ເຈົ້າຍອມໃຫ້ຊ່າງປັ້ນຜູ້ຍິ່ງໃຫຍ່ປັ້ນເຈົ້າບໍ?
‘ດັ່ງນີ້ ດິນດາກໃນມືຊ່າງປັ້ນເປັນຢ່າງໃດ ພວກເຈົ້າທີ່ຢູ່ໃນມືເຮົາກໍເປັນຢ່າງນັ້ນ.’—ເຢເຣມີ 18:6
ເພງ: 60, 22
1, 2. ເປັນຫຍັງພະເຢໂຫວາຈຶ່ງຖືວ່າດານຽນເປັນຄົນທີ່ ‘ມີຄ່າຫຼາຍ’ ແລະເຮົາຈະເປັນຄົນທີ່ເຊື່ອຟັງຄືກັບດານຽນໄດ້ແນວໃດ?
ເມື່ອຊາວຢິວຖືກພາຕົວໄປປະເທດບາບີໂລນ ເຂົາເຈົ້າໄດ້ເຂົ້າໄປໃນເມືອງທີ່ມີແຕ່ຮູບບູຊາແລະຜູ້ຄົນທີ່ນະມັດສະການວິນຍານທີ່ຊົ່ວຮ້າຍ. ແຕ່ຊາວຢິວທີ່ສັດຊື່ເຊັ່ນ: ດານຽນແລະໝູ່ຂອງລາວທັງສາມຄົນບໍ່ຍອມໃຫ້ຜູ້ຄົນໃນປະເທດບາບີໂລນປັ້ນເຂົາເຈົ້າ. (ດານຽນ 1:6, 8, 12; 3:16-18) ດານຽນແລະໝູ່ຂອງລາວຍອມຮັບວ່າພະເຢໂຫວາເປັນຊ່າງປັ້ນຂອງເຂົາເຈົ້າ ແລະເຂົາເຈົ້ານະມັດສະການພະອົງພຽງຜູ້ດຽວຕໍ່ໆໄປ. ເຖິງວ່າເກືອບຕະຫຼອດຊີວິດຂອງດານຽນ ລາວໄດ້ໃຊ້ຊີວິດຢູ່ໃນສະພາບແວດລ້ອມທີ່ບໍ່ດີ ແຕ່ທູດສະຫວັນຂອງພະເຢໂຫວາໄດ້ກ່າວເຖິງລາວວ່າເປັນຄົນທີ່ ‘ມີຄ່າຫຼາຍ.’—ດານຽນ 10:11,19
2 ໃນສະໄໝທີ່ຂຽນຄຳພີໄບເບິນ ຊ່າງປັ້ນອາດຈະຕ້ອງກົດດິນດາກລົງໃນແມ່ພິມເພື່ອໃຫ້ໄດ້ຮູບຊົງໃດໜຶ່ງສະເພາະ. ໃນສະໄໝນີ້ ຜູ້ນະມັດສະການແທ້ຮູ້ວ່າພະເຢໂຫວາເປັນຜູ້ປົກຄອງເອກະພົບແລະມີສິດອຳນາດທີ່ຈະປັ້ນຊາດຕ່າງໆ. (ອ່ານເຢເຣມີ 18:6) ພະເຢໂຫວາຍັງມີສິດອຳນາດທີ່ຈະປັ້ນເຮົາແຕ່ລະຄົນ. ຢ່າງໃດກໍຕາມ ພະອົງບໍ່ໄດ້ບັງຄັບໃຫ້ຄົນໃດຄົນໜຶ່ງປ່ຽນແປງຕົວເອງ. ແຕ່ພະອົງຕ້ອງການໃຫ້ເຮົາເຕັມໃຈທີ່ຈະຍອມ ໃຫ້ພະອົງເປັນຜູ້ປັ້ນເຮົາ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວິທີທີ່ເຮົາສາມາດເປັນຄືກັບດິນດາກທີ່ອ່ອນຢູ່ສະເໝີໃນມືຂອງພະເຢໂຫວາ. ເຮົາຈະພິຈາລະນາສາມຄຳຖາມຕໍ່ໄປນີ້: (1) ເຮົາຈະເຮັດແນວໃດເພື່ອຫຼີກລ່ຽງການສະແດງນິດໄສທີ່ອາດເຮັດໃຫ້ເຮົາປະຕິເສດຄຳແນະນຳຂອງພະເຢໂຫວາແລະກາຍເປັນຄືກັບດິນດາກທີ່ແຂງ? (2) ເຮົາຈະພັດທະນາຄຸນລັກສະນະຕ່າງໆໄດ້ແນວໃດເພື່ອຊ່ວຍເຮົາໃຫ້ເຊື່ອຟັງແລະເປັນຄືກັບດິນດາກທີ່ອ່ອນຢູ່ສະເໝີ? (3) ເມື່ອພໍ່ແມ່ທີ່ເປັນຄລິດສະຕຽນຈະປັ້ນລູກຂອງຕົນ ເຂົາເຈົ້າຈະຮ່ວມມືກັບພະເຢໂຫວາແນວໃດ?
ຫຼີກລ່ຽງນິດໄສທີ່ອາດເຮັດໃຫ້ໃຈແຂງກະດ້າງ
3. ນິດໄສອັນໃດແດ່ທີ່ສາມາດເຮັດໃຫ້ໃຈຂອງເຮົາແຂງກະດ້າງ? ຂໍໃຫ້ຍົກຕົວຢ່າງ.
