ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ່ວຍ “ຄົນ​ຕ່າງ​ຊາດ” ໃຫ້ “ນະມັດສະການ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ”

ຊ່ວຍ “ຄົນ​ຕ່າງ​ຊາດ” ໃຫ້ “ນະມັດສະການ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ”

“ພະ​ເຢໂຫວາ​ປົກ​ປ້ອງ​ຄົນ​ຕ່າງ​ຊາດ.”—ຄຳເພງ 146:9, ລ.ມ.

ເພງ: 17, 109

1, 2. (ກ) ພີ່​ນ້ອງ​ບາງ​ຄົນ​ພົບ​ຄວາມ​ລຳບາກ​ຫຍັງ​ແດ່? (ຂ) ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ເລື່ອງ​ໃດ​ແດ່?

ພີ່​ນ້ອງ​ຊາຍ​ຊື່​ລີ​ເຈ​ເລົ່າ​ວ່າ: “ເມື່ອ​ເກີດ​ສົງຄາມ​ກາງ​ເມືອງ​ໃນ​ປະເທດ​ບູຣຸນດີ ຄອບຄົວ​ຂອງ​ເຮົາ​ກຳລັງ​ຢູ່​ທີ່​ການ​ປະຊຸມ​ໝວດ. ເຮົາ​ເຫັນ​ຄົນ​ຍິງ​ກັນ​ແລະ​ຫຼາຍ​ຄົນ​ປົບ​ໜີ​ຢ່າງ​ວຸ່ນວາຍ. ພໍ່​ແມ່​ແລະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້ອຍ 11 ຄົນ​ພາ​ກັນ​ໜີ​ເອົາ​ຊີວິດ​ລອດ ຕອນ​ນັ້ນ​ເຮົາ​ມີ​ພຽງ​ແຕ່​ເຄື່ອງ​ນຸ່ງ​ທີ່​ເປ້​ຢູ່​ຫຼັງ. ບາງ​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ໄດ້​ໄປ​ຢູ່​ຄ້າຍ​ຜູ້​ລີ້​ໄພ​ໃນ​ປະເທດ​ມາລາ​ວີ​ເຊິ່ງ​ຕ້ອງ​ຍ່າງ​ຫຼາຍ​ກວ່າ 1.600 ກິໂລແມັດ ແລະ ຄົນ​ທີ່​ເຫຼືອ​ກໍ​ກະຈັດກະຈາຍ​ກັນ​ໄປ.”

2 ໃນ​ທົ່ວ​ໂລກ​ມີ​ຜູ້​ລີ້​ໄພ​ຫຼາຍ​ກວ່າ 65 ລ້ານ​ຄົນ. ນີ້​ແມ່ນ​ຈຳນວນ​ສູງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ການ​ບັນທຶກ​ໄວ້. * (ເບິ່ງ​ໄຂ​ເງື່ອນ) ຄົນ​ເຫຼົ່າ​ນັ້ນ​ຕ້ອງ​ຈຳ​ໃຈ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ​ຍ້ອນ​ສົງຄາມ​ຫຼື​ການ​ຂົ່ມເຫງ ຜູ້​ລີ້​ໄພ​ຫຼາຍ​ພັນ​ຄົນ​ເປັນ​ພະຍານ​ພະ​ເຢໂຫວາ. ຫຼາຍ​ຄົນ​ສູນ​ເສຍ​ຄົນ​ທີ່​ຕົນ​ຮັກ​ແລະ​ເກືອບ​ສູນ​ເສຍ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ມີ. ຜູ້​ລີ້​ໄພ​ພົບ​ຄວາມ​ຫຍຸ້ງຍາກ​ຫຍັງ​ອີກ? ມີ​ຫຍັງ​ແດ່​ທີ່​ເຮົາ​ສາມາດ​ຊ່ວຍ​ພີ່​ນ້ອງ​ຜູ້​ລີ້​ໄພ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ແລະ​ຍັງ​ມີ​ຄວາມ​ຍິນດີ​ເຖິງ​ວ່າ​ພົບ​ຄວາມ​ລຳບາກ​ຕ່າງໆ? (ຄຳເພງ 100:2) ສ່ວນ​ຜູ້​ລີ້​ໄພ​ທີ່​ຍັງ​ບໍ່​ຮູ້ຈັກ​ພະ​ເຢໂຫວາ​ເດ ເຮົາ​ຈະ​ປະກາດ​ແບບ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ?

ຊີວິດ​ຂອງ​ຜູ້​ລີ້​ໄພ

3. ພະ​ເຍຊູ​ແລະ​ລູກ​ສິດ​ຫຼາຍ​ຄົນ​ເປັນ​ຜູ້​ລີ້​ໄພ​ໄດ້​ແນວ​ໃດ?

3 ຫຼັງ​ຈາກ​ທີ່​ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເຕືອນ​ໂຢເຊບ​ວ່າ​ກະສັດ​ເຫໂລດ​ຢາກ​ຂ້າ​ພະ​ເຍຊູ ດັ່ງ​ນັ້ນ ພະອົງ​ແລະ​ພໍ່​ແມ່​ຈຶ່ງ​ຕ້ອງ​ລີ້​ໄພ​ໄປ​ຢູ່​ເອຢີບ ແລະ​ຕ້ອງ​ອາໄສ​ຢູ່​ທີ່​ນັ້ນ​ຈົນ​ກະທັ່ງ​ເຫໂລດ​ຕາຍ. (ມັດທາຍ 2:13, 14, 19-21) ຫຼາຍ​ປີ​ຕໍ່​ມາ ຍ້ອນ​ລູກ​ສິດ​ຂອງ​ພະ​ເຍຊູ​ຖືກ​ຂົ່ມເຫງ ເຂົາ​ເຈົ້າ​ຈຶ່ງ “ພັດ​ພາກ​ຈາກ​ກັນ​ໄປ​ທົ່ວ​ແຂວງ​ຢູເດ​ແລະ​ແຂວງ​ສະມາລີ.” (ກິດຈະການ 8:1) ພະ​ເຍຊູ​ຮູ້​ວ່າ​ລູກ​ສິດ​ຫຼາຍ​ຄົນ​ຈະ​ຕ້ອງ​ຈຳ​ໃຈ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ ພະອົງ​ບອກ​ໄວ້​ວ່າ: “ເມື່ອ​ເຂົາ​ຈະ​ຂົ່ມເຫງ​ທ່ານ​ທັງ​ຫຼາຍ​ໃນ​ເມືອງ​ນີ້ ຈົ່ງ​ປົບ​ໜີ​ໄປ​ໃນ​ເມືອງ​ນັ້ນ.” (ມັດທາຍ 10:23) ການ​ຍ້າຍ​ອອກ​ຈາກ​ບ້ານ​ເກີດ​ບໍ່​ວ່າ​ດ້ວຍ​ເຫດຜົນ​ໃດ​ກໍ​ຕາມ ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ.

