ພະເຢໂຫວາໃຫ້ລາງວັນຄົນທີ່ຊອກຫາພະອົງຢ່າງຈິງຈັງ
“ຜູ້ທີ່ຫຍັບເຂົ້າມາຫາພະເຈົ້າຕ້ອງເຊື່ອວ່າພະອົງເປັນຢູ່ ແລະພະອົງຈະປະທານບຳເໜັດໃຫ້ແກ່ຄົນທັງຫຼາຍທີ່ປົງໃຈຊອກຫາພະອົງ [ຢ່າງຈິງຈັງ].”—ເຫບເລີ 11:6
ເພງ: 85, 134
1, 2. (ກ) ຄວາມຮັກແລະຄວາມເຊື່ອກ່ຽວຂ້ອງກັນແນວໃດ? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງແດ່?
ພະເຢໂຫວາພໍ່ຂອງເຮົາສັນຍາວ່າຈະອວຍພອນໃຫ້ຜູ້ຮັບໃຊ້ທີ່ພັກດີຂອງພະອົງ. ນີ້ເປັນວິທີໜຶ່ງທີ່ພະເຢໂຫວາສະແດງຄວາມຮັກຕໍ່ເຮົາ ແລະເຮົາກໍຮັກພະອົງ “ເພາະພະອົງໄດ້ຮັກພວກເຮົາກ່ອນ.” (1 ໂຢຮັນ 4:19) ເມື່ອຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາເຕີບໃຫຍ່ຂຶ້ນ ຄວາມເຊື່ອຂອງເຮົາກໍເຂັ້ມແຂງຂຶ້ນແລະເຮົາກໍໝັ້ນໃຈຫຼາຍຂຶ້ນວ່າພະອົງຈະໃຫ້ລາງວັນຄົນທີ່ພະອົງຮັກ.—ອ່ານເຫບເລີ 11:6
2 ພະເຢໂຫວາເປັນຜູ້ໃຫ້ລາງວັນ! ການໃຫ້ລາງວັນເປັນຈຸດພິເສດໃນນິດໄສໃຈຄໍຂອງພະອົງແລະໃນສິ່ງທີ່ພະອົງເຮັດ. ດັ່ງນັ້ນ ຄວາມເຊື່ອຂອງເຮົາໃນພະເຢໂຫວາຈະບໍ່ຄົບຖ້ວນ ເວັ້ນເສຍແຕ່ເຮົາໝັ້ນໃຈວ່າພະອົງຈະໃຫ້ລາງວັນຄົນທີ່ຊອກຫາພະອົງຢ່າງຈິງຈັງ. ເປັນຫຍັງຈຶ່ງເປັນແນວນັ້ນ? ຍ້ອນວ່າ ‘ຄວາມເຊື່ອແມ່ນຄວາມແນ່ໃຈໃນສິ່ງທີ່ເຮົາຫວັງໄວ້.’ (ເຫບເລີ 11:1, ທ.ປ.) ຄວາມເຊື່ອໝາຍເຖິງຄວາມໝັ້ນໃຈແທ້ໆວ່າພະເຢໂຫວາຈະອວຍພອນໃຫ້ຄົນທີ່ພັກດີຕໍ່ພະອົງ. ແຕ່ຄວາມຫວັງໃນເລື່ອງ ລາງວັນເປັນປະໂຫຍດຕໍ່ເຮົາແນວໃດ? ພະເຢໂຫວາໄດ້ອວຍພອນແນວໃດໃຫ້ຜູ້ຮັບໃຊ້ຂອງພະອົງໃນອະດີດແລະໃນປັດຈຸບັນ? ໃຫ້ເຮົາມາເບິ່ງນຳກັນ.
ພະເຢໂຫວາສັນຍາວ່າຈະອວຍພອນໃຫ້ຜູ້ຮັບໃຊ້ຂອງພະອົງ
3. ໃນມາລາກີ 3:10 ມີຄຳສັນຍາອັນໃດ?
3 ພະເຢໂຫວາພະເຈົ້າໄດ້ສັນຍາວ່າຈະອວຍພອນໃຫ້ຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ. ພະອົງເຊີນເຮົາໃຫ້ຮັບໃຊ້ດ້ວຍສຸດກຳລັງແລະໃຫ້ໝັ້ນໃຈວ່າພະອົງຈະອວຍພອນເຮົາ. ພະເຢໂຫວາບອກວ່າ: “ຈົ່ງລອງເບິ່ງເຮົາ.” ພະອົງບອກຕໍ່ໄປອີກວ່າ: “ຖ້າເຮົາບໍ່ໄຂປ່ອງອ້ຽມຟ້າສະຫວັນທັງຫຼາຍແລະບໍ່ຖອກຄວາມພອນມາເທິງພວກທ່ານຈົນເຫຼືອລົ້ນ.” (ມາລາກີ 3:10) ເຮົາສະແດງໃຫ້ເຫັນວ່າເຮົາຂອບໃຈພະເຢໂຫວາສຳລັບການສະເໜີນີ້ ເມື່ອເຮົາຮັບເອົາຄຳເຊີນທີ່ໃຫ້ລອງເບິ່ງພະອົງ.
