ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້​ຊາຍ​ທີ່​ມີ “ກ່ອງ​ນໍ້າ​ໝຶກ​ຂອງ​ເລຂານຸການ” ໝາຍ​ເຖິງ​ ພະ​ເຍຊູ​ຄລິດ. ພະອົງ​ຈະ​ເປັນ​ຜູ້​ທີ່​ໝາຍ​ຄົນ​ທີ່​ຈະ​ລອດ​ຊີວິດ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ໃນ​ນິມິດ​ຂອງ​ເອເຊກຽນ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ກ່ອງ​ນໍ້າ​ໝຶກ​ຂອງ​ເລຂານຸການ​ແລະ​ຜູ້​ຊາຍ​ຫົກ​ຄົນ​ທີ່​ຖື​ເຄື່ອງ​ອາວຸດ​ທຸບ​ທຳລາຍ ຄົນ​ເຫຼົ່າ​ນັ້ນ​ໝາຍ​ເຖິງ​ໃຜ?

ຜູ້​ຊາຍ​ຫົກ​ຄົນ​ນັ້ນ​ໝາຍ​ເຖິງ​ກອງທັບ​ທູດ​ສະຫວັນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ​ແລະ​ຍັງ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ທຳລາຍ​ໂລກ​ຊົ່ວ​ຂອງ​ຊາຕານ​ໃນ​ສົງຄາມ​ອະລະມະເຄໂດນ. ນີ້​ເປັນ​ການ​ປັບ​ຄວາມ​ເຂົ້າ​ໃຈ​ໃໝ່. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ຈຳເປັນ?

ກ່ອນ​ປີ 607 ກ່ອນ ຄ.ສ. ພະ​ເຢໂຫວາ​ໄດ້​ໃຫ້​ນິມິດ​ແກ່​ເອເຊກຽນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເມືອງ​ເຢຣຶຊາເລມ​ກ່ອນ​ທີ່​ເມືອງ​ນີ້​ຈະ​ຖືກ​ທຳລາຍ. ໃນ​ນິມິດ ເອເຊກຽນ​ໄດ້​ເຫັນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ໃນ​ທີ່​ນັ້ນ. ຈາກ​ນັ້ນ ລາວ​ໄດ້​ເຫັນ​ຜູ້​ຊາຍ​ຫົກ​ຄົນ​ເຊິ່ງ​ແຕ່​ລະ​ຄົນ​ຖື “ເຄື່ອງ​ອາວຸດ​ທຸບ​ທຳລາຍ” ນອກ​ຈາກ​ນັ້ນ​ຍັງ​ມີ​ຜູ້​ຊາຍ​ອີກ​ຄົນ​ໜຶ່ງ​ຢູ່​ກັບ​ເຂົາ​ເຈົ້າ​ເຊິ່ງ “ໃສ່​ຊຸດ​ຜ້າ​ລິ​ນິນ” ແລະ​ມີ “ກ່ອງ​ນໍ້າ​ໝຶກ​ຂອງ​ເລຂານຸການ.” (ເອເຊກຽນ 8:6-12; 9:2, 3, ລ.ມ.) ມີ​ການ​ບອກ​ຜູ້​ຊາຍ​ຄົນ​ນີ້​ໃຫ້​ໄປ​ທົ່ວ​ເມືອງ ‘ແລະ​ໃຫ້​ໝາຍ​ໜ້າ​ຜາກ​ຄົນ​ທີ່​ທຸກ​ໃຈ​ແລະ​ຮ້ອງ​ຄາງ​ຍ້ອນ​ການ​ໜ້າ​ກຽດ​ໜ້າ​ຊັງ​ທີ່​ເຮັດ​ຢູ່​ໃນ​ເມືອງ​ນີ້.’ ຈາກ​ນັ້ນ​ມີ​ການ​ບອກ​ຜູ້​ຊາຍ​ຫົກ​ຄົນ​ທີ່​ຖື​ເຄື່ອງ​ອາວຸດ​ໃຫ້​ຂ້າ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ເຊິ່ງ​ບໍ່​ມີ​ເຄື່ອງ​ໝາຍ​ຢູ່​ໜ້າ​ຜາກ. (ເອເຊກຽນ 9:4-7) ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ຈາກ​ນິມິດ​ນີ້ ແລະ​ຜູ້​ຊາຍ​ທີ່​ມີ “ກ່ອງ​ນໍ້າ​ໝຶກ​ຂອງ​ເລຂານຸການ” ແມ່ນ​ໃຜ?