4, 5. ຜູ້​ລີ້​ໄພ​ອາດ​ມີ​ອັນຕະລາຍ​ຫຍັງ​ແດ່​ໃນ​ຕອນ​ທີ່ (ກ) ໜີ​ອອກ​ຈາກ​ບ້ານ​ເກີດ? (ຂ) ອາໄສ​ຢູ່​ໃນ​ຄ້າຍ​ຜູ້​ລີ້​ໄພ?

4 ຕອນ​ທີ່​ຜູ້​ລີ້​ໄພ​ໜີ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ ຫຼື​ອາໄສ​ຢູ່​ໃນ​ຄ້າຍ​ຜູ້​ລີ້​ໄພ ເຂົາ​ເຈົ້າ​ພົບ​ກັບ​ອັນຕະລາຍ​ຫຼາຍ​ຢ່າງ. ຄາດ​ທີ່​ເປັນ​ນ້ອງ​ຊາຍ​ຂອງ​ລີ​ເຈ​ເລົ່າ​ວ່າ: “ເປັນ​ເວລາ​ຫຼາຍ​ອາທິດ​ທີ່​ເຮົາ​ຕ້ອງ​ຍ່າງ​ຜ່ານ​ສົບ​ຄົນ​ຕາຍ​ຫຼາຍ​ພັນ​ສົບ. ຕອນ​ນັ້ນ​ຂ້ອຍ​ອາຍຸ 12 ປີ ແລະ​ຍ້ອນ​ຍ່າງ​ຫຼາຍ ຕີນ​ຂ້ອຍ​ຈຶ່ງ​ບວມ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບອກ​ໃຫ້​ຄອບຄົວ​ຍ່າງ​ໄປ​ກ່ອນ​ແລະ​ບໍ່​ຕ້ອງ​ຖ້າ ແຕ່​ພໍ່​ໄດ້​ເຈ່ຍ​ຂ້ອຍ​ໄປ​ເພາະ​ບໍ່​ຢາກ​ປະ​ຂ້ອຍ​ໄວ້​ໃຫ້​ພວກ​ກະບົດ​ມາ​ຈັບ. ເຮົາ​ເອົາ​ຊີວິດ​ລອດ​ໄປ​ແຕ່​ລະ​ມື້ ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ວາງໃຈ​ໃນ​ພະອົງ ບາງ​ຄັ້ງ​ເຮົາ​ໄດ້​ກິນ​ແຕ່​ໝາກ​ມ່ວງ​ຈາກ​ຕົ້ນ​ທີ່​ຢູ່​ຕາມ​ທາງ​ເທົ່າ​ນັ້ນ.”—ຟີລິບ 4:12, 13

5 ຫຼາຍ​ຄົນ​ໃນ​ຄອບຄົວ​ຂອງ​ລີ​ເຈ​ອາໄສ​ຢູ່​ໃນ​ຄ້າຍ​ຜູ້​ລີ້​ໄພ​ຂອງ​ອົງການ​ສະຫະປະຊາຊາດ​ເປັນ​ເວລາ​ຫຼາຍ​ປີ. ແຕ່​ຢູ່​ຫັ້ນ​ກໍ​ມີ​ອັນຕະລາຍ​ຄື​ກັນ. ລີ​ເຈ​ເຊິ່ງ​ຕອນ​ນີ້​ເປັນ​ຜູ້​ດູ​ແລ​ໝວດ​ເວົ້າ​ວ່າ: “ຄົນ​ສ່ວນ​ຫຼາຍ​ບໍ່​ມີ​ວຽກ​ເຮັດ ມີ​ແຕ່​ເວົ້າ​ຂວັນ​ກັນ ກິນ​ເຫຼົ້າ ຫຼິ້ນ​ການ​ພະນັນ ລັກ​ເຄື່ອງ ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.” ເພື່ອ​ປົກ​ປ້ອງ​ຕົວ​ເອງ​ຈາກ​ອິດທິພົນ​ທີ່​ບໍ່​ດີ​ເຫຼົ່າ​ນັ້ນ ພະຍານ​ພະ​ເຢໂຫວາ​ຕ້ອງ​ຫຍຸ້ງ​ໃນ​ການ​ເຮັດ​ກິດຈະກຳ​ຕ່າງໆຂອງ​ຄລິດສະຕຽນ. (ເຫບເລີ 6:11, 12; 10:24, 25) ເຂົາ​ເຈົ້າ​ໃຊ້​ເວລາ​ໃຫ້​ເກີດ​ປະໂຫຍດ​ເພື່ອ​ຈະ​ເຂັ້ມແຂງ​ໃນ​ຄວາມ​ຈິງ ແລະ​ຫຼາຍ​ຄົນ​ກໍ​ເລີ່ມ​ເປັນ​ໄພໂອເນຍ. ເຂົາ​ເຈົ້າ​ເຕືອນ​ຕົວ​ເອງ​ວ່າ ໃນ​ທີ່​ສຸດ​ກໍ​ຈະ​ບໍ່​ໄດ້​ຢູ່​ໃນ​ຄ້າຍ​ຜູ້​ລີ້​ໄພ ຄື​ກັບ​ທີ່​ຊາວ​ອິດສະລາແອນ​ບໍ່​ໄດ້​ຢູ່​ໃນ​ຖິ່ນ​ທຸລະກັນດານ​ຕະຫຼອດ​ໄປ. ການ​ຄິດ​ເຖິງ​ເລື່ອງ​ນີ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກສາ​ຄວາມ​ຄິດ​ໃນ​ແງ່​ບວກ.—2 ໂກລິນໂທ 4:18

ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຜູ້​ລີ້​ໄພ

6, 7. (ກ) ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຫຼືອ​ພີ່​ນ້ອງ​ແນວ​ໃດ? (ຂ) ໃຫ້​ຍົກ​ຕົວຢ່າງ.

