ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ

ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ

‘ຄວາມ​ເຊື່ອ . . . ເປັນ​ຄວາມ​ແນ່​ໃຈ​ເພາະ​ມີ​ຫຼັກ​ຖານ​ຊັດເຈນ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ຈິງ.’—ເຫບເລີ 11:1, ລ.ມ.

ເພງ: 54, 125

1. ເຮົາ​ຄວນ​ຈະ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ເຊື່ອ​ທີ່​ເຮົາ​ມີ?

ບໍ່​ແມ່ນ​ທຸກ​ຄົນ​ຈະ​ມີ​ຄວາມ​ເຊື່ອ. (2 ເທຊະໂລນີກ 3:2) ແຕ່​ພະ​ເຢໂຫວາ​ໃຫ້​ຜູ້​ທີ່​ນະມັດສະການ​ພະອົງ​ມີ​ຄວາມ​ເຊື່ອ. (ໂລມ 12:3; ຄາລາຊີ 5:22) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ!

2, 3. (ກ) ເມື່ອ​ມີ​ຄວາມ​ເຊື່ອ ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ? (ຂ) ຕອນ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

2 ພະ​ເຢໂຫວາ​ມອບ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະອົງ​ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ເຍຊູ​ຈະ​ໄດ້​ຮັບ​ການ​ອະໄພ​ບາບ. ໂດຍ​ວິທີ​ນີ້​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ຜູ້​ຄົນ​ຈະ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. (ໂຢຮັນ 6:44, 65; ໂລມ 6:23) ພະ​ເຢໂຫວາ​ເມດຕາ​ເຮົາ​ແທ້ໆ! ເຖິງ​ວ່າ​ເຮົາ​ເປັນ​ຄົນ​ບາບ​ແລະ​ສົມຄວນ​ຕາຍ ແຕ່​ພະອົງ​ກໍ​ເຫັນ​ວ່າ​ເຮົາ​ມີ​ທ່າ​ອ່ຽງ​ໃນ​ການ​ເຮັດ​ສິ່ງ​ທີ່​ດີ​ໄດ້. (ຄຳເພງ 103:10) ພະອົງ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ເລື່ອງ​ຂ່າວ​ດີ​ກ່ຽວ​ກັບ​ພະ​ເຍຊູ​ແລະ​ຄ່າໄຖ່​ຂອງ​ພະອົງ. ເມື່ອ​ເລີ່ມ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ແລະ​ເຮັດ​ຕາມ​ພະອົງ ເຮົາ​ກໍ​ສາມາດ​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ!—ອ່ານ 1 ໂຢຮັນ 4:9, 10

3 ເຮົາ​ຮຽນ​ຮູ້​ຫຍັງ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ເຊື່ອ? ຖ້າ​ເຮົາ​ພຽງ​ແຕ່​ຮູ້​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ແລ້ວ​ສຳລັບ​ເຮົາ​ແລະ​ຮູ້​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ເພື່ອ​ເຮົາ​ໃນ​ອະນາຄົດ ນີ້​ໝາຍ​ຄວາມ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ບໍ? ໃຫ້​ມາ​ເບິ່ງ​ວ່າ​ມີ​ສິ່ງ​ໃດ​ອີກ​ທີ່​ເຮົາ​ຕ້ອງ​ເຮັດ.

“ເຊື່ອ​ໃນ​ໃຈ”

4. ເມື່ອ​ເຮົາ​ມີ​ຄວາມ​ເຊື່ອ ສິ່ງ​ນີ້​ມີ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ?

