ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈະ​ຕັດສິນ​ໃຈ​ແນວ​ໃດ​ໃນ​ເລື່ອງ​ສ່ວນ​ຕົວ?

ເຈົ້າ​ຈະ​ຕັດສິນ​ໃຈ​ແນວ​ໃດ​ໃນ​ເລື່ອງ​ສ່ວນ​ຕົວ?

‘ຈົ່ງ​ເຂົ້າ​ໃຈ​ວ່າ​ນໍ້າໃຈ​ຂອງ​ພະ​ເຢໂຫວາ​ເປັນ​ຢ່າງ​ໃດ.’—ເອເຟດ 5:17

ເພງ: 69, 57

1. ກົດ​ໝາຍ​ໃນ​ຄຳພີ​ໄບເບິນ​ມີ​ເລື່ອງ​ຫຍັງ​ແດ່ ແລະ​ເມື່ອ​ເຮັດ​ຕາມ​ກົດ​ໝາຍ​ເຫຼົ່າ​ນັ້ນ​ເຮົາ​ໄດ້​ຮັບ​ປະໂຫຍດ​ຄື​ແນວ​ໃດ?

ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ກົດ​ໝາຍ​ຕ່າງໆເຊິ່ງ​ບອກ​ເຮົາ​ຢ່າງ​ຈະ​ແຈ້ງ​ໃນ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ. ຕົວຢ່າງ​ເຊັ່ນ: ພະອົງ​ບອກ​ເຮົາ​ວ່າ​ເຮົາ​ຕ້ອງ​ບໍ່​ນະມັດສະການ​ຮູບ​ປັ້ນ ບໍ່​ລັກ ບໍ່​ເມົາ​ເຫຼົ້າ ຫຼື​ບໍ່​ເຮັດ​ສິ່ງ​ທີ່​ຜິດ​ສິນລະທຳ​ທາງ​ເພດ. (1 ໂກລິນໂທ 6:9, 10) ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ໄດ້​ໃຫ້​ຄຳ​ສັ່ງ​ທີ່​ເຈາະ​ຈົງ​ແກ່​ພວກ​ລູກ​ສິດ​ວ່າ: “[ຈົ່ງ] ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ​ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ​ແລະ​ພະ​ບຸດ​ແລະ​ພະ​ວິນຍານ​ບໍລິສຸດ ຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ທ່ານ​ທັງ​ຫຼາຍ​ແລ້ວ. ແລະ​ຈົ່ງ​ເບິ່ງ ຝ່າຍ​ເຮົາ​ເຮົາ​ສະຖິດ​ຢູ່​ກັບ​ທ່ານ​ທັງ​ຫຼາຍ​ທຸກ​ວັນ​ທຸກ​ວັນ​ຈົນ​ເຖິງ​ທີ່​ສຸດ​ໂລກ.” (ມັດທາຍ 28:19, 20) ທຸກໆສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ບອກ​ໃຫ້​ເຮົາ​ເຮັດ​ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ດີ​ສຳລັບ​ເຮົາ​ເອງ. ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ເບິ່ງ​ແຍງ​ຕົວ​ເອງ ເບິ່ງ​ແຍງ​ຄອບຄົວ ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ແລະ​ມີ​ສຸຂະພາບ​ທີ່​ດີ​ຂຶ້ນ. ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ ເມື່ອ​ເຮົາ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ເຊິ່ງ​ລວມ​ເຖິງ​ຄຳ​ສັ່ງ​ທີ່​ໃຫ້​ປະກາດ ພະອົງ​ກໍ​ພໍ​ໃຈ​ໃນ​ຕົວ​ເຮົາ​ແລະ​ພະອົງ​ຈະ​ອວຍ​ພອນ​ເຮົາ.

2, 3. (ກ) ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ບໍ່​ມີ​ກົດ​ຕາຍ​ຕົວ​ສຳລັບ​ທຸກໆສະຖານະການ​ໃນ​ຊີວິດ? (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ນີ້? (ເບິ່ງ​ຮູບ​ທຳອິດ)

