ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັກສາ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ເມື່ອ​ຮັບໃຊ້​ໃນ​ເຂດ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ

ຮັກສາ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ເມື່ອ​ຮັບໃຊ້​ໃນ​ເຂດ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ

“ຂ້າ​ພະອົງ​ຖື​ຮັກສາ​ພະບັນຍັດ​ໄວ້​ຢູ່​ໃນ​ໃຈ.”—ຄຳເພງ 119:11, ທ.ປ.

ເພງ: 142, 92

1-3. (ກ) ສິ່ງ​ໃດ​ທີ່​ເຮົາ​ຄວນ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​ທຳອິດ? (ຂ) ຄົນ​ທີ່​ຮຽນ​ພາສາ​ໃໝ່​ມີ​ຂໍ້​ຫຍຸ້ງຍາກ​ອັນ​ໃດ​ສະເພາະ ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄຳຖາມ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

ໃນ​ທຸກ​ມື້​ນີ້ ພະຍານ​ພະ​ເຢໂຫວາ​ຫຼາຍ​ລ້ານ​ຄົນ​ກຳລັງ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ເພື່ອ​ຊ່ວຍ​ໃນ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ທີ່​ໃຫ້​ປະກາດ​ແກ່​ຄົນ​ໃນ “ທຸກ​ປະເທດ ແລະ​ກະກູນ ແລະ​ພາສາ ແລະ [ຊົນ] ຊາດ.” (ຄຳປາກົດ 14:6) ເຈົ້າ​ກຳລັງ​ຮຽນ​ພາສາ​ອື່ນ​ບໍ? ບາງ​ຄົນ​ຮັບໃຊ້​ເປັນ​ມິດຊັນນາລີ​ຫຼື​ເຮັດ​ວຽກ​ປະກາດ​ໃນ​ດິນແດນ​ອື່ນ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ບາງ​ຄົນ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ໃນ​ຂົງ​ເຂດ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່.

2 ຜູ້​ຮັບໃຊ້​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ຈັດ​ໃຫ້​ສາຍ​ສຳພັນ​ທີ່​ຕົນ​ເອງ​ແລະ​ຄອບຄົວ​ມີ​ຕໍ່​ພະອົງ​ຢູ່​ໃນ​ອັນ​ດັບ​ທຳອິດ. (ມັດທາຍ 5:3) ບາງ​ຄັ້ງ​ເຮົາ​ອາດ​ຫຍຸ້ງ​ຫຼາຍ​ເກີນ​ໄປ​ຈົນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຊອກ​ເວລາ​ເພື່ອ​ສຶກສາ​ສ່ວນ​ຕົວຢ່າງ​ມີ​ຄວາມ​ໝາຍ. ແຕ່​ຄົນ​ທີ່​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ມີ​ຂໍ້​ຫຍຸ້ງຍາກ​ຢ່າງ​ອື່ນ​ອີກ.

3 ນອກ​ຈາກ​ຮຽນ​ພາສາ​ໃໝ່​ແລ້ວ ຄົນ​ທີ່​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ຕ້ອງ​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ສຶກສາ​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ​ເປັນ​ປະຈຳ. (1 ໂກລິນໂທ 2:10) ເຂົາ​ເຈົ້າ​ຈະ​ສຶກສາ​ແບບ​ເລິກ​ເຊິ່ງ​ໄດ້​ແນວ​ໃດ​ຖ້າ​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມທີ​ໃນ​ສິ່ງ​ທີ່​ກຳລັງ​ເວົ້າ​ຢູ່​ການ​ປະຊຸມ? ແລະ​ເປັນ​ຫຍັງ​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ເຊິ່ງ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ຄວນ​ແນ່​ໃຈ​ວ່າ​ຄວາມ​ຈິງ​ເຂົ້າ​ເຖິງ​ໃຈ​ຂອງ​ລູກ?

ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ

4. ສິ່ງ​ໃດ​ສາມາດ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ຕົກ​ຢູ່​ໃນ​ອັນຕະລາຍ? ຂໍ​ໃຫ້​ຍົກ​ຕົວຢ່າງ.

