ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮັກ​ເຮົາ​ຫຼາຍ​ກວ່າ​ສິ່ງ​ທັງ​ຫຼາຍ​ນີ້​ບໍ?

ເຈົ້າ​ຮັກ​ເຮົາ​ຫຼາຍ​ກວ່າ​ສິ່ງ​ທັງ​ຫຼາຍ​ນີ້​ບໍ?

“ຊີໂມນ​ລູກ​ໂຢນາ​ເອີຍ ທ່ານ​ຮັກ​ເຮົາ​ຫຼາຍ​ກວ່າ​ຄົນ [ສິ່ງ] ທັງ​ຫຼາຍ​ນີ້​ຫຼື?”—ໂຢຮັນ 21:15

ເພງ: 143, 65

1, 2. ຫຼັງ​ຈາກ​ທີ່​ຫາ​ປາ​ໝົດ​ຄືນ ເປໂຕ​ໄດ້​ຮຽນ​ຮູ້​ຫຍັງ?

ລູກ​ສິດ​ຂອງ​ພະ​ເຍຊູ​ທັງ​ເຈັດ​ຄົນ​ຫາ​ປາ​ໝົດ​ຄືນ​ຢູ່​ທະເລ​ຄາລິເລ ແຕ່​ກໍ​ບໍ່​ໄດ້​ປາ​ຈັກ​ໂຕ. ຕອນ​ນີ້​ເຊົ້າ​ແລ້ວ ພະ​ເຍຊູ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ຢືນ​ຢູ່​ແຄມ​ຫາດ​ຊາຍ​ແລະ​ແນມ​ເບິ່ງ​ເຂົາ​ເຈົ້າ. ຈາກ​ນັ້ນ “ພະອົງ​ໄດ້​ກ່າວ​ແກ່​ເຂົາ​ວ່າ ‘ທ່ານ​ທັງ​ຫຼາຍ​ຈົ່ງ​ຖິ້ມ​ດາງ​ກວາດ​ເບື້ອງ​ຂວາ​ເຮືອ​ແລະ​ທ່ານ​ທັງ​ຫຼາຍ​ຈະ​ໄດ້.’ ເຫດ​ສັນນີ້​ເຂົາ​ໄດ້​ຖິ້ມ​ດາງ​ກວາດ​ແລະ​ເຂົາ​ດຶງ​ເອົາ​ບໍ່​ໄດ້​ເພາະ​ມີ​ຝູງ​ປາ​ຫຼາຍ​ແທ້ໆ.”—ໂຢຮັນ 21:1-6

2 ພະ​ເຍຊູ​ໄດ້​ລ້ຽງ​ເຂົ້າ​ເຊົ້າ​ພວກ​ລູກ​ສິດ​ດ້ວຍ​ເຂົ້າຈີ່​ແລະ​ປາ. ຈາກ​ນັ້ນ ພະອົງ​ປິ່ນ​ໄປ​ຫາ​ຊີໂມນ​ເປໂຕ​ແລະ​ຖາມ​ວ່າ: “ຊີໂມນ​ລູກ​ໂຢນາ​ເອີຍ ທ່ານ​ຮັກ​ເຮົາ​ຫຼາຍ​ກວ່າ​ຄົນ [ສິ່ງ] ທັງ​ຫຼາຍ​ນີ້​ຫຼື?” ພະ​ເຍຊູ​ຮູ້​ວ່າ​ເປໂຕ​ຮັກ​ການ​ຫາ​ປາ ແລະ​ອາດ​ເປັນ​ໄປ​ໄດ້​ທີ່​ພະ​ເຍຊູ​ກຳລັງ​ຖາມ​ເປໂຕ​ວ່າ​ລາວ​ຮັກ​ພະອົງ​ແລະ​ສິ່ງ​ທີ່​ພະອົງ​ສອນ​ຫຼາຍ​ກວ່າ​ອາຊີບ​ຫາ​ປາ​ບໍ. ເປໂຕ​ຕອບ​ພະ​ເຍຊູ​ວ່າ: “ພະອົງ​ເຈົ້າ​ຂ້າ ພະອົງ​ຮູ້ຈັກ​ວ່າ​ຂ້າພະເຈົ້າ​ຮັກ​ພະອົງ.” (ໂຢຮັນ 21:15) ຕັ້ງ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ ເປໂຕ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ລາວ​ເຮັດ​ຕາມ​ທີ່​ເວົ້າ. ລາວ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ຄລິດ​ໂດຍ​ດຸ​ໝັ່ນ​ໃນ​ການ​ປະກາດ ແລະ​ໄດ້​ເປັນ​ເສົາ​ຫຼັກ​ຂອງ​ປະຊາຄົມ​ຄລິດສະຕຽນ.

3. ຄລິດສະຕຽນ​ຕ້ອງ​ລະວັງ​ໃນ​ເລື່ອງ​ໃດ?