4 ເມື່ອ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ເຮົາ​ບໍ່​ພຽງ​ແຕ່​ຮູ້​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ເຮັດ​ແລ້ວ​ສຳລັບ​ເຮົາ​ແລະ​ສິ່ງ​ທີ່​ພວກ​ເພິ່ນ​ຈະ​ເຮັດ​ເພື່ອ​ເຮົາ​ໃນ​ອະນາຄົດ. ເຮົາ​ຍັງ​ຕ້ອງ​ມີ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​ທີ່​ຈະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພວກ​ເພິ່ນ​ສອນ ແລະ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພວກ​ເພິ່ນ. ໂປໂລ​ເວົ້າ​ວ່າ: ‘ຖ້າ​ທ່ານ​ຍອມ​ດ້ວຍ​ປາກ [“ປະກາດ​ຢ່າງ​ເປີດ​ເຜີຍ,” ລ.ມ.] ວ່າ​ພະ​ເຍຊູ​ເປັນ​ພະອົງ​ເຈົ້າ ແລະ​ເຊື່ອ​ໃນ​ໃຈ​ວ່າ​ພະເຈົ້າ​ໄດ້​ໃຫ້​ພະອົງ​ເປັນ​ຄືນ​ມາ​ຈາກ​ໝູ່​ຄົນ​ຕາຍ ທ່ານ​ຈະ​ພົ້ນ. ເພາະ​ວ່າ​ຄົນ​ເຊື່ອ​ດ້ວຍ​ໃຈ​ຖືກ​ຮັບ​ເປັນ​ຄົນ​ຊອບທຳ ແລະ​ຍອມ​ດ້ວຍ​ປາກ [“ປະກາດ​ຢ່າງ​ເປີດ​ເຜີຍ,” ລ.ມ.] ກໍ​ເຖິງ​ຄວາມ​ພົ້ນ.’—ໂລມ 10:9, 10; 2 ໂກລິນໂທ 4:13

5. ເປັນ​ຫຍັງ​ຄວາມ​ເຊື່ອ​ຈຶ່ງ​ເປັນ​ສິ່ງ​ສຳຄັນ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

5 ເຫັນ​ໄດ້​ແຈ້ງ​ວ່າ​ເພື່ອ​ຈະ​ມີ​ຄວາມ​ສຸກ​ກັບ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່ ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ແລະ​ຕ້ອງ​ຮັກສາ​ຄວາມ​ເຊື່ອ​ນັ້ນ​ໃຫ້​ເຂັ້ມແຂງ. ຄວາມ​ເຊື່ອ​ເປັນ​ຄື​ກັບ​ຕົ້ນ​ໄມ້ ດັ່ງ​ນັ້ນ ເຮົາ​ຕ້ອງ​ຫົດ​ນໍ້າ​ເລື້ອຍໆເພື່ອ​ໃຫ້​ມັນ​ແຂງແຮງ​ແລະ​ເຕີບ​ໃຫຍ່​ຂຶ້ນ​ຕໍ່ໆໄປ. ແຕ່​ຖ້າ​ເຮົາ​ບໍ່​ໄດ້​ຫົດ​ນໍ້າ​ພຽງ​ພໍ ຕົ້ນ​ໄມ້​ນັ້ນ​ກໍ​ຈະ​ຫ່ຽວ​ແຫ້ງ​ແລະ​ຕາຍ. ຄ້າຍ​ຄື​ກັນ ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ “ໝັ້ນ​ຄົງ” ແລະ​ມີ “ເພີ່ມ​ຂຶ້ນ” ເລື້ອຍໆ.—ຕິໂຕ 2:2, ລ.ມ.; 2 ເທຊະໂລນີກ 1:3, ລ.ມ.; ລືກາ 22:32; ເຫບເລີ 3:12

ຄຳພີ​ໄບເບິນ​ອະທິບາຍ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ

6. ໃນ​ເຫບເລີ 11:1 ອະທິບາຍ​ສອງ​ຈຸດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ ສອງ​ຈຸດ​ນັ້ນ​ມີ​ຫຍັງ​ແດ່?

6 ໃນ​ເຫບເລີ 11:1, ລ.ມ. (ອ່ານ) ຄຳພີ​ໄບເບິນ​ອະທິບາຍ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ. (1) ຄວາມ​ເຊື່ອ​ຄື: “ຄວາມ​ໝັ້ນ​ໃຈ​ເພາະ​ມີ​ເຫດຜົນ​ໜັກແໜ້ນ​ວ່າສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ.” ສິ່ງ​ທີ່​ເຮົາ “ຫວັງ​ໄວ້” ລວມ​ເຖິງ​ຄຳສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ອະນາຄົດ. ຕົວຢ່າງ​ເຊັ່ນ: ເຮົາ​ໝັ້ນ​ໃຈ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຈະ​ໝົດ​ໄປ​ແລະ​ຈະ​ມີ​ໂລກ​ໃໝ່. (2) ຄວາມ​ເຊື່ອ​ຄື: “ຄວາມ​ແນ່​ໃຈ​ເພາະ​ມີ​ຫຼັກ​ຖານ​ຊັດເຈນ” ຫຼື​ມີ​ຫຼັກ​ຖານ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ “ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ຈິງ.” ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ ພະ​ເຍຊູ​ຄລິດ ພວກ​ທູດ​ສະຫວັນ ແລະ​ລາຊະອານາຈັກ​ໃນ​ສະຫວັນ​ມີ​ແທ້ ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ເຫັນ​ສິ່ງ​ເຫຼົ່າ​ນີ້​ກໍ​ຕາມ. (ເຫບເລີ 11:3) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ແທ້ໆໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ແລະ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ສາມາດ​ເຫັນ​ໄດ້? ເຮົາ​ສະແດງ​ໃຫ້​ເຫັນ​ໃນ​ການ​ໃຊ້​ຊີວິດ ແລະ​ໃນ​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ.

