ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອາຊາ, ໂຢຊາຟາດ, ເອເຊເກຍເຊ ແລະ​ໂຢເຊຍເຊ

ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ!

ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ!

“ໂອ້​ພະ​ເຢໂຫວາ​ເຈົ້າ​ຂ້າ ຂໍ​ເຊີນ​ພະອົງ​ຈື່​ວ່າ​ຂ້າ​ນ້ອຍ​ໄດ້​ທຽວ​ໄປ​ຕໍ່​ໜ້າ​ພະອົງ​ດ້ວຍ​ຄວາມ​ຈິງ​ແລະ​ດ້ວຍ​ໃຈ​ສັດ​ຊື່ [“ຢ່າງ​ສຸດ​ຫົວໃຈ,” ລ.ມ.].”—2 ກະສັດ 20:3

ເພງ: 52, 65

1-3. ການ​ຮັບໃຊ້​ພະ​ເຢໂຫວາ “ຢ່າງ​ສຸດ​ຫົວໃຈ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຫ້​ຍົກ​ຕົວຢ່າງ.

ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ. ແຕ່​ເຮົາ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄ່າໄຖ່​ແລະ​ພະອົງ​ພ້ອມ​ຈະ​ໃຫ້​ອະໄພ​ເຮົາ. ດັ່ງ​ນັ້ນ ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ກັບ​ໃຈ​ຈາກ​ການ​ເຮັດ​ຜິດ ເຮົາ​ສາມາດ​ຂໍ​ໃຫ້​ພະອົງ​ອະໄພ​ເຮົາ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ລົງໂທດ​ເຮົາ “ຕາມ​ການ​ບາບ​ທັງ​ຫຼາຍ​ຂອງ​ພວກ​ເຮົາ.” (ຄຳເພງ 103:10) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຕ້ອງ “ບົວລະບັດ​ພະອົງ​ດ້ວຍ​ໃຈ​ສັດ​ຊື່” ເຊິ່ງ​ກໍ​ຄື​ການ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ. (1 ຂ່າວຄາວ 28:9) ເຮົາ​ຈະ​ເຮັດ​ແບບ​ນີ້​ໄດ້​ແນວ​ໃດ​ເຖິງ​ວ່າ​ບໍ່​ສົມບູນ​ແບບ?

2 ເພື່ອ​ຊ່ວຍ​ເຮົາ​ໃນ​ເລື່ອງ​ນີ້ ເຮົາ​ຈະ​ສົມ​ທຽບ​ຊີວິດ​ຂອງ​ກະສັດ​ອາຊາ​ກັບ​ກະສັດ​ອາມາດເຊຍ. ກະສັດ​ສອງ​ຄົນ​ນີ້​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ ແຕ່​ຍ້ອນ​ວ່າ​ບໍ່​ສົມບູນ​ແບບ ເຂົາ​ເຈົ້າ​ກໍ​ເຮັດ​ຜິດ​ພາດ​ເຊັ່ນ​ກັນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຄຳພີ​ໄບເບິນ​ບອກ​ວ່າ: “ອາຊາ​ກໍ​ຮັບໃຊ້​ພະເຈົ້າ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ, ລ.ມ.” (2 ຂ່າວຄາວ 15:16, 17; 25:1, 2; ສຸພາສິດ 17:3) ອາຊາ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ສະເໝີ​ແລະ “ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ.” (1 ຂ່າວຄາວ 28:9, ລ.ມ.) ແຕ່​ອາມາດເຊຍ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ “ຢ່າງ​ສຸດ​ຫົວໃຈ, ລ.ມ.” ຫຼັງ​ຈາກ​ທີ່​ເອົາ​ຊະນະ​ພວກ​ສັດຕູ​ໄດ້​ແລ້ວ ລາວ​ໄດ້​ເອົາ​ຮູບ​ພະ​ຂອງ​ເຂົາ​ເຈົ້າ​ກັບ​ເມືອ​ນຳ​ແລະ​ເລີ່ມ​ນະມັດສະການ​ສິ່ງ​ເຫຼົ່າ​ນັ້ນ.—2 ຂ່າວຄາວ 25:11-16

3 ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ “ຢ່າງ​ສຸດ​ຫົວໃຈ” ຈະ​ມີ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພະອົງ​ແລະ​ຢາກ​ນະມັດສະການ​ພະອົງ​ຕະຫຼອດ​ໄປ. ໃນ​ຄຳພີ​ໄບເບິນ ຄຳ​ວ່າ “ຫົວໃຈ” ຕາມ​ປົກກະຕິ​ແລ້ວ​ຈະ​ໝາຍ​ເຖິງ​ຕົວ​ຕົນ​ທີ່​ຢູ່​ພາຍ​ໃນ​ຂອງ​ເຮົາ ເຊິ່ງ​ລວມ​ເຖິງ​ຄວາມ​ຄິດ ຄວາມ​ມັກ ເປົ້າ​ໝາຍ​ໃນ​ຊີວິດ ແລະ​ແຮງ​ກະຕຸ້ນ​ຂອງ​ເຮົາ. ເຖິງ​ວ່າ​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ. ເຮົາ​ຮັບໃຊ້​ພະອົງ​ເພາະ​ວ່າ​ເຮົາ​ຢາກ​ເຮັດ​ແບບ​ນັ້ນ​ແທ້ໆ ບໍ່​ແມ່ນ​ຍ້ອນ​ຈຳເປັນ​ຕ້ອງ​ໄດ້​ເຮັດ​ຫຼື​ເຮັດ​ພຽງ​ເພາະ​ວ່າ​ເປັນ​ກິດຈະວັດ​ເທົ່າ​ນັ້ນ.—2 ຂ່າວຄາວ 19:9, ລ.ມ.