3 ສຸພາສິດ 4:23 ກ່າວວ່າ: ‘ຈົ່ງຮັກສາໃຈຂອງເຈົ້າໄວ້ດີກວ່າສິ່ງທັງປວງທີ່ເຈົ້າຮັກສາໄວ້ນັ້ນ ເພາະຊີວິດຂຶ້ນຢູ່ກັບຫົວໃຈ.’ ເພື່ອຮັກສາໃຈຂອງເຮົາບໍ່ໃຫ້ແຂງກະດ້າງ ເຮົາຕ້ອງຫຼີກລ່ຽງນິດໄສຕ່າງໆທີ່ບໍ່ດີ ເຊັ່ນ: ຄວາມຍິ່ງຈອງຫອງ ການເຮັດຜິດ ແລະການຂາດຄວາມເຊື່ອ. ຖ້າເຮົາບໍ່ລະວັງ ສິ່ງເຫຼົ່ານີ້ອາດເປັນສາເຫດທີ່ເຮັດໃຫ້ເຮົາກາຍເປັນຄົນທີ່ບໍ່ເຊື່ອຟັງແລະເປັນຄົນຂັດຂືນອຳນາດ. (ດານຽນ 5:1, 20; ເຫບເລີ 3:13, 18, 19) ເລື່ອງນີ້ໄດ້ເກີດຂຶ້ນກັບກະສັດໂອເຊຍເຊເຊິ່ງເປັນຜູ້ປົກຄອງອານາຈັກຢູດາ. (ອ່ານ 2 ຂ່າວຄາວ 26:3-5, 16-21) ທຳອິດ ກະສັດໂອເຊຍເຊເປັນຄົນທີ່ເຊື່ອຟັງແລະມີສາຍສຳພັນທີ່ດີກັບພະເຢໂຫວາ ດັ່ງນັ້ນ ພະອົງຈຶ່ງໃຫ້ລາວມີອຳນາດເຂັ້ມແຂງ. ແຕ່ເມື່ອ ‘ມີອຳນາດເຂັ້ມແຂງຂຶ້ນແລ້ວ ລາວກໍຈອງຫອງຂຶ້ນ, ທ.ປ.’ ລາວກາຍເປັນຄົນທີ່ຍິ່ງຈອງຫອງຫຼາຍຈົນໄດ້ພະຍາຍາມທີ່ຈະເຜົາເຄື່ອງຫອມຢູ່ວິຫານ ທັ່ງໆທີ່ວຽກນັ້ນເປັນໜ້າທີ່ຂອງພວກປະໂລຫິດເທົ່ານັ້ນ. ເມື່ອພວກປະໂລຫິດບອກວ່າລາວເຮັດບໍ່ຖືກ ໂອເຊຍເຊກໍໃຈຮ້າຍຫຼາຍ! ພະເຢໂຫວາເຮັດໃຫ້ກະສັດຜູ້ທີ່ຍິ່ງຈອງຫອງຄົນນີ້ກາຍເປັນຄົນຖ່ອມ ແລະລາວໄດ້ເປັນພະຍາດຂີ້ທູດຈົນຮອດມື້ຕາຍ.—ສຸພາສິດ 16:18
4, 5. ສິ່ງໃດອາດເກີດຂຶ້ນໄດ້ຖ້າເຮົາບໍ່ສາມາດຕ້ານທານຄວາມຍິ່ງຈອງຫອງ? ຂໍໃຫ້ຍົກຕົວຢ່າງ.
4 ຖ້າເຮົາບໍ່ຫຼີກລ່ຽງຄວາມຍິ່ງຈອງຫອງ ເຮົາສາມາດເລີ່ມຄິດວ່າເຮົາດີກວ່າຄົນອື່ນແລະເລີ່ມປະຕິເສດຄຳແນະນຳທີ່ໃຫ້ເຮົາໂດຍທາງຄຳພີໄບເບິນ. (ສຸພາສິດ 29:1; ໂລມ 12:3) ເລື່ອງນີ້ໄດ້ເກີດຂຶ້ນກັບຜູ້ເຖົ້າແກ່ຄົນໜຶ່ງທີ່ຊື່ຈິມ. ລາວບໍ່ເຫັນດີນຳຜູ້ເຖົ້າແກ່ຄົນອື່ນໆທີ່ຢູ່ໃນປະຊາຄົມກ່ຽວກັບສະພາບການໃດໜຶ່ງ. ຈິມເວົ້າວ່າ: “ຂ້ອຍບອກຜູ້ເຖົ້າແກ່ຄົນອື່ນໆວ່າ ເຂົາເຈົ້າບໍ່ໄດ້ສະແດງຄວາມຮັກ ແລ້ວຂ້ອຍກໍຍ່າງອອກຈາກການປະຊຸມ.” ປະມານຫົກເດືອນຕໍ່ມາ ຈິມກໍໄດ້ຍ້າຍໄປຢູ່ປະຊາຄົມອື່ນ ແຕ່ເມື່ອຢູ່ທີ່ນັ້ນລາວກໍບໍ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ເຖົ້າແກ່. ຈິມຮູ້ສຶກຜິດຫວັງຫຼາຍ. ລາວໝັ້ນໃຈແທ້ໆວ່າຕົວເອງເປັນຝ່າຍຖືກ ດັ່ງນັ້ນລາວຈຶ່ງເຊົາຮັບໃຊ້ພະເຢໂຫວາແລະເຊົາເຮັດກິດຈະກຳຕ່າງໆຂອງຄລິດສະຕຽນເປັນເວລາສິບປີ. ລາວບອກວ່າ ເມື່ອກ່ອນລາວເປັນຄົນທີ່ຍິ່ງຈອງຫອງແລະໄດ້ເລີ່ມໂທດພະເຢໂຫວາສຳລັບສິ່ງທີ່ກຳລັງເກີດຂຶ້ນ. ເປັນເວລາຫຼາຍປີທີ່ພີ່ນ້ອງໄດ້ໄປຢາມຈິມແລະພະຍາຍາມຊ່ວຍເຫຼືອລາວ ແຕ່ຈິມປະຕິເສດການຊ່ວຍເຫຼືອຈາກເຂົາເຈົ້າ.
