ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊ່ວຍ​ລູກ​ຂອງ “ຄົນ​ຕ່າງ​ຊາດ”

ຊ່ວຍ​ລູກ​ຂອງ “ຄົນ​ຕ່າງ​ຊາດ”

“ເຮົາ​ບໍ່​ມີ​ຄວາມ​ຍິນດີ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ທີ່​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ລູກ​ທັງ​ຫຼາຍ​ຂອງ​ເຮົາ​ກະທຳ [“ໃຊ້​ຊີວິດ,” ລ.ມ.] ຕາມ​ຄວາມ​ຈິງ.”—3 ໂຢຮັນ 4

ເພງ: 134, 133

1, 2. (ກ) ສ່ວນ​ຫຼາຍ​ເດັກ​ນ້ອຍ​ທີ່​ເປັນ​ຄົນ​ອົບພະຍົບ​ພົບ​ກັບ​ບັນຫາ​ຫຍັງ? (ຂ) ເຮົາ​ຈະ​ເບິ່ງ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ໂຢຊວຍ​ເວົ້າ​ວ່າ: “ຕັ້ງ​ແຕ່​ຍັງ​ນ້ອຍ ຂ້ອຍ​ເວົ້າ​ພາສາ​ຂອງ​ພໍ່​ແມ່​ຢູ່​ເຮືອນ​ແລະ​ຢູ່​ຫໍ​ປະຊຸມ. ແຕ່​ເມື່ອ​ເລີ່ມ​ເຂົ້າ​ໂຮງ​ຮຽນ ຂ້ອຍ​ກໍ​ມັກ​ເວົ້າ​ພາສາ​ຂອງ​ປະເທດ​ທີ່​ເຮົາ​ອາໄສ​ຢູ່ ຫຼາຍ​ກວ່າ​ເວົ້າ​ພາສາ​ຂອງ​ພໍ່​ແມ່. ພາຍ​ໃນ​ບໍ່​ເທົ່າ​ໃດ​ປີ ຂ້ອຍ​ມີ​ແຕ່​ເວົ້າ​ພາສາ​ຂອງ​ປະເທດ​ນັ້ນ. ຂ້ອຍ​ບໍ່​ເຂົ້າ​ໃຈ​ເລື່ອງ​ທີ່​ເວົ້າ​ຢູ່​ການ​ປະຊຸມ ແລະ​ຂ້ອຍ​ບໍ່​ຮູ້ສຶກ​ຜູກ​ພັນ​ກັບ​ວັດທະນະທຳ​ຂອງ​ພໍ່​ແມ່.” ປະສົບການ​ຂອງ​ໂຢຊວຍ​ບໍ່​ແມ່ນ​ເລື່ອງ​ແປກ.

2 ໃນ​ທຸກ​ມື້​ນີ້​ມີ​ປະຊາກອນ​ຫຼາຍ​ກວ່າ 240 ລ້ານ​ຄົນ​ທີ່​ບໍ່​ໄດ້​ອາໄສ​ຢູ່​ໃນ​ປະເທດ​ບ້ານ​ເກີດ​ຂອງ​ຕົວເອງ. ຖ້າ​ເຈົ້າ​ເປັນ​ຄົນ​ອົບພະຍົບ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລູກ​ຂອງ​ເຈົ້າ​ມີ​ໂອກາດ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮຽນ​ຮູ້​ທີ່​ຈະ​ຮັກ​ພະ​ເຢໂຫວາ​ແລະ “ກະທຳ [“ໃຊ້​ຊີວິດ,” ລ.ມ.] ຕາມ​ຄວາມ​ຈິງ”? (3 ໂຢຮັນ 4) ແລະ​ຄົນ​ອື່ນ​ຈະ​ຊ່ວຍ​ໄດ້​ແນວ​ໃດ?

ພໍ່​ແມ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ

3, 4. (ກ) ພໍ່​ແມ່​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ​ໄດ້​ແນວ​ໃດ? (ຂ) ເຂົາ​ເຈົ້າ​ບໍ່​ຄວນ​ຄາດ​ຫວັງ​ຫຍັງ​ຈາກ​ລູກ?

3 ຕົວຢ່າງ​ຂອງ​ພໍ່​ແມ່​ສຳຄັນ​ຫຼາຍ​ແທ້ໆ ຖ້າ​ເຈົ້າ​ຢາກ​ໃຫ້​ລູກ​ມີ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະ​ເຢໂຫວາ​ແລະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ເມື່ອ​ລູກ​ເຫັນ​ວ່າ​ເຈົ້າ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ​ກ່ອນ” ລູກ​ກໍ​ຮຽນ​ຮູ້​ທີ່​ຈະ​ເພິ່ງ​ພະ​ເຢໂຫວາ​ສຳລັບ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ວັນ. (ມັດທາຍ 6:33, 34) ໃຫ້​ເຈົ້າ​ຈັດ​ເອົາ​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ ແທນ​ທີ່​ຈະ​ຊອກ​ຫາ​ວັດຖຸ​ເງິນ​ຄຳ​ຫຼາຍ​ຂຶ້ນ. ໃຫ້​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ແລະ​ພະຍາຍາມ​ບໍ່​ເປັນ​ໜີ້. ໃຫ້​ຊອກ​ຫາ “ຊັບ​ສົມບັດ​ໃນ​ຟ້າ​ສະຫວັນ” ເຊິ່ງ​ໝາຍ​ເຖິງ​ການ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແທນ​ທີ່​ຈະ​ຊອກ​ຫາ​ເງິນ​ຄຳ​ຫຼື “ຄຳ​ຍົກຍ້ອງ​ຈາກ​ມະນຸດ.”—ອ່ານ​ມາລະໂກ 10:21, 22; ໂຢຮັນ 12:43, ລ.ມ.