4. ໃນ​ຕອນ​ນີ້​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

4 ການ​ຮຽນ​ຮູ້​ເລື່ອງ​ຊີວິດ​ຂອງ​ກະສັດ​ອາຊາ​ແລະ​ກະສັດ​ຂອງ​ຢູດາ​ອີກ​ສາມ​ຄົນ​ທີ່​ສັດ​ຊື່​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຮັບໃຊ້​ພະເຈົ້າ​ຢ່າງ​ສຸດ​ຫົວໃຈ. ກະສັດ​ອີກ​ສາມ​ຄົນ​ກໍ​ຄື ໂຢຊາຟາດ ເອເຊເກຍເຊ ແລະ​ໂຢເຊຍເຊ. ເຖິງ​ວ່າ​ກະສັດ​ສີ່​ຄົນ​ນີ້​ເຮັດ​ຜິດ​ພາດ ແຕ່​ເຂົາ​ເຈົ້າ​ຍັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເພາະ​ພະອົງ​ເຫັນ​ວ່າ​ເຂົາ​ເຈົ້າ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເບິ່ງ​ເຂົາ​ເຈົ້າ​ແບບ​ນັ້ນ ແລະ​ເຮົາ​ຈະ​ຮຽນ​ແບບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

ອາຊາ “ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ”

5. ອາຊາ​ໄດ້​ເຮັດ​ຫຍັງ​ເມື່ອ​ເປັນ​ກະສັດ?

5 ອາຊາ​ເປັນ​ກະສັດ​ຄົນ​ທີ​ສາມ​ຂອງ​ຢູດາ​ຫຼັງ​ຈາກ​ທີ່​ຊາດ​ອິດສະລາແອນ​ຖືກ​ແບ່ງ​ແຍກ​ເປັນ​ອານາຈັກ​ອິດສະລາແອນ​ແລະ​ອານາຈັກ​ຢູດາ. ເມື່ອ​ອາຊາ​ເປັນ​ກະສັດ​ຂອງ​ຢູດາ ລາວ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ກຳຈັດ​ການ​ນະມັດສະການ​ປອມ​ແລະ​ການ​ຜິດ​ສິນລະທຳ​ທາງ​ເພດ​ທີ່​ໜ້າ​ລັງກຽດ​ໃນ​ອານາຈັກ​ຂອງ​ລາວ. ລາວ​ທຳລາຍ​ຮູບ​ປັ້ນ​ຕ່າງໆທີ່​ປະຊາຊົນ​ຂາບ​ໄຫວ້​ແລະ​ໄລ່​ໂສເພນີ​ຊາຍ​ປະຈຳ​ວິຫານ​ອອກ​ໄປ​ຈາກ​ແຜ່ນດິນ. ອາຊາ​ເຖິງ​ຂັ້ນ​ປົດ​ຍ່າ​ຂອງ​ຕົນ​ອອກ​ຈາກ​ຕຳແໜ່ງ “ກະສັດ​ດ້ວຍ ຍ້ອນ​ນາງ​ໄດ້​ສ້າງ​ຮູບ​ພະ​ຍິງ.” (1 ກະສັດ 15:11-13) ນອກ​ຈາກ​ນັ້ນ ອາຊາ​ຍັງ​ກະຕຸ້ນ​ປະຊາຊົນ​ໃຫ້ “ຊອກ​ຫາ​ພະ​ເຢໂຫວາ” ແລະ​ເຮັດ​ຕາມ “ບັນຍັດ​ກັບ​ຂໍ້​ຄຳ​ສັ່ງ​ທັງ​ຫຼາຍ.” ອາຊາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ປະຊາຊົນ​ໃຫ້​ນະມັດສະການ​ພະ​ເຢໂຫວາ.—2 ຂ່າວຄາວ 14:4

ອາຊາ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ກຳຈັດ​ການ​ນະມັດສະການ​ປອມ​ໃນ​ອານາຈັກ​ຂອງ​ລາວ

6. ອາຊາ​ເຮັດ​ແນວ​ໃດ​ເມື່ອ​ພວກ​ເອທິໂອປີ​ບຸກ​ໂຈມຕີ​ຢູດາ?

