ການຮູ້ຄຸນຄ່າພະເຢໂຫວາຜູ້ທີ່ເປັນຊ່າງປັ້ນພວກເຮົາ
“ໂອ້ພະເຢໂຫວາ . . . ພະອົງເປັນຜູ້ໄດ້ປັ້ນພວກຂ້ານ້ອຍ ແລະຂ້ານ້ອຍທັງປວງເປັນກິດຈະການແຕ່ມືຂອງພະອົງ.”—ເອຊາອີ 64:8
ເພງ: 89, 26
1. ເປັນຫຍັງພະເຢໂຫວາຈຶ່ງເປັນຊ່າງປັ້ນຜູ້ທີ່ຍິ່ງໃຫຍ່ທີ່ສຸດ?
ໃນເດືອນພະຈິກ ປີ 2010 ທີ່ປະເທດອັງກິດ ໂຖໃສ່ດອກໄມ້ທີ່ເກົ່າແກ່ຂອງຈີນເຊິ່ງເຮັດຈາກດິນດາກ ຖືກປະມູນໃນລາຄາເກືອບ 70 ລ້ານໂດລາສະຫະລັດ. ເປັນຕາໜ້າອັດສະຈັນໃຈແທ້ໆທີ່ຊ່າງປັ້ນຄົນໜຶ່ງສາມາດປັ້ນດິນດາກເຊິ່ງເປັນສິ່ງທີ່ທຳມະດາແລະທັງມີລາຄາຖືກໃຫ້ເປັນໂຖໃສ່ດອກໄມ້ທີ່ທັງງາມແລະມີລາຄາແພງ. ພະເຢໂຫວາເປັນຊ່າງປັ້ນພວກເຮົາ ພະອົງຍິ່ງໃຫຍ່ກວ່າຊ່າງປັ້ນຄົນໃດໆທີ່ເປັນມະນຸດ. ຄຳພີໄບເບິນກ່າວວ່າ ພະເຢໂຫວາໄດ້ເອົາ ‘ຂີ້ດິນ’ ເຊິ່ງກໍແມ່ນດິນດາກມາສ້າງເປັນຜູ້ຊາຍຄົນໜຶ່ງທີ່ເປັນຄົນສົມບູນແບບ. (ຕົ້ນເດີມ 2:7) ຜູ້ຊາຍຄົນນີ້ແມ່ນອາດາມ ລາວເປັນ “ລູກຂອງພະເຈົ້າ” ແລະລາວຖືກສ້າງໃຫ້ມີຄວາມສາມາດທີ່ຈະຮຽນແບບຄຸນລັກສະນະຕ່າງໆຂອງພະເຈົ້າ.—ລືກາ 3:38
2, 3. ເຮົາຈະເຮັດແນວໃດເພື່ອຮຽນແບບທັດສະນະຂອງຊາວອິດສະລາແອນທີ່ກັບໃຈ?
2 ເມື່ອອາດາມຂັດຂືນຜູ້ທີ່ສ້າງລາວ ລາວກໍບໍ່ໄດ້ເປັນລູກຂອງພະເຢໂຫວາອີກຕໍ່ໄປ. ແຕ່ວ່າລູກຫຼານຫຼາຍຄົນຂອງອາດາມໄດ້ເລືອກພະອົງໃຫ້ເປັນຜູ້ປົກຄອງຂອງເຂົາເຈົ້າ. (ເຫບເລີ 12:1) ໂດຍການເຊື່ອຟັງດ້ວຍຄວາມຖ່ອມໃຈຕໍ່ຜູ້ທີ່ສ້າງເຂົາເຈົ້າ ຄົນເຫຼົ່ານັ້ນໄດ້ສະແດງໃຫ້ເຫັນວ່າເຂົາເຈົ້າຕ້ອງການໃຫ້ພະອົງເປັນພໍ່ແລະເປັນຜູ້ທີ່ປັ້ນເຂົາເຈົ້າ ແຕ່ບໍ່ແມ່ນຊາຕານ. (ໂຢຮັນ 8:44) ຄວາມພັກດີທີ່ຄົນເຫຼົ່ານັ້ນມີຕໍ່ພະເຢໂຫວາ ເຕືອນເຮົາໃຫ້ຄິດເຖິງສິ່ງທີ່ຊາວອິດສະລາແອນທີ່ກັບໃຈໄດ້ເວົ້າວ່າ: “ໂອ້ພະເຢໂຫວາ ພະອົງແມ່ນພະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນດາກ ພະອົງເປັນຜູ້ໄດ້ປັ້ນພວກຂ້ານ້ອຍ ແລະຂ້ານ້ອຍທັງປວງເປັນກິດຈະການແຕ່ມືຂອງພະອົງ.”—ເອຊາອີ 64:8
3 ຜູ້ນະມັດສະການແທ້ຂອງພະເຢໂຫວາໃນທຸກມື້ນີ້ກໍເຊັ່ນກັນ ເຂົາເຈົ້າໄດ້ພະຍາຍາມຫຼາຍແທ້ໆທີ່ຈະເປັນຄົນຖ່ອມໃຈແລະເປັນຄົນທີ່ເຊື່ອຟັງ. ເຂົາເຈົ້າຖືວ່າເປັນກຽດທີ່ຈະເອີ້ນພະເຢໂຫວາວ່າພໍ່ ແລະເຂົາເຈົ້າຕ້ອງການໃຫ້ພະອົງເປັນຜູ້ທີ່ປັ້ນເຂົາເຈົ້າ. ເຮົາເຕັມໃຈທີ່ຈະເປັນຄືກັບດິນດາກທີ່ອ່ອນບໍ ເພື່ອວ່າພະເຢໂຫວາຈະສາມາດປັ້ນເຮົາໃຫ້ເປັນເຄື່ອງໃຊ້ທີ່ມີຄ່າ? ເຮົາເບິ່ງບໍວ່າພີ່ນ້ອງຄລິດສະຕຽນແຕ່ລະຄົນກຳລັງປັບປຸງຕົວເອງເຊິ່ງກໍຄືຍັງໃຫ້ພະເຢໂຫວາເປັນຜູ້ທີ່ປັ້ນເຂົາເຈົ້າ? ເພື່ອຊ່ວຍເຮົາໃຫ້ມີທັດສະນະທີ່ຖືກຕ້ອງ ເຮົາຈະພິຈາລະນາກ່ຽວກັບວິທີທີ່ພະເຢໂຫວາເລືອກຄົນທີ່ພະອົງຈະປັ້ນ ເຫດຜົນທີ່ພະອົງປັ້ນເຂົາເຈົ້າ ແລະວິທີທີ່ພະອົງເຮັດເຊັ່ນນັ້ນ.
