ຄຸນລັກສະນະທີ່ດີແບບພະເຈົ້າມີຄ່າຫຼາຍກວ່າເພັດ
ຜູ້ຄົນຖືວ່າເພັດເປັນອັນຍະມະນີທີ່ມີຄ່າຫຼາຍ. ເພັດບາງເມັດ ມີມູນຄ່າຫຼາຍລ້ານໂດລາສະຫະລັດ. ແຕ່ມີສິ່ງໃດບໍທີ່ພະເຈົ້າ ຖືວ່າມີຄ່າຫຼາຍກວ່າເພັດຫຼືອັນຍະມະນີປະເພດອື່ນໆ?
ຮາຍການຸດເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາເຊິ່ງອາໄສຢູ່ປະເທດອາກເມນີ ລາວເຫັນປັດສະປໍເຮ່ຍຢູ່ໃກ້ເຮືອນແລະຢູ່ທາງໃນປັດສະປໍມີບັດເດບິດແລະເງິນຈຳນວນຫຼາຍ. ຮາຍການຸດໄດ້ບອກຜົວໃນສິ່ງທີ່ລາວພົບ ຜົວຂອງລາວກໍເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາເຊັ່ນກັນ.
ຜົວເມຍຄູ່ນີ້ມີບັນຫາໜັກໜ່ວງທາງເສດຖະກິດແລະກໍມີໜີ້ສິນ. ແຕ່ເຂົາເຈົ້າໄດ້ຕັດສິນໃຈເອົາເງິນໄປສົ່ງຄືນຕາມທີ່ຢູ່ໃນປັດສະປໍ. ຜູ້ຊາຍທີ່ເຮັດປັດສະປໍເຮ່ຍແລະຄົນໃນຄອບຄົວຂອງລາວພາກັນແປກໃຈ. ຮາຍການຸດແລະຜົວໄດ້ອະທິບາຍວ່າເຂົາເຈົ້າສັດຊື່ຍ້ອນວ່າກຳລັງຮຽນຮູ້ໃນສິ່ງທີ່ຄຳພີໄບເບິນສອນ. ຈາກນັ້ນເຂົາເຈົ້າໄດ້ໃຊ້ໂອກາດນີ້ເພື່ອເວົ້າເລື່ອງພະເຢໂຫວາແລະເອົາປຶ້ມບາງຫົວໃຫ້ຄອບຄົວນີ້.
ຄອບຄົວນີ້ຕ້ອງການທີ່ຈະເອົາເງິນຈຳນວນໜຶ່ງໃຫ້ຮາຍການຸດເພື່ອເປັນລາງວັນ ແຕ່ລາວບໍ່ຍອມຮັບເອົາ. ມື້ຕໍ່ມາ ເມຍຂອງຜູ້ຊາຍຄົນນັ້ນໄດ້ມາຫາຮາຍການຸດແລະຜົວຢູ່ທີ່ເຮືອນ ເພື່ອສະແດງວ່າລາວຮູ້ສຶກຂອບໃຈແທ້ໆ ຜູ້ຍິງຄົນນີ້ຂໍຮ້ອງໃຫ້ຮາຍການຸດຮັບເອົາແຫວນເພັດວົງໜຶ່ງ.
ຄືກັບຄອບຄົວນັ້ນ ຫຼາຍຄົນຈະແປກໃຈໃນຄວາມສັດຊື່ທີ່ຮາຍການຸດແລະຜົວໄດ້ສະແດງອອກມາ. ແຕ່ພະເຢໂຫວາແປກໃຈບໍ? ພະອົງຄິດແນວໃດຕໍ່ກັບຄວາມສັດຊື່ຂອງເຂົາເຈົ້າ? ຄວາມສັດຊື່ຂອງເຂົາເຈົ້າໄດ້ຮັບຜົນທີ່ຄຸ້ມຄ່າບໍ?