6 ຖ້າ​ເຮົາ “ຮັກ​ພະເຈົ້າ” ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ໂດຍ​ສະເພາະ​ເມື່ອ​ເຂົາ​ເຈົ້າ​ພົບ​ກັບ​ຄວາມ​ລຳບາກ. (ອ່ານ 1 ໂຢຮັນ 3:17, 18) ຕົວຢ່າງ​ເຊັ່ນ: ໃນ​ສະຕະວັດ​ທຳອິດ ເມື່ອ​ພີ່​ນ້ອງ​ໃນ​ແຂວງ​ຢູດາ​ມີ​ຄວາມ​ອຶດຢາກ ປະຊາຄົມ​ຈຶ່ງ​ຈັດ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. (ກິດຈະການ 11:28, 29) ອັກຄະສາວົກ​ໂປໂລ​ແລະ​ເປໂຕ​ຍັງ​ກະຕຸ້ນ​ພີ່​ນ້ອງ​ໃຫ້​ສະແດງ​ນໍ້າໃຈ​ຕ້ອນຮັບ​ແຂກ. (ໂລມ 12:13; 1 ເປໂຕ 4:9) ຖ້າ​ຄລິດສະຕຽນ​ຖືກ​ກະຕຸ້ນ​ໃຫ້​ສະແດງ​ຄວາມ​ເອື້ອເຟື້ອ​ຕໍ່​ພີ່​ນ້ອງ​ທີ່​ມາ​ຢ້ຽມ​ຢາມ ເຮົາ​ກໍ​ຍິ່ງ​ຄວນ​ສະແດງ​ຄວາມ​ເອື້ອເຟື້ອ​ຕໍ່​ພີ່​ນ້ອງ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ ຫຼື​ຖືກ​ຂົ່ມເຫງ​ຍ້ອນ​ຮັກສາ​ຄວາມ​ເຊື່ອ! * (ເບິ່ງ​ໄຂ​ເງື່ອນ)—ອ່ານ​ສຸພາສິດ 3:27

7 ເມື່ອ​ບໍ່​ດົນ​ມາ​ນີ້ ມີ​ສົງຄາມ​ແລະ​ການ​ຂົ່ມເຫງ​ຢູ່​ທາງ​ພາກ​ຕາເວັນ​ອອກ​ຂອງ​ປະເທດ​ອູ​ແກ​ຣນ ເຊິ່ງ​ເຮັດ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ພັນ​ຄົນ​ຕ້ອງ​ຈຳ​ໃຈ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ. ໜ້າ​ເສົ້າໃຈ ມີ​ພີ່​ນ້ອງ​ຈຳນວນ​ໜຶ່ງ​ຖືກ​ຂ້າ ສ່ວນ​ອີກ​ຈຳນວນ​ໜຶ່ງ​ກໍ​ໜີ​ໄປ​ໄດ້ ດັ່ງ​ນັ້ນ ພີ່​ນ້ອງ​ທີ່​ຢູ່​ເຂດ​ອື່ນ​ຂອງ​ປະເທດ​ນັ້ນ​ແລະ​ທີ່​ຢູ່​ໃນ​ຣັດ​ເຊຍ​ໄດ້​ຕ້ອນຮັບ​ເຂົາ​ເຈົ້າ​ໃຫ້​ອາໄສ​ຢູ່​ນຳ. ພີ່​ນ້ອງ​ທີ່​ຢູ່​ສອງ​ປະເທດ​ນີ້​ໄດ້​ຮັກສາ​ຄວາມ​ເປັນ​ກາງ​ໂດຍ ‘ບໍ່​ຢູ່​ຝ່າຍ​ໂລກ’ ແລະ​ໄດ້​ປະກາດ “ຂ່າວ​ດີ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພະເຈົ້າ” ຢ່າງ​ກະຕືລືລົ້ນ​ຕໍ່ໆໄປ.—ໂຢຮັນ 15:19; ກິດຈະການ 8:4, ລ.ມ.

ຊ່ວຍ​ພີ່​ນ້ອງ​ຜູ້​ລີ້​ໄພ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ

8, 9. (ກ) ໃນ​ປະເທດ​ໃໝ່ ຜູ້​ລີ້​ໄພ​ອາດ​ພົບ​ຄວາມ​ຫຍຸ້ງຍາກ​ຫຍັງ​ແດ່? (ຂ) ເປັນ​ຫຍັງ​ເຮົາ​ຕ້ອງ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ?

8 ຜູ້​ລີ້​ໄພ​ບາງ​ຄົນ​ຕ້ອງ​ຈຳ​ໃຈ​ໄປ​ອາໄສ​ຢູ່​ເຂດ​ອື່ນ​ໃນ​ປະເທດ​ຂອງ​ຕົນ. ແຕ່​ຫຼາຍ​ຄົນ​ຕ້ອງ​ໄປ​ຢູ່​ປະເທດ​ໃໝ່​ທີ່​ເຂົາ​ເຈົ້າ​ບໍ່​ລຶ້ງ​ເຄີຍ. ແມ່ນ​ຢູ່​ວ່າ​ລັດຖະບານ​ອາດ​ສະໜອງ​ອາຫານ ເຄື່ອງ​ນຸ່ງ​ຫົ່ມ ແລະ​ບ່ອນ​ຢູ່​ອາໄສ​ໃຫ້​ແກ່​ຜູ້​ລີ້​ໄພ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ມີ​ຂໍ້​ຫຍຸ້ງຍາກ​ໃນ​ດ້ານ​ອື່ນ​ອີກ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ຈະ​ບໍ່​ລຶ້ງ​ກັບ​ອາຫານ. ອາກາດ​ກໍ​ເຢັນ​ກວ່າ​ເຂດ​ທີ່​ເຂົາ​ເຈົ້າ​ເຄີຍ​ຢູ່ ດັ່ງ​ນັ້ນ​ຈຶ່ງ​ບໍ່​ຮູ້​ວ່າ​ຈະ​ໃສ່​ເຄື່ອງ​ແບບ​ໃດ. ບາງ​ຄົນ​ອາດ​ຈະ​ຕ້ອງ​ຮຽນ​ໃຊ້​ອຸປະກອນ​ໄຟ​ຟ້າ​ທີ່​ທັນ​ສະໄໝ​ໃນ​ຕອນ​ທຳອິດ.

