“ຄວາມຄຶດແຫ່ງພະວິນຍານກໍເປັນຊີວິດແລະຄວາມສຸກສຳລານ”
“ຄົນທັງຫຼາຍທີ່ຢູ່ຝ່າຍພະວິນຍານກໍເອົາໃຈໃສ່ໃນສິ່ງທີ່ເປັນຂອງພະວິນຍານ.”—ໂລມ 8:5
ເພງ: 57, 52
1, 2. ເປັນຫຍັງຄລິດສະຕຽນຜູ້ຖືກເຈີມສົນໃຈໂລມບົດ 8 ເປັນພິເສດ?
ເມື່ອລະນຶກເຖິງການຕາຍຂອງພະເຍຊູ ເຮົາອາດໄດ້ອ່ານໂລມ 8:15-17. ຂໍ້ພະຄຳພີເຫຼົ່ານີ້ອະທິບາຍວ່າຄລິດສະຕຽນຜູ້ຖືກເຈີມຮູ້ໄດ້ແນວໃດວ່າເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນສະຫວັນ. ໂລມ 8:1 ເວົ້າເຖິງຜູ້ຖືກເຈີມວ່າ ‘ຮວມເຂົ້າກັບພະຄລິດເຍຊູ.’ ແຕ່ໂລມບົດ 8 ໃຊ້ສະເພາະກັບຜູ້ຖືກເຈີມເທົ່ານັ້ນບໍ? ຫຼືວ່າໃຊ້ໄດ້ກັບຄົນທີ່ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້ນຳ?
2 ໂລມບົດ 8 ຂຽນເຖິງຜູ້ຖືກເຈີມໂດຍສະເພາະ ຍ້ອນເຂົາເຈົ້າໄດ້ຮັບ “ພະວິນຍານ” ຫຼືພະລັງຂອງພະເຈົ້າ ຄືກັບຄົນທີ່ ‘ຄອຍຖ້າໃຫ້ພະເຈົ້າຮັບເອົາເປັນລູກ ແລະເພື່ອປົດປ່ອຍເຂົາເຈົ້າຈາກຮ່າງກາຍນີ້, ລ.ມ.’ (ໂລມ 8:23) ໃນອະນາຄົດ ຄົນເຫຼົ່ານີ້ຈະເປັນລູກຂອງພະເຈົ້າຢູ່ໃນສະຫວັນ ເພາະພະອົງໄດ້ໃຫ້ອະໄພບາບຂອງເຂົາເຈົ້າໂດຍອາໄສຄ່າໄຖ່. ພະເຈົ້າໄດ້ປະກາດວ່າຄົນເຫຼົ່ານີ້ຊອບທຳເພື່ອເຂົາເຈົ້າຈະເປັນລູກຂອງພະອົງ.—ໂລມ 3:23-26; 4:25; 8:30
3. ເປັນຫຍັງຄົນທີ່ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້ຈຶ່ງຄວນສຶກສາໂລມບົດ 8?
ໂລມ 4:20-22) ໃນທຸກມື້ນີ້ ພະເຢໂຫວາກໍຖືວ່າຄລິດສະຕຽນທີ່ສັດຊື່ເປັນຄົນຊອບທຳເຊັ່ນກັນເຊິ່ງເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້. ຄົນເຫຼົ່ານີ້ກໍໄດ້ຮັບປະໂຫຍດຈາກຄຳແນະນຳໃນໂລມບົດ 8.
3 ເຖິງຢ່າງນັ້ນກໍຕາມ ໃນບົດຕົ້ນໆຂອງພະທຳໂລມ ໂປໂລຂຽນກ່ຽວກັບຊາຍຄົນໜຶ່ງທີ່ບໍ່ໄດ້ຖືກເຈີມແຕ່ພະເຢໂຫວາຍັງຖືວ່າລາວເປັນຄົນຊອບທຳ ນັ້ນກໍຄືອັບລາຫາມ. ຊາຍທີ່ສັດຊື່ຜູ້ນີ້ມີຊີວິດຢູ່ດົນນານກ່ອນພະເຍຊູຈະຕາຍເພື່ອເປັນຄ່າໄຖ່. (ອ່ານ4. ເມື່ອອ່ານໂລມ 8:21 ເຮົາຄວນຖາມຕົວເອງແນວໃດ?