4 ຢ່າ​ຫຍຸ້ງ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ມີ​ເວລາ​ໃຫ້​ລູກ. ຄວນ​ບອກ​ໃຫ້​ລູກ​ຮູ້​ວ່າ​ເຈົ້າ​ພູມ​ໃຈ​ໃນ​ຕົວ​ລາວ​ທີ່​ຕັດສິນ​ໃຈ​ຈັດ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ກ່ອນ​ການ​ຊອກ​ຫາ​ຊື່ສຽງ​ຫຼື​ເງິນ​ຄຳ​ເພື່ອ​ຕົວ​ເອງ​ຫຼື​ເພື່ອ​ເຈົ້າ. ບໍ່​ເຮັດ​ໃຫ້​ລູກ​ມີ​ຄວາມ​ຄິດ​ຜິດໆທີ່ວ່າ ລາວ​ຕ້ອງ​ລ້ຽງ​ດູ​ພໍ່​ແມ່​ໃຫ້​ມີ​ຊີວິດ​ທີ່​ສະດວກ​ສະບາຍ​ທີ່​ສຸດ. ໃຫ້​ຈື່​ວ່າ: “ລູກ​ບໍ່​ຕ້ອງ​ໂຮມ​ເອົາ​ຂອງ​ໄວ້​ສຳລັບ​ພໍ່​ແມ່ ແຕ່​ວ່າ​ພໍ່​ແມ່​ຕ້ອງ​ໂຮມ​ເອົາ​ໄວ້​ສຳລັບ​ລູກ.”—2 ໂກລິນໂທ 12:14

ໃຫ້​ພໍ່​ແມ່​ພະຍາຍາມ​ເອົາ​ຊະນະ​ອຸປະສັກ​ທາງ​ດ້ານ​ພາສາ

5. ເປັນ​ຫຍັງ​ພໍ່​ແມ່​ຕ້ອງ​ສອນ​ລູກ​ເລື້ອຍໆກ່ຽວ​ກັບ​ພະ​ເຢໂຫວາ?

5 ດັ່ງ​ທີ່​ມີ​ການ​ບອກ​ໄວ້​ລ່ວງ​ໜ້າ​ວ່າ: “ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ” ກຳລັງ​ເຂົ້າ​ມາ​ສົມທົບ​ໃນ​ອົງການ​ຂອງ​ພະ​ເຢໂຫວາ. (ຊາກາລີ 8:23, ລ.ມ.) ແຕ່​ຖ້າ​ລູກ​ບໍ່​ເຂົ້າ​ໃຈ​ພາສາ​ຂອງ​ເຈົ້າ​ເປັນ​ຢ່າງ​ດີ​ກໍ​ຍາກ​ທີ່​ເຈົ້າ​ຈະ​ສອນ​ຄວາມ​ຈິງ​ໃຫ້​ເຂົາ​ເຈົ້າ. ລູກ​ເປັນ​ນັກ​ສຶກສາ​ຄົນ​ສຳຄັນ​ທີ່​ສຸດ​ຂອງ​ເຈົ້າ ແລະ​ຖ້າ​ລູກ “ຮູ້ຈັກ” ພະ​ເຢໂຫວາ ເຂົາ​ເຈົ້າ​ກໍ​ຈະ​ມີ​ໂອກາດ​ໄດ້​ຊີວິດ​ຕະຫຼອດ​ໄປ. (ໂຢຮັນ 17:3) ເພື່ອ​ລູກ​ຈະ​ຮຽນ​ຮູ້​ເລື່ອງ​ຄຳ​ສອນ​ຂອງ​ພະ​ເຢໂຫວາ ເຈົ້າ​ຕ້ອງ “ປາກ [“ສອນ,” ລ.ມ.] ແຕ່​ຄຳ​ນັ້ນ” ເລື້ອຍໆ.—ອ່ານ​ພະບັນຍັດ 6:6, 7

ລູກ​ເປັນ​ນັກ​ສຶກສາ​ຄົນ​ສຳຄັນ​ທີ່​ສຸດ​ຂອງ​ເຈົ້າ

6. ລູກ​ອາດ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ຮຽນ​ພາສາ​ຂອງ​ເຈົ້າ? (ເບິ່ງ​ຮູບ​ທຳອິດ)

6 ເມື່ອ​ຢູ່​ໂຮງ​ຮຽນ​ແລະ​ຢູ່​ກັບ​ຄົນ​ອື່ນ ລູກ​ອາດ​ຈະ​ຮຽນ​ພາສາ​ຂອງ​ປະເທດ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່. ແຕ່​ລູກ​ສາມາດ​ຮຽນ​ພາສາ​ຂອງ​ເຈົ້າ ເມື່ອ​ເຈົ້າ​ລົມ​ກັບ​ເຂົາ​ເຈົ້າ​ເປັນ​ປະຈຳ. ຖ້າ​ລູກ​ເວົ້າ​ພາສາ​ຂອງ​ເຈົ້າ​ໄດ້ ກໍ​ງ່າຍ​ທີ່​ລູກ​ຈະ​ລົມ​ກັບ​ເຈົ້າ​ແລະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ. ນອກ​ຈາກ​ນັ້ນ ເມື່ອ​ລູກ​ຮູ້​ຫຼາຍ​ກວ່າ​ໜຶ່ງ​ພາສາ ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ​ທີ່​ດີ​ຂຶ້ນ​ແລະ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ຄົນ​ອື່ນ ແລະ​ນີ້​ອາດ​ເປີດ​ໂອກາດ​ໃຫ້​ເຂົາ​ເຈົ້າ​ໄດ້​ເຮັດ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ. ຄາ​ໂຣລີ​ນ້າ​ມີ​ພໍ່​ແມ່​ເປັນ​ຄົນ​ອົບພະຍົບ​ບອກ​ວ່າ: “ການ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ຕ່າງ​ປະເທດ​ມ່ວນ​ຫຼາຍ ແລະ​ຂ້ອຍ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ຊ່ວຍ​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ.”