5 ຈິມເວົ້າວ່າ: “ຂ້ອຍບໍ່ສາມາດເຊົາເລັງໃສ່ຈຸດທີ່ເບິ່ງຄືວ່າຄົນອື່ນເປັນຝ່າຍຜິດ.” ຕົວຢ່າງຂອງຈິມສະແດງໃຫ້ເຫັນວ່າຄວາມຍິ່ງຈອງຫອງສາມາດເປັນສາເຫດທີ່ເຮັດໃຫ້ເຮົາປົກປ້ອງການກະທຳຜິດຂອງຕົວເອງ. ເມື່ອເປັນແນວນັ້ນ ເຮົາກໍບໍ່ໄດ້ເປັນຄືກັບດິນດາກທີ່ອ່ອນອີກຕໍ່ໄປ. (ເຢເຣມີ 17:9) ເຈົ້າເຄີຍບໍ່ພໍໃຈໃຫ້ພີ່ນ້ອງຄລິດສະຕຽນບໍ? ເຈົ້າເຄີຍເສົ້າໃຈບໍເນື່ອງຈາກສູນເສຍສິດທິພິເສດ? ເຈົ້າໄດ້ຕອບສະໜອງແນວໃດ? ເຈົ້າກາຍເປັນຄົນທີ່ຍິ່ງຈອງຫອງບໍ ຫຼືເຈົ້າສຳນຶກວ່າການມີຄວາມສະຫງົບສຸກກັບພີ່ນ້ອງຄລິດສະຕຽນແລະການຮັກສາຄວາມພັກດີຕໍ່ພະເຢໂຫວາເປັນສິ່ງທີ່ສຳຄັນທີ່ສຸດ?—ອ່ານຄຳເພງ 119:165; ໂກໂລດ 3:13
6. ສິ່ງໃດສາມາດເກີດຂຶ້ນໄດ້ຖ້າເຮົາເຮັດຜິດ?
ຜູ້ເທສະໜາປ່າວປະກາດ 8:11) ພີ່ນ້ອງຊາຍອີກຄົນໜຶ່ງເຊິ່ງຄັ້ງໜຶ່ງເຄີຍມີນິດໄສມັກເບິ່ງຮູບໂປ້ ຕໍ່ມາລາວໄດ້ເວົ້າວ່າ: “ຂ້ອຍຮູ້ສຶກວ່າຕົວເອງໄດ້ພັດທະນາຄວາມຄິດທີ່ມັກຈັບຜິດຜູ້ເຖົ້າແກ່.” ນິດໄສຂອງລາວໄດ້ທຳລາຍສາຍສຳພັນຂອງລາວກັບພະເຢໂຫວາ. ເມື່ອຄົນອື່ນຮູ້ໃນສິ່ງທີ່ລາວກຳລັງເຮັດ ລາວກໍໄດ້ຮັບການຊ່ວຍເຫຼືອຈາກຜູ້ເຖົ້າແກ່. ເປັນຄວາມຈິງທີ່ເຮົາທຸກຄົນເປັນຄົນທີ່ບໍ່ສົມບູນແບບ. ໃຈຂອງເຮົາອາດຈະແຂງກະດ້າງໄດ້ ຖ້າເຮົາມັກຈັບຜິດຄົນທີ່ໃຫ້ຄຳແນະນຳເຮົາ ຫຼືຖ້າເຮົາຫາຂໍ້ແກ້ຕົວເມື່ອເຮັດຜິດໂດຍບໍ່ໄດ້ຂໍໃຫ້ພະເຢໂຫວາຊ່ວຍແລະຍົກໂທດໃຫ້ເຮົາ.