7. ຕົວຢ່າງ​ຂອງ​ໂນເອ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ມີ​ຄວາມ​ເຊື່ອ? (ເບິ່ງ​ຮູບ​ທຳອິດ)

7 ເຮົາ​ຮຽນ​ຫຍັງ​ຈາກ​ຄວາມ​ເຊື່ອ​ຂອງ​ໂນເອ? ໂປໂລ​ເວົ້າ​ເຖິງ​ໂນເອ​ວ່າ: ‘ເມື່ອ​ພະເຈົ້າ​ບອກ​ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ ລາວ​ຈຶ່ງ​ຢ້ານ​ກົວ​ແລະ​ໄດ້​ກໍ່​ສ້າງ​ນາວາ​ຫຼັງ​ໜຶ່ງ​ເພື່ອ​ຊ່ວຍ​ຄອບຄົວ​ໃຫ້​ລອດ.’ (ເຫບເລີ 11:7) ຍ້ອນ​ວ່າ​ໂນເອ​ເຊື່ອ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ລາວ​ຈຶ່ງ​ໄດ້​ສ້າງ​ເຮືອ​ລຳ​ໃຫຍ່. ບາງ​ທີ​ເພື່ອນ​ບ້ານ​ອາດ​ຈະ​ຖາມ​ລາວ​ວ່າ​ເປັນ​ຫຍັງ​ຈຶ່ງ​ສ້າງ​ເຮືອ​ໃຫຍ່​ນັ້ນ. ເຮົາ​ໝັ້ນ​ໃຈ​ໄດ້​ເລີຍ​ວ່າ​ໂນເອ​ຈະ​ບໍ່​ມິດ​ງຽບ​ຢູ່ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ໂນເອ​ເປັນ ‘ຜູ້​ປ່າວ​ປະກາດ​ຄວາມ​ຊອບທຳ.’ (2 ເປໂຕ 2:5) ລາວ​ໄດ້​ເຕືອນ​ຜູ້​ຄົນ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເພື່ອ​ທຳລາຍ​ຄົນ​ຊົ່ວ. ບາງ​ທີ​ໂນເອ​ອາດ​ບອກ​ເຂົາ​ເຈົ້າ​ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ລາວ​ທີ່​ວ່າ: “ທີ່​ສຸດ​ແຫ່ງ​ເນື້ອ​ໜັງ​ທັງ​ສິ້ນ​ໄດ້​ມາ​ເຖິງ​ແລ້ວ​ຕໍ່​ໜ້າ​ເຮົາ ເຫດ​ວ່າ​ແຜ່ນດິນ​ກໍ​ເຕັມ​ໄປ​ດ້ວຍ​ການ​ຫຍາບຊ້າ​ສາໂຫດ​ຂອງ​ເຂົາ” ແລະ “ເຮົາ​ໃຫ້​ນໍ້າ​ມາ​ຖ້ວມ​ແຜ່ນດິນ​ໂລກ​ເພື່ອ​ຈະ​ໄດ້​ທຳລາຍ​ເນື້ອ​ໜັງ​ທີ່​ມີ​ຊີວິດ​ລົມຫັນໃຈ​ໃຫ້​ເສຍ​ຈາກ​ໃຕ້​ຟ້າ ສັບພະ​ທຸກ​ສິ່ງ​ທີ່​ຢູ່​ເທິງ​ແຜ່ນດິນ​ຈະ​ຕາຍ​ໄປ.” ຈາກ​ນັ້ນ​ໂນເອ​ໄດ້​ບອກ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ເພື່ອ​ຈະ​ລອດ​ຊີວິດ. ພະ​ເຢໂຫວາ​ສັ່ງ​ວ່າ: ‘ເຈົ້າ​ຕ້ອງ​ເຂົ້າ​ໄປ​ໃນ​ນາວາ​ນັ້ນ.’—ຕົ້ນເດີມ 6:13, 17, 18

8. ຢາໂກໂບ​ໄດ້​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ເຊື່ອ?