2 ໃນ​ຂະນະ​ດຽວ​ກັນ ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ມີ​ກົດ​ຕ່າງໆກ່ຽວ​ກັບ​ທຸກໆສະຖານະການ​ໃນ​ຊີວິດ​ຂອງ​ເຮົາ. ຕົວຢ່າງ​ເຊັ່ນ: ໃນ​ຄຳພີ​ໄບເບິນ ເຮົາ​ບໍ່​ພົບ​ຄຳ​ແນະນຳ​ທີ່​ເຈາະ​ຈົງ​ໃນ​ເລື່ອງ​ການ​ນຸ່ງ​ຖື. ເລື່ອງ​ນີ້​ສະແດງ​ເຖິງ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ. ເຖິງ​ວ່າ​ຄວາມ​ນິຍົມ​ປ່ຽນ​ໄປ​ຕາມ​ການ​ເວລາ​ແລະ​ຜູ້​ຄົນ​ໃນ​ທົ່ວ​ໂລກ​ມີ​ຮູບ​ແບບ​ການ​ນຸ່ງ​ຖື​ທີ່​ແຕກຕ່າງ​ກັນ ແຕ່​ຄຳພີ​ໄບເບິນ​ບໍ່​ເຄີຍ​ຫຼ້າ​ສະໄໝ. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ບໍ່​ໄດ້​ມີ​ກົດ​ຈຳນວນ​ຫຼາຍ​ໃນ​ເລື່ອງ​ວຽກ ຫຼື​ຄວາມ​ບັນເທີງ​ທີ່​ເຮົາ​ຄວນ​ເລືອກ ຫຼື​ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ແທ້ໆເພື່ອ​ຮັກສາ​ສຸຂະພາບ​ໃຫ້​ແຂງແຮງ​ຢູ່​ສະເໝີ. ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ແຕ່​ລະ​ຄົນ​ແລະ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ຈະ​ຕັດສິນ​ໃຈ​ເອງ​ໃນ​ເລື່ອງ​ເຫຼົ່າ​ນີ້.

3 ດັ່ງ​ນັ້ນ ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳນ​ເຊິ່ງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ຂອງ​ເຮົາ ແລະ​ເຮົາ​ເຫັນ​ວ່າ​ໃນ​ຄຳພີ​ໄບເບິນ​ບໍ່​ມີ​ກົດ​ໝາຍ​ກ່ຽວ​ກັບ​ເລື່ອງ​ນັ້ນ ເຮົາ​ອາດ​ຈະ​ສົງໄສ​ວ່າ: ‘ພະ​ເຢໂຫວາ​ສົນ​ໃຈ​ບໍ​ໃນ​ສິ່ງ​ທີ່​ຂ້ອຍ​ຈະ​ຕັດສິນ​ໃຈ? ພະອົງ​ຈະ​ພໍ​ໃຈ​ບໍ​ກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ຂ້ອຍ​ເລືອກ​ຈະ​ເຮັດ​ຕາບ​ໃດ​ທີ່​ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ກົດ​ໝາຍ​ໃນ​ຄຳພີ​ໄບເບິນ? ຂ້ອຍ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ພະອົງ​ພໍ​ໃຈ​ກັບ​ສິ່ງ​ທີ່​ຂ້ອຍ​ເລືອກ?’

ການ​ຕັດສິນ​ໃຈ​ຂອງ​ເຮົາ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແລະ​ຕໍ່​ຄົນ​ອື່ນ

4, 5. ການ​ຕັດສິນ​ໃຈ​ຂອງ​ເຮົາ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ແລະ​ຕໍ່​ຄົນ​ອື່ນ​ໄດ້​ແນວ​ໃດ?

4 ບາງ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ສາມາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້​ທີ່​ເຂົາ​ເຈົ້າ​ຕ້ອງການ​ຈະ​ເຮັດ. ແຕ່​ເຮົາ​ຕ້ອງການ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ກ່ອນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ ເຮົາ​ຕ້ອງ​ຄິດ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້ ແລະ​ຈາກ​ນັ້ນ​ກໍ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ບອກ​ໄວ້​ນັ້ນ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ໃຊ້​ເລືອດ ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ບອກ​ໄວ້​ນັ້ນ. (ຕົ້ນເດີມ 9:4; ກິດຈະການ 15:28, 29) ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໃນ​ແບບ​ທີ່​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.

5 ການ​ຕັດສິນ​ໃຈ​ຂອງ​ເຮົາ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ. ການ​ຕັດສິນ​ໃຈ​ທີ່​ດີ​ສາມາດ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແຕ່​ການ​ຕັດສິນ​ໃຈ​ທີ່​ບໍ່​ດີ​ສາມາດ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ. ການ​ຕັດສິນ​ໃຈ​ຂອງ​ເຮົາ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ໄດ້​ເຊັ່ນ​ກັນ. ເຮົາ​ບໍ່​ຕ້ອງການ​ເຮັດ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ເສຍໃຈ ຫຼື​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ອ່ອນ​ລົງ. ນອກ​ຈາກ​ນັ້ນ ເຮົາ​ກໍ​ບໍ່​ຕ້ອງການ​ເປັນ​ສາເຫດ​ທີ່​ກໍ່​ບັນຫາ​ລະຫວ່າງ​ພີ່​ນ້ອງ​ໃນ​ປະຊາຄົມ. ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ​ຢ່າງ​ດີ.—ອ່ານ​ໂລມ 14:19; ຄາລາຊີ 6:7

6. ສິ່ງ​ໃດ​ຄວນ​ຊີ້​ນຳ​ການ​ຕັດສິນ​ໃຈ​ຂອງ​ເຮົາ?

