ໃຫ້ຄວາມນັບຖືແກ່ຄົນທີ່ສົມຄວນໄດ້ຮັບ
“ຄວາມສັນລະເສີນ ແລະຍົດສັກ [“ຄວາມນັບຖື,” ລ.ມ.] ແລະລັດສະໝີ ແລະລິດເດດຈົ່ງມີແກ່ພະເຈົ້າຜູ້ນັ່ງທີ່ພະທີ່ນັ່ງນັ້ນ ແລະແກ່ລູກແກະສືບໆໄປເປັນນິດ.”—ຄຳປາກົດ 5:13
ເພງ: 9, 108
1. ເປັນຫຍັງບາງຄົນສົມຄວນໄດ້ຮັບຄວາມນັບຖື ແລະໃນບົດຄວາມນີ້ເຮົາຈະຮຽນຮູ້ຫຍັງ?
ເຮົາສະແດງຄວາມນັບຖືຕໍ່ຄົນອື່ນໂດຍວິທີໃດ? ໂດຍການຄຳນຶງເຖິງແລະໃຫ້ກຽດເຂົາເຈົ້າ. ຕາມປົກກະຕິແລ້ວ ເຮົາຈະນັບຖືຄົນທີ່ເຮັດສິ່ງທີ່ສົມຄວນໄດ້ຮັບຄວາມນັບຖື ຫຼືຄົນທີ່ມີໜ້າທີ່ຮັບຜິດຊອບຫຼືຕຳແໜ່ງທີ່ສຳຄັນ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວ່າເຮົາຄວນນັບຖືໃຜແລະຍ້ອນຫຍັງ.
2, 3. (ກ) ເປັນຫຍັງພະເຢໂຫວາສົມຄວນໄດ້ຮັບຄວາມນັບຖືເປັນພິເສດ? (ເບິ່ງຮູບທຳອິດ) (ຂ) ໃຜຄືລູກແກະທີ່ກ່າວເຖິງໃນຄຳປາກົດ 5:13 ແລະເປັນຫຍັງເຮົາຄວນນັບຖືພະອົງ?
2 ຄຳປາກົດ 5:13 ເວົ້າວ່າ: “ຜູ້ນັ່ງທີ່ພະທີ່ນັ່ງ” ແລະ “ລູກແກະ” ສົມຄວນໄດ້ຮັບຄວາມນັບຖື. “ຜູ້ນັ່ງທີ່ພະທີ່ນັ່ງ [“ບັນລັງ,” ລ.ມ.]” ໝາຍເຖິງພະເຢໂຫວາ. ໃນຄຳປາກົດບົດທີ 4 ສິ່ງທີ່ມີຊີວິດໃນສະຫວັນໃຫ້ເຫດຜົນຢ່າງໜຶ່ງວ່າເປັນຫຍັງພະເຢໂຫວາ “ຜູ້ມີຊີວິດສືບໆໄປເປັນນິດ” ສົມຄວນໄດ້ຮັບຄວາມນັບຖື. ເຂົາເຈົ້າເວົ້າວ່າ: ‘ພະເຈົ້າຂອງຂ້າພະເຈົ້າທັງຫຼາຍ ພະອົງເປັນຜູ້ສົມຄວນຈະຮັບລັດສະໝີ ແລະຍົດສັກ [“ຄວາມນັບຖື,” ລ.ມ.] ແລະລິດເດດ ເພາະວ່າພະອົງເປັນຜູ້ທີ່ໄດ້ນິລະມິດສ້າງ ສັບພະທຸກສິ່ງ ແລະສັບພະທຸກສິ່ງເປັນຢູ່ແລະນິລະມິດສ້າງແລ້ວດ້ວຍນໍ້າໃຈຂອງພະອົງ.’—ຄຳປາກົດ 4:9, 11
3 “ລູກແກະ” ທີ່ກ່າວເຖິງໃນຄຳປາກົດ 5:13 ແມ່ນພະເຍຊູຄລິດ. ເຮົາຮູ້ໄດ້ແນວໃດ? ເມື່ອຢູ່ໂລກນີ້ ພະອົງຖືກເອີ້ນວ່າ “ລູກແກະແຫ່ງພະເຈົ້າຜູ້ຍົກບາບໂທດແຫ່ງມະນຸດສະໂລກອອກເສຍ.” (ໂຢຮັນ 1:29) ມີກະສັດອົງໃດບໍທີ່ເຕັມໃຈຕາຍເປັນຄ່າໄຖ່ສຳລັບປະຊາຊົນຂອງລາວ? ນີ້ຈຶ່ງເປັນເຫດຜົນທີ່ດີແທ້ໆທີ່ເຮົາຈະນັບຖືພະເຍຊູ. ພະອົງສົມຄວນໄດ້ຮັບຄວາມນັບຖືເພາະ ‘ພະອົງຜູ້ດຽວເປັນກະສັດເໜືອກະສັດທັງປວງ ແລະເປັນເຈົ້ານາຍເໜືອເຈົ້ານາຍທັງປວງ.’ (1 ຕີໂມເຕ 6:14-16) ເຈົ້າອາດຮູ້ສຶກແບບດຽວກັບສິ່ງທີ່ມີຊີວິດໃນສະຫວັນເຊິ່ງຮ້ອງເພງວ່າ: “ລູກແກະທີ່ຂ້າແລ້ວເປັນຜູ້ສົມຄວນຈະຮັບອຳນາດ ແລະຊັບສົມບັດ ແລະຄວາມປັນຍາ ແລະລິດເດດ ແລະຍົດສັກ [“ຄວາມນັບຖື,” ລ.ມ.] ແລະລັດສະໝີ ແລະຄວາມສັນລະເສີນ.”—ຄຳປາກົດ 5:12
4. ເປັນຫຍັງຈຶ່ງເປັນເລື່ອງສຸຂຸມທີ່ເຮົາຈະໃຫ້ຄວາມນັບຖືຕໍ່ພະເຢໂຫວາແລະພະເຍຊູ?