6 ເມື່ອຄົນໜຶ່ງເຮັດຜິດຕໍ່ໆໄປແລະເຖິງຂັ້ນປົກປິດສິ່ງທີ່ຕົນເອງກຳລັງເຮັດຜິດ ນັ້ນອາດເຮັດໃຫ້ເປັນເລື່ອງຍາກທີ່ລາວຈະຍອມຮັບຄຳແນະນຳຈາກພະເຢໂຫວາ. ເມື່ອເປັນແນວນັ້ນຈຶ່ງເປັນເລື່ອງງ່າຍຫຼາຍທີ່ຈະເຮັດຜິດ. ພີ່ນ້ອງຊາຍຄົນໜຶ່ງເວົ້າວ່າ ໃນບາງຄັ້ງການປະພຶດທີ່ບໍ່ເໝາະສົມຂອງລາວບໍ່ໄດ້ລົບກວນລາວແມ່ນແຕ່ໜ້ອຍດຽວ. (ຊາວອິດສະລາແອນທີ່ບໍ່ເຊື່ອຟັງໄດ້ຕາຍໃນຖິ່ນທຸລະກັນດານຍ້ອນໃຈຂອງເຂົາເຈົ້າແຂງກະດ້າງແລະ ເຂົາເຈົ້າຂາດຄວາມເຊື່ອ
7, 8. (ກ) ຊາວອິດສະລາແອນສະໄໝບູຮານສະແດງໃຫ້ເຫັນແນວໃດວ່າການຂາດຄວາມເຊື່ອເຮັດໃຫ້ໃຈແຂງກະດ້າງໄດ້? (ຂ) ເຮົາໄດ້ບົດຮຽນຫຍັງ?
7 ເມື່ອພະເຢໂຫວາຊ່ວຍຊາວອິດສະລາແອນໃຫ້ພົ້ນຈາກການເປັນທາດໃນປະເທດເອຢິບ ເຂົາເຈົ້າໄດ້ເຫັນພະອົງເຮັດການອັດສະຈັນຕ່າງໆທີ່ໜ້າງຶດງໍ້. ແຕ່ໃນຂະນະທີ່ເຂົາເຈົ້າເຂົ້າໄປໃກ້ແຜ່ນດິນທີ່ພະເຈົ້າສັນຍາໄວ້ ໃຈຂອງເຂົາເຈົ້າກໍແຂງກະດ້າງ. ຍ້ອນຫຍັງ? ກໍຍ້ອນວ່າເຂົາເຈົ້າຂາດຄວາມເຊື່ອໃນພະເຢໂຫວາ. ແທນທີ່ຈະໄວ້ວາງໃຈໃນພະອົງ ເຂົາເຈົ້າເລີ່ມຢ້ານແລະຈົ່ມໃຫ້ໂມເຊຈົນເຖິງຂັ້ນວ່າຢາກກັບຄືນໄປປະເທດເອຢິບ! ພະເຢໂຫວາເຈັບປວດໃຈຫຼາຍ ແລະເວົ້າວ່າ: “ພວກນີ້ຈະປະໝາດເຮົາຍັງດົນປານໃດ?” (ຈົດເຊັນບັນຊີ 14:1-4, 11; ຄຳເພງ 78:40, 41) ຊາວອິດສະລາແອນເຫຼົ່ານັ້ນໄດ້ຕາຍໃນຖິ່ນທຸລະກັນດານຍ້ອນໃຈຂອງເຂົາເຈົ້າແຂງກະດ້າງແລະເຂົາເຈົ້າຂາດຄວາມເຊື່ອ.
8 ໃນທຸກມື້ນີ້ ພວກເຮົາຫຍັບເຂົ້າໃກ້ໂລກໃໝ່ຫຼາຍແລ້ວ ແລະຄວາມເຊື່ອຂອງເຮົາກຳລັງຖືກທົດລອງ. ດັ່ງນັ້ນ ເຮົາຈຳເປັນຕ້ອງກວດເບິ່ງຄວາມເຊື່ອຂອງເຮົາ. ເຮົາຈະແນ່ໃຈໄດ້ແນວໃດວ່າຄວາມເຊື່ອຂອງເຮົາເຂັ້ມແຂງ? ເຮົາສາມາດຈາລະນາເບິ່ງຄຳເວົ້າຂອງພະເຍຊູທີ່ພົບໃນມັດທາຍ 6:33. ໃຫ້ຖາມຕົວເອງວ່າ: ‘ເປົ້າໝາຍແລະການຕັດສິນໃຈຕ່າງໆຂອງຂ້ອຍໄດ້ພິສູດບໍວ່າຂ້ອຍເຊື່ອແທ້ໆໃນຄຳເວົ້າຂອງພະເຍຊູ?’ ຂ້ອຍຈະຂາດການປະຊຸມຫຼືການປະກາດບໍເພື່ອຈະຫາເງິນໃຫ້ໄດ້ຫຼາຍຂຶ້ນ? ຂ້ອຍຈະເຮັດແນວໃດຖ້າວຽກຮຽກຮ້ອງໃຫ້ຂ້ອຍໃຊ້ເວລາແລະກຳລັງຫຼາຍຂຶ້ນ? ຂ້ອຍຈະຍອມໃຫ້ໂລກນີ້ປັ້ນຂ້ອຍແລະບາງທີອາດເຖິງຂັ້ນເຮັດໃຫ້ຂ້ອຍເຊົາຮັບໃຊ້ພະເຢໂຫວາບໍ?
9. ເປັນຫຍັງເຮົາຄວນ “ພິຈາລະນາເບິ່ງ” ວ່າເຮົາຢູ່ໃນຄວາມເຊື່ອຫຼືບໍ່ ແລະເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ?
