ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ນໍ້າໃຈ​ຂອງ​ຄວາມ​ຮັກ

ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ນໍ້າໃຈ​ຂອງ​ຄວາມ​ຮັກ

“ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິສຸກ.”—ມາລະໂກ 9:50, ທ.ປ.

ເພງ: 39, 77

1, 2. ໃນ​ພະທຳ​ຕົ້ນເດີມ​ມີ​ການ​ກ່າວ​ເຖິງ​ຂໍ້​ຂັດ​ແຍ່ງ​ອັນ​ໃດ​ແດ່​ຂອງ​ມະນຸດ ແລະ​ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ໜ້າ​ສົນ​ໃຈ?

ເຈົ້າ​ເຄີຍ​ຄິດ​ກ່ຽວ​ກັບ​ຂໍ້​ຂັດ​ແຍ່ງ​ໃນ​ເລື່ອງ​ສ່ວນ​ຕົວ​ທີ່​ມີ​ການ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ບໍ? ໃນ​ຕອນ​ຕົ້ນໆຂອງ​ພະທຳ​ຕົ້ນເດີມ​ພຽງ​ບໍ່​ເທົ່າ​ໃດ​ບົດ ເຮົາ​ກໍ​ຮຽນ​ຮູ້​ວ່າ​ກາ​ອິນ​ໄດ້​ຂ້າ​ອາເບນ. (ຕົ້ນເດີມ 4:3-8) ເລເມກ​ໄດ້​ຂ້າ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ໄດ້​ຕີ​ລາວ. (ຕົ້ນເດີມ 4:23) ຄົນ​ລ້ຽງ​ແກະ​ຂອງ​ອັບລາຫາມ​ໄດ້​ຖຽງ​ກັນ​ກັບ​ຄົນ​ລ້ຽງ​ແກະ​ຂອງ​ໂລດ. (ຕົ້ນເດີມ 13:5-7) ອາຄາດ​ຮູ້ສຶກ​ວ່າ​ຕົວ​ເອງ​ດີ​ກວ່າ​ຊາລາ ແລະ​ຊາລາ​ກໍ​ບໍ່​ພໍ​ໃຈ​ໃຫ້​ອັບລາຫາມ. (ຕົ້ນເດີມ 16:3-6) ຍິດມາເອນ​ໄດ້​ຕໍ່​ສູ້​ທຸກ​ຄົນ ແລະ​ທຸກ​ຄົນ​ກໍ​ໄດ້​ຕໍ່​ສູ້​ລາວ.—ຕົ້ນເດີມ 16:12

2 ເປັນ​ຫຍັງ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ມີ​ການ​ກ່າວ​ເຖິງ​ຂໍ້​ຂັດ​ແຍ່ງ​ເຫຼົ່າ​ນັ້ນ? ກໍ​ຍ້ອນ​ວ່າ​ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ບຸກຄົນ​ເຫຼົ່າ​ນີ້​ທີ່​ເປັນ​ຄົນ​ບໍ່​ສົມບູນ​ແບບ​ເຊິ່ງ​ມີ​ບັນຫາ​ແທ້ໆ. ເຮົາ​ກໍ​ເຊັ່ນ​ກັນ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ແລະ​ເມື່ອ​ເຮົາ​ມີ​ບັນຫາ​ທີ່​ຄ້າຍ​ກັນ​ນັ້ນ​ໃນ​ຊີວິດ ເຮົາ​ກໍ​ສາມາດ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ເຊິ່ງ​ມີ​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ແລະ​ຫຼີກ​ລ່ຽງ​ການ​ຮຽນ​ແບບ​ຕົວຢ່າງ​ຂອງ​ຄົນ​ທີ່​ບໍ່​ດີ. (ໂລມ 15:4) ສິ່ງ​ນີ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ວິທີ​ທີ່​ຈະ​ຮັກສາ​ສັນຕິສຸກ​ກັບ​ຄົນ​ອື່ນ.

3. ຫົວ​ເລື່ອງ​ຫຍັງ​ແດ່​ທີ່​ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ນີ້?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ເຫດຜົນ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ແກ້ໄຂ​ຂໍ້​ຂັດ​ແຍ່ງ ຫຼື​ແກ້ໄຂ​ຄວາມ​ບໍ່​ເຫັນ​ດີ​ນຳ​ກັນ ແລະ​ວິທີ​ທີ່​ເຮົາ​ສາມາດ​ເຮັດ​ເຊັ່ນ​ນັ້ນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ຮຽນ​ຮູ້​ຫຼັກ​ການ​ພື້ນຖານ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ແກ້ໄຂ​ບັນຫາ​ຕ່າງໆແລະ​ຮັກສາ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະ​ກັບ​ຄົນ​ອື່ນໆ.

ເຫດຜົນ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ຕ່າງໆ

4. ທັດສະນະ​ແບບ​ໃດ​ທີ່​ແພ່​ໄປ​ທົ່ວ​ໂລກ ແລະ​ຜົນ​ເປັນ​ແນວ​ໃດ?

