ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຈະ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ຂຽນ​ໄວ້​ບໍ?

ເຈົ້າ​ຈະ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ຂຽນ​ໄວ້​ບໍ?

“ເຫດການ​ທັງ​ໝົດ​ນີ້ . . . ຖືກ​ຂຽນ​ໄວ້​ເພື່ອ​ເຕືອນ​ເຮົາ​ເຊິ່ງ​ຢູ່​ໃກ້​ຕອນ​ສິ້ນ​ຍຸກ.”—1 ໂກລິນໂທ 10:11, ລ.ມ.

ເພງ: 48, 61

1, 2. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ກະສັດ​ທັງ​ສີ່​ຄົນ​ຂອງ​ຢູດາ?

ຖ້າ​ເຈົ້າ​ເຫັນ​ບາງ​ຄົນ​ມື່ນ​ແລະ​ລົ້ມ​ຢູ່​ຫົນ​ທາງ ແນ່ນອນ​ວ່າ​ເຈົ້າ​ຈະ​ລະວັງ​ເມື່ອ​ຍ່າງ​ໃນ​ທາງ​ເສັ້ນ​ນັ້ນ. ຄ້າຍ​ຄື​ກັນ ການ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ຄົນ​ອື່ນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ທີ່​ຄ້າຍໆກັນ​ນັ້ນ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ບຸກຄົນ​ທີ່​ຄຳພີ​ໄບເບິນ​ກ່າວ​ເຖິງ.

2 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ວ່າ​ກະສັດ​ທັງ​ສີ່​ຄົນ​ຂອງ​ຢູດາ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ຜິດ​ພາດ​ຮ້າຍແຮງ. ເລື່ອງ​ຂອງ​ເຂົາ​ເຈົ້າ​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ກໍ​ເພື່ອ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນັ້ນ​ແລະ​ຮຽນ​ຮູ້​ບົດຮຽນ​ທີ່​ມີ​ຄ່າ. ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ເຮັດ​ຜິດ​ພາດ​ແບບ​ນັ້ນ?—ອ່ານ​ໂລມ 15:4

ການ​ເພິ່ງ​ສະຕິ​ປັນຍາ​ຈາກ​ມະນຸດ​ນຳ​ໄປ​ສູ່​ຄວາມ​ເສຍຫາຍ

3-5. (ກ) ເຖິງ​ວ່າ​ອາຊາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ແຕ່​ລາວ​ເຮັດ​ຫຍັງ​ຜິດ​ພາດ? (ຂ) ເມື່ອ​ຕໍ່​ສູ້​ກັບ​ບາເອຊາ ເປັນ​ຫຍັງ​ອາຊາ​ຈຶ່ງ​ໄປ​ເພິ່ງ​ມະນຸດ?

3 ທຳອິດ​ໃຫ້​ເຮົາ​ຮຽນ​ຮູ້​ເລື່ອງ​ຂອງ​ອາຊາ. ລາວ​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ທະຫານ​ເອທິໂອປີ​ໜຶ່ງ​ລ້ານ​ຄົນ​ມາ​ໂຈມຕີ​ຢູດາ. ແຕ່​ລາວ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ​ເມື່ອ​ຕໍ່​ສູ້​ກັບ​ບາເອຊາ​ກະສັດ​ອິດສະລາແອນ. ອາຊາ​ຢາກ​ໃຫ້​ບາເອຊາ​ເຊົາ​ສ້າງ​ເມືອງ​ຣາມາ​ເຊິ່ງ​ເປັນ​ເມືອງ​ໜຶ່ງ​ທີ່​ສຳຄັນ​ໃນ​ອິດສະລາແອນ​ແລະ​ຢູ່​ໃກ້​ກັບ​ເຂດ​ແດນ​ຂອງ​ອານາຈັກ​ຢູດາ. (2 ຂ່າວຄາວ 16:1-3) ອາຊາ​ຕັດສິນ​ໃຈ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ຊື້​ຈ້າງ​ກະສັດ​ຊີລີ​ໃຫ້​ຊ່ວຍ​ລາວ. ເມື່ອ​ພວກ​ຊີລີ​ໂຈມຕີ​ເມືອງ​ຕ່າງໆຂອງ​ອິດສະລາແອນ ບາ​ອາຊາ “ເຊົາ​ກໍ່​ສ້າງ​ຣາມາ [ທັນທີ].” (2 ຂ່າວຄາວ 16:5) ທຳອິດ ອາຊາ​ອາດ​ຄິດ​ວ່າ​ລາວ​ຕັດສິນ​ໃຈ​ຖືກ​ແລ້ວ!

