ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ

ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ

“ຢ່າ​ລືມ​ຕ້ອນຮັບ​ຄົນ​ແປກ​ໜ້າ.”—ເຫບເລີ. 13:2, ທ.ປ.

ເພງ: 124, 79

1, 2. (ກ) ໃນ​ທຸກ​ມື້​ນີ້ ຄົນ​ຕ່າງ​ຊາດ​ຈຳນວນ​ຫຼາຍ​ພົບ​ກັບ​ຂໍ້​ທ້າທາຍ​ຫຍັງ? (ເບິ່ງ​ຮູບ​ທຳອິດ) (ຂ) ໂປໂລ​ໄດ້​ໃຫ້​ຂໍ້​ເຕືອນ​ໃຈ​ອັນ​ໃດ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

ເປັນ​ເວລາ​ຫຼາຍ​ກວ່າ 30 ປີ​ມາ​ແລ້ວ ເຊິ່ງ​ຕອນ​ນັ້ນ​ໂອເຊ​ຍັງ​ບໍ່​ທັນ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ເທື່ອ ລາວ​ໄດ້​ອອກ​ຈາກ​ບ້ານ​ເກີດ​ໃນ​ປະເທດ​ການາ​ເພື່ອ​ໄປ​ຢູ່​ເອີຣົບ. [1] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ) ໂອເຊ​ເວົ້າ​ວ່າ: “ບໍ່​ດົນ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຜູ້​ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ສົນ​ໃຈ​ຂ້ອຍ. ດິນ​ຟ້າ​ອາກາດ​ກໍ​ແຕກຕ່າງ​ຫຼາຍ​ຈາກ​ບ້ານ​ຂອງ​ຂ້ອຍ. ເມື່ອ​ອອກ​ມາ​ຈາກ​ສະ​ໜາມ​ບິນ​ແລະ​ໄດ້​ສຳຜັດ​ກັບ​ຄວາມ​ໜາວ​ເຢັນ​ເປັນ​ຄັ້ງ​ທຳອິດ​ໃນ​ຊີວິດ ຂ້ອຍ​ເລີ່ມ​ໄຫ້.” ເນື່ອງ​ຈາກ​ການ​ຮຽນ​ພາສາ​ໃໝ່​ເປັນ​ສິ່ງ​ທີ່​ຍາກ​ສຳລັບ​ໂອເຊ ລາວ​ຈຶ່ງ​ໃຊ້​ເວລາ​ຫຼາຍ​ກວ່າ​ໜຶ່ງ​ປີ​ເພື່ອ​ຈະ​ໄດ້​ວຽກ​ທີ່​ດີ. ນອກ​ຈາກ​ນັ້ນ ຍ້ອນ​ວ່າ​ໂອເຊ​ຢູ່​ໄກ​ຈາກ​ບ້ານ​ເກີດ ລາວ​ຈຶ່ງ​ຄິດ​ຮອດ​ຄອບຄົວ​ແລະ​ຮູ້ສຶກ​ເຫງົາ.

2 ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ກັບ​ເຈົ້າ​ແນວ​ໃດ ຖ້າ​ເຈົ້າ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ຄ້າຍໆກັນ. ແນ່ນອນ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ຂອບໃຈ​ທີ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ​ຢູ່​ຫໍ​ປະຊຸມ​ຈາກ​ຄົນ​ທີ່​ຮັກ​ເຈົ້າ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຄົນ​ສັນຊາດ​ໃດ​ຫຼື​ມີ​ຜິວ​ສີ​ໃດ​ກໍ​ຕາມ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ຄລິດສະຕຽນ​ແທ້​ວ່າ: “ຢ່າ​ລືມ​ຕ້ອນຮັບ​ຄົນ​ແປກ​ໜ້າ.” (ເຫບເລີ 13:2, ທ.ປ.) ດັ່ງ​ນັ້ນ ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ຕໍ່​ໄປ​ນີ້: ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄົນ​ແປກ​ໜ້າ? ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ປັບ​ປ່ຽນ​ທັດສະນະ​ຂອງ​ເຮົາ​ຕໍ່​ຄົນ​ແປກ​ໜ້າ? ແລະ​ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ມາ​ຈາກ​ປະເທດ​ອື່ນ​ແນວ​ໃດ​ໃຫ້​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕ້ອນຮັບ​ໃນ​ປະຊາຄົມ​ຂອງ​ເຮົາ?

ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄົນ​ແປກ​ໜ້າ?