4 ຊາຕານ​ເປັນ​ສາເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ຄົນ​ເຮົາ​ແບ່ງ​ແຍກ​ກັນ​ແລະ​ແຕກຕ່າງ​ກັນ​ຫຼາຍ​ແທ້ໆ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ເຊັ່ນ​ນັ້ນ? ໃນ​ສວນ​ເອເດນ ຊາຕານ​ເວົ້າ​ວ່າ​ທຸກ​ຄົນ​ສາມາດ​ຕັດສິນ​ໃຈ​ເອງ​ໄດ້ ແລະ​ຄວນ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ໃນ​ສິ່ງ​ທີ່​ດີ​ແລະ​ສິ່ງ​ທີ່​ຊົ່ວ​ໂດຍ​ທີ່​ບໍ່​ຕ້ອງ​ເພິ່ງ​ພະເຈົ້າ. (ຕົ້ນເດີມ 3:1-5) ແຕ່​ເມື່ອ​ເບິ່ງ​ໂລກ​ໃນ​ທຸກ​ມື້​ນີ້ ເຮົາ​ຈະ​ເຫັນ​ໄດ້​ວ່າ​ທັດສະນະ​ແບບ​ນັ້ນ​ມີ​ແຕ່​ກໍ່​ໃຫ້​ເກີດ​ບັນຫາ​ຕ່າງໆ. ຫຼາຍ​ຄົນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ໃນ​ສິ່ງ​ທີ່​ດີ​ແລະ​ສິ່ງ​ທີ່​ຊົ່ວ. ເຂົາ​ເຈົ້າ​ຍິ່ງ​ຈອງຫອງ ເຫັນ​ແກ່​ຕົວ ແລະ​ແຂ່ງ​ຂັນ​ກັນ ແລະ​ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ເລີຍ​ວ່າ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ. ທັດສະນະ​ແບບ​ນີ້​ນຳ​ໄປ​ສູ່​ການ​ຂັດ​ແຍ່ງ​ກັນ. ຄຳພີ​ໄບເບິນ​ເຕືອນ​ວ່າ​ຖ້າ​ເຮົາ​ໃຈ​ຮ້າຍ​ໄວ ເຮົາ​ກໍ​ຈະ​ມີ​ຂໍ້​ຂັດ​ແຍ່ງ​ຫຼາຍ​ຢ່າງ​ກັບ​ຄົນ​ອື່ນ​ແລະ​ເຮົາ​ກໍ​ຈະ​ເຮັດ​ຜິດ​ຫຼາຍ​ຢ່າງ.—ສຸພາສິດ 29:22

5. ພະ​ເຍຊູ​ສອນ​ຜູ້​ຄົນ​ແນວ​ໃດ​ໃນ​ການ​ຈັດການ​ກັບ​ຂໍ້​ຂັດ​ແຍ່ງ?

5 ເມື່ອ​ພະ​ເຍຊູ​ໃຫ້​ຄຳ​ບັນລະຍາຍ​ທີ່​ມີ​ຊື່ສຽງ ພະອົງ​ສອນ​ພວກ​ລູກ​ສິດ​ໃຫ້​ສ້າງ​ສັນຕິສຸກ​ແລະ​ໃຫ້​ຕ້ານ​ທານ​ການ​ຂັດ​ແຍ່ງ​ກັນ ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ສົນ​ໃຈ​ຢາກ​ຈະ​ເຮັດ​ກໍ​ຕາມ. ຕົວຢ່າງ​ເຊັ່ນ: ພະອົງ​ບອກ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ກະລຸນາ ໃຫ້​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ ໃຫ້​ກຳຈັດ​ຄວາມ​ໃຈ​ຮ້າຍ ໃຫ້​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ຢ່າງ​ໄວ ແລະ​ໃຫ້​ຮັກ​ສັດຕູ​ຂອງ​ເຂົາ​ເຈົ້າ.—ມັດທາຍ 5:5, 9, 22, 25, 44

6, 7. (ກ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ໃນ​ທັນທີ? (ຂ) ປະຊາຊົນ​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ຄວນ​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ໃດ?

6 ໃນ​ທຸກ​ມື້​ນີ້ ເຮົາ​ນະມັດສະການ​ພະ​ເຢໂຫວາ​ເມື່ອ​ເຮົາ​ອະທິດຖານ ປະກາດ ແລະ​ໄປ​ການ​ປະຊຸມ. ຖ້າ​ເຮົາ​ບໍ່​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ​ຂອງ​ເຮົາ ພະ​ເຢໂຫວາ​ຈະ​ບໍ່​ຍອມ​ຮັບ​ເອົາ​ການ​ນະມັດສະການ​ຂອງ​ເຮົາ. (ມາລະໂກ 11:25) ເພື່ອ​ຈະ​ເປັນ​ເພື່ອນ​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ເຂົາ​ເຈົ້າ​ເຮັດ​ຜິດ.—ອ່ານ​ລືກາ 11:4; ເອເຟດ 4:32

ເຈົ້າ​ໃຫ້​ອະໄພ​ພີ່​ນ້ອງ​ໄດ້​ໄວ​ບໍ?