6 ໃນ​ໄລຍະ​ສິບ​ປີ​ທຳອິດ​ທີ່​ອາຊາ​ປົກຄອງ ແຜ່ນດິນ​ມີ​ຄວາມ​ສະຫງົບ​ສຸກ. ແຕ່​ຕໍ່​ມາ​ພວກ​ເອທຽວປຽນ​ຫຼື​ເອທິໂອປີ​ພ້ອມ​ດ້ວຍ​ທະຫານ 1 ລ້ານ​ຄົນ​ແລະ​ລົດ​ຮົບ 300 ຄັນ​ໄດ້​ຍົກ​ທັບ​ມາ​ຕໍ່​ສູ້​ຢູດາ. (2 ຂ່າວຄາວ 14:1, 6, 9, 10) ອາຊາ​ເຮັດ​ແນວ​ໃດ? ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ ດັ່ງ​ນັ້ນ ອາຊາ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ພະອົງ​ຊ່ວຍ​ເຂົາ​ເຈົ້າ​ເອົາ​ຊະນະ​ພວກ​ສັດຕູ. (ອ່ານ 2 ຂ່າວຄາວ 14:11) ບາງ​ຄັ້ງ ພະ​ເຢໂຫວາ​ເລືອກ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ສູ້​ຮົບ​ຊະນະ​ພວກ​ສັດຕູ ແມ່ນ​ແຕ່​ເມື່ອ​ກະສັດ​ເຫຼົ່າ​ນັ້ນ​ບໍ່​ສັດ​ຊື່​ຕໍ່​ພະອົງ. ພະ​ເຢໂຫວາ​ເຮັດ​ເຊັ່ນ​ນີ້​ເພື່ອ​ສະແດງ​ວ່າ​ພະອົງ​ເປັນ​ພະເຈົ້າ​ທ່ຽງ​ແທ້. (1 ກະສັດ 20:13, 26-30) ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ຄັ້ງ​ນີ້​ຍ້ອນ​ວ່າ​ອາຊາ​ໄວ້​ວາງໃຈ​ພະອົງ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ເຂົາ​ເຈົ້າ​ກໍ​ສູ້​ຮົບ​ຊະນະ. (2 ຂ່າວຄາວ 14:12, 13) ຕໍ່​ມາ​ອາຊາ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ໂດຍ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ກະສັດ​ຊີລີ​ແທນ​ທີ່​ຈະ​ແມ່ນ​ພະ​ເຢໂຫວາ. (1 ກະສັດ 15:16-22) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພະ​ເຢໂຫວາ​ເຫັນ​ວ່າ​ອາຊາ​ຮັກ​ພະອົງ. ລາວ “ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ​ຕະຫຼອດ​ຊີວິດ.” ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ອາຊາ​ໄດ້​ແນວ​ໃດ?—1 ກະສັດ 15:14, ລ.ມ.

7, 8. ເຮົາ​ຈະ​ຮຽນ​ແບບ​ອາຊາ​ໄດ້​ແນວ​ໃດ?

7 ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ? ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ໃນ​ສະພາບການ​ທີ່ຍາກ​ລຳບາກ ຂ້ອຍ​ເຊື່ອ​ຟັງ​ພະ​ເຢໂຫວາ​ບໍ? ຂ້ອຍ​ຕັ້ງ​ໃຈ​ແທ້ໆບໍ​ທີ່​ຈະ​ຮັກສາ​ປະຊາຄົມ​ຂອງ​ພະອົງ​ໃຫ້​ບໍລິສຸດ?’ ໃຫ້​ຄິດ​ເບິ່ງ​ວ່າ​ອາຊາ​ຕ້ອງ​ກ້າຫານ​ຫຼາຍ​ສໍ່າ​ໃດ​ເພື່ອ​ທີ່​ຈະ​ປົດ​ຍ່າ​ຂອງ​ລາວ​ອອກ​ຈາກ​ຕຳແໜ່ງ​ສູງ​ສຸດ​ໃນ​ພະ​ລາຊະວັງ! ບາງ​ຄັ້ງ​ເຮົາ​ກໍ​ຕ້ອງ​ກ້າຫານ​ຄື​ກັບ​ອາຊາ. ຕົວຢ່າງ​ເຊັ່ນ: ຖ້າ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ສະໜິດ​ຂອງ​ເຈົ້າ​ເຮັດ​ຜິດ ແຕ່​ບໍ່​ໄດ້​ກັບ​ໃຈ ແລະ​ຖືກ​ຕັດ​ສຳພັນ​ອອກ​ຈາກ​ປະຊາຄົມ. ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ຄົບຫາ​ກັບ​ຄົນ​ນັ້ນ​ບໍ? ຫົວໃຈ​ຂອງ​ເຈົ້າ​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ຫຍັງ?

8 ຄື​ກັບ​ອາຊາ ບາງ​ຄັ້ງ​ເຮົາ​ອາດ​ຮູ້ສຶກ​ວ່າ​ທຸກ​ຄົນ​ຕໍ່​ຕ້ານ​ເຮົາ. ບາງ​ທີ​ໝູ່​ຢູ່​ໂຮງ​ຮຽນ​ຫຼື​ອາຈານ​ອາດ​ເຍາະ​ເຍີ້ຍ​ເຈົ້າ​ຍ້ອນ​ວ່າ​ເປັນ​ພະຍານ​ພະ​ເຢໂຫວາ ຫຼື​ຄົນ​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ຄິດ​ວ່າ​ເຈົ້າ​ເປັນ​ບ້າ​ເພາະ​ລາ​ພັກ​ເພື່ອ​ໄປ​ການ​ປະຊຸມ​ໃຫຍ່​ຫຼື​ຍ້ອນ​ວ່າ​ເຈົ້າ​ບໍ່​ໄດ້​ເຮັດ​ວຽກ​ລ່ວງ​ເວລາ​ເລື້ອຍໆ. ໃນ​ສະພາບການ​ແບບ​ນັ້ນ ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ຄື​ກັບ​ທີ່​ອາຊາ​ໄດ້​ເຮັດ ອະທິດຖານ​ເຖິງ​ພະອົງ ກ້າຫານ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆໄປ. ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ໄດ້​ເສີມ​ກຳລັງ​ອາຊາ ດັ່ງ​ນັ້ນ ພະອົງ​ກໍ​ຈະ​ເສີມ​ກຳລັງ​ເຈົ້າ​ເຊັ່ນ​ກັນ.

9. ເມື່ອ​ປະກາດ ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໄດ້​ແນວ​ໃດ?

