​ມີ​ໂອກາດ​ໄດ້​ເຮັດ​ວຽກ​ດູ​ແລ​ໝວດ​ສົມທົບ​ແລະ​ວຽກ​ການ​ປະຊຸມ​ພາກ.

ກ່ອນ​ທີ່​ລູກ​ຈະ​ຍ້າຍ​ໄປ​ເທັນເນັດຊີ ເຂົາ​ເຈົ້າ​ໄປ​ທ່ຽວ​ລອນດອນ ປະເທດ​ອັງກິດ ແລະ​ໄດ້​ໄປ​ຢາມ​ສາຂາ. ຕອນ​ນັ້ນ​ສະເຕຟານີ​ໄດ້ 19 ປີ ລາວ​ພົບ​ກັບ​ພໍ​ລ ນໍ​ຕັນ ທີ່​ເປັນ​ສະມາຊິກ​ຄອບຄົວ​ເບເທນ​ທີ່​ຍັງ​ໜຸ່ມ. ເມື່ອ​ໄປ​ຢາມ​ເບເທນ​ອີກ ຄິມເບີລີ​ໄດ້​ພົບ​ກັບ​ໄບຣອັນ ເລີແວວລິນ ທີ່​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພໍລ. ເມື່ອ​ສະເຕຟານີ​ໄດ້ 23 ປີ ລາວ​ແຕ່ງ​ດອງ​ກັບ​ພໍລ. ໃນ​ປີ​ຕໍ່​ມາ ເມື່ອ​ຄິມເບີລີ​ໄດ້ 25 ປີ ລາວ​ແຕ່ງ​ດອງ​ກັບ​ໄບຣອັນ. ຢ່າງ​ໜ້ອຍ​ທັງ​ສອງ​ຢູ່​ເປັນ​ໂສດ​ຈົນ​ຮອດ 23 ປີ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ກັບ​ຄູ່​ຊີວິດ​ທີ່​ລູກ​ເລືອກ.

ຖ່າຍ​ຮູບ​ກັບ​ພໍລ ສະເຕຟານີ ຄິມເບີລີ ແລະ​ໄບຣອັນ​ຢູ່​ສາຂາ​ມາລາ​ວີ​ໃນ​ປີ 2002

ລູກ​ທັງ​ສອງ​ບອກ​ວ່າ​ຕົວຢ່າງ​ຂອງ​ເຮົາ ປູ່​ກັບ​ຍ່າ ແລະ​ແມ່​ຕູ້​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້ ‘ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ’ ແມ່ນ​ແຕ່​ເມື່ອ​ມີ​ບັນຫາ​ເລື່ອງ​ເງິນ. (ມັດທາຍ 6:33) ໃນ​ເດືອນ ເມສາ ປີ 1998 ພໍລ​ແລະ​ສະເຕຟານີ​ຖືກ​ເຊີນ​ເຂົ້າ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 105 ແລະ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ມາລາ​ວີ​ໃນ​ອາຝຼິກກາ. ໃນ​ເວລາ​ດຽວ​ກັນ ໄບຣອັນ​ແລະ​ຄິມເບີລີ​ກໍ​ຖືກ​ເຊີນ​ໃຫ້​ໄປ​ເຮັດ​ວຽກ​ຢູ່​ເບເທນ​ໃນ​ລອນດອນ ແລະ​ຕໍ່​ມາ​ກໍ​ຖືກ​ຍ້າຍ​ໄປ​ເບເທນ​ໃນ​ມາລາ​ວີ. ເຮົາ​ມີ​ຄວາມ​ສຸກ​ແທ້ໆເພາະ​ລູກ​ກຳລັງ​ໃຊ້​ຊີວິດ​ໃນ​ທາງ​ທີ່​ດີ​ທີ່​ສຸດ.