4 ໂຢຮັນ 5:22, 23 ບອກວ່າ: ພະເຢໂຫວາມອບໃຫ້ພະເຍຊູເປັນຜູ້ຕັດສິນມະນຸດທຸກຄົນ ແລະນັ້ນເປັນເຫດຜົນສຳຄັນທີ່ເຮົາຄວນນັບຖືພະອົງ. ການເຮັດແບບນີ້ກໍເທົ່າກັບວ່າເຮົານັບຖືພະເຢໂຫວາ. ເມື່ອເຮົາເລືອກທີ່ຈະສະແດງຄວາມນັບຖືຕໍ່ພະເຍຊູແລະພໍ່ຂອງພະອົງ ເຮົາກໍຈະໄດ້ຮັບຊີວິດຕະຫຼອດໄປ.—ອ່ານຄຳເພງ 2:11, 12
5. ເປັນຫຍັງມະນຸດທຸກຄົນສົມຄວນໄດ້ຮັບຄວາມນັບຖືແລະການໃຫ້ກຽດໃນລະດັບໃດໜຶ່ງ?
5 ມະນຸດຖືກສ້າງຕາມ “ຮູບ [ແບບ] ຂອງພະເຈົ້າ.” (ຕົ້ນເດີມ 1:27) ນີ້ໝາຍຄວາມວ່າມະນຸດສ່ວນຫຼາຍມີຄວາມສາມາດທີ່ຈະສະແດງຄຸນລັກສະນະຕ່າງໆຄ້າຍຄືກັບຄຸນລັກສະນະຂອງພະເຈົ້າ. ຕົວຢ່າງເຊັ່ນ: ມະນຸດສາມາດສະແດງຄວາມຮັກ ຄວາມເມດຕາ ແລະຄວາມເຫັນອົກເຫັນໃຈ. ນອກຈາກນັ້ນ ມະນຸດຍັງຖືກສ້າງໃຫ້ມີສະຕິຮູ້ສຶກຜິດຊອບ ເຊິ່ງກໍຄືຄວາມຮູ້ສຶກກ່ຽວກັບສິ່ງທີ່ຖືກແລະສິ່ງທີ່ຜິດ ສິ່ງທີ່ສັດຊື່ແລະບໍ່ສັດຊື່ ສິ່ງທີ່ເໝາະສົມແລະບໍ່ເໝາະສົມ. (ໂລມ 2:14, 15) ຄົນສ່ວນຫຼາຍມັກສິ່ງທີ່ສະອາດແລະສວຍງາມ ແລະຢາກຢູ່ແບບສະຫງົບສຸກກັບຄົນອື່ນ. ເລື່ອງນີ້ບໍ່ແປກ ເພາະພະເຢໂຫວາເປັນພະເຈົ້າທີ່ມີລະບຽບແລະມີສັນຕິສຸກ. ເຫັນໄດ້ແຈ້ງວ່າມະນຸດທຸກຄົນຖືກສ້າງໃຫ້ມີຄວາມສາມາດທີ່ຈະຮຽນແບບພະເຢໂຫວາໃນດ້ານໃດດ້ານໜຶ່ງ. ດ້ວຍເຫດຜົນນີ້ ເຂົາເຈົ້າຈຶ່ງສົມຄວນໄດ້ຮັບຄວາມນັບຖືແລະການໃຫ້ກຽດຈາກເຮົາ.—ຄຳເພງ 8:5
ສະແດງຄວາມນັບຖືໃນວິທີທີ່ຖືກຕ້ອງ
6, 7. ເມື່ອໃຫ້ຄວາມນັບຖືຄົນອື່ນ ພະຍານພະເຢໂຫວາແຕກຕ່າງຈາກຄົນສ່ວນຫຼາຍແນວໃດ?