ພະເຢໂຫວາເລືອກຄົນທີ່ພະອົງປັ້ນ
4. ພະເຢໂຫວາໄດ້ເລືອກແນວໃດສຳລັບຄົນທີ່ພະອົງຊັກນຳໃຫ້ເຂົ້າມາຫາພະອົງ? ຂໍໃຫ້ຍົກຕົວຢ່າງ.
4 ພະເຢໂຫວາບໍ່ໄດ້ເບິ່ງຜູ້ຄົນຄືກັບທີ່ເຮົາເບິ່ງ. ແຕ່ພະອົງກວດເບິ່ງໃຈແລະເບິ່ງສິ່ງທີ່ເຮົາແຕ່ລະຄົນເປັນແທ້ໆ. (ອ່ານ 1 ຊາເມືອນ 16:7 ສ່ວນ ຂ) ພະເຢໂຫວາສະແດງໃຫ້ເຫັນວ່າເປັນບຸກຄົນແບບນີ້ເມື່ອພະອົງໄດ້ສ້າງຕັ້ງປະຊາຄົມຄລິດສະຕຽນ. ພະເຢໂຫວາຊັກນຳຫຼາຍຄົນໃຫ້ເຂົ້າມາຫາພະອົງແລະລູກຊາຍຂອງພະອົງເຊິ່ງບາງຄົນອາດຈະຖືວ່າຄົນເຫຼົ່ານັ້ນເປັນຄົນທີ່ບໍ່ມີຄ່າ. (ໂຢຮັນ 6:44) ຕົວຢ່າງເຊັ່ນ: ໜຶ່ງໃນຄົນແບບນັ້ນກໍແມ່ນຟາລິຊຽນທີ່ຊື່ໂຊໂລເຊິ່ງ ‘ເປັນຄົນໝິ່ນປະໝາດພະເຈົ້າ ແລະເປັນຄົນຂົ່ມເຫງຄົນຂອງພະເຈົ້າ ແລະເປັນຄົນອວດດີ.’ (1 ຕີໂມເຕ 1:13) ແຕ່ພະເຢໂຫວາກວດເບິ່ງໃຈຂອງໂຊໂລແລະບໍ່ໄດ້ຮູ້ສຶກວ່າລາວເປັນດິນດາກທີ່ປັ້ນບໍ່ໄດ້. (ສຸພາສິດ 17:3) ກົງກັນຂ້າມ ພະເຢໂຫວາເຫັນວ່າໂຊໂລເປັນຄົນທີ່ສາມາດປັ້ນໃຫ້ເປັນ ‘ເຄື່ອງສຳລັບໃຊ້ທີ່ໄດ້ເລືອກໄວ້’ ເຊິ່ງລາວຈະປະກາດຕໍ່ “ພວກຕ່າງປະເທດແລະກະສັດທັງຫຼາຍແລະພວກລູກຫຼານຍິດສະລາເອນ.” (ກິດຈະການ 9:15) ນອກຈາກນັ້ນ ພະເຢໂຫວາຍັງເລືອກຄົນອື່ນໆອີກທີ່ສາມາດປັ້ນໃຫ້ເປັນ ‘ເຄື່ອງສຳລັບໃຊ້ໃນງານພິເສດ’ ເຊິ່ງກໍລວມເຖິງຄົນທີ່ເຄີຍຕິດເຫຼົ້າ ຄົນທີ່ເຮັດຜິດສິນລະທຳທາງເພດ ແລະຄົນທີ່ເປັນຂີ້ລັກ. (ໂລມ 9:21, ທ.ປ.; 1 ໂກລິນໂທ 6:9-11) ເມື່ອຄົນເຫຼົ່ານັ້ນສຶກສາພະຄຳພີ ເຂົາເຈົ້າໄດ້ເສີມສ້າງຄວາມເຊື່ອໃນພະເຢໂຫວາໃຫ້ເຂັ້ມແຂງຂຶ້ນແລະຍອມໃຫ້ພະອົງປັ້ນເຂົາເຈົ້າ.
