ຄຳພີໄບເບິນຍັງເຮັດການປ່ຽນແປງໃນຊີວິດຂອງເຈົ້າບໍ?
‘ໃຫ້ປ່ຽນຄວາມຄິດຂອງເຈົ້າໃໝ່.’—ໂລມ 12:2, ລ.ມ.
ເພງ: 61, 52
1-3. (ກ) ຫຼັງຈາກທີ່ຮັບບັບເຕມາແລ້ວ ການປ່ຽນແປງອັນໃດທີ່ອາດເປັນເລື່ອງຍາກທີ່ເຮົາຈະເຮັດ? (ຂ) ເມື່ອເຮົາກ້າວໜ້າໄດ້ຍາກກວ່າທີ່ຄາດໝາຍໄວ້ ເຮົາອາດຖາມຕົວເອງດ້ວຍຄຳຖາມໃດແດ່? (ເບິ່ງຮູບທຳອິດ)
ເປັນເວລາຫຼາຍປີທີ່ເຄວິນໄດ້ຫຼິ້ນການພະນັນ ສູບຢາ ດື່ມເຫຼົ້າຫຼາຍ ແລະໃຊ້ຢາເສບຕິດ. [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) ຕໍ່ມາລາວໄດ້ຮຽນຮູ້ເລື່ອງຂອງພະເຢໂຫວາແລະຕ້ອງການທີ່ຈະເປັນເພື່ອນກັບພະອົງ. ແຕ່ເພື່ອຈະເຮັດໄດ້ແບບນັ້ນ ລາວຕ້ອງເຮັດການປ່ຽນແປງທີ່ຍິ່ງໃຫຍ່ໃນຊີວິດ. ໃນທີ່ສຸດ ເຄວິນກໍສາມາດເຮັດເຊັ່ນນັ້ນໄດ້ຍ້ອນການຊ່ວຍເຫຼືອທີ່ມາຈາກພະເຢໂຫວາແລະຈາກພະລັງໃນຄຳພີໄບເບິນເຊິ່ງເປັນພະຄຳຂອງພະອົງ.—ເຫບເລີ 4:12
2 ຫຼັງຈາກທີ່ເຄວິນຮັບບັບເຕມາແລ້ວ ລາວຍັງຕ້ອງໄດ້ປ່ຽນແປງນິດໄສໃຈຄໍເພື່ອລາວຈະເປັນຄລິດສະຕຽນທີ່ດີຂຶ້ນ. (ເອເຟດ 4:31, 32) ຕົວຢ່າງເຊັ່ນ: ລາວເຄີຍເປັນຄົນທີ່ໃຈຮ້າຍໄວ. ລາວຮູ້ສຶກແປກໃຈເມື່ອເຫັນວ່າຍາກຫຼາຍແທ້ໆທີ່ລາວຈະຄວບຄຸມອາລົມຂອງຕົວເອງ. ທີ່ຈິງ ເຄວິນເວົ້າວ່າການຈະຄວບຄຸມອາລົມຂອງຕົວເອງຍາກກວ່າການເຊົາ ນິດໄສຕ່າງໆທີ່ບໍ່ດີເຊິ່ງລາວໄດ້ເຮັດກ່ອນທີ່ຈະຮັບບັບເຕມາ! ແຕ່ເຄວິນສາມາດປ່ຽນແປງຕົວເອງໄດ້ໂດຍການອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍແລະໂດຍການສຶກສາຄຳພີໄບເບິນຢ່າງລະອຽດ.