8 ຢາໂກໂບ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ເຊື່ອ​ເຊັ່ນ​ກັນ. ເບິ່ງ​ຄື​ວ່າ​ລາວ​ຂຽນ​ຈົດ​ໝາຍ​ສະບັບ​ນີ້​ທັນທີ​ຫຼັງ​ຈາກ​ທີ່​ໂປໂລ​ໄດ້​ຂຽນ​ເຖິງ​ຄລິດສະຕຽນ​ຊາວ​ເຫບເລີ. ຢາໂກໂບ​ຂຽນ​ວ່າ: “ຈົ່ງ​ສຳແດງ​ຄວາມ​ເຊື່ອ​ທີ່​ບໍ່​ມີ​ກິດຈະການ​ຂອງ​ທ່ານ​ໃຫ້​ເຮົາ​ເຫັນ ແລະ​ເຮົາ​ຈະ​ສຳແດງ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ກິດຈະການ​ຂອງ​ເຮົາ​ໃຫ້​ທ່ານ​ເຫັນ.” (ຢາໂກໂບ 2:18) ຢາໂກໂບ​ອະທິບາຍ​ວ່າ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ ເຮົາ​ບໍ່​ພຽງ​ແຕ່​ເຊື່ອ​ໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເທົ່າ​ນັ້ນ. ພວກ​ຜີ​ປີສາດ​ເຊື່ອ​ວ່າ​ພະ​ເຢໂຫວາ​ມີ​ແທ້ ແຕ່​ພວກ​ມັນ​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພະອົງ. ກົງ​ກັນ​ຂ້າມ ພວກ​ມັນ​ຕໍ່​ຕ້ານ​ພະອົງ​ຢ່າງ​ຮຸນແຮງ. (ຢາໂກໂບ 2:19, 20) ເມື່ອ​ບາງ​ຄົນ​ມີ​ຄວາມ​ເຊື່ອ ລາວ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ດ້ວຍ​ການ​ກະທຳ​ທີ່​ດີ ແລະ​ນັ້ນ​ເປັນ​ສິ່ງ​ທີ່​ອັບລາຫາມ​ໄດ້​ເຮັດ. ຢາໂກໂບ​ຂຽນ​ວ່າ: ‘ເມື່ອ​ທ່ານ​ອັບລາຫາມ​ຜູ້​ເປັນ​ພໍ່​ຂອງ​ເຮົາ​ທັງ​ຫຼາຍ​ໄດ້​ພາ​ທ່ານ​ອີຊາກ​ລູກ​ຂອງ​ທ່ານ​ໄປ​ຖວາຍ​ເທິງ​ແທ່ນ​ບູຊາ ທ່ານ​ເປັນ​ທີ່​ຖື​ວ່າ​ຊອບທຳ​ດ້ວຍ​ກິດຈະການ​ບໍ່​ໃຊ່​ຫຼື? ທ່ານ​ເຫັນ​ວ່າ​ຄວາມ​ເຊື່ອ​ໄດ້​ກະທຳ​ການ​ດ້ວຍ​ກັນ​ກັບ​ກິດຈະການ​ຂອງ​ທ່ານ.’ ຈາກ​ນັ້ນ​ຢາໂກໂບ​ໄດ້​ເນັ້ນ​ວ່າ ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ກະທຳ​ກໍ​ເປັນ​ຄວາມ​ເຊື່ອ​ທີ່​ບໍ່​ມີ​ປະໂຫຍດ ໂດຍ​ເວົ້າ​ວ່າ: “ກາຍ​ທີ່​ບໍ່​ມີ​ຈິດວິນຍານ [“ລົມຫັນໃຈ,” ລ.ມ.] ຕາຍ​ແລ້ວ​ສັນ​ໃດ ຄວາມ​ເຊື່ອ​ທີ່​ບໍ່​ມີ​ກິດຈະການ​ກໍ​ຕາຍ​ແລ້ວ​ສັນ​ນັ້ນ​ດ້ວຍ.”—ຢາໂກໂບ 2:21-23, 26

9, 10. ການ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ບຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ?