4 ໃນໂລມ 8:21 ເຮົາເຫັນວ່າພະເຢໂຫວາໄດ້ຮັບປະກັນວ່າໂລກໃໝ່ຈະເປັນຈິງ ແລະມະນຸດຈະພົ້ນຈາກບາບແລະຄວາມຕາຍ. ພະຄຳພີຂໍ້ນີ້ບອກວ່າມະນຸດຈະຍິນດີກັບ ‘ອິດສະຫຼະພາບອັນຮຸ່ງເຮືອງແຫ່ງລູກຂອງພະເຈົ້າ, ທ.ປ.’ ເຈົ້າເຫັນພາບຕົວເອງຢູ່ໃນໂລກໃໝ່ບໍ? ໃຫ້ມາເບິ່ງວ່າເຮົາຕ້ອງເຮັດຫຍັງແດ່ເພື່ອຈະໄດ້ຢູ່ຫັ້ນ.
ການສົນໃຈ “ຄວາມຄຶດແຫ່ງເນື້ອໜັງ”
5. ໃນໂລມ 8:4-13 ໂປໂລເວົ້າເຖິງເລື່ອງຫຍັງ?
5 ອ່ານໂລມ 8:4-13. ໃນໂລມບົດ 8 ໂປໂລເວົ້າເຖິງຄົນສອງປະເພດ ນັ້ນຄືຄົນທີ່ໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ” ແລະຄົນທີ່ໃຊ້ຊີວິດເພື່ອ “ເອົາໃຈໃສ່ໃນສິ່ງທີ່ເປັນຂອງພະວິນຍານ.” ບາງຄົນຄິດວ່າໂປໂລກຳລັງເວົ້າເຖິງຄົນທີ່ເປັນຄລິດສະຕຽນແລະຄົນທີ່ບໍ່ໄດ້ເປັນ. ແຕ່ທີ່ຈິງໃນສ່ວນນີ້ລາວກຳລັງຂຽນເຖິງຄລິດສະຕຽນເຊິ່ງເຂົາເຈົ້າຖືກ “ເອີ້ນໄວ້ໃຫ້ເປັນຄົນບໍລິສຸດ.” (ໂລມ 1:7) ໂປໂລກຳລັງ ສົມທຽບຄລິດສະຕຽນທີ່ໃຊ້ຊີວິດຕາມຄວາມຕ້ອງການຂອງຮ່າງກາຍກັບຄລິດສະຕຽນທີ່ໃຊ້ຊີວິດຕາມພະລັງຂອງພະເຈົ້າ. ຄົນສອງປະເພດນີ້ແຕກຕ່າງກັນແນວໃດ?
6, 7. (ກ) ຄຳວ່າ “ເນື້ອໜັງ” ທີ່ໃຊ້ໃນຄຳພີໄບເບິນໝາຍເຖິງຫຍັງແດ່? (ຂ) ໃນໂລມ 8:4-13 ໂປໂລໃຊ້ຄຳວ່າ “ເນື້ອໜັງ” ໃນຄວາມໝາຍໃດ?
