ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ເຖິງ​ວ່າ​ຫູ​ໜວກ​ແຕ່​ຂ້ອຍ​ກໍ​ສອນ​ຄົນ​ອື່ນ​ໄດ້

ເຖິງ​ວ່າ​ຫູ​ໜວກ​ແຕ່​ຂ້ອຍ​ກໍ​ສອນ​ຄົນ​ອື່ນ​ໄດ້

ຂ້ອຍ​ຮັບ​ບັບເຕມາ​ໃນ​ປີ 1941 ຕອນ​ອາຍຸ 12 ປີ ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຢ່າງ​ເຕັມທີ​ຈົນ​ຮອດ​ປີ 1946. ເປັນ​ຫຍັງ? ຂ້ອຍ​ຈະ​ເລົ່າ​ເລື່ອງ​ໃຫ້​ຟັງ.

ປະມານ​ປີ 1910 ພໍ່​ແມ່​ຂ້ອຍ​ຍ້າຍ​ຈາກ​ເມືອງ​ເທິບິ​ລິ​ຊີ ປະເທດ​ຈໍ​ເຈຍ​ມາ​ຢູ່​ການາດາ. ພວກ​ເພິ່ນ​ຢູ່​ເຮືອນ​ຫຼັງ​ນ້ອຍໆໃກ້​ກັບ​ເມືອງ​ເພ​ວລີ ລັດ​ຊັດ​ແ​ຄັດ​ເຊ​ວັນ​ທາງ​ພາກ​ຕາເວັນ​ຕົກ​ຂອງ​ການາດາ. ພວກ​ເພິ່ນ​ມີ​ລູກ​ຫົກ​ຄົນ ຂ້ອຍ​ເປັນ​ຄົນ​ຫຼ້າ​ເກີດ​ປີ 1928. ພໍ່​ເສຍ​ຊີວິດ​ກ່ອນ​ຂ້ອຍ​ເກີດ​ຫົກ​ເດືອນ ແລະ​ແມ່​ຂອງ​ຂ້ອຍ​ກໍ​ເສຍ​ຕອນ​ຂ້ອຍ​ຍັງ​ເປັນ​ແອ​ນ້ອຍ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ລູ​ຊີ້​ເອື້ອຍ​ຂອງ​ຂ້ອຍ​ກໍ​ເສຍ​ຊີວິດ​ຕອນ​ອາຍຸ 17 ປີ. ດັ່ງ​ນັ້ນ ລຸງ​ນິກ​ຈຶ່ງ​ຮັບ​ພວກ​ເຮົາ​ທັງ​ໝົດ​ມາ​ລ້ຽງ.

ຕອນ​ທີ່​ຮຽນ​ຍ່າງ ມື້​ໜຶ່ງ​ຄອບຄົວ​ເຫັນ​ຂ້ອຍ​ກຳລັງ​ດຶງ​ຫາງ​ມ້າ. ເຂົາ​ເຈົ້າ​ຢ້ານ​ວ່າ​ມ້າ​ຈະ​ດີດ​ຂ້ອຍ ເຂົາ​ເຈົ້າ​ຈຶ່ງ​ຮ້ອງ​ບອກ​ໃຫ້​ຂ້ອຍ​ຢຸດ. ແຕ່​ຕອນ​ນັ້ນ​ຂ້ອຍ​ຢືນ​ປິ່ນ​ຫຼັງ​ໃສ່​ເຂົາ​ເຈົ້າ ຂ້ອຍ​ຈຶ່ງ​ບໍ່​ຮູ້​ຫຍັງ​ເລີຍ. ແຕ່​ຍັງ​ດີ​ທີ່​ຂ້ອຍ​ບໍ່​ບາດເຈັບ ແລະ​ນັບ​ຕັ້ງ​ແຕ່​ມື້​ນັ້ນ​ມາ​ຄອບຄົວ​ຈຶ່ງ​ຮູ້​ວ່າ​ຂ້ອຍ​ຫູ​ໜວກ.