9 ໃຈຂອງເຮົາອາດແຂງກະດ້າງໄດ້ ຖ້າເຮົາບໍ່ໄດ້ເຮັດຕາມສິ່ງທີ່ໃນຄຳພີໄບເບິນບອກກ່ຽວກັບເລື່ອງການຄົບຫາທີ່ບໍ່ດີ ເລື່ອງການຕັດສຳພັນ ຫຼືເລື່ອງຄວາມບັນເທີງ. ເຈົ້າຄວນເຮັດແນວໃດ ຖ້າສິ່ງນີ້ເລີ່ມເກີດຂຶ້ນກັບເຈົ້າ? ເຈົ້າຈຳເປັນຕ້ອງກວດເບິ່ງຄວາມເຊື່ອຂອງຕົວເອງຢ່າງຮີບດ່ວນ! ຄຳພີໄບເບິນກ່າວວ່າ: ‘ທ່ານທັງຫຼາຍຈົ່ງພິຈາລະນາເບິ່ງຕົວເອງວ່າທ່ານຕັ້ງຢູ່ໃນຄວາມເຊື່ອຫຼືບໍ່ ຈົ່ງທົດສອບຕົວເອງຢູ່ເລື້ອຍໆເພື່ອພິສູດວ່າທ່ານທັງຫຼາຍເປັນຄົນຢ່າງໃດແທ້ໆ.’ (2 ໂກລິນໂທ 13:5) ຈົ່ງສັດຊື່ຕໍ່ຕົວເອງ ແລະໃຊ້ຄຳພີໄບເບິນເປັນປະຈຳເພື່ອແກ້ໄຂຄວາມຄິດຂອງຕົວເອງ.
ເປັນຄືກັບດິນດາກທີ່ອ່ອນຢູ່ສະເໝີ
10. ສິ່ງໃດສາມາດຊ່ວຍເຮົາໃຫ້ເປັນຄືກັບດິນດາກທີ່ອ່ອນໃນມືຂອງພະເຢໂຫວາ?
10 ເພື່ອຊ່ວຍເຮົາໃຫ້ເປັນຄືກັບດິນດາກທີ່ອ່ອນຢູ່ສະເໝີ ພະເຢໂຫວາໄດ້ຈັດໃຫ້ເຮົາມີຄຳພີໄບເບິນ ປະຊາຄົມຄລິດສະຕຽນ ແລະວຽກປະກາດ. ເມື່ອເຮົາອ່ານແລະຄຶດຕຶກຕອງໃນຄຳພີໄບເບິນທຸກໆມື້ ສິ່ງນີ້ສາມາດຊ່ວຍເຮົາໃຫ້ເປັນດິນດາກທີ່ອ່ອນໃນມືຂອງພະເຢໂຫວາແລະຍອມໃຫ້ພະອົງປັ້ນເຮົາ. ພະເຢໂຫວາມີຄຳສັ່ງໃຫ້ກະສັດຂອງປະເທດອິດສະລາແອນກ່າຍຄືນກົດໝາຍຕ່າງໆຂອງພະອົງແລະໃຫ້ອ່ານກົດໝາຍເຫຼົ່ານັ້ນທຸກໆມື້. (ພະບັນຍັດ 17:18, 19) ພວກອັກຄະສາວົກຮູ້ວ່າການອ່ານແລະການຄຶດຕຶກຕອງໃນພະຄຳພີເປັນສິ່ງທີ່ສຳຄັນຫຼາຍຕໍ່ວຽກປະກາດ. ເຂົາເຈົ້າໃຊ້ສ່ວນຕ່າງໆໃນພະຄຳພີພາກພາສາເຫບເລີເປັນຫຼາຍຮ້ອຍເທື່ອໃນການຂຽນຂອງເຂົາເຈົ້າ ແລະເມື່ອປະກາດກັບຜູ້ຄົນ ເຂົາເຈົ້າໄດ້ສະໜັບສະໜູນຄົນເຫຼົ່ານັ້ນໃຫ້ໃຊ້ພະຄຳພີຄືກັນ. (ກິດຈະການ 17:11) ຄ້າຍຄືກັນ ເຮົາກໍເຊັ່ນກັນເຫັນວ່າເປັນສິ່ງທີ່ສຳຄັນທີ່ເຮົາຈະອ່ານແລະຄຶດຕຶກຕອງໃນຄຳພີໄບເບິນທຸກໆມື້. (1 ຕີໂມເຕ 4:15) ສິ່ງນີ້ຊ່ວຍເຮົາໃຫ້ຖ່ອມຕົວຢູ່ສະເໝີ ແລະດ້ວຍເຫດນີ້ພະເຢໂຫວາຈຶ່ງຈະສາມາດປັ້ນເຮົາໄດ້.
11, 12. ພະເຢໂຫວາໃຊ້ປະຊາຄົມຄລິດສະຕຽນແນວໃດເພື່ອປັ້ນເຮົາຕາມຄວາມຈຳເປັນຂອງເຮົາແຕ່ລະຄົນ? ຂໍໃຫ້ຍົກຕົວຢ່າງ.