6 ເຮົາຮູ້ວ່າຄວນນັບຖືຄົນອື່ນ ແຕ່ອາດຍາກທີ່ຈະຮູ້ວ່າຄວນນັບຖືເຂົາເຈົ້າແບບໃດແລະຫຼາຍສໍ່າໃດ ຍ້ອນວ່າມະນຸດທີ່ບໍ່ສົມບູນແບບສ່ວນຫຼາຍໄດ້ຮັບອິດທິພົນທີ່ຮ້າຍແຮງຈາກໂລກທີ່ຊາຕານປົກຄອງ. ຫຼາຍຄົນນັບຖືຊາຍຍິງບາງຄົນໃຫ້ເປັນຄືກັບຮູບປັ້ນຂອງເຂົາເຈົ້າ. ແທນທີ່ຈະນັບຖືແລະໃຫ້ກຽດຄົນເຫຼົ່ານັ້ນຕາມທີ່ພະເຢໂຫວາຢາກໃຫ້ເຮັດ ແຕ່ຄົນເຮົານັບຖືມະນຸດນຳກັນຫຼາຍເກີນໄປຈົນປະຕິບັດຕໍ່ເຂົາເຈົ້າຄືກັບວ່າເປັນພະເຈົ້າ. ເຂົາເຈົ້າອາດຮຽນແບບການນຸ່ງຖື ການປະພຶດ ແລະນິດໄສໃຈຄໍຂອງນັກການເມືອງ ຫົວໜ້າສາສະໜາ ນັກກິລາ ດາລາ ແລະຄົນອື່ນໆທີ່ມີຊື່ສຽງ.
7 ພະຍານພະເຢໂຫວາຮູ້ວ່າເປັນສິ່ງບໍ່ຖືກຕ້ອງທີ່ຈະນັບຖືມະນຸດຫຼາຍຂະໜາດນັ້ນ. ໃນບັນດາມະນຸດທີ່ເຄີຍມີຊີວິດຢູ່ໂລກນີ້ ມີພຽງພະເຍຊູເທົ່ານັ້ນທີ່ໄດ້ວາງຕົວຢ່າງທີ່ດີເລີດເພື່ອໃຫ້ເຮົາຮຽນແບບ. (1 ເປໂຕ 2:21) ເຮົາຕ້ອງຈື່ໄວ້ວ່າ “ຄົນທັງປວງໄດ້ກະທຳບາບ ແລະບໍ່ເຖິງແກ່ລັດສະໝີແຫ່ງພະເຈົ້າ.” (ໂລມ 3:23) ດັ່ງນັ້ນຈຶ່ງບໍ່ມີມະນຸດຄົນໃດສົມຄວນໄດ້ຮັບການຂາບໄຫວ້. ເມື່ອເຮົາໃຫ້ຄວາມນັບຖືມະນຸດຫຼາຍເກີນໄປ ສິ່ງນີ້ເຮັດໃຫ້ພະເຢໂຫວາເສຍໃຈ.
8, 9. (ກ) ພະຍານພະເຢໂຫວາຖືວ່າເຈົ້າໜ້າທີ່ລັດຖະບານເປັນແນວໃດ? (ຂ) ເມື່ອໃດທີ່ເຮົາບໍ່ສາມາດເຊື່ອຟັງເຈົ້າໜ້າທີ່ລັດຖະບານ?
8 ບາງຄົນສົມຄວນໄດ້ຮັບຄວາມນັບຖືຫຼືການໃຫ້ກຽດຈາກເຮົາຍ້ອນຕຳແໜ່ງຂອງເຂົາເຈົ້າ. ຕົວຢ່າງເຊັ່ນ: ໃຫ້ຄິດເຖິງເຈົ້າໜ້າທີ່ລັດຖະບານແລະສິ່ງທີ່ເຂົາເຈົ້າເຮັດເພື່ອເຮົາ. ເຂົາເຈົ້າຊ່ວຍປົກປ້ອງບ້ານເມືອງໃຫ້ປອດໄພແລະເບິ່ງແຍງຄວາມຈຳເປັນຂອງປະຊາຊົນ. ວຽກງານຂອງເຂົາເຈົ້າໃຫ້ຜົນປະໂຫຍດຫຼາຍຢ່າງ. ອັກຄະສາວົກໂປໂລບອກວ່າ ເຮົາຄວນຖືວ່າລັດຖະບານເຫຼົ່ານີ້ເປັນ “ອຳນາດການປົກຄອງ, ທ.ປ.” ໂປໂລຍັງບອກວ່າເຮົາຄວນເຮັດຕາມກົດໝາຍຂອງເຂົາເຈົ້າທີ່ວ່າ: “ຈົ່ງໃຫ້ແກ່ຄົນທຸກຄົນຕາມທີ່ສົມຄວນກັບເຂົາ ເງິນສ່ວຍສົມຄວນແກ່ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ” ແລະ “ຄວາມນັບຖືສົມຄວນແກ່ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ.”