ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໃນ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້

ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໃນ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້

“ຄວາມ​ເຊື່ອ​ຄື​ຄວາມ​ໝັ້ນ​ໃຈ​ເພາະ​ມີ​ເຫດຜົນ​ໜັກແໜ້ນ​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ.”—ເຫບເລີ 11:1, ລ.ມ.

ເພງ: 81, 134

1, 2. (ກ) ສິ່ງ​ທີ່​ເຮົາ​ຫວັງ​ໄວ້​ແຕກຕ່າງ​ແນວ​ໃດ​ຈາກ​ຜູ້​ຄົນ​ໃນ​ໂລກ​ນີ້? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ໃນ​ສິ່ງ​ຕ່າງໆທີ່​ດີ​ເລີດ. ພະອົງ​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ ແລະ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ສຳເລັດ​ຢູ່​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້. (ມັດທາຍ 6:9, 10) ສອງ​ເລື່ອງ​ນີ້​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຄອຍ​ຖ້າ. ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ລາງວັນ​ໃຫ້​ແກ່​ເຮົາ​ເຊິ່ງ​ກໍ​ຄື​ການ​ມີ​ຊີວິດ​ຕະຫຼອດ​ໄປ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ​ຫຼື​ໃນ​ໂລກ​ນີ້. ນັ້ນ​ຈະ​ເປັນ​ສິ່ງ​ທີ່​ວິເສດ​ແທ້ໆ! (ໂຢຮັນ 10:16; 2 ເປໂຕ 3:13) ເຮົາ​ຍັງ​ກໍ​ຄອຍ​ຖ້າ​ທີ່​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຈະ​ຊີ້​ນຳ​ແລະ​ສະໜັບສະໜູນ​ປະຊາຊົນ​ຂອງ​ພະອົງ​ຕໍ່​ໄປ​ໃນ​ສະໄໝ​ສຸດ​ທ້າຍ​ນີ້.

2 ຄຳພີ​ໄບເບິນ​ບອກ​ວ່າ ຄວາມ​ເຊື່ອ​ຄື “ຄວາມ​ໝັ້ນ​ໃຈ” ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້. ເລື່ອງ​ນີ້​ໝາຍ​ຄວາມ​ວ່າ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຈະ​ໝັ້ນ​ໃຈ​ໄດ້​ແທ້ໆວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ຈະ​ກາຍ​ເປັນ​ຈິງ. (ເຫບເລີ 11:1, ລ.ມ.) ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຫວັງ​ແລະ​ປາຖະໜາ​ໃນ​ວັດຖຸ​ສິ່ງ​ຂອງ ແຕ່​ເຂົາ​ເຈົ້າ​ບໍ່​ສາມາດ​ໝັ້ນ​ໃຈ​ວ່າ​ຈະ​ໄດ້​ສິ່ງ​ເຫຼົ່າ​ນີ້​ຫຼື​ບໍ່. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ຫວັງ​ວ່າ​ຢາກ​ຖືກ​ເລກ ແຕ່​ກໍ​ບໍ່​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຈະ​ຖືກ​ແທ້ໆ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເສີມ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ. ເຮົາ​ຍັງ​ຈະ​ເບິ່ງ​ວ່າ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃນ​ຕອນ​ນີ້.

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ວ່າ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ຈະ​ກາຍ​ເປັນ​ຈິງ?

3 ເຮົາ​ທຸກ​ຄົນ​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ຕັ້ງ​ແຕ່​ເກີດ​ມາ. ເພື່ອ​ຈະ​ມີ​ຄວາມ​ເຊື່ອ ເຮົາ​ຕ້ອງ​ຍອມ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊີ້​ນຳ​ຫົວໃຈ​ເຮົາ. (ຄາລາຊີ 5:22) ພະລັງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ. ເມື່ອ​ເຂົ້າ​ໃຈ​ວ່າ​ພະອົງ​ມີ​ລິດເດດ​ຍິ່ງໃຫຍ່​ທີ່​ສຸດ​ແລະ​ມີ​ສະຕິ​ປັນຍາ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ສຳເລັດ​ໄດ້. ພະ​ເຢໂຫວາ​ໝັ້ນ​ໃຈ​ຫຼາຍ​ໃນ​ຄວາມ​ສຳເລັດ​ຂອງ​ຄຳ​ສັນຍາ​ນັ້ນ​ຈົນ​ຄື​ກັບ​ວ່າ​ມັນ​ໄດ້​ເປັນ​ຈິງ​ແລ້ວ ດ້ວຍ​ເຫດ​ນັ້ນ​ພະອົງ​ຈຶ່ງ​ເວົ້າ​ວ່າ: “ສິ່ງ​ທັງ​ຫຼາຍ​ທີ່​ເປັນ​ເມື່ອ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ.” (ອ່ານ​ຄຳປາກົດ 21:3-6) ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ສະເໝີ ເພາະ​ພະອົງ​ເປັນ “ພະເຈົ້າ​ອົງ​ສັດ​ຊື່​ທີ່​ຖື​ຮັກສາ​ຄຳ​ສັນຍາ.” ດັ່ງ​ນັ້ນ ເຮົາ​ສາມາດ​ເຊື່ອ​ໃນ​ທຸກ​ສິ່ງ​ທີ່​ພະອົງ​ບອກ​ກ່ຽວ​ກັບ​ອະນາຄົດ.—ພະບັນຍັດ 7:9