7 ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ທຸກ​ຄົນ​ເປັນ​ຄົນ​ທີ່​ໃຫ້​ອະໄພ​ແລະ​ມີ​ສາຍ​ສຳພັນ​ທີ່​ສະຫງົບ​ສຸກ​ກັບ​ຄົນ​ອື່ນ. ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໃຫ້​ອະໄພ​ພີ່​ນ້ອງ​ຄລິດສະຕຽນ​ໄດ້​ໄວ​ບໍ? ຂ້ອຍ​ມ່ວນ​ບໍ​ເມື່ອ​ຢູ່​ກັບ​ເຂົາ​ເຈົ້າ?’ ຖ້າ​ສຳນຶກ​ວ່າ​ເຈົ້າ​ຕ້ອງ​ເປັນ​ຄົນ​ທີ່​ໃຫ້​ອະໄພ​ຫຼາຍ​ຂຶ້ນ ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ​ເຈົ້າ​ເພື່ອ​ຈະ​ປັບ​ປຸງ​ຕົວ​ເອງ. ພໍ່​ຂອງ​ເຮົາ​ທີ່​ຢູ່​ທາງ​ພາກ​ສະຫວັນ​ຈະ​ໄດ້​ຍິນ​ຄຳ​ອະທິດຖານ​ທີ່​ຖ່ອມ​ໃຈ​ເຊັ່ນ​ນັ້ນ ແລະ​ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ.—1 ໂຢຮັນ 5:14, 15

ເຈົ້າ​ສາມາດ​ມອງ​ຂ້າມ​ຄວາມ​ເຄືອງ​ໃຈ​ໄດ້​ບໍ?

8, 9. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ເຄືອງ​ໃຈ?

8 ພວກ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ດັ່ງ​ນັ້ນ ເຮົາ​ຈຶ່ງ​ສາມາດ​ຄາດ​ໝາຍ​ໄດ້​ວ່າ​ຜູ້​ຄົນ​ຈະ​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ. (ຜູ້​ເທສະໜາ​ປ່າວ​ປະກາດ 7:20; ມັດທາຍ 18:7) ເມື່ອ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຈະ​ຕອບ​ສະໜອງ​ແນວ​ໃດ? ເຮົາ​ສາມາດ​ຮຽນ​ຮູ້​ບົດຮຽນ​ໜຶ່ງ​ທີ່​ສຳຄັນ​ຈາກ​ປະສົບການ​ຕໍ່​ໄປ​ນີ້: ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຂົ້າ​ໄປ​ທັກທາຍ​ພີ່​ນ້ອງ​ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ງານ​ສັງ​ສັນ. ແຕ່​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ເຄືອງ​ໃຈ​ໃນ​ວິທີ​ທີ່​ພີ່​ນ້ອງ​ຍິງ​ທັກທາຍ​ລາວ. ເມື່ອ​ພີ່​ນ້ອງ​ຊາຍ​ທັງ​ສອງ​ຄົນ​ຢູ່​ນຳ​ກັນ​ຕາມ​ລຳພັງ ພີ່​ນ້ອງ​ຄົນ​ທີ່​ຮູ້ສຶກ​ເຄືອງ​ໃຈ​ກໍ​ເລີ່ມ​ຈົ່ມ​ໃຫ້​ພີ່​ນ້ອງ​ຍິງ​ຄົນ​ນັ້ນ. ຢ່າງ​ໃດ​ກໍ​ຕາມ ພີ່​ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ເຕືອນ​ພີ່​ນ້ອງ​ຄົນ​ນີ້​ໃຫ້​ສຳນຶກ​ວ່າ​ພີ່​ນ້ອງ​ຍິງ​ຄົນ​ນີ້​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ພັກດີ​ມາ​ເປັນ​ເວລາ 40 ປີ​ແລ້ວ ເຖິງ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ​ຕາມ. ພີ່​ນ້ອງ​ຊາຍ​ຄົນ​ນີ້​ບອກ​ວ່າ​ລາວ​ໝັ້ນ​ໃຈ​ວ່າ​ພີ່​ນ້ອງ​ຍິງ​ຄົນ​ນີ້​ບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ຊາຍ​ເຄືອງ​ໃຈ. ພີ່​ນ້ອງ​ຊາຍ​ຄົນ​ທີ່​ເຄືອງ​ໃຈ​ຕອບ​ສະໜອງ​ແນວ​ໃດ? ລາວ​ເວົ້າ​ວ່າ: “ເຈົ້າ​ເວົ້າ​ຖືກ​ແລ້ວ.” ຈາກ​ນັ້ນ ລາວ​ກໍ​ເລືອກ​ທີ່​ຈະ​ລືມ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.

9 ປະສົບການ​ນີ້​ສອນ​ຫຍັງ​ເຮົາ? ເມື່ອ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ເຄືອງ​ໃຈ ເຮົາ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ຕອບ​ສະໜອງ​ແນວ​ໃດ. ຄົນ​ທີ່​ມີ​ຄວາມ​ຮັກ​ຈະ​ຮູ້ຈັກ​ໃຫ້​ອະໄພ. (ອ່ານ​ສຸພາສິດ 10:12; 1 ເປໂຕ 4:8) ເມື່ອ​ເຮົາ “ມອງ​ຂ້າມ​ຄວາມ​ຜິດ” ນີ້​ເປັນ​ສິ່ງ​ທີ່​ງົດງາມ​ໃນ​ສາຍ​ຕາ​ພະ​ເຢໂຫວາ. (ສຸພາສິດ 19:11, ລ.ມ.; ຜູ້​ເທສະໜາ​ປ່າວ​ປະກາດ 7:9) ດັ່ງ​ນັ້ນ ໃນ​ຄັ້ງ​ຕໍ່​ໄປ​ເມື່ອ​ມີ​ຄົນ​ເວົ້າ​ຫຼື​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ເຄືອງ​ໃຈ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມອງ​ຂ້າມ​ຄວາມ​ເຄືອງ​ໃຈ​ນີ້​ໄດ້​ບໍ? ຈຳເປັນ​ແທ້ໆບໍ​ທີ່​ຂ້ອຍ​ຕ້ອງ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້?’