ບໍ່ໄດ້ຂຶ້ນກັບເຮົາທີ່ຈະຕັດສິນຄົນທີ່ຢູ່ໃນເຂດປະກາດຫຼືໃນປະຊາຄົມຂອງເຮົາ
5, 6. ການວາງໃຈໃນພະເຢໂຫວາຜູ້ທີ່ເປັນຊ່າງປັ້ນພວກເຮົາ ຄວນສົ່ງຜົນກະທົບແນວໃດຕໍ່ທັດສະນະຂອງເຮົາທີ່ມີຕໍ່ (ກ) ຄົນທີ່ຢູ່ໃນເຂດປະກາດຂອງເຮົາ? (ຂ) ພີ່ນ້ອງຄລິດສະຕຽນ?
5 ເຮົາໝັ້ນໃຈໄດ້ວ່າພະເຢໂຫວາສາມາດເລືອກແລະຊັກນຳຄົນທີ່ເໝາະສົມໃຫ້ເຂົ້າມາຫາພະອົງ. ຍ້ອນແນວນັ້ນເຮົາຈຶ່ງບໍ່ຄວນຕັດສິນຄົນທີ່ຢູ່ໃນເຂດປະກາດຫຼືໃນປະຊາຄົມຂອງເຮົາ. ເພື່ອເປັນຕົວຢ່າງ: ຂໍໃຫ້ເບິ່ງວິທີທີ່ຜູ້ຊາຍຄົນໜຶ່ງເຊິ່ງຊື່ໄມເຄີນໄດ້ຕອບສະໜອງເມື່ອພະຍານພະເຢໂຫວາໄປຫາລາວ. ໄມເຄີນເວົ້າວ່າ: “ຂ້ອຍປິ່ນໜ້າໜີແລະບໍ່ສົນໃຈເຂົາເຈົ້າ ຂ້ອຍເຮັດຄືກັບວ່າເຂົາເຈົ້າບໍ່ໄດ້ຢືນຢູ່ຫັ້ນ. ຂ້ອຍປະຕິບັດຕໍ່ເຂົາເຈົ້າແບບເສຍມາລະຍາດແທ້ໆ! ຕໍ່ມາເມື່ອຢູ່ບ່ອນອື່ນ ຂ້ອຍໄດ້ພົບກັບຄອບຄົວໜຶ່ງທີ່ຂ້ອຍນັບຖືຍ້ອນເຂົາເຈົ້າມີການປະພຶດທີ່ດີ. ມີມື້ໜຶ່ງ ຂ້ອຍຕົກຕະລຶງທີ່ຮູ້ວ່າຄອບຄົວນັ້ນ
ເປັນພະຍານພະເຢໂຫວາ! ການປະພຶດຂອງເຂົາເຈົ້າກະຕຸ້ນຂ້ອຍໃຫ້ກວດເບິ່ງສິ່ງຕ່າງໆທີ່ເປັນສາເຫດທີ່ເຮັດໃຫ້ຂ້ອຍມີອະຄະຕິ. ບໍ່ດົນຂ້ອຍກໍສຳນຶກໄດ້ວ່າທັດສະນະຂອງຂ້ອຍແມ່ນອາໄສການບໍ່ຮູ້ຈັກແທ້ແລະຈາກສິ່ງທີ່ໄດ້ຟັງມາ ເລື່ອງທັງໝົດບໍ່ໄດ້ອາໄສຄວາມເປັນຈິງເລີຍ.” ໄມເຄິນຕ້ອງການທີ່ຈະຮຽນຮູ້ຫຼາຍຂຶ້ນ ລາວຈຶ່ງຍອມສຶກສາຄຳພີໄບເບິນ. ຕໍ່ມາລາວກໍໄດ້ຮັບບັບເຕມາ ແລະຈາກນັ້ນກໍໄດ້ເປັນຜູ້ຮັບໃຊ້ໃນຮູບແບບເຕັມເວລາ.6 ເມື່ອເຮົາສຳນຶກວ່າພະເຢໂຫວາເປັນຜູ້ທີ່ປັ້ນເຮົາ ທັດສະຂອງເຮົາທີ່ມີຕໍ່ພີ່ນ້ອງຄລິດສະຕຽນກໍຈະປ່ຽນໄປ. ເຮົາຈະເບິ່ງເຂົາເຈົ້າໃນແບບທີ່ພະເຢໂຫວາເບິ່ງ ຄືເຫັນວ່າເຂົາເຈົ້າແຕ່ລະຄົນກຳລັງປັບປຸງຕົວເອງ. ພະອົງເບິ່ງຕົວຕົນທີ່ຢູ່ພາຍໃນທີ່ເຂົາເຈົ້າເປັນແທ້ໆ ແລະຮູ້ວ່າຄວາມບໍ່ສົມບູນແບບຂອງເຂົາເຈົ້າມີຢູ່ພຽງຊົ່ວຄາວເທົ່ານັ້ນ. ນອກຈາກນັ້ນ ພະອົງຍັງຮູ້ວ່າເຂົາເຈົ້າແຕ່ລະຄົນສາມາດເປັນຄົນແບບໃດ. (ຄຳເພງ 130:3) ເຮົາຈະຮຽນແບບພະເຢໂຫວາໄດ້ຖ້າເຮົາມີທັດສະນະໃນດ້ານບວກຕໍ່ພີ່ນ້ອງຄລິດສະຕຽນ. ເຮົາຍັງສາມາດເຮັດວຽກກັບຜູ້ທີ່ປັ້ນເຮົາໃນການຊ່ວຍພີ່ນ້ອງເຫຼົ່ານັ້ນໃຫ້ປັບປຸງຕົວເອງ. (1 ເທຊະໂລນີກ 5:14, 15) ຜູ້ເຖົ້າແກ່ໃນປະຊາຄົມຄວນຈະເປັນແບບຢ່າງທີ່ດີໃນການເຮັດເຊັ່ນນັ້ນ.—ເອເຟດ 4:8, 11-13
ເຫດຜົນທີ່ພະເຢໂຫວາປັ້ນເຮົາ
7. ເປັນຫຍັງເຈົ້າຈຶ່ງຮູ້ຄຸນຄ່າການສັ່ງສອນຂອງພະເຢໂຫວາ?