6 ເຮົາ​ຈະ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ​ໄດ້​ແນວ​ໃດ ເມື່ອ​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຮົາ​ຢ່າງ​ເຈາະ​ຈົງ​ໃນ​ສິ່ງ​ທີ່​ເຮົາ​ຄວນເຮັດ? ແທນ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ມັກ ເຮົາ​ຕ້ອງ​ຄິດ​ຢ່າງ​ຄັກ​ແນ່​ກ່ຽວ​ກັບ​ສະຖານະການ​ຂອງ​ເຮົາ​ແລະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ເມື່ອ​ເຮັດ​ເຊັ່ນ​ນັ້ນ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ.—ອ່ານ​ຄຳເພງ 37:5

ພະ​ເຢໂຫວາ​ຕ້ອງການ​ໃຫ້​ຂ້ອຍ​ເຮັດ​ຫຍັງ?

7. ເມື່ອ​ບໍ່​ມີ​ກົດ​ໝາຍ​ທີ່​ກ່າວ​ໄວ້​ໃນ​ຄຳພີ​ໄບເບິນ ເຮົາ​ຈະ​ຊອກ​ຮູ້​ໄດ້​ແນວ​ໃດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ໃນ​ສະຖານະການ​ໃດ​ໜຶ່ງ?

7 ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ໃນ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ? ເອເຟດ 5:17 ບອກ​ເຮົາ​ວ່າ: ‘ຈົ່ງ​ເຂົ້າ​ໃຈ​ວ່າ​ນໍ້າໃຈ​ຂອງ​ພະ​ເຢໂຫວາ​ເປັນ​ຢ່າງ​ໃດ.’ ເມື່ອ​ບໍ່​ມີ​ກົດ​ໝາຍ​ທີ່​ເຈາະ​ຈົງ​ໃນ​ຄຳພີ​ໄບເບິນ ເຮົາ​ຈຳເປັນ​ຕ້ອງ​ເບິ່ງ​ເຫັນ​ຫຼື​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ເຮັດ​ໃນ​ສະຖານະການ​ຂອງ​ເຮົາ. ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະອົງ​ແລະ​ຍອມ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ຊີ້​ນຳ​ເຮົາ.

8. ພະ​ເຍຊູ​ເບິ່ງ​ເຫັນ​ແນວ​ໃດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ພະອົງ​ເຮັດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

8 ພະ​ເຍຊູ​ເບິ່ງ​ເຫັນ​ສະເໝີ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ພະອົງ​ເຮັດ. ຕົວຢ່າງ​ເຊັ່ນ: ມີ​ຢູ່​ສອງ​ຄັ້ງ​ເມື່ອ​ຝູງ​ຄົນ​ຫິວ​ອາຫານ ພະ​ເຍຊູ​ໄດ້​ອະທິດຖານ ຈາກ​ນັ້ນ​ກໍ​ໄດ້​ລ້ຽງ​ອາຫານ​ເຂົາ​ເຈົ້າ​ໂດຍ​ການ​ເຮັດ​ການ​ອັດສະຈັນ. (ມັດທາຍ 14:17-20; 15:34-37) ແຕ່​ເມື່ອ​ພະອົງ​ຫິວ​ອາຫານ​ຕອນ​ທີ່​ຢູ່​ໃນ​ປ່າ​ກັນດານ ແລະ​ພະຍາມານ​ຕ້ອງການ​ໃຫ້​ພະອົງ​ເຮັດ​ໃຫ້​ກ້ອນ​ຫີນ​ກາຍ​ເປັນ​ເຂົ້າຈີ່ ພະອົງ​ບໍ່​ໄດ້​ເຮັດ​ຕາມ​ນັ້ນ. (ອ່ານ​ມັດທາຍ 4:2-4) ພະ​ເຍຊູ​ຮູ້ຈັກ​ພໍ່​ຂອງ​ພະອົງ​ເປັນ​ຢ່າງ​ດີ ດັ່ງ​ນັ້ນ ພະອົງ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ພະອົງ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ສະໜອງ​ຄວາມ​ຈຳເປັນ​ຂອງ​ຕົນ​ເອງ. ພະ​ເຍຊູ​ໝັ້ນ​ໃຈ​ວ່າ​ຜູ້​ເປັນ​ພໍ່​ຈະ​ຊີ້​ນຳ​ພະອົງ​ແລະ​ຈັດ​ໃຫ້​ມີ​ອາຫານ​ເມື່ອ​ພະ​ເຍຊູ​ຕ້ອງການ.

9, 10. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ? ຂໍ​ໃຫ້​ຍົກ​ຕົວຢ່າງ.