ຜູ້​ຮັບໃຊ້​ໃນ​ອະດີດ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ

4. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ອະດີດ​ມີ​ຄວາມ​ເຊື່ອ​ໃນ​ເລື່ອງ​ໃດ?

4 ເຫບເລີ​ບົດ 11 ເວົ້າ​ເຖິງ​ຊາຍ​ຍິງ 16 ຄົນ​ເຊິ່ງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ. ເຫບເລີ​ບົດ​ນີ້​ຍັງ​ເວົ້າ​ເຖິງ​ຄົນ​ອື່ນໆທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ເພາະ​ເຂົາ​ເຈົ້າ​ມີ “ຄວາມ​ເຊື່ອ.” (ເຫບເລີ 11:39) ຄົນ​ເຫຼົ່າ​ນີ້​ກຳລັງ​ຄອຍ​ຖ້າ “ເຊື້ອ​ສາຍ” ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ໄວ້ ເພາະ​ເຂົາ​ເຈົ້າ​ຮູ້​ວ່າ “ເຊື້ອ​ສາຍ” ນີ້​ຈະ​ທຳລາຍ​ສັດຕູ​ຂອງ​ພະອົງ ແລະ​ຈະ​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ​ອີກ​ຄັ້ງ​ໜຶ່ງ. (ຕົ້ນເດີມ 3:15) ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ກັບ​ມາ​ມີ​ຊີວິດ​ອີກ. ແນ່ນອນ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຄອຍ​ຖ້າ​ທີ່​ຈະ​ຟື້ນ​ຄືນ​ມາ​ເພື່ອ​ມີ​ຊີວິດ​ໃນ​ສະຫວັນ ເພາະ​ພະ​ເຍຊູ​ບໍ່​ທັນ​ເຮັດ​ໃຫ້​ຄຳ​ສັນຍາ​ເລື່ອງ​ນີ້​ເປັນ​ໄປ​ໄດ້​ກັບ​ເຂົາ​ເຈົ້າ. (ຄາລາຊີ 3:16) ແຕ່​ເຂົາ​ເຈົ້າ​ຄອຍ​ຖ້າ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ທີ່​ສວຍ​ງາມ.—ຄຳເພງ 37:11; ເອຊາອີ 26:19; ໂອເຊ 13:14

5, 6. ອັບລາຫາມ​ແລະ​ຄອບຄົວ​ຄອຍ​ຖ້າ​ຫຍັງ? ເຂົາ​ເຈົ້າ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້​ໂດຍ​ວິທີ​ໃດ? (ເບິ່ງ​ຮູບ​ໜ້າ​ທຳອິດ)

5 ເຫບເລີ 11:13 (ລ.ມ.) ເວົ້າ​ເຖິງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ເຫຼົ່າ​ນີ້​ວ່າ: ‘ຄົນ​ທັງ​ໝົດ​ນີ້​ຕາຍ​ໄປ​ຕອນ​ທີ່​ມີ​ຄວາມ​ເຊື່ອ ເຖິງ​ວ່າ​ຍັງ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ​ໄວ້ ແຕ່​ພວກ​ເຂົາ​ກໍ​ເບິ່ງ​ເຫັນ​ແຕ່​ໄກ​ແລະ​ຄອຍ​ຖ້າ​ດ້ວຍ​ຄວາມ​ຍິນດີ.’ ເຂົາ​ເຈົ້າ​ຄອຍ​ຖ້າ​ໂລກ​ໃໝ່​ແລະ​ນຶກ​ພາບ​ວ່າ​ໄດ້​ອາໄສ​ຢູ່​ທີ່​ນັ້ນ. ອັບລາຫາມ​ເປັນ​ຄົນ​ໜຶ່ງ​ໃນ​ນັ້ນ. ພະ​ເຍຊູ​ເວົ້າ​ວ່າ ອັບລາຫາມ ‘ຍິນດີ​ທີ່​ຈະ​ເຫັນ​ວັນ​ນັ້ນ.’ (ໂຢຮັນ 8:56) ຊາລາ ອີຊາກ ຢາໂຄບ ແລະ​ຄົນ​ອື່ນໆຍັງ​ຄອຍ​ຖ້າ​ໃຫ້​ເຖິງ​ເວລາ​ທີ່​ລາຊະອານາຈັກ​ເຊິ່ງ ‘ພະເຈົ້າ​ເປັນ​ຜູ້​ອອກ​ແບບ​ແລະ​ກໍ່​ສ້າງ​ຂຶ້ນ’ ຈະ​ປົກຄອງ​ທົ່ວ​ໂລກ​ນີ້.—ເຫບເລີ 11:8-11