9 ລັດຖະບານ​ຂອງ​ບາງ​ປະເທດ​ໄດ້​ຈັດ​ໃຫ້​ມີ​ໂຄງການ​ເພື່ອ​ຊ່ວຍ​ຜູ້​ລີ້​ໄພ​ໃຫ້​ປັບ​ຕົວ​ເຂົ້າ​ກັບ​ປະເທດ​ທີ່​ໄປ​ຢູ່​ໃໝ່. ແຕ່​ສ່ວນ​ຫຼາຍ​ຈະ​ມີ​ການ​ຊ່ວຍ​ເຫຼືອ​ຜູ້​ລີ້​ໄພ​ພຽງ​ສອງ​ສາມ​ເດືອນ​ທຳອິດ​ເທົ່າ​ນັ້ນ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ​ຂໍ້​ຫຍຸ້ງຍາກ​ຫຼາຍ. ໃຫ້​ນຶກ​ພາບ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຮຽນ​ຮູ້​ສິ່ງ​ໃໝ່​ຫຼາຍ​ຢ່າງ​ໄປ​ພ້ອມໆກັນ ເຊັ່ນ: ພາສາ ວັດທະນະທຳ ແລະ​ກົດ​ໝາຍ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ການ​ຈ່າຍ​ຄ່າ​ບິນ​ຕ່າງໆແລະ​ການ​ເສຍ​ພາສີ ການ​ເຂົ້າ​ໂຮງ​ຮຽນ​ແລະ​ການ​ສັ່ງ​ສອນ​ລູກ! ເຈົ້າ​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ມີ​ຂໍ້​ຫຍຸ້ງຍາກ​ເຫຼົ່າ​ນີ້​ດ້ວຍ​ຄວາມ​ອົດ​ທົນ​ແລະ​ດ້ວຍ​ຄວາມ​ນັບຖື​ບໍ?—ຟີລິບ 2:3, 4

10. ເມື່ອ​ພີ່​ນ້ອງ​ມາ​ຮອດ​ໃໝ່ໆ ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ? (ເບິ່ງ​ຮູບ​ທຳອິດ)

10 ບາງ​ເທື່ອ​ເຈົ້າ​ໜ້າ​ທີ່​ລັດຖະບານ​ເຮັດ​ໃຫ້​ຍາກ​ທີ່​ພີ່​ນ້ອງ​ຈະ​ຕິດ​ຕໍ່​ກັບ​ປະຊາຄົມ​ທ້ອງຖິ່ນ. ບາງ​ໜ່ວຍ​ງານ​ຂອງ​ລັດຖະບານ​ຂູ່​ວ່າ​ຈະ​ເຊົາ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຂອງ​ເຮົາ ເຂົາ​ເຈົ້າ​ອາດ​ເວົ້າ​ວ່າ ຖ້າ​ພີ່​ນ້ອງ​ຂອງ​ເຮົາ​ປະຕິເສດ​ວຽກ​ທີ່​ເຮັດ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ບໍ່​ໄດ້ ເຂົາ​ເຈົ້າ​ກໍ​ຈະ​ບໍ່​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ອາໄສ​ຢູ່​ໃນ​ປະເທດ​ນັ້ນ. ຍ້ອນ​ຢ້ານ​ແລະ​ຮູ້ສຶກ​ວ່າ​ບໍ່​ມີ​ທາງ​ເລືອກ ບາງ​ຄົນ​ຈຶ່ງ​ຍອມ​ເຮັດ​ວຽກ​ເຫຼົ່າ​ນັ້ນ. ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ພີ່​ນ້ອງ​ມາ​ຮອດ​ໃໝ່ໆຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ໄປ​ພົບ​ເຂົາ​ເຈົ້າ​ໃຫ້​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ. ຄວາມ​ຫ່ວງໃຍ​ແລະ​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.—ສຸພາສິດ 12:25; 17:17

ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ພີ່​ນ້ອງ​ຜູ້​ລີ້​ໄພ

11. (ກ) ເມື່ອ​ພີ່​ນ້ອງ​ມາ​ຮອດ​ໃໝ່ໆ ເຂົາ​ເຈົ້າ​ຕ້ອງການ​ຫຍັງ? (ຂ) ເຂົາ​ເຈົ້າ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ແນວ​ໃດ?

11 ເມື່ອ​ພີ່​ນ້ອງ​ມາ​ຮອດ​ໃໝ່ໆ ເຮົາ​ອາດ​ຕ້ອງ​ຈັດ​ຫາ​ອາຫານ ເຄື່ອງ​ນຸ່ງ​ຫົ່ມ ຫຼື​ສິ່ງ​ຈຳເປັນ​ພື້ນຖານ​ອື່ນໆໃຫ້​ເຂົາ​ເຈົ້າ. * (ເບິ່ງ​ໄຂ​ເງື່ອນ) ຂອງ​ຂວັນ​ເລັກໆນ້ອຍໆກໍ​ມີ​ຄ່າ​ຫຼາຍ​ຕໍ່​ເຂົາ​ເຈົ້າ ເຊັ່ນ: ກາລະ​ວັດ​ສຳລັບ​ພີ່​ນ້ອງ​ຊາຍ. ເມື່ອ​ພີ່​ນ້ອງ​ຜູ້​ລີ້​ໄພ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ໂດຍ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ສິ່ງ​ໃດ ເຂົາ​ເຈົ້າ​ເຮັດ​ໃຫ້​ພີ່​ນ້ອງ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ມີ​ຄວາມ​ສຸກ. ແຕ່​ສິ່ງ​ສຳຄັນ​ແມ່ນ​ເຂົາ​ເຈົ້າ​ຕ້ອງ​ພະຍາຍາມ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ຕົວ​ເອງ. ເມື່ອ​ເຮັດ​ແບບ​ນີ້​ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ນັບຖື​ຕົວ​ເອງ​ແລະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພີ່​ນ້ອງ​ຄົນ​ອື່ນ. (2 ເທຊະໂລນີກ 3:7-10) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຍັງ​ຕ້ອງ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ພີ່​ນ້ອງ​ຜູ້​ລີ້​ໄພ.

ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ຜູ້​ລີ້​ໄພ​ແນວ​ໃດ? (ເບິ່ງ​ຂໍ້ 11-13)

12, 13. (ກ) ເຮົາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ພີ່​ນ້ອງ​ຜູ້​ລີ້​ໄພ​ໄດ້​ແນວ​ໃດ? (ຂ) ໃຫ້​ຍົກ​ຕົວຢ່າງ.

12 ເຮົາ​ບໍ່​ຕ້ອງ​ມີ​ເງິນ​ຫຼາຍ​ເພື່ອ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ແກ່​ພີ່​ນ້ອງ​ຜູ້​ລີ້​ໄພ. ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ຫຼາຍ​ທີ່​ສຸດ​ແມ່ນ​ເວລາ​ແລະ​ຄວາມ​ຮັກ​ຈາກ​ເຮົາ. ຕົວຢ່າງ​ເຊັ່ນ: ເຈົ້າ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ວິທີ​ໃຊ້​ລົດ​ສາທາລະນະ ຫຼື​ຮູ້​ບ່ອນ​ຊື້​ອາຫານ​ທີ່​ດີ​ແຕ່​ບໍ່​ແພງ ຮູ້​ບ່ອນ​ຊື້​ຈັກ​ຫຍິບ​ເຄື່ອງ​ຫຼື​ຈັກ​ຕັດ​ຫຍ້າ​ເພື່ອ​ເຂົາ​ເຈົ້າ​ຈະ​ໃຊ້​ສິ່ງ​ເຫຼົ່າ​ນີ້​ໃນ​ການ​ຫາ​ເງິນ. ສຳຄັນ​ທີ່​ສຸດ ເຈົ້າ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ໃໝ່. ຖ້າ​ເປັນ​ໄປ​ໄດ້ ໃຫ້​ສະເໜີ​ທີ່​ຈະ​ຮັບ-ສົ່ງ​ເຂົາ​ເຈົ້າ​ສຳລັບ​ການ​ປະຊຸມ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ຮູ້​ວິທີ​ປະກາດ​ກັບ​ຄົນ​ໃນ​ເຂດ​ນັ້ນ ແລະ​ອາດ​ພາ​ເຂົາ​ເຈົ້າ​ໄປ​ປະກາດ​ນຳ.

13 ຕອນ​ທີ່​ພີ່​ນ້ອງ​ຜູ້​ລີ້​ໄພ​ທີ່​ເປັນ​ໄວ​ໜຸ່ມ​ສີ່​ຄົນ​ໄປ​ຮອດ​ປະຊາຄົມ​ໜຶ່ງ ຜູ້​ເຖົ້າ​ແກ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ຈຳເປັນ​ໂດຍ​ສອນ​ສິ່ງ​ຕ່າງໆໃຫ້​ເຂົາ​ເຈົ້າ ເຊັ່ນ: ຂັບ​ລົດ​ໃຫຍ່ ພິມ​ຈົດ​ໝາຍ ແລະ​ສະໝັກ​ວຽກ. ຜູ້​ເຖົ້າ​ແກ່​ຍັງ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ເຮັດ​ຕາ​ຕະລາງ​ສ່ວນ​ຕົວ​ເພື່ອ​ຈະ​ຈັດ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ. (ຄາລາຊີ 6:10) ບໍ່​ດົນ​ຫຼັງ​ຈາກ​ນັ້ນ ທັງ​ສີ່​ຄົນ​ກໍ​ເປັນ​ໄພໂອເນຍ. ເຂົາ​ເຈົ້າ​ກ້າວ​ໜ້າ​ແລະ​ບໍ່​ເປັນ​ສ່ວນ​ຂອງ​ໂລກ​ຊາຕານ ຍ້ອນ​ການ​ຊ່ວຍ​ເຫຼືອ​ຂອງ​ຜູ້​ເຖົ້າ​ແກ່​ແລະ​ເຂົາ​ເຈົ້າ​ເອງ​ກໍ​ໄດ້​ພະຍາຍາມ​ເຮັດ​ຕາມ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

14. (ກ) ພີ່​ນ້ອງ​ຜູ້​ລີ້​ໄພ​ຕ້ອງ​ຕ້ານ​ທານ​ການ​ລໍ້​ໃຈ​ຫຍັງ? (ຂ) ໃຫ້​ຍົກ​ຕົວຢ່າງ.

14 ຄື​ກັບ​ພີ່​ນ້ອງ​ຄົນ​ອື່ນໆ ພີ່​ນ້ອງ​ຜູ້​ລີ້​ໄພ​ກໍ​ຕ້ອງ​ຕໍ່​ສູ້​ກັບ​ການ​ລໍ້​ໃຈ​ແລະ​ຄວາມ​ກົດ​ດັນ​ໃນ​ເລື່ອງ​ການ​ໃຫ້​ຄວາມ​ສຳຄັນ​ຕໍ່​ວັດຖຸ​ສິ່ງ​ຂອງ​ຫຼາຍ​ກວ່າ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. * (ເບິ່ງ​ໄຂ​ເງື່ອນ) ພີ່​ນ້ອງ​ລີ​ເຈ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ແລະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​ຈື່​ບົດຮຽນ​ສຳຄັນ​ກ່ຽວ​ກັບ​ຄວາມ​ເຊື່ອ​ທີ່​ພໍ່​ໄດ້​ສອນ​ຕອນ​ທີ່​ກຳລັງ​ໜີ. ເຂົາ​ເຈົ້າ​ເວົ້າ​ວ່າ: “ເຄື່ອງ​ຂອງ​ທີ່​ບໍ່​ຈຳເປັນ​ເຊິ່ງ​ເຮົາ​ຖື​ມາ​ນຳ​ພໍ່​ໄດ້​ຖິ້ມ​ເທື່ອ​ລະ​ຢ່າງ. ໃນ​ທີ່​ສຸດ ພໍ່​ກໍ​ຍົກ​ຖົງ​ເປົ່າ​ຂຶ້ນ ແລະ​ທັງ​ເວົ້າ​ທັງ​ຍິ້ມ​ໄປ​ນຳ​ວ່າ: ‘ພວກ​ລູກ​ເຫັນ​ບໍ? ສິ່ງ​ທີ່​ຈຳເປັນ​ກໍ​ມີ​ແຕ່​ເທົ່າ​ນີ້!’”—ອ່ານ 1 ຕີໂມເຕ 6:8

ໃຫ້​ສິ່ງ​ທີ່​ພີ່​ນ້ອງ​ຜູ້​ລີ້​ໄພ​ຈຳເປັນ​ຫຼາຍ​ທີ່​ສຸດ

15, 16. (ກ) ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ແນວ​ໃດ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ? (ຂ) ເຮົາ​ຈະ​ຊ່ວຍ​ປອບ​ໂຍນ​ເຂົາ​ເຈົ້າ​ແນວ​ໃດ?