3, 4. ໃນ​ອົບພະຍົບ 23:9 ພະ​ເຢໂຫວາ​ຢາກ​ໃຫ້​ຊາວ​ອິດສະລາແອນ​ປະຕິບັດ​ແນວ​ໃດ​ຕໍ່​ຄົນ​ຕ່າງ​ຊາດ ແລະ​ຍ້ອນ​ຫຍັງ?

3 ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ​ອອກ​ຈາກ​ການ​ເປັນ​ທາດ​ຢູ່​ປະເທດ​ເອຢິບ ພະອົງ​ໄດ້​ມອບ​ກົດ​ໝາຍ​ໃຫ້​ເຂົາ​ເຈົ້າ​ເພື່ອ​ສອນ​ປະຊາຊົນ​ເຫຼົ່າ​ນີ້​ໃຫ້​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ຕ່າງ​ຊາດ​ທີ່​ໜີ​ອອກ​ມາ​ກັບ​ເຂົາ​ເຈົ້າ. (ອົບພະຍົບ 12:38, 49; 22:21) ເນື່ອງ​ຈາກ​ຊີວິດ​ຈະ​ບໍ່​ງ່າຍ​ສຳລັບ​ຄົນ​ຕ່າງ​ຊາດ ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເບິ່ງ​ແຍງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ສາມາດ​ເກັບ​ເອົາ​ອາຫານ​ທີ່​ຜູ້​ເກັບ​ກ່ຽວ​ໄດ້​ຈົ່ງ​ໄວ້.—ພວກເລວີ 19:9, 10

4 ພະ​ເຢໂຫວາ​ສາມາດ​ສັ່ງ​ໃຫ້​ຊາວ​ອິດສະລາແອນ​ສະແດງ​ຄວາມ​ນັບຖື​ຕໍ່​ຄົນ​ຕ່າງ​ຊາດ​ກໍ​ໄດ້ ແຕ່​ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ຈື່​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ຕອນ​ເປັນ​ຄົນ​ຕ່າງ​ຊາດ. (ອ່ານ​ອົບພະຍົບ 23:9) ແມ່ນ​ແຕ່​ກ່ອນ​ຕົກ​ເປັນ​ທາດ​ໃນ​ເອຢິບ ພວກ​ເອຢິບ​ກໍ​ຊັງ​ຊາວ​ອິດສະລາແອນ​ຢູ່​ແລ້ວ ຍ້ອນ​ວ່າ​ເຂົາ​ເຈົ້າ​ແຕກຕ່າງ​ຈາກ​ຊາດ​ອື່ນ. (ຕົ້ນເດີມ 43:32; 46:34; ອົບພະຍົບ 1:11-14) ຊາວ​ອິດສະລາແອນ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຕອນ​ເປັນ​ຄົນ​ຕ່າງ​ຊາດ ດັ່ງ​ນັ້ນ ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ຈື່​ສິ່ງ​ນີ້​ໄວ້ ແລະ​ຢາກ​ໃຫ້​ເຂົາ​ເຈົ້າ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ທ່າມກາງ​ເຂົາ​ເຈົ້າ.—ພວກເລວີ 19:33, 34

ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ຕ່າງ​ຊາດ

5. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ຕ່າງ​ຊາດ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ?

5 ພະ​ເຢໂຫວາ​ບໍ່​ໄດ້​ປ່ຽນ​ແປງ. ດັ່ງ​ນັ້ນ ເມື່ອ​ມີ​ຄົນ​ຕ່າງ​ຊາດ​ມາ​ປະຊາຄົມ​ຂອງ​ເຮົາ ເຮົາ​ຄວນ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຍັງ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແບບ​ນີ້. (ພະບັນຍັດ 10:17-19; ມາລາກີ 3:5, 6) ໃຫ້​ຢຸດ​ແລະ​ຄິດ​ເຖິງ​ຂໍ້​ທ້າທາຍ​ທີ່​ຄົນ​ເຫຼົ່າ​ນີ້​ອາດ​ຕ້ອງ​ປະເຊີນ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ບໍ່​ເຂົ້າ​ໃຈ​ພາສາ​ໃໝ່​ແລະ​ອາດ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ໃຫ້​ເຮົາ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ຊ່ວຍ​ແລະ​ສະແດງ​ຄວາມ​ກະລຸນາ​ຕໍ່​ເຂົາ​ເຈົ້າ.—1 ເປໂຕ 3:8

ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ປັບ​ປ່ຽນ​ທັດສະນະ​ຂອງ​ເຮົາ​ຕໍ່​ຄົນ​ແປກ​ໜ້າ?