4 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ? ພະ​ເຢໂຫວາ​ບໍ່​ພໍ​ໃຈ​ທີ່​ອາຊາ​ບໍ່​ໄດ້​ເພິ່ງ​ພະອົງ ດັ່ງ​ນັ້ນ ພະອົງ​ຈຶ່ງ​ສົ່ງ​ຜູ້​ພະຍາກອນ​ຫານານີ​ໄປ​ຕຳໜິ​ລາວ. (ອ່ານ 2 ຂ່າວຄາວ 16:7-9) ຫານານີ​ບອກ​ວ່າ: “ຕັ້ງ​ແຕ່​ນີ້​ຕໍ່​ໄປ​ທ່ານ​ຈະ​ມີ​ການ​ເສິກ.” ອາຊາ​ໄດ້​ຍຶດ​ເອົາ​ເມືອງ​ຣາມາ ແຕ່​ໃນ​ຕະຫຼອດ​ຊີວິດ​ທີ່​ເຫຼືອ​ຢູ່ ອາຊາ​ແລະ​ປະຊາຊົນ​ຕ້ອງ​ສູ້​ຮົບ​ຫຼາຍ​ຄັ້ງ.

5 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ກັບ​ອາຊາ. ເຖິງ​ວ່າ​ລາວ​ບໍ່​ສົມບູນ​ແບບ ແຕ່​ພະ​ເຢໂຫວາ​ກໍ​ເຫັນ​ວ່າ​ລາວ​ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ. (1 ກະສັດ 15:14) ແຕ່​ເມື່ອ​ອາຊາ​ຕັດສິນ​ໃຈ​ຜິດ ລາວ​ກໍ​ຕ້ອງ​ຮັບ​ຜົນ​ຂອງ​ການ​ຕັດສິນ​ໃຈ​ແບບ​ນັ້ນ. ເປັນ​ຫຍັງ​ລາວ​ເພິ່ງ​ຕົວ​ເອງ​ແລະ​ມະນຸດ ແທນ​ທີ່​ຈະ​ເພິ່ງ​ພະ​ເຢໂຫວາ? ອາຊາ​ອາດ​ຄິດ​ວ່າ​ລາວ​ສາມາດ​ໃຊ້​ວິທີ​ການ​ທີ່​ສະຫຼາດ​ທາງ​ທະຫານ​ເພື່ອ​ເອົາ​ຊະນະ​ໃນ​ການ​ສູ້​ຮົບ ຫຼື​ລາວ​ອາດ​ຟັງ​ຄຳ​ແນະນຳ​ທີ່​ບໍ່​ດີ​ຈາກ​ຄົນ​ອື່ນ.

ເຮົາ​ຄວນ​ເພິ່ງ​ພະ​ເຢໂຫວາ​ໃນ​ທຸກໆສະຖານະການ ບໍ່​ແມ່ນ​ເພິ່ງ​ຄວາມ​ຄິດ​ຂອງ​ເຮົາ​ເອງ

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄວາມ​ຜິດ​ພາດ​ຂອງ​ອາຊາ? ໃຫ້​ຍົກ​ຕົວຢ່າງ.

6 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄວາມ​ຜິດ​ພາດ​ຂອງ​ອາຊາ? ເຮົາ​ຄວນ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃນ​ທຸກໆສະຖານະການ ບໍ່​ແມ່ນ​ເພິ່ງ​ຄວາມ​ຄິດ​ຂອງ​ເຮົາ​ເອງ. ເຮົາ​ຕ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ ບໍ່​ວ່າ​ບັນຫາ​ນັ້ນ​ຈະ​ນ້ອຍ​ຫຼື​ໃຫຍ່​ກໍ​ຕາມ. ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ຄິດ​ເຖິງ​ຄຳຖາມ​ຕໍ່​ໄປ​ນີ້: ບາງ​ຄັ້ງ​ເຮົາ​ເພິ່ງ​ຕົວ​ເອງ​ໂດຍ​ພະຍາຍາມ​ແກ້ໄຂ​ບັນຫາ​ໃດ​ໜຶ່ງ​ໃນ​ແບບ​ທີ່​ເຮົາ​ຄິດ​ວ່າ​ດີ​ທີ່​ສຸດ​ບໍ? ຫຼື​ເຮົາ​ຈະ​ຄິດ​ເບິ່ງ​ກ່ອນ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ແລະ​ຈາກ​ນັ້ນ​ກໍ​ພະຍາຍາມ​ໃຊ້​ຫຼັກ​ການ​ນັ້ນ​ເພື່ອ​ແກ້ໄຂ​ບັນຫາ​ຂອງ​ເຮົາ? ຕົວຢ່າງ​ເຊັ່ນ: ສົມມຸດ​ວ່າ​ຄອບຄົວ​ເຮັດ​ໃຫ້​ຍາກ​ທີ່​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ອາທິດ​ຫຼື​ການ​ປະຊຸມ​ໃຫຍ່. ເຈົ້າ​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ບໍ​ເພື່ອ​ໃຫ້​ຮູ້​ວ່າ​ຄວນ​ເຮັດ​ແນວ​ໃດ​ໃນ​ສະພາບການ​ແບບ​ນັ້ນ? ຫຼື​ບາງ​ທີ​ເຈົ້າ​ອາດ​ບໍ່​ມີ​ວຽກ​ເຮັດ​ດົນ​ແລ້ວ ແລະ​ໃນ​ທີ່​ສຸດ​ກໍ​ມີ​ຄົນ​ຢາກ​ຈ້າງ​ເຈົ້າ​ເຮັດ​ວຽກ. ເຈົ້າ​ຈະ​ບອກ​ລາວ​ບໍ​ວ່າ​ເຈົ້າ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ອາທິດ ເຖິງ​ວ່າ​ການ​ເວົ້າ​ແບບ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ວຽກ? ບໍ່​ວ່າ​ບັນຫາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ຈື່​ຄຳ​ແນະນຳ​ຂອງ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ໃຫ້​ພະ​ເຢໂຫວາ​ຊີ້​ທາງ​ໃຫ້​ເຈົ້າ ຂໍ​ໃຫ້​ເພິ່ງ​ພະອົງ ແລ້ວ​ພະອົງ​ຈະ​ຊ່ວຍ​ເຈົ້າ.”—ຄຳເພງ 37:5, ລ.ມ.