9 ຫຼາຍ​ກວ່າ 30 ປີ​ຕໍ່​ມາ ໂຢຮັນ​ໄດ້​ຂຽນ​ກິດຕິຄຸນ​ຕາມ​ຊື່​ຂອງ​ລາວ​ກັບ​ຈົດ​ໝາຍ​ອີກ 3 ສະບັບ. ຄື​ກັບ​ຄົນ​ອື່ນໆທີ່​ຂຽນ​ຄຳພີ​ໄບເບິນ ໂຢຮັນ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ. ດັ່ງ​ນັ້ນ ຫຼາຍ​ຄັ້ງ​ໃນ​ຈົດ​ໝາຍ​ທີ່​ລາວ​ຂຽນ ລາວ​ຈຶ່ງ​ໃຊ້​ຄຳ​ພາສາ​ເກັຣກ​ເຊິ່ງ​ບາງ​ທີ​ແປ​ວ່າ: “ສະແດງ​ຄວາມ​ເຊື່ອ.”

ການ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ບຸດ ກໍ​ຄື​ການ​ເຊື່ອ​ຟັງ​ພະ​ເຍຊູ

10 ຕົວຢ່າງ​ເຊັ່ນ: ໂຢຮັນ​ໄດ້​ອະທິບາຍ​ວ່າ: “ຜູ້​ທີ່ [ສະແດງ​ຄວາມ] ເຊື່ອ​ໃນ​ພະ​ບຸດ​ນັ້ນ​ກໍ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ແຕ່​ວ່າ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພະ​ບຸດ​ນັ້ນ​ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ວ່າ​ຄວາມ​ຄຽດ​ຂອງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ເທິງ​ຜູ້​ນັ້ນ.” (ໂຢຮັນ 3:36) ການ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ບຸດ ກໍ​ຄື​ເຮົາ​ຕ້ອງ​ເຊື່ອ​ຟັງ​ພະ​ເຍຊູ. ທີ່​ຈິງ​ໃນ​ຈົດ​ໝາຍ​ທີ່​ໂຢຮັນ​ຂຽນ ເຮົາ​ເຫັນ​ວ່າ​ພະ​ເຍຊູ​ເວົ້າ​ເລື້ອຍໆວ່າ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ເຮົາ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ພະອົງ​ແລະ​ໃນ​ພະ​ເຢໂຫວາ.—ໂຢຮັນ 3:16; 6:29, 40; 11:25, 26; 14:1, 12

11. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ບຸນ​ຄຸນ​ຕໍ່​ພະ​ເຢໂຫວາ​ທີ່​ເຮົາ​ໄດ້​ຮູ້ຈັກ​ຄວາມ​ຈິງ?

11 ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ກ່ຽວ​ກັບ​ພະອົງ​ແລະ​ລູກ​ຊາຍ​ຂອງ​ພະອົງ ແລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພວກ​ເພິ່ນ. (ອ່ານ​ລືກາ 10:21) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ບຸນ​ຄຸນ​ຕໍ່​ພະ​ເຢໂຫວາ​ທຸກ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຮົາ? ເຮົາ​ຕ້ອງ​ບໍ່​ເຊົາ​ຂອບໃຈ​ພະອົງ​ທີ່​ຍອມ​ໃຫ້​ເຮົາ​ມີ​ສາຍ​ສຳພັນ​ກັບ​ພະອົງ​ໂດຍ​ທາງ​ພະ​ເຍຊູ ‘ຜູ້​ເປັນ​ຫົວ​ໜ້າ​ແລະ​ຜູ້​ກະທຳ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ສຳເລັດ [“ສົມບູນ​ຄົບ​ຖ້ວນ,” ລ.ມ.]’ (ເຫບເລີ 12:2) ເຮົາ​ຍັງ​ຕ້ອງ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຕໍ່ໆ​ໄປ​ໂດຍ​ອະທິດຖານ​ເຖິງ​ພະອົງ​ສະເໝີ ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ.—ເອເຟດ 6:18; 1 ເປໂຕ 2:2

ເຮົາ​ສະແດງ​ຄວາມ​ເຊື່ອ​ໂດຍ​ບອກ​ຄົນ​ອື່ນ​ໃນ​ເລື່ອງ​ຂ່າວ​ດີ​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ໂອກາດ (ເບິ່ງ​ຂໍ້ 12)

12. ຖ້າ​ເຮົາ​ມີ​ຄວາມ​ເຊື່ອ ເຮົາ​ຈະ​ເຮັດ​ຫຍັງ?