7. ຖ້າ​ພາສາ​ເປັນ​ອຸປະສັກ​ໃນ​ຄອບຄົວ ເຈົ້າ​ຄວນ​ເຮັດ​ຫຍັງ?

7 ໃນ​ຂະນະ​ທີ່​ເດັກ​ນ້ອຍ​ອົບພະຍົບ​ຮຽນ​ຮູ້​ວັດທະນະທຳ​ແລະ​ພາສາ​ຂອງ​ປະເທດ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່ ບາງ​ຄົນ​ອາດ​ບໍ່​ຢາກ​ໃຊ້​ພາສາ​ຂອງ​ພໍ່​ແມ່ ແລະ​ເຖິງ​ຂັ້ນ​ເວົ້າ​ພາສາ​ນັ້ນ​ບໍ່​ໄດ້​ຊໍ້າ. ພໍ່​ແມ່​ທັງ​ຫຼາຍ ຖ້າ​ລູກ​ຂອງ​ເຈົ້າ​ຕົກ​ໃນ​ກໍລະນີ​ນີ້ ເຈົ້າ​ຄວນ​ຮຽນ​ພາສາ​ຂອງ​ປະເທດ​ທີ່​ເຈົ້າ​ອາໄສ​ຢູ່​ຈັກ​ເລັກ​ຈັກ​ໜ້ອຍ. ຖ້າ​ເຈົ້າ​ເຂົ້າ​ໃຈ​ເລື່ອງ​ທີ່​ລູກ​ລົມ​ກັນ ຄວາມ​ບັນເທີງ​ທີ່​ລູກ​ເບິ່ງ ແລະ​ວຽກ​ບ້ານ​ຂອງ​ລູກ ແລະ​ເຈົ້າ​ລົມ​ກັບ​ນາຍ​ຄູ​ໄດ້​ໂດຍ​ກົງ ສິ່ງ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ລ້ຽງ​ລູກ​ໃຫ້​ເປັນ​ຄລິດສະຕຽນ. ແມ່ນ​ຢູ່​ວ່າ​ການ​ຮຽນ​ພາສາ​ໃໝ່​ຕ້ອງ​ໃຊ້​ເວລາ ຄວາມ​ພະຍາຍາມ ແລະ​ຄວາມ​ຖ່ອມ ແຕ່​ການ​ເຮັດ​ແນວ​ນັ້ນ​ກໍ​ຄຸ້ມ​ຄ່າ​ແທ້ໆ. ຕົວຢ່າງ​ເຊັ່ນ: ຖ້າ​ພໍ່​ແມ່​ມີ​ລູກ​ເປັນ​ຄົນ​ຫູ​ໜວກ ເຂົາ​ເຈົ້າ​ກໍ​ຕ້ອງ​ຮຽນ​ພາສາ​ມື​ເພື່ອ​ສື່ສານ​ກັບ​ລູກ​ໃຫ້​ໄດ້ ດັ່ງ​ນັ້ນ ຖ້າ​ລູກ​ຂອງ​ເຈົ້າ​ເຂົ້າ​ໃຈ​ພາສາ​ອື່ນ​ໄດ້​ດີ​ເຈົ້າ​ກໍ​ຄວນ​ຮຽນ​ພາສາ​ນັ້ນ​ເພື່ອ​ສື່ສານ​ກັບ​ລູກ. *—ເບິ່ງ​ໄຂ​ເງື່ອນ

8. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ ຖ້າ​ເຈົ້າ​ເວົ້າ​ພາສາ​ຂອງ​ປະເທດ​ທີ່​ອາໄສ​ຢູ່​ໄດ້​ບໍ່​ຄ່ອຍ​ດີ​ປານ​ໃດ?

8 ການ​ເວົ້າ​ພາສາ​ໃໝ່​ຂອງ​ລູກ​ໃຫ້​ລ່ຽນ​ໄຫຼ ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ພໍ່​ແມ່​ທີ່​ເປັນ​ຄົນ​ອົບພະຍົບ. ຈຶ່ງ​ບໍ່​ງ່າຍ​ທີ່​ເຂົາ​ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ “ພະ​ຄຳພີ​ອັນ​ບໍລິສຸດ.” (2 ຕີໂມເຕ 3:15) ເຖິງ​ວ່າ​ຕົກ​ໃນ​ສະພາບການ​ແບບ​ນັ້ນ ເຈົ້າ​ກໍ​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຮັກ​ພະອົງ​ໄດ້. ຜູ້​ເຖົ້າ​ແກ່​ຊື່​ຊັນ​ເວົ້າ​ວ່າ: “ເຮົາ​ມີ​ແຕ່​ແມ່ ພາສາ​ທີ່​ເຮົາ​ເຂົ້າ​ໃຈ​ດີ​ທີ່​ສຸດ ແມ່​ພັດ​ບໍ່​ເຂົ້າ​ໃຈ​ດີ ຂ້ອຍ​ກັບ​ເອື້ອຍ​ນ້ອງ​ກໍ​ເວົ້າ​ພາສາ​ຂອງ​ເພິ່ນ​ບໍ່​ໄດ້​ດີ. ແຕ່​ເມື່ອ​ເຫັນ​ແມ່​ສຶກສາ​ສ່ວນ​ຕົວ ອະທິດຖານ ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ນຳ​ການ​ນະມັດສະການ​ຄອບຄົວ​ທຸກໆອາທິດ ເຮົາ​ກໍ​ເຂົ້າ​ໃຈ​ວ່າ​ການ​ຮູ້ຈັກ​ພະ​ເຢໂຫວາ​ເປັນ​ເລື່ອງ​ສຳຄັນ​ຫຼາຍ.”

