ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດ້ວຍ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເຈົ້າ​ຈຶ່ງ​ເປັນ​ອິດ​ສະຫຼະ

ດ້ວຍ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເຈົ້າ​ຈຶ່ງ​ເປັນ​ອິດ​ສະຫຼະ

‘ບໍ່​ໃຫ້​ບາບ​ຄຸ້ມຄອງ​ທ່ານ ເພາະ​ວ່າ​ພວກ​ທ່ານ . . . ຢູ່​ໃຕ້​ພະ​ຄຸນ [“ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່,” ລ.ມ.]’—ໂລມ 6:14

ເພງ: 2, 61

1, 2. ໂລມ 5:12 ຊ່ວຍ​ເຮົາ​ແນວ​ໃດ?

ໂລມ 5:12 ເວົ້າ​ວ່າ: ‘ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພາະ​ຄົນ​ຜູ້​ດຽວ ແລະ​ຄວາມ​ຕາຍ​ເຂົ້າ​ມາ​ດ້ວຍ​ຄວາມ​ບາບ​ນັ້ນ​ແລະ​ຄວາມ​ຕາຍ​ໄດ້​ມາ​ຖືກ​ຄົນ​ທັງ​ປວງ ເພາະ​ເຂົາ​ທຸກ​ຄົນ​ເປັນ​ຄົນ​ບາບ​ແລ້ວ.’ ເຮົາ​ຮູ້ຈັກ​ພະ​ຄຳພີ​ຂໍ້​ນີ້​ດີ​ແລະ​ກໍ​ໃຊ້​ເລື້ອຍໆເມື່ອ​ສອນ​ຄຳພີ​ໄບເບິນ.

2 ໃນ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ແລະ​ປຶ້ມ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? (ພາສາ​ໄທ) ໃຊ້​ພະ​ຄຳພີ​ຂໍ້​ນີ້​ຫຼາຍ​ເທື່ອ. ເມື່ອ​ເຮົາ​ສຶກສາ​ປຶ້ມ​ສອງ​ຫົວ​ນີ້​ໃນ​ບົດ​ທີ 3 5 ແລະ 6 ກັບ​ລູກ​ຫຼື​ກັບ​ຄົນ​ອື່ນ ເຮົາ​ຈະ​ມັກ​ອ່ານ​ໂລມ 5:12. ເຮົາ​ອາດ​ໃຊ້​ພະ​ຄຳພີ​ຂໍ້​ນີ້​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ບໍ່​ໄດ້​ເປັນ​ອຸທິຍານ ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄ່າໄຖ່ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ. ພະ​ຄຳພີ​ຂໍ້​ນີ້​ຍັງ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ຮູ້​ຄຸນຄ່າ​ແທ້ໆໃນ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ ແລະ​ກໍ​ຊ່ວຍ​ເຮົາ​ໃຫ້​ຕັ້ງ​ໃຈ​ແນ່ວ​ແນ່​ຫຼາຍ​ຂຶ້ນ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແລະ​ຄອຍ​ຖ້າ​ຕໍ່​ໄປ​ໃນ​ສິ່ງ​ທີ່​ພະອົງ​ໄດ້​ສັນຍາ​ກັບ​ເຮົາ.

3. ເຮົາ​ຕ້ອງ​ຈື່​ອັນ​ໃດ​ໄວ້​ກ່ຽວ​ກັບ​ສະພາບການ​ຂອງ​ເຮົາ?

3 ໜ້າ​ເສົ້າໃຈ ເຮົາ​ທຸກ​ຄົນ​ເປັນ​ຄົນ​ບາບ ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ຜິດ​ທຸກ​ມື້. ແຕ່​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ. ພະອົງ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ແລະ​ພະອົງ​ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ​ເຮົາ. (ຄຳເພງ 103:13, 14) ພະ​ເຍຊູ​ບອກ​ວ່າ​ເຮົາ​ຕ້ອງ​ຂໍ​ພະ​ເຢໂຫວາ​ອະໄພ​ໃຫ້​ເຮົາ​ທີ່​ໄດ້​ເຮັດ​ບາບ. (ລືກາ 11:2-4) ເມື່ອ​ພະອົງ​ໃຫ້​ອະໄພ​ບາບ​ທີ່​ເຮົາ​ເຮັດ​ໃນ​ອະດີດ ເຮົາ​ກໍ​ບໍ່​ຕ້ອງ​ຄິດ​ເຖິງ​ມັນ​ອີກ. ໃຫ້​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ໂດຍ​ວິທີ​ໃດ.

ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ເຮົາ​ໂດຍ​ວິທີ​ໃດ

4, 5. (ກ) ອັນ​ໃດ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ໂລມ 5:12? (ຂ) “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ໃນ​ພະທຳ​ໂລມ ໂດຍ​ສະເພາະ​ບົດ​ທີ 6 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ອະໄພ​ບາບ​ຂອງ​ເຮົາ. ໃນ​ບົດ​ທີ 3 ເຮົາ​ຮຽນ​ຮູ້​ວ່າ “ຄົນ​ທັງ​ປວງ​ໄດ້​ກະທຳ​ບາບ.” ຈາກ​ນັ້ນ​ໂປໂລ​ອະທິບາຍ​ວ່າ: “ເຂົາ​ໄດ້​ກາຍ​ເປັນ​ຄົນ​ຊອບທຳ​ດີ​ດອກ​ດ້ວຍ​ພະ​ຄຸນ [“ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່,” ລ.ມ.] ຂອງ​ພະອົງ ດ້ວຍ​ການ​ໄຖ່​ໂທດ​ທີ່​ຢູ່​ໃນ​ພະ​ຄລິດ​ເຍຊູ.” (ໂລມ 3:23, 24) ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ: “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່” ໝາຍ​ເຖິງ​ການ​ເຮັດ​ບາງ​ສິ່ງ​ຢ່າງ​ກະລຸນາ​ຫຼາຍ​ໂດຍ​ບໍ່​ໄດ້​ຄາດ​ຫວັງ​ຜົນ​ຕອບ​ແທນ​ໃດໆເລີຍ.

5 ນັກ​ວິຊາການ​ຄົນ​ໜຶ່ງ​ອະທິບາຍ​ວ່າ ຄຳ​ພາສາ​ເກັຣກ​ຄຳ​ນີ້​ມັກ​ໝາຍ​ເຖິງ​ສິ່ງ​ທີ່​ພະເຈົ້າ​ແລະ​ພະ​ຄລິດ​ໄດ້​ເຮັດ​ເພື່ອ​ຊ່ວຍ​ມະນຸດ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ດັ່ງ​ນັ້ນ ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ຈຶ່ງ​ແປ​ຄຳ​ພາສາ​ເກັຣກ​ຄຳ​ນີ້​ວ່າ: “ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.” ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະເຈົ້າ​ໄດ້​ເຮັດ​ສຳລັບ​ເຮົາ ແລະ​ເບິ່ງ​ວ່າ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ເຮົາ​ໃນ​ຕອນ​ນີ້ ແລະ​ໃຫ້​ຄວາມ​ຫວັງ​ເຮົາ​ແນວ​ໃດ​ສຳລັບ​ອະນາຄົດ.

ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ມະນຸດ​ທຸກ​ຄົນ​ໂດຍ​ທາງ​ພະ​ເຍຊູ​ຄລິດ

6. ໃຜ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ແລະ​ໂດຍ​ທາງ​ໃດ?

6 ເນື່ອງ​ຈາກ​ອາດາມ​ໄດ້​ເຮັດ​ບາບ ດັ່ງ​ນັ້ນ ບາບ​ແລະ​ຄວາມ​ຕາຍ​ຈຶ່ງ​ມີ​ຜົນ​ກະທົບ​ຕໍ່​ມະນຸດ​ທຸກ​ຄົນ​ທີ່​ບໍ່​ສົມບູນ​ແບບ​ເຊິ່ງ​ເຄີຍ​ມີ​ຊີວິດ​ໃນ​ໂລກ​ນີ້. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ວ່າ: ‘ດ້ວຍ​ຄວາມ​ຜິດ​ຂອງ​ຄົນ​ຜູ້​ດຽວ ຄວາມ​ຕາຍ​ໄດ້​ຄຸ້ມຄອງ​ເໝືອນ​ກະສັດ.’ ແຕ່​ພະ​ເຢໂຫວາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ໄດ້​ຈັດ​ໃຫ້​ມີ​ວິທີ​ຊ່ວຍ​ມະນຸດ​ທຸກ​ຄົນ​ໃຫ້​ລອດ​ໂດຍ​ທາງ “ພະອົງ​ຜູ້​ດຽວ ຄື​ວ່າ​ພະ​ເຍຊູ​ຄລິດ.” (ໂລມ 5:12, 15, 17) ດັ່ງ​ນັ້ນ “ຄົນ​ຫຼາຍ​ຄົນ​ຈະ​ບັງເກີດ​ເປັນ​ຄົນ​ຊອບທຳ​ເພາະ​ມະນຸດ​ອົງ​ດຽວ​ທີ່​ໄດ້​ນ້ອມ​ຟັງ” ແລະ​ເຂົາ​ເຈົ້າ​ສາມາດ​ຄອຍ​ຖ້າ “ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”—ໂລມ 5:19, 21

7. ເປັນ​ຫຍັງ​ຄ່າໄຖ່​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ​ຈຶ່ງ​ເປັນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່?