3 ກ່ອນທີ່ຈະຮັບບັບເຕມາ ພວກເຮົາຫຼາຍຄົນຕ້ອງໄດ້ເຮັດການປ່ຽນແປງຕ່າງໆທີ່ຍິ່ງໃຫຍ່ໃນຊີວິດເພື່ອຈະໃຊ້ຊີວິດຕາມທີ່ຄຳພີໄບເບິນບອກໃຫ້ເຮົາເຮັດ. ແມ່ນແຕ່ຮອດຕອນນີ້ ເຮົາຮູ້ວ່າມີການປ່ຽນແປງທີ່ເລັກນ້ອຍກວ່າທີ່ເຮົາຈຳເປັນຕ້ອງເຮັດເພື່ອຈະເປັນຄືກັບພະເຈົ້າແລະພະຄລິດໃຫ້ຫຼາຍຂຶ້ນ. (ເອເຟດ 5:1, 2; 1 ເປໂຕ 2:21) ຕົວຢ່າງເຊັ່ນ: ເຮົາອາດສັງເກດເຫັນວ່າເຮົາຈົ່ມຫຼາຍຫຼືມັກເວົ້ານິນທາຢູ່ເລື້ອຍໆແລະເວົ້າສິ່ງທີ່ບໍ່ໄດ້ສະແດງຄວາມກະລຸນາຕໍ່ຄົນອື່ນ ຫຼືບາງຄັ້ງເຮົາອາດຢ້ານໃນສິ່ງທີ່ຄົນອື່ນອາດຄິດຫຼືເວົ້າວ່າເຮົາບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງ. ບາງທີເຮົາອາດພະຍາຍາມທີ່ຈະປ່ຽນແປງມາຫຼາຍປີແລ້ວ ແຕ່ເຮົາກໍຍັງເຮັດສິ່ງທີ່ຜິດຄືເກົ່າ. ດັ່ງນັ້ນ ເຮົາອາດສົງໄສວ່າ: ‘ເປັນຫຍັງຄືຍາກແທ້ທີ່ຂ້ອຍຈະປ່ຽນແປງໃນສິ່ງເຫຼົ່ານີ້ທີ່ເລັກນ້ອຍກວ່າ? ຂ້ອຍຕ້ອງເຮັດຫຍັງຈຶ່ງຈະນຳໃຊ້ສິ່ງທີ່ຄຳພີໄບເບິນບອກເພື່ອຈະສາມາດປັບປຸງນິດໄສໃຈຄໍຂອງຂ້ອຍເອງຕໍ່ໆໄປ?’
ເຈົ້າສາມາດເຮັດໃຫ້ພະເຢໂຫວາພໍໃຈ
4. ເປັນຫຍັງເຮົາຈຶ່ງບໍ່ສາມາດເຮັດໃຫ້ພະເຢໂຫວາພໍໃຈໄດ້ໃນທຸກໆສິ່ງທີ່ເຮົາເຮັດ?
4 ເຮົາຮັກພະເຢໂຫວາ ແລະເຮົາປາຖະໜາຢ່າງສຸດຫົວໃຈທີ່ຈະເຮັດໃຫ້ພະອົງພໍໃຈ. ແຕ່ໜ້າເສຍໃຈທີ່ເຮົາບໍ່ສາມາດເຮັດໃຫ້ພະອົງພໍໃຈໄດ້ຕະຫຼອດເວລາ. ຫຼາຍຄັ້ງເຮົາຮູ້ສຶກຄືກັບອັກຄະສາວົກໂປໂລທີ່ເວົ້າວ່າ: “ການຢາກເຮັດດີມີຢູ່ໃນຕົວເຮົາ ແຕ່ເຮົາກໍບໍ່ສາມາດເຮັດດີໄດ້.”—ໂລມ 7:18, ທ.ປ.; ຢາໂກໂບ 3:2
5. ກ່ອນທີ່ຈະຮັບບັບເຕມາ ເຮົາໄດ້ເຮັດການປ່ຽນແປງຫຍັງແດ່ ແຕ່ເຮົາອາດຍັງຕ້ອງຕໍ່ສູ້ກັບຈຸດອ່ອນແອອັນໃດແດ່?
5 ກ່ອນທີ່ເຮົາຈະສາມາດເປັນສ່ວນໜຶ່ງຂອງປະຊາຄົມ ເຮົາຕ້ອງເຊົາເຮັດສິ່ງທີ່ພະເຢໂຫວາກຽດຊັງ. (1 ໂກລິນໂທ 6:9, 10) ແຕ່ເຮົາຍັງເປັນຄົນທີ່ບໍ່ສົມບູນແບບ. (ໂກໂລດ 3:9, 10) ດັ່ງນັ້ນ ເຮົາຍັງເຮັດຜິດຢູ່ຕໍ່ໆໄປເຖິງວ່າເຮົາຈະຮັບບັບເຕມາໄດ້ຫຼາຍປີແລ້ວກໍຕາມ. ໃນບາງຄັ້ງບາງຄາວ ເຮົາອາດມີຄວາມປາຖະໜາແລະຄວາມຮູ້ສຶກທີ່ຜິດ ຫຼືເຮົາອາດຮູ້ສຶກວ່າເປັນເລື່ອງຍາກທີ່ຈະຄວບຄຸມຈຸດອ່ອນແອທາງດ້ານນິດໄສໃຈຄໍຂອງເຮົາ. ທີ່ຈິງ ເຮົາອາດຕ້ອງຕໍ່ສູ້ກັບຈຸດອ່ອນແອເກົ່າໆເຫຼົ່ານີ້ເປັນເວລາຫຼາຍປີ.