ຄຸນລັກສະນະຕ່າງໆທີ່ມີຄ່າຫຼາຍກວ່າວັດຖຸສິ່ງຂອງ
ຄຳຕອບສຳລັບຄຳຖາມເຫຼົ່ານັ້ນບໍ່ຍາກເລີຍ. ຍ້ອນຫຍັງ? ກໍຍ້ອນວ່າຜູ້ຮັບໃຊ້ຂອງພະເຢໂຫວາຮູ້ວ່າການຮຽນແບບຄຸນລັກສະນະຕ່າງໆຂອງພະອົງມີຄ່າຕໍ່ພະອົງຫຼາຍກວ່າເພັດ ຄຳ ຫຼືວັດຖຸສິ່ງຂອງອື່ນໆ. ແມ່ນແລ້ວ ສິ່ງທີ່ພະເຢໂຫວາຖືວ່າມີຄ່າແຕກຕ່າງຈາກສິ່ງທີ່ຜູ້ຄົນຖືວ່າມີຄ່າທີ່ສຸດ. (ເອຊາອີ 55:8, 9) ຜູ້ຮັບໃຊ້ຂອງພະອົງຮູ້ສຶກວ່າສິ່ງທີ່ມີຄ່າຫຼາຍທີ່ສຸດແມ່ນການພະຍາຍາມຮຽນແບບຄຸນລັກສະນະຕ່າງໆຂອງພະອົງ.
ເຮົາເຫັນເລື່ອງຈາກສິ່ງທີ່ຄຳພີໄບເບິນບອກກ່ຽວກັບຄວາມເຂົ້າໃຈແລະສະຕິປັນຍາ. ສຸພາສິດ 3:13-15 ກ່າວວ່າ: ‘ຄົນທີ່ພົບຄວາມປັນຍາແລະຄົນທີ່ໄດ້ຄວາມເຂົ້າໃຈກໍເປັນສຸກຫຼາຍ ເຫດວ່າໄດ້ຄວາມປັນຍາກໍດີກວ່າໄດ້ເງິນ ແລະດອກເບ້ຍແຕ່ຄວາມປັນຍາດີກວ່າຄຳຢ່າງບໍລິສຸດ. ຄວາມປັນຍາປະເສີດກວ່າຫີນແກ້ວທັງຫຼາຍ ແລະສິ່ງຂອງທັງຫຼາຍທີ່ເຈົ້າປາຖະໜາກໍບໍ່ທຽບເທົ່າກັບຄວາມປັນຍາ.’ ເຫັນໄດ້ແຈ້ງວ່າ ພະເຢໂຫວາຖືວ່າຄຸນລັກສະນະເຫຼົ່ານີ້ມີຄ່າຫຼາຍກວ່າຊັບສົມບັດໃດໆ.
ແລ້ວເລື່ອງຄວາມສັດຊື່ເດ?
ພະເຢໂຫວາເອງກໍສັດຊື່ ແລະພະອົງ “ເວົ້າຄຳຕົວະບໍ່ໄດ້.” (ຕິໂຕ 1:2) ພະອົງດົນໃຈໃຫ້ອັກຄະສາວົກໂປໂລຂຽນເຖິງຄລິດສະຕຽນຊາວເຫບເລີໃນສະຕະວັດທຳອິດວ່າ: ‘ຈົ່ງຂໍອ້ອນວອນສຳລັບພວກເຮົາ ເຫດວ່າພວກເຮົາໄວ້ໃຈວ່າພວກເຮົາມີໃຈຮູ້ຜິດແລະຊອບເປັນອັນດີ ແລະຢາກປະພຶດຕົວສັດຊື່ໃນການທັງປວງ.’—ເຫບເລີ 13:18
ພະເຍຊູຄລິດວາງແບບຢ່າງທີ່ດີໃນເລື່ອງຄວາມສັດຊື່. ຕົວຢ່າງເຊັ່ນ: ເມື່ອປະໂລຫິດໃຫຍ່ກາອີເຟໄດ້ເວົ້າວ່າ: ‘ເຮົາຂໍສັ່ງທ່ານໃຫ້ສາບານໃນນາມພະເຈົ້າຜູ້ເປັນຊີວິດຢູ່ ໃຫ້ທ່ານບອກເຮົາທັງຫຼາຍວ່າທ່ານເປັນພະຄລິດ ພະບຸດຂອງພະເຈົ້າຫຼືບໍ່?’ ພະເຍຊູສະແດງຄວາມສັດຊື່ແລະໄດ້ລະບຸຕົວເອງວ່າເປັນເມຊີ. ພະອົງໄດ້ເວົ້າຄວາມຈິງເຖິງແມ່ນຮູ້ວ່າສານຊັນເຮດຣິນສາມາດກ່າວຫາພະອົງວ່າເປັນຄົນໝິ່ນປະໝາດພະເຈົ້າແລະນັ້ນຈະເຮັດໃຫ້ພະອົງຖືກປະຫານຊີວິດ.—ມັດທາຍ 26:63-67
ແລ້ວເຮົາເດ? ຖ້າເຮົາຢູ່ໃນສະຖານະການທີ່ອາດເຮັດໃຫ້ເຮົາໄດ້ຮັບຜົນປະໂຫຍດທາງວັດຖຸໂດຍບໍ່ໄດ້ບອກຄວາມຈິງທັງໝົດກັບບາງຄົນ ຫຼືໂດຍການປ່ຽນແປງຄວາມຈິງບາງຢ່າງພຽງເລັກໜ້ອຍ ເຮົາຍັງຈະເປັນຄົນທີ່ສັດຊື່ບໍ?