6 ອັບລາຫາມ​ແລະ​ຄອບຄົວ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້​ໂດຍ​ວິທີ​ໃດ? ເຂົາ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ. ບາງ​ຄັ້ງ ພະອົງ​ເວົ້າ​ກັບ​ເຂົາ​ເຈົ້າ​ໂດຍ​ທາງ​ທູດ​ສະຫວັນ ທາງ​ນິມິດ ຫຼື​ທາງ​ຄວາມ​ຝັນ. ບາງ​ທີ​ເຂົາ​ເຈົ້າ​ອາດ​ຮຽນ​ຮູ້​ຈາກ​ຜູ້​ເຖົ້າ​ຜູ້​ແກ່​ທີ່​ສັດ​ຊື່ ຫຼື​ຈາກ​ໜັງສື​ທີ່​ເກົ່າ​ແກ່. ອັບລາຫາມ​ແລະ​ຄອບຄົວ​ບໍ່​ເຄີຍ​ລືມ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ ແລະ​ເຂົາ​ເຈົ້າ​ມັກ​ຄຶດ​ຕຶກຕອງ​ເຖິງ​ສິ່ງ​ເຫຼົ່າ​ນັ້ນ. ຜົນ​ກໍ​ຄື ເຂົາ​ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຮັກສາ​ຄຳ​ສັນຍາ​ຂອງ​ພະອົງ. ດ້ວຍ​ເຫດ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຮັກສາ​ຄວາມ​ພັກດີຕໍ່​ພະອົງ​ໄວ້​ໄດ້​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຫຼື​ການ​ຂົ່ມເຫງ.

7. ພະ​ເຢໂຫວາ​ຈັດ​ໃຫ້​ມີ​ສິ່ງ​ໃດ​ເພື່ອ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ?

7 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ? ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ເພື່ອ​ສອນ​ເຮົາ​ໃນ​ເລື່ອງ​ຄຳ​ສັນຍາ​ຂອງ​ພະອົງ​ກ່ຽວ​ກັບ​ອະນາຄົດ. ໃນ​ຄຳພີ​ໄບເບິນ ພະອົງ​ບອກ​ໃຫ້​ເຮົາ​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ມີ​ຄວາມ​ສຸກ. ດັ່ງ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ຈະ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ. (ຄຳເພງ 1:1-3; ອ່ານ​ກິດຈະການ 17:11) ໂດຍ​ທາງ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ”, ລ.ມ.]” ພະ​ເຢໂຫວາ​ຍັງ​ຈັດ​ໃຫ້​ມີ ‘ອາຫານ​ໃນ​ເວລາ​ກຳນົດ.’ (ມັດທາຍ 24:45) ຄື​ກັບ​ຜູ້​ຮັບໃຊ້​ໃນ​ອະດີດ ເຮົາ​ຕ້ອງ​ອ່ານ​ກ່ຽວ​ກັບ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ປະຈຳ​ແລະ​ຄຶດ​ຕຶກຕອງ​ຢ່າງ​ເລິກ​ເຊິ່ງ​ໃນ​ສິ່ງ​ເຫຼົ່າ​ນັ້ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ ແລະ​ຄອຍ​ຖ້າ​ຕໍ່​ໄປ​ໃຫ້​ເຖິງ​ເວລາ​ທີ່​ລາຊະອານາຈັກ​ຂອງ​ພະອົງ​ຈະ​ປົກຄອງ​ຢູ່​ເໜືອ​ໂລກ​ນີ້​ທັງ​ໝົດ.

