ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຢ່າ​ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ເຢັນ​ລົງ

ຢ່າ​ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ເຢັນ​ລົງ

“ເພາະ​ການ​ຊົ່ວ​ຮ້າຍ​ຈະ​ມາກ​ຂຶ້ນ​ຫຼາຍ ຄວາມ​ຮັກ​ແຫ່ງ​ຄົນ​ຫຼາຍ​ຄົນ​ຈະ​ເຢັນ​ລົງ​ໄປ.”—ມັດທາຍ 24:12

ເພງ: 38, 128

1, 2. (ກ) ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 24:12 ໃຊ້​ກັບ​ໃຜ​ໃນ​ຕອນ​ທຳອິດ? (ຂ) ໃນ​ກິດຈະການ​ບອກ​ແນວ​ໃດ​ວ່າ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ບໍ່​ໄດ້​ປ່ອຍ​ໃຫ້​ຄວາມ​ຮັກ​ເຢັນ​ລົງ? (ເບິ່ງ​ຮູບ​ທຳອິດ)

ຕອນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ ພະ​ເຍຊູ​ບອກ​ເຖິງ​ສັນຍະລັກ​ກ່ຽວ​ກັບ “ທີ່​ສຸດ​ແຫ່ງ​ໂລກ​ນີ້” ເຊິ່ງ​ກໍ​ໝາຍ​ເຖິງ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້ ແລະ​ສັນຍະລັກ​ຢ່າງ​ໜຶ່ງ​ກໍ​ຄື: “ຄວາມ​ຮັກ​ແຫ່ງ​ຄົນ​ຫຼາຍ​ຄົນ​ຈະ​ເຢັນ​ລົງ.” (ມັດທາຍ 24:3, 12) ໃນ​ສະຕະວັດ​ທຳອິດ ຊາວ​ຢິວ​ທີ່​ບອກ​ວ່າ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ໄດ້​ປ່ອຍ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະອົງ​ເຢັນ​ລົງ.

2 ຢ່າງ​ໃດ​ກໍ​ຕາມ ຄລິດສະຕຽນ​ສ່ວນ​ຫຼາຍ​ໃນ​ສະໄໝ​ນັ້ນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ. ເຂົາ​ເຈົ້າ​ກະຕືລືລົ້ນ​ໃນ​ການ​ປະກາດ “ຂ່າວ​ດີ​ເລື່ອງ​ພະ​ເຍຊູ​ຜູ້​ເປັນ​ພະ​ຄລິດ, ລ.ມ.” ແລະ​ສະແດງ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ ຕໍ່​ເພື່ອນ​ຮ່ວມ​ຄວາມ​ເຊື່ອ ແລະ​ແມ່ນ​ກະທັ່ງ​ຕໍ່​ຄົນ​ທີ່​ຍັງ​ບໍ່​ຮູ້ຈັກ​ຄວາມ​ຈິງ. ຄົນ​ເຫຼົ່າ​ນີ້​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ໃຫ້​ໝັ້ນ​ຄົງ​ຢູ່​ສະເໝີ. (ກິດຈະການ 2:44-47; 5:42) ແຕ່​ໜ້າ​ເສົ້າໃຈ ບາງ​ຄົນ​ໄດ້​ປ່ອຍ​ໃຫ້​ຄວາມ​ຮັກ​ນັ້ນ​ເຢັນ​ລົງ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ແນວ​ໃດ?

3. ສິ່ງ​ໃດ​ອາດ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ຄລິດສະຕຽນ​ບາງ​ຄົນ​ເຢັນ​ລົງ?