10. (ກ) ໃນ​ຕອນ​ທຳອິດ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ຄຳ​ຕຳໜິ? (ຂ) ມີ​ແງ່​ຄິດ​ບາງ​ຢ່າງ​ອັນ​ໃດ​ທີ່​ໄດ້​ຈາກ​ຂໍ້​ພະ​ຄຳພີ​ທີ່​ຊ່ວຍ​ລາວ​ໃຫ້​ຮັກສາ​ສັນຕິສຸກ​ໄວ້​ໄດ້?

10 ເມື່ອ​ຄົນ​ອື່ນ​ເວົ້າ​ບາງ​ສິ່ງ​ໃນ​ດ້ານ​ລົບ​ໃຫ້​ເຮົາ ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ບໍ່​ໃສ່​ໃຈ​ຕໍ່​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ. ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໄພໂອເນຍ​ເຊິ່ງ​ເຮົາ​ຈະ​ເອີ້ນ​ລາວ​ວ່າ​ລູຊີ. ບາງ​ຄົນ​ໃນ​ປະຊາຄົມ​ໄດ້​ເວົ້າ​ໃນ​ດ້ານ​ລົບ​ກ່ຽວ​ກັບ​ປະສິດທິພາບ​ໃນ​ວຽກ​ປະກາດ​ຂອງ​ລູຊີ​ແລະ​ເລື່ອງ​ການ​ໃຊ້​ເວລາ​ຂອງ​ລາວ. ລູຊີ​ເສຍໃຈ​ຫຼາຍ​ແລະ​ໄດ້​ຂໍ​ຄຳ​ແນະນຳ​ຈາກ​ພີ່​ນ້ອງ​ຊາຍ​ບາງ​ຄົນ​ທີ່​ອາວຸໂສ​ໃນ​ດ້ານ​ຄວາມ​ເຊື່ອ. ຜົນ​ເປັນ​ແນວ​ໃດ? ລູຊີ​ເລົ່າ​ວ່າ ພີ່​ນ້ອງ​ເຫຼົ່າ​ນັ້ນ​ໄດ້​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຊົາ​ຄິດ​ຫຼາຍ​ກ່ຽວ​ກັບ​ຄວາມ​ຄິດ​ເຫັນ​ໃນ​ດ້ານ​ລົບ​ຂອງ​ຄົນ​ອື່ນ​ແລະ​ໃຫ້​ເລີ່ມ​ຄິດ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຢໂຫວາ. ລາວ​ໄດ້​ກຳລັງ​ໃຈ​ເມື່ອ​ລາວ​ອ່ານ​ໃນ​ມັດທາຍ 6:1-4 (ອ່ານ). ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ເຕືອນ​ລາວ​ວ່າ ການ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ດັ່ງ​ນັ້ນ ລູຊີ​ຈຶ່ງ​ເລືອກ​ທີ່​ຈະ​ມອງ​ຂ້າມ​ຄວາມ​ຄິດ​ເຫັນ​ໃນ​ດ້ານ​ລົບ. ໃນ​ຕອນ​ນີ້ ເຖິງ​ວ່າ​ຈະ​ມີ​ບາງ​ຄົນ​ໃຫ້​ຄວາມ​ຄິດ​ເຫັນ​ໃນ​ດ້ານ​ລົບ​ກ່ຽວ​ກັບ​ວຽກ​ປະກາດ​ຂອງ​ລາວ ແຕ່​ລູຊີ​ຍັງ​ມີ​ຄວາມ​ສຸກ​ເພາະ​ຮູ້​ວ່າ​ຕົນ​ເອງ​ກຳລັງ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.

ເມື່ອ​ເຈົ້າ​ບໍ່​ສາມາດ​ມອງ​ຂ້າມ​ຄວາມ​ເຄືອງ​ໃຈ

11, 12. (ກ) ຄລິດສະຕຽນ​ຄວນ​ເຮັດ​ແນວ​ໃດ​ຖ້າ​ລາວ​ເຊື່ອ​ວ່າ​ພີ່​ນ້ອງ “ມີ​ຄວາມ​ປະການ​ໃດ​ປະການ​ໜຶ່ງ​ຕໍ່” ລາວ? (ຂ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ອັບລາຫາມ​ຮັບ​ມື​ກັບ​ການ​ໂຕ້​ຖຽງ? (ເບິ່ງ​ຮູບ​ທຳອິດ)