4 ເມື່ອ​ເຮົາ​ບໍ່​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ທີ່​ເປັນ​ພາສາ​ອື່ນ ເລື່ອງ​ນີ້​ສາມາດ​ເປັນ​ອັນຕະລາຍ​ຮ້າຍແຮງ​ຕໍ່​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ເມື່ອ​ເນເຫມີ​ກັບ​ມາ​ເຢຣຶຊາເລມ ລາວ​ສັງເກດ​ເຫັນ​ວ່າ​ເດັກ​ນ້ອຍ​ບາງ​ຄົນ​ເວົ້າ​ພາສາ​ເຫບເລີ​ບໍ່​ໄດ້. (ອ່ານ​ເນເຫມີ 13:23, 24) ເນື່ອງ​ຈາກ​ເດັກ​ນ້ອຍ​ເຫຼົ່າ​ນີ້​ບໍ່​ສາມາດ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ພະ​ຄຳ​ຂອງ​ພະເຈົ້າ ດັ່ງ​ນັ້ນ ສາຍ​ສຳພັນ​ທີ່​ເຂົາ​ເຈົ້າ​ມີ​ກັບ​ພະ​ເຢໂຫວາ​ຈຶ່ງ​ອ່ອນແອ​ລົງ.—ເນເຫມີ 8:2, 8

5, 6. ພໍ່​ແມ່​ບາງ​ຄູ່​ທີ່​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ສັງເກດ​ເຫັນ​ຫຍັງ ແລະ​ອັນ​ໃດ​ຄື​ບັນຫາ?

5 ພໍ່​ແມ່​ບາງ​ຄູ່​ທີ່​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ສັງເກດ​ເຫັນ​ວ່າ​ສາຍ​ສຳພັນ​ທີ່​ລູກ​ຂອງ​ເຂົາ​ເຈົ້າ​ມີ​ກັບ​ພະ​ເຢໂຫວາ​ໄດ້​ອ່ອນແອ​ລົງ. ເນື່ອງ​ຈາກ​ເດັກ​ນ້ອຍ​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມທີ​ໃນ​ສິ່ງ​ທີ່​ກຳລັງ​ເວົ້າ​ຢູ່​ການ​ປະຊຸມ ຂໍ້​ມູນ​ນັ້ນ​ຈຶ່ງ​ບໍ່​ໄດ້​ກະຕຸ້ນ​ໃຈ​ເຂົາ​ເຈົ້າ​ໃຫ້​ລົງ​ມື​ເຮັດ​ຕາມ​ສິ່ງ​ທີ່​ຖືກ​ສອນ. ພີ່​ນ້ອງ​ເປ​ໂດຣ​ໄດ້​ຍ້າຍ​ຄອບຄົວ​ຈາກ​ອາເມຣິກາ​ໃຕ້​ໄປ​ປະເທດ​ອົດສະຕຣາລີ ລາວ​ເວົ້າ​ວ່າ: “ເມື່ອ​ລົມ​ກັນ​ກ່ຽວ​ກັບ​ຄວາມ​ຮູ້​ຂອງ​ພະເຈົ້າ ຫົວໃຈ​ແລະ​ຄວາມ​ຮູ້ສຶກ​ກ່ຽວ​ຂ້ອງ​ຢູ່​ນຳ.” [1] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ)—ລືກາ 24:32

6 ເມື່ອ​ເຮົາ​ອ່ານ​ບາງ​ສິ່ງ​ໃນ​ພາສາ​ອື່ນ ມັນ​ອາດ​ຈະ​ບໍ່​ເຂົ້າ​ເຖິງ​ໃຈ​ຄື​ກັບ​ທີ່​ເຮົາ​ອ່ານ​ໃນ​ພາສາ​ຂອງ​ເຮົາ​ເອງ. ຍິ່ງ​ກວ່າ​ນັ້ນ ເນື່ອງ​ຈາກ​ບໍ່​ສາມາດ​ສື່ສານ​ໄດ້​ດີ​ໃນ​ພາສາ​ອື່ນ ເຮົາ​ຈຶ່ງ​ຮູ້ສຶກ​ເມື່ອຍ​ຫຼາຍ​ຈົນ​ເຮັດ​ໃຫ້​ການ​ນະມັດສະການ​ຂອງ​ເຮົາ​ຕໍ່​ພະ​ເຢໂຫວາ​ໄດ້​ຮັບ​ຜົນ​ກະທົບ​ໃນ​ທາງ​ທີ່​ບໍ່​ດີ. ດັ່ງ​ນັ້ນ ໃນ​ຂະນະ​ທີ່​ເຮົາ​ຮັກສາ​ຄວາມ​ຕ້ອງການ​ທີ່​ຈະ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ ເຮົາ​ກໍ​ຕ້ອງ​ປົກ​ປ້ອງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເອົາ​ໄວ້.—ມັດທາຍ 4:4