ຂໍ້ທ້າທາຍໃນການເປັນຄົນສັດຊື່
ເປັນເລື່ອງຍາກທີ່ຈະເປັນຄົນສັດຊື່ໃນສະໄໝສຸດທ້າຍນີ້ ເມື່ອຫຼາຍຄົນເປັນຄົນ “ຮັກແຕ່ຕົວເອງ ມັກເງິນຄຳ.” (2 ຕີໂມເຕ 3:2) ເມື່ອມີວິກິດການທາງການເງິນຫຼືເມື່ອຊອກວຽກເຮັດໄດ້ຍາກ ດັ່ງນັ້ນຫຼາຍຄົນຈຶ່ງເປັນຄົນຂີ້ລັກ ຫຼອກລວງ ຫຼືເຮັດສິ່ງອື່ນໆທີ່ບໍ່ສັດຊື່. ຄວາມຄິດແບບນີ້ມີຢູ່ທົ່ວໄປຈົນຫຼາຍຄົນຮູ້ສຶກ ວ່າວິທີທາງດຽວທີ່ຈະໄດ້ຮັບຜົນປະໂຫຍດທາງດ້ານວັດຖຸກໍຄືການເປັນຄົນບໍ່ສັດຊື່. ແມ່ນແຕ່ຄລິດສະຕຽນບາງຄົນກໍເຮັດການຕັດສິນໃຈທີ່ບໍ່ດີ ແລະ “ຫາຜົນປະໂຫຍດໃຫ້ຕົວເອງ” ດັ່ງນັ້ນ ເຂົາເຈົ້າຈຶ່ງສູນເສຍຊື່ສຽງທີ່ດີໃນປະຊາຄົມ.—1 ຕີໂມເຕ 3:8, ລ.ມ.; ຕິໂຕ 1:7
ແຕ່ຄລິດສະຕຽນສ່ວນຫຼາຍຮຽນແບບພະເຍຊູ. ເຂົາເຈົ້າສຳນຶກວ່າການມີຄຸນລັກສະນະຕ່າງໆແບບພະເຈົ້າມີຄ່າຫຼາຍກວ່າຄວາມຮັ່ງມີຫຼືຜົນປະໂຫຍດໃດໆກໍຕາມ. ດ້ວຍເຫດນີ້ ເມື່ອຢູ່ໂຮງຮຽນຄລິດສະຕຽນທີ່ເປັນໄວໜຸ່ມຈຶ່ງບໍ່ສໍ້ໂກງເພື່ອຈະໄດ້ຄະແນນດີໆ. (ສຸພາສິດ 20:23) ການເປັນຄົນສັດຊື່ອາດຈະບໍ່ໄດ້ຮັບລາງວັນສະເໝີໄປ ຄືກັບທີ່ຮາຍການຸດໄດ້ຮັບ. ແຕ່ການເປັນຄົນສັດຊື່ເປັນສິ່ງທີ່ພະເຈົ້າບອກວ່າເປັນສິ່ງທີ່ຖືກຕ້ອງແລະເຮັດໃຫ້ເຮົາມີສະຕິຮູ້ສຶກຜິດຊອບທີ່ສະອາດເຊິ່ງເປັນສິ່ງທີ່ມີຄ່າຢ່າງແທ້ຈິງ.