6 ຄຳວ່າ “ເນື້ອໜັງ” ທີ່ໃຊ້ໃນຄຳພີໄບເບິນສາມາດໝາຍເຖິງຫຼາຍສິ່ງ. ບາງຄັ້ງກໍໝາຍເຖິງຮ່າງກາຍຂອງເຮົາແທ້ໆ. (ໂລມ 2:28; 1 ໂກລິນໂທ 15:39, 50) ນອກຈາກນັ້ນກໍຍັງໝາຍເຖິງສາຍສຳພັນໃນຄອບຄົວ. ຕົວຢ່າງເຊັ່ນ: ຄຳພີໄບເບິນເວົ້າວ່າ ພະເຍຊູ “ເກີດໃນເຊື້ອສາຍຂອງກະສັດດາວິດຕາມເນື້ອໜັງ” ແລະໂປໂລເອີ້ນຄົນຢິວວ່າເປັນ ‘ຍາດພີ່ນ້ອງຂອງເຮົາຕາມເນື້ອໜັງ.’—ໂລມ 1:3; 9:3
7 ໂປໂລໝາຍຄວາມວ່າແນວໃດເມື່ອລາວເວົ້າເຖິງຄົນທີ່ໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ” ໃນໂລມ 8:4-13? ເພື່ອຈະຮູ້ຄຳຕອບ ເຮົາສາມາດເບິ່ງໂລມ 7:5 ເຊິ່ງລາວຂຽນວ່າ: ‘ເມື່ອພວກເຮົາຍັງຢູ່ຝ່າຍເນື້ອໜັງ ຄວາມປາຖະໜາແຫ່ງບາບທີ່ປາກົດດ້ວຍພະບັນຍັດກໍໄດ້ກະທຳການຢູ່ໃນຕົວພວກເຮົາ.’ ໃນຂໍ້ນີ້ໂປໂລອະທິບາຍວ່າຄົນທີ່ໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ” ແມ່ນຄົນທີ່ຈົດຈໍ່ໃນຄວາມຕ້ອງການທີ່ເປັນບາບແລະເຮັດຕາມຄວາມຕ້ອງການນັ້ນ ເຊິ່ງກໍຄືເຮັດໃນສິ່ງທີ່ເຂົາເຈົ້າຢາກເຮັດ.
8. ເປັນຫຍັງໂປໂລຕ້ອງເຕືອນຄລິດສະຕຽນຜູ້ຖືກເຈີມກ່ຽວກັບການໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ”?
8 ເປັນຫຍັງໂປໂລຕ້ອງເຕືອນຄລິດສະຕຽນຜູ້ຖືກເຈີມກ່ຽວກັບການໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ”? ໂລມ 16:17, 18; ຟີລິບ 3:18, 19; ຢູເດ 4, 8, 12) ຄັ້ງໜຶ່ງ ມີເຫດການໃນປະຊາຄົມໂກລິນໂທທີ່ພີ່ນ້ອງຄົນໜຶ່ງເຮັດຜິດສິນລະທຳທາງເພດກັບ ‘ເມຍຂອງພໍ່ຕົວເອງ.’ (1 ໂກລິນໂທ 5:1, ລ.ມ.) ເຫັນໄດ້ແຈ້ງວ່າຄລິດສະຕຽນເຫຼົ່ານີ້ຕ້ອງການຄຳເຕືອນຈາກໂປໂລກ່ຽວກັບການໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ.”—ໂລມ 8:5, 6
ແລະເປັນຫຍັງຄລິດສະຕຽນທຸກຄົນໃນປັດຈຸບັນນີ້ຈຶ່ງຕ້ອງການຄຳເຕືອນນີ້? ກໍຍ້ອນວ່າຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າອາດເລີ່ມເຮັດໃຫ້ຄວາມຕ້ອງການຂອງຕົວເອງເປັນສິ່ງສຳຄັນໃນຊີວິດ. ຕົວຢ່າງເຊັ່ນ: ໂປໂລຂຽນວ່າພີ່ນ້ອງບາງຄົນໃນເມືອງໂລມເຄີຍເປັນທາດ “ຄວາມຕ້ອງການຂອງຕົວເອງ, ລ.ມ.” ເຊິ່ງລາວອາດໝາຍເຖິງເລື່ອງເພດສຳພັນ ອາຫານການກິນ ຫຼືຄວາມສະໜຸກສະໜານອື່ນໆໄດ້ເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ. (9. ສິ່ງໃດທີ່ໂລມ 8:6 ບໍ່ໄດ້ໝາຍເຖິງ?
9 ຄຳເຕືອນນີ້ຍັງໃຊ້ໄດ້ໃນປັດຈຸບັນ. ແມ່ນແຕ່ຄົນທີ່ຮັບໃຊ້ພະເຢໂຫວາເປັນເວລາຫຼາຍປີແລ້ວກໍອາດເລີ່ມໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ.” ດັ່ງນັ້ນ ໂປໂລກຳລັງບອກບໍວ່າເຮົາບໍ່ຄວນຄິດເຖິງເລື່ອງອາຫານການກິນ ວຽກອາຊີບ ການພັກຜ່ອນຢ່ອນໃຈ ຫຼືຄວາມຮັກທີ່ຫວານຊື່ນ? ລາວບໍ່ໄດ້ໝາຍຄວາມວ່າແບບນັ້ນ. ສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິໃນຊີວິດ. ພະເຍຊູເອງກໍມີຄວາມສຸກກັບອາຫານການກິນແລະລ້ຽງອາຫານຜູ້ຄົນ. ພະອົງຍັງສຳນຶກວ່າຈຳເປັນຕ້ອງພັກຜ່ອນ. ນອກຈາກນັ້ນ ໂປໂລຍັງຂຽນວ່າເພດສຳພັນເປັນສິ່ງສຳຄັນໃນຊີວິດຄູ່.