ເອເຊກຽນ​ໄດ້​ຮັບ​ນິມິດ​ນີ້​ໃນ​ປີ 612 ກ່ອນ ຄ.ສ. ນີ້​ແມ່ນ​ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ​ໃນ​ຄັ້ງ​ທຳອິດ​ໃນ​ເວລາ​ຫ້າ​ປີ​ຕໍ່​ມາ ເມື່ອ​ພະ​ເຢໂຫວາ​ຍອມ​ໃຫ້​ກອງ​ທະຫານ​ບາບີໂລນ​ທຳລາຍ​ເມືອງ​ເຢຣຶຊາເລມ. ໂດຍ​ວິທີ​ນີ້ ພະອົງ​ໃຊ້​ຊາວ​ບາບີໂລນ​ໃຫ້​ລົງໂທດ​ປະຊາຊົນ​ຂອງ​ພະອົງ​ທີ່​ບໍ່​ເຊື່ອ​ຟັງ. (ເຢເຣມີ 25:9, 15-18) ແຕ່​ສຳລັບ​ຄົນ​ຢິວ​ທີ່​ຊອບທຳ​ເດ​ເຊິ່ງ​ບໍ່​ເຫັນ​ດີ​ກັບ​ຄວາມ​ຊົ່ວ​ທຸກ​ຢ່າງ​ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ເມືອງ​ນີ້? ພະ​ເຢໂຫວາ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປົກ​ປ້ອງ.

ໃນ​ນິມິດ ເອເຊກຽນ​ບໍ່​ໄດ້​ໝາຍ​ໜ້າ​ຜາກ​ຂອງ​ຜູ້​ໃດ​ແທ້ໆຫຼື​ມີ​ສ່ວນ​ໃນ​ການ​ທຳລາຍ​ເມືອງ. ແຕ່​ແມ່ນ​ພວກ​ທູດ​ສະຫວັນ​ເປັນ​ຜູ້​ບັນຊາ​ການ​ໃຫ້​ທຳລາຍ​ເມືອງ​ເຢຣຶຊາເລມ. ດັ່ງ​ນັ້ນ ຄຳ​ພະຍາກອນ​ນີ້​ຈຶ່ງ​ເປີດ​ໂອກາດ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະຫວັນ. ພະ​ເຢໂຫວາ​ບອກ​ພວກ​ທູດ​ສະຫວັນ​ຂອງ​ພະອົງ​ໃຫ້​ກຽມ​ການ​ທຳລາຍ​ຄົນ​ຊົ່ວ​ແລະ​ໃຫ້​ແນ່​ໃຈ​ວ່າ​ຄົນ​ຊອບທຳ​ຈະ​ລອດ​ຊີວິດ. *

ຄຳ​ພະຍາກອນ​ນີ້​ຍັງ​ຈະ​ສຳເລັດ​ເປັນ​ຈິງ​ໃນ​ອະນາຄົດ. ພວກ​ເຮົາ​ເຄີຍ​ເວົ້າ​ວ່າ​ຜູ້​ຊາຍ​ທີ່​ມີ​ກ່ອງ​ນໍ້າ​ໝຶກ​ຂອງ​ເລຂານຸການ​ໝາຍ​ເຖິງ​ຜູ້​ຖືກ​ເຈີມ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້. ນອກ​ຈາກ​ນັ້ນ ພວກ​ເຮົາ​ຍັງ​ໄດ້​ເວົ້າ​ວ່າ​ຜູ້​ຄົນ​ທີ່​ຟັງ​ແລະ​ຍອມ​ຮັບ​ເອົາ​ຂ່າວ​ດີ​ທີ່​ເຮົາ​ປະກາດ​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ລອດ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້​ເຫັນ​ໄດ້​ແຈ້ງ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ວິທີ​ທີ່​ເຮົາ​ອະທິບາຍ​ກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ​ນີ້. ເຮົາ​ໄດ້​ຮຽນ​ຮູ້​ຈາກ​ມັດທາຍ 25:31-33 ວ່າ ພະ​ເຍຊູ​ເປັນ​ຜູ້​ທີ່​ຕັດສິນ​ຜູ້​ຄົນ. ພະອົງ​ຈະ​ເຮັດ​ສິ່ງ​ນີ້​ໃນ​ອະນາຄົດ​ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ໃນ​ຕອນ​ນັ້ນ ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ​ຄື​ກັບ​ແກະ​ຈະ​ລອດ​ຊີວິດ ແລະ​ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ​ຄື​ກັບ​ແບ້​ຈະ​ຖືກ​ທຳລາຍ.