ຖ້າ​ເຮົາ​ເລືອກ​ໝູ່​ຜິດ​ຈະ​ເປັນ​ແນວ​ໃດ?

7, 8. ໂຢຊາຟາດ​ເຮັດ​ຜິດ​ພາດ​ໃນ​ເລື່ອງ​ໃດ ແລະ​ຜົນ​ເປັນ​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

7 ຕອນ​ນີ້​ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ໂຢຊາຟາດ​ລູກ​ຊາຍ​ຂອງ​ອາຊາ. ລາວ​ມີ​ຈຸດ​ທີ່​ດີ​ຫຼາຍ​ຢ່າງ​ເຊິ່ງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ເມື່ອ​ໂຢຊາຟາດ​ເພິ່ງ​ພະ​ເຢໂຫວາ ລາວ​ໄດ້​ເຮັດ​ສິ່ງ​ດີ​ຫຼາຍ​ຢ່າງ ແຕ່​ໃນ​ບາງ​ເລື່ອງ​ລາວ​ກໍ​ຕັດສິນ​ໃຈ​ຜິດ​ພາດ​ເຊັ່ນ​ກັນ. ຕົວຢ່າງ​ເຊັ່ນ: ລາວ​ໃຫ້​ລູກ​ຊາຍ​ແຕ່ງ​ດອງ​ກັບ​ລູກ​ສາວ​ຂອງ​ກະສັດ​ອາກາບ​ຜູ້​ຊົ່ວ​ຮ້າຍ. ຕໍ່​ມາ​ລາວ​ກໍ​ຮ່ວມ​ມື​ກັບ​ອາກາບ​ໃນ​ການ​ຕໍ່​ສູ້​ກັບ​ພວກ​ຊີລີ ທັ່ງໆທີ່​ຜູ້​ພະຍາກອນ​ມີກາຢາ​ໄດ້​ເຕືອນ​ວ່າ​ບໍ່​ໃຫ້​ເຮັດ. ໃນ​ການ​ສູ້​ຮົບ ພວກ​ຊີລີ​ໄດ້​ໂຈມຕີ​ໂຢຊາຟາດ​ແລະ​ພະຍາຍາມ​ຂ້າ​ລາວ. (2 ຂ່າວຄາວ 18:1-32) ເມື່ອ​ກັບ​ໄປ​ເມືອງ​ເຢຣຶຊາເລມ ຜູ້​ພະຍາກອນ​ເຢຫຶ​ຖາມ​ລາວ​ວ່າ: “ທ່ານ​ຊ່ອຍ​ຜູ້​ຮ້າຍ​ແລະ​ຮັກ​ຄົນ​ທັງ​ຫຼາຍ​ທີ່​ກຽດ​ຊັງ​ພະ​ເຢໂຫວາ​ບໍ?”—ອ່ານ 2 ຂ່າວຄາວ 19:1-3

8 ໂຢຊາຟາດ​ໄດ້​ບົດຮຽນ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ແລະ​ຈາກ​ຄຳ​ເຕືອນ​ຂອງ​ຜູ້​ພະຍາກອນ​ບໍ? ໜ້າ​ເສົ້າໃຈ​ລາວ​ບໍ່​ໄດ້​ບົດຮຽນ​ຫຍັງ​ເລີຍ. ເຖິງ​ວ່າ​ໂຢຊາຟາດ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ ແຕ່​ລາວ​ກໍ​ຍັງ​ໄປ​ເປັນ​ມິດ​ກັບ​ຄົນ​ທີ່​ບໍ່​ຢາກ​ນະມັດສະການ​ພະ​ເຢໂຫວາ ເຊິ່ງ​ຄົນ​ນັ້ນ​ແມ່ນ​ອາກາເຊຍ​ລູກ​ຂອງ​ອາກາບ. ໂຢຊາຟາດ​ແລະ​ອາກາເຊຍ​ຮ່ວມ​ມື​ກັນ​ສ້າງ​ເຮືອ ແຕ່​ເຮືອ​ເຫຼົ່າ​ນັ້ນ​ຫຼົ້ມ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໃຊ້​ມັນ​ຊໍ້າ.—2 ຂ່າວຄາວ 20:35-37

9. ຖ້າ​ເຮົາ​ເລືອກ​ໝູ່​ຜິດ​ຈະ​ເປັນ​ແນວ​ໃດ?