11 “ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ.” (ຢາໂກໂບ 3:2, ທ.ປ.) ສົມມຸດ​ວ່າ​ເຈົ້າ​ຮູ້​ວ່າ​ພີ່​ນ້ອງ​ຄົນ​ໜຶ່ງ​ຮູ້ສຶກ​ເຄືອງ​ໃຈ​ຍ້ອນ​ສິ່ງ​ທີ່​ເຈົ້າ​ໄດ້​ເວົ້າ​ຫຼື​ເຮັດ. ເຈົ້າ​ຄວນ​ເຮັດ​ແນວ​ໃດ? ພະ​ເຍຊູ​ກ່າວ​ວ່າ: “ຖ້າ​ທ່ານ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ເທິງ​ແທ່ນ​ບູຊາ​ແລະ​ທີ່​ນັ້ນ​ຈື່​ຈຳ​ວ່າ​ພີ່​ນ້ອງ​ມີ​ຄວາມ​ປະການ​ໃດ​ປະການ​ໜຶ່ງ​ຕໍ່​ທ່ານ ຈົ່ງ​ວາງ​ຂອງ​ຖວາຍ​ລົງ​ໄວ້​ຕໍ່​ໜ້າ​ແທ່ນ​ນັ້ນ ແລະ​ຈົ່ງ​ໄປ​ກະທຳ​ໃຫ້​ດີ​ກັນ​ກັບ​ພີ່​ນ້ອງ​ກ່ອນ ແລ້ວ​ມາ​ຖວາຍ​ເຄື່ອງ​ບູຊາ​ຂອງ​ທ່ານ​ເຖີ້ນ.” (ມັດທາຍ 5:23, 24) ດັ່ງ​ນັ້ນ ໃຫ້​ລົມ​ກັບ​ພີ່​ນ້ອງ​ຂອງ​ເຈົ້າ. ເມື່ອ​ພະຍາຍາມ​ເຮັດ​ແບບ​ນັ້ນ ເຈົ້າ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ສ້າງ​ສັນຕິສຸກ​ກັບ​ລາວ. ເຈົ້າ​ຄວນ​ຍອມ​ຮັບ​ຄວາມ​ຜິດ​ຂອງ​ຕົວ​ເອງ​ແລະ​ພະຍາຍາມ​ທີ່​ຈະ​ບໍ່​ໂທດ​ພີ່​ນ້ອງ. ການ​ມີ​ສັນຕິສຸກ​ກັບ​ພີ່​ນ້ອງ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ.

ເຮົາ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ​ຄລິດສະຕຽນ

12 ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສາມາດ​ຮັກສາ​ສັນຕິສຸກ​ເມື່ອ​ມີ​ຂໍ້​ຂັດ​ແຍ່ງ​ຕ່າງໆ. ຕົວຢ່າງ​ເຊັ່ນ: ເມື່ອ​ອັບລາຫາມ​ແລະ​ໂລດ​ຫຼານ​ຊາຍ​ຂອງ​ລາວ​ມີ​ສັດ​ຫຼາຍ​ຂຶ້ນ ດັ່ງ​ນັ້ນ​ຄົນ​ລ້ຽງ​ແກະ​ຂອງ​ທັງ​ສອງ​ຈຶ່ງ​ເລີ່ມ​ໂຕ້​ຖຽງ​ກັນ​ຍ້ອນ​ບໍ່​ມີ​ດິນ​ພຽງ​ພໍ​ສຳລັບ​ພວກ​ເຂົາ​ເຈົ້າ. ເນື່ອງ​ຈາກ​ວ່າ​ອັບລາຫາມ​ຕ້ອງການ​ໃຫ້​ມີ​ສັນຕິສຸກ ດັ່ງ​ນັ້ນ​ລາວ​ຈຶ່ງ​ໃຫ້​ໂລດ​ມີ​ໂອກາດ​ເລືອກ​ເອົາ​ດິນ​ຕອນ​ທີ່​ດີ​ທີ່​ສຸດ. (ຕົ້ນເດີມ 13:1, 2, 5-9) ນັ້ນ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ພວກ​ເຮົາ! ອັບລາຫາມ​ເສຍໃຈ​ບໍ​ທີ່​ໄດ້​ເຮັດ​ແນວ​ນັ້ນ​ຍ້ອນ​ເປັນ​ຄົນ​ເອື້ອເຟື້ອ? ບໍ່​ເລີຍ. ທັນທີ​ທັນໃດ​ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ອວຍ​ພອນ​ໃຫ້​ອັບລາຫາມ​ຫຼາຍ​ກວ່າ​ທີ່​ລາວ​ສູນ​ເສຍ​ໄປ. (ຕົ້ນເດີມ 13:14-17) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຖິງ​ວ່າ​ເຮົາ​ຈະ​ມີ​ຄວາມ​ທຸກ​ຍ້ອນ​ສູນ​ເສຍ​ບາງ​ຢ່າງ ແຕ່​ພະ​ເຢໂຫວາ​ຈະ​ອວຍ​ພອນ​ໃຫ້​ເຮົາ​ເມື່ອ​ເຮົາ​ແກ້ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ຄວາມ​ຮັກ. [1]—ເບິ່ງ​ຂໍ້​ສັງເກດ​ສຳລັບ​ຜູ້​ອ່ານ.

13. ຜູ້​ດູ​ແລ​ຄົນ​ໜຶ່ງ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ຄຳ​ເວົ້າ​ທີ່​ຮຸນແຮງ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ?