6, 7. ສິ່ງ​ໃດ​ທີ່​ສະແດງ​ວ່າ​ຄລິດສະຕຽນ​ຊາວ​ຢິວ​ໃນ​ສະຕະວັດ​ທຳອິດ​ໄດ້​ຮຽນ​ຮູ້​ການ​ເອົາ​ຊະນະ​ອະຄະຕິ​ທີ່​ຝັງ​ຮາກ​ເລິກ?

6 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ຮຽນ​ຮູ້​ການ​ເອົາ​ຊະນະ​ອະຄະຕິ​ທີ່​ຝັງ​ຮາກ​ເລິກ ເຊິ່ງ​ເປັນ​ສິ່ງ​ທີ່​ມີ​ຢູ່​ທົ່ວໄປ​ໃນ​ທ່າມກາງ​ຄົນ​ຢິວ. ໃນ​ວັນ​ເພນເຕກອດ​ປີ ຄ.ສ. 33 ຄລິດສະຕຽນ​ຊາວ​ຢິວ​ທີ່​ອາໄສ​ຢູ່​ເຢຣຶຊາເລມ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ນໍ້າໃຈ​ຕ້ອນຮັບ​ແຂກ​ຕໍ່​ກັບ​ພວກ​ລູກ​ສິດ​ໃໝ່​ທີ່​ມາ​ຈາກ​ປະເທດ​ອື່ນ. (ກິດຈະການ 2:5, 44-47) ການ​ກະທຳ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄລິດສະຕຽນ​ຊາວ​ຢິວ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄຳ​ວ່າ: “ນໍ້າໃຈ​ຕ້ອນຮັບ​ແຂກ” ເຊິ່ງ​ກໍ​ຄື​ການ​ສະແດງ “ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ.”

7 ແຕ່​ມີ​ບາງ​ສິ່ງ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ນັ້ນ. ຄົນ​ຢິວ​ທີ່​ເວົ້າ​ພາສາ​ເກັຣກ​ຈົ່ມ​ວ່າ ພວກ​ແມ່​ໝ້າຍ​ທີ່​ເວົ້າ​ພາສາ​ເກັຣກ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຍຸຕິທຳ. (ກິດຈະການ 6:1) ເພື່ອ​ແກ້ໄຂ​ບັນຫາ​ນີ້ ພວກ​ອັກຄະສາວົກ​ໄດ້​ແຕ່ງ​ຕັ້ງ​ຜູ້​ຊາຍ​ເຈັດ​ຄົນ​ໃຫ້​ເບິ່ງ​ແຍງ​ເລື່ອງ​ນີ້​ເພື່ອ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຍຸຕິທຳ. ພວກ​ອັກຄະສາວົກ​ໄດ້​ເລືອກ​ຜູ້​ຊາຍ​ທີ່​ມີ​ຊື່​ເປັນ​ພາສາ​ເກັຣກ ບາງ​ທີ​ເພື່ອ​ໃຫ້​ພວກ​ແມ່​ໝ້າຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ຂຶ້ນ.—ກິດຈະການ 6:2-6.

8, 9. (ກ) ຄຳຖາມ​ຫຍັງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ມີ​ອະຄະຕິ​ຫຼື​ບໍ່? (ຂ) ເຮົາ​ຕ້ອງ​ກຳຈັດ​ສິ່ງ​ໃດ​ໃຫ້​ໝົດ​ໄປ? (1 ເປໂຕ 1:22)

8 ບໍ່​ວ່າ​ເຮົາ​ຈະ​ຮູ້​ຕົວ​ຫຼື​ບໍ່​ກໍ​ຕາມ ເຮົາ​ທຸກ​ຄົນ​ໄດ້​ຮັບ​ອິດທິພົນ​ຈາກ​ວັດທະນະທຳ​ຂອງ​ຊາດ​ເຮົາ. (ໂລມ 12:2) ນອກ​ຈາກ​ນັ້ນ ເຮົາ​ອາດ​ໄດ້​ຍິນ​ເພື່ອນ​ບ້ານ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ໝູ່​ຢູ່​ໂຮງ​ຮຽນ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຄົນ​ຊາດ​ອື່ນ ຄົນ​ຊົນ​ເຜົ່າ​ອື່ນ ຫຼື​ຄົນ​ສີ​ຜິວ​ອື່ນ. ເຮົາ​ໄດ້​ຮັບ​ອິດທິພົນ​ຫຼາຍ​ສໍ່າ​ໃດ​ຈາກ​ຄວາມ​ຄິດ​ໃນ​ແງ່​ລົບ​ແບບ​ນັ້ນ? ຫຼື​ເຮົາ​ມີ​ທ່າທີ​ແນວ​ໃດ​ເມື່ອ​ບາງ​ຄົນ​ເວົ້າ​ຕະຫຼົກ​ກ່ຽວ​ກັບ​ສັນຊາດ​ຫຼື​ບາງ​ສ່ວນ​ຂອງ​ວັດທະນະທຳ​ຂອງ​ເຮົາ?