4. ເປັນຫຍັງເຮົາຈຶ່ງໝັ້ນໃຈໃນຄຳສັນຍາຂອງພະເຍຊູໃນມັດທາຍ 6:33?
4 ພະເຍຊູໄດ້ສັນຍາກັບພວກລູກສິດວ່າຖ້າເຂົາເຈົ້າຈັດໃຫ້ລາຊະອານາຈັກຢູ່ໃນອັນດັບທຳອິດ ພະເຈົ້າຈະເບິ່ງແຍງເຂົາເຈົ້າ. (ອ່ານມັດທາຍ 6:33) ພະເຍຊູເວົ້າແບບນີ້ເພາະພະອົງຮູ້ວ່າຄຳສັນຍາຂອງພະເຈົ້າເປັນຈິງສະເໝີ. (ເອຊາອີ 55:11) ດັ່ງນັ້ນ ເຮົາກໍໝັ້ນໃຈໄດ້ວ່າຖ້າເຮົາສະແດງຄວາມເຊື່ອຢ່າງເຕັມທີໃນພະເຢໂຫວາ ພະອົງຈະຮັກສາຄຳສັນຍານີ້ທີ່ວ່າ: “ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ.” (ເຫບເລີ 13:5) ຄຳສັນຍານີ້ຂອງພະເຢໂຫວາຊ່ວຍເຮົາໃຫ້ໝັ້ນໃຈໃນຄຳເວົ້າຂອງພະເຍຊູໃນມັດທາຍ 6:33.
5. ເປັນຫຍັງສິ່ງທີ່ພະເຍຊູຕອບເປໂຕຈຶ່ງໃຫ້ກຳລັງໃຈພວກເຮົາທຸກຄົນ?
5 ຄັ້ງໜຶ່ງອັກຄະສາວົກເປໂຕໄດ້ຖາມພະເຍຊູວ່າ: ‘ໝູ່ຂ້າພະເຈົ້າໄດ້ປະສັບພະທຸກສິ່ງແລະໄດ້ຕິດຕາມພະອົງໄປ ຂ້າພະເຈົ້າມັດທາຍ 19:27) ພະເຍຊູບໍ່ໄດ້ຕຳໜິເປໂຕທີ່ຖາມແບບນັ້ນ. ແທນທີ່ຈະເຮັດເຊັ່ນນັ້ນ ພະອົງບອກພວກລູກສິດວ່າເຂົາເຈົ້າຈະໄດ້ຮັບລາງວັນສຳລັບການເສຍສະລະຂອງເຂົາເຈົ້າ. ໃນອະນາຄົດພວກອັກຄະສາວົກແລະຄົນອື່ນໆທີ່ສັດຊື່ຈະປົກຄອງກັບພະເຍຊູໃນສະຫວັນ. ແຕ່ພະເຍຊູຍັງບອກວ່າແມ່ນແຕ່ໃນຕອນນີ້ກໍມີລາງວັນຢູ່ແລ້ວ ນັ້ນຄື: “ທຸກຄົນທີ່ໄດ້ປະເຮືອນ ຫຼືພີ່ນ້ອງຊາຍຍິງ ຫຼືພໍ່ແມ່ ຫຼືລູກເມຍ ຫຼືໄຮ່ນາ ເພາະເຫັນແກ່ນາມຊື່ຂອງເຮົາ ຜູ້ນັ້ນຈະໄດ້ຮັບ 100 ທໍ່ ແລະຈະເປັນເຈົ້າມູນແຫ່ງຊີວິດອັນຕະຫຼອດໄປເປັນນິດ.” (ມັດທາຍ 19:29) ໃນທຸກມື້ນີ້ ຜູ້ທີ່ຕິດຕາມພະເຍຊູສາມາດມີພໍ່ ແມ່ ອ້າຍ ເອື້ອຍ ນ້ອງ ແລະລູກຢູ່ໃນປະຊາຄົມ. ແນ່ນອນວ່າສິ່ງນີ້ມີຄ່າຫຼາຍກວ່າສິ່ງໃດກໍຕາມທີ່ເຮົາໄດ້ເສຍສະລະເພື່ອລາຊະອານາຈັກຂອງພະເຈົ້າ.