3 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ທີ່​ພະ​ເຍຊູ​ຖາມ​ເປໂຕ? ເຮົາ​ຕ້ອງ​ລະວັງ​ບໍ່​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ຄລິດ​ໜ້ອຍ​ລົງ. ພະ​ເຍຊູ​ຮູ້​ວ່າ​ຊີວິດ​ໃນ​ລະບົບ​ນີ້​ຈະ​ເຄັ່ງ​ຕຶງ​ແລະ​ເຮັດ​ໃຫ້​ເຮົາ​ອຸກ​ໃຈ​ແລະ​ມີ​ຄວາມ​ຫຍຸ້ງຍາກ​ຕ່າງໆ. ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຜູ້​ຫວ່ານ ພະ​ເຍຊູ​ບອກ​ວ່າ​ບາງ​ຄົນ​ຈະ​ຮັບ​ເອົາ “ພະ​ຄຳ​ແຫ່ງ​ແຜ່ນດິນ” ເຊິ່ງ​ກໍ​ຄື​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ ແລະ​ກະຕືລືລົ້ນ​ໃນ​ຕອນ​ທຳອິດ. ແຕ່​ຕໍ່​ມາ “ຄວາມ​ກັງວົນ​ກັບ​ຊີວິດ​ໃນ​ໂລກ​ນີ້​ແລະ​ຄວາມ​ຫຼົງ​ໃຫຼ​ໃນ​ຊັບ​ສົມບັດ” ກໍ “ຫງຳ​ຮັດ​ພະ​ຄຳ” ຫຼື​ບົດ​ບັງ​ສິ່ງ​ທີ່​ໄດ້​ຍິນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສົນ​ໃຈ​ຄວາມ​ຈິງ​ອີກ​ຕໍ່​ໄປ. (ມັດທາຍ 13:19-22, ລ.ມ.; ມາລະໂກ 4:19) ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ອຸກ​ໃຈ​ໃນ​ຊີວິດ​ປະຈຳ​ວັນ​ຈະ​ເຮັດ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ບໍ່​ເຕັມທີ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເຕືອນ​ພວກ​ລູກ​ສິດ​ວ່າ: “ລະວັງ​ຕົວ​ໃຫ້​ດີ ຢ່າ​ໝົກມຸ້ນ​ກັບ​ການ​ກິນ ການ​ດື່ມ​ໜັກ ຫຼື​ມົວ​ແຕ່​ກັງວົນ​ກັບ​ຊີວິດ.”—ລືກາ 21:34, ລ.ມ.

4. ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ຄລິດ​ໝັ້ນ​ຄົງ​ຫຼື​ບໍ່? (ເບິ່ງ​ຮູບ​ທຳອິດ)

4 ຄື​ກັບ​ເປໂຕ​ເຮົາ​ສະແດງ​ວ່າ​ຮັກ​ພະ​ຄລິດ​ໂດຍ​ຈັດ​ໃຫ້​ວຽກ​ປະກາດ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ. ເຮົາ​ຈະ​ແນ່​ໃຈ​ວ່າ​ເຮົາ​ເຮັດ​ແບບ​ນັ້ນ​ສະເໝີ ໂດຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮັກ​ຫຍັງ​ຫຼາຍ​ທີ່​ສຸດ​ໃນ​ຊີວິດ? ຄວາມ​ສຸກ​ຂອງ​ຂ້ອຍ​ມາ​ຈາກ​ການ​ຮັບໃຊ້​ພະ​ເຢໂຫວາ​ຫຼື​ຈາກ​ການ​ເຮັດ​ຢ່າງ​ອື່ນ?’ ເພື່ອ​ຊ່ວຍ​ເຮົາ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ ໃຫ້​ເຮົາ​ເບິ່ງ​ສາມ​ຂອບ​ເຂດ​ໃນ​ຊີວິດ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮັກ​ພະ​ຄລິດ​ໜ້ອຍ​ລົງ. ສິ່ງ​ເຫຼົ່າ​ນີ້​ແມ່ນ: ວຽກ​ອາຊີບ ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ ແລະ​ວັດຖຸ​ສິ່ງ​ຂອງ.

ມີ​ຄວາມ​ສົມດຸນ​ເລື່ອງ​ວຽກ​ອາຊີບ

5. ຫົວ​ໜ້າ​ຄອບຄົວ​ມີ​ໜ້າ​ທີ່​ຫຍັງ?

5 ສຳລັບ​ເປໂຕ ການ​ຫາ​ປາ​ບໍ່​ໄດ້​ເປັນ​ພຽງ​ສິ່ງ​ທີ່​ລາວ​ມັກ ແຕ່​ເປັນ​ວຽກ​ທີ່​ລາວ​ເຮັດ​ເພື່ອ​ຫາ​ລ້ຽງ​ຄອບຄົວ. ທຸກ​ມື້​ນີ້​ກໍ​ຄື​ກັນ ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ຫົວ​ໜ້າ​ຄອບຄົວ​ມີ​ໜ້າ​ທີ່​ຫາ​ລ້ຽງ​ຄອບຄົວ. (1 ຕີໂມເຕ 5:8) ເຂົາ​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ເຮັດ​ໜ້າ​ທີ່​ນີ້. ຢ່າງ​ໃດ​ກໍ​ຕາມ ໃນ​ສະໄໝ​ສຸດ​ທ້າຍ​ນີ້ ວຽກ​ອາຊີບ​ສາມາດ​ເຮັດ​ໃຫ້​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ.

6. ເປັນ​ຫຍັງ​ວຽກ​ອາຊີບ​ຈຶ່ງ​ເຮັດ​ໃຫ້​ເຄັ່ງ​ຕຶງ?