6, 7. (ກ) ສິ່ງໃດທີ່ສາມາດເຮັດໃຫ້ເຮົາເປັນເພື່ອນກັບພະເຢໂຫວາໄດ້ເຖິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບ? (ຂ) ເປັນຫຍັງເຮົາບໍ່ຄວນຍັບຢັ້ງຕົວເອງທີ່ຈະຂໍໃຫ້ພະເຢໂຫວາຍົກໂທດໃຫ້?
6 ເຖິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບ ແຕ່ເຮົາກໍສາມາດມີມິດຕະພາບກັບພະເຢໂຫວາແລະຮັບໃຊ້ພະອົງໄດ້. ຂໍໃຫ້ຈື່ໄວ້ສະເໝີວ່າທຳອິດເຈົ້າໄດ້ມາເປັນເພື່ອນກັບພະເຢໂຫວາໄດ້ແນວໃດ. ພະອົງເປັນຜູ້ທີ່ເຫັນສິ່ງທີ່ດີໃນຕົວເຈົ້າແລະຕ້ອງການໃຫ້ເຈົ້າໄດ້ຮູ້ຈັກພະອົງ. (ໂຢຮັນ 6:44) ພະເຢໂຫວາຍັງຮູ້ວ່າເຈົ້າມີຂໍ້ບົກພ່ອງແລະມີຄວາມອ່ອນແອເຊິ່ງຈະເຮັດໃຫ້ເຈົ້າເຮັດຜິດພາດໄດ້. ແຕ່ພະເຢໂຫວາຍັງຕ້ອງການໃຫ້ເຈົ້າມາເປັນເພື່ອນກັບພະອົງ.
7 ພະເຢໂຫວາຮັກເຮົາຫຼາຍຈົນໄດ້ມອບຂອງຂວັນທີ່ລໍ້າຄ່າໃຫ້ແກ່ເຮົາ. ພະເຢໂຫວາໄດ້ສົ່ງພະເຍຊູຜູ້ເປັນລູກຊາຍຂອງພະອົງໃຫ້ມາທີ່ໂລກນີ້ເພື່ອມອບຊີວິດໃຫ້ເປັນຄ່າໄຖ່ສຳລັບຄວາມຜິດບາບຂອງເຮົາ. (ໂຢຮັນ 3:16) ເມື່ອເຮົາເຮັດຜິດພາດ ເຮົາສາມາດຂໍໃຫ້ພະເຢໂຫວາຍົກໂທດໃຫ້ເຮົາ. ຍ້ອນມີຄ່າໄຖ່ ເຮົາຈຶ່ງສາມາດໝັ້ນໃຈໄດ້ວ່າພະອົງຈະຍົກໂທດໃຫ້ເຮົາແລະເຮົາຍັງຈະເປັນເພື່ອນຂອງພະອົງ. (ໂລມ 7:24, 25; 1 ໂຢຮັນ 2:1, 2) ຂໍໃຫ້ຈື່ໄວ້ວ່າ ພະເຍຊູຕາຍເພື່ອຄົນບາບທີ່ກັບໃຈແລ້ວ. ດັ່ງນັ້ນ ເຖິງແມ່ນເຮົາຮູ້ສຶກວ່າສິ່ງທີ່ເຮົາໄດ້ເຮັດເປັນສິ່ງທີ່ບໍ່ດີຫຼາຍ ແຕ່ເຮົາຕ້ອງບໍ່ເຊົາອະທິດຖານເຖິງພະເຢໂຫວາເພື່ອໃຫ້ພະອົງຍົກໂທດໃຫ້ເຮົາ. ຖ້າເຮົາບໍ່ໄດ້ຂໍໃຫ້ພະອົງຍົກໂທດໃຫ້ເຮົາ ນັ້ນກໍຈະເປັນຄືກັບວ່າເຮົາບໍ່ຍອມລ້າງມື ຂອງເຮົາທີ່ເປື້ອນ. ເຮົາຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາເຮັດໃຫ້ເຮົາສາມາດເປັນເພື່ອນກັບພະອົງໄດ້ເຖິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບກໍຕາມ!—ອ່ານ 1 ຕີໂມເຕ 1:15
ຖ້າເຮົາຕ້ອງການໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ເຮົາຕ້ອງພະຍາຍາມທີ່ຈະຮຽນແບບພະອົງແລະລູກຊາຍຂອງພະອົງ
8. ເປັນຫຍັງເຮົາບໍ່ຄວນເສີຍເມີນຕໍ່ຈຸດອ່ອນແອຂອງເຮົາ?