ທັງຫຼາຍຈະໄດ້ສິ່ງໃດ?’ (“ສະໝໍເຮືອຂອງຊີວິດ”
6. ເປັນຫຍັງພະເຢໂຫວາສັນຍາວ່າຈະໃຫ້ລາງວັນຜູ້ຮັບໃຊ້ຂອງພະອົງ?
6 ໃນຕອນນີ້ ນອກຈາກຈະມີຄວາມສຸກກັບພະພອນມາກມາຍທີ່ດີເລີດ ເຮົາກໍຄອຍຖ້າພະພອນທີ່ຍິ່ງໃຫຍ່ກວ່າໃນອະນາຄົດ. (1 ຕີໂມເຕ 4:8) ພະເຢໂຫວາສັນຍາວ່າຈະໃຫ້ລາງວັນຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ ແລະການຮູ້ເລື່ອງນີ້ຊ່ວຍເຮົາໃຫ້ອົດທົນກັບເວລາທີ່ຍາກລຳບາກໄດ້. ເຮົາຈະຮັກສາຄວາມສັດຊື່ຕໍ່ໄປໄດ້ເມື່ອເຮົາໝັ້ນໃຈຢ່າງເຕັມທີວ່າພະເຢໂຫວາ “ຈະປະທານບຳເໜັດໃຫ້ແກ່ຄົນທັງຫຼາຍທີ່ປົງໃຈຊອກຫາພະອົງ [ຢ່າງຈິງຈັງ].”—ເຫບເລີ 11:6
7. ຄວາມຫວັງເປັນຄືກັບສະໝໍເຮືອໄດ້ແນວໃດ?
7 ໃນຄຳເທດເທິງພູເຂົາ ພະເຍຊູບອກວ່າ: ‘ຈົ່ງດີໃຈແລະຊົມຊື່ນຍິນດີ ເຫດວ່າບຳເໜັດຂອງທ່ານທັງຫຼາຍໃນສະຫວັນເປັນອັນໃຫຍ່ເພາະວ່າຜູ້ທຳນວາຍທັງຫຼາຍທີ່ໄດ້ມາຢູ່ກ່ອນທ່ານທັງຫຼາຍ ເຂົາໄດ້ຂົ່ມເຫງຢ່າງນັ້ນ.’ (ມັດທາຍ 5:12) ຜູ້ຮັບໃຊ້ບາງຄົນຂອງພະເຈົ້າຈະໄດ້ຮັບລາງວັນໃນສະຫວັນ ແລະຄົນອື່ນໆຈະໄດ້ຮັບລາງວັນເພື່ອຈະມີຊີວິດຕະຫຼອດໄປໃນໂລກທີ່ເປັນອຸທິຍານ. ເລື່ອງນີ້ຈຶ່ງເປັນເຫດຜົນທີ່ຈະ ‘ດີໃຈແລະຊົມຊື່ນຍິນດີ.’ (ຄຳເພງ 37:11; ລືກາ 18:30) ແຕ່ສຳລັບເຮົາທຸກຄົນ ຄວາມຫວັງຂອງເຮົາເປັນ “ເໝືອນສະໝໍເຮືອຂອງຊີວິດທີ່ໝັ້ນຄົງແນ່ນອນ.” (ເຫບເລີ 6:17-20, ລ.ມ.) ສະໝໍເຮືອຊ່ວຍຮັກສາເຮືອໃຫ້ປອດໄພໃນລະຫວ່າງທີ່ມີພາຍຸ ຄວາມຫວັງທີ່ແຮງກ້າຈະຊ່ວຍເຮົາໃຫ້ຮັກສາຄວາມໝັ້ນຄົງໄວ້ໄດ້ ເຊິ່ງຄວາມຫວັງແບບນີ້ເຮັດໃຫ້ເຮົາເຂັ້ມແຂງເພື່ອຈະອົດທົນກັບເວລາທີ່ຍາກລຳບາກໄດ້.
ພະເຢໂຫວາສັນຍາວ່າຈະໃຫ້ລາງວັນຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງ ແລະການຮູ້ເລື່ອງນີ້ຊ່ວຍເຮົາໃຫ້ອົດທົນກັບເວລາທີ່ຍາກລຳບາກໄດ້
8. ຄວາມຫວັງຊ່ວຍຫຼຸດຜ່ອນຄວາມອຸກໃຈໄດ້ແນວໃດ?