9. ພໍ່​ແມ່​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ລູກ​ທີ່​ອາດ​ຈຳເປັນ​ຕ້ອງ​ສຶກສາ​ໃນ​ສອງ​ພາສາ?

9 ເດັກ​ນ້ອຍ​ບາງ​ຄົນ​ອາດ​ຕ້ອງ​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ​ໃນ​ສອງ​ພາສາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຂົາ​ເຈົ້າ​ເວົ້າ​ພາສາ​ໜຶ່ງ​ຢູ່​ໂຮງ​ຮຽນ​ແລະ​ເວົ້າ​ອີກ​ພາສາ​ໜຶ່ງ​ຢູ່​ເຮືອນ. ດ້ວຍ​ເຫດ​ນີ້ ພໍ່​ແມ່​ບາງ​ຄົນ​ຈຶ່ງ​ໃຊ້​ໜັງສື ບັນທຶກ​ສຽງ ແລະ​ວິດີໂອ​ໃນ​ສອງ​ພາສາ. ເຫັນ​ໄດ້​ແຈ້ງ​ວ່າ​ພໍ່​ແມ່​ທີ່​ເປັນ​ຄົນ​ອົບພະຍົບ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ເພື່ອ​ຊ່ວຍ​ລູກ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ.

ຄວນ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ໃດ?

10. (ກ) ໃຜ​ຕ້ອງ​ຕັດສິນ​ໃຈ​ວ່າ​ຄອບຄົວ​ຄວນ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ທີ່​ໃຊ້​ພາສາ​ໃດ? (ຂ) ຫົວ​ໜ້າ​ຄອບຄົວ​ຄວນ​ເຮັດ​ຫຍັງ​ກ່ອນ​ຈະ​ຕັດສິນ​ໃຈ?

10 ເມື່ອ “ຄົນ​ຕ່າງ​ຊາດ” ຢູ່​ໄກ​ຈາກ​ພະຍານ​ພະ​ເຢໂຫວາ​ຄົນ​ອື່ນໆທີ່​ເວົ້າ​ພາສາ​ດຽວ​ກັບ​ເຂົາ​ເຈົ້າ ຄົນ​ເຫຼົ່າ​ນີ້​ຈຳເປັນ​ຕ້ອງ​ເຂົ້າ​ຮ່ວມ​ກັບ​ປະຊາຄົມ​ທີ່​ເວົ້າ​ພາສາ​ຂອງ​ປະເທດ​ນັ້ນ. (ຄຳເພງ 146:9) ແຕ່​ຖ້າ​ປະຊາຄົມ​ທີ່​ຢູ່​ໃກ້ໆໃຊ້​ພາສາ​ຂອງ​ເຂົາ​ເຈົ້າ ຫົວ​ໜ້າ​ຄອບຄົວ​ຕ້ອງ​ຕັດສິນ​ໃຈ​ວ່າ​ປະຊາຄົມ​ໃດ​ຈະ​ດີ​ທີ່​ສຸດ​ສຳລັບ​ຄອບຄົວ. ກ່ອນ​ຕັດສິນ​ໃຈ ລາວ​ຕ້ອງ​ຄິດ​ຢ່າງ​ຮອບຄອບ​ແລະ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນັ້ນ ແລະ​ຕ້ອງ​ໄດ້​ລົມ​ກັບ​ຄອບຄົວ. (1 ໂກລິນໂທ 11:3) ລາວ​ຄວນ​ຄິດ​ເຖິງ​ເລື່ອງ​ໃດ​ແດ່? ແລະ​ມີ​ຫຼັກ​ການ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ລາວ​ຕັດສິນ​ໃຈ?

ຫົວ​ໜ້າ​ຄອບຄົວ​ຕ້ອງ​ຕັດສິນ​ໃຈ​ວ່າ​ປະຊາຄົມ​ໃດ​ຈະ​ດີ​ທີ່​ສຸດ​ສຳລັບ​ຄອບຄົວ

11, 12. (ກ) ເດັກ​ນ້ອຍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຫຼື​ໜ້ອຍ​ຈາກ​ການ​ປະຊຸມ ພາສາ​ມີ​ຜົນ​ກະທົບ​ແນວ​ໃດ? (ຂ) ເປັນ​ຫຍັງ​ເດັກ​ນ້ອຍ​ບາງ​ຄົນ​ບໍ່​ຢາກ​ຮຽນ​ພາສາ​ຂອງ​ພໍ່​ແມ່?