7 ບາງຄົນອາດເວົ້າວ່າ: ‘ຂ້ອຍບໍ່ເຄີຍຮູ້ຄຸນຄ່າຢ່າງເຕັມທີຕໍ່ການສັ່ງສອນຂອງພໍ່ແມ່ ຈົນກະທັ່ງວ່າຂ້ອຍມີລູກຂອງຕົວເອງ.’ ເມື່ອເຮົາໃຫຍ່ຂຶ້ນ ເຮົາອາດຮູ້ຄຸນຄ່າການສັ່ງສອນເພາະເຮົາເຫັນວ່າສິ່ງນັ້ນເປັນການສະແດງເຖິງຄວາມຮັກ. (ອ່ານເຫບເລີ 12:5, 6, 11) ແມ່ນແລ້ວ ພະເຢໂຫວາຮັກເຮົາຄືກັບເຮົາເປັນລູກຂອງພະອົງ ດ້ວຍເຫດນັ້ນພະອົງຈຶ່ງອົດທົນສັ່ງສອນເຮົາຫຼືອົດທົນປັ້ນເຮົາ. ພະອົງຕ້ອງການໃຫ້ເຮົາເປັນຄົນສຸຂຸມແລະມີຄວາມສຸກ ແລະໃຫ້ຮັກພະອົງຄືກັບວ່າພະອົງເປັນພໍ່ຂອງເຮົາ. (ສຸພາສິດ 23:15) ພະເຢໂຫວາບໍ່ຕ້ອງການເຫັນເຮົາທຸກລຳບາກ ແລະພະອົງກໍບໍ່ຕ້ອງການໃຫ້ເຮົາຕາຍຍ້ອນເປັນຄົນບາບທີ່ບໍ່ໄດ້ກັບໃຈ.—ເອເຟດ 2:2, 3
ພະເຢໂຫວາຮັກເຮົາຄືກັບເຮົາເປັນລູກຂອງພະອົງ ດ້ວຍເຫດນັ້ນພະອົງຈຶ່ງອົດທົນສັ່ງສອນເຮົາຫຼືອົດທົນປັ້ນເຮົາ
8, 9. ໃນທຸກມື້ນີ້ພະເຢໂຫວາສອນເຮົາແນວໃດ ແລະໃນອະນາຄົດການສອນນີ້ຈະມີຕໍ່ໆໄປຄືແນວໃດ?
8 ກ່ອນທີ່ເຮົາໄດ້ຮູ້ຈັກພະເຢໂຫວາ ເຮົາອາດມີຄຸນລັກນະນະທີ່ບໍ່ດີຫຼາຍຢ່າງ. ແຕ່ພະເຢໂຫວາໄດ້ປັ້ນເຮົາແລະຊ່ວຍເຮົາໃຫ້ປ່ຽນແປງຕົວເອງ ແລະຜົນກໍຄື ຕອນນີ້ເຮົາມີຄຸນລັກສະນະທີ່ດີງາມ. (ເອຊາອີ 11:6-8; ໂກໂລດ 3:9, 10) ເຮົາມີຊີວິດຢູ່ໃນອຸທິຍານໂດຍໄນເຊິ່ງເປັນສະພາບແວດລ້ອມທີ່ພິເສດເຊິ່ງພະເຢໂຫວາກຳລັງສ້າງຂຶ້ນໃນສະໄໝຂອງເຮົາເພື່ອໃຫ້ສິ່ງນີ້ຊ່ວຍປັ້ນເຮົາ. ໃນອຸທິຍານນີ້ ເຮົາຮູ້ສຶກວ່າໄດ້ຮັບການປົກປ້ອງແລະມີຄວາມປອດໄພເຖິງວ່າໂລກທີ່ເຮົາຢູ່ຈະມີແຕ່ຄວາມຊົ່ວຮ້າຍກໍຕາມ. ຄົນທີ່ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ຂາດຄວາມຮັກ ຕອນນີ້ເຂົາເຈົ້າຮູ້ສຶກໄດ້ເຖິງຄວາມຮັກແທ້ຈາກພີ່ນ້ອງຄລິດສະຕຽນທີ່ຢູ່ໃນອຸທິຍານໂດຍໄນ. (ໂຢຮັນ 13:35) ນອກຈາກນັ້ນ ເຮົາຍັງໄດ້ຮຽນຮູ້ທີ່ຈະສະແດງຄວາມຮັກຕໍ່ກັນແລະກັນ. ແຕ່ສິ່ງສຳຄັນທີ່ສຸດແມ່ນເຮົາໄດ້ຮູ້ຈັກພະເຢໂຫວາ ແລະຕອນນີ້ເຮົາຮູ້ສຶກໄດ້ເຖິງຄວາມຮັກຂອງພະອົງທີ່ເປັນຄວາມຮັກແບບພໍ່ທີ່ຮັກລູກ.—ຢາໂກໂບ 4:8