ເຂົາ​ເຈົ້າ​ປົກ​ປ້ອງ​ສາຍ​ສຳພັນ​ທີ່​ມີ​ຕໍ່​ພະ​ເຢໂຫວາ

7. ພວກ​ບາບີໂລນ​ພາ​ຍາ​ຍາມ​ບັງຄັບ​ດານຽນ​ແນວ​ໃດ​ໃຫ້​ຍອມ​ຮັບ​ເອົາ​ວັດທະນາ​ທຳ​ແລະ​ສາສະໜາ​ຂອງ​ພວກ​ເຂົາ?

7 ເມື່ອ​ດານຽນ​ແລະ​ໝູ່​ຂອງ​ລາວ​ຖືກ​ພາ​ຕົວ​ໄປ​ບາບີໂລນ ພວກ​ບາບີໂລນ​ພະຍາຍາມ​ບັງຄັບ​ໃຫ້​ເຂົາ​ເຈົ້າ​ຍອມ​ຮັບ​ເອົາ​ວັດທະນະທຳ​ແລະ​ສາສະໜາ​ຂອງ​ປະເທດ​ນີ້. ໂດຍ​ວິທີ​ໃດ? ໂດຍ​ການ​ສອນ​ວິຊາ​ຄວາມ​ຮູ້​ຂອງ “ຊາວ​ການເດ” ໃຫ້​ເຂົາ​ເຈົ້າ. (ດານຽນ 1:3-7) ຊື່​ໃໝ່​ຂອງ​ດານຽນ​ໝາຍ​ເຖິງ​ເບລ ເຊິ່ງ​ແມ່ນ​ພະເຈົ້າ​ທີ່​ສຳຄັນ​ໃນ​ບາບີໂລນ. ດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ວ່າ​ກະສັດ​ເນບຶກາດເນດຊາຣ​ຢາກ​ໃຫ້​ດານຽນ​ເຊື່ອ​ວ່າ​ພະເຈົ້າ​ຂອງ​ບາບີໂລນ​ມີ​ລິດເດດ​ຫຼາຍ​ກວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ດານຽນ.—ດານຽນ 4:8

ຍ້ອນ​ວ່າ​ດານຽນ​ສຶກສາ​ຕໍ່ໆ ໄປ​ກ່ຽວ​ກັບ “ປຶ້ມ​ສັກສິດ” ທີ່​ເປັນ​ພາສາ​ເຫບເລີ ດັ່ງ​ນັ້ນ ລາວ​ຈຶ່ງ​ຮັກສາ​ສາຍ​ສຳພັນ​ທີ່​ເຂັ້ມແຂງ​ກັບ​ພະ​ເຢໂຫວາ​ເອົາ​ໄວ້​ໄດ້

8. ດານຽນ​ຮັກສາ​ສາຍ​ສຳພັນ​ທີ່​ເຂັ້ມແຂງ​ກັບ​ພະ​ເຢໂຫວາ​ໄວ້​ໄດ້​ແນວ​ໃດ?

8 ໃນ​ບາບີໂລນ ເຂົາ​ເຈົ້າ​ເອົາ​ອາຫານ​ທີ່​ແຊບໆຂອງ​ກະສັດ​ມາ​ໃຫ້​ດານຽນ​ກິນ. ແຕ່​ລາວ “ຕັ້ງ​ໃຈ” ທີ່​ຈະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. (ດານຽນ 1:8) ຍ້ອນ​ວ່າ​ດານຽນ​ສຶກສາ​ຕໍ່ໆໄປ​ກ່ຽວ​ກັບ “ປຶ້ມ​ສັກສິດ” ທີ່​ເປັນ​ພາສາ​ເຫບເລີ ດັ່ງ​ນັ້ນ ລາວ​ຈຶ່ງ​ຮັກສາ​ສາຍ​ສຳພັນ​ທີ່​ເຂັ້ມແຂງ​ກັບ​ພະ​ເຢໂຫວາ​ເອົາ​ໄວ້​ໄດ້​ເມື່ອ​ອາໄສ​ຢູ່​ຕ່າງ​ແດນ. (ດານຽນ 9:2, ທ.ປ.) ທີ່​ຈິງ ປະມານ 70 ປີ​ຫຼັງ​ຈາກ​ມາ​ຢູ່​ບາບີໂລນ ຜູ້​ຄົນ​ຍັງ​ຮູ້ຈັກ​ລາວ​ໃນ​ຊື່​ພາສາ​ເຫບເລີ ນັ້ນ​ກໍ​ຄື​ດານຽນ.—ດານຽນ 5:13