—9 ເນື່ອງຈາກເປັນພະຍານພະເຢໂຫວາ ເຮົາຈຶ່ງເຮັດສຸດຄວາມສາມາດເພື່ອສະແດງໃຫ້ເຫັນວ່າເຮົາໃຫ້ກຽດເຈົ້າໜ້າທີ່ລັດຖະບານ. ແນ່ນອນ ແຕ່ລະປະເທດມີຮີດຄອງປະເພນີບໍ່ຄືກັນ ດັ່ງນັ້ນ ສິ່ງທີ່ເຈົ້າໜ້າທີ່ລັດຖະບານຄາດໝາຍຈາກເຮົາຈຶ່ງແຕກຕ່າງກັນໃນແຕ່ລະບ່ອນ. ຢ່າງໃດກໍຕາມ ເຮົາຄວນຮ່ວມມືກັບຄົນເຫຼົ່ານີ້ເມື່ອເຂົາເຈົ້າປະຕິບັດໜ້າທີ່ຂອງຕົວເອງ. ແຕ່ຖ້າເຈົ້າໜ້າທີ່ລັດຖະບານຂໍໃຫ້ເຮົາເຮັດໃນສິ່ງທີ່ຂັດກັບຫຼັກການຂອງພະເຢໂຫວາ ແນ່ນອນວ່າເຮົາບໍ່ສາມາດເຮັດໄດ້. ໃນກໍລະນີແບບນັ້ນ ເຮົາຕ້ອງເຊື່ອຟັງແລະນັບຖືພະເຢໂຫວາຫຼາຍກວ່າມະນຸດ.—ອ່ານ 1 ເປໂຕ 2:13-17
10. ຜູ້ຮັບໃຊ້ຂອງພະເຢໂຫວາໃນອະດີດວາງຕົວຢ່າງທີ່ດີແນວໃດສຳລັບເຮົາໃນທຸກມື້ນີ້?
10 ເຮົາສາມາດຮຽນຮູ້ຈາກຜູ້ຮັບໃຊ້ຂອງພະເຢໂຫວາໃນອະດີດ ເຊິ່ງເຂົາເຈົ້າສະແດງຄວາມນັບຖືຕໍ່ລັດຖະບານແລະເຈົ້າໜ້າທີ່ຂອງລັດ. ໂຢເຊບແລະມາລີເປັນຕົວຢ່າງທີ່ດີໃນເລື່ອງນີ້. ເມື່ອລັດຖະບານໂລມຢາກຮູ້ຈຳນວນຄົນທີ່ອາໄສຢູ່ໃນດິນແດນນັ້ນ ໂຢເຊບແລະມາລີໄດ້ເດີນທາງໄປເມືອງເບດເລເຫມເພື່ອຈົດທະບຽນສຳມະໂນຄົວເຖິງວ່າມາລີໃກ້ຈະເກີດລູກກໍຕາມ. (ລືກາ 2:1-5) ອັກຄະສາວົກໂປໂລເປັນອີກຄົນໜຶ່ງທີ່ໃຫ້ກຽດຜູ້ມີອຳນາດປົກຄອງເຊິ່ງເປັນມະນຸດ. ເມື່ອຖືກກ່າວຫາວ່າເຮັດບາງສິ່ງທີ່ຜິດ ລາວເວົ້າແບບໃຫ້ກຽດເມື່ອປົກປ້ອງຕົວເອງຕໍ່ໜ້າກະສັດເຫໂລດອັກລີປາແລະຕໍ່ໜ້າເຝດຕຶດທີ່ເປັນເຈົ້າແຂວງຄົນໂລມໃນຢູດາ.—ກິດຈະການ 25:1-12; 26:1-3
11, 12. (ກ) ເປັນຫຍັງເຮົາບໍ່ຄວນໃຫ້ຄວາມນັບຖືເປັນພິເສດຕໍ່ຄົນທີ່ເປັນຫົວໜ້າສາສະໜາ? (ຂ) ເກີດຫຍັງຂຶ້ນເມື່ອພະຍານພະເຢໂຫວາໃຫ້ກຽດນັກການເມືອງຄົນໜຶ່ງ?
11 ສຳລັບຄົນທີ່ເປັນຫົວໜ້າສາສະໜາເດ? ເຮົາຄວນນັບຖືເຂົາເຈົ້າເປັນພິເສດບໍ? ເຮົາຄວນນັບຖືເຂົາເຈົ້າຄືກັບທີ່ເຮົາເຮັດຕໍ່ຄົນອື່ນ. ແຕ່ຜິດທີ່ເຮົາຈະນັບຖືເຂົາເຈົ້າເປັນພິເສດ ເຖິງວ່າເຂົາເຈົ້າຄາດໝາຍເຊັ່ນນັ້ນກໍຕາມ. ຍ້ອນຫຍັງ? ຍ້ອນວ່າສາສະໜາປອມບໍ່ໄດ້ສອນຄວາມຈິງກ່ຽວກັບພະເຈົ້າແລະຄຳພີໄບເບິນ. ພະເຍຊູຕຳໜິຜູ້ສອນສາສະໜາປອມແລະເອີ້ນເຂົາເຈົ້າວ່າຄົນໜ້າຊື່ໃຈຄົດແລະຜູ້ນຳທີ່ບໍ່ດີ. (ມັດທາຍ 23:23, 24) ແຕ່ບໍ່ຜິດທີ່ຈະໃຫ້ກຽດແລະນັບຖືເຈົ້າໜ້າທີ່ລັດຖະບານ ຍ້ອນວ່າການເຮັດແບບນັ້ນ ບາງຄັ້ງເຂົາເຈົ້າໄດ້ຊ່ວຍເຫຼືອພວກເຮົາ.