12 ເຮົາ​ຄວນ​ສະແດງ​ໃຫ້​ເຫັນ​ຕໍ່ໆໄປ​ດ້ວຍ​ການ​ກະທຳ​ຂອງ​ເຮົາ ທີ່​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ເຮົາ​ປະກາດ​ກັບ​ຜູ້​ຄົນ​ຕໍ່​ໄປ​ໃນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ. ເຮົາ​ຍັງ​ເຮັດ​ດີ​ຕໍ່​ໄປ “ໂດຍ​ສະເພາະ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ.” (ຄາລາຊີ 6:10, ລ.ມ.) ເຮົາ​ຍັງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ​ກັບ​ສິ່ງ​ຕ່າງໆທີ່​ເຄີຍ​ເຮັດ” ເພາະ​ເຮົາ​ບໍ່​ຢາກ​ໃຫ້​ສິ່ງ​ໃດ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ.—ໂກໂລດ 3:5, 8-10

ຄວາມ​ເຊື່ອ​ໃນ​ພະເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຮາກ​ຖານ​ຂອງ​ເຮົາ

13. ການ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ສຳຄັນ​ຂະໜາດ​ໃດ? ຄຳພີ​ໄບເບິນ​ໄດ້​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

13 ຄຳພີ​ໄບເບິນ​ບອກ​ວ່າ: “ປາສະຈາກ​ຄວາມ​ເຊື່ອ​ຈະ​ເປັນ​ທີ່​ຊອບ​ໃຈ​ພະເຈົ້າ​ກໍ​ບໍ່​ໄດ້ ເພາະ​ວ່າ​ຜູ້​ທີ່​ຫຍັບ​ເຂົ້າ​ມາ​ຫາ​ພະເຈົ້າ​ຕ້ອງ​ເຊື່ອ​ວ່າ​ພະອົງ​ເປັນ​ຢູ່ ແລະ​ພະອົງ​ຈະ​ປະທານ​ບຳເໜັດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ປົງ​ໃຈ​ຊອກ​ຫາ​ພະອົງ.” (ເຫບເລີ 11:6) ຄຳພີ​ໄບເບິນ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ ‘ຄວາມ​ເຊື່ອ​ໃນ​ພະເຈົ້າ’ ເປັນ​ໜຶ່ງ​ໃນ​ສິ່ງ​ທຳອິດ​ທີ່​ຄລິດ​ຕຽນ​ແທ້​ຈຳເປັນ​ຕ້ອງ​ມີ. ຄວາມ​ເຊື່ອ​ແບບ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ ‘ຮາກ​ຖານ’ ຂອງ​ເຮົາ. (ເຫບເລີ 6:1) ແຕ່​ນອກ​ຈາກ​ມີ​ຄວາມ​ເຊື່ອ​ແລ້ວ ເຮົາ​ຍັງ​ຕ້ອງ​ມີ​ຄຸນ​ລັກສະນະ​ຢ່າງ​ອື່ນ​ອີກ​ເພື່ອ​ເຮົາ​ຈະ​ມີ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ແລະ​ຮັກສາ​ສາຍ​ສຳພັນ​ນັ້ນ​ໄວ້.—ອ່ານ 2 ເປໂຕ 1:5-7; ຢູເດ 20, 21

14, 15. ເມື່ອ​ສົມ​ທຽບ​ກັນ​ກັບ​ຄວາມ​ຮັກ ຄວາມ​ເຊື່ອ​ສຳຄັນ​ຂະໜາດ​ໃດ?

14 ຜູ້​ຂຽນ​ຄຳພີ​ໄບເບິນ​ກ່າວ​ເຖິງ​ຄວາມ​ເຊື່ອ​ຫຼາຍ​ກວ່າ​ຄຸນ​ລັກສະນະ​ອື່ນໆ. ນີ້​ໝາຍ​ຄວາມ​ວ່າ​ຄວາມ​ເຊື່ອ​ເປັນ​ຄຸນ​ລັກສະນະ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຕ້ອງ​ມີ​ບໍ?