9 ໃນໂລກໃໝ່ ເຮົາຈະໄດ້ຮັບປະໂຫຍດຢ່າງເຕັມທີຈາກອຸທິຍານໂດຍໄນ. ນອກຈາກນັ້ນ ເຮົາຍັງຈະມີຄວາມມ່ວນຊື່ນໃນເອຊາອີ 11:9) ພະເຢໂຫວາຍັງຈະເຮັດໃຫ້ຈິດໃຈແລະຮ່າງກາຍຂອງເຮົາສົມບູນແບບ. ເມື່ອເປັນເຊັ່ນນີ້ຈຶ່ງງ່າຍກວ່າສຳລັບເຮົາທີ່ຈະເຂົ້າໃຈແລະເຊື່ອຟັງການຊີ້ນຳຂອງພະອົງໄດ້ຢ່າງຄົບຖ້ວນ. ດັ່ງນັ້ນ ຂໍໃຫ້ເຮົາຍອມໃຫ້ພະເຢໂຫວາປັ້ນເຮົາຕໍ່ໆໄປ ແລະຂໍໃຫ້ເຮົາສະແດງໃຫ້ພະອົງເຫັນວ່າເຮົາຮູ້ຄຸນຄ່າໃນຄວາມຮັກທີ່ພະອົງໄດ້ສະແດງຕໍ່ເຮົາ.—ສຸພາສິດ 3:11, 12
ຊີວິດເມື່ອຢູ່ໃນອຸທິຍານແທ້ໆທີ່ມີລາຊະອານາຈັກຂອງພະເຈົ້າປົກຄອງ. ໃນຕອນນັ້ນ ພະເຢໂຫວາຈະປັ້ນເຮົາແລະສອນເຮົາຕໍ່ໆໄປໃນວິທີທີ່ເຮົາບໍ່ສາມາດນຶກພາບອອກໄດ້ໃນຕອນນີ້. (ວິທີທີ່ພະເຢໂຫວາປັ້ນເຮົາ
10. ໂດຍວິທີໃດທີ່ພະເຍຊູສະທ້ອນເຖິງຄວາມອົດທົນແລະຄວາມຊຳນານຂອງຊ່າງປັ້ນຜູ້ທີ່ຍິ່ງໃຫຍ່?
10 ຄືກັບຊ່າງປັ້ນທີ່ມີຄວາມຊຳນານເຊິ່ງຮູ້ຈັກປະເພດຂອງດິນດາກທີ່ລາວກຳລັງປັ້ນ ພະເຢໂຫວາຜູ້ທີ່ເປັນຊ່າງປັ້ນເຮົາ ພະອົງກໍຮູ້ຈັກພວກເຮົາເປັນຢ່າງດີ. ພະອົງຮູ້ຈຸດອ່ອນແອ ຮູ້ຂີດຈຳກັດ ແລະຮູ້ສິ່ງທີ່ເຮົາກຳລັງປັບປຸງຕົວເອງ ແລະພະອົງປັ້ນເຮົາແຕ່ລະຄົນໂດຍຄິດເຖິງສະພາບການເຫຼົ່ານີ້ສະເໝີ. (ອ່ານຄຳເພງ 103:10-14) ເຮົາສາມາດຮຽນຮູ້ວິທີທີ່ພະເຢໂຫວາເບິ່ງເຮົາ ໂດຍການເບິ່ງວິທີທີ່ພະເຍຊູຕອບສະໜອງຕໍ່ກັບຄວາມບໍ່ສົມບູນແບບຂອງພວກອັກຄະສາວົກ. ບາງຄັ້ງ ເຂົາເຈົ້າກໍຖຽງກັນວ່າໃຜເປັນໃຫຍ່ທີ່ສຸດ. ຖ້າເຈົ້າຢູ່ທີ່ນັ້ນ ເຈົ້າຈະຄິດແນວໃດຕໍ່ກັບການປະພຶດຂອງພວກອັກຄະສາວົກ? ເຈົ້າອາດຈະຄິດວ່າເຂົາເຈົ້າບໍ່ໄດ້ເປັນຄືກັບດິນດາກທີ່ອ່ອນ. ຢ່າງໃດກໍຕາມ ພະເຍຊູຮູ້ວ່າ ຖ້າເຂົາເຈົ້າຮຽນແບບຄວາມຖ່ອມຕົວຂອງພະອົງແລະເຊື່ອຟັງຄຳແນະນຳທີ່ພະອົງໃຫ້ດ້ວຍຄວາມກະລຸນາແລະດ້ວຍຄວາມອົດທົນ ເຂົາເຈົ້າຈະເປັນຄົນທີ່ສາມາດປັ້ນໄດ້. (ມາລະໂກ 9:33-37; 10:37, 41-45; ລືກາ 22:24-27) ຫຼັງຈາກທີ່ພະເຍຊູຟື້ນຄືນມາຈາກຕາຍ ພວກອັກຄະສາວົກໄດ້ຮັບພະລັງບໍລິສຸດຈາກພະເຈົ້າ ແລະເຂົາເຈົ້າບໍ່ໄດ້ຈົດຈໍ່ໃນເລື່ອງທີ່ວ່າໃຜເປັນໃຫຍ່ທີ່ສຸດ ແຕ່ໄດ້ຈົດຈໍ່ໃນວຽກທີ່ພະເຍຊູໄດ້ມອບໝາຍໃຫ້ເຂົາເຈົ້າເຮັດ.—ກິດຈະການ 5:42
11. ດາວິດສະແດງໃຫ້ເຫັນແນວໃດວ່າລາວເປັນດິນດາກທີ່ອ່ອນ ແລະເຮົາຈະຮຽນແບບລາວໄດ້ແນວໃດ?