6 ໃນ​ທຸກ​ມື້​ນີ້ ຕາມ​ປົກກະຕິ​ແລ້ວ​ຄົນ​ທີ່​ຢາກ​ໄດ້​ວຽກ​ມີ​ຫຼາຍ​ກວ່າ​ວຽກ ຍ້ອນ​ແນວ​ນີ້​ຜູ້​ຄົນ​ຈຶ່ງ​ແຂ່ງ​ຂັນ​ກັນ​ເພື່ອ​ຈະ​ໄດ້​ວຽກ​ເຮັດ. ຫຼາຍ​ຄົນ​ຮູ້ສຶກ​ວ່າ​ຕ້ອງ​ເຮັດ​ວຽກ​ລ່ວງ​ເວລາ​ທັ່ງໆທີ່​ອາດ​ໄດ້​ຄ່າ​ຈ້າງ​ໜ້ອຍ. ໜ່ວຍ​ງານ​ທຸລະກິດ​ຕ່າງໆກຳລັງ​ພະຍາຍາມ​ຜະລິດ​ສິນ​ຄ້າ​ຫຼາຍ​ຂຶ້ນ​ໂດຍ​ໃຊ້​ຄົນ​ງານ​ໜ້ອຍ​ກວ່າ​ແຕ່​ກ່ອນ. ດັ່ງ​ນັ້ນ ຄົນ​ງານ​ຈຶ່ງ​ເຄັ່ງ​ຕຶງ ໝົດ​ແຮງ ແລະ​ເຖິງ​ຂັ້ນ​ບໍ່​ສະບາຍ. ຫຼາຍ​ຄົນ​ຢ້ານ​ວ່າ​ຈະ​ຕົກ​ວຽກ ຈຶ່ງ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເຈົ້ານາຍ​ຕ້ອງການ.

ເຮົາ​ທີ່​ເປັນ​ຄລິດສະຕຽນ ເຮົາ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄົນ​ໃດໆທັງ​ໝົດ

7, 8. (ກ) ເຮົາ​ຄວນ​ສັດ​ຊື່​ຕໍ່​ໃຜ​ຫຼາຍ​ທີ່​ສຸດ (ຂ) ພີ່​ນ້ອງ​ຄົນ​ໜຶ່ງ​ໄດ້​ບົດຮຽນ​ທີ່​ມີ​ຄຸນຄ່າ​ຫຍັງ​ຈາກ​ວຽກ​ອາຊີບ​ຂອງ​ລາວ?

7 ເຮົາ​ທີ່​ເປັນ​ຄລິດສະຕຽນ ເຮົາ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຫຼາຍ​ກວ່າ​ຄົນ​ໃດ​ໃດໆທັງ​ໝົດ​ເຊິ່ງ​ລວມ​ເຖິງ​ນາຍ​ຈ້າງ​ຂອງ​ເຮົາ​ນຳ. (ລືກາ 10:27) ວຽກ​ອາຊີບ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ແລະ​ສະໜັບສະໜູນ​ວຽກ​ຮັບໃຊ້​ຂອງ​ເຮົາ. ແຕ່​ຖ້າ​ເຮົາ​ບໍ່​ລະວັງ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ວຽກ​ອາດ​ມີ​ຜົນ​ກະທົບ​ຕໍ່​ນະມັດສະການ. ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ປະເທດ​ໄທ. ລາວ​ເລົ່າ​ວ່າ: “ວຽກ​ແປງ​ຄອມພິວເຕີ​ໜ້າ​ສົນ​ໃຈ​ຫຼາຍ​ແຕ່​ຕ້ອງ​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ. ດັ່ງ​ນັ້ນ ຂ້ອຍ​ເກືອບ​ບໍ່​ມີ​ເວລາ​ເພື່ອ​ເຮັດ​ກິດຈະກຳ​ຕ່າງໆກ່ຽວ​ກັບ​ຄວາມ​ເຊື່ອ. ໃນ​ທີ່​ສຸດ​ຂ້ອຍ​ສຳນຶກ​ວ່າ​ເພື່ອ​ຈະ​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ ຂ້ອຍ​ຕ້ອງ​ປ່ຽນ​ວຽກ.” ພີ່​ນ້ອງ​ຄົນ​ນີ້​ຈະ​ເຮັດ​ແນວ​ໃດ?