10. ຄຳວ່າ “ສົນໃຈ” ໝາຍຄວາມວ່າແນວໃດ?
10 ໂປໂລໝາຍຄວາມວ່າແນວໃດເມື່ອໃຊ້ຄຳວ່າ “ສົນໃຈ, ລ.ມ.”? ໂປໂລໃຊ້ຄຳພາສາເກັຣກທີ່ໝາຍເຖິງການຈົດຈໍ່ຄວາມຄິດຈິດໃຈແລະແຜນການທັງໝົດໃສ່ສິ່ງໃດສິ່ງໜຶ່ງ. ນັກວິຊາການຄົນໜຶ່ງເວົ້າວ່າ ຄຳນີ້ແມ່ນກ່າວເຖິງຄົນທີ່ “ສົນໃຈຫຼາຍທີ່ສຸດ ມັກເວົ້າເຖິງ” ແລະຈົດຈໍ່ໃນຄວາມຕ້ອງການທີ່ເຫັນແກ່ຕົວຂອງຕົນເອງຫຼາຍທີ່ສຸດ. ເຂົາເຈົ້າຍອມໃຫ້ຄວາມຕ້ອງການແບບນັ້ນຄວບຄຸມວິທີທີ່ເຂົາເຈົ້າໃຊ້ຊີວິດ.
ອັນໃດຄືສິ່ງຕົ້ນຕໍທີ່ເຮົາສົນໃຈໃນຊີວິດ?
11. ມີສິ່ງໃດແດ່ທີ່ອາດກາຍເປັນສິ່ງສຳຄັນຫຼາຍເກີນໄປສຳລັບເຮົາ?
11 ຄລິດສະຕຽນຢູ່ໃນເມືອງໂລມຕ້ອງກວດກາຕົວເອງແລະເບິ່ງວ່າເຂົາເຈົ້າສົນໃຈໃນສິ່ງໃດ? ສິ່ງ “ທີ່ເປັນຂອງເນື້ອໜັງ” ບໍ? ໃນທຸກມື້ນີ້ ເຮົາກໍເຊັ່ນກັນຕ້ອງຄິດວ່າສິ່ງໃດສຳຄັນທີ່ສຸດສຳລັບເຮົາ. ເລື່ອງໃດທີ່ເຮົາມັກເວົ້າເຖິງ? ສິ່ງໃດທີ່ເຮົາມັກເຮັດ? ບາງຄົນອາດສຳນຶກຕົວວ່າເຂົາເຈົ້າມັກຄິດເຖິງການລອງຊີມເຫຼົ້າແວງຊະນິດຕ່າງໆ ການຕົກແຕ່ງເຮືອນ ການຊື້ເຄື່ອງນຸ່ງໃໝ່ ການລົງທຶນດ້ານການເງິນ ຫຼືການວາງແຜນໄປທ່ຽວ. ສິ່ງເຫຼົ່ານີ້ບໍ່ຜິດແລະມັນອາດເປັນສິ່ງປົກກະຕິໃນຊີວິດຂອງເຮົາ. ຕົວຢ່າງເຊັ່ນ: ແມ່ນແຕ່ພະເຍຊູກໍຍັງຈັດໃຫ້ມີເຫຼົ້າແວງຢູ່ງານແຕ່ງດອງ ແລະໂປໂລກໍແນະນຳໃຫ້ຕີໂມເຕດື່ມ ‘ເຫຼົ້າອະງຸ່ນແດ່ສັກໜ້ອຍ’ ເພື່ອສຸຂະພາບຂອງລາວ. (1 ຕີໂມເຕ 5:23; ໂຢຮັນ 2:3-11) ແຕ່ເຫຼົ້າແວງບໍ່ໄດ້ເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ. ແລ້ວເຮົາເດ? ອັນໃດຄືສິ່ງຕົ້ນຕໍທີ່ເຮົາສົນໃຈໃນຊີວິດ?