13 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ໜຶ່ງ​ໃນ​ສະໄໝ​ປັດຈຸບັນ. ຜູ້​ດູ​ແລ​ຄົນ​ໃໝ່​ຂອງ​ພະແນກ​ການ​ປະຊຸມ​ພາກ​ໄດ້​ໂທລະສັບ​ໄປ​ຫາ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເພື່ອ​ຖາມ​ວ່າ ລາວ​ຈະ​ສາມາດ​ຊ່ວຍ​ວຽກ​ໃນ​ພະແນກ​ນັ້ນ​ໄດ້​ບໍ. ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ເວົ້າ​ຫຼາຍ​ສິ່ງ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ກະລຸນາ​ແລ້ວ​ກໍ​ວາງ​ສາຍ​ໂທລະສັບ​ຍ້ອນ​ວ່າ​ລາວ​ຍັງ​ໃຈ​ຮ້າຍ​ໃຫ້​ຜູ້​ດູ​ແລ​ຄົນ​ກ່ອນ​ຂອງ​ພະແນກ​ນີ້. ຜູ້​ດູ​ແລ​ຄົນ​ໃໝ່​ບໍ່​ໄດ້​ເຄືອງ​ໃຈ ແຕ່​ລາວ​ກໍ​ບໍ່​ສາມາດ​ມອງ​ຂ້າມ​ສິ່ງ​ທີ່​ເກີດ​ຂຶ້ນ. ຫຼັງ​ຈາກ​ໜຶ່ງ​ຊົ່ວ​ໂມງ​ຜ່ານ​ໄປ ລາວ​ໄດ້​ໂທລະສັບ​ໄປ​ຫາ​ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ອີກ​ແລະ​ສະເໜີ​ວ່າ​ເຂົາ​ເຈົ້າ​ຄວນ​ຈະ​ພົບ​ກັນ. ໜຶ່ງ​ອາທິດ​ຕໍ່​ມາ​ພີ່​ນ້ອງ​ທັງ​ສອງ​ຄົນ​ໄດ້​ພົບ​ກັນ​ຢູ່​ຫໍ​ປະຊຸມ ແລະ​ຫຼັງ​ຈາກ​ທີ່​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ລົມ​ກັນ​ເປັນ​ຊົ່ວ​ໂມງ. ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ເຖິງ​ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ລາວ​ກັບ​ຜູ້​ດູ​ແລ​ຄົນ​ກ່ອນ​ຂອງ​ພະແນກ​ການ​ປະຊຸມ​ພາກ. ຜູ້​ດູ​ແລ​ຄົນ​ໃໝ່​ໄດ້​ຟັງ​ດ້ວຍ​ຄວາມ​ເຫັນ​ໃຈ​ແລະ​ໄດ້​ພິຈາລະນາ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ເປັນ​ປະໂຫຍດ. ຜົນ​ກໍ​ຄື ພີ່​ນ້ອງ​ທັງ​ສອງ​ມີ​ສັນຕິສຸກ​ແລະ​ໄດ້​ເຮັດ​ວຽກ​ນຳ​ກັນ​ຢູ່​ທີ່​ການ​ປະຊຸມ​ພາກ. ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ຮູ້ສຶກ​ຂອບໃຈ​ທີ່​ຜູ້​ດູ​ແລ​ໄດ້​ເວົ້າ​ກັບ​ລາວ​ໃນ​ແບບ​ທີ່​ກະລຸນາ​ແລະ​ນຸ່ມນວນ.

ເຈົ້າ​ຄວນ​ໃຫ້​ຜູ້​ເຖົ້າ​ແກ່​ເຂົ້າ​ມາ​ກ່ຽວ​ຂ້ອງ​ນຳ​ບໍ?

14, 15. (ກ) ຄຳ​ແນະນຳ​ໃນ​ມັດທາຍ 18:15-17 ເໝາະ​ສົມ​ທີ່​ຈະ​ໃຊ້​ໃນ​ຕອນ​ໃດ? (ຂ) ພະ​ເຍຊູ​ໄດ້​ກ່າວ​ເຖິງ​ສາມ​ຂັ້ນ​ຕອນ​ໃດ​ແດ່ ແລະ​ສິ່ງ​ໃດ​ຄວນ​ເປັນ​ເປົ້າ​ໝາຍ​ຂອງ​ເຈົ້າ​ໃນ​ການ​ນຳ​ໃຊ້​ຂັ້ນ​ຕອນ​ເຫຼົ່າ​ນັ້ນ?