9 ອາຊາ​ບໍ່​ໄດ້​ຄິດ​ເຖິງ​ແຕ່​ຕົວ​ເອງ​ເທົ່າ​ນັ້ນ ລາວ​ໄດ້​ສະໜັບສະໜູນ​ປະຊາຊົນ​ໃຫ້ “ຊອກ​ຫາ​ພະ​ເຢໂຫວາ.” ເຮົາ​ກໍ​ເຊັ່ນ​ກັນ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບໃຊ້​ພະອົງ. ພະ​ເຢໂຫວາ​ສັງເກດ​ເຫັນ​ເມື່ອ​ເຮົາ​ລົມ​ກັບ​ຄົນ​ອື່ນ​ໃນ​ເລື່ອງ​ພະອົງ. ພະອົງ​ຕ້ອງ​ດີ​ໃຈ​ແທ້ໆເມື່ອ​ເຫັນ​ວ່າ​ເຮົາ​ເຮັດ​ເຊັ່ນ​ນັ້ນ​ຍ້ອນ​ວ່າ​ເຮົາ​ຮັກ​ພະອົງ​ແລະ​ທັງ​ເປັນ​ຫ່ວງ​ຄົນ​ອື່ນ​ແລະ​ອະນາຄົດ​ຂອງ​ເຂົາ​ເຈົ້າ!

ໂຢຊາຟາດ​ໄດ້​ຊອກ​ຫາ​ພະ​ເຢໂຫວາ

10, 11. ເຮົາ​ຈະ​ຮຽນ​ແບບ​ໂຢຊາຟາດ​ໄດ້​ແນວ​ໃດ?

10 ໂຢຊາຟາດ​ໄດ້ “ຂັບ​ຕາມ​ຮີດຄອງ​ຂອງ​ອາຊາ​ພໍ່​ແຫ່ງ​ຕົນ.” (2 ຂ່າວຄາວ 20:31, 32) ລາວ​ເຮັດ​ແນວ​ໃດ? ຄື​ກັບ​ພໍ່​ຂອງ​ຕົນ ໂຢຊາຟາດ​ໄດ້​ກະຕຸ້ນ​ປະຊາຊົນ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຕໍ່ໆໄປ. ລາວ​ໄດ້​ສົ່ງ​ພວກ​ເຈົ້ານາຍ​ໄປ​ຕາມ​ເມືອງ​ຕ່າງໆໃນ​ຢູດາ​ເພື່ອ​ສອນ “ພະບັນຍັດ​ຂອງ​ພະ​ເຢໂຫວາ” ໃຫ້​ແກ່​ປະຊາຊົນ. (2 ຂ່າວຄາວ 17:7-10) ລາວ​ເຖິງ​ຂັ້ນ​ວ່າ​ເດີນ​ທາງ​ໄປ​ເຂດ​ແດນ​ຂອງ​ອານາຈັກ​ທາງ​ເໜືອ​ຂອງ​ອິດສະລາແອນ​ແລະ​ໄປ​ພູ​ເອຟະລາອີມ​ເພື່ອ​ຊ່ວຍ ‘ຄົນ​ທັງ​ຫຼາຍ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ.’ (2 ຂ່າວຄາວ 19:4) ໂຢຊາຟາດ​ເປັນ​ກະສັດ​ທີ່ “ຊອກ​ຫາ​ພະ​ເຢໂຫວາ​ດ້ວຍ​ສຸດ​ໃຈ.”—2 ຂ່າວຄາວ 22:9

ໂຢຊາຟາດ​ໄດ້​ກະຕຸ້ນ​ປະຊາຊົນ​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຕໍ່ໆໄປ

11 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຢາກ​ໃຫ້​ຄົນ​ຢູ່​ທົ່ວ​ໂລກ​ໄດ້​ຮັບການ​ສອນ​ກ່ຽວ​ກັບ​ພະອົງ ແລະ​ເຮົາ​ທຸກ​ຄົນ​ສາມາດ​ຊ່ວຍ​ໃນ​ວຽກ​ນີ້. ເຈົ້າ​ມີ​ເປົ້າ​ໝາຍ​ທີ່​ຈະ​ປະກາດ​ທຸກໆເດືອນ​ບໍ? ເຈົ້າ​ຢາກ​ສອນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ບໍ​ເພື່ອ​ເຂົາ​ເຈົ້າ​ຈະ​ເລີ່ມ​ນະມັດສະການ​ພະ​ເຢໂຫວາ​ເຊັ່ນ​ກັນ? ເຈົ້າ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້​ບໍ? ຖ້າ​ເຈົ້າ​ອອກ​ຄວາມ​ພະຍາຍາມ ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເລີ່ມ​ການ​ສຶກສາ​ຄຳພີ​ໄບເບິນ. ແຕ່​ເຈົ້າ​ເຕັມ​ໃຈ​ສຶກສາ​ກັບ​ບາງ​ຄົນ​ບໍ​ເຖິງ​ວ່າ​ອາດ​ຕ້ອງ​ສະລະ​ເວລາ​ຫວ່າງ​ບາງ​ສ່ວນ​ຂອງ​ເຈົ້າ? ຄື​ກັບ​ທີ່​ໂຢຊາຟາດ​ໄດ້​ຊ່ວຍ​ປະຊາຊົນ​ໃຫ້​ເລີ່ມ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ອີກ​ຄັ້ງ​ໜຶ່ງ ເຮົາ​ກໍ​ສາມາດ​ຊ່ວຍ​ຄົນ​ທີ່​ເຊົາ​ເຮັດ​ກິດຈະກຳ​ຕ່າງໆຂອງ​ຄລິດສະຕຽນ​ໃຫ້​ກັບ​ເຂົ້າ​ມາ​ອີກ. ນອກ​ຈາກ​ນັ້ນ ໃນ​ເຂດ​ປະກາດ​ຂອງ​ປະຊາຄົມ ຜູ້​ເຖົ້າ​ແກ່​ໄດ້​ຈັດ​ໃຫ້​ມີ​ການ​ຢ້ຽມ​ຢາມ​ແລະ​ການ​ຊ່ວຍ​ເຫຼືອ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ເຊິ່ງ​ເຂົາ​ເຈົ້າ​ອາດ​ໄດ້​ປະ​ຖິ້ມ​ການ​ປະພຶດ​ຜິດ​ໃນ​ອະດີດ​ແລ້ວ.