12, 13. ເປັນຫຍັງເຮົາຄວນລະວັງສິ່ງທີ່ເຮົາສົນໃຈ?
12 ໂປໂລເຕືອນວ່າ: “ຄວາມຄຶດແຫ່ງເນື້ອໜັງກໍເປັນຄວາມຕາຍ.” (ໂລມ 8:6) ລາວໝາຍຄວາມວ່າແນວໃດ? ຖ້າເຮົາໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ” ເຮົາອາດສູນເສຍສາຍສຳພັນກັບພະເຢໂຫວາໃນຕອນນີ້ ແລະບໍ່ໄດ້ ຮັບຊີວິດໃນອະນາຄົດ. ແຕ່ສິ່ງແບບນີ້ບໍ່ຈຳເປັນຕ້ອງເກີດຂຶ້ນ ເພາະຄົນເຮົາປ່ຽນແປງໄດ້. ຈື່ຜູ້ຊາຍທີ່ເຮັດຜິດສິນລະທຳໃນເມືອງໂກລິນໂທໄດ້ບໍທີ່ຖືກຕັດສຳພັນ? ລາວໄດ້ປ່ຽນແປງຕົວເອງແລະເຊົາເຮັດຕາມຄວາມຕ້ອງການທີ່ຜິດໆ. ດັ່ງນັ້ນ ລາວຈຶ່ງສາມາດຮັບໃຊ້ພະເຢໂຫວາອີກຄັ້ງໜຶ່ງໃນແບບທີ່ສະອາດ.—2 ໂກລິນໂທ 2:6-8
13 ຜູ້ຊາຍຄົນນັ້ນເປັນຕົວຢ່າງທີ່ເດັ່ນໃນການໃຊ້ຊີວິດເພື່ອ “ທຽວໄປຕາມເນື້ອໜັງ” ແຕ່ລາວກໍປ່ຽນແປງໄດ້. ດັ່ງນັ້ນ ໃນທຸກມື້ນີ້ຖ້າມີຄລິດສະຕຽນຄົນໃດຄົນໜຶ່ງເລີ່ມເຮັດຕາມຄວາມຕ້ອງການທີ່ເປັນບາບ ແທນທີ່ຈະເຮັດຕາມມາດຕະຖານຂອງພະເຢໂຫວາ ລາວກໍປ່ຽນແປງໄດ້ເຊັ່ນກັນ. ການຈື່ຈຳຄຳເຕືອນຂອງໂປໂລຈະກະຕຸ້ນເຮົາໃຫ້ປ່ຽນແປງໃນສິ່ງທີ່ເຮົາຈຳເປັນຕ້ອງປ່ຽນ.
“ຄວາມຄຶດແຫ່ງພະວິນຍານ”
14, 15. (ກ) ໂປໂລໄດ້ແນະນຳວ່າເຮົາຄວນຈະສົນໃຈໃນສິ່ງໃດ? (ຂ) “ຄວາມຄຶດແຫ່ງພະວິນຍານ” ບໍ່ໄດ້ໝາຍເຖິງຫຍັງ?
14 ຫຼັງຈາກໂປໂລເວົ້າເຖິງອັນຕະລາຍຂອງ “ຄວາມຄຶດແຫ່ງເນື້ອໜັງ” ລາວໄດ້ເວົ້າວ່າ: “ຄວາມຄຶດແຫ່ງພະວິນຍານກໍເປັນຊີວິດແລະຄວາມສຸກສຳລານ.” ນັ້ນເປັນລາງວັນທີ່ດີເລີດແທ້ໆທີ່ເຮົາສາມາດໄດ້ຮັບ!