3 ພະ​ເຍຊູ​ບອກ​ຄລິດສະຕຽນ​ໃນ​ເມືອງ​ເອເຟດ​ວ່າ: “ເຈົ້າ​ບໍ່​ໄດ້​ຮັກ​ເຮົາ​ດັ່ງ​ທີ່​ເຈົ້າ​ໄດ້​ຮັກ​ທຳອິດ.” (ຄຳປາກົດ 2:4, ທ.ປ.) ອາດ​ເປັນ​ໄປ​ໄດ້​ທີ່​ຕອນ​ນັ້ນ​ພີ່​ນ້ອງ​ໃນ​ເມືອງ​ນີ້​ກຳລັງ​ໄດ້​ຮັບ​ອິດທິພົນ​ຈາກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຊິ່ງ​ສ່ວນ​ຫຼາຍ​ແລ້ວ​ເຂົາ​ເຈົ້າ​ຢາກ​ເຮັດ​ຕາມ​ສິ່ງ​ທີ່​ຕົວ​ເອງ​ພໍ​ໃຈ. (ເອເຟດ 2:2, 3) ເອເຟດ​ເປັນ​ເມືອງ​ທີ່​ຈະເລີນ​ເຊິ່ງ​ຜູ້​ຄົນ​ສົນ​ໃຈ​ແຕ່​ຄວາມ​ສະດວກ​ສະບາຍ​ແລະ​ຄວາມ​ຫຼູຫຼາ​ຫຼາຍ​ກວ່າ​ສິ່ງ​ອື່ນ. ນອກ​ຈາກ​ນັ້ນ ຫຼາຍ​ຄົນ​ໃນ​ເມືອງ​ນີ້​ຍັງ​ມັກ​ເຮັດ​ຜິດ​ສິນລະທຳ​ແລະ​ບໍ່​ນັບຖື​ກົດ​ໝາຍ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ສົນ​ໃຈ​ແຕ່​ເລື່ອງ​ຄວາມ​ສຸກ​ຂອງ​ຕົວ​ເອງ​ຫຼາຍ​ກວ່າ​ການ​ສະແດງ​ຄວາມ​ຮັກ​ແບບ​ບໍ່​ເຫັນ​ແກ່​ຕົວ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄົນ​ອື່ນ.

4. (ກ) ໃນ​ສະໄໝ​ຂອງ​ເຮົາ ຄວາມ​ຮັກ​ເຢັນ​ລົງ​ໄດ້​ແນວ​ໃດ? (ຂ) ໃນ​ສາມ​ຂອບ​ເຂດ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ໃຫ້​ຄວາມ​ຮັກ​ໝັ້ນ​ຄົງ​ຢູ່​ສະເໝີ?

4 ຄຳ​ເວົ້າ​ທີ່​ພະ​ເຍຊູ​ບອກ​ໄວ້​ລ່ວງ​ວ່າ​ຄວາມ​ຮັກ​ຈະ​ເຢັນ​ລົງ​ກຳລັງ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ​ນຳ. ໃນ​ທຸກ​ມື້​ນີ້ ຜູ້​ຄົນ​ມີ​ແຕ່​ຈະ​ຮັກ​ພະເຈົ້າ​ນັບ​ມື້​ນັບ​ຈະ​ໜ້ອຍ​ລົງ. ແທນ​ທີ່​ຈະ​ເພິ່ງ​ພະອົງ​ໃຫ້​ແກ້ໄຂ​ບັນຫາ​ຕ່າງໆໃນ​ໂລກ ຫຼາຍ​ລ້ານ​ຄົນ​ເພິ່ງ​ອົງການ​ຂອງ​ມະນຸດ. ດ້ວຍ​ເຫດ​ນີ້ ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ນັບ​ມື້​ນັບ​ເຢັນ​ລົງ ແລະ​ແມ່ນ​ແຕ່​ຄວາມ​ຮັກ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ກໍ​ເຢັນ​ລົງ​ໄດ້​ເຊັ່ນ​ກັນ ດັ່ງ​ທີ່​ເກີດ​ຂຶ້ນ​ກັບ​ປະຊາຄົມ​ເອເຟດ​ໃນ​ສະໄໝ​ອະດີດ. ດັ່ງ​ນັ້ນ ໃຫ້​ເຮົາ​ຮຽນ​ກ່ຽວ​ກັບ​ສາມ​ຂອບ​ເຂດ​ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ຄວາມ​ຮັກ​ໝັ້ນ​ຄົງ​ຢູ່​ສະເໝີ ນັ້ນ​ຄື: (1) ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ (2) ຄວາມ​ຮັກ​ຕໍ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ (3) ຄວາມ​ຮັກ​ຕໍ່​ພີ່​ນ້ອງ.

ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ

5. ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກ​ພະເຈົ້າ?

5 ເຮົາ​ຄວນ​ຮັກ​ໃຜ​ຫຼາຍ​ທີ່​ສຸດ? ພະ​ເຍຊູ​ບອກ​ວ່າ: “‘ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ ແລະ​ດ້ວຍ​ສຸດ​ຈິດ ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.’ ຂໍ້​ນີ້​ເປັນ​ຂໍ້​ອັນ​ຕົ້ນ​ແລະ​ຂໍ້​ອັນ​ໃຫຍ່.” (ມັດທາຍ 22:37, 38) ຖ້າ​ເຮົາ​ຮັກ​ພະເຈົ້າ ເຮົາ​ກໍ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ ອົດ​ທົນ ແລະ​ກຽດ​ຊັງ​ສິ່ງ​ຊົ່ວ​ຮ້າຍ. (ອ່ານ​ຄຳເພງ 97:10) ແຕ່​ຊາຕານ​ແລະ​ໂລກ​ທີ່​ມັນ​ປົກຄອງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຮັກ​ພະເຈົ້າ​ໜ້ອຍ​ລົງ ແລະ​ຢາກ​ທຳລາຍ​ຄວາມ​ຮັກ​ນັ້ນ.

6. ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ຮັກ​ສິ່ງ​ອື່ນ​ແທນ​ທີ່​ຈະ​ຮັກ​ພະເຈົ້າ?

6 ໂລກ​ນີ້​ເຮັດ​ໃຫ້​ຄວາມ​ຄິດ​ໃນ​ເລື່ອງ​ຄວາມ​ຮັກ​ຖືກ​ບິດ​ເບືອນ ຄົນ​ສ່ວນ​ຫຼາຍ “ຮັກ​ແຕ່​ຕົວ​ເອງ” ແທນ​ທີ່​ຈະ​ຮັກ​ພະເຈົ້າ. (2 ຕີໂມເຕ 3:2) ເຂົາ​ເຈົ້າ​ສົນ​ໃຈ​ແຕ່ “ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ ຄວາມ​ຕ້ອງການ​ທີ່​ເກີດ​ຈາກ​ຕາ ຫຼື​ການ​ໂອ້​ອວດ​ຊັບ​ສົມບັດ.” (1 ໂຢຮັນ 2:16, ລ.ມ.) ອັກຄະສາວົກ​ໂປໂລ​ເຕືອນ​ວ່າ​ເຮົາ​ຈະ​ເປັນ​ແນວ​ໃດ​ຖ້າ​ຈັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ມາ​ກ່ອນ. ລາວ​ບອກ​ວ່າ: “ການ​ສົນ​ໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ຈະ​ຈົບ​ລົງ​ດ້ວຍ​ຄວາມ​ຕາຍ.” ຍ້ອນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ຄົນ​ທີ່​ເຮັດ​ແບບ​ນີ້​ທີ່​ຈິງ​ແລ້ວ​ຈະ​ກາຍ​ເປັນ​ສັດຕູ​ຂອງ​ພະເຈົ້າ. (ໂລມ 8:6, 7, ລ.ມ.) ຄົນ​ທີ່​ໃຊ້​ຊີວິດ​ເພື່ອ​ຈົດຈໍ່​ໃນ​ການ​ຫາ​ເງິນ​ຫຼື​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ ໃນ​ທີ່​ສຸດ​ຈະ​ຈົບ​ລົງ​ດ້ວຍ​ຄວາມ​ຜິດ​ຫວັງ​ແລະ​ເຈັບ​ປວດ​ໃຈ.—1 ໂກລິນໂທ 6:18; 1 ຕີໂມເຕ 6:9, 10

7. ຄວາມ​ຄິດ​ທີ່​ບໍ່​ດີ​ຫຍັງ​ແດ່​ເຊິ່ງ​ອາດ​ມີ​ຜົນ​ກະທົບ​ຕໍ່​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້?

7 ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ ຄົນ​ທີ່​ຄິດ​ວ່າ​ເລື່ອງ​ພະເຈົ້າ​ພິສູດ​ບໍ່​ໄດ້ ແລະ​ຄົນ​ທີ່​ເຊື່ອ​ເລື່ອງ​ວິວັດທະນາການ ພະຍາຍາມ​ສົ່ງເສີມ​ຄົນ​ອື່ນ​ໃຫ້​ບໍ່​ຮັກ​ພະເຈົ້າ​ແລະ​ເຖິງ​ຂັ້ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ​ພະອົງ​ມີ​ຕົວ​ຕົນ​ຢູ່​ແທ້. ເຂົາ​ເຈົ້າ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ມີ​ແຕ່​ຄົນ​ໂງ່ ຫຼື​ຄົນ​ທີ່​ບໍ່​ມີ​ການ​ສຶກສາ​ທີ່​ເຊື່ອ​ວ່າ​ມີ​ຜູ້​ສ້າງ. ນອກ​ຈາກ​ນີ້ ຫຼາຍ​ຄົນ​ຍັງ​ນັບຖື​ນັກ​ວິທະຍາສາດ​ຫຼາຍ​ກວ່າ​ຜູ້​ສ້າງ. (ໂລມ 1:25) ຖ້າ​ເຮົາ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ຄິດ​ເຫຼົ່າ​ນີ້ ເຮົາ​ອາດ​ຈະ​ຫ່າງ​ເຫີນ​ຈາກ​ພະ​ເຢໂຫວາ ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະອົງ​ກໍ​ອາດ​ຈະ​ເຢັນ​ລົງ​ໄດ້.—ເຫບເລີ 3:12