12 ເຈົ້າໜ້າທີ່ລັດຖະບານຄົນໜຶ່ງທີ່ເຮັດເຊັ່ນນັ້ນແມ່ນ ດຣ.ໄຮຣິດ ໄກຊະເນີ ທີ່ເປັນນັກການເມືອງຄົນໂອຕຣິດ. ໃນລະຫວ່າງສົງຄາມໂລກຄັ້ງທີ 2 ລາວຖືກພວກນາຊີຈັບ. ເມື່ອຖືກພາຕົວຂຶ້ນລົດໄຟເພື່ອໄປຄ້າຍກັກຂັງ ລາວໄດ້ພົບກັບພີ່ນ້ອງເລໂອໂພ ເອງໄລເນີ ເຊິ່ງເປັນພະຍານພະເຢໂຫວາທີ່ກະຕືລືລົ້ນຈາກປະເທດໂອຕຣິດ. ພີ່ນ້ອງເລໂອໂພໄດ້ອະທິບາຍຄວາມເຊື່ອຂອງຕົວເອງໃນແບບທີ່ໃຫ້ກຽດຕໍ່ ດຣ.ໄຮຣິດ ເຊິ່ງລາວໄດ້ຕັ້ງໃຈຟັງ. ເມື່ອສົງຄາມສິ້ນສຸດລົງ ມີຫຼາຍຄັ້ງທີ່ ດຣ.ໄຮຣິດໄດ້ໃຊ້ຕຳແໜ່ງຂອງລາວເພື່ອຊ່ວຍເຫຼືອພະຍານພະເຢໂຫວາໃນປະເທດໂອຕຣິດ. ເຈົ້າອາດຮູ້ຈັກຕົວຢ່າງອື່ນອີກກ່ຽວກັບສິ່ງດີໆທີ່
ເກີດຂຶ້ນຍ້ອນພະຍານພະເຢໂຫວາໄດ້ໃຫ້ກຽດເຈົ້າໜ້າທີ່ລັດຖະບານ.ໃຫ້ຄວາມນັບຖືຄົນອື່ນ
13. ໃຜສົມຄວນໄດ້ຮັບຄວາມນັບຖືແລະການໃຫ້ກຽດເປັນພິເສດ ແລະຍ້ອນຫຍັງ?
13 ພີ່ນ້ອງຊາຍຍິງສົມຄວນໄດ້ຮັບຄວາມນັບຖືແລະການໃຫ້ກຽດຈາກເຮົາ ໂດຍສະເພາະພີ່ນ້ອງທີ່ນຳໜ້າ ເຊັ່ນ: ຜູ້ເຖົ້າແກ່ ຜູ້ດູແລໝວດ ສະມາຊິກຄະນະກຳມະການສາຂາ ແລະສະມາຊິກຄະນະກຳມະການປົກຄອງ. (ອ່ານ 1 ຕີໂມເຕ 5:17) ເຂົາເຈົ້າທຸກຄົນເບິ່ງແຍງຄວາມຈຳເປັນຂອງປະຊາຊົນພະເຈົ້າ ແລະຄຳພີໄບເບິນກ່າວເຖິງຜູ້ຮັບໃຊ້ເຫຼົ່ານີ້ວ່າເປັນ “ເຄື່ອງປະທານ [ທີ່ເປັນມະນຸດ].” (ເອເຟດ 4:8) ດັ່ງນັ້ນຈຶ່ງມີເຫດຜົນທີ່ເຮົາຈະນັບຖືແລະໃຫ້ກຽດຄົນເຫຼົ່ານີ້ບໍ່ວ່າເຂົາເຈົ້າຈະເປັນຄົນເຊື້ອຊາດໃດ ມີລະດັບການສຶກສາສໍ່າໃດ ຖານະທາງສັງຄົມຫຼືເສດຖະກິດເປັນແບບໃດກໍຕາມ. ຄລິດສະຕຽນໃນສະຕະວັດທຳອິດວາງຕົວຢ່າງທີ່ດີໃນເລື່ອງນີ້ ເພາະເຂົາເຈົ້ານັບຖືຄົນທີ່ນຳໜ້າ ແລະໃນທຸກມື້ນີ້ເຮົາກໍຄວນເຮັດແບບນັ້ນຄືກັນ. ເມື່ອຢູ່ນຳພີ່ນ້ອງເຫຼົ່ານີ້ ເຮົາບໍ່ຄວນປະຕິບັດຕໍ່ເຂົາເຈົ້າຄືກັບວ່າເປັນທູດສະຫວັນ. ແຕ່ເຮົາຈະນັບຖືແລະໃຫ້ກຽດພີ່ນ້ອງເຫຼົ່ານີ້ສຳລັບວຽກໜັກທີ່ເຂົາເຈົ້າເຮັດແລະຄວາມຖ່ອມຂອງເຂົາເຈົ້າ.—ອ່ານ 2 ໂກລິນໂທ 1:24; ຄຳປາກົດ 19:10
14, 15. ຄລິດສະຕຽນທີ່ເປັນຜູ້ເຖົ້າແກ່ແຕກຕ່າງຈາກພວກຫົວໜ້າສາສະໜາແນວໃດ?