9 ອັກຄະສາວົກ​ເປໂຕ​ເຄີຍ​ມີ​ອະຄະຕິ​ຕໍ່​ກັບ​ຜູ້​ທີ່​ບໍ່​ແມ່ນ​ຄົນ​ຢິວ ແຕ່​ລາວ​ຄ່ອຍໆຮຽນ​ຮູ້​ທີ່​ຈະ​ກຳຈັດ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ແບບ​ນັ້ນ. (ກິດຈະການ 10:28, 34, 35; ຄາລາຊີ 2:11-14) ຄ້າຍ​ຄື​ກັນ ຖ້າ​ເຮົາ​ສັງເກດ​ເຫັນ​ວ່າ​ເຮົາ​ມີ​ອະຄະຕິ​ຫຼື​ມີ​ຄວາມ​ຍິ່ງ​ໃນ​ເຊື້ອ​ຊາດ​ແມ່ນ​ແຕ່​ໜ້ອຍ​ດຽວ ເຮົາ​ຄວນ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ກຳຈັດ​ມັນ​ໃຫ້​ໝົດ​ໄປ. (ອ່ານ 1 ເປໂຕ 1:22) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້? ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ທຸກ​ຄົນ​ເປັນ​ມະນຸດ​ທີ່​ມີ​ບາບ ແລະ​ບໍ່​ວ່າ​ເຮົາ​ຈະ​ມາ​ຈາກ​ປະເທດ​ໃດ​ກໍ​ຕາມ​ເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ. (ໂລມ 3:9, 10, 21-24) ດັ່ງ​ນັ້ນ ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ! (1 ໂກລິນໂທ 4:7) ເຮົາ​ຄວນ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂປໂລ. ລາວ​ບອກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ວ່າ ເຂົາ​ເຈົ້າ “ບໍ່​ແມ່ນ​ຄົນ​ແປກ​ໜ້າ​ຫຼື​ຄົນ​ຕ່າງ​ຊາດ​ອີກ​ຕໍ່​ໄປ. ແຕ່​ເປັນ . . . ສະມາຊິກ​ຄອບຄົວ​ຂອງ​ພະເຈົ້າ.” (ເອເຟດ 2:19, ລ.ມ.) ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ໃນ​ການ​ກຳຈັດ​ອະຄະຕິ​ຕ່າງໆໃຫ້​ໝົດ​ໄປ ເພື່ອ​ເຮົາ​ຈະ​ສາມາດ​ປູກ​ຝັງ​ນິດໄສ​ໃໝ່​ໄດ້.—ໂກໂລດ 3:10, 11

ວິທີ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ

10, 11. ໂບອາດ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ເລື່ອງ​ທັດສະນະ​ຂອງ​ພະອົງ​ຕໍ່​ຄົນ​ແປກ​ໜ້າ?