ເພື່ອນ​ທີ່​ສະໜິດ​ກັບ​ຄອບຄົວ​ເຮົາ​ບອກ​ວ່າ​ຖ້າ​ຂ້ອຍ​ໄດ້​ເຂົ້າ​ໂຮງ​ຮຽນ​ກັບ​ເດັກ​ນ້ອຍ​ຫູ​ໜວກ​ຄົນ​ອື່ນ​ອາດ​ຈະ​ດີ​ກວ່າ. ລຸງ​ນິກ​ຈຶ່ງ​ສົ່ງ​ຂ້ອຍ​ໃຫ້​ໄປ​ຢູ່​ໂຮງ​ຮຽນ​ສອນ​ຄົນ​ຫູ​ໜວກ​ໃນ​ເມືອງ​ຊັດ​ຄາ​ທູນ ລັດ​ຊັດ​ແ​ຄັດ​ເຊ​ວັນ. ໂຮງ​ຮຽນ​ນີ້​ຢູ່​ໄກ​ຈາກ​ບ້ານ​ຂອງ​ເຮົາ​ຫຼາຍ ແລະ​ຕອນ​ນັ້ນ​ອາຍຸ​ພຽງ 5 ປີ ຂ້ອຍ​ຈຶ່ງ​ຮູ້ສຶກ​ຢ້ານ​ຫຼາຍ. ຂ້ອຍ​ກັບ​ມາ​ຢາມ​ຄອບຄົວ​ໄດ້​ແຕ່​ມື້​ພັກ​ຕ່າງໆແລະ​ໃນ​ຍາມ​ປິດ​ພາກ​ຮຽນ​ເທົ່າ​ນັ້ນ. ໃນ​ທີ່​ສຸດ​ຂ້ອຍ​ກໍ​ໄດ້​ຮຽນ​ພາສາ​ມື​ແລະ​ຫຼິ້ນ​ກັບ​ໝູ່​ໃນ​ໄວ​ດຽວ​ກັນ​ໄດ້​ຢ່າງ​ມ່ວນ​ຊື່ນ.

ການ​ຮຽນ​ຄວາມ​ຈິງ

ໃນ​ປີ 1939 ເອື້ອຍ​ຂອງ​ຂ້ອຍ​ແມ​ຣຽນ​ໄດ້​ແຕ່ງ​ດອງ​ກັບ​ບິວ ດາ​ນີ​ຊຸກ ແລະ​ເຂົາ​ເຈົ້າ​ໄດ້​ເບິ່ງ​ແຍງ​ຂ້ອຍ​ກັບ​ເຟຣນ​ເອື້ອຍ​ອີກ​ຄົນ​ໜຶ່ງ. ເອື້ອຍ​ແມ​ຣຽນ​ກັບ​ອ້າຍ​ບິວ​ເປັນ​ຄົນ​ທຳອິດ​ໃນ​ຄອບຄົວ​ທີ່​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ໃນ​ຍາມ​ປິດ​ພາກ​ຮຽນ ເອີ້ອຍ​ກັບ​ອ້າຍ​ເຂີຍ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ເລື່ອງ​ທີ່​ເຂົາ​ເຈົ້າ​ກຳລັງ​ຮຽນ. ການ​ສື່​ຄວາມ​ກັນ​ກໍ​ບໍ່​ງ່າຍ​ເພາະ​ແມ​ຣຽນ​ກັບ​ບິວ​ບໍ່​ຮູ້​ພາສາ​ມື. ແຕ່​ເຂົາ​ເຈົ້າ​ເຫັນ​ວ່າ​ຂ້ອຍ​ຮັກ​ສິ່ງ​ທີ່​ກຳລັງ​ຮຽນ​ຮູ້​ແທ້ໆ. ຂ້ອຍ​ເຂົ້າ​ໃຈ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳລັງ​ເຮັດ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ໄປ​ປະກາດ​ນຳ​ເຂົາ​ເຈົ້າ. ບໍ່​ດົນ​ຂ້ອຍ​ກໍ​ຢາກ​ຮັບ​ບັບເຕມາ ແລະ​ກໍ​ໄດ້​ຮັບ​ບັບເຕມາ​ແທ້ໆໃນ​ວັນ​ທີ 5 ກັນ​ຍາ 1941 ອ້າຍ​ບິວ​ເປັນ​ຄົນ​ຈຸ່ມ​ຕົວ​ຂ້ອຍ​ໃນ​ອ່າງ​ເຫຼັກ​ທີ່​ມີ​ນໍ້າ​ທີ່​ເອົາ​ມາ​ຈາກ​ນໍ້າ​ສ້າງ. ນໍ້າ​ນັ້ນ​ເຢັນ​ແທ້​ເຢັນ​ວ່າ!