ເມື່ອ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ຄວາມ​ເຊື່ອ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ

8. ການ​ອະທິດຖານ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໄດ້​ແນວ​ໃດ?

8 ມີ​ຫຍັງ​ອີກ​ທີ່​ຊ່ວຍ​ຜູ້​ຮັບໃຊ້​ໃນ​ອະດີດ​ໃຫ້​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ? ເຂົາ​ເຈົ້າ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລະ​ເມື່ອ​ເຫັນ​ວ່າ​ພະອົງ​ຕອບ​ຄຳ​ອະທິດຖານ ສິ່ງ​ນີ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ເຂັ້ມແຂງ​ຂຶ້ນ. (ເນເຫມີ 1:4, 11; ຄຳເພງ 34:4, 15, 17; ດານຽນ 9:19-21) ຄ້າຍ​ຄື​ກັນ ເມື່ອ​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຮົາ​ແລະ​ພະອົງ​ຈັດ​ໃຫ້​ມີ​ສິ່ງ​ທີ່​ເຮົາ​ຕ້ອງການ​ແທ້ໆໃນ​ເວລາ​ທີ່​ເໝາະ​ສົມ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. (ອ່ານ 1 ໂຢຮັນ 5:14, 15) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ “ຂໍ [ຕໍ່ໆໄປ]” ທີ່​ຈະ​ໃຫ້​ພະອົງ​ປະທານ​ພະລັງ​ບໍລິສຸດ​ໃຫ້​ແກ່​ເຮົາ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.—ລືກາ 11:9, 13

9. ເຮົາ​ຄວນ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ໃດ​ແດ່?

9 ເມື່ອ​ອະທິດຖານ ເຮົາ​ບໍ່​ຄວນ​ຂໍ​ສະເພາະ​ສິ່ງ​ທີ່​ເຮົາ​ຕ້ອງການ​ເທົ່າ​ນັ້ນ. ເຮົາ​ຄວນ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ​ທຸກ​ມື້​ເຊັ່ນ​ກັນ ເພາະ​ພະອົງ​ໄດ້​ເຮັດ​ສິ່ງ​ທີ່​ດີ​ເລີດ​ຫຼາຍ​ຢ່າງ​ແທ້ໆ. (ຄຳເພງ 40:5) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຍັງ​ອະທິດຖານ​ເພື່ອ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຢູ່​ທົ່ວ​ໂລກ. ຕົວຢ່າງ​ເຊັ່ນ: ເຮົາ “ຄິດ​ເຖິງ​ຄົນ​ທີ່​ຖືກ​ກັກ​ຂັງ​ຢູ່” ແລະ​ເຮົາ​ຍັງ​ອະທິດຖານ​ສຳລັບ ‘ຄົນ​ທີ່​ນຳ​ໜ້າ​ໃນ​ໝູ່​ພວກ​ເຮົາ.’ ເມື່ອ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ຄວາມ​ເຊື່ອ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ​ແລະ​ເຮົາ​ຈະ​ໃກ້​ຊິດ​ພະອົງ​ຫຼາຍ​ຂຶ້ນ.—ເຫບເລີ 13:3, 7, ລ.ມ.

ເຂົາ​ເຈົ້າ​ພັກດີ​ຕໍ່ໆໄປ

10. ສິ່ງ​ໃດ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ກ້າຫານ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ?

10 ໃນ​ເຫບເລີ​ບົດ 11 ໂປໂລ​ເວົ້າ​ວ່າ: ‘ພວກ​ຜູ້​ຍິງ​ກໍ​ຮັບ​ຄົນ​ຂອງ​ພວກ​ເຂົາ​ກັບ​ມາ​ເພາະ​ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ ສ່ວນ​ຄົນ​ອື່ນໆບາງ​ຄົນ​ຍອມ​ຖືກ​ທໍລະມານ​ເພາະ​ບໍ່​ຍອມ​ອະລຸ້ມອະລ່ວຍ​ເພື່ອ​ແລກ​ກັບ​ການ​ປ່ອຍ​ຕົວ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ​ແບບ​ທີ່​ດີ​ກວ່າ.’ (ເຫບເລີ 11:35, ລ.ມ.) ຫຼາຍ​ຄົນ​ໄດ້​ອົດ​ທົນ​ກັບ​ການ​ທົດລອງ​ຕ່າງໆແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ເພາະ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ພະອົງ​ໄດ້​ສັນຍາ​ໄວ້. ຄົນ​ເຫຼົ່າ​ນີ້​ຮູ້​ວ່າ​ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ມາ​ອີກ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້. ຂໍ​ໃຫ້​ຄິດ​ເຖິງ​ນາບອດ​ແລະ​ຊາກາລີ ເນື່ອງ​ຈາກ​ວ່າ​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ຕາຍ​ຍ້ອນ​ຖືກ​ກ້ອນ​ຫີນ​ແກວ່ງ​ໃສ່. (1 ກະສັດ 21:3, 15, 2 ຂ່າວຄາວ 24:20, 21) ດານຽນ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ​ທີ່​ຫິວ​ໂຫຍ ແລະ​ພວກ​ໝູ່​ຂອງ​ລາວ​ກໍ​ຖືກ​ຖິ້ມ​ລົງ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ກ້າ. ເຂົາ​ເຈົ້າ​ພ້ອມ​ທີ່​ຈະ​ຕາຍ​ແທນ​ທີ່​ຈະ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ຄົນ​ເຫຼົ່າ​ນີ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ແກ່​ເຂົາ​ເຈົ້າ ແລະ​ພະອົງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ.—ດານຽນ 3:16-18, 20, 28; 6:13, 16, 21-23; ເຫບເລີ 11:33, 34