8 ຄວາມຫວັງຊ່ວຍຫຼຸດຜ່ອນຄວາມອຸກໃຈໄດ້. ນໍ້າມັນຫອມເຮັດໃຫ້ຜິວໜັງມື່ນ ດັ່ງນັ້ນ ຄຳສັນຍາຂອງພະເຈົ້າກໍເຮັດໃຫ້ຄວາມອຸກໃຈສະຫງົບລົງໄດ້. ເປັນການປອບໂຍນທີ່ຮູ້ວ່າພະເຢໂຫວາຈະເບິ່ງແຍງເມື່ອເຮົາຝາກຄວາມກັງວົນໜັກໄວ້ກັບພະອົງ. (ຄຳເພງ 55:22) ເຮົາໝັ້ນໃຈຢ່າງເຕັມທີວ່າພະເຢໂຫວາສາມາດ ‘ກະທຳໄດ້ມາກຫຼາຍເກີນກວ່າສັບພະທຸກສິ່ງທີ່ເຮົາທັງຫຼາຍຂໍ.’ (ເອເຟດ 3:20) ພະເຢໂຫວາຈະຊ່ວຍເຮົາບໍ່ແມ່ນຢ່າງມາກມາຍຫຼືມາກຫຼາຍເທົ່ານັ້ນ ແຕ່ພະອົງຈະຊ່ວຍເຮົາ “ມາກຫຼາຍເກີນກວ່າ” ນັ້ນອີກ!
9. ເຮົາແນ່ໃຈໄດ້ແນວໃດວ່າພະເຢໂຫວາຈະອວຍພອນເຮົາ?
ພະບັນຍັດ 15:4-6) ເຈົ້າໝັ້ນໃຈບໍວ່າພະເຢໂຫວາຈະອວຍພອນໃຫ້ເຈົ້າ ຖ້າເຈົ້າຮັບໃຊ້ພະອົງຢ່າງສັດຊື່ຕໍ່ໆໄປ? ເຈົ້າມີເຫດຜົນທີ່ດີທີ່ຈະໝັ້ນໃຈແບບນັ້ນ.
9 ເພື່ອຈະໄດ້ຮັບລາງວັນ ເຮົາຕ້ອງມີຄວາມເຊື່ອຢ່າງເຕັມທີໃນພະເຢໂຫວາ ແລະເຊື່ອຟັງຄຳແນະນຳຂອງພະອົງ. ໂມເຊໄດ້ບອກຊາວອິດສະລະແອນວ່າ: “ພະເຢໂຫວາຈະອວຍພອນເປັນອັນບໍລິບູນໃຫ້ເຈົ້າໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າປະທານເປັນມູນໃຫ້ເຈົ້າມີໄວ້ ຖ້າແມ່ນເຈົ້ານ້ອມຟັງຄວາມພະເຢໂຫວາພະເຈົ້າຂອງເຈົ້າດີໆຈຶ່ງລະວັງໃຫ້ດີຈະຂັບຕາມຄຳສັ່ງທັງສິ້ນນີ້ທີ່ເຮົາສັ່ງແກ່ເຈົ້າໃນວັນນີ້.” (ພະເຢໂຫວາເປັນຜູ້ໃຫ້ລາງວັນແກ່ເຂົາເຈົ້າ
10, 11. ພະເຢໂຫວາໃຫ້ລາງວັນໂຢເຊບແນວໃດ?
10 ຄຳພີໄບເບິນຂຽນເພື່ອປະໂຫຍດຂອງເຮົາ. ໃນຄຳພີໄບເບິນມີຫຼາຍຕົວຢ່າງກ່ຽວກັບວິທີທີ່ພະເຈົ້າໃຫ້ລາງວັນຜູ້ຮັບໃຊ້ທີ່ສັດຊື່ຂອງພະອົງໃນອະດີດ. (ໂລມ 15:4) ໂຢເຊບເປັນຕົວຢ່າງທີ່ດີໃນເລື່ອງນີ້. ທຳອິດພວກອ້າຍຂາຍລາວໃຫ້ເປັນທາດ. ຕໍ່ມາເມຍຂອງນາຍໄດ້ກ່າວຫາໂຢເຊບແບບຜິດໆ ແລະລາວຖືກຄຸກຢູ່ເອຢິບ. ຕອນທີ່ຢູ່ໃນຄຸກ ລາວແຍກຕົວອອກຈາກພະເຢໂຫວາບໍ? ບໍ່ເລີຍ! ຄຳພີໄບເບິນບອກວ່າ: ‘ພະເຢໂຫວາຍັງຢູ່ກັບໂຢເຊບ ຍັງຮັກລາວສະເໝີບໍ່ປ່ຽນແປງ, ລ.ມ.’ ແລະ ‘ພະເຢໂຫວາສະຖິດຢູ່ກັບລາວ ແລະໄດ້ໂຜດໃຫ້ການທີ່ລາວກະທຳນັ້ນຈຳເລີນບໍລິບູນ.’ (ຕົ້ນເດີມ 39:21, 23) ແມ່ນແຕ່ໃນເວລາທີ່ຍາກລຳບາກ ໂຢເຊບຄອຍຖ້າພະເຢໂຫວາຢ່າງອົດທົນ.