10 ໂບອາດ​ຊາຍ​ຜູ້​ສັດ​ຊື່​ຮຽນ​ແບບ​ພະ​ເຢໂຫວາ​ໃນເລື່ອງ​ທັດສະນະ​ຂອງ​ພະອົງ​ຕໍ່​ຄົນ​ແປກ​ໜ້າ. ໂດຍ​ວິທີ​ໃດ? ເມື່ອ​ໂບອາດ​ໄປ​ກວດ​ເບິ່ງ​ທົ່ງ​ນາ​ໃນ​ລະຫວ່າງ​ການ​ເກັບ​ກ່ຽວ ລາວ​ສັງເກດ​ວ່າ​ລຶດ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ຈາກ​ແຜ່ນດິນ​ໂມອາບ ກຳລັງ​ເຮັດ​ວຽກ​ໜັກ​ເພື່ອ​ເກັບ​ເມັດ​ເຂົ້າ​ທີ່​ຕົກ​ຢູ່​ພື້ນ. ໃນ​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ ລຶດ​ມີ​ສິດ​ທີ່​ຈະ​ເກັບ​ເມັດ​ເຂົ້າ​ທີ່​ເຮ່ຍ. ແຕ່​ເມື່ອ​ໂບອາດ​ໄດ້​ຍິນ​ວ່າ​ລຶດ​ຂໍ​ອະນຸຍາດ​ເພື່ອ​ມາ​ເກັບ​ເມັດ​ເຂົ້າ​ທີ່​ເຮ່ຍ​ໃນ​ນາ​ຂອງ​ລາວ ໂບອາດ​ກໍ​ປະທັບ​ໃຈ​ຫຼາຍ​ແລະ​ເຖິງ​ຂັ້ນ​ອະນຸຍາດ​ໃຫ້​ລາວ​ເກັບ​ເມັດ​ເຂົ້າ​ທີ່​ເຮ່ຍ​ຈາກ​ມັດ​ເຂົ້າ​ດ້ວຍ​ຊໍ້າ.—ອ່ານ​ລຶດ 2:5-7, 15, 16

11 ສິ່ງ​ທີ່​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ໂບອາດ​ເປັນ​ຫ່ວງ​ລຶດ​ແລະ​ສະພາບການ​ທີ່​ຫຍຸ້ງຍາກ​ຂອງ​ລາວ​ໃນ​ຖານະ​ເປັນ​ຄົນ​ຕ່າງ​ຊາດ. ໂບອາດ​ບອກ​ໃຫ້​ລຶດ​ຢູ່​ກັບ​ກຸ່ມ​ຄົນ​ງານ​ຜູ້​ຍິງ​ເພື່ອ​ຈະ​ບໍ່​ຖືກ​ພວກ​ຄົນ​ງານ​ຜູ້​ຊາຍ​ທີ່​ເຮັດ​ວຽກ​ຢູ່​ທົ່ງ​ນາ​ກວນ. ລາວ​ຈັດ​ໃຫ້​ລຶດ​ມີ​ນໍ້າ​ແລະ​ອາຫານ​ກິນ​ຢ່າງ​ພຽງ​ພໍ​ຄື​ກັບ​ຄົນ​ງານ​ຄົນ​ອື່ນໆ. ໂບອາດ​ສະແດງ​ຄວາມ​ນັບຖື​ຕໍ່​ຍິງ​ຕ່າງ​ຊາດ​ຜູ້​ນີ້​ທີ່​ທຸກ​ຍາກ​ແລະ​ໃຫ້​ກຳລັງ​ໃຈ​ລາວ.—ລຶດ 2:8-10, 13, 14.

12. ການ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ​ຈະ​ມີ​ຜົນ​ດີ​ແນວ​ໃດ?

12 ໂບອາດ​ສະແດງ​ຄວາມ​ກະລຸນາ​ຕໍ່​ລຶດ​ບໍ່​ແມ່ນ​ຍ້ອນ​ວ່າ​ລາວ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ນາໂອມີ​ຜູ້​ເປັນ​ແມ່​ຍ່າ ແຕ່​ຍ້ອນ​ລຶດ​ເລີ່ມ​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຊອກ​ຫາ​ການ​ປົກ​ປ້ອງ​ຈາກ​ພະອົງ. ເມື່ອ​ໂບອາດ​ສະແດງ​ຄວາມ​ກະລຸນາ​ຕໍ່​ລຶດ ທີ່​ຈິງ​ແລ້ວ​ລາວ​ກຳລັງ​ຮຽນ​ແບບ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ. (ລຶດ 2:12, 20; ສຸພາສິດ 19:17) ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ ເມື່ອ​ເຮົາ​ເປັນ​ຄົນ​ກະລຸນາ ເຮົາ​ອາດ​ຊ່ວຍ “ຄົນ​ທຸກ​ຊະນິດ” ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ແລະ​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາ​ເຈົ້າ​ຫຼາຍ.—1 ຕີໂມເຕ 2:3, 4, ລ.ມ.

ເມື່ອ​ມີ​ຄົນ​ແປກ​ໜ້າ​ມາ​ຫໍ​ປະຊຸມ​ຂອງ​ເຮົາ ເຮົາ​ຕ້ອນຮັບ​ເຂົາ​ເຈົ້າ​ຢ່າງ​ອົບອຸ່ນ​ບໍ? (ຂໍ້ 13, 14)

13, 14. (ກ) ເປັນ​ຫຍັງ​ເຮົາ​ຄວນ​ທັກທາຍ​ຄົນ​ແປກ​ໜ້າ​ຢູ່​ຫໍ​ປະຊຸມ? (ຂ) ສິ່ງ​ໃດ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ສະດວກ​ໃຈ​ໃນ​ການ​ລົມ​ກັບ​ບາງ​ຄົນ​ທີ່​ມາ​ຈາກ​ວັດທະນະທຳ​ອື່ນ?