ຄຳ​ເຊີນ​ອີກ​ອັນ​ໜຶ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ

ໃນ​ເດືອນ​ມັງກອນ ປີ 2001 ຂ້ອຍ​ໄດ້​ຮັບ​ໂທລະສັບ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ. ພີ່​ນ້ອງ​ໄອແຊັກ​ທີ່​ເປັນ​ຜູ້​ດູ​ແລ​ພະແນກ​ແປ​ໄດ້​ອະທິບາຍ​ວ່າ​ພີ່​ນ້ອງ​ກຳລັງ​ກຽມ​ຫຼັກ​ສູດ​ໜຶ່ງ​ເພື່ອ​ຊ່ວຍ​ຜູ້​ແປ​ຢູ່​ທົ່ວ​ໂລກ​ໃຫ້​ເຂົ້າ​ໃຈ​ບົດ​ຄວາມ​ໃນ​ພາສາ​ອັງກິດ​ໄດ້​ດີ​ຂຶ້ນ. ເຖິງ​ວ່າ​ຂ້ອຍ​ອາຍຸ 64 ປີ​ແລ້ວ ພີ່​ນ້ອງ​ກໍ​ຢາກ​ຝຶກ​ຂ້ອຍ​ໃຫ້​ເປັນ​ຜູ້​ສອນ. ເບເທນ​ກັບ​ຂ້ອຍ​ອະທິດຖານ​ໃນ​ເລື່ອງ​ນີ້ ແລະ​ລົມ​ກັບ​ແມ່​ຂອງ​ເຮົາ​ເພື່ອ​ຂໍ​ຄຳ​ແນະນຳ​ຈາກ​ພວກ​ເພິ່ນ. ເຖິງ​ວ່າ​ເຖົ້າ​ແລ້ວ​ແລະ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຮົາ ແຕ່​ພວກ​ເພິ່ນ​ກໍ​ຢາກ​ໃຫ້​ເຮົາ​ໄປ​ຝຶກ​ອົບ​ຮົບ. ຂ້ອຍ​ໂທ​ກັບ​ໄປ​ຫາ​ພີ່​ນ້ອງ​ໄອແຊັກ​ແລະ​ບອກ​ວ່າ​ເຮົາ​ຍິນດີ​ຫຼາຍ​ທີ່​ຈະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ທີ່​ດີ​ເລີດ​ນີ້.

ຕໍ່​ມາ​ແມ່​ຂ້ອຍ​ກໍ​ຮູ້​ວ່າ​ເປັນ​ມະເຮັງ. ຂ້ອຍ​ບອກ​ແມ່​ວ່າ​ພວກ​ເຮົາ​ຈະ​ຢູ່​ຊ່ວຍ​ລິນ​ດາ​ນ້ອງ​ສາວ​ຂ້ອຍ​ເພື່ອ​ເບິ່ງ​ແຍງ​ເພິ່ນ. ແມ່​ບໍ່​ຍອມ​ແລະ​ເວົ້າ​ວ່າ: “ເພິ່ນ​ຈະ​ຮູ້ສຶກ​ບໍ່​ດີ​ຫຼາຍ​ຖ້າ​ຂ້ອຍ​ບໍ່​ໄປ.” ລິນ​ດາ​ກໍ​ຮູ້ສຶກ​ແບບ​ນັ້ນ. ເຮົາ​ຂອບໃຈ​ຫຼາຍ​ທີ່​ທັງ​ສອງ​ເຕັມ​ໃຈ​ເສຍ​ສະລະ​ເຊັ່ນ​ນັ້ນ ແລະ​ເຮົາ​ຍັງ​ຂອບໃຈ​ການ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ຊາຍ​ຍິງ​ໃນ​ເຂດ​ນັ້ນ. ຫຼັງ​ຈາກ​ທີ່​ເຮົາ​ເດີນ​ທາງ​ມາ​ສູນ​ການ​ສຶກສາ​ຂອງ​ວັອດທາວເວີ​ຢູ່​ແພັດເທີສັນ​ໄດ້​ມື້​ດຽວ ລິນ​ດາ​ກໍ​ໂທມາ​ບອກ​ວ່າ​ແມ່​ຕາຍ​ແລ້ວ. ລາວ​ໃຫ້​ກຳລັງ​ໃຈ​ເຮົາ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຈົດຈໍ່​ກັບ​ວຽກ​ມອບ​ໝາຍ​ໃໝ່.