15 ນອກ​ຈາກ​ອາຫານ​ແລະ​ເຄື່ອງ​ນຸ່ງ​ຫົ່ມ ພີ່​ນ້ອງ​ຜູ້​ລີ້​ໄພ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຄຳ​ປອບ​ໂຍນ​ໃນ​ຄຳພີ​ໄບເບິນ. (ມັດທາຍ 4:4) ຜູ້​ເຖົ້າ​ແກ່​ສາມາດ​ຈັດ​ໃຫ້​ມີ​ໜັງສື​ຕ່າງໆທີ່​ເປັນ​ພາສາ​ຂອງ​ພີ່​ນ້ອງ​ຜູ້​ລີ້​ໄພ​ແລະ​ຊ່ວຍ​ຕິດ​ຕໍ່​ກັບ​ພີ່​ນ້ອງ​ທີ່​ເວົ້າ​ພາສາ​ຂອງ​ເຂົາ​ເຈົ້າ. ການ​ຊ່ວຍ​ເຫຼືອ​ແບບ​ນີ້​ສຳຄັນ​ຫຼາຍ​ເພາະ​ຜູ້​ລີ້​ໄພ​ຫຼາຍ​ຄົນ​ຕ້ອງ​ຈຳ​ໃຈ​ປະ​ຖິ້ມ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ຄຸ້ນ​ເຄີຍ. ເຂົາ​ເຈົ້າ​ອາດ​ຄິດ​ຮອດ​ຄອບຄົວ ຊຸມຊົນ ແລະ​ປະຊາຄົມ​ຂອງ​ຕົວ​ເອງ. ເຂົາ​ເຈົ້າ​ຕ້ອງ​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ຖ້າ​ບໍ່​ດັ່ງ​ນັ້ນ ພີ່​ນ້ອງ​ຜູ້​ລີ້​ໄພ​ອາດ​ຊອກ​ຫາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ທີ່​ມາ​ຈາກ​ປະເທດ​ດຽວ​ກັນ​ແຕ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. (1 ໂກລິນໂທ 15:33) ເມື່ອ​ເຮົາ​ຊ່ວຍ​ໃຫ້​ພີ່​ນ້ອງ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ ເຮົາ​ກໍ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໃນ​ການ​ປົກ​ປ້ອງ “ຄົນ​ຕ່າງ​ຊາດ.”—ຄຳເພງ 146:9, ລ.ມ.

16 ພະ​ເຍຊູ​ແລະ​ພໍ່​ແມ່​ບໍ່​ສາມາດ​ກັບ​ໄປ​ບ້ານ​ເກີດ​ຕາບ​ໃດ​ທີ່​ຜູ້​ຂົ່ມເຫງ​ຍັງ​ປົກຄອງ​ຢູ່. ດ້ວຍ​ເຫດຜົນ​ທີ່​ຄ້າຍໆກັນ ຕອນ​ນີ້​ພີ່​ນ້ອງ​ຜູ້​ລີ້​ໄພ​ອາດ​ບໍ່​ສາມາດ​ກັບ​ໄປ​ບ້ານ​ເກີດ​ໄດ້ ແຕ່​ເຖິງ​ຈະ​ກັບ​ໄປ​ໄດ້​ບາງ​ຄົນ​ກໍ​ບໍ່​ຢາກ​ກັບ. ພີ່​ນ້ອງ​ລີ​ເຈ​ເວົ້າ​ວ່າ ພໍ່​ແມ່​ສ່ວນ​ຫຼາຍ​ເຫັນ​ຄົນ​ໃນ​ຄອບຄົວ​ຖືກ​ຂົ່ມຂືນ​ແລະ​ຖືກ​ຂ້າ​ໃນ​ປະເທດ​ຂອງ​ຕົນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຢາກ​ພາ​ລູກ​ກັບ​ໄປ​ທີ່​ນັ້ນ. ເພື່ອ​ຊ່ວຍ​ພີ່​ນ້ອງ​ເຫຼົ່າ​ນີ້ ເຮົາ​ຕ້ອງ ‘ມີ​ໃຈ​ເລົ້າໂລມ​ກັນ​ແລະ​ກັນ [“ເຫັນ​ອົກ​ເຫັນ​ໃຈ​ກັນ,” ທ.ປ.] ຮັກ​ກັນ​ເໝືອນ​ພີ່​ນ້ອງ ມີ​ໃຈ​ອີ່ດູ​ແລະ​ຖ່ອມ​ໃຈ.’ (1 ເປໂຕ 3:8) ເນື່ອງ​ຈາກ​ການ​ຂົ່ມເຫງ ພີ່​ນ້ອງ​ຜູ້​ລີ້​ໄພ​ບາງ​ຄົນ​ບໍ່​ຢາກ​ຄົບຫາ​ກັບ​ຄົນ​ອື່ນ​ແລະ​ອາດ​ຮູ້ສຶກ​ອາຍ​ທີ່​ຈະ​ເວົ້າ​ເຖິງ​ຄວາມ​ທຸກ​ລຳບາກ​ຂອງ​ຕົວ​ເອງ ໂດຍ​ສະເພາະ​ຖ້າ​ລູກ​ຂອງ​ເຂົາ​ເຈົ້າ​ຢູ່​ນຳ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ຂ້ອຍ​ພົບ​ກັບ​ຄວາມ​ເຈັບ​ປວດ​ແບບ​ນີ້ ຂ້ອຍ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ຕໍ່​ຂ້ອຍ​ແນວ​ໃດ?’—ມັດທາຍ 7:12

ເມື່ອ​ປະກາດ​ກັບ​ຜູ້​ລີ້​ໄພ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ

17. ການ​ປະກາດ​ຊ່ວຍ​ຜູ້​ລີ້​ໄພ​ໃຫ້​ຮູ້ສຶກ​ແນວ​ໃດ?