ກັບ​ກຸ່ມ​ຄົນ​ຫູ​ໜວກ​ທີ່​ການ​ປະຊຸມ​ພາກ​ໃນ​ເມືອງ​ຄ​ລີບ​ແລນ ລັດ​ໂອໄຮໂອ​ປະເທດ​ອາ​ເມຣິ​ກາ​ໃນ​ປີ 1946

ໃນ​ປີ 1946 ຕອນ​ທີ່​ຂ້ອຍ​ກັບ​ບ້ານ​ຍາມ​ປິດ​ພາກ​ຮຽນ ພວກ​ເຮົາ​ໄດ້​ໄປ​ປະຊຸມ​ພາກ​ໃນ​ເມືອງ​ຄ​ລີບ​ແລນ ລັດ​ໂອໄຮໂອ​ປະເທດ​ອາ​ເມຣິ​ກາ. ມື້​ທຳອິດ ພວກ​ເອື້ອຍ​ໄດ້​ປ່ຽນ​ກັນ​ຈົດ​ບັນທຶກ​ໃຫ້​ຂ້ອຍ ຂ້ອຍ​ຈຶ່ງ​ຕິດ​ຕາມ​ແຕ່​ລະ​ລາຍການ​ທັນ. ແຕ່​ໃນ​ມື້​ທີ​ສອງ ຂ້ອຍ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ຮູ້​ວ່າ​ມີ​ກຸ່ມ​ແປ​ພາສາ​ມື​ຢູ່​ການ​ປະຊຸມ​ນັ້ນ. ຂ້ອຍ​ມ່ວນ​ຫຼາຍ​ກັບ​ການ​ປະຊຸມ ແລະ​ວິເສດ​ແທ້ໆເມື່ອ​ໃນ​ທີ່​ສຸດ​ຂ້ອຍ​ກໍ​ເຂົ້າ​ໃຈ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ຢ່າງ​ຈະ​ແຈ້ງ!

ການ​ສອນ​ຄວາມ​ຈິງ

ໃນ​ຕອນ​ນັ້ນ ສົງຄາມ​ໂລກ​ຄັ້ງ​ທີ 2 ຫາ​ກໍ​ຈົບ​ລົງ ແລະ​ຄົນ​ທົ່ວໄປ​ຢາກ​ສະແດງ​ວ່າ​ພັກດີ​ຕໍ່​ປະເທດ​ຂອງ​ຕົນ. ເມື່ອ​ກັບ​ຈາກ​ການ​ປະຊຸມ​ພາກ​ແລະ​ເດີນ​ທາງ​ໄປ​ໂຮງ​ຮຽນ ຂ້ອຍ​ໄດ້​ຕັ້ງ​ໃຈ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ເຊົາ​ເຄົາລົບ​ທຸງ​ຊາດ ບໍ່​ຮ້ອງ​ເພງ​ຊາດ ແລະ​ບໍ່​ສະຫຼອງ​ວັນ​ພັກ​ຕ່າງໆ ແລະ​ເຊົາ​ໄປ​ໂບດ​ກັບ​ພວກ​ນັກ​ຮຽນ​ຄົນ​ອື່ນໆ. ເມື່ອ​ພວກ​ຄູ​ແລະ​ພະນັກງານ​ຮູ້​ຈຶ່ງ​ບໍ່​ມັກ ແລະ​ພະຍາຍາມ​ຂົ່ມເຫງ​ແລະ​ເວົ້າ​ຕົວະ​ເພື່ອ​ໃຫ້​ຂ້ອຍ​ປ່ຽນ​ໃຈ. ແຕ່​ໝູ່​ໃນ​ໂຮງ​ຮຽນ​ສັງເກດ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ ຈຶ່ງ​ມີ​ຫຼາຍ​ໂອກາດ​ທີ່​ຂ້ອຍ​ໄດ້​ປະກາດ​ກັບ​ເຂົາ​ເຈົ້າ ແລະ​ມີ​ສາມ​ຄົນ​ຄື: ມີ​ແລ​ຣີ ແອນ​ໂດຣ​ຊອບ ນໍ​ແມ​ນ ດິດທຣິກ ແລະ​ເອັມ​ມິວ ສະ​ໄນ​ເດີ ເຊິ່ງ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ຕອບ​ຮັບ​ຄວາມ​ຈິງ ແລະ​ຕອນ​ນີ້​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ.