11 ພະເຢໂຫວາຮູ້ສິ່ງທີ່ພວກເຮົາແຕ່ລະຄົນຕ້ອງການ ແລະພະອົງໃຊ້ປະຊາຄົມຄລິດສະຕຽນເພື່ອປັ້ນເຮົາ. ຈິມທີ່ເຮົາເວົ້າເຖິງກ່ອນໜ້ານີ້ ລາວເລີ່ມປ່ຽນທັດສະນະຂອງຕົວເອງເມື່ອຜູ້ເຖົ້າແກ່ຄົນໜຶ່ງໄດ້ສະແດງຄວາມສົນໃຈຕໍ່ລາວ. ຈິມເວົ້າວ່າ: “ບໍ່ມີແມ່ນແຕ່ຄັ້ງດຽວທີ່ຜູ້ເຖົ້າແກ່ຄົນນັ້ນໂທດຫຼືຕຳໜິຂ້ອຍສຳລັບສະພາບການຂອງຂ້ອຍ. ແຕ່ລາວມີທັດສະນະ
ໃນດ້ານບວກສະເໝີແລະສະແດງຄວາມປາຖະໜາທີ່ຈິງໃຈເພື່ອຊ່ວຍຂ້ອຍ.” ຫຼັງຈາກນັ້ນປະມານສາມເດືອນ ຜູ້ເຖົ້າແກ່ຄົນນັ້ນກໍເຊີນຈິມໃຫ້ເຂົ້າຮ່ວມການປະຊຸມ. ຈິມບອກວ່າພີ່ນ້ອງໃນປະຊາຄົມໄດ້ຕ້ອນຮັບລາວຢ່າງເປັນມິດແລະຄວາມຮັກຂອງເຂົາເຈົ້າໄດ້ຊ່ວຍລາວໃຫ້ປ່ຽນແປງຄວາມຄິດ. ຈິມເລີ່ມເຫັນວ່າຄວາມຮູ້ສຶກຂອງລາວບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ. ເມຍຂອງຈິມແລະພວກຜູ້ເຖົ້າແກ່ໃນປະຊາຄົມໄດ້ໜູນກຳລັງໃຈຈິມ ແລະເທື່ອລະເລັກລະໜ້ອຍຈິມກໍໄດ້ກັບຄືນມາຮັບໃຊ້ພະເຢໂຫວາອີກ. ຈິມຍັງໄດ້ຮັບປະໂຫຍດຈາກການອ່ານບົດຄວາມຕ່າງໆເຊັ່ນ: “ຄວາມຜິດບໍ່ໄດ້ຢູ່ທີ່ພະເຢໂຫວາ” ແລະ “ຈົ່ງຮັບໃຊ້ພະເຢໂຫວາຢ່າງພັກດີ” ທີ່ຢູ່ໃນຫໍງເກດການ 15 ພະຈິກ 1992 (ພາສາໄທ).12 ໃນເວລາຕໍ່ມາ ຈິມກໍກັບມາເປັນຜູ້ເຖົ້າແກ່ອີກ. ຕັ້ງແຕ່ນັ້ນມາ ຈິມໄດ້ຊ່ວຍພີ່ນ້ອງຄົນອື່ນໆໃຫ້ແກ້ໄຂບັນຫາທີ່ຄ້າຍຄືກັບບັນຫາທີ່ລາວເຄີຍມີ ແລະລາວໄດ້ເສີມສ້າງຄວາມເຊື່ອຂອງເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ. ຈິມເວົ້າວ່າ ລາວເຄີຍຄິດວ່າຕົວເອງມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ ແຕ່ທີ່ຈິງແລ້ວບໍ່ໄດ້ເປັນແບບນັ້ນ! ຈິມເສຍໃຈທີ່ປ່ອຍໃຫ້ຄວາມຍິ່ງຈອງຫອງເປັນສາເຫດທີ່ເຮັດໃຫ້ລາວຈົດຈໍ່ຢູ່ທີ່ຄວາມຜິດພາດຂອງຄົນອື່ນແທນທີ່ຈະຈົດຈໍ່ໃນສິ່ງທີ່ສຳຄັນກວ່າ.—1 ໂກລິນໂທ 10:12
ເມື່ອເຮົາຮຽນແບບພະຄລິດ ຜູ້ຄົນກໍຖືກດຶງດູດໃຫ້ເຂົ້າມາຫາຂ່າວສານຂອງເຮົາແລະເຂົາເຈົ້າອາດຈະປ່ຽນທັດສະນະທີ່ມີຕໍ່ເຮົາ
13. ວຽກປະກາດສາມາດຊ່ວຍເຮົາໃຫ້ປັບປຸງຄຸນລັກສະນະອັນໃດແດ່ ແລະເຮົາຈະໄດ້ຮັບປະໂຫຍດຄືແນວໃດ?