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ​ເພາະ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ພະອົງ​ໄດ້​ສັນຍາ​ໄວ້

11. ຍ້ອນ​ຄວາມ​ເຊື່ອ ຜູ້​ພະຍາກອນ​ບາງ​ຄົນ​ໄດ້​ອົດ​ທົນ​ກັບ​ການ​ທົດລອງ​ແບບ​ໃດ?

11 ຜູ້​ພະຍາກອນ​ຫຼາຍ​ຄົນ ເຊັ່ນ: ມີກາຢາ​ແລະ​ເຢເຣມີ​ຖືກ​ເຍາະ​ເຍີ້ຍ​ແລະ​ຖືກ​ຂັງ​ຄຸກ. ຄົນ​ອື່ນໆເຊັ່ນ: ເອລີຢາ​ໄດ້ ‘ຊັດ​ເຊ​ພະເນຈອນ​ໄປ​ຕາມ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ແລະ​ຕາມ​ພູ​ຜາ ອາໄສ​ຢູ່​ໃນ​ຖໍ້າ​ແລະ​ໃນ​ຂຸມ​ໃຕ້​ດິນ, ທ.ປ.’ ເຂົາ​ເຈົ້າ​ອົດ​ທົນ​ຕໍ່​ການ​ທົດລອງ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະເຈົ້າ​ເພາະ “ມີ​ເຫດຜົນ​ໜັກແໜ້ນ​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ, ລ.ມ.”ເຫບເລີ 11:1, 36-38; 1 ກະສັດ 18:13; 22:24-27; ເຢເຣມີ 20:1, 2; 28:10, 11; 32:2

12. ໃຜ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ຮຽນ​ແບບ​ໄດ້? ສິ່ງ​ໃດ​ທີ່​ຊ່ວຍ​ພະອົງ​ໃຫ້​ອົດ​ທົນ​ກັບ​ການ​ທົດລອງ?