14 ຜູ້ເຖົ້າແກ່ເຫຼົ່ານີ້ເປັນຄືກັບຄົນລ້ຽງແກະທີ່ຖ່ອມຕົວ. ເຂົາເຈົ້າບໍ່ຢາກໃຫ້ຄົນອື່ນປະຕິບັດຕໍ່ເຂົາເຈົ້າຄືກັບວ່າເປັນດາລາ ດັ່ງນັ້ນ ເຂົາເຈົ້າຈຶ່ງແຕກຕ່າງຫຼາຍຈາກພວກຫົວໜ້າສາສະໜາໃນສະໄໝຂອງພະເຍຊູແລະໃນສະໄໝນີ້. ພະເຍຊູເວົ້າເຖິງຄົນເຫຼົ່ານັ້ນວ່າ: “ເຂົາມັກນັ່ງທີ່ສູງໃນການລ້ຽງກັນແລະຕັ້ງສູງ [“ມັກນັ່ງແຖວໜ້າສຸດ,” ລ.ມ.] ໃນໂຮງທຳ ແລະມັກຄວາມຄຳນັບທີ່ກາງຕະຫຼາດ.”—ມັດທາຍ 23:6, 7
ເມື່ອຜູ້ເຖົ້າແກ່ຖ່ອມຕົວແລະເຊື່ອຟັງຄຳເວົ້າຂອງພະເຍຊູ ພີ່ນ້ອງຊາຍຍິງກໍຈະຮັກ ໃຫ້ກຽດ ແລະນັບຖື ເຂົາເຈົ້າ
ມັດທາຍ 23:8-12) ເມື່ອຜູ້ເຖົ້າແກ່ໃນທຸກໆປະຊາຄົມຢູ່ທົ່ວໂລກຖ່ອມຕົວແລະເຊື່ອຟັງຄຳເວົ້າຂອງພະເຍຊູ ພີ່ນ້ອງຊາຍຍິງກໍຈະຮັກ ໃຫ້ກຽດ ແລະນັບຖືເຂົາເຈົ້າ.
15 ຄລິດສະຕຽນທີ່ເປັນຜູ້ເຖົ້າແກ່ໄດ້ເຊື່ອຟັງຄຳສັ່ງຂອງພະເຍຊູທີ່ວ່າ: ‘ຝ່າຍທ່ານທັງຫຼາຍຢ່າເປັນທີ່ເອີ້ນຊື່ວ່າອາຈານ ເພາະວ່າຜູ້ໜຶ່ງຜູ້ດຽວເປັນອາຈານຂອງທ່ານທັງຫຼາຍແມ່ນພະຄລິດ ແລະທ່ານທັງຫຼາຍເປັນພີ່ນ້ອງກັນທຸກຄົນ. ແລະຢ່າຊູ່ເອີ້ນຊື່ຜູ້ໃດວ່າພໍ່ໃນແຜ່ນດິນໂລກ ເພາະວ່າຜູ້ໜຶ່ງຜູ້ດຽວເປັນພະບິດາຂອງທ່ານທັງຫຼາຍ ແມ່ນຜູ້ຢູ່ໃນສະຫວັນ. ຢ່າໃຫ້ຜູ້ໃດເອີ້ນຊື່ທ່ານທັງຫຼາຍວ່າເຈົ້ານາຍ ເພາະວ່າຜູ້ໜຶ່ງຜູ້ດຽວເປັນເຈົ້ານາຍຂອງທ່ານທັງຫຼາຍແມ່ນພະຄລິດ. ແຕ່ວ່າຜູ້ໃຫຍ່ທີ່ສຸດໃນທ່າມກາງທ່ານທັງຫຼາຍຈະເປັນຂ້າໃຊ້ຂອງທ່ານທັງຫຼາຍ. ແລະຄົນທຸກຄົນທີ່ຈະຍົກຍໍຕົວຂຶ້ນຈະເປັນທີ່ຖ່ອມລົງ ແລະຄົນທຸກຄົນທີ່ຈະຖ່ອມຕົວລົງຈະເປັນທີ່ຍົກຍໍຂຶ້ນ.’ (16. ເປັນຫຍັງເຮົາຄວນພະຍາຍາມຢ່າງຈິງຈັງຕໍ່ໆໄປເພື່ອສະແດງຄວາມນັບຖືຕໍ່ຄົນອື່ນ?