8 ແນ່ນອນ ເຮົາບໍ່ສາມາດເມີນເສີຍຕໍ່ຈຸດອ່ອນແອຂອງເຮົາຫຼືຫາແກ້ຕົວສຳລັບຈຸດອ່ອນແອເຫຼົ່ານັ້ນ. ພະເຢໂຫວາບອກໃຫ້ເຮົາຮູ້ວ່າບຸກຄົນແບບໃດທີ່ພະອົງຕ້ອງການໃຫ້ມາເປັນເພື່ອນຂອງພະອົງ. (ຄຳເພງ 15:1-5) ດັ່ງນັ້ນ ຖ້າເຮົາຕ້ອງການໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ເຮົາຕ້ອງພະຍາຍາມທີ່ຈະຮຽນແບບພະອົງແລະລູກຊາຍຂອງພະອົງ. ເຮົາຕ້ອງພະຍາຍາມທີ່ຈະຄວບຄຸມຄວາມປາຖະໜາທີ່ບໍ່ດີຂອງເຮົາ ແລະເຮົາອາດຈະສາມາດກຳຈັດຄວາມປາຖະໜາບາງຢ່າງໃຫ້ໝົດໄປໄດ້. ບໍ່ວ່າເຮົາຈະຮັບບັບເຕມາໄດ້ດົນປານໃດແລ້ວກໍຕາມ ເຮົາຕ້ອງປັບປຸງຕົວເອງໃນດ້ານນິດໄສໃຈຄໍຕໍ່ໆໄປ.—2 ໂກລິນໂທ 13:11
9. ເຮົາຮູ້ໄດ້ແນວໃດວ່າເຮົາສາມາດທີ່ຈະປູກຝັງນິດໄສໃຈຄໍໃໝ່ຕໍ່ໆໄປ?
9 ອັກຄະສາວົກໂປໂລບອກຄລິດສະຕຽນວ່າ: ‘ດ້ວຍທຳນຽມເກົ່າຂອງພວກທ່ານນັ້ນໃຫ້ທ່ານທັງຫຼາຍຖອດຖິ້ມນິດໄສໃຈຄໍເກົ່າທີ່ເປື່ອຍເນົ່າເສຍໄປຕາມຄວາມຄຶດຢາກໄດ້ອັນເປັນທີ່ລໍ້ລວງ ແລະໃຫ້ທ່ານທັງຫຼາຍປ່ຽນແປງຄວາມຄິດຈິດໃຈໃໝ່ຢ່າງຕໍ່ເນື່ອງ ແລະໃຫ້ເອົານິດໄສໃຈຄໍໃໝ່ຫົ່ມໄວ້ທີ່ນິລະມິດສ້າງຂຶ້ນໃໝ່ຕາມພະເຈົ້າໃນຄວາມຊອບທຳແລະໃນຄວາມບໍລິສຸດແຫ່ງຄວາມຈິງ.’ (ເອເຟດ 4:22-24) ນີ້ໝາຍຄວາມວ່າເຮົາຕ້ອງອອກຄວາມພະຍາຍາມຕໍ່ໆໄປທີ່ຈະປ່ຽນແປງແລະ ‘ປູກຝັງນິດໄສໃຈຄໍໃໝ່.’ ດັ່ງນັ້ນ ບໍ່ວ່າເຮົາຈະຮັບໃຊ້ພະເຢໂຫວາມາດົນປານໃດແລ້ວກໍຕາມ ເຮົາສາມາດຮຽນຮູ້ຫຼາຍຂຶ້ນສະເໝີກ່ຽວກັບຄຸນລັກສະນະຕ່າງໆຂອງພະອົງ. ນອກຈາກນັ້ນ ຄຳພີໄບເບິນກໍສາມາດຊ່ວຍເຮົາໃຫ້ເຮັດການປ່ຽນແປງຕໍ່ໆໄປໃນເລື່ອງນິດໄສໃຈຄໍຂອງເຮົາເພື່ອຈະເປັນຄືກັບພະເຢໂຫວາຫຼາຍຂຶ້ນ.
ເປັນຫຍັງຈຶ່ງປ່ຽນແປງໄດ້ຍາກແທ້?
