ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວ​ໜັງສື​ບູຮານ​ຂອງ​ພວກ​ການາອານ​ທີ່​ຢູ່​ໃນ​ໄຫ​ດິນ​ເຜົາ​ອາຍຸ 3.000 ປີ​ເປີດ​ເຜີຍ​ຊື່​ຂອງ​ບຸກຄົນ​ໃນ​ຄຳພີ​ໄບເບິນ

ມີ​ຊື່​ຂອງ​ບຸກຄົນ​ໃນ​ຄຳພີ​ໄບເບິນ​ຢູ່​ໄຫ​ເກົ່າ​ແກ່

ມີ​ຊື່​ຂອງ​ບຸກຄົນ​ໃນ​ຄຳພີ​ໄບເບິນ​ຢູ່​ໄຫ​ເກົ່າ​ແກ່

ໃນ​ປີ 2012 ນັກ​ບູຮານຄະດີ​ພົບ​ຊິ້ນ​ສ່ວນ​ນ້ອຍໆຂອງ​ໄຫ​ດິນ​ເຜົາ​ທີ່​ມີ​ອາຍຸ 3.000 ປີ. ພວກ​ນັກ​ຂຸດ​ຄົ້ນ​ຕື່ນ​ເຕັ້ນ​ຫຼາຍ. ຍ້ອນ​ຫຍັງ? ບໍ່​ແມ່ນ​ຍ້ອນ​ພົບ​ຊິ້ນ​ສ່ວນ​ຕ່າງໆຂອງ​ໄຫ ແຕ່​ຕື່ນ​ເຕັ້ນ​ກັບ​ຕົວ​ໜັງສື​ທີ່​ຢູ່​ນຳ​ຊິ້ນ​ສ່ວນ​ເຫຼົ່າ​ນັ້ນ.

ໃນ​ທີ່​ສຸດ ເມື່ອ​ນັກ​ບູຮານຄະດີ​ເອົາ​ຊິ້ນ​ສ່ວນ​ທັງ​ໝົດ​ມາ​ຕໍ່​ໃສ່​ກັນ ເຂົາ​ເຈົ້າ​ສາມາດ​ອ່ານ​ຕົວ​ໜັງສື​ຂອງ​ພວກ​ການາອານ​ທີ່​ຂຽນ​ຢູ່​ໄຫ​ໜ່ວຍ​ນັ້ນ. ຂໍ້​ຄວາມ​ນັ້ນ​ຂຽນ​ວ່າ: “ເອເຊບາອານ ເບັນ ເບ​ດາ” ເຊິ່ງ​ໝາຍ​ຄວາມ​ວ່າ “ເອເຊບາອານ​ລູກ​ຊາຍ​ຂອງ​ເບ​ດາ.” ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ນັກ​ບູຮານຄະດີ​ພົບ​ຊື່​ນີ້​ຂຽນ​ຢູ່​ໃນ​ວັດຖຸ​ບູຮານ.

ຄຳພີ​ໄບເບິນ​ກ່າວ​ເຖິງ​ຊື່​ເອເຊບາອານ. ລາວ​ເປັນ​ລູກ​ຊາຍ​ຂອງ​ກະສັດ​ຊາອຶລ. (1 ຂ່າວຄາວ 8:33; 9:39) ສາສະດາ​ຈານ​ໂຢເຊບ ກາ​ຟິນໂກ ເປັນ​ຄົນ​ໜຶ່ງ​ທີ່​ພົບ​ໄຫ​ໜ່ວຍ​ນັ້ນ ລາວ​ເວົ້າ​ວ່າ: “ໜ້າ​ສົນ​ໃຈ​ທີ່​ມີ​ຊື່​ຂອງ​ເອເຊບາອານ​ໃນ​ຄຳພີ​ໄບເບິນ ເຊິ່ງ​ຢູ່​ໃນ​ໄລຍະ​ທີ່​ກະສັດ​ດາວິດ​ປົກຄອງ​ເທົ່າ​ນັ້ນ ແລະ​ຕອນ​ນີ້​ຊື່​ນີ້​ກໍ​ຢູ່​ໃນ​ບັນທຶກ​ທາງ​ບູຮານຄະດີ.” ນີ້​ເປັນ​ອີກ​ຕົວຢ່າງ​ໜຶ່ງ​ທີ່​ສະແດງ​ວ່າ​ຫຼັກ​ຖານ​ທາງ​ບູຮານຄະດີ​ສະໜັບສະໜູນ​ຄຳພີ​ໄບເບິນ!

ໃນ​ຄຳພີ​ໄບເບິນ ເອເຊບາອານ​ລູກ​ຊາຍ​ຂອງ​ຊາອຶລ​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອີດໂບເຊດ. (2 ຊາເມືອນ 2:10) ເປັນ​ຫຍັງ​ຈຶ່ງ​ເອົາ​ຄຳ​ວ່າ “ໂບ​ເຊດ” ໃສ່​ແທນ​ຄຳ​ວ່າ “ບາອານ”? ນັກ​ຄົ້ນ​ຄວ້າ​ອະທິບາຍ​ວ່າ​ຜູ້​ຂຽນ​ພະທຳ 2 ຊາເມືອນ ອາດ​ຫຼີກ​ລ່ຽງ​ການ​ໃຊ້​ຊື່​ເອເຊບາອານ ເພາະ​ມັນ​ເຮັດ​ໃຫ້​ຊາວ​ອິດສະລາແອນ​ຄິດ​ເຖິງ​ບາອານ​ທີ່​ເປັນ​ພະເຈົ້າ​ແຫ່ງ​ລົມ​ພາຍຸ​ເຊິ່ງ​ພວກ​ການາອານ​ນະມັດສະການ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຍັງ​ເຫັນ​ຊື່​ເອເຊບາອານ​ໃນ​ພະທຳ 1 ຂ່າວຄາວ.