8 ລາວ​ເລົ່າ​ຕື່ມ​ອີກ​ວ່າ: “ຫຼັງ​ຈາກ​ວາງ​ແຜນ​ເປັນ​ເວລາ​ໜຶ່ງ​ປີ ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ຂາຍ​ກະ​ແລັມ. ທຳອິດ ຂ້ອຍ​ມີ​ບັນຫາ​ທາງ​ການ​ເງິນ​ແລະ​ຮູ້ສຶກ​ທໍ້​ໃຈ. ເມື່ອ​ພົບ​ກັບ​ຄົນ​ທີ່​ເຄີຍ​ເຮັດ​ວຽກ​ນຳ​ກັນ ເຂົາ​ເຈົ້າ​ຫົວຂວັນ​ໃສ່​ຂ້ອຍ​ແລະ​ຖາມ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຄິດ​ວ່າ​ຂາຍ​ກະ​ແລັມ​ດີ​ກວ່າ​ແປງ​ຄອມພິວເຕີ​ໃນ​ຫ້ອງ​ແອ. ຂ້ອຍ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ອົດ​ທົນ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ສຳລັບ​ກິດຈະກຳ​ຕ່າງໆກ່ຽວ​ກັບ​ຄວາມ​ເຊື່ອ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ທຸກ​ສິ່ງ​ກໍ​ຄ່ອຍໆດີ​ຂຶ້ນ. ຂ້ອຍ​ເລີ່ມ​ຮູ້​ວ່າ​ຄົນ​ມັກ​ລົດ​ຊາດ​ແບບ​ໃດ​ແລະ​ຂ້ອຍ​ກໍ​ເຮັດ​ກະ​ແລັມ​ເກັ່ງ​ຂຶ້ນ. ບໍ່​ດົນ ຂ້ອຍ​ກໍ​ຂາຍ​ກະ​ແລັມ​ໝົດ​ທຸກ​ມື້. ທີ່​ຈິງ ລາຍ​ຮັບ​ຂອງ​ຂ້ອຍ​ດີ​ກວ່າ​ຕອນ​ເຮັດ​ວຽກ​ຢູ່​ຫ້ອງ​ແອ​ດ້ວຍ​ຊໍ້າ. ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ແຕ່​ກ່ອນ ເພາະ​ຂ້ອຍ​ບໍ່​ໄດ້​ເຄັ່ງ​ຕຶງ​ແລະ​ບໍ່​ໄດ້​ກັງວົນ​ຄື​ກັບ​ຕອນ​ທີ່​ເຮັດ​ວຽກ​ນັ້ນ ແລະ​ສຳຄັນ​ທີ່​ສຸດ ຕອນ​ນີ້​ຂ້ອຍ​ຮູ້ສຶກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.”—ອ່ານ​ມັດທາຍ 5:3, 6

ຂ້ອຍ​ເຫັນ​ວ່າ​ວຽກ​ອາຊີບ​ທີ່​ຂ້ອຍ​ເຮັດ​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ບໍ?

9. ເຮົາ​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ສະເໝີ​ໃນ​ເລື່ອງ​ວຽກ​ອາຊີບ​ໄດ້​ແນວ​ໃດ?

9 ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ເມື່ອ​ເຮົາ​ເຮັດ​ວຽກ​ໜັກ ແລະ​ການ​ເຮັດ​ແນວ​ນັ້ນ​ກໍ​ໃຫ້​ຜົນ​ຕອບ​ແທນ. (ສຸພາສິດ 12:14) ແຕ່​ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ວຽກ​ອາຊີບ​ຈະ​ບໍ່​ສຳຄັນ​ກວ່າ​ການ​ຮັບໃຊ້​ພະ​ເຢໂຫວາ. ເມື່ອ​ເວົ້າ​ເຖິງ​ຄວາມ​ຈຳເປັນ​ພື້ນຖານ​ຂອງ​ເຮົາ ພະ​ເຍຊູ​ຈຶ່ງ​ບອກ​ວ່າ ໃຫ້ “ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ​ແລະ​ຄວາມ​ຊອບທຳ​ແຫ່ງ​ພະອົງ​ກ່ອນ ແລະ​ສິ່ງ​ຂອງ​ທັງ​ປວງ​ນີ້​ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 6:33) ແຕ່​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ວຽກ​ອາຊີບ? ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເຫັນ​ວ່າ​ວຽກ​ອາຊີບ​ທີ່​ຂ້ອຍ​ເຮັດ​ເປັນ​ຕາ​ສົນ​ໃຈ​ແລະ​ໜ້າ​ຕື່ນ​ເຕັ້ນ​ບໍ ແຕ່​ຮູ້ສຶກ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເລື່ອງ​ທຳມະດາ​ຫຼື​ແມ່ນ​ແຕ່​ໜ້າ​ເບື່ອ​ດ້ວຍ​ຊໍ້າ?’ ການ​ຄິດ​ກ່ຽວ​ກັບ​ຄຳຖາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ແທ້ໆແລ້ວ​ເຮົາ​ຮັກ​ຫຍັງ.

10. ພະ​ເຍຊູ​ໄດ້​ສອນ​ບົດຮຽນ​ຫຍັງ​ທີ່​ມີ​ຄ່າ?

10 ພະ​ເຍຊູ​ສອນ​ວ່າ​ເຮົາ​ຄວນ​ໃຫ້​ສິ່ງ​ໃດ​ຢູ່​ໃນ​ອັນ​ດັບ​ທຳອິດ​ໃນ​ຊີວິດ. ມີ​ຄັ້ງ​ໜຶ່ງ ພະອົງ​ໄປ​ຢາມ​ມາລີ​ກັບ​ມາທາ​ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ. ມາທາ​ເລີ່ມ​ກຽມ​ອາຫານ​ໃຫ້​ພະ​ເຍຊູ​ທັນທີ ແຕ່​ມາລີ​ໄດ້​ນັ່ງ​ຢູ່​ໃກ້ໆພະອົງ​ແລະ​ຟັງ​ພະອົງ​ສອນ. ດັ່ງ​ນັ້ນ ມາທາ​ຈຶ່ງ​ບໍ່​ພໍ​ໃຈ​ທີ່​ມາລີ​ບໍ່​ຊ່ວຍ​ແຕ່ງ​ກິນ. ພະ​ເຍຊູ​ເວົ້າ​ກັບ​ມາທາ​ວ່າ: “ມາລີ​ໄດ້​ເລືອກ​ເອົາ​ສ່ວນ​ອັນ​ດີ​ນັ້ນ​ທີ່​ຈະ​ບໍ່​ຍົກ​ເອົາ​ໄປ​ຈາກ​ນາງ.” (ລືກາ 10:38-42) ພະ​ເຍຊູ​ໄດ້​ສອນ​ບົດຮຽນ​ທີ່​ມີ​ຄ່າ​ໃນ​ຄຳ​ເວົ້າ​ນັ້ນ. ເພື່ອ​ບໍ່​ໃຫ້​ຄວາມ​ຕ້ອງການ​ຂອງ​ເຮົາ​ຂັດ​ຂວາງ​ເຮົາ​ໄວ້​ແລະ​ເພື່ອ​ພິສູດ​ວ່າ​ເຮົາ​ຮັກ​ພະ​ຄລິດ ເຮົາ​ຕ້ອງ​ເລືອກ “ສ່ວນ​ອັນ​ດີ.” ນີ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ຈັດ​ໃຫ້​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ.