16 ເຮົາອາດຕ້ອງໃຊ້ເວລາເພື່ອຮຽນຮູ້ວິທີສະແດງຄວາມນັບຖືຕໍ່ຄົນອື່ນ ແລະຄລິດສະຕຽນໃນສະຕະວັດທຳອິດກໍເປັນແບບນັ້ນເຊັ່ນກັນ. (ກິດຈະການ 10:22-26; 3 ໂຢຮັນ 9, 10) ແຕ່ກໍຄຸ້ມຄ່າກັບຄວາມພະຍາຍາມ ເພາະເມື່ອເຮົາສະແດງຄວາມນັບຖືຕໍ່ຄົນອື່ນໃນແບບທີ່ພະເຢໂຫວາຢາກໃຫ້ເຮົາເຮັດ ເຮົາຈະໄດ້ຮັບປະໂຫຍດຫຼາຍຢ່າງ.
ປະໂຫຍດຈາກການສະແດງຄວາມນັບຖື
17. ການນັບຖືຜູ້ມີສິດອຳນາດມີປະໂຫຍດແນວໃດແດ່?
17 ເມື່ອເຮົານັບຖືແລະໃຫ້ກຽດຜູ້ມີສິດອຳນາດໃນສັງຄົມທີ່ເຮົາອາໄສຢູ່ ນັ້ນກໍເປັນໄປໄດ້ຫຼາຍທີ່ເຂົາເຈົ້າຈະປົກປ້ອງສິດຂອງເຮົາໃນການປະກາດ. ເຂົາເຈົ້າອາດຈະມີຄວາມຄິດໃນແງ່ບວກກ່ຽວກັບວຽກປະກາດຂອງເຮົາ. ເລື່ອງຕໍ່ໄປນີ້ໄດ້ເກີດຂຶ້ນຫຼາຍປີແລ້ວຢູ່ປະເທດເຢຍລະມັນເມື່ອໄພໂອເນຍທີ່ຊື່ເບີກິດໄປຮ່ວມງານຮັບໃບປະກາດຂອງລູກສາວ. ພວກອາຈານໄດ້ບອກພີ່ນ້ອງເບີກິດວ່າ ໃນຕະຫຼອດໄລຍະຫຼາຍປີທີ່ຜ່ານມາເຂົາເຈົ້າດີໃຈຫຼາຍທີ່ມີນັກຮຽນເປັນພະຍານພະເຢໂຫວາ ເພາະເຂົາເຈົ້າຮູ້ສຶກວ່ານັກຮຽນເຫຼົ່ານີ້ເຮັດໃຫ້ໂຮງຮຽນມີສະພາບແວດລ້ອມທີ່ດີຂຶ້ນ. ພີ່ນ້ອງເບີກິດບອກກັບພວກອາຈານວ່າ: “ເດັກນ້ອຍທີ່ເປັນພະຍານພະເຢໂຫວາຖືກສອນໃຫ້ເຮັດຕາມມາດຕະຖານຂອງພະເຈົ້າໃນເລື່ອງການປະພຶດ ແລະລວມເຖິງການໃຫ້ກຽດແລະສະແດງຄວາມນັບຖືຕໍ່ຄູອາຈານ.” ອາຈານຄົນໜຶ່ງເວົ້າວ່າ ຖ້ານັກຮຽນທຸກຄົນເປັນຄືກັບພະຍານພະເຢໂຫວາ ການສອນກໍຈະງ່າຍ. ເນື່ອງຈາກພວກອາຈານມີຄວາມຄິດໃນແງ່ບວກກ່ຽວກັບນັກຮຽນທີ່ເປັນພະຍານພະເຢໂຫວາ ດັ່ງນັ້ນ ຫຼາຍອາທິດຕໍ່ມາອາຈານຄົນໜຶ່ງໄດ້ເຂົ້າຮ່ວມການປະຊຸມພາກ.
18, 19. ເມື່ອໃຫ້ຄວາມນັບຖືຕໍ່ຜູ້ເຖົ້າແກ່ ເຮົາຄວນຈື່ຫຍັງໄວ້?