7 ຂໍ​ໃຫ້​ຄິດ​ເບິ່ງ ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ລູກ​ຊາຍ​ຂອງ​ພະອົງ​ມາ​ເປັນ​ຄ່າໄຖ່. ແຕ່​ພະອົງ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ໂດຍ​ຈັດ​ໃຫ້​ມີ​ຫົນ​ທາງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ເຮົາ​ແຕ່​ລະ​ຄົນ​ບໍ່​ສົມຄວນ​ໄດ້​ຮັບ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ. ເຮົາ​ຮູ້​ຄຸນຄ່າ​ແທ້ໆທີ່​ພວກ​ເພິ່ນ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ! ດັ່ງ​ນັ້ນ ໃນ​ການ​ໃຊ້​ຊີວິດ​ຂອງ​ເຮົາ ໃຫ້​ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຂອບໃຈ​ພະອົງ​ແທ້ໆ.

ຮູ້​ຄຸນຄ່າ​ໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ

8. ເຮົາ​ຄວນ​ປະຕິເສດ​ຄວາມ​ຄິດ​ແບບ​ໃດ?

8 ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຕັມ​ໃຈ​ໃຫ້​ອະໄພ​ບາບ ແມ່ນ​ແຕ່​ບາບ​ທີ່​ຮ້າຍແຮງ. ແຕ່​ເຮົາ​ບໍ່​ຄວນ​ໃຊ້​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ​ເພື່ອ​ເປັນ​ຂໍ້​ແກ້​ຕົວ​ໃນ​ການ​ເຮັດ​ສິ່ງ​ທີ່​ຜິດ​ແລະ​ຄິດ​ວ່າ ‘ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຂ້ອຍ.’ ໃນ​ສະຕະວັດ​ທຳອິດ ແມ່ນ​ແຕ່​ເມື່ອ​ພວກ​ອັກຄະສາວົກ​ຍັງ​ມີ​ຊີວິດ​ຢູ່ ຄລິດສະຕຽນ​ບາງ​ຄົນ​ມີ​ຄວາມ​ຄິດ​ແບບ​ນັ້ນ. (ອ່ານ​ຢູເດ 4) ໃນ​ທຸກ​ມື້​ນີ້ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຫ້​ຄົນ​ອື່ນ​ມີ​ອິດທິພົນ​ຕໍ່​ເຮົາ ແລະ​ເຮົາ​ກໍ​ເລີ່ມ​ຄິດ​ແບບ​ເຂົາ​ເຈົ້າ​ເທື່ອ​ລະ​ເລັກ​ລະ​ໜ້ອຍ.

9, 10. ໂປໂລ​ແລະ​ຄລິດສະຕຽນ​ຄົນ​ອື່ນໆເປັນ​ອິດ​ສະຫຼະ​ຈາກ​ບາບ​ແລະ​ຄວາມ​ຕາຍ​ໄດ້​ແນວ​ໃດ?

9 ໂປໂລ​ບອກ​ພີ່​ນ້ອງ​ຄລິດສະຕຽນ​ວ່າ ເປັນ​ສິ່ງ​ບໍ່​ຖືກຕ້ອງ​ທີ່​ຈະ​ຄິດ​ວ່າ​ຖ້າ​ເຂົາ​ເຈົ້າ​ເຮັດ​ບາບ​ຕໍ່​ໄປ ພະ​ເຢໂຫວາ​ຍັງ​ຈະ​ໃຫ້​ອະໄພ​ຢູ່. ໂປໂລ​ບອກ​ວ່າ​ເຂົາ​ເຈົ້າ​ຄວນ​ປະຕິເສດ​ຄວາມ​ຄິດ​ແບບ​ນີ້​ເພາະ​ເຂົາ​ເຈົ້າ “ຕາຍ​ແກ່​ຄວາມ​ບາບ​ແລ້ວ.” (ອ່ານ​ໂລມ 6:1, 2) ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເຮົາ​ຈະ​ຍອມ​ແພ້​ຕໍ່​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ທີ່​ເປັນ​ບາບ ຫຼື​ເຮົາ​ຈະ​ຄວບຄຸມ​ມັນ