ຕົວຢ່າງຂອງກາກິກສະແດງໃຫ້ເຫັນໃນເລື່ອງນີ້. ລາວເວົ້າວ່າ: “ກ່ອນທີ່ຈະເຂົ້າມາເປັນຄລິດສະຕຽນ ຂ້ອຍເຮັດວຽກໃຫ້2 ໂກລິນໂທ 8:21
ກັບບໍລິສັດໃຫຍ່ແຫ່ງໜຶ່ງເຊິ່ງເຈົ້າຂອງບໍລິສັດໄດ້ຫຼີກລ່ຽງການຈ່າຍພາສີ ໂດຍແຈ້ງຜົນກຳໄລພຽງເລັກໜ້ອຍເທົ່ານັ້ນ. ເນື່ອງຈາກເປັນອຳນວຍການ ບໍລິສັດຈຶ່ງຄາດໝາຍໃຫ້ຂ້ອຍເຮັດ ‘ຂໍ້ຕົກລົງ’ ກັບຕົວແທນຄິດໄລ່ອາກອນໂດຍການຊື້ຈ້າງລາວໃຫ້ເບິ່ງຂ້າມການກະທຳທີ່ສໍ້ໂກງນັ້ນ. ຜົນກໍຄື ຂ້ອຍມີຊື່ສຽງວ່າເປັນຄົນບໍ່ສັດຊື່. ເມື່ອຂ້ອຍໄດ້ຮຽນຮູ້ຄວາມຈິງໃນຄຳພີໄບເບິນຂ້ອຍຈຶ່ງປະຕິເສດການເຮັດແບບນັ້ນ ເຖິງວ່າໄດ້ເງິນເດືອນສູງກໍຕາມ. ຕໍ່ມາຂ້ອຍໄດ້ເປີດບໍລິສັດເປັນຂອງຕົວເອງ ແລະຂ້ອຍໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ ແລະໄດ້ເສຍອາກອນທຸກຢ່າງນັບຕັ້ງມື້ທີ່ຂ້ອຍເປີດບໍລິສັດ.”—ກາກິກເວົ້າວ່າ: “ລາຍຮັບຂອງຂ້ອຍຫຼຸດລົງເປັນເຄິ່ງ ດັ່ງນັ້ນຈຶ່ງເປັນເລື່ອງທ້າທາຍໃນການຫາລ້ຽງຄອບຄົວ. ແຕ່ຂ້ອຍມີຄວາມສຸກຫຼາຍໃນຕອນນີ້. ຂ້ອຍມີສະຕິຮູ້ສຶກຜິດຊອບທີ່ດີຕໍ່ໜ້າພະເຢໂຫວາ. ຂ້ອຍເປັນຕົວຢ່າງທີ່ດີໃຫ້ກັບລູກຊາຍສອງຄົນ ແລະຂ້ອຍມີຄຸນສົມບັດສຳລັບສິດທິພິເສດຕ່າງໆໃນປະຊາຄົມ. ຕອນນີ້ຂ້ອຍມີຊື່ສຽງວ່າເປັນຄົນສັດຊື່ໃນທ່າມກາງຜູ້ກວດບັນຊີອາກອນແລະຄົນອື່ນໆທີ່ຂ້ອຍເຮັດທຸລະກິດນຳ.”
ພະເຢໂຫວາຊ່ວຍເຫຼືອເຮົາ
ພະເຢໂຫວາຮັກຄົນທີ່ນຳຄຳສັນລະເສີນມາໃຫ້ພະອົງໂດຍການຮຽນແບບຄຸນລັກສະນະຕ່າງໆທີ່ດີເລີດຂອງພະອົງ ເຊິ່ງກໍລວມເຖິງຄວາມສັດຊື່ນຳ. (ຕິໂຕ 2:10) ເມື່ອເຮົາເຮັດແບບນີ້ ພະອົງສັນຍາທີ່ຈະຊ່ວຍເຫຼືອເຮົາ. ພະອົງດົນໃຈກະສັດດາວິດໃຫ້ເວົ້າວ່າ: ‘ຕັ້ງແຕ່ຂ້ອຍເປັນຄົນໜຸ່ມຈົນດຽວນີ້ກໍເຖົ້າແລ້ວ ແລະຂ້ອຍບໍ່ໄດ້ເຫັນຄົນຊອບຖືກປະຖິ້ມຫຼືເຊື້ອສາຍຂອງລາວຂໍເຂົ້າກິນ.’—ຄຳເພງ 37:25