13 ວຽກປະກາດຍັງສາມາດປັ້ນເຮົາແລະຊ່ວຍເຮົາໃຫ້ເປັນບຸກຄົນທີ່ດີຂຶ້ນ. ເປັນເຊັ່ນນັ້ນໄດ້ແນວໃດ? ເມື່ອເຮົາປະກາດຂ່າວດີ ເຮົາຕ້ອງສະແດງຄຸນລັກສະນະຕ່າງໆເຊັ່ນ: ຄວາມຖ່ອມຕົວແລະແງ່ມຸມອື່ນໆເຊິ່ງເປັນຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ຄາລາຊີ 5:22, 23) ຂໍໃຫ້ຄິດເຖິງຄຸນລັກສະນະທີ່ດີເຊິ່ງວຽກປະກາດໄດ້ຊ່ວຍປັບປຸງຕົວເຈົ້າ. ເມື່ອເຮົາຮຽນແບບພະຄລິດ ຜູ້ຄົນກໍຖືກດຶງດູດໃຫ້ເຂົ້າມາຫາຂ່າວສານຂອງເຮົາແລະເຂົາເຈົ້າອາດຈະປ່ຽນທັດສະນະທີ່ມີຕໍ່ເຮົາ. ຕົວຢ່າງເຊັ່ນ: ໃນປະເທດອົດສະຕຣາລີ ມີພະຍານພະເຢໂຫວາສອງຄົນໄດ້ພະຍາຍາມປະກາດກັບຜູ້ຍິງຄົນໜຶ່ງຢູ່ທີ່ເຮືອນຂອງລາວ ແຕ່ຜູ້ຍິງຄົນນີ້ໃຈຮ້າຍຫຼາຍແລະທັງສະແດງຄວາມຫຍາບຄາຍຕໍ່ເຂົາເຈົ້າ. ຢ່າງໃດກໍຕາມ ເຂົາເຈົ້າກໍຟັງລາວດ້ວຍຄວາມນັບຖື. ຕໍ່ມາຜູ້ຍິງຄົນນີ້ຮູ້ສຶກເສຍໃຈຕໍ່ການກະທຳຂອງຕົນເອງ ດັ່ງນັ້ນລາວຈຶ່ງໄດ້ຂຽນຈົດໝາຍໄປເຖິງສຳນັກງານສາຂາ. ລາວໄດ້ຂໍໂທດສຳລັບການປະພຶດຂອງລາວ. ລາວເວົ້າວ່າ: “ຂ້ອຍຈັ່ງແມ່ນໂງ່ແທ້ໆ ແທນທີ່ຈະຟັງເມື່ອຢືນຢູ່ຕໍ່ໜ້າສອງຄົນທີ່ມາເວົ້າເລື່ອງພະຄຳຂອງພະເຈົ້າ ແຕ່ຂ້ອຍກໍພະຍາຍາມທີ່ຈະດຶງຄວາມສົນໃຈຂອງເຂົາເຈົ້າອອກໄປທາງອື່ນ.” ຈາກປະສົບການນີ້ ເຮົາສາມາດເຫັນຄຸນຄ່າຂອງການເປັນຄົນອ່ອນໂຍນເມື່ອເຮົາປະກາດ. ແມ່ນແລ້ວ ວຽກປະກາດບໍ່ພຽງແຕ່ຊ່ວຍຄົນອື່ນ ແຕ່ຍັງຊ່ວຍເຮົາໃຫ້ປັບປຸງນິດໄສໃຈຄໍຂອງເຮົານຳອີກ.
ຮ່ວມມືກັບພະເຢໂຫວາເມື່ອປັ້ນລູກຂອງເຈົ້າ
14. ໃນການປັ້ນລູກ ພໍ່ແມ່ຕ້ອງເຮັດຫຍັງຖ້າເຂົາເຈົ້າຕ້ອງການປະສົບຜົນສຳເລັດຢ່າງແທ້ຈິງ?
14 ເດັກນ້ອຍສ່ວນຫຼາຍເປັນຄົນຖ່ອມແລະກະຕືລືລົ້ນທີ່ຈະຮຽນຮູ້. (ມັດທາຍ 18:1-4) ດັ່ງນັ້ນຈຶ່ງເປັນເລື່ອງສຸຂຸມທີ່ພໍ່ແມ່ຈະຊ່ວຍລູກໃຫ້ຮຽນຮູ້ຄວາມຈິງແລະໃຫ້ຮັກສິ່ງນັ້ນຕັ້ງແຕ່ລູກຍັງນ້ອຍ. (2 ຕີໂມເຕ 3:14, 15) ເພື່ອຈະປະສົບຜົນສຳເລັດ ພໍ່ແມ່ຕ້ອງຮັກຄວາມຈິງແລະນຳໃຊ້ສິ່ງທີ່ຄຳພີໄບເບິນສອນໃນຊີວິດຂອງເຂົາເຈົ້າ. ເມື່ອພໍ່ແມ່ເຮັດແບບນີ້ ກໍເຮັດໃຫ້ເປັນເລື່ອງງ່າຍທີ່ລູກຈະຮັກຄວາມຈິງ. ນອກຈາກນັ້ນ ລູກຍັງຈະ ເຂົ້າໃຈວ່າການສັ່ງສອນຈາກພໍ່ແມ່ສະແດງໃຫ້ເຫັນວ່າພໍ່ແມ່ແລະພະເຢໂຫວາຮັກເຂົາເຈົ້າ.
15, 16. ຖ້າລູກຖືກຕັດສຳພັນ ພໍ່ແມ່ຄວນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າໄວ້ວາງໃຈໃນພະເຢໂຫວາ?