10. ເຮົາຕ້ອງເຮັດຫຍັງເພື່ອຈະປ່ຽນແປງຕົວເອງຕໍ່ໆໄປໂດຍອາໄສການຊ່ວຍເຫຼືອຈາກຄຳພີໄບເບິນ ແລະເຮົາອາດຖາມຕົວເອງດ້ວຍຄຳຖາມໃດແດ່?
10 ເຮົາທຸກຄົນຕ້ອງການທີ່ຈະເຮັດຕາມສິ່ງທີ່ຄຳພີໄບເບິນບອກ. ແຕ່ເຮົາຕ້ອງໄດ້ອອກຄວາມພະຍາຍາມຫຼາຍແທ້ໆຖ້າເຮົາຕ້ອງການທີ່ຈະເຮັດການປ່ຽນແປງຢ່າງຕໍ່ເນື່ອງ. ເປັນຫຍັງເຮົາຕ້ອງໄດ້ພະຍາຍາມຫຼາຍປານນັ້ນ? ພະເຢໂຫວາສາມາດເຮັດໃຫ້ງ່າຍໄດ້ບໍເພື່ອເຮົາຈະເຮັດສິ່ງທີ່ຖືກຕ້ອງ?
11-13. ເປັນຫຍັງພະເຢໂຫວາຄາດໝາຍໃຫ້ເຮົາອອກຄວາມພະຍາຍາມຕໍ່ໆໄປທີ່ຈະເອົາຊະນະຈຸດອ່ອນແອຂອງເຮົາ?
11 ເມື່ອເຮົາຄິດກ່ຽວກັບເອກະພົບແລະທຸກໆສິ່ງທີ່ຢູ່ໃນເອກະພົບ ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາມີລິດເດດທີ່ຈະເຮັດທຸກສິ່ງໄດ້. ຕົວຢ່າງເຊັ່ນ: ພະອົງສ້າງດວງຕາເວັນໃຫ້ມີພະລັງຢ່າງມະຫາສານ. ໃນທຸກໆວິນາທີ ດວງຕາເວັນຜະລິດແສງສະຫວ່າງແລະຄວາມຮ້ອນອອກຢ່າງຫຼວງຫຼາຍ. ເຖິງຢ່າງນັ້ນກໍຕາມ ພະລັງງານນີ້ພຽງແຕ່ໜ້ອຍດຽວກໍສາມາດເຮັດໃຫ້ສິ່ງທີ່ມີຊີວິດໃນໂລກນີ້ດຳລົງຢູ່ໄດ້. (ຄຳເພງ 74:16; ເອຊາອີ 40:26) ນອກຈາກນັ້ນ ພະເຢໂຫວາຍັງໃຫ້ກຳລັງແກ່ຜູ້ຮັບໃຊ້ຂອງພະອົງທີ່ຢູ່ໂລກນີ້ເມື່ອເຂົາເຈົ້າຕ້ອງການ. (ເອຊາອີ 40:) ເຫັນໄດ້ແຈ້ງວ່າ ຖ້າພະເຢໂຫວາຕ້ອງການຈະເຮັດ ພະອົງກໍສາມາດເຮັດໃຫ້ງ່າຍຫຼາຍທີ່ເຮົາຈະຕໍ່ສູ້ກັບຈຸດອ່ອນແອຂອງຕົວເອງ ແລະສາມາດເຮັດໃຫ້ເຮົາເຊົາມີຄວາມປາຖະໜາທີ່ຜິດໄດ້. ແຕ່ເປັນຫຍັງພະອົງຈຶ່ງບໍ່ເຮັດ? 29
12 ພະເຢໂຫວາໃຫ້ເຮົາມີສິດໃນການເລືອກ. ພະອົງຍອມໃຫ້ເຮົາເລືອກໄດ້ເອງວ່າເຮົາຈະເຊື່ອຟັງຫຼືບໍ່ເຊື່ອຟັງພະອົງ. ເມື່ອເຮົາເລືອກທີ່ຈະເຊື່ອຟັງແລະພະຍາຍາມຫຼາຍແທ້ໆເພື່ອຈະເຮັດຕາມຈຸດປະສົງຂອງພະເຢໂຫວາ ເຮົາສະແດງໃຫ້ພະອົງເຫັນວ່າເຮົາຮັກແລະຕ້ອງການເຮັດໃຫ້ພະອົງພໍໃຈ. ຊາຕານເວົ້າວ່າ ພະເຢໂຫວາບໍ່ມີສິດທີ່ຈະປົກຄອງ. ແຕ່ເມື່ອເຮົາເຊື່ອຟັງພະເຢໂຫວາ ເຮົາກໍສະແດງໃຫ້ເຫັນວ່າເຮົາຕ້ອງການໃຫ້ພະອົງເປັນຜູ້ປົກຄອງຂອງເຮົາ. ເຮົາສາມາດໝັ້ນໃຈໄດ້ວ່າພໍ່ທີ່ຮັກຂອງເຮົາຮູ້ຄຸນຄ່າຕໍ່ຄວາມພະຍາຍາມທຸກຢ່າງທີ່ເຮົາເຮັດເພື່ອຈະເຊື່ອຟັງພະອົງ. (ໂຢບ 2:3-5; ສຸພາສິດ 27:11) ເມື່ອເຮົາອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະຄວບຄຸມຈຸດອ່ອນແອຂອງເຮົາເຖິງວ່າຈະບໍ່ງ່າຍກໍຕາມ ນັ້ນໝາຍຄວາມວ່າເຮົາພັກດີຕໍ່ພະເຢໂຫວາ ແລະເຮົາສະແດງໃຫ້ເຫັນວ່າເຮົາຕ້ອງການໃຫ້ພະອົງເປັນຜູ້ປົກຄອງຂອງເຮົາ.