ປະສົບການຂອງລຶດພິສູດເຖິງເລື່ອງນີ້. ລຶດອາໄສຢູ່ກັບນາໂອມີຢ່າງພັກດີ ແທນທີ່ລາວຈະປະຖິ້ມແມ່ຍ່າຍ້ອນວ່າເພິ່ນເຖົ້າແລ້ວ. ລຶດຍ້າຍມາອາໄສຢູ່ປະເທດອິດສະລາແອນ ເຊິ່ງເປັນບ່ອນທີ່ລາວສາມາດນະມັດສະການພະເຈົ້າອົງທ່ຽງແທ້. (ລຶດ 1:16, 17) ລຶດສັດຊື່ແລະເຮັດວຽກໜັກໃນການເກັບເມັດເຂົ້າທີ່ຕົກເຮ່ຍເຊິ່ງເປັນການຈັດຕຽມຜ່ານທາງພະບັນຍັດສຳລັບຄົນທີ່ທຸກຍາກ. ຕໍ່ມາດາວິດກໍປະສົບສິ່ງທີ່ຄ້າຍໆກັນນີ້ ພະເຢໂຫວາບໍ່ເຄີຍປະຖິ້ມລຶດແລະນາໂອມີ. (ລຶດ 2:2-18) ພະອົງບໍ່ພຽງແຕ່ຈັດໃຫ້ລຶດມີສິ່ງທີ່ຈຳເປັນທາງດ້ານວັດຖຸເທົ່ານັ້ນ ແຕ່ໄດ້ເລືອກລາວໃຫ້ເປັນສ່ວນໜຶ່ງຂອງເຊື້ອສາຍຂອງກະສັດດາວິດ ແລະແມ່ນແຕ່ເປັນເຊື້ອສາຍຂອງເມຊີຜູ້ທີ່ພະເຈົ້າໄດ້ສັນຍາໄວ້!—ລຶດ 4:13-17; ມັດທາຍ 1:5, 16
ອາດເປັນເລື່ອງຍາກຫຼາຍສຳລັບບາງຄົນທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາທີ່ຈະຫາເງິນໃຫ້ພຽງພໍສຳລັບສິ່ງຈຳເປັນພື້ນຖານຂອງເຂົາເຈົ້າ. ແທນທີ່ຈະພະຍາຍາມຊອກຫາທາງອອກແບບງ່າຍໆດ້ວຍການເປັນຄົນບໍ່ສັດຊື່ ແຕ່ເຂົາເຈົ້າພັດໄດ້ເຮັດວຽກໜັກແລະດຸໝັ່ນ. ໂດຍການເຮັດແບບນີ້ ເຂົາເຈົ້າສະແດງໃຫ້ເຫັນວ່າຄຸນລັກສະນະຕ່າງໆທີ່ດີເລີດຂອງພະເຈົ້າເຊິ່ງລວມເຖິງຄວາມສັດຊື່ມີຄ່າຫຼາຍກວ່າສຳລັບເຂົາເຈົ້າເມື່ອສົມທຽບກັບວັດຖຸສິ່ງຂອງຕ່າງໆ.—ສຸພາສິດ 12:24; ເອເຟດ 4:28
ຄືກັບລຶດ ຄລິດສະຕຽນທີ່ຢູ່ທົ່ວໂລກສະແດງຄວາມເຊື່ອໃນລິດເດດແຫ່ງການຊ່ວຍເຫຼືອຈາກພະເຢໂຫວາ. ເຂົາເຈົ້າໄວ້ວາງໃຈຢ່າງເຕັມທີໃນຜູ້ທີ່ໄດ້ສັນຍາວ່າ: “ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ.” (ເຫບເລີ 13:5) ເທື່ອແລ້ວເທື່ອອີກ ພະເຢໂຫວາໄດ້ສະແດງໃຫ້ເຫັນວ່າພະອົງສາມາດແລະຈະຊ່ວຍຄົນທີ່ສັດຊື່ໃນທຸກເວລາ. ພະອົງຮັກສາຄຳສັນຍາສະເໝີທີ່ວ່າຈະຈັດຕຽມສິ່ງຈຳເປັນພື້ນຖານໃຫ້ສຳລັບຜູ້ຮັບໃຊ້ຂອງພະອົງ.—ມັດທາຍ 6:33
ແມ່ນຢູ່ ມະນຸດອາດຖືວ່າເພັດແລະວັດຖຸສິ່ງຂອງອື່ນໆມີຄ່າ ແຕ່ເຮົາສາມາດໝັ້ນໃຈໄດ້ວ່າພໍ່ຂອງເຮົາທີ່ຢູ່ທາງພາກສະຫວັນເຫັນຄ່າຄວາມສັດຊື່ແລະຄຸນລັກສະນະທີ່ດີອື່ນໆຂອງເຮົາວ່າມີຄ່າຫຼາຍຍິ່ງກວ່າເພັດພອຍຊະນິດໃດໆ!