11 ຫຼາຍປີຕໍ່ມາ ຟາໂລໄດ້ປ່ອຍໂຢເຊບອອກຈາກຄຸກ ແລະທາດທີ່ຕໍ່າຕ້ອຍຜູ້ນີ້ໄດ້ເປັນຮອງຕໍ່ຈາກຜູ້ປົກຄອງທີ່ມີອຳນາດສູງສຸດໃນເອຢິບ. (ຕົ້ນເດີມ 41:1, 37-43) ເມື່ອມີລູກຊາຍສອງຄົນ “ໂຢເຊບໄດ້ເອີ້ນຊື່ລູກກົກວ່າ ‘ມານາເຊ ເພາະພະເຈົ້າໄດ້ໃຫ້ເຮົາລືມຄວາມລຳບາກໝົດສິ້ນແລະລືມຄອບຄົວພໍ່ຂອງເຮົາທັງສິ້ນ.’ ແລະລູກທີ 2 ທ່ານໄດ້ເອີ້ນຊື່ວ່າ ‘ເອຟະລາອີມ ເພາະພະເຈົ້າໄດ້ໃຫ້ເຮົາມີເຊື້ອສາຍໃນປະເທດທີ່ເຮົາມີຄວາມທຸກໂສກ.’” (ຕົ້ນເດີມ 41:51, 52) ພະເຢໂຫວາໃຫ້ລາງວັນທີ່ໂຢເຊບພັກດີ ແລະລາວສາມາດຊ່ວຍຊີວິດຂອງຊາວອິດສະລາແອນແລະຊາວເອຢິບຈາກຄວາມອຶດຢາກ. ໂຢເຊບຮູ້ວ່າພະເຢໂຫວາເປັນຜູ້ທີ່ໃຫ້ລາງວັນແລະອວຍພອນລາວ.—ຕົ້ນເດີມ 45:5-9
ແນ່ນອນວ່າພະເຍຊູມີຄວາມສຸກທີ່ສາມາດເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ
12. ເມື່ອປະສົບກັບການທົດລອງ ພະເຍຊູຮັກສາຄວາມສັດຊື່ແນວໃດ?
12 ພະເຍຊູຄລິດເຊື່ອຟັງພະເຈົ້າເຖິງວ່າປະສົບກັບການທົດລອງຫຼາຍຢ່າງ ແລະພະເຈົ້າໄດ້ໃຫ້ລາງວັນພະອົງ. ສິ່ງໃດຊ່ວຍພະເຍຊູໃຫ້ຮັກສາຄວາມສັດຊື່? ຄຳພີໄບເບິນບອກວ່າ: ‘ທ່ານຍອມທົນທຸກແລະບໍ່ຄິດເຖິງຄວາມອັບອາຍທີ່ຕ້ອງຕາຍເທິງເສົາທໍລະມານເພາະທ່ານຄິດເຖິງຄວາມຍິນດີທີ່ຖ້າຢູ່ຂ້າງໜ້າ.’ (ເຫບເລີ 12:2, ລ.ມ.) ແນ່ນອນວ່າພະເຍຊູມີຄວາມສຸກທີ່ສາມາດເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ. ນອກຈາກນັ້ນ ພະອົງໄດ້ຮັບລາງວັນໂດຍໄດ້ຮັບຄວາມພໍໃຈຈາກພໍ່ແລະມີສິດທິພິເສດຫຼາຍຢ່າງທີ່ດີເລີດ. ຄຳພີໄບເບິນບອກວ່າ: ພະອົງ ‘ໄດ້ນັ່ງເບື້ອງຂວາພະທີ່ນັ່ງຂອງພະເຈົ້າ.’ ເຮົາຍັງອ່ານຕໍ່ໄປອີກວ່າ: “ພະເຈົ້າໄດ້ຍົກຍໍພະອົງຂຶ້ນເຖິງທີ່ສູງສຸດ ແລະໄດ້ປະທານນາມຊື່ອັນໃຫຍ່ກວ່ານາມຊື່ທັງປວງໃຫ້ແກ່ພະອົງ.”—ຟີລິບ 2:9
ພະເຢໂຫວາບໍ່ລືມສິ່ງທີ່ເຮົາເຮັດ
13, 14. ພະເຢໂຫວາຮູ້ສຶກແນວໃດໃນສິ່ງທີ່ເຮົາເຮັດເພື່ອພະອົງ?