12, 13. (ກ) ໂຢຊາຟາດ​ໄດ້​ເຮັດ​ຫຍັງ​ເມື່ອ​ຮູ້ສຶກ​ຢ້ານ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢຊາຟາດ?

12 ຄື​ກັບ​ອາຊາ​ພໍ່​ຂອງ​ລາວ ໂຢຊາຟາດ​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ກອງທັບ​ໃຫຍ່​ໄດ້​ມາ​ຕໍ່​ສູ້​ຢູດາ. (ອ່ານ 2 ຂ່າວຄາວ 20:2-4) ລາວ​ຢ້ານ​ແລະ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ໃນ​ຄຳ​ອະທິດຖານ ລາວ​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ເອົາ​ຊະນະ​ພວກ​ສັດຕູ​ໄດ້. ໂຢຊາຟາດ​ຍັງ​ເວົ້າ​ວ່າ ລາວ​ແລະ​ປະຊາຊົນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ໂຢຊາຟາດ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ ດັ່ງ​ນັ້ນ ລາວ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ . . . ຖ້າ​ໃຫ້​ພະອົງ​ຊ່ວຍ.”—2 ຂ່າວຄາວ 20:12, ລ.ມ.

13 ຄື​ກັບ​ໂຢຊາຟາດ ບາງ​ຄັ້ງ​ເຮົາ​ອາດ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ກ່ຽວ​ກັບ​ບັນຫາ​ໃດ​ໜຶ່ງ ແລະ​ເຮົາ​ອາດ​ເຖິງ​ຂັ້ນ​ຢ້ານ​ຊໍ້າ. (2 ໂກລິນໂທ 4:8, 9) ແຕ່​ຂໍ​ໃຫ້​ຈື່​ສິ່ງ​ທີ່​ໂຢຊາຟາດ​ໄດ້​ເຮັດ ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕໍ່​ໜ້າ​ປະຊາຊົນ ແລະ​ບອກ​ພະອົງ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ຢ້ານ​ຫຼາຍ​ແທ້ໆ. (2 ຂ່າວຄາວ 20:5) ຫົວ​ໜ້າ​ຄອບຄົວ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂຢຊາຟາດ. ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພື່ອ​ເຈົ້າ​ແລະ​ຄອບຄົວ​ຈະ​ຮັບ​ມື​ກັບ​ບັນຫາ​ໄດ້​ແລະ​ເພື່ອ​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ດີ. ຢ່າ​ຮູ້ສຶກ​ອາຍ​ທີ່​ຈະ​ໃຫ້​ຄອບຄົວ​ໄດ້​ຍິນ​ຄຳ​ອະທິດຖານ​ເຫຼົ່າ​ນີ້ ເພາະ​ເຂົາ​ເຈົ້າ​ຈະ​ສຳນຶກ​ວ່າ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ສໍ່າ​ໃດ. ພະ​ເຢໂຫວາ​ໄດ້​ຊ່ວຍ​ໂຢຊາຟາດ ດັ່ງ​ນັ້ນ ພະອົງ​ກໍ​ຈະ​ຊ່ວຍ​ເຈົ້າ​ເຊັ່ນ​ກັນ.

ເອເຊເກຍເຊ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່ໆໄປ

14, 15. ເອເຊເກຍເຊ​ໄດ້​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ແນວ​ໃດ?

14 ເອເຊເກຍເຊ​ເປັນ​ກະສັດ​ອີກ​ຄົນ​ໜຶ່ງ​ທີ່ “ຊື່​ສັດ​ຕໍ່​ພະ​ເຢໂຫວາ, ລ.ມ.” ເຖິງ​ວ່າ​ພໍ່​ຂອງ​ລາວ​ເປັນ​ຕົວຢ່າງ​ທີ່​ບໍ່​ດີ​ແລະ​ນະມັດສະການ​ຮູບ​ປັ້ນ. ເອເຊເກຍເຊ “ກຳຈັດ​ບ່ອນ​ບູຊາ​ໃນ​ທີ່​ສູງ ທຸບ​ທຳລາຍ​ແທ່ງ​ຫີນ​ສັກສິດ ແລະ​ໂຄ່ນ​ເສົາ​ສັກສິດ ລາວ​ຍັງ​ທຳລາຍ​ຮູບ​ງູ​ທອງແດງ​ທີ່​ໂມເຊ​ເຮັດ​ໄວ້, ລ.ມ.” ລາວ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຊາວ​ອິດສະລາແອນ​ຂາບ​ໄຫວ້​ສິ່ງ​ເຫຼົ່າ​ນີ້. ເອເຊເກຍເຊ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ. ລາວ ‘ຖື​ຮັກສາ​ສະເໝີ​ໃນ​ຄຳ​ສັ່ງ​ທັງ​ຫຼາຍ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ແກ່​ທ່ານ​ໂມເຊ.’—2 ກະສັດ 18:1-6