10 ໂດຍ​ທາງ​ຄ່າໄຖ່ ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ບາບ​ຂອງ​ໂປໂລ​ແລະ​ຄລິດສະຕຽນ​ຄົນ​ອື່ນໆທີ່​ມີ​ຊີວິດ​ໃນ​ສະຕະວັດ​ທຳອິດ. ພະອົງ​ໄດ້​ເຈີມ​ຄົນ​ເຫຼົ່າ​ນີ້​ດ້ວຍ​ພະລັງ​ບໍລິສຸດ​ເພື່ອ​ໃຫ້​ເປັນ​ລູກ​ຂອງ​ພະອົງ. ຖ້າ​ເຂົາ​ເຈົ້າ​ຮັກສາ​ຄວາມ​ສັດ​ຊື່ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ໃນ​ສະຫວັນ​ແລະ​ປົກຄອງ​ກັບ​ພະ​ຄລິດ. ແຕ່​ຍ້ອນ​ວ່າ​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ ເຂົາ​ເຈົ້າ​ໄດ້ “ຕາຍ​ແກ່​ຄວາມ​ບາບ​ແລ້ວ” ແນວ​ໃດ? ໂປໂລ​ໃຊ້​ການ​ສົມ​ທຽບ​ເພື່ອ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ແນວ​ທາງ​ຊີວິດ​ແທ້ໆແລ້ວ. ລາວ​ເວົ້າ​ວ່າ: ຫຼັງ​ຈາກ​ທີ່​ພະ​ເຍຊູ​ຕາຍ ພະອົງ​ກໍ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ເປັນ​ກາຍ​ວິນຍານ​ທີ່​ມີ​ຊີວິດ​ເປັນ​ອະມະຕະ. ດ້ວຍ​ເຫດ​ນີ້​ຄວາມ​ຕາຍ​ຈຶ່ງ “ບໍ່​ມີ​ອຳນາດ​ເໜືອ​ພະອົງ​ອີກ​ຕໍ່​ໄປ, ທ.ປ.” ຄ້າຍ​ຄື​ກັນ ນັ້ນ​ເປັນ​ຄື​ກັບ​ວ່າ​ຄລິດສະຕຽນ​ກໍ​ຕາຍ​ແລ້ວ​ເຊັ່ນ​ກັນ. ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ຢ່າງ​ແທ້​ຈິງ​ເພາະ​ເຂົາ​ເຈົ້າ​ບໍ່​ຍອມ​ໃຫ້​ຄວາມ​ຕ້ອງການ​ທີ່​ເປັນ​ບາບ​ຄວບຄຸມ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ. ນັບ​ຕັ້ງ​ແຕ່​ນັ້ນ​ມາ ເຂົາ​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ. ເຂົາ​ເຈົ້າ “ຕາຍ​ແກ່​ຄວາມ​ບາບ​ແລ້ວ ແຕ່​ວ່າ​ມີ​ຊີວິດ​ຢູ່​ສຳລັບ​ພະເຈົ້າ​ໃນ​ພະ​ຄລິດ​ເຍຊູ.”—ໂລມ 6:9, 11

11. ໃນ​ປັດຈຸບັນ​ນີ້ ຄລິດສະຕຽນ​ໄດ້ “ຕາຍ​ແກ່​ຄວາມ​ບາບ​ແລ້ວ” ແນວ​ໃດ“?

11 ແລ້ວ​ເຮົາ​ເດ? ເຮົາ​ໄດ້ “ຕາຍ​ແກ່​ຄວາມ​ບາບ​ແລ້ວ” ແນວ​ໃດ? ໃນ​ອະດີດ ເຮົາ​ອາດ​ເຮັດ​ຫຼາຍ​ສິ່ງ​ທີ່​ຜິດ​ໂດຍ​ບໍ່​ໄດ້​ສຳນຶກ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ການ​ກະທຳ​ນັ້ນ. ເຮົາ​ເປັນ​ຄື​ກັບ ‘ທາດ​ຂອງ​ການ​ກະທຳ​ທີ່​ບໍ່​ສະອາດ​ແລະ​ຄວາມ​ຊົ່ວ, ລ.ມ.’ ນັ້ນ​ກໍ​ຄື “ເປັນ​ທາດ​ແຫ່ງ​ຄວາມ​ບາບ.” (ໂລມ 6:19, 20) ແຕ່​ເມື່ອ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້​ຊີວິດ​ແບບ​ໃດ ເຮົາ​ກໍ​ໄດ້​ປ່ຽນ​ແປງ​ຊີວິດ ອຸທິດ​ຕົວ​ໃຫ້​ພະອົງ ແລະ​ຮັບ​ບັບເຕມາ. ເຮົາ​ຕ້ອງການ​ແທ້ໆທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ. ດັ່ງ​ນັ້ນ ເຮົາ​ຈຶ່ງ “ພົ້ນ​ຈາກ​ຄວາມ​ບາບ” ແລະ​ເຮົາ “ກາຍ​ເປັນ​ທາດ​ຂອງ​ຄວາມ​ຊອບທຳ.”—ໂລມ 6:17, 18

12. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ເລືອກ​ສິ່ງ​ໃດ?