9 ຄື​ກັບ​ພະ​ເຍຊູ ເຮົາ​ສາມາດ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ​ຖ້າ​ເຮົາ​ໝາຍ​ເພິ່ງ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຈົ່ງ​ປົງ​ໃຈ​ໃນ​ພະ​ເຢໂຫວາ​ດ້ວຍ​ສຸດ​ຈິດ ແລະ​ຢ່າ​ວາງໃຈ​ໃນ​ສະຕິ​ປັນຍາ​ຂອງ​ເຈົ້າ. ໃນ​ຮີດຄອງ​ທັງ​ຫຼາຍ​ຂອງ​ເຈົ້າ ຈົ່ງ​ຍອມ​ຮູ້ຈັກ​ພະເຈົ້າ ແລະ​ພະອົງ​ຈະ​ນຳ​ໜ້າ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ເຈົ້າ. ຢ່າ​ເປັນ​ຄົນ​ປັນຍາ​ແກ່​ຕາ​ເອງ. ຈົ່ງ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ຈົ່ງ​ຖອຍ​ໜີ​ຈາກ​ການ​ຊົ່ວ.” (ສຸພາສິດ 3:5-7) ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ ເຮົາ​ຈະ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ​ໃນ​ສະຖານະການ​ໃດ​ໜຶ່ງ​ສະເພາະ. ແຮ່ງ​ເຮົາ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ ກໍ​ແຮ່ງ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ໂດຍ​ວິທີ​ນີ້ ເຮົາ​ກໍ​ຈະ​ມີ “ຫົວໃຈ​ທີ່​ຕອບ​ຮັບ​ຄຳ​ແນະນຳ​ຂອງ​ພະເຈົ້າ” ຫຼາຍ​ຂຶ້ນ.—ເອເຊກຽນ 11:19, ລ.ມ. ໄຂ​ເງື່ອນ

10 ໃຫ້​ນຶກ​ພາບ​ວ່າ​ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ໄປ​ຊື້​ເຄື່ອງ​ແລະ​ເຫັນ​ເກີບ​ຄູ່​ໜຶ່ງ​ທີ່​ງາມ​ແທ້ໆ ແຕ່​ເກີບ​ຄູ່​ນັ້ນ​ກໍ​ແພງ​ຫຼາຍ. ຜູ້​ຍິງ​ຄົນນີ້​ແຕ່ງ​ດອງ​ແລ້ວ ແລະ​ເຖິງ​ວ່າ​ຜົວ​ບໍ່​ໄດ້​ຢູ່​ນຳ​ລາວ​ໃນ​ຕອນ​ນັ້ນ ແຕ່​ລາວ​ກໍ​ຮູ້​ວ່າ​ຜົວ​ຈະ​ຄິດ​ແນວ​ໃດ​ຖ້າ​ລາວ​ໃຊ້​ຈ່າຍ​ເງິນ​ຫຼາຍ​ຂະໜາດ​ນັ້ນ. ຜູ້​ຍິງ​ຄົນ​ນີ້​ຮູ້​ໄດ້​ແນວ​ໃດ? ເຂົາ​ເຈົ້າ​ແຕ່ງ​ດອງ​ກັນ​ມາ​ຫຼາຍ​ປີ​ແລ້ວ ດັ່ງ​ນັ້ນ ລາວ​ຈຶ່ງ​ຮູ້​ວ່າ​ຜົວ​ຕ້ອງການ​ໃຫ້​ລາວ​ໃຊ້​ຈ່າຍ​ເງິນ​ຂອງ​ຄອບຄົວ​ແນວ​ໃດ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ແລະ​ຮຽນ​ຮູ້​ສິ່ງ​ທີ່​ພະອົງ​ໄດ້​ເຮັດ​ໃນ​ອະດີດ ເຮົາ​ກໍ​ຈະ​ຮູ້​ໃນ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ​ໃນ​ແຕ່​ລະ​ສະຖານະການ​ທີ່​ແຕກຕ່າງ​ກັນ​ໄປ.

ເຮົາ​ຈະ​ຮູ້​ສິ່ງ​ທີ່​ເປັນ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

11. ມີ​ຄຳຖາມ​ໃດ​ແດ່​ທີ່​ເຮົາ​ສາມາດ​ຖາມ​ຕົວ​ເອງ​ເມື່ອ​ເຮົາ​ອ່ານ​ຫຼືສຶກສາ​ຄຳພີ​ໄບເບິນ? (ເບິ່ງ​ຂອບ “ ເມື່ອ​ສຶກສາ​ຄຳພີ​ໄບເບິນ ໃຫ້​ຖາມ​ຕົວ​ເອງ​ວ່າ”)