15 ຕອນ​ທີ່​ເອເຊຍ​ເກ​ເຊຍ​ເປັນ​ກະສັດ ກອງ​ທະຫານ​ໃຫຍ່​ຂອງ​ພວກ​ອາຊີລີ​ໄດ້​ມາ​ໂຈມຕີ​ຢູດາ​ແລະ​ຂູ່​ວ່າ​ຈະ​ທຳລາຍ​ເມືອງ​ເຢຣຶຊາເລມ. ຊານເກຣີບ​ກະສັດ​ອາຊີລີ​ເຍາະ​ເຍີ້ຍ​ພະເຢໂຫວາ​ແລະ​ພະຍາຍາມ​ເຮັດ​ໃຫ້​ເອເຊເກຍເຊ​ຍອມ​ແພ້. ໃນ​ເວລາ​ທີ່​ອັນຕະລາຍ​ເຊັ່ນ​ນັ້ນ ລາວ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ແລະ​ອະທິດຖານ​ຂໍ​ໃຫ້​ພະອົງ​ຊ່ວຍ. ລາວ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ​ກວ່າ​ພວກ​ອາຊີລີ​ແລະ​ສາມາດ​ຊ່ວຍ​ຊີວິດ​ປະຊາຊົນ​ຂອງ​ພະອົງ​ໄດ້. (ອ່ານ​ເອຊາອີ 37:15-20) ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເອເຊເກຍເຊ​ໂດຍ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໃຫ້​ໄປ​ຂ້າ​ທະຫານ​ອາຊີລີ 185.000 ຄົນ.—ເອຊາອີ 37:36, 37

16, 17. ເຮົາ​ຈະ​ຮຽນ​ແບບ​ເອເຊເກຍເຊ​ໄດ້​ແນວ​ໃດ?

16 ຕໍ່​ມາ​ເອເຊເກຍເຊ​ເຈັບ​ປ່ວຍ​ໜັກ​ໃກ້​ຈະ​ຕາຍ. ໃນ​ເວລາ​ທີ່​ຍາກ​ລຳບາກ​ແບບ​ນັ້ນ ລາວ​ອ້ອນ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ຈົດ​ຈຳ​ຄວາມ​ສັດ​ຊື່​ຂອງ​ລາວ​ແລະ​ຊ່ວຍ​ລາວ. (ອ່ານ 2 ກະສັດ 20:1-3) ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ອະທິດຖານ​ນັ້ນ​ແລະ​ຊ່ວຍ​ເອເຊຍ​ເກ​ເຊ​ໃຫ້​ເຊົາ​ເຈັບ​ປ່ວຍ. ເຮົາ​ຮູ້​ຈາກ​ຄຳພີ​ໄບເບິນ​ວ່າ​ໃນ​ປັດຈຸບັນ​ນີ້​ເຮົາ​ບໍ່​ສາມາດ​ຄາດ​ໝາຍ​ການ​ອັດສະຈັນ​ແບບ​ໃດ​ແບບ​ໜຶ່ງ​ຈາກ​ພະເຈົ້າ​ເພື່ອ​ເຮັດ​ໃຫ້​ເຮົາ​ເຊົາ​ເຈັບ​ປ່ວຍ​ຫຼື​ໃຫ້​ເຮົາ​ມີ​ຊີວິດ​ຍືນ​ຍາວ. ແຕ່​ຄື​ກັບ​ເອເຊເກຍເຊ ເຮົາ​ເພິ່ງ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ໄດ້. ເຮົາ​ສາມາດ​ບອກ​ພະອົງ​ວ່າ: “ໂອ້​ພະ​ເຢໂຫວາ​ເຈົ້າ​ຂ້າ ຂໍ​ເຊີນ​ພະອົງ​ຈື່​ວ່າ​ຂ້າ​ນ້ອຍ​ໄດ້​ທຽວ​ໄປ​ຕໍ່​ໜ້າ​ພະອົງ​ດ້ວຍ​ຄວາມ​ຈິງ​ແລະ​ດ້ວຍ​ໃຈ​ສັດ​ຊື່ [“ສຸດ​ຫົວໃຈ,” ລ.ມ.].” ເຈົ້າ​ເຊື່ອ​ບໍ​ວ່າ​ແມ່ນ​ແຕ່​ເມື່ອ​ເຈັບ​ປ່ວຍ ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ເຈົ້າ​ສະເໝີ?—ຄຳເພງ 41:3