9 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຢຊາຟາດ? ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ “ຊອກ​ຫາ​ພະ​ເຢໂຫວາ​ດ້ວຍ​ສຸດ​ໃຈ.” (2 ຂ່າວຄາວ 22:9) ແຕ່​ລາວ​ເລືອກ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ຮັກ​ພະ​ເຢໂຫວາ ແລະ​ສິ່ງ​ນີ້​ກໍ່​ບັນຫາ​ຮ້າຍແຮງ​ໃນ​ຊີວິດ​ຂອງ​ລາວ. ທີ່​ຈິງ​ລາວ​ເກືອບ​ຖືກ​ຂ້າ. ຂໍ​ໃຫ້​ຈື່​ສຸພາສິດ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ຜູ້​ທີ່​ທຽວ​ໄປ​ນຳ​ພວກ​ຄົນ​ປັນຍາ​ກໍ​ເລີຍ​ເປັນ​ຄົນ​ປັນຍາ​ດ້ວຍ ແຕ່​ວ່າ​ຜູ້​ສ່ຽວ​ຂອງ​ພວກ​ຄົນ​ໂງ່​ກໍ​ຈະ​ໃຫ້​ຕົວ​ຊົ່ວ​ໄປ.” (ສຸພາສິດ 13:20) ແມ່ນ​ຢູ່ ເຮົາ​ຢາກ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ ແຕ່​ຈະ​ເປັນ​ອັນຕະລາຍ​ຖ້າ​ເຮົາ​ກາຍ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ທີ່​ບໍ່​ຮັບໃຊ້​ພະອົງ.

ເຈົ້າ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ແລະ​ມີ​ເພື່ອນ​ຮ່ວມ​ຊີວິດ?

10. (ກ) ຖ້າ​ເຮົາ​ຢາກ​ແຕ່ງ​ດອງ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ໂຢຊາຟາດ? (ຂ) ເຮົາ​ຄວນ​ຈື່​ສິ່ງ​ໃດ​ໄວ້?

10 ສົມມຸດ​ວ່າ​ເຮົາ​ຢາກ​ແຕ່ງ​ດອງ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢຊາຟາດ? ບາງ​ທີ​ເຮົາ​ອາດ​ຈະ​ເລີ່ມ​ມັກ​ຄົນ​ທີ່​ບໍ່​ຮັກ​ພະ​ເຢໂຫວາ ເພາະ​ຄິດ​ວ່າ​ບໍ່​ມີ​ມື້​ພົບ​ຄົນ​ທີ່ເໝາະ​ສົມ​ເຊິ່ງ​ຈະ​ແຕ່ງ​ດອງ​ນຳ​ໄດ້​ໃນ​ທ່າມກາງ​ພະຍານ​ພະ​ເຢໂຫວາ. ຫຼື​ຍາດ​ພີ່​ນ້ອງ​ບາງ​ຄົນ​ອາດ​ເວົ້າ​ຕະຫຼອດ​ວ່າ​ເຮົາ​ຕ້ອງ​ແຕ່ງ​ດອງ​ກ່ອນ​ທີ່​ຈະ​ເຖົ້າ. ທີ່​ຈິງ ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ຢາກ​ໄດ້​ຄວາມ​ຮັກ​ແລະ​ຢາກ​ສະແດງ​ຄວາມ​ຮັກ. ແຕ່​ຖ້າ​ເຮົາ​ຍັງ​ບໍ່​ພົບ​ຄົນ​ທີ່​ເໝາະ​ສົມ​ເພື່ອ​ຈະ​ແຕ່ງ​ດອງ​ນຳ ເຮົາ​ຄວນ​ເຮັດ​ແນວ​ໃດ? ການ​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຢຊາຟາດ​ເປັນ​ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້. ຕາມ​ປົກກະຕິ​ແລ້ວ​ລາວ​ຂໍ​ການ​ຊີ້​ນຳ​ຈາກ​ພະ​ເຢໂຫວາ​ສະເໝີ. (2 ຂ່າວຄາວ 18:4-6) ແຕ່​ເມື່ອ​ເປັນ​ໝູ່​ກັບ​ອາກາບ​ເຊິ່ງ​ເປັນ​ຄົນ​ທີ່​ບໍ່​ຮັກ​ພະ​ເຢໂຫວາ ໂຢຊາຟາດ​ກໍ​ເມີນ​ເສີຍ​ຕໍ່​ຄຳ​ເຕືອນ​ຂອງ​ພະອົງ. ໂຢຊາຟາດ​ຄວນ​ຈື່​ໄວ້​ວ່າ “ພະ​ເຢໂຫວາ​ເບິ່ງ​ທົ່ວ​ທັງ​ໂລກ​ເພື່ອ​ຈະ​ໃຊ້​ອຳນາດ​ຂອງ​ພະອົງ​ຊ່ວຍ​ເຫຼືອ​ຄົນ​ທີ່​ຮັບໃຊ້​ພະອົງ​ສຸດ​ຫົວໃຈ.” (2 ຂ່າວຄາວ 16:9, ລ.ມ.) ເຮົາ​ເອງ​ກໍ​ຄວນ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ເຮົາ​ເຊັ່ນ​ກັນ. ພະອົງ​ຮັກ​ເຮົາ​ແລະ​ເຂົ້າ​ໃຈ​ສະຖານະການ​ຂອງ​ເຮົາ. ເຈົ້າ​ເຊື່ອ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ແລະ​ມີ​ເພື່ອນ​ຮ່ວມ​ຊີວິດ? ໃຫ້​ໝັ້ນ​ໃຈ​ວ່າ​ເມື່ອ​ຮອດ​ຈຸດ​ໜຶ່ງ​ພະອົງ​ຈະ​ເບິ່ງ​ແຍງ​ໃນ​ເລື່ອງ​ນີ້!