11 ພໍ່​ແມ່​ຕ້ອງ​ເບິ່ງ​ວ່າ​ອັນ​ໃດ​ຄື​ຄວາມ​ຈຳເປັນ​ຂອງ​ລູກ. ເພື່ອ​ທີ່​ລູກ​ຈະ​ເຂົ້າ​ໃຈ​ຄວາມ​ຈິງ​ໄດ້​ດີ ລູກ​ຕ້ອງ​ໄດ້​ຮັບການ​ສອນ​ຈາກ​ຄຳພີ​ໄບເບິນ​ອາທິດ​ໜຶ່ງ​ຫຼາຍ​ກວ່າ​ສອງ​ສາມ​ຊົ່ວ​ໂມງ. ໃຫ້​ສົມ​ທຽບ​ດັ່ງ​ນີ້: ຖ້າ​ລູກ​ເຂົ້າ​ຮ່ວມ​ປະຊຸມ​ໃນ​ພາສາ​ທີ່​ເຂົ້າ​ໃຈ​ດີ​ທີ່​ສຸດ ເຂົາ​ເຈົ້າ​ອາດ​ໄດ້​ຮັບ​ປະໂຫຍດ​ໃນ​ທັນທີ ແລະ​ອາດ​ຮຽນ​ຮູ້​ຫຼາຍ​ກວ່າ​ທີ່​ພໍ່​ແມ່​ຄິດ​ໄວ້. ກົງ​ກັນ​ຂ້າມ ຖ້າ​ລູກ​ບໍ່​ເຂົ້າ​ໃຈ​ພາສາ​ຢ່າງ​ເຕັມທີ ກໍ​ອາດ​ຈະ​ບໍ່​ໄດ້​ຮັບ​ປະໂຫຍດ​ຫຍັງ​ເລີຍ. (ອ່ານ 1 ໂກລິນໂທ 14:9, 11) ບໍ່​ແມ່ນ​ວ່າ​ພາສາ​ຂອງ​ພໍ່​ແມ່​ຈະ​ເຂົ້າ​ເຖິງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ລູກ​ສະເໝີ. ເຖິງ​ວ່າ​ເດັກ​ນ້ອຍ​ບາງ​ຄົນ​ສາມາດ​ຝຶກ​ອອກ​ຄວາມ​ຄິດ​ເຫັນ ເປັນ​ນັກ​ຮຽນ ແລະ​ເຮັດ​ສາທິດ​ໃນ​ພາສາ​ຂອງ​ພໍ່​ແມ່​ໄດ້ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເວົ້າ​ອອກ​ມາ​ຈາກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ແທ້ໆ.

12 ບໍ່​ໄດ້​ມີ​ແຕ່​ພາສາ​ເທົ່າ​ນັ້ນ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເດັກ​ນ້ອຍ. ໂຢຊວຍ​ທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ຮູ້ສຶກ​ແບບ​ນັ້ນ. ເອດ​ສະ​ເທີ້​ເອື້ອຍ​ຂອງ​ລາວ​ບອກ​ວ່າ: “ເດັກ​ນ້ອຍ​ໄດ້​ຮັບ​ອິດທິພົນ​ຈາກ​ພາສາ ວັດທະນະທຳ ແລະ​ສາສະໜາ​ຂອງ​ພໍ່​ແມ່.” ຖ້າ​ເດັກ​ນ້ອຍ​ບໍ່​ຮູ້ສຶກ ເຂົາ​ເຈົ້າ​ອາດ​ບໍ່​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ພາສາ​ແລະ​ສາສະໜາ​ຂອງ​ພໍ່​ແມ່​ເລີຍ. ພໍ່​ແມ່​ທີ່​ເປັນ​ຄົນ​ອົບພະຍົບ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

13, 14. (ກ) ເປັນ​ຫຍັງ​ຄອບຄົວ​ໜຶ່ງ​ຈຶ່ງ​ຍ້າຍ​ໄປ​ປະຊາຄົມ​ທີ່​ເວົ້າ​ພາສາ​ຂອງ​ປະເທດ​ທີ່​ອາໄສ​ຢູ່? (ຂ) ສ່ວນ​ຜູ້​ເປັນ​ພໍ່​ແມ່​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ?

13 ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ຈັດ​ໃຫ້​ຄວາມ​ຈຳເປັນ​ຂອງ​ລູກ​ມາ​ກ່ອນ​ຄວາມ​ມັກ​ຂອງ​ຕົວ​ເອງ. (1 ໂກລິນໂທ 10:24) ພີ່​ນ້ອງ​ຊາເມືອນ​ພໍ່​ຂອງ​ໂຢຊວຍ​ແລະ​ເອັດ​ສະ​ເທີ້​ບອກ​ວ່າ: “ຂ້ອຍ​ກັບ​ເມຍ​ຈະ​ສັງເກດ​ເບິ່ງ​ວ່າ​ພາສາ​ໃດ​ທີ່​ເຮັດ​ໃຫ້​ຄວາມ​ຈິງ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ລູກ ແລະ​ເຮົາ​ກໍ​ອະທິດຖານ​ຂໍ​ສະຕິ​ປັນຍາ. ຄຳຕອບ​ແມ່ນ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມ​ສະດວກ​ຂອງ​ເຮົາ. ແຕ່​ເມື່ອ​ເຫັນ​ວ່າ​ລູກ​ບໍ່​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ການ​ປະຊຸມ​ໃນ​ພາສາ​ຂອງ​ເຮົາ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຕັດສິນ​ໃຈ​ຍ້າຍ​ໄປ​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ປະເທດ​ທີ່​ເຮົາ​ອາໄສ​ຢູ່. ເຮົາ​ໄປ​ປະຊຸມ​ແລະ​ປະກາດ​ນຳ​ກັນ​ເປັນ​ປະຈຳ. ເຮົາ​ຍັງ​ເຊີນ​ພີ່​ນ້ອງ​ໃນ​ປະຊາຄົມ​ທ້ອງຖິ່ນ​ໃຫ້​ມາ​ກິນ​ເຂົ້າ​ແລະ​ໄປ​ທ່ຽວ​ໃກ້ໆນຳ​ກັນ. ການ​ເຮັດ​ແບບ​ນີ້​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ກັບ​ພີ່​ນ້ອງ ແລະ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແຕ່​ພະອົງ​ຍັງ​ເປັນ​ພໍ່​ແລະ​ໝູ່​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ເຮົາ​ຄິດ​ວ່າ​ເລື່ອງ​ນີ້​ສຳຄັນ​ຫຼາຍ​ກວ່າ​ການ​ທີ່​ລູກ​ເວົ້າ​ພາສາ​ຂອງ​ເຮົາ​ໄດ້​ເກັ່ງ.”