8. (ກ) ສະພາບການ​ໃດ​ແດ່​ທີ່​ອາດ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທໍ້​ໃຈ? (ຂ) ຄຳເພງ 136 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

8 ເນື່ອງ​ຈາກ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ ດັ່ງ​ນັ້ນ ໃນ​ບາງ​ຄັ້ງ​ຈຶ່ງ​ມີ​ຫຼາຍ​ສາເຫດ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ. (1 ໂຢຮັນ 5:19) ແຕ່​ຖ້າ​ເຮົາ​ປ່ອຍ​ໃຫ້​ຕົວ​ເອງ​ທໍ້​ໃຈ​ຫຼາຍ​ເກີນ​ໄປ ຄວາມ​ເຊື່ອ​ຂອງ​ເຮົາ​ອາດ​ຈະ​ໜ້ອຍ​ລົງ​ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ກໍ​ອາດ​ເຢັນ​ລົງ​ໄດ້. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ມີ​ບັນຫາ​ຕ່າງໆຍ້ອນ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ ສຸຂະພາບ​ບໍ່​ດີ ຫຼື​ມີ​ບັນຫາ​ທາງ​ການ​ເງິນ. ຫຼື​ເຮົາ​ອາດ​ຮູ້ສຶກ​ເສົ້າໃຈ​ຍ້ອນ​ບໍ່​ສາມາດ​ເຮັດ​ບາງ​ສິ່ງ​ໄດ້​ດັ່ງ​ທີ່​ເຮົາ​ຢາກ​ເຮັດ. ເຮົາ​ອາດ​ຜິດ​ຫວັງ​ຍ້ອນ​ຊີວິດ​ບໍ່​ໄດ້​ເປັນ​ໄປ​ແບບ​ທີ່​ເຮົາ​ຫວັງ. ບໍ່​ວ່າ​ຈະ​ພົບ​ກັບ​ອຸປະສັກ​ອັນ​ໃດ​ກໍ​ຕາມ ເຮົາ​ບໍ່​ຄວນ​ຄິດ​ວ່າ​ພະ​ເຢໂຫວາ​ປະ​ຖິ້ມ​ເຮົາ. ໃຫ້​ຄິດ​ເຖິງ​ຖ້ອຍຄຳ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ຄຳເພງ 136:23 (ລ.ມ.) ທີ່​ບອກ​ວ່າ: “ເມື່ອ​ພວກ​ເຮົາ​ຕົກ​ຕໍ່າ ພະອົງ​ກໍ​ນຶກ​ເຖິງ​ພວກ​ເຮົາ​ເພາະ​ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ.” ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຟັງ​ເມື່ອ​ເຮົາ “ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫຼືອ” ແລະ​ພະອົງ​ຈະ​ຕອບ​ຄຳ​ອ້ອນ​ວອນ​ເຫຼົ່າ​ນັ້ນ.—ຄຳເພງ 116:1, ລ.ມ.; 136:24-26

9. ສິ່ງ​ໃດ​ຊ່ວຍ​ໂປໂລ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໝັ້ນ​ຄົງ​ຢູ່​ສະເໝີ?