15 ແຕ່ “ຄວາມຄຶດແຫ່ງພະວິນຍານ” ຫຼືການສົນໃຈແຕ່ສິ່ງທີ່ກ່ຽວກັບພະລັງຂອງພະເຈົ້າບໍ່ໄດ້ໝາຍຄວາມວ່າເຮົາບໍ່ຮູ້ຈັກໂລກຕົວຈິງ. ນອກຈາກນັ້ນກໍບໍ່ໄດ້ໝາຍຄວາມວ່າເຮົາຈະຄິດແລະເວົ້າແຕ່ເລື່ອງຂອງພະເຢໂຫວາແລະຄຳພີໄບເບິນເທົ່ານັ້ນ. ຕົວຢ່າງເຊັ່ນ: ຜູ້ຮັບໃຊ້ຂອງພະເຢໂຫວາໃນສະຕະວັດທຳອິດກໍໃຊ້ຊີວິດຕາມປົກກະຕິ. ເຂົາເຈົ້າມີຄວາມສຸກກັບອາຫານການກິນແລະເຄື່ອງດື່ມ ເຂົາເຈົ້າແຕ່ງດອງ ລ້ຽງດູຄອບຄົວ ແລະມີວຽກເຮັດ.—ມາລະໂກ 6:3; 1 ເທຊະໂລນີກ 2:9
ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງໂປໂລ
16. ສິ່ງໃດສຳຄັນທີ່ສຸດໃນຊີວິດຂອງໂປໂລ?
16 ແຕ່ໂປໂລແລະຄລິດສະຕຽນຄົນອື່ນໆບໍ່ໄດ້ປ່ອຍໃຫ້ກິດຈະວັດປະຈຳວັນເຫຼົ່ານີ້ກາຍເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ. ຕົວຢ່າງເຊັ່ນ: ເຮົາຮູ້ວ່າໂປໂລທຳມາຫາກິນໂດຍການເຮັດເຕັ້ນ ແຕ່ວຽກອາຊີບນີ້ບໍ່ແມ່ນສິ່ງສຳຄັນທີ່ສຸດ. ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງລາວ ດັ່ງນັ້ນ ລາວຈຶ່ງຈົດຈໍ່ໃນການປະກາດແລະການສອນ. (ອ່ານກິດຈະການ 18:2-4; 20:20, 21, 34, 35) ພີ່ນ້ອງຊາຍຍິງໃນເມືອງໂລມຕ້ອງຮຽນແບບໂປໂລ ແລະເຮົາກໍເຊັ່ນກັນ.—ໂລມ 15:15, 16
17. ການສົນໃຈ “ຄວາມຄຶດແຫ່ງພະວິນຍານ” ມີປະໂຫຍດຫຍັງແດ່?
17 ຊີວິດເຮົາຈະເປັນແນວໃດຖ້າເຮົາຈົດຈໍ່ໃນການຮັບໃຊ້ພະເຢໂຫວາ? ໂລມ 8:6 ບອກວ່າ: “ຄວາມຄຶດແຫ່ງພະວິນຍານກໍເປັນຊີວິດແລະຄວາມສຸກສຳລານ.” ການເຮັດແບບນີ້ໝາຍເຖິງການຍອມໃຫ້ພະລັງຂອງພະເຢໂຫວາຊີ້ນຳຄວາມຄິດຂອງເຮົາ ແລະຮຽນຮູ້ທີ່ຈະຄິດຄືກັບພະອົງ. ພະເຢໂຫວາສັນຍາກັບເຮົາກ່ຽວກັບຊີວິດທີ່ມີຄວາມສຸກແລະມີຄວາມອີ່ມໃຈພໍໃຈໃນຕອນນີ້ ແລະຊີວິດຕະຫຼອດໄປໃນອະນາຄົດ.
ເຮົາຂອບໃຈພະເຢໂຫວາແທ້ໆ ທີ່ເຮົາມີສັນຕິສຸກແທ້ໃນໃຈ
18. ເມື່ອເຮົາສົນໃຈ “ຄວາມຄຶດແຫ່ງພະວິນຍານ” ເຮົາຈະມີສັນຕິສຸກໄດ້ແນວໃດ?