9. ຜູ້​ຂຽນ​ຄຳເພງ ບົດ 119 ມີ​ທັດສະນະ​ແນວ​ໃດ​ຕໍ່​ພະ​ຄຳ​ຂອງ​ພະເຈົ້າ?

9 ອີກ​ຕົວຢ່າງ​ໜຶ່ງ​ແມ່ນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ຂຽນ​ຄຳເພງ​ບົດ 119. ລາວ​ຕ້ອງ​ອົດ​ທົນ​ເມື່ອ​ຜູ້​ຄົນ​ໃນ​ພະ​ລາຊະວັງ​ເວົ້າ​ໃສ່​ຮ້າຍ​ລາວ. ລາວ​ໄດ້​ຮັບ​ກຳລັງ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ແລະ​ສິ່ງ​ນີ້​ໄດ້​ຊ່ວຍ​ລາວ​ໃຫ້​ແຕກຕ່າງ​ຈາກ​ຄົນ​ອື່ນ. (ຄຳເພງ 119:23, 61) ລາວ​ຍອມ​ໃຫ້​ຖ້ອຍຄຳ​ຂອງ​ພະເຈົ້າ​ເຂົ້າ​ເຖິງ​ໃຈ​ຂອງ​ລາວ​ຢ່າງ​ແທ້​ຈິງ.—ອ່ານ​ຄຳເພງ 119:11, 46

ຮັກສາ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ

10, 11. (ກ) ເມື່ອ​ສຶກສາ​ຄຳພີ​ໄບເບິນ ອັນ​ໃດ​ຄວນ​ເປັນ​ເປົ້າ​ໝາຍ​ຂອງ​ເຮົາ? (ຂ) ເຮົາ​ຈະ​ບັນລຸ​ເປົ້າ​ໝາຍ​ນັ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

10 ເຖິງ​ວ່າ​ເຮົາ​ອາດ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຫຍຸ້ງ​ຫຼາຍ​ໃນ​ປະຊາຄົມ​ແລະ​ຢູ່​ບ່ອນ​ເຮັດ​ວຽກ ແຕ່​ເຮົາ​ທຸກ​ຄົນ​ຕ້ອງ​ຈັດ​ເວລາ​ໄວ້​ສຳລັບ​ການ​ສຶກສາ​ສ່ວນ​ຕົວ​ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ. (ເອເຟດ 5:15, 16) ເປົ້າ​ໝາຍ​ຂອງ​ເຮົາ​ບໍ່​ແມ່ນ​ເພື່ອ​ອ່ານ​ໃຫ້​ໄດ້​ຫຼາຍໆໜ້າ​ຫຼື​ເພື່ອ​ກຽມ​ຄຳຕອບ​ສຳລັບ​ການ​ປະຊຸມ ແຕ່​ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ເຂົ້າ​ເຖິງ​ໃຈ​ເຮົາ​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ.