11 ໃນທຸກມື້ນີ້ ພະເຢໂຫວາໃຊ້ຄຳພີໄບເບິນ ພະລັງບໍລິສຸດ ແລະປະຊາຄົມເພື່ອປັ້ນເຮົາ. ຄຳພີໄບເບິນສາມາດປັ້ນເຮົາໄດ້ແນວໃດ? ເຮົາຕ້ອງອ່ານຄຳພີໄບເບິນ ຄຶດຕຶກຕອງໃນສິ່ງທີ່ເຮົາອ່ານ ແລະຂໍພະເຢໂຫວາໃຫ້ຊ່ວຍເຮົານຳໃຊ້ສິ່ງທີ່ເຮົາໄດ້ຮຽນຮູ້. ກະສັດດາວິດຂຽນວ່າ: “ຂ້ານ້ອຍລະນຶກຄຶດຮອດພະອົງເທິງບ່ອນນອນຂອງຂ້ານ້ອຍ ຂ້ານ້ອຍຄຶດຕຶກຕອງເຖິງພະອົງເວລາຍາມທັງຫຼາຍໃນກາງຄືນ.” (ຄຳເພງ 63:6) ລາວຍັງຂຽນຕື່ມອີກວ່າ: ‘ຂ້ານ້ອຍຈະສັນລະເສີນພະເຢໂຫວາຜູ້ໂຜດເຕືອນສະຕິຂ້ານ້ອຍ. ໃນກາງຄືນສ່ວນເລິກທີ່ສຸດຂອງຄວາມຄິດຈິດໃຈຂ້ານ້ອຍກໍສັ່ງສອນຂ້ານ້ອຍດ້ວຍ.’ (ຄຳເພງ 16:7) ແມ່ນແລ້ວ ດາວິດໄດ້ຄຶດຕຶກຕອງເຖິງຄຳແນະນຳຂອງພະເຢໂຫວາ ແລະໃຫ້ສິ່ງນັ້ນປັ້ນຄວາມຄິດແລະຄວາມຮູ້ສຶກທີ່ຢູ່ໃນສ່ວນທີ່ເລິກທີ່ສຸດຂອງລາວ ເຖິງວ່າລາວຈະຍອມຮັບຄຳແນະນຳນັ້ນໄດ້ຍາກກໍຕາມ. (2 ຊາເມືອນ 12:1-13) ດາວິດວາງແບບຢ່າງທີ່ດີໃຫ້ເຮົາໃນເລື່ອງຄວາມຖ່ອມຕົວແລະເລື່ອງການເຊື່ອຟັງ. ດັ່ງນັ້ນ ໃຫ້ເຮົາຖາມຕົວເອງວ່າ: ‘ເມື່ອອ່ານຄຳພີໄບເບິນ ຂ້ອຍຄຶດຕຶກຕອງໃນສິ່ງນັ້ນ ແລະຍອມໃຫ້ຄຳແນະນຳຂອງພະເຈົ້າເຂົ້າເຖິງຄວາມຄິດແລະຄວາມຮູ້ສຶກທີ່ຢູ່ໃນສ່ວນທີ່ເລິກທີ່ສຸດຂອງຂ້ອຍບໍ? ຂ້ອຍສາມາດເຮັດເຊັ່ນນັ້ນຫຼາຍຂຶ້ນອີກໄດ້ບໍ?’—ຄຳເພງ 1:2, 3
12, 13. ພະເຢໂຫວາປັ້ນເຮົາແນວໃດໂດຍໃຊ້ພະລັງບໍລິສຸດແລະປະຊາຄົມຄລິດສະຕຽນ?
12 ພະລັງບໍລິສຸດສາມາດປັ້ນເຮົາໄດ້ໃນຫຼາຍໆທາງ. ຕົວຢ່າງເຊັ່ນ: ພະລັງບໍລິສຸດສາມາດຊ່ວຍເຮົາໃຫ້ຮຽນແບບຄຸນລັກສະນະຂອງພະເຍຊູແລະໃຫ້ສະແດງຄຸນລັກສະນະຕ່າງໆກ່ຽວກັບຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ຄາລາຊີ 5:22, 23) ໜຶ່ງໃນຜົນທີ່ເກີດຈາກພະລັງນັ້ນກໍແມ່ນຄວາມຮັກ. ເຮົາຮັກພະເຈົ້າແລະເຮົາຕ້ອງການທີ່ຈະເຊື່ອຟັງພະອົງແລະໃຫ້ພະອົງປັ້ນເຮົາ ເນື່ອງຈາກເຮົາຮູ້ວ່າຄຳສັ່ງຂອງພະອົງເປັນປະໂຫຍດສຳລັບເຮົາ. ນອກຈາກນັ້ນ ພະລັງບໍລິສຸດຍັງ ສາມາດເຮັດໃຫ້ເຮົາເຂັ້ມແຂງຂຶ້ນເພື່ອເຮົາຈະຫຼີກລ່ຽງການຖືກໂລກຊົ່ວນີ້ປັ້ນເຮົາ. (ເອເຟດ 2:2) ເມື່ອອັກຄະສາວົກໂປໂລຍັງໜຸ່ມ ລາວໄດ້ຮັບອິດທິພົນຈາກພວກຫົວໜ້າສາສະໜາຊາວຢິວທີ່ເປັນຄົນຍິ່ງຈອງຫອງ. ແຕ່ພະລັງບໍລິສຸດໄດ້ຊ່ວຍໂປໂລໃຫ້ປ່ຽນແປງຕົວເອງ. ຕໍ່ມາລາວໄດ້ຂຽນວ່າ: “ເຮົາອາດກະທຳສັບພະທຸກສິ່ງໄດ້ດ້ວຍພະອົງຜູ້ຊູແຮງຂອງເຮົາ.” (ຟີລິບ 4:13) ເຮົາກໍຄືກັນ ຈຳເປັນຕ້ອງຂໍພະລັງບໍລິສຸດ ແລະເຮົາຮູ້ວ່າພະເຢໂຫວາຈະຕອບຄຳອະທິດຖານທີ່ຈິງໃຈຂອງເຮົາ.—ຄຳເພງ 10:17