12 ຢ່າງ​ໃດ​ກໍ​ຕາມ ເຮົາ​ເລືອກ​ໄດ້. ໂປໂລ​ເວົ້າ​ວ່າ: ‘ຢ່າ​ໃຫ້​ຄວາມ​ບາບ​ຄຸ້ມຄອງ​ຢູ່​ໃນ​ຕົວ​ທີ່​ຕາຍ​ໄດ້​ຂອງ​ທ່ານ​ທັງ​ຫຼາຍ ເພື່ອ​ທ່ານ​ຈະ​ບໍ່​ຟັງ​ຄວາມ​ປາຖະໜາ​ອັນ​ຊົ່ວ.’ (ໂລມ 6:12) ເຮົາ​ຈະ​ຍອມ​ແພ້​ຕໍ່​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ເປັນ​ບາບ ຫຼື​ເຮົາ​ຈະ​ຄວບຄຸມ​ມັນ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ປ່ອຍ​ໃຫ້​ຄວາມ​ຕ້ອງການ​ທີ່​ບໍ່​ຖືກຕ້ອງ​ເຕີບໂຕ​ຂຶ້ນ​ບໍ​ຈົນ​ຂ້ອຍ​ເຮັດ​ໃນ​ສິ່ງ​ທີ່​ຜິດ? ຫຼື​ຂ້ອຍ​ປະຕິເສດ​ຄວາມ​ຄິດ​ແບບ​ນັ້ນ​ທັນທີ​ໂລດ?’ ຖ້າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ເຮົາ​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.

ເຈົ້າ​ຕໍ່​ສູ້​ກັບ​ບາບ​ໄດ້

13. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ໄດ້?

13 ໃນ​ສະຕະວັດ​ທຳອິດ ບາງ​ຄົນ​ໃນ​ເມືອງ​ໂກລິນໂທ​ທີ່​ເຄີຍ​ເປັນ​ຄົນ​ຂີ້​ເຫຼົ້າ ເປັນ​ຂີ້​ລັກ ມັກ​ເພດ​ດຽວ​ກັນ ຜິດ​ປະເວນີ ແລະ​ບູຊາ​ຮູບ​ປັ້ນ ເຂົາ​ເຈົ້າ​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ ແລະ​ໄດ້​ປ່ຽນ​ແປງ​ຕົວ​ເອງ. ເຂົາ​ເຈົ້າ​ຮູ້ສຶກອາຍ​ໃນ​ສິ່ງ​ທີ່​ເຄີຍ​ເຮັດ. (ໂລມ 6:21; 1 ໂກລິນໂທ 6:9-11) ຄລິດສະຕຽນ​ໃນ​ເມືອງ​ໂລມ​ກໍ​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ໃນ​ແບບ​ທີ່​ຄ້າຍໆກັນ. ໂປໂລ​ບອກ​ເຂົາ​ເຈົ້າ​ວ່າ: “ສ່ວນ​ອາການ [“ຮ່າງກາຍ,” ລ.ມ.] ຂອງ​ພວກ​ທ່ານ​ຢ່າ​ມອບ​ໄວ້​ແກ່​ຄວາມ​ບາບ​ເປັນ​ເຄື່ອງ​ໃຊ້​ໃນ​ການ​ບໍ່​ຊອບທຳ ແຕ່​ວ່າ​ຈົ່ງ​ມອບ​ຕົວ​ເອງ​ໄວ້​ແກ່​ພະເຈົ້າ ເໝືອນ​ເປັນ​ຄົນ​ທີ່​ມີ​ຊີວິດ​ຄືນ​ມາ​ຈາກ​ໝູ່​ຄົນ​ຕາຍ​ແລ້ວ ແລະ​ສ່ວນ​ອາການ [“ຮ່າງກາຍ,” ລ.ມ.] ຂອງ​ພວກ​ທ່ານ​ຈົ່ງ​ມອບ​ໄວ້​ແກ່​ພະເຈົ້າ​ເປັນ​ເຄື່ອງ​ໃຊ້​ໃນ​ການ​ຊອບທຳ.” (ໂລມ 6:13) ໂປໂລ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ເຮັດໃນ​ສິ່ງ​ທີ່​ຖືກຕ້ອງ​ໄດ້ ແລະ​ຈະ​ຮັບ​ປະໂຫຍດ​ຕໍ່​ໄປ​ຈາກ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.