13 ເຮົາ​ສາມາດ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ​ໂດຍ​ການ​ທັກທາຍ​ເຂົາ​ເຈົ້າ​ຢ່າງ​ອົບອຸ່ນ​ຢູ່​ຫໍ​ປະຊຸມ. ຄົນ​ອົບພະຍົບ​ທີ່​ຫາ​ກໍ​ມາ​ຮອດ​ປະເທດ​ໃດ​ປະເທດ​ໜຶ່ງ​ບາງ​ຄັ້ງ​ອາດ​ຈະ​ຮູ້ສຶກ​ອາຍ​ແລະ​ແຍກ​ຕົວ​ຢູ່​ຕ່າງ​ຫາກ. ເນື່ອງ​ຈາກ​ວັດທະນະທຳ​ຫຼື​ສະຖານະ​ພາບ​ທາງ​ດ້ານ​ສັງຄົມ ຄົນ​ເຫຼົ່າ​ນີ້​ອາດ​ຮູ້ສຶກ​ວ່າ​ຕົນ​ເອງ​ຕໍ່າ​ຕ້ອຍ​ກວ່າ​ຄົນ​ຈາກ​ເຊື້ອ​ຊາດ​ອື່ນ​ຫຼື​ສັນຊາດ​ອື່ນ. ດັ່ງ​ນັ້ນ ເຮົາ​ຄວນ​ເປັນ​ຝ່າຍ​ທັກທາຍ​ກ່ອນ​ແລະ​ສະແດງ​ຄວາມ​ກະລຸນາ​ແລະ​ຄວາມ​ສົນ​ໃຈ​ທີ່​ແທ້​ຈິງ​ຕໍ່​ເຂົາ​ເຈົ້າ. ຖ້າ​ມີ​ແອັບ JW Language ໃນ​ພາສາ​ຂອງ​ເຈົ້າ ແອັບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮຽນ​ຖາມ​ສະບາຍ​ດີ​ໃນ​ພາສາ​ຂອງ​ຄົນ​ເຫຼົ່າ​ນັ້ນ.—ອ່ານ​ຟີລິບ 2:3, 4

14 ເຈົ້າ​ອາດ​ຮູ້ສຶກ​ບໍ່​ສະດວກ​ໃຈ​ທີ່​ຈະ​ເວົ້າ​ກັບ​ບາງ​ຄົນ​ທີ່​ມາ​ຈາກ​ວັດທະນະທຳ​ອື່ນ. ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ແບບ​ນີ້ ເຈົ້າ​ອາດ​ເປັນ​ຝ່າຍ​ບອກ​ບາງ​ສິ່ງ​ກ່ຽວ​ກັບ​ຕົວ​ເຈົ້າ. ເມື່ອ​ເຮັດ​ແບບ​ນັ້ນ​ເຈົ້າ​ອາດ​ເຫັນ​ວ່າ​ເຈົ້າ​ກັບ​ລາວ​ມີ​ຫຼາຍ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ເກີນ​ກວ່າ​ທີ່​ຄິດ​ເອົາ​ໄວ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ໃນ​ແຕ່​ລະ​ວັດທະນະທຳ​ມີ​ທັງ​ຈຸດ​ດີ​ແລະ​ຈຸດ​ອ່ອນ.

ຊ່ວຍ​ທຸກ​ຄົນ​ໃຫ້​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ

15. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄົນ​ທີ່​ກຳລັງ​ປັບ​ຕົວ​ໃຫ້​ລຶ້ງ​ກັບ​ປະເທດ​ໃໝ່?