ຢ່າ​ໄປ​ພົວ​ພັນ​ກັບ​ຄົນ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ (ເບິ່ງ​ຂໍ້ 10)

ຢ່າ​ປ່ອຍ​ໃຫ້​ໃຈ​ຂອງ​ເຈົ້າ​ຍິ່ງ

11, 12. (ກ) ເອເຊເກຍເຊ​ໄດ້​ເຮັດ​ຫຍັງ​ເຊິ່ງ​ເປີດ​ເຜີຍ​ໃຫ້​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ລາວ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ເອເຊເກຍເຊ?

11 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເອເຊເກຍເຊ? ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ລາວ​ແທ້ໆ. (ອ່ານ 2 ຂ່າວຄາວ 32:31) ເມື່ອ​ເອເຊເກຍເຊ​ເຈັບ​ປ່ວຍ​ໜັກ ພະ​ເຢໂຫວາ​ບອກ​ວ່າ​ລາວ​ຈະ​ດີ​ຂຶ້ນ​ແລະ​ພະອົງ​ໄດ້​ເຮັດ​ການ​ອັດສະຈັນ​ຢ່າງ​ໜຶ່ງ​ເພື່ອ​ໃຫ້​ລາວ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້ ພະອົງ​ເຮັດ​ໃຫ້​ເງົາ​ທີ່​ສ່ອງ​ໃສ່​ຂັ້ນໄດ​ຂອງ​ເອເຊເກຍເຊ​ຖອຍ​ກັບ​ໄປ 10 ຂັ້ນ. ຕໍ່​ມາ ເບິ່ງ​ຄື​ວ່າ​ພວກ​ເຈົ້ານາຍ​ຈາກ​ບາບີໂລນ​ຢາກ​ຮູ້​ກ່ຽວ​ກັບ​ການ​ອັດສະຈັນ​ນີ້ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ຕົວ​ແທນ​ໄປ​ຖາມ​ເອເຊເກຍເຊ​ໃນ​ເລື່ອງ​ນີ້. (2 ກະສັດ 20:8-13; 2 ຂ່າວຄາວ 32:24) ພະ​ເຢໂຫວາ​ບໍ່​ໄດ້​ບອກ​ເອເຊເກຍເຊ​ວ່າ​ຄວນ​ປະຕິບັດ​ຕໍ່​ຄົນ​ເຫຼົ່າ​ນີ້​ແນວ​ໃດ. ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ໄດ້ “ປະ” ລາວ​ເພື່ອ​ລອງ​ເບິ່ງ​ວ່າ​ລາວ​ຈະ​ເຮັດ​ແນວ​ໃດ. ແຕ່​ເອເຊເກຍເຊ​ໃຫ້​ຕົວ​ແທນ​ຈາກ​ບາບີໂລນ​ເຫັນ​ຄັງ​ສົມບັດ​ທັງ​ໝົດ​ຂອງ​ລາວ. ການ​ກະທຳ​ນີ້​ເປີດ​ເຜີຍ​ໃຫ້​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ລາວ. ເປີດ​ເຜີຍ​ໃນ​ແງ່​ໃດ?

12 ໜ້າ​ເສົ້າໃຈ ເອເຊເກຍເຊ​ກາຍ​ເປັນ​ຄົນ​ຍິ່ງ. ຜົນ​ກໍ​ຄື ລາວ “ບໍ່​ໄດ້​ສຳນຶກ​ບຸນ​ຄຸນ​ທີ່​ພະເຈົ້າ​ດີ​ກັບ​ລາວ, ລ.ມ.” ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ເປັນ​ຫຍັງ​ຄວາມ​ຄິດ​ຂອງ​ລາວ​ຈຶ່ງ​ປ່ຽນ​ໄປ. ບາງ​ທີ​ອາດ​ເປັນ​ຍ້ອນ​ວ່າ​ລາວ​ຊະນະ​ພວກ​ອາຊີລີ ຫຼື​ຍ້ອນ​ວ່າ​ພະ​ເຢໂຫວາ​ປິ່ນປົວ​ລາວ​ໃຫ້​ເຊົາ​ຢ່າງ​ອັດສະຈັນ ຫຼື​ຍ້ອນ​ວ່າ​ລາວ​ກາຍ​ເປັນ​ຄົນ​ຮັ່ງມີ​ແລະ​ມີ​ຊື່ສຽງ. ເຖິງ​ວ່າ​ເອເຊເກຍເຊ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສຸດ​ຫົວໃຈ ແຕ່​ມີ​ໄລຍະ​ໜຶ່ງ​ລາວ​ເປັນ​ຄົນ​ຍິ່ງ​ແລະ​ພະອົງ​ກໍ​ບໍ່​ພໍ​ໃຈ​ລາວ. ແຕ່​ຕໍ່​ມາ “ເອເຊເກຍເຊ​ໄດ້​ຖ່ອມ​ຕົວ” ແລະ​ພະ​ເຢໂຫວາ​ໃຫ້​ອະໄພ​ລາວ.—2 ຂ່າວຄາວ 32:25-27; ຄຳເພງ 138:6