12 ພະ​ເຍຊູ​ຄລິດ​ອົດ​ທົນ​ກັບ​ການ​ທົດລອງ​ທີ່​ຍາກ​ທີ່​ສຸດ​ແລະ​ໄດ້​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. ສິ່ງ​ໃດ​ຊ່ວຍ​ພະອົງ​ໃຫ້​ອົດ​ທົນ​ໄດ້? ໂປໂລ​ເວົ້າ​ວ່າ: “ພະອົງ​ໄດ້​ທົນ​ຕໍ່​ໄມ້​ກາງ​ແຂນ [“ເສົາ​ທໍລະມານ,” ລ.ມ.] ໂດຍ​ບໍ່​ໄດ້​ຖື​ວ່າ​ຄວາມ​ຕາຍ​ນັ້ນ​ເປັນ​ຄວາມ​ອັບອາຍ ຍ້ອນ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ລໍ​ຄອຍ​ພະອົງ​ຢູ່ ແລະ​ບັດ​ນີ້​ພະອົງ​ກໍ​ນັ່ງ​ທີ່​ກໍ້າ​ຂວາ​ບັນລັງ​ຂອງ​ພະເຈົ້າ.” (ເຫບເລີ 12:2, ທ.ປ.) ຈາກ​ນັ້ນ ໂປໂລ​ໄດ້​ກະຕຸ້ນ​ຄລິດສະຕຽນ​ໃຫ້ “ຄຶດ​ເຖິງ” ຕົວຢ່າງ​ຂອງ​ພະ​ເຍຊູ. (ອ່ານ​ເຫບເລີ 12:3) ຄື​ກັບ​ພະ​ເຍຊູ ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ສະຕະວັດ​ທຳອິດ​ກໍ​ຕາຍ​ຍ້ອນ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. ອັນຕິປາ​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ນັ້ນ. (ຄຳປາກົດ 2:13) ຄລິດສະຕຽນ​ເຫຼົ່າ​ນີ້​ໄດ້​ຮັບ​ລາງວັນ​ຂອງ​ຕົນ​ແລ້ວ ສ່ວນ​ຜູ້​ຮັບໃຊ້​ຄົນ​ອື່ນໆທີ່​ມີ​ຊີວິດ​ຢູ່​ກ່ອນ​ເຂົາ​ເຈົ້າ​ໄດ້​ຄອຍ​ຖ້າ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້. (ເຫບເລີ 11:35) ຫຼັງ​ຈາກ​ທີ່​ພະ​ເຍຊູ​ເປັນ​ກະສັດ​ໄດ້​ໄລຍະ​ໜຶ່ງ​ໃນ​ປີ 1914 ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ຕາຍ​ໄປ​ກໍ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ເພື່ອ​ມີ​ຊີວິດ​ເປັນ​ອະມະຕະ​ໃນ​ສະຫວັນ ແລະ​ເຂົາ​ເຈົ້າ​ຈະ​ປົກຄອງ​ມະນຸດ​ຮ່ວມ​ກັບ​ພະ​ເຍຊູ.—ຄຳປາກົດ 20:4

ຜູ້​ຮັບໃຊ້​ໃນ​ປັດຈຸບັນ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ

13, 14. ພີ່​ນ້ອງ​ຣູດອບ ໄກຣເຄນ​ໄດ້​ອົດ​ທົນ​ກັບ​ການ​ທົດລອງ​ອັນ​ໃດ​ແດ່ ແລະ​ສິ່ງ​ໃດ​ຊ່ວຍ​ລາວ​ໃຫ້​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຕໍ່ໆໄປ?

13 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ລ້ານ​ຄົນ​ກຳລັງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ. ເຂົາ​ເຈົ້າ​ຄຶດ​ຕຶກຕອງ​ເລື່ອງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ແລະ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ​ໃນ​ລະຫວ່າງ​ທີ່​ຖືກ​ທົດລອງ. ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ພີ່​ນ້ອງ​ຣູດອບ ໄກຣເຄນ. ລາວ​ເກີດ​ຢູ່​ເຢຍລະມັນ​ໃນ​ປີ 1925. ຕອນ​ລາວ​ຍັງ​ນ້ອຍ ພໍ່​ແມ່​ໄດ້​ຫ້ອຍ​ຮູບ​ພາບ​ກ່ຽວ​ກັບ​ເລື່ອງ​ໃນ​ຄຳພີ​ໄບເບິນ​ໄວ້​ໃນ​ເຮືອນ. ພີ່​ນ້ອງ​ຣູດອບ​ເວົ້າ​ວ່າ: “ຮູບ​ໜຶ່ງ​ເປັນ​ຮູບ​ໝາ​ປ່າ​ກັບ​ແກະ ເດັກ​ນ້ອຍ​ກັບ​ເສືອ​ດາວ ງົວ​ກັບ​ສິງ. ສັດ​ທຸກ​ຕົວ​ຢູ່​ນຳ​ກັນ​ຢ່າງ​ສະຫງົບ​ສຸກ ແລະ​ເດັກ​ນ້ອຍ​ຜູ້​ຊາຍ​ຫຼິ້ນ​ນຳ​ພວກ​ມັນ.” (ເອຊາອີ 11:6-9) ຮູບ​ພາບ​ນີ້​ຊ່ວຍ​ລາວ​ໃຫ້​ຄິດ​ເຖິງ​ອຸທິຍານ​ທີ່​ຢູ່​ໃນ​ໂລກ​ນີ້​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ລາວ​ໃນ​ສິ່ງ​ນີ້. ຜົນ​ກໍ​ຄື ລາວ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ຕໍ່ໆໄປ​ເຖິງ​ວ່າ​ຖືກ​ຂົ່ມເຫງ​ຢ່າງ​ໂຫດ​ຮ້າຍ​ເປັນ​ເວລາ​ຫຼາຍ​ປີ​ໂດຍ​ພວກ​ນາຊີ ເກດ​ສະ​ຕາ​ໂປ ແລະ​ຕໍ່​ມາ​ກໍ​ໂດຍ​ພວກ​ຄອມມູນິດ​ສະ​ຕາ​ຊີ​ຂອງ​ເຢຍລະມັນ​ຕາເວັນ​ອອກ.