13 ເຮົາໝັ້ນໃຈໄດ້ວ່າພະເຢໂຫວາເຫັນຄຸນຄ່າທຸກສິ່ງທີ່ເຮົາເຮັດເພື່ອຮັບໃຊ້ພະອົງ. ພະອົງເຂົ້າໃຈເມື່ອເຮົາບໍ່ໝັ້ນໃຈໃນຕົວເອງ ຫຼືເມື່ອເຮົາສົງໃສໃນຄວາມສາມາດຂອງເຮົາເອງ. ພະອົງເປັນຫ່ວງແທ້ໆເມື່ອເຮົາອຸກໃຈກ່ຽວກັບວຽກອາຊີບຫຼືການຫາລ້ຽງຄອບຄົວ. ພະອົງຍັງເຂົ້າໃຈເມື່ອເຮົາບໍ່ສາມາດຮັບໃຊ້ໄດ້ຫຼາຍຄືແຕ່ກ່ອນ ຍ້ອນວ່າຕອນນີ້ເຮົາເຈັບປ່ວຍຫຼືໂສກເສົ້າ. ເຮົາໝັ້ນໃຈຢ່າງເຕັມທີວ່າພະເຢໂຫວາເຫັນຄຸນຄ່າຄວາມສັດຊື່ຂອງເຮົາເຖິງວ່າເຮົາຈະມີບັນຫາກໍຕາມ.—ອ່ານເຫບເລີ 6:10, 11
14 ໃຫ້ຈື່ໄວ້ເຊັ່ນກັນວ່າພະເຢໂຫວາເປັນ “ຜູ້ຟັງຄວາມອ້ອນວອນ.” ເຮົາໝັ້ນໃຈໄດ້ວ່າເມື່ອເຮົາອະທິດຖານເຖິງພະອົງ ພະອົງຈະຟັງເຮົາ. (ຄຳເພງ 65:2) “ພະບິດາແຫ່ງຄວາມອີ່ດູ ແລະພະເຈົ້າແຫ່ງຄວາມເລົ້າໂລມ” ຈະຈັດໃຫ້ເຮົາມີທຸກສິ່ງທີ່ຈຳເປັນເພື່ອຮັກສາຄວາມໃກ້ຊິດກັບພະອົງ. ບາງຄັ້ງພະອົງອາດໃຊ້ພີ່ນ້ອງຮ່ວມຄວາມເຊື່ອໃຫ້ຊ່ວຍເຮົາ. (2 ໂກລິນໂທ 1:3) ພະເຢໂຫວາພໍໃຈເມື່ອເຮົາເຫັນໃຈຄົນອື່ນ ເພາະ ‘ຜູ້ທີ່ໂຜດຄຸນ [“ເມດຕາ”, ລ.ມ.] ແກ່ຄົນຈົນກໍໃຫ້ພະເຢໂຫວາຢືມ ແລະພະອົງຈະໃຊ້ແທນການດີນັ້ນ.’ (ສຸພາສິດ 19:17; ມັດທາຍ 6:3, 4) ດັ່ງນັ້ນ ເມື່ອເຮົາສະແດງຄວາມເອື້ອເຟື້ອແລະຊ່ວຍພີ່ນ້ອງຮ່ວມຄວາມເຊື່ອ ພະເຢໂຫວາຖືວ່າຄວາມດີນັ້ນເປັນຄືກັບວ່າໃຫ້ພະອົງຢືມ. ພະອົງສັນຍາວ່າຈະເປັນຜູ້ໃຫ້ລາງວັນສຳລັບຄວາມກະລຸນານັ້ນ.
ລາງວັນໃນຕອນນີ້ແລະຕະຫຼອດໄປ
15. ເຈົ້າຄອຍຖ້າລາງວັນອັນໃດ? (ເບິ່ງຮູບທຳອິດ)
15 ຄລິດສະຕຽນຜູ້ຖືກເຈີມມີຄວາມຫວັງທີ່ຈະໄດ້ຮັບລາງວັນຈາກພະເຍຊູ ເຊິ່ງກໍຄື ‘ພວງມາໄລ [“ມົງກຸດ”, ລ.ມ.] ແຫ່ງຄວາມຊອບທຳ.’ (2 ຕີໂມເຕ 4:7, 8) ແຕ່ຖ້າເຈົ້າມີຄວາມຫວັງແຕກຕ່າງຈາກນີ້ ເຈົ້າກໍບໍ່ໄດ້ມີຄ່າໜ້ອຍລົງສຳລັບພະເຈົ້າ. ລູກສິດຂອງພະເຍຊູຫຼາຍລ້ານຄົນທີ່ເປັນ “ແກະອື່ນ” ຄອຍຖ້າລາງວັນໃນອະນາຄົດເຊິ່ງແມ່ນຊີວິດຕະຫຼອດໄປໃນໂລກທີ່ເປັນອຸທິຍານ ແລະຢູ່ທີ່ນັ້ນເຂົາເຈົ້າ “ຈະຊົມຊື່ນຍິນດີແລະມີແຕ່ຄວາມສະຫງົບສຸກ.”—ໂຢຮັນ 10:16; ຄຳເພງ 37:11, ລ.ມ.