ຄວາມ​ຄິດ​ທີ່​ສົມດຸນ​ເລື່ອງ​ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ

11. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ການ​ພັກຜ່ອນ?

11 ໃນ​ຊີວິດ​ເຮົາ​ມີ​ວຽກ​ຫຍຸ້ງ​ຫຼາຍ ດັ່ງ​ນັ້ນ ໃນ​ບາງ​ຄັ້ງ​ເຮົາ​ຕ້ອງ​ໄດ້​ພັກຜ່ອນ. ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ອັນ​ດີ​ສຳລັບ​ມະນຸດ​ເທົ່າ​ເວັ້ນ​ໄວ້​ແຕ່​ກິນ​ແຕ່​ດື່ມ​ແລະ​ແຕ່​ໃຫ້​ຈິດ​ໃຈ​ແຫ່ງ​ຕົນ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ສຳບາຍ​ໃນ​ການ​ງານ​ແຫ່ງ​ຕົນ.” (ຜູ້​ເທສະໜາ​ປ່າວ​ປະກາດ 2:24) ພະ​ເຍຊູ​ຮູ້​ວ່າ​ພວກ​ລູກ​ສິດ​ຈຳເປັນ​ຕ້ອງ​ໄດ້​ພັກຜ່ອນ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ເຮັດ​ວຽກ​ໜັກ​ໃນ​ການ​ປະກາດ ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ອອກ​ໄປ​ຍັງ​ບ່ອນ​ມິດ​ງຽບ ເພື່ອ​ໃຫ້​ພວກ​ທ່ານ​ພັກຜ່ອນ​ຈັກ​ຄາວ​ໜຶ່ງ.”—ມາລະໂກ 6:31, 32, ທ.ປ.

12. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ເລື່ອງ​ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ? ໃຫ້​ຍົກ​ຕົວຢ່າງ.

12 ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ​ຊ່ວຍ​ເຮົາ​ໃຫ້​ຜ່ອນຄາຍ. ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ມ່ວນ​ຊື່ນ​ກາຍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ໃນ​ສະຕະວັດ​ທຳອິດ ຫຼາຍ​ຄົນ​ມີ​ຄວາມ​ຄິດ​ທີ່​ວ່າ​ໃຫ້: “ເຮົາ​ທັງ​ຫຼາຍ​ຈົ່ງ​ກິນ​ແລະ​ດື່ມ​ເຖີ້ນ ເຫດ​ວ່າ​ມື້​ອື່ນ​ນີ້​ເຮົາ​ທັງ​ຫຼາຍ​ຈະ​ຕາຍ.” (1 ໂກລິນໂທ 15:32) ຄົນ​ໃນ​ທຸກ​ມື້​ນີ້​ກໍ​ຄິດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ: ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢູ່​ເ​ອີ​ຣົບ​ຕາເວັນ​ຕົກ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ. ແຕ່​ລາວ​ມັກ​ຄວາມ​ບັນເທີງ​ຫຼາຍ​ຈົນ​ເຊົາ​ຄົບຫາ​ກັບ​ພະຍານ​ພະ​ເຢໂຫວາ. ແຕ່​ຕໍ່​ມາ​ລາວ​ສຳນຶກ​ວ່າ​ການ​ໝົກມຸ້ນ​ກັບ​ຄວາມ​ບັນເທີງ​ເຮັດ​ໃຫ້​ມີ​ບັນຫາ​ຫຼາຍ​ຢ່າງ. ລາວ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ຄືນ​ອີກ ແລະ​ໃນ​ບໍ່​ດົນ​ລາວ​ກໍ​ເລີ່ມ​ປະກາດ​ຂ່າວ​ດີ. ຫຼັງ​ຈາກ​ຮັບ​ບັບເຕມາ ລາວ​ເລົ່າ​ວ່າ: “ສິ່ງ​ໜຶ່ງ​ທີ່​ໜ້າ​ເສຍໃຈ​ຫຼາຍ​ແມ່ນ​ຂ້ອຍ​ປ່ອຍ​ໃຫ້​ເວລາ​ເສຍ​ໄປ​ລ້າໆ ກ່ອນ​ຈະ​ສຳນຶກ​ໄດ້​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ກວ່າ​ການ​ແລ່ນ​ຕາມ​ຄວາມ​ບັນເທີງ​ທີ່​ໂລກ​ນີ້​ສະເໜີ​ໃຫ້.”

13. (ກ) ການ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ໃນ​ການ​ຜັກ​ຜ່ອນ​ແລະ​ຄວາມ​ບັນເທີງ​ຈະ​ເປັນ​ອັນຕະລາຍ​ແນວ​ໃດ? ໃຫ້​ຍົກ​ຕົວຢ່າງ. (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ນີ້?