11 ເພື່ອ​ບັນລຸ​ເປົ້າ​ໝາຍ​ນີ້ ເຮົາ​ຕ້ອງ​ເປັນ​ຄົນ​ສົມດຸນ. ເມື່ອ​ສຶກສາ ເຮົາ​ບໍ່​ຄວນ​ຄິດ​ເຖິງ​ສະເພາະ​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ເທົ່າ​ນັ້ນ ແຕ່​ຕ້ອງ​ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ເຮົາ​ນຳ. (ຟີລິບ 1:9, 10) ເຮົາ​ຕ້ອງ​ສຳນຶກ​ວ່າ​ເມື່ອ​ກຽມ​ຕົວ​ເພື່ອ​ໄປ​ປະກາດ ໄປ​ປະຊຸມ ຫຼື​ໃຫ້​ຄຳ​ບັນລະຍາຍ ເຮົາ​ອາດ​ບໍ່​ໄດ້​ເອົາ​ສິ່ງ​ທີ່​ອ່ານ​ນັ້ນ​ໄປ​ໃຊ້​ກັບ​ຕົວ​ເຮົາ​ເອງ. ຕົວຢ່າງ​ເຊັ່ນ: ເຖິງ​ວ່າ​ພໍ່​ຄົວ​ຕ້ອງ​ໄດ້​ຊີມ​ອາຫານ​ກ່ອນ​ທີ່​ຈະ​ເອົາ​ມັນ​ໄປ​ເສີບ ແຕ່​ລາວ​ບໍ່​ສາມາດ​ມີ​ຊີວິດ​ຢູ່​ໄດ້​ຍ້ອນ​ການ​ຊີມ​ອາຫານ​ເຫຼົ່າ​ນັ້ນ. ຖ້າ​ລາວ​ຢາກ​ມີ​ສຸຂະພາບ​ທີ່​ດີ ລາວ​ຕ້ອງ​ກຽມ​ອາຫານ​ທີ່​ເປັນ​ປະໂຫຍດ​ສຳລັບ​ຕົວ​ເອງ​ເປັນ​ປະຈຳ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ. ການ​ສຶກສາ​ທີ່​ເລິກ​ເຊິ່ງ​ແບບ​ນັ້ນ​ສະໜອງ​ຄວາມ​ຕ້ອງການ​ສ່ວນ​ຕົວ​ຂອງ​ເຮົາ.

12, 13. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ສຶກສາ​ຄຳພີ​ໄບເບິນ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ​ເອງ?

12 ຫຼາຍ​ຄົນ​ທີ່​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ຮູ້ສຶກ​ວ່າ​ເປັນ​ປະໂຫຍດ​ຫຼາຍ​ທີ່​ຈະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ໃນ ‘ພາສາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ.’ (ກິດຈະການ 2:8, ທ.ປ.) ແມ່ນ​ແຕ່​ມິດຊັນນາລີ​ກໍ​ຮູ້​ວ່າ​ເພື່ອ​ຈະ​ອົດ​ທົນ​ຕໍ່​ໄປ​ໃນ​ວຽກ​ຮັບໃຊ້​ຢູ່​ຕ່າງ​ແດນ ເຂົາ​ເຈົ້າ​ບໍ່​ສາມາດ​ອາໄສ​ສະເພາະ​ສິ່ງ​ທີ່​ໄດ້​ຍິນ​ຢູ່​ການ​ປະຊຸມ​ເທົ່າ​ນັ້ນ.

13 ພີ່​ນ້ອງ​ອາ​ແລນ​ເຊິ່ງ​ຮຽນ​ພາສາ​ເປີເຊຍ​ໄດ້​ປະມານ​ແປດ​ປີ​ແລ້ວ ລາວ​ຍອມ​ຮັບ​ວ່າ: “ເມື່ອ​ຂ້ອຍ​ກຽມ​ສຳລັບ​ການ​ປະຊຸມ​ເປັນ​ພາສາ​ເປີເຊຍ ຂ້ອຍ​ມັກ​ຈະ​ຈົດຈໍ່​ໃນ​ເລື່ອງ​ພາສາ​ຫຼາຍ​ກວ່າ. ເນື່ອງ​ຈາກ​ຄວາມ​ຄິດ​ຂອງ​ຂ້ອຍ​ເລັງ​ໃສ່​ສະເພາະ​ການ​ຮຽນ​ພາສາ​ໃໝ່ ເນື້ອ​ໃນ​ທີ່​ຂ້ອຍ​ກຳລັງ​ອ່ານ​ຈຶ່ງ​ບໍ່​ເຂົ້າ​ເຖິງ​ໃຈ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຈັດ​ເວລາ​ໄວ້​ເປັນ​ປະຈຳ​ເພື່ອ​ສຶກສາ​ຄຳພີ​ໄບເບິນ​ແລະ​ໜັງສື​ອື່ນໆໃນ​ພາສາ​ຂອງ​ຂ້ອຍ​ເອງ.”

ເຂົ້າ​ເຖິງ​ໃຈ​ຂອງ​ລູກ

14. ພໍ່​ແມ່​ຄວນ​ແນ່​ໃຈ​ໃນ​ເລື່ອງ​ໃດ ແລະ​ຍ້ອນ​ຫຍັງ?