11 ເຮົາ​ຈະ​ຮູ້​ສິ່ງ​ທີ່​ເປັນ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ເຊິ່ງ​ເຮົາ​ສາມາດ​ເຮັດ​ໄດ້​ແມ່ນ​ການ​ອ່ານ​ແລະ​ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ. ໃນ​ຂະນະ​ທີ່​ເຮົາ​ກຳລັງ​ເຮັດ​ແນວ​ນີ້ ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ສິ່ງ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ? ເປັນ​ຫຍັງ​ພະອົງ​ຈຶ່ງ​ປະຕິບັດ​ແບບ​ນີ້?’ ຄື​ກັບ​ດາວິດ ເຮົາ​ຍັງ​ຈຳເປັນ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະອົງ​ຫຼາຍ​ຂຶ້ນ. ດາວິດ​ຂຽນ​ວ່າ: “ໂອ້​ພະ​ເຢໂຫວາ ຂໍ​ໂຜດ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ທາງ​ທັງ​ຫຼາຍ​ຂອງ​ພະອົງ ຂໍ​ໂຜດ​ສັ່ງ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ. ຂໍ​ໂຜດ​ພາ​ຂ້າ​ນ້ອຍ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ ແລະ​ຂໍ​ສັ່ງ​ສອນ​ຂ້າ​ນ້ອຍ​ເຫດ​ວ່າ​ພະອົງ​ແມ່ນ​ພະເຈົ້າ​ທີ່​ຊ່ອຍ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ຄອງ​ຫາ​ພະອົງ​ໝົດ​ວັນ.” (ຄຳເພງ 25:4, 5) ເມື່ອ​ເຮົາ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ ເຮົາ​ສາມາດ​ຄິດ​ເຖິງ​ສະຖານະການ​ຕ່າງໆທີ່​ເຮົາ​ຈະ​ໃຊ້​ເລື່ອງ​ທີ່​ໄດ້​ຮຽນ​ຮູ້​ນັ້ນ. ເຮົາ​ສາມາດ​ໃຊ້​ຄວາມ​ຮູ້​ນັ້ນ​ໃນ​ຄອບຄົວ ໃນ​ບ່ອນ​ເຮັດ​ວຽກ ໃນ​ໂຮງ​ຮຽນ ຫຼື​ໃນ​ການ​ປະກາດ​ໄດ້​ບໍ? ເມື່ອ​ເຮົາ​ຄິດ​ເຖິງ​ສະຖານະການ​ໃດ​ໜຶ່ງ​ສະເພາະ ນັ້ນ​ຈະ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ໃຊ້​ຄວາມ​ຮູ້​ນັ້ນ​ແນວ​ໃດ.

ເພື່ອ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ ເຮົາ​ຄວນ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ

12. ໜັງສື​ຕ່າງໆຂອງ​ເຮົາ​ແລະ​ການ​ປະຊຸມ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮູ້​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ຕໍ່​ກັບ​ຫຼາຍໆເລື່ອງ?

12 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ແມ່ນ​ການ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ອົງການ​ຂອງ​ພະອົງສອນ​ເຮົາ​ຈາກ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ດັດສະນີ​ຂອງ​ໜັງສື​ຕ່າງໆຂອງ​ອົງການ​ຂອງ​ເຮົາ (Watch Tower Publications Index) ແລະ​ຄູ່​ມື​ການ​ຄົ້ນ​ຄວ້າ​ຂອງ​ພະຍານ​ພະ​ເຢໂຫວາສາມາດ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ຕ່າງໆເມື່ອ​ເຮົາ​ຕັ້ງ​ໃຈ​ຟັງ ອອກ​ຄວາມ​ຄິດ​ເຫັນ ແລະ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ກຳລັງ​ໄດ້​ຮັບ​ການ​ສອນ. ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຄິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຄິດ. ຜົນ​ກໍ​ຄື ເຮົາ​ກໍ​ຈະ​ສາມາດ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແລະ​ພະອົງ​ກໍ​ຈະ​ອວຍ​ພອນ​ເຮົາ.

ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຄິດ ກ່ອນ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ

13. ຂໍ​ໃຫ້​ຍົກ​ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ສາມາດ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ເມື່ອ​ເຮົາ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ.