16. ໃນ 1 ໂຢຮັນ 3:19, 20 ມີຄຳປອບໂຍນຫຍັງ?
16 ບາງຄັ້ງເຮົາອາດຮູ້ສຶກວ່າບໍ່ໄດ້ຮັບໃຊ້ພະເຢໂຫວາຫຼາຍປານໃດ ຫຼືເຮົາອາດສົງໃສວ່າພະເຢໂຫວາພໍໃຈໃນສິ່ງທີ່ເຮົາເຮັດຫຼືບໍ່. ເຮົາອາດເຖິງຂັ້ນຮູ້ສຶກວ່າຕົວເອງບໍ່ເໝາະສົມທີ່ຈະໄດ້ຮັບລາງວັນໃດໆເລີຍ. ແຕ່ເຮົາຄວນຈື່ໄວ້ວ່າ “ພະເຈົ້າໃຫຍ່ກວ່າໃຈຂອງພວກເຮົາແລະຮູ້ຈັກສັບພະທຸກສິ່ງ.” (ອ່ານ 1 ໂຢຮັນ 3:19, 20) ເມື່ອເຮົາຮັບໃຊ້ພະເຢໂຫວາຍ້ອນຄວາມເຊື່ອແລະຄວາມຮັກທີ່ເຮົາມີຕໍ່ພະອົງ ເຮົາກໍໝັ້ນໃຈໄດ້ວ່າພະອົງຈະໃຫ້ລາງວັນເຮົາ ເຖິງວ່າສິ່ງທີ່ເຮົາເຮັດອາດເບິ່ງຄືວ່າມີຄ່າພຽງເລັກໜ້ອຍກໍຕາມ.—ມາລະໂກ 12:41-44
17. ລາງວັນອັນໃດແດ່ທີ່ເຮົາຍິນດີໃນຕອນນີ້?
17 ແມ່ນແຕ່ໃນສະໄໝສຸດທ້າຍຂອງລະບົບຊົ່ວທີ່ຊາຕານປົກຄອງຢູ່ນີ້ ພະເຢໂຫວາກຳລັງອວຍພອນປະຊາຊົນຂອງພະອົງ. ພະອົງຈັດໃຫ້ເຮົາໄດ້ຮັບຄວາມຮູ້ມາກມາຍແລະມີຄວາມສຸກຢ່າງເຫຼືອລົ້ນໃນການເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງຢູ່ທົ່ວໂລກ. (ເອຊາອີ 54:13) ແມ່ນແລ້ວ ດັ່ງທີ່ພະເຍຊູໄດ້ສັນຍາໄວ້ ພະເຢໂຫວາໃຫ້ລາງວັນເຮົາໃນຕອນນີ້ໂດຍໃຫ້ເຮົາເປັນສ່ວນໜຶ່ງຂອງຄອບຄົວທີ່ມີຄວາມຮັກເຊິ່ງມີພີ່ນ້ອງຊາຍຍິງຢູ່ທົ່ວໂລກ. (ມາລະໂກ 10:29, 30) ນອກຈາກນັ້ນ ຄົນທີ່ຊອກຫາພະເຈົ້າຢ່າງຈິງຈັງຍັງໄດ້ຮັບລາງວັນໂດຍມີຄວາມສະຫງົບໃຈ ຄວາມອີ່ມໃຈພໍໃຈ ແລະຄວາມສຸກ.—ຟີລິບ 4:4-7
18, 19. ຜູ້ຮັບໃຊ້ຂອງພະເຢໂຫວາຮູ້ສຶກແນວໃດກ່ຽວກັບລາງວັນທີ່ເຂົາເຈົ້າໄດ້ຮັບ?