ເມື່ອ​ມີ​ຄົນ​ຊົມ​ເຊີຍ ທ່າທີ​ຂອງ​ເຮົາ​ບອກ​ໃຫ້​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ

13, 14. (ກ) ສະຖານະການ​ແບບ​ໃດ​ທີ່​ບອກ​ໃຫ້​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ? (ຂ) ເຮົາ​ຄວນ​ມີ​ທ່າທີ​ແນວ​ໃດ​ເມື່ອ​ມີ​ຄົນ​ຊົມ​ເຊີຍ​ເຮົາ?

13 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເອເຊເກຍເຊ​ແລະ​ຄວາມ​ຜິດ​ພາດ​ຂອງ​ລາວ? ໃຫ້​ຈື່​ວ່າ​ເອເຊເກຍເຊ​ປະພຶດ​ແບບ​ຍິ່ງ ທັນທີ​ຫຼັງ​ຈາກ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຊະນະ​ພວກ​ອາຊີລີ​ແລະ​ປິ່ນປົວ​ລາວ​ໃຫ້​ເຊົາ​ເຈັບ​ປ່ວຍ. ດັ່ງ​ນັ້ນ ເມື່ອ​ມີ​ເລື່ອງ​ທີ່​ດີ​ເກີດ​ຂຶ້ນ​ກັບ​ເຮົາ​ຫຼື​ມີ​ຄົນ​ຊົມ​ເຊີຍ ເຮົາ​ຈະ​ເຮັດ​ແນວ​ໃດ? ທ່າທີ​ຂອງ​ເຮົາ​ບອກ​ໃຫ້​ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ. ສົມມຸດ​ວ່າ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ອາດ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ກຽມ​ຄຳ​ບັນລະຍາຍ​ແລະ​ເວົ້າ​ຕໍ່​ໜ້າ​ຜູ້​ຟັງ​ກຸ່ມ​ໃຫຍ່ ແລະ​ຫຼາຍ​ຄົນ​ຊົມ​ເຊີຍ​ລາວ​ວ່າ​ເຮັດ​ໄດ້​ດີ​ຫຼາຍ. ລາວ​ຈະ​ມີ​ທ່າທີ​ແນວ​ໃດ​ຕໍ່​ຄຳ​ຊົມ​ເຊີຍ​ນັ້ນ?

14 ເຮົາ​ຄວນ​ຈື່​ໄວ້​ສະເໝີ​ທີ່​ພະ​ເຍຊູ​ບອກ​ວ່າ: “ເມື່ອ​ເຮັດ​ວຽກ​ທີ່​ນາຍ​ສັ່ງ​ແລ້ວ ກໍ​ຄວນ​ຈະ​ເວົ້າ​ວ່າ: ‘ພວກ​ເຮົາ​ເປັນ​ແຕ່​ທາດ​ທີ່​ເຮັດ​ຕາມ​ໜ້າ​ທີ່​ເທົ່າ​ນັ້ນ.’” (ລືກາ 17:10, ລ.ມ.) ໃຫ້​ຈື່​ໄວ້​ວ່າ​ເມື່ອ​ເອເຊເກຍເຊ​ກາຍ​ເປັນ​ຄົນ​ຍິ່ງ ລາວ​ບໍ່​ໄດ້​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ. ດັ່ງ​ນັ້ນ ເມື່ອ​ມີ​ຄົນ​ຊົມ​ເຊີຍ​ຄຳ​ບັນລະຍາຍ​ຂອງ​ເຮົາ ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ຖ່ອມ? ເຮົາ​ຄວນ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຮົາ. ນອກ​ຈາກ​ນັ້ນ ເຮົາ​ຄວນ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຂອງ​ພະອົງ​ແລະ​ວິທີ​ທີ່​ພະອົງ​ໄດ້​ຊ່ວຍ​ເຮົາ. ສຳຄັນ​ທີ່​ສຸດ ພະ​ເຢໂຫວາ​ເປັນ​ຜູ້​ຈັດ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ​ແລະ​ແມ່ນ​ພະລັງ​ບໍລິສຸດ​ຂອງ​ພະອົງ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ບັນລະຍາຍ​ໄດ້.