13 ການ​ພັກຜ່ອນ​ຄວນ​ຊ່ວຍ​ໃຫ້​ເຮົາ​ຜ່ອນຄາຍ​ແລະ​ໄດ້​ຄວາມ​ສົດ​ຊື່ນ. ແຕ່​ເຮົາ​ຄວນ​ໃຊ້​ເວລາ​ສຳລັບ​ສິ່ງ​ເຫຼົ່າ​ນັ້ນ​ຫຼາຍ​ສໍ່າ​ໃດ? ເພື່ອ​ຈະ​ໄດ້​ຄຳຕອບ​ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ນີ້. ຫຼາຍ​ຄົນ​ມັກ​ກິນ​ເຂົ້າ​ໜົມ​ຫວານ​ແລະ​ຂອງ​ທີ່​ຫວານໆ ແຕ່​ເຮົາ​ຮູ້​ວ່າ​ຖ້າ​ກິນ​ເລື້ອຍໆ ມັນ​ຈະ​ທຳລາຍ​ສຸຂະພາບ​ຂອງ​ເຮົາ. ຖ້າ​ຢາກ​ແຂງແຮງ ເຮົາ​ຕ້ອງ​ກິນ​ອາຫານ​ທີ່​ມີ​ປະໂຫຍດ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ໃນ​ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ອາດ​ໄດ້​ຮັບ​ຜົນ​ກະທົບ. ສິ່ງ​ໃດ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ເຮົາ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ນີ້​ຫຼື​ບໍ່? ວິທີ​ໜຶ່ງ​ແມ່ນ​ໃຫ້​ເລືອກ​ເອົາ​ຈັກ​ອາທິດ​ໜຶ່ງ​ແລະ​ຈົດ​ບັນທຶກ​ວ່າ​ເຮົາ​ໃຊ້​ເວລາ​ຈັກ​ຊົ່ວ​ໂມງ​ໃນ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ ເຊັ່ນ: ການ​ປະຊຸມ ການ​ປະກາດ ແລະ​ການ​ສຶກສາ​ຄຳພີ​ໄບເບິນ. ຈາກ​ນັ້ນ​ໃຫ້​ຈົດ​ບັນທຶກ​ວ່າ​ໃນ​ອາທິດ​ດຽວ​ກັນ​ນັ້ນ​ເຮົາ​ໃຊ້​ເວລາ​ຈັກ​ຊົ່ວ​ໂມງ​ໃນ​ເລື່ອງ​ການ​ພັກຜ່ອນ ເຊັ່ນ: ຫຼິ້ນ​ກິລາ ເບິ່ງ​ໂທລະພາບ ຫຼື​ຫຼິ້ນ​ວິດີໂອ​ເກມ. ເມື່ອ​ສົມ​ທຽບ​ເວລາ​ໃສ່​ກັນ​ເຮົາ​ກໍ​ຈະ​ເຫັນ​ວ່າ​ເຮົາ​ໃຊ້​ເວລາ​ແນວ​ໃດ ແລະ​ກໍ​ຈະ​ຮູ້​ວ່າ​ຕ້ອງ​ໄດ້​ປັບ​ປ່ຽນ​ຫຍັງ ເຈົ້າ​ຄິດ​ວ່າ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ບໍ?—ອ່ານ​ເອເຟດ 5:15, 16

14. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເລືອກ​ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ​ທີ່​ດີ?

14 ພະ​ເຢໂຫວາ​ໃຫ້​ເຮົາ​ເລືອກ​ເອງ​ວ່າ​ຈະ​ພັກຜ່ອນ​ແບບ​ໃດ ແລະ​ຫົວ​ໜ້າ​ຄອບຄົວ​ກໍ​ຕ້ອງ​ເລືອກ​ໃຫ້​ຄອບຄົວ. ໃນ​ຄຳພີ​ໄບເບິນ ພະ​ເຢໂຫວາ​ໃຫ້​ຫຼັກ​ການ​ທີ່​ບອກ​ໃຫ້​ຮູ້​ວ່າ​ພະອົງ​ຄິດ​ແນວ​ໃດ ແລະ​ຫຼັກ​ການ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. * (ເບິ່ງ​ໄຂ​ເງື່ອນ) ການ​ພັກຜ່ອນ​ທີ່​ດີ​ເປັນ “ຂອງ​ປະທານ​ມາ​ແຕ່​ພະເຈົ້າ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:12, 13) ທີ່​ຈິງ​ຄົນ​ເຮົາ​ມັກ​ຄວາມ​ບັນເທີງ​ບໍ່​ຄື​ກັນ. (ຄາລາຊີ 6:4, 5) ແຕ່​ບໍ່​ວ່າ​ເຮົາ​ຈະ​ເລືອກ​ແບບ​ໃດ ເຮົາ​ກໍ​ຕ້ອງ​ລະວັງ​ສະເໝີ. ພະ​ເຍຊູ​ເວົ້າ​ວ່າ: “ເຂົ້າ​ຂອງ​ແພງ [“ຊັບ​ສົມບັດ,” ລ.ມ.] ຂອງ​ທ່ານ​ຢູ່​ບ່ອນ​ໃດ ໃຈ​ຂອງ​ທ່ານ​ຈະ​ຢູ່​ບ່ອນ​ນັ້ນ.” (ມັດທາຍ 6:21) ຖ້າ​ເຮົາ​ຮັກ​ພະ​ເຍຊູ​ຜູ້​ເປັນ​ກະສັດ​ຂອງ​ເຮົາ ສິ່ງ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ຄິດ ເວົ້າ ແລະ​ປະພຶດ​ໃນ​ແບບ​ທີ່​ສະແດງ​ວ່າ​ເຮົາ​ໃຫ້​ລາຊະອານາຈັກ​ສຳຄັນ​ກວ່າ​ສິ່ງ​ອື່ນໆ.—ຟີລິບ 1:9, 10