14 ພີ່​ນ້ອງ​ຣູດອບ​ໄດ້​ອົດ​ທົນ​ກັບ​ການ​ທົດລອງ​ອື່ນໆອີກ. ແມ່​ລາວ​ຕາຍ​ໃນ​ຄ້າຍ​ກັກ​ຂັງ​ຣາແຟນບຶກ ຍ້ອນ​ເປັນ​ໄຂ້​ໄທ​ຟັດ (typhus). ພໍ່​ລາວ​ຍອມ​ເຊັນ​ເອກະສານ​ທີ່​ບອກ​ວ່າ​ບໍ່​ໄດ້​ເປັນ​ພະຍານ​ອີກ​ຕໍ່​ໄປ. ແຕ່​ພີ່​ນ້ອງ​ຮູດອບ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ. ເມື່ອ​ອອກ​ຈາກ​ຄຸກ ລາວ​ກໍ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ໝວດ. ຕໍ່​ມາ​ລາວ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ແລະ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ຈີ​ເລ​ເຊິ່ງ​ລາວ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ໝວດ​ອີກ​ຄັ້ງ​ໜຶ່ງ. ລາວ​ແຕ່ງ​ດອງ​ກັບ​ພີ່​ນ້ອງ​ແພັດຊີ​ທີ່​ເປັນ​ມິດຊັນນາລີ​ຢູ່​ຫັ້ນ. ແຕ່​ໜ້າ​ເສົ້າໃຈ ໜຶ່ງ​ປີ​ຕໍ່​ມາ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ເປັນ​ແອ​ນ້ອຍ​ຢູ່​ກໍ​ຕາຍ. ໄລຍະ​ໜຶ່ງ​ຕໍ່​ມາ​ພີ່​ນ້ອງ​ແພັດຊີ​ກໍ​ຕາຍ​ເຊິ່ງ​ອາຍຸ​ໄດ້ 43 ປີ​ເທົ່າ​ນັ້ນ. ເຖິງ​ວ່າ​ປະສົບ​ກັບ​ທົດລອງ​ເຫຼົ່າ​ນີ້ ພີ່​ນ້ອງ​ຣູດອບ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ. ແມ່ນ​ແຕ່​ເມື່ອ​ເຖົ້າ​ແລ້ວ​ແລະ​ສຸຂະພາບ​ກໍ​ບໍ່​ດີ ລາວ​ຍັງ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ແລະ​ເປັນ​ຜູ້​ເຖົ້າ​ແກ່. ເຮົາ​ສາມາດ​ອ່ານ​ເລື່ອງ​ຊີວິດ​ຈິງ​ຂອງ​ລາວ​ໃນ​ຫໍສັງເກດການ 1 ສິງ​ຫາ 1997 ໜ້າ 20-25. [1] (ເບິ່ງ​ຂໍ້​ຄວາມ​ທ້າຍ​ບົດ)

15. ໃຫ້​ເລົ່າ​ເຖິງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ບາງ​ຄົນ​ໃນ​ປັດຈຸບັນ​ນີ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ​ກໍ​ຕາມ.

15 ໃນ​ທຸກ​ມື້​ນີ້ ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ​ເຖິງ​ວ່າ​ຖືກ​ການ​ຂົ່ມເຫງ​ຢ່າງ​ໂຫດ​ຮ້າຍ​ກໍ​ຕາມ. ໃນ​ເອຣີເຕຣ ສິງ​ກະ​ໂປ ແລະ​ເກົາຫຼີ​ໃຕ້ ພີ່​ນ້ອງ​ຫຼາຍ​ຮ້ອຍ​ຄົນ​ຖືກ​ຂັງ​ຄຸກ​ຍ້ອນ​ວ່າ​ບໍ່ ‘ໃຊ້​ດາບ.’ (ມັດທາຍ 26:52) ຕົວຢ່າງ​ເຊັ່ນ: ເປັນ​ເວລາ​ຫຼາຍ​ກວ່າ 20 ປີ​ແລ້ວ​ທີ່​ພີ່​ນ້ອງ​ໄອແຊັກ ພີ່​ນ້ອງ​ເນ​ເຈ​ເດ ແລະ​ພີ່​ນ້ອງ​ເປົາໂລ​ຖືກ​ຂັງ​ຄຸກ​ຢູ່​ເອຣີເຕຣ! ທັງ​ສາມ​ຖືກ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ​ຢູ່​ທີ່​ນັ້ນ. ໃນ​ໄລຍະ​ທີ່​ຖືກ​ຂັງ ເຂົາ​ເຈົ້າ​ບໍ່​ສາມາດ​ແຕ່ງ​ດອງ​ຫຼື​ເບິ່ງ​ແຍງ​ພໍ່​ແມ່​ໄດ້​ເລີຍ. ແຕ່​ກໍ​ຍັງ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ກໍ​ເຂັ້ມແຂງ. ໃນ​ຕອນ​ນີ້ ແມ່ນ​ແຕ່​ຄົນ​ຍາມ​ຄຸກ​ກໍ​ນັບຖື​ເຂົາ​ເຈົ້າ. ໃນ​ເວັບໄຊ jw.org. ມີ​ຮູບ​ຂອງ​ເຂົາ​ເຈົ້າ ແລະ​ເຖິງ​ວ່າ​ກຳລັງ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຍິ້ມ​ໄດ້.