ເມື່ອ​ໄປ​ຢາມ​ເມືອງ​ອື່ນໆ ຂ້ອຍ​ມັກ​ພະຍາຍາມ​ປະກາດ​ກັບ​ຄົນ​ຫູ​ໜວກ. ຕົວຢ່າງ​ເຊັ່ນ: ໃນ​ເມືອງ​ມອນ​ທຣີ​ອໍ ຂ້ອຍ​ໄດ້​ໄປ​ບ່ອນ​ທີ່​ມີ​ຄົນ​ຫູ​ໜວກ​ມັກ​ຢູ່​ນຳ​ກັນ. ທີ່​ນັ້ນ​ຂ້ອຍ​ໄດ້​ບອກ​ຄວາມ​ຈິງ​ກັບ​ເອັດ​ດີ້ ທາ​ເກີ້ ເຊິ່ງ​ເປັນ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ກຸ່ມ​ນີ້. ລາວ​ຮັບໃຊ້​ຢູ່​ປະຊາຄົມ​ພາສາ​ມື​ເລ​ເ​ວີ​ໃນ​ເກ​ເ​ບັກ​ຈົນ​ກະທັ່ງ​ເສຍ​ຊີວິດ​ປີ​ກາຍ​ນີ້. ຂ້ອຍ​ຍັງ​ໄດ້​ພົບ​ກັບ​ຊາຍ​ໜຸ່ມ ວວນ ອະ​ດາ​ວາດ. ລາວ​ເປັນ​ຄື​ກັບ​ຊາວ​ເມືອງ​ເບເລ​ບູຮານ​ທີ່​ໄດ້​ຄົ້ນ​ຄວ້າ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ໃນ​ສິ່ງ​ທີ່​ກຳລັງ​ຮຽນ​ຮູ້​ນັ້ນ​ມີ​ພື້ນຖານ​ຈາກ​ຄຳພີ​ໄບເບິນ. (ກິດຈະການ 17:10, 11) ລາວ​ກໍ​ໄດ້​ເຂົ້າ​ມາ​ໃນ​ຄວາມ​ຈິງ​ຄື​ກັນ ແລະ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່​ໃນ​ລັດ​ອົດ​ຕາ​ວາ ອອນແທຣີ​ໂອ ຈົນ​ສິ້ນ​ຊີວິດ.