13 ພະເຢໂຫວາຍັງໃຊ້ປະຊາຄົມຄລິດສະຕຽນແລະຜູ້ເຖົ້າແກ່ເພື່ອປັ້ນເຮົາແຕ່ລະຄົນ. ຕົວຢ່າງເຊັ່ນ: ຖ້າຜູ້ເຖົ້າແກ່ສັງເກດເຫັນວ່າເຮົາມີຈຸດອ່ອນແອ ເຂົາເຈົ້າກໍຈະພະຍາຍາມຊ່ວຍເຮົາ. ຢ່າງໃດກໍຕາມ ເຂົາເຈົ້າບໍ່ໄດ້ໃຫ້ຄຳແນະນຳທີ່ອາໄສຄວາມຄິດຂອງຕົວເອງ. (ຄາລາຊີ 6:1) ແຕ່ເຂົາເຈົ້າໄດ້ອະທິດຖານເຖິງພະເຢໂຫວາຢ່າງຖ່ອມໃຈເພື່ອໃຫ້ມີຄວາມເຂົ້າໃຈແລະມີສະຕິປັນຍາ. ຈາກນັ້ນ ເຂົາເຈົ້າກໍເຮັດການຄົ້ນຄວ້າໂດຍໃຊ້ຄຳພີໄບເບິນແລະສັບພະໜັງສືຕ່າງໆຂອງອົງການຂອງເຮົາເພື່ອຊອກຂໍ້ມູນທີ່ຈະຊ່ວຍເຮົາໄດ້. ຖ້າຜູ້ເຖົ້າແກ່ມາຫາເຈົ້າແລະໃຫ້ຄຳແນະນຳດ້ວຍຄວາມກະລຸນາແລະດ້ວຍຄວາມຮັກ ບາງທີກ່ຽວກັບການນຸ່ງຖືຂອງເຈົ້າ ຂໍໃຫ້ຈື່ໄວ້ວ່າຄຳແນະນຳນີ້ໄດ້ພິສູດໃຫ້ເຫັນວ່າພະເຢໂຫວາຮັກເຈົ້າ. ເມື່ອເຈົ້ານຳໃຊ້ຄຳແນະນຳນັ້ນ ເຈົ້າກໍຈະເປັນຄືກັບດິນດາກທີ່ອ່ອນເຊິ່ງພະເຢໂຫວາສາມາດປັ້ນໄດ້ ແລະເຈົ້າກໍຈະໄດ້ຮັບປະໂຫຍດ.
14. ເຖິງວ່າຈະມີສິດອຳນາດເໜືອດິນດາກ ແຕ່ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າພະອົງນັບຖືສິດໃນການເລືອກຂອງເຮົາ?
14 ຖ້າເຮົາເຂົ້າໃຈວິທີທີ່ພະເຢໂຫວາປັ້ນເຮົາ ສິ່ງນີ້ສາມາດຊ່ວຍເຮົາໃຫ້ມີສາຍສຳພັນທີ່ດີກັບພີ່ນ້ອງຄລິດສະຕຽນ. ນອກຈາກນັ້ນ ເຮົາຍັງຈະມີທັດສະນະໃນດ້ານບວກຕໍ່ກັບຜູ້ຄົນທີ່ຢູ່ໃນເຂດປະກາດຂອງເຮົາ ເຊິ່ງລວມເຖິງນັກສຶກສາຂອງເຮົານຳ. ໃນສະໄໝທີ່ຂຽນຄຳພີໄບເບິນ ກ່ອນທີ່ຈະປັ້ນດິນດາກ ຊ່າງປັ້ນຕ້ອງເຮັດໃຫ້ດິນສະອາດກ່ອນ ແລະເອົາຫີນແລະສິ່ງທີ່ເຈືອປົນຢູ່ນຳອອກໃຫ້ໝົດ. ພະເຢໂຫວາເປັນຊ່າງປັ້ນຜູ້ທີ່ຍິ່ງໃຫຍ່ ພະອົງຊ່ວຍຄົນທີ່ຕ້ອງການໃຫ້ພະອົງປັ້ນ. ພະອົງບໍ່
ໄດ້ບັງຄັບໃຫ້ເຂົາເຈົ້າປ່ຽນແປງຕົວເອງ ແຕ່ໄດ້ສະແດງໃຫ້ເຂົາເຈົ້າເຫັນມາດຕະຖານທີ່ສະອາດຂອງພະອົງ. ຈາກນັ້ນ ເຂົາເຈົ້າຕ້ອງຕັດສິນໃຈເອງຖ້າຕ້ອງການທີ່ຈະເຮັດການປ່ຽນແປງຕ່າງໆທີ່ຈຳເປັນ.15, 16. ນັກສຶກສາຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າຕ້ອງການໃຫ້ພະເຢໂຫວາປັ້ນເຂົາເຈົ້າ? ຂໍໃຫ້ຍົກຕົວຢ່າງ.