9 ອັກຄະສາວົກ​ໂປໂລ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ວິທີ​ທີ່​ພະອົງ​ຄໍ້າຈູນ​ລາວ ແລະ​ສິ່ງ​ນີ້​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ໝັ້ນ​ຄົງ​ສະເໝີ. ລາວ​ຂຽນ​ວ່າ: “ພະອົງ​ເຈົ້າ​ເປັນ​ຜູ້​ຊ່ອຍ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ບໍ່​ຢ້ານ​ກົວ. ມະນຸດ​ຈະ​ກະທຳ​ສິ່ງ​ໃດ​ແກ່​ຂ້າພະເຈົ້າ?” (ເຫບເລີ 13:6) ຍ້ອນ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ ໂປໂລ​ຈຶ່ງ​ອົດ​ທົນ​ກັບ​ອຸປະສັກ​ຕ່າງໆໃນ​ຊີວິດ​ໄດ້. ເມື່ອ​ໂປໂລ​ພົບ​ກັບ​ຄວາມ​ຫຍຸ້ງຍາກ ລາວ​ບໍ່​ເຄີຍ​ໝົດ​ຄວາມ​ໄວ້​ໃຈ​ໃນ​ພະ​ເຢໂຫວາ. ແມ່ນ​ແຕ່​ຢູ່​ໃນ​ຄຸກ ລາວ​ກໍ​ຍັງ​ໃຫ້​ກຳລັງ​ໃຈ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໂດຍ​ຂຽນ​ຈົດ​ໝາຍ​ຫາ​ປະຊາຄົມ​ຕ່າງໆ. (ເອເຟດ 4:1; ຟີລິບ 1:7; ຟີເລໂມນ 1) ເຖິງ​ວ່າ​ຈະ​ປະສົບ​ບັນຫາ ໂປໂລ​ຍັງ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໝັ້ນ​ຄົງ​ຢູ່​ສະເໝີ. ລາວ​ວາງໃຈ​ໃນ “ພະເຈົ້າ​ທີ່​ພ້ອມ​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ ພະອົງ​ໃຫ້​ກຳລັງ​ໃຈ​ເຮົາ​ທຸກ​ຄັ້ງ​ທີ່​ພົບ​ຄວາມ​ຍາກ​ລຳບາກ.” (2 ໂກລິນໂທ 1:3, 4, ລ.ມ.) ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ?

ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ (ເບິ່ງ​ຂໍ້ 10)

10. ເຮົາ​ຈະ​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໃຫ້​ໝັ້ນ​ຄົງ​ຢູ່​ສະເໝີ​ໄດ້​ແນວ​ໃດ?

10 ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໃຫ້​ໝັ້ນ​ຄົງ​ຢູ່​ສະເໝີ ແມ່ນ​ໃຫ້​ເຮົາ “ອະທິດຖານ​ເປັນ​ປະຈຳ.” ຕໍ່​ມາ​ລາວ​ບອກ​ຕື່ມ​ອີກ​ວ່າ​ໃຫ້ “ອະທິດຖານ​ເລື້ອຍໆ.” (1 ເທຊະໂລນີກ 5:17, ລ.ມ.; ໂລມ 12:12, ລ.ມ.) ເປັນ​ຫຍັງ​ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ? ເມື່ອ​ອະທິດຖານ ເຮົາ​ກຳລັງ​ລົມ​ກັບ​ພະອົງ ແລະ​ການ​ເຮັດ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ. (ຄຳເພງ 86:3) ເມື່ອ​ເຮົາ​ບອກ​ໃຫ້​ພໍ່​ທີ່​ຢູ່​ສະຫວັນ​ຮູ້​ສິ່ງ​ທີ່​ຢູ່​ສ່ວນ​ເລິກ​ທີ່​ສຸດ​ໃນ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. (ຄຳເພງ 65:2) ນອກ​ຈາກ​ນີ້ ເມື່ອ​ເຮົາ​ເຫັນ​ວິທີ​ທີ່​ພະອົງ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ກໍ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ໝັ້ນ​ໃຈ​ວ່າ: “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ປວງ​ທີ່​ອ້ອນ​ວອນ​ຮ້ອງ​ຫາ​ພະອົງ.” (ຄຳເພງ 145:18) ເມື່ອ​ເຮົາ​ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ແລະ​ການ​ຄໍ້າຈູນ​ຈາກ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆທີ່​ເຮົາ​ອາດ​ປະສົບ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ.

ຄວາມ​ຮັກ​ຕໍ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ

11, 12. ເຮົາ​ຈະ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

11 ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ຮັກ​ຄວາມ​ຈິງ ແລະ​ເຮົາ​ພົບ​ຄວາມ​ຈິງ​ນີ້​ໃນ​ຄຳພີ​ໄບເບິນ​ໜັງສື​ຂອງ​ພະ​ເຢໂຫວາ. ພະ​ເຍຊູ​ບອກ​ວ່າ: “ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ.” (ໂຢຮັນ 17:17) ເພື່ອ​ຈະ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ຮູ້​ສິ່ງ​ທີ່​ຢູ່​ໃນ​ນັ້ນ. (ໂກໂລດ 1:10) ແຕ່​ການ​ມີ​ຄວາມ​ຮູ້​ຍັງ​ບໍ່​ພໍ. ໃຫ້​ສັງເກດ​ຜູ້​ຂຽນ​ຄຳເພງ​ບົດ 119 ບອກ​ໃຫ້​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ. (ອ່ານ​ຄຳເພງ 119:97-100) ເຮົາ​ຕ້ອງ​ຄິດ​ຕຶກຕອງ​ຫຼື​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ອ່ານ​ໃນ​ຄຳພີ​ໄບເບິນ​ທຸກໆມື້. ເມື່ອ​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ຜົນ​ປະໂຫຍດ​ແນວ​ໃດ ເຮົາ​ກໍ​ຈະ​ຮັກ​ຄວາມ​ຈິງ​ນັ້ນ​ຫຼາຍ​ຍິ່ງ​ຂຶ້ນ.