ໂດຍ​ວິທີ​ໃດ​ທີ່​ພີ່​ນ້ອງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ? (ເບິ່ງ​ຂໍ້ 15,16)

16. ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຫຍັງ​ແດ່?

16 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ສ່ວນ​ຫຼາຍ​ບໍ່​ໄດ້​ຖືກ​ຂັງ​ຄຸກ​ຫຼື​ບໍ່​ໄດ້​ຖືກ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ​ຄື​ກັບ​ພີ່​ນ້ອງ​ທີ່​ເຮົາ​ຫາ​ກໍ​ກ່າວ​ເຖິງ. ແຕ່​ຫຼາຍ​ຄົນ​ກໍ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຍ້ອນ​ຄວາມ​ອຶດຢາກ ໄພ​ທຳມະຊາດ ຫຼື​ສົງຄາມ​ກາງ​ເມືອງ. ບາງ​ຄົນ​ກໍ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ອັບລາຫາມ ອີຊາກ ຢາໂຄບ ແລະ​ໂມເຊ​ໂດຍ​ປະ​ຖິ້ມ​ຊື່ສຽງ​ຫຼື​ຄວາມ​ຮັ່ງມີ​ເພື່ອ​ຈົດຈໍ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ສິ່ງ​ໃດ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ຮັກສາ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ? ຄວາມ​ຮັກ​ແລະ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ຄຳ​ສັນຍາ​ຂອງ​ພະອົງ​ໄດ້​ຊ່ວຍ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນີ້​ຮູ້​ວ່າ​ພະອົງ​ຈະ​ໃຫ້​ລາງວັນ​ແກ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໂດຍ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່ ເຊິ່ງ​ຢູ່​ທີ່​ນັ້ນ​ຈະ​ມີ​ແຕ່​ຄວາມ​ຍຸຕິທຳ.—ອ່ານ​ຄຳເພງ 37:5, 7, 9, 29

17. ເຈົ້າ​ຈະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ ແລະ​ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ?

17 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ເຫັນ​ວ່າ​ຄວາມ​ເຊື່ອ “ຄື​ຄວາມ​ໝັ້ນ​ໃຈ​ເພາະ​ມີ​ເຫດຜົນ​ໜັກແໜ້ນ​ວ່າ​ສິ່ງ​ທີ່​ຫວັງ​ໄວ້​ຈະ​ເກີດ​ຂຶ້ນ.” ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ແບບ​ນີ້ ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຄຶດ​ຕຶກຕອງ​ຕໍ່​ໄປ​ໃນ​ຄຳ​ສັນຍາ​ຂອງ​ພະອົງ. ເມື່ອ​ເຮັດ​ເຊັ່ນ​ນີ້ ເຮົາ​ກໍ​ຈະ​ສາມາດ​ອົດ​ທົນ​ກັບ​ການ​ທົດລອງ​ຕ່າງໆໄດ້. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ພິຈາລະນາ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ.

^ [1] (ຂໍ້ 14) ຂໍ​ໃຫ້​ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ພີ່​ນ້ອງ​ອັນ​ເດ ຮັນອັກ ຈາກ​ສະໂລວາກີ ໃນ​ບົດ​ຄວາມ “ເຖິງ​ວ່າ​ປະເຊີນ​ການ​ທົດລອງ ຄວາມ​ຫວັງ​ຂອງ​ຂ້ອຍ​ຍັງ​ສົດ​ໃສ” ໃນ​ຕື່ນ​ເຖີດ! 22 ເມສາ 2002.