15 ຂໍໃຫ້ພິຈາລະນາສິ່ງທີ່ເກີດຂຶ້ນກັບເທດຊີເຊິ່ງເປັນພີ່ນ້ອງຍິງທີ່ຢູ່ປະເທດອົດສະຕຣາລີ. ເປັນເລື່ອງງ່າຍຫຼາຍສຳລັບລາວທີ່ຈະຮຽນຮູ້ໃນສິ່ງທີ່ຄຳພີໄບເບິນສອນ. ຢ່າງໃດກໍຕາມ ລາວບໍ່ໄດ້ປັບປຸງຕົວເອງ ແລະບໍ່ໄດ້ໄປການປະຊຸມ. ພີ່ນ້ອງຍິງທີ່ສຶກສາໃຫ້ລາວໄດ້ອະທິດຖານເຖິງພະເຢໂຫວາແລະໄດ້ຕັດສິນໃຈທີ່ຈະເຊົາສຶກສາກັບເທດຊີ. ຈາກນັ້ນມີສິ່ງທີ່ໜ້າອັດສະຈັນເກີດຂຶ້ນ. ໃນຕອນທີ່ສຶກສາ ເທດຊີໄດ້ບອກຜູ້ນຳການສຶກສາຂອງລາວໃຫ້ຮູ້ສາເຫດທີ່ລາວບໍ່ໄດ້ປັບປຸງຕົວເອງ. ເທດຊີບອກວ່າ ລາວຮູ້ສຶກຄືກັບເປັນຄົນຕີສອງໜ້າເພາະລາວມັກຫຼິ້ນການພະນັນຫຼາຍ. ແຕ່ຕອນນີ້ເທດຊີໄດ້ຕັດສິນໃຈທີ່ຈະເຊົາຫຼິ້ນການພະນັນ.
16 ບໍ່ດົນຫຼັງຈາກນັ້ນ ເທດຊີກໍເລີ່ມໄປການປະຊຸມແລະສະແດງຄຸນລັກສະນະຕ່າງໆແບບຄລິດສະຕຽນເຖິງວ່າໝູ່ເກົ່າຈະເຍາະເຍີ້ຍລາວກໍຕາມ. ຕໍ່ມາ ເທດຊີກໍໄດ້ຮັບບັບເຕມາແລະໄດ້ເປັນໄພໂອເນຍປະຈຳ ທັ່ງໆທີ່ມີລູກຍັງນ້ອຍ. ດັ່ງນັ້ນຈຶ່ງເຫັນໄດ້ແຈ້ງວ່າເມື່ອນັກສຶກສາຄຳພີໄບເບິນເລີ່ມເຮັດການປ່ຽນແປງຕົວເອງເພື່ອເຮັດໃຫ້ພະເຈົ້າພໍໃຈ ພະອົງກໍຈະໃກ້ຊິດກັບເຂົາເຈົ້າແລະຈະປັ້ນເຂົາເຈົ້າໃຫ້ເປັນເຄື່ອງໃຊ້ທີ່ມີລາຄາແພງ.
17. (ກ) ການທີ່ພະເຢໂຫວາເປັນຊ່າງປັ້ນຕົວເຈົ້າ ສິ່ງໃດດຶງດູດໃຈເຈົ້າ? (ຂ) ໃນບົດຄວາມຕໍ່ໄປເຮົາຈະພິຈາລະນາການປັ້ນໃນດ້ານໃດແດ່?
17 ໃນທຸກມື້ນີ້ຊ່າງປັ້ນບາງຄົນຍັງໃຊ້ມືປັ້ນດິນດາກຢ່າງປະນີດເພື່ອໃຫ້ເປັນເຄື່ອງໃຊ້ທີ່ງົດງາມ. ຄ້າຍຄືກັນ ພະເຢໂຫວາປັ້ນເຮົາຢ່າງອົດທົນໂດຍໃຊ້ຄຳແນະນຳຂອງພະອົງ ແລະພະອົງເຝົ້າເບິ່ງຢ່າງໃກ້ຊິດວ່າເຮົາຈະຕອບສະໜອງແນວໃດ. (ອ່ານຄຳເພງ 32:8) ເຈົ້າເຫັນບໍວ່າພະເຢໂຫວາສົນໃຈໃນຕົວເຈົ້າ? ເຈົ້າເຫັນບໍກ່ຽວກັບວິທີທີ່ພະເຢໂຫວາປັ້ນເຈົ້າຢ່າງປະນີດ? ຖ້າເປັນເຊັ່ນນັ້ນ ຄຸນລັກສະນະອັນໃດແດ່ທີ່ຈະຊ່ວຍເຈົ້າໃຫ້ເປັນຄືກັບດິນດາກທີ່ອ່ອນເຊິ່ງພະເຢໂຫວາສາມາດປັ້ນໄດ້? ເຈົ້າຕ້ອງຫຼີກລ່ຽງນິດໄສແບບໃດແດ່ເພື່ອເຈົ້າຈະບໍ່ເປັນຄືກັບດິນດາກທີ່ແຂງເຊິ່ງປັ້ນບໍ່ໄດ້? ແລະເພື່ອຈະປັ້ນລູກຂອງຕົນ ພໍ່ແມ່ຈະຮ່ວມມືກັບພະເຢໂຫວາແນວໃດ? ບົດຄວາມຕໍ່ໄປຈະຕອບຄຳຖາມເຫຼົ່ານີ້.