14 ພໍ່​ແມ່​ຕ້ອງ​ແນ່​ໃຈ​ວ່າ​ຄວາມ​ຈິງ​ເຂົ້າ​ເຖິງ​ໃຈ​ແລະ​ຄວາມ​ຄິດ​ຂອງ​ລູກ. ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຂອງ​ພີ່​ນ້ອງ​ເສີ​ແລະ​ເມຍ​ຂອງ​ລາວ​ທີ່​ຊື່​ມູຣີເອ ເປັນ​ເວລາ​ຫຼາຍ​ກວ່າ​ສາມ​ປີ​ທີ່​ເຂົາ​ເຈົ້າ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ. ທັງ​ສອງ​ເລີ່ມ​ສັງເກດ​ເຫັນ​ວ່າ​ລູກ​ຊາຍ​ທີ່​ມີ​ອາຍຸ 17 ປີ​ບໍ່​ມ່ວນ​ກັບ​ການ​ປະກາດ​ຫຼື​ການ​ປະຊຸມ. ພີ່​ນ້ອງ​ມູຣີເອ​ເວົ້າ​ວ່າ: “ລູກ​ຊາຍ​ຂອງ​ຂ້ອຍ​ຮູ້ສຶກ​ຫງຸດຫງິດ​ທີ່​ຕ້ອງ​ອອກ​ໄປ​ປະກາດ​ໃນ​ພາສາ​ອື່ນ ເຊິ່ງ​ກ່ອນ​ໜ້າ​ນີ້​ລາວ​ມັກ​ການ​ປະກາດ​ໃນ​ພາສາ​ຂອງ​ລາວ​ເອງ ເຊິ່ງ​ກໍ​ຄື​ພາສາ​ຝຣັ່ງ.” ພີ່​ນ້ອງ​ເສີ​ອະທິບາຍ​ຕື່ມ​ວ່າ: “ເມື່ອ​ສຳນຶກ​ວ່າ​ສະພາບການ​ແບບ​ນີ້​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ຄວາມ​ເຊື່ອ​ຂອງ​ລູກ ເຮົາ​ຈຶ່ງ​ຕັດສິນ​ໃຈ​ຍ້າຍ​ກັບ​ຄືນ​ມາ​ປະຊາຄົມ​ເກົ່າ.”

ເຮັດ​ໃຫ້​ແນ່​ໃຈ​ວ່າ​ຄວາມ​ຈິງ​ເຂົ້າ​ເຖິງ​ໃຈ​ຂອງ​ລູກ (ຂໍ້ 14, 15)

15. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ຕັດສິນ​ໃຈ​ວ່າ​ຄວນ​ປ່ຽນ​ປະຊາຄົມ​ຫຼື​ບໍ່? (ຂ) ພະບັນຍັດ 6:5-7 ໃຫ້​ຄຳ​ແນະນຳ​ຫຍັງ​ແກ່​ພໍ່​ແມ່?

15 ສິ່ງ​ໃດ​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ຕັດສິນ​ໃຈ​ວ່າ​ຈະ​ຍ້າຍ​ກັບ​ໄປ​ຫຼື​ບໍ່ ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ທີ່​ລູກ​ເຂົ້າ​ໃຈ​ດີ​ທີ່​ສຸດ? ທຳອິດ ພໍ່​ແມ່​ຄວນ​ຕັດສິນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ເວລາ​ແລະ​ກຳລັງ​ພຽງ​ພໍ​ແທ້ໆບໍ​ທີ່​ຈະ​ສອນ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ສອນ​ພາສາ​ອື່ນ​ໃຫ້​ລູກ. ທີ​ສອງ ພໍ່​ແມ່​ອາດ​ສັງເກດ​ເຫັນ​ວ່າ​ລູກ​ບໍ່​ຢາກ​ໄປ​ປະກາດ ໄປ​ປະຊຸມ ຫຼື​ແມ່ນ​ແຕ່​ຮັບໃຊ້​ໃນ​ເຂດ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ. ດ້ວຍ​ເຫດຜົນ​ເຫຼົ່າ​ນີ້ ພໍ່​ແມ່​ຄວນ​ຕັດສິນ​ໃຈ​ທີ່​ຈະ​ຍ້າຍ​ກັບ​ຄືນ​ໄປ​ປະຊາຄົມ​ທີ່​ໃຊ້​ພາສາ​ທີ່​ລູກ​ເຂົ້າ​ໃຈ​ດີ​ທີ່​ສຸດ. ຫຼັງ​ຈາກ​ທີ່​ລູກ​ສ້າງ​ສາຍ​ສຳພັນ​ທີ່​ເຂັ້ມແຂງ​ກັບ​ພະ​ເຢໂຫວາ​ໄດ້​ແລ້ວ ພໍ່​ແມ່​ອາດ​ຕັດສິນ​ໃຈ​ຍ້າຍ​ກັບ​ຄືນ​ມາ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ.—ອ່ານ​ພະບັນຍັດ 6:5-7