17 ເຮົາ​ຈະ​ຮຽນ​ແບບ​ເອເຊເກຍເຊ​ໄດ້​ໂດຍ​ວິທີ​ໃດ​ອີກ? ບາງ​ທີ​ອາດ​ມີ​ອຸປະສັກ​ຂັດ​ຂວາງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ຫຼື​ຍາດ​ເອົາ​ເວລາ​ຂອງ​ເຮົາ​ໄປ​ຈາກ​ການ​ຮັບໃຊ້​ພະອົງ. ຕົວຢ່າງ​ເຊັ່ນ: ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ປະຕິບັດ​ຕໍ່​ມະນຸດ​ຄື​ກັບ​ວ່າ​ເປັນ​ພະເຈົ້າ. ເຂົາ​ເຈົ້າ​ຍົກຍ້ອງ​ຄົນ​ທີ່​ມີ​ຊື່ສຽງ​ແລະ​ຄົນ​ອື່ນໆທີ່​ຕົວ​ເອງ​ບໍ່​ຮູ້ຈັກ. ຫຼາຍ​ຄົນ​ໃຊ້​ເວລາ​ຫຼາຍ​ເພື່ອ​ອ່ານ​ແລະ​ເບິ່ງ​ຮູບ​ຂອງ​ຄົນ​ເຫຼົ່າ​ນັ້ນ ຫຼື​ເຂົາ​ເຈົ້າ​ມັກ​ໃຊ້​ເຄືອ​ຂ່າຍ​ສັງຄົມ​ຫຼື​ເຄື່ອງ​ມື​ຢ່າງ​ອື່ນ​ເພື່ອ​ຕິດ​ຕໍ່​ກັບ​ຄົນ​ອື່ນ​ທາງ​ອິນເຕີເນັດ. ແນ່ນອນ​ວ່າ​ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ຕິດ​ຕໍ່​ກັບ​ຄອບຄົວ​ຫຼື​ໝູ່​ສະໜິດ​ໂດຍ​ທາງ​ເຄື່ອງ​ມື​ເຫຼົ່າ​ນີ້ ແຕ່​ເຮົາ​ອາດ​ເສຍ​ເວລາ​ຫຼາຍ​ກັບ​ເຄືອ​ຂ່າຍ​ສັງຄົມ. ເຮົາ​ອາດ​ກາຍ​ເປັນ​ຄົນ​ທີ່​ພູມ​ໃຈ​ໃນ​ຕົວ​ເອງ ຖ້າ​ມີ​ຫຼາຍ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ມັກ​ຮູບ​ຫຼື​ຄຳ​ເຫັນ​ຕ່າງໆທີ່​ເຮົາ​ເອົາ​ລົງ​ໃນ​ອິນເຕີເນັດ ຫຼື​ເຮົາ​ອາດ​ຮູ້ສຶກ​ບໍ່​ພໍ​ໃຈ​ເມື່ອ​ຮູ້​ວ່າ​ບາງ​ຄົນ​ເຊົາ​ເບິ່ງ​ສິ່ງ​ເຫຼົ່າ​ນັ້ນ. ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ ອາກີລາ ແລະ​ປຣີສີລາ. ເຈົ້າ​ຄິດ​ວ່າ​ແຕ່​ລະ​ມື້​ເຂົາ​ເຈົ້າ​ໃຊ້​ເວລາ​ເພື່ອ​ຊອກ​ຮູ້​ສິ່ງ​ເລັກໆນ້ອຍໆທຸກ​ຢ່າງ​ທີ່​ຄົນ​ອື່ນ​ເຮັດ​ບໍ ໂດຍ​ສະເພາະ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ? ຄຳພີ​ໄບເບິນ​ບອກ​ວ່າ ໂປໂລ “ທຸ່ມ​ເທ​ເວລາ​ໃນ​ການ​ປະກາດ​ຄຳ​ສອນ​ຂອງ​ພະເຈົ້າ.” ນອກ​ຈາກ​ນັ້ນ ປຣີສີລາ​ແລະ​ອາກີລາ​ໄດ້​ໃຊ້​ເວລາ​ໃນ​ການ​ປະກາດ​ແລະ​ການ​ອະທິບາຍ​ໃຫ້​ຄົນ​ອື່ນ “ເຂົ້າ​ໃຈ​ແນວ​ທາງ​ຂອງ​ພະເຈົ້າ​ຢ່າງ​ຖືກຕ້ອງ​ຍິ່ງ​ຂຶ້ນ.” (ກິດຈະການ 18:4, 5, 26, ລ.ມ.) ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ລະວັງ​ຕົວ​ບໍ​ໃນ​ການ​ປະຕິບັດ​ຕໍ່​ມະນຸດ​ຄື​ກັບ​ວ່າ​ເປັນ​ພະເຈົ້າ? ຂ້ອຍ​ຫຼີກ​ລ່ຽງ​ບໍ​ກັບ​ການ​ໃຊ້​ເວລາ​ຫຼາຍໆໃນ​ສິ່ງ​ທີ່​ບໍ່​ໄດ້​ສຳຄັນ​ແທ້ໆ?’—ອ່ານ​ເອເຟດ 5:15, 16

ໂຢເຊຍເຊ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ

18, 19. ເຮົາ​ຈະ​ເປັນ​ຄື​ກັບ​ໂຢເຊຍເຊ​ໄດ້​ແນວ​ໃດ?

18 ກະສັດ​ໂຢເຊຍເຊ​ກໍ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ “ດ້ວຍ​ສຸດ​ໃຈ” ເຊັ່ນ​ກັນ. (2 ຂ່າວຄາວ 34:31) ໂຢເຊຍເຊ​ເປັນ​ເຫຼນ​ຂອງ​ເອເຊເກຍເຊ ແລະ​ຕອນ​ທີ່​ອາຍຸ​ຍັງ​ນ້ອຍ ລາວ “ຕັ້ງ​ຕົ້ນ​ຊອກ​ຫາ [“ເລີ່ມ​ຮັບໃຊ້,” ລ.ມ.] ພະເຈົ້າ​ຂອງ​ດາວິດ​ປູ່​ແຫ່ງ​ຕົນ.” ຕອນ​ອາຍຸ 20 ປີ ລາວ​ເລີ່ມ​ກຳຈັດ​ຮູບ​ພະ​ຕ່າງໆໃນ​ຢູດາ. (ອ່ານ 2 ຂ່າວຄາວ 34:1-3) ໂຢເຊຍເຊ​ໄດ້​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເມື່ອ​ສົມ​ທຽບ​ກັບ​ກະສັດ​ຫຼາຍ​ຄົນ​ຂອງ​ຢູດາ. ໃນ​ມື້​ໜຶ່ງ ປະໂລຫິດ​ໃຫຍ່​ໄດ້​ພົບ​ມ້ວນ​ໜັງສື​ກົດ​ໝາຍ​ຂອງ​ພະເຈົ້າ​ຢູ່​ວິຫານ ແລະ​ນັ້ນ​ອາດ​ເປັນ​ມ້ວນ​ໜັງສື​ທີ່​ໂມເຊ​ຂຽນ​ດ້ວຍ​ຕົວ​ເອງ! ເມື່ອ​ເລ​ຂາ​ອ່ານ​ໃຫ້​ໂຢເຊຍເຊ​ຟັງ ລາວ​ສຳນຶກ​ວ່າ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ. ລາວ​ກະຕຸ້ນ​ປະຊາຊົນ​ໃຫ້​ເຮັດ​ແບບ​ດຽວ​ກັນ​ນັ້ນ. ຜົນ​ກໍ​ຄື ຕອນ​ທີ່​ໂຢເຊຍເຊ​ມີ​ຊີວິດ​ຢູ່ ປະຊາຊົນ ‘ບໍ່​ໄດ້​ເວັ້ນ​ໜີ​ຈາກ​ພະ​ເຢໂຫວາ.’—2 ຂ່າວຄາວ 34:27, 33