15 ໂປໂລ​ສົມ​ທຽບ​ຄວາມ​ເຊື່ອ​ກັບ​ຄວາມ​ຮັກ. ລາວ​ຂຽນ​ວ່າ: “ເຮົາ​ອາດ​ມີ​ຄວາມ​ເຊື່ອ​ອັນ​ຄົບ​ຖ້ວນ​ເພື່ອ​ຍົກ​ຍ້າຍ​ພູເຂົາ ແຕ່​ຖ້າ​ບໍ່​ມີ​ຄວາມ​ຮັກ​ກໍ​ບໍ່​ມີ​ຄຸນຄ່າ​ຫຍັງ​ໝົດ.” (1 ໂກລິນໂທ 13:2, ທ.ປ.) ພະ​ເຍຊູ​ເວົ້າ​ວ່າ: “ຄຳ​ສັ່ງ​ຂໍ້​ໃຫຍ່​ແລະ​ຂໍ້​ສຳຄັນ​ທີ່​ສຸດ” ແມ່ນ​ໃຫ້​ຮັກ​ພະເຈົ້າ. (ມັດທາຍ 22:35-40, ທ.ປ.) ຄວາມ​ຮັກ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ຢ່າງ​ອື່ນ​ອີກ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ​ຄວາມ​ຮັກ “ເຊື່ອ​ສັບພະ​ທຸກ​ສິ່ງ.” ດັ່ງ​ນັ້ນ ຄວາມ​ຮັກ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຫຼື​ມີ​ຄວາມ​ເຊື່ອ​ໃນ​ທຸກ​ສິ່ງ​ທີ່​ພະເຈົ້າ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ.—1 ໂກລິນໂທ 13:4, 7

16, 17. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ? ໃນ​ສອງ​ຄຸນ​ລັກສະນະ​ນີ້ ອັນ​ໃດ​ຍິ່ງໃຫຍ່​ກວ່າ ແລະ​ຍ້ອນ​ຫຍັງ?

16 ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຫຼາຍ ແລະ​ຜູ້​ຂຽນ​ຄຳພີ​ໄບເບິນ​ມັກ​ກ່າວ​ເຖິງ​ສອງ​ສິ່ງ​ນີ້​ນຳ​ກັນ. ໂປໂລ​ກະຕຸ້ນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ວ່າ: ໃຫ້ “ເອົາ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ໃສ່​ເປັນ​ເສື້ອ​ເກາະ​ປ້ອງກັນ​ເອິກ.” (1 ເທຊະໂລນີກ 5:8, ລ.ມ.) ເປໂຕ​ໄດ້​ຂຽນ​ກ່ຽວ​ກັບ​ພະ​ເຍຊູ​ວ່າ: ‘ເຖິງ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ເຫັນ​ພະອົງ ພວກ​ທ່ານ​ກໍ​ຮັກ​ພະອົງ. ແລະ​ເຖິງ​ແມ່ນ​ພວກ​ທ່ານ​ບໍ່​ເຫັນ​ພະອົງ​ດຽວ​ນີ້ ພວກ​ທ່ານ​ຍັງ​ເຊື່ອ​ໃນ​ພະອົງ.’ (1 ເປໂຕ 1:8) ຢາໂກໂບ​ໄດ້​ຖາມ​ພີ່​ນ້ອງ​ຜູ້​ຖືກ​ເຈີມ​ວ່າ: “ພະເຈົ້າ​ໄດ້​ເລືອກ​ພວກ​ຄົນ​ທຸກ​ຍາກ​ໃນ​ໂລກ​ນີ້​ໃຫ້​ເປັນ​ຄົນ​ມັ່ງ​ມີ​ໃນ​ຄວາມ​ເຊື່ອ ແລະ​ໃຫ້​ເປັນ​ເຈົ້າ​ມູນ​ແຫ່ງ​ແຜ່ນດິນ​ນັ້ນ​ທີ່​ພະອົງ​ໄດ້​ປະຕິຍານ​ໄວ້​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ຮັກ​ພະອົງ​ບໍ່​ໃຊ່​ຫຼື?” (ຢາໂກໂບ 2:5) ໂຢຮັນ​ຂຽນ​ວ່າ ຄຳ​ສັ່ງ​ຂອງ​ພະເຈົ້າ​ກໍ​ຄື “ໃຫ້​ເຮົາ​ທັງ​ຫຼາຍ​ເຊື່ອ​ໃນ​ນາມ​ຊື່​ແຫ່ງ​ພະ​ເຍຊູ​ຄລິດ​ພະ​ບຸດ​ແຫ່ງ​ພະເຈົ້າ ແລະ​ໃຫ້​ຮັກ​ກັນ​ແລະ​ກັນ.”—1 ໂຢຮັນ 3:23