16, 17. ສິ່ງ​ໃດ​ທີ່​ຊ່ວຍ​ພໍ່​ແມ່​ບາງ​ຄູ່​ໃນ​ການ​ສອນ​ລູກ​ກ່ຽວ​ກັບ​ພະ​ເຢໂຫວາ?

16 ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ປະຊາຄົມ​ຫຼື​ໃນ​ກຸ່ມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ ພໍ່​ແມ່​ບາງ​ຄູ່​ພົບ​ວິທີ​ການ​ຕ່າງໆທີ່​ຈະ​ສອນ​ລູກ​ກ່ຽວ​ກັບ​ພະ​ເຢໂຫວາ​ໃນ​ພາສາ​ຂອງ​ເຂົາ​ເຈົ້າ​ເອງ. ພີ່​ນ້ອງ​ຊາລ​ມີ​ລູກ​ສາວ​ສາມ​ຄົນ​ອາຍຸ​ລະຫວ່າງ 9 ຫາ 13 ປີ. ຄອບຄົວ​ຂອງ​ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ກຸ່ມ​ທີ່​ເວົ້າ​ພາສາ​ລິງ​ກາ​ລາ. ພີ່​ນ້ອງ​ຊາລ​ເວົ້າ​ວ່າ: “ຂ້ອຍ​ກັບ​ເມຍ​ຕັດສິນ​ໃຈ​ທີ່​ຈະ​ສຶກສາ​ແລະ​ເຮັດ​ການ​ນະມັດສະການ​ປະຈຳ​ຄອບຄົວ​ກັບ​ລູກ​ໃນ​ພາສາ​ຂອງ​ເຮົາ​ເອງ. ແຕ່​ພວກ​ເຮົາ​ເຮັດ​ສ່ວນ​ການ​ຝຶກ​ຊ້ອມ​ແລະ​ເກມ​ເປັນ​ພາສາ​ລິງ​ກາ​ລາ​ເພື່ອ​ລູກ​ຈະ​ສາມາດ​ຮຽນ​ພາສາ​ນີ້​ໃນ​ຂະນະ​ທີ່​ມ່ວນ​ຊື່ນ​ໄປ​ນຳ.”

ໃຫ້​ອອກ​ຄວາມ​ພະຍາຍາມ​ໃນການ​ຮຽນ​ພາສາ​ທ້ອງຖິ່ນ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຊຸມ (ຂໍ້ 16, 17)

17 ພີ່​ນ້ອງ​ເຄວິນ​ມີ​ລູກ​ສາວ​ສອງ​ຄົນ​ເຊິ່ງ​ອາຍຸ 5 ປີ​ແລະ 8 ປີ. ລາວ​ພະຍາຍາມ​ຫຼາຍ​ເພື່ອ​ສອນ​ຄວາມ​ຈິງ​ໃຫ້​ລູກ ເພາະ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ການ​ປະຊຸມ​ຢ່າງ​ເຕັມທີ​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ທີ່​ຄອບຄົວ​ເຂົ້າ​ຮ່ວມ. ພີ່​ນ້ອງ​ເຄວິນ​ເວົ້າ​ວ່າ: “ຂ້ອຍ​ກັບ​ເມຍ​ສຶກສາ​ສ່ວນ​ຕົວ​ໃຫ້​ລູກ​ແຕ່​ລະ​ຄົນ​ເປັນ​ພາສາ​ຝຣັ່ງ ເພາະ​ນັ້ນ​ເປັນ​ພາສາ​ຂອງ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ພາສາ​ຝຣັ່ງ​ເດືອນ​ລະ​ເທື່ອ ແລະ​ເຮົາ​ໃຊ້​ໂອກາດ​ໃນ​ຍາມ​ພັກຜ່ອນ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ທີ່​ຈັດ​ຂຶ້ນ​ໃນ​ພາສາ​ຂອງ​ເຮົາ​ເອງ.”