13 ຂໍ​ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ສາມາດ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ເມື່ອ​ເຮົາ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ. ບາງ​ທີ​ເຈົ້າ​ອາດ​ຈະ​ຢາກ​ເປັນ​ໄພໂອເນຍ. ເຈົ້າ​ຄົງ​ໄດ້​ປ່ຽນ​ແປງ​ບາງ​ຢ່າງ​ໃນ​ຊີວິດ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ. ແຕ່​ເຈົ້າ​ກໍ​ຍັງ​ບໍ່​ໝັ້ນ​ໃຈ​ວ່າ​ຈະ​ມີ​ຄວາມ​ສຸກ​ຫຼື​ບໍ່​ກັບ​ການ​ມີ​ເງິນ​ພຽງ​ແຕ່​ໜ້ອຍ​ດຽວ​ແລະ​ມີ​ສິ່ງ​ຂອງ​ບໍ່​ເທົ່າ​ໃດ​ຢ່າງ. ແນ່ນອນ ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ເຮົາ​ຕ້ອງ​ເປັນ​ໄພໂອເນຍ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້. ເຮົາ​ສາມາດ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ໃນ​ການ​ເປັນ​ຜູ້​ປະກາດ. ແຕ່​ໃນ​ອີກ​ດ້ານ​ໜຶ່ງ ພະ​ເຍຊູ​ກໍ​ກ່າວ​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ຄົນ​ທີ່​ໄດ້​ເສຍ​ສະລະ​ເພື່ອ​ລາຊະອານາຈັກ. (ອ່ານ​ລືກາ 18:29, 30) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ກ່າວ​ວ່າ ພະ​ເຢໂຫວາ​ມີ​ຄວາມ​ຍິນດີ​ເມື່ອ​ເຮົາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສັນລະເສີນ​ພະອົງ ແລະ​ພະອົງ​ກໍ​ຕ້ອງການ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະອົງ. (ຄຳເພງ 119:108; 2 ໂກລິນໂທ 9:7) ການ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້​ແລະ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ເຫຼົ່າ​ນີ້ ເຮົາ​ຈະ​ສາມາດ​ຕັດສິນ​ໃຈ​ໃນ​ແບບ​ທີ່​ໃຊ້​ໄດ້​ແທ້​ກັບ​ສະພາບການ​ຂອງ​ເຮົາ​ແລະ​ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຮົາ​ໃນ​ການ​ຕັດສິນ​ໃຈ​ແບບ​ນັ້ນ.

14. ເຈົ້າ​ສາມາດ​ກຳນົດ​ໄດ້​ແນວ​ໃດ​ວ່າ​ການ​ນຸ່ງ​ຖື​ໃນ​ຮູບ​ແບບ​ໃດ​ຮູບ​ແບບ​ໜຶ່ງ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼື​ບໍ?

14 ອີກ​ຕົວຢ່າງ​ໜຶ່ງ​ແມ່ນ: ເຈົ້າ​ມັກ​ການ​ນຸ່ງ​ຖື​ໃນ​ຮູບ​ແບບ​ໃດ​ຮູບ​ແບບ​ໜຶ່ງ​ຫຼາຍ​ແທ້ໆ ແຕ່​ເຈົ້າ​ກໍ​ຮູ້​ວ່າ​ບາງ​ຄົນ​ໃນ​ປະຊາຄົມ​ອາດ​ຈະ​ບໍ່​ພໍ​ໃຈ​ຖ້າ​ເຈົ້າ​ນຸ່ງ​ເຄື່ອງ​ແບບ​ນັ້ນ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຈາະ​ຈົງ​ໃນ​ເລື່ອງ​ຮູບ​ແບບ​ຂອງ​ເຄື່ອງ​ນຸ່ງ. ດັ່ງ​ນັ້ນ ເຈົ້າ​ຈະ​ຮູ້​ສິ່ງ​ທີ່​ເປັນ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ: ‘ພວກ​ຜູ້​ຍິງ​ທັງ​ມວນ​ກໍ​ເໝືອນ​ກັນ​ຕ້ອງ​ແຕ່ງ​ຕົວ​ດ້ວຍ​ເຄື່ອງ​ນຸ່ງ​ຫົ່ມ​ທີ່​ເໝາະ​ສົມ ສຸພາບ​ຮຽບຮ້ອຍ ແລະ​ດ້ວຍ​ສະຕິ​ອັນ​ດີ ບໍ່​ໃຊ່​ແຕ່ງ​ຕົວ​ດ້ວຍ​ຖັກ​ຜົມ​ເກົ້າ ແລະ​ເຄື່ອງ​ເງິນ​ຄຳ ຫຼື​ແກ້ວ​ຫອຍ ຫຼື​ເຄື່ອງ​ນຸ່ງ​ຫົ່ມ​ມີ​ລາຄາ​ແພງ​ຫຼາຍ ແຕ່​ວ່າ​ດ້ວຍ​ການ​ດີ​ຫຼາຍ​ປະການ ອັນ​ນີ້​ເປັນ​ສົມຄວນ​ກັບ​ຜູ້​ຍິງ​ທີ່​ປະກາດ​ຕົວ​ວ່າ​ເປັນ​ຄົນ​ນັບຖື​ພະເຈົ້າ.’ (1 ຕີໂມເຕ 2:9, 10) ແນ່ນອນ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ​ເຊິ່ງ​ກໍ​ລວມ​ເຖິງ​ຜູ້​ຊາຍ​ນຳ​ສາມາດ​ຮຽນ​ຮູ້​ຈາກ​ຖ້ອຍຄຳ​ເຫຼົ່າ​ນີ້. ເມື່ອ​ເຮົາ​ແຕ່ງ​ຕົວ​ແບບ​ສຸພາບ​ຮຽບຮ້ອຍ ເຮົາ​ກໍ​ກຳລັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ທີ່​ມີ​ຕໍ່​ກັບ​ເຄື່ອງ​ນຸ່ງ​ທີ່​ເຮົາ​ເລືອກ​ນຸ່ງ​ຖື. ເນື່ອງ​ຈາກ​ວ່າ​ເຮົາ​ຮັກ​ພີ່​ນ້ອງ​ຂອງ​ເຮົາ ເຮົາ​ຈຶ່ງ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍໃຈ​ຫຼື​ບໍ່​ພໍ​ໃຈ. (1 ໂກລິນໂທ 10:23, 24; ຟີລິບ 3:17) ຖ້າ​ເຮົາ​ພິຈາລະນາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ຫຍັງ​ແລະ​ພະ​ເຢໂຫວາ​ຄິດ​ແນວ​ໃດ ເຮົາ​ກໍ​ຈະ​ສາມາດ​ຕັດສິນ​ໃຈ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ​ໄດ້.