14, 15. ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

14 ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ. ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ​ບາງ​ຄົນ​ອາດ​ເຄີຍ​ໃຊ້​ຊີວິດ​ຄື​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ເມືອງ​ໂກລິນໂທ. ແຕ່​ຫຼັງ​ຈາກ​ທີ່​ໄດ້​ຮູ້ຈັກ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ປ່ຽນ​ແປງ​ຊີວິດ​ເຊິ່ງ​ນັ້ນ​ເປັນ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ຖືກ “ຊຳຮະ” ໃຫ້​ສະອາດ. ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ທຸກ​ຄົນ​ຈຶ່ງ​ປ່ຽນ​ແປງ​ຊີວິດ​ຂອງ​ຕົວ​ເອງ. ແມ່ນ​ແຕ່​ໃນ​ຕອນ​ນີ້​ເຮົາ​ຢາກ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆແລະ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະອົງ.

15 ແນ່ນອນ​ວ່າ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຈາກ​ການ​ເຮັດ​ບາບ​ທີ່​ຮ້າຍແຮງ​ເຊິ່ງ​ບາງ​ຄົນ​ໃນ​ເມືອງ​ໂກລິນໂທ​ໄດ້​ເຮັດ. ເຮົາ​ບໍ່​ສາມາດ​ເຮັດ​ແບບ​ນັ້ນ​ຕໍ່​ໄປ ແລະ​ກໍ​ຄາດ​ໝາຍ​ວ່າ​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ເຮົາ​ແລະ​ໃຫ້​ອະໄພ​ເຮົາ. ແຕ່​ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ບາບ​ທີ່​ບາງ​ຄົນ​ອາດ​ຄິດ​ວ່າ​ບໍ່​ຮ້າຍແຮງ? ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຊື່ອ​ຟັງ​ພະ​ເຢໂຫວາ​ໃນ​ທຸກ​ສິ່ງ​ບໍ?—ໂລມ 6:14, 17

16. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຈາກ​ການ​ເຮັດ​ບາບ​ທີ່​ບໍ່​ໄດ້​ກ່າວ​ໄວ້​ໃນ 1 ໂກລິນໂທ 6:9-11?

16 ຂໍ​ໃຫ້​ຄິດ​ເຖິງ​ອັກຄະສາວົກ​ໂປໂລ. ລາວ​ຂຽນ​ວ່າ: ‘ເຮົາ​ເປັນ​ມະນຸດ​ທີ່​ຕາຍ​ເປັນ ເຊິ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ບາບ. ເຮົາ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ເຮົາ​ເຮັດ​ຢູ່ ເພາະ​ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ມັກ ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົາ​ຊັງ.’ (ໂລມ 7:14, 15, ທ.ປ.) ເຖິງ​ວ່າ​ໂປໂລ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ກ່າວ​ໄວ້​ໃນ 1 ໂກລິນໂທ 6:9-11 ແຕ່​ລາວ​ກໍ​ຍັງ​ຍອມ​ຮັບ​ວ່າ​ຕົວ​ເອງ​ເຮັດ​ບາບ. ລາວ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ດັ່ງ​ນັ້ນ ລາວ​ຈຶ່ງ​ຕໍ່​ສູ້​ກັບ​ການ​ເຮັດ​ສິ່ງ​ທີ່​ຜິດ. (ອ່ານ​ໂລມ 7:21-23) ໃຫ້​ເຮົາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂປໂລ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ.

17. ເປັນ​ຫຍັງ​ເຮົາ​ຈຶ່ງ​ຢາກ​ເປັນ​ຄົນ​ສັດ​ຊື່?

17 ຍົກ​ຕົວຢ່າງ ເຮົາ​ຮູ້​ວ່າ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ເຮົາ​ຕ້ອງ​ເປັນ​ຄົນ​ສັດ​ຊື່. (ອ່ານ​ສຸພາສິດ 14:5; ເອເຟດ 4:25) ເຮົາ​ບໍ່​ຢາກ​ເປັນ​ຄື​ຊາຕານ​ທີ່​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ.” ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈື່​ວ່າ​ອານາເນຍ​ແລະ​ເມຍ​ຂອງ​ລາວ​ຕາຍ​ຍ້ອນ​ເວົ້າ​ຕົວະ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ຢາກ​ເວົ້າ​ຕົວະ. (ໂຢຮັນ 8:44; ກິດຈະການ 5:1-11) ແຕ່​ການ​ເປັນ​ຄົນ​ສັດ​ຊື່​ບໍ່​ໄດ້​ໝາຍ​ເຖິງ​ການ​ບໍ່​ເວົ້າ​ຕົວະ​ເທົ່າ​ນັ້ນ. ຖ້າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ເຮົາ​ກໍ​ຈະ​ສັດ​ຊື່​ໃນ​ດ້ານ​ອື່ນ​ເຊັ່ນ​ກັນ.