13 ພະເຢໂຫວາບອກເຮົາວ່າ ເຮົາຄວນອອກຄວາມພະຍາຍາມຫຼາຍແທ້ໆເພື່ອຈະຮຽນແບບຄຸນລັກສະນະຕ່າງໆຂອງພະອົງ. (ໂກໂລດ 3:12; ອ່ານ 2 ເປໂຕ 1:5-7) ນອກຈາກນັ້ນ ພະອົງຍັງຄາດໝາຍໃຫ້ເຮົາອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະຄວບຄຸມຄວາມຄິດແລະຄວາມຮູ້ສຶກຂອງເຮົາ. (ໂລມ 8:5; 12:9) ເມື່ອໃດກໍຕາມທີ່ເຮົາອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະເຮັດການປ່ຽນແປງຕົວເອງ ແລະເຮັດໄດ້ສຳເລັດ ເຮົາກໍຈະຮູ້ສຶກມີຄວາມສຸກເປັນພິເສດ.
ໃຫ້ພະຄຳຂອງພະເຈົ້າປ່ຽນແປງຕົວເຈົ້າຕໍ່ໆໄປ?
14, 15. ເຮົາຈະເຮັດຫຍັງແດ່ເພື່ອພັດທະນາຄຸນລັກສະນະຕ່າງໆທີ່ພະເຈົ້າຮັກ? (ເບິ່ງຂອບ “ຄຳພີໄບເບິນແລະການອະທິດຖານໄດ້ປ່ຽນແປງຊີວິດຂອງເຂົາເຈົ້າ”)
14 ເຮົາຕ້ອງເຮັດຫຍັງເພື່ອພັດທະນາຄຸນລັກສະນະຕ່າງໆທີ່ໂລມ 12:2 ກ່າວວ່າ: ‘ຢ່າກະທຳຕາມທຳນຽມໂລກນີ້ ແຕ່ວ່າຈົ່ງປ່ຽນແປງຕົວເອງໂດຍປ່ຽນຄວາມຄິດໃໝ່ ເພື່ອທ່ານທັງຫຼາຍຈະໄດ້ລອງເບິ່ງຮູ້ວ່ານໍ້າໃຈຂອງພະເຈົ້າເປັນອັນດີແລະເປັນທີ່ຊອບໃຈແລະສຳເລັດດີທີ່ສຸດ.’ ດັ່ງນັ້ນ ເພື່ອຈະຮູ້ຈັກສິ່ງທີ່ພະເຢໂຫວາຕ້ອງການ ເຮົາຕ້ອງໝາຍເພິ່ງໃນການຊ່ວຍເຫຼືອທີ່ພະອົງໄດ້ຈັດຕຽມໄວ້. ເຮົາຕ້ອງອ່ານຄຳພີໄບເບິນທຸກມື້ ຄຶດຕຶກຕອງໃນສິ່ງທີ່ເຮົາອ່ານ ແລະອະທິດຖານຂໍພະລັງບໍລິສຸດຈາກພະເຢໂຫວາ. (ລືກາ 11:13; ຄາລາຊີ 5:22, 23) ໂດຍການເຮັດເຊັ່ນນັ້ນ ພະເຢໂຫວາສາມາດຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ເຮັດໃຫ້ພະອົງພໍໃຈ ແລະເຮົາກໍສາມາດຮຽນຮູ້ທີ່ຈະຄິດຄືກັບທີ່ພະອົງຄິດ. ຜົນກໍຄື ສິ່ງທີ່ເຮົາຄິດ ເວົ້າ ແລະກະທຳກໍຈະເຮັດໃຫ້ພະເຢໂຫວາພໍໃຈຫຼາຍຂຶ້ນ ແລະເຮົາກໍຈະຮຽນຮູ້ວິທີທີ່ຈະຄວບຄຸມຈຸດອ່ອນແອຂອງເຮົາ. ແຕ່ເຖິງຢ່າງນັ້ນກໍຕາມ ເຮົາຍັງຕ້ອງຕໍ່ສູ້ກັບສິ່ງເຫຼົ່ານັ້ນຕໍ່ໆໄປ.—ສຸພາສິດ 4:23