12 ຜູ້​ຂຽນ​ຄຳເພງ​ຍັງ​ບອກ​ວ່າ: “ຖ້ອຍຄຳ​ທັງ​ຫຼາຍ​ແຫ່ງ​ພະອົງ​ໄດ້​ຫວານ​ຫຼາຍ​ໃນ​ເຫືອກ​ຂ້າ​ນ້ອຍ ຫວານ​ກວ່າ​ນໍ້າ​ເຜີ້ງ​ໃນ​ປາກ​ຂ້າ​ນ້ອຍ.” (ຄຳເພງ 119:103) ສິ່ງ​ພິມ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ​ທີ່​ອົງການ​ຂອງ​ເຮົາ​ຈັດ​ຕຽມ​ໄວ້​ເປັນ​ຄື​ກັບ​ອາຫານ​ທີ່​ແຊບ. ເມື່ອ​ກິນ​ອາຫານ​ທີ່​ມັກ ເຮົາ​ຢາກ​ຄ່ອຍໆກິນ​ອາຫານ​ນັ້ນ​ເພື່ອ​ຈະ​ໄດ້​ລົດ​ຊາດ​ຢ່າງ​ເຕັມທີ. ຄ້າຍ​ຄື​ກັນ ເຮົາ​ບໍ່​ຢາກ​ສຶກສາ​ແບບ​ຟ້າວຟັ່ງ ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ຮຽນ ‘ຖ້ອຍຄຳ​ທັງ​ຫຼາຍ​ທີ່​ມ່ວນ​ຫູ’ ເຊິ່ງ​ເປັນ​ຄວາມ​ຈິງ ແລະ​ເຮົາ​ຈະ​ບໍ່​ລືມ​ສິ່ງ​ທີ່​ອ່ານ​ແລະ​ໃຊ້​ຄວາມ​ຮູ້​ນັ້ນ​ເພື່ອ​ຊ່ວຍ​ຄົນ​ອື່ນ.—ຜູ້​ເທສະໜາ​ປ່າວ​ປະກາດ 12:10

13. ສິ່ງ​ໃດ​ຊ່ວຍ​ເຢເຣມີ​ໃຫ້​ຮັກ​ຖ້ອຍຄຳ​ຂອງ​ພະເຈົ້າ? ຄວາມ​ຮັກ​ນີ້​ມີ​ຜົນ​ກະທົບ​ຕໍ່​ລາວ​ແນວ​ໃດ?

13 ຜູ້​ພະຍາກອນ​ເຢເຣມີ​ຮັກ​ຖ້ອຍຄຳ​ຂອງ​ພະເຈົ້າ. ລາວ​ເວົ້າ​ວ່າ: ເມື່ອ ‘[ໄດ້​ຮັບ] ຖ້ອຍຄຳ​ທັງ​ຫຼາຍ​ຂອງ​ພະອົງ​ແລ້ວ ຂ້າ​ນ້ອຍ​ໄດ້​ກິນ​ຖ້ອຍຄຳ​ນັ້ນ ແລະ​ຄຳ​ທັງ​ຫຼາຍ​ຂອງ​ພະອົງ​ໄດ້​ໃຫ້​ຂ້າ​ນ້ອຍ​ມີ​ຄວາມ​ຍິນດີ​ແລະ​ຊື່ນ​ໃຈ ເຫດ​ວ່າ​ຂ້າ​ນ້ອຍ​ມີ​ຊື່​ຕາມ​ນາມ​ຊື່​ຂອງ​ພະອົງ ໂອ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ກອງທັບ​ທັງ​ຫຼາຍ.’ (ເຢເຣມີ 15:16) ເຢເຣມີ​ຮັກ​ຖ້ອຍຄຳ​ທີ່​ມີ​ຄ່າ​ຂອງ​ພະເຈົ້າ ຍ້ອນ​ລາວ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຖ້ອຍຄຳ​ເຫຼົ່າ​ນັ້ນ. ນີ້​ເຮັດ​ໃຫ້​ລາວ​ຮູ້​ຄຸນຄ່າ​ທີ່​ໄດ້​ເປັນ​ຕົວ​ແທນ​ຂອງ​ພະ​ເຢໂຫວາ​ແລະ​ປະກາດ​ຂ່າວ​ສານ​ຂອງ​ພະອົງ. ຖ້າ​ເຮົາ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ຖື​ວ່າ​ເປັນ​ສິດທິ​ພິເສດ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ປະກາດ​ເລື່ອງ​ລາຊະອານາຈັກ​ໃນ​ສະໄໝ​ສຸດ​ທ້າຍ​ນີ້.