18, 19. ການ​ເປັນ​ຄົນ​ສັດ​ຊື່​ໝາຍ​ຄວາມ​ວ່າ​ແນວ​ໃດ?

18 ຄົນ​ເຮົາ​ສາມາດ​ເປັນ​ຄົນ​ບໍ່​ສັດ​ຊື່​ໂດຍ​ທີ່​ບໍ່​ໄດ້​ເວົ້າ​ຕົວະ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ບອກ​ຊາວ​ອິດສະລາແອນ​ວ່າ: ‘ຢ່າ​ລັກ​ເອົາ​ຂອງ ແລະ​ຢ່າ​ລໍ້​ລວງ ແລະ​ຢ່າ​ເວົ້າ​ຄຳ​ຕົວະ​ກັນ​ແລະ​ກັນ.’ ເປັນ​ຫຍັງ​ເຂົາ​ເຈົ້າ​ບໍ່​ຄວນ​ເຮັດ​ແບບ​ນີ້? ເພາະ​ພະ​ເຢໂຫວາ​ເວົ້າ​ວ່າ: “ທ່ານ​ທັງ​ຫຼາຍ​ຈົ່ງ​ເປັນ​ຄົນ​ບໍລິສຸດ ເຫດ​ວ່າ​ຝ່າຍ​ເຮົາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ທ່ານ ເຮົາ​ບໍລິສຸດ.” (ພວກເລວີ 19:2, 11) ເຖິງ​ວ່າ​ເຮົາ​ອາດ​ບໍ່​ໄດ້​ເວົ້າ​ຕົວະ ແຕ່​ຖ້າ​ເຮົາ​ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອ​ໃນ​ສິ່ງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ ເຮົາ​ກໍ​ກຳລັງ​ເປັນ​ຄົນ​ບໍ່​ສັດ​ຊື່.

ເຮົາ​ຕັ້ງ​ໃຈ​ແນ່ວ​ແນ່​ບໍ​ທີ່​ຈະ​ບໍ່​ເວົ້າ​ຕົວະ​ແລະ​ບໍ່​ຫຼອກ​ລວງ? (ເບິ່ງ​ຂໍ້ 19)

19 ຕົວຢ່າງ​ເຊັ່ນ: ຜູ້​ຊາຍ​ຄົນ​ໜຶ່ງ​ບອກ​ຫົວ​ໜ້າ​ຫຼື​ເພື່ອນ​ຮ່ວມ​ງານ​ວ່າ​ລາວ​ຕ້ອງ​ເລີກ​ວຽກ​ໄວ​ເພາະ​ມີ​ນັດ​ກັບ​ທ່ານ​ໝໍ. ແຕ່​ນີ້​ບໍ່​ແມ່ນ​ເຫດຜົນ​ທີ່​ແທ້​ຈິງ. ລາວ​ຢາກ​ເມືອ​ໄວ​ເພື່ອ​ຈະ​ໄດ້​ໄປ​ທ່ຽວ​ໄວໆ. ທີ່​ຈິງ “ການ​ນັດ​ກັບ​ານ​ໝໍ” ແມ່ນ​ພຽງ​ແຕ່​ໄປ​ຮ້ານ​ຂາຍ​ຢາ​ບຶດ​ໜຶ່ງ ຫຼື​ໄປ​ຈ່າຍ​ເງິນ​ຢູ່​ຄລີນິກ​ຂອງ​ທ່ານ​ໝໍ​ເທົ່າ​ນັ້ນ. ລາວ​ກຳລັງ​ເປັນ​ຄົນ​ສັດ​ຊື່​ບໍ ຫຼື​ກຳລັງ​ເປັນ​ຄົນ​ຫຼອກ​ລວງ? ລາວ​ເຮັດ​ໃຫ້​ຄົນ​ອື່ນ​ເຊື່ອ​ໃນ​ສິ່ງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ. ບາງ​ຄັ້ງ ຜູ້​ຄົນ​ຫຼອກ​ລວງ​ຄົນ​ອື່ນ​ເພື່ອ​ຈະ​ໄດ້​ບາງ​ສິ່ງ​ບາງ​ຢ່າງ​ຫຼື​ເພື່ອ​ຫຼີກ​ລ່ຽງ​ຈາກ​ການ​ຖືກ​ລົງໂທດ. ແຕ່​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ຜູ້​ທີ່​ບອກ​ວ່າ: “ຢ່າ​ລໍ້​ລວງ.” ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ບອກ​ວ່າ​ຖືກຕ້ອງ​ແລະ​ບໍລິສຸດ.—ໂລມ 6:19

20, 21. ຖ້າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ສິ່ງ​ໃດ​ແດ່?