17 ໃນ​ທຸກ​ມື້​ນີ້ ຜູ້​ລີ້​ໄພ​ຫຼາຍ​ຄົນ​ມາ​ຈາກ​ປະເທດ​ທີ່​ການ​ປະກາດ​ຖືກ​ຈຳກັດ​ເສລີ​ພາບ. ເຮົາ​ຂອບໃຈ​ພີ່​ນ້ອງ​ທີ່​ກະຕືລືລົ້ນ​ໃນ​ການ​ປະກາດ​ເຊິ່ງ​ເຮັດ​ໃຫ້​ຜູ້​ລີ້​ໄພ​ຫຼາຍ​ພັນ​ຄົນ​ໄດ້​ຍິນ​ກ່ຽວ​ກັບ “ພະ​ຄຳ​ແຫ່ງ​ແຜ່ນດິນ” ເຊິ່ງ​ກໍ​ຄື​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ເປັນ​ຄັ້ງ​ທຳອິດ​ໃນ​ປະເທດ​ທີ່​ເຂົາ​ເຈົ້າ​ຍ້າຍ​ໄປ. (ມັດທາຍ 13:19, 23) ຫຼາຍ​ຄົນ​ທີ່ “ແບກ​ພາລະ​ໜັກ, ທ.ປ.” ກຳລັງ​ພົບ​ການ​ປອບ​ໂຍນ​ແລະ​ຄວາມ​ສົດ​ຊື່ນ​ຢູ່​ການ​ປະຊຸມ​ຂອງ​ເຮົາ​ແລະ​ເວົ້າ​ວ່າ: “ພະເຈົ້າ​ສະຖິດ​ຢູ່​ໃນ​ທ່າມກາງ​ພວກ​ທ່ານ​ເປັນ​ແທ້.”—ມັດທາຍ 11:28-30; 1 ໂກລິນໂທ 14:25

18, 19. ເມື່ອ​ປະກາດ​ກັບ​ຜູ້​ລີ້​ໄພ ເຮົາ​ຈະ​ເປັນ​ຄົນ​ສຸຂຸມ​ໄດ້​ແນວ​ໃດ?

18 ເມື່ອ​ປະກາດ​ກັບ​ຜູ້​ລີ້​ໄພ ເຮົາ​ຕ້ອງ “ສະຫຼາດ” ແລະ​ສຸຂຸມ. (ມັດທາຍ 10:16; ສຸພາສິດ 22:3) ໃຫ້​ເຮົາ​ອົດ​ທົນ​ເມື່ອ​ຟັງ​ເຂົາ​ເຈົ້າ​ເວົ້າ ແຕ່​ບໍ່​ຄວນ​ລົມ​ກັນ​ເລື່ອງ​ການ​ເມືອງ. ເຮົາ​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ສຳນັກງານ​ສາຂາ​ແລະ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ຕົວ​ເອງ​ຫຼື​ຄົນ​ອື່ນ​ຕົກ​ຢູ່​ໃນ​ອັນຕະລາຍ. ເນື່ອງ​ຈາກ​ຜູ້​ລີ້​ໄພ​ມາ​ຈາກ​ຫຼາຍ​ສາສະໜາ​ແລະ​ວັດທະນະທຳ ດັ່ງ​ນັ້ນ ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ນັບຖື​ຄວາມ​ຮູ້ສຶກ​ແລະ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ເມື່ອ​ປະກາດ​ກັບ​ຄົນ​ທີ່​ມາ​ຈາກ​ປະເທດ​ທີ່​ເຄັ່ງ​ຄັດ​ເລື່ອງ​ການ​ນຸ່ງ​ຖື​ຂອງ​ຜູ້​ຍິງ ເຮົາ​ກໍ​ຄວນ​ນຸ່ງ​ເຄື່ອງ​ທີ່​ບໍ່​ລົບກວນ​ໃຈ​ເຂົາ​ເຈົ້າ.

19 ເຮົາ​ຢາກ​ຊ່ວຍ​ຄົນ​ທີ່​ກຳລັງ​ປະສົບ​ຄວາມ​ທຸກ ເຖິງ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກຳລັງ​ຮຽນ​ແບບ​ການ​ກະທຳ​ທີ່​ດີ​ຂອງ​ຄົນ​ສະມາລີ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ. (ລືກາ 10:33-37) ວິທີ​ທີ່​ດີ​ສຸດ​ໃນ​ການ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ແມ່ນ​ປະກາດ​ຂ່າວ​ດີ​ກັບ​ເຂົາ​ເຈົ້າ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ໄດ້​ຊ່ວຍ​ຜູ້​ລີ້​ໄພ​ຫຼາຍ​ຄົນ​ເລົ່າ​ວ່າ ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ບອກ​ຜູ້​ລີ້​ໄພ​ໃຫ້​ຮູ້​ທັນທີ​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ. ກ່ອນ​ອື່ນ​ເຮົາ​ຕ້ອງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເຮົາ​ໄປ​ຫັ້ນ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຄວາມ​ຫວັງ​ທີ່​ດີ​ທີ່​ສຸດ​ເຊິ່ງ​ຢູ່​ໃນ​ຄຳພີ​ໄບເບິນ ບໍ່​ແມ່ນ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດຖຸ.