14 ພີ່​ນ້ອງ​ຊາເມືອນ​ເວົ້າ​ຕື່ມ​ອີກ​ວ່າ: “ເພື່ອ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ ຂ້ອຍ​ກັບ​ເມຍ​ຍັງ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ພາສາ​ຂອງ​ເຮົາ​ເອງ. ໃນ​ຊີວິດ​ເຮົາ​ມີ​ວຽກ​ທີ່​ຫຍຸ້ງ​ຫຼາຍ​ແລະ​ກໍ​ເມື່ອຍ. ແຕ່​ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ອວຍ​ພອນ​ຄວາມ​ພະຍາຍາມ​ແລະ​ການ​ເສຍ​ສະລະ​ຂອງ​ເຮົາ ເພາະ​ລູກ​ທັງ​ສາມ​ຄົນ​ຮັບໃຊ້​ພະອົງ​ໃນ​ຮູບ​ແບບ​ເຕັມ​ເວລາ.”

ສ່ວນ​ທີ່​ໄວ​ໜຸ່ມ​ເຮັດ​ໄດ້

15. ເປັນ​ຫຍັງ​ຄລິດ​ສະຕິ​ນ້າ​ຮູ້ສຶກ​ວ່າ​ຈະ​ຮັບໃຊ້​ໄດ້​ດີ​ຂຶ້ນ​ເມື່ອ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ເຊິ່ງ​ລາວ​ເຂົ້າ​ໃຈ​ດີ​ທີ່​ສຸດ?

15 ເມື່ອ​ເດັກ​ນ້ອຍ​ໃຫຍ່​ຂຶ້ນ ເຂົາ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຈະ​ຮັບໃຊ້​ໄດ້​ດີ​ຂຶ້ນ​ເມື່ອ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ເຊິ່ງ​ຕົວ​ເອງ​ເຂົ້າ​ໃຈ​ດີ​ທີ່​ສຸດ. ຖ້າ​ເປັນ​ແບບ​ນີ້ ພໍ່​ແມ່​ບໍ່​ຄວນ​ຮູ້ສຶກ​ວ່າ​ຖືກ​ລູກ​ປະ​ຖິ້ມ. ຄລິດ​ສະຕິ​ນ້າ​ເລົ່າ​ວ່າ: “ໃນ​ພາສາ​ຂອງ​ພໍ່​ແມ່ ຂ້ອຍ​ຮູ້​ແຕ່​ຄຳ​ງ່າຍໆ ສະນັ້ນ ພາສາ​ທີ່​ໃຊ້​ຢູ່​ການ​ປະຊຸມ​ຈຶ່ງ​ຍາກ​ໂພດ​ສຳລັບ​ຂ້ອຍ. ຕອນ​ອາຍຸ 12 ປີ ຂ້ອຍ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ໃນ​ພາສາ​ທີ່​ໃຊ້​ຢູ່​ໂຮງ​ຮຽນ​ເຊິ່ງ​ເປັນ​ພາສາ​ທີ່​ຂ້ອຍ​ເຂົ້າ​ໃຈ​ດີ​ທີ່​ສຸດ ແລະ​ເປັນ​ຄັ້ງ​ທຳອິດ​ທີ່​ຂ້ອຍ​ເຂົ້າ​ໃຈ​ວ່າ​ເລື່ອງ​ທີ່​ກຳລັງ​ຟັງ​ນັ້ນ​ເປັນ​ຄວາມ​ຈິງ! ນອກ​ຈາກ​ນັ້ນ ເມື່ອ​ເລີ່ມ​ອະທິດຖານ​ໃນ​ພາສາ​ທີ່​ຂ້ອຍ​ເຂົ້າ​ໃຈ​ດີ​ທີ່​ສຸດ ຂ້ອຍ​ສາມາດ​ເວົ້າ​ກັບ​ພະ​ເຢໂຫວາ​ຈາກ​ຫົວໃຈ!” (ກິດຈະການ 2:11, 41) ຕອນ​ອາຍຸ 18 ປີ ຄລິດ​ສະຕິ​ນ້າ​ລົມ​ກັບ​ພໍ່​ແມ່​ແລະ​ຕັດສິນ​ໃຈ​ຍ້າຍ​ໄປ​ປະຊາຄົມ​ທີ່​ໃຊ້​ພາສາ​ເຊິ່ງ​ລາວ​ເຂົ້າ​ໃຈ​ດີ​ທີ່​ສຸດ. ລາວ​ເວົ້າ​ວ່າ: “ເມື່ອ​ຮຽນ​ເລື່ອງ​ພະ​ເຢໂຫວາ​ໃນ​ພາສາ​ນັ້ນ ຂ້ອຍ​ຖືກ​ກະຕຸ້ນ​ໃຫ້​ລົງ​ມື​ເຮັດ.” ຕໍ່​ມາ​ບໍ່​ດົນ ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ​ແລະ​ມີ​ຄວາມ​ສຸກ​ຫຼາຍ.

16. ເປັນ​ຫຍັງ​ນາເດຍ​ຈຶ່ງ​ດີ​ໃຈ​ທີ່​ຍັງ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ຂອງ​ພໍ່​ແມ່?