14 ບັນຫາ​ຕ່າງໆລະຫວ່າງ​ຄລິດສະຕຽນ​ສອງ​ຄົນ​ສ່ວນ​ຫຼາຍ​ສາມາດ​ແກ້ໄຂ​ໄດ້​ແລະ​ຄວນ​ແກ້ໄຂ​ເປັນ​ສ່ວນ​ຕົວ. ຢ່າງ​ໃດ​ກໍ​ຕາມ ບາງ​ຄັ້ງ​ເລື່ອງ​ນີ້​ກໍ​ເປັນ​ໄປ​ບໍ່​ໄດ້. ໃນ​ບາງ​ສະຖານະການ​ອາດ​ຕ້ອງ​ໃຫ້​ຄົນ​ອື່ນ​ເຂົ້າ​ມາ​ຊ່ວຍ​ຕາມ​ທີ່​ກ່າວ​ໄວ້​ໃນ​ມັດທາຍ 18:15-17 (ອ່ານ). “ການ​ກະທຳ​ຜິດ” ທີ່​ພະ​ເຍຊູ​ເວົ້າ​ເຖິງ​ໃນ​ທີ່​ນີ້​ບໍ່​ແມ່ນ​ຂໍ້​ຂັດ​ແຍ່ງ​ເລື່ອງ​ເລັກໆນ້ອຍໆລະຫວ່າງ​ຄລິດສະຕຽນ. ເຮົາ​ຮູ້​ໄດ້​ແນວ​ໃດ? ພະ​ເຍຊູ​ບອກ​ວ່າ​ຫຼັງ​ຈາກ​ທີ່​ມີ​ການ​ເວົ້າ​ກັນ​ກັບ​ພີ່​ນ້ອງ​ທີ່​ມີ​ບັນຫາ​ນຳ ໄດ້​ເວົ້າ​ກັບ​ພະຍານ​ທີ່​ຮູ້​ເຫັນ ແລະ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ແຕ່​ຜູ້​ທີ່​ເຮັດ​ຜິດ​ຍັງ​ບໍ່​ໄດ້​ກັບ​ໃຈ ລາວ​ກໍ​ຄວນ​ຖືກ​ປະຕິບັດ “ເໝືອນ​ຄົນ​ຕ່າງ​ປະເທດ​ແລະ​ຄົນ​ເກັບ​ພາສີ.” ໃນ​ທຸກ​ມື້​ນີ້ ໝາຍ​ຄວາມ​ວ່າ​ລາວ​ຄວນ​ຈະ​ຖືກ​ຕັດ​ສຳພັນ. “ການ​ກະທຳ​ຜິດ” ນັ້ນ​ສາມາດ​ລວມ​ເອົາ​ສິ່ງ​ຕ່າງໆເຊັ່ນ: ການ​ຫຼອກ​ລວງ ຫຼື​ການ​ໃສ່​ຮ້າຍ ແຕ່​ບໍ່​ໄດ້​ລວມ​ເອົາ​ການ​ກະທຳ​ຜິດ​ຕ່າງໆເຊັ່ນ: ການ​ຫຼິ້ນ​ຊູ້ ການ​ມັກ​ຄົນ​ທີ່​ເປັນ​ເພດ​ດຽວ​ກັນ ການ​ຕໍ່​ຕ້ານ​ຄວາມ​ຈິງ ຫຼື​ການ​ນະມັດສະການ​ຮູບ​ປັ້ນ. ແນ່ນອນ​ວ່າ​ການ​ກະທຳ​ຜິດ​ຕາມ​ທີ່​ກ່າວ​ມາ​ນີ້​ຈຳເປັນ​ຕ້ອງ​ໃຫ້​ຜູ້​ເຖົ້າ​ແກ່​ເຂົ້າ​ມາ​ແກ້ໄຂ.

ອາດ​ຈຳເປັນ​ຕ້ອງ​ໄດ້​ເວົ້າ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ເພື່ອ​ຈະ​ສ້າງ​ສັນຕິສຸກ (ເບິ່ງ​ຂໍ້ 15)

15 ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ຊ່ວຍ​ພີ່​ນ້ອງ​ເນື່ອງ​ຈາກ​ວ່າ​ເຮົາ​ຮັກ​ລາວ. (ມັດທາຍ 18:12-14) ເຮົາ​ສາມາດ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ໄດ້​ແນວ​ໃດ? ເຮົາ​ສາມາດ​ເຮັດ​ໄດ້​ໂດຍ: (1) ເຮົາ​ຄວນ​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ​ຂອງ​ເຮົາ​ໂດຍ​ບໍ່​ໃຫ້​ຄົນ​ອື່ນ​ເຂົ້າ​ມາ​ກ່ຽວ​ຂ້ອງ. ເຮົາ​ອາດ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ລາວ​ຫຼາຍ​ຄັ້ງ. ແຕ່​ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຍັງ​ບໍ່​ມີ​ສັນຕິສຸກ? (2) ເຮົາ​ຄວນ​ເວົ້າ​ກັບ​ພີ່​ນ້ອງ​ຄົນ​ນັ້ນ​ໂດຍ​ໃຫ້​ມີ​ພີ່​ນ້ອງ​ອີກ​ຄົນ​ໜຶ່ງ​ຢູ່​ນຳ​ເຊິ່ງ​ເປັນ​ຄົນ​ທີ່​ຮູ້ຈັກ​ສະຖານະການ​ຫຼື​ສາມາດ​ເຫັນ​ວ່າ​ມີ​ການ​ເຮັດ​ສິ່ງ​ທີ່​ຜິດ. ຖ້າ​ບັນຫາ​ແກ້ໄຂ​ໄດ້​ແລ້ວ ເຈົ້າ​ຈະ​ໄດ້ ‘ພີ່​ນ້ອງ​ຄືນ​ມາ.’ ແຕ່​ຖ້າ​ຫາກ​ວ່າ​ເຈົ້າ​ໄດ້​ລົມ​ກັບ​ພີ່​ນ້ອງ​ຄົນ​ນັ້ນ​ຫຼາຍ​ເທື່ອ​ແລ້ວ​ແລະ​ເຈົ້າ​ບໍ່​ສາມາດ​ສ້າງ​ສັນຕິສຸກ​ກັບ​ລາວ​ໄດ້ ດັ່ງ​ນັ້ນ​ເຈົ້າ​ຄວນ​ທີ່​ຈະ (3) ບອກ​ບັນຫາ​ນັ້ນ​ກັບ​ພວກ​ຜູ້​ເຖົ້າ​ແກ່.

