ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ແມ່ນ​ແທ້​ບໍ​ທີ່​ໃນ​ສະໄໝ​ບູຮານ​ມີ​ຄົນ​ຫວ່ານ​ເຂົ້າ​ນົກ​ໃນ​ນາ​ຂອງ​ຄົນ​ອື່ນ?

ໄດແຈັດສ​ສະບັບ​ສຳເນົາ​ປີ 1468 ຂອງ​ຈັກກະພັດ​ຈັດ​ສະຕິນເນຍ ເປັນ​ໜຶ່ງ​ໃນ​ເອກະສານ​ຫຼາຍໆສະບັບ​ທີ່​ມີ​ລາຍ​ລະອຽດ​ກ່ຽວ​ກັບ​ປະເດັນ​ທາງ​ດ້ານ​ກົດ​ໝາຍ​ໃນ​ສະໄໝ​ບູຮານ

ຕາມ​ມັດທາຍ 13:24-26 ພະ​ເຍຊູ​ບອກ​ວ່າ: ‘ແຜ່ນດິນ​ສະຫວັນ [ລາຊະອານາຈັກ] ປຽບ​ເໝືອນ​ດັ່ງ​ຄົນ​ຜູ້​ໜຶ່ງ​ທີ່​ໄດ້​ຫວ່ານ​ເຂົ້າ​ເມັດ​ດີ​ໃນ​ນາ​ແຫ່ງ​ຕົນ. ແຕ່​ວ່າ​ເມື່ອ​ຄົນ​ທັງ​ຫຼາຍ​ພວມ​ນອນ​ຫຼັບ​ຢູ່ ສັດຕູ​ແຫ່ງ​ຄົນ​ຜູ້​ນັ້ນ​ໄດ້​ມາ​ຫວ່ານ​ເຂົ້າ​ນົກ​ໃນ​ທ່າມກາງ​ເຂົ້າ​ເມັດ​ດີ ແລະ​ເພິ່ນ​ໄດ້​ໜີ​ເສຍ. ແລະ​ເມື່ອ​ເຂົ້າ​ຖອກ​ຂຶ້ນ​ເປັນ​ເມັດ​ແລ້ວ ເມື່ອ​ນັ້ນ​ເຂົ້າ​ນົກ​ໄດ້​ປາກົດ​ມາ​ດ້ວຍ.’ ນັກ​ຂຽນ​ບາງ​ຄົນ​ບໍ່​ແນ່​ໃຈ​ວ່າ​ຕົວຢ່າງ​ປຽບ​ທຽບ​ນີ້​ເອົາ​ມາ​ຈາກ​ເລື່ອງ​ຈິງ​ຫຼື​ບໍ່ ແຕ່​ອີງ​ຕາມ​ບົດ​ຂຽນ​ດ້ານ​ກົດ​ໝາຍ​ຂອງ​ໂລມ​ສະໄໝ​ບູຮານ​ເຮັດ​ໃຫ້​ຮູ້​ວ່າ​ເລື່ອງ​ແບບ​ນີ້​ອາດ​ເກີດ​ຂຶ້ນ​ແທ້.

ວັດຈະນານຸກົມ​ຄຳພີ​ໄບເບິນ​ສະບັບ​ໜຶ່ງ​ບອກ​ວ່າ ຕາມ​ກົດ​ໝາຍ​ຂອງ​ໂລມ ການ​ຫວ່ານ​ເຂົ້າ​ນົກ​ໃນ​ນາ​ຂອງ​ຄົນ​ອື່ນ​ເພື່ອ​ເປັນ​ການ​ແກ້ແຄ້ນ ຖື​ວ່າ​ເປັນ​ອາດຊະຍາກຳ​ຢ່າງ​ໜຶ່ງ. ນັກ​ວິຊາການ​ດ້ານ​ກົດ​ໝາຍ​ຊື່​ອາ​ລາ​ສະ​ແຕ ເຄີ ອະທິບາຍ​ວ່າ ໃນ​ປີ ຄ.ສ. 533 ຈັກກະພັດ​ໂລມ​ຊື່​ຈັດ​ສະຕິນເນຍ​ໄດ້​ສັ່ງ​ໃຫ້​ຈັດ​ພິມ​ໄດແຈັດສ​ເຊິ່ງ​ເປັນ​ການ​ລວບລວມ​ກົດ​ໝາຍ​ຂອງ​ໂລມ​ແລະ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ດ້ານ​ກົດ​ໝາຍ​ຫຼາຍ​ຄົນ​ຈາກ​ປະມານ​ປີ ຄ.ສ. 100-250. ໃນ​ໄດແຈັດສ ຜູ້​ຊ່ຽວຊານ​ດ້ານ​ກົດ​ໝາຍ​ທີ່​ຊື່​ອະເພຍ ເວົ້າ​ເຖິງ​ຄະດີ​ໜຶ່ງ​ໃນ​ສະຕະວັດ​ທີ 2 ວ່າ​ມີ​ການ​ຫວ່ານ​ເຂົ້າ​ນົກ​ໃນ​ນາ​ຂອງ​ຄົນ​ອື່ນ​ແລະ​ເຮັດ​ໃຫ້​ຜົນລະປູກ​ເສຍຫາຍ. ໃນ​ໄດແຈັດສ​ເວົ້າ​ເຖິງ​ສິດ​ທາງ​ກົດ​ໝາຍ​ຂອງ​ຊາວນາ​ທີ່​ລາວ​ໄດ້​ຮັບ​ຄ່າ​ທົດ​ແທນ​ສຳລັບ​ຜົນລະປູກ​ທີ່​ເສຍຫາຍ​ຈາກ​ການ​ເຮັດ​ຜິດ​ທາງ​ອາດຍາ​ແບບ​ນັ້ນ.

ເມື່ອ​ມີ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ແທ້​ໃນ​ຈັກ​ກະ​ວັດ​ໂລມ​ບູຮານ ເຮົາ​ຈຶ່ງ​ແນ່​ໃຈ​ໄດ້​ວ່າ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເອົາ​ມາ​ຈາກ​ເລື່ອງ​ຈິງ.