18 ຫຼັກການຕ່າງໆໃນຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວິທີສະແດງຄວາມນັບຖືຕໍ່ຜູ້ເຖົ້າແກ່ໃນປະຊາຄົມ. (ອ່ານເຫບເລີ 13:7, 17) ເຮົາສາມາດຊົມເຊີຍແລະຄວນຊົມເຊີຍເຂົາເຈົ້າສຳລັບວຽກໜັກທີ່ໄດ້ເຮັດ. ເມື່ອເຮົາຮ່ວມມືກັບຜູ້ເຖົ້າແກ່ໃນເລື່ອງຕ່າງໆ ນັ້ນຈະຊ່ວຍເຂົາເຈົ້າໃຫ້ຮັບໃຊ້ດ້ວຍຄວາມຍິນດີ. ຄຳພີໄບເບິນຍັງບອກວ່າເຮົາຄວນຮຽນແບບຄວາມເຊື່ອຂອງເຂົາເຈົ້າ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຄວນພະຍາຍາມນຸ່ງເຄື່ອງ ເວົ້າ ແລະສອນແບບດຽວກັບ ຜູ້ເຖົ້າແກ່ທີ່ມີຊື່ສຽງ. ຖ້າເຮັດແບບນັ້ນ ມັນອາດເບິ່ງຄືວ່າເຮົາກຳລັງຕິດຕາມມະນຸດຫຼາຍກວ່າພະເຍຊູ. ເຮົາຄວນຈື່ໄວ້ວ່າຜູ້ເຖົ້າແກ່ກໍເປັນຄົນບໍ່ສົມບູນແບບຄືກັບເຮົາ.
19 ເມື່ອເຮົານັບຖືແລະໃຫ້ກຽດຜູ້ເຖົ້າແກ່ ແລະບໍ່ປະຕິບັດຕໍ່ເຂົາເຈົ້າຄືກັບວ່າເປັນດາລາ ທີ່ຈິງແລ້ວເຮົາກຳລັງຊ່ວຍເຂົາເຈົ້າ. ຊ່ວຍແນວໃດ? ເຮົາເຮັດໃຫ້ງ່າຍຂຶ້ນທີ່ເຂົາເຈົ້າຈະຮັກສາຄວາມຖ່ອມແລະຫຼີກລ່ຽງຄວາມຄິດທີ່ວ່າເຂົາເຈົ້າດີກວ່າຄົນອື່ນຫຼືສິ່ງທີ່ເຂົາເຈົ້າເຮັດຖືກຕ້ອງສະເໝີ.
20. ເມື່ອນັບຖືຄົນອື່ນເຮົາໄດ້ຮັບປະໂຫຍດແນວໃດ?
20 ການໃຫ້ຄວາມນັບຖືຄົນອື່ນຊ່ວຍເຮົາບໍ່ໃຫ້ເປັນຄົນເຫັນແກ່ຕົວ ແລະຊ່ວຍເຮົາໃຫ້ຮັກສາຄວາມຖ່ອມເມື່ອໄດ້ຮັບຄວາມສົນໃຈເປັນພິເສດ. ນອກຈາກນັ້ນກໍຍັງປົກປ້ອງເຮົາເຊັ່ນກັນ ເພາະມັນຊ່ວຍເຮົາບໍ່ໃຫ້ສະດຸດເມື່ອຄົນທີ່ເຮົາໃຫ້ກຽດເຮັດໃຫ້ເຮົາຜິດຫວັງ. ປະໂຫຍດອີກຢ່າງໜຶ່ງກໍຄືຊ່ວຍເຮົາໃຫ້ສາມັກຄີກັບອົງການຂອງພະເຢໂຫວາ ເພາະອົງການນີ້ບໍ່ໄດ້ໃຫ້ຄວາມນັບຖືມະນຸດຄົນໃດຄົນໜຶ່ງຫຼາຍເກີນໄປບໍ່ວ່າລາວຈະເປັນຄົນທີ່ມີຄວາມເຊື່ອຫຼືບໍ່ກໍຕາມ.
21. ອັນໃດຄືປະໂຫຍດສຳຄັນທີ່ສຸດໃນການສະແດງຄວາມນັບຖືຕໍ່ຄົນອື່ນ?
21 ປະໂຫຍດສຳຄັນທີ່ສຸດໃນການສະແດງຄວາມນັບຖືຕໍ່ຄົນອື່ນກໍຄືເຮົາເຮັດໃຫ້ພະເຢໂຫວາພໍໃຈ. ເຮົາຈະເຮັດໃນສິ່ງທີ່ພະອົງຢາກໃຫ້ເຮົາເຮັດແລະເຮົາຈະຮັກສາຄວາມສັດຊື່ຕໍ່ພະອົງ. ເມື່ອເປັນເຊັ່ນນັ້ນພະເຢໂຫວາກໍສາມາດຕອບຊາຕານໄດ້ເພາະມັນເວົ້າວ່າບໍ່ມີມະນຸດຄົນໃດຈະຮັກສາຄວາມສັດຊື່. (ສຸພາສິດ 27:11) ຄົນສ່ວນຫຼາຍໃນໂລກນີ້ບໍ່ຮູ້ຈັກວິທີສະແດງຄວາມນັບຖືຕໍ່ຄົນອື່ນໃນແບບທີ່ຖືກຕ້ອງ ແຕ່ເຮົາດີໃຈແທ້ໆທີ່ໄດ້ຮູ້ຈັກວິທີເຮັດເຊັ່ນນັ້ນໃນແບບທີ່ພະເຢໂຫວາພໍໃຈ.