ດັ່ງ​ນັ້ນ ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ນິມິດ​ຂອງ​ເອເຊກຽນ? ເຮົາ​ຮຽນ​ຮູ້​ບົດຮຽນ​ຫ້າ​ເລື່ອງ​ຕໍ່​ໄປ​ນີ້:

  1.  ກ່ອນ​ທີ່​ເມືອງ​ເຢຣຶຊາເລມ​ຈະ​ຖືກ​ທຳລາຍ ເອເຊກຽນ​ແລະ​ລວມ​ເຖິງ​ເຢເຣມີ​ແລະ​ເອຊາອີ ເຂົາ​ເຈົ້າ​ໄດ້​ເຕືອນ​ຜູ້​ຄົນ​ໃນ​ສິ່ງ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ນີ້. ເຂົາ​ເຈົ້າ​ເປັນ​ຄື​ກັບ​ຄົນ​ເຝົ້າ​ຍາມ. ໃນ​ປັດຈຸບັນ​ນີ້ ພະ​ເຢໂຫວາ​ໄດ້​ໃຊ້​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆກຸ່ມ​ໜຶ່ງ​ເພື່ອ​ສອນ​ຜູ້​ຄົນ​ແລະ​ເຕືອນ​ຄົນ​ເຫຼົ່າ​ນັ້ນ ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ. ທີ່​ຈິງ ປະຊາຊົນ​ທຸກ​ຄົນ​ຂອງ​ພະເຈົ້າ​ເຊິ່ງ​ໝາຍ​ເຖິງ​ຜູ້​ຮັບໃຊ້​ຂອງ​ພະ​ຄລິດ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ວຽກ​ເຕືອນ​ນີ້.—ມັດທາຍ 24:45-47

  2.  ເອເຊກຽນ​ບໍ່​ໄດ້​ໝາຍ​ໜ້າ​ຜາກ​ຂອງ​ຄົນ​ທີ່​ຈະ​ລອດ​ຊີວິດ ແລະ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ເຂົາ​ເຈົ້າ​ພຽງ​ແຕ່​ປະກາດ​ໃຫ້​ຜູ້​ຄົນ​ຮູ້​ແລະ​ເຕືອນ​ຄົນ​ເຫຼົ່າ​ນັ້ນ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ວຽກ​ປະກາດ​ໃນ​ທົ່ວ​ໂລກ​ດຳເນີນ​ໄປ​ກໍ​ຍ້ອນ​ການ​ຊ່ວຍ​ເຫຼືອ​ຈາກ​ພວກ​ທູດ​ສະຫວັນ.—ຄຳປາກົດ 14:6

  3.  ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຊີວິດ​ໃນ​ສະໄໝ​ຂອງ​ເອເຊກຽນ​ບໍ່​ມີ​ເຄື່ອງ​ໝາຍ​ແທ້ໆຢູ່​ທີ່​ໜ້າ​ຜາກ​ຂອງ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ຄົນ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຊີວິດ​ກໍ​ຈະ​ບໍ່​ມີ​ເຄື່ອງ​ໝາຍ​ຢູ່​ໜ້າ​ຜາກ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ຜູ້​ຄົນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? ເມື່ອ​ໄດ້​ຍິນ​ຄຳ​ເຕືອນ ເຂົາ​ເຈົ້າ​ຕ້ອງ​ຮຽນ​ແບບ​ພະ​ຄລິດ ອຸທິດ​ຊີວິດ​ໃຫ້​ແກ່​ພະເຈົ້າ ແລະ​ສະໜັບສະໜູນ​ພີ່​ນ້ອງ​ຂອງ​ພະ​ຄລິດ​ໂດຍ​ການ​ປະກາດ​ຂ່າວ​ດີ. (ມັດທາຍ 25:35-40) ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ຄົນ​ເຫຼົ່າ​ນີ້​ຈະ​ໄດ້​ຮັບ​ເຄື່ອງ​ໝາຍ ເຊິ່ງ​ກໍ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ເລືອກ​ໃຫ້​ລອດ​ຊີວິດ.