18 ໂປໂລໝາຍຄວາມວ່າແນວໃດເມື່ອເວົ້າວ່າ ການສົນມັດທາຍ 5:24) ໃຫ້ຈື່ໄວ້ວ່າພີ່ນ້ອງຊາຍຍິງກໍຮັບໃຊ້ພະເຢໂຫວາຜູ້ເປັນ “ພະເຈົ້າແຫ່ງຄວາມສຸກສຳລານ [“ສັນຕິສຸກ,” ລ.ມ.]”—ໂລມ 15:33; 16:20
ໃຈ “ຄວາມຄຶດແຫ່ງພະວິນຍານ” ເຮັດໃຫ້ເຮົາມີຄວາມສຸກສຳລານຫຼືສັນຕິສຸກ? ທຸກຄົນຕ້ອງການສັນຕິສຸກ ໂດຍສະເພາະແລ້ວແມ່ນສັນຕິສຸກໃນໃຈ ແຕ່ມີໜ້ອຍຄົນທີ່ພົບສິ່ງນີ້. ເຮົາຂອບໃຈພະເຢໂຫວາແທ້ໆທີ່ເຮົາມີສັນຕິສຸກແທ້ໃນໃຈ. ນອກຈາກນັ້ນ ເຮົາຍັງມີສັນຕິສຸກກັບຄົນໃນຄອບຄົວແລະພີ່ນ້ອງໃນປະຊາຄົມ. ແຕ່ຍ້ອນວ່າເຮົາເປັນຄົນບໍ່ສົມບູນແບບ ດັ່ງນັ້ນ ບາງຄັ້ງເຮົາຈະມີບັນຫາກັບພີ່ນ້ອງຮ່ວມຄວາມເຊື່ອ. ເມື່ອເລື່ອງນີ້ເກີດຂຶ້ນ ເຮົາຈະເຮັດຕາມຄຳແນະນຳຂອງພະເຍຊູທີ່ວ່າ: “ໄປກະທຳໃຫ້ດີກັນກັບພີ່ນ້ອງ.” (19. ເຮົາຍິນດີກັບສັນຕິສຸກອັນໃດອີກທີ່ພິເສດແທ້?
19 ຖ້າເຮົາສົນໃຈ “ຄວາມຄຶດແຫ່ງພະວິນຍານ” ເຮົາກໍຈະມີສັນຕິສຸກກັບພະເຈົ້ານຳອີກ. ຜູ້ພະຍາກອນເອຊາອີໄດ້ຂຽນວ່າ: ‘ພະອົງຈະປົກປ້ອງຄົນທີ່ເຊື່ອໃນພະອົງແທ້ໆ ພະອົງຈະໃຫ້ພວກເຂົາມີສັນຕິສຸກເລື້ອຍໄປເພາະພວກເຂົາໄວ້ວາງໃຈພະອົງ.’—ເອຊາອີ 26:3, ລ.ມ.; ອ່ານໂລມ 5:1
20. ເປັນຫຍັງເຮົາຈຶ່ງຂອບໃຈສຳລັບຄຳແນະນຳໃນໂລມບົດ 8?
20 ບໍ່ວ່າເຮົາຈະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນສະຫວັນຫຼືໃນໂລກນີ້ ເຮົາທຸກຄົນກໍໄດ້ຮັບປະໂຫຍດຈາກຖ້ອຍຄຳທີ່ສຸຂຸມໃນໂລມບົດ 8. ເຮົາຂອບໃຈແທ້ໆທີ່ຄຳພີໄບເບິນກະຕຸ້ນເຮົາໃຫ້ຈົດຈໍ່ໃນການຮັບໃຊ້ພະເຢໂຫວາ ບໍ່ແມ່ນໃນຄວາມຕ້ອງການຂອງຕົວເອງ. ເຮົາຮູ້ວ່າເມື່ອເຮົາສົນໃຈ “ຄວາມຄຶດແຫ່ງພະວິນຍານ” ເຮົາກໍຈະໄດ້ຮັບລາງວັນຢ່າງໜຶ່ງທີ່ວິເສດທີ່ສຸດ. ໂປໂລຂຽນວ່າ: “ຂອງປະທານແຫ່ງພະເຈົ້າເຊິ່ງເປັນຊີວິດອັນຕະຫຼອດໄປເປັນນິດ ຜ່ານທາງພະຄລິດເຍຊູພະອົງເຈົ້າຂອງພວກເຮົາ.”—ໂລມ 6:23