15, 16. (ກ) ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ຄິດ​ຕໍ່​ໄປໆໃນ​ເລື່ອງ​ຕ່າງໆທີ່​ຜິດ​ສິນລະທຳ​ທາງ​ເພດ (ຂ) ເມື່ອ​ເລືອກ​ຄວາມ​ບັນເທີງ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ? (ຄ) ຄວນ​ຕັດສິນ​ໃຈ​ໃນ​ເລື່ອງ​ໃຫຍ່​ແນວ​ໃດ?

15 ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ແທ້ໆແລະ​ທຸກ​ໃຈ​ຫຼາຍ​ເມື່ອ​ຜູ້​ຄົນ​ເຮັດ​ສິ່ງ​ທີ່​ຊົ່ວ​ແລະ​ຄິດ​ໃນ​ເລື່ອງ​ທີ່​ຊົ່ວ. (ອ່ານ​ຕົ້ນເດີມ 6:5, 6) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ເຮົາ​ເພີ້​ຝັນ​ເຖິງ​ເລື່ອງ​ຕ່າງໆທີ່​ຜິດ​ສິນລະທຳ​ທາງ​ເພດ. ທີ່​ຈິງ ຖ້າ​ເຮົາ​ຄິດ​ເຖິງ​ເລື່ອງ​ເຫຼົ່າ​ນີ້​ຕໍ່ໆໄປ ເຮົາ​ອາດ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ແທ້ໆ. ແຕ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຄິດ​ໃນ​ເລື່ອງ​ທີ່​ດີ​ແລະ​ສະອາດ. ສາວົກ​ຢາໂກໂບ​ໄດ້​ຂຽນ​ກ່ຽວ​ກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ວ່າ: ‘ກ່ອນ​ອື່ນ​ໝົດ​ກໍ​ບໍລິສຸດ ແລ້ວ​ເປັນ​ທີ່​ເກີດ​ຄວາມ​ສຸກ​ສຳລານ ມີ​ເຫດຜົນ ແລະ​ພ້ອມ​ຈະ​ເຊື່ອ​ຟັງ ເຕັມ​ໄປ​ດ້ວຍ​ຄວາມ​ອີ່ດູ ແລະ​ໝາກ​ອັນ​ດີ ບໍ່​ເລືອກ​ໜ້າ​ຜູ້​ໃດ ປາສະຈາກ​ໜ້າ​ຊື່​ໃຈ​ຄົດ.’ (ຢາໂກໂບ 3:17) ດັ່ງ​ນັ້ນ ຄຳພີ​ໄບເບິນ​ສອນ​ເຮົາ​ວ່າ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ບັນເທີງ​ປະເພດ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຈິນຕະນາການ​ຫຼື​ມີ​ຄວາມ​ປາຖະໜາ​ໃນ​ສິ່ງ​ທີ່​ບໍ່​ດີ​ແລະ​ບໍ່​ສະອາດ. ຖ້າ​ເຮົາ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຮັກ​ສິ່ງ​ໃດ​ແລະ​ກຽດ​ຊັງ​ສິ່ງ​ໃດ ກໍ​ຈະ​ງ່າຍ​ທີ່​ເຮົາ​ຈະ​ຮູ້​ວ່າ​ປຶ້ມ​ເລື່ອງ​ແບບ​ໃດ ໜັງ​ແບບ​ໃດ ຫຼື​ເກມ​ແບບ​ໃດ​ທີ່​ເຮົາ​ຄວນ​ຈະ​ເລືອກ. ເມື່ອ​ເປັນ​ແນວ​ນັ້ນ ເຮົາ​ກໍ​ບໍ່​ຈຳເປັນ​ຕ້ອງ​ຖາມ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ຈະ​ເລືອກ.