17 ໂປໂລ​ຍັງ​ຂຽນ​ວ່າ: ‘ສາມ​ສິ່ງ​ນີ້​ກໍ​ຕັ້ງ​ຢູ່ ຄວາມ​ເຊື່ອ ຄວາມ​ຫວັງ ແລະ​ຄວາມ​ຮັກ ແຕ່​ວ່າ​ອັນ​ໃຫຍ່​ທີ່​ສຸດ​ເປັນ​ຄວາມ​ຮັກ.’ (1 ໂກລິນໂທ 13:13) ໃນ​ອະນາຄົດ ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ຄວາມ​ເຊື່ອ​ອີກ​ຕໍ່​ໄປ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ໂລກ​ໃໝ່ ເພາະ​ຄຳ​ສັນຍາ​ນັ້ນ​ຈະ​ກາຍ​ເປັນ​ຈິງ. ເຮົາ​ຈະ​ມີ​ຊີວິດ​ທີ່​ດີ​ເລີດ​ຕາມ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້. ແຕ່​ເຮົາ​ຍັງ​ຈະ​ຕ້ອງ​ມີ​ຄວາມ​ຮັກ​ຕໍ່​ພະເຈົ້າ​ແລະ​ຕໍ່​ຜູ້​ຄົນ​ຢູ່​ສະເໝີ. ທີ່​ຈິງ​ຄວາມ​ຮັກ​ແບບ​ນີ້​ຈະ​ເຕີບ​ໃຫຍ່​ຕໍ່ໆໄປ​ຕະຫຼອດ​ການ.

ພະ​ເຢໂຫວາ​ອວຍ​ພອນ​ຄວາມ​ເຊື່ອ​ຂອງ​ເຮົາ

18, 19. ຍ້ອນ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ນີ້​ມີ​ຄວາມ​ເຊື່ອ ຜົນ​ຈຶ່ງ​ເປັນ​ແນວ​ໃດ ແລະ​ໃຜ​ສົມຄວນ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ເລື່ອງ​ນີ້?

18 ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ນີ້​ມີ​ຄວາມ​ເຊື່ອ​ໃນ​ລາຊະອານາຈັກ​ຂອງ​ພະອົງ ແລະ​ສະໜັບສະໜູນ​ລາຊະອານາຈັກ​ນີ້. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຮັກ​ກັນ​ແລະ​ກັນ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ໄດ້​ກໍ​ຍ້ອນ​ວ່າ​ຍອມ​ໃຫ້​ພະລັງ​ບໍລິສຸດ​ຊີ້​ນຳ​ການ​ໃຊ້​ຊີວິດ​ຂອງ​ເຂົາ​ເຈົ້າ. (ຄາລາຊີ 5:22, 23) ຜົນ​ເປັນ​ແນວ​ໃດ? ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ກວ່າ​ແປດ​ລ້ານ​ຄົນ​ໃນ​ທົ່ວ​ໂລກ​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ​ໃນ​ປະຊາຄົມ. ເຫັນ​ໄດ້​ແຈ້ງ​ວ່າ ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ເປັນ​ຄຸນ​ລັກສະນະ​ທີ່​ມີ​ພະລັງ.

19 ຄວາມ​ກົມ​ກຽວ​ກັນ​ແບບ​ນີ້​ເກີດ​ຂຶ້ນ​ໄດ້​ກໍ​ຍ້ອນ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ດັ່ງ​ນັ້ນ ພະອົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ​ການ​ສັນລະເສີນ. (ເອຊາອີ 55:13) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ “ພົ້ນ​ໂດຍ​ທາງ​ຄວາມ​ເຊື່ອ.” (ເອເຟດ 2:8, ທ.ປ.) ພະອົງ​ຍັງ​ຈະ​ຊ່ວຍ​ອີກ​ຫຼາຍ​ຄົນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະອົງ. ໃນ​ທີ່​ສຸດ ໂລກ​ນີ້​ຈະ​ມີ​ແຕ່​ມະນຸດ​ທີ່​ຊອບທຳ ບໍ່​ມີ​ບາບ ແລະ​ມີ​ຄວາມ​ສຸກ​ເຊິ່ງ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຕະຫຼອດ​ໄປ!