ໃຫ້​ພະ​ເຢໂຫວາ​ຊີ້​ນຳ​ເມື່ອ​ຕັດສິນ​ໃຈ

15, 16. ໂຢເຊຍເຊ​ໄດ້​ເຮັດ​ຫຍັງ​ເຊິ່ງ​ເຮັດ​ໃຫ້​ລາວ​ເສຍ​ຊີວິດ?

15 ສຸດ​ທ້າຍ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ໂຢເຊຍເຊ? ເຖິງ​ວ່າ​ເປັນ​ກະສັດ​ທີ່​ດີ ແຕ່​ລາວ​ເຮັດ​ສິ່ງ​ທີ່​ຜິດ​ພາດ​ຈົນ​ເຮັດ​ໃຫ້​ລາວ​ເສຍ​ຊີວິດ. (ອ່ານ 2 ຂ່າວຄາວ 35:20-22) ເກີດ​ຫຍັງ​ຂຶ້ນ? ໂຢເຊຍເຊ​ໄປ​ຕໍ່​ສູ້​ກັບ​ເນໂກ​ກະສັດ​ເອຢິບ ທັ່ງໆທີ່​ບໍ່​ມີ​ເຫດຜົນ​ທີ່​ຈະ​ເຮັດ​ແບບ​ນັ້ນ. ເນໂກ​ເອງ​ໄດ້​ບອກ​ໂຢເຊຍເຊ​ວ່າ​ບໍ່​ຢາກ​ຕໍ່​ສູ້​ກັບ​ໂຢເຊຍເຊ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ຄຳ​ເວົ້າ​ຂອງ​ເນໂກ “ມາ​ແຕ່​ປາກ​ພະເຈົ້າ.” ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂຢເຊຍເຊ​ໄດ້​ໄປ​ສູ້​ຮົບ​ແລ້ວ​ກໍ​ຖືກ​ຂ້າ. ເປັນ​ຫຍັງ​ລາວ​ຈຶ່ງ​ຕໍ່​ສູ້​ກັບ​ເນໂກ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຫດຜົນ.

16 ໂຢເຊຍເຊ​ຄວນ​ຊອກ​ຮູ້​ວ່າ​ສິ່ງ​ທີ່​ເນໂກ​ເວົ້າ​ມາ​ຈາກ​ພະ​ເຢໂຫວາ​ແທ້ໆຫຼື​ບໍ່. ຊອກ​ຮູ້​ໂດຍ​ວິທີ​ໃດ? ລາວ​ສາມາດ​ຖາມ​ເຢເຣມີ​ທີ່​ເປັນ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ. (2 ຂ່າວຄາວ 35:23, 25) ນອກ​ຈາກ​ນັ້ນ ໂຢເຊຍເຊ​ຄວນ​ເບິ່ງ​ຄວາມ​ເປັນ​ຈິງ​ຕ່າງໆ ເຊັ່ນ: ເນໂກ​ກຳລັງ​ໄປ​ຕໍ່​ສູ້​ເມືອງ​ກາເຣເກມີຊ​ເຊິ່ງ​ເປັນ​ອີກ​ຊາດ​ໜຶ່ງ ລາວ​ບໍ່​ໄດ້​ຕໍ່​ສູ້​ເມືອງ​ເຢຣຶຊາເລມ ແລະ​ເນໂກ​ກໍ​ບໍ່​ໄດ້​ດູຖູກ​ພະ​ເຢໂຫວາ​ຫຼື​ປະຊາຊົນ​ຂອງ​ພະອົງ. ກ່ອນ​ທີ່​ໂຢເຊຍເຊ​ຈະ​ຕັດສິນ​ໃຈ ລາວ​ບໍ່ໄດ້​ຄິດ​ຮອບຄອບ​ກ່ຽວ​ກັບ​ສິ່ງ​ເຫຼົ່າ​ນີ້. ເຮົາ​ໄດ້​ບົດຮຽນ​ຫຍັງ? ເມື່ອ​ເຮົາ​ມີ​ບັນຫາ​ແລະ​ຕ້ອງ​ຕັດສິນ​ໃຈ ທຳອິດ​ເຮົາ​ຄວນ​ເບິ່ງ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ແນວ​ໃດ.

17. ເມື່ອ​ມີ​ບັນຫາ ເຮົາ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ຜິດ​ພາດ​ຄື​ໂຢເຊຍເຊ?