ເຮົາ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ຮູ້​ວ່າ​ວຽກ​ມອບ​ໝາຍ​ທຳອິດ​ແມ່ນ​ຢູ່​ສາຂາ​ມາລາ​ວີ ເຊິ່ງ​ລູກ​ສາວ​ແລະ​ລູກ​ເຂີຍ​ຮັບໃຊ້​ຢູ່​ຫັ້ນ. ດີ​ແທ້ໆທີ່​ໄດ້​ຢູ່​ຮ່ວມ​ກັນ​ອີກ​ຄັ້ງ​ໜຶ່ງ. ຈາກ​ນັ້ນ​ເຮົາ​ໄດ້​ສອນ​ຢູ່​ຊິມບາເວ​ແລະ​ຕໍ່​ມາ​ຢູ່​ຊຳ​ບີ. ຫຼັງ​ຈາກ​ສອນ​ໄດ້​ສາມ​ປີ​ເຄິ່ງ ເຮົາ​ກໍ​ກັບ​ໄປ​ມາລາ​ວີ​ເພື່ອ​ຂຽນ​ປະສົບການ​ຂອງ​ພະຍານ​ທີ່​ຖືກ​ຂົ່ມເຫງ​ຍ້ອນ​ຮັກສາ​ຄວາມ​ເປັນ​ກາງ​ແບບ​ຄລິດສະຕຽນ. *

ໄປ​ປະກາດ​ກັບ​ຫຼານ​ສາວ

ໃນ​ປີ 2005 ອີກ​ຄັ້ງ​ໜຶ່ງ​ທີ່​ເຮົາ​ເສົ້າໃຈ​ຫຼາຍ​ເມື່ອ​ຕ້ອງ​ໄປ​ຈາກ​ອາຝຼິກກາ. ເຮົາ​ກັບ​ຄືນ​ມາ​ບ້ານ​ຢູ່​ເມືອງ​ບາ​ຊ້ອນ ໃນ​ໂຄໂລຣາໂດ ຂ້ອຍ​ກັບ​ເບເທນ​ຍັງ​ເປັນ​ໄພໂອເນຍ​ຕໍ່​ໄປ. ໃນ​ປີ 2006 ໄບຣອັນ​ກັບ​ຄິມເບີລີ​ໄດ້​ຍ້າຍ​ມາ​ຢູ່​ເຮືອນ​ຫຼັງ​ທີ່​ຕິດ​ກັບ​ເຮົາ​ເພື່ອ​ລ້ຽງ​ດູ​ລູກ​ສາວ​ສອງ​ຄົນ​ທີ່​ຊື່​ແມັກເຄັກຊີ​ແລະ​ເອລິຊາ​ເບັດ. ພໍລ​ແລະ​ສະເຕຟານີ​ຍັງ​ຢູ່​ມາລາ​ວີ ພໍລ​ຮັບໃຊ້​ເປັນ​ຄະນະ​ກຳມະການ​ສາຂາ. ຕອນ​ນີ້​ຂ້ອຍ​ເກືອບ 80 ປີ​ແລ້ວ ແລະ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ພີ່​ນ້ອງ​ຊາຍ​ໜຸ່ມ​ທີ່​ຂ້ອຍ​ເຄີຍ​ເຮັດ​ວຽກ​ນຳ​ເອົາໃຈໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຂ້ອຍ​ເຄີຍ​ມີ. ເພື່ອ​ປະໂຫຍດ​ຂອງ​ລູກ​ແລະ​ຫຼານ ເຮົາ​ພະຍາຍາມ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ທີ່​ຄົນ​ອື່ນ​ວາງ​ໄວ້​ໃຫ້​ເຮົາ. ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ຄວາມ​ຍິນດີ​ຫຼາຍ​ແທ້ໆ.

^ ຂໍ້ 5 ເບິ່ງ​ຫໍສັງເກດການ 1 ພຶດສະພາ 1956 ໜ້າ 269-272 ແລະ 15 ມີນາ 1971 ໜ້າ 186-190 ເພື່ອ​ຮຽນ​ຮູ້​ເລື່ອງ​ວຽກ​ມິດຊັນນາລີ​ຂອງ​ຄອບຄົວ​ສະຕຽວ.

^ ຂໍ້ 30 ຕົວຢ່າງ​ເຊັ່ນ: ໃຫ້​ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ໂທຣຟິມ ຊອມ​ບາ ໃນ​ຫໍສັງເກດການ 15 ເມສາ 2015 ໜ້າ 27-30.