ພະເຢໂຫວາຮັກ? ແທນທີ່ຈະພຽງແຕ່ຕັດສິນໃຈເອົາເອງໃນສິ່ງທີ່ເຮົາຕ້ອງປ່ຽນແປງຕົວເອງ ເຮົາຈຳເປັນຕ້ອງໃຫ້ພະເຢໂຫວາຊີ້ນຳ.15 ນອກຈາກການອ່ານຄຳພີໄບເບິນທຸກໆມື້ແລ້ວ ເຮົາຕ້ອງສຶກສາຄຳພີໄບເບິນໂດຍອາໄສການຊ່ວຍເຫຼືອຈາກໜັງສືຕ່າງໆຂອງອົງການ ເຊັ່ນ: ຫໍສັງເກດການແລະຕື່ນເຖີດ! ໃນວາລະສານເຫຼົ່ານີ້ມີຫຼາຍບົດຄວາມທີ່ສອນເຮົາກ່ຽວກັບວິທີທີ່ຈະສາມາດຮຽນແບບຄຸນລັກສະນະຕ່າງໆຂອງພະເຢໂຫວາ ແລະວິທີທີ່ຈະຕໍ່ສູ້ກັບຈຸດອ່ອນແອຂອງເຮົາ. ເຮົາອາດພົບບົດຄວາມໃດໜຶ່ງຫຼືຂໍ້ພະຄຳພີໃດໜຶ່ງທີ່ເປັນປະໂຫຍດຕໍ່ເຮົາໂດຍສະເພາະ. ເຮົາສາມາດເກັບລວບລວມຂໍ້ພະຄຳພີເຫຼົ່ານັ້ນແລະບົດຄວາມຕ່າງໆໄວ້ເພື່ອເຮົາຈະສາມາດອ່ານຄືນໄດ້ອີກໃນບາງຄັ້ງບາງຄາວ.
16. ເປັນຫຍັງເຮົາຈຶ່ງບໍ່ຄວນໝົດກຳລັງໃຈຖ້າເຮົາບໍ່ສາມາດປ່ຽນແປງຕົວເອງໄດ້ໄວ?
16 ຕ້ອງໄດ້ໃຊ້ເວລາເພື່ອຈະຮຽນແບບຄຸນລັກສະນະຕ່າງໆຂອງພະເຢໂຫວາ. ດັ່ງນັ້ນ ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ໄດ້ເຮັດການປ່ຽນແປງຕົວເອງຫຼາຍເທົ່າທີ່ເຈົ້າຕ້ອງການຈະປ່ຽນ ຂໍໃຫ້ສະແດງຄວາມອົດທົນ. ທຳອິດເຈົ້າອາດຕ້ອງບັງຄັບຕົວເອງໃຫ້ເຮັດຕາມສິ່ງທີ່ຄຳພີໄບເບິນບອກ. ແຕ່ເມື່ອເຈົ້າຄິດແລະປະພຶດໃນແບບທີ່ພະເຢໂຫວາຕ້ອງການ ກໍແຮ່ງງ່າຍຂຶ້ນທີ່ເຈົ້າຈະຄິດໃນແບບທີ່ພະອົງຄິດແລະເຮັດໃນສິ່ງທີ່ຖືກຕ້ອງ.—ໃຫ້ຄິດເຖິງອະນາຄົດທີ່ດີເລີດ
17. ຖ້າເຮົາພັກດີຕໍ່ພະເຢໂຫວາ ເຮົາສາມາດຄອຍຖ້າສິ່ງໃດທີ່ເປັນອະນາຄົດທີ່ມີຄວາມສຸກ?