16 ເມື່ອ​ເຮົາ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ຫຼາຍ​ຄັ້ງ​ມີ​ຫຼາຍ​ທາງ​ເລືອກ​ທີ່​ເຮົາ​ສາມາດ​ເລືອກ​ໄດ້​ເຊິ່ງ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ. ແຕ່​ເມື່ອ​ເຮົາ​ຈຳເປັນ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ເປັນ​ເລື່ອງ​ທີ່​ດີ​ທີ່​ຈະ​ຖາມ​ຜູ້​ເຖົ້າ​ແກ່ ຫຼື​ຖາມ​ພີ່​ນ້ອງ​ຊາຍ​ຫຼື​ພີ່​ນ້ອງ​ຍິງ​ທີ່​ມີ​ປະສົບການ​ເພື່ອ​ຈະ​ໃຫ້​ຄຳ​ແນະນຳ​ບາງ​ຢ່າງ​ແກ່​ເຮົາ. (ຕິໂຕ 2:3-5; ຢາໂກໂບ 5:13-15) ແນ່ນອນ​ວ່າ​ເຮົາ​ບໍ່​ຄວນ​ຂໍ​ໃຫ້​ພີ່​ນ້ອງ​ຄົນ​ນັ້ນ​ຕັດສິນ​ໃຈ​ແທນ​ເຮົາ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຕ້ອງ​ຄິດ​ໃຫ້​ຄັກ​ແນ່​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ນັ້ນ​ກໍ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. (ເຫບເລີ 5:14) ອັກຄະສາວົກ​ໂປໂລ​ເວົ້າ​ວ່າ: ‘ທຸກ​ຄົນ​ຈະ​ແບກ​ພາລະ​ຂອງ​ຕົນ​ເອງ.’—ຄາລາຊີ 6:5

17. ເຮົາ​ໄດ້​ຮັບ​ປະໂຫຍດ​ຄື​ແນວ​ໃດ​ຈາກ​ການ​ຕັດສິນ​ໃຈ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ?

17 ເມື່ອ​ເຮົາ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ຍິນດີ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ ແລະ​ພະອົງ​ກໍ​ຈະ​ພໍ​ໃຈ​ໃນ​ຕົວ​ເຮົາ​ແລະ​ອວຍ​ພອນ​ໃຫ້​ເຮົາ. (ຢາໂກໂບ 4:8) ຈາກ​ນັ້ນ ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພະ​ເຢໂຫວາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ດັ່ງ​ນັ້ນ ຂໍ​ໃຫ້​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ເພື່ອ​ເຮົາ​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ. ແນ່ນອນ ເຮົາ​ຈະ​ມີ​ສິ່ງ​ໃໝ່ໆຢູ່​ສະເໝີ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ. (ໂຢບ 26:14) ແຕ່​ຖ້າ​ເຮົາ​ອອກ​ຄວາມ​ພະຍາຍາມ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ຕັ້ງ​ແຕ່​ຕອນ​ນີ້ ເຮົາ​ກໍ​ຈະ​ເປັນ​ຄົນ​ສຸຂຸມ​ແລະ​ຈະ​ສາມາດ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ​ໄດ້. (ສຸພາສິດ 2:1-5) ຄວາມ​ຄິດ​ແລະ​ແຜນການ​ຕ່າງໆຂອງ​ມະນຸດ​ປ່ຽນ​ແປງ​ໄດ້ ແຕ່​ພະ​ເຢໂຫວາ​ບໍ່​ເຄີຍ​ປ່ຽນ. ຜູ້​ຂຽນ​ຄຳເພງ​ເວົ້າ​ວ່າ: “ຄວາມ​ເຕືອນ​ສະຕິ [ຄຳ​ຕັດສິນ] ຂອງ​ພະ​ເຢໂຫວາ​ກໍ​ຕັ້ງ​ຢູ່​ສືບໆໄປ​ເປັນ​ນິດ ຄວາມ​ຕັ້ງ​ໃຈ​ໄວ້​ຂອງ​ພະອົງ​ກໍ​ຕັ້ງ​ຢູ່​ແຕ່​ຊົ່ວ​ອາຍຸ​ນີ້​ສືບ​ໄປ​ຊົ່ວ​ອາຍຸ​ນັ້ນ.” (ຄຳເພງ 33:11) ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ສາມາດ​ຕັດສິນ​ໃຈ​ໃນ​ແບບ​ທີ່​ດີ​ທີ່​ສຸດ ເມື່ອ​ເຮົາ​ຮຽນ​ຮູ້​ທີ່​ຈະ​ຄິດ​ຄື​ກັບ​ທີ່​ພະ​ເຢໂຫວາ​ຄິດ ແລ້ວ​ຈາກ​ນັ້ນ​ກໍ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ພະອົງ​ຍິນດີ.