ສະແດງ​ຄວາມ​ຮັກ​ຕໍ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ (ເບິ່ງ​ຂໍ້ 14)

14. ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ?

14 ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຈະ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ? ເຮົາ​ຕ້ອງ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຢໂຫວາ​ສອນ​ເຮົາ. ວິທີ​ຫຼັກ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ສອນ​ແມ່ນ​ໂດຍ​ທາງ​ການ​ສຶກສາ​ຫໍສັງເກດການ​ປະຈຳ​ອາທິດ. ຖ້າ​ຢາກ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການ​ປະຊຸມ ເຮົາ​ຕ້ອງ​ກຽມ​ກ່ອນ. ຕົວຢ່າງ​ເຊັ່ນ: ເຮົາ​ຈະ​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ. ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ອ່ານ​ແລະ​ດາວ​ໂຫຼດ​ຫໍສັງເກດການທີ່​ເປັນ​ໄຟ​ລ​ເອເລັກໂຕຣນິກໄດ້​ໃນ​ຫຼາຍ​ພາສາ​ຢູ່​ເວັບໄຊ jw.org ແລະ​ແ​ອັບ JW Library. ໃນ​ແຕ່​ລະ​ບົດ​ຄວາມ​ສຶກສາ​ທີ່​ເປັນ​ໄຟ​ລ​ເອເລັກໂຕຣນິກ​ເຮັດ​ໃຫ້​ເຮົາ​ເຫັນ​ຂໍ້​ພະ​ຄຳພີ​ທີ່​ອ້າງ​ເຖິງ​ໄດ້​ໄວ. ບໍ່​ວ່າ​ເຮົາ​ຈະ​ກຽມ​ດ້ວຍ​ວິທີ​ໃດ​ກໍ​ຕາມ ຖ້າ​ເຮົາ​ອ່ານ​ຂໍ້​ພະ​ຄຳພີ​ຢ່າງ​ລະອຽດ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ໃນ​ເລື່ອງ​ນັ້ນ ເຮົາ​ກໍ​ຈະ​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.—ອ່ານ​ຄຳເພງ 1:2

ຄວາມ​ຮັກ​ຕໍ່​ພີ່​ນ້ອງ

15, 16. (ກ) ໃນ​ໂຢຮັນ 13:34, 35 ພະ​ເຍຊູ​ໃຫ້​ຄຳ​ສັ່ງ​ຫຍັງ​ແກ່​ເຮົາ? (ຂ) ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ການ​ຮັກ​ພີ່​ນ້ອງ?

15 ໃນ​ຄືນ​ສຸດ​ທ້າຍ​ທີ່​ມີ​ຊີວິດ​ໃນ​ໂລກ ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ: “ເຮົາ​ປະທານ​ຄຳ​ສັ່ງ​ໃໝ່​ຂໍ້​ໜຶ່ງ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຈົ່ງ​ຮັກ​ກັນ​ແລະ​ກັນ ເຮົາ​ໄດ້​ຮັກ​ທ່ານ​ທັງ​ຫຼາຍ​ສັນ​ໃດ ທ່ານ​ຈົ່ງ​ຮັກ​ກັນ​ແລະ​ກັນ​ສັນ​ນັ້ນ. ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.”—ໂຢຮັນ 13:34, 35