17 ເຮົາຄອຍຖ້າໃຫ້ເຖິງເວລາທີ່ເຮົາຈະເປັນຄົນທີ່ສົມບູນແບບແລະຮັບໃຊ້ພະເຢໂຫວາໄດ້ຕະຫຼອດໄປ. ເມື່ອເຖິງຕອນນັ້ນ ເຮົາຈະບໍ່ຈຳເປັນຕ້ອງຕໍ່ສູ້ກັບຈຸດອ່ອນແອໃດໆເລີຍ ແລະນັ້ນຈະງ່າຍຂຶ້ນຫຼາຍທີ່ເຮົາຈະຮຽນແບບພະເຢໂຫວາ. ເຖິງຢ່າງນັ້ນກໍຕາມ ຕອນນີ້ເຮົາກໍສາມາດນະມັດສະການພະເຢໂຫວາໄດ້ເນື່ອງຈາກວ່າພະອົງໄດ້ມອບຄ່າໄຖ່ໃຫ້ເປັນຂອງຂວັນສຳລັບເຮົາ. ເຖິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບ ແຕ່ເຮົາກໍສາມາດເຮັດໃຫ້ພະເຢໂຫວາພໍໃຈໄດ້ຖ້າເຮົາອອກຄວາມພະຍາຍາມຫຼາຍແທ້ໆຕໍ່ໆໄປເພື່ອເຮັດການປ່ຽນແປງຕົວເອງ ແລະເຮັດຕາມສິ່ງທີ່ພະອົງສອນເຮົາໃນຄຳພີໄບເບິນ.
18, 19. ເຮົາຈະໝັ້ນໃຈໄດ້ແນວໃດວ່າຄຳພີໄບເບິນມີພະລັງທີ່ຈະຊ່ວຍເຮົາໃຫ້ເຮັດການປ່ຽນແປງຕໍ່ໆໄປໃນຊີວິດຂອງເຮົາ?
18 ເຄວິນເຮັດສຸດຄວາມສາມາດເພື່ອຮຽນຮູ້ທີ່ຈະຄວບຄຸມອາລົມຮ້າຍຂອງຕົນເອງ. ລາວຄິດຕຶກຕອງເຖິງສິ່ງທີ່ໄດ້ອ່ານໃນຄຳພີໄບເບິນ ແລະໄດ້ອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະເຮັດການປ່ຽນແປງໃນຊີວິດຂອງລາວ. ນອກຈາກນັ້ນ ລາວຍັງເຮັດຕາມຄຳແນະນຳຂອງເພື່ອນຄລິດສະຕຽນ. ເຖິງວ່າຕ້ອງໃຊ້ເວລາສອງສາມປີເພື່ອເຄວິນຈະປັບປຸງຕົວເອງໄດ້ ແຕ່ໃນທີ່ສຸດລາວກໍສາມາດຮັບໃຊ້ເປັນຜູ້ຊ່ວຍງານຮັບໃຊ້. ໃນໄລຍະ 20 ປີທີ່ຜ່ານມາ ເຄວິນໄດ້ຮັບໃຊ້ເປັນຜູ້ເຖົ້າແກ່. ແມ່ນແຕ່ໃນຕອນນີ້ ລາວກໍຮູ້ວ່າຍັງຈຳເປັນຕ້ອງຕໍ່ສູ້ກັບຈຸດອ່ອນແອຂອງຕົວເອງຕໍ່ໆໄປ.
19 ຄືກັບເຄວິນ ເຮົາສາມາດປັບປຸງຕົວເອງຕໍ່ໆໄປໃນດ້ານນິດໄສໃຈຄໍຂອງເຮົາ. ຖ້າເຮົາເຮັດເຊັ່ນນັ້ນ ເຮົາກໍຈະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນຕໍ່ໆໄປ. (ຄຳເພງ 25:14) ແລະເມື່ອເຮົາເຮັດສຸດຄວາມສາມາດເພື່ອເຮັດການປ່ຽນແປງທີ່ເຮັດໃຫ້ພະເຢໂຫວາພໍໃຈ ພະອົງກໍຈະຊ່ວຍເຮົາໃຫ້ເຮັດໄດ້ສຳເລັດ. ເຮົາສາມາດໝັ້ນໃຈໄດ້ວ່າດ້ວຍການຊ່ວຍເຫຼືອຈາກຄຳພີໄບເບິນ ເຮົາຈະສາມາດເຮັດການປ່ຽນແປງໃນຊີວິດຂອງເຮົາ.—ຄຳເພງ 34:8
^ [1] (ຂໍ້ 1) ຊື່ສົມມຸດ.