15 ເຖິງວ່າພໍ່ແມ່ໄດ້ສອນລູກໃຫ້ຮູ້ຄວາມຈິງແລ້ວ ແຕ່ລູກບາງຄົນກໍໄດ້ປະຖິ້ມພະເຢໂຫວາຫຼືຖືກຕັດສຳພັນ. ຖ້າສິ່ງນັ້ນເກີດຂຶ້ນ ຄອບຄົວກໍຈະເຈັບປວດຫຼາຍ. ພີ່ນ້ອງຍິງຄົນໜຶ່ງທີ່ຢູ່ປະເທດອາຝຼິກກາໃຕ້ ລາວໄດ້ເວົ້າວ່າ: “ເມື່ອນ້ອງຊາຍຂອງຂ້ອຍຖືກຕັດສຳພັນ ຄືກັບວ່າລາວໄດ້ຕາຍຈາກພວກເຮົາໄປແລ້ວ. ໃຈຂອງຂ້ອຍແຕກສະຫຼາຍ!” ແຕ່ພີ່ນ້ອງຍິງຄົນນີ້ແລະພໍ່ແມ່ໄດ້ເຮັດຫຍັງ? ເຂົາເຈົ້າໄດ້ເຮັດຕາມຄຳແນະນຳທີ່ມີໃນຄຳພີໄບເບິນ. (ອ່ານ 1 ໂກລິນໂທ 5:11, 13) ພໍ່ແມ່ຮູ້ວ່າການເຊື່ອຟັງຄຳແນະນຳຈາກພະເຢໂຫວາຈະເປັນປະໂຫຍດສຳລັບທຸກຄົນ. ເຂົາເຈົ້າສຳນຶກວ່າການຕັດສຳພັນແມ່ນການສັ່ງສອນດ້ວຍຄວາມຮັກຈາກພະເຢໂຫວາ. ດັ່ງນັ້ນ ເຂົາເຈົ້າຈຶ່ງຕິດຕໍ່ກັບລູກຊາຍສະເພາະແຕ່ຕອນທີ່ມີຄວາມຈຳເປັນແທ້ໆໃນເລື່ອງທາງຄອບຄົວເທົ່ານັ້ນ.
16 ແລ້ວລູກຊາຍເດຮູ້ສຶກແນວໃດ? ຕໍ່ມາລາວໄດ້ເວົ້າວ່າ: “ຂ້ອຍຮູ້ວ່າຄອບຄົວບໍ່ໄດ້ຊັງຂ້ອຍ ແຕ່ເຂົາເຈົ້າກຳລັງເຊື່ອຟັງພະເຢໂຫວາແລະອົງການຂອງພະອົງ.” ລາວຍັງເວົ້າຕື່ມອີກວ່າ: “ເມື່ອຕ້ອງຝືນໃຈອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍແລະຂໍໃຫ້ພະອົງຍົກໂທດໃຫ້ ເຮົາກໍຈະສຳນຶກໄດ້ວ່າເຮົາຕ້ອງການພະອົງຫຼາຍແທ້ໆ.” ໃຫ້ນຶກພາບເຖິງຄວາມຍິນດີຂອງຄອບຄົວນີ້ເມື່ອຊາຍໜຸ່ມຄົນນີ້ກັບຄືນມາຫາພະເຢໂຫວາ! ແມ່ນແລ້ວ ເຮົາຈະມີຄວາມສຸກແລະປະສົບຜົນສຳເລັດເມື່ອເຮົາເຊື່ອຟັງພະເຢໂຫວາສະເໝີ.—ສຸພາສິດ 3:5, 6; 28:26
ເມື່ອເຮົາຖ່ອມຕົວແລະເຊື່ອຟັງພະເຢໂຫວາສະເໝີ ເຮົາຈະເປັນສິ່ງທີ່ມີຄ່າຫຼາຍຕໍ່ພະອົງ
17. ເປັນຫຍັງເຮົາຄວນໃຫ້ການເຊື່ອຟັງພະເຢໂຫວາເປັນແນວທາງຊີວິດຂອງເຮົາ ແລະເຮົາຈະໄດ້ຮັບປະໂຫຍດແນວໃດຈາກແນວທາງນີ້?
17 ຜູ້ພະຍາກອນເອຊາອີໄດ້ບອກລ່ວງໜ້າໄວ້ວ່າ ຊາວຢິວທີ່ຢູ່ໃນປະເທດບາບີໂລນຈະກັບໃຈແລະເວົ້າວ່າ: “ໂອ້ພະເຢໂຫວາ ພະອົງແມ່ນພະບິດາຂອງພວກຂ້ານ້ອຍ. ພວກຂ້ານ້ອຍເປັນດິນດາກ ພະອົງເປັນຜູ້ໄດ້ປັ້ນພວກຂ້ານ້ອຍ ແລະຂ້ານ້ອຍທັງປວງເປັນກິດຈະການແຕ່ມືຂອງພະອົງ.” ເຂົາເຈົ້າຍັງຈະອ້ອນວອນຕໍ່ພະເຢໂຫວາວ່າ: ‘ຂໍຢ່າຈື່ການຜິດຂອງພວກຂ້ານ້ອຍຕະຫຼອດໄປ. ດັ່ງນີ້ເຊີນເບິ່ງ ຂ້ານ້ອຍທັງປວງເປັນພວກຂອງພະອົງ.’ (ເອຊາອີ 64:8, 9) ເມື່ອເຮົາຖ່ອມຕົວແລະເຊື່ອຟັງພະເຢໂຫວາສະເໝີ ເຮົາເປັນສິ່ງທີ່ມີຄ່າຫຼາຍຕໍ່ພະອົງ ຄືກັບທີ່ດານຽນເປັນ. ພະເຢໂຫວາຈະປັ້ນເຮົາຕໍ່ໆໄປໂດຍໃຊ້ຄຳພີໄບເບິນ ພະລັງບໍລິສຸດ ແລະອົງການຂອງພະອົງ ເພື່ອໃນອະນາຄົດເຮົາຈະກາຍເປັນ “ລູກ” ທີ່ສົມບູນແບບຂອງ “ພະເຈົ້າ.”—ໂລມ 8:21