18. (ກ) ໂລມ 15:1, 2 ຈະ​ຊ່ວຍ​ພໍ່​ແມ່​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ເລື່ອງ​ການ​ຊ່ວຍ​ລູກ? (ຂ) ພໍ່​ແມ່​ບາງ​ຄູ່​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ? (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ)

18 ແຕ່​ລະ​ຄອບຄົວ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ລູກ​ຂອງ​ຕົນ ແລະ​ສຳລັບ​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ. [2] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ) (ຄາລາຊີ 6:5) ພີ່​ນ້ອງ​ມູຣີເອ​ເວົ້າ​ວ່າ ເຖິງ​ວ່າ​ລາວ​ແລະ​ຜົວ​ຕ້ອງການ​ແທ້ໆທີ່​ຈະ​ຮັບໃຊ້​ຕໍ່​ໄປ​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ ແຕ່​ເຂົາ​ເຈົ້າ​ກໍ​ຕັດສິນ​ໃຈ​ທີ່​ຈະ​ອອກ​ຈາກ​ປະຊາຄົມ​ນັ້ນ​ເພື່ອ​ຊ່ວຍ​ລູກ​ຊາຍ​ໃຫ້​ເສີມ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ຂຶ້ນ. (ອ່ານ​ໂລມ 15:1, 2) ໃນ​ທຸກ​ມື້​ນີ້ ພີ່​ນ້ອງ​ເສີ​ຮູ້​ວ່າ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. ລາວ​ເວົ້າ​ວ່າ: “ນັບ​ຕັ້ງ​ແຕ່​ເຮົາ​ຍ້າຍ​ກັບ​ມາ​ປະຊາຄົມ​ທີ່​ໃຊ້​ພາສາ​ຝຣັ່ງ ລູກ​ຊາຍ​ຂອງ​ເຮົາ​ເຕີບໂຕ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ໄດ້​ຮັບ​ບັບເຕມາ. ຕອນ​ນີ້​ລາວ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ. ລາວ​ເຖິງ​ຂັ້ນ​ຄິດ​ວ່າ​ຈະ​ກັບ​ຄືນ​ໄປ​ກຸ່ມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ!”

ໃຫ້​ພະ​ຄຳ​ຂອງ​ພະເຈົ້າ​ເຂົ້າ​ເຖິງ​ໃຈ​ຂອງ​ເຈົ້າ

19, 20. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະ​ຄຳ​ຂອງ​ພະເຈົ້າ?

19 ພະ​ເຢໂຫວາ​ຮັກ​ທຸກ​ຄົນ ດັ່ງ​ນັ້ນ ພະອົງ​ຈຶ່ງ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ໃນ​ຫຼາຍ​ຮ້ອຍ​ພາສາ​ເພື່ອ “ໃຫ້​ຄົນ​ທັງ​ປວງ” ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ໃນ​ເລື່ອງ​ຄວາມ​ຈິງ. (1 ຕີໂມເຕ 2:4) ພະ​ເຢໂຫວາ​ຮູ້​ວ່າ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະອົງ​ຈະ​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ໃນ​ພາສາ​ທີ່​ເຮົາ​ເຂົ້າ​ໃຈ​ດີ​ທີ່​ສຸດ.

20 ເຮົາ​ທຸກ​ຄົນ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຮັກສາ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ. ເຮົາ​ເຮັດ​ເຊັ່ນ​ນີ້​ໄດ້​ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ​ໃນ​ພາສາ​ທີ່​ເຮົາ​ເຂົ້າ​ໃຈ​ດີ​ທີ່​ສຸດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ຊ່ວຍ​ຄອບຄົວ​ໃຫ້​ຮັກສາ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ຄຳ​ຂອງ​ອົງ​ຢ່າງ​ແທ້​ຈິງ.—ຄຳເພງ 119:11

^ [1] (ຂໍ້ 5) ຊື່​ສົມມຸດ.

^ [2] (ຂໍ້ 18) ເພື່ອ​ຈະ​ຮູ້ຈັກ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ຄອບຄົວ​ຂອງ​ເຈົ້າ ຂໍ​ໃຫ້​ເບິ່ງ​ບົດ​ຄວາມ “ການ​ລ້ຽງ​ດູ​ລູກ​ໃນ​ຕ່າງ​ປະເທດ ບັນຫາ​ຕ່າງໆແລະ​ຜົນ​ຕອບ​ແທນ” ໃນ​ຫໍສັງເກດການ 15 ຕຸລາ 2002.