ປະກາດ​ຕາມ​ຖະໜົນ​ໃນ​ຕອນ​ຕົ້ນ​ຂອງ​ຊຸມ​ປີ 1950

ໃນ​ປີ 1950 ຂ້ອຍ​ຍ້າຍ​ໄປ​ຢູ່​ລັດ​ແວ​ນ​ຄູ​ເ​ວີ. ເຖິງ​ວ່າ​ຂ້ອຍ​ພະຍາຍາມ​ເປັນ​ພິເສດ​ປະກາດ​ກັບ​ຄົນ​ຫູ​ໜວກ ແຕ່​ຂ້ອຍ​ບໍ່​ເຄີຍ​ລືມ​ປະສົບການ​ທີ່​ຂ້ອຍ​ໄດ້​ປະກາດ​ຢູ່​ຖະໜົນ​ກັບ​ຍິງ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ຫູ​ໜວກ ລາວ​ຊື່ ຄລິດ ສະ​ໄປ​ເຊີ. ລາວ​ຮັບ​ເອົາ​ວາລະສານ​ຂອງ​ອົງການ ແລະ​ຢາກ​ໃຫ້​ຂ້ອຍ​ໄປ​ພົບ​ກັບ​ຜົວ​ຂອງ​ລາວ​ທີ່​ຊື່ ແກ​ຣີ. ຂ້ອຍ​ໄປ​ຫາ​ເຂົາ​ເຈົ້າ​ຢູ່​ເຮືອນ ແລະ​ເຮົາ​ໄດ້​ລົມ​ກັນ​ເປັນ​ເວລາ​ດົນ​ໂດຍ​ການ​ຂຽນ​ຕອບ​ກັນ. ເຮົາ​ບໍ່​ໄດ້​ເຫັນ​ກັນ​ອີກ​ຈົນ​ກະທັ່ງ​ສອງ​ສາມ​ປີ​ຕໍ່​ມາ ໂດຍ​ບໍ່​ໄດ້​ຄາດ​ຄິດ​ເຂົາ​ເຈົ້າ​ມາ​ທັກທາຍ​ຂ້ອຍ​ຢູ່​ການ​ປະຊຸມ​ພາກ​ໃນ​ເມືອງ​ໂຕຣອນໂຕ ລັດ​ອອນແທຣີ​ໂອ ມື້​ນັ້ນ​ແກ​ຣີ​ໄດ້​ຮັບ​ບັບເຕມາ. ປະສົບການ​ນີ້​ເຕືອນ​ຂ້ອຍ​ວ່າ​ສຳຄັນ​ແທ້ໆທີ່​ຈະ​ປະກາດ​ຕໍ່ໆໄປ ເພາະ​ໃນ​ທີ່​ສຸດ​ຄົນ​ທີ່​ເຮົາ​ປະກາດ​ນຳ​ອາດ​ຈະ​ເຂົ້າ​ມາ​ຄວາມ​ຈິງ​ກໍ​ໄດ້.

ຈາກ​ນັ້ນ ຂ້ອຍ​ຍ້າຍ​ກັບ​ໄປ​ເມືອງ​ຊັດ​ຄາ​ທູນ. ຢູ່​ທີ່​ນັ້ນ​ຂ້ອຍ​ໄດ້​ພົບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຂໍ​ໃຫ້​ຂ້ອຍ​ສຶກສາ​ກັບ​ລູກ​ສາວ​ຝາແຝດ​ຂອງ​ລາວ​ທີ່​ຫູ​ໜວກ​ຊື່ ຈີນ ແລະ​ໂຈນ ລອດ​ຊິນ​ເບເກີ. ເຂົາ​ເຈົ້າ​ຮຽນ​ຢູ່​ໂຮງ​ຮຽນ​ທີ່​ຂ້ອຍ​ເຄີຍ​ເຂົ້າ. ບໍ່​ດົນ​ທັງ​ຈີນ​ແລະ​ໂຈນ​ກໍ​ເວົ້າ​ກັບ​ໝູ່​ຢູ່​ໂຮງ​ຮຽນ​ເລື່ອງ​ທີ່​ກຳລັງ​ຮຽນ​ຮູ້. ໃນ​ທີ່​ສຸດ​ມີ​ຫ້າ​ຄົນ​ທີ່​ຢູ່​ຫ້ອງ​ຂອງ​ເຂົາ​ເຈົ້າ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ ໜຶ່ງ​ໃນ​ນັ້ນ​ແມ່ນ​ເອນິກ ຄໍ​ລິນ. ຂ້ອຍ​ເຫັນ​ເອນິກ​ເທື່ອ​ທຳອິດ​ຕອນ​ທີ່​ຮຽນ​ໃນ​ປີ​ສຸດ​ທ້າຍ. ຕອນ​ນັ້ນ ລາວ​ໄດ້​ເອົາ​ຂະ​ໜົມ​ອົມ​ໃຫ້​ແລະ​ຖາມ​ເປັນ​ໝູ່​ນຳ​ຂ້ອຍ. ຕໍ່​ມາ​ລາວ​ກໍ​ກາຍ​ເປັນ​ຄົນ​ສຳຄັນ​ຫຼາຍ​ໃນ​ຊີວິດ​ຂ້ອຍ ລາວ​ໄດ້​ເປັນ​ເມຍ​ຂອງ​ຂ້ອຍ!