ຕ້ານ​ທານ​ການ​ນິຍົມ​ວັດຖຸ

15, 16. (ກ) ການ​ນິຍົມ​ວັດຖຸ​ອາດ​ເປັນ​ບ້ວງ​ແຮ້ວ​ຕໍ່​ເຮົາ​ແນວ​ໃດ? (ຂ) ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ທີ່​ສຸຂຸມ​ແນວ​ໃດ​ເລື່ອງ​ວັດຖຸ​ສິ່ງ​ຂອງ?

15 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຮູ້ສຶກ​ວ່າ​ຕ້ອງ​ມີ​ເຄື່ອງ​ທັນ​ສະໄໝ​ທີ່​ສຸດ ເຊັ່ນ: ເຄື່ອງ​ນຸ່ງ ໂທລະສັບ​ມື​ຖື ຄອມພິວເຕີ ແລະ​ສິ່ງ​ອື່ນໆ. ຄົນ​ເຫຼົ່າ​ນັ້ນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ນິຍົມ​ວັດຖຸ​ເຊິ່ງ​ເປັນ​ຮູບ​ແບບ​ຊີວິດ​ທີ່​ຖື​ວ່າ​ວັດຖຸ​ສິ່ງ​ຂອງ​ແລະ​ເງິນ​ສຳຄັນ​ກວ່າ​ສິ່ງ​ອື່ນ. ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ຕໍ່​ເຈົ້າ? ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ໃຊ້​ເວລາ​ຄິດ​ເຖິງ​ລົດ​ຮຸ່ນ​ໃໝ່ໆແລະ​ເຄື່ອງ​ນຸ່ງ​ທັນ​ສະໄໝ​ທີ່​ສຸດ​ຫຼາຍ​ກວ່າ​ໃຊ້​ເວລາ​ເພື່ອ​ກຽມ​ການ​ປະຊຸມ​ບໍ? ຂ້ອຍ​ຫຍຸ້ງ​ກັບ​ການ​ເຮັດ​ສິ່ງ​ຕ່າງໆໃນ​ຊີວິດ​ປະຈຳ​ວັນ​ຈົນ​ເກືອບ​ບໍ່​ມີ​ເວລາ​ອະທິດຖານ​ຫຼື​ອ່ານ​ຄຳພີ​ໄບເບິນ​ບໍ?’ ຖ້າ​ເຮົາ​ບໍ່​ລະວັງ ການ​ຮັກ​ວັດຖຸ​ສິ່ງ​ຂອງ​ອາດ​ສຳຄັນ​ກວ່າ​ການ​ຮັກ​ພະ​ຄລິດ. ເຮົາ​ຄວນ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ: ໃຫ້ “ຮັກສາ​ຕົວ​ຈາກ​ການ​ຂີ້​ຖີ່ [“ໂລບ,” ລ.ມ.] ທຸກ​ຢ່າງ.” (ລືກາ 12:15) ເປັນ​ຫຍັງ​ພະອົງ​ເວົ້າ​ແບບ​ນີ້?

ຖ້າ​ວ່າ​ເຮົາ​ໝົກມຸ້ນ​ກັບ​ການ​ມີ​ວັດຖຸ​ສິ່ງ​ຂອງ ເຮົາ​ກໍ​ບໍ່​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ພະ​ເຢໂຫວາ

16 ພະ​ເຍຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້.” ພະອົງ​ເວົ້າ​ຕື່ມ​ອີກ​ວ່າ: “ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” ດັ່ງ​ນັ້ນ ຖ້າ​ວ່າເຮົາ​ໝົກມຸ້ນ​ກັບ​ການ​ມີ​ວັດຖຸ​ສິ່ງ​ຂອງ ເຮົາ​ກໍ​ບໍ່​ໄດ້​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ພະ​ເຢໂຫວາ. ພະ​ເຍຊູ​ບອກ​ວ່າ​ເຮົາ​ຈະ “ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ” ຫຼື “ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ” ກໍ​ບໍ່​ໄດ້. (ມັດທາຍ 6:24) ຍ້ອນ​ເຮົາ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ຕ້ອງ​ຕໍ່​ສູ້​ເລື້ອຍໆກັບ “ສິ່ງ​ທີ່​ຮ່າງກາຍ . . . ປາຖະໜາ” ເຊິ່ງ​ລວມ​ເຖິງ​ການ​ນິຍົມ​ວັດຖຸ.—ເອເຟດ 2:3, ທ.ປ.

17. (ກ) ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ບາງ​ຄົນ​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ວັດຖຸ​ສິ່ງ​ຂອງ? (ຂ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕ້ານ​ທານ​ການ​ນິຍົມ​ວັດຖຸ?