  4.  ຜູ້​ຊາຍ​ທີ່​ມີ​ກ່ອງ​ນໍ້າ​ໝຶກ​ໝາຍ​ເຖິງ​ພະ​ເຍຊູ. ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ພະ​ເຍຊູ​ຈະ​ໝາຍ​ຊົນ​ຝູງ​ໃຫຍ່​ເມື່ອ​ພະອົງ​ຕັດສິນ​ເຂົາ​ເຈົ້າ​ວ່າ​ເປັນ​ຄື​ກັບ​ແກະ. ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ນີ້.—ມັດທາຍ 25:34, 46 *

  5.  ໃນ​ທຸກ​ມື້​ນີ້ ຜູ້​ຊາຍ​ຫົກ​ຄົນ​ທີ່​ຖື​ເຄື່ອງ​ອາວຸດ​ທຸບ​ທຳລາຍ​ໝາຍ​ເຖິງ​ກອງທັບ​ທູດ​ສະຫວັນ​ເຊິ່ງ​ມີ​ພະ​ເຍຊູ​ເປັນ​ຫົວ​ໜ້າ. ອີກ​ບໍ່​ດົນ​ເຂົາ​ເຈົ້າ​ກໍ​ຈະ​ທຳລາຍ​ຊາດ​ຕ່າງໆແລະ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ໃຫ້​ໝົດ​ໄປ.—ເອເຊກຽນ 10:2, 6, 7; ຄຳປາກົດ 19:11-21.

ບົດຮຽນ​ຕ່າງໆທີ່​ເຮົາ​ຮຽນ​ຮູ້​ຈາກ​ນິມິດ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ທຳລາຍ​ຄົນ​ຊອບທຳ​ພ້ອມ​ກັບ​ຄົນ​ຊົ່ວ. (2 ເປໂຕ 2:9; 3:9) ນອກ​ຈາກ​ນັ້ນ ບົດຮຽນ​ເຫຼົ່າ​ນີ້​ຍັງ​ເຕືອນ​ເຮົາ​ວ່າ​ວຽກ​ປະກາດ​ທີ່​ກຳລັງ​ເຮັດ​ໃນ​ສະໄໝ​ຂອງ​ເຮົາ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ທຸກໆຄົນ​ຈຳເປັນ​ຕ້ອງ​ໄດ້​ຍິນ​ກ່ຽວ​ກັບ​ຄຳ​ເຕືອນ​ນີ້​ກ່ອນ​ທີ່​ອະວະສານ​ຈະ​ເກີດ​ຂຶ້ນ!—ມັດທາຍ 24:14

^ ຂໍ້ 6 ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ຊີວິດ ເຊັ່ນ: ບາຣຶກ (ເລຂານຸການ​ຂອງ​ເຢເຣມີ) ເອເບດເມເລກ​ຊາວ​ເອທິໂອປີ ແລະ​ຊາວ​ເຣກາບີດ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ເຄື່ອງ​ໝາຍ​ແທ້ໆຢູ່​ທີ່​ໜ້າ​ຜາກ. (ເຢເຣມີ 35:1-19; 39:15-18; 45:1-5) ສັນຍະລັກ​ທີ່​ເປັນ​ເຄື່ອງ​ໝາຍ​ພຽງ​ແຕ່​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ລອດ​ຊີວິດ.

^ ຂໍ້ 12 ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ເຄື່ອງ​ໝາຍ​ນີ້​ເພື່ອ​ຈະ​ລອດ​ຊີວິດ. ແຕ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ປະທັບ​ກາ​ຄັ້ງ​ສຸດ​ທ້າຍ​ອາດ​ຈະ​ກ່ອນ​ທີ່​ເຂົາ​ເຈົ້າ​ຕາຍ​ຫຼື​ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ.—ຄຳປາກົດ 7:1, 3