ວອນ​ເ​ຕີ​ກັບ​ເອນິກ ມາກ​ກິນ​ໃນ​ປີ 1960 ແລະ ປີ 1989

ເມື່ອ​ແມ່​ຂອງ​ເອນິກ​ຮູ້​ວ່າ​ລາວ​ກຳລັງ​ສຶກສາ​ຄຳພີ​ໄບເບິນ ແມ່​ໄດ້​ຂໍ​ໃຫ້​ຜູ້​ອຳນວຍ​ການ​ໂຮງ​ຮຽນ​ໂນ້ມນ້າວ​ເອນິກ​ໃຫ້​ເຊົາ​ສຶກສາ. ເຖິງ​ວ່າ​ຄົນ​ນັ້ນ​ພະຍາຍາມ​ຫຼາຍ​ແລະ​ເຖິງ​ຂັ້ນ​ຖິ້ມ​ປຶ້ມ​ຕ່າງໆຂອງ​ອົງການ ເອນິກ​ກໍ​ຍັງ​ຕັ້ງ​ໃຈ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ. ເມື່ອ​ຢາກ​ຮັບ​ບັບເຕມາ ພໍ່​ແມ່​ບອກ​ລາວ​ວ່າ “ຖ້າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ຕ້ອງ​ອອກ​ຈາກ​ເຮືອນ​ຂອງ​ເຮົາ!” ດັ່ງ​ນັ້ນ ເມື່ອ​ອາຍຸ​ໄດ້ 17 ປີ ລາວ​ໄດ້​ຍ້າຍ​ອອກ​ແລະ​ໄປ​ຢູ່​ກັບ​ພີ່​ນ້ອງ​ຂອງ​ເຮົາ​ຄອບຄົວ​ໜຶ່ງ. ລາວ​ຍັງ​ສຶກສາ​ຕໍ່​ໄປ​ແລະ​ຮັບ​ບັບເຕມາ. ປີ 1960 ມື້​ທີ່​ພວກ​ເຮົາ​ແຕ່ງ​ດອງ​ກັນ ພໍ່​ແມ່​ຂອງ​ລາວ​ບໍ່​ໄດ້​ມາ. ແຕ່​ເມື່ອ​ຫຼາຍ​ປີ​ຜ່ານ​ໄປ​ເຂົາ​ເຈົ້າ​ກໍ​ນັບຖື​ພວກ​ເຮົາ​ຫຼາຍ​ຂຶ້ນ ເພາະ​ຄວາມ​ເຊື່ອ​ແລະ​ວິທີ​ການ​ລ້ຽງ​ດູ​ລູກ​ຂອງ​ເຮົາ.

ພະ​ເຢໂຫວາ​ເບິ່ງ​ແຍງ​ຂ້ອຍ

ລູກ​ຂອງ​ຂ້ອຍ​ນິ​ໂຄ​ລັດ​ແລະ​ເດ​ໂບ​ຣາ​ເມຍ​ຂອງ​ລາວ​ຮັບໃຊ້​ຢູ່​ສາຂາ​ລອນດອນ

ເນື່ອງ​ຈາກ​ພວກ​ເຮົາ​ເປັນ​ພໍ່​ແມ່​ຫູ​ໜວກ​ຈຶ່ງ​ບໍ່​ງ່າຍ​ໃນ​ການ​ລ້ຽງ​ລູກ​ຊາຍ​ທັງ​ເຈັດ​ຄົນ​ທີ່​ຫູ​ດີ. ແຕ່​ເຮົາ​ຕ້ອງ​ຊ່ວຍ​ພວກ​ລູກ​ໃຫ້​ຮູ້​ພາສາ​ມື​ເພື່ອ​ຈະ​ສື່ສານ​ກັນ​ໄດ້​ດີ​ແລະ​ສອນ​ຄວາມ​ຈິງ​ໃຫ້​ເຂົາ​ເຈົ້າ. ພີ່​ນ້ອງ​ໃນ​ປະຊາຄົມ​ຊ່ວຍ​ເຮົາ​ໄດ້​ຫຼາຍ ຕົວຢ່າງ​ເຊັ່ນ: ພໍ່​ແມ່​ຄູ່​ໜຶ່ງ​ໄດ້​ຂຽນ​ໃສ່​ເຈ້ຍ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ລູກ​ຂອງ​ເຮົາ​ຄົນ​ໜຶ່ງ​ເວົ້າ​ຄຳ​ຫຍາບ​ຢູ່​ຫໍ​ປະຊຸມ. ເຮົາ​ຈຶ່ງ​ສາມາດ​ຈັດການ​ເລື່ອງ​ນັ້ນ​ໄດ້​ທັນທີ. ລູກ​ຊາຍ​ຂອງ​ເຮົາ​ສີ່​ຄົນ ເຈມ ເ​ຈີ​ຣີ ນິ​ໂຄ​ລັດ ແລະ​ສະຕີ​ເວັນ​ເປັນ​ຜູ້​ເຖົ້າ​ແກ່​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ກັບ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ນິ​ໂຄ​ລັດ​ແລະ​ເດ​ໂບ​ຣາ​ເມຍ​ຂອງ​ລາວ​ຊ່ວຍ​ວຽກ​ໃນ​ການ​ແປ​ພາສາ​ມື​ຢູ່​ສາຂາ​ອັງກິດ ສະຕີ​ເວັນ​ແລະ​ຊາ​ນັນ​ເມຍ​ຂອງ​ລາວ​ກໍ​ຊ່ວຍ​ວຽກ​ຢູ່​ທີມ​ແປ​ພາສາ​ມື​ໃນ​ສາຂາ​ອາ​ເມຣິ​ກາ.