ຜົນ​ໄດ້​ຮັບ​ທີ່​ໜ້າ​ຍິນດີ

20, 21. (ກ) ການ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ຜູ້​ລີ້​ໄພ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແນວ​ໃດ? (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

20 ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ແທ້​ຕໍ່ “ຄົນ​ຕ່າງ​ຊາດ” ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຜົນ​ດີ. ຫຼັງ​ຈາກ​ຜົວ​ຂອງ​ພີ່​ນ້ອງ​ອາວ​ກາ​ເ​ນັດ​ຕາຍ ລາວ​ກັບ​ລູກ​ຫົກ​ຄົນ​ທີ່​ຍັງ​ນ້ອຍ​ໄດ້​ໜີ​ການ​ຂົ່ມເຫງ​ທີ່​ເກີດ​ຂຶ້ນ​ໃນ​ປະເທດ​ເອຣີເຕຣ. ເຂົາ​ເຈົ້າ​ໄດ້​ຍ່າງ​ແປດ​ມື້​ເພື່ອ​ຂ້າມ​ທະເລ​ຊາຍ ແລະ​ຫຼັງ​ຈາກ​ການ​ເດີນ​ທາງ​ທີ່​ແສນ​ອິດ​ເມື່ອຍ ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ໄປ​ຮອດ​ປະເທດ​ຊູ​ດັງ. ພີ່​ນ້ອງ​ອາວ​ກາ​ເ​ນັດ​ເລົ່າ​ວ່າ: “ພີ່​ນ້ອງ​ຢູ່​ຫັ້ນ​ປະຕິບັດ​ຕໍ່​ເຮົາ​ຄື​ກັບ​ເປັນ​ຍາດ​ພີ່​ນ້ອງ​ໃກ້​ຊິດ ເຂົາ​ເຈົ້າ​ຈັດ​ໃຫ້​ເຮົາ​ມີ​ອາຫານ ເຄື່ອງ​ນຸ່ງ​ຫົ່ມ ບ່ອນ​ພັກ​ອາໄສ ແລະ​ລົດ. ມີ​ໃຜ​ບໍ​ທີ່​ຈະ​ຕ້ອນຮັບ​ຄົນ​ແປກ​ໜ້າ​ໃຫ້​ມາ​ຢູ່​ເຮືອນ​ຂອງ​ຕົນ ຍ້ອນ​ວ່າ​ນັບຖື​ສາສະໜາ​ດຽວ​ກັນ? ມີ​ແຕ່​ພະຍານ​ພະ​ເຢໂຫວາ​ທີ່​ເຮັດ​ແບບ​ນີ້!”—ອ່ານ​ໂຢຮັນ 13:35

21 ສ່ວນ​ເດັກ​ນ້ອຍ​ຫຼາຍ​ຄົນ​ທີ່​ມາ​ຮອດ​ປະເທດ​ໃໝ່​ພ້ອມ​ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ເດ? ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຮູ້​ວ່າ​ເຮົາ​ທຸກ​ຄົນ​ຈະ​ຊ່ວຍ​ຄອບຄົວ​ເຫຼົ່າ​ນີ້​ແນວ​ໃດ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີ.

^ ຂໍ້ 2 ໃນ​ບົດ​ຄວາມ​ນີ້ ຄຳ​ວ່າ “ຜູ້​ລີ້​ໄພ” ໝາຍ​ເຖິງ​ຄົນ​ທີ່​ຕ້ອງ​ຈຳ​ໃຈ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ​ຍ້ອນ​ສົງຄາມ ການ​ຂົ່ມເຫງ ຫຼື​ໄພ​ທຳມະຊາດ. ເຂົາ​ເຈົ້າ​ອາດ​ຕ້ອງ​ຈຳ​ໃຈ​ໄປ​ອາໄສ​ຢູ່​ປະເທດ​ໃໝ່​ຫຼື​ເຂດ​ອື່ນ​ໃນ​ປະເທດ​ຂອງ​ຕົນ. ອົງການ​ສະຫະປະຊາຊາດ​ເພື່ອ​ຜູ້​ລີ້​ໄພ (UNHCR) ບອກ​ວ່າ​ທົ່ວ​ໂລກ​ມີ 1 ໃນ 113 ຄົນ​ຕ້ອງ​ຈຳ​ໃຈ​ອອກ​ຈາກ​ເຮືອນ​ຊານ​ຂອງ​ຕົນ.

^ ຂໍ້ 6 ໃຫ້​ເບິ່ງ​ບົດ​ຄວາມ “ສະແດງ​ຄວາມ​ກະລຸນາ​ຕໍ່​ຄົນ​ແປກ​ໜ້າ” ໃນ​ຫໍສັງເກດການ ຕຸລາ 2016 ໜ້າ 3-8.

^ ຂໍ້ 11 ທັນທີ​ທີ່​ພີ່​ນ້ອງ​ມາ​ຮອດ​ໃໝ່ໆ ຜູ້​ເຖົ້າ​ແກ່​ຄວນ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ປຶ້ມ​ລວບລວມ​ເປັນ​ອົງການ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະ​ເຢໂຫວາ (ບໍ່​ມີ​ໃນ​ພາສາ​ລາວ) ໃນ​ບົດ​ທີ 8 ຂໍ້ 30. ເພື່ອ​ຕິດ​ຕໍ່​ກັບ​ປະຊາຄົມ​ໃນ​ບ້ານ​ເກີດ​ຂອງ​ພີ່​ນ້ອງ​ຄົນ​ນັ້ນ ຜູ້​ເຖົ້າ​ແກ່​ສາມາດ​ຂຽນ​ໄປ​ຫາ​ສາຂາ​ທີ່​ເບິ່ງ​ແຍງ​ປະເທດ​ນັ້ນ​ໂດຍ​ໃຊ້ jw.org ເມື່ອ​ຂຽນ​ຈົດ​ໝາຍ ຜູ້​ເຖົ້າ​ແກ່​ສາມາດ​ຖາມ​ຄຳຖາມ​ທີ່​ຈະ​ໄດ້​ຂໍ້​ມູນ​ກ່ຽວ​ກັບ​ປະຊາຄົມ​ແລະ​ສະພາບ​ທາງ​ດ້ານ​ຄວາມ​ເຊື່ອ​ຂອງ​ລາວ.

^ ຂໍ້ 14 ໃຫ້​ເບິ່ງ​ບົດ​ຄວາມ “ບໍ່​ມີ​ໃຜ​ເປັນ​ທາດ​ຂອງ​ນາຍ​ສອງ​ຄົນ​ໄດ້” ແລະ “ຢ່າ​ຢ້ານ​ເລີຍ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ” ໃນ​ຫໍສັງເກດການ 15 ເມສາ 2014 ໜ້າ 17-26 (ບໍ່​ມີ​ໃນ​ພາສາ​ລາວ).