20 ແນ່ນອນ​ວ່າ​ເຮົາ​ຈະ​ຫຼີກ​ລ່ຽງ​ຈາກ​ການ​ຫຼິ້ນ​ຊູ້ ການ​ເມົາ​ເຫຼົ້າ ແລະ​ບາບ​ອື່ນໆທີ່​ຮ້າຍແຮງ. ຍິ່ງ​ກວ່າ​ນັ້ນ ເຮົາ​ຢາກ​ຫຼີກ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ເຮົາ​ບໍ່​ພຽງ​ແຕ່​ຫຼີກ​ລ່ຽງ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ເບິ່ງ​ຄວາມ​ບັນເທີງ​ທີ່​ຜິດ​ສິນລະທຳ. ເຮົາ​ບໍ່​ພຽງ​ແຕ່​ຫຼີກ​ລ່ຽງ​ຈາກ​ການ​ເມົາ​ເຫຼົ້າ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ດື່ມ​ເຫຼົ້າ​ຈົນ​ເຖິງ​ຈຸດ​ທີ່​ວ່າ​ເກືອບ​ເມົາ. ເຮົາ​ອາດ​ຕ້ອງ​ພະຍາຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ຕໍ່​ສູ້​ກັບ​ການ​ລໍ້​ໃຈ​ເຫຼົ່າ​ນີ້ ແຕ່​ເຮົາ​ເອົາ​ຊະນະ​ໄດ້.

21 ເຮົາ​ຕັ້ງ​ເປົ້າ​ໝາຍ​ເພື່ອ​ຈະ​ເຮັດ​ຕາມ​ທີ່​ໂປໂລ​ບອກ​ທີ່​ວ່າ: ‘ຢ່າ​ໃຫ້​ຄວາມ​ບາບ​ຄຸ້ມຄອງ​ຢູ່​ໃນ​ຕົວ​ທີ່​ຕາຍ​ໄດ້​ຂອງ​ທ່ານ​ທັງ​ຫຼາຍ ເພື່ອ​ທ່ານ​ຈະ​ບໍ່​ຟັງ​ຄວາມ​ປາຖະໜາ​ອັນ​ຊົ່ວ.’ (ໂລມ 6:12; 7:18-20) ເປັນ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ບໍ່​ສາມາດ​ຫຼີກ​ລ່ຽງ​ຈາກ​ບາບ​ທຸກ​ຢ່າງ​ໄດ້. ແຕ່​ເມື່ອ​ເຮົາ​ຕໍ່​ສູ້​ກັບ​ບາບ​ທຸກ​ຊະນິດ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ທີ່​ພະເຈົ້າ​ແລະ​ພະ​ຄລິດ​ໄດ້​ສະແດງ​ຕໍ່​ເຮົາ.

22. ຖ້າ​ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ເຮົາ​ສາມາດ​ຄອຍ​ຖ້າ​ລາງວັນ​ອັນ​ໃດ?

22 ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ບາບ​ຂອງ​ເຮົາ ແລະ​ພະອົງ​ກໍ​ສາມາດ​ໃຫ້​ອະໄພ​ຕໍ່​ໄປ​ໄດ້. ເຮົາ​ຮູ້​ຄຸນຄ່າ​ແທ້ໆໃນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ! ດັ່ງ​ນັ້ນ ໃຫ້​ເຮົາ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຖື​ວ່າ​ຜິດ ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ຈະ​ເບິ່ງ​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ບໍ່​ໄດ້​ເປັນ​ບາບ​ກໍ​ຕາມ. ຖ້າ​ເຮົາ​ຫຼີກ​ລ່ຽງ​ໄດ້​ແບບ​ນັ້ນ ເຮົາ​ສາມາດ​ຄອຍ​ຖ້າ​ລາງວັນ​ອັນ​ໃດ? ໂປໂລ​ບອກ​ວ່າ: ‘ດຽວ​ນີ້​ທ່ານ​ທັງ​ຫຼາຍ​ເປັນ​ທີ່​ໄຖ່​ຈາກ​ຄວາມ​ບາບ​ແລ້ວ ແລະ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ ທ່ານ​ທັງ​ຫຼາຍ​ໄດ້​ປະໂຫຍດ​ໃນ​ຄວາມ​ບໍລິສຸດ ແລະ​ທີ່​ສຸດ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.’—ໂລມ 6:22