16 ໄວ​ໜຸ່ມ​ທັງ​ຫຼາຍ ເຈົ້າ​ຄິດ​ວ່າ​ຢາກ​ໄປ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ເຊິ່ງ​ເຈົ້າ​ເຂົ້າ​ໃຈ​ດີ​ທີ່​ສຸດ​ບໍ? ຖ້າ​ແມ່ນ ໃຫ້​ຖາມ​ຕົວ​ເອງ​ວ່າ​ຍ້ອນ​ຫຍັງ. ຍ້ອນ​ວ່າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? (ຢາໂກໂບ 4:8) ຫຼື​ຍ້ອນ​ວ່າ​ເຈົ້າ​ຢາກ​ຢູ່​ໄກ​ຫູ​ໄກ​ຕາ​ພໍ່​ແມ່ ຫຼື​ຍ້ອນ​ວ່າ​ເຈົ້າ​ບໍ່​ຢາກ​ພະຍາຍາມ​ເຮັດ​ຫຍັງ​ເລີຍ​ບໍ? ຕອນ​ນີ້​ນາເດຍ​ຮັບໃຊ້​ຢູ່​ເບເທນ ລາວ​ເລົ່າ​ວ່າ: “ຕອນ​ທີ່​ຂ້ອຍ​ກັບ​ພວກ​ອ້າຍ​ເອື້ອຍ​ນ້ອງ​ເຂົ້າ​ສູ່​ໄວ​ໜຸ່ມ ເຮົາ​ຢາກ​ໄປ​ຢູ່​ປະຊາຄົມ​ທີ່​ໃຊ້​ພາສາ​ທ້ອງຖິ່ນ.” ແຕ່​ພໍ່​ແມ່​ຮູ້​ວ່າ​ຖ້າ​ຍ້າຍ​ໄປ​ຕອນ​ນັ້ນ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ລູກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ນາເດຍ​ເລົ່າ​ຕື່ມ​ອີກ​ວ່າ: “ຕອນ​ນີ້​ເຮົາ​ຮູ້​ຄຸນຄ່າ​ທີ່​ພໍ່​ແມ່​ໄດ້​ພະຍາຍາມ​ຫຼາຍ​ເພື່ອ​ສອນ​ເຮົາ​ໃຫ້​ຮູ້​ພາສາ​ຂອງ​ເພິ່ນ​ແລະ​ໃຫ້​ເຮົາ​ຢູ່​ຕໍ່​ໄປ​ໃນ​ປະຊາຄົມ​ທີ່​ໃຊ້​ພາສາ​ນັ້ນ. ສິ່ງ​ນີ້​ເຮັດ​ໃຫ້​ຊີວິດ​ເຮົາ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ​ແລະ​ເປີດ​ໂອກາດ​ໃຫ້​ເຮົາ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ.”

ຄົນ​ອື່ນ​ຈະ​ຊ່ວຍ​ໄດ້​ແນວ​ໃດ?

17. (ກ) ພະ​ເຢໂຫວາ​ມອບ​ໜ້າ​ທີ່​ໃຫ້​ໃຜ​ສອນ​ຄວາມ​ຈິງ​ໃຫ້​ລູກ? (ຂ) ໃນ​ເລື່ອງ​ນີ້ ພໍ່​ແມ່​ຈະ​ໄດ້​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ?

17 ພະ​ເຢໂຫວາ​ມອບ​ໜ້າ​ທີ່​ໃຫ້​ພໍ່​ແມ່​ສອນ​ຄວາມ​ຈິງ​ໃຫ້​ລູກ. ພະອົງ​ບໍ່​ໄດ້​ມອບ​ໜ້າ​ທີ່​ນີ້​ໃຫ້​ພໍ່​ຕູ້​ແມ່​ຕູ້ ປູ່​ຍ່າ ຫຼື​ຄົນ​ອື່ນ. (ອ່ານ​ສຸພາສິດ 1:8; 31:10, 27, 28) ແຕ່​ພໍ່​ແມ່​ທີ່​ບໍ່​ຮູ້​ພາສາ​ຂອງ​ປະເທດ​ທີ່​ຕົນ​ອາໄສ​ຢູ່​ອາດ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ສອນ​ຄວາມ​ຈິງ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ລູກ. ເມື່ອ​ພໍ່​ແມ່​ຂໍ​ຄວາມ​ຊ່ວຍ​ເຫຼືອ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ກຳລັງ​ພະຍາຍາມ​ຫຼີກ​ລ່ຽງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສອນ​ຄວາມ​ຈິງ​ໃຫ້​ລູກ ເພາະ​ການ​ເຮັດ​ແບບ​ນັ້ນ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ລ້ຽງ​ລູກ​ຕາມ ‘ການ​ຕີ​ສອນ​ແລະ​ຄຳ​ເຕືອນ​ສະຕິ​ຂອງ​ພະ​ເຢໂຫວາ.’ (ເອເຟດ 6:4) ຕົວຢ່າງ​ເຊັ່ນ: ພໍ່​ແມ່​ອາດ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເຖົ້າ​ແກ່​ໃນ​ເລື່ອງ​ການ​ນະມັດສະການ​ປະຈຳ​ຄອບຄົວ​ແລະ​ເລື່ອງ​ການ​ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ​ໃນ​ປະຊາຄົມ.

ທັງ​ພໍ່​ແມ່​ແລະ​ລູກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຄົບຫາ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ (ເບິ່ງ​ຂໍ້ 18, 19)

18, 19. (ກ) ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ຊ່ວຍ​ໄວ​ໜຸ່ມ​ໄດ້​ແນວ​ໃດ? (ຂ) ພໍ່​ແມ່​ຕ້ອງ​ເຮັດ​ສິ່ງ​ໃດ​ຕໍ່ໆໄປ?