ໂຢເຊຍເຊ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ໄດ້​ປ່ຽນ​ແປງ​ທັນທີ

19 ຖ້າ​ເຈົ້າ​ອາຍຸ​ຍັງ​ນ້ອຍ ເຈົ້າ​ສາມາດ​ຮຽນ​ແບບ​ໂຢເຊຍເຊ​ແລະ​ຮູ້ຈັກ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ໂຢເຊຍເຊ​ອາດ​ໄດ້​ຮຽນ​ຮູ້​ຈາກ​ກະສັດ​ມານາເຊ​ພໍ່​ຕູ້​ຂອງ​ລາວ​ທີ່​ກັບ​ໃຈ​ວ່າ​ພະ​ເຢໂຫວາ​ພ້ອມ​ຈະ​ໃຫ້​ອະໄພ. ເຈົ້າ​ກໍ​ເຊັ່ນ​ກັນ​ສາມາດ​ຮຽນ​ຮູ້​ຈາກ​ຜູ້​ໃຫຍ່​ໃນ​ຄອບຄົວ​ແລະ​ໃນ​ປະຊາຄົມ. ເຂົາ​ເຈົ້າ​ຈະ​ເລົ່າ​ໃຫ້​ເຈົ້າ​ຟັງ​ກ່ຽວ​ກັບ​ສິ່ງ​ດີໆຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຢເຊຍເຊ​ຫຼັງ​ຈາກ​ໄດ້​ຮຽນ​ຮູ້​ໃນ​ສິ່ງ​ທີ່​ພະ​ຄຳພີ​ບອກ. ລາວ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ຟ້າວ​ປ່ຽນ​ແປງ​ທັນທີ. ໂດຍ​ການ​ອ່ານ​ພະ​ຄຳພີ ເຈົ້າ​ເອງ​ກໍ​ອາດ​ຮູ້ສຶກ​ວ່າ​ຢາກ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ. ເມື່ອ​ເຮັດ​ແບບ​ນີ້ ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະອົງ​ຈະ​ເຂັ້ມແຂງ​ຂຶ້ນ​ແລະ​ເຈົ້າ​ຈະ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ຈາກ​ນັ້ນ​ເຈົ້າ​ກໍ​ຢາກ​ບອກ​ຄົນ​ອື່ນ​ໃນ​ເລື່ອງ​ຂອງ​ພະອົງ. (ອ່ານ 2 ຂ່າວຄາວ 34:18, 19) ເມື່ອ​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ອາດ​ເຫັນ​ວ່າ​ມີ​ຫຼາຍ​ວິທີ​ທີ່​ເຈົ້າ​ສາມາດ​ປັບ​ປຸງ​ການ​ຮັບໃຊ້​ພະເຈົ້າ. ຖ້າ​ເປັນ​ເຊັ່ນ​ນັ້ນ ໃຫ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້ ຄື​ກັບ​ທີ່​ໂຢເຊຍເຊ​ໄດ້​ເຮັດ.

ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ!

20, 21. (ກ) ກະສັດ​ສີ່​ຄົນ​ທີ່​ເຮົາ​ເວົ້າ​ເຖິງ​ມີ​ຫຍັງ​ທີ່​ຄື​ກັນ? (ຂ) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ເລື່ອງ​ຫຍັງ?

20 ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ກະສັດ​ສີ່​ຄົນ​ຂອງ​ຢູດາ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ? ທັງ​ສີ່​ຄົນ​ນີ້​ຕັ້ງ​ໃຈ​ແນ່ວ​ແນ່​ວ່າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ຈະ​ຮັບໃຊ້​ພະອົງ​ຕະຫຼອດ​ຊີວິດ. ເຂົາ​ເຈົ້າ​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ສັດຕູ​ທີ່​ມີ​ກຳລັງ​ຫຼາຍ​ມາ​ຕໍ່​ສູ້​ກັບ​ເຂົາ​ເຈົ້າ. ສິ່ງ​ສຳຄັນ​ທີ່​ສຸດ ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ວ່າ​ຮັກ​ພະອົງ.

21 ເຖິງ​ວ່າ​ກະສັດ​ທັງ​ສີ່​ຄົນ​ນີ້​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ພໍ​ໃຈ​ກັບ​ຄົນ​ເຫຼົ່າ​ນີ້. ພະອົງ​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຂົາ​ເຈົ້າ ແລະ​ຮູ້​ວ່າ​ເຂົາ​ເຈົ້າ​ຮັກ​ພະອົງ​ແທ້ໆ. ເຮົາ​ກໍ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ ແຕ່​ພະ​ເຢໂຫວາ​ຈະ​ພໍ​ໃຈ​ກັບ​ເຮົາ​ເມື່ອ​ເຫັນ​ວ່າ​ເຮົາ​ກຳລັງ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄວາມ​ຜິດ​ພາດ​ຂອງ​ກະສັດ​ເຫຼົ່າ​ນີ້.