18 ຜູ້ຮັບໃຊ້ຂອງພະເຢໂຫວາຢູ່ໃນທົ່ວໂລກປະສົບກັບລາງວັນທີ່ດີເລີດຈາກພະອົງ. ຕົວຢ່າງເຊັ່ນ: ພີ່ນ້ອງບິອັງກາຈາກປະເທດເຢຍລະມັນບອກວ່າ: “ຂ້ອຍຂອບໃຈພະເຢໂຫວາ
ແທ້ໆທີ່ຊ່ວຍກ່ຽວກັບຄວາມກັງວົນຂອງຂ້ອຍແລະຢູ່ຄຽງຂ້າງຂ້ອຍແຕ່ລະມື້. ໂລກຂ້າງນອກວຸ່ນວາຍແລະສິ້ນຫວັງ ແຕ່ເມື່ອເຮັດວຽກໃກ້ຊິດກັບພະເຢໂຫວາ ຂ້ອຍຮູ້ສຶກປອດໄພໃນອ້ອມແຂນຂອງພະອົງ. ເມື່ອໃດກໍຕາມທີ່ຂ້ອຍເສຍສະລະເພື່ອພະອົງ ພະອົງອວຍພອນຄືນໃຫ້ຂ້ອຍຮ້ອຍເທົ່າ.”19 ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງພອນລາເຊິ່ງອາຍຸ 70 ປີຈາກປະເທດການາດາ. ລາວມີຂີດຈຳກັດຫຼາຍຍ້ອນເປັນພະຍາດກະດູກສັນຫຼັງອັດບໍ່ແຈບ ເຊິ່ງເປັນບັນຫາຮ້າຍແຮງຂອງກະດູກສັນຫຼັງ. ລາວເວົ້າວ່າ: “ສຸຂະພາບຈຳກັດການເຄື່ອນເໜັງຂອງຂ້ອຍ ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າວຽກຮັບໃຊ້ຂອງຂ້ອຍຈະຖືກຈຳກັດໄວ້.” ລາວເວົ້າຕື່ມອີກວ່າ: “ຂ້ອຍໄດ້ໃຊ້ປະໂຫຍດຈາກການຮັບໃຊ້ໃນຮູບແບບຕ່າງໆເຊັ່ນ: ການປະກາດທາງໂທລະສັບແລະການປະກາດທີ່ບໍ່ເປັນທາງການ. ເພື່ອໃຫ້ກຳລັງໃຈຕົວເອງ ຂ້ອຍມີປຶ້ມບັນທຶກທີ່ມີຂໍ້ພະຄຳພີແລະຄວາມຄິດເຫັນຕ່າງໆຈາກໜັງສືຂອງອົງການເຊິ່ງຂ້ອຍອ່ານໃນບາງຄັ້ງຄາວ. ຂ້ອຍເອີ້ນມັນວ່າ ‘ປຶ້ມບັນທຶກທີ່ຊ່ວຍໃຫ້ລອດ.’ ຄວາມທໍ້ໃຈມີພຽງຊົ່ວຄາວເທົ່ານັ້ນ ຖ້າເຮົາຈົດຈໍ່ໃນຄຳສັນຍາຂອງພະເຢໂຫວາ. ພະເຢໂຫວາຢູ່ພ້ອມສະເໝີເພື່ອຊ່ວຍເຮົາ ບໍ່ວ່າສະພາບການຂອງເຮົາຈະເປັນແບບໃດກໍຕາມ.” ສະພາບການຂອງເຈົ້າອາດແຕກຕ່າງຫຼາຍຈາກພີ່ນ້ອງບິອັງກາແລະພອນລາ. ແຕ່ເຈົ້າກໍສາມາດຄິດເຖິງວິທີຕ່າງໆທີ່ພະເຢໂຫວາໄດ້ໃຫ້ລາງວັນເຈົ້າແລະຄົນທີ່ຢູ່ອ້ອມຂ້າງເຈົ້າ. ເປັນສິ່ງດີແທ້ໆທີ່ຈະຄິດເຖິງວິທີທີ່ພະເຢໂຫວາໃຫ້ລາງວັນເຈົ້າໃນຕອນນີ້ ແລະວິທີທີ່ພະອົງຈະໃຫ້ລາງວັນເຈົ້າໃນອະນາຄົດ!
20. ເຮົາສາມາດຄອຍຖ້າສິ່ງໃດ ຖ້າເຮົາເຮັດດີທີ່ສຸດເພື່ອຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ?
20 ຂໍໃຫ້ຈື່ໄວ້ວ່າຄຳອະທິດຖານທີ່ຈິງໃຈຂອງເຈົ້າ “ມີບຳເໜັດອັນໃຫຍ່.” ເຈົ້າໝັ້ນໃຈໄດ້ເລີຍວ່າຫຼັງຈາກທີ່ໄດ້ “ກະທຳນໍ້າໃຈຂອງພະເຈົ້າໃຫ້ສຳເລັດແລ້ວ” ເຈົ້າຈະ “ໄດ້ຮັບຕາມຄຳປະຕິຍານໄວ້ນັ້ນ.” (ເຫບເລີ 10:35, 36) ດັ່ງນັ້ນ ໃຫ້ເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຕໍ່ໆໄປ ແລະເຮັດດີທີ່ສຸດເພື່ອຮັບໃຊ້ພະເຢໂຫວາ. ເຮົາໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະໃຫ້ລາງວັນເຮົາ!—ອ່ານໂກໂລດ 3:23, 24