18 ເພື່ອ​ຊ່ວຍ​ລູກ ບາງ​ຄັ້ງ​ພໍ່​ແມ່​ອາດ​ເຊີນ​ຄອບຄົວ​ອື່ນ​ມາ​ຮ່ວມ​ນະມັດສະການ​ປະຈຳ​ຄອບຄົວ​ນຳ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ໄວ​ໜຸ່ມ​ຫຼາຍ​ຄົນ​ກໍ​ຮຽນ​ຮູ້​ຈາກ​ພີ່​ນ້ອງ​ຄົນ​ອື່ນ​ເມື່ອ​ໄປ​ປະກາດ​ແລະ​ເຮັດ​ສິ່ງ​ຕ່າງໆນຳ​ເຂົາ​ເຈົ້າ. (ສຸພາສິດ 27:17) ພີ່​ນ້ອງ​ຊັນ​ທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຄີຍ​ລືມ​ທີ່​ພີ່​ນ້ອງ​ໄດ້​ຊ່ວຍ​ເຫຼືອ​ຂ້ອຍ​ເປັນ​ພິເສດ. ທຸກ​ຄັ້ງ​ທີ່​ເຂົາ​ເຈົ້າ​ຊ່ວຍ​ຂ້ອຍ​ເຮັດ​ສ່ວນ​ມອບ​ໝາຍ​ນັກ​ຮຽນ​ໃນ​ການ​ປະຊຸມ ຂ້ອຍ​ກໍ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ເລື້ອຍໆ ແລະ​ຂ້ອຍ​ກໍ​ມ່ວນ​ແທ້ໆເມື່ອ​ເຮັດ​ກິດຈະກຳ​ທີ່​ພັກຜ່ອນ​ຢ່ອນ​ໃຈ​ແບບ​ເປັນ​ກຸ່ມ.”

19 ເມື່ອ​ພໍ່​ແມ່​ເລືອກ​ພີ່​ນ້ອງ​ໃຫ້​ເປັນ​ຜູ້​ຊ່ວຍ​ລູກ​ເຂົາ​ເຈົ້າ ຄົນ​ເຫຼົ່າ​ນັ້ນ​ຄວນ​ປູກ​ຝັງ​ໃຫ້​ລູກ​ນັບຖື​ພໍ່​ແມ່ ໂດຍ​ເວົ້າ​ເຖິງ​ຜູ້​ເປັນ​ພໍ່​ແມ່​ໃນ​ແງ່​ບວກ​ແລະ​ບໍ່​ຄວນ​ຍາດ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພໍ່​ແມ່​ໃນ​ການ​ສອນ​ຄວາມ​ຈິງ​ໃຫ້​ລູກ. ນອກ​ຈາກ​ນີ້ ພີ່​ນ້ອງ​ທີ່​ມາ​ຊ່ວຍ​ຄວນ​ຫຼີກ​ລ່ຽງ​ການ​ປະພຶດ​ຕ່າງໆເຊິ່ງ​ອາດ​ເຮັດ​ໃຫ້​ບາງ​ຄົນ​ທີ່​ຢູ່​ໃນ​ແລະ​ນອກ​ປະຊາຄົມ​ຮູ້ສຶກ​ວ່າ​ເປັນ​ການ​ກະທຳ​ທີ່​ບໍ່​ດີ. (1 ເປໂຕ 2:12) ເຖິງ​ວ່າ​ອາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ ແຕ່​ພໍ່​ແມ່​ຍັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສອນ​ຄວາມ​ຈິງ​ໃຫ້​ລູກ. ເຂົາ​ເຈົ້າ​ຕ້ອງ​ຕິດ​ຕາມ​ເບິ່ງ​ວ່າ​ພີ່​ນ້ອງ​ຊ່ວຍ​ເຫຼືອ​ລູກ​ຂອງ​ຕົນ​ແນວ​ໃດ.

20. ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ມາ​ເປັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

20 ໃຫ້​ພໍ່​ແມ່​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ລູກ. (ອ່ານ 2 ຂ່າວຄາວ 15:7) ໃຫ້​ຈັດ​ເອົາ​ສາຍ​ສຳພັນ​ຂອງ​ລູກ​ກັບ​ພະ​ເຢໂຫວາ​ມາ​ກ່ອນ​ຄວາມ​ມັກ​ຂອງ​ເຈົ້າ. ໃຫ້​ເຮັດ​ທຸກ​ວິທີ​ເພື່ອ​ໃຫ້​ຄຳ​ສອນ​ຂອງ​ພະເຈົ້າ​ເຂົ້າ​ເຖິງ​ຫົວໃຈ​ລູກ. ໃຫ້​ເຊື່ອ​ໝັ້ນ​ຕໍ່ໆໄປ​ວ່າ​ລູກ​ຈະ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ. ເມື່ອ​ລູກ​ເຮັດ​ຕາມ​ຄຳ​ສອນ​ນັ້ນ​ແລະ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ ເຈົ້າ​ຈະ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂຢຮັນ​ທີ່​ຖື​ວ່າ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເປັນ​ລູກ​ແລະ​ໄດ້​ເວົ້າ​ວ່າ: “ເຮົາ​ບໍ່​ມີ​ຄວາມ​ຍິນດີ​ໃຫຍ່​ກວ່າ​ນີ້ ຄື​ວ່າ​ທີ່​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ລູກ​ທັງ​ຫຼາຍ​ຂອງ​ເຮົາ​ກະທຳ [“ໃຊ້​ຊີວິດ,” ລ.ມ.] ຕາມ​ຄວາມ​ຈິງ.”—3 ໂຢຮັນ 4

^ ຂໍ້ 7 ເບິ່ງ​ບົດ​ຄວາມ “ເຈົ້າ​ສາມາດ​ຮຽນ​ພາສາ​ອື່ນ​ໄດ້!” ໃນ​ຕື່ນ​ເຖີດ! ມີນາ 2007 ໜ້າ 10-12 (ບໍ່​ມີ​ໃນ​ພາສາ​ລາວ).