17 ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ໝົກມຸ້ນ​ເກີນ​ໄປ​ກັບ​ຄວາມ​ຕ້ອງການ​ແລະ​ຄວາມ​ສະໜຸກ​ສະໜານ​ຂອງ​ຕົວ​ເອງ​ຈົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ວັດຖຸ​ສິ່ງ​ຂອງ. (ອ່ານ 1 ໂກລິນໂທ 2:14) ຍ້ອນ​ບໍ່​ໄດ້​ຄິດ​ຢ່າງ​ຮອບຄອບ ດັ່ງ​ນັ້ນ​ຈຶ່ງ​ຍາກ​ທີ່​ເຂົາ​ເຈົ້າ​ຈະ​ແຍກ​ໄດ້​ວ່າ​ອັນ​ໃດ​ຖືກ​ແລະ​ອັນ​ໃດ​ຜິດ. (ເຫບເລີ 5:11-14) ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ​ຫຼາຍ​ຂຶ້ນ​ທີ່​ຈະ​ມີ​ວັດຖຸ​ສິ່ງ​ຂອງ ແລະ​ເມື່ອ​ໄດ້​ຫຼາຍ​ເທົ່າ​ໃດ​ກໍ​ຍິ່ງ​ຢາກ​ໄດ້​ຫຼາຍ​ຂຶ້ນ​ອີກ. (ຜູ້​ເທສະໜາ​ປ່າວ​ປະກາດ 5:10) ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຕ້ານ​ທານ​ກັບ​ຄວາມ​ຄິດ​ແບບ​ນີ້. ການ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ​ຈະ​ຊ່ວຍ​ເຮົາ​ໃຫ້​ຕ້ານ​ທານ​ການ​ນິຍົມ​ວັດຖຸ. (1 ເປໂຕ 2:2) ພະ​ເຍຊູ​ຄິດ​ຕຶກຕອງ​ເຖິງ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ ແລະ​ການ​ເຮັດ​ແບບ​ນີ້​ຊ່ວຍ​ພະອົງ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ຈາກ​ພະຍາມານ. (ມັດທາຍ 4:8-10) ທຸກ​ມື້​ນີ້​ກໍ​ຄື​ກັນ ຖ້າ​ເຮົາ​ຢາກ​ຕ້ານ​ທານ​ກັບ​ການ​ນິຍົມ​ວັດຖຸ​ເຮົາ​ຕ້ອງ​ໃຊ້​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ໃນ​ຊີວິດ​ເຮົາ. ຖ້າ​ເຮົາ​ເຮັດ​ແບບ​ນີ້​ກໍ​ສະແດງ​ໃຫ້​ພະ​ເຍຊູ​ເຫັນ​ວ່າ​ເຮົາ​ຮັກ​ພະອົງ​ຫຼາຍ​ກວ່າ​ວັດຖຸ​ສິ່ງ​ຂອງ.

ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຈົ້າ? (ເບິ່ງ​ຂໍ້ 18)

18. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

18 ຄຳ​ເວົ້າ​ທີ່​ພະ​ເຍຊູ​ຖາມ​ເປໂຕ​ວ່າ: “ເຈົ້າ​ຮັກ​ເຮົາ​ຫຼາຍ​ກວ່າ​ຄົນ [ສິ່ງ] ທັງ​ຫຼາຍ​ນີ້​ຫຼື?” ພະອົງ​ກຳລັງ​ສອນ​ເປໂຕ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ຕ້ອງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ. ໜ້າ​ສົນ​ໃຈ​ທີ່​ຊື່​ຂອງ​ເປໂຕ​ມີ​ຄວາມ​ໝາຍ​ວ່າ: “ກ້ອນ​ຫີນ.” ຄຸນ​ລັກສະນະ​ທີ່​ດີ​ຂອງ​ເປໂຕ​ປຽບ​ໄດ້​ຄື​ກັບ​ຫີນ​ທີ່​ແຂງ​ແກ່ນ​ແລະ​ໝັ້ນ​ຄົງ. (ກິດຈະການ 4:5-20) ໃນ​ທຸກ​ມື້​ນີ້ ເຮົາ​ຢາກ​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ຄລິດ​ໜັກແໜ້ນ​ຄື​ກັບ​ຫີນ. ດັ່ງ​ນັ້ນ ເຮົາ​ຕ້ອງ​ແນ່​ໃຈ​ວ່າ​ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ວຽກ​ອາຊີບ ການ​ພັກຜ່ອນ ແລະ​ເລື່ອງ​ວັດຖຸ​ສິ່ງ​ຂອງ. ເມື່ອ​ເປັນ​ແບບ​ນີ້​ເຮົາ​ກໍ​ຈະ​ເວົ້າ​ຄື​ກັບ​ເປໂຕ​ທີ່​ວ່າ: “ພະອົງ​ເຈົ້າ​ຂ້າ ພະອົງ​ຮູ້ຈັກ​ວ່າ​ຂ້າພະເຈົ້າ​ຮັກ​ພະອົງ.”

^ ຂໍ້ 14 ເບິ່ງ​ບົດ​ຄວາມ “ການ​ພັກຜ່ອນ​ຂອງ​ເຈົ້າ​ເປັນ​ປະໂຫຍດ​ບໍ?” ໃນ​ຫໍສັງເກດການ 15 ຕຸລາ 2011 ໜ້າ 9-12 ຂໍ້ 6-15 (ບໍ່​ມີ​ໃນ​ພາສາ​ລາວ).