17 ເມື່ອ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ກ່ອນ​ອື່ນ​ໝົດ​ເຮົາ​ຕ້ອງ​ຄິດ​ເຖິງ​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ໄດ້​ແລະ​ເບິ່ງ​ວ່າ​ຈະ​ໃຊ້​ຫຼັກ​ການ​ເຫຼົ່າ​ນັ້ນ​ແນວ​ໃດ. ໃນ​ບາງ​ກໍລະນີ ເຮົາ​ອາດ​ຢາກ​ຄົ້ນ​ຄວ້າ​ຕື່ມ​ອີກ​ໃນ​ປຶ້ມ​ຂອງ​ອົງການ​ຫຼື​ອາດ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ເຖົ້າ​ແກ່ ເຊິ່ງ​ລາວ​ຈະ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ລອງ​ນຶກ​ພາບ​ສະຖານະການ​ຕໍ່​ໄປ​ນີ້: ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ. ມີ​ມື້​ໜຶ່ງ​ລາວ​ຕັ້ງ​ໃຈ​ວ່າ​ຈະ​ອອກ​ໄປ​ປະກາດ. (ກິດຈະການ 4:20) ແຕ່​ຜົວ​ບໍ່​ຢາກ​ໃຫ້​ລາວ​ອອກ​ໄປ​ໃນ​ມື້​ນັ້ນ. ຜົວ​ຂອງ​ລາວ​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ໃຊ້​ເວລາ​ນຳ​ກັນ​ຫຼາຍ​ປານ​ໃດ​ໃນ​ໄລຍະ​ນີ້​ແລະ​ລາວ​ຢາກ​ພາ​ເມຍ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ. ພີ່​ນ້ອງ​ຍິງ​ຄິດ​ເຖິງ​ຂໍ້​ພະ​ຄຳພີ​ຕ່າງໆທີ່​ຈະ​ຊ່ວຍ​ລາວ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ. ລາວ​ຮູ້​ວ່າ​ຕ້ອງ​ເຊື່ອ​ຟັງ​ພະເຈົ້າ​ແລະ​ພະ​ເຍຊູ​ສັ່ງ​ເຮົາ​ໃຫ້​ໄປ​ຊ່ວຍ​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ. (ມັດທາຍ 28:19, 20; ກິດຈະການ 5:29) ແຕ່​ລາວ​ກໍ​ຈື່​ວ່າ​ເມຍ​ຄວນ​ເຊື່ອ​ຟັງ​ຜົວ​ແລະ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ເປັນ​ຄົນ​ມີ​ເຫດຜົນ. (ເອເຟດ 5:22-24; ຟີລິບ 4:5) ຜົວ​ກຳລັງ​ພະຍາຍາມ​ເຮັດ​ໃຫ້​ລາວ​ເຊົາ​ໄປ​ປະກາດ​ບໍ ຫຼື​ລາວ​ພຽງ​ແຕ່​ຢາກ​ໃຊ້​ເວລາ​ກັບ​ເມຍ​ໃນ​ມື້​ນັ້ນ? ເນື່ອງ​ຈາກ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ຢາກ​ຕັດສິນ​ໃຈ​ແບບ​ມີ​ເຫດຜົນ​ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.

ຮັບໃຊ້​ຢ່າງ​ສຸດ​ຫົວໃຈ​ແລະ​ດ້ວຍ​ຄວາມ​ຍິນດີ

18. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ຄິດ​ເຖິງ​ຕົວຢ່າງ​ຂອງ​ກະສັດ​ທັງ​ສີ່​ຄົນ​ຂອງ​ຢູດາ?

18 ບາງ​ຄັ້ງ ເຮົາ​ເອງ​ກໍ​ອາດ​ເຮັດ​ຜິດ​ພາດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຄື​ກັບ​ກະສັດ​ສີ່​ຄົນ​ນີ້​ໄດ້​ເຮັດ. ເຮົາ​ອາດ (1) ເພິ່ງ​ຄວາມ​ຄິດ​ຂອງ​ຕົວ​ເອງ (2) ເລືອກ​ໝູ່​ຜິດ (3) ມີ​ຄວາມ​ຄິດ​ທີ່​ຍິ່ງ ຫຼື (4) ຕັດສິນ​ໃຈ​ໂດຍ​ທີ່​ບໍ່​ໄດ້​ເບິ່ງ​ກ່ອນ​ວ່າ​ພະ​ເຢໂຫວາ​ຕ້ອງການ​ແນວ​ໃດ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ບໍ່​ມີ​ເຫດຜົນ​ທີ່​ຈະ​ຮູ້ສຶກ​ວ່າ​ເຮົາ​ບໍ່​ມີ​ທາງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ພະອົງ​ເຫັນ​ສິ່ງ​ທີ່​ດີ​ໃນ​ຕົວ​ເຮົາ ຄື​ກັບ​ທີ່​ເຫັນ​ໃນ​ຕົວ​ກະສັດ​ສີ່​ຄົນ​ນັ້ນ. ພະ​ເຢໂຫວາ​ຍັງ​ເຫັນ​ວ່າ​ເຮົາ​ຮັກ​ພະອົງ​ຫຼາຍ​ສໍ່າ​ໃດ​ແລະ​ຢາກ​ຮັບໃຊ້​ພະອົງ​ຢ່າງ​ເຕັມທີ​ແທ້ໆ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ຈັດ​ໃຫ້​ມີ​ຕົວຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ຮ້າຍແຮງ. ໃຫ້​ເຮົາ​ຄິດ​ເຖິງ​ເລື່ອງ​ຂອງ​ຄົນ​ເຫຼົ່າ​ນີ້​ແລະ​ຂອບໃຈ​ພະ​ເຢໂຫວາ​ທີ່​ຈັດ​ຕຽມ​ສິ່ງ​ນີ້​ໃຫ້​ເຮົາ!