15 ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ​ໃນ​ປະຊາຄົມ ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ‘ຖ້າ​ຂ້ອຍ​ຢູ່​ປະເທດ​ອື່ນ ຂ້ອຍ​ຢາກ​ໃຫ້​ຜູ້​ຄົນ​ປະຕິບັດ​ກັບ​ຂ້ອຍ​ແນວ​ໃດ?’ (ມັດທາຍ 7:12) ໃຫ້​ອົດ​ທົນ​ກັບ​ຄົນ​ທີ່​ກຳລັງ​ປັບ​ຕົວ​ໃຫ້​ລຶ້ງ​ກັບ​ປະເທດ​ໃໝ່. ທຳອິດ ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ເຕັມທີ​ກ່ຽວ​ກັບ​ວິທີ​ຄິດ​ຫຼື​ທ່າທີ​ຂອງ​ເຂົາ​ເຈົ້າ. ແຕ່​ແທນ​ທີ່​ຈະ​ຄາດ​ໝາຍ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ຄິດ​ແລະ​ເຮັດ​ຄື​ກັບ​ຄົນ​ທີ່​ມາ​ຈາກ​ວັດທະນະທຳ​ດຽວ​ກັນ​ກັບ​ເຮົາ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຍອມ​ຮັບ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ເຂົາ​ເຈົ້າ​ເປັນ?—ອ່ານ​ໂລມ 15:7

ໃຫ້​ອົດ​ທົນ​ກັບ​ຄົນ​ທີ່​ກຳລັງ​ປັບ​ຕົວ​ໃຫ້​ລຶ້ງ​ກັບ​ປະເທດ​ໃໝ່

16, 17. (ກ) ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ໃກ້​ຊິດ​ຫຼາຍ​ຂຶ້ນ​ກັບ​ຄົນ​ທີ່​ມາ​ຈາກ​ວັດທະນະທຳ​ອື່ນ? (ຂ) ການ​ຊ່ວຍ​ເຫຼືອ​ແບບ​ໃດ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ແນະນຳ​ຄົນ​ອົບພະຍົບ​ໃນ​ປະຊາຄົມ​ຂອງ​ເຮົາ?

16 ຖ້າ​ເຮົາ​ໃຊ້​ເວລາ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ປະເທດ​ແລະ​ວັດທະນະທຳ​ຂອງ​ຄົນ​ເຊື້ອ​ຊາດ​ອື່ນ ນັ້ນ​ອາດ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຮູ້ຈັກ​ກັບ​ເຂົາ​ເຈົ້າ. ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ເຮົາ​ອາດ​ຄົ້ນ​ຄວ້າ​ບາງ​ເລື່ອງ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຄົນ​ອົບພະຍົບ​ທີ່​ຢູ່​ໃນ​ປະຊາຄົມ​ຫຼື​ໃນ​ເຂດ​ປະກາດ​ຂອງ​ເຮົາ. ການ​ເຊີນ​ພີ່​ນ້ອງ​ທີ່​ເປັນ​ຄົນ​ອົບພະຍົບ​ໃຫ້​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ເຮົາ​ກໍ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ຈະ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ໄດ້ “ເປີດ​ໂອກາດ​ໃຫ້​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ເຊື່ອ, ລ.ມ.” ດັ່ງ​ນັ້ນ ເຮົາ​ຄວນ​ຮຽນ​ແບບ​ພະອົງ​ແລະ​ເປີດ​ເຮືອນ​ຂອງ​ເຮົາ​ແກ່​ຄົນ​ແປກ​ໜ້າ​ທີ່​ເປັນ “ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ, ລ.ມ.”ກິດຈະການ 14:27; ຄາລາຊີ 6:10; ໂຢບ 31:32

ເຮົາ​ກຳລັງ​ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ໃໝ່ໆທີ່​ມາ​ຈາກ​ດິນແດນ​ອື່ນ​ບໍ? (ຂໍ້ 16, 17)

17 ເມື່ອ​ເຮົາ​ໃຊ້​ເວລາ​ກັບ​ຄອບຄົວ​ໜຶ່ງ​ທີ່​ເປັນ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເຊິ່ງ​ອົບພະຍົບ​ມາ​ຢູ່​ປະເທດ​ຂອງ​ເຮົາ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແລະ​ເຫັນ​ຄຸນຄ່າ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ວັດທະນະທຳ​ຂອງ​ເຮົາ. ເຮົາ​ອາດ​ເຫັນ​ວ່າ​ການ​ຮຽນ​ພາສາ​ໃໝ່​ເປັນ​ເລື່ອງ​ຍາກ​ສຳລັບ​ຄົນ​ເຫຼົ່າ​ນີ້​ແລະ​ເຮົາ​ກໍ​ພ້ອມ​ຈະ​ຊ່ວຍ​ເຫຼືອ. ນອກ​ຈາກ​ນັ້ນ ເຮົາ​ອາດ​ແນະນຳ​ໃຫ້​ເຂົາ​ເຈົ້າ​ຮູ້ຈັກ​ອົງການ​ຕ່າງໆທີ່​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຊອກ​ເຮືອນ​ທີ່​ເໝາະ​ສົມ​ຫຼື​ວຽກ​ທີ່​ດີ​ໄດ້. ການ​ຊ່ວຍ​ເຫຼືອ​ແບບ​ນັ້ນ​ອາດ​ເປັນ​ປະໂຫຍດ​ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ.—ສຸພາສິດ 3:27