16 ຕາມ​ປົກກະຕິ​ແລ້ວ ບໍ່​ຈຳເປັນ​ຕ້ອງ​ໃຊ້​ໝົດ​ທັງ​ສາມ​ຂັ້ນ​ຕອນ​ທີ່​ຢູ່​ໃນ​ມັດທາຍ 18:15-17. ການ​ຮູ້​ແນວ​ນັ້ນ​ໃຫ້​ກຳລັງ​ໃຈ​ເຮົາ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ເກືອບ​ທຸກ​ກໍລະນີ ຜູ້​ທີ່​ເຮັດ​ຜິດ​ໄດ້​ສຳນຶກ​ວ່າ​ຕົນ​ເອງ​ເຮັດ​ຜິດ​ແລະ​ໄດ້​ແກ້ໄຂ​ບັນຫາ ດັ່ງ​ນັ້ນ​ລາວ​ຈຶ່ງ​ບໍ່​ໄດ້​ຖືກ​ຕັດ​ສຳພັນ. ເມື່ອ​ເປັນ​ເຊັ່ນ​ນັ້ນ ຄົນ​ທີ່​ຮູ້ສຶກ​ເຄືອງ​ໃຈ​ຄວນ​ໃຫ້​ອະໄພ​ພີ່​ນ້ອງ​ຂອງ​ຕົນ​ເພື່ອ​ຈະ​ມີ​ສັນຕິສຸກ. ເຫັນ​ໄດ້​ແຈ້ງ​ວ່າ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ແມ່ນ​ບໍ່​ໃຫ້​ເຮົາ​ຟ້າວ​ໄປ​ຫາ​ພວກ​ຜູ້​ເຖົ້າ​ແກ່. ເຮົາ​ຄວນ​ບອກ​ບັນຫາ​ນັ້ນ​ກັບ​ພວກ​ຜູ້​ເຖົ້າ​ແກ່​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ເຮັດ​ຕາມ​ສອງ​ຂັ້ນ​ຕອນ​ທຳອິດ​ແລ້ວ ແລະ​ສະເພາະ​ເມື່ອ​ມີ​ຫຼັກ​ຖານ​ແທ້ໆວ່າ​ມີ​ການ​ເຮັດ​ສິ່ງ​ທີ່​ຜິດ​ເທົ່າ​ນັ້ນ.

17 ຕາບ​ໃດ​ທີ່​ເຮົາ​ຍັງ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ ເຮົາ​ກໍ​ຍັງ​ຈະເຮັດ​ໃຫ້​ຄົນ​ອື່ນ​ເຄືອງ​ໃຈ​ຕໍ່ໆໄປ? ອັກຄະສາວົກ​ຢາໂກໂບຂຽນ​ວ່າ: ‘ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ບໍ່​ຜິດ​ພາດ​ເລີຍ​ໃນ​ການ​ເວົ້າ ຜູ້​ນັ້ນເປັນ​ຄົນ​ສົມບູນ​ແລ້ວ ສາມາດ​ຄວບຄຸມ​ຮ່າງກາຍ​ໄດ້​ທຸກ​ສ່ວນ.’ (ຢາໂກໂບ 3:2) ເພື່ອ​ແກ້ໄຂ​ຂໍ້​ຂັດ​ແຍ່ງ ເຮົາ​ຈຳເປັນ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ ‘ຊອກ​ຫາ​ສັນຕິສຸກ​ແລະ​ຕິດ​ຕາມ​ສັນຕິສຸກ​ນັ້ນ.’ (ຄຳເພງ 34:14) ເມື່ອ​ເຮົາ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ​ຕໍ່ໆໄປ ເຮົາ​ຈະ​ມີ​ມິດຕະພາບ​ທີ່​ດີ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ ແລະ​ສິ່ງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ກົມ​ກຽວ​ກັນ. (ຄຳເພງ 133:1-3) ສິ່ງ​ທີ່​ສຳຄັນ​ທີ່​ສຸດ ເຮົາ​ຈະ​ມີ​ມິດຕະພາບ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ເປັນ​ບໍ່​ເກີດ​ແຫ່ງ​ສັນຕິສຸກ.” (ໂລມ 15:33, ທ.ປ.) ເມື່ອ​ເຮົາ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ຄວາມ​ຮັກ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ດີ​ທັງ​ໝົດ​ນີ້.

^ [1] (ຂໍ້ 12) ຄົນ​ອື່ນໆທີ່​ແກ້ໄຂ​ບັນຫາ​ຢ່າງ​ສັນຕິ​ແມ່ນ​ຢາໂຄບ​ກັບ​ເອຊາອຶ. (ຕົ້ນເດີມ 27:41-45; 33:1-11) ໂຢເຊບ​ກັບ​ພວກ​ອ້າຍ​ຂອງ​ລາວ. (ຕົ້ນເດີມ 45:1-15) ເຄເດໂອນ​ກັບ​ຊາວ​ເອຟະລາອີມ. (ຜູ້ຕັດສິນ 8:1-3) ບາງ​ທີ​ເຈົ້າ​ສາມາດ​ຄິດ​ເຖິງ​ຕົວຢ່າງ​ທີ່​ຄ້າຍໆກັນ​ນີ້​ໃນ​ຄຳພີ​ໄບເບິນ.