ລູກ​ຂອງ​ຂ້ອຍ​ເຈມ ເ​ຈີ​ຣີ ນິ​ໂຄ​ລັດ ແລະ​ສະຕີ​ເວັນ​ແລະ​ເມຍ​ຂອງ​ເຂົາ​ເຈົ້າ​ສົ່ງເສີມ​ວຽກ​ປະກາດ​ທີ່​ໃຊ້​ພາສາ​ມື​ໃນ​ວິທີ​ຕ່າງໆ

ແຕ່​ຂ້ອຍ​ມີ​ເລື່ອງ​ທີ່​ເສຍໃຈ​ຫຼາຍ ກ່ອນ​ຮອດ​ມື້​ຄົບ​ຮອບ​ການ​ແຕ່ງ​ດອງ​ໄດ້ 40 ປີ​ພຽງ​ແຕ່​ໜຶ່ງ​ເດືອນ ເອນິກ​ກໍ​ຈາກ​ຂ້ອຍ​ໄປ​ດ້ວຍ​ໂລກ​ມະເຮັງ. ຕະຫຼອດ​ເວລາ​ທີ່​ຍາກ​ລຳບາກ​ນັ້ນ ລາວ​ເຂັ້ມແຂງ​ໄດ້​ຍ້ອນ​ຄວາມ​ເຊື່ອ​ເລື່ອງ​ການ​ຟື້ນ​ຄືນ​ຈາກ​ຕາຍ. ຂ້ອຍ​ຄອຍ​ຖ້າ​ໃຫ້​ເຖິງ​ມື້​ທີ່​ຈະ​ເຫັນ​ລາວ​ອີກ​ຄັ້ງ.