18. ໃນ​ທຸກ​ມື້​ນີ້ ຄົນ​ອົບພະຍົບ​ຈະ​ຮຽນ​ແບບ​ຕົວຢ່າງ​ອັນ​ໃດ​ໃນ​ເລື່ອງ​ຄວາມ​ນັບຖື​ແລະ​ການ​ຮູ້​ບຸນ​ຄຸນ?

18 ແນ່ນອນ​ວ່າ​ຄົນ​ອົບພະຍົບ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ​ເພື່ອ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ວັດທະນະທຳ​ຂອງ​ປະເທດ​ໃໝ່​ທີ່​ຕົນ​ອາໄສ​ຢູ່. ລຶດ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້. ທຳອິດ ລາວ​ສະແດງ​ຄວາມ​ນັບຖື​ຕໍ່​ປະເພນີ​ຂອງ​ປະເທດ​ໃໝ່​ທີ່​ລາວ​ອາໄສ​ຢູ່​ໂດຍ​ຂໍ​ອະນຸຍາດ​ເກັບ​ເມັດ​ເຂົ້າ​ທີ່​ເຮ່ຍ. (ລຶດ 2:7) ລຶດ​ບໍ່​ໄດ້​ຖື​ສິດ​ຫຼື​ຮູ້ສຶກ​ວ່າ​ຄົນ​ອື່ນ​ເປັນ​ໜີ້​ລາວ​ໃນ​ສິ່ງ​ໃດ​ສິ່ງ​ໜຶ່ງ. ຕໍ່​ມາ ລາວ​ສະແດງ​ຄວາມ​ຮູ້​ບຸນ​ຄຸນ​ໃນ​ຄວາມ​ກະລຸນາ​ທີ່​ລາວ​ໄດ້​ຮັບ. (ລຶດ 2:13) ເມື່ອ​ຄົນ​ອົບພະຍົບ​ສະແດງ​ທັດສະນະ​ທີ່​ດີ​ແບບ​ນີ້ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແລະ​ຄົນ​ໃນ​ທ້ອງຖິ່ນ​ນັ້ນ.

19. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ຄົນ​ແປກ​ໜ້າ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕ້ອນຮັບ?

19 ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ເມດຕາ​ແລະ​ອະນຸຍາດ​ໃຫ້​ທຸກ​ຄົນ​ໄດ້​ຍິນ​ຂ່າວ​ດີ. ໃນ​ປະເທດ​ຂອງ​ບາງ​ຄົນ ເຂົາ​ເຈົ້າ​ອາດ​ບໍ່​ສາມາດ​ຮຽນ​ຄຳພີ​ໄບເບິນ​ຫຼື​ໄປ​ປະຊຸມ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ແຕ່​ຕອນ​ນີ້​ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ພົບ​ກັນ​ກັບ​ເຮົາ ດັ່ງ​ນັ້ນ ເຮົາ​ຄວນ​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ຮູ້ສຶກ​ວ່າ​ເປັນ​ຄົນ​ແປກ​ໜ້າ. ເຮົາ​ອາດ​ບໍ່​ມີ​ເງິນ​ຫຼາຍ​ຫຼື​ບໍ່​ສາມາດ​ຊ່ວຍ​ເຫຼືອ​ໄດ້​ຫຼາຍ ແຕ່​ເມື່ອ​ເຮົາ​ສະແດງ​ຄວາມ​ກະລຸນາ​ຕໍ່​ເຂົາ​ເຈົ້າ ເຮົາ​ກໍ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ຄົນ​ແປກ​ໜ້າ. ເນື່ອງ​ຈາກ​ເຮົາ​ເປັນ “ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ” ຂໍ​ໃຫ້​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ຕ້ອນຮັບ​ຄົນ​ແປກ​ໜ້າ​ທີ່​ຢູ່​ທ່າມກາງ​ພວກ​ເຮົາ!—ເອເຟດ 5:1, 2

^ [1] (ຂໍ້ 1) ຊື່​ສົມມຸດ