16 ຄວາມ​ຮັກ​ທີ່​ມີ​ຕໍ່​ພີ່​ນ້ອງ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ ເພາະ​ຖ້າ​ເຮົາ​ບໍ່​ຮັກ​ພະອົງ ເຮົາ​ກໍ​ບໍ່​ສາມາດ​ຮັກ​ພີ່​ນ້ອງ​ໄດ້. ແລະ​ຖ້າ​ເຮົາ​ບໍ່​ຮັກ​ພີ່​ນ້ອງ ເຮົາ​ກໍ​ບໍ່​ສາມາດ​ຮັກ​ພະເຈົ້າ​ໄດ້​ຄື​ກັນ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ຜູ້​ທີ່​ບໍ່​ຮັກ​ພີ່​ນ້ອງ​ແຫ່ງ​ຕົນ​ທີ່​ຕາ​ເຫັນ ຈະ​ຮັກ​ພະເຈົ້າ​ທີ່​ຕາ​ບໍ່​ເຫັນ​ຢ່າງ​ໃດ​ໄດ້.” (1 ໂຢຮັນ 4:20) ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ພີ່​ນ້ອງ​ຍັງ​ກ່ຽວ​ຂ້ອງ​ກັບ​ການ​ຮັກ​ຄຳພີ​ໄບເບິນ. ຍ້ອນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ວ່າ​ຖ້າ​ເຮົາ​ຮັກ​ສິ່ງ​ທີ່​ຮຽນ​ຈາກ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງທີ່​ໃຫ້​ຮັກ​ພະເຈົ້າ​ແລະ​ຮັກ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ.—1 ເປໂຕ 1:22; 1 ໂຢຮັນ 4:21

ສະແດງ​ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ (ເບິ່ງ​ຂໍ້ 17)

17. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໃນ​ທາງ​ໃດ​ແດ່?

17 ອ່ານ 1 ເທຊະໂລນີກ 4:9, 10. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໃນ​ທາງ​ໃດ​ແດ່​ຕໍ່​ພີ່​ນ້ອງ​ໃນ​ປະຊາຄົມ? ພີ່​ນ້ອງ​ສູງ​ອາຍຸ​ອາດ​ຕ້ອງ​ມີ​ຄົນ​ຊ່ວຍ​ເພື່ອ​ເດີນ​ທາງ​ໄປ-ກັບ​ສຳລັບ​ການ​ປະຊຸມ. ແມ່​ໝ້າຍ​ອາດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ແປງ​ບາງ​ຢ່າງ​ໃນ​ເຮືອນ. (ຢາໂກໂບ 1:27) ພີ່​ນ້ອງ​ທີ່​ທໍ້​ໃຈ ໂສກ​ເສົ້າ ຫຼື​ກຳລັງ​ປະສົບ​ກັບ​ບັນຫາ​ອື່ນໆຢາກ​ໄດ້​ການ​ເອົາໃຈໃສ່ ການ​ໜູນ​ກຳລັງ​ໃຈ​ແລະ​ການ​ປອບ​ໂຍນ​ຈາກ​ເຮົາ. (ສຸພາສິດ 12:25; ໂກໂລດ 4:11) ຖ້າ​ເຮົາ​ຮັກ​ຄົນ​ທີ່​ຢູ່​ໃນ “ຄອບຄົວ​ຂອງ​ຄວາມ​ເຊື່ອ” ເຮົາ​ຈະ​ສະແດງ​ອອກ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ປະພຶດ.—ຄາລາຊີ 6:10

18. ຖ້າ​ເຮົາ​ມີ​ບັນຫາ​ກັບ​ພີ່​ນ້ອງ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໄດ້?

18 ຄຳພີ​ໄບເບິນ​ບອກ​ວ່າ​ໃນ “ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ຊົ່ວ​ນີ້ ຫຼາຍ​ຄົນ​ຈະ​ເຫັນ​ແກ່​ຕົວ​ແລະ​ໂລບ​ມາກ. (2 ຕີໂມເຕ 3:1, 2, ລ.ມ.) ເຮົາ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ ຕໍ່​ຄຳພີ​ໄບເບິນ ແລະ​ຕໍ່​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ. ແຕ່​ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ ບາງ​ຄັ້ງ​ເຮົາ​ອາດ​ມີ​ບັນຫາ​ເລັກໆນ້ອຍໆກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ. ແຕ່​ເພາະ​ເຮົາ​ຮັກ​ກັນ ເຮົາ​ຈຶ່ງ​ພະຍາຍາມ​ແກ້ໄຂ​ບັນຫາ​ຕ່າງໆໃຫ້​ໄວ​ທີ່​ສຸດ​ແລະ​ດ້ວຍ​ຄວາມ​ກະລຸນາ. (ເອເຟດ 4:32; ໂກໂລດ 3:14) ຂໍ​ຢ່າ​ປ່ອຍ​ໃຫ້​ຄວາມ​ຮັກ​ຂອງ​ເຮົາ​ເຢັນ​ລົງ! ແຕ່​ໃຫ້​ຄວາມ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ ຕໍ່​ຄຳພີ​ໄບເບິນ ແລະ​ຕໍ່​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໝັ້ນ​ຄົງ​ຢູ່​ສະເໝີ.