ເ​ຈີ​ຣີ​ແລະ​ເອວີ​ລີນ ຊາ​ນັນ​ແລະ​ສະຕີ​ເວັນ

ເດືອນ​ກຸມພາ 2012 ຂ້ອຍ​ລົ້ມ​ແລະ​ກະໂພກ​ຫັກ ຂ້ອຍ​ຄິດ​ວ່າ​ຕ້ອງ​ມີ​ຄົນ​ຊ່ວຍ ດັ່ງ​ນັ້ນ​ຈຶ່ງ​ຍ້າຍ​ໄປ​ຢູ່​ກັບ​ລູກ​ຊາຍ​ຄົນ​ໜຶ່ງ​ແລະ​ເມຍ​ຂອງ​ລາວ. ຕອນ​ນີ້​ເຮົາ​ຢູ່​ປະຊາຄົມ​ແຄ​ວກີ​ທີ່​ໃຊ້​ພາສາ​ມື ຂ້ອຍ​ຍັງ​ຮັບໃຊ້​ເປັນ​ຜູ້​ເຖົ້າ​ແກ່. ທີ່​ຈິງ ນີ້​ເປັນ​ເທື່ອ​ທຳອິດ​ທີ່​ຂ້ອຍ​ໄດ້​ຢູ່​ປະຊາຄົມ​ພາສາ​ມື! ດັ່ງ​ນັ້ນ ຫຼາຍ​ປີ​ຜ່ານ​ມາ​ຂ້ອຍ​ຢູ່​ປະຊາຄົມ​ພາສາ​ອັງກິດ​ຕັ້ງ​ແຕ່​ປີ 1916 ຂ້ອຍ​ຮັກສາ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ໄດ້​ຊ່ວຍ​ຂ້ອຍ. ພະອົງ​ຮັກສາ​ສັນຍາ​ທີ່​ວ່າ​ຈະ​ເບິ່ງ​ແຍງ​ລູກ​ກຳພ້າ. (ຄຳເພງ 10:14) ຂ້ອຍ​ຮູ້ສຶກ​ຂອບໃຈ​ພີ່​ນ້ອງ​ທຸກ​ຄົນ​ທີ່​ເຮັດ​ສຸດ​ຄວາມ​ສາມາດ ໂດຍ​ການ​ຂຽນ​ຈົດ​ບັນທຶກ​ໃສ່​ເຈ້ຍ​ໃຫ້​ຂ້ອຍ ຮຽນ​ພາສາ​ມື ແລະ​ແປ​ເພື່ອ​ຊ່ວຍ​ໃຫ້​ຂ້ອຍ​ເຂົ້າ​ໃຈ​ໄດ້.

ເຂົ້າ​ປະຊຸມ​ໄພໂອເນຍ​ໃນ​ພາສາ​ມື​ຕອນ​ອາຍຸ 79 ປີ

ຫຼາຍ​ຄັ້ງ​ຂ້ອຍ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ ຫຼື​ມີ​ຫຼາຍ​ຄັ້ງ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ມີ​ຄົນ​ເຂົ້າ​ໃຈ​ວິທີ​ຊ່ວຍ​ຄົນ​ຫູ​ໜວກ. ເມື່ອ​ເປັນ​ແນວ​ນັ້ນ​ບາງ​ຄັ້ງ​ຂ້ອຍ​ກໍ​ຮູ້ສຶກ​ຜິດ​ຫວັງ​ແລະ​ບໍ່​ຢາກ​ສູ້​ຕໍ່​ໄປ ຂ້ອຍ​ຈະ​ຄິດ​ເຖິງ​ຄຳ​ເວົ້າ​ທີ່​ເປໂຕ​ບອກ​ພະ​ເຍຊູ​ວ່າ: “ພະອົງ​ເຈົ້າ​ຂ້າ ພວກ​ຂ້າພະເຈົ້າ​ຈະ​ໄປ​ຫາ​ຜູ້​ໃດ? ພະອົງ​ມີ​ຖ້ອຍຄຳ​ທັງ​ຫຼາຍ​ແຫ່ງ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” (ໂຢຮັນ 6:66-68) ຄື​ກັບ​ພີ່​ນ້ອງ​ທີ່​ຫູ​ໜວກ​ຄົນ​ອື່ນໆຮຸ່ນ​ດຽວ​ກັນ​ກັບ​ຂ້ອຍ​ເຊິ່ງ​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ ຂ້ອຍ​ຕ້ອງ​ຝຶກ​ທີ່​ຈະ​ອົດ​ທົນ​ຄື​ກັນ ທັງ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ ແລະ​ການ​ເຮັດ​ແນວ​ນີ້​ກໍ່​ຜົນ​ດີ​ຫຼາຍ​ຢ່າງ. ຕອນ​ນີ້​ສັບພະ​ໜັງສື​ຂອງ​ເຮົາ​ມີ​ຢ່າງ​ບໍລິບູນ​ໃນ​ພາສາ​ມື ແລະ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສາມາດ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆແລະ​ການ​ປະຊຸມ​ພາກ​ໃນ​ພາສາ​ມື​ອາ​ເມຣິ​ກາ. ທີ່​ຈິງ ຂ້ອຍ​ມີ​ຄວາມ​ສຸກ​ແລະ​ການ​ຮັບໃຊ້​ພະ​ເຢໂຫວາ ພະເຈົ້າ​ອົງ​ຍິ່ງໃຫຍ່​ທີ່​ສຸດ​ເປັນ​ລາງວັນ​ໃນ​ຊີວິດ.